Monday, September 22, 2025
Home Blog Page 48

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຕວັກກີ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

0

ໃນວັນທີ 11 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຮາກັນ ຟີດານ (Hakan FIDAN), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.

ໃນການພົບປະ, ສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງ ຕໍ່ການພົບປະກັນໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຕວັກກີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ຕະຫຼອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 26 ມິຖຸນາ 1958 (ຄົບຮອບ 67 ປີ), ສະແດງອອກຄື ໄດ້ມີການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ, ລວມທັງການສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ພ້ອມນີ້, ສອງຝ່າຍ ຍັງປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າຂອງສອງປະເທດ ໂດຍສະເພາະແມ່ນການຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ, ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ ເປັນຕົ້ນ ດ້ານການຄ້າ, ການລົງທຶນ, ກະສິກໍາ, ສາທາລະນະສຸກ, ການສຶກສາ, ແຮງງານ ແລະ ສະຫວັດດີການສັງຄົມ, ລວມເຖິງການຮ່ວມມືລະຫວ່າງອົງການຈັດຕັ້ງສະຫະພັນແມ່ຍິງ, ຊາວໜຸ່ມ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຮ່ວມມືໃນຂອບຫຼາຍຝ່າຍ, ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ

0

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ຈັດກອງປະຊຸມສຳມະນາວິທະຍາສາດ ລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ທີ່ປຶກສາສະພາທິດສະດີສູນກາງພັກ ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ມີບັນດາທ່ານການນຳພັກ – ລັດ, ບັນດາທ່ານຄະນະທີ່ປຶກສາຂອງສູນກາງແນວລາວສ້າງ, ຄະນະປະຈໍາສະພາທິດສະດີສູນກາງພັກ ແລະ ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ ຊຶ່ງກອງປະຊຸມ ໄດ້ຈັດຂຶ້ນ ໃນວັນທີ 16 ກໍລະກົດ ຜ່ານມາທີ່ຄະນະໂຄສະນາອົບຮົມສູນກາງພັກ.

ໃນວາລະກອງປະຊຸມ, ໄດ້ຮັບຟັງການນຳສະເໜີ 5 ຫົວຂໍ້ຍ່ອຍເຊັ່ນ: ແນວຄິດໄກສອນ ພົມວິຫານ ກ່ຽວກັບຄວາມສາມັກຄີບັນດາເຜົ່າ, ການສ້າງຄວາມສາມັກຄີບັນດາຊັ້ນຄົນ, ການສ້າງຄວາມສາມັກຄີ ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ການສ້າງຄວາມສາມັກຄີປອງດອງ ສາສະໜາຕ່າງໆ ແລະ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີ ລະຫວ່າງ ບັນດາກໍາລັງທີ່ຮັກຊາດ;

ໂອກາດກ່າວເປີດກອງປະຊຸມ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ກ່າວບາງຕອນວ່າ: ກອງປະຊຸມສຳມະນາ ໃນຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ແມ່ນມີຄວາມໝາຍສໍາຄັນ ທັງໃນດ້ານທິດສະດີ ແລະ ພຶດຕິກໍາ ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງຄັງສາງທິດສະດີ – ພຶດຕິກຳ ຂອງພັກເຮົາ ເພື່ອເປັນພື້ນຖານຮັບໃຊ້ໃຫ້ແກ່ການປັບປຸງບູລະນະແນວທາງນະໂຍບາຍ ຂອງພັກ ແລະ ລັດ ກ່ຽວກັບວຽກການສ້າງຄວາມສາມັກຄີປອງດອງຊາດ ໃຫ້ສົມບູນຍິ່ງຂຶ້ນ; ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ, ຕະຫຼອດໄລຍະແຫ່ງການນໍາພາ-ຊີ້ນໍາ ເພິ່ນໄດ້ຖືສໍາຄັນການສ້າງຄວາມສາມັກຄີ ແມ່ນກຳລັງແຮງ, ແມ່ນກຸນແຈແຫ່ງຄວາມສຳເລັດຜົນ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ ແມ່ນກວ້າງຂວາງ, ເລິກເຊິ່ງ, ຮອບດ້ານ, ກວມເອົາທຸກການເຄື່ອນໄຫວວຽກງານໃນແຕ່ລະຂົງເຂດ; ເນື້ອແທ້ແມ່ນເພື່ອສຶກສາອົບຮົມ, ເປັນຫຼັກແຫຼ່ງເຕົ້າໂຮມກຳລັງແຮງ ແລະ ຄວາມສາມັກຄີປອງດອງ ຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ ແລະ ໄວ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ; ພ້ອມນີ້, ທ່ານປະທານກອງປະຊຸມໄດ້ຮຽກຮ້ອງມາຍັງບັນດານັກວິທະຍາສາດ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ຄົ້ນຄວ້າໃຫ້ເລິກ, ຂຸດໃຫ້ເຖິງ ນຳສະເໜີເນື້ອໃນໃຫ້ເລິກເຊິ່ງ, ຮັບປະກັນໄດ້ລັກສະນະວິທະຍາສາດ, ຖືກຕ້ອງຕາມເຫດການຕົວຈິງ ເພື່ອຊອກໃຫ້ເຫັນໄດ້ເຖິງແອ້ກະທິແນວຄິດທິດສະດີຂອງເພິ່ນ ເພື່ອກາຍເປັນຄັງສາງທິດສະດີ, ເປັນແນວຄິດຊີ້ນຳທີ່ມີບົດບາດສຳຄັນ ແລະ ເປັນທິດເຍືອງທາງຕໍ່ກັບວຽກງານສ້າງຄວາມສາມັກຄີປອງດອງຊາດ; ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍໃຫ້ເອົາໃຈໃສ່ໃນການຄິດຫງຳ ໃຫ້ການປະກອບຄໍາເຫັນຢ່າງກົງໄປກົງມາຕາມຄຳຖາມເຈາະຈີ້ມ ເພື່ອເຮັດແນວໃດໃຫ້ເນື້ອໃນບົດຄົ້ນຄວ້າ, ສຳມະນາວິທະຍາສາດໃນຄັ້ງນີ້ສາມາດຮັບປະກັນໄດ້ລັກສະນະວິທະຍາສາດ ແລະ ແທດຕົວຈິງ; ນໍາເອົາເນື້ອໃນຈິດໃຈກອງປະຊຸມສໍາມະນາໃນຄັ້ງນີ້ໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ຂ່າວ: ພ.ພຽງ-ພາບ: ລີ

ເຊັນສັນຍາສໍາປະທານ ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງແລະ ເມືອງປາກຊ່ອງ

0

ວັນທີ​ 16​ ກໍລະກົດ​ 2025, ໄດ້ມີພິທີເຊັນສັນຍາສໍາປະທານ​ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ໃນເນື້ອທີ່ 50,4 ເຮັກຕາ ຢູ່ບ້ານໜອງແລະ ເມືອງປາກຊ່ອງ ແຂວງຈຳປາສັກ ຂອງບໍລິສັດ ກະສິກຳ ລາວ​ – ຫວຽດ ຈຳກັດຜູ້ດຽວ.​ ພິທີຈັດຂຶ້ນຢູ່​ໂຮງແຮມຈໍາປາສັກແກຣນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ​ ທ່ານ​ ສົມບູນ​ ເຮືອງວົງສາ​ ຮອງເຈົ້າແຂວງ​ຈໍາປາສັກ​,​ ທ່ານ​ ​ບຸນມີ​ ຄໍາພິທູນ ຮອງຫົວໜ້າ​ພະແນກ​ແຜນການ​ ແລະ​ ການລົງທຶນ​ແຂວງ,​ ທ່ານ​ ຄໍາ​ ນິລາວົງ​ ວ່າການຫົວໜ້າ​ພະແນກ​ກະສິກຳ​ ແລະ​ ປ່າໄມ້​ແຂວງ,​ ທ່ານ​ ຄໍາ​ຂອດ​ ໝື່ນຫຼວງ ປະທານຄະນະກໍາມະການປົກຄອງເມືອງປາກຊ່ອງ, ທ່ານ ຫວໍ ວັນ​ ຫາຍ​ (Vo Van Hai) ຜູ້ອໍານວຍການໃຫຍ່​ ບໍລິສັດ​ ກະສິກຳ ລາວ​ – ຫວຽດ ຈຳກັດຜູ້ດຽວ.​ ມີການນໍາພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ,​ ການນໍາ​ຫ້ອງວ່າການແຂວງ,​ ການນໍາ​​ ແລະ​ ພະນັກງານ​ວິຊາການຂະແໜງສົ່ງເສີມການລົງທຶນ​ ເຂົ້າຮ່ວມເປັນສັກຂີພະຍານ.​

ພະແນກແຜນການ​ ແລະ​ ການລົງທຶນ​ແຂວງ​ ລົງນາມໂດຍ ທ່ານ​ ບຸນມີ​ ຄໍາພິທູນ ຮອງຫົວໜ້າ​ພະແນກ​ແຜນການ​ ແລະ​ ການລົງທຶນ​ແຂວງ.​ ບໍລິສັດ​ ກະສິກຳ ລາວ​ – ຫວຽດ ຈຳກັດຜູ້ດຽວ​ ລົງນາມ​ໂດຍທ່ານ​ ຫວໍ ວັນ​ ຫາຍ​ ຜູ້ອໍານວຍການບໍລິສັດ.​ ຝ່າຍອົງການປົກຄອງແຂວງ ລົງນາມເປັນພະຍານ ມີທ່ານ​ ຄໍາ​ ນີລາວົງ​ ວ່າການຫົວໜ້າ​ພະແນກ​ກະສິກໍາ ແລະ​ ປ່າໄມ້​ແຂວງ​,​ ທ່ານ​ ຄໍາ​ຂອດ​ ໝື່ນຫຼວງ ປະທານຄະນະກໍາມະການປົກຄອງເມືອງປາກຊ່ອງ.​ ໂຄງການປູກກາເຟ, ຖົ່ວລຽນ ແລະ ບຸເບີຣີ ໃນເນື້ອທີ່ 50,4 ເຮັກຕາ ຢູ່ບ້ານໜອງແລະ ເມືອງປາກຊ່ອງ ຂອງບໍລິສັດ ກະສິກຳ ລາວ​ – ຫວຽດ ຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ຂອງໂຄງການ ໃນວັນທີ 7 ພຶດສະພາ 2025,​ ຜ່ານມາບໍລິສັດໄດ້ປະຕິບັດ ພັນທະຢ່າງຖືກຕ້ອງຄົບຖ້ວນຕາມບົດບັນທຶກຄວາມເຂົ້າໃຈ ຈົນກ້າວມາເຖິງການເຊັນສັນຍາສໍາປະທານໃນຄັ້ງນີ້ ເຊິ່ງບໍລິສັດໄດ້ມີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າວຽກຂອງໂຄງການຕາມເງື່ອນໄຂບົດບັນທຶກຄວາມເຂົ້າໃຈໄດ້ເປັນຢ່າງດີ ເຮັດໃຫ້ສາມາດສໍາເລັດໄດ້ໂດຍໄວ ນັບແຕ່ວັນທີ່ເຊັນບົດບັນທຶກຄວາມເຂົ້າໃຈ ເຖິງປັດຈຸບັນ.​ ຜູ້ລົງທຶນແມ່ນບໍລິສັດ ກະສິກຳ ລາວ​ – ຫວຽດ ຈຳກັດຜູ້ດຽວ, ຮູບແບບການລົງທຶນ ຕ່າງປະເທດ 100% ຈາກ ສສ ຫວຽດນາມ, ທຶນຈົດທະບຽນທັງໝົດ 3 ລ້ານໂດລາສະຫະລັດ.​ ຈຸດປະສົງ​ ກໍເພື່ອຮັບປະກັນດ້ານສະບຽງອາຫານ​ -​ ໂພຊະນາການ​ ທັງເປັນສິນຄ້າພາຍໃນ ແລະ ສົ່ງອອກ ຕາມທິດປູກຝັງທັນສະໄໝ, ສະອາດ, ປອດໄພ, ໃສ່ໃຈຄຸນນະພາບ, ໝັ້ນຄົງ ແລະ ຍືນຍົງ.

ການເຊັນສັນຍາ​ ຄັ້ງນີ້​ ແມ່ນປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ​ ເລກທີ 822/ຈຂ.ຈສ, ວັນທີ 14 ກໍລະກົດ 2025​ ວ່າດ້ວຍການມອບສິດໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ອົງການປົກຄອງແຂວງ ເຊັນສັນຍາສຳປະທານ ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງແລະ ເມືອງປາກຊ່ອງ ກັບ ບໍລິສັດ ກະສິກຳ ລາວ​ – ຫວຽດ ຈຳກັດຜູ້ດຽວ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ນັບແຕ່ມື້ເຊັນສັນຍາສໍາປະທານເປັນຕົ້ນໄປ.​

ຄວາມມີສະເໜ່ຂອງຈີນຕໍ່ໂລກເພີ່ມສູງຂຶ້ນ

0

ຫວ່າງມໍ່ໆ ມານີ້, ຜົນການສຳຫຼວດຄວາມຄິດເຫັນສາກົນສະບັບໜຶ່ງໄດ້ດຶງດູດຄວາມສົນໃຈຢ່າງກວ້າງຂວາງ: ນັບມາຮອດທ້າຍເດືອນພຶດສະພາຜ່ານມາ, ຄວາມມີສະເໜ່ຂອງຈີນຕໍ່ໂລກໄດ້ເພີ່ມຂຶ້ນເປັນ 8,8 ຄະແນນ, ຜົນການສຳຫຼວດຄວາມຄິດເຫັນສາກົນຫຼາຍສະບັບໃນຊຸມປີຜ່ານມາ ລ້ວນແຕ່ໄດ້ເບິ່ງຈີນດ້ວຍທ່າທີທີ່ເປັນມິດ ແລະ ດ້ານດີນັບມື້ນັບຫຼາຍຂຶ້ນ ແລ້ວຄວາມມີສະເໜ່ຂອງຈີນເປັນຄືແນວໃດ?

ກ່ອນອື່ນໝົດ, ຄວາມມີສະເໜ່ຂອງຈີນຕໍ່ໂລກເພີ່ມສູງຂຶ້ນ ແມ່ນຍ້ອນຈີນໄດ້ປະຕິບັດຕາມຄຳໝັ້ນສັນຍາທີ່ຢຶດໝັ້ນເດີນຕາມເສັ້ນທາງການພັດທະນາໂດຍສັນຕິຢ່າງສະເໝີຕົ້ນສະເໝີປາຍ. ພາຍໃຕ້ສະຖາສະການສາກົນສັບສົນ ທີ່ມີຄວາມຫຍຸ້ງຍາກຍ້ອນລັດທິຝ່າຍດຽວ ແລະ ລັດທິປົກປ້ອງເງີຍຫົວຂຶ້ນ, ຈີນໄດ້ເພີ່ມຄວາມແນ່ນອນໃຫ້ແກ່ໂລກທີ່ວຸ້ນວາຍ ດ້ວຍຄວາມສະຫຼາດສ່ອງໃສຂອງຕາເວັນອອກທີ່ “ຢູ່ຮ່ວມກັນຢ່າງກົມກຽວ”. ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກ ແລະ ແນວ ຄວາມຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ໄດ້ສະໜອງແຜນການຂອງຈີນທີ່ເປັນໄປໄດ້ໃຫ້ແກ່ການແກ້ໄຂບັນຫາທົ່ວໂລກ. ຈາກການໄກ່ເກ່ຍໃຫ້ອາຣັບບີຊາອຸດິດ ແລະ ອີຣານ ບັນລຸຄວາມປອງດອງກັນ ໄດ້ເພີ່ມພະລັງຂັບເຄື່ອນອັນແຂງແຮງໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນຕາເວັນອອກກາງ ເຖິງການຈັດຕັ້ງປະຕິບັດ “ສັນຍາປາຣີ” ຢ່າງຕັ້ງໜ້າ ໄດ້ນຳພາທົ່ວໂລກຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຈາກການຊຸກຍູ້ການປະຕິບັດ “ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ” ຫຼື RCEP ເຖິງການຊຸກຍູ້ໃຫ້ກົນໄກການຮ່ວມມືບຣິກສເປີດຮັບສະມາຊິກໃໝ່ ໄດ້ເພີ່ມທະວີການມີສິດມີສຽງຂອງກຸ່ມເສດຖະກິດຈະເລີນໃໝ່ໃນການບໍລິຫານທົ່ວໂລກ. ຈີນໄດ້ປະຕິບັດຕາມພາລະໜ້າທີ່ຂອງປະເທດໃຫຍ່ທີ່ມີນ້ຳໃຈຮັບຜິດຊອບ ດ້ວຍການກະທຳຕົວຈິງ ຊື່ງເປັນການຫວ່ານແນວພັນແຫ່ງສັນຕິພາບ ແລະ ການພັດທະນາໄປສູ່ທຸກແຫ່ງຫົນໃນໂລກ.

ຈີນໄດ້ປະກອບສ່ວນຢ່າງພົ້ນເດັ່ນຕໍ່ການພັດທະນາເສດຖະກິດທົ່ວໂລກ ຊຶ່ງແມ່ນອີກດ້ານໜຶ່ງຂອງຄວາມມີສະເໜ່ຂອງຈີນ. ອັດຕາການປະກອບສ່ວນຕໍ່ການເຕີບໂຕຂອງເສດຖະກິດໂລກຂອງຈີນໄດ້ຮັກສາຢູ່ໃນລະດັບປະມານ 30% ເປັນເວລາຫຼາຍປີຕິດຕໍ່ກັນ, ຈັງຫວະການເຕີບໂຕດ້ານເສດຖະກິດຂອງຈີນໄດ້ຈັດຢູ່ອັນດັບນຳໜ້າໃນບັນດາກຸ່ມເສດຖະກິດຕົ້ນຕໍຂອງໂລກ. ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ປະຕິບັດມາເປັນເວລາສິບກວ່າປີແລ້ວ ຊຶ່ງສາມາດຍາດໄດ້ຜົນສຳເລັດອັນພົ້ນເດັ່ນ ທີ່ຄົນທັງຫຼາຍສາມາດເບິ່ງເຫັນໄດ້ຢ່າງຈະແຈ້ງ. ເມື່ອກອງປະຊຸມສຸດຍອດ G7 ຍັງສືບຕໍ່ປຶກສາຫາລືກ່ຽວກັບການສະກັດກັ້ນການພັດທະນາວິທະຍາສາດເຕັກໂນໂລຊີຂອງຈີນ, ກອງປະຊຸມສຸດຍອດຈີນ-ອາຊີກາງໄດ້ເຊັນສັນຍາຮ່ວມມືຫຼາຍກວ່າ 100 ສະບັບແລ້ວ; ເມື່ອອາເມຣິກາໄດ້ຂຶ້ນອັດຕາພາສີຕາມລຳພັງໃຈ, ຈີນໄດ້ເຊັນສັນຍາການຄ້າເສລີ 23 ສະບັບກັບ 30 ກວ່າປະເທດ ແລະ ເຂດແຄວ້ນ ພ້ອມທັງໄດ້ຍົກເວັ້ນພາສີຕໍ່ສິນຄ້າໃນບັນຊີລາຍຊື່ພາສີ 100% ຈາກ 53 ປະເທດ ໃນທະວີບອາຟຣິກາ ທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ. ຄືດັ່ງຄຳເວົ້າຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍທີ່ວ່າ: “ຈີນບໍ່ພຽງແຕ່ໄດ້ນຳເອົາຄວາມໝັ້ນທ່ຽງມາໃຫ້ໂລກເທົ່ານັ້ນ, ຍິ່ງໄດ້ນຳເອົາຄວາມຫວັງທີ່ໝັ້ນຄົງມາໃຫ້ໂລກອີກດ້ວຍ.” ທົ່ວໂລກສາມາດສຳຜັດກັບນ້ຳໃຈຂອງຈີນທີ່ກວມລວມ ແລະ ຄວາມຫວັງດີທີ່ວ່າ “ປະເທດຕ່າງໆພັດທະນາຮ່ວມກັນ” ຈຶ່ງແມ່ນພັດທະນາທີ່ແທ້ຈິງ.

ພະລັງອ່ອນທາງດ້ານວັດທະນະທຳຂອງຈີນໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ໂລກມີຄວາມເຂົ້າໃຈຕໍ່ຈີນຢ່າງເລິກເຊິ່ງກວ່າເກົ່າ. ປັດຈຸບັນ, ຕຸກກະຕາ Labubu ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າຕ່າງໆໃນໂລກ, ຜົນງານນະວັດຕະກຳດັ່ງເດີມ ເຊັ່ນ: ນາຈາ, ຫງໍຄົງ ແລະ ອື່ນໆຂອງຈີນໄດ້ຂຶ້ນຊື່ລືນາມໃນຂອບເຂດທົ່ວໂລກ, ຜູ້ໄດ້ຮັບຄວາມນິຍົມທາງອິນເຕີເນັດ ຫຼື ເນັດໄອດໍຕ່າງປະເທດໄດ້ເດີນທາງມາໄລສົດຢູ່ຈີນ ກໍໄດ້ຮັບການກົດຖືກໃຈເປັນຫຼາຍສິບລ້ານເທື່ອ, ວິດີໂອສັ້ນຂອງຈີນ ກໍໄດ້ຮັບຄວາມສົນໃຈຈາກຜູ້ຊົມທົ່ວໂລກເປັນຈຳນວນຫຼວງຫຼາຍ. ເຮັດໃຫ້ໂລກໄດ້ຮູ້ໄດ້ເຫັນຈີນໃນຍຸກປັດຈຸບັນ ທີ່ໄດ້ສືບທອດອະລິຍະທຳບູຮານພັນປີ ແລະ ເຕັມໄປດ້ວຍຄວາມມີຊີວິດຊີວາ.

ສິ່ງທີ່ຄວນເວົ້າເຖິງທີ່ສຸດນັ້ນກໍຄື: ຈີນໄດ້ປະຕິບັດນະໂຍບາຍເປີດປະຕູສູ່ພາຍນອກຕ່າງໆ ໄດ້ເຮັດໃຫ້ປະຊາຊົນຈີນ ແລະ ປະຊາຊົນປະເທດຕ່າງໆໃນໂລກມີຄວາມໃກ້ຊິດກັນກວ່າເກົ່າ. ຈີນໄດ້ຍົກເວັ້ນວີຊາເຂົ້າຈີນແຕ່ຝ່າຍດຽວໃຫ້ແກ່ 47 ປະເທດ ແລະ ໄດ້ຍົກເວັ້ນວີຊາເປັນເວລາ 240 ຊົ່ວໂມງຕໍ່ພົນລະເມືອງຈາກ 55 ປະເທດ ທີ່ເດີນທາງຜ່ານຈີນໄປປະເທດທີ 3. ປີ 2024, ຊາວຕ່າງປະເທດທີ່ເດີນທາງເຂົ້າມາປະເທດຈີນໂດຍຍົກເວັ້ນວີຊາມີຫຼາຍກວ່າ 20 ລ້ານເທື່ອຄົນ, ເພີ່ມຂຶ້ນ 112% ເມື່ອທຽບໃສ່ປີ 2023. ການຂໍວີຊາເຂົ້າຈີນໄດ້ຮັບການແກ້ໄຂໃນທັນທີ, ຊາວຕ່າງປະເທດທີ່ຊື້ສິນຄ້າຢູ່ຈີນໄດ້ຮັບການຍົກເວັ້ນພາສີໃນທັນທີໃນເວລານຳເອົາສິນຄ້າເຫຼົ່ານີ້ອອກຈາກຈີນ, ການໃຊ້ຈ່າຍຜ່ານທາງມືຖືຢູ່ຕ່າງປະເທດມີຄວາມສະດວກສະບາຍ. ທັງໝົດນີ້ໄດ້ເຮັດໃຫ້ເພື່ອນມິດຕ່າງປະເທດຮັບຮູ້ເຖິງການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນຢ່າງຮອບດ້ານ.

ຄວາມມີສະເໜ່ຂອງຈີນໃນໂລກໄດ້ເພີ່ມສູງຂຶ້ນ ບໍ່ພຽງແຕ່ເປັນການໂຄສະນາເຜີຍແຜ່ເທົ່ານັ້ນ, ຫາກຍັງແມ່ນການກະທຳຕົວຈິງ ທີ່ປະຕິບັດມາເປັນເວລາຫຼາຍປີ; ບໍ່ແມ່ນ “ການຈົງໃຈເຮັດ”, ຫາກແມ່ນການປະຕິບັດຕາມພາລະໜ້າທີ່ຂອງຕົນຢ່າງສະເໝີຕົ້ນສະເໝີປາຍ ຊຶ່ງບໍ່ພຽງແຕ່ເຮັດໃຫ້ປະຊາຄົມໂລກຮັບຮູ້ຕໍ່ການປະກອບສ່ວນຂອງຈີນເທົ່ານັ້ນ, ຫາກຍັງເປັນຫຼັກຖານທີ່ຈະແຈ້ງໃຫ້ແກ່ແນວຄວາມຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດອີກດ້ວຍ. ເມື່ອໂລກພວມສະແຫວງຫາທິດທາງໃນທ່າມກາງສະຖານະການທີ່ສັບສົນວຸ້ນວາຍ, ຈີນພວມຂຽນປະຫວັດສາດໜ້າໃໝ່ ເພື່ອສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັບປະເທດຕ່າງໆໃນໂລກ ດ້ວຍຄວມມີສະເໜ່ ແລະ ຄວາມສະຫຼາດສ່ອງໃສທີ່ມີເອກະລັກພິເສດຂອງຈີນ.

ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມື ແມນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 16

0

ວິທະຍຸກະຈາຍສຽງຫວຽດນາມ ວັນທີ 10 ກໍລະກົດນີ້ ຢູ່ມາເລເຊຍ, ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ຮ່ວມມື ແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 16, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 58 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ໃນໂອກາດນີ້ ທ່ານ ບຸຍແທັງເຊີນ ສະເໜີກົນໄກຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ (MJC, ລວມມີ 6 ປະເທດສະມາຊິກ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ຍີ່ປຸ່ນ, ໄທ ແລະ ສສ ຫວຽດນາມ) ຕ້ອງປ່ຽນແປງຈິນຕະນາການ ແລະ ວິທີການສຳຜັດ, ສຸມໃສ່ 3 ຂົງເຂດບຸລິມະສິດ ລວມມີ: ການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ໜູນຊ່ວຍບັນດາວິສາຫະກິດ ຂະໜາດກາງ ແລະ ນ້ອຍ, ຈຸນລະວິສາຫະກິດ (MSMEs) ຜ່ານຂໍ້ລິເລີ່ມການຄ້າຂ້າມຊາຍແດນ, ຍູ້ແຮງການຫັນເປັນດີຈີຕອນ ແລະ ນະວັດຕະກຳ, ສ້າງສູນດີຈີຕອນ, ໝູນໃຊ້ເຕັກໂນໂລຊີສີຂຽວ, ເພີ່ມທະວີວິທີການ ລະຫວ່າງ ຂະແໜງ ສຳລັບ ບັນດາສິ່ງທ້າທາຍຄວາມໝັ້ນຄົງດ້ານສະບຽງອາຫານ-ນ້ຳ-ພະລັງງານ, ຊຸກຍູ້ການຖ່າຍທອດເຕັກໂນໂລຢີ ແລະ ພັດທະນາ ພະລັງງານທົດແທນ. ນອກນີ້ຍັງໄດ້ກ່າວເນັ້ນໜັກເຖິງບົດບາດ ຂອງຂົງເຂດເອກະຊົນໃນການຫັນການຮ່ວມມື MJC ໃຫ້ປະກົດຜົນເປັນຈິງ, ສະເໜີຈັດຕັ້ງເວທີປາໄສວິສາຫະກິດແມ່ນ້ຳຂອງ-ຍີ່ປຸ່ນ ເປັນປະຈຳ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ແຈ້ງເຕືອນຝົນຕົກໜັກ ນ້ຳຖ້ວມ ແລະ ດິນເຈື່ອນ ປະຈໍາວັນທີ 12 ກໍລະກົດ 2025

0

ຮ່ອງຄວາມກົດດັນອາກາດຕ່ຳ ຫລື ຮ່ອງຝົນ ຍັງພາດຜ່ານພາກເໜືອຂອງປະເທດລາວ ປ່ອງເຂົ້າສູ່ຍ່ອມຄວາມຄວາມກົດດັນອາກາດຕ່ຳທີ່ປົກຄຸູູ່່ມຢູ່ ສສ ຫວຽດນາມ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະພາກສ່ວນ ຜູ້ທີ່ອາໄສຢູ່ໃກ້ລຽບຕາມແມ່ນ້ຳ ແລະ ເຂດພື້ນທີ່ຕໍ່າຕາມລໍານ້ຳ ແລະ ແຄມແມ່ນ້ຳ ເຊັ່ນ: ແຂວງໄຊສົມບູນ, ຄໍາມ່ວນ, ສະຫັວນນະເຂດ, ຈໍາປາສັກ ແລະ ອັດຕະປື. ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບ ມືກັບສະພາບຝົນຍັງຕົກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ເກີດ ດິນເຈື່ອນ, ນໍ້ຳຖ້ວມຊຸ ແລະ ນ້ຳຖ້ວມຍື່ງ ທີ່ຈະສົ່ງຜົນເສຍຫາຍແກ່ຊີວິດ ແລະ ຊັບສິນອັນມີຄ່າ, ສໍາລັບຜູ້ທີ່ຈະເດີນທາງຜ່ານພູສູງ ຕ້ອງໄດ້ກວດສອບສະພາບອາກາດ, ສະພາບຫົນທາງ ແລະ ສະພາບຍານພາຫະນະ ກ່ອນອອກເດີນທາງ. ພ້ອມນີ້ຂໍໃຫຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ກຳປັ່ນໂດຍສານຫລົ້ມຢູ່ອິນໂດເນເຊຍ ມີຜູ້ເສຍຊີວິດເພີ່ມຂຶ້ນ 12 ຄົນ

0

ວິທະຍຸສາກົນແຫ່ງ ສປ ຈີນ, ໃນ​ກອງ​ປະ​ຊຸມ​ຖະ​ແຫງ​ຂ່າວ ​ທີ່​ຈັດ​ຂຶ້ນ ໃນວັນ​ທີ 9 ກໍ​ລະ​ກົດ​ນີ້, ທ່ານ​ ເອ​ໂກ ​ຊູ​ຢັດ​ໂນ ຮອງ​ຫົວ​ໜ້າ​ວຽກ​ງານ ​ກູ້​ໄພ​ ກົມ​ກູ້​ໄພ ​ແຫ່ງ​ຊາດ​ ອິນ​ໂດ​ເນ​ເຊຍ ​ກ່າວ​ວ່າ: ໜ່ວຍ​ກູ້​ໄພ​ ໄດ້​ພົບ​ເຫັນ​ສົບ ​​ຜູ້​ເສຍ​ຊີ​ວິດ ເພີ່ມ​ຂຶ້ນເປັນ 12 ຄົນ ຫລັງຈາກ ບັນທຸກຜູ້ໂດຍສານ ແລະ ພະນັກງານ ທັງໝົດ65ຄົນ ໂດຍ​ອີງ​ຕາມ ​ການ​ພິ​ຈາ​ລະ​ນາ ​ດ້ານມະ​ນຸດ​ສະ​ທຳ ແລະ ການ​ຊີ້​ນຳ​ ຂອງ​ກົມ​ກູ້​ໄພ ​ແຫ່ງ​ຊາດ, ການ​ຊ່ວຍ​ເຫລືອ​ກູ້​ໄພ ​ຈະ​ແກ່​ຍາວ​ອອກ​ໄປອີກ 3 ວັນ ແລະ ຈະ​​ຂະ​ຫຍາຍ​ຂອບ​ເຂດ​ກູ້​ໄພ​ຫລາຍ​ຂຶ້ນ.ພາຍຫລັງ ກຳ​ປັ່ນ​ໂດຍ​ສານ​ລຳນີ້ ​ຂອງ​ອິນ​ໂດ​ເນ​ເຊຍ ຫລົ້ມ​ຢູ່​ຊ່ອງ​ແຄບ​ບາຫລີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຢູ 13 ດັບເບິນຢູໄອຈີ ນາຄາ ຖືກຕ້ອນຮັບຢ່າງສົມກຽດ ຫລັງຄວ້າແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ

0

ໃນວັນທີ 10 ກໍລະກົດນີ້, ຄະນະທັບນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບຄືນ ເຖິງນະຄອນຫລວງວຽງຈັນ ຫລັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຊຶ່ງເປັນລາຍການໃຫຍ່ລະດັບສາກົນ ຫລື IBER Cup 2025 ທັງໄດ້ສ້າງຊື່ສຽງ ໃຫ້ກັບປະເທດຊາດໃນເວທີສາກົນ.

ການເດີນທາງກັບຄືນສູ່ ສປປ ລາວ ຄະນະທັບນັກກິລາ ໄດ້ຖືກຕ້ອນຮັບຢ່າງອົບອຸ່ນ ສົມກຽດທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ທີ່ນະຄອນຫລວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ຖະໜອມ ຈຽງທອງ ປະທານແນວລາວສ້າງຊາດ ນະຄອນຫລວງວຽງຈັນ. ຫລັງຈາກນັ້ນ ທັບນັກກິລາກໍ່ຖືກຕ້ອນຮັບ ຢ່າງສົມກຽດຕື່ມ ທີ່ີປະຕູໄຊ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ກິ່ງມະໂນ ໂພມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ. ຂະນະທີ່ຫ້ອງວ່າການນະຄອນຫລວງ ທ່ານ ອາດສະພານທອງ ສີພັນດອນ ເຈົ້າຄອງນະຄອນຫລວງ ກໍ່ໄດ້ໃຫ້ກຽດຕ້ອນຮັບຢ່າງສົມກຽດ.

ລາຍການນີ້ ມີສະໂມສອນຈາກທົ່ວໂລກເຂົ້າຮ່ວມ ໂດຍສະເພາະຈາກທະວີບເອີຣົບ, ອາຟຣິກາ, ອາຊີ, ອາເມຣິກາໃຕ້ ແລະ ຄອນຄາເຄັບ, ສ່ວນຕົວແທນຈາກອາຊີ ນອກຈາກ ດັບເບິນຢູໄອຈີ ນາຄາ ຊຶ່ງເປັນທີມທຳອິດຈາກ ສປປ ລາວ ໃນທະວີບອາຊີ ທີ່ເຂົ້າຮ່ວມ ກໍຍັງມີ ມາເລເຊຍ, ສປ ຈີນ, ສະຫະລັດອາຣັບເອມິເຣດ, ມາເກົາ ສປ ຈີນ, ເນປານ, ຕັວກເມນິດສະຖານ, ອູຊະເບກິດສະຖານ ແລະ ຟີລິບປິນ.

ສະເພາະ ຢູ13 ລາຍການນີ້ ມີ 48 ທີມ ຈາກ 15 ປະເທດເຂົ້າຮ່ວມຄື: ປັອກຕຸຍການ ເຈົ້າພາບ, ແອັດສະປາຍ, ໂຄຣອາຊີ, ເອັດໂຕນີ, ຣູມານີ, ບຣາຊິວ, ສະຫະລັດອາເມຣິກາ, ສປປ ລາວ, ສະຫະລັດອາຣັບ ເອມິເຣດ, ອາຟຣິ ກາໃຕ້, ເອຢິບ, ແທນຊານີ, ກາບົງ, ເບີມູດາ ແລະ ເກາະເຄແມນ.

ໃນຈຳນວນ 48 ທີມ ແບ່ງອອກເປັນ 12 ກຸ່ມ, ກຸ່ມລະ 4 ທີມ ແຂ່ງພົບກັນໝົດແລ້ວຄັດເອົາພຽງທີ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ Playoff Gold ຫລື ລາຍການລະດັບສູງສຸດ ຂອງລາຍການ, ສ່ວນທີ 2 ຂອງກຸ່ມໄປແຂ່ງຂັນລະດັບ ດິວິຊັນ 2 ຫລື ລາຍການ Playoff Silver ແລະ ທີ 3 ຂອງແຕ່ລະກຸ່ມ ໄປແຂ່ງຂັນລະດັບ ດິວິຊັນ 3 Playoff Bronze.

ຜ່ານການແຂ່ງຂັນຢ່າງເຂັ້ມຂຸ້ນ ຜົນປາກົດວ່າ ທັບນັກເຕະບານເຍົາວະຊົນລາວ ດັບເບິນຢູໄອຈີ ນາຄາ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຢ່າງສະໝ່ຳສະເໝີ ດ້ວຍການເກັບໄຊຊະນະໃນແຕ່ລະນັດ ຕັ້ງແຕ່ນັດທຳອິດຈົນຮອດຮອບ 4 ທີມສຸດທ້າຍ ເຮັດໃຫ້ສາມາດຜ່ານເຂົ້າສູ່ຮອບ ຊີງຊະນະເລີດໄດ້ສຳເລັດ ໄປພົບກັບ ສະໂມສອນ ເອັບຊີ ໂອດ ເບເລເນັດ (CF os Belenenses) ທີມຈາກເຈົ້າພາບ ປະເທດປັອກຕຸຍການ  ຊຶ່ງຜ່ານການແຂ່ງຂັນກໍຖື ວ່າເປັນໄປຕາມເປົ້າໝາຍ ຢູ-13 ດັບເບິນຢູໄອຈີ ນາຄາ ໂຊຟອມເກັ່ງເອົາຊະນະ ທີມເຈົ້າພາບໄປໄດ້ 2-0 ປະຕູ ຄວ້າແຊັມລາຍການດັ່ງກ່າວ ມາຄອງ ທັງໄດ້ສ້າງຊື່ສຽງ ໃຫ້ກັບປະເທດຊາດໃນເວທີສາກົນ.

ໂດຍ: ຢ່າຕົ່ງ

ພະຍາກອນອາກາດ ວັນທີ 11 ກໍລະກົດ 2025

0

ຄວາມກົດດັນຕໍໍ່າຂອງອາກາດຮ້ອນ ຍັງຈະສືບຕໍໍ່ປົກຄຸມຢູ່ທົົ່ວ ທຸກພາກຂອງປະເທດລາວ ດ້ວຍກໍາປານກາງ ຫາ ແຮງ, ສົມທົບກັບ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານ ຕາເວັນຕົກ ແລະ ພາກກາງ ພ້ອມມີລົມພັດແຮງເປັນບາງໂອກາດ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 11/07/2025 ຫາ ເວລາ 07 ໂມງ ຂອງວັນທີ 12/07/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 45% ຂອງພາກ. ອຸນຫະພູມໃນລະຫວ່າງ 19 – 31 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 65% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 33 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 65%. ອຸນຫະພູມໃນລະຫວ່າງ 25 – 31 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຫາ ປານກາງຢູ່ທົົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 32 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 55% ອຸນຫະພູມໃນລະຫວ່າງ 21 – 28 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົົ່ວໄປ ແລະ ຈະຕົກປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 32 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 50%. ອຸນຫະພູມໃນລະຫວ່າງ 15 – 25 ອົງສາ.

ທພລ ສາຂາພາກຈໍາປາສັກ ປະກອບສ່ວນທຶນໃນການປົກປັກຮັກສາສວນຮວມໃຈຊາວແຂວງຈໍາປາສັກ

0

ແຫລ່ງຂ່າວຈາກ ແຂວງຈໄປາສັກ ໃຫ້ຮູ້ວ່າ: ພິທີເຊັນສັນຍາ ປະກອບສ່ວນທຶນໃນການບຳລຸງຮັກສາປ້າຍໂຄສະນາ ແລະ ບໍາລຸງຮັກສາພື້ນທີ່ສວນຮ່ວມນໍ້າໃຈຊາວແຂວງຈຳປາສັກ (ຈຸດໜ້າສະໜາມກິລາແຂວງຈໍາປາສັກ) ລະຫວ່າງ ຄະນະຮັບຜິດຊອບການປັບປຸງ, ສ້ອມແປງ ສວນສາທາລະນະຮ່ວມນໍ້າໃຈຊາວຈຳປາສັກ ກັບທະນາຄານພັດທະນາລາວ ສາຂາ ຈໍາປາສັກ ໃນວັນທີ 10 ກໍລະກົດ 2025 ທີ່ສະພາປະຊາຊົນ ແຂວງຈໍາປາສັກ ຕາງໜ້າລົງນາມໂດຍທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນແຂວງ, ປະທານສະຫະພັນກິລາບານເຕະແຂວງຈໍາປາສັກ ແລະ ທ່ານ ພິມມະທາ ອາໂນລາດ ຮອງຫົວໜ້າທະນາຄານພັດທະນາລາວ ສາຂາພາກຈໍາປາສັກ, ມີທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຄະນະຮັບຜິດຊອບການປັບປຸງ, ສ້ອມແປງ ສວນສາທາລະນະຮ່ວມນໍ້າໃຈຊາວຈຳປາສັກ, ພະນັກງານທັງສອງຝ່າຍທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບ ໂດຍທະນາຄານພັດທະນາລາວ ສາຂາພາກຈໍາປາສັກ ຈະປະກອບສ່ວນທຶນໃນການບໍາລຸງຮັກສາປ້າຍໂຄສະນາ ແລະ ພື້ນທີ່ຂອງສວນສາທາລະນະຮ່ວມນໍ້າໃຈຊາວຈຳປາສັກ ເປັນເວລາ 05 ປີ, ເລີ່ມແຕ່ວັນທີ 06 ມີນາ 2026 ຫາວັນທີ 06 ມີນາ 2031 ໂດຍຈະມອບທຶນບໍາລຸງຮັກສາມູນຄ່າ 50 ລ້ານກີບຕໍ່ປີ, ລວມມູນຄ່າທັງໝົດໃນ 5 ປີ ແມ່ນ 250 ລ້ານກີບ ໃນນັ້ນ, ສັນຍາຍັງໄດ້ກໍານົດພາລະບົດບາດ, ສິດ ແລະ ຄວາມຮັບຜິດຊອບຂອງທັງ 2 ຝ່າຍ ຢ່າງລະອຽດ.

ການເຊັນສັນຍາໃນຄັ້ງນີ້, ເປັນການຕົກລົງຮ່ວມມືກັນ ທີ່ສະແດງໃຫ້ເຫັນເຖິງຄວາມສໍາຄັນ ໃນການຄຸ້ມຄອງປົກປັກຮັກສາຊັບສິນຂອງລັດ ທີ່ເປັນສະຖານທີ່ສາທາລະນະ. ສວນສາທາລະນະຮ່ວມນໍ້າໃຈຊາວຈຳປາສັກ ແຫ່ງນີ້ໄດ້ລົງມື້ກໍ່ສ້າງມາແຕ່ຕົ້ນປີ 2024 ໂດຍໄດ້ຮັບທຶນສົມທົບຈາກຫລາຍພາກສ່ວນ ທັງພາກລັດ, ເອກະຊົນ, ຜູ້ປະກອບການຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ ໃນສັງຄົມ ເປັນທຶນໃນການກໍ່ສ້າງ ຈຶ່ງເປັນຊື່ເອີ້ນວ່າ “ສວນສາທາລະນະຮ່ວມນໍ້າໃຈຊາວຈຳປາສັກ” ປັດຈຸບັນການກໍ່ສ້າງສວນແມ່ນສໍາເລັດ 99% ເຊິ່ງຄະນະຮັບຜິດຊອບ ຍັງຈະສືບຕໍ່ຕິດຕັ້ງອຸປະກອນເຄື່ອງອອກກໍາລັງກາຍ ແລະ ຈັດພິທີເປີດນໍາໃຊ້ສວນເປັນທາງການໃນມໍ່ໆນີ້.

ສວນສາທາລະນະຮ່ວມນໍ້າໃຈຊາວຈຳປາສັກ ແຫ່ງນີ້ມີເອກະລັກ ແລະ ປະດັບປະດາໂດຍຮູບຈໍາລອງສັນຍາລັກກິລາລາວ ແລະ ມີການວາງສະແດງຮູບພາບສະຖານທີ່ແຫລ່ງທ່ອງທ່ຽວສໍາຄັນ ຂອງແຂວງຈໍາປາສັກ, ເຊິ່ງຈະເປັນສະຖານສໍາຄັນ ໃນການເຕົ້າໂຮມຄວາມສາມັກຄີ, ບ່ອນພັກຜ່ອນໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ລວມທັງປະຊາຊົນ-ມວນຊົນ ໄດ້ເຄື່ອນໄຫວອອກກໍາລັງກາຍ, ສ້າງຂະບວນການ ແລະ ກິດຈະກໍາອື່ນໆ ທີ່ເປັນປະໂຫຍດຕໍ່ສັງຄົມ.

ຂ່າວ-ພາບ: ສົມວິຈິດ-ດາວພະຈັນ