Monday, September 22, 2025
Home Blog Page 46

ຜູ້ບັນຊາການທະຫານສູງສຸດກອງທັບໄທ ຢ້ຽມຢາມ-ເຮັດວຽກ ຢູ່ ສປປ ລາວ

0

ໃນວັນທີ 21 ກໍລະກົດ 2025 ນີ້, ທ່ານ ພົນເອກ ຊົງວິດ ໜຸນພັກດີ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໂດຍການຕ້ອນຮັບຂອງ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ ພ້ອມດ້ວຍຄະນະ.

ໂອກາດນີ້, ສອງຝ່າຍໄດ້ພົບປະແລກປ່ຽນບົດຮຽນ ແລະ ຕີລາຄາຄືນສະພາບວຽກງານ ເຊິ່ງກັນ ແລະ ກັນ ໃນບັນຫາທີ່ສອງຝ່າຍມີຄວາມສົນໃຈ ແລະ ສອງຝ່າຍ ເຫັນດີເປັນເອກະພາບ ເພີ່ມທະວີຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ ແລະ ເສີມສ້າງສາຍພົວພັນຮ່ວມມືທາງດ້ານເສດຖະກິດ ທີ່ດີຕະຫລອດຮອດການເພີ່ມທະວີການຮ່ວມມື ລະ ຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບໄທ ໂດຍສະເພາະການຮ່ວມມື ຂອງຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນ ມີຄວາມສະຫງົບສຸກໂດຍພື້ນຖານ ເປັນຕົ້ນ ການແກ້ໄຂບັນຫາຢາເສບຕິດ, ບັນຫາການລັກລອບເຂົ້າເມືອງຜິດກົດໝາຍ ແລະ ບັນຫາອື່ນໆ ທີ່ເປັນໜໍ່ແໜງໃນການກໍ່ຄວາມບໍ່ສະຫງົບ, ສ້າງກົນໄກເຂົ້າໃນຂົງເຂດວຽກງານກະສິກຳ, ປູກຝັງ-ລ້ຽງສັດ ລະຫວ່າງ ສອງກອງທັບ ໃຫ້ເກີດດອກອອກຜົນ. ພ້ອມກັນນັ້ນ, ກໍຕ້ອງຮັກສາມູນເຊື້ອການໄປ-ມາຫາສູ່ ຢ່າງເປັນປົກກະຕິ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ນອກຈາກນັ້ນ, ສອງຝ່າຍ ຍັງເຫັນດີເປັນເອກະພາບ ສືບຕໍ່ຮ່ວມມື ໃນວຽກງານດ້ານການຊ່ວຍເຫລືອມະນຸດສະທຳ, ການຕ້ານໄພພິບັດທາງທຳມະຊາດ, ການແລກປ່ຽນ ດ້ານການແພດ, ສິລະປະ-ວັດທະນະທຳ, ກິລາ ແລະ ຂອດການຮ່ວມມືໃນຂອບຂອງກອງປະຊຸມອາຊຽນ ລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ.

ໂອກາດດຽວກັນນີ້, ຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ຕື່ມອີກ.

ຂໍ້ມູນ-ພາບ: ໜັງສືພິມກອງທັບ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ເຂົ້າຢ້ຽມຂໍ່ານັບ ປະທານສະພາແຫ່ງຊາດຫວຽດນາມ

0

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກກັບ ອົງການກວດສອບແຫ່ງລັດ ສສ ຫວຽດ ນາມ ລະຫວ່າງວັນທີ 16-20 ກໍລະກົດ 2025 ນີ້, ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ (ອກສລ) ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ສສ ຫວຽດນາມ.

ໂອກາດນີ້, ສະຫາຍ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນ ອົງການກວດສອບແຫ່ງລັດຂອງ ສປປ ລາວ ທີ່ເດີນທາງມາເຄື່ອນໄຫວວຽກງານຢູ່ ສສ ຫວຽດນາມ ໃນຄັ້ງນີ້, ເປັນການປະກອບສ່ວນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ ໂດຍສະເພາະສອງອົງການກວດສອບ ແຫ່ງລັດຫວຽດ ນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ, ອວຍພອນໃຫ້ຄະນະຜູ້ແທນ ອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ ຈົ່ງປະສົບຄວາມສຳເລັດໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ.

ພ້ອມກັນນີ້, ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ຕາງໜ້າຄະນະຜູ້ແທນ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງປະທານສະພາແຫ່ງຊາດຫວຽດນາມໃນຄັ້ງນີ້, ພ້ອມຢືນຢັນຈະຕັ້ງໜ້າເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງອົງການກວດສອບແຫ່ງລັດ ລາວ-ຫວຽດ ນາມ ທີ່ມີມາແຕ່ດົນນານໃຫ້ໄດ້ຮັບການເສີມຂະຫຍາຍແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໄລຍະຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້, ໄດ້ພົບປະກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ໂດຍໄດ້ຮັບການຕ້ອນຮັບຂອງ ສະຫາຍ ໂງ ວັນ ຕວັນ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ເຊິ່ງຄະນະຜູ້ແທນໄດ້ເຂົ້າຮ່ວມພົບປະສອງຝ່າຍ ແລະ ແລກປ່ຽນບົດຮຽນກ່ຽວກັບ ການມີສ່ວນຮ່ວມຂອງ ອົງການກວດສອບແຫ່ງລັດ ຕໍ່ການສ້າງແຜນງົບປະມານແຫ່ງລັດ ແລະ ຄວາມເຂົ້າໃຈຕໍ່ກັບກົນໄກ, ຂັ້ນຕອນວິທີການຈັດຕັ້ງປະຕິບັດ ຄໍາແນະນໍາຜົນຂອງການກວດສອບ.

ໃນໂອກາດດັ່ງກ່າວ, ຄະນະຜູ້ແທນລາວ ກໍໄດ້ເດີນທາງໄປຢ້ຽມຢາມອົງການກວດສອບ ປະຈໍາເຂດ 4 ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ເຊິ່ງການພົບປະສອງຝ່າຍໃນຄັ້ງນີ້, ເປັນຂີດໝາຍສໍາຄັນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍທີ່ໄດ້ເຊັ່ນຮ່ວມກັນ ໃນປີ 2022 ແນໃສ່ຊຸກຍູ້ຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການ ກວດສອບແຫ່ງລັດຂອງສອງປະເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການຜັນຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄື ການເສີມຂະຫຍາຍສາຍພົວພັນ ທາງການທູດຄົບຮອບ 63ປີ (05/09/1962-05/09/2025).

ການພົບປະສອງຝ່າຍຄັ້ງນີ້, ຄະນະຜູ້ແທນແຕ່ລະຝ່າຍ ໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການຮ່ວມມືທີ່ພົ້ນເດັ່ນຂອງວຽກງານການກວດສອບ ໂດຍສະເພາະວຽກງານໂຄງການປັບປຸງບໍລິຫານອົງການກວດສອບແຫ່ງລັດ ຫັນເປັນທັນສະໄໝ(E-Office) ທີ່ໄດ້ຮັບທຶນການຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ ກໍຄື ອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນປີ 2024, ປຶກສາຫາລືກ່ຽວກັບແຜນກິດຈະກຳ ຮ່ວມມືສອງຝ່າຍໄລຍະກາງແຕ່ປີ 2026-2028. ພ້ອມກັນນັ້ນ, ກໍໄດ້ແລກປ່ຽນບົດຮຽນດ້ານວິຊາການ ຄື: ການມີສ່ວນຮ່ວມຂອງ ອົງການກວດສອບແຫ່ງລັດ ຕໍ່ການສ້າງແຜນງົບປະມານແຫ່ງລັດ ແລະ ຄວາມເຂົ້າໃຈຕໍ່ກັບກົນໄກ, ຂັ້ນຕອນວິທີການຈັດ ຕັ້ງປະຕິບັດຄໍາແນະນໍາການກວດສອບ. ການພົບປະຄັ້ງນີ້, ໄດ້ຕີລາຄາ ແລະ ເອກະພາບສູງຕໍ່ແຜນການຮ່ວມມື 2026-2028 ໂດຍມອບໃຫ້ກົມຮ່ວມມືສອງອົງການປະສານສົມທົບກັນ ເພື່ອສ້າງແຜນກິດ ຈະກຳລະອຽດ.

ຂ່າວ: ອກສລ

ຫວນຄືນມູນເຊື້ອການກໍາເນີດຂອງອົງການຈັດຕ້ັ້ງສະຫະພັນແມ່ຍິງລາວ

0

ນັບແຕ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ (22 ມີນາ 1955), ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ໃນການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກໍາລັງແຮງທີ່ສໍາຄັນຂອງພັກ. ມາຮອດວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ ຊຶ່ງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງແມ່ຍິງລາວ ໃນປັດຈຸບັນ. ໃນນັ້ນ, ໄດ້ແຕ່ງຕັ້ງຄະນະໜ່ວຍ 3 ສະຫາຍ ຄື: ສະຫາຍ ນາງ ຄໍາຫລ້າ ວົງສັກ ເປັນຫົວໜ້າ, ສະຫາຍ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ສະຫາຍ ນາງ ຄໍາແພງ ບຸບຜາ ເປັນກໍາມະການ ຊຶ່ງໃນໄລຍະນັ້ນ ຢູ່ທ້ອງຖິ່ນຮາກຖານຍັງແມ່ນໜ່ວຍຍຸວັນນະລີ ໜ່ວຍແມ່ຍິງນັກຮົບ, ໜ່ວຍເອື້ອຍນັກຮົບມີໜ້າທີ່ຕົ້ນຕໍເບິ່ງແຍງ, ລ້ຽງດູຊຸກເຊື່ອງ, ຕິດຕໍ່, ສົ່ງເອກະສານຕ່າງໆໃຫ້ທະຫານທີ່ພວມປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູດ້ວຍຫລາຍຮູບແບບ ແລະ ຫລາຍວິທີການເປັນຕົ້ນແມ່ນການລໍາລຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານນັກຮົບຢູ່ແນວໜ້າ. ພ້ອມນັ້ນ, ໄດ້ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫລານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການແມ່ຍິງ ປະຕິບັດວຽກງານແນວຫລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ ພ້ອມທັງເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມແມ່ຍິງບັນດາເຜົ່າ ເຂົ້າເປັນກໍາລັງແຮງໃຫ້ກໍາລັງປະຕິວັດປົດປ່ອຍຊາດຄຽງບ່າຄຽງໄຫລ່ກັບເພດຊາຍຕະຫລອດມາ. 
ເພື່ອໃຫ້ສອດຄ່ອງກັບສະພາບ ການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງ ແລະ ໜ້າທີ່ ທີ່ຖືກຈາລຶກໄວ້ໃນປະຫວັດສາດໃນການປະກອບສ່ວນເພື່ອກອບກູ້ເອກະລາດ ແລະ ສ້າງສາພັດທະນາປະເທດ ຊາດ, “ໜ່ວຍຄົ້ນຄວ້າວຽກງານແມ່ຍິງ” ໄດ້ປ່ຽນຊື່ເປັນ “ສະມາຄົມແມ່ຍິງລາວຮັກຊາດ” ເດືອນມັງ ກອນ ປີ 1956 ສະມາຄົມແມ່ຍິງລາວຮັກຊາດແມ່ນສືບທອດມາຈາກໜ່ວຍຄົ້ນຄວ້າວຽກງານແມ່ຍິງ, ອະດີດຄະນະນໍາໜ່ວຍຄົ້ນຄວ້າວຽກງານແມ່ຍິງ ກໍໄດ້ຖືກແຕ່ງຕັ້ງໃຫ້ສືບຕໍ່ນໍາພາສະມາຄົມແມ່ຍິງລາວຮັກຊາດ ແຕ່ໃນຖານະບົດບາດສູງກວ່າ. ຈາກນັ້ນ ກໍ່ໄດ້ຂະຫຍາຍສະມາຄົມແມ່ຍິງລາວຮັກຊາດ ລົງສູ່ຮາກຖານເພື່ອປ່ຽນແທນໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ ແລະ ໜ່ວຍຍຸວັນນາລີ ທີ່ໄດ້ຮັບການຈັດຕັ້ງ ແລະ ໄດ້ເຄື່ອນໄຫວປະຕິວັດມາແຕ່ກ່ອນນັ້ນ. ສະມາຄົມແມ່ຍິງລາວຮັກຊາດແມ່ນເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີຢ່າງກວ້າງຂວາງ ລະຫວ່າງ ແມ່ຍິງລາວບັນດາເຜົ່າ, ຜູ້ມີນ້ໍາໃຈຮັກຊາດ, ຮັກສັນຕິພາບໂດຍບໍ່ຈໍາແນກຜູ້ຮັ່ງມີ, ຜູ້ທຸກຈົນ, ຊົນຊັ້ນ, ຊົນຊາດ, ສາສະໜາ, ໂດຍຮ່ວມກັບປວງຊົນລາວທັງຊາດ ຕັດສິນໃຈຕໍ່ສູ້ໂຄ່ນລົ້ມຈັກກະພັດຜູ້ຮຸກຮານ ແລະ ລູກແຫລ່ງຕີນມື, ເພື່ອປົດປ່ອຍປະເທດຊາດຍາດເອົາຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວ; ກໍ່ສ້າງປະເທດໃຫ້ມີສັນຕິພາບ, ເອກະລາດ, ເປັນກາງ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ. 
ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງທີ່ການເມືອງຂອງພັກ ກໍ່ຄື ຂອງປະເທດຊາດໃນໄລຍະໃໝ່. ສະນັ້ນ, ກອງປະຊຸມໃຫຍ່ຄັ້ງປະຫວັດສາດຂອງແມ່ຍິງລາວທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນໃນວັນທີ 21-24 ມີນາ 1984 ແລະ ໄດ້ຕົກລົງເປັນເອກະພາບປ່ຽນຊື່ຈາກ “ສະມາຄົມແມ່ຍິງລາວຮັກຊາດ” ມາເປັນ “ສະຫະພັນແມ່ຍິງລາວ” ຈົນເຖິງປັດຈຸບັນ. 

ທະນາຄານກາງອົສຕຣາລີ ສະເໜີຍົກເລີກເກັບຄ່າທຳນຽມການຊຳລະເງິນຜ່ານບັດ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ກໍລະກົດ ຜ່ານມາວ່າ: ທະນາຄານກາງອົສຕຣາລີ (RBA) ໄດ້ສະເໜີໃຫ້ຍົກເລີກການເກັບຄ່າທຳນຽມການຊຳລະເງິນຜ່ານບັດ ຊຶ່ງຖ້າຫາກຖືກຈັດຕັ້ງປະຕິບັດ ກໍຈະຊ່ວຍປະຢັດເງິນໄດ້ຫຼາຍກວ່າໜຶ່ງຕື້ໂດລາຕໍ່ປີ.

ຂ່າວລະຍຸວ່າ: RBA ລະບຸໃນບົດລາຍງານທີ່ເຜີຍແຜ່ໃນວັນທີ 15 ກໍລະກົດ ຜ່ານມາວ່າ: ຈາກການທົບທວນຄືນຄ່າໃຊ້ຈ່າຍໃນການຊຳລະເງິນດ້ວຍບັດຂອງຮ້ານຄ້າ ແລະ ຄ່າທໍານຽມ ພົບວ່າ: ການຍົກເລີກການເກັບຄ່າທໍານຽມສໍາລັບການຊຳລະເງິນດ້ວຍບັດ eftpos (ເຄືອຂ່າຍບັດເດບິດພາຍໃນປະເທດ), ບັດ Mastercard ແລະ Visa ຈະເປັນປະໂຫຍດຕໍ່ສາທາລະນະ.

RBA ລະບຸອີກວ່າ: ປັດຈຸບັນຊາວອົສຕຣາລີ ຕ້ອງຈ່າຍຄ່າທຳນຽມການຊຳລະເງິນດ້ວຍບັດຈຳນວນ 1.2 ຕື້ໂດລາອົສຕຣາລີ (768 ລ້ານໂດລາ) ໃນແຕ່ລະປີ ແລະ ການເກັບຄ່າທໍານຽມດັ່ງກ່າວບໍ່ໄດ້ສອດຄ່ອງກັບເປົ້າໝາຍໃນການຊຸກຍູ້ໃຫ້ລູກຄ້າເລືອກວິທີຊໍາລະທີ່ມີປະສິດທິພາບຫຼາຍຂຶ້ນ ເນື່ອງຈາກການໃຊ້ເງິນສົດຫຼຸດລົງ.

ທ່ານ ມິເຊລ ບລູລັອກ ລະບຸໃນຖະແຫຼງການວ່າ: ເຖິງເວລາແລ້ວທີ່ພວກເຮົາຈະແກ້ໄຂບາງຄ່າໃຊ້ຈ່າຍທີ່ສູງ ແລະ ຄວາມບໍ່ມີປະສິດທິພາບໃນລະບົບ.

ພາຍໃຕ້ກົດລະບຽບໃນປັດຈຸບັນ, ທຸລະກິດຕ່າງໆໃນອົສຕຣາລີຖືກຫ້າມບໍ່ໃຫ້ເກັບຄ່າທໍານຽມເພີ່ມເຕີມເກີນຄ່າໃຊ້ຈ່າຍຕົວຈິງຂອງການຊຳລະເງິນແຕ່ລະປະເພດ. ຂະນະທີ່ຂໍ້ມູນຂອງ RBA ສະແດງໃຫ້ເຫັນວ່າ: ບັດ eftpos ແລະບັດເດບິດໂດຍທົ່ວໄປແມ່ນລາຄາຖືກກວ່າສໍາລັບຮ້ານຄ້າໃນການຮັບຊຳລະເງິນເມື່ອທຽບກັບບັດເຄຣດິດ.

ຢ່າງໃດກໍຕາມ, ການທົບທວນຄືນຂອງ RBA ພົບວ່າ: ທຸລະກິດປະເພດຕ່າງໆ ມີທ່າອ່ຽງຈະເກັບຄ່າທຳນຽມບັດທຸກປະເພດເພີ່ມເຕີມ.

RBA ລະບຸໃນບົດລາຍງານວ່າ: ການຍົກເລີກການເກັບຄ່າທຳນຽມເພີ່ມເຕີມຈະເຮັດໃຫ້ການຊຳລະເງິນດ້ວຍບັດງ່າຍຂຶ້ນ, ມີຄວາມໂປ່ງໃສ ແລະ ເພີ່ມການແຂ່ງຂັນໃນລະບົບການຊຳລະເງິນດ້ວຍບັດ.

ແຈ້ງເຕືອນຝົນຕົກໜັກ, ນໍ້າຖ້ວມຊຸ ແລະ ດິນເຈືື່ອນ ປະຈໍາວັນທີ 17 ກໍລະກົດ 2025.

0

ຄວາມກົດດັນອາກາດຕ່ຳ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ພ້ອມມີລົມພັດແຮງ ເປັນບາງໂອກາດ. ສໍາລັບລະດັບນໍ້າຊອງ: ສະຖານີວັງວຽງ, ລະດັບນໍ້າແມ່ນຍັງສືບຕໍ່ເພີ່ມຂື້ນ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະພາກສ່ວນ ຜູ້ທີ່ອາໄສຢູ່ໃກ້ລຽບຕາມແມ່ນໍ້າ ແລະ ເຂດພື້ນທີ່ຕໍ່າ ເຊັ່ນວ່າ: ຕາມລໍານໍ້າ ແລະ ແຄມແມ່ນໍ້າ, ແຂວງຜົ້ງສາລີ, ຫົວພັນ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ອຸດົມໄຊ, ໄຊສົມບູນ, ແຂວງວຽງຈັນ ແມ່ນໍ້າຊອງ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບຝົນຍັງຕົກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ເກີດດິນເຈືື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມຍືື່ງ ທີ່ຈະສົ່ງຜົນເສຍຫາຍແກ່ຊີວິດ ແລະ ຊັບສິນອັນມີຄ່າ, ສໍາລັບຜູ້ທີ່ຈະເດີນທາງຜ່ານພູສູງ ຕ້ອງໄດ້ກວດສອບສະພາບອາກາດ, ສະພາບຫົນທາງ ແລະ ສະພາບຍານພາຫະນະ ກ່ອນອອກເດີນທາງ. ພ້ອມນີ້ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຢ່າງເປັນປະຈໍາ.

ສ.ອາເມລິກາ ອາດຈະຈັດວາງອັດຕາພາສີລວມ ຫລາຍກວ່າ 10% ທີ່ນຳເຂົ້າຈາກ 100 ປະເທດ

0

ວິທະຍຸກະຈາຍສຽງຫວຽດນາມ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ຖະແຫລງວ່າ ມີອັດຕາພາສີລວມ ຫລາຍກວ່າ 10% ອາດຈະຈັດວາງ ສຳລັບສິນຄ້າທີ່ນຳເຂົ້າຈາກ 100 ປະເທດ. ຂະນະທີ່ ທ່ານ ໂຮເວີດ ລັດນິກ (Howard Lutnick), ລັດຖະມົນຕີ ກະຊວງການຄ້າ ສະຫະລັດ ອາເມ ລິກາ, ບັນດາປະເທດ ທີ່ຖືກຈັດວາງ ອັດຕາພາສີ 10% ສ່ວນຫລາຍ ແມ່ນຢູ່ ອາຟຣິກາໃຕ້ ແລະ ພາກພື້ນ ກາຣີເບ, ແຫ່ງທີ່ມີລະດັບ ການແລກ ປ່ຽນ ການຄ້າກັບ ສ.ອາເມລິກາ ບໍ່ຫລາຍ ແລະ ບໍ່ຊ່ວຍແກ້ໄຂ ສະພາບ ຂາດດຸ່ນ ການຄ້າຂອງ ສ.ອາເມລິກາ ຫລາຍ.ຈາກນັ້ນ ທ່ານ ໂດນັນ ທຣຳ ໃຫ້ຮູ້ວ່າ ໄດ້ບັນລຸ ຂໍ້ຕົກລົງກັບ ອິນໂດເນເຊຍ, ຜ່ານນັ້ນ ອັດຕາພາສີ ສົມທົບຂອງ ສ.ອາເມລິກາ ຕໍ່ປະເທດນີ້ ຈະຫລຸດລົງແຕ່ 32% ເຫລືອພຽງ 19%. ສ່ວນ ອັດຕາພາສີຂອງ ອິນໂດເນເຊຍ ສຳລັບ ສິນຄ້າຂອງ ສ.ອາເມ ລິກາ ຈະແມ່ນ 0% ແລະ ສ.ອາເມລິກາ ມີສິດເຂົ້າເຖິງຕະຫລາດ ອິນໂດເນເຊຍ ທັງໝົດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

0

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ 2 ວັນ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ,ບັນດາທ່ານເຈົ້າແຂວງ,ເຈົ້າຄອງນະຄອນຫຼວງວຽງຈັນ,ຜູ້ຕາງໜ້າສະພາແຫ່ງຊາດ, ອົງການຈັດຕັ້ງພັກ-ລັດ ທຽບເທົ່າກະຊວງ,ສູນກາງແນວລາວສ້າງຊາດ,ອົງການຕຸລາການ,ສະຫະພັນນັກຮົບເກົ່າລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດແລະອົງການກວດສອບແຫ່ງລັດເຂົ້າຮ່ວມ.

ພາຍຫລັງສໍາເລັດກອງປະຊຸມທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມຄັ້ງນີ້ວ່າ: ກອງປະ ຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:

ວາລະທີ 1.ກອງປະຊຸມໄດ້ພິຈາລະນາເຫັນດີດ້ານຫຼັກການຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຂອງລັດຖະບານ ໃນນີ້ຕໍ່ການສະຫຼຸບວຽກງານ 6 ເດືອນຕົ້ນປີ 2025 ຂອງລັດຖະບານເຫັນວ່າ ທົ່ວປະເທດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວໃນລະດັບ 4.5%,ສາມາດເກັບລາຍຮັບງົບປະມານ ໄດ້37,758 ຕື້ກີບ ເທົ່າກັບ 55% ຂອງແຜນການປີ, ແຜນລາຍຈ່າຍປະຕິບັດໄດ້ 28,223 ຕື້ກີບ ເທົ່າກັບ 39% ຂອງແຜນການປີໂດຍໄດ້ສຸມໃສ່ລາຍຈ່າຍທີ່ເປັນບູລິມະສິດ ເປັນຕົ້ນ ການເບີກຈ່າຍເງິນເດືອນ, ເງິນອຸດໜູນຄ່າຄອງຊີບໃຫ້ພະນັກງງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ ແລະ ຜູ້ເສຍອົງຄະ, ທັງປະຕິບັດເງິນອຸດໜູນຕໍ່ຄູອາສາສະໜັກ ແລະ ເງິນເດືອນຂັ້ນຕໍ່າຂອງພະນັກງານ-ລັດຖະກອນ; ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດປະຕິບັດໄດ້ຕາມສັນຍາ; ອັດຕາເງິນເຟີ້ ຫຼຸດລົງເປັນແຕ່ລະເດືອນສະເລ່ຍ 6 ເດືອນຕົ້ນປີ ຢູ່ໃນລະດັບ 11%, ຄາດວ່າໝົດປີອັດຕາເງິນເຟີ້ຈະຢູ່ໃນລະດັບບໍ່ເກີນ 1 ຕົວເລກ; ຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 4.9ເດືອນ ຊຶ່ງທ້າຍປີ 2025 ຄາດວ່າຈະສາມາດກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ; ໄດ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ເຮັດໃຫ້ລາຄາສິນຄ້າເໜັງຕີງບໍ່ຫຼາຍຊຶ່ງມີທ່າອ່ຽງດີຂຶ້ນ, ພ້ອມກັນນັ້ນ ກໍ່ໄດ້ກະກຽມປະຕິບັດໂຄງການສ້າງສາງນໍ້າມັນເຊື້ອໄຟ; ໄດ້ຊຸກຍູ້ສົ່ງເສີມການຜະລິດເຂົ້ານາແຊງ ສາມາດປະຕິບັດໄດ້ ໃນເນື້ອທີ່ 84,700 ກວ່າເຮັກຕາ, ຜົນຜະລິດໄດ້ 423,800 ກວ່າໂຕນ, ເທົ່າກັບ 94% ຂອງແຜນການປີ. ນອກນັ້ນ ຍັງສົ່ງເສີມການຜະລິດກະສິກໍາ ສົ່ງອອກເປັນສິນຄ້າ ທົດແທນການນຳເຂົ້າ ເປັນຕົ້ນ ພືດຜັກ, ໝາກໄມ້, ປາ, ສັດໃຫຍ່ ແລະ ອື່ນໆ ໂດຍສາມາດສົ່ງສິນຄ້າກະສິກຳ-ປ່າໄມ້ ບັນລຸ1,120 ລ້ານກວ່າໂດລາ ເທົ່າກັບ 75% ຂອງແຜນການປີ; ສຸມໃສ່ຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດ ທີ່ໄດ້ອະນຸມັດຜ່ານມາ ໂດຍໄດ້ອອກຄຳສັ່ງ ສະບັບເລກທີ 06/ນຍ, ທັງປະຕິບັດມາດຕະການໂຈະການພິຈາລະນາໂຄງການໃໝ່ຕາມແຈ້ງການ 1090/ຫສນຍ ສໍາລັບແຮ່ໂລຫະທາດ ຢ່າງເຂັ້ມງວດ ແລະ ໄດ້ສືບຕໍ່ສຸມໃສ່ກວດກາໂຄງການແຮ່ຄຳ, ແຮ່ຫາຍາກ ແລະ ແຮ່ທາດອື່ນໆ ທີ່ໄດ້ຮັບອະນຸຍາດຜ່ານມາ ແລະ ປະຕິບັດມາດຕະການເຂັ້ມງວດ, ເດັດຂາດຕໍ່ໂຄງການທີ່ລະເມີດສັນຍາ, ສ້າງຜົນກະທົບບໍ່ດີຕໍ່ສິ່ງແວດລ້ອມ-ສັງຄົມ, ລວມທັງ ໂຄງການທີ່ລາຍງານຂໍ້ມູນຜົນການຜະລິດ ບໍ່ຖືກກັບຄວາມເປັນຈິງ ຊຶ່ງເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ນັບມື້ມີຄວາມເຂັ້ມງວດ ແລະ ເດັດຂາດຫຼາຍຂຶ້ນ; ແກ້ໄຂຍານພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງແລະ ຄຸ້ມຄອງລົດລັດ ຕາມດຳລັດ 599/ລບ ແລະ ຂໍ້ຕົກລົງ 169/ນຍ ມີຄວາມຄືບໜ້າເປັນກ້າວໆ; ຄົ້ນຄວ້າ ແລະ ສະເໜີທິດທາງປັບປຸງການປະຕິຮູບລັດວິສາຫະກິດຈຳນວນໜຶ່ງ ຊຶ່ງກົມການເມືອງສູນກາງພັກ ໄດ້ຕົກລົງເຫັນດີດ້ານຫຼັກການແລ້ວ; ສຸມໃສ່ແກ້ໄຂສະພາບຂາດເຂີນໄຟຟ້າ ແລະ ໄດ້ເລັ່ງຊຸກຍູ້ໂຄງການແຫຼ່ງຜະລິດທີ່ຈັດໃນບຸລິມະສິດ; ສຸມໃສ່ປະຕິບັດໂຄງການປັບປຸງ ແລະ ຍົກລະດັບໂຄງລ່າງພື້ນຖານດ້ານຄົມມະນາຄົມ ແລະ ຂົນສົ່ງເພື່ອເຊື່ອມຈອດ-ເຊື່ອມໂຍງຢູ່ພາຍໃນປະເທດ, ກັບພາກພື້ນ ແລະ ສາກົນ, ທັງອຳນວຍຄວາມສະດວກ ແລະ ຫຼຸດຕົ້ນທຶນການຜະລິດ, ການບໍລິການ, ການຄ້າແລະ ການລົງທຶນ ເປັນຕົ້ນເສັ້ນທາງ ສີໄຄ-ໂພນໂຮງ, ເສັ້ນທາງເລກທີ 13 ໃຕ້, ຂົວຂ້າມນໍ້າຂອງຫ້ວຍແກ້ວ-ກ້ອນຕືນ ແຂວງບໍ່ແກ້ວ ສຳເລັດ 98%, ຂົົວຂ້າມນໍ້າຂອງ ປາກຊັນ-ບຶງການ ສຳເລັດ 97%, ຂົວ 12 ແຫ່ງ ຕາມເສັ້ນທາງ ຈຳປາສັກ-ສາລະວັນ ສຳເລັດ 61%; ຊຸກຍູ້ໂຄງການກໍ່ສ້າງທາງດ່ວນທີ່ໄດ້ເຊັນ MOU ຜ່ານມາ ເປັນຕົ້ນທາງດ່ວນລາວ-ຈີນ (ຊ່ວງແຕ່ແຂວງອຸດົມໄຊ-ຊາຍແດນບໍ່ເຕ່ນ), ທາງດ່ວນ ວຽງຈັນ-ຮ່າໂນ້ຍ, ທາງລົດໄຟວຽງຈັນ-ທ່າແຂກ-ຫວຸງອ່າງ. ນອກນັ້ນ ກຳລັງເລັ່ງສ້າງແຜນປັບປຸງ-ກໍ່ສ້າງເສັ້ນທາງ ແລະ ຂົວ ເປັນຕົ້ນ ເສັ້ນທາງເລກທີ 13 ເໜືອ, ຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງ, ຂົວມິດຕະພາບລາວ-ໄທ ແຫ່ງທີ 6 ສາລະວັນ-ອຸບົນຣາດຊະທານີ ແລະ ທາງຫຼວງທ້ອງຖິ່ນອື່ນໆຕື່ມອີກ;ສາມາດຂຶ້ນທະບຽນອອກໃບຕາດິນໄດ້ 76,900ກວ່າຕອນ ເທົ່າກັບ 26% ຂອງແຜນການປີ; ສືບຕໍ່ສຸມໃສ່ແກ້ໄຂສະພາບຂາດຄູສອນ ໂດຍສຸມໃສ່ປະຕິບັດຕາມນະໂຍບາຍ ແລະ ມາດຕະການທີ່ລັດຖະບານ ໄດ້ກຳນົດໃນມະຕິ 09/ລບ ເປັນຕົ້ນ ເພີ່ມເງິນເບ້ຍລ້ຽງໃຫ້ນັກສຶກສາທີ່ຮຽນສາຍຄູ, ການກຳນົດໂຄຕ້າຄູສອນ ໃຫ້ສອດຄ່ອງກັບແຜນກໍ່ສ້າງຄູ, ຫັນຄູອາສາສະໝັກເຂົ້າເປັນລັດຖະກອນຄູ ແລະ ການທົດແທນຄູທີ່ສູນເສຍດ້ວຍຮູບການຕ່າງໆ, ທັງປະຕິບັດນະໂຍບາຍເອົາຄູອາສາສະໝັກເຂົ້າບັນຈຸເປັນທະຫານພັນທະແຕ່ປະຕິບັດໜ້າທີ່ຄູສອນ; ປັບປຸງ ແລະ ຍົກລະດັບຕາໜ່າງການບໍລິການສາທາລະນະສຸກໃນທົ່ວປະເທດ ໂດຍກໍ່ສ້າງຍົກລະດັບພື້ນຖານໂຄງລ່າງ ແລະ ພັດທະນາບຸກຄະລາກອນທາງການແພດ ທັງຢູ່ສູນກາງ ແລະທ້ອງຖິ່ນ; ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ຕາມມະຕິຂອງສູນກາງພັກ ເລກທີ 03/ຄບສພ ແລະ ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ຊຶ່ງຂັ້ນສູນກາງ ແມ່ນສໍາເລັດໂດຍພື້ນຖານ ແລະ ກໍາລັງສືບຕໍ່ໃນຂັ້ນທ້ອງຖິ່ນ; ໄດ້ເອົາໃຈໃສ່ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ໂດຍເປັນເຈົ້າການເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດ ຂອບການຮ່ວມມືຕ່າງໆຂອງສາກົນ ຊຶ່ງໄດ້ນໍາເອົາຜົນປະໂຫຍດ ແລະ ໝາກຜົນສຳເລັດຕົວຈິງມາໃຫ້ປະເທດຫຼາຍຂຶ້ນ ທັງສາມາດເຮັດໃຫ້ບົດບາດ ແລະ ອິດທິພົນຂອງລາວໃນເວທີພາກພື້ນ ແລະ ສາກົນສູງເດັ່ນຂຶ້ນ.

ສຳລັບທິດທາງແຜນວຽກຈຸດສຸມໃນໄລຍະ 6 ເດືອນທ້າຍປີ 2025, ກອງປະຊຸມ ໄດ້ຊີ້ນໍາຂະ ແໜງການ ແລະ ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້:

1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໃຫ້ເຂັ້ມແຂງ; ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງ; ສ້າງແຜນປ້ອງກັນຮັກສາຄວາມສະຫງົບ ແລະ ປອດໄພ ໃຫ້ແກ່ການຈັດງານສຳຄັນຂອງຊາດ ເປັນຕົ້ນ ໄລຍະສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ, ງານມະຫາກໍາກິລາແຫ່ງຊາດ, ກອງປະຊຸມໃຫຍ່ 3 ຂັ້ນ ແລະ ອື່ນໆ.

2) ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ ແລະ ມະຕິ ຂອງສະພາແຫ່ງຊາດ ເລກທີ 05/ສພຊ ໃນໜ້າວຽກທີ່ຍັງບໍ່ທັນສໍາເລັດ ໃຫ້ຖືກຕ້ອງໂປ່ງໃສ ແລະ ຮັບປະກັນຄວາມສະຫງົບ. ໃນນັ້ນ, ໃຫ້ສຸມໃສ່ຮ່າງດຳລັດ ວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່, ທັງກຳນົດຕຳແໜ່ງງານ ແລະ ຊັບຊ້ອນຈັດວາງພະນັກງານ ຂອງບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ໄດ້ປັບປຸງກົງຈັກຄືນໃໝ່ນັ້ນ ໃຫ້ສຳເລັດຕາມແຜນກຳນົດ. ພ້ອມນີ້, ກໍ່ສືບຕໍ່ກະກຽມດຳເນີນກອງປະຊຸມໃຫຍ່ ຂອງບັນດາອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIIຂອງພັກ.

3) ກະກຽມສະເຫຼີມສະຫຼອງ ວັນສຳຄັນທາງປະຫວັດສາດ: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ບັນລຸໄດ້ຈຸດປະສົງລະດັບຄາດໝາຍ ບົນຈິດໃຈປະຢັດມັດທະຍັດ ທັງໃຫ້ມີເນື້ອໃນ ແລະ ເປັນຂະບວນຟົດຟື້ນ.

4) ສືບຕໍ່ສຸມໃສ່ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມແຜນວຽກຂອງຄະນະສະເພາະກິດ 19/ກມສພ. ໃນນີ້, ສຸມໃສ່ການຊໍາລະໜີ້ສິນຕ່າງປະເທດໃຫ້ທັນຕາມກຳນົດ; ການຜະລິດເປັນສິນຄ້າທົດແທນການນຳເຂົ້າ ແລະ ສົ່ງອອກ; ຄົ້ນຄວ້າມາດຕະການຮັບມືຕໍ່ກັບສະພາບຄວາມສ່ຽງດ້ານນ້ຳມັນເຊື້ອໄຟໃນຕໍ່ໜ້າ.

5) ສຸມໃສ່ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ IX (2021-2025) ແລະ ແຜນການປະຈໍາປີ 2025 ຕິດພັນກັບການສະຫຼຸບການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ; ສືບຕໍ່ຮ່າງ ແຜນ5ປີ ຄັ້ງທີX (2026-2030)ແລະ ແຜນການ ປະຈໍາປີ 2026 ໃຫ້ມີເນື້ອໃນຄົບຖ້ວນສົມບູນ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ10ຂອງສະພາແຫ່ງຊາດ ຊຸດທີIX.

6) ສືບຕໍ່ຄົ້ນຄວ້າການປະຕິບັດມາດຕະການຕົວຈິງ ຕາມທິດຊີ້ນຳຂອງກົມການເມືອງ ແລະ ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ເພື່ອແກ້ໄຂບັນດາເປົ້າໝາຍ ທີ່ໄດ້ຮັບຜົນກະທົບ ຈາກການປັບໂຄງສ້າງລາຄາໄຟຟ້າ ເປັນຕົ້ນ ສຸມໃສ່ການເຈລະຈາລາຄາຊື້-ຂາຍໄຟຟ້າ ກັບຜູ້ພັດທະນາເຂື່ອນ ແລະ ຮີບຮ້ອນຫັນຮູບແບບການຈົດນັບຕົວເລກນຳໃຊ້ໄຟຟ້າ ແລະ ຈ່າຍຄ່າໄຟຟ້າເປັນທັນສະໄໝ ແລະ ອື່ນໆ. ພ້ອມນີ້, ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ກ່ຽວກັບການໂຄສະນາເຜີຍແຜ່ ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂບັນຫາດັ່ງກ່າວ ໂດຍຫັນປ່ຽນໃໝ່ວິທີການໂຄສະນາເຜີຍແຜ່ໃຫ້ເຂົ້າໃຈງ່າຍ ແລະ ທົ່ວເຖິງ.

7) ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດຄຳສັ່ງເລກທີ06/ນຍຂອງນາຍົກລັດຖະມົນຕີກ່ຽວກັບການແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດຕ່າງໆດ້ວຍຄວາມຮັບຜິດຊອບແລະຄວາມເປັນເຈົ້າການຂອງທຸກພາກສ່ວນທຸກຂັ້ນ; ແກ້ໄຂບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງ ໃຫ້ຂາດຕົວ; ສະກັດກັ້ນການຄ້ານອກລະບົບ, ການລັກລອບນຳເຂົ້າສິນຄ້າຟູມເຟືອຍ, ສົ່ງເສີມສິນຄ້າທີ່ຜະລິດໄດ້ພາຍໃນ.

ສືບຕໍ່ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງທີ່ສຳຄັນບູລິມະສິດ, ເສັ້ນທາງເປ່ເພຈາກໄພພິບັດ; ສຸມໃສ່ປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ສອດຄ່ອງກັບມະຕິ ຂອງສະພາແຫ່ງຊາດ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ສະບັບເລກທີ 165/ສພຊ.

9) ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງບັນຫາໄພພິບັດ ທີ່ອາດຈະເກີດຂຶ້ນໃນລະດູຝົນ ລວມເຖິງກະກຽມແຜນຮັບມື-ແຜນຟື້ນຟູຮີບດ່ວນຫຼັງໄພພິບັດ; ບໍລິຫານຈັດການບັນດາອ່າງເກັບນ້ຳ ຢູ່ແຕ່ລະເຂື່ອນໄຟຟ້າໃຫ້ດີ.

10) ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງສັງຄົມເປັນຕົ້ນການຂາດແຄນຄູສອນໂດຍຮີບຮ້ອນຄົ້ນຄວ້າ ໂກຕາຄູ ປີ 2025 ໃຫ້ຫຼາຍຂຶ້ນ; ແກ້ໄຂການປະລະການຮຽນ, ບັນຫາການຄຸ້ມຄອງແຮງງານ, ການຂາດແຄນແຮງງານ, ການແກ້ໄຂບັນຫາ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ພະນັກງານ-ທະຫານ, ຕຳຫຼວດ, ໃນນີ້ ໃຫ້ສຸມໃສ່ຄົ້ນຄວ້າປັບປຸງເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ເພື່ອໃຫ້ໄດ້ເລີ່ມປະຕິບັດ ປີ 2026 ຕາມການຊີ້ນຳຂອງກົມການເມືອງສູນກາງພັກ.

11) ສືບຕໍ່ຕິດຕາມສະພາບການສາກົນ ແລະ ພາກພື້ນ ຢ່າງໃກ້ຊິດ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ທັງຜັນຂະຫຍາຍຜົນການໄປຢ້ຽມຢາມ ແລະ ເຮັດວຽກດັ່ງກ່າວ.

ວາລະທີ2. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ ການລາຍງານກ່ຽວກັບ: (1)ຜົນການທົບທວນຄືນການປັບຂຶ້ນລາຄາໄຟຟ້າ ແລະ ສະເໜີທິດທາງແກ້ໄຂໃນຕໍ່ໜ້າ;(2) ການຮັບມື ແລະ ທິດທາງແກ້ໄຂການຂຶ້ນພາສີຂອງສະຫະລັດອາເມລິກາ ຕໍ່ສປປ ລາວ 40%; (3) ສະພາບການຄຸ້ມຄອງລາຄາສິນຄ້າ ລວມທັງ ລາຄານໍ້າມັນເຊື້ອໄຟ; ການສົ່ງອອກສິນຄ້າລະດູຝົນ; ການປະຕິບັດກອງທຶນ ສົ່ງເສີມການຜະລິດສິນຄ້າຢູ່ ສປປ ລາວ.

ວາລະທີ3. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ ການລາຍງານແຜນ ແລະ ບັນຊີໂຄງການກໍ່ສ້າງ ແລະ ປັບປຸງເສັ້ນທາງ ທີ່ເປັນບູລິມະສິດ ໃນປີ2026 ແລະ ປີຕໍ່ໆໄປ ລວມທັງ ກົນໄກການປະຕິບັດກອງທຶນທາງ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປະຈໍາປີ 2025 ພັກ-ລັດຖະບານ ຖືເອົາແມ່ຍິງ ເປັນກຳລັງກອງແຮງສໍາຄັນໜຶ່ງໃນຍຸກແຫ່ງການປ່ຽນແປງໃໝ່

0

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປີ 2025 ຈັດຂື້ນໃນລະຫວ່າງວັນທີ 15-16 ກໍລະກົດ2025 ຢູ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ ທ່ານ ສິນນາວາ ສຸພານຸວົງ ລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ສະເເດງຄວາມຮູ້ສຶກວ່າ: ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2025 ເປັນກອງປະຊຸມທີ່ມີຄວາມຫມາຍຄວາມສໍາຄັນທີ່ສຸດ ເນື່ອງຈາກວ່າບັນດາສະມາຊິກລັດຖະບານ ໄດ້ພ້ອມກັນຄົ້ນຄວ້າເປີກສາຫາລືໃນຫລາຍບັນຫາສໍາຄັນ ໂດຍສະເພາະການເເກ້ໄຂບັນຫາເຄັ່ງຮ້ອນທີ່ເກີດຂື້ນໃນສັງຄົມ ເປັນຕົ້ນ: ການເເກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາລາຄາສີນຄ້າເເພງ, ການເພີ່ນຂື້ນອັດຕາພາສີນໍາເຂ້າ-ສົ່ງອອກຂອງບາງປະເທດຕໍ່ລາວ ລວມເຖິງການເເກ້ໄຂບັນຫາການປັບຂື້ນລາຄາໄຟຟ້າທີ່ເພີ່ມສູງຂຶ້ນ ເພື່ອຊອກຫາທາງອອກຮ່ວມກັນ ລະຫວ່າງຜູ້ຜະລິດ ເເລະ ຜູ້ຊົມໃຊ້ ເພື່ອຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ນາຍົກລັດຖະມົນຕີ ຕ້ອນຮັບ ຜູ້ແທນອົງການໄອຍະການສູງສຸດ ປະຈໍາສານສູງສຸດ ກໍາປູເຈຍ

0

ໃນວັນທີ 15 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງວັນທີ 14-18 ກໍລະກົດ 2025.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງ ຕໍ່ທ່ານຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ນັບວ່າເປັນຂີດໝາຍທີ່ດີ ແລະ ສໍາຄັນຕໍ່ກັບການເພີ່ມພູນຄູນສ້າງ, ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີມູນເຊື້ອທີ່ດີງາມມາແຕ່ດົນນານ ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ໃຫ້ມີຄວາມແໜ້ນແຟ້ນຈະເລີນງອກງາມຍິ່ງໆຂຶ້ນ.

ທ່ານ ນາງ ເຈຍ ລຽງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບແຜນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້.

ການຮ່ວມມືລະຫວ່າງ ອົງການໄອຍະການສູງສຸດຂອງ ສອງປະເທດ ລາວ-ກໍາປູເຈຍ ໃນໄລຍະຜ່ານມາ ແມ່ນໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ ສໍາຄັນແມ່ນການພັດປ່ຽນຄະນະຜູ້ແທນຂັ້ນສູງ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັນ ແນໃສ່ການພັດທະນາວຽກງານໄອຍະການຂອງ ສອງປະເທດໃຫ້ເຂົ້າສູ່ລວງເລິກ.

ງານລ້ຽງສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ ແລະ ວັນຊາດ ຟີລິບປິນ ຄົບຮອບ 127 ປີ ທີ່ ນະຄອນຫຼວງວຽງຈັນ

0

ໃນວັນທິ 11 ກໍລະກົດ 2025, ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານ ອັນໂຕນິໂອ ກູເຕເຣດ ( Antonio Guterres), ເລຂາທິການໃຫຍ່ອົງການ ສປຊ ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ປະຈໍາອົງການ ສະຫະປະຊາຊາດ.

ພາຍຫຼັງການຍື່ນສານຢ່າງເປັນທາງການແລ້ວ, ທ່ານ ທອງຜ່ານ ສະຫວັນເພັດ ກໍ່ໄດ້ພົບປະສົນທະນາຮ່ວມກັບ ທ່ານ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ. ໃນໂອກາດດັ່ງກ່າວ, ພະນະທ່ານ ເລຂາທິການໃຫ່ຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ທີ່ໄດ້ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຕ່າງໆໃນການພັດທະນາເສດຖະກິດ – ສັງຄົມ ຢູ່ພາຍປະເທດ ໃຫ້ມີຄວາມຄືບໜ້າຢ່າງເປັນຮູບປະທໍາ, ລວມທັງຜົນສຳເລັດຂອງການເປັນປະທານອາຊຽນໃນປີ 2024 ແລະ ຊົມເຊີຍບົດບາດຂອງ ສປປ ລາວ ໃນການສົ່ງເສີມ ຂອບການຮ່ວມມືລະຫວ່າງ ອາຊຽນ ແລະ ອົງການ ສະຫະປະຊາຊາດ, ພ້ອມທັງຢືນຢັນວ່າ ອົງການ ສປຊ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການພັດທະນາໂດຍສະເພາະແມ່ນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ. ທ່ານ ຍັງໄດ້ກ່າວວ່າ ສປປ ລາວ ເປັນປະເທດໜຶ່ງທີ່ມີທ່າແຮງທາງດ້ານທໍາມະຊາດ ແລະ ຮີດຄອງວັດທະນະທໍາອັນດີງາມ ເຊີ່ງທ່ານ ເອງໄດ້ເຄີຍໄປສໍາຜັດຕົວຈິງ ໃນການທ່ອງທ່ຽວແຕ່ເໜືອຮອດໃຕ້ໃນຫລາຍປີທີ່ຜ່ານມາ.

ທ່ານ ເອກອັກຄະລັດຖະທູດ ທອງຜ່ານ ສະຫວັນເພັດ, ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການໃຫ້ກຽດຕ້ອນຮັບໃນຄັ້ງນີ້ ພ້ອມທັງໄດ້ນໍາເອົາຄວາມຢືຢາມຖາມຂ່າວອັນອົບອຸ່ນ ຈາກພະນະທ່ານ ປະທານປະເທດແຫ່ງ ສປປ ລາວ ມາຍັງ ພະນະທ່ານ ເລຂາທິການໃຫ່ຍ ສປຊ. ພ້ອມດຽວກັນ, ທ່ານ ກໍ່ໄດ້ແຈ້ງໃຫ້ທ່ານຊາບວ່າ ສປປ ລາວ ໄດ້ຮ່ວມມືຢ່າງໃກ້ຊິດກັບອົງການ ສປຊ ໂດຍສະເພາະແມ່ນອົງການເຄືອຂ່າຍ ສປຊ ທີີ່ປະຈໍາຢູ່ ສປປ ລາວ ເພື່ອປຶກສາຫາລື ແລະ ຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານການຮ່ວມມືດ້ານການພັດທະນາ ໂດຍສະເພາະແມ່ນການເຊື່ອມສານບູລິມະສິດຂອງອົງການເຄືອຂ່າຍ ສປຊ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຂອງ ສປປ ລາວ. ພ້ອມດຽວກັນ, ທ່ານ ກໍ່ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບຂະບວນການ ໃນການນໍາເອົາ ສປປ ລາວ ເພື່ອຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຕໍ່ໜ້າ ໂດຍໄດ້ຮ່ວມມື ແລະ ເຮັດວຽກຢ່າງໃກ້ຊິດກັບອົງການ ສປຊ ແລະ ປະເທດຜູ້ໃຫ້ທຶນຕ່າງໆ ເພື່ອຮັບປະກັນໃຫ້ແກ່ການຫລຸດພົ້ນອອກຈາກສະຖານະພາບຂອງ ສປປ ລາວ ມີຄວາມໂລ່ງລ່ຽນ ແລະ ຍືນຍົງ. ທ່ານ ເອກອັກຄະລັດຖະທູດຍັງໄດ້ແຈ້ງໃຫ້ຊາບການປະກອບສ່ວນຂອງ ສປປ ລາວ ຕໍ່ອົງການ ສປຊ ເປັນຕົ້ນແມ່ນການເປັນຮອງປະທານ ສະມັດຊາໃຫ່ຍ ສປຊ ຄັ້ງທີ 76, ເປັນສະມາຊິກສະພາເສດຖະກິດ – ສັງຄົມ ສປຊ (ECOSOC) ສົກ ປີ2023 – 2025, ການ ເປັນສະມາຊິກສະພາບໍລິຫານຂອງອົງການ UNICEF ສົກປີ 2025 – 2027 ແລະ ເປັນສະມາຊິກຄະນະບໍລິຫານຂອງກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs), ພ້ອມນັ້ນ, ທ່ານ ຍັງໄດ້ສະແດງຄວາມຂອບໃຈຕໍ່ທ່ານ ເລຂາທິການໃຫ່ຍ ສປຊ ໃນໂອກາດທີ່ ທ່ານ ໄດ້ເດີນທາງໄປຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນປີ 2024 ໃນໄລຍະທີ່່ ສປປ ລາວ ເປັນປະທານອາຊຽນ.