Monday, September 22, 2025
Home Blog Page 50

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ອານເຊຣີ ປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

0

ໃນວັນທີ 8 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເມັດ ເອັດເທັບ (Ahmed Attaf) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊລີ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.

ໃນການພົບປະ, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດພົບປະກັນໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ອານເຊຣີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ. ພ້ອມນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ, ໂດຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ນັບຕັ້ງແຕ່ສອງປະທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 15 ພຶດສະພາ 1973 (ຄົບຮອບ 52 ປີ), ສອງຝ່າຍໄດ້ມີການສົ່ງສານຊົມເຊີຍ ເຖິງກັນ ແລະ ກັນ ໃນໂອກາດສໍາຄັນຕ່າງໆ. ພ້ອມກັນນີ້, ສອງຝ່າຍ ຍັງປຶກສາຫາລືການຮ່ວມມືໃນຕໍ່ໜ້າຂອງສອງປະເທດ ໂດຍສະເພາະແມ່ນການຊຸກຍູ້ການພົວພັນຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ ເປັນຕົ້ນ ການຄ້າ, ການລົງທຶນ, ກະສິກໍາ, ພະລັງງານ, ການທ່ອງທ່ຽວ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58

0

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ເຊິ່ງພິທີເປີດຢ່າງເປັນທາງການຈັດຂຶ້ນໃນວັນທີ 9 ກໍລະກົດ 2025, ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ. ໂອກາດນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ເເລະ ບັນດາບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີແຫ່ງ ມາເລເຊຍ ກ່ອນເຂົ້າຮ່ວມພິທິເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58.

ພາຍຫລັງພີທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຢ່າງເປັນທາງການ, ທ່ານ ທອງສະຫວັນ ພົມວິຫານໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 (ເເບບຄົບຄະນະ) ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 (ເເບບວົງເເຄບ) ພາຍໃຕ້ການເປັນປະທານຂອງລັດຖະມົນຕີຕ່າງປະເທດມາເລເຊຍ. ກອງປະຊຸມຄົບຄະນະ ໄດ້ສຸມໃສ່ປຶກສາຫາລືການເສີມສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງຮັບຊາບຄວາມຄືບໜ້າການກະກຽມເຂົ້າເປັນ​ສະ​ມາ​ຊິກສົມບູນຂອງອາຊຽນ​ ສໍາລັບ ຕີ​ມໍ​ແລັດ​ສະ​ເຕ ແລະ ປຶກສາຫາລືກ່ຽວກັບການສະເໜີເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ. ກອງປະຊຸມ ໄດ້ຮັບຊາບບົດລາຍງານປະຈໍາປີ 2025 ຂອງຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ໄດ້ຮັບຮອງເອົາບັນດາກິດຈະກໍາປະຈໍາປີ 2026 ແລະ ແຜນວຽກ 5 ປີສະບັບໃໝ່ (2026-2030) ຂອງຄະນະກໍາມາທິການດັ່ງກ່າວ. ພ້ອມນີ້, ໄດ້ຮັບຊາບຄວາມຄືບໜ້າຂອງການພົວພັນລະຫວ່າງອາຊຽນ ກັບຄູ່ຮ່ວມມືພາຍນອກຂອງອາຊຽນ ໂດຍຜ່ານການຈັດຕັ້ງປະຕິບັດບັນດາແຜນວຽກງານການຮ່ວມມື ແລະ ສືບຕໍ່ຮັດແໜ້ນການຮ່ວມມືກັບພາຍນອກ ເພື່ອປະກອບສ່ວນໃຫ້ແກ່ການບັນລຸຜົນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍຄື ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ທີ່ຜູ້ນໍາອາຊຽນ ໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ຜ່ານມາ. ສປປ ລາວ ໃນນາມປະເທດປະສານງານການພົວພັນຮ່ວມມືອາຊຽນ-ການາດາ ໄດ້ລາຍງານໃຫ້ກອງປະຊຸມຮັບຊາບຄວາມຄືບໜ້າການພົວພັນຮ່ວມມືອາຊຽນ-ການາດາ ໂດຍສະເພາະ ການກະກຽມແຜນປະຕິບັດງານສະບັບໃໝ່ (2026-2030).​ ນອກຈາກນີ້, ກອງປະຊຸມ ໄດ້ຮັບຮອງເອົາຖະເເຫລງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 (ເເບບວົງເເຄບ) ໄດ້ປຶກສາຫາລືຜົນການຈັດຕັ້ງປະຕິບັດເອກະສານທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາ ກ່ຽວກັບບັນຫາ ມຽນມາ ຊຶ່ງໂດຍລວມເຫັນວ່າມີຄວາມຄືບໜ້າ. ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ໄພພິບັດທາງທໍາມະຊາດ, ວິກິດການເສດຖະກິດ-ການເງິນ ແລະ ບັນຫາຂໍ້ຂັດເເຍ່ງຢູ່ພາກພື້ນຕ່າງໆ.

ໃນ​ຕອນ​ບ່າຍ​ວັນ​ດຽວກັນ, ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ໄດ້ເຂົ້າ​​ຮ່ວມພິທີ​ລົງ​ນາມເອກະສານ​ເພື່ອ​ຮັບ​ເອົາ ​ປະເທດ ອານເຊຣີ ແລະ ອູຣູກວາຍ ເຂົ້າ​ເປັນ​ພາຄີ​ສົນ​ທິ​ສັນຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (TAC), ມາຮອດປັດຈຸບັນ ມີປະເທດນອກພາກພື້ນ 47 ເທດໄດ້ເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ ເເລ້ວ.

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

0

ວິທະຍຸກະຈາຍສຽງຫວຽດນາມ, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 58 ໃນວັນທີ 9 ກໍລະກົດຢູ່ ມາເລເຊຍ, ທ່ານ ອັນວາ ອິບຣາຮິມ (Anwar Ibrahim), ນາຍົກລັດຖະມົນຕີມາເລເຊຍ ໄດ້ກ່າວເນັ້ນໜັ້ກວ່າ: ບັນດາ ລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດໃນພາກພື້ນຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ຍ້ອນວ່າມີແຕ່ພ້ອມກັນກະທຳ, ອາຊຽນ ຈຶ່ງອາດສາມາດນຳຈິດໃຈສາມັກຄີກາຍເປັນໝາກຜົນຢ່າງລະອຽດ ແລະ ແທດຈິງໃຫ້ແກ່ພາກພື້ນ. ບັນດາເຄື່ອງມືທີ່ເປັນມູນເຊື້ອໄດ້ຊ່ວຍສ້າງການເຕີບໂຕ ປັດຈຸບັນໄດ້ນຳໃຊ້ເພື່ອສ້າງກຳລັງດັນ, ປິດລ້ອມ ແລະ ຈຳກັດ. ພາສີອາກອນ, ການຈຳກັດ ການສົ່ງອອກນຳເຂົ້າ ແລະ ຮົ້ວກີດຂວາງ ໃນການລົງທຶນ ປັດຈຸບັນ ກາຍເປັນເຄື່ອງມື ທີ່ແຫລມຄົມ ຂອງການແກ້ງແຍ້ງ ທາງພູມີສາດການເມືອງ. ນີ້ບໍ່ແມ່ນພາຍຸພັດຜ່ານ ນີ້ແມ່ນສະພາບ ອາກາດໃໝ່ ຂອງຍຸກສະໄໝ. ອາຊຽນ ຕ້ອງຜະເຊີນໜ້າກັບ ຕົວຈິງນີ້ ຢ່າງຈະແຈ້ງ ແລະ ມີຄວາມໄວ້ເນື້ອເຊື່ອໃຈ ພ້ອມກັນ ກະທຳດ້ວຍວິໄສທັດ ທີ່ຍາວໄກ. ທ່ານ ນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງ ບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງ ຄືການເຊື່ອມຕໍ່, ການຄ້ຳປະກັນ ຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດ ສາທາລະນະສຸກ ແລະ ດິນຟ້າອາກາດ, ພ້ອມທັງຢັ້ງຢືນວ່າ ທຸກຄວາມມານະ ພະຍາຍາມຂອງ ອາຊຽນ ຕ້ອງມີຜົນປະໂຫຍດ ລະອຽດໃຫ້ແກ່ ປະຊາຊົນ ໃນພາກພື້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ໄພນ້ຳຖ້ວມຢູ່ ສ.ອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດ ເພີ່ມຂຶ້ນຫລາຍກວ່າ 100 ຄົນ

0

ຕາມນັກ​ຂ່າວ CMG ລາຍ​ງານ​ວ່າ: ນັບ​ມາ​ຮອດ​ ວັນ​ທີ 8 ກໍ​ລະ​ກົດ​ນີ້, ໄ​ພ​ນ້ຳ​ຖ້ວມ ​ທີ່​ເກີດ​ຂຶ້ນ​ຢູ່ ​ລັດ​ເທັກ​ຊັ​ສ ​ຂອງ​ສ.ອາ​ເມ​ລິ​ກາ ​ເຮັດ​ໃຫ້​​ມີ ​ຜູ້​ເສຍ​ຊີ​ວິດ ຢ່າງ​ໜ້ອຍ 111 ຄົນ, ນອກ​ນີ້ ​ຍັງ​ມີ​ຜູ້ສູນ​ຫາຍ 172 ຄົນ​. ອີງ​ຕາມ​ຕົວ​ເລກ ​ສະ​ຕິ​ຖິ​ ຂອງ​ກົມ​ອຸ​ຕຸ​ນິ​ຍົມ​ແຫ່ງ​ຊາດ ສະຫະລັດ ​ອາ​ເມ​ລິ​ກາ ລາຍງານວ່າ: ໃນ​ໄລ​ຍະ 10 ປີ​ຜ່ານ​ມາ, ສ.ອາ​ເມ​ລິ​ກາ ​ມີ​ຜູ້​ເສຍ​ຊີ​ວິດ​ 113 ຄົນ ຍ້ອນ​ໄພ​ນ້ຳ​ຖ້ວມ​ ໃນ​ແຕ່​ລະ​ປີ, ໄດ້​ກວມ​ເອົາ 1 ສ່ວນ 6 ຂອງ​ຈຳ​ນວນ ​ຜູ້​ເສຍ​ຊີ​ວິດທີ່​ກ່ຽວ​ຂ້ອງ​ກັບ ​ສະ​ພາບ ​ອາ​ກາດ ຮ້າຍ​ແຮງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ພະຍາກອນອາກາດ ວັນທີ 10 ກໍລະກົດ 2025

0

ຄວາມກົດດັນຕໍໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມ ພັດແຮງເປັນບາງໂອກາດ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 10/07/2025 ຫາ ເວລາ 07 ໂມງ ຂອງວັນທີ 11/07/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 16 – 28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ພ້ອມມີລົມພັດແຮງ ເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 34 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 25 – 32 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 32 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ອຸນຫະພູມໃນລະຫວ່າງ 21 – 28 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະຕົກປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 32 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງ ເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 15 – 24 ອົງສາ.

ຮອງນາຍົກລັດຖະມົນຕີ ຊີ້ນຳການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ

0

ໃນຕອນເຊົ້າວັນທີ 8 ກໍລະກົດນີ້, ທີ່ສະໂມສອນເມືອງແປກ, ແຂວງຊຽງຂວາງ, ສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຊຽງຂວາງ ໄດ້ໃຫ້ກຽດເປັນປະທານ ແລະ ຊີ້ນຳ ຕໍ່ກອງປະຊຸມກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ ສະໄໝທີ IX; ມີສະຫາຍ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງຊຽງຂວາງ; ສະຫາຍ ນາງ ບຸດສະດີ ທະນະເມືອງ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ພ້ອມດ້ວຍບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, ອະດີດການນຳແຂວງ ແລະ ຜູ້ຕາງໜ້າພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍເລຂາພັກແຂວງ-ເຈົ້າແຂວງຊຽງຂວາງ ໄດ້ລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງທີ່ພົ້ນເດັ່ນ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກງານຈຸດສຸມ 6 ເດືອນທ້າຍປີ 2025; ການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ; ການປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານທີ່ກ່ຽວຂ້ອງ ເຫັນວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວ ຕາມທິດທີ່ກຳນົດໄວ້, ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍມີຄວາມຄືບໜ້າດີເປັນກ້າວໆ. ສໍາລັບການກະກຽມແລະດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງຄັ້ງທີ IX ໂດຍລວມ ແມ່ນມີຄວາມພ້ອມໂດຍພື້ນຖານ ເປັນຕົ້ນການສ້າງຂະບວນການຕ່າງໆ, ຮ່າງແຜນພັດທະນາເສດຖະກິດ-ສັງ ຄົມຂອງແຂວງ, ຮ່າງບົດລາຍງານການເມືອງ, ຮ່າງບົດສຳຫຼວດນຳພາ, ລວມທັງດ້ານບຸກຄະລາກອນ, ການປັບປຸງສະຖານທີ່, ຕົບແຕ່ງຫ້ອງປະຊຸມ, ປະດັບປະດາຕົວເມືອງ ແລະ ອື່ນໆ. ສ່ວນການປັບປຸງການຈັດຕັ້ງ ແມ່ນໄດ້ເຜີຍແຜ່ເຊື່ອມຊຶມບັນດານິຕິກໍາຕ່າງໆ ທີ່ກ່ຽວຂ້ອງ, ພ້ອມກັນນັ້ນຄະນະຮັບຜິດຊອບ ກໍໄດ້ຄົ້ນຄວ້າປຶກສາຫາລືການໂຮມກົງຈັກການຈັດຕັ້ງ, ການສັບຊ້ອນ, ຈັດວາງບຸກຄະລາກອນເຂົ້າໃສ່ຕຳແໜ່ງງານຕ່າງໆໃຫ້ມີຄວາມເໝາະສົມກັບວິຊາສະເພາະ, ກະກຽມສິ່ງອຳນວຍຄວາມສະດວກທາງດ້ານຕ່າງໆ ໂດຍສະເພາະແຜນວຽກ, ແຜນຄົນ, ແຜນງົບປະມານ, ພາຫະນະ, ວັດຖຸອຸປະກອນຮັບໃຊ້ທີ່ຈຳເປັນ ແລະ ອື່ນໆ.

ໃນໂອກາດດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ຕື່ມໃນບາງດ້ານ ເປັນຕົ້ນເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໂດຍສະເພາະ ການຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ເຂດຊົນນະບົດຫ່າງໄກສອກຫຼີກ, ຕົວເມືອງ ແລະ ເຂດຈຸດສຸມຍຸດທະສາດສຳຄັນຕ່າງໆ; ສືບຕໍ່ກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX ໃຫ້ກາຍເປັນຂະບວນການເຄື່ອນໄຫວທາງການເມືອງທີ່ເລິກເຊິ່ງ,ກວ້າງຂວາງ ແລະ ຟົດພື້ນໃນທົ່ວແຂວງ, ກາຍເປັນບັ້ນປັບປຸງປົວແປງພາຍໃນພັກ, ແນໃສ່ປັບປຸງກໍ່ສ້າງພັກເຮົາໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຮັບປະກັນຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມສະຫງົບ ພາຍໃນພັກ; ສືບຕໍ່ນຳພາຊີ້ນຳ ການສ້າງຂະບວນການຮອບດ້ານໃຫ້ແຂງແຮງ, ຟົດຟື້ນຕໍ່ເນື່ອງ; ສຳລັບດ້ານເນື້ອໃນຕ້ອງຍຶດໝັ້ນບັນດາຫຼັກການແຫ່ງພາລະກິດປ່ຽນແປງໃໝ່ຂອງພັກ ຊຶ່ງໃຫ້ສະແດງອອກຢ່າງຈະແຈ້ງກ່ຽວກັບວັດຖຸປະສົງ, ອຸດົມການຂອງພັກຕາມຈຸດໝາຍເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສີວິໄລ ແລະ ຍຸຕິທຳບົນພື້ນຖານການຄົ້ນຫາຄວາມເປັນຈິງໃນແຕ່ລະດ້ານຢ່າງກົງໄປກົງມາ, ເລິກເຊິ່ງ, ພາວະວິໄສຕໍ່ຜົນສຳເລັດ ແລະ ຜົນງານທີ່ຍາດມາໄດ້; ການກະກຽມຮ່າງລາຍງານການເມືອງ ຕ້ອງຮັບປະກັນຄວາມເປັນເຈົ້າຕົນເອງ, ຄວາມຮັບຜິດຊອບການເມືອງຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ເຮັດໃຫ້ລາຍງານການເມືອງ ກາຍເປັນເອກະສານທີ່ມີເນື້ອໃນອຸດົມສົມບູນ, ມີຊີວິດຊີວາ, ທັງມີລັກສະນະສຶກສາອົບຮົມ, ປຸກລະດົມສູງ, ມີເນື້ອໃນຈະແຈ້ງ, ຊັດເຈນ, ກະທັດຮັດ, ເປັນລະບົບເຂົ້າໃຈງ່າຍ, ສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດປະກົດຜົນເປັນຈິງ; ໂຄງປະກອບບຸກຄະລາກອນ ທີ່ຈະສະໝັກຮັບເລືອກຕັ້ງ ຕ້ອງຮັບປະກັນລັກສະນະສືບທອດປ່ຽນແທນທີ່ໜັກແໜ້ນ ແລະ ຕໍ່ເນື່ອງ, ຮັບປະກັນຄວາມຖືກຕ້ອງຕາມມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້; ໂຄງປະກອບຂອງອົງຄະນະພັກແຂວງ,ເດັດຂາດບໍ່ໃຫ້ຄົນບໍ່ດີເລັດລອດເຂົ້າໄປໃນການຈັດຕັ້ງຂອງພັກ; ບັ້ນດໍາເນີນຊີວິດການເມືອງເປັນຕົ້ນ ການ ສຳຫຼວດ ແລະ ປະກອບຄຳເຫັນໃສ່ການນຳພາລວມ ໃຫ້ລົງເລິກຕີລາຄາຕໍ່ການນຳພາຄົ້ນຄວ້າ, ເຊື່ອມຊຶມ, ຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິກອງປະຊມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ; ການສໍາຫຼວດຕົນເອງຂອງບັນດາສະຫາຍໃນຄະນະພັກ ຕ້ອງບົນພື້ນຖານໜ້າທີ່,ຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ, ຕ້ອງຈິງໃຈຕື່ນຕົວສຳຫຼວດຄືນດ້ານດີ, ຂໍ້ຂາດຕົກບົກຜ່ອງຂອງຕົນເອງໃນການປະຕິບັດໜ້າທີ່, ສ່ວນໝູ່ຄະນະທີ່ຍັງເຫັນບັນຫາໃດ ກໍໃຫ້ຈິງໃຈປະກອບຄຳເຫັນ ດ້ວຍທາງທີ່ສ້າງສັນ, ຫຼີກລ່ຽງແນວຄິດອະຄະຕິ-ທັບຖົມໂຈມຕີ ທັງນີ້ກໍເພື່ອພ້ອມກັນປັບປຸງໃຫ້ແຕ່ລະບັນຫາດີຂຶ້ນ; ການປັບປຸງກົງຈັກຄະນະພັກ-ຄະນະນຳແຂວງ ຕ້ອງສືບຕໍ່ເປັນເຈົ້າການນຳພາແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງຕໍ່ການປັບປຸງກົງຈັກໃນຄັ້ງນີ້, ຮັກສາໄດ້ຄວາມສາມັກຄີເປັນເອກະພາບ, ຕ້ອງຮັບປະກັນຄວາມສະຫງົບ ທາງດ້ານການເມືອງ ແລະ ສັງຄົມ ຢ່າງໜັກແໜ້ນ,ຍົກສູງສະຕິລະວັງຕົວ ຕໍ່ພວກຄົນບໍ່ດີ ທີ່ຈະສວຍໃຊ້ການປັບປຸງກົງຈັກການ ຈັດຕັ້ງເພື່ອໂຄສະນາໃສ່ຮ້າຍປ້າຍສີ; ໃຫ້ເອົາໃຈໃສ່ປຶກສາຫາລື, ແບ່ງງານ, ແບ່ງຄວາມຮັບຜິດຊອບຈະ ແຈ້ງ ແລະ ສືບຕໍ່ຊີ້ນຳການປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ, ການກຳນົດຕຳແໜ່ງງານແລະ ຈັດວາງສັບຊ້ອນພະນັກງານແຕ່ລະຂັ້ນໃຫ້ເໝາະສົມກັບໜ້າວຽກຕົວຈິງ, ເຮັດໃຫ້ກົງຈັກກະທັດຮັດຂຶ້ນ, ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຕໍາແໜ່ງງານເໝາະສົມ; ສ້າງກົງຈັກໃຫ້ເປັນລະບົບຄົບຊຸດສາມາດຂັບເຄື່ອນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ທີ່ວາງອອກໄດ້ເປັນຢ່າງດີ; ບັນດາໜ້າວຽກ, ກຸ່ມວຽກທີ່ຄ້າຍຄືກັນ ຕ້ອງໄດ້ຮັບການສັບຊ້ອນເຂົ້າກັນ ໃຫ້ເປັນລະບົບຫຼຸດຜ່ອນຂອດຂັ້ນ, ຫຼຸດຜ່ອນຊ່ອງຫວ່າງ, ບັນຫາຫຍໍ້ທໍ້, ໂຍນຄວາມຮັບຜິດຊອບ, ການເອື່ອຍອີງໃສ່ກັນ,ທັງມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ຢ່າງເປັນລະບົບ.

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຊຽງຂວາງໃນຄັ້ງນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມໂຄງການ ຂຸດຄົ້ນແຮ່ຫາຍາກຂອງບໍລິສັດກວາງຈຽນຊິນ ແສງສະຫວ່າງ ທີ່ເມືອງຄູນ, ແຂວງຊຽງຂວາງຕື່ມອີກ. (ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ)

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຟິລິບປິນ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

0

ໃນວັນທີ 8 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ (Ma Theresa P Lazaro), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັບ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ ພ້ອມທັງສະແດງຄວາມຊົມເຊີຍ ໃນໂອກາດໄດ້ຮັບການແຕ່ງຕັ້ງ ໃຫ້ເປັນລັດຖະມົນຕີ ກະຊວງ ການຕ່າງປະເທດ ແຫ່ງ ສ ຟິລິບປິນ ຄົນໃໝ່. ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ໄປຍັງ ລັດຖະບານ ແລະ ປະຊາຊົນ ຟິລິບປິນ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຕະຫລອດມາ ເປັນຕົ້ນແມ່ນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຜ່ານທຶນຝຶກອົບຮົມໄລຍະສັ້ນ ແລະ ທຶນສຶກສາໄລຍະຍາວ. ພິເສດ, ແມ່ນການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຜ່ານມາ, ຊຶ່ງໃນ ໂອກາດນີ້, ຝ່າຍລາວກໍໄດ້ຢືນຢັນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຟິລິບປິນ ໃນການເປັນປະທານ ອາຊຽນ ໃນປີ 2026 ເຊັ່ນກັນ ເພື່ອສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ກໍຄື ນໍາເອົາຜົນປະໂຫຍດມາສູ່ຄອບຄົວອາຊຽນ.

ໃນໂອກາດດຽວກັນນີ້, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ທີ່ໄດ້ຮັບການພັດທະນາເປັນກ້າວໆ ແລະ ແຕກ ດອກອອກຜົນຢ່າງຕໍ່ເນື່ອງ, ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງ ປະເທດຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍຄື ໃນຂອບການຮ່ວມມືອາຊຽນ ແລະ ຂອບການຮ່ວມມືອື່ນໆ. ພິເສດໃນປີ 2025 ນີ້, ສອງຝ່າຍ ໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຟິລິບປິນ ດ້ວຍຫລາຍກິດຈະກຳທີ່ມີຄວາມໝາຍສໍາຄັນ ເປັນຕົ້ນ ການແລກປ່ຽນສານຊົມເຊີຍ, ການສະແດງ ສິລະປະດົນຕີ ແລະ ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງລະຫ່ວາງສອງປະເທດ; ສອງຝ່າຍ ເຫັນດີສືບ ຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງສອງປະເທດ ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ນຳກັນໃນຊຸມ ປີຕໍ່ໜ້າ ແລະ ເຫັນດີສືບຕໍ່ປຶກສາຫາລືແຜນການຮ່ວມມືລະອຽດ ໃນໂອກາດເດີນທາງຢ້ຽມຢາມຟີລິບປິນ ຢ່າງເປັນ ທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນເດືອນສິງຫາ 2025 ຢູ່ນະຄອນຫລວງມະນີລາ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນ ຄວາມຄິດເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ມອບ-ຮັບວຽກຖະແຫລງຂ່າວມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ

0

ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025, ຕາງໜ້າເຊັນບົດບັນທຶກ ລະຫວ່າງ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄຳເຜີຍພິລາພາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ໄດ້ກ່າວວ່າ: ການໂອນກົງຈັກການຈັດຕັ້ງຄັ້ງນີ້, ປະກອບມີ ກົມສື່ມວນຊົນ, ສຳນັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ ແລະ ໜັງສືພິມພາສາຕ່າງປະເທດ, ພ້ອມທັງຍົກ ຍ້າຍບຸກຄະລາກອນ (ທັງປະຈຳການ ແລະ ບຳນານ), ງົບປະມານ (ລາຍຮັບ-ລາຍຈ່າຍ); ຊັບສິນ (ພາຫະນະ, ອຸປະກອນຮັບໃຊ້, ອາຄານສະຖານທີ່, ກົງເຕີນໍ້າ, ໄຟຟ້າ ແລະ ອື່ນໆ) ອອກຈາກກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.

ສຳລັບ ດ້ານກົງຈັກການຈັດຕັ້ງປະກອບມີ 1 ກົມ ແລະ 4 ຫົວໜ່ວຍວິຊາການລະດັບ 1 ທຽບເທົ່າກົມ, ປະກອບມີ 42 ພະແນກ. ໃນນັ້ນ, ກົມສື່ມວນຊົນມີ 6 ພະແນກ, ສຳນັກຂ່າວສານປະເທດລາວ 8 ພະແນກ, ວິທະຍຸກະຈາຍສຽງແຫ່ງຊາດລາວ ມີ 9 ພະແນກ, ໂທລະພາບແຫ່ງຊາດລາວ 13 ພະແນກ ແລະ ໜັງສືພິມພາສາຕ່າງປະເທດ 6 ພະແນກ ເຊິ່ງຈຳນວນພະແນກດັ່ງກ່າວ ຈະໄດ້ປັບປຸງຕາມການຄົ້ນຄວ້າຂອງຄະນະປັບປຸງກົງຈັກການຈັດຕັ້ງ ເພື່ອໃຫ້ສອດຄ່ອງກັບທິດຊີ້ນຳຂອງຂັ້ນເທິງ).

ຝຣັ່ງ ຈັດກອງປະຊຸມມໍລະດົກໂລກຄັ້ງທີ 47

0

ວິທະຍຸສາກົນ ແຫ່ງ ສປ ຈີນ ວັນ​ທີ 7 ກໍ​ລະ​ກົດ​ນີ້, ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ ​ຄັ້ງ​ທີ 47 ໄດ້ໄຂຂຶ້ນ ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ ອຸຍ​ແນັ​ສ​ໂກ ຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດ ​ທີ່​ນະ​ຄອນ​ຫລວງ​ປາ​ຣີ ​ປະ​ເທດ​ຝ​ຣັ່ງ. ກອງ​ປະ​ຊຸມ​​ຄັ້ງ​ນີ້​ຈະ​ພິ​ຈາ​ລະ​ນາ​ໂຄງ​ການ ​​ຂໍ​ເຂົ້າ​ເປັນ ມໍ​ລະ​ດົກ​ໂລກ 30 ໂຄງ​ການ ແລະ ຍັດ​ຕິສອງ​ສະ​ບັບ ​ກ່ຽວ​ກັບການ​ປັບ​ປຸງ​​ພື້ນ​ທີ່​ມໍ​ລະ​ດົກ​ໂລກ 2 ​ແຫ່ງ​ ທີ່​ຖືກ​ຈັດ​ເຂົ້າໃນ​​ບັນ​ຊີລາຍ​ຊື່​ມໍ​ລະ​ດົກ​ໂລກ​ແລ້ວ. ກອງ​ປະ​ຊຸມ​ຄັ້ງ​ນີ້ ​ຈະ​ດຳ​ເນີນເປັນ​ເວ​ລາ 11 ວັນ, ນອກ​ຈາກ​ພິ​ຈາ​ລະ​ນາ​ໂຄງ​ການຂໍ​ເຂົ້າ​ເປັນ​ມໍ​ລະ​ດົກ​ໂລກ​​ແລ້ວ, ຍັງ​ຈະ​ປຶກ​ສາ​ຫາ​ລື​​ ກ່ຽວ​ກັບ​ໄພ​ຂົ່ມ​ຂູ່ຕໍ່​ມໍ​ລະ​ດົກ​ໂລກ ​ຈາກ​ກາ​ນ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ, ການ​ປະ​ທະ​ກັ​ນ​​ດ້ວຍ​ກຳ​ລັງ​ອາ​ວຸດ, ໄພ​ທຳ​ມະ​ຊາດ ແລະ ​ປັດ​ໄຈ​ອື່ນໆ, ພ້ອມ​ກັນ​ນັ້ນຈະ​ປະ​ເມີນ ​ກ່ຽວ​ກັບ​ສະ​ພາບ​ການ​ປົກ​ປັກ​ຮັກ​ສາແຫລ່ງ​ມໍ​ລະ​ດົກ​ໂລກຈຳ​ນວນ​ໜຶ່ງ​ທີ່​ໄດ້​ຮັບ​ໄພ​ຂົ່​ມ​ຂູ່, ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​​ເພື່ອ​ຫາ​ວິ​ທີເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ຍົກ​ສູງ​ລະ​ດັບຄຸ້ມ​ຄອງ ແລະ ປົກ​​ປັກ​ຮັກ​ສາມໍ​ລະ​ດົກ. ປັດ​ຈຸ​ບັນທົ່ວ​ໂລກມີ​ມໍ​ລະ​ດົກ​ໂລກ ​ລວມ​ທັງ​ໝົດ 1.223 ແຫ່ງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ພະຍາກອນອາກາດ ວັນທີ 09 ກໍລະກົດ 2025

0

ຄວາມກົດດັນຕໍໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບລົມ ມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ພ້ອມມີ ລົມພັດແຮງເປັນບາງໂອກາດ.