Monday, September 22, 2025
Home Blog Page 43

ແມ່ຍິງ ຫສນຍ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

0

ໃນວັນທີ 22 ກໍລະກົດ ນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 – 20 ກໍລະກົດ 2025) ພາຍ ໃຕ້ຄໍາຂວັນ ‘‘70 ປີ ມີໄຊ ເຕີບໃຫຍ່ເຂັ້ມແຂງພັດທະນາແມ່ຍິງກ້າວໄກ ທັນສະໄໝ” ໂດຍການໃຫ້ກຽດ ເຂົ້າຮ່ວມຂອງສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ຫົວໜ້າ ຫສນຍ;ສະຫາຍ ນາງອາລີ ວົງໝໍ່ບຸນທຳ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ບັນດາສະຫາຍເລຂາໜ່ວຍພັກຮາກຖານ, ຄະນະບໍລິຫານງານສະຫະພັນກຳມະບານ, ຊາວໜຸ່ມ, ແມ່ຍິງ ພ້ອມດ້ວຍພັນລະຍາການນຳ, ພະນັກງານການນຳອາວຸໂສບຳນານເພດຍິງ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນ ຫສນຍ.

ໃນພິທີ, ສະຫາຍ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດບັນຍາຍຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ກໍຄືມູນເຊື້ອອັນດີງາມ, ມູນເຊື້ອພິລະອາດຫານ ແລະ ຜົນງານ ການປະກອບສ່ວນອັນໃຫຍ່ຫຼວງຂອງແມ່ຍິງລາວໃນພາລະກິດຕໍ່ສູ້ກູ້ຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະຕະຫຼອດໄລຍະ 70 ປີຜ່ານມາ ເວົ້າລວມ, ເວົ້າສະເພາະ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ I-VIII; ສັງລວມຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງ ແຕ່ລະໄລຍະ ເປັນຕົ້ນການປະກອບສ່ວນຂອງແມ່ຍິງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໄລຍະ 1955-1975; ຜົນງານສະຫະພັນແມ່ຍິງ ໃນໄລຍະ ປີ 1976-2015; ຜົນງານພົ້ນເດັ່ນຂອງແມ່ຍິງລາວ ໄລຍະປີ 2016-2025 ຊຶ່ງໃນແຕ່ລະໄລຍະ, ອົງການຈັດຕັ້ງສະຫະພັນແມ່ຍິງລາວ ໄດ້ຖືສຳຄັນ ຕໍ່ການສຶກສາອົບຮົມການເມືອງແນວຄິດ, ປັບປຸງການຈັດຕັ້ງ, ປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກຂອງສະຫະພັນແມ່ຍິງແຕ່ລະຂັ້ນ; ຕັ້ງໜ້າຮໍ່າຮຽນ ແລະ ໝູນໃຊ້ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ; ໂຄສະນາເຜີຍແຜ່ ແລະ ເສີມຂະຫຍາຍ 5 ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ. ສັງລວມແລ້ວ, ສະຫະພັນແມ່ຍິງລາວໄດ້ກາຍເປັນກຳລັງແຮງທີ່ສຳຄັນ, ເປັນຜູ້ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ທັງເປັນຜູ້ຊຸກຍູ້ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນທຸກຂົງເຂດວຽກງານແລະ ເປັນກຳລັງສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ການເມືອງ, ການສຶກສາ, ການຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

ໃນໂອກາດນີ້, ສະຫາຍ ບົວຄົງ ນາມມະວົງ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ພິທີ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສະຫະພັນແມ່ຍິງລາວ ກໍຄື ສະຫະພັນແມ່ຍິງ ຫສນຍ ທີ່ມີຜົນງານພົ້ນເດັ່ນ, ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ຫສນຍ, ສະຫະພັນແມ່ຍິງ ຫສນຍ ໄດ້ເອົາໃຈໃສ່ການເປັນເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້ທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານ ຮອງນາຍົກລັດຖະມົນຕີ ໄດ້ເປັນຢ່າງດີ. ສິ່ງດັ່ງກ່າວ ເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ ຫສນຍ ບົນພື້ນຖານການປະຕິບັດໜ້າທີ່ ຄຽງບ່າຄຽງໄຫ່ກັບອ້າຍນ້ອງເພດຊາຍ. ອັນສຳຄັນ, ສະຫາຍໄດ້ມີຄຳເຫັນເນັ້ນໜັກ ໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງ ຫສນຍ ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມວຽກງານການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ ພາຍໃນ, ປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍ ໂດຍສະເພາະ ການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໃຫ້ມີຜົນງານໃໝ່ ໃຫຍ່ຫຼວງກວ່າເກົ່າ; ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານ ຂອງເອື້ອຍນ້ອງຍິງ, ເຮັດໃຫ້ເອື້ອຍນ້ອງຍິງ ມີບົດບາດ ແລະ ປະກອບໃນຕຳແໜ່ງທີ່ສຳຄັນຂອງພັກ-ລັດ ຂັ້ນຕ່າງໆ.

ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີນີ້, ສະຫະພັນແມ່ຍິງ ຫສນຍ ຍັງໄດ້ຈັດກິດຈະກໍາຕ່າງໆ ຕື່ມອີກ ເປັນຕົ້ນ ການວາງສະແດງ-ຈຳໜ່າຍສິນຄ້າ ຂອງບັນດາແຂວງ ໃນໂອກາດດຳເນີນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025; ທັດສະນະສຶກສາ ທີ່ອານຸສອນສະຖານ ປະທານ ສຸພານຸວົງແລະ ສັກວັກຊິນກັນໄຂ້ຫວັດໃຫຍ່ ໃຫ້ແກ່ພະນັກງານ-ລັດຖະກອນ ຫສນຍ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

ໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ

0

ສູນກາງສະຫະພັນແມ່ຍິງລາວ ຈັດພິທີໂຮມຊຸມນຸມໃຫຍ່ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (ວັນທີ 20 ກໍລະກົດ 1955 ຫາ 20 ກໍໍລະກົດ 2025) ຂຶ້ນໃນວັນທີ 23 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ເປັນກຽດເຂົ້າ ຮ່ວມຂອງພະເຖລະນຸເຖລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ພ້ອມດ້ວຍ ບັນດາທ່ານກົມການເມືອງ ສູນກາງພັກ ຄະນະເລຂາທິການສູນກາງພັກ ກໍາມະການສູນກາງພັກ ສະມາຊິກສະພາແຫ່ງຊາດ ຄະນະປະທານສູນກາງແນວລາວສ້າງຊາດ ສະຫະພັນນັກ ຮົບເກົ່າແຫ່ງຊາດລາວ ສະຫະພັນກໍາມະບານລາວ ເລຂາຄະນະຊາວໜຸ່ມປະຊາຊົນປະຕິ ວັດລາວ ລັດຖະມົນຕີ ຮອງລັດຖະມົນຕີ ກະຊວງ-ອົງການ ພະນັກງານປະຕິວັດ ອາວຸ ໂສບໍານານ ຄະນະປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ພາກສ່ວນກ່ຽວຂ້ອງ.

ໃນພິທີ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ຫວນຄືນປະຫວັດມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນເພື່ອປະກອບສ່ວນໃນພາລະກິດຕໍ່ສູ້ປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄືພາລະກິດພັດທະນາແມ່ຍິງລາວໃນ 70 ປີຜ່ານມາ ມາຮອດປັດຈຸບັນສະຫະພັນແມ່ຍິງລາວໄດ້ສໍາເລັດກອງປະຊຸມໃຫຍ່ຂອງຕົນ VIII ຄັ້ງ ແລະ ກໍາລັງກະກຽມກ້າວສູ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ IX ໃນມໍ່ໆນີ້ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I ເປັນຕົ້ນມາຄະນະບໍລິຫານງານສະຫະພັນແມ່ຍິງລາວແຕ່ລະສະໄໝ ຄະນະນໍາຂອງສະຫະພັນແມ່ຍິງແຕ່ລະຂັ້ນໄດ້ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ແຜນພັດທະນາແມ່ຍິງລາວໃນແຕ່ລະໄລຍະຕິດພັນກັບມະຕິກອງປະຊຸມໃຫຍ່ຂອງພັກ ແຜນພັດທະ ນາເສດຖະກິດ-ສັງຄົມຂອງຊາດ ແລະ ຂອງທ້ອງຖິ່ນ ປັບປຸງການຈັດຕັ້ງ ຂະຫຍາຍສະ ມາຊິກສະຫະພັນແມ່ຍິງໃນທຸກຂົງເຂດວຽກງານເພີ່ມຂຶ້ນທັງປະລິມານ ແລະ ຄຸນນະ ພາບ ຜ່ານຂະບວນການເຄື່ອນໄຫວດັ່ງກ່າວສະຫະພັນແມ່ຍິງລາວສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນຄື ຄະນະ ແລະ ສະມາຊິກສະຫະພັນແມ່ຍິງເປັນເຈົ້າການປະຕິ ບັດແຜນພັດທະນາແມ່ຍິງລາວແຕ່ລະໄລຍະ ນໍາພາຂະບວນການແມ່ຍິງລາວບັນດາເຜົ່າ ຖືສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ນໍາພາປະຕິບັດຄຳຂວັນ ຂໍ້ແຂ່ງຂັນ 3 ດີ ສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະ ນາ ເອົາໃຈໃສ່ສຶກສາອົບຮົມຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ ຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າ ເສີມຂະຫຍາຍມູນເຊື້ອພິລະອາດຫານໃຫ້ເອື້ອຍນ້ອງແມ່ຍິງຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດອັນດີງາມຂອງແມ່ຍິງ ພະນັກງານປະຕິວັດອາວຸໂສຮຸ່ນກ່ອນ ພ້ອມນັ້ນໄດ້ເປີດກວ້າງການພົວພັນຮ່ວມມືກັບປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕາມແນວທາງການຕ່າງປະເທດຂອງພັກປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບສະຖຽນລະພາບ ມິດຕະພາບ ແລະ ການຮ່ວມມືສາກົນເພື່ອພັດທະນາແມ່ຍິງໄດ້ມີຜົນງານທີ່ພົ້ນເດັ່ນຄື ສະຫະພັນແມ່ຍິງລາວເຂົ້າເປັນສະມາຊິກຂອງຄະນະກຳມະການແມ່ຍິງອາຊຽນ ເປັນເຈົ້າພາບຈັດກອງປະຊຸມແມ່ຍິງອາຊຽນຄັ້ງທີ 20 ເປັນເຈົ້າພາບຈັດກອງປະຊຸມຄະນະກໍາມະການແມ່ຍິງອາຊຽນຄັ້ງທີ I ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນທີ່ຮັບຜິດຊອບວຽກງານແມ່ຍິງຄັ້ງທີ I ກອງປະຊຸມສຸດຍອດການນໍາວຽກງານແມ່ຍິງອາຊຽນ ຄັ້ງທີ III ແລະ ກອງປະຊຸມປິ່ນອ້ອມ.

ຈາກຜົນງານທີ່ຍາດມາໄດ້ສະຫະພັນແມ່ຍິງລາວໄດ້ຮັບການຍ້ອງຍໍຊົມເຊີຍຈາກພັກ ແລະ ລັດຖະບານຄື ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດຄັ້ງທີ I ໄດ້ຮັບການປະ ດັບຫຼຽນໄຊອິດສະຫຼະຊັ້ນ I ແລະ ທຸງມູນເຊື້ອໃຫ້ແກ່ຂະບວນການແມ່ຍິງລາວ ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດຄັ້ງທີ V ໄດ້ຮັບການປະດັບຫຼຽນໄຊອິດສະຫຼະຊັ້ນ I ໃຫ້ສະຫະພັນແມ່ຍິງລາວ ຍ້ອງຍໍຜົນງານ 20 ປີ ໃນໂອກາດສະເຫຼີມສະຫຼອງວຽງຈັນເປັນນະຄອນຫຼວງຄົບຮອບ 450 ປີ ກ້ອນກໍາລັງແມ່ຍິງບັນດາເຜົ່າໄດ້ຮັບຫຼຽນໄຊແຮງງານຊັ້ນ II ເນື່ອງໃນໂອກາດສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 60 ປີ ໄດ້ຮັບການປະດັບຫຼຽນຄໍາແຫ່ງຊາດເຊິ່ງເປັນຫຼຽນສູງສຸດຂອງ ສປປ ລາວ ໃຫ້ສະຫະພັນແມ່ຍິງລາວ ແລະ ປີ 2015 ລັດຖະບານ ສສ ຫວຽດນາມ ໄດ້ປະດັບຫຼຽນໄຊເອກະລາດຊັ້ນ I ໃຫ້ສະຫະພັນແມ່ຍິງລາວ.

ນອກຈາກນີ້ທ່ານ ທອງລຸນ ສີສຸລິດ ກໍໄດ້ກ່າວສູນທອນພົດຕໍ່ພິທີໂຮມຊຸມນຸມໃຫຍ່ຄັ້ງນີ້ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງເອື້ອຍນ້ອງແມ່ຍິງຍາດມາໄດ້ແຕ່ລະໄລຍະ ພ້ອມນັ້ນກໍໄດ້ຝາກຝັງ ແລະ ແບ່ງປັນໄວ້ກັບແມ່ຍິງລາວທຸກຄົນບາງຄຳເຫັນຄື ຮຽນຮູ້ຢ່າງເປັນປະຈຳ ຮຽນຮູ້ຢ່າງບໍ່ຢຸດຢັ້ງມູນເຊື້ອຂອງແມ່ຍິງລາວເຮົາຖືເອົາ 5 ມູນເຊື້ອທີ່ເປັນຄຸນລັກສະນະອັນດີງາມຂອງແມ່ຍິງລາວ ແລະ ສືບຕໍ່ຕໍ່ຍອດໃຫ້ຂະຫຍາຍກວ້າງ ແລະ ເລີ່ມເຂົ້າສູ່ຊີວິດຂອງແຕ່ລະຄົນ ສັງຄົມເຮົາຖືກກະທົບຈາກພາຍນອກຢູ່ທຸກເວລາ ສິ່ງທີ່ເປັນການກະທົບທາງບວກກໍຮຽນຮູ້ນຳໃຊ້ແຕ່ອັນທີ່ເຫັນວ່າເປັນການ ກະທົບທາງລົບ ແມ່ຍິງລາວກໍຕ້ອງຕໍ່ສູ້ ຕ້ອງແກ້ໄຂ ຕ້ອງສະກັດກັ້ນໄວ້ແຕ່ຫົວທີ ບໍ່ໃຫ້ມັນມາກໍ່ກວນ ແລະ ແທງເຂົ້າໃນຈິດໃຈຂອງຄວາມເປັນຜູ້ຍິງລາວທີ່ບໍລິສຸດໄດ້ ປ້ອງກັນຕົນເອງ ປ້ອງກັນລູກຫຼານ ປ້ອງກັນເພດຍິງ ແລະ ປ້ອງກັນສັງຄົມ ໃຫ້ສ້າງຄວາມບໍລິສຸດທາງດ້ານຈິດໃຈ ການດຳລົງຊີວິດ ການປະຕິບັດໜ້າທີ່ວຽກງານຂອງແຕ່ລະຄົນໂດຍສະເພາະຂອງແມ່ຍິງລາວຍຸກໃໝ່ ຈຳແນກໃຫ້ໄດ້ຄ່ານິຍົມທີ່ຜິດ ແລະ ຄ່ານິຍົມທີ່ຖືກຕ້ອງບໍ່ຕົກເຂົ້າໃນກະແສແນວຄິດຂາດຈັນຍາບັນ ຈັນຍາທຳ ຕົກເຂົ້າໃນຕາໜ່າງ ແລະ ເຫວເລິກຂອງຄວາມງົມງວາຍ ເມົາມົວນຳຄ່ານິຍົມທີ່ຈະພາຕົນໄປສູ່ຄວາມລະເມີເພີ້ຝັນແບບລົມໆແລ້ງໆ ຂໍໃຫ້ແມ່ຍິງລາວເຮົາສືບຕໍ່ຮັບເອົາສິດ ໜ້າທີ່ ຮັບເອົາພາລະກິດອັນໃຫຍ່ຫຼວງທີ່ແມ່ຍິງລາວໄດ້ເຄີຍປາຖະໜາມາໃນທຸກຍຸກທຸກສະ ໄໝນັ້ນ ມາບາດນີ້ ບັນດາຄວາມມຸ່ງຫວັງນັ້ນໄດ້ເກີດຂຶ້ນແລ້ວ ໄດ້ມາຕົກຢູ່ໃນກຳມືຂອງເອື້ອຍນ້ອງແມ່ຍິງແລ້ວ ຕ້ອງໄດ້ກຳເອົາ ແລະ ໄປນໍາໃຊ້ມັນໃຫ້ຖືກຕ້ອງ ເປັນປະໂຫຍດໃຫ້ແມ່ຍິງທັງປະເທດ ແລະ ເປັນປະໂຫຍດໃຫ້ຕົນເອງດ້ວຍການຮັກສາໄວ້ເຊິ່ງຄວາມເປັນແມ່ໃຫ້ເປັນແມ່ທີ່ໄດ້ຮັບຄວາມເຄົາລົບຮັກຂອງທຸກໆຄົນໃນສັງຄົມ ຮັບເອົາສິດສະເໝີພາບທີ່ໄດ້ຖືກມອບໝາຍໃຫ້ແລ້ວນັ້ນກໍຕ້ອງໄດ້ມີພັນທະປະຕິບັດໃຫ້ເປັນປະໂຫຍດຕໍ່ສ່ວນລວມຢ່າງແທ້ຈິງ ແມ່ຍິງລາວຄວນຮັກສາໄວ້ເຊິ່ງວັດທະນະ ທຳເຄົານົບທຳນຽມແຫ່ງຄວາມງົດງາມ ອ່ອນໂຍນ ສຸຂຸມຮອບຄອບ ອ່ອນຫວານແຕ່ບໍ່ອ່ອນແອ ໂອກາດນີ້ທ່ານປະທານປະເທດກໍໄດ້ປະດັບຫຼຽນໄຊອິດສະຫຼະຊັັ້ນ III ໃຫ້ແກ່ສູນການງສະຫະພັນແມ່ຍິງລາວທີ່ມີຜົນງານໃນການນໍາພາ-ຊີ້ນໍາວຽກງານ ສົ່ງ ເສີມມູນເຊື້ອວັດທະນະທໍາຮີດຄອງປະພນີອັນດີງານຂອງຊາດ ແລະ ແມ່ຍິງບັນດາເຜົ່າ.

ແຈ້ງເຕືອນຝົນຕົກໜັກ, ນ້ຳຖ້ວມຊຸ ແລະ ດິນເຈືື່ອນ ຂອງວັນທີ 23 ກໍລະກົດ 2025

0

ຮ່ອງຄວາມກົດດັນອາກາດຕ່ຳ ຫລືວ່າ ຮ່ອງຝົນ ໄດ້ພາດຜ່ານພາກເໜືອ ແລະ ພາກກາງ ຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັັງແຮງພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫລາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ. ສໍາລັບ ສະພາບລະດັບນ້ຳແມ່ນ້ຳສາຂາ ຂອງ ແມ່ນ້ຳຂອງ ເວລາ 7:00 ໂມງເຊົ້າ ສະຖານີຫລວງພະບາງ, ແທກໄດ້ 16.44 ແມັດ, ລະດັບນ້ຳໄດ້ຂຶ້ນສູງໃກ້ເຂດເຕືອນໄພ (ລະດັບເຕືອນໄພ 17.50ແມັດ; ລະດັບນ້ຳຖ້ວມ 18.00 ແມັດ), ນ້ຳຮຸ່ງ: ສະຖານີເມືອງໄຊຍະບູລີ, ແທກໄດ້ 6.00 ແມັດ, (ລະດັບເຕືອນໄພ 5.00 ແມັດ; ລະດັບນ້ຳຖ້ວມ 6.00 ແມັດ), ນ້ຳຊອງ: ສະຖານີວັງວຽງ, (ລະດັບເຕືອນໄພ 3.50 ແມັດ; ລະດັບນ້ຳຖ້ວມ 4.50 ແມັດ), ນ້ຳຊັນ: ສະຖານີເມືອງເກົ່າ, ແທກໄດ້ 8.40 ແມັດ, (ລະດັບເຕືອນໄພ 7.00ແມັດ; ລະດັບນ້ຳຖ້ວມ 8.00 ແມັດ), ລະດັບນ້ຳ ໄດ້ຂຶ້ນສູງກາຍເຂດລະດັບນ້ຳຖ້ວມແລ້ວ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ຜູ້ທີ່ອາໄສຢູ່ໃກ້ລຽບຕາມແມ່ນ້ຳ ແລະ ເຂດພື້ນທີ່ຕ່ຳເຊັ່ນ: ຕາມແມ່ນ້ຳຂອງສະຖານີ, ນ້ຳຮຸ່ງ, ນ້ຳຊອງ, ນ້ຳຊັນ ແລະ ແຄມແມ່ນ້ຳ, ໃນແຕ່ລະພາກ. ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບຝົນໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ເກີດດິນເຈືື່ອນ, ນ້ຳຖ້ວມຊຸ ແລະ ນ້ຳຖ້ວມຍືື່ງ ທີ່ຈະສົ່ງຜົນເສຍຫາຍແກ່ຊີວິດ ແລະ ຊັບສິນອັນມີຄ່າ, ສໍາລັບຜູ້ທີ່ຈະເດີນທາງຜ່ານພູສູງ ຕ້ອງໄດ້ກວດສອບສະພາບອາກາດ, ສະພາບຫົນທາງ ກ່ອນອອກເດີນທາງ. ພ້ອມນີ້ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນືື່ອງ.

ສປ ຈີນ-ສປປ ລາວ-ມຽນມາ-ໄທ ເຄື່ອນໄຫວລາດຕະເວນຮ່ວມ ເພື່ອບັງຄັບໃຊ້ກົດໝາຍ ຕາມແມ່ນ້ຳຂອງ ຄັ້ງທີ 155

0

ວິທະຍຸສາກົນແຫ່ງ ສປ ຈີນ, ວັນ​ທີ 22 ກໍ​ລະ​ກົດ​ນີ້, ການ​ເຄື່ອນ​ໄຫວ​ ລາດ​ຕະ​ເວນ​ຮ່ວມ ເພື່ອ​ບັງ​ຄັບ​ໃຊ້ ​ກົດ​ໝາຍ​ ຕາມ​ແມ່​ນ້ຳ​ຂອງ ​ລະ​ຫວ່າງ ສປ ​ຈີນ, ສປປ ລາວ, ມຽນ​ມາ ແລະ ໄທ ຄັ້ງ​ທີ 155 ​ເລີ່ມ​ຕົ້ນ​ຂຶ້ນ ຢ່າງ​ເປັນ​ທາງ​ການ​. ການ​ເຄື່ອນ​ໄຫ​ວ​ຄັ້ງ​ນີ້​ ຈະ​ດຳ​ເນີນ​ການ​ບັງ​ຄັບ​ໃຊ້​ ກົດ​ໝາຍ​​ຮ່ວມ​ ຊະ​ນິດ​ຕ່າງໆ ເຊັ່ນ: ກວດ​ສອບ​ ຢາ​ເສບ​ຕິດ​ ທາງ​ບົກ​ ແລະ​ ທາງ​ນ້ຳ, ​ຝຶກ​ອົບ​ຮົມຮ່ວມ​ກັນ ແ​ລະ​ ອື່​ນໆ ​ຢູ່​ເຂດສຳ​ຄັນ ​ຂອງ​ແ​​ມ່​ນ້ຳ​ຂອງ, ສຸມ​ຄວາມ​ພະ​ຍາ​ຍາມ​ ຮ່ວມ​ກັນ​ ເພື່ອ​ປາບ​ປາມ ​ອາດ​ຊະ​ຍາ​ກຳ ​ຂ້າມ​ຊາດ ​ທີ່​ຜິດ​ກົດ​ໝາຍ ປະ​ເພດ​ຕ່າງໆ ເຊັ່ນ: ​ຢາ​ເສບ​ຕິດ, ຫລອກ​ລວງ​, ການ​ຄ້າ​ເຖື່ອນ ແລະ ​ການ​ເຂົ້າ​ເມືອງ ​ຜິດ​ກົດ​ໝາຍ ​ເປັນ​ຕົ້ນ. ການ​ເຄື່ອນ​ໄ​ຫວ​ຄັ້ງ​ນີ້​ ຈະ​ດຳ​ເນີນ ​ເປັນ​ເວ​ລາ 4 ວັນ 3 ຄືນ, ໃນ​ໄລ​ຍະ​ນີ້, ພາກ​ສ່ວນ​ບັງ​ຄັບ​ໃຊ້ ​ກົດ​ໝາຍ ​ທີ່​ກ່ຽວ​ຂ້ອງ ​ຂອງ ສປ ຈີນ, ສປປ ລາວ, ມຽນ​ມາ ​ແລະ ​ໄທ​ ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ ແລກ​ປ່ຽນ ​ຂໍ້​ມູນ​ຫລາຍ​ຝ່າຍ ເພື່ອ​ປຶກ​ສາ​ຫາ​ລື​ ຈຸດ​ສຸມ​ໃນ​ການ​ຮ່ວມ​ມື ບັງ​ຄັບ​ໃຊ້​ກົດ​ໝາຍ​ ກ່ຽວ​ກັບ ​ສະ​ຖາ​ນະ​ການ ​ຄວາມ​ໝັ້ນ​ຄົງ​ ຕາມ​ລ່ອງ​ແມ່​ນ້ຳ​ຂອງ ​ໃນ​ຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ນັກທ່ອງທ່ຽວຕ່າງປະເທດ ເດີນທາງເຂົ້າ ມາເລເຊຍ ເພີ່ມຂຶ້ນ 20%

0

ຕາມຂ່າວຈາກ ກົວລາລຳເບີ,ວັນທີ22 ກໍລະກົດນີ້, ກະຊວງ ການ ທ່ອງທ່ຽວ ມາເລເຊຍ ເປີດເຜີຍວ່າ: ໃນລະຫວ່າງ ເດືອນມັງກອນ ຫາເດືອນ ພຶດສະພານີ້ ມາເລເຊຍ ມີນັກທ່ອງທ່ຽວ ຕ່າງ ປະເທດ ເດີນທາງເຂົ້າປະເທດ ທັງໝົດ 16,9 ລ້ານເທື່ອຄົນ ເພີ່ມຂຶ້ນ 20%ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ. ສ່ວນໃຫຍ່ ມາຈາກ ສິງກະໂປ 8,24 ລ້ານເທື່ອຄົນ ຕາມມາ ດ້ວຍ ອິນໂດເນເຊຍ 1,82 ລ້ານເທື່ອຄົນ, ສປ ຈີນ 1,81 ລ້ານເທື່ອຄົນ ແລະ ປະເທດໄທ 1,06 ລ້ານເທື່ອຄົນ. ນອກຈາກນີ້ ນັກທ່ອງທ່ຽວ ທີ່ມາຈາກ ຕະຫລາດ ທີ່ຕ້ອງເດີນທາງ ໄລຍະໄກ ເຊັ່ນ: ອັດສະຕຣາລີ ແລະ ອັງກິດ ເພີ່ມຂຶ້ນ 16,6% ແລະ 8,7% ຕາມລຳດັບ ເມື່ອທຽບໃສ່ປີກາຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຫລາຍບ້ານ ຂອງເມືອງຄູນຄຳ ໄດ້ຮັບຜົນກະທົບຈາກພະຍຸວິພາ

0

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ລະຫວ່າງວັນທີ 21-22 ກໍລະກົດ 2025, ແຂວງຄຳມ່ວນ ໄດ້ຮັບອິດທິພົນຈາກພະຍຸວິພາ ເຮັດໃຫ້ຝົນຕົກໜັກ ເຮັດໃຫ້ປະລິມານນ້ຳໃນສາຍນ້ຳຕ່າງເພີ່ມຂຶ້ນ ໄຫລເຂົ້າຖ້ວມເນື້ອທີ່ທຳການຜະລິດ ແລະ ເຮືອນຊານຂອງປະຊາຊົນຢູ່ລຽບຕາມແຄມນ້ຳ ແລະ ເຂດພື້ນທີ່ຕໍ່າ ໂດຍສະເພາະ ເມືອງຄູນຄຳ ເຮັດໃຫ້ນໍ້ານອນ, ນໍ້າສາງ ທີ່ເປັນສາຂາຂອງນໍ້າຫີນບູນຕອນເທິງ ໄດ້ເພີ່ມຂຶ້ນສູງ ບວກກັບນໍ້າຝົນທີ່ໄຫລລົງມາຈາກພູໄຮ, ພູມອນ ໄດ້ເຮັດໃຫ້ນໍ້າໄຫລເຂົ້າຖ້ວມ ເນື້ອທີ່ນາປີຂອງປະຊາຊົນ ແລະ ຖ້ວມເຮືອນປະຊາຊົນທີ່ຢູ່ພື້ນທີ່ຕໍ່າຕາມແຄມນໍ້ານອນ, ນໍ້າສາງສາງ ປັດຈຸບັນນໍ້າໄດ້ຖ້ວມເສັ້ນທາງໄປຖໍ້າກອງລໍ ແຕ່ບ້ານນາຄຳ ຫາ ບ້ານນາກາງ ໄລຍະທາງ 1 ກິໂລແມັດ, ລົດຈັກ, ລົດໃຫຍ່ບໍ່ສາມາດສັນຈອນໄດ້.

ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ຕໍ່ກັບເຫດການດັ່ງກ່າວ, ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງຄູນຄຳ ໄດ້ລົງແກ້ໄຂການສັນຈອນສຸກເສີນ ໂດຍໄດ້ນຳໃຊ້ລົດໄຖນາເດີນຕາມ, ເຮືອຈັກຫາງຍາວ ບໍລິການຂົນສົ່ງພາຫະນະລົດຈັກ ແລະ ຄົນ ຂ້າມໄປ-ມາ ມາຮອດວັນທີ 22 ລະດັບນໍ້າຍັງສືບຕໍ່ສູງຂຶ້ນເລື້ອຍໆ ຄາດວ່າຈະຖ້ວມມາຮອດ 3 ແຍກທາງເຂົ້າບ້ານນາເມືອງ ໄລຍະທາງ 5 ກິໂລແມັດ ແລະ ນໍ້າໄດ້ໄຫລເຂົ້າຖ້ວມເຮືອນປະຊາຊົນຈໍານວນໝຶ່ງ ທີ່ເປັນຟື້ນທີ່ຕໍ່າ ລຽບຕາມແຄມນໍ້ານອນມີ 2 ຈຸດຄື: ບ້ານແກ້ງ (ຄຸ້ມນໍ້ານອນ), ບ້ານໂພນແຍງ-ມ່ວງເໜືອ, ຖ້ວມເນື້ອທີ່ນາປີຂອງປະຊາຊົນ 4 ບ້ານຄື: ບ້ານນາກາງ, ບ້ານແກ້ງ-ນໍ້ານອນ, ບ້ານໂພນແຍງ-ມ່ວງເໜືອ, ບ້ານກູບ ແລະ ວັດ 1 ແຫ່ງຄື: ບ້ານແກ້ງ (ວັດຄຸ້ມນໍ້ານອນ).

ສຳລັບເນື້ອທີ່ທຳການຜະລິດຂອງປະຊາຊົນ ທີ່ຖືກຖ້ວມ ປັດຈຸບັນ ພວມເກັບກຳຂໍ້ມູນ ພ້ອມນີ້ທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ມອບໝາຍໃຫ້ຄະນະພັກອຳນາດການປົກຄອງບ້ານເປັນເຈົ້າການເຝົ້າລະວັງຕິດຕາມນໍ້າຂຶ້ນ ແຕ່ວັນທີ 22-25 ກໍລະກົດ 2025 ພ້ອມທັງໃຫ້ປະຊາຊົນທີ່ຢູ່ພື້ນທີ່ຕໍ່າ ຖືກນໍ້າຖ້ວມໃຫ້ເອົາວັດຖຸອຸປະກອນເຄື່ອງໃຊ້ຄົວເຮືອນຂຶ້ນໄວ້ທີ່ສູງ ແລະ ຍົກຍ້າຍສັດລ້ຽງໄປໄວ້ບ່ອນທີ່ປອດໄພ. ມອບໃຫ້ກອງເລຂາປະຈຳການ ແລະ ລົງເກັບກໍາຂໍ້ມູນນໍ້າຖ້ວມເນື້ອທີ່ທຳການຜະລິດຂອງປະຊາຊົນໃຫ້ລະອຽດໃຫ້ໄວ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບເປັນປົກກະຕິ, ທັງນີ້ກໍເພື່ອກຽມພ້ອມວັດຖຸພາຫະນະ, ກຳລັງພົນ ຖ້າຫາກເກີດເຫດການທີ່ຮຸນແຮງ ເພື່ອເຂົ້າຊ່ວຍເຫລືອປະຊາຊົນໃຫ້ທັນກັບສະພາບການ ໄພພິບັດທີ່ອາດເກີດຂຶ້ນໃນຕໍ່ໜ້າ.

ຂະໜາດການຄ້າສິນຄ້າຈີນຄອງອັນດັບ 1 ຂອງໂລກ 8 ປີລຽນຕິດ

0

ຂ່າວສານຊີອາໄອລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ໃນໄລຍະຈັດຕັ້ງປະຕິບັດ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 14 (2021-2025), ການຄ້າກັບຕ່າງປະເທດຂອງຈີນໄດ້ເພີ່ມຂຶ້ນໃນທ່າມກາງການປ່ຽນແປງຂອງໂລກ.

ປີ 2024, ຂະໜາດການຄ້າສິນຄ້າຂອງຈີນບັນລຸ 6,160 ຕື້ໂດລາ, ເພີ່ມຂຶ້ນ 32.4% ເມື່ອທຽບໃສ່ໄລຍະທ້າຍ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 13”, ຄອງອັນດັບ 1 ຂອງໂລກ 8 ປີລຽນຕິດ.

ຂ່າວລະບຸວ່າ: ເມື່ອປະເຊີນກັບສິ່ງທ້າທາຍຈາກພາຍນອກ, ຈີນໄດ້ຕັ້ງໜ້າພັດທະນາຕະຫຼາດທີີ່ມີຄວາມຫຼາກຫຼາຍ, ອາຊຽນໄດ້ກາຍເປັນຄູ່ການຄ້າໃຫຍ່ກວ່າໝູ່ຂອງຈີນ 5 ປີລຽນຕິດ, ໃນນັ້ນ ຍອດມູນຄ່າການຄ້າໃນ 6 ເດືອນຕົ້ນປີນີ້ໄດ້ເພີ່ມຂຶ້ນ 9.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປີ 2024, ຍອດມູນຄ່າການຄ້າລະຫວ່າງຈີນກັບປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກວມອັດຕາສ່ວນຫຼາຍກວ່າເຄິ່ງໜຶ່ງ. ໃນ 5 ປີຜ່ານມານີ້, ຕ່ອງໂສ້ການຜະລິດ ແລະ ການສະໜອງດ້ານການຄ້າກັບຕ່າງປະເທດຂອງຈີນຄົບຖ້ວນສົມບູນກວ່າເກົ່າ, ມີຄວາມສາມາດທີ່ແຂງແຮງກວ່າເກົ່າໃນການຮັບມືກັບຄວາມສ່ຽງແລະ ສິ່ງທ້າທາຍ.

Microsoft ເຕືອນໄພສຸກເສີນ “Zero-Day” ໂຈມຕີ SharePoint Server

0

ຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດ ຜ່ານມາວ່າ: Microsoft ໄດ້ອອກຄຳເຕືອນຮີບດ່ວນເຖິງໜ່ວຍງານພາກລັດ ແລະ ພາກເອກະຊົນ ໃຫ້ຮີບຮ້ອນຕິດຕັ້ງການອັບເດດຄວາມປອດໄພທັນທີຫຼັງຈາກຄົ້ນພົບການໂຈມຕີທາງໄຊເບີ ແບບ “Zero-day” ທີ່ຕັ້ງເປົ້າໝາຍໂຈມຕີຊ່ອງຫວ່າງຂອງຊັອຟແວ SharePoint Server ຊຶ່ງເປັນເວີຊັນທີ່ອົງການຈັດຕັ້ງຕິດຕັ້ງເອງ (On-premise).

Microsoft ຢືນຢັນໃນວັນທີ 19 ກໍລະກົດ ຜ່ານມາວ່າ: ການໂຈມຕີດັ່ງກ່າວໄດ້ເປີດຊ່ອງຫວ່າງໃຫ້ແຮັກເກີສາມາດປອມຕົວເປັນຜູ້ໃຊ້ທີ່ໜ້າເຊື່ອຖືໄດ້ (Spoofing Attack), ໃນຂະນະທີ່ FBI ຖະແຫຼງໃນວັນທີ 20 ກໍລະກົດ ຜ່ານມາວ່າ: ໄດ້ຮັບຮູ້ສະຖານະການ ແລະ ກໍາລັງຮ່ວມມືກັບອົງການຂອງລັດຖະບານ ແລະ ເອກະຊົນ ເພື່ອແກ້ໄຂໄພຂົ່ມຂູ່ດັ່ງກ່າວ. ໜັງສືພິມ Washington Post ລາຍງານວ່າ: ເຊີເວີ ທີ່ອາດຕົກຢູ່ໃນຄວາມສ່ຽງມີຈຳນວນຫຼາຍສິບພັນໜ່ວຍໃນທົ່ວໂລກ.

ຊ່ອງຫວ່າງນີ້ມີຜົນກະທົບຕໍ່ SharePoint Server, ທີ່ອົງການຕ່າງໆໃຊ້ສຳລັບເກັບຮັກສາ ແລະ ແຊຣເອກະສານພາຍໃນອົງການເທົ່ານັ້ນ. ສ່ວນການບໍລິການຄລາວ ເຊັ່ນ: SharePoint Online ໃນ Microsoft 365 ບໍ່ໄດ້ຮັບຜົນກະທົບຈາກການໂຈມຕີ ຄັ້ງນີ້.

Microsoft ໄດ້ປ່ອຍ Patch ອັບເດດຄວາມປອດໄພສໍາລັບ SharePoint Subscription Edition ໃນວັນທີ 20 ກໍລະກົດ ຜ່ານມາ ແລະ ກ່າວວ່າ: ກໍາລັງເລັ່ງພັດທະນາ Patch ສຳລັບເວີຊັນ 2016 ແລະ 2019.

ສໍາລັບລູກຄ້າທີ່ບໍ່ສາມາດຕິດຕັ້ງການອັບເດດໄດ້, Microsoft ໄດ້ອອກຄໍາແນະນໍາວ່າ: ໃຫ້ຕັດການເຊື່ອມຕໍ່ເຊີເວີທີ່ມີຄວາມສ່ຽງອອກຈາກອິນເຕີເນັດທັນທີ ຈົນກວ່າຈະສາມາດຕິດຕັ້ງ patch ຄວາມປອດໄພສໍາເລັດ.

ກອງປະຊຸມໃຫຍ່ສະຫະພັນກໍາມະບານ ກະຊວງ ວທ ຄັ້ງທີ IX

0

ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານສູນກາງສະຫະພັນກໍາມະບານລາວ ມີຄະນະປະຈຳພັກກະຊວງ ວທ ມີ ອະດີດການນຳຂັ້ນສູງ, ພະນັກງານອາວຸໂສບຳນານ; ມີຄະນະກໍາມະບານຮາກຖານ ບັນດາສະມາຊິກກໍາມະບານ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງ ວທ ເຂົ້າຮ່ວມ.

ທ່ານ ຄໍາຫຼ້າ ຍອຍສາຍຄໍາ ປະທານຄະນະບໍລິຫານງານສະຫະພັນກໍາມະບານ ກະຊວງ ວທ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ສຸມໃສ່ບັນຫາທີ່ສໍາຄັນຕົ້ນຕໍ ຈະໄດ້ຮັບຟັງ ແລະ ພ້ອມກັນສັງເກດຕີລາຄາຮັບຮອງເອົາບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງສະຫະພັນກໍາມະບານ ກະຊວງ ວທ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ; ຈາກນັ້ນ ສະຫາຍ ຄູນສະຫວັດ ຊຸ່ມມະນີວົງ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ວທ ໄດ້ສະຫຼຸບຕີລາຄາ ຜົນສຳເລັດໃນການຈັດຕັ້ງປະຕິບັດ ວຽກງານສະຫະພັນກຳມະບານກະຊວງ ວທ ໃນໄລຍະ 5 ຜ່ານມາ, ປັດຈຸບັນສະຫະພັນກຳມະບານ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ມີ 22 ໜ່ວຍກຳມະບານຮາກຖານ, ສະມາຊິກກຳມະບານທັງໝົດ 851 ສະຫາຍ ຍິງ 396 ສະຫາຍ, ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວຍັງ 11 ສະຫາຍ ຍິງ 3 ສະຫາຍ. ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ວທ ຖືສຳຄັນວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໂດຍໄດ້ເອົາໃຈໃສ່ເປັນພິເສດ ໃນການໂຄສະນາສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ກັບພະນັກງານ-ລັດຖະກອນ, ສະມາຊິກກຳມະບານ ໃຫ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມແນວທາງແຜນນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍ ກໍຄືບັນດານິຕິກຳຕ່າງໆ ຂອງລັດດ້ວຍຫຼາຍຮູບການ. ການເຄື່ອນໄຫວວຽກງານວິຊາສະເພາະ ສະມາຊິກກຳມະບານຂົງເຂດເສນາ ໄດ້ເອົາໃຈໃສ່ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາ ກະຊວງ ໂດຍສົມທົບກັບທຸກພາກສ່ວນທີ່ທ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ລວມທັງສູນກາງ ແລະ ທ້ອງຖິ່ນ ກໍຄືບັນດາກົມກອງອ້ອມຂ້າງກະຊວງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດທຸກວຽກງານ, ພ້ອມນີ້ກໍໄດ້ພັດທະນາລະບົບຄຸ້ມຄອງ ແລະ ຕິດຕາມເອກະສານ E-Office ຕາມທິດຫັນເປັນທັນສະໄໝ ມີຄວາມວ່ອງໄວທັນການ, ຄຸ້ມຄອງຊັບສິນຂອງກະຊວງ, ໄດ້ສໍາເລັດຕິດຕາມການສ້ອມແປງຕຶກອາຄານຕ່າງໆເຊັ່ນ: ຫໍສະໝຸດ, ຫໍພິພິທະພັນ, ຫ້ອງປະຊຸມສະຖາບັນວິຈິດສິນ, ຕຶກທ່ອງທ່ຽວ ລວມທັງພາຫານະຮັບໃຊ້ກະຊວງ ໃຫ້ນໍາໃຊ້ໄດ້ຢ່າງປົກກະຕິ ແລະ ເອົາໃຈໃສ່ຄຸ້ມຄອງງົບປະມານ ກອງທຶນຂອງລັດ ແລະ ລາຍຮັບວິຊາການຂອງກະຊວງຢ່າງມີແບບແຜນ ແລະ ເຂັ້ມງວດ ດ້ວຍການຄົ້ນຄວ້າສະເໜີນໍາໃຊ້ງົບປະມານຢ່າງປະຢັດມັດທະຍັດ ຖືກຕ້ອງສອດຄ່ອງຕາມລະບຽບກະຊວງການເງິນວາງອອກ. ຂົງເຂດວັດທະນະທໍາ ໄດ້ນໍາເອົາມະຕິ 25 ຂອງພັກວ່າດ້ວຍວຽກງານວັດທະນະທໍາ ເພື່ອຈັດຕັ້ງຜັນຂະຫຍາຍ ໃນການອະນຸລັກຮັກສາ, ສືບທອດ ແລະ ເສີມຂະຫຍາຍກໍຄືການພັດທະນາວຽກງານ ວັດທະນະທຳ ໃຫ້ມີຫຼາຍສີສັນ ທີ່ມີລັກສະນະຊາດ ມະຫາຊົນ ແລະ ກ້າວໜ້າ ມູນເຊື້ອອັນດີງາມຂອງຊາດ ແລະ ຄຸນຄ່າມໍຣະດົກວັດທະນະທໍາອັນລໍ້າຄ່າ ໄດ້ຮັບການອະນຸລັກ, ສືບທອດ ແລະ ຟື້ນຟູ ຢ່າງຕໍ່ເນື່ອງ ເຮັດໃຫ້ວຽກງານ ວັດທະນະທຳ ມີການຂະຫຍາຍຕົວຢ່າງກວ້າງຂວາງຂຶ້ນເລື້ອຍໆ.

ກອງປະຊຸມຄັ້ງນີ້ ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ, ປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສກບ. ກະຊວງ ວທ ຊຸດທີ IX ຈໍານວນ 11 ສະຫາຍ, ໂດຍກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນ ເລືອກເອົາ ສະຫາຍ ບ້ຽວ ໄຊຍະວົງ ເປັນປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງ; ສະຫາຍ ນາງ ລັດດາວັນ ດວງດາລາ ເປັນຮອງປະທານ ທັງເປັນປະທານກວດກາ; ສະຫາຍ ວົງເດືອນ ແກ້ວສຸລິວົງ ຮອງປະທານ. ໃນນີ້ ຄະນະກວດກາປະກອບມີ: ສະຫາຍ ນາງ ລັດດາວັນ ດວງດາລາ ປະທານກວດກາ; ຮອງປະທານກວດກາມີ 2 ສະຫາຍ ຄື: ສະຫາຍ ສົມໄຊ ສີປະເສີດ ແລະ ສະຫາຍ ຄໍາຫຼ້າ ບຸນຫງຽມ ແລະ ສະຫາຍ ນາງ ວອນສະໜິດ ເປັນຄະນະກຳມະການກວດກາ.

ໃນໂອກາດດັ່ງກ່າວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ ວທ ຊຸດໃໝ່ຄັ້ງນີ້, ຕ້ອງໃຫ້ປະກອບມີທັງ ຜູ້ເກົ່າ, ຜູ້ໃໝ່, ມີທັງຮຸ່ນອາວຸໂສ, ຮຸ່ນກາງ, ຮຸ່ນໜຸ່ມ ແລະ ໃຫ້ມີເຜົ່າ ເພື່ອໃຫ້ສາມາດສືບທອດການນໍາພາ-ຊີ້ນໍາຕໍ່ໄປໄດ້ ຊຶ່ງພາຍຫຼັງສຳເລັດການຄັດເລືອກແລ້ວ ຄະນະຊຸດໃໝ່ຕ້ອງເອົາໃຈໃສ່ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ຊັດເຈນ, ຈະແຈ້ງແຕ່ຫົວທີ່ ເພື່ອໃຫ້ວຽກງານສາມາດດຳເນີນໄປຢ່າງສອດຄ່ອງຕາມພາລະບົດບາດ ຂອງແຕ່ລະສະຫາຍ ໂດຍສະເພາະການປຶກສາຫາລືຮ່ວມກັນ ເປັນເອກະພາບຮ່ວມກັນ ໃນການສ້າງແຜນການເຄື່ອນໄຫວການຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ (2026-2030) ໃຫ້ປະກົດຜົນເປັນຈິງເພື່ອບັນລຸຕາມຄາດໝາຍທີ່ກໍານົດໄວ້.

ປະທານສະພາແຫ່ງຊາດ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດເບລາຣຸດຊີ

0

ທ້າຍອາທິດຜ່ານມາ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມັກຊິມ ຣິເຊັນໂກຟ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.

ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ມັກຊິມ ຣິເຊັນໂກຟ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ສອງອົງການນິຕິບັນຍັດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ. ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດເບລາຣຸດຊີ ໄດ້ມີການພົວພັນຮ່ວມມືທີ່ດີນຳກັນມາໂດຍຕະຫລອດ ເຊິ່ງສະແດງອອກ ສອງປະທານສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນເບລາຣຸດຊີ ໄດ້ພົບປະແບບທາງໄກນໍາກັນ, ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນສານຊົມເຊີຍ ແລະ ສານອວຍພອນ ໃນໂອກາດວັນສຳຄັນຕ່າງໆຂອງ 2 ປະເທດ. ນອກຈາກນີ້, ສອງຝ່າຍຍັງຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນ ເວທີ AIPA, ASEP, IPU ແລະ ອົງການອື່ນໆ. ພິເສດ, ໃນປີ 2024 ທີ່ຜ່ານມາ, ທ່ານ ອີກໍ ເຊີເກເຢັນໂກ ປະທານສະພາຜູ້ແທນປະຊາຊົນເບລາຣຸດຊີ ພ້ອມດ້ວຍຄະນະ ກໍໄດ້ເດີນທາງມາຢ້ຽມຢາມຢ່າງເປັນທາງການ ແລະ ຮ່ວມກັນລົງນາມບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນເບລາຣຸດຊີ ໃນໂອກາດທີ່ເດີນ ທາງມາເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ທີ່ສະພາແຫ່ງຊາດລາວເປັນເຈົ້າພາບ, ພ້ອມທັງເຂົ້າຮ່ວມກອງປະຊຸມພົບປະກັບບັນດາສະມາຊິກລັດຖະສະພາ ຈາກປະເທດອາຊຽນ ໃນນາມປະເທດສັງເກດການ.

ສະພາແຫ່ງຊາດລາວ ຍາມໃດກໍໃຫ້ຄວາມສໍາຄັນໃນການປະກອບສ່ວນຊຸກຍູ້, ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ເບລາຣຸດຊີ ດ້ວຍການປະຕິບັດຕາມພາລະບົດບາດຂອງຕົນ ເປັນຕົ້ນ ສະໜັບສະໜູນດ້ານນິຕິກໍາ, ການຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນ ໃຫ້ແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນທັງສອງຊາດ; ສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວວຽກງານການຕ່າງປະ ເທດໃນພາກພື້ນ ແລະ ສາກົນ.

ທ່ານ ມັກຊິມ ຣິເຊັນໂກຟ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງຜົນສໍາເລັດການພົບປະເຮັດວຽກລະຫວ່າງສອງລັດຖະມົນຕີກະຊວງການຕ່າງປະເທດ ເບລາຣຸດຊີ-ລາວ ທີ່ໄດ້ພ້ອມກັນຕີລາຄາຄືນການພົວພັນຮ່ວມມືລະຫວ່າງສອງກະຊວງ ກໍຄື ການພົວພັນຮ່ວມມືຂອງສອງປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 7 ກຸມພາ 1994, ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພາກພື້ນ-ສາກົນ ແລະ ພ້ອມກັນປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ, ພ້ອມທັງແຈ້ງສະພາບການທີ່ພົ້ນເດັ່ນຂອງເບລາຣຸດຊີ ໃຫ້ຊາບອີກດ້ວຍ.

ຂ່າວ: ອາລິນ ສຸພິມມະປະດິດ