Monday, September 22, 2025
Home Blog Page 51

ໄລຍະ 6 ເດືອນ ນວ ມີອັກຄີໄພເກີດຂຶ້ນ 25 ຄັ້ງ ເສຍຫາຍ 5 ຕື້ກວ່າກີບ

0

ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ນະຄອນຫລວງວຽງຈັນ(ນວ) ມີອັກຄີໄພ (ໄຟໄໝ້) ເກີດຂຶ້ນທັງໝົດ 25 ຄັ້ງ. ໃນນີ້, ໄຟໄໝ້ລະດັບປານກາງ 1 ລາຍ, ໄຟໄໝ້ນ້ອຍ 24 ລາຍ (ບໍ່ມີເຫດໄຟໄໝ້ຂະໜາດໃຫຍ່), ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫລຸດລົງ 8 ຄັ້ງ, ສ້າງຄວາມເສຍຫາຍ ຫລາຍກວ່າ 5 ຕື້ກວ່າກີບ.

ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນວ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ II ໃນວັນທີ 8 ກໍລະກົດ 2025 ໂດຍທ່ານໄດ້ຍົກໃຫ້ເຫັນກ່ຽວກັບວຽກງານການປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພ (ໄຟລາມປ່າ, ໄຟໄໝ້ເຮືອນປະຊາຊົນ) ຢູ່ນະຄອນຫລວງວຽງຈັນ ໃນໄລຍະ 6 ເດືອນຕົ້ນປີ 2025 ເຊິ່ງຄະນະພັກ-ຄະນະກອງບັນຊາການປ້ອງກັນຄວາມສະຫງົບ ນວ ຍາມໃດກໍຖືຄວາມສຳຄັນໃນການສະກັດກັ້ນ ແລະ ຕ້ານອັກຄີໄພ ໂດຍມອບໃຫ້ຫ້ອງຕຳຫລວດ ແລະ ກອງບັນຊາການ ປກສ 9 ເມືອງ ເປັນເຈົ້າການໃນການຊີ້ນຳໂດຍກົງ ຕໍ່ການວາງແຜນເຄື່ອນໄຫວຕ່າງໆ, ການເພີ່ມທະວີເຮັດວຽກງານການປະຈຳການຄອຍເຫດຕະຫລອດ 24 ຊົ່ວໂມງ, ພ້ອມທັງກະກຽມຄວາມພ້ອມດ້ານພາຫະນະ, ວັດຖຸອຸປະກອນຮັບໃຊ້ວິຊາສະເພາະ.

ຢ່າງໃດກໍຕາມເຖິງວ່າເຈົ້າໜ້າ ໄດ້ເອົາໃຈໃສ່ໂຄສະນາ ແລະ ວຽກກວດກາຄວາມປອດໄພກໍຕາມ, ແຕ່ບັນຫາອັກຄີໄພກໍຍັງເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນລະດູແລ້ງຂອງທຸກໆປີ ໂດຍສະເພາະລະຫວ່າງເດືອນມັງກອນ ຫາເດືອນເມສາ ເປັນຊ່ວງທີ່ອາກາດແຫ້ງແລ້ງ, ຮ້ອນອົບເອົ້າ ມີຄວາມສ່ຽງສູງທີ່ພາໃຫ້ເກີດໄຟໄໝ້ ເຊິ່ງໄລຍະ 6 ເດືອນຕົ້ນປີ 2025 ນີ້, ຢູ່ນະຄອນຫລວງວຽງຈັນ ມີອັກຄີໄພເກີດຂຶ້ນທັງໝົດ 25 ຄັ້ງ. ໃນນັ້ນ, ໄໝ້ເຮືອນປະຊາຊົນ 18 ຫລັງ (ໄຟໄໝ້ລວກ 6 ຫລັງ), ໂຮງງານນ້ຳດື່ມ 1 ຫ້ອງ, ສາລາ 1 ຫ້ອງ, ຮ້ານເຟີນີເຈີ 1 ຮ້ານ, ຮ້ານຂາຍເສື້ອຜ້າ 1 ຮ້ານ, ຮ້ານຂາຍເຄື່ອງກໍ່ສ້າງ 1 ຮ້ານ, ປ່າຫຍ້າ 2 ຕອນ, ລວມມູນຄ່າຜົນເສຍຫາຍທັງໝົດ 5 ຕື້ກວ່າກີບ. ສຳລັບ ສາເຫດທີ່ພາໃຫ້ເກີດໄຟໄໝ້ ສ່ວນຫລາຍແມ່ນຍ້ອນຜູ້ເສຍຫາຍ ບໍ່ມີຄວາມລະມັດ ລະວັງ, ນຳໃຊ້ເຄື່ອງໃຊ້ໄຟຟ້າບໍ່ມີຄຸນນະພາບ, ລະບົບສາຍໄຟຟ້າອາຄານເກົ່າຊຸດໂຊມ ແລະ ມີຫລາຍອາຄານ ບໍ່ມີການຕິດຕັ້ງລະບົບສະກັດກັ້ນອັກຄີໄພ ຈຶ່ງເກີດມີເຫດການໄຟໄໝ້ຢ່າງຕໍ່ເນື່ອງ. ໃນນັ້ນ, ເກີດຈາກໄຟ ຟ້າລັດວົງຈອນ 9 ຄັ້ງ, ຄົນຈູດປ່າຫຍ້າ 1 ລາຍ (ຄົນເລ່ລ່ອນຈູດ) ແລະ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ 15 ລາຍ.

ຄຽງຄູ່ກັບການປະຕິບັດໜ້າທີ່ປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພ ຂອງກອງບັນຊາການປ້ອງກັນຄວາມສະຫງົບ ນວ ຍັງພົບຂໍ້ຫຍຸ້ງຍາກຫລາຍດ້ານ ເປັນຕົ້ນ ສະພາບລົດມອດໄຟ ໃນປັດຈຸບັນ ແມ່ນເກົ່າແກ່ຊຸດໂຊມຫລາຍຄັນ ເວລາອອກປະຕິບັດໜ້າທີ່ກໍມີຄວາມສ່ຽງ, ງົບປະມານຮັບໃຊ້ຝຶກອົບ ຮົມ ແລະ ງົບປະມານບຳລຸງ-ສ້ອມແປງ ຫລື ຈັດຊື້ພາຫະນະໃໝ່, ຊຸດເຄື່ອງນຸ່ງຫົ່ມ, ອຸປະກອນຮັບໃຊ້ມອດໄຟ-ກູ້ຊີບ ມີຈຳກັດ ເປັນຕົ້ນ ໂສ້ງ, ເສື້ອ, ເກີບ, ໝວກ ຫລື ຊຸດກັນຄວາມຮ້ອນ, ສາຍສີດ ແລະ ໂຟມມອດໄຟ ບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການຕົວຈິງ; ພະນັກງານທີ່ມາເຮັດວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໂດຍສະເພາະ ໂຊເຟີລົດ, ພະນັກງານມອດໄຟ ຍັງບໍ່ພຽງພໍ, ພະນັກງານມອດໄຟຈຳນວນໜຶ່ງແມ່ນຮຽນຈົບຈາກຂະແໜງອື່ນ ແລ້ວຈຶ່ງມາຝຶກອົບຮົມ ຫລື ຮຽນຮູ້ຈາກວຽກງານຕົວຈິງຢູ່ພາກສະໜາມ ຈະສ້າງໃຫ້ເປັນແບບມືອາຊີບກໍຍາກ-ຕ້ອງໃຊ້ເວລາສົມຄວນ.

ພ້ອມນີ້, ງົບປະມານຮັບໃຊ້ການຝຶກອົບຮົມ, ການໂຄສະນາຍັງມີຈຳກັດ ແລະ ການລົງໂຄສະນາໃຫ້ທົ່ວສັງຄົມ ຍັງບໍ່ທັນເລິກ ເຊິ່ງ ແລະ ບໍ່ທັນທົ່ວເຖິງ, ການເຂົ້າຮ່ວມຂອງປະຊາຊົນມີຈຳກັດ, ບາງຄັ້ງເຈົ້າໜ້າທີ່ລົງໄປໂຄສະນາຢູ່ບາງບ້ານ ເພື່ອສາທິດດັບມອດໄຟ ແຕ່ສ່ວນຫລາຍ ປະຊາຊົນບໍ່ເຂົ້າມາຮ່ວມ, ບາງຄອບຄົວສົ່ງເດັກນ້ອຍ ແລະ ຜູ້ເຖົ້າມາຮ່ວມເທົ່ານັ້ນ.

ທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການແກ້ໄຂລບຕ ໄລຍະ 6 ເດືອນຕົ້ນປີ

0

ກອງປະຊຸມຄະນະຊີ້ນຳໂຄງການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ຈັດຂຶ້ນວັນທີ 8 ກໍລະກົດ 2025 ທີ່ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮອງປະທານຜູ້ປະຈໍາການຄະນະກໍາມະການແຫ່ງຊາດເພືື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ທ່ານ ນາງ ມາຕິນ ເຕເຣ ຜູ້ຕ່າງໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ ມີບັນດາເຈົ້າແຂວງ ຮອງເຈົ້າແຂວງ ການນຳກະຊວງຂະ ແໜງການ ຄຊກລ ເຂົ້າຮ່ວມ.

ທ່ານ ອານຸພາບ ວົງໜໍ່ແກ້ວ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອພ້ອມກັນທົບທວນຄືນຄວາມຄືບໜ້າ ແລະ ການຈັດຕັ້ງປະຕິບັດກິດຈະກໍາພາຍໃຕ້ໂຄງການຮ່ວມມືໃນໄລຍະ 6 ເດືອນຕົ້ນປີ ຜ່ານມາໂດຍສະເພາະການຕິດຕາມ ແລະ ຮັບປະກັນການຈັດຕັ້ງປະຕິບັດກິດຈະກໍາຂອງບັນດາໜ່ວຍງານ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາບໍ່ທັນແຕກ (ລບຕ) ແລະ ບັນດາຄູ່ຮ່ວມພັດທະນາໃນນາມຜູ້ໃຫ້ທຶນໄດ້ຮັບຊາບ ທັງນີ້ກໍເພື່ອພ້ອມກັນປະເມີນ ແລະ ຊຸກຍູ້ການຊີ້ນຳ-ນຳພາ ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນການປະຈຳປີໃຫ້ໄດ້ຮັບຄາດໝາຍຕາມຈຸດປະສົງໂຄງການຢ່າງມີປະສິດທິພາບໂດຍໃຫ້ສອດຄ່ອງກັບແຜນພັດທະນາ-ເສດຖະກິດສັງຄົມແຫ່ງຊາດ ແຜນຍຸດທະສາດແຫ່ງ ຊາດເພື່ອແກ້ໄຂບັນຫາ ລບຕ ໄລຍະ 2021-2030 (SPF III) ແລະ ເປົ້າໝາຍການພັດທະນະແບບຍືນຍົງ 18 ຊີວິດປອດໄພຈາກລະເບິດບໍ່ທັນແຕກ.

ໃນໄລຍະ 6 ເດືອນຕົ້ນປີນີ້ການຈັດຕັ້ງປະຕິບັດບັນດາກິດຈະກຳໃນໂຄງການດັ່ງກ່າວເຫັນວ່າມີຄວາມຄືບໜ້າຫຼາຍຢ່າງໂດຍສະເພາະແມ່ນການສໍາເລັດການປັບປຸງນິຕິກໍາທີ່ສໍາຄັນຂອງວຽກງານ ລບຕ ປັບປຸງດຳລັດວ່າດ້ວຍການແກ້ໄຂບັນຫາ ລບຕ ການສືບຕໍ່ປັບປຸງມາດຕະຖານແຫ່ງຊາດໃນການແກ້ໄຂບັນຫາ ລບຕ ການປັບປຸງແຜນບູລິມະສິດໃນການກວດກູ້ ການປັບປຸງກົນໄກພາຍໃນ ແລະ ໂຄງຮ່າງການຈັດຕັ້ງຂອງຫ້ອງການ ຄຊກລ ລວມທັງ ປະກາດຮັບເອົາຫົວໜ້າຫ້ອງການ ແລະ ຮອງຫົວໜ້າຫ້ອງການ ຄຊກລ ຄົນໃໝ່ ແລະ ການປັບປຸງ ແລະ ປະເມີນບຸກຄະລາກອນພາຍໃນຂອງຫ້ອງການ ຄຊກລ ນອກຈາກນີ້ກໍໄດ້ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ແລະ ແນວທາງໃນຕໍ່ໜ້າ ສະພາບລວມໂຄງການ ແລະ ການເງິນ-ງົບປະມານພ້ອມທັງປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວ.

ອີລອນມາສ ປະກາດກໍ່ຕັ້ງພັກການເມືອງໃໝ່ ໃນ ສ.ອາເມລິກາ

0

ຕາມຂ່າວຈາກວໍຊີງຕັນ, ເມື່ອບໍ່ດົນມານີ້, ທ່ານ ອີລອນ ມາສ,ປະທານ ບໍລິສັດເທສລາ ຊຶ່ງເປັນມະຫາເສດຖີໃນ ສ.ອາເມລິກາ ປະກາດກໍ່ຕັ້ງພັກການເມືອງຂຶ້ນມາໃໝ່ ຊື່ວ່າ ພັກອາເມລິກາ (America Party) ເພື່ອເປັນທາງເລືອກໃໝ່ຕໍ່ລະບົບການເມືອງ ແບບສອງພັກ ຂອງ ສ.ອາເມລິກາ ຊຶ່ງໄດ້ແກ່ພັກຣີພັບລິກັນ (Republican) ແລະ ພັກເດໂມແຄຣດ (Democrat) ເພື່ອກ້າວໄປສູ່ການຈັດທະບຽນຢ່າງເປັນທາງການກັບໜ່ວຍງານການເລືອກຕັ້ງ ຂອງ ສ.ອາເມລິກາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສ.ອາເມລິກາ ເປີດອັດຕາພາສີ 14 ປະເທດ ມີຜົນບັງຄັບໃຊ້ ໃນຕົ້ນເດືອນສິງຫານີ້

0

ຕາມຂ່າວຈາກວໍຊີງຕັນ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ແຈ້ງໜັງສືອັດຕາພາສີ 14 ປະເທດ ພ້ອມໜັງສື ລົງນາມທີ່ກຳນົດອັດຕາພາສີໃໝ່ຫລາຍປະເທດ ເລີ່ມມີຜົນບັງຄັບໃຊ້ 1ສິງຫາ 2025 ພ້ອມທັງຍັງເປີດການເຈລະຈາກ່ອນພາສີ ມີຜົນບັງຄັບໃຊ້ ຢ່າງເປັນທາງການ ເປັນຕົ້ນ ອັດຕາພາສີ ມີການປັບໃໝ່ ໃນວັນທີ 7ກໍລະກົດ ເມື່ອທຽບໃສ່ ວັນທີ 2ເມສາ2025 ຄືດັ່ງນີ້ ຍີ່ປຸ່ນ ປັບຫລຸດລົງເຫລືອ 24% ຈາກ 25%, ສ.ເກົາຫລີ ຮັກສາ ລະດັບເກົ່າ 25%, ມາເລເຊຍ ປັບຫລຸດລົງ 24% ຈາກ 25%, ອິນໂດເນເຊຍ ຮັກສາ ລະດັບເກົ່າ 32%, ສປປ ລາວ ປັບຫລຸດລົງ 40% ຈາກ 48%, ມຽນມາ ຫລຸດລົງ 40% ຈາກ 44%, ໄທ ລະດັບເກົ່າ 35%, ກຳປູເຈຍ ຫລຸດລົງ 36%ຈາກ 49%, ກາຊັກສະຖານ ປັບເພີ່ມຂຶ້ນເປັນ 27% ຈາກ 25%,ຕຸຍນີຊີ ປັບເພີ່ມຂຶ້ນ 28% ຈາກ25%,ອາຟຣິກາໃຕ້ ລະດັບເກົ່າ 30% ແລະ ບົດສະນີ ປັບເພີ່ມຂຶ້ນ 44% ຈາກ 40%,ບັງກລາເທດ ປັບເພີ່ມຂຶ້ນ 37% ຈາກ 35%, ແຊກບີ ແລະ ເຮີເຊໂກວີນາ ປັບເພີ່ມຂຶ້ນ 37%ຈາກ 35%.ກ່ອນໜ້ານີ້ ທ່ານ ໂດນັນ ທຣຳ ປະກາດ ອັດຕາພາສີ ສສ ຫວຽດນາມ 20% ແລະ ພາສີທີ່ໃຊ້ ສສ ຫວຽດນາມ ເປັນທາງຜ່ານ 40% ເມື່ອທຽບໃສ່ ກ່ອນໜ້ານີ້ 46%.ສ່ວນປະເທດ ທີ່ຍັງເຫລືອ ທາງການ ສ.ອາເມລິກາ ຈະສົ່ງຈົດໝາຍ ໄປຍັງປະເທດອື່ນໆ ທີ່ເຫລືອ ໃນໄວໆນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຝຶກອົບຮົມຫົວ ສໍາລັບພະນັກງານການນໍາໜຸ່ມບັນດາແຂວງທີ່ມີຊາຍແດນ ຕິດຈອດ 3 ປະເທດ

0

ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍບັນດາກະຊວງກ່ຽວຂ້ອງ ຈັດພິທີເປີດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະນໍາ, ບັນດາຫົວໜ້າກົມ, ຜູ້ຕາງໜ້າຈາກ ພາກສ່ວນກ່ຽວຂ້ອງ ແລະ ສໍາມະນາກອນຂອງ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ເຂົ້າຮ່ວມ.

ສະຫາຍ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ຈະໃຊ້ເວລາ 8 ວັນ, ແຕ່ວັນທີ 8-15 ກໍລະກົດ, ມີຜູ້ເຂົ້າຮ່ວມຈາກ ສປປ ລາວ, ຫວຽດນາມ ແລະ ກໍາປູເຈຍ ໂດຍສໍາມະນາກອນຈາກ 3 ປະເທດ ຈະໄດ້ແລກປ່ຽນບົດຮຽນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະພັກ, ແຕ່ລະປະເທດ ໂດຍຈະລົງເລິກແລກປ່ຽນ 6 ຫົວຂໍ້ສໍາຄັນຄື: ບົດບາດຂອງ ພັກປະຊາຊົນ ປະຕິວັດລາວ ໃນເວທີສາກົນ; ການພົວພັນທີ່ເປັນມູນເຊື້ອ ລາວ-ຫວຽດນາມ-ກໍາປູເຈຍ; ການກໍ່ສ້າງ ແລະ ປ້ອງກັນຊາຍແດນມິດຕະພາບ, ສັນຕິພາບ ແລະ ການຮ່ວມມື ຂອງ 3 ປະເທດ; ຍຸດທະສາດການພັດທະນາເສດຖະກິດ-ການຄ້າ ຂອງ 3 ປະເທດ ໃນສະພາບການເຊື່ອມໂຍງພາກພື້ນ ແລະ ສາກົນ; ຍຸດທະສາດການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນສະພາບການເຊື່ອມໂຍງສາກົນ; ການຮ່ວມມືດ້ານການທ່ອງທ່ຽວ ແລະ ວັດທະນະທໍາຂອງ 3 ປະເທດ. ນອກນີ້, ສໍາມະນາກອນ ຍັງຈະໄດ້ໄປທັດສະນະສຶກສາ ແລະ ຢ້ຽມຢາມສະຖານທີ່ປະຫວັດສາດ ແລະ ພື້ນຖານການຜະລິດສໍາຄັນຈໍານວນໜຶ່ງຢູ່ ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ຕື່ມອີກ.

ສະຫາຍ ນາງ ສີໃສ ລືເດດມູນສອນ ກໍໄດ້ມີຄໍາເຫັນວ່າ: ການຝຶກອົບຮົມຄັ້ງນີ້, ເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນການພົບປະຂອງການນໍາສູງສຸດ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ທີ່ໄດ້ຈັດຂຶ້ນຢູ່ນະຄອນຫລວງຮ່າໂນຍ, ສສ ຫວຽດນາມ ໃນເດືອນກັນຍາ 2021, ຍົກໃຫ້ເຫັນມູນເຊື້ອການພົວພັນອັນດີງາມ ທີ່ເປັນມໍລະດົກອັນລໍ້າຄ່າ ທີ່ມີລັກສະນະພິເສດຂອງ 3 ພັກ ທີ່ມີມາແຕ່ດົນນານ, ເຄີຍຄ່ຽງບ່າຄ່ຽງໄຫລ່ກັນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ກໍຄື ການປະສານສົມທົບ ແລະ ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນພາລະກິດ ແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ. ພ້ອມນີ້, ຍັງໄດ້ເນັ້ນໃຫ້ສໍາມະນາກອນທັງ 3 ປະເທດ ເອົາໃຈໃສ່ແລກປ່ຽນກັນຢ່າງກົງໄປກົງມາ, ພ້ອມທັງ ອວຍພອນໃຫ້ການຝຶກອົບຮົມປະສົບຜົນສໍາເລັດຢ່າງຈົບງາມ.

ຂ່າວ: ຄຕພ

ອິນໂດເນເຊຍ ຈະຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ

0

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ທ່ານ ແອຣລັງກາ ຮາຣຕາຣໂຕ ລັດຖະມົນຕີປະສານງານດ້ານເສດຖະກິດຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານອິນໂດເນເຊຍ ວາງແຜນທີ່ຈະປັບປຸງລະບົບບໍລິຫານ ແລະ ລະບຽບການຕ່າງໆ ເພື່ອຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນອິນໂດເນເຊຍ ໃນຕະຫຼາດສາກົນ.

ທ່ານ ຮາຣຕາຣໂຕ ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງລັດຖະບານໃນການຊຸກຍູ້ການສົ່ງອອກ ຊຶ່ງໄດ້ຊ່ວຍໃຫ້ອິນໂດເນເຊຍຮັກສາການເກີນດຸນການຄ້າໃນຊຸມປີມໍ່ໆມານີ້. ໂດຍຍຸດທະສາດທີ່ສໍາຄັນແມ່ນການຫຼຸດຜ່ອນຄ່າໃຊ້ຈ່າຍດ້ານການຂົນສົ່ງເພື່ອປັບປຸງປະສິດທິພາບເສດຖະກິດໂດຍລວມ ຊຶ່ງຄາດວ່າຈະຫຼຸດລົງຈາກປັດຈຸບັນ ປະມານ 14.5% ມາເປັນ 12.5% ແລະ ໃນທີ່ສຸດໃຫ້ເຫຼືອ 8%.

ທ່ານ ຮາຣຕາຣໂຕ ລະບຸວ່າ: ປະເທດອາຊຽນສ່ວນໃຫຍ່ມີຄ່າໃຊ້ຈ່າຍດ້ານການຂົນສົ່ງໂຕເລກດຽວ ຊຶ່ງເນັ້ນ ໜັກວ່າອິນໂດເນເຊຍຕ້ອງດຳເນີນຕາມເພື່ອໃຫ້ຮັກສາທ່າແຮງການແຂ່ງຂັນເອົາໄວ້.

ນອກຈາກນີ້, ທ່ານ ຮາຣຕາຣໂຕ ກ່າວອີກວ່າ: ລັດຖະບານຈະເລີ່ມປະຕິບັດມາດຕະການຜ່ອນຜັນຂໍ້ບັງຄັບນັບແຕ່ເດືອນພະຈິກເປັນຕົ້ນໄປ ເພື່ອຫຼຸດຄວາມຫຍຸ້ງຍາກຂອງກົດລະບຽບຕ່າງໆ ແລະ ລຶບລ້າງນະໂຍບາຍທີ່ຂັດຂວາງປະ ສິດທິພາບ, ທ່ານກ່າວຕື່ມວ່າ: ລັດຖະບານຈະກໍານົດຜະລິດຕະພັນທີ່ມີຄ່າໃຊ້ຈ່າຍທາງດ້ານການຂົນສົ່ງສູງໂດຍສະເພາະ ແລະ ພະຍາຍາມຫຼຸດຄ່າໃຊ້ຈ່າຍຂອງຜະລິດຕະພັນດັ່ງກ່າວ.

ຄວາມຄິດເຫັນ ຕໍ່ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ1955-20 ກໍລະກົດ 2025)

0

ໃນໂອກາດວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ທ່ານ ນາງ ຜາສຸກ ວົງວິຈິດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ກະຊວງສາທາລະນະສຸກ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸກຂະພາບ ໄດ້ສະແດງຄວາມຄິດເຫັນຕໍ່ວັນດັ່ງກ່າວວ່າ: ວັນທີ 20 ກໍລະກົດ ປີ 1955 ເປັນວັນທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ ເປັນວັນກຳເນີດເກີດຂຶ້ນຂອງສະຫະພັນແມ່ຍິງລາວ ນັບແຕ່ ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ; ພັກກໍໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ຊຶ່ງເປັນຕົ້ນກຳເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ)

ເພື່ອສືບຕໍ່ນຳພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການແມ່ຍິງທົ່ວປະເທດ ຊຶ່ງໃນໄລຍະນັ້ນການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານຍັງແມ່ນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນ້ອງນັກຮົບ. ນັບແຕ່ຫົວທີທີ່ ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ພັກກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ.

ພາຍໃຕ້ການນຳພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກທີ່ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເໝີພາບລະຫວ່າງຍິງ – ຊາຍ ທາງດ້ານການເມືອງ – ເສດຖະກິດ, ວັດທະນະທຳ – ສັງຄົມ ແມ່ຍິງລາວກໍໄດ້ຮັບການປົກປ້ອງ ຍົກສູງບົດບາດ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ.

ຕະຫຼອດໄລຍະທີ່ຜ່ານມາ ຈົນມາຮອດປັດຈຸບັນ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າພວກເຮົາໄດ້ມີຜົນງານອັນໃຫຍ່ຫຼວງໃນຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ; ເວົ້າສະເພາະ ເອື້ອຍນ້ອງແມ່ຍິງກະຊວງສາທາລະນະສຸກ ກໍແມ່ນພາກສ່ວນໜຶ່ງທີ່ໄດ້ປະກອບສ່ວນໃນການເບິ່ງແຍງດູແລສຸຂະພາບ ບັນດາການນໍາ, ນັກຮົບປະຕິວັດ, ປະຊາຊົນລາວບັນດາເຜົ່າຜ່ານຜ່າລູກປືືນ, ລູກລະເບີດຂອງພວກຈັກກະພັດ ໃນສະໝາມຮົບຢ່າງພິລະອາດຫານ. ເອື້ອຍນ້ອງແມ່ຍິງແພດໝໍ ທັງປິ່ນປົວສຸຂະພາບ, ທັງຕໍ່ສູ້ ແລະ ທັງເພີ່ມພູນຜະລິດຜົນ. ເອື້ອຍນ້ອງແມ່ຍິງແພດໝໍໄດ້ຮັບການຍົກຍ້ອງ ເປັນແພດປະຕິວັດ ແພດປະຊາຊົນ ແລະ ໄດ້ເປັນບຸກຄົນດີເດັ່ນຮັບຫຼຽນກ້າຫານ, ຫຼຽນໄຊ, ຫຼຽນກາຫຼາຍຮ້ອຍຄົນ.

ເພື່ອເສີມຂະຫຍາຍມູນເຊື້ອປະຕິວັດດັ່ງກ່າວເອື້ອຍນ້ອງແມ່ຍິງລາວ ເວົ້າລວມ ເວົ້າສະເພາະ ແມ່ນເອື້ອຍນ້ອງແມ່ຍິງຂະແໜງການສາທາລະນະສຸກ ຊຶ່ງຜ່ານມາໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງການຕໍ່ສູ້ກູ້ຊາດ ແລະ ສ້າງສາພັດທະນາປະເທດຊາດ ຈະສືບຕໍ່ເຮັດຫຼ້ອນໜ້າທີ່ຂອງຕົນສຸມທຸກເຫື່ອແຮງສະຕິປັນຍາເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ ຊຶ່ງໄດ້ກຳນົດໄວ້ໃນແນວທາງນະໂບຍາຍ, ແຜນຍຸດທະສາດ, ແຜນງານ, ໂຄງການແຕ່ລະໄລຍະ.

ເນື່ອງໃນວັນທີ່ມີຄວາມໝາຍຄວາມສຳຄັນນີ້, ຂ້າພະເຈົ້າຕາງໜ້າເອື້ອຍນ້ອງແມ່ຍິງຂະແໜງການສາທາລະນະສຸກ ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ການນຳພາ – ຊີ້ນຳອັນສະຫຼາດສ່ອງໃສຂອງພັກ ຊຶ່ງຍາມໃດກໍໄດ້ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງໄດ້ເຄື່ອນໄຫວຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ.

ຂໍສະແດງຄວາມເອກອ້າງທະນົງໃຈຕໍ່ການນຳເພດຍິງຮຸ່ນກໍ່ຕັ້ງ ແລະ ຮຸ່ນອາວຸດໂສທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງຕັ້ງ ແລະ ເສີມຂະຫຍາຍມູນເຊື້ອ ສະຫະພັນແມ່ຍິງລາວ ຈົນເຕີບໃຫຍ່ຂະຫຍາຍຕົວຄືດັ່ງປັດຈຸບັນນີ້.

ແມ່ຍິງລາວ ໃນຂະແໜງການສາທາລະນະສຸກຈະສືບຕໍ່ສູ້ຊົນຮ່ວມກັບແມ່ຍິງລາວໃນທົ່ວປະເທດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພິເສດແມ່ນ ເອົາໃຈໃສ່ຍົກສູງຄຸນນະພາບການບໍລິການສາທາລະນະສຸກ ມີຈັນຍາບັນ-ຈັນຍາທຳ ທີ່ມີຄຸນະພາບ ແລະ ທົ່ວເຖິງ ແກ່ປະຊາຊົນ ແລະ ປົກປັກຮັກສາ ເສີມຂະຫຍາຍ 5 ຄຸນລັກສະນະຂອງແມ່ຍິງລາວຄື:

1) ແມ່ຍິງມີຄວາມດຸໝັ່ນຂະຫຍັນພຽນ ໃນການອອກແຮງງານ, ມີນໍ້າໃຈປະຢັດສັດທ່ຽງ (ເຮັດວຽກໄຮ່ການນາຫຼັງສູ້ຟ້າໜ້າສູ້ດິນ, ເຂັນຝ້າຍຕໍ່າຫູກ, ການໃຊ້ຈ່າຍກໍມີການຄິດໄລ່ຈົ່ງຢອມ, ຮັກສາມູນມັງໄວ້ໃຫ້ລູກຫຼານ.

2) ມີຄວາມບໍລິສຸດຜຸດຜ່ອງ, ຮັກລູກແພງຜົວ, ຍອມທົນທຸກທົນຍາກ, ຍອມເສຍສະຫຼະເພື່ອຄວາມສຸກຂອງຄອບຄົວລູກຜົວ.

3) ມີນໍ້າໃຈເອື້ອເຟື້ອເຜື່ອແຜ່, ຮັກແພງຊ່ວຍເຫຼືອຕຸ້ມຫໍ່ກັນ.

4) ມີນໍ້າໃຈຮັກຊາດແພງເຊື້ອ, ຮັກບ້ານເກີດເມືອງນອນ.

5) ມີກິລິຍາມາລະຍາດ ສຸພາບອ່ອນຫວານ, ຮັກສາມູນມໍລະດົກວັດທະນະທໍາອັນດີງາມຂອງຊາດ.

ພ້ອມກັນນັ້ນກໍຈະຕັ້ງໜ້າປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ພັດທະນາຕົນເອງໃຫ້ ມີຄຸນສົມບັດ ມີຄວາມຮູ້ຄວາມສາມາດັ່ງຄໍາເວົ້າຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ເນັ້ນໜັກໃນໂອກາດໂອ້ລົມໃນກອງປະຊຸມໃຫຍ່ຄັ້ງທີ IIX ຜູ້ແທນແມ່ຍິງລາວທົ່ວປະເທດ “ຈົ່ງພັດທະນາຕົນເອງໃຫ້ກາຍເປັນ ລູກສາວຜູ້ປະເສີດຂອງພັກ”

ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດແດ່ທ່ານຜູ້ນຳພັກ-ລັດ; ພະນັກງານອາວຸໂສ ເອື້ອຍນ້ອງແມ່ຍິງທຸກທົ່ວໜ້າຈົ່ງມີສຸຂະພາບແຂງແຮງ ມີຄວາມສຳເລັດໃນໜ້າທີ່ວຽກງານປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງຜູ້ເກົ່າ-ຜູ້ໃໝ່

0

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ ນີ້ ທີ່ຫ້ອງປະຊຸມໃຫຍ່ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະນໍາກະຊວງ, ຫ້ອງການ, ກົມ, ສະຖາບັນ, ກອງວິຊາການ, ລັດວິສາຫະກິດ, ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ງາມປະສົງ ເມືອງມະນີ ໄດ້ຂຶ້ນຜ່ານບົດສະຫຼຸບການນໍາພາ-ຊີ້ນໍາຕະຫຼອດໄລຍະຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານໃນການປະຕິບັດໜ້າທີ່ການເມືອງອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ພັກ – ລັດ ແລະ ປະຊາຊົນມອບໝາຍໃຫ້ນັບແຕ່ໄດ້ຮັບໜ້າທີ່ເປັນເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຕົ້ນມາ. ຈາກນັ້ນ, ສະຫາຍ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະປະຈໍາພັກກະຊວງ ຍທຂ, ມະຕິຕົກລົງຂອງກົມການເມືອງວ່າດ້ວຍ ການແຕ່ງຕັ້ງເລຂາຄະນະບໍລິຫານງານພັກກະຊວງ ແລະ ຜ່ານ ລັດຖະດໍາລັດປະທານປະເທດ ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີກະຊວງ ຍທຂ. ໃນນີ້, ໄດ້ຍົກຍ້າຍ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ເກົ່າ) ຮັບໜ້າທີ່ເປັນຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຕົກລົງແຕ່ງຕັ້ງ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ໃໝ່).

ໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນການນຳພາ-ຊີ້ນໍາວຽກງານຂອງສະຫາຍຄະນະບໍລິຫານງານພັກກະຊວງ ຍທຂ ກໍຄືສະຫາຍເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະຕະຫຼອດໄລຍະຜ່ານມາ; ພ້ອມນີ້, ກໍໃຫ້ຮູ້ວ່າການປ່ຽນແທນໜ້າທີ່ຕຳແໜ່ງຂອງການນຳຂັ້ນຍຸດທະສາດ ຫຼື ພະນັກງານການນຳຂັ້ນສູງຄືແນວນີ້ ແມ່ນເປັນເລື່ອງປົກກະຕິ ສຳລັບພັກ-ລັດເຮົາ, ເພື່ອແນໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ ເພື່ອສືບທອດປ່ຽນແທນໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນແຕ່ລະໄລຍະ, ມີການສັບປ່ຽນໝູນວຽນການຄຸ້ມຄອງ ລະຫວ່າງສູນກາງ-ທ້ອງຖິ່ນ. ພ້ອມນັ້ນ, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ສະເໜີໃຫ້ສະຫາຍ ລັດຖະມົນຕີ ຍທຂ ຜູ້ໃໝ່ ກໍຄືພະນັກງານ, ສະມາຊິກ ແລະ ພະນັກງານຫຼັກແຫຼ່ງທົ່ວກະຊວງ ຍທຂ ໃຫ້ເອົາໃຈໃສ່ບາງບັນຫາດັ່ງນິີ້: ໜຶ່ງ: ຕ້ອງເປັນເອກະພາບນຳຂັ້ນເທິງ ບົນພື້ນຖານນັ້ນ ໃຫ້ບັນດາສະຫາຍເອົາໃຈໃສ່ວຽກງານສຶກສາອົບຮົມນຳພາແນວຄິດຂອງພະນັກງານ, ສະມາຊິກພັກ ຢູ່ແຕ່ລະກົມ, ກອງ, ພະແນກການ ແລະ ວິສາຫະກິດທີ່ຂຶ້ນກັບກະຊວງ ເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ຕໍ່ການປ່ຽນແປງດັ່ງກ່າວ ບໍ່ໃຫ້ມີການສວຍໂອກາດ ທັບຖົມ – ໂຈມຕີກັນ ໃນທາງບໍ່ດີ, ອັນໃດເປັນຜົນສຳເລັດ ທີ່ພວກສະຫາຍພ້ອມກັນນຳພາ ຈັດຕັ້ງປະຕິບັດຜ່ານມາ ກໍໃຫ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນ, ອັນໃດຍັງເປັນຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃຫ້ບັນດາສະຫາຍພ້ອມພາກັນປັບປຸງ, ເອົາໃຈໃສ່ຍົກສູງການບໍລິການຮັບໃຊ້ປະຊາຊົນ, ເອົາໃຈໃສ່ແກ້ໄຂກົນໄກທີ່ເປັນການກົດໜ່ວງຖ່ວງດຶງໃນການພັດທະນາ, ເອົາໃຈໃສ່ປັບປຸງການຄຸ້ມຄອງ ບໍລິຫານໄປຕາມທິດຫັນເປັນທັນສະໄໝ, ກວດກາ ແລະ ສືບຕໍ່ປະຕິບັດໜ້າທີ່ມະຫາພາກຂອງກະຊວງ ຍທຂ; ສອງ: ເອົາໃຈໃສ່ເປັນເຈົ້າການ ແລະ ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ເພື່ອປົກປັກຮັກສາຄວາມສະຫງົບພາຍໃນ ແລະ ພາຍນອກ ເປັນຕົ້ນແມ່ນໃນຂົງເຂດວຽກງານວິຊາສະເພາະຂອງຕົນ ແລະ ສືບຕໍ່ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ທຸກກົນອຸບາຍ ເລ່ຫຼ່ຽມ ແລະ ຖ້ອຍທຳນອງ ໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກຄວາມສາມັກຄີພາຍໃນຄະນະພັກ, ຄະນະນຳ ຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ ທີ່ຫວັງມ້າງເພທຳລາຍ; ສາມ:ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມຂອງກະຊວງ ໂດຍສະເພາະຄວາມສາມັກຄີພາຍໃນຄະນະພັກ-ຄະນະນຳ ຕ້ອງສາມັກຄີກັນແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກເປັນແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳ ໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ ສະມາຊິກພັກ ເອົາໃຈໃສ່ວຽກງານຂະບວນການຄຽງຄູ່ກັບວຽກງານວິຊາສະເພາະ; ພ້ອມນັ້ນ, ສິ່ງສຳຄັນແມ່ນຕ້ອງເອົາໃຈໃສ່ ໂດຍມີລະບອບ, ແບບແຜນ ວິທີເຮັດວຽກ, ລະບອບປະຊຸມປຶກສາຫາລື ສ່ອງແສງລາຍງານ ພາຍຄະນະພັກ-ຄະນະນຳເປັນປົກກະຕິ ເພື່ອສືບຕໍ່ນຳພາ ພະນັກງານ ສະມາຊິກພັກ ພ້ອມກັນຈັດຕັ້ງປະຕິບັດວຽກງານ ໂຍທາທິການ ແລະ ຂົນສົ່ງ ໃຫ້ນັບມື້ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ; ສີ່: ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໂຍທາ ແລະ ຂົນສົ່ງ (ທາງບົກ, ທາງອາກາດ, ທາງນ້ຳ, ທາງລົດໄຟ, ນໍ້າປະປາ ແລະ ເຄຫາຜັງ-ເມືອງ ໃຫ້ສອດຄອງວຽກງານສາມສ້າງ) ໃນການກໍ່ສ້າງ, ບູລະນະ ແລະ ປົກປັກຮັກສາ ສິ່ງສຳຄັນແມ່ນໃຫ້ເອົາໃຈໃສ່ ຕິດຕາມກວດກາວຽກງານວິຊາສະເພາະຂອງພວກສະຫາຍ ໂດຍສະເພາະຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພວກສະຫາຍວາງອອກ ຊຶ່ງມີຄຳຂວັນທີ່ວ່າ: “ພັດທະນາຂະແໜງການໂຍທາທິການ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”. ນອກນັ້ນ, ຍັງຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ 2 ສອງວາລະແຫ່ງຊາດ ວາງອອກໃຫ້ປະກົດຜົນເປັນຈິງ.

ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: ດ້ວຍຄວາມຮູ້ຄວາມສາມາດ, ປະສົບປະການ ແລະ ບົດຮຽນຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ຈະສາມາດນໍາພາ-ຊີ້ນໍາວຽກງານມີການເຕີບໃຫຍ່ຂະຫຍາຍຕົວດີຂຶ້ນໄປເລື້ອຍໆ, ທັງນີ້ບັນດາສະຫາຍການນໍາ, ສະມາຊິກພັກ ແລະ ພະນັກງານໃຫ້ມີຄວາມເປັນເອກະພາບ, ມີຄວາມສາມັກຄີເປັນປຶກແຜ່ນພ້ອມກັນປະຕິບັດຕາມແນວທາງຂອງພັກ-ລັດວາງອອກໃນແຕ່ລະໄລຍະໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.

(ຂ່າວ: ຍທຂ – ພາບ: ຕຸໄລເພັດ)

ຫວຽດນາມ ສຸມໃສ່ວຽກງານປ້ອງກັນຕ້ານການສໍ້ຫຼາດບັງຫຼວງ ແລະ ການຟຸ່ມເຟືອຍ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນໄລຍະຈະມາເຖິງ, ຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນຕ້ານການສໍ້ຫຼາດບັງຫຼວງ, ການຟຸ່ມເຟືອບ ແລະ ໄພຫຍໍ້ທໍ້ ຫວຽດນາມ ຮຽກຮ້ອງສືບຕໍ່ຜັນຂະຫຍາຍວຽກງານຕ້ານການສໍ້ຫຼາດບັງຫຼວງ, ການຟຸ່ມເຟືອຍ, ໄພຫຍໍ້ທໍ້ຢ່າງແຮງ, ຂ້ຽວຂາດ ແລະ ມີປະສິດທິຜົນກວ່າເກົ່າ.

ຂ່າວລະບຸວ່າ: ໃນວັນທີ 7 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫົວໜ້າຄະນະຊີ້ນຳ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນຕ້ານການສໍ້ຫຼາດບັງຫຼວງ, ການຟຸ່ມເຟືອຍ ແລະ ໄພຫຍໍ້ທໍ້ ຄັ້ງທີ 28 ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ບົດລາຍງານສະພາບການ, ໝາກຜົນຂອງການເຄື່ອນໄຫວຂອງຄະນະຊີ້ນຳໃນ 6 ເດືອນຜ່ານມາ ແລະ ຜັນຂະຫຍາຍໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ ພ້ອມກັບບາງເນື້ອໃນສຳຄັນອື່ນໆ.

ໃນໄລຍະຈະມາເຖິງ, ຄະນະຊີ້ນຳຮຽກຮ້ອງສືບຕໍ່ຜັນຂະຫຍາຍວຽກງານຕ້ານການສໍ້ຫຼາດບັງຫຼວງ, ການຟຸ່ມເຟືອຍ, ໄພຫຍໍ້ທໍ້ ຢ່າງແຮງ, ຂ້ຽວຂາດ, ມີປະສິດທິຜົນກວ່າເກົ່າ. ສຸມໃສ່ປະຕິບັດສຳເລັດການສຳຫຼວດກວດກາຄືນ, ຫັນເປັນລະບອບລະບຽບການບັນດາແຜນນະໂຍບາຍ, ທັດສະນະໃນການປ້ອງກັນຕ້ານການສໍ້ຫຼາດບັງຫຼວງ, ໄພຫຍໍ້ທໍ້, ການຟຸ່ມເຟືອຍ ທີ່ໄດ້ປະກາດໃຊ້ນັບແຕ່ຕົ້ນອາຍຸການ XIII ຂອງພັກມາຮອດປັດຈຸບັນ.

ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວ ເຂົ້າຮ່ວມ 2 ກອງປະຊຸມສໍາຄັນ ຢູ່ມາເລເຊຍ

0

ໃນວັນທີ 7 ກໍລະກົດ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ​ພົງສະຫວັນ ສີສຸລາດ ຮອງ​ລັດ​ຖະ​ມົ​ນ​ຕີ​ກະຊວງການຕ່າງ​ປະ​ເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້, ເຂົ້າ ຮ່ວມກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ປຶກສາຫາລືການກະກຽມໃຫ້ເເກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມລັດຖະມົນຕີອາຊຽນກັບຄູ່ເຈລະຈາ, ກອງປະຊຸມລັດຖະມົນຕີອາຊຽນບວກສາມ ຄັ້ງທີ 26, ກອງປະຊຸມລັດຖະມົນຕີຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 15 ແລະ ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຄັ້ງທີ 32 ທີ່ຈະຈັດຂຶ້ນໃນວັນທີ 8-11 ກໍລະກົດ 2025. ພ້ອມນີ້, ກອງປະຊຸມ ໄດ້ປຶກສາການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໂດຍສະເພາະຄວາມ​ຄືບ​ໜ້າ​ໃນການກະກຽມໃຫ້ແກ່ການເຂົ້າເປັນ​ສະ​ມາ​ຊິກສົມບູນຂອງອາຊຽນ​ ສໍາລັບ ຕີ​ມໍ​ແລັດ​ສະ​ເຕ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ຕາມການຕົກລົງເຫັນດີຂອງຜູ້ນໍາອາຊຽນ. ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການສະເໜີເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ ແລະ ການກະກຽມໃຫ້ແກ່ການລົງນາມເຂົ້າເປັນພາຄີຂອງສົນທິ ສັນຍາດັ່ງກ່າວ ສໍາລັບບັນດາປະເທດນອກພາກພື້ນ ທີ່ອາຊຽນ ໄດ້ຕົກລົງເຫັນດີຮັບເອົາແລ້ວ, ຮັບຊາບຄວາມຄືບໜ້າຂໍ້ລິເລີ່ມກ່ຽວກັບການສົ່ງເສີມເຊິ່ງກັນ ແລະ ກັນ ລະຫວ່າງ ວິໄສທັດປະຊາຄົມອາຊຽນ 2045 ແລະ ວາລະຂອງສະຫະປະຊາຊາດ ເພື່ອການພັດທະນາແບບຍືນຍົງ (ຂໍ້ລິເລີ່ມສົ່ງເສີມເຊິ່ງກັນ ແລະ ກັນ ສະບັບທີ 2.0). ພ້ອມນີ້, ກອງປະຊຸມຍັງໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືລະຫວ່າງ ອາຊຽນ ກັບປະເທດຄູ່ເຈລະຈາ, ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມຂະແໜງການຂອງອາຊຽນ ໂດຍໄດ້ຢໍ້າຄືນຄວາມສໍາຄັນໃນການສົ່ງເສີມຄວາມເປັນແກນກາງຂອງອາຊຽນໃນການຮັດແໜ້ນການຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກການຮ່ວມມືທີ່ອາຊຽນເປັນຜູ້ນໍາພາ.

ໃນຕອນເຊົ້າວັນດຽວກັນ, ທ່ານ ຮອງລັດຖະມົນຕີ ພົງສະຫວັນ ສີສຸລາດ ໄດ້ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້, ຊຶ່ງກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານຂອງສົນທິສັນຍາເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ສໍາລັບສົກປີ 2023-2027 ແລະ ປຶກສາຫາລືຄວາມເປັນໄປໄດ້ໃນການລົງນາມອະນຸສັນຍາຂອງສົນທິສັນຍາດັ່ງກ່າວ ໂດຍປະເທດທີ່ມີອາວຸດນິວເຄລຍ, ພ້ອມທັງ ຮັບຊາບຄວາມຄືບໜ້າການຮ່າງຍັດຕິກ່ຽວກັບສົນທິສັນຍາເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ທີ່ອອກທຸກສອງປີ, ຊຶ່ງປີນີ້ຈະອອກໃນໂອກາດກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຄັ້ງທີ 80 ທີ່ຈະຈັດຂຶ້້ນໃນດືອນກັນຍາ 2025. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ເພື່ອກະ ກຽມໃຫ້ແກ່ກອງປະຊຸມຄະນະກໍາມາທິການວ່າດ້ວຍເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້, ຊຶ່ງເປັນກອງປະຊຸມລະດັບລັດຖະມົນຕີ ທີ່ຈະຈັດຂຶ້ນໃນວັນທີ 8 ກໍລະກົດ 2025.