Tuesday, September 23, 2025
Home Blog Page 60

ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ສະບັບສ້າງໃໝ່

0

ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ບໍ່ວຽງ ຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສະບັບສ້າງໃໝ່) ທີ່ປະກອບມີ 10 ພາກ, 11 ໝວດ ແລະ 79 ມາດຕາ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄວາມຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວ, ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ໂດຍກຳນົດຫລັກການ, ລະບຽບການ, ມາດຕະການກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມກວດກາວຽກງານຄວາມປອດໄພໄຊເບີ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ປົກປ້ອງຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຮັບປະກັນ ຄວາມປອດໄພຂອງຂໍ້ມູນຂ່າວສານ.

ໂອກາດນີ້, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການສ້າງກົດໝາຍ ເພື່ອໃຫ້ສອດຄ່ອງ ກັບສະພາບຄວາມເປັນຈິງຂອງການພັດທະນາດ້ານເສດຖະກິດ-ສັງຄົມຂອງປະເທດ ເຮັດໃຫ້ການຄຸ້ມຄອງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ທັນກັບສະພາບການປ່ຽນແປງໃນແຕ່ລະໄລຍະ ແລະ ເພື່ອໃຫ້ສອດ ຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ກົດໝາຍສະບັບນີ້, ຍັງມີຄວາມສຳຄັນໃນການສ້າງກົນໄກໃນການຄຸ້ມຄອງ ແລະ ປົກປ້ອງຂໍ້ມູນຂ່າວສານ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ໃຊ້ບໍລິການໃຫ້ໄດ້ຮັບຄວາມເປັນທຳ ແລະ ປອດໄພ, ພ້ອມທັງສ້າງພື້ນຖານທາງກົດໝາຍໃນການແຕ່ງຕັ້ງ ແລະ ເຄື່ອນໄຫວຂອງ ລະ ບົບປະຕິບັດການຄວາມປອດໄພໄຊເບີ ແຫ່ງຊາດ ແລະ ຍົກປະສິດຕິພາບກົນໄກ ປະສານງານໃນການຕອບໂຕ້ເຫດສຸກເສີນໄຊເບີ ທີ່ຮ້າຍແຮງ. ນອກຈາກນີ້, ຍັງມີຄວາມຈຳເປັນໃນການກຳນົດມາດຕະການປ້ອງກັນ, ຕອບໂຕ້ເຫດ ການສຸກເສີນ ແລະ ກູ້ຄືນລະບົບໃນກໍລະນີເກີດໄພຄຸກຄາມໄຊເບີ, ສ້າງຂອບເຂດທາງກົດໝາຍ ສຳລັບການຂຶ້ນທະບຽນຄວາມປອດໄພໄຊເບີ ແລະ ການດໍາເນີນທຸລະກິດຄວາມປອດໄພໄຊເບີ, ກຳນົດສິດ ແລະ ພັນທະຂອງຜູ້ຂຶ້ນທະບຽນຄວາມປອດໄພໄຊເບີ, ຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການດ້ານຄວາມປອດໄພໄຊເບີ, ພ້ອມທັງສ້າງກົນໄກໃນການຄຸ້ມຄອງ ແລະ ກວດກາວຽກງານຄວາມປອດໄພໄຊເບີ. ການສ້າງກົດໝາຍສະບັບນີ້, ຈະຊ່ວຍໃຫ້ການຈັດຕັ້ງປະຕິບັດວຽກງານຄວາມປອດໄພໄຊເບີມີປະສິດທິພາບ ແລະ ປະສິດທິຜົນ, ປະກອບສ່ວນເຂົ້າໃນແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ພາຍຫລັງທີ່ກົດໝາຍສະບັບນີ້, ໄດ້ຜ່ານການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ, ຈະເປັນເຄື່ອງມືສໍາຄັນໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ປົກປ້ອງຄວາມປອດໄພໄຊເບີຂອງປະເທດ; ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມປອດໄພໄຊເບີພາຍໃນປະເທດ, ການເຊືອມໂຍງພາກພື້ນ ແລະ ສາກົນດ້ານດີຈິຕອນ ໂດຍສະເພາະ ການປົກປ້ອງໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສຳຄັນຂອງຊາດ, ພ້ອມທັງຮັບປະກັນການປົກປ້ອງສິດ ແລະ ຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການ. ນອກນີ້, ຍັງຈະສົ່ງເສີມການລົງທຶນຂອງຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນຂະແໜງ ການເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ໂດຍສະເພາະໃນດ້ານການບໍລິການຄວາມປອດໄພໄຊເບີ; ສ້າງກົນໄກໃນການຕອບໂຕ້ເຫດການສຸກເສີນໄຊເບີ ແລະ ການກູ້ຄືນລະບົບທີ່ມີປະສິດທິພາບ, ຜ່ານການຈັດຕັ້ງລະບົບປະຕິບັດການຄວາມປອດໄພໄຊເບີແຫ່ງຊາດ ແລະ ການປະສານງານຢ່າງມີປະສິດຕິພາບໃນການຕອບໂຕ້ເຫດສຸກເສີນໄຊເບີ, ຈະຊ່ວຍເພີ່ມຄວາມພ້ອມໃນການຮັບມືກັບໄພຄຸກຄາມທາງໄຊເບີ. ໃນຂະນະດຽວກັນ, ການເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມປອດໄພໄຊເບີໃຫ້ແກ່ສັງຄົມ, ຜ່ານການຝຶກອົບຮົມ ແລະ ການສ້າງຄວາມຮັບຮູ້ທີ່ກຳນົດໄວ້ໃນກົດໝາຍ, ຈະຊ່ວຍສ້າງວັດທະນະທໍາດ້ານຄວາມປອດໄພໄຊເບີ ໄດ້ຢ່າງກວ້າງຂວາງ.

ຂ່າວ: ກິດຕາ

ພາບ: ເກດສະໜາ

ບໍລິສັດ ລາວໂທລະຄົມ ( Lao telecom, TPlus, MmoneyX ) ລົງນາມການຮ່ວມມືກັບ “JAS” ເປີດແພັກເກັດພຣີເມຍຫຼີກອັງກິດ ຜ່ານ “Monomax” ໃຫ້ຄົນລາວເບິ່ງບານເຕະແບບລາຍເດືອນ

0

ສິ້ນສຸດການລໍຄອຍສໍາລັບແຟນບານເຕະ ພຣີເມຍລີກ ແລະ FA Cup ໃນປະເທດລາວ, ເຊີ່ງ ບໍລິສັດ ຈັສມິນ ອິນເຕີເນຊັ່ນນໍ ຈໍາກັດ (ມະຫາຊົນ) ຫຼື JAS ຜູ້ຖືລິຂະສິດການຖ່າຍທອດສົດບານເຕະພຣີເມຍຫຼີກ ແລະ FA Cup ຢ່າງເຕັມຮູບແບບ ທີ່ຄອບຄຸມທັງການຖ່າຍສົດ, ລີລັນ ແລະ ໄຮໄລທ໌ ໃນລະຫວ່າງ 6 ລະດູການ ຈາກປີ 2025, 2026 ຫາ ປິ 2030, 2031 ໃນ 3 ປະເທດ ຄື: ໄທ, ລາວ ແລະ ກຳປູເຈຍ ໄດ້ປະກາດການຮ່ວມມືຄັ້ງສຳຄັນຮ່ວມກັບ ກຸ່ມ ບໍລິສັດ ລາວໂທລະຄົມ ມະຫາຊົນ (Lao Telecom, TPlus, MmoneyX) ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ເຄືອຂ່າຍອັນດັບ 1 ຂອງປະເທດລາວ ໃນການເປັນພັນທະມິດແບບ Exclusive Strategic partnership ສໍາລັບການຖ່າຍທອດສົດບານເຕະ ພລີເມຍຫຼີກອັງກິດ (English Premier League- EPL) ແລະ ລາຍການ FA Cup ໃນປະເທດລາວ ຢ່າງເປັນທາງການ

ພິທີລົງນາມ MOU ໄດ້ຈັດຂຶ້ນ ວັນທີ 17 ມິຖຸນາ 2025 ທີ່ Jasmine International Tower ( ປະເທດໄທ ) ຕາງໜ້າ ກຸ່ມບໍລິສັດ ລາວໂທລະຄົມ ຮ່ວມລົງນາມໂດຍ ທ່ານ ນິວັດ ເຢັນກາຍ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ, ທ່ານ ທ່ອນແກ້ວ ສີຫາວົງ ຜູ້ອຳນວຍການ ບໍລິສັດ ທີພລັດດິຈິຕອນ ຈຳກັດ ຜູ້ດຽວ, ທ່ານ ຈັນທະລາ ບຸນນະຜົນ ຮອງອຳນວຍການ ບໍລິສັດ ລາວໂມບາຍມັນນີ ຈຳກັດ ຜູ້ດຽວ ແລະ ດຣ. ໂສຣັຊຍ໌ ອັດສະວະປະພາ ປະທານເຈົ້າໜ້າທີບໍລິຫານ ບໍລິສັດ ຈັສມິນ ອິນເຕີເນຊັ້ນນໍ ຈຳກັດ (ມະຫາຊົນ) ຫຼື JAS, ທ່ານ ນະວະມິນ ປຣະສົບເນດ ປະທານເຈົ້າໜ້າທີບໍລິຫານ ບໍລິສັດ ໂມໂນແມັກ ຈຳກັດ (ມະຫາຊົນ) ຫຼື MONO

ໃນການລົງນາມຄັ້ງນີ້ເປັນການຮ່ວມມືໄລຍະຍາວ ໂດຍ ກຸ່ມບໍລິສັດ ລາວໂທລະຄົມ ມະຫາຊົນ ເປັນຜູ້ໃຫ້ບໍລິການ ແລະ ຮັບຜິດຊອບໃນດ້ານການຕະຫຼາດທັງອອນລາຍ ແລະ ອອຟລາຍໃນປະເທດລາວ

ສໍາລັບແພັກເກັດບໍລິການຮັບຊົມບານເຕະ ທີ່ຈະເປີດໃຫ້ປະຊາຊົນລາວໃຊ້ງານ ແບບລາຍເດືອນ ລາຄາເປີດຕົວຢູ່ທີ່ (ປະມານ 8X,XXX ກີບ) ພ້ອມໂປຣໂມຊັ້ນພິເສດ ທົດລອງໃຊ້ຟຣີ 7 ມື້, ສະເພາະລູກຄ້າທີ່ສະໝັກໃໝ່ໃນຊ່ວງເປີດໂຕຢ່າງເປັນທາງການໃນວັນທີ 16 ສິງຫາ 2025, ຮັບຊົມຜ່ານແອັບພລິເຄຊັນ Monomax ເທົ່ານັ້ນ.

ພວກເຮົາ ຕັ້ງເປົ້າຖານສະມາຊິກຜູ້ໃຊ້ບໍລິການໃນປະເທດລາວ ຫຼາຍກວ່າ 500,000 ຜູ້ໃຊ້ງານ, ພ້ອມກັນນັ້ນຍັງເປັນການຍົກລະດັບປະສົບການຮັບຊົມບານເຕະລະດັບໂລກ ໃຫ້ເຂົ້າເຖິງກຸ່ມແຟນບານ ຄົນລາວໄດ້ຢ່າງຄວບຄຸມຫຼາຍທີ່ສຸດອີກດ້ວຍ.

ນາຍົກລັດຖະມົນຕີ ຢ້ຽມຢາມ ຈຸດສຸມຜາສັງ ເມືອງເຟືອງ

0

ວັນທີ 18 ມິຖຸນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຈຸດສຸມຜາສັງ ເມືອງເຟືອງ ແຂວງວຽງຈັນ, ໃຫ້ກຽດຕ້ອນຮັບຂອງ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ມີເຈົ້າເມືອງໆເຟືອງ, ການນຳພັກ-ລັດ ຈາກສູນກາງ, ຂັ້ນແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ທ່ານ ອາດ ວິໄລພົນ ປະທານກວດກາພັກ-ລັດເມືອງເຟືອງ ໄດ້ຕາງໜ້າລາຍງານສະພາບລວມຂອງຕົວເມືອງນ້ອຍຜາສັງ ເມືອງເຟືອງ ວ່າ: ຈຸດສຸມຜາສັງ ແມ່ນໜຶ່ງໃນຈຸດສຸມພັດທະນາຂອງແຂວງວຽງຈັນ ໄດ້ຖືກຮັບຮອງເປັນ ຕົວເມືອງນ້ອຍໃນຊົນນະບົດ ໃນວັນທີ 5 ມັງກອນ 2024, ມີ 10 ບ້ານຂຶ້ນກັບ, 156 ໜ່ວຍສາມັກຄີ, ມີ 2.415 ຄອບຄົວ, ພົນລະເມືອງ 14.265 ຄົນ, ຍິງ 7.049 ຄົນ, ມີ 5 ຊົນເຜົ່າຄື: ເຜົ່າລາວ, ເຜົ່າໄຕ, ເຜົ່າກຶມມຸ, ເຜົ່າມົ້ງ ແລະ ເຜົ່າອິວມ້ຽນ, ປະຊາຊົນສ່ວນຫລາຍຖືເອົາການປູກຝັງ-ລ້ຽງສັດ ອັນພົ້ນເດັ່ນແມ່ນ ການປູກເຂົ້າ, ໝາກເດືອຍ, ຢາງພາລາ, ລ້ຽງໄກ່ໄຂ່ ແລະ ສັດໃຫຍ່, ສະເລ່ຍເຂົ້າເປືອກຕໍ່ຫົວຄົນໄດ້ 900 ກວ່າກິໂລຕໍ່ປີ. ປັດຈຸບັນ, ຍັງມີຄອບຄົວບໍ່ພົ້ນທຸກ (ທຸກຍາກ) ຈຳນວນ 112 ຄອບຄົວ.

ໂອກາດນີ້ ທ່ານນາຍົກນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ພໍ່ແມ່ປະຊາຊົນ ຈົ່ງສືບຕໍ່ຮັກສາມູນເຊື້ອດຸໝັ່ນຂະຫຍັ່ນພຽນຂອງຕົນ ໃນການປູກຝັງ-ລ້ຽງສັດ ຕາມທ່າແຮງທີ່ມີ, ປູກໃຫ້ຫລາຍ ໃຫ້ກຸ້ມກິນ, ສ່ວນທີ່ເຫລືອກໍ່ສົ່ງອອກຈຳໜ່າຍເພື່ອສິນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວ ໃຫ້ມີຢູ່ມີກິນ ແລະ ກ້າວໄປເຖິງການຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ. ພ້ອມນີ້, ການຈັດຕັ້ງທີ່ກ່ຽວຂ້ອງກໍຕ້ອງໃຫ້ການສະໜັບໜູນ ໃນການຄົ້ນຫາແຫລ່ງທຶນຮອນ ເງິນກູ້ດອກເບ້ຍຕ່ຳ ສະໜອງໃຫ້ແກ່ປະຊາຊົນຕື່ມອີກ. ສຳລັບການຈັດບຸນປະເພນີຂອງເຜົ່າຕ່າງໆ ກໍຕ້ອງຢູ່ບົນພື້ນຖານຄວາມປະຢັດມັດທະຍັດຕາມຄວາມເໝາະສົມ.

ໂອກາດທີ່ມາຢ້ຽມຢາມໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ນຳເອົາອຸປະກອນ, ເຄື່ອງໃຊ້ຫ້ອງການມາມອບໃຫ້ຈຸດສຸມຜາສັງ ອີກດ້ວຍ.

ພະຍາກອນອາກາດ ເຊົ້າວັນທີ 19 ມິຖຸນາ 2025

0

ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນ, ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 19/06/2025 ຫາ ເວລາ 07 ໂມງ ຂອງວັນທີ 20/06/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 55% ຂອງພາກ. ອຸນຫະພູມໃນລະຫວ່າງ 19-30 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 22-33 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 26-36 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 24-35 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນຕອນເຊົ້າ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 21-31 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 25-34 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 15-26 ອົງສາ.

ພິທີປະກາດການຈັດຕັ້ງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ

0

……

ພິທີປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 18 ມິຖຸນາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເປັນປະທານ; ມີ ທ່ານ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ອະດີດລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ທ່ານ ລິນຄຳ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ອະດີດລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້), ທ່ານ ຜາຄໍາ ອິນແສງ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ບັນດາທ່ານຮອງລັດຖະມົນຕີ, ຄະນະພັກ, ຄະນະນໍາ ພ້ອມດ້ວຍສະມາຊິກພັກ, ພະນັກງານຫຼັກແຫຼ່ງທັງໝົດຂອງກະຊວງກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລິນຄໍາ ດວງສະຫວັນ ໄດ້ລາຍງານໃຫ້ຊາບກ່ຽວກັບການກະກຽມ ແລະ ດຳເນີນການປັບປຸງກົງຈັກການຈັດຕັ້ງ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມມະຕິກອງປະຊຸມ ສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ການປັບປຸງກົງຈັກການຈັດຕັ້ງ ຂອງລັດຖະບານ ສະບັບເລກທີ 05/ສພຊ, ລົງວັນທີ 20 ມີນາ 2025 ຊຶ່ງໄດ້ໂຮມເອົາກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກຳ ແລະ ປ່າໄມ້ ເອີ້ນວ່າ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຜ່ານການດໍາເນີນການຄົ້ນຄວ້າ ປັບປຸງກົງຈັກການຈັດຕັ້ງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ດ້ວຍຄວາມຮັບຜິດຊອບສູງ ພາຍໃຕ້ການນຳພາ-ຊີ້ນຳ ຢ່າງໃກ້ຊິດ ຂອງຄະນະຮັບຜິດຊອບ ປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ແລະ ການຕົກລົງເຫັນດີຂອງຄະນະພັກຂັ້ນເທິງ ໄດ້ຄົ້ນຄວ້າໂຮມ ແລະ ສັບຊ້ອນ ວຽກງານຈຳນວນໜຶ່ງຄືນໃໝ່ ຕາມທິດກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ, ໄດ້ດໍາເນີນຕາມຂັ້ນຕອນຂອງຄໍາແນະນໍາ ແລະ ນິຕິກໍາຕ່າງໆ ເປັນຕົ້ນ: ແຕ່ງຕັ້ງຄະນະຮັບ ຜິດຊອບປັບປຸງກົງຈັກການຈັດຕັ້ງທັງສອງກະຊວງ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ບັນດາມະຕິ, ຄໍາແນະນໍາ, ແຈ້ງການ, ສຶກສາອົບຮົມການເມືອງແນວຄິດ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ປັບປຸງຮ່າງດໍາລັດວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ເກັບກໍາສັງລວມຂໍ້ມູນ, ສະຖິຕິບຸກຄະລາກອນ, ການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນ, ດໍາເນີນຊີວິດການເມືອງຂອງຄະນະບໍລິຫານງານພັກຂອງສອງກະຊວງ ເພື່ອສະຫຼຸບຕີລາຄາ ການນໍາພາຊີ້ນໍາຮອບດ້ານ; ທັງສອງກະຊວງ ຍັງໄດ້ຈັດກອງປະຊຸມສະຫຼຸບວຽກງານຂອງຕົນໃນໄລຍະຜ່ານມາ ພ້ອມດຽວກັນນີ້ ພະນັກງານທີ່ໂຮມຈາກ 2 ກະຊວງ ມີທັງໝົດ 2,327 ຄົນ, ຍິງ 931 ຄົນ (ບໍ່ໄດ້ລວມເອົາພະນັກງານ-ລັດຖະກອນ ສັງກັດຢູ່ທ້ອງຖິ່ນ) ຊຶ່ງໃນນີ້ ໄດ້ໂຮມກົມຊ່ວຍໜູນຂອງສອງກະຊວງ ເຂົ້າກັນ; ໂຮມກົມວິຊາການ ແລະ ທຽບເທົ່າ ທີ່ມີໜ້າວຽກຄ້າຍຄືກັນ ເຂົ້າກັນ; ຊັບຊ້ອນວຽກງານຂອງກົມຈໍານວນໜຶ່ງຄືນໃໝ່ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງຄ່ອງຕົວ; ການປັບປຸງກົງຈັກການຈັດຕັ້ງຂອງກະຊວງ ແມ່ນໄດ້ສໍາເລັດຂັ້ນພື້ນຖານ ແລະ ໄດ້ກຳນົດໂຄງປະກອບກົງຈັກການຈັດຕັ້ງ ປະກອບມີ 18 ຫົວໜ່ວຍຂັ້ນກົມ ແລະ 9 ຫົວໜ່ວຍວິຊາການ ລະດັບສອງ.

ທ່ານ ຜາຄໍາ ອິນແສງ ໄດ້ຕາງໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ຂຶ້ນຜ່ານບັນດານິຕິກໍາຕ່າງໆທີ່ສໍາຄັນຈໍານວນໜຶ່ງ ເປັນຕົ້ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່; ລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການຍົກຍ້າຍສະມາຊິກລັດຖະບານ; ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກກະຊວງ; ລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍແຕ່ງຕັ້ງສະມາຊິກລັດຖະບານ; ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງອົງຄະນະພັກກະຊວງ; ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກກະຊວງ; ແລະ ຜ່ານແຈ້ງການຂອງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ກ່ຽວກັບການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ, ຕີລາຄາສູງຕໍ່ຜົນສຳເລັດ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທັງສອງກະຊວງໃນໄລ ຍະຜ່ານມາ. ຕໍ່ກັບການປະກາດການຈັດຕັ້ງເທື່ອນີ້ ກໍແມ່ນໜຶ່ງໃນການປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນ ພາຍໃນພັກ-ລັດ, ພະນັກງານ ທີ່ມີຕຳແໜ່ງບໍລິຫານ ໃຫ້ຖືກຕ້ອງຕາມທິດນຳຂອງພັກທີ່ວ່າ: ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈຳການ ຕາມເງື່ອນໄຂຕົວຈິງ ພ້ອມທັງໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມ ຈົ່ງມີຄວາມອຸ່ນອ່ຽນທຸ່ນທ່ຽງ, ບໍ່ວ່າເວລາໃດ ກໍບໍ່ໃຫ້ຫວັ່ນໄຫວຄອນແຄນ, ໃຫ້ເຊື່ອໝັ້ນຕົນເອງ ແລະ ການຈັດຕັ້ງ, ຕັ້ງໜ້າປະກອບ ສ່ວນເຂົ້າໃນໜ້າທີ່ວຽກງານ ທີ່ພັກ-ລັດ ມອບໝາຍໃຫ້ເປັນປົກກະຕິ, ເຮັດວຽກຢູ່ບ່ອນໃດ ກໍແມ່ນເຮັດໜ້າທີ່ລວມ ໃຫ້ແກ່ພັກ-ລັດ ແລະ ຮັບໃຊ້ປະຊາຊົນຄືເກົ່າ ບໍ່ວ່າຈະໂຮມ, ໂອນວຽກ ຫຼື ກົງຈັກ. ການປັບປຸງກົງຈັກການຈັດຕັ້ງ ແມ່ນຖືເປັນວຽກປົກກະຕິ, ແມ່ນໜ້າທີ່ຂອງໝົດທຸກຄົນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງໄດ້ສາມັກຄີ, ຮ່ວມມືກັນ, ເພື່ອເຮັດໃຫ້ພາຍຫຼັງການປັບປຸງຄັ້ງນີ້ ຮັບປະກັນໄດ້ຄວາມສະຫງົບ, ບໍ່ມີບັນຫາຫຍຸ້ງຍາກເກີດຂຶ້ນ ແລະ ໄປຕາມທິດທາງທີ່ພັກ ແລະ ຂັ້ນເທິງກຳນົດໄວ້, ຮັບປະກັນໄດ້ຄວາມສະຫງົບ, ສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຂະແໜງການຕົນ ບໍ່ໃຫ້ມີການຖົດຖອຍ.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມີຄໍາເຫັນເນັ້ນໜັກ ຕື່ມບາງດ້ານ ຄື: ໃຫ້ສືບຕໍ່ຕັ້ງໜ້າເສີມຂະຫຍາຍບົດບາດການນໍາພາຂອງຄະນະພັກ, ຄະນະນຳແຕ່ລະຂັ້ນ, ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ໃຫ້ກຳແໜ້ນ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດ, ເປັນຕົ້ນແມ່ນ ວຽກງານກໍ່ສ້າງຄຸ້ມຄອງ ແລະ ນໍາໃຊ້ພະນັກງານໃຫ້ຖືກຕ້ອງ, ສ້າງພະນັກງານໃຫ້ທັນ ກັບການຂະຫຍາຍຕົວຂອງສະພາບການໃນປັດຈຸບັນ; ຍົກສູງຄວາມຮັບຜິດຊອບໃນການຊຸກຍູ້ ແລະ ຕິດຕາມ ການປັບປຸງກົງຈັກການຈັດຕັ້ງ ໃນຂະແໜງການຕົນ ໃນທົ່ວລະບົບການເມືອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມທິດກົງຈັກກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ ແລະ ເຄື່ອນໄຫວມີປະສິດທິພາບ; ຕ້ອງຍົກສູງຄວາມເປັນເຈົ້າການ ຫັນແນວທາງນະໂຍບາຍຂອງພັກ ມາເປັນໂຄງການ, ແຜນການ-ແຜນງານ ພ້ອມທັງສ້າງ ແລະ ປັບປຸງກົດໝາຍ, ລະບຽບການບໍລິຫານລັດ ໃຫ້ແທດເໝາະສອດຄ່ອງຕາມພາລະບົດບາດ, ໜ້າທີ່ ແລະ ການຈັດຕັ້ງຂອງຂະແໜງການໃໝ່; ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ຄວາມເປັນເອກະພາບພາຍໃນຕ້ອງສູງ, ແບບແຜນວິທີເຮັດວຽກຕ້ອງລວມສູນ, ຄົບຖ້ວນຕາມຫຼັກການນໍາພາຂອງພັກ, ບໍ່ຫຼີກ ແລະ ບໍ່ໂຍນຄວາມຮັບຜິດຊອບ, ໜ້າວຽກທີ່ສໍາຄັນ ຕ້ອງເອກະພາບພາຍໃນໝູ່ຄະນະ ທັງຕິດຕາມກວດກາ ປະເມີນຜົນເປັນແຕ່ລະໄລຍະ ເພື່ອພ້ອມກັນແບກຫາບໜ້າທີ່ອັນໜັກໜ່ວງ ທີ່ພັກ-ລັດ ມອບໝາຍໃຫ້; ສືບຕໍ່ເພີ່ມທະວີການຮ່ວມມືກັບຕ່າງປະເທດ ໂດຍສະເພາະ ບັນດາປະເທດເພື່ອນມິດຍຸດທະສາດ ເປັນຕົ້ນແມ່ນ ສສ ຫວຽດນາມ, ສປ ຈີນ ແລະ ການຮ່ວມມືອາຊຽນ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາອື່ນໆ ທີ່ຍັງສືບຕໍ່ໃຫ້ການສະໜັບສະໜູນ ບົນພື້ນຖານແນວທາງການຕ່າງປະເທດ ອັນຖືກຕ້ອງຂອງພັກ; ເອົາໃຈໃສ່ກະກຽມ ແລະ ສຸມໃສ່ສ້າງຂະບວນການ ໃຫ້ເປັນຂະບວນຟົດຟື້ນ ຕິດພັນກັບການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງພັກ ຂອງຊາດ, ກະກຽມດ້ານບຸກຄະລາກອນ ແລະ ດ້ານເນື້ອໃນໃຫ້ສໍາເລັດ ເພື່ອເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ຂອງພັກ ມີປະສິດທິພາບ ແລະ ປະສິດທິຜົນ.

(ຂ່າວ: ຫສນຍ, ພາບ: ກະຊວງກະສິກໍາ ແລະ ສິ່ງແວດລ້ອມ)

ປະກາດການຈັດຕັ້ງ ພາຍຫລັງ ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງ ອຄ

0

ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ ຈັດ ພິທີປະກາດການຈັດຕັ້ງ ກະຊວງອຸດສາຫະກໍາ ແລະ ການຄ້າ(ໃໝ່) ໃນວັນທີ 18 ມິຖຸນາ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຜູ້ນໍາພາ-ຊີ້ນໍາການໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະ ຊວງພະລັງງານ ແລະ ບໍ່ແຮ່, ມີການນໍາພັກ-ລັດ, ຄະນະນໍາກະຊວງ, ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ມະໄລທອງ ກົມມະສິດ ໄດ້ຜ່ານບົດລາຍງານກ່ຽວກັບການກະກຽມ ແລະ ດໍາເນີນການປັບປຸງກົງຈັກການຈັດຕັ້ງໃນໄລຍະຜ່ານມາ ແລະ ທິດທາງແຜນການ ເຄື່ອນໄຫວໃນຕໍ່ໜ້າ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ໃໝ່ ສາມາດເຄື່ອນໄຫວຕາມສິດ ແລະ ພາລະບົດບາດ ໃນການປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນ.

ໃນພິທີ ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນິວົງ ຮອງລັດຖະມົນຕີ ກະຊວງປ້ອງການຄວາມສະຫງົບ, ຕາງໜ້າໜ່ວຍງານຂອງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຂຶ້ນຜ່ານມະຕິກົມການ ເມືອງສູນກາງພັກ ແລະ ລັດຖະດໍາລັດ ວ່າດ້ວຍ ແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ເປັນເລຂາຄະນະບໍລິຫານງານພັກ, ເປັນລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມະຕິຂອງຄະນະເລຂາທິການສູນກາງພັກວ່າດ້ວຍການສ້າງຕັ້ງອົງຄະນະພັກ ອຄ; ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກກະຊວງ ອຄ ເຊິ່ງປະກອບມີ 11 ສະຫາຍຄື: ສະຫາຍ ມະໄລທອງ ກົມມະສິດ ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ອຄ, ສະຫາຍ ຈັນສະແຫວງ ບຸນຍົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ອຄ, ສະຫາຍ ຈັນທະບູນ ສຸກອາລຸນ ກໍາມະການຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງ ອຄ, ສະຫາຍ ມະໂນທອງ ວົງໄຊ ກໍາມະການຄະນະພັກ, ຮອງລັດຖະມົນຕີກະຊວງ ອຄ, ສະຫາຍ ນາງ ແສງເດືອນ ວົງອິນ ກໍາມະການຄະນະພັກ, ສະຫາຍ ພຸດທະວັນ ນັນທະວົງ ກໍາມະການຄະນະພັກ, ສະຫາຍ ທ່ານ ບົວວັນ ວິລະວົງ ກໍາມະການຄະນະພັກ, ສະຫາຍ ທ່ານ ໄຊສົມເພັດ ນໍລະສິງ ກໍາມະການຄະນະພັກ, ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ກໍາມະການຄະນະພັກ, ສະຫາຍ ໄຊຊະນະ ໄຊຍະກອນ ກໍາມະການຄະນະພັກ ແລະ ສະຫາຍ ອະພິສິດ ແສງສຸລິວົງ ກໍາມະການຄະນະພັກ.

ພ້ອມນີ້, ຍັງໄດ້ແຕ່ງຕັ້ງ ຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ຫົວໜ້າສະຖາບັນ ຕື່ມອີກ.

ຄຈສພ ປັບປຸງການຈັດຕັ້ງ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ

0

ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ ຄຈສພ ໄລຍະຜ່ານມາ ແລະ ປັບປຸງການຈັດຕັ້ງ ພາຍໃນສຳນັກງານຈຳນວນໜຶ່ງ ຂຶ້ນໃນວັນທີ 16 ມິຖຸນາຜ່ານມາ ຢູ່ທີ່ສະໂມສອນ ຄຈສພ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວສໍານັກງານ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະກອງປະຊຸມ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ໄລຍະຜ່ານມາ ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ວາງທິດທາງແຜນການໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ເຜີຍແຜ່ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍຸບເລີກອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 540/ຄລສພ, ລົງວັນທີ 12 ມິຖຸນາ 2025; ແຈ້ງການກ່ຽວກັບການຮັບຮອງເອົາການອອກພັກການ-ຮັບອຸດໜູນບໍານານຂອງພະນັກງານ ຄຈສພ ສະບັບເລກທີ 642/ຄຈສພ, ລົງວັນທີ 12 ມິຖຸນາ 2025 ຈໍານວນ 10 ສະຫາຍ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ຄຈສພ ເລກທີ 25/ຄປພ. ຄຈສພ ລົງວັນທີ 16 ມິຖຸນາ 2025 ວ່າດ້ວຍການສັບຊ້ອນພະນັກງານ ກົມໂຄສະນາກໍ່ສ້າງພັກ-ພະນັກງານ ຮັບໜ້າທີ່ໃໝ່ພາຍໃນ ຄຈສພ.

ລາຍຊື່ພະນັກງານອອກພັກການ-ຮັບອຸດໜູນບໍານານ 10 ສະຫາຍ ມີດັ່ງນີ້:

1. ສະຫາຍ ທອງຈັນ ໂຂງພູມຄຳ ກຳມະການປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,

2. ສະຫາຍ ຄຳປ່ຽນ ແກ້ວສໍລະສິງ ກຳມະການຄະນະພັກ ຫົວໜ້າກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ,

3. ສະຫາຍ ນາງ ສີບານ ສີສະອາດ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ,

4. ສະຫາຍ ນາງ ວິໄລວັນ ເພັງສະຫວັດ ຫົວໜ້າສູນພັດທະນາວຽກງານຈັດຕັ້ງ,

5. ສະຫາຍ ນາງ ວິໄລ ອຸ່ນມີໄຊ ຮອງຫົວໜ້າສູນພັດທະນາວຽກງານຈັດຕັ້ງ,

6. ສະຫາຍ ນາງ ແກ້ວໃຈ ແສງມີໄຊ ຮອງຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ,

7. ສະຫາຍ ທອງຈັນຊະ ຢ່າທໍ່ຕູ້ ຮອງຫົວໜ້າສູນພັດທະນາວຽກງານຈັດຕັ້ງ,

8. ສະຫາຍ ບັນນາວົງ ດ້ວງປັນຍາ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ,

9. ສະຫາຍ ຄໍາສອນ ສຸເທບມະນີ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ,

10. ສະຫາຍ ວຽງສະອາດ ຈິດຕິລາດ ຮອງຫົວໜ້າກົມກໍ່ສ້າງພັກ.

ສັບຊ້ອນພະນັກງານ ກົມໂຄສະນາກໍ່ສ້າງພັກ-ພະນັກງານ ຮັບໜ້າທີ່ໃໝ່ ພາຍໃນຄະນະຈັດຕັ້ງສູນກາງພັກ ຈໍານວນ 16 ສະຫາຍ ດັ່ງນີ້: ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງການ ຄຈສພ ມີ 10 ສະຫາຍ ຄື:

1. ສະຫາຍ ຄອນຄໍາ ໂສລັດຕະນະວົງ ຮອງຫົວໜ້າກົມ,

2. ສະຫາຍ ນາງ ຄໍາສະຫວັນ ພົມມະວົງ ຫົວໜ້າພະແນກ,

3. ສະຫາຍ ເຄນດີ ທໍາມະວອນ ຫົວໜ້າພະແນກ,

4. ສະຫາຍ ນາງ ແສງແກ້ວ ພົມມະວົງ ຮັກສາການຫົວໜ້າພະແນກ,

5. ສະຫາຍ ນາງ ລັດດາວັນ ສີຫານຸວົງ ຮອງຫົວໜ້າພະແນກ,

6. ສະຫາຍ ແສງອາລຸນ ຈັນທາທອນ ຮອງຫົວໜ້າພະແນກ,

7. ສະຫາຍ ນາງ ວິລະສະໄໝ ບົດບຸນມີ ວິຊາການ,

8. ສະຫາຍ ນາງ ພິດສະໄໝ ວິໄລຮັກ ວິຊາການ,

9. ສະຫາຍ ບານ ມູນປະເສີດ ວິຊາການ,

10. ສະຫາຍ ນາງ ອານຸລັກ ຈິດຕິລາດ ວິຊາການ.

ໄປຮັບໜ້າທີ່ໃໝ່ຢູ່ ສະຖາບັນຄົ້ນຄວ້າວຽກງານຈັດຕັ້ງ ແລະ ການປົກຄອງ 3 ສະຫາຍ ຄື:

1. ສະຫາຍ ນາງ ແກ້ວຕາ ພັນດານຸວົງ ຮອງຫົວໜ້າກົມ,

2. ສະຫາຍ ນາງ ຈັນອາລີຈິດ ສໍພາບມີໄຊ ວິຊາການ,

3. ສະຫາຍ ສໍສົດໃສ ດວງປັນຍາ ວິຊາການ. ໄປຮັບໜ້າທີ່ໃໝ່ຢູ່ກົມກໍ່ສ້າງພະນັກງານ 2 ສະຫາຍ ຄື:

1. ສະຫາຍ ນາງ ແສງວອນ ແກ້ວນີນັນລັດ ຫົວໜ້າພະແນກ,

2. ສະຫາຍ ພອນສະຫວັນ ລາດຊະບັນເທົາ ວິຊາການ. ໄປຮັບໜ້າທີ່ໃໝ່ຢູ່ກົມຄຸ້ມຄອງພະນັກງານ 1 ສະຫາຍ ຄື: ສະຫາຍ ນາງ ແສງຄໍາ ຈິດຕະວົງ ວິຊາການ.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງ ແລະ ບຸກຄົນ ທີ່ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ລວມທັງບັນດາສະຫາຍ ທີ່ໄດ້ຮັບນະໂຍບາຍອອກພັກການ-ຮັບອຸດໜູນບຳນານ ໄດ້ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ໄດ້ທຸ້ມເທເຫື່ອແຮງ, ສຸມສະຕິປັນຍາ, ຄວາມຮູ້-ຄວາມສາມາດ ຜ່ານຜ່າຄວາມຫຍຸ້ງຍາກ ປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ ປະກອບສ່ວນເຂົ້າໃນພາລະກິດລວມຂອງພັກ ຂອງຊາດ ກໍຄືຂອງ ຄຈສພ ມາໂດຍຕະຫຼອດ. ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ-ພະນັກງານ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຕົນ ສືບຕໍ່ເສີມຂະຫຍາຍດ້ານທີ່ຕັ້ງໜ້າ ຮັບປະກັນເຮັດຫຼ້ອນໜ້າທີ່ອັນມີກຽດສະຫງ່າຕາມການມອບໝາຍ.

(ແຫຼ່ງຂ່າວ: ຄຈສພ)

ທູດຫວຽດນາມ ປະຈຳລາວ ພົບປະສື່ມວນຊົນລາວ-ຫວຽດນາມ

0

ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ຈັດງານພົບປະອົງການຄຸ້ມຄອງວຽກງານສື່ມວນຊົນ, ສື່ມວນຊົນລາວ ແລະ ສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດ ນາມປະຈຳລາວ ຄັ້ງທຳອິດ ໃນວັນທີ 17 ມິຖຸນາ 2025 ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສະ ຖານທູດ ກັບບັນດາອົງການຂ່າວສານ ກໍຄື ອົງການສື່ມວນຊົນລາວ ແລະ ອົງການສື່ມວນຊົນຫວຽດ ນາມ ປະຈໍາລາວ.

ໃນໂອກາດນີ້, ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ການພົບປະຄັ້ງນີ້, ມີຄວາມໝາຍຄວາມສຳຄັນໃນການແລກປ່ຽນບົດຮຽນກ່ຽວກັບວຽກສື່ມວນຊົນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ທັງເປັນການປະກອບສ່ວນຮັດແໜ້ນນໍ້າໃຈ, ການພົວພັນສະໜິດຕິດແໜ້ນລະຫວ່າງສະຖານທູດ, ບັນດາອົງການອ້ອມຂ້າງສະຖານທູດ ແລະ ບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມ ປະຈຳ ສປປ ລາວ ກັບບັນດາອົງການຄຸ້ມຄອງວຽກງານສື່ມວນຊົນ ແລະ ອົງການສື່ມວນຊົນຂອງລາວ, ທັງເປັນໂອກາດປຶກສາຫາລື ບັນດາມາດຕະການສືບຕໍ່ປະສານສົມທົບ ຢ່າງແໜ້ນແຟ້ນກວ່າເກົ່າ ໃນວຽກງານໂຄສະນາ, ກໍານົດທິດຫາງສຽງ ແລະ ອື່ນໆ.

ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ)ໄດ້ກ່າວວ່າ: ໄລຍະຜ່ານມາ ພັກ, ລັດຖະບານຫວຽດນາມ ໄດ້ຊ່ວຍເຫລືອກໍ່ສ້າງບຳລຸງຊັບພະຍາກອນມະ ນຸດຂອງ ສປປ ລາວ, ຈັດຝຶກອົບຮົມໄລຍະສັ້ນ, ໄລຍະຍາວໃຫ້ພະນັກງານວິຊາການ ແລະ ການນຳ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ. ໃນນັ້ນ, ກໍໄດ້ຊ່ວຍເຫລືອກໍ່ສ້າງສື່ມວນຊົນຂອງ ສປປ ລາວ ດ້ານຄວາມຮູ້ຄວາມສາມາດ, ດ້ານເຕັກນິກ ແລະ ວັດຖຸອຸປະກອນຮັບໃຊ້ຕ່າງໆ. ບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ໄດ້ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ, ເຂົ້າສູ່ລວງເລິກ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອການພັດທະນາຂອງສອງຝ່າຍໃຫ້ນັບມື້ມີປະສິດທິຜົນຍິ່ງຂຶ້ນ; ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນ, ວິຊາການ, ຂໍ້ມູນຂ່າວສານທີ່ກ່ຽວ ຂ້ອງເຖິງວຽກງານສອງຝ່າຍ ຕາມແຜນການຮ່ວມມືຂອງສອງກົມການເມືອງສອງພັກ ໄດ້ຕົກລົງຮັບຮອງເອົາ. ອົງການສື່ມວນຊົນຂອງລາວ ແລະ ຫວຽດນາມ ກໍໄດ້ມີການພົວພັນກັນຢ່າງສະໜິດແໜ້ນ ເຊັ່ນ: ໜັງສືພິມປະຊາຊົນ ຮ່ວມມືກັບ ໜັງສືພິມ ເຢິນເຢິນ; ວາລະສານອະລຸນໃໝ່ ຮ່ວມມືກັບ ວາລະສານກົງສ້ານ(ວາລະສານກອມມູນິດ) ຫວຽດນາມ; ສຳນັກຂ່າວສານປະເທດລາວ ຮ່ວມມືກັບ ສຳນັກຂ່າວ ສານຫວຽດນາມ; ໂທລະພາບແຫ່ງຊາດລາວ ຮ່ວມມືກັບ VTV ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມມືກັບ ວິທະຍຸແຫ່ງຊາດ ຫວຽດນາມ(VOV).

ໃນການພົບປະຄັ້ງນີ້, ຍັງໄດ້ຈັດພິທີມອບ-ຮັບໃບຍ້ອງຍໍຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ບຸກຄົນຄື: ສະຫາຍ ໂດ້ບ໋າແທ່ງ ນັກຂ່າວ ສໍານັກຂ່າວສານຫວຽດນາມ ປະຈໍາລາວ ແລະ ສະຫາຍ ຫງວຽນຫງອກເຟືອງ ຫົວໜ້າສຳນັກ ງານຜູ້ຕາງໜ້າ ໂທລະພາບແຫ່ງຊາດຫວຽດນາມ(VTV) ປະຈໍາລາວ. ພ້ອມກັນນັ້ນ, ກໍຈະມອບໃບຍ້ອງຍໍຂອງທ່ານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໃຫ້ສໍານັກງານຜູ້ຕາງໜ້າຂອງອົງການສື່ມວນຊົນຫວຽດນາມປະຈຳ ສປປ ລາວ ຄື: ສຳນັກຂ່າວສານຫວຽດນາມ, ໜັງສືພິມ ເຢິນເຢິນ, ໂທລະພາບແຫ່ງຊາດຫວຽດນາມ ແລະ ວິທະຍຸແຫ່ງຊາດ ຫວຽດນາມ ປະຈໍາລາວ ທີ່ມີຜົນງານໃນການປະສານສົມທົບຢ່າງມີປະສິດທິຜົນກັບ ສະຖານທູດຫວຽດນາມ ປະຈໍາລາວ ໃນວຽກງານຂໍ້ມູນຂ່າວສານການຕ່າງປະເທດອີກດ້ວຍ.

ຂ່າວ: ສຸກສະຫວັນ

ພາບ: ສໍານັກຂ່າວສານຫວຽດນາມປະຈໍາລາວ

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມສຸດຍອດ ຈີນ-ອາຊີກາງ ຄັ້ງທີ 2 ພ້ອມທັງກ່າວຄຳປາໄສ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ:

ຕອນບ່າຍວັນທີ 17 ມິຖຸນານີ້ ຕາມເວລາທ້ອງຖິ່ນ, ກອງປະຊຸມສຸດຍອດ ຈີນ-ອາຊີກາງ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ຫໍເອກະລາດ ທີ່ນະຄອນຫລວງອັສຕານາ ຂອງກາຊັກສະຖານ. ທ່ານ ຄາຊິມໂຈມັດ ໂຕຄາເຢັຟ ປະທານາທິບໍດີ ກາຊັກສະຖານ ເປັນເຈົ້າພາບຈັດກອງປະຊຸມ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍປະມຸກລັດ ຈາກປະເທດຕ່າງໆໄດ້ເຂົ້າຮ່ວມກອງປະຊຸມ.

ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສທີ່ມີຫົວຂໍ້ວ່າ: “ສົ່ງເສີມນ້ຳໃຈ ຈີນ-ອາຊີກາງ ເພື່ອຊຸກຍູ້ໃຫ້ການຮ່ວມມືໃນພາກພື້ນໄດ້ຮັບການພັດທະນາດ້ວຍຄຸນນະພາບສູງ”. ທ່ານ ກ່າວເນັ້ນວ່າ: ໃນທາງປະຕິບັດໄລຍະຍາວ, ພວກເຮົາໄດ້ຄົ້ນຄວ້າ ແລະ ສ້າງ “ນ້ຳໃຈຈີນ-ອາຊີກາງ” ທີ່ “ເຄົາລົບນັບຖືເຊິ່ງກັນແລະກັນ, ໄວ້ເນື້ອເຊື່ອໃຈກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊ່ວຍເຫລືອເຊິ່ງກັນແລະກັນ, ຊຸກຍູ້ການຫັນເປັນທັນສະໄໝຮ່ວມກັນດ້ວຍການພັດທະນາທີ່ມີຄຸນນະພາບສູງ”. ຈີນ ກຳລັງຊຸກຍູ້ພາລະກິດທີ່ຍິ່ງໃຫຍ່ໃນການສ້າງສາປະເທດໃຫ້ເຂັ້ມແຂງ, ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ ຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ, ບໍ່ວ່າສະຖານະການສາກົນ ຈະປ່ຽນແປງໄປຄືແນວໃດ, ຈີນ ຈະຍຶດໝັ້ນການເປີດປະຕູສູ່ພາຍນອກຢ່າງບໍ່ຫວັ່ນໄຫວຄອນແຄນ ແລະ ສະເໝີຕົ້ນສະເໝີປາຍ. ຈີນ ຍິນດີຮ່ວມກັບບັນດາປະເທດອາຊີກາງ ດຳເນີນການຮ່ວມມືທີ່ມີຄຸນນະພາບສູງກວ່າເກົ່າ, ລົງເລິກການເຊື່ອມໂຍງເຊື່ອຈອດກັນທາງຜົນປະໂຫຍດ, ບັນລຸການພັດທະນາຮ່ວມກັນ ແລະ ຊຸກຍູ້ໃຫ້ການຮ່ວມມືລະຫວ່າງ ຈີນ-ອາຊີກາງ ໄດ້ຮັບໝາກຜົນໃໝ່ຢ່າງບໍ່ຢຸດຢັ້ງ.

ເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍວ່າດ້ວຍສາມັນສຶກສາ

0

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 18 ມິຖຸນາ 2025 ນີ້, ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີກົດໝາຍວ່າດ້ວຍສາມັນສຶກສາ (ສ້າງໃໝ່) ຕໍ່ກອງປະຊຸມ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ປະກອບຄຳຄິດ ຄຳເຫັນໃຫ້ມີເນື້ອໃນຄົບຖ້ວນ ສົມບູນຂຶ້ນ ແລະ ຮັບຮອງເອົາກົດໝາຍດັ່ງກ່າວ.

ທ່ານ ສຳລານ ພັນຄະວົງ ໄດ້ໃຫ້ຮູ້ວ່າ: ເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍວ່າດ້ວຍສາມັນສຶກສາ ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ແຜນຍຸດທະສາດການພັດທະນາ ຊັບພະຍາກອນມະນຸດແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ; ຫລຸດຜ່ອນອັດຕາການປະລະຂອງຜູ້ຮຽນ ແລະ ເພີ່ມ ຄວາມຮັບຜິດຊອບຂອງ ພໍ່ແມ່ ຫລື ຜູ້ປົກຄອງ, ຊຸມຊົນ ແລະ ສັງຄົມ ໃນການສົ່ງເສີມລູກຫລານ ໃນເກນອາຍຸໃຫ້ເຂົ້າຮຽນ ໂດຍສະເພາະແມ່ນການສຶກສາພາກບັງຄັບ; ຊຸກຍູ້ ແລະ ສົ່ງເສີມ ການລົງທຶນທັງພາກລັດ ແລະ ເອກະຊົນ ເຂົ້າໃສ່ວຽກງານສາມັນສຶກສາໃຫ້ຫລາຍຂຶ້ນ; ຜັນຂະ ຫຍາຍມະຕິກອງປະຊຸມຜູ້ບໍລິຫານການສຶກສາປະຈຳປີ ຂອງຂະແໜງການສຶກສາທິການ ແລະ ກິລາ ໃນການຈັດຕັ້ງປະຕິບັດ 4 ເນື້ອໃນບຸກທະລຸ ໂດຍສະເພາະ ການບຸກທະລຸດ້ານການພັດທະນາ ຊັບ ພະຍາກອນມະນຸດ; ເຮັດໃຫ້ການຄຸ້ມຄອງ, ບໍລິຫານວຽກງານສາມັນສຶກສາ ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງຮັບປະກັນຄຸນນະພາບການສຶກສາສອດຄ່ອງກັບສະພາບການປ່ຽນແປງໃນໄລຍະໃໝ່.

ທ່ານຮອງລັດຖະມົນຕີກະຊວງສຶກສາ ໄດ້ກ່າວຕື່ມວ່າ: ພາຍຫລັງການສະຖາປະນາ ສປປ ລາວ ໃນປີ 1975 ເປັນຕົ້ນມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ສົ່ງເສີມ, ພັດທະນາວຽກງານການສຶກສາ ໂດຍສະເພາະ ແມ່ນການສຶກສາສາຍສາມັນ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ, ມີຄວາມກ້າວໜ້າ ແລະ ມີຄຸນນະພາບນັບມື້ນັບສູງຂຶ້ນ. ໃນໄລຍະຜ່ານມາ ມີການປັບປຸງປ່ຽນຊື່ຊັ້ນອຸດົມສຶກສາ ມາເປັນ ຊັ້ນມັດທະຍົມສຶກສາຕອນປາຍ, ໄດ້ປັບປຸງກົງຈັກຂັ້ນກົມ ທີ່ຮັບຜິດຊອບພາຍໃນກະ ຊວງ ໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ.

ການຈັດຕັ້ງປະຕິບັດການຄຸ້ມຄອງວຽກງານສາມັນສຶກສາ ໄດ້ມີການແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບກັບແຕ່ລະພາກສ່ວນ. ກະຊວງສຶກສາທິການ ແລະ ກິລາ ຄຸ້ມຄອງມະຫາພາກຮອບດ້ານ, ຂັ້ນທ້ອງຖິ່ນ ເຊັ່ນ: ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫລວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ຄຸ້ມຄອງບຸກຄະລາກອນ, ການຈັດການຮຽນ-ການສອນ, ອຸປະກອນການຮຽນ-ການສອນ ຕາມການແບ່ງຂັ້ນຄຸ້ມຄອງ ໂດຍປະສານສົມທົບກັບ ກະຊວງສຶກສາທິການ ແລະ ກິລາ ແລະ ອີງໃສ່ບັນດານິຕິກຳ, ລະບຽບການທີ່ລັດຖະບານ ແລະ ກະຊວງສຶກສາທິການ ແລະ ກິລາກຳນົດ ເພື່ອເປັນບ່ອນອີງໃນການຄຸ້ມຄອງວຽກງານສາມັນສຶກສາ.

ໃນໄລຍະປີ 2006-2015, ກະຊວງສຶກສາທິການ ແລະ ກິລາໄດ້ດຳເນີນແຜນປະຕິຮູບລະບົບການສຶກສາ ແຫ່ງຊາດ ໂດຍປະຕິຮູບການສຶກສາສາມັນ ລະບົບ 11 ປີ (5,3,3) ເປັນລະບົບ 12 ປີ (5,4,3). ການຄຸ້ມຄອງ, ບໍລິຫານ ແລະ ການຈັດຕັ້ງເຄື່ອນໄຫວຂອງການສຶກສາ ສາມັນສຶກ ສາ ໄດ້ປະຕິບັດຕາມກົດໝາຍວ່າດ້ວຍການສຶກສາ ສະບັບປັດຈຸບັນ. ນອກນັ້ນ, ຍັງໄດ້ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍຫລັກການຄຸ້ມຄອງສະຖານສາມັນສຶກສາ, ຂໍ້ຕົກລົງຂອງລັດຖະ ມົນຕີວ່າດ້ວຍຫລັກການຄຸ້ມຄອງໂຮງຮຽນນານາຊາດ ແລະ ໂຮງຮຽນເອກະຊົນ ຂອງການສຶກສາ ກ່ອນໄວຮຽນ ແລະ ສາມັນສຶກສາ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນການຄຸ້ມຄອງວຽກງານສາ ມັນສຶກສາ ໂດຍມີນິຕິກຳຂ້າງເທິງເປັນບ່ອນອີງ ແຕ່ກໍຍັງມີບາງບັນຫາທີ່ຈະຕ້ອງໄດ້ກຳນົດ ເປັນຕົ້ນຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງ ພໍ່, ແມ່ ຫລື ຜູ້ປົກຄອງ, ຊຸມຊົນ ແລະ ສັງຄົມ ໃນການສົ່ງລູກຫລານຂອງຕົນທີ່ຢູ່ໃນເກນອາຍຸເຂົ້າຮຽນໃຫ້ໄດ້ຮັບການສຶກສາ ຍັງບໍ່ທັນສູງເທົ່າທີ່ຄວນ ແລະ ການປະລະການຮຽນໃນສາມັນສຶກສາ ຍັງມີສູງ, ການລົງທຶນເຂົ້າໃສ່ການສຶກສາ ສາມັນ ສຶກສາຍັງໜ້ອຍ ແລະ ນະໂຍບາຍຕໍ່ຜູ້ຮຽນຍັງຕໍ່າ ຊຶ່ງເປັນສາເຫດທີ່ຈຳເປັນຕ້ອງໄດ້ສ້າງກົດໝາຍວ່າດ້ວຍ ສາມັນສຶກສາ ໂດຍຜັນຂະຫຍາຍກົດໝາຍວ່າດ້ວຍການສຶກສາ ເປັນຕົ້ນຕໍ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ ເພື່ອສົ່ງເສີມວຽກງານສາມັນສຶກສາ ໃຫ້ເປັນບ່ອນອີງແກ່ຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ ແລະ ນັກຮຽນສາມັນສຶກສາ ທັງພາກລັດ ແລະ ເອກະຊົນ ໄດ້ປະຕິບັດຢ່າງເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

ກົດໝາຍວ່າດ້ວຍສາມັນສຶກສາ ປະກອບມີ 14 ພາກ, 15 ໝວດ, 102 ມາດຕາ. ແນວໃດກໍດີ ເມື່ອກົດໝາຍວ່າດ້ວຍສາມັນສຶກສາ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະໄດ້ຮັບຜົນດີທັງເປັນບ່ອນອີງ ໃຫ້ຂະແໜງການສຶກສາທິການ ແລະ ກິລາ ໃນການສ້າງນະໂຍບາຍ, ແຜນຍຸດສາດ, ແຜນການ, ແຜນງານ, ໂຄງການ ແລະ ບັນດານິຕິກຳ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານສາມັນສຶກສາໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ຮັບປະກັນໃຫ້ພົນລະເມືອງລາວ ເຂົ້າເຖິງການສຶກສາ ສາມັນສຶກສາ ທີ່ມີຄຸນນະພາບ ທຽບເທົ່າກັບພາກພື້ນ ແລະ ສາກົນ; ຍົກສູງຄວາມເຊື່ອໝັ້ນໃຫ້ແກ່ຊຸມຊົນ, ສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານສາມັນສຶກສາ ທັງຊຸກຍູ້ ແລະ ສົ່ງເສີມ ການລົງ ທຶນໃສ່ວຽກສາມັນສຶກສາ ໃຫ້ຫລາຍຂຶ້ນ; ເພີ່ມທະວີຄວາມຮັບຜິດຊອບ, ຍົກສູງຄວາມຮູ້ ຄວາມເຂົ້າໃຈ ແລະ ເປັນເຈົ້າການ ໃນການປະຕິບັດ ສິດ, ໜ້າທີ່ ແລະ ພັນທະ ຂອງພົນລະເມືອງທຸກຄົນໃນ ສປປ ລາວ ເພື່ອປະກອບສ່ວນດ້ານທຶນຮອນ, ແຮງງານ ແລະ ວັດຖູປະກອນ ເຂົ້າໃນວຽກງານສາມັນສຶກສາຢ່າງຕັ້ງໜ້າ.