Wednesday, December 3, 2025
Home Blog Page 5

ຮອງປະທານປະເທດ ຮ່ວມຊົມຊ້ອມໃຫຍ່ພິທີເປີດມະຫະກຳກິລາແຫ່ງຊາດ ຄັ້ງທີ XII

0

ໃນຕອນແລງຂອງວັນທີ 13 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ ຫລັກ 16, ໄດ້ມີການສະແດງທົດລອງຊ້ອມໃຫຍ່ເປັນ ຄັ້ງທີ 3 ແລະ ເປັນຄັ້ງສຸດທ້າຍ ກ່ອນພິທີທາງການຈະເປີດຂຶ້ນໃນວັນທີ 15 ພະ ຈິກ 2025, ໂດຍມີ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ປະທານຄະນະກໍາມະການຈັດງານມະຫະກຳກິລາແຫ່ງ ຊາດ ຄັ້ງທີ XII, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄະນະຮັບຜິດຊອບ, ຄູຝຶກ, ອະນຸກຳມະການແຕ່ລະພາກສ່ວນ ພ້ອມດ້ວຍກ້ອນກຳລັງຕ່າງໆ ແລະ ສື່ມວນຊົນ ເຂົ້າຮ່ວມ.

ໃນພິທີ, ໄດ້ຮັບຊົມການສະແດງໂດດຈ້ອງ, ການສະແດງຮ້ອງເພງ, ກ້ອນຂະບວນຂອງນັກກິລາ ຂອງແຕ່ລະພາກສ່ວນ, ພິທີແລ່ນທວນໄຟ ແລະ ການສະແດງ, ພິທີຈູດອ່າງໄຟ, ພິທີປະຕິຍານຕົນຂອງກໍາມະການ ແລະ ນັກກິລາ, ລາຍການສະແດງສິລະປະ-ວັດທະນະທໍາ ເປັນຕົ້ນ ບົດຟ້ອນ “ຍິນດີຕ້ອນຮັບສູ່ວຽງຈັນເກມ”; ບົດຟ້ອນ “ເຊີ້ງຊ່ວງເຮືອ”; ບົດເຕັ້ນ “ກິລາພາໃຫ້ຮ່າງກາຍເຂັ້ມແຂງ”; “ຟ້ອນລຳວົງລາວ-ເຕັ້ນບາສະໂລບລາວ” ແລະ ຈົບລາຍການດ້ວຍການສະແດງຍິງບັ້ງໄຟດອກ.

ທັງນີ້, ກໍເພື່ອເປັນການກຽມຄວາມພ້ອມໃຫ້ແກ່ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫລື ນະຄອນຫລວງວຽງຈັນ ເກມ 2025 ທີ່ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ພະຈິກ 2025 ທີ່ຈະມາເຖິງນີ້ ໃຫ້ອອກມາມີຄວາມເປັນເອກະພາບກັນ, ຖືກຕ້ອງ, ສົມບູນ, ມີຄວາມສວຍສົດງົດງາມທີ່ສຸດອອກສູ່ສາຍຕາສັງຄົມ ກໍຄື ຜູ້ເຂົ້າຮ່ວມຊົມພາຍໃນສະໜາມ ແລະ ທາງບ້ານຜ່ານທາງອອກອາກາດສົດຈາກໂທລະພາບແຫ່ງຊາດ.

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືດ້ານແຮງງານ ຢ່າງເລິກເຊິ່ງ ແລະ ເປັນຮູບປະທໍາ

0

ກອງປະຊຸມລັດຖະມົນຕີ ແຮງງານລາວ-ຫວຽດນາມ ຄັ້ງທີ IX ໄຂຂຶ້ນໃນວັນທີ 11 ພະຈິກ ແລະ ອັດລົງໃນວັນທີ 12 ພະຈິກ 2025 ທີ່ແຂວງນິງບິ່ງ ສສ ຫວຽດນາມ ດ້ວຍຜົນສຳເລັດອັນຈົບງາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ໂດ້ແທງບິ່ງ ລັດຖະມົນຕີ ກະຊວງພາຍໃນ ແຫ່ງ ສສ ຫວຽດນາມ (ພນ) ແລະ ສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ (ຮສສ), ມີສະຫາຍ ນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍການນໍາຂອງແຂວງນິງບິ່ງ ແລະ ຄະນະທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ ທັງນີ້ກໍເພື່ອເປັນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ.

ໃນກອງປະຊຸມ, ສະຫາຍ ໂພໄຊ ໄຊຍະສອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງຕີລາຄາສູງ ຕໍ່ຜົນສຳເລັດ ໃນການຮ່ວມມືທີ່ທັງສອງກະຊວງຍາດມາໄດ້ໃນໄລຍະ 02 ປີຜ່ານມາ, ຊຶ່ງກອງປະຊຸມນີ້ ມີຄວາມໝາຍສຳຄັນຍິ່ງ ໂດຍສະເພາະ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ ສອງພັກ-ສອງລັດຖະບານ ລາວ-ຫວຽດນາມ ພວມສຸມໃສ່ການກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ແລະ ກະກຽມສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 5 ປີຜ່ານມາ. ພ້ອມທັງໄດ້ຢືນຢັນໃນການເພີ່ມທະວີ ການຮ່ວມມືຂອງສອງປະເທດ ແມ່ນຕັ້ງຢູ່ບົນພື້ນຖານສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຊຶ່ງໄດ້ນໍາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ນັບມື້ນັບເພີ່ມຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄືການຮ່ວມມື ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ ໃນດ້ານວຽກງານແຮງງານ ໃຫ້ນັບມື້ຫັນໄປສູ່ລວງເລິກ ແລະ ເປັນຮູບປະທໍາຫລາຍຂຶ້ນ.

ໂອກາດນີ້, ສະຫາຍ ໂພໄຊ ໄຊຍະສອນ ຍັງໄດ້ຢືນຢັນເຖິງຄໍາໝັ້ນສັນຍາ ທີ່ຈະສະໜັບສະໜູນສືບຕໍ່ແຜນການຮ່ວມມືດ້ານແຮງງານກັບ ສສ ຫວຽດນາມ ໃນໄລຍະ 05 ປີຕໍ່ໜ້າ (2026-2030) ເພື່ອຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຍຸດທະສາດການຮ່ວມມື 10 ປີ (2021-2030) ຕາມເປົ້າໝາຍຂອງສອງພັກ, ສອງລັດຖະບານ ໃນການສືບຕໍ່ເພີ່ມທະວີ ການຊຸກຍູ້, ສົ່ງເສີມ ແລະ ຈັດຕັ້ງປະຕິບັດວຽກງານແຮງງານ ຂອງສອງຝ່າຍໃຫ້ກວ້າງຂວາງ, ມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ.

ພ້ອມນີ້, ທັງສອງຝ່າຍໄດ້ເປັນເອກະພາບ ແລະ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ແລະ ຜູ້ມີຄຸນງາມຄວາມດີໃນພາລະກິດປະຕິວັດ ແລະ ບົດບັນທຶກກອງປະຊຸມລັດຖະມົນຕີແຮງງານ ຄັ້ງທີ IX ປີ 2025 ເປັນຕົ້ນ ສືບຕໍ່ທົບທວນຄືນສັນຍາ ວ່າດ້ວຍການຮ່ວມມືດ້ານແຮງງານ ລາວ-ຫວຽດນາມ ສະບັບປີ 2013 ເພື່ອໃຫ້ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດໃນປັດຈຸບັນ; ສົ່ງເສີມການຮ່ວມມືແລກປ່ຽນບົດຮຽນດ້ານວິຊາການ ແລະ ຂໍ້ມູນຂ່າວສານ ໃນວຽກງານສຳຄັນຕ່າງໆ ເຊັ່ນ: ການຄຸ້ມຄອງແຮງງານ ແລະ ການຈ້າງງານ; ການພັດທະນາທັກສະ ໃຫ້ແກ່ຜູ້ອອກແຮງງານ; ຄວາມປອດໄພ ແລະ ສຸຂະພາບແຮງງານ, ປະກັນສັງຄົມ, ຄວາມສະເໝີພາບບົດບາດຍິງ-ຊາຍ, ການຫັນເປັນດີຈິຕອນໃນຂົງເຂດແຮງງານ, ຍາດແຍ່ງການຮ່ວມມືຝຶກອົບຮົມໄລຍະສັ້ນ ຈາກແຫລ່ງທຶນຊ່ວຍເຫລືອລ້າ (ODA) ຂອງສອງລັດຖະບານໃນແຕ່ລະປີ; ສືບຕໍ່ສະໜັບສະໜູນຄໍາຄິດເຫັນເຊິ່ງກັນ ແລະ ກັນ ໃນເວທີກອງປະຊຸມຂົງເຂດພາກພື້ນ ແລະ ສາກົນ.

ໃນກອງປະຊຸມ ສອງຝ່າຍຍັງໄດ້ເປັນເອກະພາບກັນ ໃນການຈັດກອງປະຊຸມລັດຖະມົນຕີແຮງງານ ລາວ-ຫວຽດນາມ ຄັ້ງທີ X ຂຶ້ນທີ່ ສປປ ລາວ ໃນປີ 2027 ນໍາອີກ.

ສປຈີນ ຜະລິດຄຳເພີ່ມຂຶ້ນ 1,39% ໃນໄລຍະ 9 ເດືອນ

0

ສຳນັກຂ່າວອິນໂຟເຄວສ, ເມື່ອບໍ່ດົນມານີ້ສະມາຄົມຄຳແຫ່ງປະເທດຈີນ (China Gold Association) ເປີດເຜີຍວ່າ: ຈີນ ຜະລິດຄຳ ລວມມີ 271,78 ໂຕນ ໃນໄລຍະ 9 ເດືອນ ຂອງ ປີ 2025 , ເພີ່ມຂຶ້ນ 1,39% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໃນຂະນະທີ່ການບໍລິໂພກຄຳໃນຕະຫລາດຈີນ ໂດຍລວມຫລຸດລົງ 7,95% ເມື່ອທຽບກັບ ໄລຍະດຽວກັນຂອງປີກາຍ ໂດຍມີ ປະລິມານລວມ ຢູ່ທີ 682,73 ໂຕນ ໃນລະຫວ່າງ ເດືອນມັງກອນ-ເດືອນກັນຍາ. ຕົວເລກດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ: ໃນໄລຍະເວລາ ດັ່ງກ່າວ ການບໍລິໂພກຄຳແທ່ງ ແລະ ຫລຽນທອງຄຳ ເພີ່ມຂຶ້ນ 24,55% ໄປສູ່ລະດັບ 352,12 ໂຕນ, ສ່ວນການໃຊ້ຄຳ ເພື່ອອຸດສາຫະກຳ ແລະ ເປົ້າໝາຍອື່ນໆ ມີປະລິມານ 60,58 ໂຕນ, ເພີ່ມຂຶ້ນ 2,72%, ຄວາມຕ້ອງການ ຜະລິດຕະພັນຄຳ ແຕ່ລະປະເພດ ແຕກຕ່າງກັນໄປ ໃນໄລຍະ 9 ເດືອນຂອງປີນີ້, ໃນຂະນະທີ່ ຄຳຮູບປະພັນ ນໍ້າໜັກເບົາ ແລະ ມູນຄ່າເພີ່ມສູງ ຍັງຄົງໄດ້ຮັບຄວາມສົນໃຈ ຢ່າງຫລວງຫລາຍ.

ສ.ອາເມລິກາ ລົງນາມຮັບຮອງຮ່າງກົດໝາຍໄລຍະສັ້ນ

0

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 13 ພະຈິກວ່າ: ປະທານາທິບໍດີໂດນັນ ທຣຳ ຂອງສ.ອາເມລິກາ ໄດ້ລົງນາມຮັບຮອງກົດໝາຍງົບປະມານໄລຍະສັ້ນເພື່ອຈະຊ່ວຍໃຫ້ລັດຖະບານກາງ ມີງົບປະມານພຽງພໍ ໃນການໃຊ້ຈ່າຍ ຈົນເຖິງ 30 ມັງກອນ 2026 ແລະ ຈະມີການຈັດງົບປະມານຖາວອນ ໃຫ້ໜ່ວຍງານ ສຳຄັນບາງແຫ່ງໄປເຖິງສິ້ນສຸດປີງົບປະມານ 2026 ເພື່ອປ້ອງກັນບໍ່ໃຫ້ໜ່ວຍງານດັ່ງກ່າວນັ້ນຕ້ອງຢຸດຈຶ້ງ ຖ້າຫາກເກີດການປິດລະບົບ (ຊັດດາວ) ຂຶ້ນອີກໃນອະນາຄົດ.

ທັ້ງນີ້ໜ່ວຍງານ ແລະ ໂຄງການທີ່ຈະບໍ່ໄດ້ຮັບຜົນກະທົບຫາກເກີດພາວະປິດລະບົບອີກພາຍຫລັງ ວັນທີ 30 ມັງກອນ ປີ 2026 ຄື ກະຊວງກິດຈະກຳການທະຫານຜ່ານເສິກ, ກະຊວງກະສິກຳສະພາຄອງເກຣສ ແລະ ໂຄງການກໍ່ສ້າງທັງໝົດ ທີ່ກ່ຽວຂ້ອງກັບການດຳເນີນການທາງທະຫານ. ຫລັງຈາກນີ້ພະນັກງານພົນລະເຮືອນທີ່ຖືກສັ່ງພັກວຽກ ປະມານ 670.000 ຄົນ ຈະກັບໄປລາຍງານຕົວເພື່ອກັບເຂົ້າມາເຮັດວຽກ, ສ່ວນເຈົ້າໜ້າທີ່ລັດປະຕິບັດໜ້າທີ່ຕາມປົກກະຕິຕະຫລອດໄລຍະປິດລະບົບຈະທະຍອຍໄດ້ຮັບການຈ່າຍເງິນເດືອນຍ້ອນຫລັງ.

ລັດຖະມົນຕີ ອຄ ຊີ້ແຈງກ່ຽວກັບບັນຫາ ການຫັນເປັນອຸດສາຫະກຳ

0

ໃນວັນທີ 13 ພະຈິກ 2025 ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ສະໄໝທີ IX ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ເປັນຕົ້ນບັນຫາ ພົວພັນກັບການຫັນເປັນອຸດສາຫະກຳ, ພະລັງງານ ແລະ ບໍ່ແຮ່, ຊຶ່ງບັນຫາດັ່ງກ່າວມີການພົວພັນ ແລະ ສະໜັບສະໜູນກັນ ແລະ ກໍເປັນສາມເສົາຄ້ຳຫລັກ ໃນການພັດທະນາອຸດສາຫະກຳທີ່ກຳນົດໃນແຜນ 5 ປີ ຂອງກະຊວງອຸດສາຫະກຳ ແລະ ການຄ້າ.

ຕໍ່ບັນຫາດັ່ງກ່າວ, ທ່ານ ມະໄລທອງ ກົມມະສິດ ໄດ້ຊີ້ແຈງວ່າ: ການຫັນເປັນອຸດສາຫະກຳ ບໍ່ໝາຍເຖິງແຕ່ການສ້າງໂຮງານ, ແຕ່ແມ່ນການຫັນປ່ຽນ ທີ່ມີລັກສະນະເລິກເຊິ່ງ ແລະ ເປັນພື້ນຖານ ຂອງການພັດທະນາເສດຖະກິດເຂັ້ມແຂງ, ຍືນຍົງ ແລະ ວັດທະນາ. ຍ້ອນແນວນັ້ນ, ພັກເຮົາ ຈຶ່ງກຳນົດແນວທາງ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເລີ່ມແຕ່ກອງປະຊຸມໃຫຍ່ ຄັ້ງທີ່ III. ພັກໄດ້ມີທິດນໍາ, ກຳນົດທິດທາງ ແລະ ຍຸດທະສາດ ການຫັນເປັນອຸດສາຫະກຳ ແລະ ລັດຖະບານກໍໄດ້ຫັນທິດນໍາ ດັ່ງກ່າວເປັນແຜນການກໍຈິງ, ແຕ່ການຫັນເປັນອຸດສາຫະກຳໃນໄລຍະຜ່ານມາ ຍັງຜະເຊີນກັບອຸປະສັກ ແລະ ສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນ ໂຄງສ້າງເສດຖະກິດ, ພູມີປະເທດ, ຂະໜາດຕະຫລາດ, ພື້ນຖານໂຄງລ່າງທີ່ຈຳກັດ, ນະໂຍບາຍທີ່ບໍ່ທັນເປັນລະບົບຊັດເຈນ ແລະ ການຈັດຕັ້ງປະຕິບັດ ທີ່ຍັງບໍ່ທັນມີປະສິດທິຜົນດີ.

ດັ່ງນັ້ນ, ຂະແໜງອຸດສາຫະກໍາ ແລະ ການຄ້າ ໄດ້ກຳນົດທິດທາງການຫັນເປັນອຸດສາຫະກໍາ ໃນ 5 ປີຕໍ່ໜ້າ ໂດຍຈະສຸມໃສ່ 3 ຂະແໜງຕົ້ນຕໍ ຄື: ອຸດສາຫະກໍາປຸງແຕ່ງ; ອຸດສາຫະກໍາພະລັງງານ ແລະ ອຸດສາຫະກໍາບໍ່ແຮ່ ພ້ອມນີ້, ເພື່ອສົ່ງເສີມການຫັນເປັນອຸດສາຫະກໍາໃນຂະແໜງບໍ່ແຮ່, ກະຊວງ ຈະຈັດລໍາດັບຄວາມສໍາຄັນຂອງແຮ່ທາດ ທີ່ເປັນທ່າແຮງສູງສໍາລັບການພັດທະນາ ໂດຍອີງໃສ່ຄວາມດຶງດູດທາງການຄ້າ ແລະ ຕະຫລາດ ແລະ ແຮ່ທາດທີ່ເປັນເປົ້າໝາຍການພັດທະນາຂອງລາວ; ຈໍາກັດ ຫລື ຫ້າມການສົ່ງອອກແຮ່ດິບ ທີ່ກໍານົດເປັນແຮ່ທາດບຸລິມະສິດ ເພື່ອການປຸງແຕ່ງເປັນອຸດສາຫະກໍາແບບຕ່ອງໂສ້ ເພື່ອຮັບປະກັນໃຫ້ມີວັດຖຸດິບພຽງພໍ ເພື່ອດຶງດູດການລົງທຶນຂະໜາດໃຫຍ່; ຄັດເລືອກ ຫລື ປະມູນ ເອົານັກລົງທຶນທີ່ມີຄຸນນະພາບ ເພື່ອມາເປັນຄູ່ຮ່ວມຍຸດທະສາດ ພັດທະນາອຸດສາຫະກໍາແບບເປັນລະບົບຕ່ອງໂສ້ ແຕ່ຕົ້ນນໍ້າໄປຫາກາງນໍ້າ ແລະ ປາຍນໍ້າ; ສົ່ງເສີມການພັດທະນາອຸດສະຫະກໍາ ກາງນໍ້າ ແລະ ປາຍນໍ້າ ໂດຍສະເພາະ ແຮ່ທາດທີ່ມີປະລິມານສະສົມຫລາຍ ເປັນຕົ້ນ ບົກຊິດ, ເກືອໂປຕາສ, ເຫລັກ, ຄໍາ, ທອງ ແລະ ແຮ່ທາດຫາຍາກ; ສົ່ງເສີມການຮ່ວມມືກັບລັດວິສາຫະກິດ ຫລື ວິສາຫະກິດພາຍໃນ ແບບເປັນບໍລິສັດຮຸ້ນສ່ວນ ເພື່ອຜູກມັດການພັດທະນາ ແລະ ຖ່າຍທອດຄວາມຮູ້, ວິທີການ ແລະ ເຕັກໂນໂລຊີ ໃຫ້ແກ່ວິສາຫະກິດພາຍໃນ; ສົ່ງເສີມການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະ ໃນຂົງເຂດບໍ່ແຮ່, ຖ່າຍທອດຄວາມຮູ້, ເຕັກໂນໂລຊີ ແລະ ການຄົ້ນຄວ້າວິໄຈ ເພື່ອໃຫ້ເກີດຄັງຄວາມຮູ້ ແລະ ການພັດທະນານະວັດຕະກໍາ ໂດຍການກໍານົດເປັນເງື່ອນໄຂ ຕິດພັນກັບການໄດ້ຮັບສິດລົງທຶນ ແລະ ພັດທະນາແຮ່ທາດ ຢູ່ ສປປ ລາວ. ພ້ອມນີ້, ໃຫ້ສົ່ງເສີມການນໍາໃຊ້ ແລະ ຈັດຊື້ວັດຖຸດິບ ແລະ ວັດຖຸເຄິ່ງສໍາເລັດຮູບ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ພາຍໃນເຮັດການຜະລິດ, ຈັດຊື້ ແລະ ສະໜອງ ໃຫ້ແກ່ການຜະລິດ ຂອງໂຄງການບໍ່ແຮ່ຂະໜາດໃຫຍ່; ປັບປຸງນິຕິກໍາ ແລະ ບັງຄັບໃຊ້ ຫລັກການ ແລະ ມາດຕະການທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ການບໍລິຫານ (ESG) ເພື່ອໃຫ້ສາມາດຄຸ້ມຄອງ, ນໍາໃຊ້ ເເລະ ພັດທະນາແຮ່ທາດ ໃຫ້ເກີດປະໂຫຍດສູງສຸດ, ຈໍາກັດຄວາມສ່ຽງ ເເລະ ຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມ, ສັງຄົມ-ປະຊາຊົນ ແລະ ປະກົດການຫຍໍ້ທໍ້ຕ່າງໆ (ມາດຕະການເຫລົ່ານີ້ໄດ້ຖືກກໍານົດ ໃນ 7 ຫລັກການປະເມີນ ບໍລິສັດ ພັດທະນາບໍ່ແຮ່, ແຕ່ມີຄວາມຈໍາເປັນ ຕ້ອງປັບປຸງຕື່ມ).

ການເຕີບໂຕສີຂຽວ ໃນສັງກາດດີຈີຕອນ ປັນບຸລິມະສິດ ແຖວໜ້າຂອງ ສສ ຫວຽດນາມ

0

ວິທະຍຸກະຈາຍສຽງຫວຽດນາມ ວັນທີ 10 ພະຈິກ ຢູ່ຮ່າໂນ້ຍ ເວທີປາໄສວິສາຫະກິດຫວຽດນາມ ປະຈຳປີ ດ້ວຍຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດ ມີຫົວຄິດປະດິດສ້າງຕ້ອງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດ ແຖວໜ້າຂອງ ສສ ຫວຽດນາມ. ທ່ານ ຟ້າມມິງຈິງ ຊີ້ແຈ້ງວ່າຫົວຂໍ້ ຂອງເວທີປາໄສປີນີ້ມີລັກສະນະສະຖານະການ ແລະ ມີຄວາມໝາຍເລິກເຊິ່ງ, ເມື່ອໄດ້ວາງອອກໃນສະພາບການໂລກ ແລະ ສສ ຫວຽດນາມ ພວມຖືການຫັນເປັນສີຂຽວ ແລະ ຫັນເປັນດີຈີຕອນ ແມ່ນໜຶ່ງໃນບັນດາກຳລັງໜູນຫລັກແຫລ່ງ ໃຫ້ແກ່ການພັດທະນາໂດຍໄວ ແລະ ຍືນຍົງ. ສຳລັບເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົດຄິດປະດິດສ້າງ ແມ່ນຄວາມຮຽກຮ້ອງທີ່ພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ສສ ຫວຽດນາມ, ເພື່ອປະກອບສ່ວນເຮັດໃຫ້ສະພາບການລົງທຶນດຳເນີນທຸລະກິດມີຄວາມໂປງໄສ, ການສຳຜັດ ຂອງວິສາຫະກິດມີຄວາມສະດວກກ່ວາ, ຈະແຈ້ງກ່ວາ. ການພັດທະນາສີຂຽວ ແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ຕ້ອງພັດທະນາສີຂຽວເພື່ອຫລຸດຜ່ອນການປ່ອຍກາກບອນລົງລະດັບ 0 ໃນປີ 2050.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ພະຍາກອນອາກາດ ປະຈໍາວັນທີ 12 ພະຈິກ 2025

0

ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະເຄື່ອນທີ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ. ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດເຢັນຢູ່ແຂວງພາກເໜືອ ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ສ່ວນຕອນບ່າຍອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.

ສພຊ ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ດ້ານເສດຖະກິດ-ການເງິນ

0

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກ 2025 ນີ້, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນຕໍ່ບົດລາຍງານສະຫລຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ (2021-2025) ໂດຍໄດ້ຕີລາຄາຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາ ເຖິງວ່າການປະຕິບັນດາບັດຄາດໝາຍຕ່າງໆ ຈະມີຜົນສຳເລັດພົ້ນເດັ່ນຫລາຍດ້ານກໍຕາມ, ແຕ່ຜ່ານການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ເຫັນວ່າຍັງມີບາງຂໍ້ຄົງຄ້າງ ເປັນຕົ້ນ ການປະຕິບັດຄາດໝາຍ ການແກ້ໄຂໜີ້ສິນສາທາລະນະ; ການປະຕິບັດຄາດໝາຍການດຸນດ່ຽງງົບປະມານ; ການປະຕິບັດຄາດໝາຍອັດຕາເງິນເຟີ້; ການປະຕິບັດຄາດໝາຍອັດຕາແລກປ່ຽນ; ການປະຕິບັດຄາດໝາຍຜະລິດທົດແທນການນໍາເຂົ້າ; ການປະຕິບັດຈຸດສຸມ ການຜະລິດເປັນສິນຄ້າສົ່ງອອກ ຂອງຜະລິດຕະພັນປຸງແຕ່ງສິນຄ້າກະສິກຳ, ອຸດສາຫະກໍາປຸງແຕ່ງ ແລະ ຜະລິດຕະພັນປຸງແຕ່ງແຮ່ທາດ; ການປະຕິບັດຈຸດສຸມສ້າງຄວາມເຂັ້ມແຂງ ລາຍຮັບງົບປະມານ; ການປະຕິບັດຈຸດສຸມຍົກສູງປະສິດທິຜົນ ການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ; ການປະຕິບັດຈຸດສຸມສ້າງສະຖຽນລະພາບດ້ານເງິນຕາ ແລະ ການປະຕິບັດຈຸດສຸມຍົກສູງປະສິດທິພາບ ດ້ານການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ຍັງບໍ່ທັນບັນລຸໄດ້ ຕາມຄາດໝາຍ, ຍັງບໍ່ທັນເຂັ້ມງວດ ແລະ ມີຜົນສັກສິດເທົ່າທີ່ຄວນ.

ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ໃຫ້ມີຢ່າງມີປະສິດທິພາບ, ປະສິດທິຜົນດີຂຶ້ນກວ່າເກົ່າ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້ໃນຕໍ່ໜ້າ, ສະພາແຫ່ງຊາດ (ສພຊ) ເຫັນດີເປັນເອກະພາບຕໍ່ທິດທາງ ແລະ ວຽກຈຸດສຸມ ຕາມການສະເໜີຂອງລັດຖະບານ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 10 ສິງຫາ 2021 ແລະ ສະບັບເລກທີ 111/ສພຊ, ລົງວັນທີ 21 ພະຈິກ 2023 ໂດຍການເຊື່ອມສານເຂົ້າໃນຄາດໝາຍສູ້ຊົນ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ພ້ອມນີ້, ສະເໜີໃຫ້ລັດຖະບານ ສຸມໃສ່ແກ້ໄຂຂໍ້ຄົງຄ້າງທາງດ້ານກົນໄກ, ຂອດອຸດຕັນ, ລະບອບລະບຽບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໃນໄລຍະຜ່ານມາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃຫ້ດີຂຶ້ນ; ປະເມີນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດໃນໄລຍະຜ່ານມາ ໃຫ້ເຫັນໄດ້ຜົນສໍາເລັດ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ເພື່ອຄົ້ນຄວ້າສ້າງເປັນແຜນການລະອຽດ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ນໍາໄປຈັດຕັ້ງປະຕິບັດຢ່າງກົມກຽວ ແລະ ເປັນເອກະພາບ.

ສປຊ ຮຽກຮ້ອງໃຫ້ຮ່ວມກັນຮັບມືກັບວິກິດການດິນຟ້າອາກາດ

0

ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ 11ພະຈິກນີ້, ກອງ​ປະ​ຊຸມ​ ຝ່າຍລົງນາມ ສົນ​ທິ​ສັນ​ຍ​າ​ ຂອງ​ອົງ​ການ​ ສະ​ຫະ ​ປະ​ຊາ​ຊາດ ​ວ່າ​ດ້ວຍ ຂອບ​ການ​ປ່ຽນ​ແປງ​ ຂອງ​ດິນ​ຟ້າ​ ອາ​ກາດ ຄັ້ງ​ທີ 30 ຫລື COP 30 ໄດ້​ໄຂ​ຂຶ້ນ​ ຢູ່​ນະ​ຄອນ ​ເບ​ເລມ ​ປະ​ເທດ ບ​ຣາ​ຊິນ. ກອງ​ປະ​ຊຸມ​ຄັ້ງນີ້​ ຈະ​ດຳ​ເນີນ​ໄປ ​ເປັນ​ເວ​ລາ 12 ວັນ ໂດຍ​ສຸມ​ໃສ່​ ຫລາຍຫົວ​ຂໍ້​ ສຳ​ຄັນ ກ່ຽວ​ກັບ ​ດິນ​ຟ້າ​ອາ​ກາດ​ ແລະ​ ຮຽກ​ຮ້ອງ​ ໃຫ້​ທົ່ວ​ໂລກ ​ຈົ່ງ​ຮ່ວມ​​ກັນ ​ປຶກ​ສາ​ຫາ​ລື ​​ແຜນ​ຮັບ​ມື​ກັບ ​ວິ​ກິດ​ການ​ດິນ​ຟ້າ​ອາ​ກາດ, ເລັ່ງ​ລັດ​ການຫລຸດ ​ການ​ປ່ອຍ​ກາກບອນ ແລະ ​ເລັ່ງ​ລັດ​ການ​ຫັນ​​ເປັນ ຮູບ​ແບບ​ ການ​ພັດ​ທະ​ນາ ເສດ​ຖະ​ກິດ ພະ​ລັງ​ງານ ​ສະ​ອາດ. ປີ​ນີ້​ແມ່ນ​ຄົບ​ຮອບ 10 ປີ ຂອງ​ການ​ບັນ​ລຸ​ ສົນ​ທິ​ສັນ​ຍາ​ປາ​ຣີ ເຊິ່ງ​ເປັນ​ຈຸດ ​ເວ​ລາ​ອັນ​ສຳ​ຄັນ ​ຕໍ່​ການ​ແກ້​ໄຂ ​ບັນ​ຫາ​ດິນ​ຟ້າ​ອາ​ກາດ ​ທົ່ວ​ໂລກ. ກອ​ງ​ປະ​ຊຸມ​ຄັ້ງ​ນີ້​ ໄດ້​ຮຽກ​ຮ້ອງ​ ໃຫ້​ບັນ​ດາ ​ປະ​ເທດ​ໃນ​ໂລກ ​ຈົ່ງ​ໃຫ້​ຄວາມ​ສຳ​ຄັນ ​ຕໍ່​ອຸນ​ຫະ​ພູມ​ໂລກ​ ທີ່​ເພີ່ມ​ສູງ​ຂຶ້ນ​​ ເຊິ່ງ​ຈະ​ສ້າງ​ຜົນ​ກະ​ທົບ​ ໜັກ​ໜ່ວງ ​ຕໍ່​ເສດ​ຖະ​ກິດ-ສັງ​ຄົມ ແລະ ​ສະ​ແດງ​ ຄວາມຫວັງ​ວ່າ​ ຈະ​ນຳ​ໄປ​ສູ່ 10 ປີ​ ຂ້າງ​ໜ້າ ​​ແຫ່ງ​ການ​​ພັດ​ທະ​ນາ​ ແລະ​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ຕາມ​ສົນ​ທິ​ສັນ​ຍ​າ ​ຢ່າງວ່ອງ​ໄວ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ເຫັນດີປັບປຸງດັດຊະນີເງິນເດືອນ, ເງິນນະໂຍບາຍ ແລະ ເງິນອຸດໜູນ

0

​ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ເມື່ອວັນທີ 10 ພະຈິກຜ່ານມາ, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ມີບາງທັດສະນະ ແລະ ຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025), ແຜນການປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ແຜນການປີ 2026 ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າດັ່ງນີ້:

​ 1.​ການເຕີບໂຕເສດຖະກິດ: ເຖິງວ່າລວມຍອດຜະລິດຕະພັນພາຍໃນໄດ້ຕາມແຜນການ, ແຕ່ລາຍໄດ້ສະເລ່ຍຕໍ່ຫົວຄົນ ໄລຍະ 5 ປີ ໄດ້ພຽງ 2,085 ໂດລາ (ມະຕິ ສພຊ 2,880 ໂດລາ/ຄົນ/ປີ) ເນື່ອງຈາກການອ່ອນຄ່າຂອງເງິນກີບ; ການຫັນປ່ຽນໂຄງປະກອບເສດຖະກິດ ຍັງບໍ່ໄດ້ຕາມແຜນ ເປັນຕົ້ນ ຂະແໜງບໍລິການ ເຕີບໂຕພຽງ 4.52% (ມະຕິ ສພຊ 6%), ກວມ 36.10% ຂອງ GDP (ມະຕິ ສພຊ 40.7%); ການຜະລິດໃນຂະແໜງກະສິກໍາ ແລະ ອຸດສາຫະກໍາ ຂະບວນການປຸງແຕ່ງໜ້ອຍ ເຮັດໃຫ້ອັດຕາສ່ວນມູນຄ່າເພີ່ມຈາກການຜະລິດຍັງຕໍ່າ, ປະສິດທິພາບ, ປະສິດທິຜົນ ແລະ ຄຸນນະພາບຍັງບໍ່ທັນສູງ, ບໍ່ທັນຮັບປະກັນການພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງ.

​2.​ການປະຕິບັດແຜນງົບປະມານ: ເຖິງວ່າການປະຕິບັດແຜນລາຍຮັບໄດ້ຕາມແຜນ ແລະ ເກີນແຜນ, ແຕ່ການກໍານົດແຜນດັ່ງກ່າວຍັງບໍ່ທັນສອດຄ່ອງກັບທ່າແຮງບົ່ມຊ້ອນ ແລະ ຖານລາຍຮັບຕົວຈິງ (ແຜນຕໍ່າກວ່າຄວາມສາມາດເກັບຕົວຈິງ);ການຈັດຕັ້ງປະຕິບັດແຜນລາຍຈ່າຍໄດ້ຕາມແຜນ, ແຕ່ວ່າຍັງບໍ່ທັນສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຜນພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແຜນລາຍຈ່າຍລົງທຶນຂອງລັດບໍ່ທັນພຽງພໍ ຈຶ່ງເຮັດໃຫ້ຍັງມີໜີ້ສິນການລົງທຶນຂອງລັດຄ້າງຊໍາລະເປັນຈໍານວນບໍ່ໜ້ອຍ, ພ້ອມກັນນີ້ ການປະຕິບັດແຜນລາຍຈ່າຍງົບປະມານແຫ່ງລັດ ຍັງບໍ່ມີປະສິດທິ ພາບ, ປະສິດທິຜົນ ແລະ ຄຸນນະພາບສູງເທົ່າທີ່ຄວນ; ອັດຕາຂາດດຸນງົບປະມານທຽບ GDP ຕໍ່າ, ແຕ່ອັດຕາຂາດດຸນຊໍາລະຕົ້ນທຶນ ແລະ ດອກເບ້ຍ ກັບຕ່າງປະເທດຍັງສູງ, ການສະໜອງການຈັດສັນງົບປະມານເພື່ອການລົງທຶນ ແລະ ການພັດ ທະນາ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງແຜນການລົງທຶນຂອງລັດ; ການນໍາໃຊ້ເງິນເກີນແຜນ ຍັງບໍ່ທັນປະຕິບັດຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ.

3. ການປະຕິບັດແຜນເງິນຕາ: ການປະຕິບັດມາດຕະການແກ້ໄຂເງິນເຟີ້ ບໍ່ທັນມີການປະສານສົມທົບຢ່າງເປັນລະ ບົບກັບຂະແໜງການກ່ຽວຂ້ອງເທົ່າທີ່ຄວນ ໂດຍສະເພາະກັບຂະແໜງການຜະລິດ, ຂະແໜງການຄ້າ ແລະ ມາດຕະ ການດ້ານຈິດຕະສາດສັງຄົມ; ການຄຸ້ມຄອງເງິນຕາ ຍັງບໍ່ທັນປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ເປັນຕົ້ນການນໍາໃຊ້ເງິນກີບ, ການນໍາເຂົ້າເງິນຕາຕ່າງປະເທດ ຈາກການນໍາເຂົ້າ-ສົ່ງອອກ ແລະ ການລົງທຶນ; ອັດຕາສ່ວນການປ່ອຍສິນເຊື່ອ ສົມທຽບກັບ GDP ເຫັນວ່າຍັງຕໍ່າ ເມື່ອທຽບກັບອັດຕາສ່ວນເງິນຝາກ ທຽບໃສ່ GDP.

4. ການປະຕິບັດແຜນພັດທະນາວັດທະນະທໍາ-ສັງຄົມ: ການປະຕິບັດບາງຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ບໍ່ສາມາດບັນລຸຕາມແຜນການ ເປັນຕົ້ນອັດຕາການເຂົ້າຮຽນ, ຈົບຊັ້ນປະຖົມ ແລະ ການປະລະການຮຽນ; ອັດ ຕາເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກ ແລະ ລວງສູງ ບໍ່ໄດ້ມາດຕະຖານ; ການຕອບສະໜອງງົບປະມານໃຫ້ແກ່ກອງທຶນປະກັນສຸຂະພາບ ຍັງບໍ່ພຽງພໍ; ການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ພາລະກິດປະຕິວັດຊາດປະຊາທິປະໄຕ, ການປົກປັກຮັກສາສິ່ງແວດລ້ອມເພື່ອສົ່ງເສີມການທ່ອງທ່ຽວ, ການແກ້ໄຂປາກົດການຫຍໍ້ທໍ້ດ້ານສັງຄົມ ຍັງເຮັດບໍ່ທັນໄດ້ດີ.

5. ການປະຕິບັດແຜນພັດທະນາຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ: ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ ແລະ ສົ່ງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ເຖິງວ່າລັດຖະບານຍັງມີຄວາມພະຍາຍາມແກ້ໄຂ ແຕ່ກໍຍັງມີຫຼາຍບັນຫາທີ່ຍັງຄົງຄ້າງ; ການປະຕິບັດຄາດໝາຍອອກໃບຕາດິນ ຍັງມີຄວາມຄືບໜ້າໜ້ອຍ ສົມທຽບໃສ່ມະຕິ ສພຊ; ການລົງທຶນຂອງລັດເພື່ອປ້ອງກັນຜົນກະທົບຈາກທຳມະຊາດ ຍັງຈໍາກັດ ເປັນຕົ້ນການລົງທຶນປົກປັກຮັກສາເຂດນໍ້າດິນແດນຂອງປະເທດຊາດ ທີ່ຖືກນໍ້າເຊາະເຈື່ອນຊາຍແດນທຳມະຊາດຢູ່ຫຼາຍແຂວງ ຍັງບໍ່ພຽງພໍ, ຊັກຊ້າ ແລະ ຮັບປະກັນຄຸນນະພາບໄດ້.

6. ການປະຕິບັດຄາດໝາຍບໍລິຫານລັດ: ການປະຕິບັດຄໍາຕັດສິນຂອງສານ ທຽບກັບມະຕິກອງປະຊຸມສະພາແຫ່ງຊາດ ແຜນ 5 ປີ (2021-2025) ໄດ້ກໍານົດໃຫ້ໄດ້ 80% ຂອງຈໍານວນຄະດີທີ່ຕັດສິນໃຊ້ໄດ້ຢ່າງເດັດຂາດ ແຕ່ການ ຈັດຕັ້ງປະຕິບັດໄດ້ພຽງປະມານ 14%.

ຕໍ່ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2026 ຄວນກໍານົດບາງເປົ້າໝາຍໃຫຍ່ເຂົ້າໃນແຜນການ ເປັນຕົ້ນ: ຄາດໝາຍເສດຖະກິດມະຫາພາກ, ການເຕີບໂຕເສດຖະກິດ (GDP) ໃຫ້ຂະຫຍາຍຕົວ 5.5% ຂຶ້ນໄປ, ລາຍຮັບ GDP ສະເລ່ຍຕໍ່ຫົວຄົນ 2,238 ໂດລາ ແລະ ລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ປະມານ 2,100 ໂດລາ, ຫັນປ່ຽນໂຄງປະກອບເສດຖະກິດໄປສູ່ຂະແໜງການທີ່ມີທ່າແຮງ ເປັນຕົ້ນ ຂະແໜງບໍລິການ, ກະສິກໍາ ແລະ ອຸດສາຫະກໍາປຸ່ງແຕ່ງ, ກໍານົດໂຄງການບຸລິມະສິດຂອງການພັດທະນາທີ່ມີທ່າແຮງ, ເໝາະສົມກັບສະພາບຕົວຈິງຂອງປະເທດເຮົາ ເພື່ອຂັບເຄື່ອນການເຕີບໂຕເສດຖະກິດ; ສ້າງແຜນງົບປະມານທີ່ມີຕົວຊີ້ບອກລັກສະນະບຸກທະລຸ ຮັບ ປະກັນການສ້າງຄວາມເຂັ້ມແຂງໃຫ້ງົບປະມານແຫ່ງລັດ ເປັນຕົ້ນ: ເກັບລາຍຮັບຕາມທ່າແຮງບົ່ມຊ້ອນຕົວຈິງທີ່ມີ ແລະ ຖານລາຍຮັບໃໝ່ໃຫ້ຄົບຖ້ວນ ໃຫ້ບັນລຸໄດ້ 83,600 ຕື້ກີບ ຫຼື ເທົ່າກັບ 20.13% ຂອງ GDP, ປະຕິບັດລາຍຈ່າຍ ປະ ມານ 81,400 ຕື້ກີບ ຫຼື ເທົ່າກັບ 19.60% ຂອງ GDP ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຜນການລົງທຶນຂອງລັດ ແລະ ຮັບປະກັນການຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ, ຮັບປະກັນແຫຼ່ງດຸ່ນດ່ຽງງົບປະມານທີ່ມີຄວາມໝັ້ນຄົງ ແລະ ຍືນຍົງ ໃຫ້ມີລາຍຮັບເກີນດຸນ 2,200 ຕື້ກີບ ເທົ່າກັບ 0.53% GDP; ແຜນເງິນຕາ ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ເຮັດໃຫ້ອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 5% (ເໜັງຕີງ ± 2%), ຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າໄດ້ຢ່າງໜ້ອຍ 5 ເດືອນຂຶ້ນໄປ, ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຢູ່ໃນລະດັບບໍ່ເກີນ 3%; ແຜນການຄ້າພາຍໃນ ແລະ ຕ່າງປະເທດ ໃຫ້ຕິດພັນກັບແຜນການສົ່ງເສີມການຜະ ລິດ ແລະ ການລົງທຶນພາຍໃນ, ສູ້ຊົນມູນຄ່າການຄ້າຕ່າງປະເທດ ໃຫ້ໄດ້ 22,887 ລ້ານໂດລາ, ໃຫ້ການຄ້າເກີນດຸນ 2,621 ລ້ານໂດລາ; ແຜນການລົງທຶນເພື່ອການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການສົ່ງເສີມການເຂົ້າຮ່ວມຂອງທຸກພາກສ່ວນເສດຖະກິດ, ມີການປະສານສົມທົບ ແລະ ກົມກຽວກັນຢ່າງເປັນລະບົບ ເປັນຕົ້ນການລົງທຶນລັດ, ການສົ່ງ ເສີມການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ການລົງທຶນຈາກສັງຄົມ ໃຫ້ບັນລຸຄວາມຕ້ອງການທຶນລວມທັງໝົດ 92,250 ຕື້ກີບ ເທົ່າກັບ 22% ຂອງ GDP; ແຜນພັດທະນາຂະແໜງການວັດທະນະທໍາ-ສັງຄົມ, ການພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດ ລ້ອມ ແລະ ການບໍລິຫານລັດ ໃຫ້ເປັນແຜນການທີ່ມີສ່ວນຮ່ວມ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ປະເທດຊາດ ໃຫ້ໄດ້ຫຼາຍຂຶ້ນ ແລະ ກໍານົດມາດຕະການຈັດຕັ້ງປະຕິບັດທີ່ຈະແຈ້ງ, ຊັດເຈນ ແລະ ເປັນຮູບປະທໍາ.

ພ້ອມນັ້ນ, ຄະນະປະຈໍາສະພາແຫ່ງຊາດ ເຫັນດີໂດຍພື້ນຖານອະນຸມັດດ້ານຫຼັກການ ໃຫ້ລັດຖະບານປັບປຸງດັດຊະ ນີເງິນເດືອນ, ເງິນນະໂຍບາຍ ແລະ ເງິນອຸດໜູນ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຄູ ແລະ ພະນັກງານບຳ ນານ ເພື່ອຈະເລີ່ມຈັດຕັ້ງປະຕິບັດໃນເດືອນ 1 ປີ 2026 ແລະ ອະນຸມັດດ້ານຫຼັກການໃນການດັດແກ້ງົບປະມານປີ 2025.