Tuesday, September 23, 2025
Home Blog Page 52

ກອງປະຊຸມພົບປະຄັ້ງທີ 17 ຜູ້ນຳປະ ເທດສະມາຊິກບຣິກສ ໄລຍະທີໜຶ່ງ

0

ວິທະຍຸສາກົນແຫ່ງ ສປ ຈີນ, ວັນ​ທີ 6 ກໍ​ລະ​ກົດ​ນີ້, ທ່ານ​ ຫລີ​ ສຽງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ ​ພົບ​ປະຄັ້ງ​ທີ 17 ຂອງ​ຜູ້​ນຳ​ ປະ​ເທດ ບ​ຣິ​ກ​ສ ​ໄລ​ຍະ​ທີ​ໜຶ່ງ ​ທີ່​ຈັດ​ຂຶ້ນ ​ຢູ່​ນະ​ຄອນ ​​ຣີ​ໂອ​ເດີ​ຈາ​ເນ​ໂຣ ​ຂອງບ​ຣາ​ຊິນ ແລະ​ ໄດ້​ກ່າວ​ຄຳ​ປາ​ໄສ​​ ໃນຫົວ​ຂໍ້ “ສັນ​ຕິ​ພາບ ​ກັບ ຄວາມ​ໝັ້ນ​ຄົງ, ການ​ປະ​ຕິ​ຮູບ ​ດ້ານ​ການ​ບໍ​ລິ​ຫານ​ ຂອງ​ໂລກ”. ຜູ້​ນຳ​ ປະ​ເທດ​ ສະ​ມາ​ຊິກ​ ບ​ຣິກ​ສ​ ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ ​ດັ່ງ​ກ່າວ, ທ່ານ ​ລູ​ລາ ດາ ​ຊິນ​ວາ, ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິນ ເປັນ​ປະ​ທານ ​ກອງ​ປະ​ຊຸມ.ຈາກນັ້ນ ທ່ານ​ ຫລີສຽງ ໄດ້ກ່າວເນັ້ນ​ໜັກ​ວ່າ: ປະ​ເທດ​ ສະ​ມາ​ຊິກບ​ຣິກ​ສ ​ຄວນ​ຍຶດ​ໝັ້ນ ຄວາມ​ເປັນ​ເອ​ກະ​ລາດ ແລະ ເປັນ​ເຈົ້າ​ຕົນ​ເອ​ງ, ພະ​ຍາ​ຍາມ ​ກາຍ​ເປັນ​ກຳ​ລັງ ​ນຳ​ໜ້າ ຂອງ​ການ​ຊຸກ​ຍູ້ ​ການ​ປະ​ຕິ​ຮູບ ​ດ້ານ​ການ​ບໍ​ລິ​ຫານ​ໂລກ. ​ປົກ​ປັກ​ຮັກ​ສາ ​ສັນ​ຕິ​ພາບ ແລະ ຄວາມ​ໝັ້​ນ​ຄົງ ​ຂອງ​ໂລກ, ​ສຸມ​ໃສ່​ການ​ພັດ​ທະ​ນາ, ​ເສີມ​ຂະ​ຫຍາຍ ​ແຮງ​​ຂັບ​ເຄື່ອນ ການ​ເຕີບ​ໂຕ ​ຂອງ​ເສດ​ຖະ​ກິດ​​ ໃຫ້ເຂັ້ມ​ແຂງ​ຂຶ້ນ. ຄວນ​ຕັ້ງ​ໜ້າ​ ນຳ​ພາ ​ການ​ຮ່ວມ​ມື ​ດ້ານ​ການ​ພັດ​ທະ​ນາ, ຂຸດ​ຄົ້ນ​ ກຳ​ລັງ​ແຮງ ​ບົ່ມ​ຊ້ອນ ​ດ້ານ​ການ​ເຕີບ​ໂຕ​ ຂອງ​ຂົງ​ເຂດ ​ພັດ​ທະ​ນາ​ໃໝ່, ເປັນ​ຜູ້​​ສົ່ງ​ເສີມ ​ອະລິ​ຍະ​ທຳ​ຕ່າງໆ ​ໃຫ້​ຢູ່​​ຮ່ວມ​ກັນ ​ຢ່າງ​ກົມ​ກຽວ, ພະ​ຍາ​ຍາມ ​ບັນ​ລຸ ​ໃຫ້​ອ​ະລິ​ຍະ​ທຳ​ຕ່າງໆ​ ຊຸກ​ຍູ້ ​ເຊິ່ງ​ກັນ ​ແລະ ​ກັນ ແລະ ກ້າວ​ໜ້າ​ຮ່ວມ​ກັນ. ສປ ຈີນ ​ຍິນ​ດີ​ ສຸມ​ຄວາມ​ພະ​ຍາ​ຍາມ ​ຮ່ວມ​ກັບ​ ບັນ​ດາປະ​ເທດ ​ສະ​ມາ​ຊິກ ບ​ຣິກ​ສ, ຊຸກ​ຍູ້​ໃຫ້​ການ​ບໍ​ລິ​ຫານ​ໂລກ ​ກ້າວ​ໄປ​ສູ່​ ທິດ​ທາງ​ ທີ່​ຍຸ​ຕິ​ທຳ ແລະ​ ສົມ​ເຫດ ​ສົມ​ຜົນ ​ກວ່າ​ເກົ່າ, ​ປະ​ສິດ​ທິ​ພາບ​ສູງ ແລະ ​ເປັນ​ລະ​ບຽບ​ ກວ່າ​ເກົ່າ, ​ພ້ອມ​ທັງ ຮ່ວມ​ກັນ ​ສ້າງ​ໂລກ​ ທີ່​ສວຍ​ງາມ​ ກວ່າ​ເກົ່າ.ໃນກອງ​ປະ​ຊຸມ​ຄັ້ງນີ້ ໄດ້​ຮັບ​ຮອງ​ເອົາ ຖະ​ແຫລງ​ການ ​​ຣີໂອ​ເດີ​ຈາ​ເນ​ໂຣ​ ຂອງ​ກອງ​ປະ​ຊຸມ ພົບປະ ຄັ້ງທີ 17 ຂອງຜູ້ນຳ ປະເທດສະມາຊິກບຣິກສ​.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ພະຍາກອນອາກາດ ວັນທີ 08 ກໍລະກົດ 2025

0

ບໍລິເວນຄວາມກົດດັນຕໍໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.

ຮຽບຮຽງເນື້ອໃນກົດໝາຍການປູກຝັງ

0

ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາວະພາແຫ່ງຊາດ ແລະ,ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຈະເລີນ ເຍຍປາວເຮີ ໄດ້ມີຄຳເຫັນວ່າ: ກົດໝາຍວ່າດ້ວຍການປູກຝັງ ໄດ້ຖືກພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 25 ມິຖຸນາ 2025 ດ້ວຍຄະແນນສຽງເຫັນດີເກືອບ 98%. ກອງປະຊຸມຮຽບຮຽງເນື້ອໃນຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ພິຈາລະນາບັນດາຄໍາເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ທີ່ກວມເອົາທັງຊື່, ໂຄງປະກອບ ແລະ ເນື້ອໃນກົດໝາຍ 55 ມາດຕາ ກວມເອົາ 162 ເນື້ອໃນ ເຊິ່ງບັນດາຄໍາຄິດຄໍາເຫັນຕ່າງໆນັ້ນ ກົມກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ຄະນະຮັບຜິດຊອບສ້າງກົດໝາຍ ກໍໄດ້ຮ່ວມກັນຄົ້ນຄວ້າ ແລະ ປັບປຸງຄຳເຫັນທີ່ມີເຫດຜົນ ໃສ່ເນື້ອໃນກົດໝາຍແລ້ວ. ສະນັ້ນ, ກອງປະຊຸມຄັ້ງນີ້, ຈະກວດກາຄືນບັນດາເນື້ອໃນທີ່ຄະນະຮັບຜິດຊອບໄດ້ປັບປຸງຕາມຄຳເຫັນຂອງ ສສຊ ວ່າມີຄວາມສອດຄ່ອງແລ້ວບໍ່. ນອກຈາກນັ້ນ, ຖ້າເຫັນວ່າຍັງມີບັນຫາໃດທີ່ເນື້ອໃນກົດໝາຍກຳນົດແລ້ວ ແຕ່ຍັງບໍ່ທັນສອດຄ່ອງ, ບໍ່ທັນຈະແຈ້ງ ກໍຍົກຂຶ້ນມາປຶກສາຫາລືກັນຕື່ມ ເພື່ອຮັບປະກັນໃຫ້ເນື້ອໃນກົດໝາຍສະບັບນີ້ ຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ຂ່າວ: ອານຸສອນ ພູມມີທອນ

ກຸ່ມບໍລິສັດ ລາວໂທລະຄົມ “ M moneyX “ ໄດ້ເຂົ້າຮ່ວມຮັບລາງວັນ WISIS Prizes 2025 (World Summit on the Information Society) ທີ່ເມືອງ ເຈັນນີວາ ປະເທດ ສະຫວິດເຊີແລນ.

0

ວັນທີ 7 ເດືອນ ກໍລະກົດ 2025 ທ່ານ ດາວວີ ວົງໄຊ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ ແລະ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫ່ຍ ບໍລິສັດ ລາວໂທລະຄົມ ມະຫາຊົນ ພ້ອມດ້ວຍຄະນະຜູ້ບໍລິຫານ ທ່ານ ນິວັດ ເຢັນກາຍ ຮອງຜູ້ອຳນວຍການໃຫຍ່ ຂະແໜງການຕະຫລາດ ການຂາຍ ແລະ ທ່ານ ຈັນທະລາ ບຸນນະຜົນ ຮອງຜູ້ອຳນວຍການຂະແໜງ ການຕະຫລາດ ການຂາຍ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ໃນການຂື້ນຮັບລາງວັນ WISIS Prizes 2025 ໃນຄັ້ງນີ້ ເປັນລາງວັນນານາຊາດ ທີ່ຈັດຂຶ້ນໂດຍ ITU (International Telecommunication Union) ເພື່ອສະໜັບສະໜູນໂຄງການ ແລະ ນະວັດຕະກຳທາງດ້ານດິຈິຕອນ ທີ່ຊ່ວຍເສີມສ້າງການພັດທະນາຢ່າງຍືນຍົງ (SDGs – Sustainable Development Goals) ເຊີ່ງໃນການຮັບລາງວັນ WISIS Prizes 2025 ໃນຄັ້ງນີ້ແມ່ນເພື່ອ ສະແດງໃຫ້ເຫັນເຖີງຄວາມກ້າວກະໂດດ ການເຕີບໂຕຂອງ ແອັບ ກະເປົາເງິນ ອີເລັກໂທຣນິກໃນລາວ “ເອັມມັນນີເອັກສ” ດ້ວຍຄວາມກ້າວໜ້າ ດ້ານການຂະຫຍາຍການບໍລິການທາງດ້ານທຸລະກຳດ້ານການເງິນ ເຊັ່ນ: (ການຊໍາລະ, ໂອນເງິນເຂົ້າ-ອອກ, ຈ່າຍໃບບິນ, ຈ່າຍພາສີ, ຈ່າຍປະກັນສັງຄົມ ແລະ ອື່ນໆ…) ໃຫ້ແກ່ປະຊາຊົນຫຼາຍລ້ານຄົນທີ່ບໍ່ສາມາດເຂົ້າເຖິງການເປີດນຳໃຊ້ບັນຊີທະນາຄານ.

ໂດຍແອັບ ເອັມມັນນີເອັກສ ໄດ້ມີການພັກດັນເຮັດໃຫ້ບໍລິການທາງດ້ານການເງິນທີ່ເປັນ Unbanked ໃຫ້ກັບປະຊາຊົນທີ່ບໍ່ສາມາດເຂົ້າເຖິງບໍລິການທະນາຄານ ຫຼື ບໍລິສັດການເງິນ ໃຫ້ມີໂອກາດໃນການເຂົ້າເຖິງ-ເຂົ້າຮ່ວມໃນກິດຈະກໍາທາງດ້ານການເງິນ ເພື່ອຂະຫຍາຍເສດຖະກິດໃຫ້ກວ້າງຂວາງພາຍໃນປະເທດ ແລະ ປັບປຸງຄວາມໝັ້ນຄົງພື້ນຖານທາງດ້ານການເງິນໃຫ້ເຂັ້ມແຂງ ແລະ ເອັມມັນນີເອັກສ ໄດ້ວາງແຜນສຳລັບອະນາຄົດຂ້າງໜ້າເພື່ອສະໜອງດ້ານທຸລະກຳທາງການເງິນ ບໍ່ວ່າຈະເປັນທາງດ້ານສິນເຊື່ອຈຸລະພາກໃຫ້ແກ່ຄອບຄົວ ແລະ ບຸກຄົນໃນເວລາທີ່ຈໍາເປັນ, ໂດຍສະເພາະສໍາລັບຜູ້ທີ່ບໍ່ສາມາດເຂົ້າເຖິງການບໍລິການທະນາຄານ ຫຼື ການບໍລິການກູ້ຢືມແບບທະນາຄານ.

ສຳລັບ ເອັມມັນນີເອັກສ ໄດ້ຕຽມຄວາມພ້ອມ ແລະ ດຳເນີນການຢ່າງຄົບຖ້ວນຕາມລະບຽບກົດໝາຍທາງການເງິນທັງໝົດທີ່ວາງອອກ ແລະ ຍັງໄດ້ເຂົ້າຮ່ວມເປັນສະມາຊິກ LAPNET ເປັນ Platform ການຈ່າຍເງິນອິເລັກໂທຣນິກ (e-payment) ທີ່ຖືກສ້າງຂຶ້ນໂດຍ ທະນາຄານແຫ່ງ ສປປ ລາວ (BOL) ເພື່ອເປັນລະບົບກາງໃນການປະສານງານລະຫວ່າງ ທະນາຄານພານິດຕ່າງໆ, ແອັບກະເປົາເງິນດິຈິຕອນ (E-Wallet) ຫຼື ຜູ້ໃຫ້ບໍລິການຈ່າຍເງິນດິຈິຕອນ ເຊິ່ງລູກຄ້າ ເອັມມັນນີເອັກສ ສາມາດໄດ້ຮັບຜົນປະໂຫຍດຈາກການບໍລິການທາງດ້ານການເງິນທັງໝົດໂດຍບໍ່ຈໍາເປັນຕ້ອງເປີດບັນຊີທະນາຄານ.

ໃນປີ 2024 ຈໍານວນຜູ້ສະໝັກໃຊ້ “ M moneyX “ ເພີ່ມຂື້ນຈາກ 300,000 ຄົນ ເປັນ 800,000 ຄົນ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 1,100,000 ຄົນ ພາຍໃນປີ 2025 ດ້ວຍການເຂົ້າເຖິງທີ່ມີຂໍ້ຈຳກັດຂອງທະນາຄານໃນບາງຂົງເຂດ ເຮັດໃຫ້ ເອັມມັນນີເອັກສ ສາມາດເຂົ້າເຖິງລູກຄ້າໄດ້ງ່າຍ ພຽງແຕ່ມີສັນຍານ ອິນເຕີເນັດ ກໍສາມາດເຮັດທຸລະກຳທາງດ້ານການເງິນຕ່າງໆໃນແອັບດຽວດ້ວຍຄວາມສະດວກ ສະບາຍ ແລະ ປອດໄພ ໂດຍສະເພາະຢູ່ເຂດຊົນນະບົດໄດ້ເຂົ້າເຖິງການບໍລິການດ້ານການເງິນ, ດັ່ງນັ້ນ ກະເປົາເງີນ ອີເລັກໂທຣນິກ M moneyX ຈະມາຕອບໂຈດການເຂົ້າເຖີງການເງິນໃຫ້ໄດ້ທົ່ວເຖີງ ເພື່ອເສດຖະກິດທີ່ໝັ້ນຄົງ ແລະ ການກະຕຸ້ນຊິວິດການເປັນຢູ່ຂອງ ພໍ່ແມ່ ປະຊາຊົນລາວ ໄດ້ດີຍິ່ງຂື້ນ.

ປີນີ້ ນວ ຈະເຮັດໃຫ້ເສດຖະກິດຂະຫຍາຍຕົວ ໃນລະດັບ 6,6%

0

ໃນປີ 2025 ນີ້, ຄາດຄະເນວ່າ ເສດຖະກິດ ຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%, ອັນພົ້ນເດັ່ນ ແມ່ນການຂະຫຍາຍຕົວ ຂອງລວມຍອດການຜະລິດອຸດສາຫະກໍາ ແລະ ລວມຍອດການຜະລິດຫັດຖະກໍາ; ຂະແໜງບໍລິການ ຂະຫຍາຍຕົວເປັນອັນດັບທີສອງ 4%, ກວມເອົາ 38%, ອັນພົ້ນເດັ່ນ ແມ່ນວຽກງານຟື້ນຟູການທ່ອງທ່ຽວ ຢ່າງເປັນຮູບປະທໍາ, ປັບປຸງໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກ ແລະ ການບໍລິການ, ຍົກສູງຄຸນນະພາບຂອງການບໍລິການທ່ອງທ່ຽວໃຫ້ໄດ້ມາດຕະຖານ, ເຮັດໃຫ້ມີນັກທ່ອງທ່ຽວເຂົ້າມານະຄອນຫລວງວຽງຈັນ ຫລາຍກວ່າ 1.271.089 ເທື່ອຄົນ, ຄາດຄະເນລາຍຮັບຈາກນັກທ່ອງທ່ຽວ 364,22 ລ້ານໂດລາສະຫະລັດ ແລະ ຂະແໜງກະສິກໍາ ຂະຫຍາຍຕົວ ໃນລະດັບ 3,9%, ກວມເອົາ 13%. ໃນຂະນະທີ່ ໄລຍະ 6 ເດືອນຕົ້ນປີ 2025 ການລົງທຶນລວມທົ່ວສັງຄົມ ສາມາດປະຕິບັດໄດ້ 85,8%. ໃນນີ້, ການລົງທຶນຂອງລັດ ປະຕິບັດໄດ້ 74,77%; ທຶນຊ່ວຍເຫລືອທາງການເພື່ອການພັດທະນາ ປະຕິບັດໄດ້ 89,06% ແລະ ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 83,4% ຄາດຄະເນວ່າ ຈະສາມາດບັນລຸໄດ້ຕາມແຜນ.

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ລາຍງານໃນກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໃນວັນທີ 7 ກໍລະກົດ 2025 ນີ້ວ່າ: ໃນໄລຍະຜ່ານມາ, ນະຄອນຫລວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ມະຕິຂອງສະພາປະຊາຊົນນະຄອນຫລວງວຽງຈັນ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນການລົງທຶນຂອງລັດ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2025, ບັນດາວຽກຈຸດສຸມຂອງ 2 ວາລະແຫ່ງຊາດ ແລະ ບັນດາວຽກຈຸດສຸມ ຂອງການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ຂອງນະຄອນຫລວງວຽງຈັນ. ຜ່ານການຈັດຕັ້ງປະຕິບັດ ໃນໄລຍະ 6 ເດືອນຕົ້ນປີ 2025 ຜ່ານມາ, ຕາມມະຕິສະພາປະຊາຊົນນະຄອນຫລວງວຽງຈັນ ໃນ 110 ຄາດໝາຍ, ມີ 81 ຄາດໝາຍ ມີຄວາມຄືບໜ້າດີ, ມີ 17 ຄາດໝາຍ ຄືບໜ້າຊ້າ ແລະ ມີ 12 ຄາດໝາຍ ທີ່ກໍາລັງຈັດຕັ້ງປະຕິບັດ, ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫລວງວຽງຈັນ ຈະຂະຫຍາຍຕົວໃນລະດັບ 6,6%. ພ້ອມນີ້, ນວ ຍັງໄດ້ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ເປັນຕົ້ນ ໄດ້ຊຸກຍູ້ສົ່ງເສີມການຜະລິດເຂົ້ານາແຊງ, ການຜະລິດພືດຜັກໃນລະດູແລ້ງ ສາມາດສົ່ງເສີມການປູກພືດລະດູແລ້ງ ໄດ້ 58,5% ຂອງແຜນການປີ; ສາມາດສະໜອງທາດຊີ້ນໄດ້ 50,4% ຂອງແຜນການປີ; ໄດ້ຄົ້ນຄວ້າອອກໃບຢັ້ງຢືນສຸຂະອານາໄມພືດ ເພື່ອສົ່ງອອກໄດ້ທັງໝົດ 251 ຄັ້ງ, ລວມມູນຄ່າທັງໝົດ 16,98 ລ້ານໂດລາສະຫະລັດ; ໄດ້ສົ່ງສັດ, ຜະລິດຕະພັນສັດອອກຕ່າງແຂວງ ແລະ ຕ່າງປະເທດ ເປັນປະເພດ ງົວ, ໝູນ້ອຍ, ໝູຊີ້ນ, ໄກ່ພັນໄຂ່, ໄກ່ພັນຊີ້ນ, ໄກ່ລາດນ້ອຍ, ລວມທັງການສົ່ງອອກຜະລິດຕະພັນໄມ້ ປະເພດໄມ້ສັກສຳເລັດຮູບ, ຜະລິດຕະພັນໄມ້ວິກສຳເລັດຮູບ, ໄມ້ປ່ອງເຄິ່ງສໍາເລັດຮູບ ແລະ ອື່ນໆ ລວມມູນຄ່າທັງໝົດ 1,09 ລ້ານ ໂດລາສະຫະລັດ. ພ້ອມນີ້, ຍັງໄດ້ສຸມໃສ່ປະຕິບັດໂຄງການບຸລິມະສິດ ເພື່ອເຊື່ອມຈອດເຊື່ອມໂຍງພາຍໃນ ແລະ ພາກພື້ນ ເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ, ມາຮອດປັດຈຸບັນ, ໄດ້ສໍາເລັດການປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງ ໄດ້ສໍາເລັດ 119 ເສັ້ນ, ລວງຍາວ 242,19 ກິໂລແມັດ; ກໍ່ສ້າງເສັ້ນທາງເບຕົງ ໄດ້ 15 ເສັ້ນທາງ ແລະ ກໍ່ສ້າງທາງປູຢາງສອງຊັ້ນ ໄດ້ 23 ເສັ້ນ, ລວງຍາວ 10,5 ກິໂລແມັດ ແລະ ໄດ້ສຳຫລວດ-ອອກແບບເສັ້ນທາງ ໄດ້ 5 ເສັ້ນທາງ, ລວງຍາວ 36,4 ກິໂລແມັດ; ໄດ້ສຸມໃສ່ຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫລວງວຽງຈັນ (BRT) ໄລຍະທໍາອິດ, ປັດຈຸບັນ ການກໍ່ສ້າງເສັ້ນທາງ ແລະ ສະຖານີຂຶ້ນ-ລົງ ລົດເມ BRT ປະຕິບັດໄດ້ 71,64%, ຮອດທ້າຍເດືອນ ກໍລະກົດ 2025 ຈະໃຫ້ບັນລຸ 90% ແລະ ສືບຕໍ່ກໍ່ສ້າງແລວເສັ້ນທາງລົດເມ BRT ພາກຂະຫຍາຍ ໄປສະໜາມບິນສາກົນວັດໄຕ ແລະ ສະຖານີລົດໄຟ ລາວ-ຈີນ ໃຫ້ສຳເລັດໃນທ້າຍປີ 2026 ຕາມຄວາມເປັນເອກະພາບ ລະຫວ່າງ ກະຊວງ ຍທຂ ແລະ ທະນາຄາພັດທະນາອາຊີ (ADB).

ສຳລັບວຽກງານດ້ານແຮງງານ ແລະ ສະຫວັດດີການສັງຄົມ ໄດ້ພັດທະນາສີມືແຮງງານ ໃຫ້ຜູ້ທີ່ບໍ່ມີວິຊາຊີບ, ຜູ້ຕ້ອງການປ່ຽນອາຊີບ, ຜູ້ຫວ່າງງານ ແລະ ຜູ້ທີ່ຈະເຂົ້າສູ່ຕຳແໜ່ງງານໃໝ່ ໄດ້ 51,76%; ສົ່ງເສີມການຈັດຫາວຽກເຮັດງານທຳ ໄດ້ 63,04%; ສຶກສາອົບຮົມ ແລະ ຝຶກວິຊາຊີບພ້ອມທັງຊອກຫາວຽກເຮັດງານທໍາ ໃຫ້ຜູ້ອອກຢາເສບຕິດ ໄດ້ 75 ຄົນ (ແຜນການປີ 100 ຄົນ). ພ້ອມນັ້ນ, ຍັງໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງບັນດາໂຄງລ່າງຮັບໃຊ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫລີກ, ເຂດລຽບຕາມຊາຍແດນ ແລະ ເຂດຈຸດສຸມພັດທະນາຊົນນະບົດໃໝ່ ໃນຂອບເຂດທົ່ວນະຄອນຫລວງວຽງຈັນ. ຜ່ານການປະຕິບັດຕົວຈິງ ຈະສາມາດແກ້ໄຂຄອບຄົວທຸກຍາກ ໄດ້ 382 ຄອບຄົວ, ກວມ 60,06% (ຄາດໝາຍສູ້ຊົນ 636 ຄອບຄົວ) ແຕ່ຂໍ້ມູນຊັດເຈນຕ້ອງລໍຖ້າຜົນຂອງການປະເມີນ ໄລຍະທ້າຍປີ 2025; ຄາດຄະເນສ້າງສ້າງຄອບຄົວພັດທະນາ ໄດ້ 69,99%; ຊຸກຍູ້ສ້າງກຸ່ມການຜະລິດກະສິກຳ ໄດ້ 82%; ສໍາເລັດການການຮັບຮອງເອົາບ້ານໃຫຍ່ນາຈະເລີນ ເປັນຕົວເມືອງໃນຊົນນະບົດ.

ຈົ່ງຮ່ວມກັນອະນຸລັກສັດນໍ້າ-ສັດປ່າ ເພື່ອຄວາມອຸດົມສົມບູນຂອງທຳມະຊາດ

0

ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ, ຊັບໃນດິນສິນໃນນໍ້າ, ແຕ່ຊັບພະຍາກອນທຳມະຊາດເຫຼົ່ານັ້ນນັບມື້ບົກແຫ້ງລົງດ້ວຍນ້ຳມືຂອງມະນຸດ ຈຶ່ງເຮັດໃຫ້ສັດນ້ຳ-ສັດປ່າຫຼາຍຊະນິດຫຼຸດໜ້ອຍຖອຍລົງ ແລະ ສັດຫຼາຍຊະນິດໃກ້ຈະສູນພັນ.

ປັດຈຸບັນປະເທດເຮົາມີຊະນິດພັນສັດປ່າ ຫຼາຍກວ່າ 1,000 ຊະນິດ ແລະ ປາພື້ນເມືອງຫຼາຍກວ່າ 500 ຊະນິດ ໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ ເຊັ່ນ: ເສົາ ລາ, ແຮດ, ໝີ, ເມີຍ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ອື່ນໆ. ສັດດັ່ງກ່າວແມ່ນມີຄວາມສໍາຄັນຕໍ່ການຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດູນຂອງລະບົບນິເວດ ໃນທໍາມະຊາດ, ເປັນມໍຣະດົກທາງທໍາມະຊາດອັນລໍ້າຄ່າຂອງຊາດລາວເຮົາ. ສະນັ້ນ, ເພື່ອເປັນການປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ປວງຊົນລາວທັງຊາດໃນການປະກອບສ່ວນປົກປັກຮັກສາ ແລະ ອະນຸລັກສັດນໍ້າ-ສັດປ່າທີ່ເປັນມູນມໍລະດົກຂອງຊາດລາວໃຫ້ມີຄວາມອຸດົມສົມບູນຕະຫຼອດໄປນັ້ນ, ພັກ ແລະ ລັດຖະບານໄດ້ກຳນົດເອົາວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ໂດຍໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ. ວັນສໍາຄັນດັ່ງກ່າວນີ້ກໍກົງກັບວັນເກີດຂອງປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.

ໃນແຕ່ລະປີລັດຖະບານໄດ້ຈັດກິດຈະກໍາຕ່າງໆເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸ ຊົນຮຸ່ນຫຼັງກໍຄືທົ່ວສັງຄົມໃຫ້ເຫັນຄວາມສໍາຄັນຂອງການອະນຸລັກສັດນໍ້າ – ສັດປ່າ ແນໃສ່ເພີ່ມຄວາມອຸດົມສົມບູນໃຫ້ກັບທໍາມະຊາດປົກປັກຮັກສາລະບົບນິເວດໃຫ້ມີຄວາມສົມດູນ ແລະ ຍືນຍົງ.

ໄລຍະຜ່ານມາ, ລັດຖະບານໄດ້ມີແນວທາງນະໂຍບາຍທີ່ເໝາະສົມໃນການຄຸ້ມຄອງຊັບພະຍາ ກອນທຳມະຊາດ ແລະ ປົກປັກຮັກສາສັດນ້ຳ-ສັດປ່າ ໂດຍໄດ້ສ້າງກົດໝາຍວ່າດ້ວຍການອະນຸລັກສັດນ້ຳ ແລະ ສັດປ່າ ເພື່ອປົກປ້ອງສັດນ້ຳ – ສັດປ່າທີ່ຫວງຫ້າມ. ຂະນະດຽວກັນກໍໄດ້ມີການສົ່ງເສີມໃຫ້ມີການລ້ຽງ ແລະ ຂະຫຍາຍພັນສັດນ້ຳ ແລະ ສັດປ່າເພື່ອເພີ່ມຈຳນວນສັດດັ່ງກ່າວໃຫ້ຫຼາຍຂຶ້ນ, ໄດ້ດຳເນີນການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ, ຫຼຸດຜ່ອນການທຳມາຫາກິນທີ່ນຳໃຊ້ຊັບພະຍາກອນທຳມະຊາດແບບບໍ່ຍືນຍົງ, ຟຸ່ມເຟືອຍ ແລະ ກໍ່ໃຫ້ເກີດຜົນກະທົບທາງກົງ ແລະ ທາງອ້ອມ. ນອກນັ້ນ ລັດຖະບານຍັງສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າໃນການອະນຸລັກ, ປົກປັກຮັກສາ, ລ້ຽງ ແລະ ຂະຫຍາຍພັນສັດນ້ຳ ແລະ ສັດປ່າ ເພື່ອປະກອບສ່ວນໃນຂະບວນການປົກປັກຮັກສາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າ.

ປັດຈຸບັນທົ່ວປະເທດມີສູນ, ສະຖານີທີ່ຜະລິດລູກປາຂອງລັດຈໍານວນ 50 ກວ່າແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນຫຼາຍກວ່າ 140 ແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີ 300 ກວ່າແຫ່ງ, ສາມາດສະໜອງແນວພັນປາໃຫ້ສັງຄົມໄດ້ໂດຍພື້ນຖານປະມານ 290 ລ້ານໂຕ (ສະໜອງໄດ້ກວ່າ 73% ຂອງແຜນການ), ມີຟາມລ້ຽງສັດປ່າ, ສູນຂະຫຍາຍພັນສັດປ່າຫຼາຍກວ່າ 10 ແຫ່ງ. ບັນດາສູນດັ່ງກ່າວໄດ້ຄົ້ນຄວ້າທົດລອງລ້ຽງ ແລະ ຂະຫຍາຍພັນສັດປ່າ ແລະ ປາພື້ນເມືອງໄດ້ຫຼາຍຊະນິດ, ທົ່ວປະເທດມີວັງສະຫງວນປາຫຼາຍກວ່າ 1,100 ວັງ, ໃນນັ້ນ ມີຄະນະຄຸ້ມຄອງວັງສະຫງວນແລ້ວ 819 ວັງ ແລະ ມີເຂດອະນຸລັກພັນສັດປ່າແຫ່ງຊາດ 1 ເຂດ.

ການປ່ອຍສັດນ້ຳ-ສັດປ່າຄືນສູ່ທຳມະຊາດ ແມ່ນເປັນການປູກຈິດສຳນຶກໃຫ້ທຸກພາກສ່ວນທົ່ວສັງຄົມຮັບຮູ້ການສ້າງຄັງອາຫານຢູ່ໃນທໍາມະຊາດ, ທັງເຫັນໄດ້ຄວາມສຳຄັນການອະນຸລັກສັດນ້ຳ-ສັດປ່າ, ຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າທຳມະຊາດ, ຄືນຈໍານວນປະຊາກອນສັດນ້ຳ-ສັດປ່າ ໃຫ້ຫຼາຍຂຶ້ນ.

ດັ່ງນັ້ນ, ພວກເຮົາຈົ່ງຮ່ວມແຮງຮ່ວມໃຈກັນປົກປັກຮັກສາອະນຸລັກສັດນໍ້າ-ສັດປ່າ ເພື່ອຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນຂອງລະບົບນິເວດ ໃນທໍາມະຊາດ ຊຶ່ງເປັນມໍຣະດົກອັນລ້ຳຄ່າໃຫ້ຄົງຢູ່ກັບພວກເຮົາຕະຫຼອດໄປ.

ບໍລິສັດທາງລົດໄຟລາວ-ຈີນ ຈະທົດລອງເປີດນໍາໃຊ້ລະບົບເກັບເງິນຄ່າຈອດລົດແບບອັດຕະໂນມັດ

0

ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຈະທົດລອງເປີດນໍາໃຊ້ລະບົບເກັບເງິນຄ່າຈອດລົດແບບອັດຕະໂນມັດຢູ່ສະຖານີລົດໄຟນະຄອນຫລວງວຽງຈັນ ໃນລະຫວ່າງ ເດືອນສິງຫາ ເຖິງເດືອນກັນຍາປີນີ້ ເພື່ອຍົກສູງຄວາມໂປ່ງໃສ ແລະ ປະສິດທິພາບໃນການຄຸ້ມຄອງການຈອດລົດຢູ່ສະຖານີລົດໄຟດັ່ງກ່າວ. ປັດຈຸບັນ, ທາງລົດໄຟລາວ-ຈີນ ໄດ້ເປີດໃຫ້ບໍລິການຢູ່ 10 ສະຖານີ ແຕ່ນະຄອນຫລວງວຽງຈັນ ຮອດບໍ່ເຕ່ນ, ໃນນັ້ນ ມີ 6 ສະຖານີ ໄດ້ເກັບເງິນຄ່າຈອດລົດໂດຍຜ່ານປະຕູທາງເຂົ້າ. ເຖິງວ່າສະຖານີລົດໄຟຕ່າງໆ ໄດ້ສະໜອງການບໍລິການຈອດລົດໂດຍບໍ່ເສຍຄ່າໃນເບື້ອງຕົ້ນກໍຕາມ, ແຕ່ພາຍຫລັງເປີດໃຫ້ບໍລິການເປັນເວລາ 11 ເດືອນ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ນໍາໃຊ້ລະບຽບການເກັບເງິນຢ່າງເປັນທາງການເພື່ອປັບປຸງການຄຸ້ມຄອງການສັນຈອນໃຫ້ດີຂຶ້ນ ແລະ ເພີ່ມທະວີວຽກງານຄວາມປອດໄພ. ນອກນີ້ ບໍລິສັດທາງລົດໄຟລາວ-ຈີນ ພວມພິຈາລະນາ ປັບຫລຸດຄ່າຈອດລົດ ສໍາລັບລົດເກັງຈາກ 10.000 ກີບຕໍ່ຄັນ ຕໍ່ຄັ້ງ ໃນເມື່ອກ່ອນ ມາເປັນ 5.000 ກີບ, ແຕ່ແຜນການດັ່ງກ່າວຍັງບໍ່ທັນໄດ້ຮັບການອະນຸມັດໃນຂັ້ນຕອນສຸດທ້າຍເທື່ອ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ປູກໝາກນັດ ຂາຍສ້າງລາຍຮັບເພີ່ມໃຫ້ປະຊາຊົນບ້ານຫ້ວຍດິນຈີ

0

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ບ້ານຫ້ວຍດິນຈີ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນບ້ານໜຶ່ງໃນການເຮັດອາຊີບການກະເສດ ເປັນຕົ້ນ ເຮັດນາປູກເຂົ້າ, ປູກຢ່າງພາລາ, ໝາກກ້ຽງ ແລະ ປູກພືດຊະນິດຕ່າງໆ. ນອກນັ້ນປະຊາຊົນ ພາຍໃນບ້ານ ຍັງໄດ້ປູກໝາກນັດເປັນອາຊີບເສີມ, ເຊິ່ງໃນປີໜຶ່ງສາມາດສ້າງລາຍຮັບ ຈາກການຂາຍໝາກນັດໄດ້ເຖິງ 35 ລ້ານກີບຕໍ່ລະດູການ.

ປັດຈຸບັນທົ່ວບ້ານຫ້ວຍດິນຈີ ມີເນື້ອທີ່ປູກໝາກນັດ 34,85 ເຮັກຕາ, ມີ 40 ຄອບຄົວ. ການຜະລິດໝາກນັດມີ 2 ລະດູການ ຄື: ຜະລິດໃນລະດູການ ແລະ ນອກລະດູການ, ການຜະລິດໝາກນັດໃນລະດູ ລາຄາແມ່ນບໍ່ຄອຍດີປານໃດ ເນື່ອງຈາກເປັນລະດູຝົນ, ຜົນຜະລິດມີຫລາຍ ແລະ ຍັງມີບ້ານອື່ນກໍສາມາດຜະລິດໄດ້ເຊັ່ນກັນ, ເຊິ່ງເກັບກ່ຽວຜົນຜະລິດໃນລະດູດຽວກັນ ແລະ ໄດ້ຂາຍໃນໄລຍະເດືອນ ມິຖຸນາ ຫາເດືອນ ສິງຫາ, ລາຄາຂາຍປະມານໜ່ວຍລະ 5.000 ກີບ ຫາ 15.000 ກີບ, ຂຶ້ນກັບຂະໜາດຂອງໜ່ວຍ. ການຜະລິດໝາກນັດນອກລະດູການ ມີ 38 ຄອບຄົວ, ໃນເນື້ອທີ່ 4,6 ເຮັກຕາ, ຜົນຜະລິດຈະເກັບກ່ຽວ ແລະ ຂາຍໃນໄລຍະເດືອນມີນາ ຫາເດືອນພຶດສະພາ ເປັນລະດູແລ້ງ ຄວາມຕ້ອງການຂອງຕະຫລາດຫລາຍ ຈຶ່ງເຮັດໃຫ້ລາຄາໝາກນັດມີລາຄາສູງ ຜົນຜະລິດນອກລະດູປະມານ 15.000 ໜ່ວຍຕໍ່ເຮັກຕາ ສະເລຍລາຄາຂາຍປະມານ 10.000 ກີບ ຫາ 20.000 ກີບຕໍ່ໜ່ວຍ, 1 ເຮັກຕາສາມາດຂາຍໄດ້ 60-70 ລ້ານກີບຕໍ່ລະດູການ.

ຄອບຄົວ ທ່ານ ດາເຊຍ ທໍ່ ຫົວໜ້າກຸ່ມປູກໝາກນັດ ບ້ານຫ້ວຍດິນຈີ ເມືອງຫ້ວຍຊາຍ ໃຫ້ຮູ້ວ່າ: ຄອບຄົວຂອງຕົນ ເລີ່ມຕົ້ນປູກນັດແຕ່ປີ 2019 ໃນເນື້ອທີ່ 1 ເຮັກຕາ ໃນນັ້ນ, ປູກໝາກນັດນອກລະດູ ໃນເນື້ອທີ່ 4.800 ຕາແມັດ, ພາຍໃນຄອບຄົວມີສະມາຊິກ 10 ຄົນ ມີແຮງງານ 4 ຄົນ, ໃນໜຶ່ງປີສາມາດສ້າງລາຍຮັບ ຈາກການຂາຍໝາກນັດໄດ້ 35 ລ້ານກີບຕໍ່ລະດູການ. ນອກນັ້ນ, ຕົນເອງຍັງເຮັດນາປູກເຂົ້າ ແລະ ປູກຢາງພາລານໍາອີກ. ພ້ອມທັງໄດ້ສະເໜີໃຫ້ພັກ-ລັດຖະບານ ກໍຄືພາກສ່ວນທີ່ກ່ຽວຂ້ອງ ຈົ່ງຊ່ວຍຊຸກຍູ້ ແລະ ຊອກຕະຫລາດສົ່ງອອກຜົນຜະລິດ ເນື່ອງຈາກປັດຈຸບັນໝາກນັດ ຢູ່ແຂວງບໍ່ແກ້ວແມ່ນມີຫລາຍ ຈຶ່ງເຮັດໃຫ້ລາຄາຂ້ອນຂ້າງຕໍ່າ.

ທ່ານ ສົມຊາຍ ຕັງມີຈິດ ຮອງຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫ້ວຍຊາຍ ໄດ້ກ່າວວ່າ: ຜ່ານມາທາງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ໄດ້ລົງຊຸກຍູ້ສົງເສີມການຜະລິດໝາກນັດນອກລະດູ ຢູ່ເມືອງຫ້ວຍຊາຍ ໂດຍສະເພາະ ການປູກພືດເປັນສິນຄ້າ ວິຊາການກໍໄດ້ລົງຊຸກຍູ້ສົ່ງເສີມແຕ່ລະກຸມບ້ານ ເພື່ອແນະນໍາ, ເຕັກນິກ ວິທີການປູກ ໂດຍສະເພາະ ການຜະລິດໝາກນັດນອກລະດູ ໃຫ້ປະຊາຊົນ ທົ່ວເມືອງຫ້ວຍຊາຍ ມີ 24 ບ້ານ, ມີ 131 ຄອບຄົວ, ໃນເນື້ອທີ່ 45,16 ເຮັກຕາ ໃນນັ້ນ, ຜະລິດໝາກນັດນອກລະດູມີ 11 ບ້ານ, ມີ 91 ຄອບຄົວ, ປູກໃນເນື້ອທີ່ 18,46 ເຮັກຕາ.

ຂ່າວ: ຄໍາເພັງ ສີສະຫວ່າງ

ກອງປະຊຸມໃຫຍ່ເສດຖະກິດດິຈີຕອນທົ່ວໂລກ 2025 ຊຸກຍູ້ໂຄງການເປົ້າໝາຍໃນການຮ່ວມມືຫລາຍກວ່າ 100 ໂຄງການ

0

ຕາມຂ່າວຈາກ CGTN, ກອງ​ປະ​ຊຸມ​ໃຫຍ່​ ເສດ​ຖະ​ກິດ ​ດິ​ຈີ​ຕອນ ​ທົ່ວ​ໂລກ 2025 ​ໄດ້​ຈັດ​ຂຶ້ນ​ ຢູ່ນະ​ຄອນ​ຫລວງ ​ປັກ​ກິ່ງ ເມື່ອບໍ່ດົນມານີ້.ຈາກນັ້ນ ທ່ານ ​ລີວ​ເວີຍ​ລ້ຽງ, ຮອງ​ຫົວ​ໜ້າ​ກົມ​ເສດ​ຖະ​ກິດ ແລະ ການ​ຫັນ​ເປັນ​ຂໍ້​ມູນ​ຂ່າວ​ສານ ​ປັກ​ກິ່ງ ໄດ້​ແຈ້ງ​ໃຫ້​ຮູ້ ​ໃນ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ ​ກ່ຽວ​ກັບ​ ຜົນ​ສຳ​ເລັດ ຂອງກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ນີ້​ວ່າ: ຄະ​ນະ​ນັກ​ທຸ​ລະ​ກິດ​ສາ​ກົນ ​ກັບ​ວິ​ສາ​ຫະ​ກິດ ແລະ ເຂດ​ເສດ​ຖະ​ກິດ ​ດິ​ຈີ​ຕອ​ນ ​ປັກ​ກິ່ງ ໄດ້​ດຳ​ເນີນ​ການ​ສົນ​ທະ​ນາ​ ຢ່າງ​ເລິກ​ເຊິ່ງ ​ກ່ຽວ​ກັບ​ ການ​ຮ່ວມ​ມື ທັງ​ໝົດ 70 ກວ່າ​ເທື່ອ ໂດຍ​ໄດ້​ຊຸກ​ຍູ້​ ໂຄງ​ການ​ເປົ້າ​ໝາຍ ​ໃນ​ການ​ຮ່ວມ​ມື ​ຫລາຍກວ່າ 100 ໂຄງ​ການ.ໃນກອງ​ປະ​ຊຸມ​ໃຫຍ່ ​ຍັງ​ໄດ້​ຈັດ​ກອງ​ປະ​ຊຸມ ​ເຊື່ອມ​ຕໍ່​ ການ​ສະ​ໜອງ​ ແລະ ຄວາມ​ຕ້ອງ​ການສະ​ເພາະຂອງ​ເອີ​ຣົບ ແລະ ອາ​ຊີ​ ຕາ​ເວັນ​ອອກ ​ສຽງ​ໃຕ້ ພ້ອມ​ທັງ ​ໄດ້​ຈັດ​ກິດ​ຈະ​ກຳ​ ແລກ​ປ່ຽນ ສາ​ກົນ​ ລະ​ຫວ່າງ ​ລັດ​ຖະ​ບານ ແລະ ວິ​ສາ​ຫະ​ກິດ 5 ເທື່ອ, ໄດ້​ດຶງ​ດູດ ​ວິ​ສາ​ຫະ​ກິດ​ຈີນ ແລະ​ ຕ່າງ​ປະ​ເທດເກືອບ 200 ແຫ່ງເຂົ້າ​ຮ່ວມ ແລະ ໄດ້​ຊຸກ​ຍູ້​ ໃຫ້​ບັນ​ລຸ​ ໂຄງ​ການ​ຮ່ວມ​ມື ​ລະ​ຫວ່າງ ສປ ​ຈີນ ກັບ​ຕ່າງ​ປະ​ເທດ 10 ກວ່າ​ໂຄງ​ການ. ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ ​ຍັງ​ໄດ້​ເຊັນ​ສັນ​ຍາ ​ຮ່ວມ​ມື ແລະ ບົດ​ບັນ​ທຶກ​ການ​ຮ່ວມ​ມື 16 ສະ​ບັບ ເຊັ່ນ: ສະ​ຫະ​ພັນ ​ເສດ​ຖະ​ກິດ ​ດິ​ຈີ​ຕອນ​ຈີນ ແລະ ດ້ານ​ອື່ນໆ.ນອກ​ຈາກນັ້ນ, ກອງ​ປະ​ຊຸມ​ດັ່ງ​ກ່າວ ​ຍັງ​ໄດ້​ຮັບ​ຜົນ​ສຳ​ເລັດ​ ໃນ​ດ້ານ​ການ​ຊຸກ​ຍູ້ ​ການ​ຮ່ວມ​ມື ແລະ ການ​ປະ​ສານ​ງານ​ໃນ​ຂົງ​ເຂດ ​ເສດ​ຖະ​ກິດ ດິ​ຈີ​ຕອນ ລະ​ຫວ່າງ​ ຕົວ​ເມືອງ ​ຫລາຍ​ແຫ່ງ​ຂອງ​ໂລກ. ຕົວ​ຢ່າງ: ຕົວ​ເມືອງ 40 ແຫ່ງ​ ໃນ​ໂລກ​ ໄດ້​ລິ​ເລີ່ມ​ສ້າງ​ສະ​ຫ​ະ​ພັນ​ ຕົວ​ເມືອງ ​ເສດ​ຖະ​ກິດ ດິ​ຈີ​ຕອນ​ທົ່ວ​ໂລກ, ປະ​ກາດ “ຂໍ້​ລິ​ເລີ່ມ​ມິດ​ຕະ​ພາບ​ ດິ​ຈີ​ຕອນ​ທົ່ວ​ໂລກ” ແລະ ​ອື່ນໆອີກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສປ ຈີນ-ມຽນມາ-ໄທ ປາບປາມເຂດນິຄົມຫລອກລວງ ທາງໂທລະຄົມ ຢ່າງຮອບດ້ານ

0

ວິທະຍຸສາກົນ ແຫ່ງ ສປ ຈີນ ເມື່ອບໍ່ດົນມານີ້ ​ກອງ​ປະ​ຊຸມລະ​ດັບ​ກະ​ຊວງ​ຄັ້ງ​ທີ 2 ລະ​ຫວ່າງ ສປ ຈີນ-ມຽນ​ມາ ​ແລະ ໄທ ກ່ຽວ​ກັບ ​ການ​ປາບ​ປາມອາດ​ຊະ​ຍາ​ກຳຫລອກ​ລວງທາງ​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດ ​ໄດ້​ຈັດ​ຂຶ້ນຢູ່​ນະ​ຄອນຫລວງເນ​ປີ​ດໍ​ ປະ​ເທດ​ ມ​ຽນ​ມາ. ໃນ​ກອງ​ປ​ະ​ຊຸມດັ່ງ​ກ່າວພາ​ກ​ສ່ວນທີ່​ກ່ຽວ​ຂ້ອງ​ ຈາກ 3 ປະ​ເທດ​ ໄດ້​ບັນ​ລຸຄວາມ​ເຫັນທີ່​ເປັນ​ເອ​ກະ​ພາບ​ກັນ​ຕ່າງໆ ​ກ່ຽວ​ກັບ​ການ​ລົງ​ເລິກ​ ການ​ຮ່ວມ​ມື ​ດ້ານ​ວຽກ​ງານ ​ປ້ອງ​ກັນ ​ຄວາມ​ສະ​ຫງົບ ແລະ ​ການ​ປະ​ຕິ ​ບັດ​ກົດ​ໝາຍ, ຈະ​ສືບ​ຕໍ່​ ຮ່ວມ​ມື​ກັນ​ ປາບ​ປາມ​ອາ​ຊະ​ຍາ​ກຳຫລອກ​ລວງທາງ​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດ​ ຢູ່​​ເມຍ​ວາ​ດີ ແລະ ແຫ່ງ​ອື່ນໆ​ ຢ່າງ​ເຂັ້ມ​ງວດ, ປາບ​ປາມ​ເຂດ​ນິ​ຄົມຫລອກ​ລວງທາງ​ໂຄ​ລະ​ຄົມ ແລະ ອິນ​ເຕີ​ເນັດ​ ຢ່າງ​ຮອບ​ດ້ານ, ຈັບ​ຜູ້​ຕ້ອງ​ຫາທີ່​ກ່ຽວ​ຂ້ອງ​ກັບ​ການ​ຫລອກ​ລວງ ​ທັງ​ໝົດ, ເດັດ​ຂາດ​ກຳ​ຈັດ​ພື້ນ​ຖານແຫ່ງ​ອາດ​ຊະ​ຍາ​ກຳທີ່​ກ່ຽວ​ຂ້ອງ​ກັບ​ການຫລອກ​ລວງ, ປົກ​ປ້ອງ​ສິດຜົນ​ປະ​ໂຫຍດທີ່​ຊອບ​ດ້ວຍ​ກົດ​ໝາຍ​ ຂອງ​ປະ​ຊາ​ຊົນ ​​ໃນປະ​ເທດ​ຕ່າງໆ ​ຢ່າງ​ແທ້​ຈິງ. ​ນັບແຕ່​ຕົ້ນ​ປີ​ນີ້​ມາ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ ສປ ຈີນ, ມຽນ​ມາ ແລະ ໄທ ​ໄດ້​ຮ່ວມ​ມື​ກັນ ປາບ​ປາມ​ອາ​​ດຊະ​ຍາ​ກຳ ຫລອກ​ລວງ ​ທາງ​ໂທ​ລະ​ຄົນ ແລະ ອິນ​ເຕີ​ເນັດ ​ຢູ່​ເຂດ​ເມຍ​ວາ​ດີ ​ຢ່າງ​ແຂງ​ແຮງ, ໄດ້​ຈັບ​ຕົວ ແລະ ສົ່ງ​ຄືນ ​ຜູ້​ຕ້ອງ​ຫາທີ່​ກ່ຽວ​ຂ້ອງ​ກັບ​ການ​ຫລອກ​ລວງ​ຄົນ​ສັນ​ຊ​າດ​ຈີນ ​ແບບ​ລວມ​ສູນ ​ຈຳ​ນວນ 5.400 ກວ່າ​ຄົນ, ເຊິ່ງ​ຖື​ວ່າ​ໄດ້​ຮັບ​ຜົນ​ງານ​​ເປັນ​ຢ່າງ​ດີ.

(ບັນນາທິການຂ່າວ: ຕ່າງປະເທດ

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ