Tuesday, September 23, 2025
Home Blog Page 54

ຟີລິບປິນ ມີໜີ້ສິນໃກ້ຈະເຖິງ 17.000 ຕື້ເປໂຊ ສ້າງສະຖິຕິສູງສຸດໃນປະຫວັດສາດ

0

ວິທະຍຸ ສາກົນແຫ່ງ ສປ ຈີນ, ກົມ​ຄັງ​ເງິນ​ ແຫ່ງ​ຊາດ​ ຟີ​ລິບ​ປີນ​ ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ ​ທ້າຍ​ເດືອນ ​ພຶດ​ສະ​ພາ​ປີ​ນີິ້, ຍອດ​​ໜີ້​ສິນ ​ຂອງ​ລັດ​ຖະ​ບານ ຟີລິບ​ປິນ ​​ໄດ້​ເພີ່ມ​ຂຶ້ນຈາກ 16.750 ຕື້​ເປ​ໂຊ ​ໃນ​ທ້າຍ​ ເດືອນ​ເມ​ສາ​ ມາ​ເປັນ 16.920 ຕື້​ເປ​ໂຊ, ສ້າງ​ສະ​ຖິ​ຕິ ​​ສູງ​ສຸດ ​ໃນ​ປະ​ຫວັດ​ສາດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ເຕັກ​ໂນ​ໂລ​ຊີ​ຈີນ​ ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກວິ​ສາ​ຫະ​ກິດ​​ລົດ​​ໃນທົ່ວ​ໂລກ

0

ວັນ​ທີ 12 ມິ​ຖຸ​ນາ​ຜ່ານ​ມາ, ບໍ​ລິ​ສັດ XIAOPENG ​ເຊິ່ງ​ເປັນ​ບໍ​ລິ​ສັດ​ຜະ​ລິດ​ລົດ​ຂອງ​ຈີນ​ ປະ​ກາດ​ວ່າ ໄດ້​ຄົ້ນ​ຄວ້າ​ຜະ​ລິດ​ແຜ່ນ​ຊິບ​ຂັບ​ລົດ​ແບບ​ອັດ​ຕະ​ໂນ​ມັດ ທີ່​ມີສະ​ມັດ​ຖະ​ພາບ​ສູງກວ່າ​ແຜ່ນ​ຊິບ​​ຈາກ​ບໍ​ລິ​ສັດ NVIDIA ຂອງ​ອາ​ເມ​ຣິ​ກາ, ກຸ່ມ​ບໍ​ລິ​ສັດ​ໂວນ​ສະວາເກິນ​ຂອງ​ເຢຍ​ລະ​ມັນ​ອາດ​ຈະ​ຈັດ​ຊື້​ແຜ່ນ​ຊິບ​ຊຸດ​ທຳ​ອິດ​ຈາກ​ບໍ​ລິ​ສັດຕົນ. ນອກ​ນີ້, ​ບໍ​ລິ​ສັດ​ອໍ​ດີ​ໄດ້​ໂຄ​ສະ​ນາ​ຂາຍລົດ​ລຸ້ນ A5L ຂອງ​ຕົນ​ທີ່​ຈະ​ປ້​ອນ​ເຂົ້າ​ຕະຫຼາດ​ໃນ​ໄວໆ​ນີ້, “ລະ​ບົບ​ຂັບ​ລົດ​ອັດ​ສະ​ລິ​ຍະ​ສຽນ​ຄຸນ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ” ໃນ​​ແຜ່ນ​ປ້າຍ​ໂຄ​ສະ​ນາ ຫຼື ໂປ​ສະ​ເຕີ​ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ທີ່​ດຶງ​ດູດ​ລູກ​ຄ້າ… ປັດ​ຈຸ​ບັນ, ອຸດ​ສາ​ຫະ​ກຳ​ລົດ​​ໃນທົ່ວ​ໂລກ​ພວມ​ເກີດ​ມີ​ການ​ປະ​ຕິ​ວັດ​ຄັ້ງ​ປະ​ຫວັດ​ສາດ, ​ຄວາມ​ເປັນ​ຜູ້​ນຳ​ດ້ານ​ເຕັກ​ໂນ​ໂລ​ຊີ​ລົດ​​ໃນ​ທົ່ວ​ໂລກ​ພວມ​​ຍົກ​ຍ້າຍ​ຈາກ​ຕາ​ເວັນ​ຕົກ​ມາ​ຫາ​ຕາ​ເວັນ​ອອກ, ເຕັກ​ໂນ​ໂລ​ຊີ​ຈີນ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກວິ​ສາ​ຫະ​ກິດ​ລົດ​​ໃນ​ທົ່ວ​ໂລກນັບ​ມື້​ນັບຫຼາຍ​ຂຶ້ນ.

​ຄວາມ​ຈິງ​ແລ້ວ, ໃນ​ຊຸມ​ປີ​ຜ່ານ​ມາ, ວິ​ສາ​ຫະ​ກິດ​​ລົດ​ດັ້ງ​ເດີມ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່​ຂອງ​ຈີນ ໄດ້​ກາຍ​ເປັນ​​ເລື່ອງ​ປົກ​ກະ​ຕິ​ຂອງ​ອຸດ​ສາ​ຫະ​ກຳ​​ລົດ​ໃນ​ທົ່ວ​ໂລກ. ໃນ​​ດ້ານ​ໝໍ້​ໄຟ​ລົດ ຫຼື ແບດ​ເຕີ​ຣີ​ລົດ, ບໍ​ລິ​ສັດ CATL ແລະ ບໍ​ລິ​ສັດ BYD ຂອງ​ຈີນ​ໄດ້​ກວມ​ເອົາ​ເຄິ່ງ​ໜຶ່ງ​ຂອງ​ຕະຫຼາດ​ແບດ​ເຕີ​ຣີ​ລົດ​​ໃນ​ທົ່ວ​ໂລກ ຍ້ອນ​ມີ​ຄວາມ​ຖີ່​ພະ​ລັງ​ງານ​ສູງ ແລະ ໃຊ້​ໄດ້​ຢ່າງ​ທົນ​ທານ ເຊິ່ງ​ໄດ້​ກາຍ​ເປັນ​ຝ່າຍ​ສະ​ໜອງ​ແບດ​ເຕີ​ຣີ​ໃຫ້​ແກ່​ວິ​ສາ​ຫະ​ກິດລົດ​ທີ່​ມີ​ຊື່​ສຽງ​ຕ່າງໆ​ຂອງ​ໂລກ ເຊັ່ນ: TOYOTA ແລະ TESLA ເປັນ​ຕົ້ນ; ​ສ່ວນ​ໃນ​ດ້ານ​ການ​ຂັບ​ລົດ​ອັດ​ສະ​ລິ​ຍະ, ແຜນ​ການ​ແກ້​ໄຂ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ ແລະ XIAOPENG ພວມ​ຖືກ​ນຳ​ໃຊ້​ຢູ່​ໃນ​ລົດ​ຂອງ​ Benz, BMW, ​ອໍ​ດີ ແລະ ໂວນ​ສະ​​ວາ​ເກິນ; ໃນ​​ດ້ານ​ບ່ອນ​ຄົນ​ຂັບ​ດີ​ຈີ​ຕອນ, ຜົນ​ສຳ​ເລັດ​ນະ​ວັດ​ຕະ​ກຳ​ຂອງ​ຈີນ ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ຂອງ​ໂລກ. ເພື່ອ​ຖອດ​ຖອນ​ບົດ​ຮຽນ​ດ້ານເຕັກ​ໂນ​ໂລ​ຊີ​ຈີນ​ໄດ້​ດີກວ່າ​ເກົ່າ, ວິ​ສາ​ຫະ​ກິດ​ລົດ​ຂ້າມ​ຊາດ​ຕ່າງໆ ເຊັ່ນ: BMW ແລະ ໂວນ​ສະ​ວາ​ເກິນ ເປັນ​ຕົ້ນ​ໄດ້​ສ້າງ​ຕັ້ງ​ສູນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ​ ​ເຊິ່ງ​ຮອງ​ຈາກ​ສຳ​ນັກ​ງານ​ໃຫຍ່​ຂອງ​ຕົນ​ເທົ່າ​ນັ້ນ ເພື່ອ​ຮັບ​ໃຊ້​ຕະຫຼາດ​ຈີນ ແລະ ຮັບ​ໃຊ້​ລະ​ບົບ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ຕົນ ໂດຍ​ອີງ​ໃສ່​ທ່າ​ແຮງ​ດ້ານ​ເຕັກ​ໂນ​ໂລ​ຊີ ແລະ ຜູ້​​ຊ່ຽວ​ຊານ​ຂອງ​ຈີນ.

ກະ​ແສ​ການ​ຮ່ວມ​ມື​ໃນ​ປັ​ດ​ຈຸ​ບັນ​ແມ່ນ​ກົງ​ກັນ​ຂ້າມ​ຢ່າງ​ຈະ​ແຈ້ງ​ກັບ​ສະ​ພາບ​ດ້ານອຸດ​ສາ​ຫະ​ກຳ​ຜະ​ລິດ​ລົດ​ຂອງ​ຈີນທີ່​ຕ້ອງ​ເພິ່ງພາ​ອາ​ໄສ​ເຕັກ​ໂນ​ໂລ​ຊີ​ຕ່າງ​ປະ​ເທດ​ໃນ​ສິບກວ່າ​ປີ​ກ່ອນ. ໃນ​ສະ​ໄໝ​ນັ້ນ, ວິ​ສາ​ຫະ​ກິດ​ຈີນ​ພະ​ຍາ​ຍາມ​ຮຽນ ແລະ ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ຕ່າງ​ປະ​ເທດ, ແຕ່​ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ລົດຈາກ​ທົ່ວ​ໂລກ​ກັບ​ມາ​ສະ​ແຫວງ​ຫາ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ຈີນ​ຢ່າງ​ເປັນ​ເຈົ້າ​ການ ເຊິ່ງ​ໄດ້​ຈັດ​ເອົາ “ແຜນ​ການ​ຂອງ​ຈີນ” ເຂົ້າ​ໃນ​ແຜນ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງ​ບໍ​ລິ​ສັດ​ຕົນ. ໃນ​ຂະ​ນະ​ດຽວ​ກັນ, ຈີນ​ກໍ​ໄດ້​ເຕີ​ບ​ໂຕ​ຈາກ​ຕະຫຼາດ​ບໍ​ລິ​ໂພກ​ລົດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກກາຍ​ມາ​ເປັນແຫຼ່ງ​ນະ​ວັດ​ຕະ​ກຳ​ດ້ານ​ເຕັກ​ໂນ​ໂລ​ຊີ, ສູນ​ກາງ​ຕ່ອງ​ໂສ້​ການ​ສະ​ໜອງ ແລະ ​ຜູ້​ກຳ​ນົດ​ມາດ​ຕະ​ຖານ​ຂອງ​ອຸດ​ສາ​ຫະ​ກຳ. ທ່ານ​ຈິມ ຟາ​ລີ ຫົວ​ໜ້າ​ຝ່າຍ​ບໍ​ລິ​ຫານ​ຂອງ​ບໍ​ລິ​ສັດ​ຟອດ​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ: ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ຈີນກ້າວ​ໜ້າກວ່າ​ວິ​ສາ​ຫະ​ກິດ​ຕາ​ເວັນ​ຕົກ​ຢ່າງຫຼວງຫຼາຍ, ລົດ​ທຸກ​ຄັນ​ຈະ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂອງ​ຫົວ​ເຫວີຍ ແລະ XIAOMI. ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ ທ່ານ​ຈິມ ຟາ​ລີແມ່ນ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ນຳ​ຄວາມ​ສາ​ມາດ​ຕົວ​ຈິງ​ດ້ານ​ເຕັກ​ໂນ​ໂລ​ຊີ​ລົດ​ຂອງ​ຈີນ​ໃນ​ລະ​ດັບ​ສູງ.

​ຍ້ອນຫຍັງ​ເຕັກ​ໂນ​ໂລ​ຊີ​ລົດ​ຂອງ​ຈີນ​​ຈິ່ງສາ​ມາດ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ​ຈາກ​ການ​ແລ່ນ​ນຳຫຼັງ​ກາຍ​ມາ​ເປັນຜູ້​ນຳ​ພາ​ໃນ​ເວ​ລາ​ສັ້ນໆ​ພຽງ​ສິບ​ປາຍ​ປີ​ເທົ່າ​ນັ້ນ. ແມ່ນ​ຍ້ອ​ນ​ຕະຫຼາດ​ຂະ​ໜາດ​ໃຫຍ່​ພິ​ເສດ​ຂອງ​ຈີນ ​ເປັນ “ຫ້ອງ​ທົດ​ລອງ” ທີ່​ດີ​ສຳ​ລັບ​ການ​ຍົກ​ລະ​ດັບ​ເຕັກ​ໂນ​ໂລ​ຊີ, ຄວາມ​ຕ້ອງ​ການ​​ທີ່​ມີຫຼາກຫຼາຍ​ສີ​ສັນ​ຂອງ​ຜູ້​ບໍ​ລິ​ໂພກ 1,4 ຕື້​ຄົນ ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ຕ້ອງ​ທັບ​ມ້າງ​ຂີດ​ຈຳ​ກັດ​ດ້ານ​ນະ​ວັດ​ຕະ​ກຳ​ເລື້ອຍໆ; ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທີ່​ຄົບ​ຖ້ວນ​ຂອງ​ຈີນ ​ສາ​ມາດ​ເຮັດ​ໃຫ້​ວິ​ໄສ​ທັດ​ຂອງວິ​ສາ​ຫະ​ກິດ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ຕົວ​ຈິງ​ຢ່າງວ່ອງ​ໄວ; ສ່ວນ​ການ​ລົງ​ທຶນ​ດ້ານ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​​ດ້ານນະ​ວັດ​ຕະ​ກຳ, ພຽງ​ແຕ່​ໃນ​ຂົງ​ເຂດ​ຂັບ​ລົດ​ອັດ​ສະ​ລິ​ຍະ​ເທົ່າ​ນັ້ນ, ການ​ລົງ​ທຶນ​​ຂອງວິ​ສ​າ​ຫະ​ກິດ​ນຳ​ໜ້າ​ຂອງ​ຈີນ​ກໍ​​ບັນ​ລຸຫຼາຍກວ່າ 10 ຕື້ຢວນຕໍ່​ປີ.

ພາຍ​ໃຕ້​ສະ​ພາບ​ການ​ທີ່​ອຸດ​ສາ​ຫະ​ກຳ​ລົດ​​ໃນ​ທົ່ວ​ໂລກ​ໄດ້​ຂະ​ຫຍາຍ​ໄປ​ສູ່​​ລະ​ບົບ​ອັດ​ສະ​ລິ​ຍະ ແລະ ນຳໃຊ້​ພະ​ລັງ​ງານ​ໄຟ​ຟ້າ, ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກວິ​ສາ​ຫະ​ກິດ​ລົດ​​ໃນທົ່ວ​ໂລກ​ນັບ​ມື້​ນັບຫຼາຍ​ຂຶ້ນ, ວິ​ສາ​ຫະ​ກິດ​ໃດທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ, ວິ​ສາ​ຫະ​ກິດ​ນັ້ນ​ຈະ​ສາ​ມາດ​ຍາດ​ໄດ້​ໂອ​ກາດ​ທີ່​ດີ​ໃນ​ການ​ແຂ່ງ​ຂັນ​ຢູ່​ຕະຫຼາດ​ໃນອະ​ນາ​ຄົດໄດ້ຫຼາຍ​ຂຶ້ນ. ໃນ​ຕໍ່​ໜ້າ, ຄຽງ​ຄູ່​ກັບ​ເຕັກ​ໂນ​ໂລ​ຊີ 5G, ປັນ​ຍາ​ປະ​ດິດ ແລະ ຖານ​ຂໍ້​ມູນ​​ມະ​ຫາ​ສານໄດ້​ຮັບ​ກາ​ນ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ຂະ​ບວນ​ການ​ຫັນ​ເປັນ​ແບບ​ອັດ​ສະ​ລິ​ຍະ, ເປັນ​ແບບ​ໃຊ້​ລະ​ບົບ​ພະ​ລັງ​ງານ​ໄຟ​ຟ້າ ແລະ ​ການເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ເຂົ້າ​ໃນ​ອຸດ​ສາ​ຫະ​ກຳ​ລົດ​ຈະ​ເລັ່ງ​​ຄວາມ​ໄວ​ຂຶ້ນ. ເຕັກ​ໂນ​ໂລ​ຊີ​ລົດ​ຂອງ​ຈີນ​ຈະ​ສາ​ມາດ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ການນຳ​ພາ​ຂະ​ບວນ​ການ​ດັ່ງ​ກ່າວ ເຊິ່ງ​ຈະ​ເພີ່ມ​ຄວາມ​ມີ​ຊີ​ວິດ​ຊີ​ວາ ແລະ ພະ​ລັງ​ຂັບ​ເຄື່ອນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ລົດ​ໃນທົ່ວ​ໂລກ.

ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6

0

ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6 ໄຂຂື້ນໃນວັນທີ 3 ກໍລະກົດ 2025 ຢູ່ຫໍສະພາເເຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ອໍາໄພ ຈິດມານົນ ກໍາມະການຄະນະພັກສະພາແຫ່ງຊາດ, ປະທານຄະນະບໍລິຫານງານສະຫະພັນກໍາມະບານສະພາແຫ່ງຊາດ,ມີ ທ່ານຄໍາໃບ ດໍາລັດ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ,ທ່ານພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ,ສະມາຊິກກໍາມະບານສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

​ທ່ານ ອໍາໄພ ຈິດມານົນ ມີຄໍາເຫັນກ່າວໄຂກອງປະຊຸມວ່າ:ໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາຂອງອົງຄະນະພັກສະພາແຫ່ງຊາດ, ສະຫະພັນກໍາມະບານໄດ້ປະຕິບັດພາລາບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ມີຜົນສໍາເລັດທີ່ຕັ້ງໜ້າຫລາຍດ້ານ ແຕ່ຍ້ອນຂໍ້ຈໍາກັດດ້ານຕ່າງໆ ຈິ່ງມີ ຈຸດອ່ອນ-ຂໍ້ຄົງຄ້າງ ທີ່ເລັ່ງທວງໃຫ້ສະຫະພັນກໍາມະບານຈະຕ້ອງພ້ອມກັນປັບປຸງແກ້ໄຂ ສະນັ້ນການຈັດກອງປະຊຸມຄັ້ງນີ້ເພື່ອ ສະຫຼຸບຕີລາຄາ, ຕິດຕາມກວດກາຄືນ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະຫະພັນກໍາມະບານສະພາແຫ່ງຊາດ ຊຶ່ງຖືເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ສ້າງເງື່ອນໃໝ່ໃຫ້ສະຫະພັນກໍາມະບານສະພາແຫ່ງຊາດໃຫ້ກາຍເປັນການຈັດຕັ້ງທີ່ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ຂຶ້ນຢ່າງບໍ່ຫຍຸດຢັ້ງ.

​ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6 ຜູ້ເເທນທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ5ຂອງສະຫະພັນກຳມະບານສະພາແຫ່ງຊາດ ໄລຍະ 5 ປີ 2020 ຫາ 2025 ແລະ ກໍານົດທິດທາງແຜນການ5 ປີຕໍ່ໜ້າ 2026 ຫາ2030,ຮັບຟັງການຜ່ານບົດສຳຫຼວດການຊີ້ນໍາ-ນຳພາຂອງຄະນະບໍລິຫານງານສະຫະພັນກຳມະບານສະພາແຫ່ງຊາດຊຸດທີ5ໃນ5ປີຜ່ານມາ2021ຫາ2025,ເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳມະບານຊຸດທີ 6 ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານກຳມະບານ ໃນ 5 ປີຕໍ່ໜ້າ 2026 ຫາ 2030 ນອກຈາກນີ້ ໄດ້ຮັບຟັງການໂອ້ລົມເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຈາກ ທ່ານ ຄໍາໃບ ດໍາລັດ ກຳມະການສູນກາງພັກ, ຄະນະປະຈໍາພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ ຕື່ມອີກ.

ຂ່າວ:ເດດອາລຸນ ແກ້ວວິໄລ່

ພາບ:ຕາລີເຊ້ຍ ລໍມີໄຊ

ຫວຽດນາມ ຈັດກອງປະຊຸມລັດຖະບານ ກັບ ບັນດາທ້ອງຖິ່ນ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ກໍລະກົດ ຜ່ານມານີ້, ຢູ່ສຳນັກງານລັດຖະບານ ຫວຽດນາມ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະບານກັບ ທ້ອງຖິ່ນ. ກອງປະຊຸມໄດ້ປະຕິບັດແບບທາງໄກ ກັບ 34 ແຂວງ, ນະຄອນຂຶ້ນກັບສູນກາງ ແລະ ເຊື່ອມຕໍ່ກັບຕາແສງ, ເຂດພິເສດ 3,321 ແຫ່ງ ໃນທົ່ວປະເທດ.

ທ່ານ ຟ້າມມິງຈິງ ກ່າວຄຳເຫັນເປີດກອງປະຊຸມວ່າ: ນີ້ແມ່ນກອງປະຊຸມລັດຖະບານຄັ້ງທໍາອິດພາຍຫຼັງ ພ້ອມກັນປະຕິບັດຮູບແບບເຄື່ອນໄຫວກົງຈັກອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ນັບແຕ່ວັນທີ 1 ກໍລະກົດ. ດັ່ງນັ້ນ, ບັນດາທ້ອງຖິ່ນຕ້ອງນຳກົງຈັກອຳນາດການປົກຄອງທຸກຂັ້ນເຂົ້າເຄື່ອນໄຫວເປັນປົກກະຕິ, ສຸມໃສ່ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນເດືອນມິຖຸນາ ແລະ 6 ເດືອນຕົ້ນປີ, ທ່ານ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງວ່າສິ່ງທ້າທາຍໃຫຍ່, ພິເສດແມ່ນບັນດາການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຈາກສະພາບການພາຍນອກ, ແຕ່ ຫວຽດນາມ ຍັງຮັກສາໄດ້ເສດຖະກິດມະຫາພາກເປັນປົກກະຕິ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ສະພາບການເສດຖະກິດ – ສັງຄົມພັດທະນາຢ່າງຕັ້ງໜ້າ.

ກ່ຽວກັບທິດທາງພັດທະນາເສດຖະກິດ-ສັງຄົມ ໃນ 6 ເດືອນທ້າຍປີ, ທ່ານ ຟ້າມມິງຈິງ ເນັ້ນໜັກວ່າ: ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງພະຍາຍາມເພື່ອບັນລຸເປົ້າໝາຍການເຕີບໂຕຢູ່ລະດັບ 8% ຂຶ້ນໄປໃນປີນີ້, ໃນນັ້ນໃຫ້ບຸລິມະສິດໃນສະເພາະໜ້າແມ່ນປະຕິບັດຮູບແບບເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນສອງຂັ້ນຢ່າງລຸລ່ວງ ເພື່ອພັດທະນາເປັນປົກກະຕິ.

ພວກເຮົາສຸມໃສ່ຊີ້ນຳ-ນຳພາການປະຕິບັດຮູບແບບເຄື່ອນໄຫວອຳນາດການປົກຄອງສອງຂັ້ນໃຫ້ລຸລ່ວງ ພິເສດບໍ່ປະໃຫ້ປະຊາຊົນ, ວິສາຫະກິດ ບໍ່ໄດ້ຮັບການແກ້ໄຂບັນດາລະບຽບການບໍລິຫານ ຫຼື ປະຕິບັດລະບຽບການບໍລິຫານທີ່ແກ່ຍາວ. ພວກເຮົາຍັງຮັບປະກັນປະຕິບັດບັນດາໂຄງການເປົ້າໝາຍ, ບັນດາໂຄງການໃຫຍ່, ບັນດາໂຄງການຂອງທຸກຂັ້ນໃນເມື່ອກ່ອນ.

ຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ແລະ ກອງປະຊຸມປິ່ນອ້ອມ

0

ໃນວັນທີ 1 ກໍລະກົດ 2025, ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້ “ກອງປະຊຸມລະດັບສູງວ່າດ້ວຍປະເທດດ້ອຍພັດທະນາ” ໂດຍການເປັນປະທານຮ່ວມຂອງ ທ່ານນາຍົກລັດຖະມົນຕີ ເນປານ ເເລະ ທ່ານຮອງເລຂາທິການໃຫຍ່ ສປຊ. ໃນນັ້ນ, ກອງປະຊຸມໄດ້ໄດ້ປຶກສາຫາລື ກ່ຽວກັບວິທີການ ຈັດຕັ້ງປະຕິບັດ ເອກະສານຄວາມໝາຍໝັ້ນ ເຊວິລ ໃຫ້ມີປະສິດທິພາບ ເເລະ ປະສິດທິຜົນ ຕາມຄວາມຕ້ອງການຂອງບັນດາປະເທດ ດ້ອຍພັດທະນາ.

ໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ເນື້ອໃນ ກໍຄື ຜົນຂອງກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນບຸລິມະສິດຂອງ ບັນດາປະເທດດ້ອຍພັດທະນາເປັນຕົ້ນ ການເພີ່ມທະວີການຮ່ວມມືທາງດ້ານອາກອນ; ການລະດົມງົບປະມານພາຍໃນ; ການພັດທະ ນາອຸດສາຫະກໍາ ເເລະ ການສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ. ນອກນັ້ນ, ທ່ານຍັງໄດ້ນໍາສະເໜີຕໍ່ທີ່ປະຊຸມ ກ່ຽວກັບການກະກຽມໃຫ້ເເກ່ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ເເລະ ການຊ່ວຍເຫລືອບັນດາປະເທດດ້ອຍພັດທະນາ ໂດຍການສ້າງສູນປະຊາສໍາພັນດ້ານການລົງທຶນສໍາລັບປະເທດ ດ້ອຍພັດທະ ນາ; ການເຂົ້າເຖິງເເຫລ່ງທຶນ ເເລະ ການຍຶດໝັ້ນຕໍ່ພັນທະຂອງຕົນໃນການສະໜອງທຶນຊ່ວຍເຫລືອລ້າ ເພື່ອການພັດທະນາ ໃຫ້ເເກ່ບັນດາປະເທດດ້ອຍພັດທະນາ.

ໃນວັນດຽວກັນ, ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມເເຂງ: ການເງິນດ້ານການປ່ຽນເເປງດິນຟ້າອາກາດ ເພື່ອການພັດທະນາທີ່ຍືນຍົງ” ຮ່ວມກັບ ຮອງລັດຖະມົນຕີກະຊວງການເງິນຂອງ ເນປານ ເເລະ ບັງກາລາເທດ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລື ເເລະ ເເລກປ່ຽນປະສົບການ ກ່ຽວກັບການສະໜອງທຶນເພື່ອຮັບມືກັບບັນຫາການປ່ຽນເເປງຂອງດິນຟ້າອາກາດ ພາຍຫລັງການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ໃນວັນທີ 2 ກໍລະກົດ 2025, ຄະນະຜູ້ແທນ ທາງການ ຂອງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍການສະໜອງທຶນເພື່ອການພັດທະນາຄັ້ງທີ 4 ພາກອະພິປາຍທົ່ວໄປ ແລະ ກອງປະຊຸມຂັ້ນສູງປິ່ນອ້ອມກອງປະຊຸມ ເປັນຕົ້ນ ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ສຳລັບບັນດາປະເທດ ບໍ່ມີຊາຍແດນຕິດທະເລ ໂດຍການເປັນປະທານຮ່ວມຂອງ ທ່ານນາຍົກລັດຖະມົນຕີ ໂບລິວີ ເເລະ ທ່ານ ຮອງເລຂາທິການໃຫຍ່ ສປຊ. ສປປ ລາວ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ຍົກໃຫ້ເຫັນສິ່ງທ້າທາຍ ຂອງປະເທດບໍ່ມີຊາຍແດນຕິດທະເລ ໂດຍສະເພາະ ສປປ ລາວ ໃນດ້ານໂຄງສ້າງ ແລະ ພູມສັນຖານຂອງປະເທດ ທີ່ຍັງຖ່ວງດຶງການເຊື່ອມໂຍງດ້ານການຄ້າ ແລະ ເສດຖະກິດ ຂອງປະເທດບໍ່ມີຊາຍແດນຕິດທະເລ ເຂົ້າກັບພາກພື້ນ ແລະ ສາກົນ. ພ້ອມນັ້ນ, ຍັງຍົກໃຫ້ເຫັນຄວາມພະຍາຍາມຂອງ ສປປ ລາວ ໃຫ້ການຫັນປະເທດຈາກປະເທດບໍ່ມີຊາຍແດນຕິດທະເລ ເປັນປະເທດເຊື່ອມຈອດ ພາກພື້ນ ແລະ ສາ ກົນ ເປັນຕົ້ນ ຈາກໂຄງການ ທາງລົດໄຟ ລາວ-ຈີນ. ດ້ວຍເຫດນີ້, ຈຶ່ງຈຳເປັນຕ້ອງເພີ່ມທະວີການຮ່ວມມື ແລະ ການຊ່ວຍເຫລືອຈາກສາກົນ ໃນການເຂົ້າເຖິງທຶນຮອນ, ການຊ່ວຍເຫລືອດ້ານວິຊາການ ແລະ ການຊ່ວຍເຫລືອທາງດ້ານການຄ້າແກ່ປະເທດ ບໍ່ມີຊາຍແດນຕິດທະເລ ໃຫ້ຫລາຍຂຶ້ນ.

ພ້ອມກັນນີ້, ຄະນະຜູ້ແທນທາງການລາວ ຍັງໄດ້ພົບປະສອງຝ່າຍ ກັບປະເທດປ໋ອກຕຸຍການ ແລະ ປະເທດ ເຢຍລະມັນ ເພື່ອປຶກສາຫາລື ການຮ່ວມມືໃນຂອບສອງຝ່າຍ ແລະ ໃນຂອບຫລາຍຝ່າຍ ໂດຍຜ່ານ ອົງການສະຫະປະຊາຊາດ, ພ້ອມທັງປຶກສາຫາລື ບັນຫາທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.

ໃນວັນທີ 3 ກໍລະກົດ 2025, ກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາຄັ້ງທີ 4 ໄດ້ອັດລົງ ດ້ວຍຜົນສຳເລັດອັນຈົບງານ ແລະ ສາມາດຮັບຮອງເອົາ ເອກະສານຄວາມໝາຍໝັ້ນ ເຊວິລ ເຊິ່ງຈະເປັນບ່ອນອີງໃຫ້ແກ່ປະເທດສະມາຊິກ ອົງການສະຫະປະຊາຊາດ ໃນທົດສະວັດຕໍ່ໜ້າ ເພື່ອສືບຕໍ່ຮ່ວມມື ລະດົມຂົນຂວາຍທຶນເຂົ້າໃນ ການຮ່ວມມືເພື່ອການພັດທະນາໂດຍລວມຂອງສາກົນ ໃຫ້ນັບມື້ນັບຫລາຍຂຶ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ເອກະສານຄວາມໝາຍໝັ້ນ ເຊວິລ ເປັນເອກະສານສາກົນໜຶ່ງທີ່ສຳຄັນ ມີໄລຍະຈັດຕັ້ງປະຕິ ບັດ ໜຶ່ງທົດສະວັດ ກໍຄື ແຕ່ປີ 2025-2035, ມີຈຸດປະສົງເພື່ອສະໜອງທຶນໃຫ້ແກ່ການພັດທະນາຂອງສາກົນ ໂດຍຜ່ານການປະຕິຮູບໂຄງສ້າງການເງິນສາກົນ, ການຮ່ວມມືດ້ານອາກອນ, ການສົ່ງເສີມນະໂຍບາຍພາຍໃນ, ການລະດົມຂົນຂວາຍພາກເອກະຊົນ, ການສະໜັບສະໜູນຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ, ການຢ້ຳຄືນຄວາມສຳຄັນຂອງທຶນຊ່ວຍເຫລືອເພື່ອການພັດທະ ນາ ແລະ ການສະໜັບສະໜູນບົດບາດຂອງ ສປຊ, ຮຽກຮ້ອງຍົກເລີກມາດຕະການບີບບັງຄັບຝ່າຍດຽວ ແລະ ການສ້າງຄວາມເຂັ້ມແຂງວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເພື່ອຫລຸດຜ່ອນຄວາມແຕກໂຕນ ດ້ານການພັດທະນາຂອງບັນດາປະເທດໃນໂລກ.

ລັດຖະມົນຕີ ສສກ ຕ້ອນຮັບຜູ້ຕາງໜ້າອົງການອຸຍນີເຊບ ໂອກາດຮັບຕຳແໜ່ງໃໝ່

0

ໃນວັນທີ 2 ກໍລະກົດ 2025 ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ບິລາລອຸ ແຣັ່ງ ເຊັບ ດູຣານິ ຜູ້ຕາງໜ້າຈາກອົງການອຸຍນີເຊບ ປະຈຳ ສປປ ລາວ ເພື່ອສະແດງຄວາມຍິນດີນໍາ ທີ່ໄດ້ຮັບຕຳແໜງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ໃໝ່.

ໂອກາດນີ້, ສອງຝ່າຍກໍໄດ້ປຶກສາຫາລື ການຮ່ວມມືສົ່ງເສີມວຽກງານໃນຂະແໜງການສຶກສາ ໃນລາວຕາມບຸລິມະສິດທີ່ກຳນົດໄວ້ ໂດຍສະເພາະ ການເພີ່ມອັດຕາເຂົ້າຮຽນໃນທຸກລະດັບການສຶກສາ, ຍົກສູງຄຸນນະພາບການສຶກສາໃຫ້ມີຜົນການຮຽນ ແລະ ທັກສະທີ່ດີຂຶ້ນ, ແກ້ໄຂການອອກໂຮງຮຽນ, ການຂາດແຄນຄູ, ສົ່ງເສີມການມີສ່ວນຮ່ວມຂອງພໍ່ແມ່ ແລະ ຊຸມຊົນໃນການສຶກສາ, ປັບປຸງສະພາບແວດລ້ອມໃນສະຖານການສຶກສາ ລວມເຖິງການບໍລິການດ້ານການສຶກສາເດັກກ່ອນໄວຮຽນ ທີ່ມີຄຸນນະພາບ, ການພັດທະນາຫລັກສູດໃຫ້ເໝາະສົມກັບອາຍຸ ແລະ ການຫລິ້ນ, ສ້າງຄວາມທັນສະໄໝທີ່ດີຂຶ້ນ, ສ້າງສະຖານການສຶກສາທີ່ດີ ເພື່ອດຶງດູດນ້ອງນັກຮຽນໃຫ້ໄດ້ ເຂົ້າຮຽນຫລາຍຂຶ້ນ, ສຸມໃສ່ການຮຽນຮູ້ຂັ້ນພື້ນຖານ ແນໃສ່ເຮັດໃຫ້ວຽກງານການສຶກສາໃນລາວມີຄຸນນະພາບ ແລະ ພັດທະນາຂຶ້ນເປັນກ້າວໆ.

ຂ່າວ: ບົວລະພາ

ສສ ຫວຽດນາມ ເພີ່ມການຮ່ວມມືທາງທະເລ-ມະຫາສະໝຸດ

0

ວິທະຍຸກະຈາຍສຽງ ຫວຽດນາມ, ກອງປະຊຸມ ບັນດາປະເທດ ສະມາຊິກ ສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍ ທະເລຄັ້ງທີ 35 (SPLOS 35) ຫາກໍ່ ດຳເນີນຢູ່ ສຳນັກງານ ຂອງ ສປຊ ຢູ່ນິວຢອກຂອງ ສ. ອາເມລິກາ ດ້ວຍການເຂົ້າຮ່ວມຂອງ 170 ປະເທດສະມາຊິກ. ກອງປະຊຸມຄັ້ງນີ້ ສ້າງຂີດໝາຍໃໝ່ຂອງ ສສ ຫວຽດນາມ ໃນການຮ່ວມມືທາງທະເລ ແລະ ມະຫາສະໝຸດ ດ້ວຍເລື່ອງ ເປັນຄັ້ງທຳອິດ ຜູ້ຕາງໜ້າ ຫວຽດນາມ ໄດ້ຮັບການເລືອກຕັ້ງ ດຳລົງຕຳແໜ່ງ ປະທານ ກອງປະຊຸມ.ນີ້ແມ່ນ ຄັ້ງທຳອິດ ຫວຽດນາມ ຮັບດຳລົງຕຳແໜ່ງ ປະທານ SPLOS ນັບແຕ່ເວລາກາຍເປັນສະມາຊິກຂອງສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລ (UNCLOS) ປິ 1994 ເຊິ່ງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງ ແລະ ການຢັ້ງຢືນຂອງປະຊາຄົມສາກົນ ຕໍ່ບັນດາຄວາມມານະ ພະຍາຍາມ ນຳໜ້າຂອງ ສສ ຫວຽດນາມ ໃນການປະຕິບັດ, ປັບປຸງ ຄຸນຄ່າລວມຂອງ UNCLOS, ກໍ່ຄື ບັນດາ ການປະກອບສ່ວນ ຢ່າງຕັ້ງໜ້າຂອງ ສສ ຫວຽດນາມ ໃຫ້ແກ່ ວຽກງານລວມຂອງ ສປຊ.ໃນໄລຍະ 30 ກວ່າປີ ນັບແຕ່ ເວລາສົນທິສັນຍາ ສປຊ ກ່ຽວກັບກົດໝາຍ ວ່າດ້ວຍ ທະເລ (UNCLOS) ມີຜົນບັງຄັບໃຊ້, ເອກະສານສະບັບນີ້ ຍັງໄດ້ຮັບຖືວ່າ ແມ່ນລັດຖະທຳມະນູນ ວ່າດ້ວຍ ທະເລ ແລະ ມະຫາສະໝຸດ, ແມ່ນພື້ນຖານ ເພື່ອໃຫ້ບັນດາປະເທດ ແກ້ໄຂ ບັນດາ ຄວາມຂັດແຍ້ງກັນ ທາງທະເລ ພ້ອມກັນແກ້ໄຂ ຫລາຍບັນຫາ ທີ່ກ່ຽວຂ້ອງເຖິງການຂຸດຄົ້ນຊັບພະຍາກອນທາງທະເລ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ປະດັບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ໃຫ້ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

0

ໃນວັນທີ 3 ກໍລະກົດ 2025 ນີ້, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ປະດັບຫລຽນກຽດຕິຄຸນ ອາທິດອຸໄທ ຊັ້ນ1 ທີ່ປະທານໂດຍ ສົມເດັດ ພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ ໃຫ້ແກ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນການປະກອບສ່ວນ ເປັນຂົວຕໍ່ ຮັດແໜ້ນການພົວພັນຮ່ວມມືຮອບດ້ານ ລະ ຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ຈົນຮອດປັດຈຸບັນ ໂດຍມີການນຳ, ອະດີດການນຳ ພັກ, ລັດ ແລະ ສະມາຊິກຄອບຄົວ ສີພັນດອນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ໂຄອິຊຶມິ ຊຶໂຕມຸ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ປະກອບສ່ວນ ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ຍີ່ປຸ່ນ- ລາວ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນຢ່າງບໍ່ຢຸດຢັ້ງ ລວມທັງການສົ່ງເສີມການຮ່ວມມືດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ດ້ານອື່ນໆ ໃນໄລຍະຜ່ານມາ.

ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ໂຄອິຊຶມິ ຊຶໂຕມຸ ທີ່ໄດ້ຕາງໜ້າໃຫ້ລັດຖະບານ ຍີ່ປຸ່ນ ປະດັບຫລຽນກຽດຕິຄຸນ ອັນສູງສົ່ງ ຂອງສົມເດັດ ພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ ໃຫ້ໃນຄັ້ງນີ້, ການທີ່ໄດ້ຮັບຫລຽນກຽດຕິຄຸນໃນຄັ້ງນີ້, ຖືເປັນກຽດອັນສູງສົ່ງ ແລະ ເປັນການສ້າງແຮງບັນດານໃຈ ແລະ ກຳລັງໃຈ ໃຫ້ແກ່ການນຳທ່ານອື່ນໆ ໃນການເປັນຂົວຕໍ່ທີ່ສຳຄັນ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງປະຊາຊົນ ສອງຊາດ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ກໍຄື ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃຫ້ແຕກດອກອອກຜົນ ແລະ ເປັນຮູບປະທຳຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

ນັບແຕ່ ສປປ ລາວ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ຕະຫລອດໄລຍະ 7 ທົດສະວັດ ທີ່ຜ່ານມາ, ລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ-ຍີ່ປຸ່ນ ໄດ້ຍຶດໝັ້ນ ແລະ ຖືສໍາຄັນການພົວພັນຮ່ວມມືສອງຝ່າຍທີ່ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຊຶ່ງໄດ້ ກາຍເປັນຫລັກການພື້ນຖານທີ່ສໍາຄັນ ແລະ ຮັບປະກັນໃຫ້ແກ່ການພົວພັນຮ່ວມມືສອງຝ່າຍໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນ ເປັນຕົ້ນ ການພົວພັນ ແລະ ການຮ່ວມມືດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ.

ພາຍໃຕ້ການພົວພັນ ແລະ ການຮ່ວມມືທີ່ມີປະສິດທິພາບນັ້ນ, ລັດຖະບານ ສອງປະເທດ ລາວ-ຍີ່ປຸ່ນ ໄດ້ຕົກລົງຍົກລະດັບການພົວພັນ ແລະ ການຮ່ວມມື ມາເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ໃນທ້າຍເດືອນມັງກອນ 2025 ທີ່ຜ່ານມາ, ຊຶ່ງປີ 2025 ນີ້ ແມ່ນປີທີ່ມີຄວາມໝາຍ ແລະ ຄວາມສໍາຄັນ ເພາະເປັນປີຄົບຮອບ 70 ປີ ການພົວພັນ ທາງການທູດຂອງສອງປະເທດ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກ ຍີ່ປຸ່ນ ມາຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ. ການຍົກລະດັບສາຍພົວພັນລະຫວ່າງສອງປະເທດ ຍັງເປັນການຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງການພົວພັນການ ແລະ ຮ່ວມມື ລະຫວ່າງສອງປະເທດໃນໄລຍະໃໝ່ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ແຈ້ງເຕືອນຝົນຕົກໜັກ ນ້ຳຖ້ວມ ແລະ ດິນເຈື່ອນ ປະຈຳວັນທີ 04 ກໍລະກົດ 2025.

0

ຮ່ອງຄວາມກົດດັນອາກາດຕ່ຳ ຫລື ຮ່ອງຝົນ ຍັງສືບຕໍ່ພາດຜ່ານພາກເໜືອ ຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມລະສຸມຕາເວັນຕົກສື່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຢູ່ເກືອບທົ່ວໄປ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະພາກສ່ວນ ຜູ້ທີ່ອາໄສຢູ່ໃກ້ລຽບຕາມແມ່ນ້ຳ ແລະ ເຂດພື້ນທີ່ຕ່ຳ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກຕິດຕໍ່ກັນຫລາຍວັນທີ່ຈະເຮັດໃຫ້ເກີດ ດິນເຈືື່ອນ, ນ້ຳຖ້ວມຊຸ ແລະ ນ້ຳຖ້ວມຍືື່ງ ທີ່ຈະສົ່ງຜົນເສຍຫາຍແກ່ຊີວິດ ແລະ ຊັບສິນອັນມີຄ່າ, ສໍາລັບຜູ້ທີ່ຈະເດີນທາງຜ່ານພູສູງ ຕ້ອງໄດ້ກວດສອບສະພາບອາກາດ, ສະພາບຫົນທາງ ແລະ ສະພາບຍານພາຫະນະ ກ່ອນອອກເດີນທາງ. ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.

ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງອັດຕະປື ສືບຕໍ່ເອົາໃຈໃສ່ຫລາຍບັນຫາສໍາຄັນ

0

ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງອັດຕະປື ໃນວັນທີ 2 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຊີ້ນໍາການແກ້ບັນຫາຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ການແກ້ໄຂໃນຕໍ່ໜ້າ ເປັນຕົ້ນ ສືບຕໍ່ຕັ້ງໜ້າປະຕິບັດແນວທາງຍຸດທະສາດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ປັບປຸງ, ກໍ່ສ້າງກໍາລັງ ປກສ-ປກຊ ໃຫ້ກະທັດຮັດ, ມີຄຸນນະພາບ, ຮັບ ປະກັນຄວາມເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນ, ຍົກສູງຄວາມສາມາດໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ເພື່ອຮັບປະກັນໃຫ້ແຂວງ ແລະ ຮາກຖານ ມີສະຖຽນລະພາບດ້ານການເມືອງ, ມີຄວາມສະຫງົບ ແລະ ປອດໄພ ໃນສັງຄົມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ພ້ອມນີ້, ໃຫ້ສືບຕໍ່ເພີ່ມທະວີການປັບປຸງກໍ່ສ້າງຮາກຖານການເມືອງ, ການກໍ່ສ້າງພັກ-ພະນັກງານ ຕາມທິດ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເດັດດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ ທາງດ້ານສັງຄົມໃຫ້ຫລຸດລົງ; ເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂສື່ສັງຄົມອອນລາຍ, ການຕອບໂຕ້, ການແກ້ໄຂເປົ້າໝາຍ ທີ່ກໍ່ຄວາມບໍ່ສະຫງົບຜ່ານສື່ອອນລາຍ; ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ບໍລິການພາຍໃນໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ; ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ ແລະ ມະຕິ 05/ລບ; ເອົາໃຈໃສ່ສົ່ງເສີມການສຶກສາ ໂດຍສະເພາະ ການຮຽນ-ການສອນ, ຄົ້ນຄວ້າແກ້ໄຂການຂາດບຸກຄະລາການຄູສອນ; ເອົາໃຈໃສ່ປັບປຸງ ແລະ ຍົກລະດັບການບໍລິການດ້ານສາທາລະນະສຸກ ພາຍໃນແຂວງ ໃຫ້ທົ່ວເຖິງປະຊາຊົນ, ການຍົກລະດັບພັດທະນາບຸກຄະລາກອນທາງການແພດ, ສະໜອງອຸປະ ກອນການແພດລົງສູ່ໂຮງໝໍຂັ້ນຕ່າງໆ ໂດຍສະເພາະ ຂັ້ນເມືອງ(ໂຮງໝໍນ້ອຍ); ສືບຕໍ່ຜັນຂະຫຍາຍນິຕິກຳຂອງຄະນະສະເພາະກິດ 19/ກມສພ ຢ່າງເຂັ້ມງວດ ໂດຍສະເພາະບັນດາວຽກຈຸດສຸມ ໃຫ້ໄດ້ຮັບຜົນດີ, ພ້ອມທັງປະສານສົມທົບກັບຄະນະສະເພາະກິດ ເພື່ອສຸມໃສ່ການຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດ ທີ່ໄດ້ອະນຸມັດຜ່ານມາ; ສືບຕໍ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸ ມັດ, ໂຄງການໃດບໍ່ມີຄວາມຄືບໜ້າ ຫລື ມີຄວາມລ້າຊ້າ, ບໍ່ປະຕິບັດຕາມສັນຍາ, ສົ່ງຜົນກະທົບໜັກໜ່ວງ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແມ່ນໃຫ້ປະຕິບັດມາດຕະການກ່າວເຕືອນ (ກໍານົດເວລາໃນການແກ້ໄຂ ຢ່າງຈະແຈ້ງ), ຖ້າຫາກຍັງບໍ່ໄດ້ຮັບການແກ້ໄຂ ແມ່ນໃຫ້ກ້າວເຂົ້າສູ່ຂັ້ນຕອນການຂໍຍົກເລີກ ຫລື ຖອນເອົາໂຄງການຄືນ; ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ພາຍໃນແຂວງ ໃຫ້ໄດ້ຮັບການປັບປຸງດີຂຶ້ນ; ຍົກລະດັບຄຸນນະ ພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ; ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ. ພ້ອມນີ້, ການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງ ສືບຕໍ່ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ກໍຄື ບັນດານິຕິກໍາຂອງຂັ້ນເທິງ ແລະ ພາກສ່ວນກ່ຽວຂ້ອງໄດ້ກໍານົດວາງອອກ.

ໃນໂອກາດນີ້, ທ່ານ ຄໍາບູນ ດວງພະບາງ ຮອງເຈົ້າແຂວງອັດຕະປື ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ 2025 ແລະ ທິດທາງຈຸດສຸມວຽກງານໃນ 6 ເດືອນທ້າຍປີ ແລະ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກແຂວງ ໂດຍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ສ້າງ ແລະ ປັບປຸງສອງກຳລັງ ປກຊ-ປກສ ຢ່າງຕໍ່ເນື່ອງ-ເປັນລະບົບ ສາມາດຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ແລະ ພາຍໃນແຂວງໄດ້ເປັນຢ່າງດີ; ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ 5 ເມືອງ, ກອງບັນຊາການ ປກຊ-ປກສ ແຂວງ, ສະຫະພັນນັກຮົບເກົ່າແຂວງ, ສະຫະພັນແມ່ຍິງແຂວງ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ການດໍາເນີນກອງປະຊຸມໃຫຍ່ຮາກຖານພັກ ໃນທົ່ວແຂວງ ສໍາເລັດເປັນສ່ວນໃຫຍ່ແລ້ວ. ສຳລັບການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ແມ່ນໄດ້ຊີ້ນໍາແຕ່ລະອານຸກຳມະການຕ່າງໆ ສືບຕໍ່ປະຕິບັດວຽກງານຕາມແຜນຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະ ດ້ານເນື້ອໃນ ໄດ້ຮ່າງເນື້ອໃນສໍາຄັນຕ່າງໆສໍາເລັດໂດຍພື້ນຖານ ແລະ ໄດ້ລົງທາບທາມເນື້ອໃນຢູ່ບັນດາເມືອງ ແລະ ທາບທາມແຕ່ລະຂົງເຂດຢູ່ຂັ້ນແຂວງ, ພ້ອມທັງ ປັບປຸງຕາມຜົນການທາບທາມດັ່ງກ່າວສໍາເລັດ; ດ້ານບຸກຄະລາກອນ ໄດ້ສໍາເລັດແຜນຄາດຄະເນຜູ້ແທນສົມບູນ-ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XII, ແຜນຄາດຄະເນຈໍານວນຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງ, ການແບ່ງຄວາມຮັບຜິດຊອບພາຍໃນຄະນະປະຈໍາພັກແຂວງ ແລະ ແຜນການຄາດຄະເນການສັບຊ້ອນ ຈັດວາງກໍາມະການພັກແຂວງ ສະໄໝທີ XII ຕາມແຕ່ລະວຽກງານທີ່ເໝາະສົມ.

ສໍາລັບ ວຽກງານປັບປຸງກົງຈັກການຈັດຕັ້ງ ຍຸບ ແລະ ຮີບໂຮມ ບາງພະແນກການຂັ້ນແຂວງ ມາຮອດປັດຈຸບັນ ແມ່ນໄດ້ມີການກະກຽມເພື່ອຈະນໍາສະເໜີສະພາປະຊາຊົນແຂວງ ພິຈາລະນາຮັບຮອງ; ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ ມາຮອດປັດຈຸບັນ ສາ ມາດເກັບລາຍຮັບໄດ້ທັງໝົດ 736 ຕື້ກວ່າກີບ ເທົ່າກັບ 69% ຂອງແຜນການປີ ແລະ ມີບາງໜ້າວຽກ ໄດ້ມີຜົນສໍາເລັດ ແລະ ລື່ນແຜນທີ່ວາງໄວ້.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ