ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປີ 2025 ຈັດຂື້ນໃນລະຫວ່າງວັນທີ 15-16 ກໍລະກົດ2025 ຢູ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ ທ່ານ ສິນນາວາ ສຸພານຸວົງ ລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ສະເເດງຄວາມຮູ້ສຶກວ່າ: ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2025 ເປັນກອງປະຊຸມທີ່ມີຄວາມຫມາຍຄວາມສໍາຄັນທີ່ສຸດ ເນື່ອງຈາກວ່າບັນດາສະມາຊິກລັດຖະບານ ໄດ້ພ້ອມກັນຄົ້ນຄວ້າເປີກສາຫາລືໃນຫລາຍບັນຫາສໍາຄັນ ໂດຍສະເພາະການເເກ້ໄຂບັນຫາເຄັ່ງຮ້ອນທີ່ເກີດຂື້ນໃນສັງຄົມ ເປັນຕົ້ນ: ການເເກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາລາຄາສີນຄ້າເເພງ, ການເພີ່ນຂື້ນອັດຕາພາສີນໍາເຂ້າ-ສົ່ງອອກຂອງບາງປະເທດຕໍ່ລາວ ລວມເຖິງການເເກ້ໄຂບັນຫາການປັບຂື້ນລາຄາໄຟຟ້າທີ່ເພີ່ມສູງຂຶ້ນ ເພື່ອຊອກຫາທາງອອກຮ່ວມກັນ ລະຫວ່າງຜູ້ຜະລິດ ເເລະ ຜູ້ຊົມໃຊ້ ເພື່ອຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.
ນາຍົກລັດຖະມົນຕີ ຕ້ອນຮັບ ຜູ້ແທນອົງການໄອຍະການສູງສຸດ ປະຈໍາສານສູງສຸດ ກໍາປູເຈຍ
ໃນວັນທີ 15 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງວັນທີ 14-18 ກໍລະກົດ 2025.
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງ ຕໍ່ທ່ານຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ນັບວ່າເປັນຂີດໝາຍທີ່ດີ ແລະ ສໍາຄັນຕໍ່ກັບການເພີ່ມພູນຄູນສ້າງ, ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີມູນເຊື້ອທີ່ດີງາມມາແຕ່ດົນນານ ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ໃຫ້ມີຄວາມແໜ້ນແຟ້ນຈະເລີນງອກງາມຍິ່ງໆຂຶ້ນ.

ທ່ານ ນາງ ເຈຍ ລຽງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບແຜນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້.
ການຮ່ວມມືລະຫວ່າງ ອົງການໄອຍະການສູງສຸດຂອງ ສອງປະເທດ ລາວ-ກໍາປູເຈຍ ໃນໄລຍະຜ່ານມາ ແມ່ນໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ ສໍາຄັນແມ່ນການພັດປ່ຽນຄະນະຜູ້ແທນຂັ້ນສູງ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັນ ແນໃສ່ການພັດທະນາວຽກງານໄອຍະການຂອງ ສອງປະເທດໃຫ້ເຂົ້າສູ່ລວງເລິກ.
ງານລ້ຽງສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ ແລະ ວັນຊາດ ຟີລິບປິນ ຄົບຮອບ 127 ປີ ທີ່ ນະຄອນຫຼວງວຽງຈັນ
ໃນວັນທິ 11 ກໍລະກົດ 2025, ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານ ອັນໂຕນິໂອ ກູເຕເຣດ ( Antonio Guterres), ເລຂາທິການໃຫຍ່ອົງການ ສປຊ ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ປະຈໍາອົງການ ສະຫະປະຊາຊາດ.
ພາຍຫຼັງການຍື່ນສານຢ່າງເປັນທາງການແລ້ວ, ທ່ານ ທອງຜ່ານ ສະຫວັນເພັດ ກໍ່ໄດ້ພົບປະສົນທະນາຮ່ວມກັບ ທ່ານ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ. ໃນໂອກາດດັ່ງກ່າວ, ພະນະທ່ານ ເລຂາທິການໃຫ່ຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ທີ່ໄດ້ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຕ່າງໆໃນການພັດທະນາເສດຖະກິດ – ສັງຄົມ ຢູ່ພາຍປະເທດ ໃຫ້ມີຄວາມຄືບໜ້າຢ່າງເປັນຮູບປະທໍາ, ລວມທັງຜົນສຳເລັດຂອງການເປັນປະທານອາຊຽນໃນປີ 2024 ແລະ ຊົມເຊີຍບົດບາດຂອງ ສປປ ລາວ ໃນການສົ່ງເສີມ ຂອບການຮ່ວມມືລະຫວ່າງ ອາຊຽນ ແລະ ອົງການ ສະຫະປະຊາຊາດ, ພ້ອມທັງຢືນຢັນວ່າ ອົງການ ສປຊ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການພັດທະນາໂດຍສະເພາະແມ່ນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ. ທ່ານ ຍັງໄດ້ກ່າວວ່າ ສປປ ລາວ ເປັນປະເທດໜຶ່ງທີ່ມີທ່າແຮງທາງດ້ານທໍາມະຊາດ ແລະ ຮີດຄອງວັດທະນະທໍາອັນດີງາມ ເຊີ່ງທ່ານ ເອງໄດ້ເຄີຍໄປສໍາຜັດຕົວຈິງ ໃນການທ່ອງທ່ຽວແຕ່ເໜືອຮອດໃຕ້ໃນຫລາຍປີທີ່ຜ່ານມາ.

ທ່ານ ເອກອັກຄະລັດຖະທູດ ທອງຜ່ານ ສະຫວັນເພັດ, ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການໃຫ້ກຽດຕ້ອນຮັບໃນຄັ້ງນີ້ ພ້ອມທັງໄດ້ນໍາເອົາຄວາມຢືຢາມຖາມຂ່າວອັນອົບອຸ່ນ ຈາກພະນະທ່ານ ປະທານປະເທດແຫ່ງ ສປປ ລາວ ມາຍັງ ພະນະທ່ານ ເລຂາທິການໃຫ່ຍ ສປຊ. ພ້ອມດຽວກັນ, ທ່ານ ກໍ່ໄດ້ແຈ້ງໃຫ້ທ່ານຊາບວ່າ ສປປ ລາວ ໄດ້ຮ່ວມມືຢ່າງໃກ້ຊິດກັບອົງການ ສປຊ ໂດຍສະເພາະແມ່ນອົງການເຄືອຂ່າຍ ສປຊ ທີີ່ປະຈໍາຢູ່ ສປປ ລາວ ເພື່ອປຶກສາຫາລື ແລະ ຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານການຮ່ວມມືດ້ານການພັດທະນາ ໂດຍສະເພາະແມ່ນການເຊື່ອມສານບູລິມະສິດຂອງອົງການເຄືອຂ່າຍ ສປຊ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຂອງ ສປປ ລາວ. ພ້ອມດຽວກັນ, ທ່ານ ກໍ່ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບຂະບວນການ ໃນການນໍາເອົາ ສປປ ລາວ ເພື່ອຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຕໍ່ໜ້າ ໂດຍໄດ້ຮ່ວມມື ແລະ ເຮັດວຽກຢ່າງໃກ້ຊິດກັບອົງການ ສປຊ ແລະ ປະເທດຜູ້ໃຫ້ທຶນຕ່າງໆ ເພື່ອຮັບປະກັນໃຫ້ແກ່ການຫລຸດພົ້ນອອກຈາກສະຖານະພາບຂອງ ສປປ ລາວ ມີຄວາມໂລ່ງລ່ຽນ ແລະ ຍືນຍົງ. ທ່ານ ເອກອັກຄະລັດຖະທູດຍັງໄດ້ແຈ້ງໃຫ້ຊາບການປະກອບສ່ວນຂອງ ສປປ ລາວ ຕໍ່ອົງການ ສປຊ ເປັນຕົ້ນແມ່ນການເປັນຮອງປະທານ ສະມັດຊາໃຫ່ຍ ສປຊ ຄັ້ງທີ 76, ເປັນສະມາຊິກສະພາເສດຖະກິດ – ສັງຄົມ ສປຊ (ECOSOC) ສົກ ປີ2023 – 2025, ການ ເປັນສະມາຊິກສະພາບໍລິຫານຂອງອົງການ UNICEF ສົກປີ 2025 – 2027 ແລະ ເປັນສະມາຊິກຄະນະບໍລິຫານຂອງກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs), ພ້ອມນັ້ນ, ທ່ານ ຍັງໄດ້ສະແດງຄວາມຂອບໃຈຕໍ່ທ່ານ ເລຂາທິການໃຫ່ຍ ສປຊ ໃນໂອກາດທີ່ ທ່ານ ໄດ້ເດີນທາງໄປຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນປີ 2024 ໃນໄລຍະທີ່່ ສປປ ລາວ ເປັນປະທານອາຊຽນ.
ກອງປະຊຸມ AIPA Caucus ຄັ້ງທີ 16
ວັນທີ 14-17 ກໍລະກົດນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກໍາມາທິການການຕ່າງປະເທດ ແລະ ທ່ານ ອໍາໄພ ຈິດມານົນ ຮອງປະທານກໍາມາທິການກົດໝາຍ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະສານງານສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ (AIPA Caucus) ຄັ້ງທີ 16 ພາຍໃຕ້ຫົວຂໍ້ “ສັນຕິພາບຜ່ານການເຈລະຈາ ເພື່ອລັດຖະສະພາກ້າວໄປຂ້າງໜ້າ” ທີ່ນະຄອນຫຼວງພະນົມເປັນ, ລາຊະອານາຈັກກໍາປູເຈຍ ເຊິ່ງມີຄະນະຜູ້ແທນຈາກ 15 ປະເທດ 3 ຄູ່ຮ່ວມພັດທະນາຂອງໄອປາ (AIPA) ເຂົ້າຮ່ວມ 100 ກວ່າທ່ານ ໃນນີ້, ມີປະທານສະພາແຫ່ງຊາດກໍາປູເຈຍ, ເລຂາທິການໃຫຍ່ໄອປາ, ເລຂາທິການໃຫຍ່ອາຊຽນ, ຄະນະຜູ້ແທນຈາກປະເທດສະມາຊິກໄອປາ ຄື: ບຣູໄນ ດາຣູຊາລາ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ ແລະ ປະເທດເຈົ້າພາບ ພ້ອມດ້ວຍກອງເລຂາໄອປາ, ກອງເລຂາອາຊຽນ, ຄະນະຜູ້ແທນຈາກບັນດາປະເທດສັງເກດການ ແລະ ຄູ່ຮ່ວມພັດທະນາ, ພິເສດ ມີປະທານລັດຖະສະພາ ຕີມໍ ແລັດສະເຕ ເຂົ້າຮ່ວມເພື່ອກະກຽມເຂົ້າເປັນສະມາຊິກສົມບູນຂອງອາຊຽນ ແລະ ໄອປາ ໃນອະນາຄົດອັນໃກ້ນີ້.
ຄະນະຜູ້ແທນໄດ້ພ້ອມກັນທົບທວນຄືນ, ສົນທະນາ ແລະ ປຶກສາຫາລືກັນຢ່າງກົງໄປກົງມາ ແລະ ສ້າງສັນ ກ່ຽວກັບການຈັດຕັ້ງປະຕິບັດມະຕິ 20 ສະບັບ ໃນຂົງເຂດວຽກງານການເມືອງ, ເສດຖະກິດ, ສັງຄົມ, ສະມາຊິກລັດຖະສະພາເພດຍິງ ແລະ ສະມາຊິກລັດຖະສະພາໜຸ່ມຂອງໄອປາ ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ທີ່ນະຄອນຫຼວງ ວຽງຈັນ, ສປປລາວ ໃນປີ 2024.

ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ລາຍງານ ແລະ ປະກອບຄໍາເຫັນຮ່ວມກັບບັນດາປະເທດສະມາຊິກໄອປາ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງກອງປະຊຸມໃຫຍ່ໄອປາ ຄັ້ງທີ 45 ໂດຍສະເພາະແມ່ນ: 1) ການຊຸກຍູ້ສົ່ງເສີມການຮ່ວມມືຂອງລັດຖະສະພາອາຊຽນ ໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ແຜນແມ່ບົດພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ກໍຄືແຜນແມ່ບົດວ່າດ້ວຍການເຊື່ອມຈອດ 2025 ແລະ ແຜນປະຕິບັດງານວ່າດ້ວຍການເຊື່ອມໂຍງອາຊຽນ; 2) ການປະກອບສ່ວນຂອງ ສປປລາວ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການສ້າງນະວັດຕະກໍາດ້ານສຸຂະພາບດິຈິຕອນຂອງລັດຖະບານ, ນະໂຍບາຍສົ່ງເສີມສິດດ້ານປະກັນສັງຄົມໃນການປະກອບວຽກເຮັດງານທຳຕໍ່ຜູ້ອາຍຸສູງ, ການຕິດຕາມ ແລະ ກວດກາການນຳໃຊ້ມາດຕະການຕ່າງໆ ຕໍ່ຜູ້ທີ່ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ-ຢາສູບໄຟຟ້າ ແລະ ບັນດາສານເຄມີທີ່ຕ້ອງຫ້າມ; 3) ການນໍາໃຊ້ເຕັກໂນໂລຊີດິຈິຕອນເປັນເຄື່ອງມືສໍາຄັນໃນການຂັບເຄື່ອນວຽກງານທຸກຂະແໜງການເພື່ອສ້າງເສດຖະກິດດິຈິຕອນ ແນໃສ່ປະກອບສ່ວນເຂົ້າໃນການດັດປັບໂຄງສ້າງເສດຖະກິດຂອງປະເທດ, ການຊຸກຍູ້ ແລະ ສົ່ງເສີມການພັດທະນາການທ່ອງທ່ຽວອາຊຽນ, ການສ້າງຕັ້ງ ແລະ ພັດທະນາຕະຫຼາດກາກບອນຢູ່ພູມິພາກອາຊຽນ, ການຍົກລະດັບລະບົບຄົມມະນາຄົມ-ຂົນສົ່ງໃຫ້ມີການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ, ການຊຸກຍູ້ ແລະ ສົ່ງເສີມປັນຍາປະດິດເຂົ້າໃນທຸກຂົງເຂດວຽກງານ; 4) ການຊຸກຍູ້ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍໃນພາກພື້ນອາຊຽນ; 5) ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ໃນການສ້າງປະຊາຄົມອາຊຽນທີ່ປອດໄພ ແລະ ຊຸກຍູ້ການເຂົ້າຮ່ວມຂອງສະມາຊິກສະພາໜຸ່ມ ໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນອາຊຽນ.

ກອງປະຊຸມໄດ້ເຫັນດີເປັນເອກະພາບ ແລະ ລົງລາຍເຊັນຮັບຮອງເອົາບົດລາຍງານຂອງກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 16 ເພື່ອນໍາໄປລາຍງານໃນກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 46 ທີ່ນະຄອນຫຼວງກົວລາລໍາເປີ, ປະເທດມາເລເຊຍ ທີ່ໄດ້ຮັບກຽດເປັນເຈົ້າພາບ ໃນເດືອນກັນຍາ 2025; ພ້ອມນັ້ນ, ຍັງໄດ້ຕົກລົງເຫັນດີໃຫ້ປະເທດອິນໂດເນເຊຍ ເປັນເຈົ້າພາບຈັດກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 17 ໃນປີ 2026.
ນອກຈາກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືກັບບັນດາປະເທດສັງເກດການ ແລະ ຄູ່ຮ່ວມພັດທະນາຂອງ AIPA ພ້ອມທັງປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມ ພາຍໃຕ້ 3 ຫົວຂໍ້ຍ່ອຍ: 1) ເພີ່ມທະວີການດໍາເນີນງານຂອງລັດຖະສະພາ ເພື່ອສັນຕິພາບທີ່ກວມລວມ”, 2) ການຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍ ຜ່ານການຮ່ວມມືຂອງລັດຖະສະພາ, 3) ສົ່ງເສີມການມີສ່ວນຮ່ວມຂອງລັດຖະສະພາ ຕໍ່ພາກພື້ນ ແລະ ສັນຕິພາບໃນທົ່ວໂລກ ແລະ ຄວາມປອດໄພ; ພ້ອມດຽວກັນ, ຍັງໄດ້ເຂົ້າຮ່ວມທັດສະນະສຶກສາຢ້ຽມຊົມສະຖານທີ່ທາງປະຫວັດສາດຕ່າງໆ ທີ່ທາງເຈົ້າພາບຈັດໃຫ້.
ທີ່ມາ: ຂ່າວ “ຜູ້ແທນປະຊາຊົນ
ພົບພຣະພຸດທະຮູບເກົ່າແກ່ຈຳນວນຫຼາຍ ທີ່ບ້ານ ເມືອງກາງ ເມືອງຈຳປາສັກ ແຂວງຈຳປາສັກ
ໃນວັນທີ 14 ກໍລະກົດ 2025, ພະນັກງານ ແລະ ຊາວບ້ານທີ່ເຮັດວຽກໂຄງການປະຕິສັງຂອນຫໍໄຕວັດບ້ານເມືອງກາງ,ເມືອງຈຳປາສັກ ໄດ້ພົບເຫັນພະພຸດທະຮູບເກົ່າແກ່ ຈຳນວນ 70 ອົງ ໃນຂະນະທີ່ຂຸດຂຸມເພື່ອກຽມເທຄານສ້ອມແປງໂຄງສ້າງອາຄານຫໍໄຕ, ພະພຸດທະຮູບດັ່ງກ່າວແມ່ນບັນຈຸໃນໄຫ 1 ໜ່ວຍ ຝັງເລິກຈາກໜ້າດິນປະມານ 45 ຊັງຕີແມັດ.

ທ່ານ ຄຳຈັນ ໄຊມຸງຄຸນ ຫົວໜ້າຂະແໜງ ມໍລະດົກໂລກວັດພູຈຳປາສັກໄດ້ໃຫ້ຮູ້ວ່າ: ພາຍຫຼັງທີ່ພົບເຫັນພະພຸດທະຮູບແລ້ວ ທາງຂະແໜງມໍລະດົກໂລກວັດພູ ໄດ້ລົງສຳຫຼວດພື້ນທີ່ ແລະ ຮັບເອົາພະພຸດທະຮູບມາອະນາໄມ, ເກັບຮັກສາໃຫ້ຖືກວິທີ ແລະ ຂື້ນທະບຽນ. ໃນນັ້ນມີພຣະທີ່ເຮັດດ້ວຍເງິນ (ພະເງິນບຸ) ຈຳນວນ 69 ອົງ, ພຣະເຮັດດ້ວຍຄໍາ(ຄໍາລາວບູຮານ) 1 ອົງ. ພຣະປາງສະມະທິ ແລະ ປາງຊະນະມານ ທີ່ຂະໜາດນ້ອຍໜ້າຕັກ 3 ຫາ 5 ຊັງຕີແມັດ,ສູງ 10 ຫາ 18 ຊັງຕີແມັດ. ຕາມການສັນນິຖານຂອງນັກວິຊາການແມ່ນສ້າງຂຶ້ນໃນສະຕະວັດທີ 17-18.

ພາຍຫຼັງທີ່ຂະແໜງມໍລະດົກໂລກວັດພູໄດ້ຂື້ນທະບຽນແລ້ວ ຈະໄດ້ປຶກສາຫາລືກັບອົງການປົກຄອງເມືອງຈຳປາສັກ,ພະແນກການທີ່ກ່ຽວຂ້ອງ, ເຈົ້າອະທິການວັດບ້ານເມືອງກາງ ແລະ ເຖົ້າແກ່ແນວໂຮມອີກເທື່ອໜຶ່ງ ເພື່ອຕົກລົງກຳນົດບ່ອນປະດິດສະຖານໄວ້.
ອົດສະຕຣາລີ ສະໜັບສະໜູນສື່ມວນຊົນລາວ ເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ
ໃນວັນອັງຄານທີ່ຜ່ານມານີ້, ທ່ານ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີ ໄດ້ພົບປະກັບ ທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເພື່ອປຶກສາຫາລືການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືລະຫວ່າງລາວ ແລະອົດສະຕຣາລີ ແລະ ການສະໜັບສະໜູນຂອງອົດສະຕຣາລີ ຕໍ່ຂະແໜງສື່ມວນຊົນຂອງລາວ.
ສອງຝ່າຍໄດ້ເຫັນດີສືບຕໍ່ຮັດການຮ່ວມມືໃນຂະແໜງສື່ມວນຊົນ ເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານ ລາວ-ອົດສະຕາລີ ທີ່ໄດ້ລົງນາມກັນ ລະຫວ່າງນາຍົກລັດຖະມົນຕີຂອງປະເທດໃນເດືອນມີນາປີກາຍນີ້.
ທ່ານນາງ ເມແກນ ໂຈນສ໌ ແມ່ນເປັນເອກອັກຄະລັດຖະທູດຄົນທຳອິດ ທີ່ເຂົ້າຢ້ຽມຄຳນັບ ທ່ານ ຄໍາພັນ ເຜີຍຍະວົງ ນັບຕັ້ງແຕ່ວຽກງານທະແຫຼງຂ່າວຖຶກຍົກຍ້າຍ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ທ່ານເອກອັກຄະລັດຖະທູດກ່າວວ່າ: ສື່ມວນຊົນມີຄວາມສຳຄັນຫຼາຍເພື່ອເຮັດໃຫ້ສັງຄົມເຂົ້າໃຈບັນຫາຕ່າງໆໄດ້ງ່າຍຂຶ້ນ, ເຖິງວ່າບັນຫາດັ່ງກ່າວຈະມີຄວາມສະຫຼັບສັບຊ້ອນ. ທ່ານເອກອັກຄະລັດຖະທູດຂອບໃຈສື່ມວນຊົນລາວທີ່ໄດ້ໃຫ້ການສະໜັບສະໜູນ ແລະຊຸກຍູ້ສາຍພົວພັນການຮ່ວມມືລະຫວ່າງລາວ ແລະອົດສະຕາລີ ຕະຫຼອດໄລຍະເວລາ 70 ກວ່າປີຜ່ານມາ.

ທ່ານທູດກ່າວວ່າ: “ພວກເຮົາຕ້ອງໄດ້ເຮັດວຽກຮ່ວມກັບສື່ມວນຊົນລາວເພື່ອຮອງຮັບສະພາບການປ່ຽນແປງຂອງສື່ມວນຊົນໃນປັດຈຸບັນ, ໂດຍສະເພາະແມ່ນໃນຍົກທີ່ສື່ມວນຊັນຫັນເປັນດິຈິຕອນ.” ໃນເດືອນພຶດສະພາທີ່ຜ່ານມາ, ອົດສະຕຣາລີ ໄດ້ສະໜັບສະໜູນກອງປະຊຸມສຳມະນາເພື່ອຍົກລະດັບຄວາມຮູ້ໃຫ້ແກ່ສື່ມວນຊົນຂອງລາວ ເພື່ອສ້າງລາຍຮັບກຸ້ມຕົນເອງ ແລະ ສາມາດຜ່ານຜ່າຄວາມທ້າທາຍຕ່າງໆ.
ໃນປີ 2024 ທີ່ ສປປລາວເປັນປະທານອາຊຽນ, ອົດສະຕຣາລີ ໄດ້ສະໜັບສະໜູນກອງປະຊຸມສຳມະນາ ເພື່ອກຽມຄວາມພ້ອມໃຫ້ແກ່ສື່ມວນຊົນ ເພື່ອຮັບໃຊ້ການເປັນປະທານອາຊຽນຂອງສປປລາວ, ເພື່ອເຮັດໃຫ້ນັກຂ່າວເຂົ້າໃຈຄວາມເປັນມາ ຂອງອາຊຽນ, ຮັບຮູ້ວິທີການລາຍງານຂ່າວອອກສູ່ສາກົນ, ແລະ ວິທີກວດກາຂ່າວປອມ.
ທ່ານທູດກ່າວວ່າ: “ດຽວນີ້ພວກເຮົາ ກຳລັງຈະຈັດງານເຝຶກອົບຂ່າວດີຕອນ (Digital Dialogue) ໃຫ້ແກ່ບັນດາປະເທດອາຊີຕາເວັນອອກສຽງໃຕ້, ແລະ ສປປ ລາວ ຈະເປັນປະເທດທໍາອິດທີ່ສຳນັກຂ່າວ ABC ຈະຈັດງານດັ່ງກ່າວຂຶ້ນໃນເດືອນສິງຫາຈະມາເຖິງນີ້”. ງານດັ່ງກ່າວແມ່ນ ຈະຈັດຂຶ້ນ ຮ່ວມກັບສະມາຄົມນັກຂ່າວແຫ່ງ ສປປ ລາວ ກ່ອນການສະເຫຼີມສະຫຼອງວັນສື່ມວນຊົນລາວ ຄົບຮອບ 75 ປີ ໃນວັນທີ 13 ເດືອນສິງຫາ.
ຈຸດປະສົງຂອງການເຝຶກອົບຂ່າວດີຕອນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ທັກສະຕ່າງໆໃຫ້ແກ່ສື່ມວນຊົນລາວ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ, ໂດຍສະເພາະແມ່ນໃນຍົກ ທີ່ມີການນຳໃຊ້ AI ຢ່າງຫຼວງຫຼາຍ ແລະຍົກລະດັບຄວາມຮູ້ກ່ຽວກັບການພິສູດຂ່າວປອມ. ສປປ ລາວ ເປັນປະເທດທີ່ມີປະຊາກອນໜຸ່ມຈຳນວນຫຼວງຫຼາຍ ເຊິ່ງພວກເຂົາກຳລັງປະເຊີນກັບການປ່ຽນແປງຢ່າງວ່ອງໄວໃນຍຸກປັດຈຸບັນ – ອົດສະຕຣາລີຢາກເປັນສ່ວນໜຶ່ງຂອງການສົນທະນາ ເພື່ອຊ່ວຍເຂົາເຈົ້າປັບໂຕເຂົ້າກັບການປ່ຽນແປງ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນລາວ.
ທ່ານ ຄຳພັນ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜຸນ, ໂດຍເນັ້ນໜັກວ່າ ການສ້າງຂີດຄວາມສາມາດ ແລະ ການຊ່ວຍເຫຼືອດ້ານວິຊາການຂອງອົດສະຕຣາລີ ມີບົດບາດສຳຄັນຕໍ່ການພັດທະນາຂອງ ສປປ ລາວ. ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ການຮ່ວມມືກັບອົດສະຕາລີ, ບໍ່ພຽງແຕ່ໃນຂົງເຂດທີ່ມີການຮ່ວມມືຢູ່ແລ້ວເທົ່ານັ້ນ, ຫາກຍັງຊອກຄວາມເປັນໄປໄດ້ໃນການຮ່ວມມືໂຄງການອື່ນອີກ ເພື່ອຮັບມືກັບສິ່ງທ້າທາຍໃໝ່ໃນຍຸກດິຈິຕອນ.
ປະທານປະເທດ ຕ້ອນຮັບຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ກໍາປູເຈຍ
ໃນວັນທີ 15 ກໍລະກົດ 2025 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ອົງການໄອຍະການສູງສຸດປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ນໍາໂດຍ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເຂົ້າຢ້ຽມຂໍ່ານັບ ໃນໂອກາດທີ່ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ສປປ ລາວ ລະຫວ່າງວັນທີ 14-18 ກໍລະ ກົດ 2025.
ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ໜາກຜົນຂອງການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກ ລະຫວ່າງ ອົງການໄອຍະການສູງສຸດ ຂອງສອງປະເທດນັບແຕ່ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ສະບັບທໍາອິດໃນປີ 2014 ເປັນຕົ້ນມາ, ສອງອົງການໄດ້ມີການພົບປະແລກປ່ຽນຄະນະຜູ້ແທນ ເພື່ອແລກປ່ຽນບົດຮຽນນໍາກັນຢ່າງເປັນປົກກະຕິ, ພ້ອມນີ້ ສອງອົງການໄອຍະການສູງສຸດ ຍັງໄດ້ລົງນາມ ແລະ ຈັດຕັ້ງບົດບັນທຶກຄວາມເຂົ້າໃຈ(MOU) ວ່າດ້ວຍການຮ່ວມມືສອງຝ່າຍ ສະບັບລົງວັນທີ 1 ກໍລະກົດ 2024 ໃຫ້ປະກົດຜົນເປັນຈິງໄດ້ເປັນຢ່າງດີ ເຊິ່ງສະແດງອອກມື້ນີ້ບັນດາສະຫາຍ ຈະໄດ້ພ້ອມກັນຈັດກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I ໃນຫົວຂໍ້ “ການຮ່ວມມືໃນການຕ້ານອາຊະຍາກໍາຂ້າມຊາດ ໂດຍສະເພາະ ການຄ້າຂາຍຢາເສບຕິດຢ່າງມີປະສິດທິຜົນ” ຢູ່ນະຄອນຫລວງວຽງຈັນ, ສປປ ລາວ ແລະ ໃນຄັ້ງຕໍ່ໄປໃນປີ 2027 ຈະໄດ້ຈັດຂຶ້ນເປັນຄັ້ງທີ 2 ທີ່ຣາຊະອານາຈັກກໍາປູເຈຍ, ຖືເປັນບາດກ້າວທີ່ສໍາຄັນຢ່າງຍິ່ງ ໃນການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໜັ້ນຄົງຍາວນານ ໃນໄລຍະປີ 2023-2027 ໃຫ້ປະກົດຜົນເປັນຈິງໃນຂົງເຂດຍຸຕິທໍາ ເພື່ອຮ່ວມກັນໃນການແກ້ໄຂບັນຫາ ອາຊະຍາກໍາຂ້າມຊາດ ໂດຍສະເພາະບັນຫາຢາເສບຕິດ ເຊິ່ງເປັນສິ່ງທ້າທາຍຕໍ່ຄວາມສະຫົງບສຸກ ແລະ ການພັດທະນາຂອງສອງປະເທດ ກໍຄື ຂອງພາກພື້ນເປັນຢ່າງດີ.

ລັດຖະບານ ແລະ ປະຊາຊົນລາວ ຂໍຢືນຢັນການສະໜັບສະໜູນຢ່າງເຕັມທີ່ ຕໍ່ການຮ່ວມມືໃນຂົງເຂດຍຸຕິທໍາຂອງສອງປະເທດ. ຫັວງຢ່າງຍິ່ງວ່າ ສອງອົງການໄອຍະການ ຈະສືບຕໍ່ເພີ່ມທະວີການຮ່ວມມືໃຫ້ພົ້ນເດັ່ນຍິ່ງຂຶ້ນ, ເປັນເສົາຄໍ້າທີ່ເຂັ້ມແຂງ ໃນການປົກຄອງລັດດ້ວຍກົດໝາຍ, ປົກປ້ອງຜົນປະໂຫຍດຂອງລັດ ແລະ ສິດຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນສອງປະເທດ; ຂໍໃຫ້ສອງອົງການ ສືບຕໍ່ຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສານງານກັນຢ່າງໃກ້ຊິດ ເພື່ອເຮັດໃຫ້ການສະກັດກັ້ນ ແລະ ປາບປາມອາຊະຍາກໍາຂ້າມຊາດ, ການຄ້າຢາເສບຕິດ, ການຄ້າມະນຸດ ແລະ ບັນຫາອື່ນໆ ໂດຍຜ່ານການຮ່ວມມືຍຸຕິທໍາ ໂດຍສະເພາະ ໃນບັນດາແຂວງທີ່ມີຊາຍແດນຕິດຈອດກັນໃຫ້ມີປະສິດທິຜົນສູງຂຶ້ນ, ປະກອບສ່ວນເຂົ້າໃນການສ້າງສັງຄົມ ທີ່ປົກຄອງດ້ວຍກົດໝາຍທີ່ເຂັ້ມແຂງ ແລະ ຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ປະຊາ ຊົນ, ເຮັດໃຫ້ຊາຍແດນຂອງສອງປະເທດເປັນຊາຍແດນແຫ່ງສັນຕິພາບ, ການຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.
ໂອກາດດຽວກັນ, ທ່ານຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ສະແດງຄວາມຂອບໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້, ພ້ອມທັງລາຍງານຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໃຫ້ທ່ານປະທານປະເທດຮັບຊາບ ເປັນຕົ້ນ ແມ່ນການຂະຫຍາຍການຮ່ວມມື ແລະ ການ ເຄື່ອນໄຫວວຽກງານ ອົງການໄອຍະການຂອງສອງປະເທດ ກໍາປູເຈຍ-ລາວ ໃນໄລຍະຜ່ານມາ ໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ, ສໍາຄັນແມ່ນການພັດປ່ຽນຄະນະຜູ້ແທນຂັ້ນສູງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັນ ແນໃສ່ການພັດທະນາຂົງເຂດວຽກງານໄອຍະການ ຂອງສອງປະເທດໃຫ້ເຂົ້າສູ່ລວງເລິກ.
ຕອນທ້າຍ, ທ່ານປະທານປະເທດ ຍັງໄດ້ອວຍພອນ ທ່ານຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການມາເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ລາວ-ກໍາປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມື ວຽກໄອຍະການຂອງສອງປະເທດ
ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ນໍາໂດຍ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 14-18 ກໍລະກົດ 2025.
ໃນຕອນເຊົ້າວັນທີ 15 ກໍລະກົດ 2025, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ໄດ້ພົບປະກັບຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ເຊິ່ງໄດ້ແຈ້ງໃຫ້ກັນ ແລະ ກັນຊາບກ່ຽວກັບສະພາບການພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ, ຕີລາຄາຜົນສໍາເລັດໃນການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 31 ກໍລະກົດ 2024 ທີ່ນະຄອນຫລວງ ພະນົມເປັນ ຣາຊະອານາຈັກກໍາປູເຈຍ ໂດຍໄດ້ຕີລາຄາສູງຜົນສໍາເລັດ ຂອງການຈັດຕັ້ງປະຕິບັດບົດບັນທຶກດັ່ງກ່າວ ເປັນຢ່າງດີ, ການຈັດກອງປະຊຸມອົງການໄອຍະການ ລາວ-ກໍາປູເຈຍ ຄັ້ງທີ I ວ່າດ້ວຍການຮ່ວມມືໃນການຕ້າອາຊະຍາກໍາຂ້າມຊາດ ໂດຍສະເພາະ ການຄ້າຂາຍຢາເສບຕິດ ຢ່າງມີປະສິດທິຜົນ ແລະ ບັນຫາອື່ນຈໍານວນໜຶ່ງ ດ້ວຍບັນຍາກາດອັນອົບອຸ່ນ, ສະໜິດສະໜົມ ແລະ ໄມຕີຈິດມິດຕະພາບອັນດູດດື່ມ, ອັນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ອັນເປັນມູນເຊື້ອ ຂອງສອງປະເທດ ສປປ ລາວ-ຣາຊະອານາຈັກ ກໍາປູເຈຍ ກໍຄື ສາຍພົວພັນ, ການພັດທະນາ ແລະ ການຮ່ວມມືວຽກງານໄອຍະການ ລະຫວ່າງ ອົງການໄອຍະການ ແຫ່ງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ເປັນຢ່າງດີ.

ໃນໂອກາດນີ້, ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ທ່ານຫົວໜ້າ ອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ກໍໄດ້ຮ່ວມລົງນາມເຊັນໃນບົດບັນທຶກການພົບປະສອງຝ່າຍ ເພື່ອຈັດຕັ້ງປະຕິບັດບົດບັນທຶກສະບັບນີ້ (ຄູ່ພາຄີ) ຈະຮ່ວມມືກັນໃນຂົງເຂດຄື: ຄູ່ພາຄີ ເຫັນດີສືບຕໍ່ການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ແລະ ການແລກປ່ຽນຂັ້ນວິຊາການສອງປີຕໍ່ຄັ້ງ ໂດຍການຜັດປ່ຽນກັນເປັນເຈົ້າພາບ ເພື່ອຮັກສາ ແລະ ເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫ່ວາງ ອົງການໄອຍະການສອງຝ່າຍ ກໍຄື ເພື່ອທົບທວນການຈັດຕັ້ງປະຕິບັດບົດບັນທຶກສະບັບນີ້, ຍົກເວັ້ນໃນກໍລະນີຈໍາເປັນ ອາດຈະມີການແລກປ່ຽນການຢ້ຽມຢາມ ປີລະຄັ້ງກໍໄດ້; ຄູ່ພາຄີ ເຫັນດີຈັດກອງປະຊຸມອົງການໄອຍະການ ລາວ-ກໍາປູເຈຍ ເພື່ອສົ່ງເສີມການຮ່ວມມືຕ້ານ ແລະ ສະກັດກັ້ນ ອາຊະຍາກໍາຂ້າມຊາດ ສອງປີຕໍ່ຄັ້ງ ໂດຍການຜັດປ່ຽນກັນເປັນເຈົ້າພາບ, ພ້ອມທັງຈັດກອງປະຊຸມຝຶກອົບຮົມອື່ນໆ ເພື່ອແລກປ່ຽນປະສົບການ, ຂໍ້ມູນຂ່າວສານກ່ຽວກັບກົດໜາຍ, ບົດຮຽນທີ່ດີ, ບັນຫາທີ່ພົ້ນເດັ່ນໃນປັດຈຸບັນ ໃນການດ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ແລະ ຫົວຂໍ້ອື່ນໆ ທີ່ຄູ່ພາຄີມີຄວາມສົນໃຈ; ຄູ່ພາຄີ ເຫັນດີເພີ່ມທະວີການພົວ ພັນຮ່ວມມື ໃນວຽກງານຮ່ວມມື ລະຫ່ວາງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ, ຄໍາຮ້ອງຂໍການຮ່ວມມື ຈາກສອງຝ່າຍຈະຕ້ອງໄດ້ຮັບການແກ້ໄຂຢ່າງທັນການ ແລະ ມີປະສິດທິພາບ; ຄູ່ພາຄີ ເຫັນດີອໍານວຍຄວາມສະດວກໃຫ້ແກ່ ອົງການໄອຍະການທ້ອງຖິ່ນ, ແຂວງທີ່ມີຊາຍແດນຕິດຈອດ ເພື່ອສ້າງ ແລະ ເພີ່ມທະວີສາຍພົວພັນໃຫ້ແໜ້ນແຟ້ນ, ຮັບປະກັນການຊ່ວຍເຫລືອ ແຈ້ງໃຫ້ກັນຊາບໂດຍໄວ ກ່ຽວກັບການລະເມີດກົດໝາຍ ແລະ ອາຊະຍາກໍາໃນຂອບເຂດສິດອໍານາດຂອງຕົນ, ພ້ອມທັງປຶກສາຫາລືບັນດາມາດຕະການຕ່າງໆ ໃນການແກ້ໄຂສະພາບການດັ່ງກ່າວ ແລະ ຄູ່ພາຄີ ສາມາດຈະຂະ ຫຍາຍກິດຈະກໍາ ການຮ່ວມມືໃນຂອບທີ່ບໍ່ໄດ້ກໍານົດໄວ້ໃນບົດບັນທຶກສະບັບນີ້.
ຂ່າວ: ອອປສ
ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2025
ໃນຕອນເຊົ້າວັນທີ 15 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ, ລັດຖະບານ ໄດ້ໄຂກອງປະຊຸມເປີດກວ້າງ ຄັ້ງທີ I ປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ ທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ຊຶ່ງເນື້ອໃນຂອງກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງ ຕໍ່ຫົວຂໍ້ສຳຄັນ ດັ່ງນີ້:
1. ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈຳນວນໜຶ່ງ ຄື: (1) ລາຍງານສະ ພາບພົ້ນເດັ່ນການຈັດຕັ້ງປະຕິບັດວຽກງານຈຸດສຸມ 6 ເດືອນຕົ້ນປີ 2025 ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຂອງລັດຖະບານ; ການຜັນຂະຫຍາຍ ແລະ ປະຕິບັດ 12 ວຽກ ໃນມະຕິ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ແຜນການຜັນຂະຫຍາຍ ບັນດາມະຕິຂອງກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ພົວພັນກັບລັດຖະບານ, ການແກ້ໄຂບັນຫາທີ່ສັງຄົມສະເໜີ ແລະ 10 ບັນຫາທີ່ສະພາແຫ່ງຊາດສັງລວມ; (2) ລາຍງານສະພາບພາກພື້ນ-ສາກົນ ແລະ ຄາດຄະເນຜົນກະທົບຕໍ່ປະເທດເຮົາ, ທັງສະເໜີມາດຕະການຮັບມື ຕໍ່ຜົນກະທົບທີ່ອາດຈະເກີດຂຶ້ນ ແລະ ວຽກງານຊາຍແດນ (ການສ້າງຕັ້ງ ຫຼື ຍົກລະດັບດ່ານຊາຍແດນ); (3) ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຊາດ ແລະ ວຽກງານກໍ່ສ້າງຮາກຖານການເມືອງ; (4) ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຄວາມສະຫງົບ ແລະ ສະເໜີທິດທາງແກ້ໄຂ ໃນ 6 ເດືອນທ້າຍປີ.

2. ການລາຍງານ ກ່ຽວກັບ: (1) ຜົນການທົບທວນຄືນການປັບຂຶ້ນລາຄາໄຟຟ້າ ແລະ ສະເໜີທິດທາງແກ້ໄຂໃນຕໍ່ໜ້າ; (2) ການຮັບມື ແລະ ທິດທາງແກ້ໄຂການຂຶ້ນພາສີ ຂອງສະຫະລັດອາເມລິກາ ຕໍ່ ສປປ ລາວ 40%; (3) ສະພາບການຄຸ້ມຄອງລາຄາສິນຄ້າ ລວມທັງ ລາຄານໍ້າມັນເຊື້ອໄຟ; ການສົ່ງອອກສິນຄ້າລະດູຝົນ; ການປະຕິບັດກອງທຶນ ສົ່ງເສີມການຜະລິດສິນຄ້າຢູ່ ສປປ ລາວ.
3. ສະເໜີແຜນ ແລະ ບັນຊີໂຄງການກໍ່ສ້າງ ແລະ ປັບປຸງເສັ້ນທາງ ທີ່ເປັນບູລິມະສິດ ໃນປີ 2026 ແລະ ປີຕໍ່ໆໄປ ລວມທັງ ກົນໄກການປະຕິບັດ ກອງທຶນທາງ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ສະພາບການຈັດຕັ້ງປະ ຕິບັດວຽກງານສຳຄັນ ໃນປີ 2025 ຂອງທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໂດຍສະເພາະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະມ້ວນທ້າຍສະໄໝ ແລະ ການສ້າງຂະບວນການສະ ເຫຼີມສະຫຼອງ 3 ວັນປະຫວັດສາດ (ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ), ການປັບປຸງກົງຈັກການຈັດຕັ້ງທັງຢູ່ສູນກາງ ແລະ ທ້ອງຖິ່ນ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026; ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບສັບຊ້ອນ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງຕ່າງໆ, ການແຜ່ລະບາດຂອງພະຍາດ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຢູ່ພາຍໃນປະເທດພວກເຮົາ ກໍ່ເກີດມີສະພາບຝົນຕົກໜັກຢູ່ຫຼາຍແຂວງ ເກີດມີສະພາບນໍ້າຖ້ວມ ແລະ ນໍ້າປ່າໄຫຼຊຸ ເຮັດໃຫ້ມີຜູ້ເສຍຊີວິດ ຢູ່ບາງແຂວງ, ບວກກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍບາງດ້ານ ມີຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ. ແຕ່ດ້ວຍຄວາມພະຍາຍາມ, ເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ ແລະ ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໃນການແກ້ໄຂບັນຫາຕ່າງໆ ໂດຍສະເພາະ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ມີຜົນສໍາເລັດດີຂຶ້ນເລື້ອຍໆ, ເຮັດໃຫ້ເສດຖະກິດຂອງປະເທດ ສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມຈຳນວນໜຶ່ງ ສາມາດບັນລຸໄດ້ຕາມແຜນ, ປະກອບສ່ວນສໍາຄັນ ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສືບຕໍ່ມີທ່າອ່ຽງເຕີບໂຕ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ບົດບາດຂອງປະເທດເຮົາ ນັບມື້ໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື
ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ທີ່ ກົວລາລໍາເປີ, ມາເລເຊຍ ໃນວັນທີ 11 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອານິຕາ ອານັນ (Anita Anand), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.
ໃນການພົບປະ, ສອງຝ່າຍ ຕ່າງກໍ່ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນໃນຄັ້ງນີ້, ຊຶ່ງເປັນການພົບປະຄັ້ງທໍາອິດ ຂອງທັງສອງລັດຖະມົນຕີຕ່າງປະເທດ ພາຍຫຼັງຮັບຕໍາແໜ່ງໃໝ່. ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານ ລະຫວ່າງ ສປປ ລາວ ແລະ ການາດາ ຕະຫຼອດໄລຍະ 51 ປີຜ່ານມາ (ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມິຖຸນາ 1974), ຊຶ່ງສອງປະເທດສາມາດຮັກສາໄດ້ການພົວພັນ ແລະ ການຮ່ວມມື ທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.
ພ້ອມກັນນີ້, ສອງຝ່າຍ ໄດ້ປຶກສາຫາລືທິດທາງໃນການຮ່ວມມື ໃນຕໍ່ໜ້າ, ໂດຍສະເພາະ ໃນຂອບການຮ່ວມມື ອາຊຽນ-ການາດາ ໃນນາມທີ່ ສປປ ລາວ ເປັນປະເທດປະສານງານ ສໍາລັບການພົວພັນຮ່ວມມືອາຊຽນ-ການາດາ (2024-2027). ສອງຝ່າຍ ຍັງໄດ້ຕົກລົງເຫັນດີຊຸກຍູ້ໃຫ້ມີການເສີມຂະຫຍາຍການຮ່ວມມືດ້ານຕ່າງໆ ໂດຍສະເພາະການຄ້າ-ການລົງທຶນ ໄປຄຽງຄູ່ກັບການຮ່ວມມືດ້ານການເມືອງ, ຊຸກຍູ້ການຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ການາດາ ຄັ້ງທີ 5 ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.