Wednesday, December 3, 2025
Home Blog Page 6

ພົບປະແລກປ່ຽນບົດຮຽນ ລະຫວ່າງກົມໂຄສະນາອົບຮົມ ກອງທັບປະຊາຊົນລາວ-ຫວຽດນາມ

0

ວັນທີ 10 ພະຈິກ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ລະຫວ່າງ ກົມໂຄສະນາອົບຮົມ ກອງທັບປະຊາຊົນລາວ ແລະ ກົມໂຄສະນາອົບຮົມ ກອງທັບປະຊາຊົນຫວຽດນາມ, ຝ່າຍ ສປປ ລາວ ນໍາໂດຍ ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ແລະ ຝ່າຍ ສສ ຫວຽດນາມ ນໍາໂດຍສະຫາຍ ພົນຕີ ຫງວຽນວັນດຶກ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ.

ໃນກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລື ກ່ຽວກັບວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ແລະ ຕໍ່ສູ້ຕ້ານແນວຄິດ, ບັນດາທັດສະນະທີ່ຕໍ່ຕ້ານ ຂອງອິດທິກໍາລັງປໍລະປັກທາງອິນເຕີເນັດ, ທາງສັງຄົມອອນລາຍ; ທີ່ຕັ້ງ, ພາລະບົດບາດ ລະບົບການຈັດຕັ້ງລາຍງານຂອງນັກຂ່າວ, ບາງປະສົບການກ່ຽວກັບການເຄື່ອນໄຫວໂຄສະນາທາງວາຈາ ແລະ ຍົກສູງຄຸນນະພາບ ຂອງຖັນແຖວນັກຂ່າວໃນກົມກອງພື້ນຖານ; ວຽກງານສຶກສາວິທະຍາສາດສັງຄົມ ແລະ ມະນຸດສາດ ໃນໂຮງຮຽນທະຫານ, ເນື້ອໃນ, ແຜນການວິທະຍາສາດສັງຄົມ ແລະ ມະນຸດສາດສຶກສາບັນດາເປົ້າໝາຍນັກສຶກສາທະຫານຂອງສອງປະເທດ; ວຽກງານຄຸ້ມຄອງສື່ມວນຊົນ, ໂຄສະນາ ແລະ ຄຸ້ມຄອງສັງຄົມອອນລາຍກອງທັບຂອງສອງປະເທດ; ການປະສານສົມທົບຜັນຂະຫຍາຍວຽກງານວັດທະນະທຳ, ສິລະປະ ລະຫວ່າງ ສອງກອງທັບ ລາວ-ຫວຽດນາມ; ປະສົບການກ່ຽວກັບການຄຸ້ມຄອງການພິມ, ວິຊາການສະເພາະຂະແໜງພິມ-ຈຳໜ່າຍ, ວຽກງານຍ້ອງຍໍ ແລະ ວຽກງານແຜນການສັງລວມ.

ໂດຍ: ອານຸສອນ ສິມວົງສາ

ເປີດງານຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ

0

ພິທີເປີດງານຕັ້ງຄ້າຍເຍົາວະຊົນ ທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ ໃນວັນທີ 10 ພະຈິກ 2025 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ເຍົາວະຊົນຍຸກໃໝ່ໃສ່ໃຈສິ່ງແວດລ້ອມສີຂຽວ, ສົ່ງເສີມຍຸດທະສາດການສຶກສາ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ໃນການຫັນສູ່ຄວາມທັນສະໄໝ” ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍບັນດາເລຂາ-ຮອງເລຂາຄະນະບໍລິຫານງານຊາວໜຸ່ມ 17 ແຂວງທົ່ວປະເທດ, ນ້ອງໆທີ່ເປັນຕົວແທນໃຫ້ອະນຸຊົນ, ເຍົາວະຊົນ ແລະ ຊາວໜຸ່ມທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ: ງານຕັ້ງຄ້າຍເຍົາວະຊົນໃນຄັ້ງນີ້ ເປັນການຫວນຄືນມູນເຊື້ອ, ຄວາມຮັບຮູ້ຂອງອົງການຈັດຕັ້ງເຍົາວະຊົນທັນວາ ແມ່ນອົງການຈັດຕັ້ງໜຶ່ງຂອງພັກ, ເປັນອົງການຈັດຕັ້ງສູງສຸດຂອງເດັກນ້ອຍລາວບັນດາເຜົ່າແຫ່ງ ສປປ ລາວ, ຊຶ່ງມີໜ້າທີ່ເຕົ້າໂຮມຄວາມສາມັກຄີເອົາຫລານນ້ອຍເຍົາວະຊົນ-ອະນຸຊົນນັບແຕ່ອາຍຸ 9-14 ປີ ໃນທົ່ວປະເທດ ໂດຍມີຜູ້ເຂົ້າຮ່ວມ ທັງໝົດ 2.000 ກວ່າຄົນ, ງານຕັ້ງຄ້າຍຂອງພວກເຮົາແມ່ນເພື່ອຝຶກຝົນຫລໍ່ຫລອມສະມາຊິກເຍົາວະຊົນໃຫ້ກາຍເປັນກໍາລັງ ທີ່ເຂັ້ມແຂງຂອງປະເທດຊາດ ກາຍເປັນກຳລັງຜູ້ສືບທອດເສີມຂະຫຍາຍມູນເຊື້ອອັນດີງາມຂອງບັນພະບູລຸດ ເພື່ອປະກອບສວນສະຕິປັນຍາ, ເຫື່ອແຮງຂອງຕົນເຂົ້າໃນພາລະກິດປົກປັກຮັກສາ ສ້າງສາພັດທະນາ ໃຫ້ກາຍເປັນລູກຮັກຫລານແພງຂອງພໍ່ແມ່, ເປັນນັກຮຽນດີຂອງຄູອາຈານ, ເປັນ ຊາວໜຸ່ມທີ່ດີໃນອະນາຄົດ, ກາຍເປັນຜູ້ສືບທອດທີ່ດີຂອງພັກ-ລັດ, ເປັນພົນລະເມືອງດີຂອງປະເທດຊາດ, ນໍາພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມຕາມອຸດົມການຂອງພັກທີ່ກຳນົດໄວ້. ພ້ອມນີ້, ຈະໄດ້ແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານກິດຈະກຳຕ່າງໆ ບໍ່ວ່າຈະເປັນກິດຈະກຳແລກປ່ຽນ ແລະ ກິດຈະກຳແຂ່ງຂັນ ເພື່ອແນໃສ່ການສຶກສາອົບຮົມ ການເມືອງແນວຄິດໃຫ້ສະມາຊິກເຍົາວະຊົນ ໃຫ້ກາຍເປັນລູກທີ່ດີຂອງພໍ່ແມ່, ເປັນພົນລະເມືອງດີຂອງຊາດ, ເປັນຜູ້ສືບທອດທີ່ດີຂອງພັກ, ເປັນຜູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຂົ້າໃນການຈັດຕັ້ງປະຕິບັດມະຕິ XI ກ້າວສູ່ມະຕິ XII ຂອງພັກ ປະຊາຊົນ ປະຕິວັດລາວ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ແຜນພັດທະນາ ເສດຖະກິດ ຄັ້ງທີ XI ຂອງນະຄອນ ຫລວງວຽງຈັນ ໃຫ້ປະກົດຜົນເປັນຈິງ.

ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ສໍາລັບກິດຈະກຳແຂ່ງຂັນ ປະກອບມີ: ແຂ່ງຂັນຕີກອງດຸລິຍາງແປຕົວສອນ, ແຂ່ງຂັນແຕ້ມຮູບ, ແຂ່ງຂັນ ການນໍາສະເໜີ ພາຍໃຕ້ຫົວຂໍ້: ການຕ້ານ ແລະ ສະກັດກັ້ນສິ່ງເສບຕິດ, ການປົກປັກຮັກສາສິ່ງແວດລ້ອມ, ການຂັບຂີ່ປອດໄພເທີງທ້ອງຖະໜົນ, ການນໍາໃຊ້ເຄື່ອງມືເຕັກໂນໂລຊີ ແລະ ນໍາໃຊ້ປັນຍາປະດິດ (AI), ຂະບວນແຫ່ພາເລດຈາກຫໍພິພິຕະພັນ ປະທານ ໄກສອນ ພົມວິຫານ ໄປຕາມເສັ້ນທາງຫລວງ ໄປຫາຈຸດຕັ້ງຄ້າຍສະໜາມກິລາແຫ່ງຊາດ ຫລັກ 16. ສຳລັບ ກິດຈະກຳແລກປ່ຽນ ປະກອບມີ: ກິດຈະກຳຊອກຫາເພື່ອນແທ້, ຟ້ອນລວມໝູ່, ຮ້ອງເພັງດ່ຽວ- ຮ້ອງລວມໝູ່, ກິລາ ແລະ ທັດສະນະສຶກສາ ອະນຸສອນສະຖານປະທານ ໄກສອນ ພົມວິຫານ, ອະນຸສອນສະຖານປະທານສຸພານຸວົງ, ທາດຫລວງ, ປະຕູໄຊ, ເຂດເສດຖະກິດພິເສດໄຊເສດຖາ ແລະ ສະຖານທີ່ອື່ນໆ. ໃນການຈັດງານຄັ້ງນີ້, ຍັງຈະໄດ້ຟັງການໂອ້ລົມຈາກການນໍານະຄອນຫລວງວຽງຈັນ, ການນໍາຈາກສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ການນໍາຈາກກະຊວງສຶກສາທິການ ແລະ ກິລາ. ພ້ອມນີ້, ຍັງຈະໄດ້ພົບປະ ແລະ ຮັບຟັງການໂອ້ລົມ ຈາກທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວຕື່ມອີກ.

ພະຍາກອນອາກາດ ປະຈໍາວັນທີ 11 ພະຈິກ 2025

0

ຄວາມກົດດັນສູງຂອງອາກາດເຢັນທີ່ມີກໍາລັງອ່ອນຈະປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກພັດປົກຄຸມ, ຊຶ່ງຈະເຮັດ ໃຫ້ອາກາດເຢັນໃນຕອນເຊົ້າຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ສ່ວນຕອນບ່າຍອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຕ່ລະພາກ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 11/11/2025 ຫາ ເວລາ 07 ໂມງ ຂອງວັນທີ 12/11/2025

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະເຢັນໃນຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດບັຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30% ຂອງພາກ ອຸນຫະພູມໃນລະຫວ່າງ 16–28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ແລະ ຈະມີຝົນຕົກຄ່ອຍ ພັອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ ອຸນຫະພູມໃນລະຫວ່າງ 20–32 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 23–31 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ, ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ ອຸນຫະພູມໃນລະຫວ່າງ 21–32 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ອຸນຫະພູມໃນລະຫວ່າງ 17–29 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ ອຸນຫະພູມໃນລະຫວ່າງ 21–34 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 30% ອຸນຫະພູມໃນລະຫວ່າງ 15–26 ອົງສາ.

ສໍາມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ XIII

0

ສໍາມະນາທິດສະດີ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ຄັ້ງທີ XIII ພາຍໃຕ້ຫົວຂໍ້ “ນຳໃຊ້ແຜນການໄລຍະກາງ-ໄລຍະຍາວ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ: ບົດຮຽນຂອງລາວ ແລະ ຈີນ” ໄຂຂຶ້ນໃນວັນທີ 10 ພະຈິກ 2025 ທີ່ແຂວງຈໍາປາສັກ ໂດຍການເປັນປະທານຮ່ວມຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຫລີ ຊູ ເລີຍ ກໍາມະການກົມການເມືອງສູນກາງພັກກອມມູນິດຈີນ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ, ມີສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ພ້ອມດ້ວຍບັນດາການນໍາຈາກບັນດາແຂວງ, ນັກວິທະຍາສາດ, ນັກທິດສະດີ ຂອງສອງພັກ ລາວ-ຈີນ ພ້ອມມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້ “ນໍາໃຊ້ແຜນການໄລຍະກາງ-ໄລຍະຍາວ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ: ບົດຮຽນ ຂອງລາວ ແລະ ຈີນ” ຊຶ່ງເປັນຫົວຂໍ້ໃຫຍ່ ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກຳສູງ, ເປັນບັນຫາທີ່ມີລັກສະນະຍຸດທະສາດ, ສະແດງອອກເຖິງບົດບາດການນໍາພາຮອບດ້ານຂອງພັກ ຕໍ່ກັບຊີວິດສັງຄົມ. ເພື່ອຕອບສະໜອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການໃໝ່ ຂອງການປະຕິວັດ, ພັກປະຊາຊົນປະຕິວັດລາວ ໄດ້ສ້າງໂຄງການ ການເມືອງສະບັບທີ 3, ກຳນົດທິດໃນການພັດທະນາປະເທດຊາດ ຮອດປີ 2055 ໃນໂອກາດວັນສ້າງຕັ້ງພັກເຮົາ ຄົບຮອບ 100 ປີ ແມ່ນໃຫ້ສາມາດສ້າງປະເທດເຮົາ ເປັນປະເທດກໍາລັງພັດທະນາ ທີ່ມີລາຍຮັບປານກາງສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນກ້າວສູ່ຄວາມອີ່ມໜໍາສຳລານ. ເນື້ອໃນຈິດໃຈຂອງໂຄງການ ການເມືອງ ກຳລັງໄດ້ຮັບການຜັນຂະຫຍາຍເຂົ້າໃນການກຳນົດແນວທາງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວຂອງພັກ ພວມໄດ້ຮັບການຫັນເປັນລະອຽດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ພັກປະຊາຊົນປະຕິວັດລາວ ໄດ້ນໍາພາສ້າງ ແລະ ນໍາໃຊ້ແຜນການໄລຍະກາງ-ໄລຍະຍາວ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຊຶ່ງມີເນື້ອໃນກວ້າງຂວາງ, ເລິກເຊິ່ງ ແລະ ກວມລວມຫລາຍບັນຫາ, ຕ້ອງໄດ້ມີການຄົ້ນຄວ້າ, ວິໄຈໃຫ້ຊັດເຈນ ແລະ ມີການເບິ່ງບັນຫາຢ່າງພາວະວິໄສ.

ໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ຍັງໄດ້ສະເໜີໃຫ້ບັນດານັກວິທະຍາສາດ, ນັກທິດສະດີ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ປະກອບຄຳເຫັນຢ່າງກົງໄປກົງມາ, ໃຫ້ຮັບປະກັນທັງລັກສະນະທິດສະດີ ແລະ ພຶດຕິກຳ ຢ່າງມີຊີວິດຊີວາ; ສະເໜີບັນດາສະຫາຍ ເຂົ້າຮ່ວມກອງປະຊຸມຮັບຟັງ ແລະ ຕັ້ງບັນຫາແລກປ່ຽນບົດຮຽນ ໃຫ້ມີບັນຍາກາດທີ່ຄຶກຄື້ນ ແລະ ມີເນື້ອໃນອຸດົມສົມບູນ ຕອບສະໜອງໄດ້ຕາມລະດັບຄາດໝາຍທີ່ກອງປະຊຸມກຳນົດໄວ້.

ກອງປະຊຸມຄັ້ງນີ້, ດໍາເນີນເປັນເວລາ 2 ມື້, ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງ, ຄົ້ນຄວ້າ, ປະກອບຄຳເຫັນໃສ່ 7 ຫົວຂໍ້ຍ່ອຍ ຊຶ່ງຝ່າຍລາວມີ 3 ຫົວຂໍ້ຄື: ພັກນໍາພາໃນການວາງແຜນພັດທະນາ ໄລຍະກາງ ແລະ ໄລຍະຍາວ ກ່ຽວກັບກົນໄກເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ; ການຜັນຂະຫຍາຍຍຸດທະສາດການເຕີບໂຕສີຂຽວ ໃນການພັດທະນາຕາມທິດຍືນຍົງ; ນໍາໃຊ້ແຜນການໄລຍະກາງ-ໄລຍະຍາວ ຕາມແລວເສັ້ນທາງລົດໄຟລາວ-ຈີນ ຢ່າງມີປະສິດທິຜົນ. ສ່ວນຝ່າຍຈີນມີ 4 ຫົວຂໍ້ຄື: ບົດຮຽນ ແລະ ພຶດຕິກໍາ ໃນການສ້າງ ແລະ ປະຕິບັດແຜນພັດທະນາ ຢ່າງມີວິທະຍາສາດ; ຄວາມໝາຍສໍາຄັນຂອງການຖືການພັດທະນາເສດຖະກິດເປັນໃຈກາງ ໃນການຊຸກຍູ້ການຫັນເປັນທັນສະໄໝຂອງປະເທດ; ເນື້ອໃນຈິດໃຈ ແລະ ມາດຕະການຕົ້ນຕໍ ຂອງແຜນການ 5 ປີຄັ້ງທີ 15 ຂອງ ສປ ຈີນ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຂອງ ສປ ຈີນ.

ສະແດງຊ້ອມໃຫຍ່ ພິທີເປີດມະຫາກຳກິລາແຫ່ງຊາດ ຄັ້ງທີ XII

0

ສະແດງທົດລອງ ພິທີເປີດມະຫາກຳກິລາແຫ່ງຊາດ ຄັ້ງ ທີ XII ຫຼື ນະຄອນຫຼວງວຽງຈັນເກມ ຈັດຂຶ້ນວັນທີ 10 ພະ ຈິກ 2025 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16, ໂດຍມີທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອນນະຄອນ ຫຼວງວຽງຈັນ ຄະນະຮັບຜິດຊອບລະດັບຊາດ ງານມະຫາກຳກິລາ ຄັ້ງທີ XII, ທ່ານ ສົມພູ ພົງສາ ຮອງປະທານ ຄະນະກຳມະການໂອແລມປິກແຫ່ງຊາດ, ຄະນະຮັບຜິດຊອບ, ຄູຝຶກ, ອະນຸກຳມະການແຕ່ລະພາກສ່ວນ,ພ້ອມດ້ວຍກ້ອນກຳລັງຕ່າງໆ ແລະ ສື່ມວນຊົນ ເຂົ້າຮ່ວມ.

ການທົດລອງສະແດງສິລະປະ-ວັດທະນະທຳຄັ້ງນີ້ໄດ້ຝຶກຊ້ອມໃສ່ໄຟ ແສງ, ສີ ສຽງ ຈັດຕັ້ງປະຕິບັດຄືມື້ສະແດງຕົວຈິງ ທີ່ໄດ້ນໍາເອົາແຕ່ລະກ້ອນການສະແດງມາສະແດງຮ່ວມກັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ໂດຍມີນັກສະແດງ 2.500 ຄົນ ປະກອບມີ 4 ລາຍການສະແດງ ຄື: ຍິນດີຕ້ອນຮັບສູ່ວຽງ ຈັນເກມ ມີນັກສະແດງ 500 ຄົນ ມາຈາກ 3 ພາກສ່ວນ ຄື: ກອງສິລະປະກອນແຫ່ງຊາດ, ກອງລະຄອນແຫ່ງຊາດ,ໂຮງຮຽນ ມສ ໂພນທັນ; ເຊີ້ງຊ່ວງເຮືອ ມີນັກສະແດງ 400 ຄົນ ມາຈາກ 2 ພາກສ່ວນ ຄື: ກອງສິລະປະກອນ ປກສ ແລະ ໂຮງຮຽນ ມ ປາຍ ໂນນສະ ຫວ່າງ; ກິລາພາໃຫ້ຮ່າງກາຍເຂັ້ມແຂງ ມີນັກສະແດງ 400 ຄົນ ມາຈາກ 3 ພາກສ່ວນ ຄື: ກອງກາຍຍະສິນແຫ່ງຊາດ, ວິທະຍາໄລສິລະປະແຫ່ງຊາດ, ມສ ໄຊເສດຖາ; ຟ້ອນລຳວົງລາວ-ເຕັນບາສະຫລົບ ມີນັກສະແດງ 2.500 ຄົນ ມາ ຈາກ 13 ພາກ ສ່ວນ ຄື: ກອງສິລະປະກອນແຫ່ງຊາດ, ກອງລະຄອນແຫ່ງຊາດ, ກອງກາຍຍະສິນແຫ່ງຊາດ, ກອງສິລະປະກອນ ປກສ, ກອງສິລະປະກອນ ກອງທັບ, ວິທະ ຍາໄລສິລະປະແຫ່ງຊາດ, ມສ ໂພນທັນ, ມ ປາຍ ໂນນສະຫວ່າງ, ມສ ເພຍວັດ,ມສ ລາວ-ຫວຽດນາມ, ມສ ຕານມີ ໄຊ, ມສ ສີວິໄລ ແລະ ມສ ໄຊເສດຖາ.

ການທົດລອງຝຶກຊ້ອມໃຫຍ່ຄັ້ງນີ້ ແມ່ນເປັນຄັ້ງທີ 2 ແລະ ຈະມີການສະແດງໃຫຍ່ອີກຄັ້ງ ໃນວັນທີ 13 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16.

ພີທີເຊັນສັນຍາສະບັບຍາວ ກ່ຽວກັບລິຂະສິດງານກິລາໂອລິມປິກ ປີ 2026-2032

0

ວິທະຍຸ-ໂທລະພາບສູນກາງຈີນ, ເນື່ອງ​ໃນ​ໂອ​ກາດ ຈະ​ໄຂ​ງານ​ກິ​ລາ ​ທົ່ວ​ປະ​ເທດ​ຈີນ ​ຄັ້ງ​ທີ 15 ​ຢູ່​ນະ​ຄອນກວາງ​ໂຈ່ວ ​ແຂວງກວາງ​ຕຸ້ງ ຂອງ ສ​ປ ຈີນ, ວິ​ທະ​ຍຸ-​ໂທ​ລະ​ພາບ ​ສູນ​ກາງ​ຈີນ (CMG) ແລະ ຄະ​ນະ​ກຳ​ມະ​ການ​ ໂອ​ລິມ​ປິກ ​ສາ​ກົນ (IOC) ໄດ້ເຊັນ​ສັນ​ຍາ​ ສະ​ບັບ​ຍາວ​ ກ່ຽວ​ກັບ ​ລິກ​ຂະ​ສິດ ງານກິລາ​ໂອ​ລິມ​ປິກ ​ປີ 2026-2032. ທ່ານ ​ເຊິ້ນ​ໄຫ​ສົງ, ຮອງ​ຫົວ​ໜ້າ​ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ຜູ້​ອຳ​ນວຍ​ການ​ໃຫຍ່ CMG ແລະ ທ່ານ​ ນາງ​ ເກີ​ສ​ຕີ ໂຄ​ເວັນ​ຕ​ຣີ, ​ປະ​ທານ​ ຄະ​ນະ​ກຳ​ມະ​ການ ​ໂອ​ລິມ​ປິກ​ ສາ​ກົນ ​ໄດ້​ຕາງ​ໜ້າ​ ສອງ​ຝ່າຍ ລົງນາມ ໃນ​ສັນ​ຍາ ແລະ ຮ່ວມ​ກັນ ເປີດ​ເຜີຍກາ​ໝາຍ ​ລາຍ​ງານ ​ງານ​ກິ​ລາ​ໂອ​ລິມ​ປິກລະ​ດູ​ໜາວ​ມີ​ລານ-ກໍ​ຕີ​ນາ ເດັມ​ເປ​ໂຊ ປີ 2026 ຂອງ CMG. ທ່ານ​ ໂທ​ມາ​ສ ບາ​ສ ປະ​ທານ​ກິດ​ຕິ​ມະ​ສັກ​ ຕະຫລອດການ ຂອງ​ຄະ​ນະ​ກຳ​ມະ​ການ ໂອ​ລິມ​ປິກ​ສາ​ກົນ​ ໄດ້​ເຂົ້າ​ຮ່ວມ​ພິ​ທີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ກຳປູເຈຍ ສະເຫລີມສະຫລອງວັນຊາດ ຄົບຮອບ 72 ປີ

0

ວິທະຍຸກະຈາຍສຽງຫວຽດນາມ, ກຳປູເຈຍ ໄດ້ຈັດພິທີສະເຫລີມສະຫລອງວັນຊາດ ຄົບຮອບ 72 ປີ ແລະ ວັນສ້າງຕັ້ງ ກອງທັບພະບໍລົມວົງ ສານຸວົງ ກຳປູເຈຍ (9/11/1953-9/11/2025). ພິທີໄດ້ດຳເນີນໄປພາຍໃຕ້ການເປັນປະທານ ຂອງກະສັດນໍໂຣດົມສີຫາໂມນີ (Norodom Sihamoni). ພາຍຫລັງພິທີເຄົາລົບທຸງຊາດ, ກະສັດ Norodom Sihamoni ໄດ້ວາງ ພວງມາລາອາໄລຫາ ບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ໃຕ້ທວນໄຟໃນອະນຸສາວະລີເອກະລາດ ຢູ່ໃຈກາງນະຄອນຫຼວງພະນົມເປັນ. ກະສັດ Norodom Sihamoni ຍັງໄດ້ໄປກວດກ້ອນກຳລັງ, ຊົມເຊີຍບັນດາກຳລັງຂຶ້ນກັບ ກອງທັບພະບໍລົມວົງສານຸວົງກຳປູເຈຍ, ຍິນດີຕ້ອນຮັບບັນດາຜູ້ແທນ ແລະ ປະຊາຊົນກຳປູເຈຍ ທຸກຊັ້ນວັນນະ ແລະ ເພື່ອນ ມິດສາກົນ ທີ່ໄດ້ເຂົ້າຮ່ວມພິທີ ຢ່າງສົມກຽດນີ້. ພິທີສະເຫລີມສະຫລອງວັນຊາດ ກຳປູເຈຍ ຄົບຮອບ 72 ປີ ໄດ້ດຳເນີນໄປ ໃນສະພາບການ ປະເທດ ກຳປູເຈຍ, ພາຍໃຕ້ການເປັນເຈົ້າຂອງກະສັດ Norodom Sihamoni ການຊີ້ນຳນຳພາພັກປະຊາຊົນ ກຳປູເຈຍ ແລະ ລັດຖະບານພະບໍລົມວົງສານຸວົງ ອາຍຸການທີ 7 ຂອງທ່ານ ຮຸນມາເນັດ (Hun Manet) ນາຍົກລັດຖະມົນຕີ ໄດ້ຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍນາໆ ປະການໃນທຸກດ້ານ ເພື່ອຮັກສາສະຖຽນລະພາບ ແລະ ຮັກສາການເຕີບໂຕເສດຖະກິດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຖ້ຽວບິນ 4.000 ກວ່າຖ້ຽວ ຖືກຍົກເລິກຢູ່ ສ.ອາເມລິກາ ຍ້ອນລັດຖະບານ ສືບຕໍ່ປິດປະຕູ

0

ວິທະຍຸ ກະຈາຍສຽງ ຫວຽດນາມ, ຕາມເວັບໄຊ ຕິດຕາມ ຖ້ຽວບິນ FlightAware, ຂອງ ສ.ອາເມລິກາ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ ປັດຈຸບັນ ມີຈຳນວນ 4.309 ຖ້ຽວບິນ ຖືກໂຈະໄວ້ ແລະ 1.002 ຖ້ຽວບິນ ຖືກຍົກເລິກ. ກ່ອນໜ້ານນັ້ນ, ກໍ່ມີ 7.000 ກວ່າຖ້ຽວບິນ ຖືກໂຈະໂວ້. ສະພາບການດັ່ງກ່າວ ເກີດຂຶ້ນ ພາຍຫລັງ ທີ່ກະຊວງ ຄົມມະນາຄົມ ຂົນສົ່ງ ສະຫະລັດ ອາເມລິກາ ແລະ ກົມການບິນ ສະຫະລັດ ອາເມລິກາ (FAA) ປະກາດ ລັດຖະບານ ສະຫະລັດ ອາເມລິກາ ຈະຫລຸດຜ່ອນ ການຈໍລະຈອນ ທາງອາກາດຢູ່ 40 ເຂດ ເລີ່ມແຕ່ ວັນທີ 7 ພະຈິກເປັນຕົ້ນມາ. ນັບແຕ່ ລັດຖະບານ ສະຫະລັດ ອາເມລິກາ ປິດປະຕູ, ມີພາລະກອນການບິນ ນັບໝື່ນຄົນ ຕ້ອງເຮັດວຽກ ໂດຍບໍ່ໄດ້ຮັບເງິນເດືອນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຮອງປະທານສະພາແຫ່ງຊາດ ຕ້ອນຮັບທູດຮົງກາລີ ພ້ອມຄະນະນັກດົນຕີ

0

ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກສະມາຄົມສຽງແຄນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ລາສຊະໂລ ດາກົກສ໌ (László DÁKÓCS) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຮົງກາລີ ປະຈຳ ສປປ ລາວ ພ້ອມດ້ວຍທ່ານ ເບລາ ອາໂກສໂຕນ (Béla Ágoston) ນັກດົນຕີ ແລະ ອາຈານສອນດົນຕີຊາວຮົງກາລີ ພ້ອມດ້ວຍຄະນະ ເມື່ອບໍ່ດົນມານີ້ ທີ່ນະຄອນຫລວງວຽງຈັນ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ສະແດງຄວາມປິຕິຍິນດີ ແລະ ຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະດັ່ງກ່າວ ທັງກ່າວວ່າ ການມາຢ້ຽມຢາມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ໂດຍສະເພາະ ໃນທ່າມກາງບັນຍາກາດທີ່ທົ່ວປວງຊົນລາວທັງຊາດ ພວມສ້າງຜົນງານຂໍ່ານັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ຢູ່ໃນໄລຍະບຸນນະມັດສະການພະທາດຫລວງ ພ້ອມທັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຊ່ວຍເຫລືອເຊິ່ງກັນ ແລະກັນ ລະຫວ່າງ ສປປ ລາວ ແລະ ຮົງກາລີ ທີ່ມີມາຢ່າງຍາວນານ ນັບຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດ, ລັດຖະບານ ແລະ ປະຊາຊົນຮົງກາລີ ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າ ລວມທັງການກໍ່ສ້າງບຸກຄະລາກອນ. ພາຍຫລັງການສະຖາປະນາ ສປປ ລາວ, ຮົງກາຣີ ກໍຍັງສືບຕໍ່ຊ່ວຍເຫລືອດ້ານພື້ນຖານໂຄງລ່າງ ແລະ ໃຫ້ທຶນການສຶກສາແກ່ນັກສຶກສາລາວຢ່າງຕໍ່ເນື່ອງ. ພ້ອມນີ້, ທ່ານຍັງໄດ້ຕາງໜ້າສະພາແຫ່ງຊາດ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນຮົງກາລີ.

ສຳລັບການມາຢ້ຽມຢາມຂອງທ່ານ ເບລາ ອາໂກສໂຕນ, ທ່ານຮອງປະທານສະພາແຫ່ງຊາດ ກໍໄດ້ຕີລາຄາສູງ ຕໍ່ການເຄື່ອນໄຫວດ້ານວັດທະນະທຳ ໂດຍສະເພາະ ການແລກປ່ຽນບົດຮຽນກັບຄູ-ອາຈານຢູ່ວິທະຍາໄລສິລະປະແຫ່ງຊາດ ແລະ ການເຂົ້າຮ່ວມບຸນປະເພນີຕ່າງໆ. ພ້ອມນີ້, ທ່ານຍັງໄດ້ກ່າວເຖິງຄວາມສຳຄັນຂອງ “ແຄນລາວ” ເຊິ່ງເປັນມໍລະດົກໂລກ ແລະ ສະມາຄົມສຽງແຄນລາວ ທີ່ປີນີ້ຄົບຮອບ 20 ປີ, ຫວັງຢ່າງຍິ່ງວ່າ ການມາຢ້ຽມຢາມຄັ້ງນີ້ ຈະສ້າງເງື່ອນໄຂໃຫ້ແກ່ການຮ່ວມມືສອງຝ່າຍ ເພື່ອປັບປຸງຄວາມອາດສາມາດ ຂອງສະມາຄົມສຽງແຄນລາວ ແລະ ຫວັງວ່າທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເປັນຂົວຕໍ່ ສ້າງເງື່ອນໄຂໃຫ້ການຮ່ວມມື ລະຫວ່າງນັກດົນຕີສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ທ່ານ ລາສຊະໂລ ດາກົກສ໌ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຈາກທ່ານຮອງປະທານສະພາແຫ່ງຊາດ ທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນດີງາມ ລະຫວ່າງສອງປະເທດ ແລະ ຢືນຢັນທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືໃນຫລາຍດ້ານ ໂດຍສະເພາະ ການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳ. ພ້ອມນີ້, ທ່ານທູດຍັງໄດ້ກ່າວເນັ້ນວ່າ: ການເດີນທາງມາຂອງນັກດົນຕີຮົງກາລີຄັ້ງນີ້ ເປັນບາດກ້າວສຳຄັນໃນການແລກປ່ຽນດ້ານສິລະປະ ແລະ ຢືນຢັນວ່າ ຈະພະຍາຍາມຊຸກຍູ້ສົ່ງເສີມການຮ່ວມມື ລະຫວ່າງສະຖາບັນດົນຕີ ກໍຄືສະມາຄົມສຽງແຄນລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງຂຶ້ນ.

ຂ່າວ: ສພຊ

ສສຊ ເຂດ 14 ສະເໜີໃຫ້ລັດຖະບານ ຫັນລົງກໍ່ສ້າງຮາກຖານ ພັດທະນາຊົນນະບົດໃຫ້ແຂງແຮງ

0

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ພະຈິກ 2025 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ບົດລາຍງານຂອງລັດຖະບານ ໃນຫລາຍບັນຫາສຳຄັນ ທີ່ສະເໜີໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໂດຍລວມແລ້ວໄດ້ເຫັນດີເປັນເອກະພາບ ຕໍ່ທິດທາງແຜນການ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນງານທີ່ລັດຖະບານຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງ ສະເໜີໃຫ້ລັດຖະບານ ສຸມໃສ່ແກ້ໄຂບາງບັນຫາສຳຄັນ ໂດຍສະເພາະ ການແກ້ໄຂສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຄວາມຍຸຕິທຳໃນສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ອື່ນໆ.

ທ່ານ ສີເຮັງ ຫອມສົມບັດ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 14 ແຂວງສາລະວັນ ໄດ້ສະເໜີໃຫ້ລັດຖະບານ ຫັນລົງກໍ່ສ້າງຮາກຖານ, ພັດທະນາຊົນນະບົດຢ່າງແຂງແຮງ ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິຂອງພັກ ກໍຄື ກົດໝາຍໃນການຈັດຕັ້ງປະຕິບັດຕາແສງ ໃຫ້ເຂັ້ມແຂງ ຖ້າຫາກຮາກຖານມີຄວາມເຂັ້ມແຂງ ປະເທດຊາດ ກໍມີຄວາມເຂັ້ມແຂງ. ພ້ອມທັງ ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂບັນຫາທີ່ເຄັ່ງຮ້ອນທາງດ້ານເສດຖະກິດ-ສັງຄົມ ດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ, ຕ້ອງດັດປັບໂຄງປະກອບເສດຖະກິດ ຂະແໜງການຄືນໃໝ່, ເລັ່ງດ່ວນແຜນການກໍ່ສ້າງ ແລະ ປັບປຸງເສັ້ນທາງໃນທົ່ວປະເທດ, ການຕອບໂຕແກ້ໄຂໄພພິບັດທາງທຳມະຊາດ ແລະ ອື່ນໆ. ພ້ອມນີ້, ໄດ້ສະເໜີໃຫ້ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍໃຫ້ຈະແຈ້ງ, ຈັດລະບຽບການປົກຄອງຄືນໃໝ່, ປັບປຸງກົງຈັກໃຫ້ກະທັດຮັດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມຮັດກຸມ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດວາງອອກ. ທັງນີ້, ກໍເພື່ອແນໃສ່ເປັນພື້ນຖານໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2026-2030).

ທ່ານ ສີເຮັງ ຫອມສົມບັດ ຍັງໄດ້ຕີລາຄາສູງ ຕໍ່ບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ. ພ້ອມທັງສະໜັບສະໜູນທິດທາງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2026-2030) ຊຶ່ງຕະຫລອດໄລຍະ 5 ປີຜ່ານມາ, ເຫັນວ່າປະເທດຊາດມີສະຖຽນລະພາບ, ປະຊາຊົນບັນດາເຜົ່າ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໄດ້ເປັນຢ່າງດີ. ສຳລັບດ້ານເສດຖະກິດຖ້າທຽບໃສ່ແຜນການ 5 ປີ ເຫັນວ່າການຂະຫຍາຍຕົວຢູ່ໃນລະດັບດີສົມຄວນ ລື່ນຄາດໝາຍທີ່ວາງໄວ້, ພິເສດ ແມ່ນສາມາດຈັດເກັບລາຍຮັບເຂົ້າງົບປະມານ ໃນເງື່ອນໄຂທີ່ປະເທດພົບຄວາມຍຸງຍາກ ກວມ 18% ຂອງຈີດີພີ ເຮັດໃຫ້ປະເທດຊາດສາມາດ ຜ່ານຜ່າວິກິດການທາງດ້ານເສດຖະກິດ. ສຳລັບ ແຂວງສາລະວັນ ເຫັນວ່າ 5 ປີຜ່ານມາ, ສະພາບໂດຍລວມ ແມ່ນມີຄວາມສະຫງົບປອດໄພ, ເສດຖະກິດສືບຕໍ່ຂະຫຍາຍຕົວ ບໍ່ຕໍ່າກວ່າ 5% ຕາມຄາດໝາຍທີ່ສະພາແຫ່ງຊາດຮັບຮອງ, ການຈັດເກັບລາຍຮັບ ໃນ 2-3 ປີຜ່ານມາ ສາມາດປະຕິບັດໄດ້ເກີນແຜນ ເຮັດໃຫ້ແຂວງສາມາດແບ່ງງົບປະມານຈຳນວນໜຶ່ງໄປພັດທະນາທ້ອງຖິ່ນ.