Tuesday, September 23, 2025
Home Blog Page 61

ສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາມະຕິປັບປຸງ ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ 2013

0

…….

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ໃນວັນທີ 16 ມິຖຸນາ ຜ່ານມານີ້ ຢູ່ ນະຄອນຫຼວງຮ່າໂນ້ຍ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິຂອງສະພາແຫ່ງຊາດວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013; ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ).

ຂ່າວລະບຸວ່າ: ສິ່ງທີ່ໜ້າສົນໃຈ, ມາດຕາ 110 ລັດຖະທຳມະນູນ ສະບັບປັບປຸງ ໄດ້ຍົກບັນດາຫົວໜ່ວຍບໍລິຫານຂອງປະເທດ ສສ ຫວຽດນາມ ເປັນ 2 ຂັ້ນ, ລວມມີຂັ້ນແຂວງ, ນະຄອນຂຶ້ນກັບສູນກາງ ແລະ ບັນດາຫົວໜ່ວຍບໍລິຫານລຸ່ມແຂວງ, ນະຄອນຂຶ້ນກັບສູນກາງ ໂດຍກົດໝາຍກຳນົດ. ຫົວໜ່ວຍບໍລິຫານ – ເສດຖະກິດພິເສດໂດຍສະພາແຫ່ງຊາດສ້າງຕັ້ງ. ມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ 2013 ມີຜົນສັກສິດນັບແຕ່ເມື່ອໄດ້ຮັບຮອງເອົາ (16 ມິຖຸນາ 2025).

ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ກ່າວວ່າ: ກ່ຽວກັບການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນໄດ້ກາຍເປັນບັ້ນດຳເນີນຊີວິດການເມືອງຢ່າງເລິກເຊິ່ງ, ກວ້າງຂວາງ, ສະແດງໃຫ້ເຫັນຈິດໃຈຄວາມເປັນເຈົ້າການ, ເສີມຂະຫຍາຍພູມປັນຍາລວມໝູ່, ໜ້າທີ່ຮັບຜິດຊອບ ແລະ ນ້ຳໃຈຮັກຊາດຂອງປະຊາຊົນທຸກຊັ້ນວັນນະ. ມາຮອດປັດຈຸບັນ, ອາດສາມາດຢັ້ງຢືນໄດ້ວ່າ: ເລື່ອງປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ ໄດ້ຮັບປະກັນບັນດາຂັ້ນຕອນລະບຽບການຕາມຂໍ້ກຳນົດ, ຮັບປະກັບຄວາມຄືບໜ້າ, ຫັນເປັນຫຼາຍຮູບຫຼາຍແບບ ເພື່ອໃຫ້ປະຊາຊົນປະກອບຄຳເຫັນ, ເສີມຂະຫຍາຍລັກສະນະປະຊາທິປະໄຕ, ກຽມພ້ອມເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ສະແດງຄຳເຫັນຂອງຕົນໃນຈຸດເວລາປະຫວັດສາດຂອງຫວຽດນາມ”.

ໃນຂະນະດຽວກັນ, ສະພາແຫ່ງຊາດກໍໄດ້ຮັບຮອງເອົາ ຮ່າງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ).

ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ສັງຄົມສົງເຄາະ ສະບັບສ້າງໃໝ່

0

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະ ພາແຫ່ງຊາດ, ທ່ານ ນາງ ແກ້ວ ຈັນທະມີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍສັງຄົມສົງເຄາະ(ສະບັບສ້າງໃໝ່). ຫລັງຈາກນັ້ນ, ບັນດາສະມາ ຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍພ້ອມກັນຄົ້ນຄວ້າ, ປະກອບຄຳຄິດເຫັນໃສ່ ຮ່າງກົດໝາຍດັ່ງກ່າວ, ໃຫ້ມີເນື້ອຄົບຖ້ວນ, ສົມບູນ, ຮັດກຸມ.

ໃນໂອກາດນີ້, ທ່ານ ນາງ ແກ້ວ ຈັນທະມີໄຊ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນຂອງການສ້າງກົດໝາຍວຽກສັງຄົມສົງເຄາະ ເຊິ່ງເປັນໜຶ່ງໃນນະໂຍບາຍດ້ານມະນຸດສະທຳຂອງພັກ, ລັດ ແມ່ນໜຶ່ງໃນ 3 ເສົາຄໍ້າໃນລະບົບສະຫວັດດີການສັງຄົມ ເຊັ່ນ: ການປະກັນສຸຂະພາບ, ປະກັນສັງຄົມ ແລະ ສັງຄົມສົງເຄາະ ເຊິ່ງໄດ້ມີການຈັດຕັ້ງປະຕິບັດ ແຕ່ໄລຍະການປະຕິວັດຊາດ ປະຊາທິປະໄຕ ເປັນ ຕົ້ນມາ ໂດຍເຮັດບົດບາດໃນການເບີກຈ່າຍວັດຖຸພັນໃຫ້ນັກຮົບ, ພະນັກງານ-ພາລະກອນ ແລະ ປະຊາ ຊົນບັນດາເຜົ່າ ທີ່ປະສົບຄວາມຫຍຸ້ງຍາກ. ຢ່າງໃດກໍດີ, ບັນຫາສັງຄົມກໍມີທ່າອ່ຽງເພີ່ມຂຶ້ນ, ແບບແຜນວິຖີການດຳລົງຊີວິດ ຂອງປະຊາຊົນມີການປ່ຽນແປງ ເຮັດໃຫ້ປະຊາຊົນ ຈຳນວນບໍ່ໜ້ອຍ, ບໍ່ສາມາດປັບຕົວຕໍ່ກັບການປ່ຽນແປງ ໂດຍສະເພາະຜູ້ທຸກຍາກ, ຜູ້ດ້ອຍໂອກາດ.

ໃນໄລຍະຜ່ານມາ, ການໃຫ້ການຊ່ວຍເຫລືອ, ການບໍລິການທາງດ້ານວັດຖຸ, ຈິດໃຈ ແລະ ການພັດທະນາ ຕໍ່ປະຊາຊົນກຸ່ມເປົ້າໝາຍສັງຄົມສົງເຄາະ ຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການ ໃນການດຳລົງຊີວິດທີ່ຈຳເປັນຂັ້ນພື້ນຖານ, ກົນໄກການປະສານງານ, ຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນ ລວມທັງການມີສ່ວນຮ່ວມຂອງສັງຄົມ ໃນວຽກສັງຄົມສົງເຄາະ ຍັງຈຳກັດ, ບໍ່ລວມສູນ ເຮັດໃຫ້ການຕິດຕາມ-ຄຸ້ມຄອງການຊ່ວຍເຫລືອສັງຄົມສົງເຄາະ ຍັງບໍ່ເປັນລະບົບ. ພ້ອມກັນນັ້ນ, ການຊ່ວຍເຫລືອ, ການບໍລິການຕ່າງໆຕໍ່ປະຊາຊົນກຸ່ມເປົ້າໝາຍ ຍັງແມ່ນລັກສະນະເປັນໃຫ້ການຊ່ວຍເຫລືອ ບັນເທົາທຸກສຸກເສີນເທົ່ານັ້ນ, ສ່ວນດ້ານການບໍລິການ ແລະ ການພັດທະນາເປົ້າໝາຍດ້ວຍການໃຫ້ຄຳປຶກສາ, ຄໍາແນະນໍາທັກສະການດຳລົງຊີວິດ ໃນເວລາທີ່ມີການຜະເຊີນກັບບັນຫາຕ່າງໆທີ່ເກີດຂຶ້ນ ແມ່ນຍັງເຮັດໄດ້ໜ້ອຍອັນເນື່ອງຈາກ ນັກວິຊາການ ລວມທັງຄວາມເຂົ້າໃຈຂອງສັງຄົມ ແລະ ການສະໜອງງົບປະມານ ເຂົ້າໃສ່ວຽກສັງຄົມສົງເຄາະນີ້ຍັງຈໍາກັດ.

ຮ່າງກົດໝາຍ ວ່າດ້ວຍສັງຄົມສົງເຄາະ ປະກອບມີ 10 ພາກ, 8 ໝອດ ແລະ 62 ມາດຕາພາຍ ຫລັງຖືກຮັບຮອງ ແລະ ປະກາດໃຊ້ ຄາດວ່າ ຈະເຮັດໃຫ້ມີເຄື່ອງມືການຄຸ້ມຄອງວຽກສັງຄົມສົງເຄາະ ທີ່ມີຜົນບັງຄັບໃຊ້ທົ່ວໄປຢ່າງໜັກແໜ້ນ ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກສັງຄົມສົງເຄາະ ຢູ່ພາຍໃນ ແລະ ສອດຄ່ອງກັບມາດຕະຖານຂອງພາກພື້ນ ແລະ ສາກົນ; ບັນດາອົງການຈັດຕັ້ງລັດ, ອົງ ການປົກຄອງທ້ອງຖິ່ນ, ພາກສ່ວນທີ່ເຄື່ອນໄຫວວຽກງານ ສັງຄົມສົງເຄາະ, ກຸ່ມເປົ້າໝາຍສັງຄົມສົງເຄາະ ມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມໃນວຽກນີ້ຫລາຍຂຶ້ນ; ການຈັດສັງົບປະມານ ທີ່ເປັນໝາກຜົນຂອງການພັດທະນາ ເຂົ້າໃນວຽກງານສັງຄົມສົງເຄາະ ເປັນລະບົບກວ່າເກົ່າເຊິ່ງຈະເຮັດໃຫ້ກຸ່ມເປົ້າໝາຍ ໄດ້ຮັບການພັດທະນາ ຢ່າງເປັນລະບົບ ແລະ ມີຄວາມຍືນຍົງ; ສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາ ກົນຕໍ່ລະບົບປົກປ້ອງສັງຄົມ ກໍຄື ວຽກງານສັງຄົມສົງເຄາະ, ການຮຽນ-ການສອນ ໃນການສ້າງນັກສັງ ຄົມສົງເຄາະດີຂຶ້ນ.

ຕີລາຄາການປະຕິບັດ ວຽກແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ

0

ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນ ລາວ-ໄທ ຮ່ວມກັບ ເຈົ້າກົມກິດຈະການຊາຍແດນທະຫານ ແລະ ຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນ ໄທ-ລາວ ຈັດກອງປະຊຸມ ເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ ຄັ້ງທີ VI ໃນວັນທີ 16 ມິຖຸນາ 2025 ຢູ່ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງ ທ່ານ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ, ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນ ລາວ-ໄທ, ທ່ານ ພົນໂທ ນັດຖະພົງ ເພຣົາແກ້ວ ເຈົ້າກົມກິດຈະການຊາຍແດນ ແຫ່ງຣາຊະອານະຈັກໄທ, ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນໄທ-ລາວ ພ້ອມດ້ວຍຄະນະປະຕິບັດງານ ແລະ ຄະນະໜ່ວຍປະສານງານທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເພື່ອເປັນການປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ສະຫລຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານ ຕາມເນື້ອໃນບົດບັນທຶກ ແລະ ຂໍ້ກໍານົດ ຂອງກອງປະຊຸມຄະນະປະຕິບັດງານເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ໄທ-ລາວ ຄັ້ງຜ່ານມາ. ກອງປະຊຸມຄັ້ງນີ້, ໄດ້ເຫັນດີເປັນເອກະພາບໃນຫລາຍມາດຕະການທີ່ສໍາຄັນ ເພື່ອເຮັດໃຫ້ບໍລິເວນຊາຍແດນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ປາສະຈາກບັນຫາຢາເສບຕິດຢ່າງສິ້ນເຊີງ. ນອກຈາກນີ້, ຍັງມີການຮ່ວມມືອື່ນໆໃນລະດັບສູນກາງ ແລະ ທ້ອງຖິ່ນ, ຂັ້ນແຂວງ ໃນການປະສານງານແກ້ໄຂ, ມ້າງຄະດີຢາເສບຕິດ ເຊິ່ງມີຜົນສໍາເລັດຫລາຍດ້ານເຊັ່ນ: ການຢຶດຈັບຢາເສບຕິດ ແລະ ຜູ້ຄ້າລາຍໃຫຍ່ໄດ້ຢ່າງຫລວງຫລາຍ. ສິ່ງເຫລົ່ານັ້ນ, ເປັນການສະແດງເຖິງການເພີ່ມທະວີສາຍພົວພັນຮ່ວມມືທີ່ດີ ລະຫວ່າງສອງຊາດ, ສອງກອງທັບ ລາວ-ໄທ, ໄທ-ລາວ ໃຫ້ນັບມື້ເປັນຮູບປະທໍາ ແລະ ກ້າວເຂົ້າສູ່ຄວາມເປັນຈິງ. ພ້ອມນັ້ນ, ສອງຝ່າຍຍັງຈະໄດ້ກໍານົດແຜນການໃນການແກ້ໄຂບັນຫາຢາເສບຕິດ ໃຫ້ມີຄວາມສອດຄ່ອງກັນ ແລະ ມີການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນຍິ່ງຂຶ້ນ ແນໃສ່ເຮັດໃຫ້ຊາຍແດນ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ມີສະຖຽນລະພາບ ແລະ ການຮ່ວມມືດ້ານຕ່າງໆ ທີ່ສອດຄ່ອງກັບທ່າອ່ຽງລວມໃນຂົງເຂດ, ອະນຸພາກພື້ນ ແລະ ສາກົນ, ທັງເປັນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ສອງປະເທດ ໄດ້ພັດທະນາກ້າວໄປສູ່ຄວາມສີວິໄລ ແລະ ປາສະ ຈາກສິ່ງເສບຕິດ. ພ້ອມດຽວກັນ, ຍັງເປັນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ເຊິ່ງເປັນການສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ປະຊາຊົນທັງສອງປະ ເທດ ສາມາດທໍາມາຫາກິນ ປະກອບອາຊີບ, ເຮັດທຸລະກິດການຄ້າ, ການທ່ອງທ່ຽວ, ການລົງທຶນ ແລະ ສາມາດເດີນທາງໄປມາຫາສູ່ກັນຢ່າງສະດວກສະບາຍ ແລະ ມີຄວາມປອດໄພ.

ສໍາລັບ ສປປ ລາວ ມີຊາຍແດນຕິດຈອດກັບ ຣາຊະອານາຈັກໄທ ໂດຍມີແມ່ນໍ້າຂອງໄຫລຜ່ານກາງ ທັງໝົດ 9 ແຂວງ ແລະ ໄດ້ຕິດຈອດກັບ 12 ແຂວງ ຂອງຣາຊະອານາຈັກໄທ. ດັ່ງນັ້ນ, ການພົວ ພັນຮ່ວມມືກັນ ຈຶ່ງເປັນສິ່ງຈໍາເປັນ ແລະ ສໍາຄັນໃນການຮ່ວມມືແກ້ໄຂບັນຫາຢາເສບຕິດ, ການຄ້າຂາຍສິ່ງຜິດກົດໝາຍຕ່ແລະ ບັນຫາອື່ນໆ ຕາມບໍລິເວນຊາຍແດນໃຫ້ຫລຸດໜ້ອຍຖອຍລົງ ແລະ ໝົດໄປເທື່ອລະກ້າວ.

ໂອກາດນີ້, ຄະນະປະທານທັງສອງຝ່າຍ ໄດ້ພ້ອມກັນລົງນາມໃນບົດບັນທຶກກອງປະຊຸມ ເພື່ອເປັນການສືບຕໍ່ການພົວພັນຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານຕ່າງໆຢ່າງຮອບດ້ານ ໃນການແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ ໃນອະນາຄົດ ຕື່ມອີກ

ຍົກສູງສະຕິລະວັງຕົວໃນການ ຮັບ-ຈ່າຍ ທະນະບັດ ໃບ 50.000 ກີບ

0

ຂປລ. ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການເຖິງ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ນັກຮຽນ-ນັກສຶກສາ, ທະຫານ ແລະ ຕຳຫລວດ ໃນຂອບເຂດທົ່ວປະເທດ ກ່ຽວກັບການຍົກສູງສະຕິ ກ່ອນການຮັບ-ຈ່າຍ ທະນະບັດປະເພດໃບ 50.000 ກີບ ເນື່ອງຈາກວ່າ ໃນປະຈຸບັນ, ໄດ້ມີກຸ່ມຄົນບໍ່ດີສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ ດ້ວຍການປອມແປງ ແລະ ນໍາເອົາທະນະບັດ ສະກຸນເງິນກີບ ປະເພດໃບ 50.000 ກີບ ຮຸ່ນປີ 2004 ອອກມາໃຊ້ຈ່າຍໃນສັງຄົມ ໂດຍສະເພາະຢູ່ ນະຄອນຫລວງວຽງຈັນ, ຊຶ່ງທາງເຈົ້າໜ້າທີ່ໄດ້ກວດພົບເຫັນ ຕາມເລກລໍາດັບ (Serial number) BE 0814372, BG 1506988, BH 8482734 ແລະ BI 2068330, 0583754.

ຮູບແບບການປອມແປງ ແມ່ນໄດ້ນໍາໃຊ້ເຄື່ອງຈັກພິມຂຶ້ນມາສະເພາະ, ມີຮູບແບບສີສັນ ລວດລາຍຄ້າຍຄືທະນະບັດ ປະເພດໃບ 50.000 ກີບ ຮຸ່ນປີ 2004 ແທ້ ແລະ ມີຄວາມແຕກຕ່າງຈາກການພົບເຫັນ ທະນະບັດປອມໃນໄລຍະຜ່ານມາ (ການນໍາເອົາເງິນແທ້ໄປກ໋ອບປີ້ສີ Copy ໃສ່ເຈ້ຍ A4 ທໍາມະດາ). ສະນັ້ນ, ກ່ອນຈະຮັບ-ຈ່າຍ ທະນະບັດສະກຸນເງິນກີບ ປະເພດໃບ 50.000 ກີບ ຮຸ່ນປີ 2004 ທຸກໆຄັ້ງ ຕ້ອງເປັນເຈົ້າການກວດກາເບິ່ງ ໃຫ້ລະອຽດ ຕາມຄຸນລັກສະນະຂອງວິທີການສັງເກດທະນະບັດແທ້ (ຢູ່ Platform Facebook ຂອງ ທຫລ ສະບັບ ເລກທີ 66/ຫກ, ລົງວັນທີ 26 ເມສາ 2024).

ສໍາລັບກຸ່ມຄົນທີ່ບໍ່ດີ ທີ່ສ້າງຄວາມປັ່ນປ່ວນ ໂດຍການນໍາເອົາເງິນປອມອອກມາໃຊ້ຈ່າຍໃນສັງ ຄົມ, ທະນາຄານ ແຫ່ງ ສປປ ລາວ ພວມສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຮີບຮ້ອນປະຕິບັດມາດຕະການຕ່າງໆ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍຂອງ ສປປ ລາວ.

ກໍລະນີພົບເຫັນ ຫລື ຮູ້ຂໍ້ມູນແຫລ່ງທີ່ມາຂອງທະນະບັດປອມດັ່ງກ່າວ, ກະລຸນາແຈ້ງຕໍ່ເຈົ້າໜ້າທີ່ຕຳຫລວດ ຫລື ທະນາຄານແຫ່ງ ສປປ ລາວ (ກົມພິມຈຳໜ່າຍ ເບີໂທ 020 58007361, 020 59999632), ສາຂາທະນາຄານແຫ່ງ ສປປ ລາວ ປະຈຳພາກເໜືອ ແຂວງອຸດົມໄຊ(856-81) 260012, ແຂວງຫລວງພະບາງ (856-71) 260700, ແຂວງຊຽງຂວາງ (856-61) 260030; ພາກກາງ ແຂວງສະຫວັນນະເຂດ (856-41) 260305; ພາກໃຕ້ ແຂວງຈຳປາສັກ (856-31) 214129 ແລະ ທະນາຄານທຸລະກິດໃນຂອບເຂດທົ່ວປະເທດ.

(ຮູບພາບປະກອບລຸ່ມນີ້, ແມ່ນວິທີສັງເກດທະນະບັດ ສະກຸນເງິນກີບ ປະເພດໃບ 50.000 ກີບ ລຸ້ນປີ 2004)

ສສຊ ປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ

0

ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 17 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນເຜົ່າ ໄດ້ຜັດປ່ຽນກັນສຸມໃສ່ພິຈາລະນາ ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ (ສະບັບສ້າງໃໝ່) ທີ່ສະເໜີໂດຍ ທ່ານ ນາງ ແກ້ວ ຈັນທະມີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ທັງນີ້, ກໍເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມ, ເລິກເຊິ່ງ, ຖືກຕ້ອງສອດຄ່ອງກັບສະພາບຕົວຈິງ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງລາວ

ໂອກາດນີ້, ທ່ານ ນາງ ເກສອນ ໄຊຍະວົງ ສສຊ ປະຈຳເຂດ 3 ແຂວງຫລວງນໍ້າທາ ໄດ້ສະແດງຄວາມເຫັນດີຕໍ່ເນື້ອໃນ ແລະ ຮ່າງຂອງກົດໝາຍວ່າດ້ວຍສັງຄົມສົງເຄາະ ວ່າ: ຮ່າງກົດໝາຍດັ່ງກ່າວ, ຍັງຕ້ອງປັບປຸ່ງແກ້ໄຂເນື້ອໃນ, ບາງໝວດ, ບາງມາດຕາ ເປັນຕົ້ນແມ່ນ ມາດຕາ 6 ພັນທະຂອງພົນລະ ເມືອງ ຕໍ່ວຽກງານສັງຄົມສົງເຄາະ ເຊິ່ງພົນລະເມືອງທຸກຄົນ ມີພັນທະປະກອບສ່ວນເຂົ້າໃນວຽກງານສັງຄົມສົງເຄາະ ໂດຍການຊ່ວຍເຫລືອ, ບໍລິການທາງວັດຖຸ-ປັດໄຈ ແລະ ການພັດທະນາເປົ້າໝາຍສັງຄົມສົງເຄາະ ໂດຍສະເໜີໃຫ້ຄະນະຮັບຜິດຊອບເພີ່ມເນື້ອໃນເຂົ້າຕື່ມ ເຊິ່ງບໍ່ສະເພາະ ແຕ່ເປັນພົນ ລະເມືອງລາວເທົ່ານັ້ນ ຄົນຕ່າງປະເທດ ທີ່ມີຈິດໃຈຢາກຊ່ວຍເຫລືອ ຫລື ຢາກຈະບໍລິຈາກວັດຖຸສິ່ງຂອງ, ເງິນສົດ ສາມາດປະກອບສ່ວນໄດ້ ທັງເປັນການສ້າງບຸນ, ສ້າງກຸສົນ ດຶງດູດ ແລະ ຈູງໃຈ ໃຫ້ຄົນເຂົ້າປະກອບສ່ວນຊ່ວຍເຫລືອຫລາຍຂຶ້ນ. ສຳລັບມາດຕາ 19 ຮູບແບບສັງຄົມສົງເຄາະ ປະກອບມີ 2 ຮູບແບບຄື: ສັງຄົມສົງເຄາະແບບປົກກະຕິ ແລະ ສັງຄົມສົງເຄາະແບບຮີບດ່ວນ ຍົກຕົວຢ່າງ: ເຫດການໄພພິບັດເກີດຂຶ້ນ ລະບົບຄົມມະນາຄົມໃຊ້ການບໍ່ໄດ້, ບໍ່ມີໄຟຟ້າ, ບໍ່ມີນໍ້າປະປາ, ເສັ້ນທາງລົດບໍ່ສາມາດເຂົ້າເຖິງໄດ້. ຕໍ່ກັບການແກ້ໄຂບັນຫາ ເຫັນວ່າກົດໝາຍດັ່ງກ່າວ ຍັງບໍ່ໄດ້ລະບຸວິທີການຢ່າງຈະແຈ້ງ ສະ ເໜີໃຫ້ພາກສ່ວນກ່ຽວຂ້ອງ ກຳນົດຂັ້ນຕອນຢ່າງຈະແຈ້ງ ໃນການຈັດຕັັ້ງປະຕິບັດໃຫ້ລະອຽດ, ຕ້ອງມີກົນໄກການປະສານງານລະອຽດ, ມີການກຳນົດ ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ວ່າຈະຈັດຕັ້ງປະ ຕິບັດອັນໃດກ່ອນ, ອັນໃດຫລັງ ຫາກເກີດເຫດການຮີບດ່ວນ. ທັງນີ້, ກໍເພື່ອແນໃສ່ໃຫ້ທັນກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການທີີ່ຮີບດ່ວນ ເປັນຕົ້ນ ການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ການກຳນົດຈຸດປະສານງານ, ກຳນົດເບີໂທສຸກເສີນ, ການເປີດບັນຊີທະນາຄານເພື່ອຮັບບໍລິ ຈາກ ແລະ ອື່ນໆ .

ນອກຈາກນີ້, ທ່ານ ຄຳປະສິດ ເທບວົງສາ ສສຊ ປະຈຳເຂດເລືອກຕັ້ງ 16 ແຂວງເຊກອງ ໄດ້ສະແດງຄວາມຄິດເຫັນ ຕໍ່ພາກທີ III ເປົ້າໝາຍສັງຄົມສົງເຄາະ ແລະ ການຄຸ້ມຄອງການຊ່ວຍເຫລືອ ໂດຍສະເພາະ ໝວດທີ 2 ການຄຸ້ມຄອງການຊ່ວຍເຫລືອ ເຊິ່ງເຫັນວ່າມີຄວາມສ່ຽງຕໍ່ການສໍ້ລາດບັງຫລວງ ໃນການຈັດສັນງົບປະມານທີ່ມີມູນຄ່າສູງ ໃຫ້ແກ່ໂຄງການສະຫວັດດີການສັງຄົມສົງເຄາະ ເຊັ່ນ:ການຊ່ວຍເຫລືອດ້ານການເງິນ, ເງິນບໍານານ ຫາກບໍ່ມີລະບົບການກວດກາທີ່ເຂັ້ມງວດ ການສໍ້ລາດບັງຫລວງ ອາດຈະເກີດຂຶ້ນ ເປັນຕົ້ນ ແມ່ນການເບີກຈ່າຍເງິນ ທີ່ບໍ່ມີຜູ້ໄດ້ຮັບຜົນປະໂຫຍດຕົວຈິງ ຫລື ຕົວເລກຜີ, ການໃຫ້ສິນບົນຕໍ່ຜູ້ທີ່ໄດ້ຮັບຜົນປະໂຫຍດ ແລະ ອື່ນໆ. ສະນັ້ນ, ກົດໝາຍວ່າດ້ວຍສັງຄົມສົງເຄາະ ຕ້ອງມີກົນໄກ, ຄວບຄຸມລະບົບພາຍໃນ, ມີການຕິດຕາມການປະເມີນຜົນທີ່ໂປງໃສ. ສຳລັບມາດຕາ 26 ການຮັບການຊ່ວຍເຫລືອ ສະເໜີໃຫ້ກວດສອບແຫລ່ງທີ່ມາຂອງເງິນ, ການກວດສອບຢ່າງເຂັ້ມງວດ ໃນການນໍາໃຊ້ເງິນ, ຄວນໃຫ້ສຳນັກງານປາບປາມການຟອກເງິນ ເຂົ້າມາກວດສອບຕື່ມ ເພື່ອຮັບປະກັນບໍ່ໃຫ້ມີການຟອກເງິນ.

ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງ ປີ 2025

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 12 ມິຖຸນາ ຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງປີ 2025 ດ້ວຍອັດຕາ 96.44% ຂອງສະມາຊິກສະພາແຫ່ງຊາດທີ່ມີໜ້າໄດ້ເຫັນດີ, ໂດຍທົ່ວປະເທດມີ 34 ຫົວໜ່ວຍບໍລິຫານ, ລວມມີ 6 ນະຄອນຂຶ້ນກັບສູນກາງ ແລະ 28 ແຂວງ.

ຂ່າວລະບຸວ່າ: ສະພາແຫ່ງຊາດຮຽກຮ້ອງໃຫ້ບັນດາອົງການຕາມສິດອຳນາດຂອງຕົນຮີບເລັ່ງປະຕິບັດບັນດາວຽກງານກະກຽມທີ່ຈຳເປັນ ຮັບປະກັນໃຫ້ອຳນາດການປົກຄອງທ້ອງຖິ່ນຢູ່ບັນດາແຂວງ, ນະຄອນທີ່ໄດ້ຮັບການສ້າງຕັ້ງຫຼັງການສັບຊ້ອນຄັ້ງນີ້ ເລີ່ມເຄື່ອນໄຫວແຕ່ວັນທີ 1 ກໍລະກົດ 2025 ຢ່າງເປັນທາງການ.

ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນໃນກອງປະຊຸມວ່າ: ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ແຜນນະໂຍບາຍ ແລະ ແບບວິທີສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງປີ 2025. ບັນດາສະມາຊິກສະພາແຫ່ງຊາດມີຄວາມເປັນເອກະພາບສູງ ໂດຍຖືວ່ານີ້ແມ່ນແຜນນະໂຍບາຍໃຫຍ່ ແມ່ນເຫດການສຳຄັນຂອງພັກ ແລະ ລັດ, ມີຄວາມໝາຍທາງດ້ານປະຫວັດສາດ ແລະ ການເມືອງອັນສັກສິດທີ່ສຸດ ຊຶ່ງບັນດາສະມາຊິກສະພາແຫ່ງຊາດຊຸດທີ XV ໄດ້ລົງຄະແນນສຽງ, ຮັບຮອງເອົາມະຕິ.

ທ່ານນາງ ຫງວຽນທິທູຮ່າ ສະມາຊິກສະພາແຫ່ງຊາດ ແຂວງກວາງນິງ ກ່າວວ່າ: ບັນດາແຂວງພາຍຫຼັງໂຮມເຂົ້າກັນ ຈະມີຂອບຂະໜາດໃຫຍ່ກວ່າ, ມີເງື່ອນໄຂທຳມະຊາດ ແລະ ແຫຼ່ງກຳລັງທີ່ຫຼາກຫຼາຍກວ່າ, ມີຄວາມສາມາດສ້າງ, ວາງແຜນຜັງພັດທະນເສດຖະກິດ – ສັງຄົມທີ່ມີຂອບຂະໜາດໃຫຍ່, ດຶງດູດການລົງທຶນຢ່າງແຮງກວ່າ, ຈັດຕັ້ງຄືນພື້ນທີ່ຜະລິດ ແລະ ການບໍລິຫານຢ່າງເໝາະສົມ ແລະ ຍືນຍົງ.

ສສຊ ເຂດ 13 ສະເໜີໃຫ້ລັດຖະບານແກ້ໄຂຫລາຍບັນຫາຕິດພັນກັບການພັດທະນາເສດຖະກິດ-ສັງຄົມ

0

ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະ ພາແຫ່ງຊາດຊຸດທີ IX ບັນດາສະມາຊິກສະພາແຫ່ງຊາດໄດ້ສຸມໃສ່ປະກອບຄຳຄິດເຫັນໃສ່ບົດລາຍງານຂອງລັດຖະບານ ແລະ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂຫລາຍບັນຫາຢ່າງມີຈຸດສຸມ ໂດຍສະເພາະແມ່ນບັນຫາທີ່ເປັນຂໍ້ຄົງຄ້າງທີ່ກົດໜ່ວງຖ່ວງດຶງການພັດທະນາປະເທດຊາດໃນປັດ ຈຸບັນ. ການປະກອບຄຳຄິດເຫັນຂອງ ສສຊ ໂດຍລວມແມ່ນເຫັນດີເປັນເອກະພາບຕໍ່ຜົນສຳເລັດທີ່ລັດຖະບານຍາດມາໄດ້ໃນໄລຍະຜ່ານມາ.

ທ່ານ ສັນຍາ ປຣະເສີດ ສສຊ ເຂດເລືອກຕັ້ງທີ 13 ສະຫວັນນະເຂດ ໄດ້ປະກອບຄຳເຫັນວ່າ: ຕະຫລອດໄລຍະຜ່ານມາລັດຖະບານໄດ້ມີຄວາມພະ ຍາຍາມເຖິງວ່າຈະພົບບັນຫາສະພາບຫຍຸ້ງຍາກຫລາຍດ້ານກໍຕາມ, ແຕ່ລັດ ຖະບານກໍມີຄວາມຕັ້ງໃຈໃນການຄຸ້ມຄອງ ຊຸກຍູ້ ນຳພາ-ຊີ້ນຳ ໃນການພັດ ທະນາເສດຖະກິດ-ສັງຄົມ ເຊິ່ງມາຮອດປັດຈຸບັນເຫັນວ່າສະພາບເສດຖະກິດຄ່ອຍໆດີຂຶ້ນ. ຄຽງຄູ່ກັນນີ້, ສະເໜີໃຫ້ລັດຖະບານເອົາໃຈໃສ່ຕື່ມ ການຫັນເປັນທັນສະໄໝໃນວຽກງານການເກັບຄ່າທຳນຽມ ແລະ ຄ່າບໍລິການ ເຫັນວ່າຍັງມີອັນຊັກຊ້າ, ອັດຕາການເກັບຄ່າທຳນຽມຕ່າງໆ ທີ່ໄດ້ນຳໃຊ້ມາແຕ່ປີ 2021 ມາຮອດປັດຈຸບັນ 5 ປີແລ້ວ. ສະນັ້ນ, ສະເໜີລັດຖະບານພິຈາລະນາທົບທວນຄືນອັດຕາທີ່ໃຊ້ໃນປັດຈຸບັນເໝາະສົມແລ້ວບໍ່? ເນື່ອງຈາກວ່າປັດຈຸບັນມີຫລາຍສະພາບທີ່ມີການຫັນປ່ຽນໂດຍສະເພາະອັດຕາແລກປ່ຽນທີ່ເພີ່ມສູງຂຶ້ນແຕ່ຄ່າທຳນຽມຍັງເກັບຄືເກົ່າ, ປັດຈຸບັນຢູ່ເຂດລຽບຕາມຊາຍແດນ ມີການນຳເຂົ້າມາຈາກຕ່າງປະເທດຫລາຍພໍສົມຄວນ. ສະນັ້ນ, ໄດ້ສົ່ງຜົນເຮັດໃຫ້ລາຄາເຂົ້າຢູ່ພາຍໃນປະເທດລາຄາຕໍ່າລົງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊາວນາ,ຂໍໃຫ້ພາກສ່ວນກ່ຽວຂ້ອງກວດເບິ່ງຄວາມບໍ່ສົມດູນລະຫວ່າງຜູ້ຮັບຊື້ເຂົ້າ ແລະ ຊາວນາ; ພ້ອມກັນນັ້ນ ເພື່ອກຽມພ້ອມຮອງຮັບດ້ານຜົນຜະລິດ ເຂົ້າ ຂອງປະຊາຊົນ ເພື່ອຫລຸດຜ່ອນການເອົາປຽບຈາກພໍ່ຄ້າຄົນກາງ, ຫລຸດຜ່ອນການຂາຍເຂົ້າອອກຕ່າງປະເທດທີ່ບໍ່ຖືກລະບຽບ ແລະ ຮັກສາເຂົ້າໄວ້ບໍລິໂພກພາຍໃນໃຫ້ພຽງພໍ ແລະ ສະເໜີໃຫ້ທຸກພາກ ສ່ວນທີ່ກ່ຽວຂ້ອງກວດກາຊຸກຍູ້ບັນດາຫົວໜ່ວຍທຸລະກິດທີ່ເກັບຊື້ຜົນຜະ ລິດຂອງປະຊາຊົນ ເປັນຕົ້ນ ແມ່ນ ມັນຕົ້ນ, ສາລີ ແລະ ອື່ນໆ ເພື່ອບໍ່ໃຫ້ມີ ການເອົາປຽບດ້ານລາຄາລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ໃຫ້ລາຄາສົມເຫດສົມ ຜົນ.

ນອກຈາກນີ້, ສະເໜີໃຫ້ລັດຖະບານສຸມໃສ່ກໍ່ສ້າງຊັບພະຍາກອນມະ ນຸດເຖິງແມ່ນວ່າໄລຍະຜ່ານມາລັດຖະບານຈະມີຄວາມພະຍາຍາມສ້າງຫລາຍກໍຕາມ, ແຕ່ວ່າຍັງບໍ່ທັນສ້າງໄດ້ພະນັກງານທີ່ມີຄຸນນະພາບສູງຫລາຍເທົ່າທີ່ຄວນ ອີງຕາມຄວາມເປັນຈິງແລ້ວຢູ່ແຕ່ລະຂະແໜງການລ້ວນແລ້ວແຕ່ມີພະນັກງານທີ່ມີຄວາມຮູ້ຄວາມສາມາດສູງ, ແຕ່ພະນັກ ງານດັ່ງກ່າວບໍ່ໄດ້ນຳມາໃຊ້ເທົ່າທີ່ຄວນ. ສະນັ້ນ, ສະເໜີໃຫ້ລັດຖະບານຄົ້ນຄວ້າຍົກເງິນເດືອນໃຫ້ແກ່ພະນັກງານທີ່ມີຄວາມຮູ້ຄວາມສາມາດສູງເຮັດວຽກຢ່າງປະ ສິດທິພາບ ມີຄວາມຮັບຜິດຊອບສູງກວ່າພະນັກງານທີ່ເຮັດວຽກທົ່ວໄປຈະເປັນການກະຕຸ້ນໃຫ້ພະນັກງານມີການພັດທະນາຕົນເອງກາຍເປັນພະນັກ ງານທີ່ເກ່ັງໃນອະນາຄົດ.

ໂດຍ: ມາລີດາ

ຜົນໄດ້ຮັບຈາກການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024

0

ຜ່ານການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024 ຜ່ານມາ ເຮັດໃຫ້ຕົວເລກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໄດ້ທັງໝົດ 8.025.315 ເທື່ອຄົນ, ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 1,7 ຕື້ກວ່າໂດລາສະຫະລັດ ເຊິ່ງລາຍຮັບດັ່ງກ່າວ, ແມ່ນລາຍຮັບທີ່ກະຈາຍໄປຍັງພາກລັດ ແລະ ຜູ້ປະກອບການ ທີ່ຕິດພັນກັບການທ່ອງທ່ຽວ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2025 ນີ້ວ່າ: ໃນໄລຍະຜ່ານມາ ພັກ-ລັດຖະບານ ໄດ້ເອົາໃຈໃສ່ ແລະ ຊຸກຍູ້ວຽກງານ ການທ່ອງທ່ຽວ ໃຫ້ເປັນບຸລິມະສິດເສດຖະກິດປາຍແຫລມ ແນໃສ່ຊຸກຍູ້, ສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງຊາດ. ດັ່ງນັ້ນ, ໃນປີ 2024 ໂດຍອີງຕາມແຜນພັດທະນາ 5 ປີ (2021-2025) ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ລັດຖະບານ ຈຶ່ງໄດ້ອະນຸມັດໃຫ້ຈັດກິດຈະກຳປີທ່ອງທ່ຽວລາວ 2024 ເພື່ອໃຫ້ນະຄອນຫລວງ ແລະ ບັນດາແຂວງ ທົ່ວປະເທດ ສ້າງກິດຈະກໍາ ແລະ ຂະບວນການຕ່າງໆຕິດພັນກັບການທ່ອງທ່ຽວ ໃຫ້ມີຄວາມຟົດຟື້ນ ແນໃສ່ການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ.

ຜ່ານການຈັດຕັັ້ງປະຕິບັດຕົວຈິງ ເຮັດໃຫ້ຕົວເລກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວ ສປປ ລາວ ແມ່ນໄດ້ລື່ນຄາດໝາຍ ຖ້າທຽບໃສ່ ປີ 2023. ໃນນັ້ນ, ນັກທ່ອງທ່ຽວພາຍໃນ ມີ 3.904.483 ເທື່ອຄົນ ເພີ່ມຂຶ້ນເຖິງ 102%, ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 632 ລ້ານກວ່າໂດລາສະຫະ ລັດ, ນັກທ່ອງທ່ຽວສາກົນ ມີ 4.120.832 ເທື່ອຄົນ ເພີ່ມຂຶ້ນ 21% ສາມາດກະຈາຍລາຍຮັບໄດ້ເຖິງ 1,1 ຕື້ກວ່າໂດລາສະຫະລັດ ເຊິ່ງລາຍຮັບດັ່ງກ່າວ, ແມ່ນລາຍຮັບທີ່ກະຈາຍໄປຍັງພາກລັດ ແລະ ຜູ້ປະກອບການທຸກຂະໜາດທີ່ຕິດພັນກັບການທ່ອງທ່ຽວ.

ສະເພາະແຕ່ເດືອນມັງກອນ ເຖິງ ເດືອນມີນາ 2025 ສາມາດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ໄດ້ 1.262.035 ເທື່ອຄົນ, ເພີ່ມຂຶ້ນ 11% ທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຄາດຄະເນລາຍຮັບທີ່ກະຈາຍໃນສັງຄົມໄດ້ 426 ລ້ານກວ່າໂດລາສະຫະລັດ. ສໍາລັບ ນັກທ່ອງທ່ຽວພາຍໃນ ມີ 1.467.886 ເທື່ອຄົນ ເພີ່ມຂຶ້ນ 98,6% ທຽບໃສ່ໄລຍະດຽວກັນຂອງປີ 2024, ລາຍຮັບທີ່ກະຈາຍໃນສັງຄົມ 237 ລ້ານໂດລາສະຫະລັດ. ສໍາລັບນັກທ່ອງທ່ຽວ 10 ອັນດັບຕົ້ນທີ່ມາທ່ຽວ ສປປ ລາວ ມີ: ໄທ, ຈີນ (ເລື່ອນຈາກອັນດັບ 3 ໃນຫລາຍປີຜ່ານມາ ຂຶ້ນມາເປັນອັນດັບທີ 2), ຫວຽດນາມ, ສ .ເກົາຫລີ, ອາເມລິກາ, ຝຣັ່ງ, ຣັດເຊຍ, ອັງກິດ, ເຢຍລະມັນ ແລະ ຍີ່ປຸ່ນ ຕາມລຳດັບ.

ສຳລັບ ທິດທາງແຜນການໃນຕໍ່ໜ້າ ລັດຖະບານ ກໍຄື ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈະສຸມໃສ່ປັບປຸງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວບຸລິມະສິດ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງນັກທ່ອງທ່ຽວ ໃຫ້ມີຄວາມສະດວກ, ສະອາດ, ປອດໄພ, ປະທັບໃຈ, ໄດ້ມາດຕະຖານ ແລະ ມີຄວາມຍືນຍົງ; ຊຸກຍູ້ຜູ້ພັດທະນາສະຖານທີ່ທ່ອງທ່ຽວ ປັບປຸງກິດຈະກຳການທ່ອງທ່ຽວ ແລະ ການບໍລິການ ໃຫ້ມີຄວາມຫລາກຫລາຍ ໂດຍການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ແລະ ພາກເອກະຊົນຜູ້ທີ່ມີບົດຮຽນ ແລະ ປະສົບການ; ສຸມໃສ່ປັບປຸງການບໍລິຫານ-ຄຸ້ມຄອງ ບັນດາເມືອງທ່ອງທ່ຽວ ທີ່ເປັນແມ່ເຫລັກດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ໃຫ້ໄດ້ມາດຕະຖານຂອງ ສປປ ລາວ ແລະ ມາດຕະຖານສາກົນ; ສືບຕໍ່ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການ ຂອງຫົວໜ່ວຍທຸລະກິດການທ່ອງທ່ຽວ ໃນຂອບເຂດທົ່ວປະ ເທດ ໂດຍສຸມໃສ່ການປະເມີນ ແລະ ຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ ແລະ ມາດຕະຖານການທ່ອງທ່ຽວຂອງ ສປປ ລາວ ຮັບປະກັນສ້າງຄວາມປະທັບໃຈ ແລະ ມີຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ; ສຸມໃສ່ໂຄສະນາການທ່ອງທ່ຽວທີ່ເປັນຈຸດເດັ່ນຂອງ ສປປ ລາວ ໃຫ້ມີຫລາກຫລາຍຮູບແບບ ລວມທັງການໂຄສະນາຜ່ານສື່ຕ່າງໆ; ຮັບປະກັນຂໍ້ມູນຂ່າວສານການທ່ອງທ່ຽວທີ່ຖືກຕ້ອງ, ຊັັດເຈນ, ວ່ອງໄວ ເພື່ອໃຫ້ເຂົ້າເຖິງກຸ່ມຕະຫລາດເປົ້າໝາຍການທ່ອງທ່ຽວຢ່າງກວ້າງຂວາງ; ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ພັດທະນາລະບົບການຊໍາລະ ຜ່ານລະບົບທະນາຄານຂອງ ສປປ ລາວ ແນໃສ່ເຮັດໃຫ້ມີເງິນໝູນວຽນພາຍໃນປະເທດໃຫ້ຫລາຍຂຶ້ນ. ນອກຈາກນີ້, ຍັງຈະສືບຕໍ່ພັດທະນາການຫັນເປັນທັນສະໄໝ ໃນການກວດກາເອກະສານຕ່າງໆ ຢູ່ບັນດາດ່ານ ເພື່ອຫລຸດຜ່ອນຂັ້ນຕອນ, ສາມາດອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ມີຖານຂໍ້ມູນທີ່ລະອຽດຢູ່ໃນລະບົບ; ສືບຕໍ່ປະ ສານສົມທົບກັບພາກລັດ, ພາກທຸລະກິດທີ່ກ່ຽວຂ້ອງ ເພື່ອຈັດກິດຈະກໍາປູກຈິດສຳນຶກໃນວຽກງານທ່ອງທ່ຽວ ແລະ ກິດຈະກຳສົ່ງເສີມການທ່ອງທ່ຽວ ໃຫ້ເປັນຂະບວນຟົດຟື້ນ ໂດຍຕິດພັນກັບເທສະການ ແລະ ບຸນປະເພນີປະຈໍາຊາດ ແລະ ປະຈໍາທ້ອງຖິ່ນ ເພື່ອຈັດເຂົ້າໃນປະຕິທິນການທ່ອງທ່ຽວລາວ ປະຈໍາປີ 2025 ແລະ ປີຕໍ່ໆໄປ; ສືບຕໍ່ປະສານສົມທົບລະຫວ່າງສູນກາງ-ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງ ການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດໃນຂະແໜງການທ່ອງທ່ຽວໃນຂອບເຂດທົ່ວປະເທດ; ຄົ້ນຄວ້າສ້າງແຜນການສື່ສານ ແລະ ການກະກຽມຮັບມືກັບວິກິດການສໍາລັບຂະແໜງການທ່ອງທ່ຽວ ເພື່ອຮັບປະກັນດ້ານຄວາມປອດໄພ ແລະ ສາມາດຮັບມືໄດ້ຢ່າງທັນການ; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການນໍາໃຊ້ລະບົບອອກອະນຸຍາດ ດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວຜ່ານລະບົບທັນສະໄໝ ເພື່ອໃຫ້ການຄຸ້ມຄອງທຸລະກິດການທ່ອງ ທ່ຽວ ມີຄວາມເປັນເອກະພາບທົ່ວປະເທດ; ສືບຕໍ່ຊຸກຍູ້ບັນດາສະມາຄົມໃນຂະແໜງການທ່ອງທ່ຽວ ໃຫ້ມີການເຄື່ອນໄຫວຮ່ວມກັນກັບພາກທຸລະກິດຂອງບັນດາປະເທດໃກ້ຄຽງ ແນໃສ່ຂະຫຍາຍລາຍການທ່ອງທ່ຽວຮ່ວມກັບປະເທດໃກ້ຄຽງໃຫ້ຫລາຍຂຶ້ນ ແລະ ຈະສືບຕໍ່ປະສານສົມທົບກັບ ຂະແໜງ ການກ່ຽວຂ້ອງຂັ້ນສູນກາງ ເພື່ອຄົ້ນຄວ້ານະໂຍບາຍວີຊາ ໃຫ້ແກ່ນັກທ່ອງທ່ຽວກຸ່ມເປົ້າໝາຍ ໃຫ້ສອດຄ່ອງກັບນະ ໂຍບາຍຂອງປະເທດໃກ້ຄຽງ ກໍຄື ພາກພື້ນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ ແລະ ມີລາຍຮັບຫລາຍຂຶ້ນ.

ຂ່າວ: ທະນູທອງ

ແຈ້ງເຕືອນຝົນຕົກໜັກ, ດິນເຈືື່ອນ ແລະ ນ້ຳຖ້ວມຊຸ ປະຈຳວັນທີ 13 ມິຖຸນາ 2025

0

ຮ່ອງຄວາມກົດດັນອາກາດຕ່ຳ ຫລື ຮ່ອງຝົນ ຍັງພາດຜ່ານຢູ່ພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ຂອງປະເທດລາວ, ປ່ອງເຂົ້າສູ່ລົມພາຍຸໝຸນເຂດຮ້ອນ ວູທິບ (TS WUTIP) ຫົວທີ 1 ປະຈໍາປີ 2025, ປັດຈຸບັນກໍາລັງເຄືື່ອນທີ່ມາທາງທິດຕາເວັນຕົກ-ທິດຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ລຽບຕາມແຄມຝັ່ງຂອງປະເທດຫວຽດນາມ, ໃນເວລາ 7:00 ໂມງ ມີຈຸດສນກາງຢູ່ເສັ້ນຂະໜານທີ 18.3 ອົງສາເໜືອ ແລະ ເສັ້ນແວງທີ 108.3 ອົງສາຕາເວັນອອກ, ສົມທົບກັບລົມມລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢູ່ແຂວງພາກກາງ ແລະ ພາກໃຕ້. ຊື່ງໄດ້ເຮັດໃຫ້ລະດັບນ້ຳເພີ່ມຂື້ນສູງ: ອ່າງນ້ຳເຊກອງ ຢູ່ສະຖານີບ້ານມິດສໍາພັນ ເວລາ 07:00 ໂມງ ແທກໄດ້ 11,07 ແມັດ (ລະດັບນ້ຳເຂດເຕືອນໄພ 11,00 ແມັດ; ເຂດອັນຕະລາຍ 12,00 ແມັດ) ແລະ ອ່າງແມ່ນ້ຳເຊໂດນ ຢູ່ສະຖານີສຸວັນນະຄີລີ ລະດັບນ້ຳ ເວລາ 07:00 ໂມງ ຂອງມື້ນີ້ແທກໄດ້ 10.66 ແມັດ (ລະດັບນ້ຳເຂດເຕືອນໄພ 10,00 ແມັດ; ເຂດອັນຕະລາຍ 11,00 ແມັດ).

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊົນ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ອາໃສຢູ່ລຽບແຄມແມ່ນ້ຳເຊກອງ ໂດຍສະເພາະເຂດທີ່ຢູ່ພື້ນທີ່ໃກ້ຄຽງ ແລະ ມີລະດັບຕ່ຳກວ່າຈຸດສະຖານີເວີນແຄນ, ສະຖານີ ບ້ານເມືອງໃໝ່ ເມືອງສາມັກຄີໄຊ ແລະ ບ້ານມິດສໍາພັນ ເມືອງສະນາມໄຊ ແຂວງອັດຕະປື. ແມ່ນ້ຳເຊໂດນ ຈຸດສະຖານີເມືອງຄົງເຊໂດນ ແຂວງສາລະວັນ, ສະຖານີສຸວັນນະຄີລີ ເມືອງຊະນະສົມບູນ ແຂວງຈໍາປາສັກ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕໍ່ເນືື່ອງ ທີ່ອາດຈະເຮັດໃຫ້ເກີດນ້ຳຖ້ວມ ຊຶ່ງຈະເກີດຂຶ້ນໃນຊ່ວງວັນທີ 13-14 ມິຖຸນາ 2025. ພ້ອມກັນນັ້ນໃຫ້ຕິດຕາມຂ່າວພະຍາກອນ ແລະ ແຈ້ງເຕືອນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນືື່ອງ.

ເກີດອຸບັດເຫດເຮືອບິນຕົກຢູ່ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ290ຄົນ

0

ຕາມຂ່າວຈາກ CGTN, ເຮືອບິນໂດຍສານ ໂບອິງ-787ລຳໜຶ່ງ ຂອງບໍລິສັດ ການບິນ ຂອງອິນເດຍ ໄດ້ເກີດອຸບັດຕິເຫດຕົກ ພາຍຫລັງ ບິນຂຶ້ນຈາກ ລັດກູຈາຣັດ ທາງພາກຕາເວັນຕົກ ຂອງອິນເດຍ. ເຮືອບິນລຳດັ່ງກ່າວ ໄດ້ບັນທຸກ 242 ຄົນ. ນອກຈາກ ຜູ້ໂດຍສານ ແລະ ຈຸບິນແລ້ວ, ອຸບັດຕິເຫດຄັ້ງນີ້ ຍັງເຮັດໃຫ້ມີ ຜູ້ເສຍຊີວິດ ແລະ ບາດເຈັບ ຢູ່ພາກພື້ນດິນ ອີກດ້ວຍ. ຕາມຕົວເລກ ຂໍ້ມູນຫລ້າສຸດ ທີ່ເຈົ້າໜ້າທີ່ ຕຳຫລວດ ອິນເດຍ ເປີດເຜີຍໃຫ້ຮູ້ວ່າ: ອຸບັດຕິເຫດຄັ້ງນີ້ ໄດ້ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 290 ຄົນ. ທ່ານ ອາມິດ ຊາຣ ລັດຖະມົນຕີ ກະຊວງ ພາຍໃນອິນເດຍ ໄດ້ຢືນຢັນວ່າ: ຢູ່ເຮືອບິນທີ່ເກີດເຫດ ມີຜູ້ໂດຍສານ ລອດຊີວິດ ພຽງຄົນດຽວ, ພາກສ່ວນທີ່ກ່ຽວຂ້ອງ ພວມເກັບກຳຕົວຢ່າງ DNA ຂອງສະມາຊິກ ໃນຄົບຄົວຜູ້ໂດຍສານ ແລະ ຈຸບິນໃນເຮືອບິນ ດັ່ງກ່າວ ແລະຈະເປີດເຜີຍລາຍຊື່ຜູ້ເສຍຊີວິດ ພາຍຫລັງ ສຳເລັດການກວດກາDNA. ວັນທີ 13 ມິຖຸນານີ້, ກະຊວງ ການບິນ ພົນລະເຮືອນອິນເດຍ ໄດ້ປະກາດວ່າ ການຊອກຄົ້ນ ແລະ ຊ່ວຍເຫລືອ ຢູ່ສະຖານທີ່ເກີດອຸບັດຕິເຫດຄັ້ງນີ້ ໄດ້ສຳເລັດລົງແລ້ວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ