Tuesday, September 23, 2025
Home Blog Page 55

ແຈ້ງເຕືອນຝົນຕົກໜັກ ນ້ຳຖ້ວມ ແລະ ດິນເຈື່ອນ ປະຈຳວັນທີ 03 ກໍລະກົດ 2025

0

ຮ່ອງຄວາມກົດດັນອາກາດຕ່ຳ ຫລື ຮ່ອງຝົນ ຍັງພາດຜ່ານພາກເໜືອ ຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຢູ່ເກືອບທົ່ວໄປ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະພາກສ່ວນ ຜູ້ທີ່ອາໄສຢູ່ໃກ້ລຽບຕາມແມ່ນ້ຳ ແລະ ເຂດພື້ນທີ່ຕ່ຳ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກຕິດຕໍ່ກັນຫລາຍວັນທີ່ຈະເຮັດໃຫ້ເກີດ ດິນເຈືື່ອນ, ນ້ຳຖ້ວມຊຸ ແລະ ນ້ຳຖ້ວມຍືື່ງ ທີ່ຈະສົ່ງຜົນເສຍຫາຍແກ່ຊີວິດ ແລະ ຊັບສິນອັນມີຄ່າ, ສຳລັບຜູ້ທີ່ຈະເດີນທາງຜ່ານພູສູງ ຕ້ອງໄດ້ກວດສອບສະພາບອາກາດ, ສະພາບຫົນທາງ ແລະ ສະພາບຍານພາຫະນະ ກ່ອນອອກເດີນທາງ. ພ້ອມນີ້ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ເກົາຫລີ ສະໜັບສະໜູນ ການເພີ່ມທະວີຄວາມປອດໄພດ້ານການບິນ

0

ລັດຖະບານ ສາທາລະນະລັດ ເກົາຫລີ (ສ ເກົາຫລີ) ໃຫ້ທຶນຊ່ວຍເຫລືອລ້າພາຍໃຕ້ໂຄງ ການແບ່ງປັນຄວາມຮູ້ໄລຍະທີ 2 (KSP) ໃນຫົວຂໍ້ “ໂຄງການປັບປຸງລະບົບການດຳເນີນງານດ້ານການ ບິນ ຢູ່ສະໜາມບິນສາກົນຫລວງພະບາງ” ຈັດພິທີເປີດໂຄງການຢ່າງເປັນທາງການ ໃນວັນທີ 2 ກໍລະ ກົດ 2025 ຢູ່ນະຄອນຫລວງວຽງຈັນ. ທັງນີ້ ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບກວດກາຄວາມປອດໄພດ້ານການບິນຂອງ ສ ປປ ລາວ ແລະ ເສີມສ້າງຄວາມສາມາດໄລຍະຍາວຂອງຜູ້ຊ່ຽວຊານດ້ານການບິນ ຕາມມາດຕະຖານສາກົນ.

ໂຄງການແບ່ງປັນຄວາມຮູ້ໄລຍະ 2 ນີ້, ແມ່ນສືບຕໍ່ມາຈາກຄວາມສຳເລັດຂອງໂຄງການໄລ ຍະທີ 1 ເຊິ່ງດຳເນີນໂຄງການແຕ່ປີ 2023-2024 ພາຍໄຕ້ຫົວຂໍ້ “ການປັບປຸງນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ແລະ ສິ້ນສຸດລົງໃນເດືອນ ກັນຍາ ປີ 2024 ເຊິ່ງໂຄງການ KSP ໄລຍະ 1 ແມ່ນແນໃສ່ ການອອກແບບຄືນໃໝ່ຂອງລະບົບວົງຈອນບິນ ແລະ ການປັບຮູບແບບພື້ນທີ່ຄວບຄຸມ Terminal(TMA), ການຈັດຝຶກອົບຮົມ ແລະ ບັນດາໂຄງການລິເລີ່ມຕ່າງໆ ເພື່ອຊຸກຍູ້ການຮ່ວມມື ແລະ ສົ່ງເສີມຄວາມຊໍານານດ້ານວິຊາການ. ສ່ວນໄລຍະທີ 2 ແມ່ນສຸມໃສ່ສ້າງຄວາມເຂັ້ມແຂງດ້ານຄວາມສາມາດວິຊາການຂອງສະໜາມບິນ ໂດຍການສ້າງລະບົບການຝຶກອົບຮົມຜູ້ກວດກາຄວາມປອດໄພດ້ານການບິນ. ໂຄງການນີ້ ແມ່ນເພື່ອພັດທະນາຫລັກສູດການສອນ ທີ່ສອດຄ່ອງກັບມາດຕະ ຖານ ແລະ ແນວທາງທີ່ກຳນົດໂດຍອົງການການບິນພົນເຮືອນລະຫວ່າງປະເທດ (ICAO), ພ້ອມທັງ ວາງພື້ນຖານໃຫ້ແກ່ ການພັດທະນາໃນໄລຍະຍາວຂອງຜູ້ຊ່ຽວຊານດ້ານການບິນໃນລາວ. ໂຄງການດັ່ງກ່າວ ແມ່ນມີຄວາມສອດຄ່ອງກັບຄວາມຕ້ອງການ ຂອງກົມການບິນພົນລະເຮືອນຂອງລາວ ໂດຍສະເພາະໃນໄລຍະການກະກຽມຄວາມພ້ອມ ສຳລັບໂປແກຣມກວດສອບຄວາມປອດໄພສາກົນ ICAO (USOAP) ໃນປີ 2026.

ໂອກາດນີ້, ທ່ານ ຄິມ ຈອງ ຣອລ (Kim Jeong Ryeol) ທີ່ປຶກສາອາວຸໂສຂອງໂຄງການ KSP ອະດີດຮອງລັດຖະມົນຕີກະຊວງທີ່ດິນ ພື້ນຖານໂຄງລ່າງ ແລະ ການຂົນສົ່ງຂອງ ສ ເກົາຫລີ ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງພື້ນຖານໂຄງລ່າງດ້ານການບິນ ທີ່ເປັນກຳລັງຊຸກຍູ້ການເຕີບໂຕດ້ານເສດຖະກິດ ແລະ ການເຊື່ອມຕໍ່ທົ່ວໂລກ, ລະບົບຄວາມປອດໄພທີ່ເຂັ້ມແຂງແມ່ນກຸນແຈສຳຄັນໃນການສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ການລົງທຶນຂອງຕ່າງປະເທດ.

ທ່ານ ຄຳຫລ້າ ພົມມະວັນ ຫົວໜ້າກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ສ ເກົາຫລີ ແມ່ນຖືກຍອມຮັບໃນລະດັບສາກົນ ວ່າມີຂະແໜງການບິນທີ່ກ້າວ ໜ້າ. ການຮຽນຮູ້ຈາກ ສ ເກົາຫລີ ແມ່ນທິດທາງທີ່ຖືກຕ້ອງຂອງປະເທດລາວ. ການກວດສອບຂອງ ICAO ທີ່ຈະມາເຖິງ ໄດ້ຊີ້ໃຫ້ເຫັນຄວາມຕ້ອງການອັນຮີບດ່ວນ ສໍາລັບຜູ້ກວດກາການບິນທີ່ມີຄຸນວຸທິ ແລະ ໂຄງການນີ້ແມ່ນກົງກັບຄວາມຕ້ອງການດັ່ງກ່າວ. ມະຫາວິທະຍາໄລການບິນເກົາຫລີ ໄດ້ຖືກຄັດເລືອກໃຫ້ເປັນຜູ້ດຳເນີນໂຄງການນີ້.

ໂຄງການແບ່ງປັນຄວາມຮູ້ (KSP) ແມ່ນໂຄງການໃຫ້ແນວທາງດ້ານນະໂຍບາຍວິຊາການ ແລະ ການຮ່ວມມືພັດທະນາຂອງ ສ ເກົາຫລີ ທີ່ໄດ້ຮັບການສະໜັບສະໜູນຈາກກະຊວງເສດຖະກິດ ແລະ ການເງິນ ສ ເກົາຫລີ, ດຳເນີນງານໂດຍອົງການ KOTRA ເຊິ່ງໂຄງການດັ່ງກ່າວ ແມ່ນສົ່ງເສີມການຖ່າຍທອດປະສົບການການພັດທະນາ ແລະ ຄວາມຮູ້ ຂອງ ສ ເກົາຫລີ ໃຫ້ກັບບັນດາປະເທດຄູ່ຮ່ວມມືຍຸດທະສາດ ໂດຍເນັ້ນໃສ່ການເສີມສ້າງຄວາມອາດສາມາດແບບຍືນຍົງ.

ໂຄງການ KSP (2024-2025) ຄາດວ່າຈະສິ້ນສຸດໃນທ້າຍປີນີ້ ແລະ ຈະສາມາດສ້າງຄວາມເຂັ້ມແຂງ ໃຫ້ຂະແໜງການບິນ ໂດຍສະເພາະ ຫລັກສູດການຝຶກອົບຮົມ ແລະ ການກະກຽມຂອງຂະ ແໜງການບິນລາວ ສຳລັບການກະກຽມການກວດສອບດ້ານຄວາມປອດໄພ.

ໂຄງການນີ້ ເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງ ສ ເກົາຫລີ-ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງສອງປະເທດໃນການສ້າງລະບົບການບິນທີ່ປອດໄພ, ຍືນຍົງ ແລະ ສອດຄ່ອງກັບລະບົບການບິນສາກົນ.

ສະຫລອງການສ້າງຕັ້ງສາຍພົວພັນການທູດລາວ-ສະຫະລັດອາເມລິກາ ຄົບຮອບ 70 ປີ

0

ພິທີສະເຫລີມສະຫລອງ ເນື່ອງໃນໂອກາດວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອາເມລິກາ ແລະ ວັນຄົບຮອບ 249 ປີ ແຫ່ງການປະ ກາດເອກະລາດຂອງ ສ ອາເມລິກາ ຈັດຂຶ້ນໃນວັນທີ 2 ກໍລະກົດ 2025 ຢູ່ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ, ມີ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ແຫ່ງ ສ ອາເມລິກາ ປະຈໍາ ສປປ ລາວ, ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ລາວ ເຂົ້າຮ່ວມ.

ໃນພິທີ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ແລະ ທ່ານ ເອກອັກຄະລັດຖະທູດ ນາງ ແຮັດເຕີ ວາເຣຍອາວາ ໄດ້ຜັດປ່ຽນກັນຂຶ້ນກ່າວຄໍາເຫັນ ໂດຍສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ອາເມລິກາ ຕະ ຫລອດໄລຍະ 70 ປີຜ່ານມາ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 10 ສິງຫາ 1955. ເຖິງແມ່ນວ່າ ສປປ ລາວ ແລະ ສ ອາເມລິກາ ຈະຜະເຊີນກັບຊ່ວງເວລາທີ່ຫຍຸ້ງຍາກໃນອະດີດກໍຕາມ, ແຕ່ສອງຝ່າຍກໍໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຮັກສາ ແລະ ສົ່ງເສີມສາຍພັນທີ່ດີຮ່ວມກັນ ຈົນນໍາໄປສູ່ການຍົກລະດັບສາຍພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືແບບກວມລວມ ໃນໄລຍະການເດີນທາງຢ້ຽມຢາມລັດຖະກິດ ຄັ້ງປະຫວັດສາດ ຢູ່ ສປປ ລາວ ຂອງ ທ່ານ ປະທານາທິບໍດີ ບາຣັກ ໂອບາມາ ໃນປີ 2016. ນັບແຕ່ນັ້ນມາ, ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ພົວພັນເຊິ່ງກັນ ແລະ ກັນໃນຫລາຍລະດັບ ເພື່ອຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ບົນພື້ນຖານຄວາມເຄົາລົບ, ຄວາມເຂົ້າໃຈ, ສະໜັບສະໜູນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ພ້ອມທັງໄດ້ມີການສະໜັບສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄື ການສ້າງສັນຕິພາບ ແລະ ການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

ສປປ ລາວ ແລະ ສ ອາເມລິກາ ໄດ້ມີການພົວພັນຮ່ວມມືກັນໃນຫລາຍຂົງເຂດ ເຊັ່ນ: ການສຶກສາ, ສາທາລະນະສຸກ, ການຄ້າ, ການລົງທຶນ, ການບັງຄັບໃຊ້ກົດໝາຍ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ການຄົ້ນຫາສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ແລະ ອື່ນໆ. ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານມະນຸດສະທໍາໃຫ້ແກ່ ອາເມລິກາ, ມາຮອດປັດຈຸບັນ ສອງຝ່າຍສາມາດຄົ້ນພົບສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມແລ້ວ 294 ກໍລະນີ ໃນຈໍານວນທັງໝົດ 576 ກໍລະນີ. ນອກຈາກການຮ່ວມມືສອງຝ່າຍແລ້ວ, ລາວ ແລະ ອາເມລິ ກາ ຍັງໄດ້ເຮັດວຽກຮ່ວມກັນ ເພື່ອສົ່ງເສີມການຮ່ວມມືພາກພື້ນ ແລະ ສາກົນ ໂດຍຜ່ານຫລາຍຂອບການຮ່ວມມື ເຊັ່ນ: ອົງການສະຫະປະຊາຊາດ, ອາຊຽນ ແລະ ຂອບການຮ່ວມມື ແມ່ຂອງ-ອາເມລິກາ ອີກດ້ວຍ.

ຂ່າວ-ພາບ: ກຕທ

ເຜີຍແຜ່ຄວາມຮູ້ໃນແຈ້ງເຕືອນໄພລ່ວງໜ້າສຳລັບຄົນທີ່ມີຄວາມບົກຜ່ອງທາງຮ່າງກາຍ

0

ອົງການອາຫານໂລກ ຮ່ວມກັບ ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກົມສະຫວັດດີການສັງຄົມຈັດເຜີຍແຜ່ຄວາມຮູ້ກ່ຽວກັບແຈ້ງເຕືອນໄພລ່ວງໜ້າ ສຳລັບຄົນທີ່ມີຄວາມບົກຜ່ອງທາງຮ່າງກາຍ ໃນວັນທີ 3 ກໍລະກົດ 2025 ຢູ່ນະຄອນຫລວງວຽງຈັນ ເຊິ່ງການຈັດຝຶກອົບຮົມນີ້, ເກີດຂຶ້ນຈາກຄຳແນະນຳໃນລາຍງານ ການສຳຫລວດຄວາມຮັບຮູ້ລະບົບແຈ້ງເຕືອນໄພພິບັດ ທີ່ສະເໜີໃຫ້ມີການພັດທະ ນາລະບົບແຈ້ງເຕືອນ ທີ່ປະກອບດ້ວຍຄວາມຫລາກຫລາຍ, ເຂົ້າເຖິງໄດ້ສະດວກ ແລະ ໃຫ້ຄວາມສຳ ຄັນກັບຜູ້ທີ່ເປັນກຸ່ມສ່ຽງ ແລະ ບອບບາງທີ່ສຸດ ເຊິ່ງຜົນການສຳຫລວດພົບວ່າຜູ້ພິການຫລາຍຄົນໃນ ສປປ ລາວ ປະສົບກັບອຸປະສັກໃນການຮັບຂໍ້ມູນຂ່າວສານ, ຄວາມເຂົ້າໃຈ ແລະ ການປະຕິບັດຕາມຂໍ້ ຄວາມແຈ້ງເຕືອນ. ຊ່ອງວ່າງເຫລົ່ານີ້, ບໍ່ພຽງແຕ່ເປັນອັນຕະລາຍຕໍ່ຕົວບຸກຄົນ, ແຕ່ຍັງບັນທອນຄວາມສາມາດຂອງຊຸມຊົນ ໃນການຕອບສະໜອງຕໍ່ສະຖານະການຈຳເປັນອີກດ້ວຍ.

ປັດຈຸບັນ, ສປປ ລາວ ກຳລັງຜະເຊີນກັບໄພພິບັດ ເຊັ່ນ: ພາຍຸ, ນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ຄວາມຮ້ອນ ທີ່ເພີ່ມທະວີຄວາມຮຸນແຮງຂຶ້ນ ເນື່ອງຈາກການປ່ຽນແປງຂອງສະພາບອາກາດ. ນ້ຳຖ້ວມໃນປີ 2024 ໃນແຂວງຫລວງນໍ້າທາ ທີ່ເກີດຄວາມເສຍຫາຍໜັກ ເປັນຕົວຢ່າງທີ່ຊັດເຈນຂອງຄວາມຈຳເປັນຢ່າງຮີບດ່ວນ ໃນການກະກຽມຄວາມພ້ອມ ໃນການຮັບມືກັບໄພພິບັດຢ່າງມີປະສິດທິພາບ, ການຮັບປະກັນວ່າ ຂໍ້ຄວາມແຈ້ງເຕືອນໄພພິບັດສາມາດ ເຂົ້າເຖິງຄົນທຸກຄົນ ລວມທັງຜູ້ພິການ ແມ່ນສິ່ງສຳຄັນຫລາຍໃນການປົກປ້ອງຊຸມຊົນ, ລວມທັງການສ້າງຄວາມພ້ອມ ແລະ ຂີດຄວາມສາມາດໃຫ້ແກ່ລັດຖະບານ ໃນການຄຸ້ມຄອງປະຊາຊົນໄດ້ດີຂຶ້ນ.

ທ່ານ ບຸນເຕີມ ສີສຸພັນທະວົງ ຮອງຫົວໜ້າກົມອຸຕຸນິຍົມ ແລະ ອຸທົກະສາດ ໄດ້ກ່າວວ່າ: ກົມອຸຕຸນິຍົມ ແລະ ອຸທົກກະສາດ(DMH) ມຸ່ງໝັ້ນທີ່ຈະເຮັດໃຫ້ການຄາດຄະເນ ແລະ ການເຕືອນໄພ ຢ່າງກວ້າງຂວາງ ແລະ ເຂົ້າເຖິງໄດ້ຫລາຍຂຶ້ນ. ພວກເຮົາຮັບຮູ້ວ່າ ຜູ້ພິການ ຜະເຊີນກັບສິ່ງທ້າທາຍຫລາຍຢ່າງ ໃນລະຫວ່າງໄພພິບັດເກີດຂຶ້ນ ເພື່ອຮັບປະກັນວ່າ ຈະບໍ່ມີໃຜຖືກປະຖິ້ມໄວ້ເບື້ອງຫລັງ. ໃນກອງປະຊຸມຄັ້ງນີ້, ຈະຮັບຟັງ, ຮຽນຮູ້ ແລະ ເສີມສ້າງການບໍລິການເຕືອນໄພລ່ວງໜ້າ ໂດຍການລວມເອົາສຽງ ແລະ ປະສົບການຂອງຜູ້ພິການ.

ທ່ານ ກິນດາວົງ ຫລວງລາດ ຮອງຫົວໜ້າາກົມສັງຄົມສົງເຄະ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນບາດກ້າວສຳຄັນ ໃນການແລກປ່ຽນບົດຮຽນທີ່ດີ, ສິ່ງທ້າທາຍ, ທິດທາງແກ້ໄຂໃນຕໍ່ໜ້າ ແລະ ເປັນການຍົກສູງບົດບາດການມີສວ່ນຮ່ວມຂອງຜູ້ພິການ ເຂົ້າມີສ່ວນຮ່ວມໃນການຫລຸດດຜ່ອນຄວາມສ່ຽງໄພພິບັດ ເພື່ອພັດທະນາໃຫ້ລະບົບເຕືອນໄພລ່ວງໜ້າ ໃຫ້ທຸກພາກສວ່ນ, ທຸກຄົນໃນສັງຄົມໄດ້ຮັບຂໍ້ມູນຂ່າວສານຢ່າງທົ່ວເຖິງ.

ທ່ານ ນາໂອກິ ມາເອະກາວາ ຮອງຜູ້ອຳນວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ ກໍໄດ້ກ່າວວ່າ: ໃນຖານະທີ່ເປັນອົງການມະນຸດສະທຳ ທີ່ໃຫຍ່ທີ່ສຸດໃນໂລກ, ອົງການອາຫານໂລກ ມຸ່ງໝັ້ນວ່າຈະບໍ່ປະຖິ້ມໃຜໄວ້ຂ້າງຫລັງ ໂດຍສະເພາະໃນເວລາວິກິດ. ໃນ ສປປ ລາວ, ພວກເຮົາກຳລັງຊ່ວຍລັດຖະ ບານ ສ້າງລະບົບ ເພື່ອຈັດການຄວາມສ່ຽງຈາກການປ່ຽນແປງຂອງສະພາບອາກາດ ແລະ ເຫດການສຸກເສີນອື່ນໆ ໂດຍໃຫ້ຄວາມສຳຄັນກັບການເຂົ້າເຖິງຂໍ້ມູນທີ່ທັນເວລາ, ຊັດເຈນ ແລະ ປະຕິບັດໄດ້ ເພື່ອຊ່ວຍຊີວິດຜູ້ຄົນໃຫ້ໄດ້ຫລາຍທີ່ສຸດ.

ວາງແຜນການປຸກລະດົມບໍລິຈາກເລືອດ ແລະ ຕອບສະໜອງເລືອດທີ່ປອດໄພ

0

ກອງປະຊຸມຄົບຄະນະຂອງຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງ ຊາດ (ຄສລ) ຈັດຂຶ້ນວັນທີ 2 ກໍລະກົດ 2025 ໂດຍເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ, ມີ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ປີ 2024 ປະເທດຂອງພວກເຮົາ ໄດ້ຮັບຜົນກະທົບຈາກສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ໄພພິບັດທາງທໍາມະຊາດ ແລະ ການລະ ບາດຂອງພະຍາດຕ່າງໆ ເຮັດໃຫ້ຫລາຍຂະແໜງການ ໄດ້ຮັບຜົນກະທົບໃນການປະຕິບັດວຽກງານ ລວມທັງຂະບວນການປຸກລະດົມບໍລິຈາກເລືອດ ໃນຂອບເຂດທົ່ວປະເທດ, ແຕ່ພວກເຮົາກໍໄດ້ເອົາໃຈ ໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຮ່ວມກັບການຈັດຕັ້ງຂັ້ນຕ່າງໆໃນທົ່ວປະເທດ ໂດຍໃຫ້ການປະກອບ ສ່ວນໃນການປຸກລະດົມບໍລິຈາກເລືອດຢ່າງເປັນຂະບວນການຟົດຟື້ນ ໃນປີ 2024, ສະພາແຫ່ງຊາດຮັບຮອງຕາມແຜນການຕ້ອງໃຫ້ບັນລຸ 78.000 ຖົງ, ສາມາດປະຕິບັດໃນໄລຍະ 12 ເດືອນ 71.290 ຖົງ, ຖືວ່າປະຕິບັດໄດ້ 92% ຫລຸດແຜນການ 6.710 ຖົງ. ໃນນີ້, ສູນກາງປະຕິບັດໄດ້ 36.197 ຖົງ (ລື່ນແຜນການ 109% ຂອງແຜນການປີ), ທ້ອງຖິ່ນປະຕິບັດໄດ້ 35.093 ຖົງ (ຫລຸດແຜນການ 79% ຂອງແຜນການປີ).

ສຳລັບ ປີ 2025 ແຜນການຄາດໝາຍສູ້ຊົນທີ່ສະພາແຫ່ງຊາດຮັບຮອງ ທົ່ວປະເທດຕ້ອງໃຫ້ບັນລຸ 80.400 ຖົງ. ໃນນີ້, ສູນກາງ(ກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ) ຕ້ອງບັນລຸ 34.000 ຖົງ ແລະ ທ້ອງຖິ່ນ 46.400 ຖົງ. ສຳລັບປີ 2026 ຕ້ອງໃຫ້ບັນລຸ 85.000 ຖົງ ແລະ ຮອດປີ 2030 ຕ້ອງໃຫ້ບັນລຸ 120.000 ຖົງ. ນອກນັ້ນ, ຍັງຕ້ອງໄດ້ຮັບປະກັນໃຫ້ເລືອດທີ່ໄດ້ຮັບຈາກການບໍລິຈາກເລືອດມີຄວາມປອດໄພ, ຮັບປະກັນໃຫ້ມີຄຸນະພາບຕາມມາດຕະຖານທີ່ວາງໄວ້.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄວາມເອົາໃຈໃສ່ຂອງຄະນະນໍາ, ການຈັດຕັ້ງທຸກຂັ້ນ, ພະນັກງານ, ນັກປຸກລະດົມ, ອາສາສະໝັກ ແລະ ຜູ້ບໍລິຈາກເລືອດທຸກທ່ານ ທີ່ໄດ້ເອົາໃຈໃສ່ວຽກຢ່າງຫ້າວຫັນ ຈົນມີຜົນສຳເລັດເປັນໜ້າພໍໃຈ, ພ້ອມທັງເນັ້ນໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ປະກອບສ່ວນສຸມທຸກກຳລັງ, ທ່າແຮງທີ່ມີເຂົ້າໃນວຽກງານດັ່ງກ່າວ, ເພາະຄວາມຕ້ອງການເລືອດເປັນສິ່ງສໍາຄັນກໍຕາມ ແຕ່ການໄດ້ຮັບເລືອດ ແລະ ຜະລິດຕະພັນເລືອດ ຈາກເລືອດທີ່ມີຄຸນນະພາບ ແລະ ປອດໄພ ຍັງປະສົບກັບບັນຫາ, ຍັງບໍ່ທັນພຽງພໍກັບຄວາມຕ້ອງການ ແລະ ເປັນສິ່ງທ້າທາຍ ໃນດ້ານການປຸກລະດົມບໍລິຈາກເລືອດ ເພື່ອໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

ສົງຄາມ 12 ວັນອິດສະຣາແອນ-ອີຣານສິ້ນສຸດສຽງລະເບີດແຕກຈິງ ຫລື ບໍ່?

0

ຊາວໂລກຕ່າງກໍປາຖະໜາຢາກໄດ້ສັນຕິພາບ ແລະ ຄວາມສະຫງົບສຸກມາໄວ້ຢູ່ອອ້ມກອດ, ຄວບຄູ່ກັບການຮ່ວມມືກັນສ້າງສາພັດທະນາປະເທດຊາດ, ອຸທິດສະຕິປັນຍາມັນສະໝອງ ປະກອບສ່ວນເຂົ້າໃນພັດທະນາເສດຖະກິດ-ສັງຄົມໃຫ້ຈະເລີນກ້າວໜ້າ, ໄປມາຫາສູ່ກັນ ສະດວກສະບາຍ, ເປີດໂອກາດໃໝ່ໆໃນການ ຮ່ວມມືແລ້ວກ້າວໄປຫາຄວາມຈະເລີ່ນຮຸ່ງເຮືອງ ແລະ ກິນອິ່ມນຸ່ງອຸ່ນຢ່າງແທ້ຈິງ.ແຕ່ບາງຄັ້ງອາດບໍ່ເປັນຄືສິ່ງທີ່ຫລາຍຄົນຄິດເຫັນໄດ້ນັບແຕ່ຄົມໂລກຄັ້ງທີ 2 ສິ້ນສຸດລົງໃນປີ 1945, ມີຜູ້ເສຍຊີວິດປະມານ 70-80 ລ້ານກວ່າຄົນ ໃນນັ້ນພົນລະເມືອງຜູ້ບໍລິສຸດ,ແມ່ມານ, ເດັກນ້ອຍໄຮ້ດຽງສາເສຍຊີວິດ 50 ລ້ານກວ່າຄົນ, ທະຫານເສຍຊີວິດປະມານ 25 ລ້ານກວ່າຄົນ ແທນທີ່ສົງຄາມໂລກຄັ້ງທີ 2 ຈະເປັນບົດຮຽນປະຫວັດສາດອັນຂົມຂື່ນຍິ່ງໃຫຍ່ເຮັດໃຫ້ມະນຸດໄດ້ສຳນຶກເຖິງຄຸນຄ່າຂອງຊີວິດ ແລະ ຄວາມຈຳເປັນຂອງສັນຕິພາບ ແຕ່ບາງປະເທດຊໍ້າພັດຂະຫຍາຍອໍານາດນາບຄູ່, ກີດຂວາງການພັດທະນາ, ທໍາລາຍເສດຖະກິດ, ເຂັນຂ້າຜູ້ຄົນບໍລິສຸດ ແລະ ເຮັດໃຫ້ໂລກຂາດສັນຕິພາບເພີ່ມຂຶ້ນເລື້ອຍໆ.

ນັກວິເຄາະໃຫ້ທັດສະນະວ່າ: ໂລກຈະບໍ່ມີຄວາມສະຫງົບສຸກອີກຕໍ່ໄປ ຖ້າຫາກຍັງມີການກົດຂີ່ຂູດຮີດຂົ່ມເຫັງ, ໃຊ້ອໍານາດບາດໃຫຍ່ເໜືອອະທິ ປະໄຕຂອງຊາດອື່ນ, ຖືຊີວິດຂອງມຸດຄືກັບຂອງຫລິ້ນ, ຜູກຂາດອໍານາດຝ່າຍດຽວ ດັ່ງທີ່ຮັບຮູ້ຜ່ານມານັບແຕ່ສົງຄາມໂລກຄັ້ງທີ 1-2 ສິ້ນສຸດລົງ ແລະ ກ້າວສູ່ສົງຄາມເຢັນ ມວນມະນຸດຕ່າງກໍມືນຕາອ້າງປາກຂຶ້ນໄດ້ ເຮັດໃຫ້ທຸກໆຊາດກໍພ້ອມກັນພັດທະນາພື້ນ ຖານໂຄງລ່າງທັນສະໄໝເຊື່ອມໂຍງເຊື່ອມ ຈອດກັນວ່ອງໄວຂຶ້ນ, ຮ່ວມກັນພັດທະນາເຕັກໂນໂລຊີກ້າວໜ້າ ຮັບໃຊ້ເຂົ້າທຸກຂົງເຂດວຽກ ງານຢ່າງມີປະສິດທິຜົນ, ຄົນສ່ວນໃຫຍ່ເດີນ ທາງໄປມາສາສູ່ກັນສະດວກສະບາຍມີຄວາມສະຫງົບປອດໄພ, ການແລກປ່ຽນຊື້ຂາຍ ລະຫວ່າງ ພາກພື້ນ-ສາກົນພົ້ນເດັ່ນ, ຊີວິດການເປັນຢູ່ຂອງມວນມະນຸດໄດ້ຮັບປັບປຸງດີຂຶ້ນ ແລະ ທຸກໆຄົນກໍຫວັງວ່າສົງ ຄາມຈະບໍ່ກັບມາເປັນປະຫວັດສາດຊໍ້າຮອຍເກົ່າອີກ ແຕ່ບໍ່ມີໃຜຮູ້ວ່າພາຍໃຕ້ຄວາມສະຫງົບສຸກເກືອບ 100 ປີຂອງສອງສົງຄາມໂລກນັ້ນບາງປະເທດສືບຕໍ່ສະສົມອາວຸດ ແລະ ສະແຫວງຫາອໍານາດທີ່ເປັນໄພອັນຕະລາຍຮ້າຍແຮງເພື່ອບີບບັງຄັບນາບຄູ່ ແລະ ເຂັນຂ້າເພື່ອນຮ່ວມໂລກດຽວກັນ ເຊິ່ງບັນຫາດັ່ງກ່າວໄດ້ຈູດສະນວນໃຫ້ເກີດເປັນສົງຄາມຕົວ ແທນຈະຈາຍໄປໃນປະເທດຕ່າງໆທົ່ວໂລກ ໃນຈໍານວນທີ່ວ່ານັ້ນມີ ບາງປະເທດກໍບໍ່ຍອມກົ້ມຫົວຢູ່ພາຍໃຕ້ ແອກປົກຄອງຂອງປະເທດມະຫາ ອໍານາດເຫລົ່ານັ້ນຈິ່ງເກີດມີການສູ້ຢັນເອົາເປັນເອົາຕາຍເພື່ອຄວາມອິດສະຫລະພາບ,ຄວາມເປັນເອກະລາດ ແລະ ຄວາມຍຸຕິທໍາອັນຖືກຕ້ອງ.

ຫລ້າສຸດຢູ່ເຂດຕາເວັນອອກກາງກໍມີຄວາມເຄັ່ງຕຶງເພີ່ມຂຶ້ນ, ເລີ່ມແຕ່ວັນທີ 13 ມິຖຸນາ ນີ້, ກອງທັບອິດສະຣາແອນເປີດສາກໂຈມຕີປະເທດອີຣານ ແລະ ມີການຕອບໂຕ້ຄືນເປັນໄລຍະໆ ມາເຖິງປັດຈຸບັນນີ້ ມີການຄາດວ່າເຮັດໃຫ້ຊາວອີຣານເສຍຊີວິດລວມ 400 ກວ່າຄົນ, ບາດເຈັບ 3.000 ກວ່າຄົນ, ສ່ວນຝ່າຍອິດສະຣາແອນມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ແລະ ບາດຈໍານວນຫລາຍຮ້ອຍຄົນຕໍ່ສະພາບທີ່ເກີດຂຶ້ນນັ້ນບໍ່ພຽງເປັນໄພຂົ່ມຄູ່ຄວາມໝັ້ນຄົງພາກພື້ນ-ສາກົນ ແຕ່ຫາກຍັງຊໍ້າຕື່ມສະພາບເສດ ຖະກິດໂລກທີ່ບວມບາງຢູ່ ແລ້ວຍິ່ງຕົກລົງເຫວເລິກຕື່ມອີກໂດຍ ສະເພາະລາຄານໍ້າມັນໄດ້ຖີບຕົວສູງຂຶ້ນທັນທີ 18% ຫລື ປະມານ 70 ໂດລາຕໍ່ບາເຣວໄດ້ສັ້ນສະເທືອນໄປທົ່ວໂລກ. ຕໍ່ມາວັນທີ 21-22 ມິຖຸນາ 2025, ເລື່ອງສົງຄາມລະຫວ່າງອິດສະຣາແອນ ແລະ ອີຣານ ເບິ່ງຄືວ່ານັບມື້ນັບຮຸນແຮງຂຶ້ນເລື້ອຍໆຈົນເຮັດໃຫ້ຊາວໂລກ ມີຄວາມວິຕົກກັງວົນວ່າ ມັນອາດຈະພາໃຫ້ເກີດສົງຄາມໂລກຄັ້ງທີ 3 ຂຶ້ນຈິງ ຫລື ບໍ? ເມື່ອອາເມລິກາປະກາດວ່າຕົນໄດ້ປະສົບຜົນສໍາເລັດເປັນຢ່າງດີຕໍ່ການປະຕິບັດງານໂຈມຕີອີຣານ, ໂດຍໃຊ້ເຮືອບິນຍຸດທະສາດ(ບີ2)ໄປຖິ້ມລະເບີດ ໃສ່ສະຖານທີ່ສົງໃສເປັນໂຮງງານນີວເຄລຍ 3 ແຫ່ງໃນປະເທດອີຣານ ເຊິ່ງຈຸດນີ້ເອງເຮັດໃຫ້ໂລກຕັ້ງຂໍ້ສັງ ເກດວ່າສົງຄາມລະຫວ່າງອິດ ສະຣາແອນ ແລະ ອີຣານອາດດຶງອາເມລິກາ ເຂົ້າຮ່ວມສົງຄາມແບບອັດຕະໂນມັດແລ້ວ ເຊິ່ງຖືວ່າສັນຍານສົງຄາມ ໂລກຄັ້ງທີ 3 ເປີດກວ້າງອອກ.

ແຫລ່ງຂ່າວຕ່າງປະເທດຈາກຫລາຍສໍານັກ(ລອຍເຕີ,ອາຈາຊີຣາ,ບີບີຊີ)ໄດ້ລາຍງານໃນວັນທີ 23 ມິຖຸນາ ນີ້ວ່າ: ພາຍຫລັງອາເມລິກາເປີດສາກໂຈມຕີໂຮງງານນີວເຄລຍ 3 ແຫ່ງໃນປະເທດອີຣານ ເຊິ່ງຜົນຕາມມານັ້ນ ອີຣານປະກາດວ່າອາດປິດຊ່ອງແຄບຮໍມຸດເພື່ອເປັນການຕອບໂຕ້ຄືນຕໍ່ອາເມລິກາ-ອິດສະຣາແອນ ເຊິ່ງຊ່ອງແຄບຮໍມຸດນີ້ປຽບເໝືອນເສັ້ນ ເລືອດໃຫຍ່ເສດຖະກິດໂລກ ແລະ ເປັນຈຸດຍຸດທະສາດສໍາຄັນໃນການຂົນສົ່ງນໍ້າມັນໄປທົ່ວໂລກໂດຍສະເລ່ຍ 16-17 ລ້ານບາເຣວຕໍ່ວັນ, ກວມເອົາ 20%-30% ຂອງປະມານການສົ່ງອອກນໍ້າມັນທົ່ວໂລກ.

ຖ້າວ່າຄວາມຂັດແຍ່ງຍັງສືບຕໍ່ເພີ່ມຄວາມເຄັ່ງຕຶງຂຶ້ນເລື້ອຍໆຄາດວ່າລາຄານໍ້າມັນອາດຖີບຕົວສູງເຖິງ 100-120 ໂດລາຕໍ່ບາເຣວ ເຊິ່ງຈະສົ່ງຜົນກະທົບຮຸນແຮງໄປທົ່ວໂລກຢ່າງຫລີກລ່ຽງບໍ່ໄດ້.

ນັກວິເຄາະເສດຖະກິດໄດ້ລາຍງານວ່າ:ຖ້າສົງລຸກລາມເປັນວົງກວ້າງອອກໄປນັ້ນອາຊຽນອາດໄດ້ຮັບຜົນກະທົບບໍ່ໜ້ອຍໄປກວ່າຊາດອື່ນໃນໂລກເພາະ 85 % ຂອງບັນດາ 10 ປະເທດສະມາຊິກອາຊຽນທີ່ເພີ່ງອາໃສການ ນໍາເຂົ້ານໍ້າມັນຈາກເຂດຕາເວັນອອກກາງ ແລະ ທະວີບອື່ນໆ ສະເລ່ຍປະມານ 3-4 ລ້ານບາເຣວຕໍ່ວັນ ໃນນັ້ນປະເທດທີ່ນໍາເຂົ້ານໍ້າມັນຫລາຍທີ່ສຸດໃນອາຊຽນລວມມີ: ໄທມີປະມານ 9 ແສນບາເຣວຕໍ່ວັນ,ອິນໂດເນເຊຍມີປະມານ 5-6 ແສນບາເຣວຕໍ່ວັນ, ຫວຽດນາມມີປະມານ 4-5 ແສນບາເຣວຕໍ່ວັນ, ຟິລິປິນມີປະມານ 3-4 ບາເຣວຕໍ່ວັນ. ສ່ວນວ່າລາວ,ກໍາປູເຈຍ ແລະ ມຽນມານໍາເຂົ້ານໍ້າມັນໜ້ອຍກວ່າສະມາຊິກດ້ວຍກັນ ເຖິງແມ່ນວ່າລາວມີຕົວ ເລກນໍາເຂົ້າ ນໍ້າມັນໜ້ອຍເມື່ອປຽບທຽບກັບຊາດອື່ນໆກໍຕາມ ແຕ່ຢ່າລືມວ່າລາວກໍເພີ່ງພາການນໍາເຂົ້ານໍ້າມັນ 100% ຈາກຕ່າງປະເທດເພື່ອຂັບເຄື່ອນເສດຖະກິດຮອບດ້ານ. ຖ້າເບິ່ງຕົວເລກການນໍາເຂົ້ານໍ້າມັນສະເລ່ຍ 135-140 ລ້ານລິດຕໍ່ເດືອນ,ມູນຄ່າ 80-90 ລ້ານໂດລາຕໍ່ເດືອນ ເຊິ່ງນັ້ນຖືວ່າລາວກໍໄດ້ຮັບຜົນກະທົບເຕັມຮູບແບບເຊັ່ນກັນ.

ແຕ່ເຖິງແນວໃດກໍດີ ສົງຄາມອິດສະຣາແອນ ແລະ ອີຣານອາດມີສັນຍານຜ່ອນຄາຍເບົາບາງລົງ, ເມື່ອຊາວໂລກ ແລະ ສະມາຊິກຄວາມໝັ້ນຄົງຂອງອົງສະຫະປະຊາຊາດ ສະແດງຈຸດຢືນໃຫ້ທັງສ່ອງຝ່າຍ ຄູ່ຂັດແຍ່ງກັນລະຫວ່າງອິດສະຣາແອນ-ອີຣານຫັນມາໃຊ້ແນວທາງການ ທູດເປັນໃຈກາງໃນ ການຊອກຫາ ທາງອອກຢຸດຕິຂໍ້ຂັດແຍ່ງ. ຕໍ່ມາໃນວັນທີ 22 ມິຖຸນານີ້, ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ ອົງການສະຫະປະຊາຊາດໄດ້ ເປີດເຜີຍເຖິງສະຖານະການ ຄວາມຂັດແຍ່ງກັນຢູ່ຕາເວັນອອກກາງວ່າ “ ຕົນເອງໄດ້ຮັບຂ່າວກໍມີວິຕົກກັງວົນເປັນ ຢ່າງຍິ່ງສໍາລັບການໃຊ້ກໍາລັງຂອງ ອາເມລິກາຕໍ່ອີຣານຖືເປັນການຍົກ ລະດັບຄວາມຮຸນແຮງທີ່ເປັນ ອັນຕະລາຍໃນພູມມີພາກທີ່ຢູ່ບົນຂອບເຫວແລ້ວ ແລະ ຍັງເປັນໄພຄຸກຄາມໂດຍກົງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງລະຫວ່າງປະເທດດ້ວຍກັນ ”, ສະຖານະການປັດຈຸບັນນີ້ມີຄວາມ ສ່ຽງເພີ່ມຂຶ້ນຈະເຮັດໃຫ້ລຸກລາມ ເກີນການຄວບຄຸມໄດ້ຢ່າງວ່ອງໄວ ເຊິ່ງຈະສ້າງຄວາມຫາຍ ຍະນະຮ້າຍ ແຮງຕໍ່ພົນລະເມືອງ, ພູມມີພາກ ແລະ ໂລກ. ດັ່ງນັ້ນຈິງຮຽກຮ້ອງໃຫ້ປະເທດສະມາຊິກສະຫະປະຊາຊົນ ແລະ ປະເທດກ່ຽວຂ້ອງເດັດ ດ່ຽວກົດດັນຊ່ວຍກັນຫາທາງເຈລະຈາ ແລະ ປຶກສາຫາລືຢ່າງເໝາະສົມ ເພື່ອຫລຸດຜ່ອນຄວາມຮຸນແຮງລົງພາຍໃຕ້ພັນທະກໍລະນີທີ່ມີຕໍ່ກົດບັດສະຫະປະຊາຊົນ ແລະ ກົດໝາຍລະຫວ່າງປະເທດ.

ທ່ານ ເລຂາທິການໃຫຍ່ ອົງການສະຫະປະຊາຊາດຍັງເນັ້ນວ່າ “ ການໃຊ້ຄວາມຮຸນແຮງດ້ວຍກໍາລັງທະຫານ, ການໂຈມຕີດ້ວຍອາວຸດເຂັນຂ້າກັນບໍ່ແມ່ນທາງອອກໃນການແກ້ໄຂຂໍ້ຂັດແຍ່ງ ແລະ ບໍ່ສາມາດນໍາໄປສູສັນຕິພາບຢ່າງໝັ້ນຄົງ, ມີພຽງ ຫົນທາງດຽວທີ່ຈະກ້າວໄປຂ້າງໜ້າໄດ້ໃຫ້ເກີດມີຄວາມສະຫງົບສຸກ ແລະ ມີສັນຕິພາບໝັ້ນຄົງຄືທຸກຝ່າຍໆຕ້ອງຫັນໜ້າເຂົ້າຫາກັນຜ່ານການເຈລະຈາທາງການທູດເທົ່ານັ້ນ”.

ຫລ້າສຸດຕາມເວລາທ້ອງຖິ່ນ 18:00 ໂມງຂອງວັນທີ 24 ມິຖຸນາ 2025, ທ່ານ ໂດໂນທຣໍາ ປະທານາທິບໍດີຂອງອາເມລິກາໄດ້ປະກາດສັງຢຸດຍິງແບບກະທັນຫັນ,ໂດຍເອີ້ນວ່າ “ ສົງຄາມ 12 ວັນລະຫວ່າງອິດສະຣາແອນ ແລະ ອີຣານ ”ເພື່ອບໍ່ໃຫ້ສົງຄາມດັ່ງກ່າວສືບຕໍ່ບານປາຍຂະຫຍາຍຕົວກວ້າງອອກ. ແຕ່ແນວໃດກໍຕາມ ຄໍາສັ່ງຢຸດຍິງລະຫວ່າງອິດສະຣາແອນ-ອີຣານຂອງ ທ່ານ ໂດໂນທຣໍາປະກາດອອກໄປນັ້ນນໍ້າລາຍຍັງບໍ່ແຫ້ງຫ່າງກັນພຽງ 6 ຊົ່ວໂມງກໍ່ເກີດມີການຍິງຕອບໂຕ້ກັນໄປມາອີກລະຫວ່າງອິດສະຣາແອນ ແລະ ອີຣານ ເຊິ່ງຕ່າງຝ່າຍກໍຕູ່ຫາກັນວ່າອີຣານເປີດສາກຍິງໃສ່ອິດສະຣາແອນກ່ອນ ສ່ວນອີຣານອ້າງວ່າເມື່ອ ໃດ ອິດສະຣາແອນບໍ່ຢຸດໂຈມຕີອີຣານນັ້ນຕົນເອງກໍ່ບໍ່ຢຸດຕອບໂຕ້ຄືນເຊັ່ນກັນ. ໃນທີ່ສຸດ ຕອນເຊົ້າຂອງວັນທີ 25 ມິຖຸນາ ນີ້, ທ່ານ ທຣໍາໄດ້ໃຫ້ສໍາພາດສື່ມວນຊົນພ້ອມໃຫ້ຄໍາເຫັນດ້ວຍຄວາມບໍ່ພໍໃຈຕໍ່ພຶດຕິກໍາອິດສະຣາແອນ ແລະ ອີຣານ ວ່າ “ ປະເທດພວກເຈົ້າເກີດຄວາມວຸ້ນວາຍ, ຂັດແຍ່ງ ຕໍ່ສູ້ກັນ ແລະ ຍິງກັນໄປມາເປັນຫລາຍປີຫລາຍຊາດບໍ່ຢຸດບໍ່ເຊົາເຮັດໃຫ້ຄົນລົ້ມຕາຍຢ່າງຫລວງຫລາຍ, ຊັບສິນເສຍຫາຍບໍ່ໜ້ອຍ ແລະ ຂາດສັນຕິພາບຍາວນານຍັງບໍ່ເຂັດບໍ່ຫລາບອີກບໍ່? ຕົນຮູ້ສຶກບໍ່ສະບາຍໃຈ ແລະ ບໍ່ມີຄວາມສຸກຕໍ່ພຶດຕິກໍາແຂງກະດ້າງຮຸນແຮງເຫລົ່ານັ້ນ, ຕໍ່ໄປນີ້ຂໍໃຫ້ທັງສອງຝ່າຍຢຸດເຊົາຢ່າງຖາວອນແລ້ວ”.

ທ່ານ ດຣ ສະຣາວຸດ ອາຣີ ຜູ້ອໍານວຍການສູນມຸດສະລິມສຶກສາ, ມະຫາວິທະຍາໄລຈຸລາລົງກອນຂອງໄທໃຫ້ທັດສະນະຕໍ່ສົງຄາມ 12 ວັນລະຫວ່າງອິດສະຣາແອນ-ອີຣານວ່າ: ຄວາມຈິງແລ້ວຕາມນະໂຍບາຍຂອງ ທ່ານ ໂດໂນທຣໍານັ້ນລາວບໍ່ສະໜັບສະໜູນເອົາຄົນອາເມິກາ ຫລື ທະຫານອາເມລິກາອອກນອກປະເທດເພື່ອເຮັດສົງຄາມ, ດ້ວຍພາບທີ່ບໍ່ດີ ແລະ ຄວາມຮູ້ສຶກເຈັບປວດທີ່ເປັນຕົວຢ່າງດ້ານລົບເສຍຫລາຍກວ່າໄດ້ໃນອະດີດຜ່ານມານັ້ນມີທະຫານອາເມລິກາໄປເສຍຊີວິດຈໍານວນຫລາຍໃນເຫດການສົງຄາມນອກປະເທດເຊັ່ນ: ອັບການິສະຖານ, ອີຣັກ ແລະ ຊາດອື່ນໆ ນອກຈາກນັ້ນຍັງສູນເສຍງົບປະມານມະຫາສານ ແລະ ບໍ່ຕ້ອງການໃຫ້ສູນກາງພະລັງງານໂລກຖືກທໍາລາຍອີກດ້ວຍ.

ທ່ານ ດຣ ສະຣາວຸດ ອາຣີຍັງເນັ້ນບາງເນື້ອສໍາຄັນວ່າ: ການທີ່ ທ່ານ ທຣໍາສັ່ງເອົາເຮືອບິນໄປຖິ້ມລະເບີດໃສ່ເຂດສົ່ງໃສເປັນໂຮງງານນີວເຄລຍ 3 ແຫ່ງໃນອີຣານນັ້ນອາດເປັນຍ້ອນຄວາມກົດດັນຈາກອິດສະຣາແອນ ແລະ ບາງກຸ່ມພັກເມືອງຂອງອາເມລິກາເອງ. ຕໍ່ມາອີຣານກໍຍິງລູກສອນໄຟຕອບໂຕ້ຄືນຈໍານວນ 6 ລູກໃສ່ຖານທັບອາເມລິກາຢູ່ປະເທດກາຕ້ານັ້ນເປັນພຽງສັນຍະລັກຂອງອີຣານເພື່ອສົ່ງສັນຍານວ່າໄດ້ກູ້ກຽດສັກສີ, ທວງຄວາມເປັນທໍາ ແລະ ບອກໃຫ້ຮູ້ເຖິງຄວາມສາມາດຂອງປົກປ້ອງອະທິປະໄຕຕົນເອງຕໍ່ຊາວອີຣານໃຫ້ຮັບຮູ້ຖ້ວນໜ້າ. ຂະນະທີ່ ເຊືອກເສັ້ນສຸດທ້າຍຂອງສົງຄາມລະຫວ່າງອິດສະຣາແອນ-ອີຣານສິ້ນສຸດສຽງລະເບີດ ແຕກລົງໃຈກາງເຂດ ທະເລຊາຍຕາເວັນອອກກາງນັ້ນແມ່ນເກີດມາຈາກເຈຕະນາລົມຂອງ ທ່ານ ໂດໂນທຣໍາ, ບວກກັບແຮງສະໜັບສະໜູນຂອງຊາດມະຫາອໍານາດໃຫຍ່ເຊັ່ນ: ລັດເຊຍ ແລະ ຈີນເລັ່ງໃຫ້ມີການເຈລະຈາຜ່ານຊ່ອງທາງການທູດດ້ວຍສັນຕິວິທີ ແລະ ນໍາເອົາສັນຕິພາບມາສູ່ປະຊາຄົມໂລກຢ່າງແທ້ຈິງ. ນອກຈາກນັ້ນສອງຝ່າຍກໍພົບວ່າພວກຕົນເອງຮັບຄວາມເສຍຫາຍຢ່າງຫລວງໂດຍມີພົນລະເຮືອນລົ້ມຕາຍ, ຊັບສິນເສຍຫາຍ ແລະ ຜູ້ຄົນບໍ່ອຶດຫີວ.

ນັບຈາກນີ້ໄປຖ້າສົງຄາມ 12 ວັນລະຫວ່າງອິດສະຣາແອນ-ອີຣານຢຸດຕິລົງແທ້ເຊື່ອວ່າຄວາມສະຫງບົບສຸກ ແລະ ສັນຕິພາບກໍຈະເກີດຂຶ້ນຈິງແທ້ແນ່ນອນ ແຕ່ອີກແງ່ມູມໜຶ່ງຖ້າມັນຍັງສືບຕໍ່ລຸກລາມໄປເລື້ອຍໆອາດບໍ່ພຽງແຕ່ໄດ້ເຫັນເສດຖະກິດຕົກຕໍ່າ, ໄພເງິນເຟີ້ຖີບຕົວສູງຂຶ້ນ, ໄພອຶດຫີວຂະຫຍາຍຕົວກວ້າງອອກ ແຕ່ຫາກຍັງຈະໄດ້ເຫັນປະຊາຊົນ ຄົນຮາກຫຍ້າ ແລະ ຜູ້ບໍລິສຸດລົ້ມຕາຍ ຢ່າງຫລວງຫລາຍ. ສະນັ້ນ ສົງຄາມບໍ່ໄດ້ສ້າງຮັ່ງຄູນມີ ແລະ ບໍ່ໄດ້ສົ່ງເສີມການຮ່ວມມືເພື່ອຄວາມ ຈະເລີນກ້າວໜ້າ ເຊິ່ງທັງໝົດນັ້ນມັນ ລ້ວນແຕ່ສ້າງຫາຍຍະນະເຮັດໃຫ້ຄົນລົ້ມຕາຍ,ບາດເຈັບ, ພິການ ແລະ ພັດພາກຈາກກັນຢ່າງໃຫຍ່ຫລວງ ນອກຈາກນັ້ນຍັງທໍາລາຍພື້ນ ຖານເສດຖະກິດ, ຊັບສິນ ແລະ ກໍ່ໃຫ້ເກີດມີຄວາມຄຽດ ແຄ້ນບໍ່ຈົບບໍ່ສິ້ນອີກດ້ວຍ. ແຕ່ເຊື່ອວ່າມະນຸດທຸກໆຄົນຕ່າງຊາດຕ່າງສາສະໜາດທີ່ເກີດມາໃນຊາດໜຶ່ງນັ້ນລ້ວນແຕ່ສະແຫວງຫາສິ່ງດີເຊັ່ນກັນຄື: ສັນຕິພາບ, ຄວາມສະຫງົບສຸກ, ຄວາມຍຸຕິທໍາ,

ຄວາມຖືກຕອ້ງປອງດອງກັນ, ຮ່ວມກັນພັດທະນາ, ແບ່ງປັນຜົນປະໂຫຍດຮ່ວມກັນ, ຢູ່ຮ່ວມກັນຢ່າງສັນຕິ, ແຕ່ໃດມານັບແຕ່ສະໄໝບູຮານເຖິງປັດຈຸບັນນີ້ຍັງບໍ່ເຫັນ ມີຂໍ້ຂັດແຍ່ງໃດກາຍເປັນທາງຕັນ, ບໍ່ມີສົງຄາມໃດແກ່ຍາວໂດຍບໍ່ມີຂອບເຂດສິ້ນສຸດ ແລະ ບໍ່ມີມະຫາອໍານາດໃດຍືນຍົງຕະຫລອດການ ທັງໝົດທັງປວງມັກຈະເດີນທາງ ມາເຖິງຈຸດໝາຍປາຍທາງດຽວກັນສະເໝີຄື “ ສະຫງົບເສິກ ຫລື ຢຸດຕິສົງຄາມ”ແລ້ວອ່ວາຍໜ້າເຂົ້າຫາກັນຄ່ອຍໆປຶກສາຫາລືກັນເພື່ອຊອກທາງອອກທີ່ເໝາະສົມ, ບໍ່ໃຊ້ກໍາລັງທຸກຮູບແບບໃນການແກ້ໄຂບັນຫາ, ຄວບຄຸມບໍ່ໃຫ້ບັນຫາບານປາຍໃຫຍ່ຂຶ້ນແຜ່ລາມ ເປັນວົງກວ້າງ, ສືບຕໍ່ເຄົາລົບສິດອໍານາດປະຊາທິປະໄຕຂອງກັນ ແລະ ກັນ, ບໍ່ແຊກແຊງກິດຈະການພາຍໃນຂອງກັນແລະກັນ, ເຄົາລົບລະບຽບຫລັກການ-ກົດໝາຍສາກົນ ແລະ ອື່ນໆ.

ໂດຍ: ສອດສ່ອງ

ມອບທຸງ ມະຫາກໍາທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໃຫ້ ມຽນມາ ເປັນເຈົ້າພາບໃນປີ 2026

0

ພາຍຫລັງສຳເລັດງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ປະຈໍາປີ 2025 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນຢູ່ແຂວງຫລວງພະບາງ ໃນວັນທີ 26 ມິຖຸນາ 2025 ນີ້, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ກໍຄື ກົມພັດທະນາການທ່ອງທ່ຽວ ໄດ້ມອບທຸງ ງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໃຫ້ປະເທດມຽນມາ ເປັນເຈົ້າພາບຈັດຂຶ້ນໃນປີ 2026, ຕາງໜ້າມອບໂດຍ ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງ ທ່ຽວ ແລະ ຮັບໂດຍ ທ່ານ ມ່ອງ ມ່ອງ ຈໍ້ ຫົວໜ້າຄະນະຜູ້ແທນ ກະຊວງໂຮງແຮມ ແລະ ທ່ອງທ່ຽວປະເທດມຽນມາ ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.

ໂອກາດນີ້, ທ່ານ ນາງ ພອນມະລີ ອິນທະພົມ ໄດ້ຕີລາຄາສູງຕໍ່ຜົນສໍາເລັດ ແລະ ການປະ ກອບສ່ວນຢ່າງຫ້າວຫັນຂອງບັນດາຜູ້ແທນປະເທດສະມາຊິກແມ່ນໍ້າຂອງ ທີ່ໄດ້ເຂົ້າຮ່ວມງານມະຫະກຳການ ທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ 2025 ທີ່ ສປປ ລາວ ເປັນເຈົ້າພາບ ພາຍໃຕ້ຫົວຂໍ້ “ເດີນທາງຮ່ວມກັນ ເຂັ້ມແຂງຂຶ້ນພ້ອມກັນ” ໃນລະຫວ່າງວັນທີ 24-27 ມິຖຸນາ 2025 ເຊິ່ງເປັນການສົ່ງເສີມ ແລະ ພັດທະນາການທ່ອງທ່ຽວ ໃນອະນຸພາກພື້ນແມ່ນໍ້າຂອງ ໃນອະນາຄົດອັນໃກ້ນີ້, ບົນພື້ນຖານແຫ່ງຄວາມສາມັກຄີ, ຄວາມໄວ້ວາງໃຈ, ຄວາມເຂົ້າໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ ຜ່ານກິດຈະກຳຕ່າງໆ ເປັນຕົ້ນ ກອງປະຊຸມສໍາມະນາ, ງານວາງສະແດງຜະລິດຕະພັນການທ່ອງທ່ຽວ, ການທັດສະນະສຶກສາ ໂດຍລົງເລິກໃນແຕ່ລະຫົວຂໍ້ ເຊັ່ນ: ອາຫານເພື່ອການທ່ອງທ່ຽວ, ການທ່ອງທ່ຽວກະສິກໍາ, ການທ່ອງ ທ່ຽວແບບອະນຸລັກ ແລະ ການທ່ອງທ່ຽວທາງມໍລະດົກ ແລະ ວັດທະນະທໍາ, ຢ້ຽມຊົມສະຖານທີ່ທ່ອງທ່ຽວ ທີ່ໂດດເດັ່ນຈໍານວນໜຶ່ງຂອງແຂວງຫລວງພະບາງ.

ທ່ານ ນາງ ພອນມະລີ ອິນທະພົມ ຍັງໃຫ້ຮູ້ອີກວ່າ: ງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ປະຈໍາປີ 2025 ສະທ້ອນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມື ລະ ຫວ່າງ ພາກລັດ ແລະ ພາກທຸລະກິດ ໃນການພັດທະນາຈຸດໝາຍປາຍທາງທ່ອງທ່ຽວ ໃຫ້ມີຄວາມຍືນຍົງ, ປັບປຸງການບໍລິການ ໃຫ້ມີຄວາມຫລາກຫລາຍ ເພື່ອຮັບປະກັນຄວາມຜາສຸກຂອງຊຸມຊົນໃນອະນຸພາກພື້ນແມ່ນໍ້າຂອງ. ພ້ອມນີ້, ທ່ານຍັງໄດ້ ສະແດງຄວາມເຊື່ອໝັ້ນວ່າ ການເປັນເຈົ້າພາບຈັດງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ປະຈຳປີ 2026 ທີ່ ມຽນມາ ເປັນເຈົ້າພາບ, ປະເທດອະນຸພາກພື້ນແມ່ນໍ້າຂອງ ຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ເປັນກຸນແຈສໍາຄັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພາກພື້ນແມ່ນໍ້າຂອງ.

ການອະນຸລັກດິນປູກຝັງ ຕ້ອງປະຕິບັດຄືກັບການອະນຸລັກວັດຖຸບູຮານ

0

ວິທະຍຸສາກົນແຫ່ງ ສປ ຈີນ, ວັນ​ທີ 25 ມິ​ຖຸ​ນາ 2025 ເປັນ​ວັນ​ທີ່​ດິນ​ແຫ່ງ​ຊາດ​ຈີນ ​ຄົບ​ຮອບ 35 ປີ, ໃນ​ໄລ​ຍະ​ປະ​ຕິ​ບັດ ແຜນ​ພັດ​ທະ​ນາ​ ເສດ​ຖະ​ກິດສັງ​ຄົມແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14, ຄຳ​ຂວັນ ຂ​ອງວັນ ​ທີ່​ດິນ​ແຫ່ງ​ຊາດ​ຈີນ ແມ່ນ “ການ​ນຳ​ໃຊ້​ທີ່​ດິນ ແບບປະ​ຢັດ ​ແລະ ມີ​ປະ​ສິດ​ທິ​ພາບ​ສູງ, ຮັກສາ​ເສັ້ນຕ້ອງ​ຫ້າມ​ ດ້ານດິນປູກຝັງຢ່າງ​ເຂັ້ມ​ງວດ ” ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ເປັນ​ສິ່ງ​ສຳ​ຄັນ​ຂອງ​ຊາດ, ທ່ານ ​ສີ​ ຈິ້ນ​ຜິງ,​ປະ​ທານ​ປະ​ເທດ​ຈີນ ໄດ້​ຖື​ເອົາ​ດິນ​ປູ​ກ​ຝັງ ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ ຢ່າງ​ສະ​ເໝີ​ຕົ້ນ​ ສະ​ເໝີ​ປາຍ. ພ້ອມທັງ ກ່າວ​ເນັ້ນ​ໜັກ​ວ່າ: “ການ​ອະ​ນຸ​ລັກດິນ​ປູກ​ຝັງ​ຕ້ອງ​ປະ​ຕິ​ບັດ ຄື​ກັບ ການ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ ແລະ ​ຕ້ອງ​ປະ​ຕິ​ບັດ ຄື​ກັບ ອະ​ນຸ​ລັກ​ໝີ​ແພນ​ດາ.” ເຖິງວ່າ ສປ ຈີນ ​ມີ​ດິນ​ແດນ​ອັນ​ກວ້າງ​ໃຫຍ່ ​ໄພ​ສານ​ກໍ​ຕາມ, ແຕ່​ວ່າ​ເນື້ອ​ທີ່​ດິນ ແລະ ເນື້ອ​ທີ່​ດິນ​ປູກ​ຝັງ​ ສະ​ເລ່ຍ ​ຕໍ່​ຫົວ​ຄົນ​ ແມ່ນ​ມີ​ໜ້ອຍ​ທີ່​ສຸດ. ສະ​ນັ້ນ ຈຶ່ງ​ຕ້ອງອາ​ໄສ ​ເນື້ອ​ທີ່​ດິນ​ປູກ​ຝັງ ​ກວມພຽງ 9% ຂອງ​ໂລກ ​ເພື່ອລ້ຽງ​ຊີບ ປະ​ຊາ​ກອນກວມ​ເກືອບ 20% ຂອງ​ໂລກ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່ ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ 18 ຂອງ​ພັກ​ຄ​ອມ​ມູ​ນິດ​ຈີນ​ເມື່ອ​ປີ 2012 ເປັນ​ຕົ້ນ​ມາ, ທ່ານ ສີ​ ຈິ້ນ​ຜິງ​ ໄດ້​ເພີ່ມການໃຫ້​ຄວາມ​ສຳ​ຄັນ ຫລາຍ​ຂຶ້ນ ຢ່າງ​ບໍ່​ຢຸດ​ຢັ້ງ ຕໍ່​ດິນ​ປູກ​ຝັງ. ໃນ​ໄລ​ຍະ ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສະ​ພາ​ ປະ​ຊາ​ຊົນ ​ແຫ່ງ​ຊາດ​ຈີນ ແລະ ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ ​ການ​ເມືອງ ​ປະ​ຊາ​ຊົນ ​ແຫ່ງ​ຊາດ​ຈີນ ປະ​ຈຳ​ປີ2022, ທ່ານ ​ສີ ​ຈິ້ນ​ຜິງ ​ໄດ້​ເນັ້ນ​ໜັກ​ວ່າ: “ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ ໃຫ້​ບຸກຄົນ​ໃດໆ ​ດຳ​ເນີນ​ການ​ປັບ​ປ່ຽນ ​ສວຍ​ໂອ​ກາດ, ​ມີ​ເລ່​ລ່ຽມ ​ແບບ ‘ຫລານ​ຂາຍ​ນາ​ປູ່ ​ໂດຍ​ບໍ່​ເສຍ​ດາຍ ​ຫຍັງ​ເລີຍ’ ໃນ​ການ​ປົກ​ປັກ​ຮັກ​ສາ ​ດິນ​ປູກ​ຝັງ”. ຂະນະທີ່ ສປ ຈີນ ​ມີ​ປະ​ຊາ​ກອນ​ຈຳ​ນວນ 1,4 ຕື້ກວ່າ​ຄົນ, ແຕ່​ລະ​ມື້​ ຕ້ອງ​ບໍ​ລິ​ໂພກ ສະ​ບຽງ​ອາ​ຫານ 700.000 ໂຕນ, ນ້ຳ​ມັນ​ປຸງ​ແຕ່​ອາ​ຫານ 98.000 ໂຕນ, ພືດ​ຜັກ 1.920.000 ໂຕນ, ຊີ້ນ 230.000 ໂຕນ. ຖ້າ​ຢາກ​ຕອບ​ສະ​ໜອງ ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ບໍ​ລິ​ໂພກ ​ຈຳ​ນວນ​ຫລວງ​ຫລາຍ ​ປານ​ນີ້, ແຕ່​ລະ​ປີ, ເນື້ອ​ທີ່​​ປູກ​ພືດ​ພັນ ​ທັນ​ຍາ​ຫານ, ຝ້າຍ, ພືດ​ຜະ​ລິດ​ນ້ຳ​ມັນ, ພືດ​ຜະ​ລິດ​ນ້ຳ​ຕານ ແລະ ພືດ​ຜັກ ແມ່ນ​ຕ້ອງ​ຮັກ​ສາ ໃຫ້​ຢູ່​ໃນ​ລະ​ດັບ ປະ​ມານ 153-160 ລ້ານ​ເຮັກ​ຕາ ຢ່າງ​ໝັ້ນ​ທ່ຽງ. ຖ້າ​ຄິດ​ໄລ່​ ຕາມ​ດັດ​ຊະ​ນີ​ ການ​ປູກ​ຝັງ​ ໃນ​ລະ​ດັບ 1,3% ແລ້ວ​ສາ​ມາດ​ໄດ້​ຜົນ​ວ່າ: ​ເນື້ອ​ທີ່ດິນ​ປູກ​ຝັງ​ ຕ້ອງ​ຮັກ​ສາ​ໃຫ້​ຢູ່​ໃນ​ລະ​ດັບ 120 ລ້ານ​ເຮັກ​ຕາ ເຊິ່ງ​ເປັນ​ຕົວ​ເລກຕ່ຳ​ສຸດ ໂດຍ​ບໍ່​ໃຫ້ຫລຸດ​ຕ່ຳ​ລົງ ກວ່າ​ນີ້​ອີກ, ນີ້​ກໍ​ແມ່ນ ເສັ້ນ​ຕ້ອງ​ຫ້າມ​ດ້ານ​ດິນ​ປູກ​ຝັງທີ່​ທ່ານ ສີ ​ຈິ້ນ​ຜິງ ໄດ້​ເນັ້ນ​ໜັກ​ຢູ່​ເລື້ອຍໆ. ສປ ຈີນ ໄດ້​ປັບ​ປຸງ​ ແລະ ​ປະ​ກາດ​ໃຊ້​ກົດ​ໝາຍວ່າ ດ້ວຍ​ການ​ຄຸ້ມ​ຄອງ​ທີ່​ດິນ​ ແລະ​ ​ຂໍ້​ກຳ​ນົດ​ ວ່າ​ດ້ວຍ ​ການຈັດ​ຕັ້ງ​ ປະ​ຕິ​ບັດ​ ກົດ​ໝາຍ ວ່າ​ດ້ວຍ ການ​ຄຸ້ມ​ຄອງ ​ທີ່​ດິນຕາມ​ລຳ​ດັບ, ​ທ້ອງ​ຖິ່ນ​ຕ່າງ​ໆ ​ໄດ້​ເພີ່ມ​ທະ​ວີ​ ການ​ຕິດ​ຕາມ​ວັດ​ແທກ​ດິນ, ປະ​ຕິ​ບັດລະ​ບຽບ​ການ​ “ຫົວ​ໜ້າ ກຸ່ມ​ດິນ​ນາ” ​ໂດຍໄດ້​ແບ່ງ ຄວາມ​ຮັບ​ຜິດ​ຊອບ​ດິນ ທຸກ​ຕອນ ໃຫ້​ບຸກ​ຄົນ​ ຢ່າງ​ລະ​ອຽດ ແລະ ​ອື່ນໆ. ນັບ​ແຕ່ ​ປີ2012ເປັນ​ຕົ້ນ​ມາ, ​ສປ ຈີນ​ ໄດ້​ປະ​ຕິ​ບັດ​ ລະ​ບຽບ​ການ ​​ອະ​ນຸ​ລັກ ​ດິນ​ປູກ​ຝັງ​ ຢ່າງ​ເຂັ້ມ​ງວດ​ທີ່​ສຸດ. ບໍ່​ພຽງ​ແຕ່ ​ໄດ້​ປະ​ຕິ​ບັດ ​ລະ​ບຽບ ການ​ທີ່ພັກ-ລັດ ມີຄວາມຮັບຜິດຊອບ ​ແບບດຽວກັນ ຕໍ່ການ​ອະ​ນຸ​ລັກ​ດິນ​ປູກ​ຝັງ ​ເທົ່າ​ນັ້ນ, ຍັງ​ໄດ້ນຳ​ໃຊ້ ​ມາດ​ຕະ​ການ​ໄມ້​ແຂງນຳ​ອີກ, ໂດຍ​ສາ​ມາດ ຮັກ​ສາ ດິນ​ປູກ​ຝັງ 120 ລ້ານ​ເຮັກ​ຕາ ໃຫ້​ໄດ້​ຢ່າງ​ໜັກ​ແໜ້ນ ແລະ ໄດ້​ຮັດ​ແໜ້ນ ​ພື້ນ​ຖານ​ຂອງ​ “​ອູ່​ເຂົ້າ” ​ຊາດ​ໃຫຍ່. ການ​ອະ​ນຸ​ລັກ ​ດິນ​ປູກ​ຝັງ ບໍ່​ພຽງ​ແຕ່ ​ຕ້ອງ​ຮັບ​ປະ​ກັນ ດ້ານ​ປະ​ລິ​ມານ ​ເທົ່າ​ນັ້ນ ຍັງ​ຕ້ອງ​ຍົກ​ສູງ​ ດ້ານ​ຄຸນ​ນະ​ພາບ ​ອີກ​ດ້ວຍ. ສປ ຈີນ ​ໄດ້​ຖື​ເອົາ​ ການ​ປັບ​ປຸງ ​ດິນ​ປູກ​ຝັງ ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ ​ເປັນນະ​ໂຍ​ບາຍ​ແກ້​ໄຂ ​ບັນ​ຫາ​​ຢ່າງເຖິງ​ກົກ ​ເຖິງ​ຮາກ​ ໃນ​ການ​ເປີດກວ້າງ​ ຊ່ອງ​ທາງ​ ການ​ຜະ​ລິດ​ກະ​ສິ​ກຳ ແລະ ຍົກ​ສູງ​ຄວາມ​ສ​າ​ມາດ ​ສັງ​ລວມ ​ດ້ານ​ການ​ຜະ​ລິດ ​ກະ​ສິ​ກຳ ເພື່ອ​ເລັ່ງ​ຊຸກ​ຍູ້​ ການ​ສ້າງ​ດິນນາ ​​ທີ່​ມີສະ​ມັດ​ຕະ​ພາບ​ສູງ. ອີງ​ຕາມ ຜົນ​ການ​ສຳ​ຫລວດ ສະ​ພາບ​ ການ​ປ່ຽນ​ແປງ ​ດ້ານ​ທີ່​ດິນ​ແຫ່ງ​ລັດ ທົ່ວ​ປະ​ເທດ​ຈີນ ​ປະ​ຈຳ​ປີ2023 ສະ​ແດງ​ໃຫ້​ເຫັນ​ວ່າ: ທົ່ວ​ປະ​ເທດ​ຈີນ​ ມີ​ເນື້ອ​ທີ່​ດິນ​ປູກ​ຝັງ 128 ລ້ານ 6 ແສນກວ່າ ເຮັກ​ຕາ, ຍອດ​ປະ​ລິ​ມານ ​ດິນ​ປູກ​ຝັງ​ໃນ​ທົ່ວ​ປະ​ເທດ​ ໄດ້​ບັນ​ລຸ​ເປົ້າ​ໝາຍ​ ການ​ເພີ່ມ​ຂຶ້ນ​ ເປັນ​ເວ​ລາ 3 ປີ​ຕິດ​ຕໍ່​ກັນ​. ຕ​າມ​ຕົວ​ເລກ ​ສະ​ຖິ​ຕິ ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ທ້າຍ​ປີ 2024, ທົ່ວ​ປະ​ເທດ​ຈີນ ​ໄດ້​ສ້າງ​​ດິນ​ນາ ທີ່​ມີ​ສະ​ມັດ​ຕະ​ພາບ​ສູງ​ ລວມ​ທັງ​ໝົດ ຫລາຍກວ່າ 67 ລ້ານເຮັກ​ຕາ. ເດືອນ​ມີ​ນາ​ປີ2025, ລັດ​ຖະ​ບານ​ຈີນ ​ໄດ້​ເຜີຍ​ແຜ່​ “ແຜນ​ປະ​ຕິ​ບັດ​ການສ້າງ​ດິນ​ນາ​ ພື້ນ​ຖານ​ຖາ​ວອນ​ ໃຫ້​ເປັນ​​ດິນ​ນາ ທີ່​ມີ​ສະ​ມັດ​ຕະ​ພາບ​ສູງ​ ເທື່ອ​ລະ​ກ້າວ” ໂດຍ​ໄດ້​ຕັ້ງ​ເປົ້າ​ໝາຍ​ວ່າ: ເມື່ອ​ຮອດ ​ປີ2035, ພະ​ຍາ​ຍາມ ສູ້​ຊົນ​ສ້າງ​ດິນ​ນາ ​ພື້ນ​ຖານ​ຖາ​ວອນ ​ທີ່​ໄດ້​​ບັນ​ລຸ ເງື່ອນ​ໄຂ​ນັ້ນ​ ໃຫ້​ເປັນ​​ດິນ​ນາ ທີ່​ມີ​ສະ​ມັດ ​ຕະ​ພາບ​ສູງ ທັງ​ໝົດ. ຊັບ​ພະ​ຍາ​ກອນ​ ດິນ​ປູກ​ຝັງ​ ສຳຮອງ​ເປັນ​ແຫລ່ງ​ທີ່​ມາ​ອັນ​ສຳ​ຄັນ ​ຂອງ​ດິນ​ປູກ​ຝັງ​ເພີ່ມ​ເຕີມ, ເປັນ​ຂໍກຸນແຈສຳ​ຄັນ​ໃນ​ການ​ຮັກ​ສາ​ຄວາມ​ດຸນ​ດ່ຽງ​ ໂດຍ​ລວມ​ໃນ​ດ້ານຍອດ​ປະ​ລິ​ມານ ​ດິນ​ປູກ​ຝັງ​ ຂອງ​ເຂດ​ແຄວ້ນ​ຕ່າງໆ​, ຮັບ​ປະ​ກັນ​ ຄວາມ​ໝັ້ນ​ຄົງ ​ດ້ານ​ສະ​ບຽງ​ ອາ​ຫານ ກໍ​ຄື ປົກ​ປັກ​ຮັກ​ສາ ​ຄວາມ​ໝັ້ນ​ຄົງ​ ດ້ານ​ສິ່ງ​ແວດ​ລ້ອມ​ ທຳ​ມະ​ຊາດ. ໃນເດືອນພຶດ​ສະ​ພາ­ປີ ​2023, ທ່ານ​ ສີ​ ຈິ້ນ​ຜິງ ໄດ້​ລົງ​ເຄື່ອນ​ໄຫວ ​ເຮັດ​ວຽກ​ຢູ່​ທ່າມ​ກາງ​ ທົ່ງ​ນາ​ ຂອງ​ນະ​ຄອນ​ຊ່າງ​ໂຈ່ວ ແຂວງ​ເຫີ​ເປີຍ ​ເພື່ອ​ສຳ​ຫລວດຊອກ​ຮູ້​ສະ​ພາບ​ການ ​ກ່ຽວ​ກັບ​ການ​ເຜີຍ​ແຜ່​ການ​ປູກ​ເຂົ້າເບ​ຣ ຢູ່ດິນ​ເຄັມ​ແຫ້ງ ກໍ​ຄື​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ​ຂອງ​ການ​ປູກ​ເຂົ້າ​ເບ​ຣ ​​ດັ່ງ​ກ່າວ. ເພິ່ນ​ມີ​ວິ​ໄສ​ທັດ​ ອັນ​ຍາວ​ໄກ: “ການ​ດຳ​ເນີນ​ ການ​ນຳ​ໃຊ້​ ດິນ​ເຄັມ ​ແບບ​ສັງ​ລວມ ເປັນ​ບັນ​ຫາ​ຍຸດ​ທະ​ສາດອັນ​ໜຶ່ງ, ຈຳ​ເປັນ​ຕ້ອງວາງ​ໄວ້​ຢູ່​ໃນ​ຖາ​ນະ​ອັນ​ສຳ​ຄັນ.” ໃນຊຸມ​ປີ​ຜ່ານ​ມາ​ນີ້, ສປ ຈີນ​ ໄດ້​ປະ​ຕິ​ບັດ​ ການ​ຄຸ້ມ​ຄອງ​ ຕາມ​ຫລັກ​ວິ​ທະ​ຍາ​ສາດ ​ແລະ ​ປັບ​ປຸງ​ໂດຍ​ແບ່ງ​ປະ​ເພດ, ນຳ​ໃຊ້​ດິນ​ເຄັມ, ດິນ​​ຫາດ​ຊາຍ​ຮົກ​ເຮື້ອ ແລະ​ອື່ນໆ​ ໃຫ້​ສົມ​ເຫດ​ສົມ​ຜົນໂດຍ​ສາ​ມາດເຮັດ​ໃຫ້ຊັບ​ພະ​ຍາ​ກອນ​ດິນ​ປູກ​ຝັງ​ທີ່ “ຫລັບ​ໄຫລ” ຈຳ​ນວນ ຫລວງ​ຫລາຍ ໄດ້​ຕື່ນ​ຂຶ້ນ, ສ້າງ “ອູ່​ເຂົ້າ​ໃໝ່” ​ໃຫ້​ສຳ​ເລັດ​ຜົນຢ່າງ​ຕໍ່​ເນື່ອງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສສ ຫວຽດນາມ ຊຸກຍູ້ນະວັດຕະກຳເພື່ອບັນລຸເປົ້າໝາຍບໍ່ມີຂີ້ເຫຍື້ອ

0

ວິທະຍຸກະຈາຍສຽງຫວຽດນາມ, ພິທີສະຫລຸບ ແລະ ມອບລາງວັນໂຄງການນະວັດຕະກຳ ກ່ຽວກັບຢາງ (ປຣາດຕິກ)ປີ 2025 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງຮ່າໂນ້ຍ, ໂຄງການ ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໂຄງການ ພັດທະນາ ສປຊ ປະຈຳ ສສ ຫວຽດນາມ ຈັດຂຶ້ນ. ຕາມຕົວເລກຄາດຄະເນ ຂອງທະນາຄານ ໂລກ (WB) ທີ່ໄດ້ຍົກອອກມາ ຢູ່ພິທີ, ແຕ່ລະປີ ສສ ຫວຽດນາມ ມີຂີ້ເຫຍື້ອ ປະເພດຢາງ ປະມານ 3,9 ລ້ານໂຕນ, ໃນນັ້ນມີ 0,28–0,73 ລ້ານໂຕນ ອອກສູ່ ສິ່ງແວດລ້ອມທາງນ້ຳ ແລະ ມະຫາສະໝຸດ. ໃນໄລຍະຜ່ານມາ, ສສ ຫວຽດນາມ ໄດ້ສະແດງຄຳໝັ້ນສັນຍາຢ່າງແຮງ ຕໍ່ບັນດາການກະທຳລະອຽດລະດັບຊາດ ແລະ ສາກົນ. ໃນນັ້ນ, ນະວັດຕະກຳ ໄດ້ຮັບຖືວ່າແມ່ນໄມ້ງັດສຳຄັນ ເພື່ອຫັນບັນດາ ຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງ, ຜ່ານການຊອກບັນດາມາດຕະການໃໝ່, ເຕັກໂນໂລຊີໃໝ່ ແລະ ຮູບແບບດຳເນີນ ທຸລະກິດແບບຍືນຍົງ. ໂຄງການນະວັດຕະກຳ ກ່ຽວກັບຢາງປີ 2025 ໄດ້ຮັບຖືວ່າແມ່ນຂໍ້ລິເລີ່ມດີເດັ່ນໃນຄວາມມານະ ພະຍາຍາມນັ້ນ. ພຽງແຕ່ 4 ເດືອນ ຜັນຂະຫຍາຍ, ໂຄງການໄດ້ຮັບຂໍ້ລິເລີ່ມ 116 ຂໍ້ມາຈາກ ທົ່ວປະເທດ, 25 ຂໍ້ລິເລີ່ມດີເດັ່ນ ໄດ້ຮັບການຄັດເລືອກເຂົ້າຮອບກ້າເບ້ຍ ແລະ 12 ຂໍ້ລິເລີ່ມດີເດັ່ນໄດ້ເຊີດຊູຢູ່ພິທີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ກອງປະຊຸມລະດົມຄວາມຄິດເຫັນຕໍ່ຮ່າງເນື້ອໃນສະຫຼຸບ 40 ປີ (1986-2026)

0

ສະພາທິດສະດີສູນກາງພັກ ຈັດກອງປະຊຸມລະດົມຄວາມເຫັນຕໍ່ຮ່າງເນື້ອໃນສະຫຼຸບ 40 ປີ ແຫ່ງ ການປ່ຽນແປງໃໝ່ ຢູ່ ສປປ ລາວ (1986-2026) ສະບັບທີສອງ ຂຶ້ນໃນວັນທີ 27 ມິຖຸນານີ້ ທີ່ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ກອງປະຊຸມມີບັນດາສະຫາຍລັດຖະມົນຕີ, ຮອງລັດຖະມົນຕີ; ຄະນະປະຈໍາສະພາທິດສະດີສູນກາງພັກ; ສະມາຊິກສະພາທິດສະດີສູນກາງພັກ ແລະ ບັນດາຫົວໜ້າກົມ; ຮອງກົມຂອງກະຊວງອົງການອ້ອມຂ້າງສູນກາງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ການສະຫຼຸບ 40 ປີໃນການປະຕິບັດແນວທາງປ່ຽນ ແປງໃໝ່ຮອບດ້ານມີຫຼັກການຂອງພັກແມ່ນຄວາມຈຳເປັນພາວະວິໄສ, ແນວຄິດລິເລີ່ມປ່ຽນແປງໃໝ່ດັ່ງກ່າວໄດ້ປະກົດອອກໃນມະຕິກອງປະຊຸມຄົບຄະນະຄັ້ງທີ 7 ສະໄໝທີ II ຂອງພັກ ໃນປີ 1979 ແລະ ໄດ້ຖືກຮັບຮອງເອົາເປັນທາງການໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ເມື່ອປີ 1986. ໃນຕະຫຼອດ 40 ປີມານີ້, ພັກເຮົາໄດ້ມີຄວາມສະດຸ້ງໄວຕໍ່ບັນຫາທີ່ເກີດຂຶ້ນ, ເຫັນໄດ້ປັດໄຈໃໝ່ຕ່າງໆ ຈາກພຶດຕິກໍາຕົວຈິງຢ່າງທັນການ, ທັງຮູ້ນໍາໃຊ້ກົດເກນພາວະວິໄສຢ່າງຖືກຕ້ອງ, ເປັນຕົ້ນແມ່ນກົດເກນທາງດ້ານເສດຖະກິດ ເພື່ອວາງແນວທາງນະໂຍບາຍແຫ່ງການສືບຕໍ່ປ່ຽນແປງໃໝ່ອອກຢ່າງສອດຄ່ອງ ແລະ ທັນການ, ແນວທາງຂອງພັກທີ່ໄດ້ວາງອອກ ໄດ້ຕອບສະໜອງໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ແນວທາງປ່ຽນແປງໃໝ່ທີ່ພັກກຳນົດອອກໄດ້ສະແດງອອກຈະແຈ້ງ ແລະ ມີລັກສະນະຮອບດ້ານທັງໃນແງ່ທິດສະດີປະຕິວັດ, ມີລັກສະນະວິທະຍາສາດ, ສ່ອງແສງພຶດຕິກຳຂອງ ສປປ ລາວ, ຜ່ານການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ເຫັນໄດ້ວ່າຄວາມຮັບຮູ້ຂອງທົ່ວພັກໄດ້ມີຄວາມເປັນເອກະພາບ, ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນແຕ່ລະດ້ານໄດ້ກຳນົດແຈ້ງໃນແຕ່ລະສະໄໝກອງປະຊຸມ ແລະ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳໃນແຕ່ລະໄລຍະຢ່າງມີຜົນສຳເລັດ.

ພວກເຮົາຕ້ອງຮັບຮູ້ເອກະພາບກັນວ່າ: ການປ່ຽນແປງໃໝ່ປະເທດເຮົາເລີ່ມຕົ້ນຈາກການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ. ຈາກບົດຮຽນຕົວຈິງໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ III ຂອງພັກເຫັນວ່າ: ການດັດສ້າງ ແລະ ກໍ່ສ້າງສັງຄົມນິຍົມເພື່ອນຳເອົາເສດຖະກິດທຳມະຊາດ, ເຄິ່ງທໍາມະຊາດໄປສູ່ເສດຖະກິດສັງຄົມນິຍົມທີ່ມີແຕ່ເສດຖະກິດຂອງລັດ ແລະ ຂອງລວມໝູ່ປະຊາຊົນເປັນອົງປະ ກອບຫຼັກ ໂດຍບໍ່ຜ່ານໄລຍະຂະຫຍາຍຕົວຂອງທຶນນິຍົມນັ້ນ, ໃນການຈັດຕັ້ງປະຕິບັດເຫັນວ່າມີຄວາມເປັນໄປໄດ້ຍາກຫຼາຍເພາະມັນບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ. ການປ່ຽນແປງໃໝ່ຈິນ ຕະນາການທາງດ້ານເສດຖະກິດຈຶ່ງໄດ້ເກີດຂຶ້ນ. “ກົນໄກເສດຖະກິດໃໝ່” ຖືກນໍາອອກມາໃຊ້ໃນປີ 1986 ບົນຈິດໃຈປ່ຽນແປງຈາກເສດຖະກິດແບບ “ແຜນການລວມສູນອາດຍາສິດ” ມາເປັນ “ເສດຖະກິດຕະຫຼາດທີ່ມີການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ”.

ການສະຫຼຸບແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ແມ່ນມີຄວາມຈຳເປັນສຳລັບພັກກຳອຳນາດໃນປັດຈຸບັນ, ການເບິ່ງບັນຫາຕ້ອງມີລັກສະນະຮອບດ້ານ, ກວມລວມ ແລະ ແທດເໝາະກັບຍຸກສະໄໝໃໝ່. ດ້ວຍເຫດນັ້ນ ພວກເຮົາຈະໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າລົງເລິກຕື່ມ, ຕີລາຄາໃຫ້ຖືກກັບສະພາບຕົວຈິງ, ຮັບຮູ້ສິ່ງທີ່ຄວນຮັກສາໄວ້ ແລະ ເສີມຂະຫຍາຍ; ຮັບຮູ້ສິ່ງທີ່ຈະຕ້ອງໄດ້ປະດິດສ້າງໃໝ່ໃຫ້ສອດຄ່ອງກັບສະພາບແວດລ້ອມຂອງປະເທດເຮົາ.

ກອງປະຊຸມໄດ້ພ້ອມກັນສຸມສະຕິປັນຍາໃນການປະກອບຄຳຄິດເຫັນຕໍ່ກັບບັນຫາຕ່າງໆທີ່ກ່ຽວພັນກັບເນື້ອໃນສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ (ສະບັບທີ 2), ເຫັນໄດ້ວ່າ: ມີຫຼາຍທັດສະນະທີ່ກົງໄປກົງມາ, ມີເຫດມີຜົນ, ມີເນື້ອໃນອຸດົມສົມບູນ, ຮັບປະກັນໄດ້ລັກສະນະວິທະຍາສາດ ແລະ ແທດກັບສະພາບການຕົວຈິງໃນການປະຕິບັດແນວທາງປ່ຽນແປງໃໝ່ຢູ່ປະເທດເຮົາ.

ໃນໂອກາດດັ່ງກ່າວ, ສະຫາຍ ກິແກ້ວ ໄຂຄຳພິທູນ, ໄດ້ຕີລາຄາສູງຕໍ່ການປະກອບຄໍາຄິດຄໍາເຫັນຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ສະນັ້ນ, ເພື່ອຮັບປະກັນການສະຫຼຸບ 40 ປີ ປ່ຽນແປງໃໝ່ຮອບ ດ້ານມີຫຼັກການຂອງພັກຮັບປະກັນຄວາມຖືກຕ້ອງ ແລະ ສ່ອງແສງໄດ້ບັນຫາຕົວຈິງຕື່ມນັ້ນປະທານກອງປະຊຸມໄດ້ເນັ້ນໜັກບາງບັນຫາ ຄື: ສະເໜີໃຫ້ຄະນະຮັບຜິດຊອບ ສືບຕໍ່ຄົ້ນຄວ້າໃຫ້ລະອຽດຕື່ມ, ນຳເອົາຄຳຄິດຄຳເຫັນ ທີ່ໄດ້ຈາກກອງປະຊຸມໃນຄັ້ງນີ້ນຳໄປປັບປຸງ, ວິເຄາະ, ວິໄຈຕື່ມ ເພື່ອໃຫ້ເນື້ອໃນຮັບປະກັນ, ຖ້າມີີຄວາມຈຳເປັນໃຫ້ດຳເນີນການສຳມະນາແຕ່ລະຂົງເຂດຕື່ມອີກ, ບັນດາສະຫາຍເລຂາຄະນະພັກຂອງແຕ່ລະກະຊວງ, ອົງການ ແລະ ບັນດາອະນຸກຳມະການເນື້ອໃນແຕ່ລະຂົງເຂດທີ່ໄດ້ຮັບການແຕ່ງຕັ້ງມາກ່ອນນັ້ນ, ຈົ່ງຍົກສູງຄວາມຮັບຜິດຊອບຄົ້ນຄວ້າ, ມີຄວາມຈິງໃຈໃຫ້ຂໍ້ມູນ ແລະ ໃຫ້ການຮ່ວມມືກັບຄະນະຮັບຜິດຊອບ ເພື່ອໃຫ້ຂໍ້ມູນຂອງແຕ່ລະຂະແໜງການສ່ອງແສງໄດ້ບັນຫາຕົວຈິງ ແລະ ສາມາດແກ້ໄຂໄດ້ບັນຫາທີ່ຍັງອຸດຕັນ ໃນການສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ ແລະ ອື່ນໆ.

ຈາກນັ້ນ, ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນລາຍງານໂດຍຫຍໍ້ຮ່າງເນື້ອໃນສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ (1986-2026).