Monday, September 22, 2025
Home Blog Page 49

ສ.ອາເມລິກາ ປະກາດປັບຂຶ້ນພາສີທອງແດງ ນຳເຂົ້າເປັນ50%

0

ຕາມຂ່າວຈາກວໍຊີງຕັນ, ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ປະກາດປັບຂຶ້ນພາສີ ທອງແດງ ນຳເຂົ້າ ເປັນ50% ນັບຕັ້ງແຕ່ ວັນທີ 1 ສິງຫານີ້ ເປັນຕົ້ນໄປ ພາຍຫລັງໄດ້ຮັບການປະເມີນດ້ານຄວາມໝັ້ນຄົງແຫ່ງຊາດ ໃນຄວາມຈຳເປັນຕ້ອງໃຊ້ພາສີໃໝ່ກັບທອງແດງ ເພື່ອປ້ອງກັນການຜະລິດທອງແດງ ໃນ ສ.ອາເມລິກາ ແລະ ທອງແດງມີຄວາມສຳຄັນຕໍ່ ອຸດສາຫະກຳຫລາຍຢ່າງເຊັ່ນ: ເຊມິຄອນດັກເຕີ, ເຮືອບິນ, ສູນຂໍ້ມູນໝໍ້ໄຟລີທຽມໄອອອນ (Lithium Ion) ລະບົບປ້ອງກັນປະເທດ ໂດຍເປັນວັດຖຸ ທີ່ກະຊວງປ້ອງກັນປະເທດສະຫະລັດອາເມລິກາ ໃຊ້ຫລາຍເປັນອັນດັບ 2. ຂະນະທີ່ ສ.ອາເມລິກາ ນຳເຂົ້າທອງແດງເກືອບເຄິ່ງໜຶ່ງຂອງການໃຊ້ງານ ຫລັງຈາກມີການນຳເຂົ້າສູງເຖິງ 810.000 ໂຕນ ໃນປີກາຍນີ້.

ດັ່ງນັ້ນ ການຂຶ້ນພາສີຄັ້ງນີ້ຈະເປັນຜົນດີຕໍ່ການຜະລິດທອງແດງ ໃນ ສ.ອາເມລິກາ. ສຳລັບປະເທດທີ່ໄດ້ຮັບຜົນກະທົບຈາກການຂຶ້ນພາສີທອງແດງ ຄັ້ງນີ້ໄດ້ແກ່ຊີເລ,ການາດາ ແລະ ເມັກຊິ ເນື່ອງຈາກເປັນຜູ້ສົ່ງອອກລາຍໃຫຍ່ໄປ ສ.ອາເມລິກາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ກອງປະຊຸມເວທີປຶກສາຫາລືອະລິຍະທຳໂລກນີຊ່ານ ຄັ້ງທີ 11

0

ຕາມຂ່າວຈາກ CGTN, ກອງ​ປະ​ຊຸມ ເວ​ທີ​ປຶກ​ສາ​ຫາ​ລື​ ອະ​ລິຍ​ະ​ທຳ​ໂລກ​ ນີ​ຊ່ານ ​ຄັ້ງ​ທີ 11 ໄດ້ໄຂ​ຂຶ້ນ ຢູ່​ພູ​ນີ​ຊ່ານ ​ເມືອງ​ຊວີ່​ຟູ້ ແຂວງ​ຊ່ານ​ຕົ່ງ​ຈີນ. ພາຍໃຕ້ ​ຫົວ​ຂໍ້ຫລັກ​ວ່າ: “ຕ່າງ​ມີ​ຈຸດ​ດີ​ເດັ່ນ ​ສະ​ເພາະ ຂອງ​ໃຜ​ລາວ ​ແລະ​ ຮ່ວມ​ກັນ​ຈະ​ເລີນ​: ການ​ພົວ​ພັນ​ ລະ​ຫວ່າງ​ ອະ​ລິ​ຍະ​ທຳ​ ກັບ​ຄວາມ​ທັນ​ສະ​ໄໝ​ຂອງ​ໂລກ.” ​ໂດຍ​ຈັດ​ໃຫ້​ມີ 6 ຫົວ​ຂໍ້​ຍ່ອຍ​ເຊັ່ນ: ແຫລ່ງ​ກຳ​ເນີດ​ຂອງ​ອະ​ລິ​ຍະ​ທຳ​ ກັບ​ການ​ພັດ​ທະ​ນາ ​ໃນ​ອະ​ນາ​ຄົດ, ​ຄວາມ​ໝາຍ​​ ລັກ​ສະ​ນະ​ທົ່ວ​ໂລກ​ ກັບ​ຄຸນ​ຄ່າ​ ໃນ​ຍຸກ​ປັດ​ຈຸ​ບັນ ​ຂອງວັດ​ທະ​ນະ​ທຳ ​ປັດ​ຊະ​ຍາ ​ຂົງ​ຈື້ ​ເປັນ​ຕົ້ນ ເພື່ອ​ດຳ​ເນີນ​ການ​ແລກ​ປ່ຽນ ​ແລະ ​ສົນ​ທະ​ນາ​ກັນ​ ດ້ານ​ອະ​ລິ​ຍະ​ທຳ ​ແລະ ຮ່ວມ​ກັນ​ຄົ້ນ​ຄວ້າ ປຶກ​ສາ​ຫາ​ລື ​ເພື່ອ​ຊອກ​ວິ​ທີ​ ​ເຮັດ​ໃຫ້ ​ອະ​ລິ​ຍະ​ທຳ​ຕ່າງໆ ​ຢູ່​ຮ່ວມ​ກັນ​ ຢ່າງ​ກົມ​ກຽວ. ກອງ​ປະ​ຊຸມ​ຄັ້ງ​ນີ້​ ດຳ​ເນີນ​ເປັນ​ເວ​ລາ​ 2 ວັນ​ຄື ​ລະ​ຫວ່າງ ວັນ​ທີ 9-10 ກໍ​ລະ​ກົດ​ນີ້​, ໃນ​ໄລ​ຍະ​ດັ່ງ​ກ່າວ ​ຈະ​ຈັດ​ກິດ​ຈະ​ກຳ​ 20 ກວ່າ​ຄັ້ງ​ເຊິ່ງ​ລວມ​ເຖິງ ​ການ​ປາ​ຖະ​ກະ​ຖາ, ການ​ສົນ​ທະ​ນາ​ລະ​ດັບ​ສູງ, ການ​ສົນ​ທະ​ນາເປັນ​ກຸ່ມ, ເວ​ທີ​ປຶ​ກ​ສາ​ຫາ​ລື ຄູ່​ຂະ​ໜານ ແລະ ​ອື່ນໆ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ໄທ ເພີ່ມທະວີການຄວບຄຸມການຈຳໜ່າຍກັນຊາ ຢ່າງເຂັ້ມງວດ

0

ຕາມຂ່າວຈາກ CGTN, ກະ​ຊວງ​ ສາ​ທາ​ລະ​ນະ​ສຸກ​ໄທ ​ປະ​ກາດ​ວ່າ ນັບ​ແຕ່​ ວັນ​ທີ 9 ກໍ​ລະ​ກົດ​ນີ້ ​ເປັນ​ຕົ້ນ​ໄປ ​ສຳ​ລັບ​ ການ​ຈຳ​ໜ່າຍ​ ກັນ​ຊາ​​ ໃນ​ທົ່ວ​ປະ​ເທດ ຈະ​ປະ​ຕິ​ບັດ​ລະ​ບຽບ​ ການ​ຄຸ້ມ​ຄອງ​ ຕາມ​ໃບ​ສັ່ງ​ຢາ ​ຢ່າງ​ເຂັ້ມງວດ. ຕາມ​ລະ​ບຽບ​ການ​ໃໝ່ ​ດັ່ງ​ກ່າວ ກຳ​ນົດ​ວ່າ ​ຈຸດ​ຂາຍ​ກັນ​ຊາ​ ທັງ​ໝົດ ​ຕ້ອງ​ອີງ​ໃສ່​ ໃບ​ຢັ່ງ​ຢາ​ ຂອງ​​ແພດ​ໝໍ ​ທີ່​ມີ​ໃບ​ອະ​ນຸ​ຍາດ ຈຶ່ງ​ຈະ​ສາ​ມາດ​ ຈຳ​ໜ່າຍ​ກັນ​ຊາ​ໄດ້. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ​ຈະ​ຈັດ​ຕັ້ງ ​ປະ​ຕິ​ບັດ​ ການ​ຝຶກ​ອົບ​ຮົມ​ ສະ​ເພາະ​ ເພື່ອ​ຮັບ​ປະ​ກັນ ​ໃຫ້​ພະ​ນັກ​ງານ ​ແພດ​ໝໍ​ ຮັບ​ຮູ້​ເຂົ້າ​ໃຈ​ກ່ຽວ ​ກັບລະ​ບຽບ​ການ ​ອອກ​ໃບ​ສັ່ງ​ຢາ. ຈາກນັ້ນ ທ່ານ ​ທາ​ນາກລິດ ​ຈີ​ທາ​ຣີຣັດ, ເລ​ຂາ​ທິ​ການ​ປະ​ຈຳ​ການ ​ກະ​ຊວງ​ ສາ​ທາ​ລະ​ນະ​ສຸກ​ໄທ ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ນັບ​ແຕ່ ​ໄທ​ ປະ​ຕິ​ບັດ ​ນະ​ໂຍ​ບາຍ​ ການ​ໃຊ້​ກັນ​​ຊາ ຖືກ​ຕ້ອງ​ ຕາມ​ກົດ​ໝາຍ​ ໃນ​ປີ2022 ເປັນ​ຕົ້ນ​ມາ, ​ປະ​ລິ​ມານ ການ​ໃຊ້​ກັນ​​ຊາ ​ໃນ​ປະ​ເທດ​ໄທ​ ໄດ້​ເພີ່ມ​ຂຶ້ນ​ 10ເທົ່າ, ​ສິ່ງ​ນີ້​ໄດ້​ຊຸກ​ຍູ້​ ໃຫ້​ລັດ​ຖະ​ບານ​ ວາງ​ມາດ​ຕະ​ການ ​ຄວບ​ຄຸມ ​ຢ່າງ​ເຂັ້ມ​ງວດ ກວ່າ​ເກົ່າ. ຕາມ​ສຳນັກຂ່າວ​​ໄທ​ ແຈ້ງ​ຂ່າວ​ວ່າ: ມາດ​ຕະ​ການ ​ຄຸ້ມ​ຄ​ອງ​ ກັນ​ຊາ ທີ່​ໃຊ້​ເປັນ​​ຢາ ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ ​ປະ​ກາດ​ ໃຊ້​ຫລ້າ​ສຸດ ໄດ້​ກຳ​ນົດ ​ຢ່າງ​ຈະ​ແຈ້ງ​ ໂດຍຈັດ​ເອົາ ກັນ​ຊາ ເປັນ​ພືດ​ການ​ຢາ​ ທີ່​ຕ້ອງ​ຄວ​ບ​ຄຸມ ​ຕາມ​ໃບ​ສັ່ງ​ຢາ, ໂດຍ​ກຳ​ນົດ​ ໃຫ້​ຜູ້​ຈຳ​ໜ່າຍ​ ທັງ​ໝົດ​ ຕ້ອງ​ກວດ​ຄືນ ​ໃບ​ສັ່ງ​ຢາ, ພ້ອມ​ທັງ ​ສ້າງ​ຕັ້ງ​ລະ​ບົບ ​ສືບ​ຫາ ​ແຫລ່ງ​ທີ່​ມາ​ ທີ່​ໄດ້​ມາດ​ຕະ​ຖານ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ເປີດງານວາງສະແດງສິນຄ້າເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ.

0

ໃນຕອນເຊົ້າວັນທີ 10 ກໍລະກົດ 2025 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານວາງສະແດງສິນຄ້າ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ເຊິ່ງຈັດໂດຍສູນກາງສະຫະພັນແມ່ຍິງລາວ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ສິນລະວົງ ຄຸດໄພທູນ, ປະທານ ສູນກາງແນວລາວສ້າງຊາດ, ທ່ານ ນາງ ນາລີ ສີສຸລິດ, ພັນລະຍາທ່ານປະທານປະ ເທດ, ທ່ານ ນາງ ວັນດາລາ ສີພັນດອນ ພັນລະຍາທ່ານ ນາຍົກລັດຖະມົນຕີ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ, ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍບັນດາທ່ານ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຜູ້ຕາງໜ້າອົງການຈັດຕັ້ງສະຫະພັນແມ່ຍິງ ບັນດາກະຊວງ-ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ສື່ມວນຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ລາຍງານຕໍ່ພິທີໃຫ້ຮູ້ວ່າ ການຈັດງານໃນຄັ້ງນີ້ ແມ່ນໜຶ່ງໃນຫຼາຍກິດຈະກຳທີ່ສູນກາງສະຫະພັນແມ່ຍິງລາວຈັດຂຶ້ນ ເພື່ອຫວນຄືນມູນເຊື້ອການເຕີບໃຫຍ່ຂະ ຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ການເສີມຂະຫຍາຍຄຸນລັກສະນະທີ່ເປັນມູນ ເຊື້ອ ຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ. ພາຍໃນງານຄັ້ງນີ້ ໄດ້ຈັດໃຫ້ມີຫຼາຍກິດຈະກຳທີ່ປີ່ນອ້ອມ ເປັນຕົ້ນ: ການຈັດປາຖະກະຖາຫວນຄືນມູນເຊື້ອແມ່ຍິງລາວ ໃນພາລະກິດປົດປ່ອຍຊາດ ແລະ ການປົກປັກຮັກສາພັດທະນາປະເທດຊາດ ໃນຫົວຂໍ້: “ມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອ ຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວ” ເຊິ່ງຈະປາຖະກະຖາໂດຍ ອາດີດການນໍາຂອງສະຫະພັນແມ່ຍິງລາວ; ຈັດສໍາມະນາ ໃຫ້ຄວາມຮູ້ທາງດ້ານວິຊາການໃນຫຼາຍຫົວຂໍ້ເຊັ່ນ: “ແມ່ຍິງກັບການຮັກສາສຸຂະພາບ” (ການໃຫ້ຄວາມຮູ້ ກ່ຽວກັບການປ້ອງກັນ ແລະ ປິ່ນປົວມະເຮັງເຕົ້ານົມ ແລະ ມະເຮັງປາກໝົດລູກ), “ແມ່ຍິງກັບວັດທະນະທຳ”, “ແມ່ຍິງກັບການກໍ່ຕັ້ງທຸລະກິດ”, “ແມ່ຍິງກັບສິ່ງແວດລ້ອມ”, “ການປົກປ້ອງແມ່ຍິງ ແລະ ໄວໜຸ່ມ”, “ການປົກປ້ອງສິດຊັບສິນທາງປັນຍາ” ແລະ ຫົວຂໍ້ອື່ນໆ,

ພ້ອມນັ້ນ ກໍມີກິດຈະກໍາຊົມການສະແດງສິນລະປະ ແລະ ການເດີນແບບອາພອນບັນດາເຜົ່າ ຂອງເຍົາວະຊົນ; ເປີດຮັບບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ກໍຄືຄົນເຈັບ ທີ່ຕ້ອງການເລືອດຢູ່ໂຮງໝໍຕ່າງໆ ໃນທົ່ວປະເທດ ພາຍໃຕ້ ຄໍາຂວັນ: “70 ປີ ມີໄຊ ຮ່ວມໃຈໃຫ້ເລືອດ ຊ່ວຍຊີວິດ” ເຊິ່ງໄດ້ປຸກລະດົມສະມາຊິກ ສະຫະ ພັນແມ່ຍິງກະຊວງ- ອົງການ, ນະຄອນຫຼວງວຽງຈັນ, ບັນດາຫົວໜ່ວຍທຸລະກິດ ແລະ ມວນຊົນທົ່ວໄປ; ຮັບບໍລິການກວດຕາ ໂດຍບໍ່ເສຍຄ່າ ແລະ ໃຫ້ຄໍາປຶກສາ ກໍລະນີທີ່່ມີບັນຫາທາງສາຍຕາ ໂດຍທ່ານໝໍທີ່ມີຄວາມຊ່ຽວຊານສະເພາະດ້ານ; ຈັດງານຕະຫຼາດນັດ ເພື່ອວາງສະແດງຜົນງານການເຄື່ອນໄຫວດ້ານຕ່າງໆ ຂອງສະຫະພັນແມ່ຍິງບັນດາກະຊວງ, ອົງການ ຈຳນວນ 13 ພາກສ່ວນ (44 ຮ້ານ); ພ້ອມທັງ ຮ້ານວາງສະແດງຜະລິດຕະພັນຂອງສະຫະພັນແມ່ຍິງ ແຂວງ ແລະ ນະຄອນຫຼວງ, ນັກທຸລະກິດຍິງ, ຜູ້ປະກອບການ, ຊາວຄ້າຂາຍເພດຍິງ ເພື່ອສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ ມາວາງຈໍາໜ່າຍຜະລິດຕະພັນ ທີ່ມີຄວາມໂດດເດັ່ນ ແລະ ເປັນເອກະລັກຂອງແຕ່ລະທ້ອງຖິ່ນ ລວມມີ 2,000 ກວ່າລາຍການ ເຊັ່ນ: ປະເພດສີນຄ້າຫັດຖະກໍາ ມີ: ຜະລິດຕະພັນເຄື່ອງຈັກສານ, ຜ້າຝ້າຍ, ຜ້າໄໝ, ເສື້ອ, ສິ້ນ, ຜ້າບ່ຽງ-ຜ້າປູໂຕະ, ກະເປົາຜ້າ-ກະເປົາຫວາຍ, ເຄື່ອງໃຊ້ສອຍ, ຂອງທີ່ລະນຶກອື່ນໆ ລວມມີ 106 ຮ້ານ; ປະເພດອາຫານ ມີ: ເຂົ້າຕົ້ມ, ເຂົ້າໜົມຫວານ, ຊີິ້ນແຫ້ງ, ປາແຫ້ງ, ເຄື່ອງດື່ມ ແລະ ຜັກສົດ, ໝາກໄມ້ສົດ ລວມມີ 31 ຮ້ານ ເຊິ່ງມີການປຸງແຕ່ງ ແລະ ແປຮູບຜະລິດຕະພັນແບບປະດິດສ້າງ ປະສົມປະສານຕາມຍຸກສະໄໝ ແຕ່ຍັງຄົງຮັກສາຄວາມເອກະລັກຂອງທ້ອງຖິ່ນ ໃຫ້ມີມູນຄ່າເພີ່ມໃຫ້ກາຍເປັນສິນຄ້າ ທີ່ສາມາດຂາຍ-ຈຳໜ່າຍທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ນຳມາວາງສະແດງ ແລະ ຈຳໜ່າຍ ເພື່ອໃຫ້ມວນຊົນ, ແຂກຄົນ ທີ່ມາທ່ຽວຊົມ ໄດ້ຈັບຈ່າຍ-ຊື້ ເພື່ອໃຊ້ສອຍ, ເປັນຂອງຝາກ-ຂອງຕ້ອນ ແລະ ອື່ນໆ.

ນອກຈາກເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີແລ້ວ, ອີກດ້ານໜຶ່ງ ແມ່ນເພື່ອສ້າງກິດຈະກຳດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ສປປ ລາວ ນັບມື້ຫຼາຍຂຶ້ນ ແລະ ເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ນັບມື້້ມີການເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວຫຼາຍຂຶ້ນເປັນກ້າວໆ. ການຈັດງານໃນຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 07 ວັນ ນັບແຕ່ວັນທີ 07-13 ກໍລະກົດ 2025.

ຫຼັງຈາກນັ້ນ, ນາຍົກລັດຖະມົນຕີ ແລະ ບັນດາການນຳຂັ້ນສູງ ທີ່ເຂົ້າຮ່ວມພິທີ ກໍ່ໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ເພື່ອເປີດພິທີຢ່າງເປັນທາງການ, ພ້ອມທັງ ຢ້ຽມຊົມການວາງສະແດງ ແລະ ຈໍາໜ່າຍສິນຄ້າ ພາຍໃນງານ ຕື່ມອີກ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

0

ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ), ມີ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພ້ອມດ້ວຍສະມາຊິກສະມາຄົມນັກທຸລະກິດໜຸ່ມ ທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການ ເມືອງທີ່ສະເໜີໂດຍ ສະຫາຍ ສຸວາລີ ຄຳຜຸຍ ວ່າການແທນປະທານ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ເນື້ອໃນລາຍງານການເມືອງ ໄດ້ຕີລາຄາສູງເຖິງຜົນງານໄຊຊະນະ ຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ສທໜຊ ຄັ້ງທີ IV. ໃນນັ້ນ, ໄດ້ຕີລາຄາດ້ານດີ, ດ້ານອອ່ນ, ສາເຫດ ແລະ ບົດຮຽນ ຕະຫລອດການເຄື່ອນໄຫວຂອງຄະນະບໍລິຫານງານ ສທໜຊ ທີ່ຜ່ານມາ. ພ້ອມກັນນັ້ນ, ກອງປະ ຊຸມ ຍັງໄດ້ເປັນເອກະພາບສູງ ຮັບຮອງເອົາຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມຂອງຄະນະບໍລິຫານງານໃນຕໍ່ໜ້າ, ພ້ອມທັງຮັບຟັງການຜ່ານກົດລະບຽບຂອງ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ສະໄໝທີ V. ຈາກນັ້ນ, ຜູ້ແທນກອງປະຊຸມ ຍັງໄດ້ເຫັນດີເປັນເອກະພາບກັບບົດສໍາຫລວດການນໍາພາ ຂອງຄະນະບໍລິຫານງານ ສທໜຊ ສະໄໝທີ IV ເຊິ່ງໄດ້ເປັນບົດຮຽນອັນສໍາຄັນໃຫ້ ຄະນະບໍລິຫານງານ ສທໜຊ ຊຸດຕໍ່ໄປ ໃນການຈັດຕັ້ງນໍາພາວຽກງານ ຂອງ ສທໜຊ.

ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານ ສທໜຊ ສະໄໝທີ V ບົນພື້ນຖານຫລັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ກໍານົດໄວ້ ເຊິ່ງຜູ້ຮັບສະໝັກເລືອກຕັ້ງມີທັງໝົດ 68 ສະຫາຍ, ຍິງ 29 ສະຫາຍ ແລະ ເລືອກໄດ້ ຄະນະບໍລິຫານງານ ຊຸດທີ V ປະກອບມີ 63 ສະຫາຍ, ຍິງ 26 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກເຫັນດີເປັນເອກະພາບເລືອກເອົາ ສະຫາຍ ນາງ ສຸວາລີ ຄໍາຜຸຍ ເປັນປະທານ ສທໜຊ, ສະຫາຍ ຄໍາຄຸນ ຄູນທະວົງ ເປັນຮອງປະທານ, ທັງເປັນປະທານກວດກາ ສທໜຊ. ໃນນັ້ນ, ໄດ້ເລືອກເອົາຮອງປະທານ ສທໜຊ ທັງໝົດ 15 ສະຫາຍ.

ກອງປະຊຸມ ຮຽກຮ້ອງມາຍັງຄະນະບໍລິຫານງານ ແລະ ສະມາຊິກ ສທໜຊ ທົ່ວປະເທດ ຈົ່ງເພີ່ມທະວີຄວາມສາມັກຄີ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ສ້າງຄວາມເປັນເອກະພາບສູງພາຍໃຕ້ການ ນໍາພາຂອງຄະນະບໍລິຫານງານພັກ ສຊປລ ພ້ອມກັນບຸກບືນກ້າວຂຶ້ນຢ່າງໜັກແໜ້ນ, ສຸມສະຕິປັນຍາທຸກກໍາລັງແຮງຂອງຕົນ, ເຊີດຊູນໍ້າໃຈຮັກຊາດເປັນເຈົ້າຕົນເອງເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງຄວາມຮັບຜິດຊອບຕົນເອງ, ຍົກສູງຄວາມຮັບຜິດຊອບທາງການເມືອງເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ໃຫ້ປະກົດຜົນເປັນຈິງ, ປະຕິບັດພາລະກິດຂອງ ສທໜຊ ໂດຍຕິດພັນກັບຂະບວນການເຄື່ອນໄຫວວຽກງານຂອງ ສຊປລ ໃຫ້ເປັນຂະບວນການຟົດຟຶ້ນ, ນຳເອົາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມສາມັກຄີປອງດອງ, ຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ.

ຂໍ້ມູນ-ພາບ: ສັນທະນາ

ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

0

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຫງວຽນ ຈີ້ ຢຸງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 09-11 ກໍລະກົດ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນຕອນບ່າຍຂອງວັນທີ 09 ກໍລະກົດ 2025, ທີ່ ຫໍປະຊຸມແຫ່ງຊາດ, ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສະຫາຍ ຮອງນາຍົກລັດຖະມົນຕີ ຫງວຽນ ຈີ້ ຢຸງ ໂດຍມີຄະນະຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫງວຽນ ຈີ້ ຢຸງ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຈະເປັນການປະກອບສ່ວນທີ່ສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອຢູ່ແລ້ວນັ້ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນປະເທດຂອງຕົນ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງປະເທດຍາດມາໄດ້ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການປັບປຸງກົງຈັກການຈັດຕັ້ງ ແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ ແລະ ການຫັນເປັນດີຈິຕອນ ເຂົ້າໃນທຸກຂະແໜງການ ໂດຍສະເພາະດ້ານການພັດທະນາເສດຖະກິດ. ສອງຮອງນາຍົກລັດຖະມົນຕີ ໄດ້ຮ່ວມກັນສະຫຼຸບຕີລາຄາສະພາບການພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໃນ 06 ເດືອນຕົ້ນປີຜ່ານມາ ຊຶ່ງເຫັນວ່າ ພາຍໃຕ້ການຊີ້ນໍາຂອງສອງພັກ-ສອງລັດ ລາວ-ຫວຽດນາມ, ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຂອງສອງຝ່າຍ ໄດ້ສືບຕໍ່ເປັນເຈົ້າການປະສານສົມທົບ ແລະ ຕັ້ງໜ້າຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ວ່າດ້ວຍ ການຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2025 ບັນລຸໄດ້ໝາກຜົນ ແລະ ມີຄວາມຄືບໜ້າໃນທຸກຂົງເຂດ ເຊັ່ນ: ການຮ່ວມມືທາງດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ການກໍ່ສ້າງຊັບພະຍາກອນມະນຸດ, ດ້ານເສດຖະກິດ, ການຄ້າ, ບັນດາກິດຈະການ, ໂຄງການຮ່ວມມື-ລົງທຶນສອງຝ່າຍ ແລະ ບັນດາໂຄງການຊ່ວຍເຫຼືອລ້າຈາກພັກ-ລັດ ຫວຽດນາມ ຢູ່ ສປປ ລາວ. ພ້ອມນີ້, ສອງຝ່າຍຍັງໄດ້ພ້ອມກັນວາງທິດທາງການຮ່ວມມື ໃນ 06 ເດືອນທ້າຍປີ 2025 ໂດຍຈະສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມື ປະຈໍາປີ 2025 ຂອງສອງລັດຖະບານ ເປັນຕົ້ນແມ່ນຊຸກຍູ້ບັນດາໂຄງການຈຸດສຸມທີ່ຍັງຄ້າງຄາ ກໍຄືບັນດາໂຄງການທີ່ຄາດຄະເນຈະສໍາເລັດໃນທ້າຍປີ 2025 ນີ້ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະການສືບຕໍ່ພັດທະນາພື້ນຖານໂຄງລ່າງ, ການສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ ແລະ ບັນດາໂຄງການຮ່ວມມືທີ່ສອງຝ່າຍມີທ່າແຮງ, ສືບຕໍ່ປະສານສົມທົບກັນສ້າງຮ່າງເອກະສານສັນຍາຮ່ວມມືທະວິພາຄີ ລະຫວ່າງ ລາວ-ຫວຽດນາມ ໄລຍະ 2026-2030 ແລະ ກະກຽມເນື້ອໃນກອງປະຊຸມຮ່ວມມືທະວິພາຄີ ຄັ້ງທີ 48 ປະຈໍາປີ 2026 ຂອງສອງຄະນະກໍາມະການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ.

ໃນໂອກາດດັ່ງກ່າວ, ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າ ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ສປປ ລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.

ໃນຂະນະດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ຫງວຽນ ຈີ້ ຢຸງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາຊົມເຊີຍອັນປະເສີດ ພ້ອມທັງສະແດງຄວາມຍິນດີທີ່ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ໂດຍສະເພາະຮ່ວມກັບ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງຜູ້ນໍາສອງປະເທດ ໃຫ້ປະກົດຜົນເປັນຮູບປະທໍາ ທັງເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ພາຍຫຼັງສໍາເລັດການພົບປະ, ສອງຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ ແລະ ຫວຽດນາມ ພ້ອມທັງໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານ ອະນຸສັນຍາ ສະບັບປັບປຸງການຊື້ຂາຍ ໄຟຟ້າ-ຖ່ານຫີນ ລາວ-ຫຽດນາມ ອີກດ້ວຍ.

ຊາວພຸດຮ່ວມໃສ່ບາດ ບຸນເຂົ້າພັນສາ ປະຈຳປີ 2025

0

ໃນວັນທີ 10 ກໍລະກົດ 2025 ກົງກັບມື້ຂຶ້ນ 15 ຄ່ຳເດືອນ 8 ພສ 2568, ເປັນມື້ບຸນເຂົ້າພັນສາ ພຸດທະສາສະນິກະຊົນ ໄດ້ພ້ອມພຽງກັນ ໃສ່ບາດຖະຫວາຍສັງຄະທານ ແດ່ພະສົງສາມະ ເນນ ຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດ ຕາມຮີດຄອງປະເພນີທີ່ສືບທອດກັນມາ.

ສະເພາະຢູ່ ນະຄອນຫລວງວຽງຈັນ ພຸດທະສາສະນິກະຊົນ ກໍໄດ້ຮ່ວມກັນໃສ່ບາດ ຢູ່ຕາມວັດແຫ່ງຕ່າງໆ ຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງປະເພນີ, ວັດທະນະທຳ ອັນດີງາມທີ່ເຄີຍສືບທອດກັນມາແຕ່ບູຮານນະການ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ ແລະ ປອດໄພ ເຊິ່ງກ່ອນຈະໃສ່ບາດ ກໍໄດ້ມີພິທີກຳທາງສາດສະໜາ ເປັນຕົ້ນ ຟັງທຳມະເທດສະໜາ ແລະ ອື່ນໆ. ນອກນັ້ນ, ຢູ່ບາງວັດ ຍັງມີຜູ້ໃຈບຸນ ນຳເອົານ້ຳຫວານ, ນ້ຳດື່ມ ແລະ ອາຫານປະເພດຕ່າງໆ ມາຕັ້ງເປັນໂຮງທານ ເພື່ອໃຫ້ມວນຊົນ ຜູ້ມາໃສ່ບາດ ໄດ້ຮັບປະທານ.

ວັນບຸນເຂົ້າພັນສາ ເປັນວັນທີ່ພະພິກຂຸສົງຈຳພັນສາ ກົງກັບວັນແຮມ 1 ຄໍ່າ ເດືອນ 8 ຈົນເຖີງວັນຂຶ້ນ 15 ຄໍ່າ ເດືອນ 11 ວັນເຂົ້າພັນສາ, ເປັນວັນສຳຄັນທີ່ພະສົງຈະຕ້ອງອະທິຖານເຂົ້າພັນສາ ຕະ ຫລອດໄລຍະໄຕມາດ 3 ເດືອນ ຕາມທີ່ພະທຳວິໄນບັນຍັດໄວ້ ໂດຍບໍ່ໃຫ້ໄປນອນຄ້າງຄືນບ່ອນອື່ນ ໂດຍ ເອີ້ນວ່າ: ຈຳພັນສາ ເຊິ່ງສາເຫດທີ່ມີບັນຍັດຈຳພັນສາ ເນື່ອງດ້ວຍພະສົງໃນສະໄໜພຸດທະການ ໄດ້ເດີນທາງໄປສະແດງທຳ ໂປດສັດ ໃຫ້ແກ່ປະຊາຊົນໃນທີ່ຕ່າງໆ ຊາວບ້ານຈຶ່ງໄດ້ຕຳນິວ່າ ພະສົງເຫລົ່ານັ້ນໄດ້ໄປຫຍຽບເຂົ້າກ້າເຄື່ອງປູກຂອງຝັງຊາວບ້ານ ຈົນເສຍຫາຍ ພະພຸດທະເຈົ້າ ຈຶ່ງວາງລະບຽບການຈຳພັນສາ ໃຫ້ພິກຂຸ ຢູ່ໃນສະຖານທີ່ຂອງສົງຕະຫລອດໄລຍະ 3 ເດືອນ (ເວັ້ນເສຍແຕ່ມີທຸລະຈຳເປັນ ແຕ່ຕ້ອງໄດ້ລາພັນສາ) ການຈຳພັນສາອີກປະການໜຶ່ງ ກໍເພື່ອໃຫ້ພະພິກຂຸສົງໄດ້ສຶກສາຫລັກທຳທາງສາສະໜາ ເພື່ອກະກຽມໄປເຜີຍແຜ່ໃຫ້ແກ່ຍາດໂຍມອີກດ້ວຍ

ຫວນຄືນ ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ສຸພານຸວົງ

0

ປະທານ ສຸພານຸວົງ ເກີດວັນທີ13/7/1909 ທີ່ຫລວງພະບາງ ໃນຄອບຄົວເຊື້ອເຈົ້າ, ຕອນອາຍຸ 7 ປີ ໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມສຶກສາທ່ີຫລວງພະບາງ, ເພິ່ນເປັນນັກຮຽນທ່ີຂະຫຍັນໝ່ັນພຽງ ແລະ ມີພອນສະຫວັນໃນຫລາຍດ້ານ. ໃນກາງປີ 1920 ທ່ານໄດ້ເດີນທາງໄປຮຽນຕ່ໍມັດທະຍົມ “ອານແບກຊາໂຣ”  ທີ່ຮ່າໂນ້ຍ ປະເທດຫວຽດນາມ. ປີ 1931 ທ່ານໄດ້ໄປສຶກສາຕໍ່ທີ່ປະເທດຝຣັ່ງ, ຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ, ສາຂາວິຊາວິສະວະກອນພົນລະເຮືອນ ຢູ່ນະຄອນປາຣີ ເວລາຮຽນຢູ່ປະເທດຝຣ່ັງ, ປະທາ ສຸພານຸວົງ ບໍ່ພຽງແຕ່ມີຄວາມມຸ່ງໝັ້ນໃນການຮຽນເທົ່ານັ້ນ, ເພິ່ນຍັງດຸໝັ່ນໃນການລົງຝຶກຫັດ-ປະຕິບັດຕົວຈິງ ແລະ ເພິ່ນຍັງໄດ້ໄປຫລາຍປະເທດໃນທະວີບເອີຣົບ ທັງເບື້ອງຕາເວັນອອກ ແລະ ຕາເວັນຕົກ ແລະ ໄດ້ໄປຫລາຍປະເທດໃນທະວີບອາຟຣິກາ ເພ່ືອໄປສຳຜັດຕົວຈິງ ແລະ ຊອກຮູ້ປະສົບການໃນດ້ານຕ່າງໆ. ໃນປີ 1937 ປະທານ ສຸພານຸວົງ ໄດ້ຮັບປະກາດສະນິຍະບັດວິສາວະກອນຂົວທາງທີ່ຝຣັ່ງເປັນຄົນທຳອິດຂອງປະເທດລາວ. ເພິ່ນໄດ້ກັບຄືນອິນດູຈີນ ໂດຍໄດ້ຮັບລາຊະການໃນ ຂະ ແໜງໂຍທາທິການປະຈຳຢູ່ຍາ ຈາງ (ປະເທດຫວຽດນາມ).ໃນ ໄລຍະ 3 ປີ ປະທານ ສຸພານຸວົງ ໄດ້ ສຳເລັດການສ້າງຂົວທາງເລກທີ 14 ແລະ ໂຄງການເຂ່ືືອນໄຟຟ້ານ້ຳ ຕົກຢູ່ເມືອງວິນ, ໄດ້ໄປຊ່ວຍສ້າງຂົວ ແລະ ສ້ອມແປງທາງເລກທີ 13 ຢູ່ ແຂວງຊຽງແຕງ ປະເທດກຳປູເຈຍ. ຕໍ່ມາປະທານໄດ້ຖືກແຕ່ງຕັ້ງໄປຮັບລາຊະການຢູ່ເມືອງພິນ ແຂວງ ສະຫວັນນະເຂດ ເພື່ອສ້າງທາງເລກທີ 23 ແລະ ຂົວເຊບັງຫຽງ.

ໃນເວລາຮັບໜ້າທີ່ຢູ່ຫວຽດນາມ, ກຳປູເຈຍ ແລະ ລາວ, ປະທາ ສຸພານຸວົງ ໄດ້ສ້າງຜົນງານຫລາຍຢ່າງອັນເປັນທີ່ຍອມຮັບໃນຖານະວິສະວະກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ເຮັດແທ້ທຳຈິງ. ສ່ິງສຳຄັນທີ່ສຸດເພິ່ນໄດ້ສຳຜັດ, ໄດ້ເຫັນພຶດຕິກຳ ແລະ ການກະທຳຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ທີ່ມີຕໍ່ຄົນຊາດຫົວເມືອງຂຶ້ນ ຊຶ່ງມັນໄດ້ສ່ົງຜົນກະທົບໂດຍກົງຕ່ໍສະພາບແນວຄິດຈິດໃຈຂອງເພິ່ນ ແລະ ຈຳໃຫ້ເພ່ິນຕ້ອງເລືອກເອົາເສ້ັນທາງແຫ່ງການຕ່ໍສູ້ເພື່ອກອບກູ້ເອົາຄວາມເປັນເອກະລາດມາໃຫ້ປະເທດ, ນຳເອົາອິດສະລະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນລາວບັນດາເຜ່ົາ. ເດືອນຕຸລາ 1945 ປະທານ ສຸພານຸວົງ ໄດ້ກັບຄືນລາວຕາມ ເສັ້ນທາງເລກ 9 , ທ່ານໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຊາວເຊໂປນທຸກຊັ້ນຄົນ ແລະ ໄດ້ກ່າວຄຳປາໄສຕ່ໍໜ້າປະຊາຊົນຢ່າງຫລວງຫລາຍ, ເພິ່ນໄດ້ເວົ້າວ່າ: ແຜ່ນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ, ສະນັ້ນ ພວກເຮົາທຸກຄົນຕ້ອງສາມັກຄີກັນໂຮມແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາຄືນມາໃຫ້ໄດ້”. ນີ້ແມ່ນຈຸດເລີ່ມຕົ້ນແຫ່ງພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະທານ ສຸພານຸວົງ. ໃນວັນທີ 12/10/1945 ປະຊາຊົນລາວພາຍໃຕ້ການນຳພາຂອງພັກ ໄດ້ລຸກຂຶ້ນໂຄ່ນລົ້ມອຳນາດການປົກຄອງເກ່ົາ, ສ້າງຕ້ັງອຳນາດການປົກຄອງປະຕິວັດຂ້ຶນປະທານ ສຸພານຸວົງ ໄດ້ຮັບການແຕ່ງຕັ້ງໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດໃນລັດຖະບານຊຸດນັ້ນ ແລະ ນັບແຕ່ວັນທີ 30/10/1945 ເປັນຕົ້ນມາໄດ້ດຳລົງຕຳແໜ່ງຜູ້ບັນຊາການສູງສຸດຂອງບັນດາກຳລັງປະກອບອາວຸດອິດສະຫລະ ແລະ ໄດ້ກັບຄືນມາເຄື່ອນໄຫວທີ່ທ່າແຂກ. ຕົກມາຕົ້ນປີ 1946 ກອງທະຫານພວກລ່າເມືອງຂຶ້ນແບບເກົ່າເປີດການເຄື່ອນທັບ ເພື່ອຢຶດຄອງບັນດາຕົວເມືອງຄືນໃໝ່; ໃນນ້ັນກ່ໍມີທ່າແຂກ. ກອງທະຫານປະສົມລາວ-ຫວຽດນາມ ໃຕ້ການບັນຊາຂອງປະທານ ສຸພານຸວົງ ໄດ້ສູ້ຮົບຢ່າງພິລະອາດຫານຕ້ານການບຸກໂຈມຕີຢ່າງປ່ວງບ້າຂອງພວກສັດຕູຕາມທິຕ່າງໆ ເຊິ່ງພວກເຂົານຳໃຊ້ທັງເຮືອບິນສູ້ຮົບ ແລະ ປືນໃຫຍ່. ທະຫານຝຣັ່ງໄດ້ຢຶດເອົາຕົວເມືອງທ່າແຂກ ແລະ ໄດ້ເຂັນຂ້າປະຊາຊົນຢ່າງປ່າເຖ່ືອນທ່ີສຸດ. ປະທານ ສຸພານຸວົ ໄດ້ຮັບບາດເຈັບສາຫັດໃນວັນທີ 21/3/1946. 

ວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ເປີດຂຶ້ນເຊິ່ງໄດ້ຕົກລົງ ສ້າງຕັ້ງແນວໂຮມເອກະພາບແຫ່ງຊາດຂຶ້ນຢ່າງເປັນທາງການ ໂດຍໃສ່ຊື່ວ່າແນວລາວອິດສະຫລະ ແລະ ໄດ້ສ້າງຕັ້ງລັດຖະບານລາວຕໍ່ຕ້ານປະກອບດ້ວຍ 5 ທ່ານ ໂດຍແມ່ນປະທານ ສຸພານຸວົງ ເປັນປະທານແນວລາວອິດສະຫລະ ທັງເປັນລັດຖະມະຫາເສນາ (ນາຍົກລັດຖະມົນຕີ) ຂອງລັດຖະບານລາວຕໍ່ຕ້ານ. ກອງປະຊຸມໄດ້ກຳນົດ ແລະ ວາງໂຄງການການເມືອງ 12 ຂ້ໍ ເຊິ່ງເປັນທາງແນວນະໂຍບາຍ ເພື່ອເຕົ້າໂຮມປະຊາຊົນທຸກເຜົ່າ, ທຸກຊັ້ນ ຄົນໃນລາວ ລຸກຂຶ້ນຕໍ່ສູ້ປົດປ່ອຍ ຊາດ. ວັນທີ 22 ມີນາ 1955 ພັກ ປະຊາຊົນປະຕິວັດລາວ ໄດ້ຮັບການ ສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ໃນວັນທີ 14/5/1955 ປະທານ ສຸພານຸວົງ ຖືກຄັດເລືອກເພີ່ມເຕີມເຂົ້າເປັນກຳມະການສູນກາງພັກ. ວັນທີ 6 ມັງກອນ 1956 ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງເປັນປະທານຄະນະກຳມະການສູນກາງແນວລາວຮັກຊາດອິກເທື່ອໜຶ່ງ. ປະທານໄດ້ອອກຖະແຫລງການກ່ຽວກັບນະໂຍບາຍສັນຕິພາບເປັນກາງຂອງລາວ, ຮຽກຮ້ອງໃຫ້ພ່ີນ້ອງຮ່ວມຊາດໃນທົ່ວປະເທດລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດລ່າເມືອງຂ້ຶນແບບເກົ່າ, ແບບໃໝ່ ແລະ ພວກລູກມືທີ່ທຳລາຍສັນຍາເຊີແນວ ປີ 1954, ທວງໃຫ້ລັດຖະບານລາຊະອານາຈັກ ຕ້ອງຮ່ວມມືກັບຝ່າຍປະເທດລາວຢ່າງຈິງຈັງໃນການປະຕິບັດສັນຍາເຊີແນວ, ຮຽກຮ້ອງໃຫ້ກຳລັງປະຕິວັດເດັດດ່ຽວສູ້ຮົບປົກປັກຮັກສາສອງແຂວງເຕົ້າໂຮມ ແລະ ຂະຫຍາຍຂະບວນການຕໍ່ສູ້ ຂອງປະຊາຊົນໃນ 10 ແຂວງ. ວັນທີ 28 ກໍລະກົດ 1959  ພວກສັດຕູໄດ້ບັງອາດຈັບກຸມຄຸມຂັງປະທານ ສຸພານຸວົງ ແລະ ບັນດາຜູ້ນຳອື່ນໆໄປຂັງໄວ້ຄຸກໂພນເຄັງ. ໃນເວລາຖືກຈັບເຂົ້າຄຸກ ປະທານ ສຸພານຸວົງ ແລະ ບັນດາຜູ້ນຳປະຕິວັດກໍໄດ້ມີການຕໍ່ສູ້ໂດຍບໍ່ຍອມກົ້ມຫົວໃຫ້ສັດຕູ, ບໍ່ຮັບເອົາການຊືີ້ຈ້າງຈອບອອຍ ແລະ ບ່ໍຫວັ່ນໄຫວຕ່ໍການຂ່ົມຂູ່ຂອງພວກເຂົາ, ກົງກັນຂ້າມຍັງກ່າວປະນາມການທໍລະຍົດຂອງພວກເຂົາ, ພ້ອມກັນນັ້ນກໍຈັດຕັ້ງຂົນຂວາຍພວກທະຫານສັດຕູທີ່ມາເວນຍາມຄຸກ, ສຸດທ້າຍປະທານ ສຸພານຸວົງ ແລະ ຜູ້ນຳແນວລາວຮັກຊາດທັງໝົດໄດ້ອອກຈາກຄຸກ ແລະ ກັບຄືນສູ່ຖານທ່ີໝ້ັນປະຕິວັດຢ່າງປອດໄພ.

ໂດຍ: ຄະນະ ບກ

ເລຂາທິການໃຫຍ່ ຕ້ອນຮັບຮອງນາຍົກລັດຖະມົນຕີ ສສຫວຽດນາມ

0

ໃນວັນທີ 9 ກໍລະກົດ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຈີ້ ຢຸງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 9-11 ກໍລະກົດ 2025.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ເຊິ່ງເປັນຄັ້ງທໍາອິດພາຍຫລັງທີ່ ສະຫາຍ ຫງວຽນ ຈີ້ ຢຸງ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນເດືອນກຸມພາ 2025 ທີ່ຜ່ານມາ. ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄໍາຢື້ຢາມຖາມຂ່າວອັນອົບອຸ່ນໄປຍັງ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ແລະ ສະຫາຍ ປະທານປະເທດ ເລືອງ ເກືອງ ກໍຄື ບັນດາສະຫາຍ ການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກທົ່ວໜ້າ.

ໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ ກໍຄື ຜົນສໍາເລັດຂອງການພົວພັນຮ່ວມມື ສອງຝ່າຍ ໃນໄລຍະຜ່ານມາເຫັນໄດ້ວ່າ ສອງຝ່າຍສືບຕໍ່ມີການພົບປະ ແລະ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງຄະນະຜູ້ແທນຂັ້ນຕ່າງໆ ຢ່າງເປັນປົກກະຕິ, ຫລ້າສຸດແມ່ນການເຂົ້າຮ່ວມພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມເປັນເອກະພາບທົ່ວປະເທດຫວຽດນາມ ຄົບຮອບ 50 ປີ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນວັນທີ 30 ເມສາ 2025 ທີ່ຜ່ານມາ. ພ້ອມນີ້, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ກໍເຫັນວ່າມີຄວາມຄືບໜ້າພໍສົມຄວນ ຊຶ່ງພິເສດແມ່ນສອງຝ່າຍໄດ້ສໍາເລັດການເປີດທ່າທຽບເຮືອເລກ 3 ຂອງທ່າເຮືອຫວຸ່ງອ່າງ 1, 2, 3 ທີ່ເປັນເຫດການທີ່ສໍາຄັນ ແລະ ມີຄວາມໝາຍທາງປະຫວັດສາດຂອງການພົວພັນຮ່ວມມືຂອງສອງປະເທດ.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການພົບປະເຮັດວຽກ ລະຫວ່າງ ສະຫາຍ ຮອງນາຍົກລັດຖະມົນຕີ ຫງວຽນ ຈີ້ ຢຸງ ແລະ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ສອງຝ່າຍໄດ້ທົບທວນ ແລະ ຕີລາຄາຄືນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47 ແລະ ວາງທິດທາງແຜນການຮ່ວມມືໃນອີກ 6 ເດືອນທ້າຍປີ 2025 ນີ້. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ມີຄໍາເຫັນຊີ້ນໍາໃຫ້ສອງລັດຖະບານ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊອກຫາວິທີການແກ້ໄຂເຮັດໃຫ້ບັນດາໂຄງການທີ່ມີຄວາມສໍາຄັນທາງຍຸດທະສາດສໍາເລັດ ເປັນຕົ້ນ ແມ່ນເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການເຊື່ອມໂຍງພື້ນຖານເສດຖະກິດ ໂດຍຜ່ານການເຊື່ອມໂຍງພື້ນຖານໂຄງລ່າງ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມື ໃຫ້ສໍາເລັດຕາມກໍານົດເວລາ ແລະ ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມຮອບດ້ານໃຫ້ແກ່ການສະເຫລີມສະຫລອງວັນສໍາຄັນຕ່າງໆຂອງສອງພັກ-ສອງລັດ ເຊັ່ນ: ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 2025) ແລະ ວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 2025) ທີ່ຈະມາເຖິງນີ້.

ໃນໂອກາດດຽວກັນ, ສະຫາຍ ຫງວຽນ ຈີ້ ຢຸງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ແລະ ໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມຂອງ ສະຫາຍ ເລຂາທິການໃຫຍ່ ໂຕ ເລີມ ແລະ ສະຫາຍ ປະທານປະເທດ ເລືອງ ເກືອງ ມາຍັງ ສະຫາຍ ເລຂາທິ ການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍຄື ມາຍັງພັກ, ລັດ ແລະ ປະຊາຊົນລາວ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47 ລວມທັງຜົນຂອງກອງປະຊຸມ ສອງຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໃຫ້ປະກົດຜົນເປັນຮູບປະທໍາ ທັງເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ພາບ: ເກດສະໜາ

ນາຍົກລັດຖະມົນຕີ ຕ້ອນຮັບຮອງນາຍົກລັດຖະມົນຕີຫວຽດນາມ

0

ໃນວັນທີ 9 ກໍລະກົດ 2025, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຈີ້ ຢຸງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 9-11 ກໍລະກົດ 2025.

ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ເປັນຄັ້ງທໍາອິດພາຍຫລັງທີ່ ສະຫາຍ ຫງວຽນ ຈີ້ ຢຸງ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນເດືອນກຸມພາ 2025 ທີ່ຜ່ານມາ ທັງເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ລາວ-ຫວຽດນາມ ແລະ ທັງເປັນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47. ພ້ອມນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຝາກຄໍາຢື້ຢາມຖາມຂ່າວອັນອົບອຸ່ນໄປຍັງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍຄື ຄະນະລັດຖະບານຫວຽດນາມ ທຸກທົ່ວໜ້າ.

ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ ໂດຍສະເພາະຜົນສໍາເລັດ ດ້ານການປັບປຸງກົງຈັກການຈັດຕັ້ງຈາກສູນກາງຮອດທ້ອງຖິ່ນ ກໍຄື ຜົນສໍາເລັດຂອງການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ເຫັນໄດ້ວ່າ ສອງຝ່າຍສືບຕໍ່ມີການພົບປະ ແລະ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງຄະນະຜູ້ແທນຂັ້ນຕ່າງໆ ຢ່າງເປັນປົກກະຕິ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ກໍມີຄວາມຄືບໜ້າໃນລະດັບດີສົມຄວນ ແລະ ມີບາງໂຄງການກໍຄາດວ່າຈະໃຫ້ສໍາເລັດໃນທ້າຍປີ 2025 ນີ້. ພິເສດ, ສອງຝ່າຍໄດ້ສໍາເລັດການເປີດທ່າທຽບເຮືອເລກ 3 ຂອງທ່າເຮືອຫວຸ່ງອ່າງ 1, 2, 3 ທີ່ເປັນເຫດການທີ່ສໍາຄັນ ແລະ ມີຄວາມໝາຍທາງປະຫວັດສາດຂອງການພົວພັນຮ່ວມມືຂອງສອງປະເທດ.

ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການພົບປະເຮັດວຽກ ລະຫວ່າງ ສະຫາຍ ຮອງນາຍົກລັດຖະມົນຕີ ຫງວຽນ ຈີ້ ຢຸງ ແລະ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ເຊິ່ງສອງຝ່າຍໄດ້ທົບທວນ ແລະ ຕີລາຄາຄືນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47 ແລະ ວາງທິດທາງແຜນການຮ່ວມມືໃນອີກ 6 ເດືອນທ້າຍປີ 2025 ນີ້. ສະຫາຍ ສອນໄຊ ສີພັນດອນ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ຊຸກຍູ້ບັນດາໂຄງການທີ່ພວມຈັດຕັ້ງປະຕິບັດ ແລະ ຍັງຄົງຄ້າງຢູ່ ໃຫ້ສໍາເລັດຕາມຄາດໝາຍ ແລະ ສືບຕໍ່ເພີ່ມທະວີການຮ່ວມມື ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ ແລະ ການປັບປຸງການຮ່ວມມືດ້ານພະລັງງານໄຟຟ້າ ໂດຍສະເພາະປັບປຸງສັນຍາຮ່ວມມືຕ່າງໆ ໃຫ້ມີຄວາມເໝາະສົມຂຶ້ນຕື່ມ, ເພີ່ມທະວີການການຄ້າ-ການລົງທຶນ ໃຫ້ຫລາຍຂຶ້ນໃນອີກ 5 ປີຕໍ່ໜ້າ, ການເຊື່ອມໂຍງພື້ນຖານເສດຖະກິດ ໂດຍເລີ່ມຈາກການເຊື່ອມໂຍງພື້ນຖານໂຄງລ່າງ ແລະ ການເງິນການທະນາຄານ, ສືບຕໍ່ຮັກສາການໄປມາຫາສູ່ ລະຫວ່າງຄະນະຜູ້ແທນຂັ້ນຕ່າງໆ ເພື່ອກະກຽມຮອບດ້ານໃຫ້ແກ່ການສະເຫລີມສະຫລອງວັນສໍາຄັນຕ່າງໆຂອງສອງພັກ-ສອງລັດ ໃນປີ 2025 ນີ້.

ໃນຂະນະດຽວກັນ, ສະຫາຍ ຫງວຽນ ຈີ້ ຢຸງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ມາຍັງ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍຄື ມາຍັງຄະນະລັດຖະບານ ສປປ ລາວ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47 ໃຫ້ປະກົດຜົນເປັນຮູບປະທໍາ ທັງເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ

ພາບ: ຂ່າວສານຫວຽດນາມ ປະຈໍາລາວ