Tuesday, September 23, 2025
Home Blog Page 56

ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາ ສູນຂໍ້ມູນແຫ່ງຊາດ ແລະ ລະບົບແລກປ່ຽນຂໍ້ມູນພາກລັດ

0

ໃນວັນທີ 26 ມິຖຸນາ 2025 ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາ ສູນຂໍ້ມູນແຫ່ງຊາດ (National Data Center) ແລະ ລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange) ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ພູນຜົນນະຄອນ ຈຳກັດ, ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ສູນ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານກຸ່ມບໍລິສັດ ພົງສະຫວັນ ພ້ອມດ້ວຍຄະນະບໍລິຫານງານຂັ້ນສູງ ຂອງກຸ່ມບໍລິສັດ ພົງສະຫວັນ ແລະ ບັນດາບໍລິສັດໃນເຄືອຂອງກຸ່ມບໍລິສັດພົງສະຫວັນ ແລະ ແຂກທີ່ມີກຽດທີ່ໄດ້ຖືກເຊີນເຂົ້າຮ່ວມ.

ດ້ວຍຄວາມເຊື່ອໝັ້ນຕໍ່ປະສົບການໃນການດໍາເນີນທຸລະກິດຂອງ ກຸ່ມບໍລິສັດ ພົງສະຫວັນ ທີ່ຄວບຄຸມຫຼາຍຂົງເຂດ ຊຶ່ງໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເປັນເວລາເກືອບ 50 ປີທີ່ຜ່ານມາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມອບສິດພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້ໃຫ້ ບໍລິສັດ ພູນຜົນນະຄອນ ຈໍາກັດ ຊຶ່ງເປັນໜຶ່ງໃນບໍລິສັດໃນເຄືອຂອງກຸ່ມພົງສະຫວັນ ດໍາເນີນການຄົ້ນຄວ້າສຶກສາບົດວິພາກເສດຖະກິດ-ເຕັກນິກ ຂອງໂຄງການລົງທຶນພັດທະນາສູນຂໍ້ມູນແຫ່ງຊາດ ແລະ ລະບົບແລກປ່ຽນຂໍ້ມູນພາກລັດ ໃນໄລຍະເວລາ 6 ເດືອນ ໂດຍມີຈຸດປະສົງແນໃສ່ ຄົ້ນຄວ້າ ສະຖານທີ່ຕັ້ງ, ອອກແບບພື້ນຖານໂຄງລ່າງ, ປະເພດ ແລະ ລະບົບເຕັກນິກຂອງໂຄງການລົງທຶນພັດທະນາສູນຂໍ້ມູນແຫ່ງຊາດ (National Data Center) ລວມທັງລະບົບຄລາວ ເພື່ອບໍລິການພາຍໃນ ແລະ ລະຫວ່າງປະເທດ (National Cloud) ແລະ ລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange).

ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວເຖິງຄວາມຮຽກຮ້ອງຕ້ອງການໃນການສ້າງສູນຂໍ້ມູນແຫ່ງຊາດທີ່ມີມາດຕະຖານສາກົນ ແລະ ລະບົບເຊື່ອມໂຍງແລກປ່ຽນຂໍ້ມູນພາກລັດ ອັນເປັນພື້ນຖານສໍາຄັນໃນການຂັບເຄື່ອນປະເທດໄປສູ່ຍຸກໃໝ່ຂອງຄວາມເປັນດິຈິຕອນຢ່າງແທ້ຈິງ ແລະ ເພື່ອຜັນຂະຫຍາຍວິໄສທັດ 30 ປີ, ຍຸດທະສາດ 20 ປີ ແລະ ແຜນພັດທະນາ 5 ປີ ໃນການຈັດຕັ້ງປະຕິບັດການຫັນເປັນດິຈິຕອນຂອງ ສປປ ລາວ. ການພັດທະນາໂຄງການນີ້ຈະເປັນໂຄງລ່າງພື້ນຖານແຫ່ງຊາດ ທີ່ຊ່ວຍຮັບຮອງ ແລະ ສະໜັບສະໜູນການພັດທະນາດິຈິຕອນໄດ້ຢ່າງຍືນຍົງ, ສາມາດຫຼີກລ່ຽງການລົງທຶນທີ່ຊໍ້າຊ້ອນ ແລະ ປະຢັດງົບປະມານໃນການບໍາລຸງຮັກສາລະບົບ.

ທ່ານ ປອ. ສອນເພັດ ອິນທະວົງ, ຮອງປະທານກຸ່ມບໍລິສັດ ພົງສະຫວັນ ແລະ ຜູ້ອຳນວຍການໃຫຍ່ ບໍລິສັດ ພູນຜົນນະຄອນ ຈຳກັດ ໄດ້ກ່າວໃນພິທີ ເຖິງຄວາມໝາຍຄວາມສຳຄັນຂອງວຽກງານດັ່ງກ່າວຕໍ່ກັບການພັດທະນາເສດຖະກິດ-ສັງຄົມດິຈິຕອນຂອງຊາດ ພ້ອມທັງໄດ້ຍົກໃຫ້ເຫັນເງື່ອນໄຂອຳນວຍຄວາມສະດວກ ແລະ ປັດໄຈຕ່າງໆພາຍໃນປະເທດ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ ເປັນຕົ້ນແມ່ນ ທີ່ຕັ້ງຂອງປະເທດລາວທີ່ເປັນຈຸດເຊື່ອມຈອດຂອງບັນດາປະເທດໃນພາກພື້ນ, ແຫຼ່ງພະລັງງານທີ່ມີລາຄາຖືກ. ການເຕີບໃຫຍ່ຂະຫຍາຍຕົວທີ່ໄວວາຂອງອຸດສາຫະກໍາສູນລວມຂໍ້ມູນ, ການບໍລິການດ້ານດິຈິຕອນ ແລະ ຄລາວຄອມພິວຕິງ (Cloud computing) ທີ່ນັບມື້ນັບເຕີບໂຕພາຍໃນປະເທດອາຊຽນ ຊຶ່ງຄາດວ່າຈະບັນລຸມູນຄ່າ 18 ຕື້ ໂດລາສະຫະລັດ ໃນປີ 2029.

ການເຊັນບົດບັນທຶກຄວາມເຂົ້າໃຈຂອງທັງສອງຝ່າຍໃນຄັ້ງນີ້ ມີຄວາມໝາຍບົ່ງບອກເຖິງການຮ່ວມມືທີ່ເປັນເອກະພາບກັນພາຍໃຕ້ອຸດົມການດຽວກັນຂອງພາກລັດ ແລະ ວິສາຫະກິດເອກະຊົນ ເພື່ອປະກອບສ່ວນເຂົ້າໃນວຽກງານການພັດທະນາລະບົບພື້ນຖານໂຄງລ່າງ ແລະ ນະວັດຕະກຳຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ກໍຄືລັດຖະບານ ສປປ ລາວ ໃຫ້ມີໃບໜ້າໃໝ່ທີ່ຈະມີຄວາມກ້າວໜ້າໃຫ້ເທົ່າທຽມກັບບັນດາປະເທດໃນພາກພື້ນ ແລະ ສາກົນ.

ບໍລິສັດ ພູນຜົນນະຄອນ ຈຳກັດ, ເປັນບໍລິສັດ ພາຍໃຕ້ກຸ່ມ ແອວເອ (LA Group) ຊຶ່ງເປັນກຸ່ມບໍລິສັດລູກໃນເຄືອຂອງ ກຸ່ມບໍລິສັດ ພົງສະຫວັນ ໄດ້ສະແດງໃຫ້ເຫັນເຖິງເຈດຈຳນົງທີ່ໜັກແໜ້ນໃນການປະກອບສ່ວນເຂົ້າໃນການພັດທະນາຂົງເຂດເສດຖະກິດດິຈິຕອນຂອງ ພັກ ແລະ ລັດຖະບານ ດ້ວຍປະສົບການ ແລະ ຄວາມພ້ອມໃນດ້ານຕ່າງໆ.

ທີ່ມາ: ຂ່າວສານເຕັກໂນໂລຊີ ແລະ ການສື່ສານ

ສະຫຼອງວັນຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງສາກົນ

0

ກົມສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີສະເຫຼີມສະຫຼອງວັນຈຸນລະວິສາຫະກິດ ວິສາຫະ ກິດຂະໜາດນ້ອຍ ແລະ ກາງສາກົນ ປະຈຳປີ 2025 ຂຶ້ນວັນທີ 27 ມິຖຸນາ 2025 ທີ່ນະຄອນຫຼວງວຽງຈັນ ມີ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ ທ່ານ ນາງ ມະນີວອນ ວົງໄຊ ຫົວໜ້າກົມສົ່ງເສີມ ຈນກ ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ອີງຕາມຍັດຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະບັບເລກທີ A/RES/71/276 ລົງວັນທີ 11 ເມສາ 2017 ໄດ້ກຳນົດເອົາວັນທີ 27 ມິຖຸນາຂອງທຸກປີ ເປັນວັນຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງສາກົນ ຫຼື International MSME Day ແລະ ໄດ້ເຊີນຊວນໃຫ້ປະເທດສະມາຊິກ ສະເຫຼີມສະຫຼອງຕາມເຫັນສົມຄວນ ສຳລັບລາວເຮົາໄດ້ຈັດງານສະເຫຼີມສະຫຼອງວັນດັ່ງກ່າວມາແລ້ວ 6 ຄັ້ງ ພາຍໃຕ້ການກຳນົດຫົວຂໍ້ຈາກອົງການສະຫະປະຊາຊາດໃນແຕ່ລະປີ ສຳລັບປີ 2025 ກະຊວງອຸດສາ ຫະກຳ ແລະ ການຄ້າໄດ້ສະເຫຼີມສະຫຼອງວັນດັ່ງກ່າວ ພາຍໃຕ້ຫົວຂໍ້ຜົນງານການຈັດຕັ້ງປະຕິບັດວຽກງານສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025.

ຈຸດປະສົງຂອງງານເພື່ອເປັນການສ້າງຄວາມຮັບຮູ້ໃນສັງຄົມກ່ຽວກັບການສົ່ງເສີມ ຈນກ ຂອງພາກລັດ ກໍຄືການສົ່ງເສີມຜູ້ປະກອບກິດຈະການ ໂດຍຜ່ານບັນດານະໂຍບາຍຕ່າງໆຂອງແຜນພັດທະນາ ຈນກ 2021-2025, ເພື່ອສະຫຼຸບຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ຈນກ ໃນ 5 ປີຜ່ານມາ ພ້ອມທັງເປັນການປຸກລະດົມໃຫ້ທົ່ວສັງຄົມເຂົ້າໃຈເຖິງຄວາມສຳຄັນ ແລະ ຫັນມາເປັນຜູ້ປະກອບກິດຈະການ ໂດຍສອດຄ່ອງກັບນະໂຍບາຍການສົ່ງເສີມ ຈນກ ຂອງລັດຖະບານໃນການສ້າງປະຊາກອນທຸລະກິດໃຫ້ເພີ່ມຂຶ້ນ ເຊິ່ງພາຍໃນງານມີການວາງສະແດງຮູບພາບການເຄື່ອນໄຫວວຽກງານສົ່ງເສີມ ຈນກ ການເສວະນາປຶກສາຫາລືແລກປ່ຽນຂໍ້ມູນຂອງພາກລັດ ແລະ ພາກທຸລະກິດກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ຈນກ ໃນ 5 ປີ ຜ່ານມາຕື່ມອີກ.

ກະຊວງປ້ອງກັນຄວາມສະຫງົບລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 25 ທີ່ ມາເລເຊຍ

0

ໂດຍໄດ້ຮັບການມອບໝາຍຈາກຄະນະພັກ-ຄະນະບັນຊາກະຊວງ ປກສ, ທ່ານ ພົຈວ ກີ້ ຈັນທະວົງສາ ຮອງຫົວໜ້າຫ້ອງວ່າການກະຊວງ ໄດ້ນໍາພາຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 25 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ (25th SOMTC and Its Related Meetings), ເຊິ່ງທັງໝົດປະກອບມີ 13 ກອງປະຊຸມ, ຈັດຂຶ້ນໃນລະຫວ່າງ ວັນທີ 23 – 27 ມິຖຸນາ 2025 ທີ່ ປູຕາຈາຢາ, ປະເທດ ມາເລເຊຍ.

ໃນກອງປະຊຸມຄັ້ງນີ້, ບັນດາປະເທດສະມາຊິກອາຊຽນ ໄດ້ປ່ຽນທັດສະນະກ່ຽວກັບສະພາບອາດຊະຍາກຳ ແລະ ຄວາມພະຍາຍາມລະດັບຊາດ, ພາກພື້ນ ແລະ ສາກົນ ໃນການຕ້ານອາຊະຍາກໍາຂ້າມຊາດ ໃນ 8 ຂົງເຂດບຸລິມາສິດຂອງອາຊຽນ ເຊັ່ນ: ການລັກລອບຄ້າຢາເສບຕິດ, ການຄ້າມະນຸດ, ການລັກລອບນໍາຄົນເຂົ້າ-ອອກເມືອງ, ອາຊະຍາກໍາທາງຄອມພິວເຕີ-ການຫຼອກລວງສໍ້ໂກງອອນລາຍ, ການກໍ່ການຮ້າຍ, ການລັກລອບຄ້າອາວຸດເສິກ, ການລັກ ລອບຄ້າສັດປ່າ ແລະ ໄມ້ຫ່ວງຫ້າມ, ແລະ ການຟອກເງິນ.

ບັນດາປະເທດສະມາຊິກອາຊຽນ ເຫັນວ່າ ບັນຫາອາຊະຍາກໍາຂ້າມຊາດທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ຮ້າຍແຮງຕໍ່ພາກພື້ນໃນປະຈຸບັນ ແມ່ນອາຊະຍາກໍາຢາເສບຕິດ, ທາງຄອມພິວເຕີ-ການຫຼອກລວງສໍ້ໂກງອອນລາຍ ແລະ ການຄ້າມະນຸດ, ເຊິ່ງບັນຫາເລົ່ານີ້ນັບມື້້ມີຄວາມຮຸ່ນແຮງ ແລະ ສະຫຼັບລັບສັບຊ້ອນຂຶ້ນເລື່ອຍໆ.

ກອງປະຊຸມໄດ້ເປັນເອກະພາບກັນໃນ 4 ບັນຫາສຳຄັນ ເຊັ່ນ:

(1) ມີຄວາມຈຳເປັນທີ່ສຸດ ທີ່ຈະຕ້ອງໄດ້ເພີ່ມທະວີການຮ່ວມມືພາຍໃນອາຊຽນ ແລະ ຮ່ວມມືກັບປະເທດຄູ່ເຈລະຈາ ເພື່ອພ້ອມກັນແກ້ໄຂໄພຂົ່ມຂູ່ດັ່ງກ່າວ ຜ່ານການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການ, ການສ້າງຄວາມອາດສາມາດລວມທັງການອອກມາດຕະການຮັບມືທີ່ສອດຄ່ອງກັບສະພາບການຕົວຈິງ.

(2) ຕໍ່ການສະເໜີໃຫ້ ຕີມໍແລັດສະແຕ, ໃນນາມຜູ້ສັງເກດ, ເຂົ້າເປັນພາຄີສົນທິສັນຍາອາຊຽນ ວ່າດ້ວຍການຕ້ານການກໍ່ການຮ້າຍ ແລະ ສົນທິສັນຍາວ່າດ້ວຍການຕ້ານການຄ້າມະນຸດ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ເພື່ອກະກຽມຄວາມພ້ອມໃນການເຂົ້າເປັນປະເທດສະມາຊິກອາຊຽນສົມບູນ;

(3) ຕໍ່ກັບການສະເໜີການສ້າງກົນໄກກອງປະຊຸມໜ່ວຍງານວິຊາການອາຊຽນ ວ່າດ້ວຍການຕ້ານການຟອກເງິນ ສໍາລັບເປັນເວທີໃຫ້ແກ່ການປຶກສາຫາລື ແລະ ຄົ້ນຄວ້າທິດທາງການຮ່ວມມືໃນລະດັບພາກພື້ນ;

(4) ຕໍ່ກັບເນື້ອໃນຮ່າງຖະແຫຼງການ 7 ສະບັບ ທີ່ຕິດພັນກັບວຽກງານຕ້ານການຟອກເງິນ, ການໄລ່ຊອກ-ໄລ່ຈັບ, ການຕ້ານການກໍ່ການຮ້າຍ, ການຕ້ານການລັກລອບນໍາຄົນເຂົ້າ-ອອກເມືອງ, ແລະ ການຕ້ານອາຊະຍາກໍາທາງຄອມພິວເຕີ-ການຫຼອກລວງສໍ້ໂກງອອນລາຍ, ເຊິ່ງຈະສືບຕໍ່ສະເໜີຂໍການຮັບຮອງຈາກກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 19 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ໃນຂັ້ນຕໍ່ໄປ.

ນອກຈາກ ການປະກອບສ່ວນຮ່ວມກັບບັນດາປະເທດສະມາຊິກອາຊຽນແລ້ວ, ຄະນະຜູ້ແທນ ສປປ ລາວ ໃນນາມປະທານ ແລະ ເຈົ້າພາບກອງປະຊຸມອາຊຽນຄັ້ງຜ່ານມາ ໄດ້ຂຶ້ນລາຍງານຜົນໄດ້ຮັບຈາກການນໍາອາຊຽນທົບທວນຄືນ 10 ຂົງເຂດວຽກງານບູລິມະສິດ ເພື່ອຕ້ານອາຊະຍາກໍາຂ້າມຊາດ, ເຊິ່ງເລີ່ມຕົ້ນນັບແຕ່ປີ 2024, ເປັນປະທານຮ່ວມກອງປະຊມເຈົ້າໜ້າທີ່ອາວຸໂສວ່າດ້ວຍຕ້ານອາຊະຍາກຳຂ້າມຊາດ ອາຊຽນ-ການາດາ ຄັ້ງທີ່ 13 ແລະ ໄດ້ພົບປະເຮັດວຽກສອງຝ່າຍກັບ ຄະນະຜຸ້ແທນ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ, ອົດສະຕຣາລີ, ການາດາ, ແລະ ສ ເກົາຫຼີ ເພື່ອປຶກສາຫາລືວຽກງານທີ່ສອງຝ່າຍໃຫ້ຄວາມສົນໃຈ.

ທີ່ມາ: ໜັງສືພິມຄວາມສະຫງົບ

ຫຼາຍບ້ານເມືອງໝຶ່ນ ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມ ການນຳເມືອງ ລົງຄື່ອນໄຫວຕິດຕາມຢ່າງໃກ້ຊິດ

0

ຕອນເຊົ້າ 27 ມີຖຸນາ 2025 ນີ້ ເມືອງຫມື່ນ ແຂວງວຽງຈັນ ເກີດມີຝົນຕົກແຮງຫຼາຍຊົ່ວໂມງຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳຫຼາຍສາຍມີລະດັບນ້ຳເພີ່ມຂຶ້ນສູງ. ການນຳເມືອງຫມື່ນ ນຳໂດຍທ່ານ ຄຳຜູ ແກ້ວດວງສີ ຮັກສາການເຈົ້າເມືອງ-ເມືອງໝື່ນ ປະທານຄະນະກຳມະການຄອບຄຸ້ມໄພພິບັດຂັ້ນເມືອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຊັ່ນ: ຫ້ອງກາແດງ, ຫ້ອງແຮງງານ-ສະຫວັດດີການສັງຄົມເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ ແລະ ຫ້ອງການອື່ນໆ ໄດ້ລົງເຄື່ອນໄຫວຕິດຕາມກວດກາສະພາບນໍ້າຖ້ວມເຂດພື້ນທີ່ຕໍ່າຄື: ບ້ານ ນ້ຳເພີນ, ບ້ານນາປ່າໄຜ່, ບ້ານ ໂພນງາມ, ໂນນໄຮ, ໂພນສີວິໄລ, ໂນນໄຮ, ນ້ຳເລົ້າ, ນາໝໍ້ ແລະ ບ້ານເມືອງຫມື່ນ ເປັນບ້ານຢູ່ລຽບຕາມແຄມນ້ຳ.

ນໍ້າຖ້ວມໃນຄັ້ງນີ້ເກີດຈາກຝົນຕົກຫລາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າຫ້ວຍ, ນໍ້າໜອງເພີ່ມຂຶ້ນຢ່າງໄວວາ, ເຮັດໃຫ້ມີນ້ຳຖ້ວມເຮືອນປະຊາຊົນ, ໂຮງຫມໍ, ນໍ້າຖ້ວມຂົວ, ນາ, ສວນປູກໄມ້ອຸດສາຫະກໍາບາງແຫ່ງນໍ້າຖ້ວມ, ເສັ້ນທາງບາງຈຸດຖືກຕັດຂາດເຮັດໃຫ້ການສັນຈອນບ້ານຕໍ່ບ້ານຂອງປະຊາຊົນທີ່ຢູ່ເຂດນັ້ນ ພົບກັບຄວາມຫຍຸ້ງຍາກລໍາບາກຫລາຍສົມຄວນ

ສະນັ້ນ, ຈຶ່ງແຈ້ງໃຫ້ປະຊາຊົນທີ່ອາໄສຢູູ່ລຽບຕາມແຄມນ້ຳ ເຂດທີ່ມີຄວາມສ່ຽງຈະຖືກຜົນກະທົບຈາກນໍ້າຖ້ວມ ໃຫ້ກະກຽມຍົກຍ້າຍສັດລ້ຽງ ແລະ ເຄື່ອງຂອງໄປໄວ້ໃນພື້ນທີ່ສູງ ແລະ ມີຄວາມປອດໄພພ້ອມໃຫ້ຕິດຕາມເຝົ້າລະວັງຕະຫລອດ 24 ຊົ່ວໂມງ

ຂ່າວ: ແຂວງວຽງຈັນອອນລາຍ.

ໄຂກອງປະຊຸມເວທີປຶກສາຫາລືດາໂວສລະດູຮ້ອນປີ 2025

0

ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 25 ມິຖຸນານີ້, ຢູ່ນະຄອນທຽນສິນ ຂອງ ສປ ຈີນ, ທ່ານ ຫລີຊຽງ ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ ຕໍ່ພິທີໄຂກອງປະຊຸມ ເວທີປຶກສາຫາລື ດາໂວສ ລະດູຮ້ອນປີ 2025. ໃນໂອກາດນີ້ ທ່ານ ຫລີຊຽງ ໄດ້ກ່າວວ່າ ໂຄງປະກອບເສດຖະກິດ ການຄ້າສາກົນ ໃນປັດຈຸບັນ ກຳລັງມີການປ່ຽນແປງ ຢ່າງເລິກເຊິ່ງ. ລະບົບເສດຖະກິດ ການຄ້າ ນັບມື້ ນັບມີຫລາຍເຄົ້າ, ກຳລັງແຮງຂອງເຂດໂລກໃຕ້ ເຕີບໂຕຢ່າງວ່ອງໄວ,ຈັງຫວະການເຕີບໂຕ ຂອງການຄ້າ ແບບດັ້ງເດີມ ຫລຸດຕ່ຳລົງ,ກົງກັນຂ້າມ ການຄ້າແບບໃໝ່ ເຕີບໃຫຍ່ຂຶ້ນ,ກົນໄກຂອງໂລກກຳລັງຖືກໂຈມຕີ, ການປະສານງານກັນ ໃນພາກພື້ນນັບມື້ ເພີ່ມຂຶ້ນ ແລະ ຄວນໄປຕາມປ່ອງລ່ອງຕາມແປວຂອງທ່າອຽງໃຫຍ່, ຖືສະຕິປັນຍາ ແລະ ຄວາມຮັບຜິດຊອບ,ມີທ່າທີອັນຕັ້ງໜ້າ ແລະ ການກະທຳ ທີ່ມີລັກສະນະສ້າງສັນ,ຍຶດໝັ້ນເສດຖະກິດໂລກາວິວັດ ຢ່າງໝັ້ນໜຽວ ບໍ່ປ່ຽນແປງ, ປົກປັກຮັກສາການຄ້າເສລີ ແລະ ລັດທິຫລາຍຝ່າຍ, ຊຸກຍູ້ເສດຖະກິດ ໃຫ້ພັດທະນາ ຢ່າງມີຄວາມໝັ້ນຄົງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ລັດຖະສະພາອີຣານ ຮັບຮອງເອົາມະຕິກ່ຽວກັບການຍຸດຕິການຮ່ວມມືກັບອົງການພະລັງງານປະລະມານູສາກົນຊົ່ວຄາວ

0

ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 25 ມິຖຸນານີ້, ລັດຖະສະພາ ອີຣານ ໄດ້ຮັບຮອງເອົາມະຕິ ກ່ຽວກັບການຍຸດຕິການຮ່ວມມືກັບອົງການພະລັງງານປະລະມານູສາກົນ ເປັນການຊົ່ວຄາວ. ມະຕິດັ່ງກ່າວຍັງຕ້ອງໄດ້ຮັບການອະນຸມັດຂັ້ນສຸດທ້າຍຈາກຄະນະກຳມະການຄວາມໝັ້ນຄົງແຫ່ງຊາດ ສູງສຸດອີຣານ. ກ່ອນໜ້ານີ້, ທ່ານ ຣາປາເອວ ມາເຣຍໂນ ໂກຼສຊີ. ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ ກ່າວວ່າອົງການພະລັງງານປາລະມານູສາກົນ ບໍ່ຮູ້ອີຣານ ໄດ້ຍົກຍ້າຍທາດຢູເຣນຽມ ຂຸ້ນເອົາໄປໄວ້ແລ້ວ ແລະ ອີຣານ ອາດຈະໃຊ້ມາດຕະການພິເສດເພື່ອປົກປັກຮັກສາວັດສະດຸຕ່າງໆ ໃນສິ່ງກໍ່ສ້າງນິວເຄລຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ດຳເນີນການບັງຄັບໃຊ້ກົດໝາຍ ແລະລາດຕະເວນຮ່ວມຕາມລຳແມ່ນ້ຳຂອງ ລະຫວ່າງ ສປ ຈີນ-ສປປ ລາວ-ມຽນມາ-ໄທ ຄັ້ງທີ 154

0

ວິທະຍຸສາກົນແຫ່ງ ສປ ຈີນ, ກຳ​ປັ່ນຂອງ ສປ ​ຈີນ ​ເລກ​ທີ 53101, 53107 ແລະ 53108 ໄດ້​ອອກ​ເດີນ​ທາງ​ ຈາກ​ທ່າ​ກຳ​ປັ່ນ​ຕຳຫລວດ​ຈິງ​ຮ່າ ແລະ​ ກ່ວນ​ເລີຍ​ ຂອງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ແຂວງ​ຢູ​ນ​ນານ ​ຂອງ​ສປ ຈີນ. ພ້ອມ​ດຽວ​ກັນ​ນັ້ນ, ກຳ​ປັ່ນ​ຂອງ​ ສປປ ລາວ, ມຽນ​ມາ ແລະ​ ໄທ ​ຕ່າງ​ໄດ້​ອອກ​ເດີນ​ທາງ​ ຈາກ​ທ່າ​ເຮືອ ຫລື ທ່າ​ກຳ​ປັ່ນ​ຂອງ​ປະ​ເທດ​ຕົນ, ສີ່​ຝ​າຍ​ໄດ້​ເຕົ້າ​ໂຮມ​ກັນ​ ຢູ່​ເຂດ​ຕອນ​ໜຶ່ງ​ຂອງ​ແມ່​ນ້ຳ​ຂອງ​ແລ້ວ ​ສ້າ​ງ​ຕັ້ງ​ເປັນ​ກອງ​ກຳ​ປັ່ນ ​ບັງຄັບໃຊ້ກົດໝາຍ ແລະ ລາດຕະເວນຮ່ວມ ເພື່ອ​ດຳ​ເນີນ​ ການບັງຄັບໃຊ້ກົດໝາຍ ແລະ ລາດຕະເວນຮ່ວມຕາມລຳແມ່ນ້ຳຂອງ ລະ​ຫວ່າງ ສປ ​ຈີນ-ສປປ ລາວ-ມຽນ​ມາ-ໄທ ຄັ້ງ​ທີ 154.

ເນື່ອງ​ໃນ​ໂອ​ກາດ ​ວັນ​ສາ​ກົນ ​ຕ້ານ​ຢາ​ເສບ “ ​ວັນ​ທີ26 ມິ​ຖຸ​ນາ” ຄັ້ງ​ທີ 38 ໄດ້​ໝູນ​ວຽນ​ມາ​ເຖິງ, ກ່ອນ​ຈັດ​ການ​ເຄື່ອນ​ໄຫວ, ພາກ​ສ່ວນ​​ບັງ​ຄັບ​ໃຊ້​ກົດ​ໝາຍ ​ທີ່​ກ່ຽວ​ຂ້ອງ​​ຈາກ 4 ປະ​ເທດ ​ໄດ້​ຮ່ວມ​ກັນ​ຈັດ​ກອ​ງ​ປະ​ຊຸມ ​ຜູ້​ບັນ​ຊາ​ການ​ຢູ່​ກອງ​ບັ​ນ​ຊາ​ການ ບັງຄັບໃຊ້ກົດໝາຍ ແລະ ລາດຕະເວນ ຮ່ວມຕາມລຳແມ່ນ້ຳຂອງ ລະ​ຫວ່າງ​ ສປ ຈີນ-ສປປ ລາວ-ມຽນ​ມາ-ໄທ​ທີ່​ຕັ້ງ​ຢູ່​ທ່າ​ກຳ​ປັ່ນ​ກ່ວນ​ເລີຍ​ຂອງ​​ ສປ ຈີນ ເພື່ອ​ຮ່ວມ​ກັນ ​ຄົ້ນ​ຄວ້າ ແລະ ​ວາງ​ແຜ​ນ​ດຳ​ເນີນ​ງານ ພ້ອມ​ທັງ​ ເລີ່ມ​ຕົ້ນ​ກິດ​ຈະ​ກຳ​ຕ່າງໆ​ກ່ຽວ​ກັບ ​ການ​ໂຄ​ສະ​ນາ​ ການ​ຕ້ານ​ຢາ​ເສບ​ຕິດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ອີຢູ ບັນລຸໄດ້ຂໍ້ຕົກລົງຕໍ່ກຳນົດເວລາຮຽກຮ້ອງລະດັບສະສົມອາຍແກັດ

0

ວິທະຍຸກະຈາຍສຽງຫວຽດນາມ, ລັດຖະສະພາ ເອີຣົບ ແລະ ບັນດາ ປະເທດ ສະມາຊິກ ສະຫະພາບ ເອີຣົບ (EU) ບັນລຸໄດ້ຂໍ້ຕົກລົງ ຕໍ່ກຳນົດເວລາ ຂໍ້ກຳນົດຮຽກຮ້ອງ ບັນດາປະເທດສະມາຊິກ ຮັກສາສາງສະສົມ ອາຍແກັດ ໃຫ້ຢູ່ໃນລະດັບ 90% ກ່ອນຈະຮອດ ລະດູໜາວ. ມາດຕະການນີ້ ໄດ້ຍົກອອກມາ ເພື່ອແນໃສ່ສະກັດກັ້ນ ຄວາມສ່ຽງ ຂາດແຄນແຫລ່ງພະລັງງານ ພາຍຫລັງ ການປະທະກັນ ລະຫວ່າງ ຣັດເຊຍ-ອູແກຣນ ເກີດຂຶ້ນ. ຕາມແຈ້ງການຂອງສະພາ EU ເຊິ່ງເປັນອົງການຕາງໜ້າ ໃຫ້ແກ່ລັດຖະບານ 27 ປະເທດ ສະມາຊິກແລ້ວ, ຂໍ້ຕົກລົງໃນເບື້ອງຕົ້ນ ຈະແກ່ຍາວ ຜົນສັກສິດ ຂອງຂໍ້ກຳນົດ ເຫລົ່ານັ້ນ ຮອດທ້າຍປີ 2027. ຕາມຄະນະ ກຳມະການ ເອີຣົບ, ບັນດາສາງສະສົມ ອາຍແກັດ ໃນປັດຈຸບັນ ພຽງແຕ່ຕອບສະໜອງ ໄດ້ປະມານ 30% ລະດັບການຈຳໜ່າຍອາຍແກັດ ຂອງກຸ່ມໃນລະດູ ໜາວເທົ່ານັ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຈູດທຳລາຍຢາເສບຕິດ ໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

0

ກະຊວງປ້ອງກັນຄວາມສະຫງົບ ຈັດພິທີຈູດທຳລາຍຢາເສບຕິດ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ ຄົບຮອບ 38 ປີ ໃນວັນທີ 26 ມິຖຸນາ 2025 ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີຜູ້ຕາງໜ້າອົງການພຸດທະສາສະໜາສໍາພັນລາວ, ບັນດາການນຳພັກ-ລັດ, ທູຕານຸທູດ, ຊາວໜຸ່ມ-ເຍົາວະຊົນ ແລະ ມວນຊົນ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ ເຊິ່ງຢາເສບຕິດທີ່ນຳມາຈູດທໍາລາຍໃນຄັ້ງນີ້ ແມ່ນຢາເສບຕິດ ຈາກຄະດີທີ່ສານໄດ້ຕັດສິນເດັດຂາດແລ້ວ. ໃນນັ້ນ, ປະກອບມີ: ເຮໂລອິນ, ຢາໄອສ໌, ຢາບ້າ ແລະ ອື່ນໆ.

ໃນພິທີ ທ່ານ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານ ຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ລາຍງານສະພາບການແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ ໃນ 1 ປີຜ່ານມາວ່າ: ສະພາບການແຜ່ລະບາດຂອງຢາເສບຕິດຢູ່ໃນໂລກ ແລະ ພາກພື້ນໄດ້ຂະຫຍາຍເປັນວົງກວ້າງໃນທົ່ວທຸກມຸມໂລກ ໄດ້ເພີ່ມທະວີຄວາມຮຸນແຮງເປັນອັນຕະລາຍ ກາຍເປັນໄພຂົ່ມຂູ່ຕໍ່ສະພາບການພັດທະນາເສດຖະກິດ, ວັດທະນາທໍາ-ສັງຄົມ ກໍຄື ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງບັນດາປະຊາຊາດຢູ່ໃນໂລກ. ປະເທດລາວ ກໍແມ່ນປະເທດໜຶ່ງ ທີ່ພວມປະເຊີນໜ້າຕໍ່ກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດ ດ້ວຍເຫດນັ້ນ, ພັກ-ລັດ ຖະບານ, ກະຊວງປ້ອງກັນຄວາມສະຫງົບ, ບັນດາກະຊວງ, ອົງການ, ອໍານາດການປົກຄອງທ້ອງຖິ່ນ ໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບຸລິມະສິດທີ່ສຳຄັນ ໂດຍໄດ້ສົມທົບຫລາຍມາດ ຕາການເພື່ອແກ້ໄຂບັນ ຄື: ໄດ້ເອົາໃຈໃສ່ເຮັດວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການໂຄສະນາສຶກສາອົບຮົມເຜີຍແຜ່ກົດໝາຍຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ, ໄດ້ອອກໃບຢັ້ງຢືນຮັບຮອງບໍລິ ສັດເຂົ້າຮ່ວມໂຄງການປູກພືດທົດແທນການປູກຝິ່ນ ຢູ່ແຂວງພາກເໜືອ ມີປະຊາຊົນໄດ້ຮັບຜົນປະ ໂຫຍດ 58.185 ຄອບຄົວ, ຕໍ່ກັບເປົ້າໝາຍຜູ້ເສບຢາເສບຕິດ(ຜູ້ຖືກເຄາະຮ້າຍ) ໄດ້ນໍາເຂົ້າສູນບໍາບັດ-ປິ່ນປົວ, ຟື້ນຟູສຸຂະພາບ ທີ່ມີໃນທົ່ວປະເທດ 14 ສູນ. ໃນປີ 2024 ມີທັງໝົດ 8.476 ຄົນ, ຍິງ 392 ຄົນ (ໃນນັ້ນປິ່ນປົວດີແລ້ວ ກັບຄືນບ້ານ ມີ 5.427 ຄົນ,ຍິງ 276 ຄົນ, ສືບຕໍ່ປິ່ນປົວ 3.049 ຄົນ, ຍິງ 96 ຄົນ); ສາມາດສ້າງບ້ານປອດຢາເສບຕິດ ໄດ້ 3.222 ບ້ານ; ສ້າງບ້ານປອດຄະດີ ໄດ້ 2.899 ບ້ານ; ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດ ໄດ້ 5.917 ແຫ່ງ; ສ້າງສຳນັກງານອົງການ, ກໍາລັງປະກອບອາວຸດ ປອດຢາເສບຕິດ ມີຈໍານວນເພີ່ມຂຶ້ນໃນແຕ່ລະໄລຍະ; ໄດ້ມີການພົວພັນຮ່ວມມືກັບບັນດາປະເທດເພື່ອມິດ, ອົງການຈັດຕັ້ງສາກົນ, ບັນດາປະເທດທີ່ມີຊາຍແດນຕິດຈອດ ເພື່ອຮ່ວມກັນຄົ້ນຄວ້າປຶກສາຫາລື, ປ້ອງກັນ ເຮັດວຽກງານຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ; ໄດ້ປະຕິ ບັດມາດຕະການທາງດ້ານກົດໝາຍ ສາມາດແກ້ໄຂ-ມ້າງລາຍຄະດີຢາເສບຕິດ ໄດ້ 4.158 ເລື່ອງ, ຈັບຜູ້ຖືກຫາໄດ້ 6.297 ຄົນ, ຍິງ 608 ຄົນ; ສາມາດຍຶດຢາເສບຕິດ, ພາຫະນະ ແລະ ຊັບສິນອື່ນໆ ເປັນຈຳນວນຫລວງຫລາຍ.

ຂ່າວ: ໜັງສືພິມຄວາມສະຫງົບ

ຜົນສຳເລັດການຮັບຮອງກົດໝາຍ 10 ສະບັບ ຂອງສະພາແຫ່ງຊາດ

0

ວັນທີ 26 ມິຖຸນາ 2025 ນີ້, ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳ, ປະ ທານກຳມາທິການກົດໝາຍ ສະພາແຫ່ງຊາດ ຊຸດທີ IX ໄດ້ຖະແຫລ່ງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສຳ ເລັດການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ດໍາເນີນແຕ່ວັນທີ 9 ມິຖຸນາ ເປັນຕົ້ນມາ. ກອງປະຊຸມໄດ້ຄົ້ນຄວ້າ ພິຈາລະ ນາຮັບຮອງເອົາເນື້ອໃນທີ່ສໍາຄັນຫລາຍບັນຫາ, ພິຈາລະນາປະກອບຄໍາເຫັນໃສ່ເນື້ອໃນຮ່າງກົດໝາຍ 10 ສະບັບ ຕາມແຜນເບື້ອງຕົ້ນ 8 ສະບັບ, ແຕ່ອີງຕາມຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ ແລະ ຮີບດ່ວນ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເພີ່ມເຂົ້າຕື່ມອີກ 2 ສະບັບ ທັງໝົດ 10 ສະບັບ. ໃນນີ້, ມີກົດໝາຍ ສ້າງໃໝ່ 5 ສະບັບ ແລະ ກົດໝາຍປັບປຸງ 5 ສະບັບ.

ກົດໝາຍສ້າງໃໝ່ 5 ສະບັບປະກອບມີ: ຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ ເຊິ່ງແມ່ນອົງການໄອຍະການປະຊາຊົນສູງສຸດ ເປັນຜູ້ສະເໜີ ມີຜູ້ແທນເຂົ້າຮ່ວມທັງໝົດ 146 ທ່ານ, ຜູ້ແທນປະ ກອບຄໍາເຫັນທັງໝົດ 33 ທ່ານ, ຍິງ 8 ທ່ານ, ຄະແນນສຽງເຫັນດີ 140 ທ່ານ ກວມເອົາ 97,22%, ບໍ່ເຫັນດີ 4 ທ່ານ ກວມເອົາ 2,27% ແລະ ບໍ່ອອກສຽງ 0 ທ່ານ; ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ ສະເໜີໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຜູ້ແທນເຂົ້າຮ່ວມທັງໝົດ 148 ທ່ານ, ປະກອບຄໍາເຫັນ 38 ທ່ານ, ຍິງ 10 ທ່ານ, ຄະແນນສຽງເຫັນດີ 143 ທ່ານ ກວມເອົາ 97,94%, ບໍ່ເຫັນດີ 2 ທ່ານ ກວມເອົາ 1,36% ແລະ ບໍ່ອອກສຽງ 1 ທ່ານ ກວມເອົາ 0,68%; ຮ່າງກົດໝາຍວ່າດ້ວຍສາມັນສຶກສາ ສະເໜີໂດຍ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ແທນເຂົ້າຮ່ວມທັງໝົດ 149 ທ່ານ, ປະກອບຄໍາເຫັນ 35 ທ່ານ, ຍິງ 8 ທ່ານ, ຄະແນນສຽງເຫັນດີ 138 ທ່ານ ກວມເອົາ 92,61%, ບໍ່ເຫັນດີ 9 ທ່ານ ກວມເອົາ 6,04% ແລະ ບໍ່ອອກສຽງ 2 ທ່ານ ກວມເອົາ 1,34%; ຮ່າງກົດໝາຍວ່າດ້ວຍການປູກຝັງ ສະເໜີໂດຍ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ມີຜູ້ແທນເຂົ້າຮ່ວມທັງໝົດ 148 ທ່ານ, ປະກອບຄໍາ 34 ທ່ານ, ຍິງ 7 ທ່ານ, ຄະແນນສຽງເຫັນດີ 145 ທ່ານ ກວມເອົາ 97,97%, ບໍ່ເຫັນດີ 3 ທ່ານ ກວມເອົາ 2,02% ແລະ ບໍ່ອອກສຽງ 0 ທ່ານ ກວມເອົາ 0%; ຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ສະເໜີໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຜູ້ແທນເຂົ້າຮ່ວມທັງໝົດ 142 ທ່ານ, ປະກອບຄໍາເຫັນ 37 ທ່ານ, ຍິງ 4 ທ່ານ, ຄະແນສຽງເຫັນດີ 132 ທ່ານ ກວມເອົາ 93,61%, ບໍ່ເຫັນດີ 9 ທ່ານ ກວມເອົາ 6,38% ແລະ ບໍ່ອອກສຽງ 0 ທ່ານ ກວມເອົາ 0%.

ກົດໝາຍປັບປຸງ ມີ 5 ສະບັບ ຄື: ຮ່າງກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ສະເໜີໂດຍ ສານປະຊາຊົນສູງສຸດ ມີຜູ້ແທນເຂົ້າຮ່ວມທັງໝົດ 149 ທ່ານ, ປະ ກອບຄໍາເຫັນທັງໝົດ 6 ທ່ານ, ຄະແນນສຽງເຫັນດີ 137 ທ່ານ ກວມເອົາ 91,94%, ບໍ່ເຫັນດີ 9 ທ່ານ ກວມເອົາ 6,04% ແລະ ບໍ່ອອກສຽງ 3 ທ່ານ ກວມເອົາ 2,01%; ຮ່າງກົດໝາຍວ່າດ້ວຍຢາ ແລະ ຜະ ລິດຕະພັນການແພດ ສະເໜີໂດຍ ກະຊວງສາທາລະນະສຸກ ມີຜູ້ແທນເຂົ້າຮ່ວມທັງໝົດ 142 ທ່ານ, ປະກອບຄໍາເຫັນ 19 ທ່ານ, ຍິງ 4 ທ່ານ, ຄະແນນສຽງເຫັນດີ 138 ທ່ານ ກວມເອົາ 97,18%, ບໍ່ເຫັນດີ 4 ທ່ານ ກວມເອົາ 2,81% ແລະ ບໍ່ອອກສຽງ 0 ທ່ານ ກວມເອົາ 0%; ຮ່າງກົດໝາຍວ່າດ້ວຍຊົນລະ ປະທານ ສະເໜີໂດຍ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ມີຜູ້ແທນເຂົ້າຮ່ວມທັງໝົດ 141 ທ່ານ,ປະກອບຄໍາເຫັນ 11 ທ່ານ, ຍິງ 2 ທ່ານ, ຄະແນນສຽງເຫັນດີ 136 ທ່ານ ກວມເອົາ 97,14%, ບໍ່ເຫັນດີ 4 ທ່ານ ກວມເອົາ 2,85% ແລະ ບໍ່ອອກສຽງ 0 ທ່ານ ກວມເອົາ 0%; ຮ່າງກົດໝາຍວ່າດ້ວຍອາ ກອນລາຍໄດ້ ສະເໜີໂດຍກະຊວງການເງິນ ມີຜູ້ແທນເຂົ້າຮ່ວມ 142 ທ່ານ, ປະກອບຄໍາເຫັນ 19 ທ່ານ, ຍິງ 2 ທ່ານ, ຄະແນນສຽງເຫັນດີ 131 ທ່ານ ກວມເອົາ 92,25%, ບໍ່ເຫັນດີ 10 ທ່ານ ກວມເອົາ 7,04% ແລະ ບໍ່ອອກສຽງ 1 ທ່ານ ກວມ 0,7%; ຮ່າງກົດໝາຍວ່າດ້ວຍປ້າຍ ສະເໜີໂດຍ ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ ເປັນຜູ້ສະເໜີມີຜູ້ແທນເຂົ້າຮ່ວມ 143 ທ່ານ, ປະກອບຄໍາເຫັນ 10 ທ່ານ, ຍິງ 5 ທ່ານ, ຄະແນນສຽງເຫັນດີ 128 ທ່ານ ກວມເອົາ 89,51%, ບໍ່ເຫັນດີ 13 ທ່ານ ກວມເອົາ 9,09% ແລະ ບໍ່ອອກສຽງ 2 ທ່ານ ກວມເອົາ 1,39%.

ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ 10 ສະບັບນີ້, ແມ່ນຜົນສໍາເລັດທີ່ສໍາຄັນໃນການຈັດ ຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ແລະ ແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2025, ທັງເປັນການປະກອບສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາ ຫະນະໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ, ສະກັດກັ້ນ ແລະ ຕ້ານບັນດາປາກົດ ການຫຍໍ້ທໍ້ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນສັງຄົມ, ປະກອບສ່ວນໃນການສ້າງລັດເຮົາໃຫ້ເປັນລັດປະຊາທິປະໄຕ ທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນ. ບັນດາກົດໝາຍເຫລົ່ານັ້ນ ເຖິງວ່າໄດ້ຮັບ ຮອງເອົາແລ້ວກໍຕາມ ກໍາມາທິການກົດໝາຍ ຍັງຈະໄດ້ສືບຕໍ່ປະສານສົມທົບກັບກໍາມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ, ຄະນະຮັບຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ, ຮຽບຮຽງເນື້ອໃນ ໃຫ້ສໍາເລັດສົມບູນ ເພື່ອລາຍງານຕໍ່ກອງຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ກ່ອນນໍາສະເໜີປະທານສະພາແຫ່ງຊາດ ພິຈາລະນາລົງລາຍເຊັນແລ້ວ ນໍາສະເໜີທ່ານປະທານປະເທດ ພິຈາລະ ນາ ອອກລັດຖະດໍາລັດປະກາດໃຊ້ ຢ່າງເປັນທາງການ ຕາມລະບຽບການທີ່ກໍານົດໄວ້.