Monday, September 22, 2025
Home Blog Page 41

ກອງປະຊຸມພົບປະລະຫວ່າງ ຜູ້ນຳຈີນ-ເອີຣົບ ຄັ້ງທີ 25 ຢູ່ນະຄອນຫລວງປັກກິ່ງ

0

ວິທະຍຸສາກົນ ແຫ່ງ ສປ ຈີນ ​ວັນ​ທີ 24 ກໍ​ລະ​ກົດ​ນີ້ ທ່ານ ສີ ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ​ ໄດ້​ພົບ​ປ​ະ​ກັບ​ ທ່ານ ອັນໂຕນີໂອ ຄໍ​ສ​ຕາ ປະ​ທານ​ ສະ​ພາ​ເອີ​ຣົບ ແລະ ທ່ານ ນາງ ອູຊູລາ ວອນ ເດີ ເລ​ເຢນ, ປະທານຄະນະກຳມ​າ​ທິການສະຫະພາບເອີຣົບ ທີ່​ເດີນ​ທາງ​ມາ​ຈີນ ​ເພື່ອ​ເຂົ້າ​ຮ່ວມໃນກອງປະຊຸມ ພົບປະ ລະຫວ່າງ ​ຜູ້ນຳຈີນ-ສະຫະພາບ ເອີຣົບຄັ້ງທີ 25 ​ຢູ່​ທີ່​ນະ​ຄອນຫລວງ​ປັກ​ກິ່ງ ​ຂອງ ສປ ​ຈີນ. ໃນໂອກາດນີ້ ທ່ານ ສີ​ຈິ້ນ​ຜິງ ໄດ້ກ່າວເນັ້ນໜັກ​ວ່າ: ນັບ​ແຕ່ ສປ ​ຈີນ ແລະ ​ສະ​ຫະ​ພາບ​ ເອີ​ຣົບ (ອີຢູ)​ ສ້າງ​ຕັ້ງ ​ສາຍ​ພົວ​ພັນ ​ທາງ​ການ​ທູດ ​ຮ່ວມ​ກັນ ​ເປັນ​ເວ​ລາ 50 ປີ​ມາ​ນີ້, ໝາກ​ຜົນ​ຂອງ​ການ​ແລກ​ປ່ຽນ ແລະ ​ການ​ຮ່ວມ​ມື​​ກັນມີ​ຄວາມ​ອຸ​ດົມ​ສົມ​ບູນ, ​ຕ່າງ​ຝ່າຍ​ ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ​ ໄດ້​ສ້າງ​ຜົນ​ດີ​ໃຫ້​ແກ່​ທົ່ວ​ໂລກນຳ​ອີກ. ຜູ້​ນຳ ສປ ​ຈີນ ແລະ ​ເອີ​ຣົບ​ ຄວນ​ພະ​ຍາ​ຍາມ​ສ້າງ 50 ປີ​ໃໝ່​ ທີ່​ສົດ​ໃສ ​ກວ່າ​ເກົ່າ​ ຂອງ​ສາຍ​ພົວ​ພັນ ​ລະ​ຫວ່າງ ສປ ​ຈີນ-ເອີ​ຣົບ, ນຳ​ເອົາ​​ສະ​ຖຽນ​ລະ​ພາບ ແລະ​ ຄວາມ​ແນ່ນອນ ຫລາຍກວ່າ​ເກົ່າ ​ໃຫ້​ແກ່​ໂລກ.

ນອກນີ້ ທ່ານ ສີ​ຈິ້ນ​ຜິງ ໄດ້​ສະ​ໜີ​ຈຸດ​ຢືນ 3 ຂໍ້ ​ກ່ຽວ​ກັບ ​ການ​ພັດ​ທະ​ນາ ​ສາຍ​ພົວ​ພັນ ​ລະ​ຫວ່າງ​ ສປ ຈີນ-ເອີ​ຣົບ ​ໃນ​ອະ​ນາ​ຄົດຄື: 1. ຍຶດ​ໝັ້ນ​ ເຄົາ​ລົບ​ນັບ​ຖື​ ເຊິ່ງ​ກັນ​ ແລະ​ກັນ, ປັບ​ປຸງ​ໃຫ້​ສາຍ​ພົວ​ພັນ​ ຄູ່​ຮ່ວມ​ມື​​ ມີ​ຄວາ​ມ​ໝັ້​ນ​ຄົງ ​ກວ່າ​ເກົ່າ. 2., ​ຍຶ​ດ​ໝັ້ນ​ ການ​ເປີດ​ປະ​ຕູ ແລະ​ ການ​ຮ່ວມ​ມື, ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ ຢ່າງ​ເໝາະ​ສົມ ແລະ 3 ແມ່ນຈັດ​ຕັ້ງ​ປະ​ຕິ​ບັດ​ລັດ​ທິຫລາຍ​ຝ່າຍ, ປົກ​ປັກ​ຮັກ​ສາ​ກົດລະ​ບຽບ​ ແລະລະ​ບຽບ​ສາ​ກົນ. ຂະນະທີ່ ຝ່າຍ​ເອີ​ຣົບ​ ໄດ້ກ່າວ​ວ່າ: ຈຸດ​ຢືນ 3 ຂໍ້​ດັ່ງ​ກ່າວ ​ຂອງ​ທ່ານ​ ສີ ​ຈິ້ນ​ຜິງ ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ເອີ​ຣົບ ຈະ​ສຸມ​ກຳ​ລັງ​ ເຂົ້າ​ໃນ​ການ​ລົງ​ເລິກ​ ສາຍ​ພົວ​ພັນ​ ລະ​ຫວ່າງ​ ເອີ​ຣົບ-ສປ ຈີນ, ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ ສອງ​ຝ່າຍ​ ປະ​ສົບ​ຜົນ​ສຳ​ເລັດ ທີ່​ຕັ້ງ​ໜ້າຫລາຍກວ່າ​ເກົ່າ. ໃນ​ທ່າມ​ກາງ ​ທີ່ໂລກ​​ ມີ​ຄວາມ​ປັ່ນ​ປ່ວນ​ສັບ​ສົນ ແລະ ​ເຕັມ​ໄປ​ດ້ວຍ ​ຄວາ​ມ​ບໍ່​ແນ່ນອນ, ເອີ​ຣົບ ແລະ​ສປ ຈີນ ​ຕ້ອງ​ແບກ​ຫາບ​ໜ້າ​ທີ່​ ຄວາມ​ຮັບ​ຜິດ​ຊອບ, ຮ່ວມ​ກັນ​ຍຶດ​ໝັ້ນ ​ລັດ​ທິຫລາຍ​ຝ່າຍ, ປົກ​ປັກ​ຮັກ​ສາ​ ຈຸດ​ປະ​ສົງ ແລະ ຫລັກ​ການ​ ຂອງ​ກົດ​ບັດ ​ອົງ​ການ​ ສ​ະ​ຫະ ​ປະ​ຊາ​ຊາດ, ປົກ​ປັກ​ຮັກ​ສາ​ ສັນ​ຕິ​ພາບ ແລະ​ ສະ​ຖຽນ ​ລະ​ພາບ​ຂອງ​ໂລກ. ​ເອີ​ຣົບ​ ຄອງ​ຄອຍ​ ຮ່ວມ​ກັບ ສປ ​ຈີນ ​ເພື່ອ​ຂຽນ​ໜ້າ​ປະ​ຫວັດ​ສາດ​ ທີ່​ສວຍ​ງາມກວ່າ​ເກົ່າ ​ຂອງ​ສາຍ​ພົວ​ພັນ​ ລະ​ຫວ່າງ ​ເອີ​ຣົບ-ສປ ຈີນ ​ໃນ 50 ປີ​ຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ບໍລິສັດຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນຊ່ວຍເຫລືອລັດຖະບານ

0

ໃນຕອນເຊົ້າວັນທີ 24 ກໍລະກົດ 2025, ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ໄດ້ມອບເງິນຊ່ວຍເຫລືອລັດຖະບານລາວ ເພື່ອທົບທວນ-ປັບປຸງຍຸດທະສາດ ການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຕາງໜ້າບໍລິສັດ ກ່າວມອບໂດຍ ທ່ານ ເລແທັງ ຕາວ ປະທານໃຫຍ່ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີຮອງລັດຖະມົນຕີກະຊວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເຊິ່ງເງິນທີ່ນໍາມາຊ່ວຍເຫລືອໃນຄັ້ງນີ້ ມີຄື: ເງິນຈຳນວນ 1 ລ້ານໂດລາສະຫະລັດ ແມ່ນເພື່ອນຳໃຊ້ເຂົ້າໃນວຽກງານທົບທວນ ແລະ ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ອີກ 3 ຕື້ກີບ ແມ່ນປະກອບສ່ວນເຂົ້າໃນແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບຜົນກະທົບ ກໍຄື ຜົນເສຍຫາຍ ຈາກໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນ ຢູ່ ສປປ ລາວ ໃນປີ 2025 ໂດຍສະເພາະ ໃນໄລຍະທີ່ໄດ້ຮັບຜົນກະທົບຈາກພາຍຸວິພານີ້, ລວມທັງການແກ້ໄຂ ແລະ ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບດັ່ງກ່າວ. ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຊົມເຊີຍ, ຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ບໍລິສັດຮຸ້ນສ່ວນການລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ທີ່ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເພື້ອເຜື່ອແຜ່ ໃຫ້ການຊ່ວຍເຫລືອລັດຖະບານລາວ ທັງໄລຍະຜ່ານມາ ແລະ ປັດຈຸບັນ ຊຶ່ງການຊ່ວຍເຫລືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງ, ເປັນການເສຍສະລະ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານພະລັງງານ, ການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ; ການປະກອບສ່ວນຄັ້ງນີ້ ຍັງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ສືບຕໍ່ເກີດດອກອອກຜົນ ແລະ ຈະເລີນງອກງາມບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຢືນຢັນວ່າ ຈະນຳເອົາການຊ່ວຍເຫລືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ດ້ວຍຄວາມໂປ່ງໃສ ແລະ ຖືກເປົ້າໝາຍ ຢ່າງແທ້ຈິງ. ນອກນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ບໍລິສັດ ທີ່ໄດ້ເອົາໃຈໃສ່ພັດທະນາໂຄງການລົງທຶນຂອງຕົນ ໂດຍສະເພາະ ໂຄງການໄຟຟ້າພະລັງງານລົມເຈືອງເຊິນ ຢູ່ແຂວງບໍລິຄຳໄຊ ຊຶ່ງເລີ່ມມາສຶກສາ ແລະ ລົງທຶນພັດທະນາໂຄງການດັ່ງກ່າວ ໃນທ້າຍປີ 2023, ຮອດປັດຈຸບັນ ເຫັນວ່າ ມີຄວາມຄືບໜ້າໄວ, ຄາດວ່າ ຈະສາມາດຜະລິດໄຟຟ້າສົ່ງອອກຂາຍ ໃນທ້າຍປີ 2025 ນີ້ 600 ເມກາວັດ. ດັ່ງນັ້ນ, ຈຶ່ງຖືວ່າ ເປັນບໍລິສັດ ທີ່ເຮັດແທ້ທໍາຈິງ, ທັງໄດ້ປະກອບສ່ວນພັດທະນາພື້ນຖານໂຄງລ່າງ ແລະ ຊຸມຊົນທ້ອງຖິ່ນໂຄງການ ຢ່າງຫລວງ ຫລາຍ ໂດຍສະເພາະ ເສັ້ນທາງ-ຂົວ ແລະ ກອງທຶນລົບລ້າງເຮືອນເຄິ່ງຖາວອນ ສຳລັບຄອບຄົວທຸກຍາກ ຢູ່ແຂວງບໍລິຄຳໄຊ, ລວມທັງການພັດທະນາດ້ານຕ່າງໆ ທີ່ຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດດັ່ງກ່າວ ໃຫ້ນັບມື້ດີຂຶ້ນ.

ໃນໂອກາດດຽວກັນ, ທ່ານ ເລ ແທັງ ຕາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກ ແລະ ຕິດຕາມຊຸກຍູ້ ການພັດທະນາໂຄງການຂອງຕົນດ້ວຍດີຕະຫລອດມາ, ທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເອົາໃຈໃສ່ພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ແຂວງບໍລິຄຳໄຊ ແລະ ໂຄງການລົງທຶນອື່ນໆ ຢູ່ ສປປ ລາວ ໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້, ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາສັງຄົມ ແລະ ທ້ອງຖິ່ນໂຄງການ ໃຫ້ນັບມື້ດີຂຶ້ນ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.

ແຈ້ງເຕືອນຝົນຕົກໜັກ, ນ້ຳຖ້ວມຊຸ ແລະ ດິນເຈືື່ອນ ວັນທີ 25 ກໍລະກົດ 2025

0

ຮ່ອງຄວາມກົດດັນອາກາດຕ່ຳ ຫລື ຮ່ອງຝົນ ຍັງຈະສືບຕໍໍ່ພາດຜ່ານ ພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ທີ່ມີກຳລັັງແຮງພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ ເກືອບທົົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກ ຫາ ໜັກຫລາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ສຳລັບ ສະພາບລະດັບນ້ຳ ແມ່ນ້ຳຂອງ: ສະຖານີທ່າເຮືອຫລັກ 4 (ນະຄອນຫລວງວຽງຈັນ) ລະດັບນ້ຳຈະມີທ່າອ່ຽງສູງຂື້ນເຖິງເຂດເຕືອນໄພ ໃນໄລຍະວັນທີ 25 ຫາ 26 ກໍລະກົດ 2025.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖີງປະຊາຊົນ ແລະ ອົງການປົກຄອງ ທ້ອງຖິ່ນທຸກພາກສ່ວນ ຜູ້ທີ່ອາໄສຢູ່ໃກ້ລຽບຕາມແມ່ນ້ຳ ແລະ ເຂດພື້ນທີ່ຕ່ຳຕາມແມ່ນ້ຳຂອງ ສະຖານີທ່າເຮືອຫລັກ4 (ນະຄອນຫລວງວຽງຈັນ) ຈົົ່ງມີສະຕິລະວັງຕໍໍ່ສະພາບຝົນຕົກ ຕໍໍ່ເນືື່ອງຫລາຍວັນ ທີ່ອາດຈະເຮັດໃຫ້ເກີດນ້ຳຖ້ວມຍື່ງ, ນ້ຳຖ້ວມຂັງ ໃນໄລຍະນີ້, ດັ່ງນັ້ນ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນ້ຳຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍໍ່ເນືື່ອງ.

ປົກປັກຮັກສາ “ເມືອງບູຮານທີ່ມີຄວາມຊົງຈຳ”

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຫ່າງຈາກນະຄອນຫລວງປັກກິ່ງ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 300 ກິໂລແມັດມີເມືອງບູຮານແຫ່ງໜຶ່ງຄື ເມືອງເຈີ້ງຕິ້ງ ແຂວງເຫີເປີຍຈີນ.

ເມືອງບູຮານ ທີ່ມີປະຫວັດຄວາມເປັນມາ 1600 ກວ່າປີ ໄດ້ຈົ່ງກຸ່ມສະຖາປັດຕະຍະກຳບູຮານທີ່ສືບທອດມາເປັນ 9 ລາຊະວົງ ໄວ້ຢ່າງລຽນຕິດກັນແບບບໍ່ຄ່ອຍເຫັນໃນປະຫວັດສາດນັ້ນໃຫ້ແກ່ເຈີ້ງຕິ້ງ. ປັດຈຸບັນ, ເມືອງເຈີ້ງຕິ້ງ ມີສະຖາປັດຕະຍະກຳບູຮານ ນັບຕັ້ງແຕ່ສະໄໝລາຊະວົງສຸຍ ແລະ ລາຊະວົງຖັງ 38 ແຫ່ງ, ມີຫົວໜ່ວຍອະນຸລັກວັດຖຸບູຮານສຳຄັນລະດັບຊາດ ເຖິງ 10 ແຫ່ງ.

ຊຸມປີຜ່ານມານີ້, ເມືອງບູຮານທີ່ມີຄວາມຊົງຈຳແຫ່ງນີ້ ໄດ້ດຶງດູດນັກທ່ອງທ່ຽວ ໄປທ່ຽວຊົມເປັນຈຳນວນຫລວງຫລາຍ. ປີ 2022, ເມືອງເຈີ້ງຕິ້ງ ໄດ້ຕ້ອນຮັບນັກທ່ອງທ່ຽວ 5.305.800 ເທື່ອຄົນ, ປີ 2023, ບັນລຸຫລາຍກວ່າ 15.000.000 ເທື່ອຄົນ, ມາຮອດປີ2024, ສະເພາະແຕ່ຫົກເດືອນຕົ້ນປີ ໄດ້ຕ້ອນຮັບນັກທ່ອງທ່ຽວຫລາຍກວ່າ 33.970.000 ເທື່ອຄົນ.

ການທ່ອງທ່ຽວວັດທະນະທຳ ຂອງເມືອງເຈີ້ງຕິ້ງ ໄດ້ຮັບຄວາມນິຍົມສູງນີ້ ແມ່ນຍ້ອນໄດ້ຮັບຜົນປະໂຫຍດຈາກຊາວເຈີ້ງຕິ້ງ ເອົາໃຈໃສ່ການປົກປັກຮັກສາເອກະລັກອັນໂດດເດັ່ນຂອງເມືອງບູຮານດັ່ງກ່າວ.

ທ່ານ ຫວາງຈື້ມິນ ຮອງປະທານ ສະຖາບັນຄົ້ນຄວ້າວັດທະນະທຳບູຮານເຈີ້ງຕິ້ງ ໃຫ້ຮູ້ວ່າ: “ແນວຄິດສຳຄັນຂອງທ່ານ ປະທານ ສີຈິ້ນຜິງ ກ່ຽວກັບການອະນຸລັກ ຮັກສາວັດຖຸບູຮານ ແມ່ນມີລັກສະນະເບິ່ງກວ້າງມອງໄກ ແລະ ລັກສະນະເປັນລະບົບຢ່າງພົ້ນເດັ່ນທີ່ສຸດ. ໄລຍະທີ່ ເຮັດວຽກຢູ່ເຈີ້ງຕິ້ງ, ເພິ່ນໄດ້ຊຸກຍູ້ການດຳເນີນວຽກງານຕ່າງໆໃນການປົກປັກຮັກສາວັດຖຸບູຮານຢ່າງປະດິດສ້າງ ເຊິ່ງສາມາດຮັກສາຊັບສົມບັດດ້ານວັດຖຸບູຮານຂອງເມືອງບູຮານວັດທະນະທຳແຫ່ງນີ້ໄວ້ໄດ້.”

ຕົ້ນຊຸມປີ 1980, ທ່ານ ສີຈິ້ນຜິງ ໄດ້ໄປເຮັດວຽກເປັນການນຳຢູ່ເມືອງເຈີ້ງຕິ້ງ. ໃນຕອນນັ້ນ, ປະຊາຊົນຍັງຂາດສະຕິຕໍ່ການອະນຸລັກວັດຖຸບູຮານ, ເຂົາເຈົ້າໄດ້ທຸບມ້າງເອົາດິນຈີ່ຈາກກຳແພງເມືອງບູຮານໄປປຸກເຮືອນ, ສ້າງຄອກໝູ ແລະ ອື່ນໆ. ສະນັ້ນ, ກຳແພງເມືອງບູຮານເຈີ້ງຕິ້ງ ຈຶ່ງຖືກເສຍຫາຍຢ່າງໜັກໜ່ວງ.

ເມື່ອເຫັນວັດຖຸບູຮານບໍ່ໄດ້ຮັບການຖະໜອມຫວງແຫນ, ທ່ານ ສີຈິ້ນຜິງ ຮູ້ສຶກເສຍໃຈທີ່ສຸດ: “ພວກເຮົາປົກປັກຮັກສາບໍ່ໄດ້ດີກໍຖືວ່າເປັນໂທດກຳ, ທັງຈະອັບອາຍຕໍ່ຄົນຮຸ່ນຫລັງ.”ເພິ່ນໄດ້ສະເໜີຍຸດທະສາດ“ ພັດທະນາເມືອງໃຫ້ຈະເລີນດ້ວຍວັດທະນະທຳ” ແລະ “ພັດທະນາເມືອງໃຫ້ຈະເລີນດ້ວຍການທ່ອງທ່ຽວ” ຢ່າງມີວິໄສທັດເບິ່ງກວ້າງມອງໄກ, ເພິ່ນໄດ້ເປັນຜູ້ຊີ້ນຳວຽກງານສຳຫລວດວັດຖຸບູຮານທົ່ວເມືອງ ເພື່ອເກັບມ້ຽນສຳເນົາ, ນອກນີ້ຍັງໄດ້ສ້າງແຜນການປົກປັກຮັກສາວັດຖຸບູຮານກັບທີ່ນຳອີກ.

ທ່ານນາງ ເຫີຢວີ້ ຮອງເຈົ້າເມືອງ ທີ່ຮັບຜິດຊອບວຽກງານວັດທະນະທຳ ແລະ ການສຶກສາ ໃນເວລານັ້ນໄດ້ໃຫ້ຮູ້ວ່າ: “ທ່ານປະທານ ສີຈິ້ນຜິງ ເຮັດແນວນີ້ກໍມີຈຸດປະສົງເພື່ອໃຫ້ພະນັກງານ ແລະ ປະຊາຊົນທົ່ວເມືອງ ຮັບຮູ້ວ່າອັນໃດແມ່ນວັດຖຸບູຮານ, ອັນໃດແມ່ນສະຖາປັດຕະຍະກຳບູຮານ ແລະ ຮ່ອງຮອຍວັດທະນະທຳບູຮານທີ່ບຸກລຸກຈັບຈອງບໍ່ໄດ້, ເປັນຫຍັງຈຶ່ງຕ້ອງປົກປັກຮັກສາວັດຖຸບູຮານ.”

ວັດໂຫລງຊິ່ງ ເປັນພາກສ່ວນໜຶ່ງທີ່ສະຫງ່າງາມໃນກຸ່ມສະຖາປັດຕະຍະກຳບູຮານຂອງເມືອງເຈີ້ງຕິ້ງ ທັງເປັນກຸ່ມສະຖາປັດຕະຍະກຳສະໄໝລາຊະວົງຊົ້ງເໜືອຂອງຈີນ ທີ່ມີປະຫວັດສາດດົນນານທີ່ສຸດ, ມີຂະໜາດໃຫຍ່ທີ່ສຸດ ແລະ ມີແຜນຜັງຄົບຖ້ວນທີ່ສຸດເຊິ່ງສາມາດຮັກສາໄວ້ຈົນເຖິງປັດຈຸບັນ. ປີ 1984, ທ່ານ ສີຈິ້ນຜິງ ພະຍາຍາມຍາດແຍ່ງໄດ້ງົບປະມານສະເພາະປະຕິສັງຂອນສະຖາປັດຕະຍະກຳບູຮານຈາກຂັ້ນເທິງຈຳນວນ 1.720.000 ຢວນ. ເມືອງເຈີ້ງຕິ້ງ ໄດ້ນຳໃຊ້ເງິນບ້ວງນີ້ເຂົ້າໃນການປະຕິສັງຂອນວັດໂຫລງຊິ່ງ ແບບລັກສະນະກອບກູ້, ນອກນີ້, ຍັງໄດ້ສ້າງສະຖານທີ່ຈອດລົດຢູ່ນອກວັດດັ່ງກ່າວເພື່ອໃຫ້ການບໍລິການທີ່ດີແກ່ນັກທ່ອງທ່ຽວທັງຫລັາຍ. ຈາກນັ້ນມາ, ວັດເກົ່າແກ່ພັນປີແຫ່ງນີ້ຈຶ່ງໄດ້ຟື້ນຟູຄວາມສະຫງ່າລາສີຄືນໃໝ່.

ຫລາຍສິບປີຜ່ານມານີ້, ນະໂຍບາຍ ແລະ ແຜນການອັນມີວິໄສທັດເບິ່ງກວ້າງມອງໄກດັ່ງກ່າວຂອງທ່ານ ສີຈິ້ນຜິງ ໄດ້ຮັບການຈັດຕັ້ງປະຕິບັດຢູ່ເມືອງເຈີ້ງຕິ້ງ ຢ່າງຕໍ່ເນື່ອງ, ໄດ້ເຮັດໃຫ້ແນວຄິດອະນຸລັກຮັກສາ ແລະ ພັດທະນາເມືອງບູຮານ ໄປຄຽງຄູ່ກັນນັ້ນໄດ້ຖືກຝັງຮາກເລິກເຂົ້າໃນຈິດໃຈຂອງຊາວເມືອງເຈີ້ງຕິ້ງ ແຕ່ລະຮຸ່ນຄົນເທື່ອລະກ້າວ.

ປີ 2015, ເມືອງເຈີ້ງຕິ້ງ ໄດ້ເລີ່ມປະຕິບັດວຽກງານຂຸດຄົ້ນບູຮານຄະດີຢູ່ຮ່ອງຮອຍບູຮານ ສະຖານທີ່ເດີ່ນທາງທິດໃຕ້ຂອງວັດຄ່າຍຢວນ. ຮ່ອງຮອຍດັ່ງກ່າວຕັ້ງຢູ່ເຂດໃຈກາງຂອງເມືອງບູຮານເຈີ້ງຕິ້ງ. ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນນີ້ບໍ່ໄດ້ປິດບັງຮ່ອງຮອຍບູຮານສະຖານຈົນໝົດ, ແຕ່ແມ່ນກັ້ນດ້ວຍຝາແກ້ວແຜ່ນໃຫຍ່ຢູ່ສະຖານທີ່ຂຸດຄົ້ນບູຮານຄະດີ ເພື່ອໃຫ້ນັກທ່ອງທ່ຽວສາມາດໄດ້ເຫັນຮ່ອງຮອຍປະຫວັດສາດຕ່າງໆເຊັ່ນ: ນ້ຳສ້າງ, ກຳແພງເມືອງ, ທາງຮ່ອມ ແລະ ຖະໜົນບູຮານເປັນຕົ້ນ, ເຊິ່ງເຮັດໃຫ້ມໍລະດົກທີ່ຢັ່ງຢາຍຢູ່ຕາມດິນແດນອັນກວ້າງໃຫຍ່ໄພສານ ຖືກຟື້ນຟູຄວາມມີຊີວິດຊີວາຄືນໃໝ່.

ທ່ານ ຊ້ານຈີ້ສຽງ ອະດີດຜູ້ອຳນວຍການ ຫໍພິພິທະພັນພະລາຊະວັງກູ້ກົ່ງປັກກິ່ງ ທີ່ດຳລົງຕຳແໜ່ງເປັນຜູ້ອຳນວຍການກິດຕິມະສັກ ຂອງຫໍພິພິທະພັນເຈີ້ງຕິ້ງ ເຫັນວ່າ: “ເມື່ອມໍລະດົກວັດທະນະທຳຄົງຕົວຢູ່ໃນຊີວິດຂອງຊາວເມືອງ, ເຮັດໃຫ້ເຂົາເຈົ້າສາມາດເວົ້າກັບນັກທ່ອງທ່ຽວຢ່າງພາກພູມໃຈວ່າ ‘ນີ້ແມ່ນມໍລະດົກວັດທະນະທຳເຈີ້ງຕິ້ງ ຂອງພວກເຮົາ’, ເມື່ອນັກທ່ອງທ່ຽວຍອມມາທ່ຽວທີ່ແຫ່ງນີ້, ມາແລ້ວກໍບໍ່ຢາກຈາກໄປ, ຈາກໄປແລ້ວຍັງຢາກກັບມາທ່ຽວອີກ, ມັນຈຶ່ງສົມກັບວ່າ ປົກປັກຮັກສາມໍລະດົກວັດທະນະທຳໄດ້ດີ.” “ສ່ວນເຈີ້ງຕິ້ງ ແມ່ນເຮັດໄດ້ສຳເລັດແລ້ວ.

ເລື່ອງລາວຂອງເຈີ້ງຕິ້ງ ເປັນພາບຫຍໍ້ອັນໜຶ່ງທີ່ສ່ອງແສງເຖິງແນວຄິດ “ປົກປັກຮັກສາມໍລະດົກວັດທະນະທຳປະຫວັດສາດຂອງຕົວເມືອງໃຫ້ດີປານກັບຖະໜອມຮັກຊີວິດຂອງຕົນ” ໄດ້ເຂົ້າສູ່ຈິດໃຈຂອງປະຊາຊົນຢ່າງແທ້ຈິງ.

ທຸກມື້ນີ້, ຢູ່ປະເທດຈີນ, ທ້ອງຖິ່ນຕ່າງໆ ແລະ ພາກສ່ວນຕ່າງໆໄດ້ຖືເອົາວຽກງານປົກປັກຮັກສາໄວ້ຢູ່ໃນຖານະສຳຄັນອັນດັບໜຶ່ງ ໂດຍສາມາດເຮັດໃຫ້ມໍລະດົກທີ່ຢັ່ງຢາຍຢູ່ຕາມດິນແດນອັນກວ້າງໃຫຍ່ໄພສານນັ້ນຖືກຟື້ນຟູຄວາມມີຊີວິດຊີວາຄືນໃໝ່ ແລະ ເປັ່ງປະກາຍລັດສະໝີຂອງຍຸກສະໄໝ.

ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036

0

ຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການໂອແລັມປິກ ຂອງກາຕາ ເປີດເຜີຍໃນວັນທີ 22 ກໍລະກົດ ຜ່ານມາວ່າ, ກາຕາ ໄດ້ຍື່ນສະເໜີຢ່າງເປັນທາງການເພື່ອຂໍເປັນເຈົ້າພາບຈັດງານກິລາໂອແລັມປິກ ແລະ ພາຣາລິມປິກ ເກມ ປີ 2036. ໂດຍຖ້າຫາກໄດ້ຖືກເລືອກ, ກາຕາ ຈະກາຍເປັນປະເທດທໍາອິດຈາກຕາເວັນອອກກາງ ແລະ ອາຟຣິກາເໜືອ ທີ່ຈະເປັນເຈົ້າພາບຈັດການແຂ່ງຂັນກິລາທີ່ໃຫຍ່ທີ່ສຸດຂອງໂລກ.

ທ່ານ ຊີກໂຈອານ ບິນ ຮາໝັດ ອັລທານີ ປະທານຄະນະກໍາມະການໂອແລັມປິກກາຕາ ກ່າວວ່າ: ກາຕາ ມີຄວາມພ້ອມດ້ານໂຄງສ້າງພື້ນຖານທາງກິລາແລ້ວ ກວ່າ 95% ແລະ ມີແຜນພັດທະນາຢ່າງກວມລວມເພື່ອຍົກລະດັບຄວາມພ້ອມເປັນ 100%

ຖະແຫຼງການຂອງ ທ່ານ ຊີກ ອັລທານີ ລະບຸວ່າ: ພວກເຮົາສືບຕໍ່ຄວາມສໍາເລັດອັນຍິ່ງໃຫຍ່ຈາກການເປັນເຈົ້າພາບເຕະບານໂລກ 2022 (FIFA World Cup) ດ້ວຍຄວາມມຸ່ງໝັ້ນທີ່ຈະຮວມເອົາໂລກໄວ້ພາຍໃຕ້ຄຸນຄ່າຂອງໂອແລັມປິກ ເຊັ່ນດຽວກັບທີ່ພວກເຮົາໄດ້ເຮັດມາແລ້ວໃນປີ 2022 ຊຶ່ງມີແຟນບານຫຼາຍກວ່າໜຶ່ງລ້ານຄົນເດີນທາງມາຍັງນະຄອນຫຼວງໂດຮາ, ກາຕາ ກໍາລັງສ້າງມໍລະດົກໃໝ່ ທັງໃນດ້ານການພັດທະນາທັກສະ ແລະ ການສ້າງໂອກາດທາງເສດຖະກິດສໍາລັບປະຊາຊົນ.

ທັງນີ້, ໂດຮາ ຊຶ່ງເປັນນະຄອນຫຼວງຂອງກາຕາ ມີກຳນົດເປັນເຈົ້າພາບຈັດການແຂ່ງຂັນກິລາເອຊຽນເກມປີ 2030, ຖືເປັນຂີດໝາຍສຳຄັນອີກອັນໜຶ່ງຂອງປະເທດໃນເສັ້ນທາງສູ່ການເປັນເຈົ້າພາບຈັດງານກິລາໂອແລັມປິກ.

ເຖິງຢ່າງໃດກໍຕາມ, ສະພາບອາກາດທີ່ຮ້ອນເອົ້າຂອງພາກພື້ນຍັງເປັນຄວາມກັງວົນທີ່ສຳຄັນ. ໂດຍໃນວັນທີ 22 ກໍລະກົດ ຜ່ານມາ ອຸນຫະພູມໃນນະຄອນຫຼວງໂດຮາ ສູງເຖິງ 44 ອົງສາເຊ.

ສຳລັບການສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036 ນັ້ນ, ປັດຈຸບັນມີຜູ້ສະເໜີແລ້ວຫຼາຍປະເທດລວມທັງຕວັກກີ, ອິນເດຍ, ອິນໂດເນເຊຍ ແລະ ຊີເລ, ໃນຂະນະທີ່ອີກຫຼາຍປະເທດພວມຢູ່ລະຫວ່າງການພິຈາລະນາເຊັ່ນ: ຊາອຸດິດ ອາຣັບບີ, ສ ເກົາຫຼີ, ເອຢິບ, ອີຕາລີ, ເຢຍລະມັນ, ດານມາກ ແລະ ການາດາ.

ທັງນີ້, ສຳລັບເຈົ້າພາບໂອແລັມປິກລະດູຮ້ອນໄດ້ຖືກຕັດສິນແລ້ວຄື: ນະຄອນລອສແອນເຈລິສ ສະຫະລັດອາເມຣິກາ ໃນປີ 2028 ແລະ ເມືອງບຣິນເບນ ປະເທດອົສຕຣາລີ ໃນປີ 2032.

ຮອງເຈົ້າຄອງ ນວ ລົງຕິດຕາມ ແລະ ກວດກາສະພາບຄອງລະບາຍນໍ້າ ຢູ່ ເມືອງ ໄຊເສດຖາ

0

ໃນວັນທີ 23 ກໍລະກົດ 2025 ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມ ດ້ວຍຄະນະ ແລະ ພາກ ສ່ວນກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຊຸກຍູ້ ຕິດຕາມ ແລະ ກວດ ກາສະພາບຄອງລະບາຍນໍ້າ (ຄອງນໍ້າວຽງຈັນ) ຢູ່ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.

ການລົງເຄື່ອນໄຫວຄັ້ງນີ້ ມີທັງໝົດ 5 ຈຸດຄື : ຈຸດທີ 1 ລົງກວດກາຄອງນໍ້າ ຂ້າງສູນການຄ້າອາຊຽນມໍ ຈຸດທີ 2 ແມ່ນຈຸດຂົວບ້ານ ຫົວຂົວ ຈຸດທີ 3 ຂົວບ້ານ ໄຮ່ຄໍາ ຈຸດທີ 4 ຂົວເສັ້ນ ທາງ 450 ປີ ແລະ ຈຸດທີ 5 ແມ່ນຂົວບ້ານ ຈອມສີ.

ຜ່ານການລົງຕິດຕາມ ແລະ ກວດ ກາຕົວຈິງເຫັນວ່າ ບາງຈຸດມີກອງຂີ້ດິນກີດຂວາງການໄຫຼຂອງນໍ້າ ແລະ ຫຼາຍຈຸດມີຜັກຕົບ ແລະ ຂີ້ເຫຍື້ອເປັນຈໍານວນຫຼາຍ ໂອກາດນີ້ ທ່ານ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ມີຄໍາເຫັນຊີ້ນໍາ ໂດຍມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ສົມທົບກັບ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ແລະ ອົງ ການປົກຄອງເມືອງ ໄຊເສດຖາ ໃຫ້ ຮີບຮ້ອນຂຶ້ນແຜນອະນາໄມລວງຄອງ ໂດຍສະເພາະ ໃຫ້ນໍາເອົາຜັກຕົບ ແລະ ສິ່ງກີດຂວາງອອກຈາກໜ້ານໍ້າໂດຍໄວ ພ້ອມນີ້ ກໍໃຫ້ປຸກລະດົມການມີສ່ວນ ຮ່ວມຂອງພາກທຸລະກິດ ຫ້າງຮ້ານ ບໍລິສັດ ແລະ ປະຊາຊົນທີ່ຢູ່ລຽບຕາມຄອງລະບາຍນໍ້າດັ່ງກ່າວ ໃຫ້ມີສ່ວນຮ່ວມໃນການເຮັດອະນາໄມເພື່ອເຮັດໃຫ້ນໍ້າສາມາດໄຫຼສະດວກດີຂຶ້ນທັງເປັນການປ້ອງກັນບໍ່ໃຫ້ນໍ້າຖ້ວມຂັງໃນລະດູຝົນ.

ຈັບຕົວຜູ້ຂົນສົ່ງຢາເສບຕິດ ພ້ອມຂອງກາງ ຢາບ້າ 4,160,000 ເມັດ ແລະ ຢາໄອສ໌ 159 ຫໍ່ ໃນລົດຂົນສົ່ງນໍ້າກ້ອນ

0

ປກສ ແຂວງ ບໍ່ແກ້ວ ລາຍງານວ່າ: ວັນທີ 22 ກໍລະກົດ 2025 ເວລາປະມານ 15:30 ນາທີ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງປາກທາ, ປະຈໍາຢູ່ຈຸດກວດກາຄົກຫລວງ (ຊາຍແດນລະຫວ່າງເມືອງຫ້ວຍຊາຍ ຫາ ເມືອງປາກທາ) ໄດ້ກວດຄົ້ນລົດບັນທຸກ 6 ລໍ້, ສີຂາວ, ບໍ່ຕິດປ້າຍທະບຽນ ແລ່ນຈາກເມືອງຫ້ວຍຊາຍມຸ້ງໜ້າຈະໄປເມືອງປາກທາ ເຊິ່ງໃນນີ້ ມີຜູ້ຂັບຂີ່ລົດຈໍານວນ 1 ຄົນຄື: ທ້າວ ຕົວວີ, ອາຍຸ 25 ປີ, ອາຊີບ ຄ້າຂາຍ, ສັນຊາດລາວ, ເຊື້ອຊາດ ລາວ, ຊົນເຜົ່າມົ້ງ, ຢູ່ບ້ານຊາຍຈະເລີນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ.

ຜ່ານການກວດກາໄດ້ພົບເຫັນລົດມີການດັດແປງສະພາບຢູ່ດ້ານເທິງບ່ອນຫຼັງຄາ, ຈາກນັ້ນທາງເຈົ້າໜ້າທີ່ ຈຶ່ງໄດ້ນຳລົດຄັນດັ່ງກ່າວພ້ອມຜູ້ຂັບຂີ່ ໄປກອງບັນຊາການ ປກສ ເມືອງປາກທາ ແລ້ວປະສານຫາກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອສົມທົບກວດກາລົດຄັນດັ່ງກ່າວ.

ຜ່ານການກວດກາຂອງເຈົ້າໜ້າທີ່ ພົບເຫັນຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 2080 ມັດ ເທົ່າກັບ 4,160,000 ເມັດ ແລະ ຢາໄອສ໌ 159 ຫໍ່ ຊຸກເຊື່ອງຢູ່ຫຼັງຄາລົດ ບ່ອນດັດແປງສະພາບ, ລົດບັນທຸກ 6 ລໍ້ ຈໍານວນ 1 ຄັນ ແລະ ເຄື່ອງຕິດຕົວທີ່ຍຶດໄດ້ມີຄື: ເງິນກີບ 2,408,000 ກີບ, ໂທລະສັບ 1 ໜ່ວຍ, ບັດ ATM 1 ບັດ ຕໍ່ກັບຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ວິຊາສະເພາະ ພວມດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການໃນຄັ້ງນີ້ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ: ປກສ ແຂວງບໍ່ແກ້ວ

ADB ຫຼຸດການຄາດຄະເນການເຕີບໂຕກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ

0

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 23 ກໍລະກົດ ຜ່ານມານີ້, ທະນາຄານພັດທະນາອາຊີ ຫຼື ADB ໄດ້ປະກາດບົດລາຍງານ “ການຄາດຄະເນການພັດທະນາອາຊີ ປີ 2025 (ສະບັບເດືອນກໍລະກົດ)”, ໂດຍໄດ້ປັບຫຼຸດການຄາດຄະເນການເຕີບໂຕດ້ານເສດຖະກິດໃນປີ 2025 ຂອງກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ ລົງເຫຼືອ 4.7% ແລະ 4.6% ໃນປີ 2026.

ADB ເປີດເຜີຍວ່າ: ການປັບຫຼຸດການຄາດຄະເນຄັ້ງນີ້ ຕົ້ນຕໍແມ່ນໄດ້ຮັບຜົນກະທົບຈາກນະໂຍບາຍດ້ານພາສີຂອງ ສະຫະລັດ ອາເມຣິກາ, ຄວາມບໍ່ແນ່ນອນຂອງການຄ້າທົ່ວໂລກ ແລະ ຄວາມອ່ອນແອດ້ານຄວາມຕ້ອງການພາຍໃນປະເທດ.

ສະຫະລັດອາເມຣິກາ ປະກາດຈະຖອນຕົວອອກຈາກອົງການ UNESCO

0

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 22 ກໍລະກົດ ຜ່ານມານີ້, ທ່ານນາງ ແທມມີ ບຣູຊ ໂຄສົກກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ອອກຖະແຫຼງການວ່າ: ສະຫະລັດ ອາເມຣິກາ ໄດ້ແຈ້ງຂໍ້ຕົກລົງກ່ຽວກັບ ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກອົງການເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ ຫຼື UNESCO ຕໍ່ທ່ານນາງ ອໍເດຣ ອາຊູເລ ຜູ້ອຳນວຍການໃຫຍ່ອົງການ UNESCO. ອີງຕາມຂັ້ນຕອນທີ່ກ່ຽວຂ້ອງ, ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກອົງການ UNESCO ຢ່າງເປັນທາງການໃນວັນທີ 31 ທັນວາປີ 2026.

ຖະແຫຼງການລະບຸວ່າ: ການເຂົ້າຮ່ວມອົງການ UNESCO ຢ່າງຕໍ່ເນື່ອງ “ບໍ່ສອດຄ່ອງກັບຜົນປະໂຫຍດແຫ່ງຊາດຂອງ ສະຫະລັດ ອາເມຣິກາ ”, ການທີ່ອົງການ UNESCO ຮັບເອົາປາແລັດສະຕິນເປັນປະເທດສະມາຊິກ “ຂັດກັບນະໂຍບາຍຂອງ ສະຫະລັດ ອາເມຣິກາ”.

ນີ້ເປັນຄັ້ງທີ 3 ທີ່ ສະຫະລັດ ອາເມຣິກາ ໄດ້ປະກາດຖອນຕົວອອກຈາກອົງການດັ່ງກ່າວ. ໃນມື້ດຽວກັນ, ທ່ານນາງ ອໍເດຣ ອາຊູເລ ຜູ້ອຳນວຍການໃຫຍ່ອົງການ UNESCO ໄດ້ອອກຖະແຫຼງການ: ສະແດງຄວາມເສຍໃຈຕໍ່ການກະທຳຂອງ ສະຫະລັດ ອາເມຣິກາ ແລະ ໄດ້ຊີ້ອອກວ່າການກະທຳຄັ້ງນີ້ “ລະເມີດຕໍ່ຫຼັກການພື້ນຖານຂອງລັດທິຫຼາຍຝ່າຍ.”

ທາບທາມບຸກຄະລະກອນສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກກະຊວງ ປກສ ສະໄໝທີ VI

0

ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມທາບທາມຮ່າງລາຍງານການເມືອງ, ຮ່າງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານ ພັກກະຊວງປ້ອງກັນຄວາມສະຫງົບ ແລະ ທາບທາມບຸກຄະລະກອນຜູ້ອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ຮອບທີ 3 ໃນວັນທີ 23 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງຫົວໜ້າຄະ ນະຈັດຕັ້ງສູນກາງພັກ, ມີຮອງເລຂາຄະນະພັກກະຊວງ, ຄະນະປະຈໍາພັກ, ຄະນະພັກ, ພ້ອມດ້ວຍຜູ້ແທນສົມບູນ, ສໍາຮອງ ມາຈາກກົມໃຫຍ່, ຫ້ອງວ່າການກະຊວງ, ກອງບັນຊາການ, ວິທະຍາຄານ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ແລະ ປກສ ແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມ, ໄດ້ຕີລາຄາສູງຕໍ່ຜົນງານການຈັດຕັ້ງປະຕິບັດ ວຽກງານກໍາລັງປ້ອງກັນຄວາມສະ ຫງົບ ໃນໄລຍະຜ່ານມາ, ພ້ອມທັງໄດ້ຍົກໃຫ້ເຫັນດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບ ຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນ ຕໍ່ຮ່າງລາຍງານການ ເມືອງ ແລະ ບົດສໍາຫລວດການນໍາພາ ຢ່າງມີວິໄສທັດທີ່ກວ້າງຂວ້າງ, ເລິກເຊິ່ງ ເພື່ອເຮັດໃຫ້ວຽກງານຢູ່ໃນຄວາມຮັບຜິດຊອບຂອງກະຊວງປ້ອງກັນຄວາມສະຫງົບ, ທີ່ ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້ໄດ້ຮັບການປັບປຸງແກ້ໄຂໃນຕໍ່ໜ້າ ແລະ ຍາວນານໃຫ້ດີຂຶ້ນເປັນກ້າວໆ.

ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ມີຄຳເຫັນໂອລົມ ໂດຍເນັ້ນໃຫ້ຜູ້ແທນກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະ ຄຳນຶງເຖິງຄວາມສຳຄັນຂອງການຕັດສິນໃຈໃນການເລືອກເອົາຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ຊຸດໃໝ່ ເຊິ່ງຈະເປັນຜູ້ນຳພາການເຄື່ອນໄຫວວຽກງານກໍາລັງປ້ອງກັນຄວາມສະຫງົບ ໃນອີກ 5 ປີຕໍ່ໜ້າ ໂດຍສະເພາະ ຜູ້ທີ່ມີມາດ ຖານເງື່ອນໄຂ, ຄວາມຮູ້-ຄວາມສາມາດ, ມີວິໄສທັດ, ມີຄວາມເປັນຜູ້ນຳ ແລະ ໃຫ້ປະຕິບັດກົດລະ ບຽບ, ຂັ້ນຕອນຕ່າງໆ ທີ່ທາງຄະນະຄວບຄຸມການປ່ອນບັດແນະນໍາຢ່າງເຂັ້ມງວດ.

ພ້ອມນີ້, ກອງປະຊຸມ ຍັງໄດ້ດໍາເນີນການປ່ອນບັດ ທາບທາມເອົາບຸກຄະລາກອນ ສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ Vl ຮອບທີ 3 ຕື່ມອີກ.

ຂໍ້ມູນ-ພາບ: ປກສ