Monday, September 22, 2025
Home Blog Page 40

ຄະນະກຳມະການຄຸ້ມຄອງໄພພິບັດເມືອງປາກກະດິງ ລົງຕິດຕາມເຝົ້າລະວັງໄພນ້ຳຖ້ວມ

0

ໃນວັນທີ 28 ກໍລະກົດ 2025 ຄະນະກຳມະການຄຸ້ມຄອງໄພພິບັດເມືອງປາກກະດິງ ແຂວງບໍລິຄຳໄຊ ນຳໂດຍທ່ານ ແກ້ວວົງທອງ ກົມມະແສງ ຮັກສາການເຈົ້າເມືອງ ພ້ອມດ້ວຍຄະນະ ແລະ ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລົງຕິດຕາມເຝົ້າລະວັງສະພາບໄພນ້ຳຖ້ວມຢູ່ 4 ບ້ານ ຄື: ບ້ານນາເຄືອໃນ, ບ້ານນາເຄືອນອກ, ບ້ານນາສັງ ແລະ ບ້ານໂພນທອງ ເຫັນວ່າໄດ້ເກີດມີນ້ຳຖ້ວມເສັ້ນທາງເຂົ້າບ້ານ ແລະ ຖືກນ້ຳເຊາະຂາດບາງຈຸດ. ນອກນີ້, ຍັງມີເນື້ອທີ່ທຳການຜະລິດຈຳນວນໜຶ່ງ ແລະ ເຮືອນຊານບ້ານຊ່ອງຂອງພໍ່ແມ່ປະຊາຊົນຖືກນ້ຳຖ້ວມບາງສ່ວນ. ເຊິ່ງປະຈຸບັນແມ່ນຍັງບໍ່ທັນສາມາດສະຫຼຸບຜົນເສຍຫາຍໄດ້ເທື່ອ.

ການລົງເຄື່ອນໄຫວໃນຄັ້ງນີ້ ກໍ່ໄດ້ຮັບຟັງການລາຍງານສະພາບການນ້ຳຖ້ວມຈາກການຈັດຕັ້ງແຕ່ລະບ້ານ, ພ້ອມທັງໄດ້ສະແດງເຖິງຄວາມຫ່ວງໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຍັງໄດ້ຊີ້ນຳໃຫ້ການຈັດຕັ້ງບ້ານຈົ່ງເປັນເຈົ້າການຕິດຕາມສະພາບການນ້ຳຖ້ວມໃນຄັ້ງນີ້ ຫາກວ່າມີກໍລະນີເຫດສຸກເສີນແມ່ນໃຫ້ປະສານຫາຄະນະສະເພາະກິດຂັ້ນເມືອງຕະຫຼອດ 24 ຊົ່ວໂມງ ເພື່ອຈະໄດ້ລົງຊ່ວຍໄດ້ທັນເວລາ. ນອກນີ້ຍັງໄດ້ມອບນ້ຳດື່ມໃຫ້ການຈັດຕັ້ງທັງ 4 ບ້ານ ເພື່ອໄປມອບຊ່ວຍເຫຼືອແກ້ໄຂສຸກເສີນໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ຕາມຄວາມເໝາະສົມ.

ຂ່າວ-ພາບ: ແສງທອງ

ພິທີຖະແຫຼງຂ່າວ ການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກ ທາງທຳມະຊາດ ແຫ່ງທຳອິດຂອງລາວ.

0

—–

ພິທີຖະແຫຼງຂ່າວ ການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄໍາມ່ວນ ເຂົ້າເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 28 ກໍລະກົດ 2025 ທີ່ສະໂມສອນແຂວງຄໍາມ່ວນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ປະທານຄະນະກຳມະການຄຸ້ມຄອງມໍຣະດົກແຫ່ງຊາດ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຮວ່າງນາມ ຮອງປະທານ ຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງຈິ, ທ່ານ ແວເນີ ໂກເລ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງສະຫະພັນເຢຍລະມັນປະຈໍາລາວ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວັນໄຊ ພອງສະຫວັນ ໄດ້ຖະແຫຼງຂ່າວວ່າ : ການຮັບຮອງເອົາອຸທິຍານແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກທາງທຳມະຊາດ ແມ່ນຜ່ານຂະບວນວິວັດການກະກຽມທີ່ຍືດເຍື້ອຍາວນານ, ແມ່ນຄວາມພະຍາຍາມ, ເອົາໃຈໃສ່ຂອງລັດຖະບານ ສປປ ລາວ, ອົງການປົກຄອງທ້ອງຖິ່ນ, ການຊ່ວຍເຫຼືອຂອງປະເທດເພື່ອນມິດ ສສ ຫວຽດນາມ, ການຊ່ວຍເຫຼືອສະໜັບສະໜູນຂອງລັດຖະບານເຢຍລະມັນ, ອົງການພັດທະນາແຫ່ງປະເທດເຢຍລະມັນ ແລະ ການສະໜັບສະໜູນຢ່າງແຂງແຮງຂອງບັນດາອົງການຈັດຕັ້ງສາກົນຕ່າງໆ ແລະ ບັນດານັກຊ່ຽວຊານ ພາຍໃນ ແລະ ຕ່າງປະເທດ ເຊິ່ງໃຊ້ເວລາຫຼາຍປີໃນການສຳຫຼວດ, ການເກັບຂໍ້ມູນວິຊາການ, ການຄົ້ນຄວ້າປຶກສາຫາລື ແລະ ການຮ່ວມມືຫຼາຍຝ່າຍ ກ່ອນຈະສະເໜີເຖິງອົງການອຸຍແນັດສະໂກ ພິຈາລະນາ.

ການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໝໍ່ ເມືອງບົວລະພາ ແຂວງຄຳມ່ວນ ເຂົ້າເປັນມໍຣະດົກໂລກທາງທຳມະຊາດ ຢ່າງເປັນທາງການ ໃນກອງປະຊຸມຄະນະກຳມະການມໍຣະດົກໂລກ ຄັ້ງທີ 47 ໃນວັນທີ 13 ກໍລະກົດ 2025 ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ແມ່ນເປັນການສະແດງເຖິງໝາກຜົນ, ຜົນງານອັນໃຫຍ່ຫຼວງ ຂອງການພົວພັນຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດຂອງສອງຝ່າຍ ແລະ ຫຼາຍຝ່າຍ, ບໍ່ພຽງແຕ່ເປັນກຽດສັກສີຂອງແຂວງຄຳມ່ວນເທົ່ານັ້ນ ແຕ່ແມ່ນຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ ແລະ ຊາວໂລກ ໃນການອະນຸລັກ ແລະ ການປົກປັກຮັກສາມໍຣະດົກທາງທຳມະຊາດທີ່ຫາຍາກ ແລະ ມີຄຸນຄ່າລະດັບສາກົນ; ອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນພື້ນທີ່ ທີ່ມີຄວາມຫຼາກຫຼາຍ, ມີສັດປ່າ ແລະ ຊີວະນາໆ ພັນອັນມະຫັດສະຈັນ ທີ່ບໍ່ສາມາດພົບເຫັນໄດ້ທົ່ວໄປໃນໂລກ ແຕ່ສິ່ງເຫຼົ່ານັ້ນຍັງຄົງມີຢູ່ໃນເຂດອຸທິຍານແຫ່ງນີ້ເທົ່ານັ້ນ ເຊິ່ງເປັນຫຼັກຖານໃຫ້ຮູ້ວ່າ ຢູ່ແຂວງຄຳມ່ວນ ສປປ ລາວ ມີມໍຣະດົກທາງທຳມະຊາດ ແລະ ສິ່ງແວດລ້ອມທີ່ມີຄວາມໝາຍລະດັບໂລກ.

ທ່ານ ລິນຄຳ ດວງສະຫວັນ ກ່າວໃນພິທີວ່າ : ເພື່ອສືບຕໍ່ປົກປັກຮັກສາ ແລະ ສ້າງຄວາມເຊື່ອໝັ້ນ ຕໍ່ກັບວຽກງານການອະນຸລັກ ແລະ ປົກປັກຮັກສາ ເຂດອຸທິຍານແຫ່ງຊາດຫີນໜາມໜໍ່ ກໍ່ຄືເຂດມໍຣະດົກໂລກທາງທຳມະຊາດ, ໃນນາມຂະແໜງການຮັບຜິດຊອບຄຸ້ມຄອງວຽກງານດັ່ງກ່າວ ຈະໄດ້ຮ່ວມກັບທ້ອງຖິ່ນສຸມໃສ່ຄົ້ນຄວ້າ ປັບປຸງກົງຈັກການຈັດຕັ້ງ, ບັນຈຸສັບຊ້ອນ ແລະ ພັດທະນາບຸກຄະລາກອນ ໃຫ້ມີຄວາມເຂັ້ມແຂງ; ປະສານສົມທົບສ້າງແຜນງານ, ໂຄງການຮ່ວມກັບ ສສ ຫວຽດນາມ; ພ້ອມທັງສືບຕໍ່ຊຸກຍູ້, ສົ່ງເສີມ ແລະ ຂົນຂວາຍ ຊອກຫາແຫຼ່ງທຶນ ສະໜັບສະໜູນ ການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການຕ່າງໆ ຕາມກອບແຜນດໍາເນີນງານ ແລະ ຮຽກຮ້ອງມາຍັງທຸກພາກສ່ວນ ທີ່ກ່ຽວຂ້ອງ ຍົກສູງຄວາມເປັນເຈົ້າການ ໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້, ທີ່ດິນປ່າ ໄມ້ ແລະ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ ແລະ ບັນລຸໄດ້ຕາມເປົ້າໝາຍ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ແລະ ຍຸດທະສາດປ່າໄມ້ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050 ແລະ ປົກປັກຮັກສາທີ່ດິນປ່າໄມ້ ແລະ ເພີ່ມຄວາມປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ.

ສໍາລັບ ພິທີສະເຫຼີມສະຫຼອງອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ແລະ ເປັນມໍຣະດົກໂລກຮ່ວມຊາຍແດນແຫ່ງທຳອິດຂອງພາກພື້ນຢ່າງເປັນທາງການ ຈະໄດ້ຈັດຂື້ນໃນທ້າຍປີ 2025 ນີ້.

ພ້ອມກັນນັ້ນຍັງໄດ້ຮັບຟັງການຖະແຫຼງການຮ່ວມຂອງ ທ່ານ ແວເນີ ໂກເລ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງສະຫະພັນເຢຍລະມັນປະຈໍາລາວ, ທ່ານ ຮວ່າງນາມ ຮອງປະທານ ຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງຈິຕື່ມອີກ.

ໄທ-ກຳປູເຈຍບັນລຸຂໍ້ຕົກລົງຢຸດຍິງຫຼັງການເຈລະຈາທີ່ມາເລເຊຍ

0

———————–+++

ວັນທີ 29 ກໍລະກົດ 2025 – ການເຈລະຈາຢຸດຍິງລະຫວ່າງໄທ ແລະ ກຳປູເຈຍທີ່ຈັດຂຶ້ນຢູ່ມາເລເຊຍໃນວັນທີ 28 ກໍລະກົດ 2025 ສຳເລັດດ້ວຍການປະກາດຢຸດຍິງ “ທັນທີ ແລະ ບໍ່ມີເງື່ອນໄຂ” ທີ່ມີຜົນຕັ້ງແຕ່ເວລາ 00:00 ຂອງວັນທີ 29 ກໍລະກົດ. ການເຈລະຈານຳພາໂດຍນາຍົກລັດຖະມົນຕີມາເລເຊຍ ທ່ານ ອັນວາ ອິບຣາຮິມ, ມີຜູ້ນຳຈາກກຳປູເຈຍ ທ່ານ ຮຸນ ມາແນດ ແລະ ຮອງນາຍົກລັດຖະມົນຕີໄທ ທ່ານ ພຸມທຳ ເວຊະຍະໄຊ ເຂົ້າຮ່ວມ.

ການປະທະກັນທີ່ເກີດຂຶ້ນຕັ້ງແຕ່ວັນທີ 24 ກໍລະກົດ ຢູ່ບໍລິເວນວັດຕາມອນໂທມ ແລະ ຂະຫຍາຍໄປຍັງແຂວງສຸຣິນ, ອຸດອນຮາຊະທານີ (ໄທ) ແລະ ໂອດອາມຽນໄຊ (ກຳປູເຈຍ) ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 33-38 ຄົນ (ໄທ 22 ຄົນ, ກຳປູເຈຍ 13-16 ຄົນ) ແລະ ຜູ້ບາດເຈັບກວ່າ 130 ຄົນ. ປະຊາຊົນກວ່າ 270,000 ຄົນໄດ້ຖືກອົພຍພຈາກພື້ນທີ່ປະທະກັນ.

ທ່ານ ຮຸນ ມາແນດ ສະແດງຄວາມຫວັງວ່າການຢຸດຍິງຈະສົ່ງເສີມສັນຕິພາບ, ຂະນະທີ່ທ່ານ ພຸມທຳ ເນັ້ນຄວາມມຸ່ງໝັ້ນຕໍ່ການແກ້ໄຂບັນຫາດ້ວຍສັນຕິວິທີ. ປະທານາທິບໍດີສະຫະລັດ ທ່ານ ດອນັລ ທຣຳ ມີບົດບາດສຳຄັນໃນການກົດດັນດ້ວຍການຕໍ່ລອງທາງດ້ານການຄ້າ, ຊຶ່ງຊ່ວຍໃຫ້ບັນລຸຂໍ້ຕົກລົງ. ຈີນ, ອາຊຽນ, ແລະ ສະຫະປະຊາຊາດກໍສະໜັບສະໜູນການຢຸດຍິງນີ້.

ເຖິງວ່າສະຖານະການສະຫງົບລົງ, ການຖອນທະຫານ ແລະ ການຕິດຕາມຂໍ້ຕົກລົງຍັງເປັນສິ່ງທ້າທາຍ. ການປະຊຸມລະຫວ່າງຜູ້ບັນຊາການທະຫານຂອງທັງສອງຝ່າຍຈະຈັດຂຶ້ນໃນວັນທີ 29 ກໍລະກົດ ເພື່ອຮັບປະກັນການປະຕິບັດຕາມຂໍ້ຕົກລົງ. ບັນຫາຊາຍແດນທີ່ມີມາດົນນານກ່ຽວກັບວັດພຣະວິຫານ ແລະ ວັດຕາມອນໂທມ ຍັງຕ້ອງການການແກ້ໄຂທາງການທູດໃນໄລຍະຍາວ.

ແຫຼ່ງຂ່າວ: ກະຊວງການຕ່າງປະເທດໄທ, AKP (Agence Kampuchea Presse)

ທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງຄະນະບໍລິຫານງານພັກ ກະຊວງ ຕປທ ສະໄໝທີ V

0

ກະຊວງການຕ່າງປະເທດ (ຕປທ) ຈັດກອງປະຊຸມທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະໄໝທີ V (ຮອບທີ 1) ໃນວັນທີ 28 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ, ອະດີດພະນັກງານອາວຸໂສ ແລະ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ ເຂົ້າຮ່ວມ.

ໃນພິທີ ສະຫາຍ ວັນດີ ບຸດສະດີ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຕ່າງໜ້າໃຫ້ຄະນະບຸກຄະລາກອນ ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 186 /ຄຈສພ, ລົງວັນທີ 3 ກໍລະກົດ 2024 ແລະ ບົດແນະນຳມາດຖານເງື່ອນໄຂ ຜູ້ອອກຮັບສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ຊຸດໃໝ່. ຫລັງຈາກນັ້ນ, ສະຫາຍ ສຸລະພົນ ສີລາວີ ຫົວໜ້າກົມ ຄະນະກວດກາສູນກາງພັກ ໄດ້ຂຶ້ນໃຫ້ຄໍາແນະນຳ ຕໍ່ກອງປະຊຸມທາບທາມບຸກຄະລາກອນດັ່ງກ່າວ ແນໃສ່ເຮັດໃຫ້ການຄັດເລືອກເປົ້າໝາຍສະໝັກເຂົ້າໃນ ຄະນະບໍລິຫານງານພັກກະຊວງການຕ່າງປະເທດ ສະໄໝທີ V ໃນຄັ້ງນີ້ ໃຫ້ໄດ້ຜູ້ທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ຕາມທິດນໍາຂອງພັກເປັນຕົ້ນ ແມ່ນດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດ, ດ້ານຄວາມຮູ້-ຄວາມສາມາດ, ດ້ານແບບ ແຜນການນຳພາ ແລະ ວິທີເຮັດວຽກ ແລະ ດ້ານສຸຂະພາບ.

ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ເນັ້ນຕໍ່ບັນດາຜູ້ແທນກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະ ຄໍານຶງເຖິງຄວາມສຳຄັນຂອງການຕັດສິນໃຈ ໃນການເລືອກເອົາ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ຊຸດໃໝ່ ເຊິ່ງຈະເປັນຜູ້ນຳພາການເຄື່ອນໄຫວວຽກງານຢູ່ໃນຂະແໜງການຕ່າງປະເທດ ໃນອີກ 5 ປີຕໍ່ໜ້າ ໂດຍສະເພາະຜູ້ທີ່ມີມາດຖານເງື່ອນໄຂ, ຄວາມຮູ້ຄວາມສາມາດ, ມີວິໄສທັດ, ມີຄວາມເປັນຜູ້ນຳ ແລະ ໃຫ້ປະຕິບັດກົດລະບຽບ, ຂັ້ນຕອນຕ່າງໆ ທີ່ຄະນະຄວບຄຸມການປ່ອນບັດແນະນໍາຢ່າງເຂັ້ມງວດ. ຫລັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມໃນກອງປະຊຸມ ກໍໄດ້ເຂົ້າຮ່ວມການປ່ອນບັດທາບທາມເອົາບຸກຄະລາກອນ ຜູ້ອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກກະຊວງການຕ່າງປະເທດ ສະໄໝທີ V ຮອບທີ 1. ສ່ວນການທາບທາມຮອບຕໍ່ໄປ ແມ່ນຈະໄດ້ຈັດຂຶ້ນໃນເວລາອັນໃກ້ນີ້.

ພາບ: ອ່າຍຄຳ

ຈົ້າແຂວງຄຳມ່ວນ ເຄື່ອນໄຫວຕິດຕາມໂຄງລ່າງພື້ນຖານດ້ານການຜະລິດກະສິກຳພາຍໃນ

0

—————————–

ວັນທີ 25 ກໍລະກົດຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຕິດຕາມບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຕອບສະ ໜອງໃຫ້ແກ່ການຜະລິດດ້ານກະສິກຳຢູ່ພາຍໃນແຂວງ. ໃນນີ້, ໄດ້ລົງຊຸກຍູ້ ຟາມໄກ່ໄຂ່ ຕັ້ງຢູ່ບ້ານພີນ ເມືອງທ່າແຂກ. ຟາມດັ່ງກ່າວ, ແມ່ນໄດ້ເລີ່ມກໍ່ສ້າງໃນເດືອນ ເມສາ 2025 ປະກອບມີຄອກລ້ຽງໄກ່ຈຳນວນ 2 ຫຼັງ, ສາມາດບັນຈຸໄກ່ໄດ້ 4,000 ກວ່າໂຕ ແລະ ປັດຈຸບັນແມ່ນສາມາດຜະລິດໄຂ່ໄດ້ 3,000 ກວ່າໜ່ວຍຕໍ່ວັນ. ໃນຕໍ່ໜ້າຟາມດັ່ງກ່າວ, ແມ່ນຍັງມີແຜນຈະຂະຫຍາຍຄອກ ແລະ ນໍາໄກ່ເຂົ້າມາເພີ່ມໃຫ້ຫຼາຍຂຶ້ນ ເພື່ອຜະລິດໄຂ່ໄກ່ຕອບສະໜອງໃຫ້ແກ່ການບໍລິໂພກຢູ່ພາຍໃນ, ທົດແທນການນໍາເຂົ້າ. ຈາກນັ້ນ, ກໍໄດ້ເຄື່ອນໄຫວຕິດຕາມ ໂຄງການປັບປຸງຟື້ນຟູອ່າງເກັບນໍ້າ ຊົນລະປະທານ ວັງວຽງພີ ຢູ່ເມືອງເຊບັ້ງໄຟ ຊຶ່ງນອນຢູ່ໃນການຟື້ນຟູໂຄງການຊົນລະປະທານ ໃນໄລຍະ 3. ຕິດຕາມ ການກໍ່ສ້າງລະບົບຊົນລະປະທານບ້ານຍາງຄໍາ ເມືອງເຊບັ້ງໄຟ ປະກອບມີ: ການກໍ່ສ້າງ ແລະ ຕິດຕັ້ງລະບົບຫົວງານ ຈັກສູບນໍ້າ ແລະ ກໍ່ສ້າງຄອງເໝືອງດິນຈີ່. ມາຮອດປດຈຸບັນ ແມ່ນມີຄວາມຄືບໜ້າແລ້ວ 85%, ຄາດວ່າຈະໃຫ້ສຳເລັດ ແລະ ສາມາດຕອບສະໜອງນໍ້າໃຫ້ທັນກັບການຜະລິດລະດູແລ້ງທີ່ຈະມາເຖິງນີ້. ຊົນລະປະທານດັ່ງກ່າວ, ແມ່ນສາມາດຫົດເນື້ອທີ່ການຜະລິດໄດ້ 300 ກວ່າເຮັກຕາ. ນອກນີ້, ຍັງໄດ້ຕິດຕາມເບິ່ງປະຕູ ປິດ-ເປີດນໍ້າ ເພື່ອປ້ອງກັນການຕ້ານແລ້ງ-ຕ້ານຖ້ວມ ປະກອບມີ ປະຕູນໍ້າ ຫ້ວຍສາຍພາຍ, ປະຕູນໍ້າຫ້ວຍພອກ ແລະ ປະຕູນໍ້າຫ້ວຍຫວາຍ ເມືອງເຊບັ້ງໄຟ. ທັງນີ້ ກໍເພື່ອຊຸກຍູ້, ຕິດຕາມ ບັນດາພື້ນຖານໂຄງລ່າງ ຕອບສະໜອງໃຫ້ແກ່ການຜະລິດທາງດ້ານກະສິກຳ ເພື່ອຍົກສູງຄວາມອາດສາມາດເຮັດໃຫ້ການຜະລິດສູງຂຶ້ນ ກາຍເປັນແຂວງທີ່ສາມາດກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວນຕົນເອງ ທາງດ້ານສະບຽງອາຫານ, ທົດແທນການນຳເຂົ້າ ແລະ ມີສິນຄ້າສົ່ງອອກໃຫ້ຫຼາຍຂຶ້ນ.

(ຂ່າວ-ພາບ: ກອງຄໍາ)

Trump ຮຽກຮ້ອງກຳປູເຈຍ-ໄທຢຸດຍິງທັນທີ ພ້ອມຂູ່ພາສີ 36% ແລະ ຢຸດເຈລະຈາການຄ້າຖ້າບໍ່ມີສັນຕິພາບ.

0

—————-

27 ກໍລະກົດ 2025.

ປະທານາທິບໍດີສະຫະລັດ Donald Trump ໄດ້ອອກມາຮຽກຮ້ອງຜ່ານ Truth Social ໃນວັນທີ 26 ກໍລະກົດ 2025, ຮຽກຮ້ອງໃຫ້ກຳປູເຈຍແລະໄທຢຸດຍິງກັນທັນທີທ່າມກາງຄວາມຂັດແຍ້ງຊາຍແດນທີ່ຮຸນແຮງຂຶ້ນຢູ່ບໍລິເວນວັດເກົ້າແຈ, ເຊິ່ງເລີ່ມຕົ້ນຕັ້ງແຕ່ວັນທີ 24 ກໍລະກົດ 2025. ຄວາມຂັດແຍ້ງດັ່ງກ່າວໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 33 ຄົນ, ບາດເຈັບຫຼາຍຮ້ອຍຄົນ, ແລະປະຊາຊົນກວ່າ 168,000 ຄົນຕ້ອງອົບພະຍົບຈາກພື້ນທີ່ຊາຍແດນ.

Trump ກ່າວວ່າລາວໄດ້ສົນທະນາທາງໂທລະສັບກັບນາຍົກລັດຖະມົນຕີກຳປູເຈຍ Hun Manet ແລະຜູ້ປະຕິບັດໜ້າທີ່ນາຍົກລັດຖະມົນຕີໄທ Phumtham Wechayachai, ຊຸກຍູ້ໃຫ້ທັງສອງຝ່າຍພົບປະເຈລະຈາເພື່ອສ້າງສັນຕິພາບ. ລາວໄດ້ເນັ້ນຢ້ຳວ່າທັງສອງປະເທດໄດ້ຕົກລົງທີ່ຈະຈັດການປະຊຸມຮ່ວມກັນໃນທັນທີເພື່ອບັນລຸການຢຸດຍິງແລະສັນຕິພາບທີ່ຍືນຍົງ. ໃນໂພສຂອງລາວ, Trump ຍັງໄດ້ປຽບທຽບຄວາມຂັດແຍ້ງນີ້ກັບການໄກ່ເກ່ຍທີ່ເຄີຍປະສົບຄວາມສຳເລັດຂອງສະຫະລັດໃນຄວາມຂັດແຍ້ງລະຫວ່າງອິນເດຍ-ປາກິສຖານໃນຕົ້ນປີ 2025, ໂດຍກ່າວວ່າລາວພະຍາຍາມ “ເຮັດໃຫ້ສະຖານະການທີ່ສັບສົນງ່າຍຂຶ້ນ.”

ນອກຈາກນີ້, Trump ໄດ້ຂົ່ມຂູ່ວ່າສະຫະລັດຈະບໍ່ດຳເນີນການເຈລະຈາທາງການຄ້າກັບກຳປູເຈຍຫຼືໄທຈົນກວ່າຄວາມຂັດແຍ້ງດັ່ງກ່າວຈະສິ້ນສຸດລົງ. ລາວຍັງປະກາດວ່າພາສີ 36% ຈະຖືກບັງຄັບໃຊ້ຕໍ່ສິນຄ້າຈາກທັງສອງປະເທດນີ້ຕັ້ງແຕ່ວັນທີ 1 ສິງຫາ 2025, ຖ້າບໍ່ມີຂໍ້ຕົກລົງຢຸດຍິງຖືກບັນລຸ. Trump ກ່າວວ່າ “ຂ້ອຍບໍ່ຕ້ອງການເຮັດຂໍ້ຕົກລົງການຄ້າກັບປະເທດໃດທີ່ກຳລັງຕໍ່ສູ້ກັນ,” ແລະ ສະແດງຄວາມຄາດຫວັງວ່າທັງກຳປູເຈຍແລະໄທຈະສາມາດ “ເຂົ້າກັນໄດ້ດີເປັນເວລາຫຼາຍປີຂ້າງໜ້າ” ຫຼັງຈາກບັນລຸສັນຕິພາບ.

ຄວາມຂັດແຍ້ງຊາຍແດນລະຫວ່າງກຳປູເຈຍແລະໄທໄດ້ສ້າງຄວາມກັງວົນຢ່າງກວ້າງຂວາງໃນພາກພື້ນ, ໂດຍສະເພາະໃນປະເທດໄກ້ຄຽງ ຢ່າງ ສປປ ລາວ ເຮົາ, ທີ່ມີຊາຍແດນຕິດກັບທັງສອງປະເທດ. ປະຊາຊົນລາວຕ່າງຕິດຕາມສະຖານະການຢ່າງໃກ້ຊິດ, ຍ້ອນຄວາມສ່ຽງທີ່ອາດຈະສົ່ງຜົນກະທົບຕໍ່ສະຖຽນລະພາບໃນພາກພື້ນ ແລະ ການຄ້າຂາຍຂອງປະເທດ.

ຄະນະຜູ້ແທນກົງສູນໃຫຍ່ ສສຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

0

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947 – 27/7/2025), ໃນຕອນເຊົ້າວັນທີ 27 ກໍລະກົດ 2025 ນີ້ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ , ນໍາໂດຍທ່ານນາງ ຕ້າເຟືອງຢຸງ (Ta Phuong Dung), ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ພ້ອມຄະນະ ໄດ້ເຂົ້າວາງພວງມາລາ, ທູບ-ທຽນ ທີ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ທັງນີ້ກໍເພື່ອລະນຶກວັນນັກຮົບເສຍສະຫຼະຊີວິດເພື່ອຊາດ.

ເຂົ້າຮ່ວມພິທີ ຍັງມີຜູ້ຕາງໜ້າສະມາຄົມຊາວຫວຽດນາມ ປະຈຳແຂວງຈຳປາສັກ; ຜູ້ຕາງໜ້າສະມາຄົມວິສາຫະກິດ ຫວຽດນາມ ແລະ ຜູ້ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນ ດານັງ ປະຈຳ ພາກໃຕ້ລາວ.

ໃນພິທີ, ບັນດາຜູ້ແທນໄດ້ທົບທວນຄືນມູນເຊື້ອຕໍ່ສູ້ ອັນກ້າຫານ ແລະມິດຕະພາບອັນບໍລິສຸດສັດຊື່ ຕິດພັນຢ່າງສະໜິດແໜ້ນໃນການເດີນຂະບວນປະຕິວັດອັນສະຫງ່າລາສີຂອງສອງປະເທດ. ທ່ານນາງ ຕ້າເຟືອງຢຸງ ເນັ້ນໜັກວ່າ, ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວການເມືອງທີ່ສຳຄັນເທົ່ານັ້ນ, ແຕ່ຍັງເປັນການສະແດງອອກຢ່າງເລິກເຊິ່ງກ່ຽວກັບຮີດຄອງປະເພນີ “ຄັນເຈົ້າມີເຮືອນແລ້ວຢ່າລືມແພໄມ້ໃຜ່”, “ຕອບບຸນແທນຄຸນ”, ບັນດາຄຸນຄ່າທີ່ໄດ້ຝຶກຝົນຫຼໍ່ຫຼອມໃນປະຫວັດສາດນັບພັນປີຂອງຊາວ ຫວຽດນາມ.

ທ່ານນາງ ຕ້າເຟືອງຢຸງ ເຊື່ອໝັ້ນວ່າ: ຄົນຮຸ່ນຫຼັງຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ ທີ່ສົມຄວນໄດ້ຮັບການເສຍສະຫຼະຂອງຄົນຮຸ່ນນກ່ອນ.

ໃນບັນຍາກາດອັນສະຫງ່າລາສີທີ່ອະນຸສາວະລີ ທີ່ເປັນສັນຍາລັກແຫ່ງຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນສອງປະເທດ ລາວ – ຫວຽດນາມ, ບັນດາຜູ້ແທນໄດ້ ກົ້ມຫົວໄວ້ອາໄລໜຶ່ງນາທີ ເຄົາລົບລະນຶກເຖິງວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ – ຜູ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບ ແລະ ອຸດົມການປະຕິວັດຂອງປະຊາຊົນສອງປະເທດ.

———

ຂ່າວ-ພາບ: ຈັນທະວີສັກ

ຍ້ອນຫຍັງ ຈີນ ຈຶ່ງສາມາດຮັບປະກັນການຊົມໃຊ້ພະລັງໄຟຟ້າໄດ້ຢ່າງໝັ້ນທ່ຽງ

0

ຫວ່າງມໍ່ໆມານີ້, ພື້ນທີ່ສ່ວນຫຼາຍຂອງຈີນລ້ວນແຕ່ມີອາກາດຮ້ອນອົບເອົ້າແລະ ອຸນຫະພູມຢູ່ຫຼາຍທ້ອງຖິ່ນໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດເຮັດໃຫ້ປະຊາຊົນທັງຫຼາຍນຳໃຊ້ແອເຢັນ ຫຼື ພັດລົມຕະຫຼອດມື້ ແລະ ເຮັດໃຫ້ການຊົມໃຊ້ໄຟຟ້າພາຍໃນປະເທດຈີນເພີ່ມຂຶ້ນຫຼາຍເປັນພິເສດ. ໃນວັນທີ 16 ກໍລະກົດ ຜ່ານມານີ້, ການຊົມໃຊ້ໄຟຟ້າໃນທົ່ວປະເທດຈີນສູງສຸດຫຼາຍກວ່າ 1 ຕື້ 500 ລ້ານກິໂລວັດ ຊຶ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ. ເມື່ອປະເຊີນໜ້າກັບການທົດສອບທີ່ຂ້ຽວຂາດແບບນີ້, ຈີນໄດ້ຮັບປະກັນໃຫ້ຕາຂ່າຍໄຟຟ້າປະຕິບັດງານໄດ້ຢ່າງໝັ້ນທ່ຽງ ແລະ ຮັບປະກັນໃຫ້ທຸກຄອບຄົວໄດ້ນຳໃຊ້ແອເຢັນ ຫຼື ພັດລົມໄດ້ຢ່າງສະບາຍ.

ຄວາມໝັ້ນທ່ຽງແບບນີ້ບໍ່ແມ່ນງ່າຍກ່ອນຈະໄດ້ມາ, ຫາກແມ່ນໄດ້ມາຈາກການສະສົມດ້ານເຕັກໂນໂລຊີ ແລະ ທ່າແຮງດ້ານລະບອບຂອງຈີນໃນຫຼາຍສິບປີຜ່ານມາ. ເມື່ອຫວນຄືນອະດີດ, ຈີນເຄີຍປະສົບບັນຫາໄຟຟ້າບໍ່ພຽງພໍ ແລະ ແຫຼ່ງຜະລິດໄຟຟ້າຢູ່ໄກກັບເຂດຊົມໃຊ້ໄຟຟ້າມາເປັນໄລຍະດົນນານ. ໃນຊຸມປີ 1980, ຍອດປະລິມານຕິດຕັ້ງເຄື່ອງຈັກຜະລິດໄຟຟ້າໃນທົ່ວປະເທດມີພຽງ 100 ລ້ານກິໂລວັດ, ອາທິດໜຶ່ງ, ເຂດແຄມທະເລທາງພາກຕາເວັນອອກຂອງຈີນມີໄຟຟ້າຊົມໃຊ້ພຽງ 3 ວັນເທົ່ານັ້ນ; ເມື່ອກ້າວເຂົ້າສູ່ສະຕະວັດທີ 21, ພະລັງໄຟຟ້ານ້ຳຕົກແລະ ພະລັງໄຟຟ້າທີ່ຜະລິດດ້ວຍແຮງລົມທີ່ອຸດົມສົມບູນຢູ່ທາງພາກຕາເວັນຕົກບໍ່ສາມາດສົ່ງໄປທາງພາກຕາເວັນອອກຂອງຈີນທີ່ຂາດໄຟຟ້າ, ຕາຂ່າຍໄຟຟ້າໄດ້ກາຍເປັນບັນຫາສຳຄັນທີ່ສຸດທີ່ຈຳກັດການພັດທະນາຂອງຈີນ.

ເພື່ອແກ້ໄຂບັນຫານີ້, ຈີນ ໄດ້ເສີມຂະຫຍາຍທ່າແຮງດ້ານລະບອບທີ່ສຸມກຳລັງຝ່າຍຕ່າງໆເພື່ອແກ້ໄຂບັນຫາໃຫຍ່. ປີ 2004, ຜູ້ຊ່ຽວຊານດ້ານພະລັງງານໄຟຟ້າ 200 ກວ່າທ່ານ ໄດ້ມາເຕົ້າໂຮມກັນຢູ່ນະຄອນເປີຍໄຕເຮີ ທາງພາກເໜືອຂອງຈີນ ເພື່ອກຳນົດທິດທາງຄົ້ນຄວ້າພັດທະນາເຕັກໂນໂລຊີສົ່ງໄຟຟ້າດ້ວຍຄວາມດັນສູງພິເສດ. ຫຼັງຈາກນັ້ນ 10 ກວ່າປີ, ຈາກການຜະລິດອຸປະກອນເຖິງການກໍ່ສ້າງໂຄງການ, ຈາກການວາງມາດຕະຖານເຖິງລະບົບການປະຕິບັດງານ, ຈີນໄດ້ນຳໜ້າການພັດທະນາເຕັກໂນໂລຊີສົ່ງໄຟຟ້າດ້ວຍຄວາມດັນສູງພິເສດໃນຂອບເຂດທົ່ວໂລກ. ປັດຈຸບັນ, ລະບົບສົ່ງໄຟຟ້າດ້ວຍຄວາມດັນສູງພິເສດຂອງຈີນບໍ່ພຽງແຕ່ສາມາດສົ່ງໄຟຟ້າຈາກເຂດຊິນຈ່ຽງ ແລະ ແຂວງເສສວນ ທີ່ຢູ່ທາງພາກຕາເວັນຕົກຂອງຈີນໄປເຖິງເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງ ແລະ ເຂດສາມຫຼ່ຽມປາກແມ່ນ້ຳຈູ່ຈ່ຽງ ໄດ້ຢ່າງມີປະສິດທິພາບສູງເທົ່ານັ້ນ, ຫາກຍັງສາມາດບັນລຸການຈັດສັນໄຟຟ້າໃນຂອບເຂດທົ່ວປະເທດ ໃນໄລຍະຊົມໃຊ້ໄຟຟ້າຫຼາຍເປັນພິເສດ. ຕົວຢ່າງ: ໃນລະດູຮ້ອນປີນີ້, ພະລັງງານໄຟຟ້າສະອາດຢູ່ທາງພາກຕາເວັນຕົກຂອງຈີນຖືກສົ່ງໄປທາງພາກຕາເວັນອອກດ້ວຍເຕັກໂນໂລຊີສົ່ງໄຟຟ້າດ້ວຍຄວາມດັນສູງພິເສດ, ມື້ໜຶ່ງສູງສຸດສາມາດສົ່ງໄຟຟ້າຫຼາຍກວ່າ 120 ລ້ານກິໂລວັດໂມງ ຊຶ່ງເທົ່າກັບປະລິມານການຊົມໃຊ້ໄຟຟ້າຂອງ 30 ລ້ານຄອບຄົວໃນມື້ໜຶ່ງ.

ເມື່ອງສັງເກດຈາກໂຕເລກແລ້ວເຫັນວ່າ: ຄວາມສາມາດດ້ານການສະໜອງໄຟຟ້າຂອງຈີນໃນປັດຈຸບັນເຂັ້ມແຂງທີ່ສຸດ. ປະລິມານການຜະລິດໄຟຟ້າຂອງຈີນໃນປີ 2024 ມີປະມານ 1 ໝື່ນຕື້ກິໂລວັດໂມງ ຊຶ່ງກວມເອົາປະມານ 1 ສ່ວນ 3 ຂອງໂລກ. ທັງນີ້ຈະປາສະຈາກການຜະລິດໄຟຟ້າດ້ວຍພະລັງງານຕ່າງໆບໍ່ໄດ້. ໃນຊຸມປີຜ່ານມາ, ການຜະລິດໄຟຟ້າດ້ວຍພະລັງງານສະອາດຂອງຈີນໄດ້ຮັບການພັດທະນາຢ່າງວ່ອງໄວ, ການຜະລິດໄຟຟ້າດ້ວຍພະລັງນ້ຳ, ພະລັງງານລົມ ແລະ ພະລັງງານແສງຕາເວັນຂອງຈີນ ໄດ້ເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ຈີນສາມາດຮັບປະກັນການສະໜອງພະລັງງານໄຟຟ້າຢ່າງໝັ້ນທ່ຽງພາຍໃຕ້ສະພາບການພິເສດຕ່າງໆເຊັ່ນ: ອຸນຫະພູມສູງເປັນພິເສດ ແລະ ອື່ນໆ. ໂຄງການໄຟຟ້ານ້ຳຕົກຢູ່ເຂດໃຕ້ແມ່ນ້ຳຢາລູຈາງປູທີ່ຈີນລົງມືກໍ່ສ້າງໃນຫວ່າງມໍ່ໆມານີ້ ຈະສາມາດສະໜອງພະລັງງານໄຟຟ້າສະອາດເກືອບ 300 ຕື້ກິໂລວັດໂມງຕໍ່ປີ ຊຶ່ງສາມາດຕອບສະໜອງກັບຄວາມຕ້ອງການດ້ານການຊົມໃຊ້ໄຟຟ້າຂອງ 300 ລ້ານຄົນ.

ນອກນີ້, ຕາຂ່າຍໄຟຟ້າຂອງຈີນຍັງສາມາດຕອບສະໜອງກັບຄວາມຕ້ອງການໃນກໍລະນີພິເສດໄດ້ຢ່າງວ່ອງໄວ. ໂດຍຜະເຊີນໜ້າກັບສະພາບອາກາດຜິດປົກກະຕິ, ຈີນໄດ້ສ້າງກົນໄກປະສານງານລະຫວ່າງແຫຼ່ງຜະລິດໄຟຟ້າ + ຕາຂ່າຍໄຟຟ້າ + ການສະສົມໄຟຟ້າ: ເມື່ອທ້ອງຖິ່ນໃດຊົມໃຊ້ໄຟຟ້າເພີ່ມຫຼາຍຂຶ້ນ, ສູນຈັດສັນໄຟຟ້າສາມາດສັ່ງໃຫ້ໂຮງຜະລິດໄຟຟ້າທີ່ຢູ່ເຂດອ້ອມຂ້າງເພີ່ມທະວີການຜະລິດໄຟຟ້າ ຫຼື ໃຫ້ສະຖານີສະສົມໄຟຟ້າເພີ່ມການສະໜອງໄຟຟ້າ, ຈົນເຖິງຂັ້ນນຳພາຜູ້ຊົມໃຊ້ໄຟຟ້າໃຊ້ໄຟຟ້າໃນເວລາຕ່າງກັນດ້ວຍຕາຂ່າຍໄຟຟ້າອັດສະລິຍະ.

ຄວາມສາມາດຕົວຈິງດ້ານພະລັງງານໄຟຟ້າຂອງຈີນບໍ່ພຽງແຕ່ສ້າງຜົນປະໂຫຍດໃຫ້ແກ່ຈີນເທົ່ານັ້ນ, ຫາກຍັງໄດ້ເສີມຂະຫຍາຍບົດບາດສຳຄັນໃນການຮ່ວມມືສາກົນ. ການຮ່ວມມືກັບລາວກໍເປັນກໍລະນີທີ່ເປັນແບບຢ່າງ. ເດືອນກັນຍາປີ 2020, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ແລະ ບໍລິສັດພະລັງງານໄຟຟ້າແຫ່ງຊາດລາວໄດ້ຮ່ວມທຶນສ້າງຕັ້ງບໍລິສັດຕາຂ່າຍສົ່ງໄຟຟ້າແຫ່ງຊາດລາວ. ປັດຈຸບັນ, ໂຄງການຕາຂ່າຍໄຟຟ້າ 500 ກິໂລໂວນຈີນ-ລາວ ພວມໄດ້ຮັບການກໍ່ສ້າງຢ່າງໜັກແໜ້ນ ແລະ ຈະສ້າງສຳເລັດໃນປີ 2026. ພາຍຫຼັງໂຄງການດັ່ງກ່າວສ້າງສຳເລັດແລ້ວ, ຄວາມສາມາດສົ່ງພະລັງງານໄຟຟ້າຕໍ່ກັນລະຫວ່າງຈີນ ແລະ ລາວຈະບັນລຸເຖິງ 1 ລ້ານ 5 ແສນກິໂລວັດ ແລະ ສົ່ງພະລັງງານໄຟຟ້າສະອາດໄດ້ປະມານ 3 ຕື້ກິໂລວັດໂມງ ຊຶ່ງບໍ່ພຽງແຕ່ເພີ່ມທະວີຄວາມສາມາດສົ່ງພະລັງງານໄຟຟ້າ ແລະ ລົງເລິກການພົວພັນຄູ່ຮ່ວມຍຸດທະສາດດ້ານການຮ່ວມມືໃນຂົງເຂດພະລັງງານໄຟຟ້າລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງສາມາດຊ່ວຍເຫຼືອປະເທດລາວກາຍເປັນສູນເຊື່ອມໂຍງເຊື່ອມຈອດດ້ານພະລັງງານສະອາດໃນອະນຸພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງອີກດ້ວຍ.

ຈາກການຮັບປະກັນການຊົມໃຊ້ໄຟຟ້າຢ່າງໝັ້ນທ່ຽງໃຫ້ແກ່ປະຊາຊົນ 1.4 ຕື້ຄົນ ເຖິງເປັນຜູ້ຂັບເຄື່ອນສຳຄັນໃນການເຊື່ອມໂຍງເຊື່ອມຈອດດ້ານພະລັງງານຂອງໂລກ, ຈີນໄດ້ສ້າງຕາຂ່າຍໄຟຟ້າຂະໜາດໃຫຍ່ເປັນພິເສດແມ່ນຍ້ອນຈີນໄດ້ປະຕິບັດແນວຄວາມຄິດການພັດທະນາທີ່ “ຖືປະຊາຊົນເປັນໃຈກາງ” ແລະ ກໍແມ່ນຍ້ອນໄດ້ດຳເນີນການປະດິດສ້າງໃໝ່ດ້ານເຕັກໂນໂລຊີຢ່າງເປັນເຈົ້າການ. ເມື່ອອາກາດຮ້ອນອົບເອົ້າ, ຈີນສາມາດຮັບປະກັນໃຫ້ຕາຂ່າຍໄຟຟ້າປະຕິບັດງານໄດ້ຢ່າງໝັ້ນທ່ຽງແມ່ນຍ້ອນຈີນໄດ້ສຸມກຳລັງເຂົ້າໃນການປັບປຸງບູລະນະຕາຂ່າຍໄຟຟ້າດ້ວຍການປະດິດສ້າງໃໝ່ຢ່າງເປັນເຈົ້າການມາເປັນເວລາຫຼາຍສິບປີ.

ໂດຍ: ຊີອາໄອ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ເດີນທາງຢ້ຽມຢາມທາງການ ທີ່ ຣາຊະອານາຈັກ ກຳປູເຈຍ

0

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ຄັ້ງທີ 8 ໃນລະຫວ່າງວັນທີ 24-26 ກໍລະກົດ 2025 ຕາມແຜນການທີ່ໄດ້ກະກຽມໄວ້, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ລາວ ແລະ ກຳປູເຈຍ.

ໃນວັນທີ 24 ກໍລະກົດ 2025, ທີ່ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ໃນກອງປະຊຸມພົບປະ, ສອງຝ່າຍໄດ້ແຈ້ງສະພາບການພາຍໃນຂອງແຕ່ລະປະເທດໃຫ້ກັນຊາບ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ສອງຝ່າຍຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ປຶກສາຫາລື ແລະ ທົບທວນຄືນ ການພົວພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາ ພ້ອມທັງໄດ້ແລກປ່ຽນຄໍາເຫັນ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ຫນ້າ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ທີ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນພາຍຫຼັງທີ່ສອງປະເທດ ໄດ້ຍົກລະດັບການພົວພັນຮ່ວມມືສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019, ຊຶ່ງເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ແລະ ພິເສດ ໃນປີ 2026 ທີ່ຈະມາເຖິງນີ້ ສອງຝ່າຍຈະໄດ້ຮ່ວມມືກັນຢ່າງໃກ້ຊິດ ເພື່ອຈັດກິດຈະກໍາຕ່າງໆ ໃນການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຢ່າງມີຂະບວນຟົດຟື້ນ ແລະ ມີຄວາມໝາຍ. ພ້ອມກັນນີ້, ສອງຝ່າຍໄດ້ປຶກສາຫາລື ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃຫ້ດ້ານຕ່າງໆ ໃຫ້ແໜ້ນແຟ້ນ ແລະ ມີໝາກຜົນຕົວຈິງຂຶ້ນຕື່ມ ເຊັ່ນ: ດ້ານການເມືອງ-ການຕ່າງປະເທດ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ດ້ານວັດທະນະທໍາ-ສັງຄົມ ແລະ ການທ່ອງທ່ຽວ, ດ້ານການສຶກສາ, ວຽກງານຊາຍແດນ, ດ້ານພະລັງງານ, ໂຍທາທິການ ແລະ ຂົນສົ່ງ, ລວມທັງການຮ່ວມມືດ້ານການປາບປາມຢາເສບຕິດຕາມຊາຍແດນ ແລະ ການປາບປາມກຸ່ມຈໍລະກໍາຂໍ້ມູນ (Cyber Scamer).

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍທີ່ ທ່ານ ປຣາກ ໂຊຄົນ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ອີກຄັ້ງໜຶ່ງ, ພ້ອມທັງໄດ້ເຊື້ອເຊີນ ທ່ານ ປຣາກ ໂຊຄົນ ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ສືບຕໍ່ເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ຄັ້ງທີ 15 ທີ່ຝ່າຍລາວຈະເປັນເຈົ້າພາບ ໃນເດືອນພະຈິກ 2025 ທີ່ ນະຄອນຫຼວງວຽງຈັນ.

ໃນຂະນະດຽວກັນ, ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມທາງການຄັ້ງນີ້, ຊຶ່ງເປັນຄັ້ງທໍາອິດນັບແຕ່ ທ່ານ ທອງສະຫວັນ ພົມວິຫານ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະແດງຄວາມຍິນດີຕອບຮັບການເຊື້ອເຊີນຢ້ຽມຢາມທາງການ ທີ່ ສປປ ລາວ ໃນທ້າຍປີ 2025 ນີ້, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ກໍາປູເຈຍ-ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ໃນຕອນຄ່ຳຂອງວັນດຽວກັນ, ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍພັນລະຍາ ໄດ້ເປັນກຽດຈັດງານລ້ຽງຕ້ອນຮັບໃຫ້ແກ່ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນໂອກາດມາຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ໃນຄັ້ງນີ້.

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025. ທີ່ ນິວຢອກ, ສ.ອາເມລິກາ

0

ໃນລະຫວ່າງວັນທີ 14 – 23 ກໍລະກົດ 2025 ທີ່ ສໍານັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ທີ່ ນິວຢອກ, ສ. ອາເມລິກາ, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ ແລະ ຈາກ ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ທີ່ ນິວຢອກ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025, ເຊິ່ງໄດ້ຈັດຂຶ້ນໃນຂອບ ສະພາເສດຖະກິດ-ສັງຄົມ ອົງການ ສປຊ ພາຍໃຕ້ຫົວຂໍ້: “ກ້າວໜ້າຕາມວິທີທາງແກ້ໄຂບັນຫາທີ່ຍືນຍົງ, ກວມລວມ ແລະ ອີງໃສ່ພື້ນຖານທາງດ້ານ ວິທະຍາສາດ ແລະ ຫຼັກຖານ ເປັນຫຼັກ ໃນການຈັດຕ້ັງປະຕິບັດ ວາລະ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDGs) ເພື່ອໃຫ້ທຸກຄົນພ້ອມກັນກ້າວໄປ” (Advancing sustainable, inclusive, science- and evidence-based solutions for the 2030 Agenda and its SDGs for leaving no one behind). ກອງປະຊຸມ ໄດ້ພ້ອມກັນພິຈາລະນາ ແລະ ທົບທວນຄືນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ກໍຄື ບັນດາ 17 ປພຍ, ເຊິ່ງໃນປີນີ້ ແມ່ນສຸມໃສ່ 5 ປພຍ ຄື: ປພຍ 3 ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ປພຍ 5 ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ , ປພຍ 8 ມີວຽກເຮັດງານທຳທີ່ມີກຽດ ແລະ ເສດຖະກິດມີການຂະຫຍາຍຕົວ, ປພຍ 14 ອະນຸລັກ ແລະ ນຳໃຊ້ສິ່ງທີ່ມີຊີວິດໃນນ້ຳ ແບບຍືນຍົງ ແລະ ປພຍ 17 ການເປັນຄູ່ຮ່ວມມືເພື່ອຈັດຕັ້ງປະຕິບັດ ປພຍ. ໃນປີນີ້ ໄດ້ມີ 37 ປະເທດສະມາຊິກ ສປຊ ຜັດປ່ຽນຫມູນວຽນກັນນໍາສະເໜີ ບົດລາຍງານແຫ່ງຊາດແບບສະໝັກໃຈ ກ່ຽວກັບ ການຈັດຕັ້ງປະຕິບັດ ປພຍ ໃນລະດັບປະເທດ ຂອງຕົນ.

ສໍາລັບກອງປະຊຸມລະດັບລັດຖະມົນຕີ ຈັດຂຶ້ນໃນວັນທີ 21 – 23 ກໍລະກົດ 2025 ພາຍໃຕ້ຫົວຂໍ້: “ອົງການ ສປຊ 80 ປີ: ກະຕຸກຊຸກຍູ້ ການປ່ຽນແປງ ເພື່ອການພັດທະນາແບບຍືນຍົງ” (UN@80: Catalyzing Change for Sustainable Development), ເຊິ່ງໃນພິທີເປີດ, ປະທານ ສະພາເສດຖະກິດ-ສັງຄົມ ອົງການ ສປຊ, ປະທານ ກອງປະຊຸມ ໄດ້ກ່າວເປີດ ໂດຍໄດ້ຍົກໃຫ້ເຫັນ ສິ່ງທ້າທາຍ ທີ່ສາກົນກຳລັງປະເຊີນຢູ່ ແລະ ສະເໜີຕໍ່ກອງປະຊຸມ ໃຫ້ພ້ອມກັນເພິ່ມທະວີຄວາມພະຍາຍາມເປັນສອງທົບ, ເພີ່ມທະວີຄວາມມີປະສິດທິຜົນຂອງລະບົບອົງການ ສປຊ ແລະ ການຮ່ວມມືແບບຫຼາຍຝ່າຍ ກໍ່ຄືການປະຕິບັດຕາມກົດບັດອົງການ ສປຊ. ຈາກນັ້ນ, ທ່ານເລຂາທິການໃຫຍ່ ອົງການ ສປຊ ໄດ້ສະແດງຄວາມເປັນຫ່ວງຕໍ່ກັບການຈັດຕັ້ງປະຕິບັດ ປພຍ ໃນທົ່ວໂລກ ເຊິ່ງມາເຖິງປີ 2025 ພາຍຫຼັງ 10 ປີ ທີ່ ປພຍ ໄດ້ຮັບການຮັບຮອງເອົາ ໃນປີ 2015, ສາກົນ ສາມາດປະຕິບັດຕາມຕົວຊີ້ບອກ ປພຍ ໄດ້ພຽງແຕ່ 35 ສ່ວນຮ້ອຍ ຍ້ອນຂາດທຶນຮອນເພື່ອມາຈັດຕັ້ງປະຕິບັດ ມູນຄ່າ 4 ຕື້ໂດລາສະຫະລັດຕໍ່ປີ ແລະ ລັດຖະບານຂອງຫລາຍປະເທດ ເປັນຕົ້ນປະເທດກໍາລັງພັດທະນາ ກຳລັງປະເຊີນກັບບັນຫາໜີ້ສິນທີ່ເພີ່ມສູງຂຶ້ນ. ສ່ວນປະທານສະມັດຊາໃຫຍ່ ສປຊ ສະໄໝທີ 79 ກໍໄດ້ ສະເໜີຕໍ່ກອງປະຊຸມໃຫ້ພ້ອມກັນ ຈັດຕັ້ງປະຕິບັດ ເອກະສານ ຄວາມໝາຍໝັ້ນ ເຊວີລ ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ຈັດຂຶ້ນໃນເດືອນຕົ້ນເດືອນກໍລະກົດ ທີ່ຜ່ານມາ ທີ່ ແອັດສະປາຍ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ປພຍ ກໍ່ຄືການພັດທະນາຂອງສາກົນ.

ໃນກອງປະຊຸມລະດັບລັດຖະມົນຕີ ວັນທີ 21 ກໍລະກົດ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ສປປ ລາວ ກໍໄດ້ກ່າວປາໄສໃນພາກອະພິປາຍທົ່ວໄປ, ໂດຍ ໄດ້ສະເໜີຕໍ່ກອງປະຊຸມ ພ້ອມກັນເພີ່ມທະວີຄວາມພະຍາຍາມຂອງຕົນ ເພື່ອຜັນຂະຫຍາຍ ເອກະສານຄວາມໝາຍໝັ້ນ ເຊວີລ ໃຫ້ປະກົດຜົນເປັນຈິງ ໂດຍຜ່ານການຮ່ວມມືແບບຫລາຍຝ່າຍ ທີ່ມີອົງການ ສປຊ ເປັນແກນກາງ. ນອກຈາກນີ້, ສປປ ລາວ ໄດ້ແຈ້ງໃຫ້ສາກົນຊາບ ກ່ຽວກັບ ຄວາມພະຍາຍາມຂອງຕົນ ໃນການໝູນໃຊ້ ແນວຄວາມຄິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ແນໃສ່ ການພັດທະນາປະເທດ ແລະ ການກະກຽມ ຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ພາຍໃນປີ 2026. ທ້າຍສຸດ, ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງມາຍັງສາກົນ, ຄູ່ຮ່ວມພັດທະນາ ແລະ ລະບົບອົງການ ສປຊ ສືບຕໍ່ໃຫ້ການສະໜັບສະໜູນ ຄວາມພະຍາຍາມຂອງ ສປປ ລາວ ໃນການພັດທະນາປະເທດ ແລະ ການຈັດຕັ້ງປະຕິບັດ ປພຍ ຢ່າງມີປະສິດທິຜົນ.