Tuesday, September 23, 2025
Home Blog Page 53

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມກອງປະຊຸມ ທາບທາມບຸກຄະລາກອນ ທີ່ຈະເຂົ້າສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 2)

0

ໃນຕອນບ່າຍວັນທີ 6 ກໍລະກົດ 2025, ທີ່ສະໂມສອນແຂວງສາລະວັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ ໄດ້ໃຫ້ກຽດເປັນປະທານກອງປະຊຸມທາບທາມບຸກຄະລາກອນ ທີ່ເຂົ້າສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 2); ມີສະຫາຍ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ສະຫາຍ ດາວວົງ ພອນແກ້ວ, ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງໆສາລະວັນ;​ ພ້ອມດ້ວຍບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, ອາດີດການນຳແຂວງ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ໄດ້ຕາງໜ້າໃຫ້ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ເລຂາພັກແຂວງ-ເຈົ້າແຂວງໆສາລະວັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3​ ຂັ້ນຂອງພັກ ຢູ່ພາຍໃນແຂວງ ກໍ່ຄື ການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງສາລະວັນ ຄັ້ງທີ X ເປັນຕົ້ນ: ດ້ານຂະບວນການ, ດ້ານເນື້ອໃນ, ດ້ານບຸກຄະລາກອນ ແລະ ດ້ານງົບປະມານ. ຫຼັງຈາກນັ້ນ, ສະຫາຍ ກໍໄດ້ສືບຕໍ່ຜ່ານມາດຖານ, ເງື່ອນໄຂ ຂອງຄະນະບໍລິຫານງານພັກແຂວງ ແລະ ມາດຕະຖານຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ ແລະ ປະທານ-ຮອງປະທານຄະນະກວດກາພັກແຂວງ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ແທນກອງປະຊຸມ ໄດ້ນຳໄປຄົ້ນຄວ້າ, ເລືອກເຟັ້ນເອົາຄະນະບໍລິຫານງານແຂວງ (ຊຸດໃໝ່) ໃຫ້ໄດ້ຜູ້ທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ທີ່ໄດ້ກຳນົດໄວ້ ເຊິ່ງໂດຍອີງໃສ່ ກົດລະບຽບ ພັກປະຊາຊົນ ປະຕິວັດລາວ ສະໄໝທີ XI, ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ, ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 211/ຄຈສພ ແລະ ຄຳແນະນຳຂອງຄະນະກວດກາສູນກາງພັກ ສະບັບເລກທີ 504/ຄກສພ ແມ່ນມີມາດຕະຖານ-ເງື່ອນໄຂ 5 ດ້ານ ຄື: 1). ດ້ານຄຸນທາດການເມືອງ; 2). ດ້ານຄຸນສົມບັດ ສິນທໍາປະຕິວັດ ແລະ ແບບແຜນດຳລົງຊີວິດ; 3). ດ້ານຄວາມຮູ້-ຄວາມສາມາດ; 4). ດ້ານແບບແຜນການນຳພາ ແລະ ວິທີເຮັດວຽກ; ແລະ 5). ດ້ານສຸຂະພາບ.

ໃນໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຫຼັກການທີ່ກຳນົດໄວ້ ແລະ ມີຄຳເຫັນກ່ອນການທາບທາມບຸກຄະລາກອນ ເຂົ້າສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 2) ໃນບາງບັນຫາ ເປັນຕົ້ນ ນອກຈາກມາດຕະຖານ, ເງື່ອນໄຂ ທີ່ໄດ້ກຳນົດໄວ້, ໃຫ້ບັນດາສະຫາຍຜູ້ແທນ ເອົາໃຈໃສ່ກຳແໜ້ນໂຄງປະກອບບຸກຄະລາກອນ ເຊິ່ງຕ້ອງປະກອບດ້ວຍເພດ-ເຜົ່າ, ທັງຮັບປະກັນໃຫ້ມີລຸ້ນອາວຸໂສ, ລຸ້ນກາງ ແລະ ລຸ້ນໜຸ່ມ ຢ່າງສົມເຫດສົມຜົນ, ລວມທັງ ຂົງເຂດການເມືອງ, ກຳລັງປະກອບອາວຸດ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ ກໍ່ຕ້ອງໃຫ້ສົມສ່ວນຢ່າງເໝາະສົມ. ນອກຈາກນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຕ້ອງໄດ້ມີທັດສະນະການເມືອງທີ່ໜັກແໜ້ນ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການ ໃນການລົງຄະແນນສຽງ ທາບທາມບຸກຄະລາກອນເຂົ້າສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X ໃນຄັ້ງນີ້ ໃຫ້ຖືກຕ້ອງຕາມຄວາມເປັນຈິງ, ພາວະວິໄສ, ທ່ຽງທຳ, ຍຸຕິທຳ, ມີຄວາມຈິງໃຈຕໍ່ກັນ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງນະໂຍບາຍ, ລະບຽບກົດໝາຍ, ຫຼີກເວັ້ນການລົງຄະແນນສຽງທາບທາມ ໂດຍຂາດຄວາມຮັບຜິດຊອບ, ສວຍໂອກາດໂຄ່ນລົ້ມໂຈມຕີ, ໃສ່ຮ້າຍປ້າຍສີເຊິ່ງກັນ ແລະ ກັນ ຫຼື ມີທັດສະນະອື່ນໆ ທີ່ບໍ່ຖືກຕ້ອງ ເຊິ່ງຈະພາໃຫ້ເກີດມີການເສື່ອມເສຍຕໍ່ບົດບາດການນຳພາຂອງພັກ.

ໃນຕອນທ້າຍ, ຜູ້ເແທນກອງປະຊຸມ ກໍ່ໄດ້ພ້ອມກັນປ່ອນບັດທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 2).

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

EU ພ້ອມແລ້ວທີ່ຈະເຮັດຂໍ້ຕົກລົງການຄ້າກັບ ສະຫະລັດ ອາເມລິກາ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກໍລະກົດ ຜ່ານມາວ່າ: ທ່ານນາງ ເອີຊູລາ ຟອນ ເດີ ເລເຢນ ປະທານຄະນະກຳມາທິການເອີຣົບ ກ່າວໃນວັນທີ 3 ກໍລະກົດ ຜ່ານມາວ່າ: ສະຫະພາບເອີຣົບ (ອີຢູ) ພ້ອມແລ້ວທີ່ຈະບັນລຸຂໍ້ຕົກລົງກັບ ສະຫະລັດ ອາເມລິກາ ເພື່ອແກ້ໄຂຂໍ້ຂັດແຍ່ງດ້ານພາສີທີ່ແກ່ຍາວມາເປັນເວລາດົນນານ. ເຖິງຢ່າງໃດກໍຕາມ,ທ່ານເນັ້ນໜັກວ່າ:EU ກຽມພ້ອມຮັບມືກັບຄວາມເປັນໄປໄດ້ທີ່ການເຈລະຈາອາດຈະບໍ່ປະສົບຜົນສຳເລັດເພື່ອປົກປັກຮັກສາຜົນປະໂຫຍດຂອງຕົນ.

ຂ່າວລະບຸວ່າ: ທ່ານນາງ ເອີຊູລາ ຟອນ ເດີ ເລເຢນ ກ່າວຄຳເຫັນໃນການເດີນທາງຢ້ຽມຢາມນະຄອນອໍຮູສຂອງດານມາກ. ໂດຍຊີ້ວ່າ, ກຳນົດເວລາແມ່ນວັນທີ 9 ກໍລະກົດ ນີ້ ແລະ ເນັ້ນໜັກວ່າ ການຄ້າລະຫວ່າງ EU – ສະຫະລັດ ອາເມລິກາ ມີມູນຄ່າເຖິງ 1,500 ຕື້ເອີໂຣ (1,77 ຕື້ໂດລາ). “ນີ້ແມ່ນວຽກງານອັນໃຫຍ່ຫຼວງ,”.

ທ່ານນາງເອີຊູລາ ຟອນ ເດີ ເລເຢນ ເນັ້ນໜັກວ່າ:ເປົ້າໝາຍແມ່ນບັນລຸໄດ້ “ຂໍ້ຕົກລົງໃນຫຼັກການ”, ໂດຍຍອມຮັບວ່າ ເປັນໄປບໍ່ໄດ້ທີ່ຈະສະຫຼຸບຂໍ້ຕົກລົງລາຍລະອຽດໃນໄລຍະເວລາອັນສັ້ນ ຍ້ອນປະລິມານການຄ້າລະຫວ່າງ 2 ຝ່າຍນັບມື້ນັບເພີ່ມຂຶ້ນ.

ນອກຈາກນີ້, ທ່ານຍັງໄດ້ເຕືອນອີກວ່າ: ຖ້າຫາກການເຈລະຈາລົ້ມເຫຼວ, EU ຈະບໍ່ລັງເລທີ່ຈະໃຊ້ມາດຕະການຕອບໂຕ້, ໂດຍທ່ານກ່າວວ່າ, “ພວກເຮົາຕ້ອງການການແກ້ໄຂບັນຫາຈາກການເຈລະຈາ … ແຕ່ໃນເວລາດຽວກັນ, ທຸກຄົນຮູ້ດີວ່າພວກເຮົາກຳລັງກະກຽມຄວາມພ້ອມສຳລັບຄວາມເປັນໄປໄດ້ທີ່ພວກເຮົາຈະບໍ່ບັນລຸຂໍ້ຕົກລົງທີ່ໜ້າພໍໃຈ”.

ປະຈຸບັນ, ສະຫະລັດ ອາເມລິກາໄດ້ວາງອັດຕາພາສີ 25% ຕໍ່ລົດຍົນ ແລະ ຊິ້ນສ່ວນລົດຍົນຈາກ EUແລະ ອັດຕາພາສີ 50% ສໍາລັບຜະລິດຕະພັນເຫຼັກກ້າ ແລະ ອາລູມີນຽມ. ນອກຈາກນີ້, ສະຫະລັດ ອາເມລິກາພວມພິຈາລະນາຂະຫຍາຍອັດຕາພາສີລວມທັງໄມ້, ຊິ້ນສ່ວນເຮືອບິນ, ຢາເສບຕິດ, ຊິບ ແລະແຮ່ທາດທີ່ສຳຄັນຈຳນວນໜຶ່ງ.

ຈີນຕາງໜ້າ 70 ກວ່າປະເທດ ປະກອບຄຳເຫັນຮ່ວມກ່ຽວກັບປັນຍາປະດິດ

0

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 4 ກໍລະກົດ ຜ່ານມານີ້, ທ່ານ ເສີນຊວີ້ ຜູ້ຕາງໜ້າຖາວອນ ແຫ່ງ ສປ ຈີນ ປະຈຳສຳນັກງານອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ເຊີແນວປະເທດສະວິດ ໄດ້ຕາງໜ້າ 70 ກວ່າປະເທດປະກອບຄຳເຫັນຮ່ວມກ່ຽວກັບປັນຍາປະດິດຊຸກຍູ້ການສ້າງສະພາບແວດລ້ອມແບບບໍ່ມີສິ່ງກີດຂວາງຢູ່ກອງປະຊຸມສຳມະນາປະຈຳປີ ພາຍໃຕ້ຫົວຂໍ້ສະເພາະການຊ່ວຍເຫຼືອດ້ານເຕັກນິກໃນກອງປະຊຸມຄັ້ງທີ 59 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດ.

ທ່ານ ເສີນຊວີ້ ກ່າວວ່າ: ການສ້າງສະພາບແວດລ້ອມແບບບໍ່ມີສິ່ງກີດຂວາງເປັນຂີດໝາຍຂອງຄວາມກ້າວໜ້າດ້ານອະລິຍະທຳມວນມະນຸດ, ເປັນການຮັບປະກັນທີ່ສຳຄັນໃນການສົ່ງເສີມໃຫ້ທຸກຄົນໄດ້ຮັບສິດທິມະນຸດ. ເຕັກນິກປັນຍາປະດິດມີກຳລັງແຮງບົ່ມຊ້ອນອັນໃຫຍ່ຫຼວງ, ສາມາດກຳຈັດສິ່ງກີດຂວາງທາງວັດຖຸ, ຂໍ້ມູນຂ່າວສານ ແລະ ວັດທະນະທຳໂດຍຜ່ານແຜນການແກ້ໄຂດ້ວຍການປະດິດສ້າງ, ຊຸກຍູ້ການພັດທະນາສັງຄົມແບບກວມລວມ.

ນີ້ແມ່ນມາດຕະການສຳຄັນ ເພື່ອຈັດຕັ້ງປະຕິບັດມະຕິທີ່ໃຫ້ທຸກຄົນໄດ້ຊົມໃຊ້ສະພາບແວດລ້ອມແບບບໍ່ມີສິ່ງຂີດຂວາງທີ່ຈີນເປັນຜູ້ສຳຄັນຕົ້ນຕໍໃນການສະເໜີອອກຢູ່ສະພາສິດທິມະນຸດອົງການສະຫະປະຊາຊາດ ແລະກໍແມ່ນໜຶ່ງໃນຄຳປາໄສຕ່າງໆ ກ່ຽວກັບປັນຍາປະດິດສົ່ງເສີມສິດທິມະນຸດທີ່ຈີນກ່າວຢູ່ໃນສະພາສິດທິມະນຸດ.

ຮອງປະທານປະເທດຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ

0

ລະຫວ່າງວັນທີ 5-6 ກໍລະກົດນີ້ ທີ່ເຮືອນຮັບແຂກເລກ 1 ຂອງແຂວງຄໍາມ່ວນ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງຄໍາມ່ວນ, ໂດຍມີບັນດາທ່ານຄະນະປະຈຳພັກແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງຄໍາມ່ວນໄດ້ລາຍງານສະພາບໂດຍສັງເຂບວ່າ: ໄລຍະ 6 ເດືອນຕົ້ນປິຜ່ານມາ ໄດ້ມີຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານເປັນຕົ້ນແມ່ນ ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງ,ການກະກຽມ ແລະ ຜົນສໍາເລັດການດຳເນີນກອງປະຊຸມຮາກຖານພັກ, ກອງປະຊຸມໃຫຍ່ອົງຄະນະພັກເມືອງ. ປັດຈຸບັນໄດ້ສໍາເລັດການເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ100% ໃນ 10 ເມືອງ. ສໍາລັບ 2 ຄະນະພັກກອງບັນຊາການ ສໍາເລັດ 1 ກອງບັັນຊາການທະຫານແຂວງ, ຍັງກອງບັນຊາການ ປກສ ແຂວງ. ສ່ວນພະແນກການອ້ອມຂ້າງແຂວງມີ 17 ຄະນະພັກຮາກຖານ ແລະ 16 ໜ່ວຍພັກຮາກຖານ ສໍາເລັດແລ້ວ 9 ຄະນະພັກຮາກຖານ ແລະ 8 ໜ່ວຍພັກຮາກຖານ. ດ້ານອົງການຈັດຕັ້ງມະຫາຊົນແມ່ນສໍາເລັດແລ້ວ 100%.ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ແມ່ນໄດ້ດໍາເນີນໄປຕາມ 3 ດ້ານຄື: ດ້ານຂະບວນການ,ດ້ານກະກຽມເນື້ອໃນ ແລະດ້ານການກະກຽມບຸກຄະລາກອນ, ຄາດວ່າຈະໄດ້ດຳເນີນໃນວັນທີ 29-30 ກັນຍາ. ນອກນີ້, ຍັງມີວຽກງານການປັບປຸງກົງຈັກການຈັດຕັ້ງ, ການສ້າງຕັ້ງຕາແສງຂອງແຂວງ ແລະ ດ້ານວຽກງານອື່ນອີກ.

ທ່ານ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນຊີ້ນໍາມາຍັງຄະນະພັກ-ຄະນະນໍາຂອງແຂວງ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍການນໍາທີ່ພ້ອມກັນຊີ້ນໍາ-ນໍາພາ ແລະ ຍາດມາໄດ້ຜົນງານການພັດທະນາຮອບດ້ານໃນລະດັບທີ່ດີ, ຄຽງຄູ່ກັບຜົນສໍາເລັດຍັງຈະຕ້ອງໄດ້ເອົາໃຈໃສ່ຕື່ມໃນຫຼາຍບັນຫາສໍາຄັນເປັນຕົ້ນແມ່ນ: ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເອົາໃຈໃສ່ຕ້ານ-ມ້າງກົນອຸບາຍຕໍ່ອິດທິກຳລັງປໍລະປັກ, ພວກກຸ່ມຄົນບໍ່ຫວັງດີຕໍ່ພັກເຮົາ, ເອົາໃຈໃສ່ຕິດຕາມບໍ່ໃຫ້ເກີດມີບັນຫາສະພາບຕາມຊາຍແດນ, ສະພາບການຫຍໍ້ທໍ້ຕ່າງໆ ໃນສັງຄົມ ລວມທັງບັນຫາຢາເສບຕິດໃຫ້ລຸດໜ້ອຍຖອຍລົງ, ສືບຕໍ່ເພີ່ມທະວີການລົງຮາກຖານການເມືອງໃຫ້ເຂັ້ມແຂງ; ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ໃຫ້ສຶບຕໍ່ປະຕິບັດບັນດາໂຄງການຕ່າງໆ ທັງພາກລັດ ແລະ ເອກະຊົນ ໂດຍສ້າງເງື່ອນໄຂເອື້ອຍອໍານວຍໃຫ້ເຂົາເຈົ້າມີຄວາມສະດວກໃນການດໍາເນີນຊຸກຍູ້ໃຫ້ເຂົາເຈົ້າມີການແຂ່ງຂັນ, ສໍາເລັດໄວ ແລະ ທັງມີຄຸນນະພາບ ເພື່ອດຶງດູດການລົງທຶນໃຫ້ຫຼາຍຂຶ້ນ ແນໃສ່ສ້າງລາຍຮັບເຂົ້າງົບປະມານໃຫ້ຫຼາຍ, ໃຫ້ສະຫຼຸບຄືນບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ມີຫົວໜ່ວຍໃດທີ່ເຄື່ອນໄຫວໄດ້ດີຄວນສົ່ງເສີມ; ເອົາໃຈໃສ່ການຜະລິດລະດູຝົນໃຫ້ທັນລະດູຕິດພັນກັບການຕ້ານຖ້ວມ, ການປ້ອງກັນການລະບາດພະຍາດສັດ ແລະ ສຸມໃສ່ເປັນບູລິມະສິດສໍາຄັນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ບັນຫາປະລະການຮຽນ; ເພື່ອກະກຽມຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງໃຫ້ສືບຕໍ່ປະຕິບັດ 3 ໜ້າວຽກຄືດັ່ງທ່ານເຈົ້າແຂວງໄດ້ລາຍງານ ແລະ ການກະກຽມສະເຫຼີມສະຫຼອງ 2 ວັນປະຫວັດສາດໃນຕໍ່ໜ້າຕ້ອງໃຫ້ຮັບປະກັນຄວາມສະຫງົບ100%; ພ້ອມນີ້ ໃຫ້ສືບຕໍ່ຊຸກຍູ້ບັນດາຮາກຖານ, ຂັ້ນເມືອງ ທີ່ສໍາເລັດກອງປະຊຸມໃຫຍ່ໃຫ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມຂອງເຂົາເຈົ້າເຂົ້າສູ່ຂະບວນການໂດຍໄວ.

ໂອກາດມາເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ແຂວງຄໍາມ່ວນ,ທ່ານຮອງປະທານປະເທດພ້ອມດ້ວຍຄະນະໄດ້ຢ້ຽມຢາມເບິ່ງໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນແຄມຂອງເຂດວັດພະທາດສີໂຄດຕະບອງ. ໂດຍການພາທາງຂອງທ່ານເຈົ້າແຂວງຄຳມ່ວນ.

ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນແຄມແມ່ນໍ້າຂອງເຂດວັດພຣະທາດສີໂຄດຕະບອງເມືອງທ່າແຂກຊຶ່ງແມ່ນກຸ່ມບໍລິສັດດີເອັມຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ, ເລີ່ມດໍາເນີນຈັດຕັ້ງປະຕິບັດນັບແຕ່ທ້າຍເດືອນເມສາ2025 ເປັນຕົ້ນມາມີລວງຍາວ180 ແມັດ, ກວ້າງ45,9 ແມັດ, ໄລຍະປະຕິບັດໂຄງການ24 ເດືອນ. ມູນຄ່າໃນການກໍ່ສ້າງ48 ຕື້ກວ່າກີບ, ໂດຍນໍາໃຊ້ງົບປະມານຮ່ວງເງິນເກີນແຜນປີ2024 ຂອງແຂວງຄໍາມ່ວນ. ມາຮອດປັດຈຸບັນມີຄວາມຄືບໜ້າປະມານ70% ຂອງແຜນການ

(ຂ່າວ: ມະນີວັນ)

ຈັບໄດ້ແລ້ວ ຜູ້ຄາດຕະກຳແມ່ຕູ້ໄວ 87 ປີ ບ້ານສີມຸງຄຸນ, ເມືອງປາກຊັນ

0

ໃນວັນທີ 5 ກໍລະກົດ 2025 ທ່ານ ພັທ ບຸນທະວີ ພົມມະໄຊ ຫົວໜ້າ ພະແນກສືບສວນ-ສອບສວນ, ຫ້ອງຕຳຫຼວດ ປກສ ແຂວງ ບໍລິຄຳໄຊ ໄດ້ຖະແຫຼງການກ່ຽວກັບການມ້າງຄະດີຄາຕະກຳສະເທືອນຂັວນທີ່ເກີດຂື້ນຢູ່ບ້ານ ສີມຸງຄຸນ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ ສາມາດຈັບຕົວຜູ້ລົງມືກໍ່ເຫດ ຄາດຕະກຳມາດໍາເນີນຄະດີໄດ້ສຳເລັດ, ເຊີ່ງທ່ານໄດ້ໃຫ້ຮູ້ວ່າ: ໃນເວລາ 11 ໂມງ 30 ນາທີ ຂອງວັນທີ 30 ມີຖຸນາ 2025 ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄໍາໄຊ ໄດ້ຮັບແຈ້ງວ່າມີເຫດການຄົນເສຍຊີວິດຢູ່ ບ້ານ ສີມຸງຄຸນ ເມືອງ ປາກຊັນ ແຂວງບໍລິຄໍາໄຊ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະລົງສົມທົບກັບເຈົ້າໜ້າທີ່ ປກສ ເມືອງ ປາກຊັນ, ພະແນກນິຕິວິທະ ຍາ ແລະ ພາກສ່ວນກ່ຽວຂ້ອງລົງ ກວດກາສະຖານທີ່ເກີດເຫດ ແລະ ຊັນນະສູດຊາກສົບຕົວຈິງ.

ຜ່ານການກວດກາເຫັນວ່າ: ມີຄວາມຈິງແທ້, ຜູ້ເສຍຊີວິດຊື່: ນາງ ຄໍາຜິວ ແສງສາທິດ(ປ້າດອນ) ອາຍຸ 87 ປີ ອາຊີບ ພະນັກ ງານບຳນານ (ແພດທະຫານ), ສະພາບຊາກສົບ ແມ່ນນອນເສຍຊີວິດຢູ່ໃນຫ້ອງນໍ້າເຮືອນຂອງຜູ້ກ່ຽວເອງ, ສະພາບສົບມີຖົງຢາງສີດໍາຄຸມຫົວ, ມີສະກ໋ອດໃສຮັດໄວ້ຢ່າງແໜ້ນໜາ, ມື ແລະ ຕີນທັງສອງເບື້ອງຖືກຮັດດ້ວຍສະກ໋ອດໃສ, ພ້ອມນັ້ນທາງຄອບຄົວຂອງຜູ້ເສຍຊີວິດໄດ້ຢັ້ງຢືນວ່າມີຊັບສີນເຄື່ອງຂອງມີຄ່າ(ປະເພດຄຳຮູບປະພັນ)ໄດ້ຖືກລັກໄປ.

ດັ່ງນັ້ນ ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງຮີບຮອ້ນເກັບກຳຂໍ້ມູນ, ຄັດຈ້ອນ ແລະ ຂຶ້ນບັນຊີເປົ້າໝາຍຜູ້ຕ້ອງສົງໃສ, ມາຮອດເວລາ 14 ໂມງ ຂອງວັນທີ 03 ກໍລະກົດ 2025 ຈຶ່ງສາມາດກັກຕົວເປົ້າ ໝາຍໄດ້ 01 ຄົນຊື່: ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ອາຊີບ ກຳມະກອນ ຢູ່ບ້ານ ໂພນໄຊເໜືອ ເມືອງ ປາກຊັນ ແຂວງ ບໍລິ ຄຳໄຊ

ຜ່ານການສືບສວນ-ສອບສວນ ນາງ ສົມສະນຸກ (ບີ່) ຍອມ ຮັບສາລະພາບວ່າ: ໃນໄລຍະຜ່ານມາຕົນແມ່ນມີການພົວພັນຮູ້ ຈັກຄຸ້ນເຄີຍກັບຜູ້ເສຍຊີວິດເປັນຢ່າງດີເພາະໄດ້ເຂົ້າ-ອອກເຮືອນ, ແຕ່ງກິນ, ຫາອາຫານຈັດສົ່ງໃຫ້ແມ່ເຖົ້າຄຳຜິວຜູ້ທີ່ເສຍຊີວິດເປັນປະຈຳ ແລະ ຮູ້ການເຄື່ອນໄຫວດຳລົງຊີວິດປະຈຳວັນຢ່າງລະອຽດ,

ຜູ້ກ່ຽວໄດ້ຍອມຮັບສາລະພາບວ່າເປັນຄົນລົງມືຄາຕະກຳນາງ ຄຳຜີວ ແສງສາທິດ ( ປ້າດອນ) ຈີງແທ້, ດ້ວຍຮູບການເອົາຖົງຢາງສີດໍາສຸບໃສ່ຫົວແມ່ເຖົ້າ ຄໍາຜິວ ແລ້ວໃຊ້ສະກ໋ອດຄຽນຮັດຄໍໄວ້, ພ້ອມໃຊ້ສະກ໋ອດພັນມື ແລະ ຕີນທັງສອງເບື້ອງແລ້ວລາກແມ່ເຖົ້າ ຄໍາຜິວ ໄປໃວ້ໃນຫ້ອງນໍ້າ ຈາກນັ້ນໄດ້ຈົກເອົາສາຍແຂນຄໍາ 01 ເສັ້ນ ຢູ່ຖົງເສື້ອບໍລິເວນໜ້າເອີກຂອງຜູ້ເສຍຊີວິດແລ້ວຫຼົບ ໜີອອກຈາກບ່ອນກໍ່ເຫດ.

ແຮງຈູງໃຈໃນກໍ່ເຫດຄັ້ງນີ້ແມ່ນຄິດຢາກໄດ້ຊັບສິນຂອງແມ່ເຖົ້າ ຄໍາຜິວ ເພື່ອເອົາໄປຂາຍໃຊ້ໜີ້ສິນທີ່ມີຢູ່, ປັດຈຸບັນເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄຳໄຊ ກຳລັງສືບຕໍ່ດຳເນີນການສືບສວນ-ສອບສວນ ລາຍລະອຽດເພີ່ມເຕີມໃຫ້ຈະແຈ້ງ, ພາວະວິໄສ, ສືບຕໍ່ສ້າງແຜນລົງທົດສະກຳເພື່ອເກັບກຳຂໍ້ມູນ ແລະ ສືບຕໍ່ເກັບກູ້ເຄື່ອງຂອງກາງຄືນ ເພື່ອສະຫຼຸບ, ສົ່ງສຳ ນວນຄະດີໃຫ້ໄອຍະການປະຊາຊົນແຂວງ ບໍລິຄໍາໄຊ ດຳເນີນການ ຕາມຂະບວນການຍຸຕິທຳ ທີ່ປະມວນກົດໝາຍອາຍາແຫ່ງ ສປປ ລາວກຳນົດໄວ້ຢ່າງເຂັ້ມງວດ.

ທີ່ມາ: ຂ່າວ ປກສ ແຂວງບໍລິຄຳໄຊ

ແຈ້ງການຂອງກະຊວງການຕ່າງປະເທດ.

0

ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໂດຍການເປັນປະທານອາຊຽນ 2025 ຂອງ ມາເລເຊຍ ພາຍໃຕ້ຄຳຂັວນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໃນວັນທີ 8 – 11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ຍັງຈະໄດ້ພົບປະສອງຝ່າຍກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ຈາກ ບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືພາຍນອກອາຊຽນ.

U13 ດັບເບິນຢູ ໄອ ຈີ ນາຄາ (WIG NAGA) ຈາກລາວ ຊະນະ

0

🇱🇦 U13 ດັບເບິນຢູ ໄອ ຈີ ນາຄາ (WIG NAGA) ຈາກລາວ ຊະນະ 🇵🇹 CF “os Belenenses” ຈາກເຈົ້າພາບປັອກຕຸຍການ 2-0 ໄດ້ປະຕູຈາກ ແຊ່ວ ແລະ ເອກະລາດ ຄອງແຊ້ມ ການແຂ່ງຂັນເຕະບານເຍົາວະຊົນອາຍຸບໍ່ເກີນ13ປີລະດັບ 1 ເຊິ່ງເປັນລາຍການໃຫຍ່ ລະດັບສາກົນຫລື IBER Cup 2025 ທີ່ປັອກຕຸຍການ 🇵🇹

✅ ລາຍການນີ້ ມີສະໂມສອນຈາກທົ່ວໂລກເຂົ້າຮ່ວມ ໂດຍສະເພາະຈາກທະວີບເອີຣົບ, ອາຟຣິກາ, ອາຊີ, ອາເມຣິກາໃຕ້ ແລະ ຄອນຄາເຄັຟ, ສ່ວນຕົວແທນຈາກອາຊີ ນອກຈາກ WIG NAGA ເຊິ່ງເປັນທີມທຳອິດຈາກລາວທີ່ເຂົ້າຮ່ວມ ຍັງມີ ມາເລເຊຍ, ຈີນ, ສະຫະລັດ ອາຣັບ ເອມີເຣດ, ມາເກົ້າຂອງຈີນ, ເນປານ, ຕັວກມີນິສຖານ, ອຸສເບກິສຖານ ແລະ ຟີລິບປິນ.

✅ ສະເພາະ U13 ລາຍການນີ້ ມີ 48 ທີມ ຈາກ 15 ປະເທດເຂົ້າຮ່ວມຄື: ປັອກຕຸຍການ ເຈົ້າພາບ, ແອັສປາຍ, ໂຄຣອາຊີ, ເອັສໂຕນີ, ຣູມານີ,ເບຣຊິນ, ສະຫະລັດອາເມຣິກາ, ສປປ ລາວ, ສະຫະລັດ ອາຣັບ ເອມີເຣດ, ອາຟຣິກາໃຕ້, ເອຢິບ, ທານຊານີ, ກາບົງ, ເບີມູດ້າ ແລະ ເກາະ ເຄແມນ.

✅ໃນຈຳນວນ​ 48 ທີມ ແບ່ງອອກເປັນ 12 ກຸ່ມ, ກຸ່ມລະ 4 ທີມ ແຂ່ງພົບກັນໝົດ ແລ້ວຄັດເອົາພຽງທີ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ Playoff Gold, ສ່ວນທີ 2 ຂອງກຸ່ມໄປແຂ່ງຂັນລະດັບສອງ Playoff Silver ແລະ ທີ 3 ຂອງແຕ່ລະກຸ່ມໄປແຂ່ງຂັນລະດັບສາມ Playoff Bronze.

ແຈ້ງເຕືອນນ້ຳຖ້ວມຊຸ ແລະ ດິນເຈື່ອນ ປະຈຳວັນທີ 07 ກໍລະກົດ 2025

0

ບໍລິເວນຄວາມກົດດັນຕ່ຳຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 07/07/2025 ຫາ ເວລາ 07 ໂມງ ຂອງວັນທີ 08/07/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊາເໜືອ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 15 – 29 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 33 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 24 – 32 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 65% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 32 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ອຸນຫະພູມໃນລະຫວ່າງ 19 – 30 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 24 – 32 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຈະຕົກໜັກຢູ່ ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 15 – 25 ອົງສາ.

ພະຍາກອນອາກາດ ປະຈໍາວັນທີ 06 ກໍລະກົດ 2025

0

ບໍລິເວນຄວາມກົດດັນຕໍໍ່າຂອງອາກາດຮ້ອນທີ່ມີກໍາລັງປານກາງ ຍັງຈະສືບຕໍໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ຜູ້ທີ່ອາໄສຢູ່ໃກ້ລຽບຕາມແມ່ນໍ້າ ແລະ ເຂດພື້ນທີ່ຕໍໍ່າ ເຊັ່ນ: ຕາມລໍານໍ້າ ແລະ ແຄມແມ່ນໍ້າ, ແຂວງອຸດົມໄຊ, ໄຊສົມບູນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ຈໍາປາສັກ. ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບຝົນຍັງຈະຕົກໃນລະດັບປານກາງ ຫາ ໜັກຕິດຕໍໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ເກີດ ດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມຍື່ງ ຈະສົ່ງຜົນເສຍຫາຍແກ່ຊີວິດ ແລະ ຊັບສິນອັນມີຄ່າ, ສໍາລັບຜູ້ທີ່ຈະເດີນທາງຜ່ານພູສູງ ຕ້ອງໄດ້ກວດສອບສະພາບອາກາດ, ສະພາບຫົນທາງ ກ່ອນອອກເດີນທາງ. ພ້ອມນີ້ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຢ່າງເປັນປະຈໍາ.

ສ.ອາເມລິກາ ລົງນາມ ຮ່າງກົດໝາຍວ່າດ້ວຍການຫລຸດພາສີ-ງົບປະມານລາຍຈ່າຍຢ່າງຮອບດ້ານ

0

ວິທະຍຸ ໂທ​ລະ​ພາບ ສາ​ກົນ​ຈີນ ເມື່ອບໍ່ດົນມານີ້, ທ່ານ ​ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ​ ໄດ້​ລົງ​ນາມ​ໃນ​ຮ່າງກົດ​ໝາຍ ວ່າ​ດ້ວຍ​ ການ​ຫລຸດ ​ພາ​ສີ ແລະ ​ງົ​ບ​ປະ​ມານ ​ລາຍ​ຈ່າຍ ຢ່າງ​ຮອບ​ດ້ານ ຫລື ​ຮ່າງກົດ​ໝາຍ “ໃຫຍ່ ແລະ ງາມ” ​ເພື່ອເຮັດ​ໃຫ້ ​ຮ່າງ​ກົດ​ໝາຍ ​ດັ່ງ​ກ່າວ​ ມີ​ຜົນ​ບັງ​ຄັບ​ໃຊ້.ພາຍຫລັງ ສະ​ພາ​ຕ່ຳ ​ອາ​ເມ​ລິ​ກາ ​ໄດ້​ຜ່ານຮ່າງ​ກົດ​ໝາຍ “ໃຫຍ່ ແລະ ງາມ” ທີ່ ​ທ່ານ​ ໂດ​ນັນ ທ​ຣຳ ອອກ​ແຮງ​ ຊຸກ​ຍູ້​ນັ້ນ ດ້ວຍ​​ຄະ​ແນນ​ສຽງ ​ເຫັນ​ດີ 218 ສຽງ ແລະ ຄັດ​ຄ້ານ 214 ສຽງ. ​ຮ່າງກົດ​ໝາຍ ​ດັ່ງ​ກ່າວ ​ໄດ້​ຜ່ານ​ການຮັບ​ຮອງ​ ໃນ​ສະ​ພາ​ສູງ ​ອາ​ເມ​ລິ​ກາ​ ໃນຕົ້ນເດືອນກໍ​ລະ​ກົດ​ນີ້. ຮ່າງກົດ​ໝາຍ ​ສະ​ບັບ​ນີ້ ຖືກ​ຕຳ​ນິວິ​ຈານ ຢ່າງ​ຫລວງ​ຫລາຍ​ເນື່ອງຈາກຮ່າງກົດ​ໝາຍ ​ດັ່ງ​ກ່າວ​ຈະ​​ຫລຸດ​ງົ​ບ​ປະ​ມານ​ການ​ຊ່ວຍ​ເຫລືອ, ເພີ່ມໜີ້​ສິນໄລ​ຍະ​ຍາວ​ຂອງ​​ລັດ​ຖະ​ບານ​ ອາ​ເມ​ລິ​ກາ ​ພ້ອມ​ທັງ ​ຫລຸດ​​ການ​ເກັບອາ​ກອນ​ຕໍ່ ​ຜູ້​ຮັ່ງ​ມີ ແລະ ວິ​ສາ​ຫະ​ກິດ​ໃຫຍ່ ​ເປັນ​ຕົ້ນ. ໜັງ​ສື​ພິມ​ນິວຢອກ​ທາມ​ສ ຊີ້​ໃຫ້​ເຫັນ​ວ່າ, ​ຮ່າງກົດ​ໝາຍ​ດັ່ງ​ກ່າວ​ ຈະ​ເຮັດ​ໃຫ້​ອາ​ເມ​ຣລິກາ ​ກ້າວ​ຂຶ້ນ​ສູ່ ​ເສັ້ນ​ທາງ ​ການ​ເງິນ​ໃໝ່​ ທີ່​ອັນ​ຕະ​ລາຍ ກວ່າ​ເກົ່າ. ຜົນ​ການ​ວິ​ເຄາະ​ ເບື້ອງ​ຕົ້ນ ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ຮ່າງກົດ​ໝາຍ​ນີ້ ​ຈະ​ເຮັດ​ໃຫ້​ການຂາດດຸນ​ ງົບ​ປະ​ມານ​ຂອງ ສ.​ອາ​ເມ​ລິ​ກາ ​ເພີ່ມ​ຂຶ້ນ ປະ​ມານ 3.300 ຕື້​ໂດ​ລາສະຫະລັດ ​ໃນ 10 ປີ​ຕໍ່​ໜ້າ, ພ້ອມ​ກັນ​ນັ້ນ ຍັງຈະ​ເຮັດ​ໃຫ້​ລາຍ​ຮັບດ້ານ​ການ​ເກັບ​ອາ​ກອນ ​ຂອງ​ ສ.ອາ​ເມ​ລິກາ ​ຫລຸ​ດ​ລົງ ໃນ​ຫລາຍ​ສິບ​ປີຕໍ່​ໜ້າ​ອີກດ້ວຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ