Wednesday, December 3, 2025
Home Blog Page 4

ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

0

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນລາຍງານການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ການດັດແກ້ແຜນງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັ້ນສູງກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສັນຕິພາບ ພົມວິຫານ ໄດ້ສະເໜີດັດແກ້ແຜນງົບປະມານແຫ່ງລັດ ປີ 2025, ແມ່ນອີງໃສ່ຜົນການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2024 ແລະ ການສະເໜີເພີ່ມລາຍຮັບ-ລາຍຈ່າຍ ຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ປີ 2025 ເນື່ອງຈາກສາມາດປະຕິບັດໄດ້ລື່ນແຜນເບື້ອງຕົ້ນ ເປັນຈໍານວນຫຼາຍສົມຄວນ, ສະນັ້ນ ຈຶ່ງສະເໜີດັດແກ້ນໍາໃຊ້ເຂົ້າໃນແຜນງົບປະມານແຫ່ງລັດ ປີ 2025 ດັ່ງນີ້: ເງິນເກີນແຜນຕາມຜົນຂອງການໄລ່ລຽງຂາດຕົວ ປີ 2024 ທີ່ໄດ້ລາຍງານຂ້າງເທິງ 8,510.09 ຕື້ກີບ; ການສະເໜີເພີ່ມ ລາຍຮັບ-ລາຍຈ່າຍ ວິຊາການ ແລະ ກອງທຶນ ປີ 2025 ທີ່ບັນດາຫົວໜ່ວຍວິຊາການ ແລະ ກອງທຶນ ສາມາດປະຕິບັດໄດ້ລື່ນແຜນເບື້ອງຕົ້ນ ຈໍານວນ 1,700 ຕື້ກີບ ໃນນີ້: ສູນກາງ 724 ຕື້ກີບ ແລະ ທ້ອງຖິ່ນ 976 ຕື້ກີບ.

ກະຊວງການເງິນ ຈຶ່ງສະເໜີດັດແກ້ແຜນງົບປະມານແຫ່ງລັດ ປີ 2025 ຕາມທີ່ທ່ານນາຍົກລັດຖະມົນຕີ ໄດ້ລາຍງານຜ່ານມາ ດັ່ງນີ້:ລາຍຮັບທັງໝົດ ເພີ່ມຂື້ນຈາກ 68,100 ຕື້ກີບ ມາເປັນ 69,800 ຕື້ກີບ ເພີ່ມ 1,700 ຕື້ກີບ;ລາຍຈ່າຍທັງໝົດເພີ່ມຂຶ້ນຈາກ 71,850 ຕື້ກີບ ມາເປັນ 82,060 ຕື້ກີບ ເພີ່ມ 10,210 ຕື້ກີບ;ການຂາດດຸນ ເພີ່ມຂຶ້ນຈາກ 3,750 ຕື້ກີບ ມາເປັນ 12,260.09 ຕື້ກີບ (ເພີ່ມຈາກ -1% ມາເປັນ -3.27% ຂອງ GDP ການຂາດດຸນເພີ່ມດັ່ງກ່າວ ມີແຫຼ່ງທຶນຮອງຮັບແລ້ວ).

ທ່ານ ສັນຕິພາບ ພົມວິຫານຍັງໄດ້ໃຫ້ຮູ້ວ່າ: ສຳລັບຮ່າງແຜນງົບປະມານແຫ່ງລັດ ປີ 2026 ທີ່ ທ່ານ ນາຍົກລັດຖະມົນຕີ ໄດ້ນໍາສະເໜີ ລາຍງານຕໍ່ກອງປະຊຸມຄັ້ງນີ້ແລ້ວ, ຂໍລາຍງານເພີ່ມຕື່ມການຈັດສັນງົບປະມານ ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ໂດຍສັງເຂບ ດັ່ງນີ້: ດ້ານລາຍຮັບ ຄາດໝາຍລາຍຮັບທັງໝົດ 83,600 ຕື້ກີບ ຫຼື ເທົ່າກັບ 20.02% GDP (ມູນຄ່າ GDP 417,523 ຕື້ກີບ) ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 22.76% ຫຼື ເປັນເງິນ 15,500 ຕື້ກີບ, ດ້ານລາຍຈ່າຍ ຄາດໝາຍລາຍຈ່າຍທັງໝົດ 81,400 ຕື້ກີບ ຫຼື ເທົ່າກັບ 19.50% ຂອງ GDP ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 13.29% ເປັນເງິນ 9,550 ຕື້ກີບ, ແຍກແຕ່ລະພາກ ດັ່ງນີ້:ລາຍຈ່າຍບໍລິຫານປົກກະຕິ ເງິນເດືອນ ແລະ ເງິນນະໂຍບາຍ 34,600 ຕື້ກີບ ເພີ່ມຂຶ້ນຈາກປີ 2025 ຈໍານວນ 11,000 ຕື້ກີບ ໃນນີ້ເພື່ອຮອງຮັບ ການປັບໂຄງສ້າງດັດສະນີເງິນເດືອນໃໝ່, ເງິນບໍລິຫານ 5,110 ຕື້ກີບ ເພີ່ມຂຶ້ນ 610 ຕື້ກີບ ເພື່ອຊົດເຊີຍກໍາລັງຊື້ ຕາມການເພີ່ມຂຶ້ນ ຂອງອັດຕາແລກປ່ຽນ ແລະ ເງິນເຟີ້, ເງິນດັດສົມສົ່ງເສີມ 4,600 ຕື້ກີບ ເພີ່ມຂຶ້ນ 300 ຕື້ກີບ ລວມມີເງິນເລືອກຕັ້ງສະມາຊິກສະພາ ຊຸດທີ X ຈໍານວນ 116 ຕື້ກີບ,ລາຍຈ່າຍການເງິນ 12,240 ຕື້ກີບ, ລາຍຈ່າຍ ອື່ນໆ (ເງິນແຮ ແລະ ຄັງສະສົມ) 1,050 ຕື້ກີບ, ຊັບສົມບັດຄົງທີ່ຮັບໃຊ້ວຽກບໍລິຫານ 500 ຕື້ກີບ,ລາຍຈ່າຍການລົງທຶນ: ເງິນລົງທຶນທັງໝົດ 23,300 ຕື້ກີບ ໃນນີ້,ລົງທຶນຕ່າງປະເທດ 13,800 ຕື້ກີບ,ການລົງທຶນພາຍໃນ 9,500 ຕື້ກີບ ເພີ່ມຂຶ້ນ 3,250 ຕື້ກີບ, ໃນນີ້ ໄດ້ແຍກແຫຼ່ງທຶນຈໍານວນ 2,000 ຕື້ກີບ ເພື່ອຮອງຮັບ ການກໍ່ສ້າງທາງໄລຍະໃໝ່ ຕາມມະຕິ 165/ສພຊ ແລະ ກອງທຶນທາງເພື່ອບຳລຸງຮັກສາສ້ອມແປງທາງ 1,200 ຕື້ກີບ.ສຳລັບການດຸນດ່ຽງແມ່ນອີງໃສ່ຄາດໝາຍແຜນລາຍຮັບ-ລາຍຈ່າຍງົບປະມານທັງໝົດເກີນດຸນປະມານ 2,200 ຕື້ກີບ, ເທົ່າ ກັບ 0.53% ຂອງ GDP.

ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

0

ລັດຖະບານ ຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ທີ່ກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ປະຊາຊົນບັນດາເຜົ່າເປັນວຽກບູລິມະສິດໃນວຽກຈຸດສຸມ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງເພີ່ມເຕີມຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສອນໄຊ ສີພັນດອນ ຊີ້ແຈງວ່າ: ລັດຖະບານຂໍຢືນຢັນອີກເທື່ອໜຶ່ງວ່າ ລັດຖະບານ ໄດ້ຖືເອົາການແກ້ໄຂເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ແກ້ໄຂໜີ້ສິນ ເປັນວຽກບູລິມະສິດໃນວຽກຈຸດສຸມ ໂດຍໄດ້ລາຍງານຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກເປັນປົກກະຕິ.

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຄືນບາງຈຸດຄື:ບັນຫາ ເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ໄລຍະຜ່ານມາ ແມ່ນໄດ້ກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ປະຊາຊົນບັນດາເຜົ່າຫຼາຍທີ່ສຸດ ໂດຍສະເພາະຜູ້ທີ່ອາໄສຢູ່ໃນຕົວເມືອງໃຫຍ່ ແລະ ອາໃສແຕ່ເງິນເດືອນ ເພາະລາຍຮັບຄືເກົ່າແຕ່ສິນຄ້າແພງຂຶ້ນ. ສະນັ້ນ, ລັດຖະບານ ຈຶ່ງໄດ້ນໍາໃຊ້ທຸກມາດຕະການເພື່ອເຮັດໃຫ້ລາຄາສິນຄ້າ ແລະ ອັດຕາເງິນເຟີ້ຫຼຸດລົງ, ຈາກຄວາມພະຍາຍາມດັ່ງກ່າວ ກໍສາມາດເຮັດໃຫ້ອັດຕາເງິນເຟີ້ທີ່ເມື່ອກ່ອນມີບາງໄລຍະສູງເຖິງ 40 ກວ່າສ່ວນຮ້ອຍ ຫຼຸດລົງມາເຫຼືອ4% ໃນເດືອນຕຸລາ 2025 ແລະ ສະເລ່ຍ 10 ເດືອນຕົວເລກເງິນເຟີ້ຫຼຸດລົງເປັນ 1 ຕົວເລກ ແລະ ຈະສືບຕໍ່ຄວບຄຸມໃຫ້ຢູ່ໃນລະດັບບໍ່ເກີນ 1 ຕົວເລກ.

ທ່ານ ສອນໄຊ ສີພັນດອນ ຊີ້ແຈງຕື່ມວ່າ: ສໍາລັບໃນຕໍ່ໜ້າ, ລັດຖະບານຈະມີກົນໄກ, ວິທີການ ແລະ ມາດຕະການ ສືບຕໍ່ແກ້ໄຂບັນຫາທີ່ຍັງເຮັດບໍ່ທັນໄດ້ດີຄື:ຈະສືບຕໍ່ຍູ້ແຮງການຜະລິດພາຍໃນ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າ ແລະ ການໄຫຼອອກເງິນຕາຕ່າງປະເທດ;ນໍາໃຊ້ມາດຕະການຕ່າງໆ ເພື່ອເພີ່ມຄັງສຳຮອງເງິນຕາຕ່າງປະເທດ ໃຫ້ຫຼາຍຂຶ້ນ ແນໃສ່ຫຼຸດຜ່ອນຄວາມກົດດັນທາງດ້ານອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້. ພ້ອມກັນນັ້ນ, ຈະສືບຕໍ່ຊຸກຍູ້ ໃຫ້ບັນດາຜູ້ປະກອບການນໍາເຂົ້າ-ສົ່ງອອກ, ບັນດານັກລົງທຶນຕ່າງປະເທດທີ່ລົງທຶນຢູ່ລາວໂອນເງິນຊໍາລະ-ຮັບຊຳລະ ແລະ ນໍາທຶນມາລົງທຶນ ຜ່ານລະບົບທະນາຄານໃຫ້ເຂັ້ມງວດ ແລະ ມີຈໍານວນເພີ່ມຂຶ້ນຕື່ມ;ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດໃຫ້ຫຼຸດລົງກວ່າເກົ່າ, ຫຼຸດຄວາມແຕກໂຕນທີ່ບໍ່ສົມເຫດສົມຜົນ ລະຫວ່າງ ລາຄາຊື້ ແລະ ລາຄາຂາຍຂອງພໍ່ຄ້າຄົນກາງ.ພ້ອມກັນນັ້ນ, ຈະໄດ້ທົບທວນຄືນລາຄາໄຟຟ້າສໍາລັບກຸ່ມເປົ້າໝາຍຄົວເຮືອນທີ່ມີລາຍຮັບຕໍ່າ ແນໃສ່ແກ້ໄຂບັນຫາຄ່າຄອງຊີບແພງ, ສໍາລັບປະຊາຊົນ ແລະ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ໃຫ້ດີຂຶ້ນ;ສຸມໃສ່ເກັບລາຍຮັບງົບປະມານຕາມຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນດ້ວຍການຍູ້ແຮງ, ການຫັນເປັນທັນສະໄໝຕິດພັນກັບການຂະຫຍາຍຖານລາຍຮັບໃໝ່ໂດຍສະເພາະການເກັບລາຍຮັບພາສີ-ອາກອນຢູ່ດ່ານສາກົນ, ການເກັບລາຍຮັບຄ່າທໍານຽມ ແລະ ຄ່າບໍລິການ, ລາຍຮັບຈາກທີ່ດິນ… ເພື່ອໃຫ້ເກັບລາຍຮັບເກີນແຜນ ແລະ ມີຄັງສະສົມຫຼາຍຂຶ້ນ.

ຄຽງຄູ່ກັນນັ້ນ, ກໍຈະໄດ້ເອົາໃຈໃສ່ ຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດຢ່າງເຂັ້ມງວດ ບົນຈິດໃຈປະຢັດ;ສຸມໃສ່ແກ້ໄຂໜີ້ສິນຕ່າງປະເທດ ໃຫ້ຊໍາລະໄປຕາມສັນຍາ ແລະ ເຈລະຈາກັບບັນດາປະເທດເຈົ້າໜີ້ຈໍານວນໜຶ່ງ ເພື່ອດັດປັບໂຄງສ້າງໜີ້, ສັງລວມແລ້ວ ລັດຖະບານຕ້ອງຮັບປະກັນບໍ່ໃຫ້ປະເທດເຮົາຕົກເປັນປະເທດທີ່ບໍ່ສາມາດຊຳລະໜີ້ໄດ້. ພ້ອມກັນນັ້ນ, ກໍສຸມໃສ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ຊຶ່ງນອກຈາກໃຫ້ບູລິມະສິດໃນການຈັດສັນແຫຼ່ງທຶນປົກກະຕິແລ້ວ ລັດຖະບານຍັງສຸມງົບປະມານບ້ວງເງິນເກີນແຜນຂອງສູນກາງ ແລະ ທ້ອງຖິ່ນ ເພື່ອມາແກ້ໄຂໜີ້ສິນແບບມີສ່ວນຫຼຸດຕື່ມອີກ ໂດຍຈະເອົາງົບບ້ວງເກີນແຜນ 2024 ພູດຂອງສູນກາງ (800 ຕື້ກີບ) ແລະ ສືບຕໍ່ຄົ້ນຄວ້າເງິນເກີນແຜນປີ 2025 ນີ້ ມາແກ້ໄຂໜີ້ສິນໃຫ້ຫຼາຍຂຶ້ນ;ສຸມໃສ່ແກ້ໄຂບັນຫາລົດເຖື່ອນ, ການລັກລອບຂຸດຄົ້ນແຮ່ທາດ, ການລັກລອບຕັດໄມ້ ແລະ ຂຸດຄົ້ນຊັບພະຍາກອນແຮ່ທາດ ທີ່ບໍ່ຖືກຕ້ອງໃຫ້ເຂັ້ມງວດ ແລະ ເດັດຂາດ.

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

0

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.

ພິທີມອບດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 7 ທີ່ນະຄອນງ່າຈາງ ປະເທດ ສສ ຫວຽດນາມ ຊຶ່ງຜູ້ທີ່ໄດ້ຮັບ ແມ່ນວິສາວະກອນ ທີ່ມີຊື່ສຽງຈາກຫຼາຍຂະແໜງການ ລວມທັງວົງການວິຊາການ, ຜູ້ຊ່ຽວຊານ ແລະ ຜູ້ທີ່ໄດ້ປະກອບສ່ວນຜົນງານຢ່າງຫຼວງຫຼາຍ ເຂົ້າໃນການພັດທະນາວິຊາຊີບວິສາວະກໍາ, ເປັນຜູ້ທີ່ຜ່ານການຄັດເລືອກ ແລະ ສະເໜີຊື່ ໂດຍຄະນະກໍາມະການປະສານງານ ດ້ານວິສາວະກອນອາຊີບ ຂອງແຕ່ລະປະເທດ ແລະ ໄດ້ຮັບຄັດເລືອກຂັ້ນສຸດທ້າຍ ຈາກຄະນະກໍາມະການ ທີ່ແຕ່ງຕັ້ງຈາກສະພາວິສາວະກອນອາຊີບຂອງອາຊຽນ ໂດຍອີງຕາມມາດຕະຖານການຄັດເລືອກຂອງສະພາດັ່ງກ່າວ.

ພິທີມອບໃບຢັ້ງຢືນວິສາວະກອນດີເດັ່ນອາຊຽນໃນປີ 2025ນີ້ ໄດ້ຮັບກຽດມອບໂດຍທ່ານ ຈູ ດືກ ລາມ (Chu Duc Lam) ຫົວໜ້າກົມການເງິນ-ເສດຖະກິດ, ກະຊວງການເງິນ ສສ ຫວຽດນາມ. ຜູ້ທີ່ໄດ້ຮັບມອບລາງວັນດີເດັ່ນຈາກບັນດາປະເທດສະມາຊິກອາຊຽນໃນຄັ້ງນີີ້ ປະກອບມີ:

1. ທ່ານ ໄຊສົງຄາມ ມະໂນທັມ ສປປລາວ;

2. ທ່ານ Ireng Guntorojati ປະເທດ ອິນໂດເນເຊຍ

3. ທ່ານ Dr. Aung Kyaw Myat ປະເທດ ມຽນມາ

4. ທ່ານ Apollo S Enriquez ປະເທດ ຟີລິບປິນ

5. ທ່ານ ນາງ Tan Shu Min Emily ປະເທດສິງກາໂປ

6. ທ່ານ Prapoot Ponglaohapan ປະເທດລາຊະອານາຈັກໄທ

7. ທ່ານ Dr. Ir Ahmad Tajuddin Ali ປະເທດ ມາເລເຊຍ

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂໍຊົມເຊີຍ ແລະ ຍິນດີຢ່າງຍິ່ງ ຕໍ່ລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ ໄດ້ມອບໃຫ້ທ່ານໄຊສົງຄາມ ມະໂນທັມໃນຄັ້ງນີ້ ຊຶ່ງມັນໄດ້ຢັ້ງຢືນເຖິງລະດັບຄວາມຮູ້, ຈັນຍາບັນ ຈັນຍາທໍາ ແລະ ຜົນງານອັນໂດດເດັ່ນທາງດ້ານວິສາວະກໍາ ທີ່ທ່ານໄດ້ປະກອບສ່ວນໃນພາລະກິດສ້າງສາແລະພັດທະນາປະເທດຊາດໃນໄລຍະ 33 ປີ ຜ່ານມາ ແລະ ໄດ້ນໍາຊື່ສຽງມາໃຫ້ປະເທດຊາດຂອງພວກເຮົາໃນຄັ້ງນີ້. ການໄດ້ຮັບລາງວັນກຽດຕິຍົດນີ້, ຍັງເປັນແບບຢ່າງທີ່ດີ ແລະ ເປັນແຮງຈູງໃຈ ໃຫ້ບັນດານັກວິສາວະກອນ ແລະ ນັກວິຊາການ ໃນ ສປປ ລາວ ເພື່ອສືບຕໍ່ເພີ່ມພູນຄູນສ້າງຄວາມຮູ້ຕົນເອງທາງດ້ານວິສາວະກໍາ, ສ້າງຜົນງານໃຫ້ໂດດເດັ່ນ ແລະ ຫັນເປັນມືອາຊີບ ທາງດ້ານວິສາວະກໍາ ຕາມນະໂຍບາຍພັກ ແລະ ລັດຖະບານ.

(ຂ່າວ-ພາບ: ສວສສຊ)

ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

0

ອົງການກວດກາແຫ່ງລັດ ເຫັນວ່າໂຄງການລົງທຶນຂອງລັດ,ຄວາມເອົາໃຈໃສ່ຂອງເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ໃນການແກ້ໄຂບັນຫາຂໍ້ຄົງຄ້າງຕາມຜົນຂອງການກວດກາ ແຕ່ກໍຍັງເຫັນວ່າໃນການຈັດຕັ້ງປະຕິບັດໂຄງການຍັງບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ.

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ(2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາຮອງປະທານສະພາແຫ່ງຊາດ.

ທ່ານ ຄໍາພັນ ພົມມະທັດ ລາຍງານວ່າ: ວຽກກວດກາການບໍລິຫານລັດໄດ້ດໍາເນີນການຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີລວມທັງໝົດ ຈໍານວນ 77 ໂຄງການ, ມູນຄ່າໂຄງການທັງໝົດ 188,101.63 ຕື້ກີບ, ເງິນໂດລາ 7.63 ລ້ານໂດລາ ແລະ ເງິນຢວນ 37.40 ຕື້ຢວນ; ໄດ້ຕິດຕາມ, ກວດກາ ສໍາເລັດແລ້ວ 6 ໂຄງການ, ຍັງສືບຕໍ່ຕິດຕາມ 71 ໂຄງການ.ສະເພາະປີ 2025 ໄດ້ເຄື່ອນໄຫວຕິດຕາມ, ກວດກາຈໍານວນ 25 ໂຄງການ; ຜົນການຕິດຕາມເຫັນໄດ້ຄວາມເອົາໃຈໃສ່ຂອງເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ໃນການແກ້ໄຂບັນຫາຂໍ້ຄົງຄ້າງຕາມຜົນຂອງການກວດກາເປັນຕົ້ນການປະກອບເອກະສານຄືນໃຫ້ຖືກຕ້ອງ, ການສະຫຼຸບບໍລິມາດວຽກໃຫ້ຖືກຕ້ອງກັບຕົວຈິງ ແລະ ການແກ້ໄຂບັນຫາອື່ນໆ.ແຕ່ກໍຍັງເຫັນວ່າໃນການຈັດຕັ້ງປະຕິບັດໂຄງການຍັງບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ, ບໍ່ມີໃບມອບສິດນໍາໃຊ້ທີ່ດິນຂອງປະຊາຊົນ, ບໍ່ມີໃບຢັ້ງຢືນຮັບຮອງແບບແຕ້ມຈາກຂະແໜງການທີ່ກ່ຽວຂ້ອງ, ບໍ່ວາງເງິນຄໍ້າປະກັນສັນຍາ, ບໍ່ໄດ້ຈົດທະບຽນສານ, ບໍ່ໄດ້ໄລ່ລຽງຄ່າຊັບພະຍາກອນທຳມະຊາດ.ພ້ອມກັນນັ້ນ, ດ້ານງົບປະມານທີ່ມາຊຳລະໃຫ້ບໍລິສັດຮັບເໝົາ ໃນແຕ່ລະປີແມ່ນມີຈຳກັດ ເມື່ອທຽບກັບບໍລິມາດວຽກທີ່ສໍາເລັດຕົວຈິງເຮັດໃຫ້ຕົວເລກໜີ້ຄ້າງຊຳລະມີຈໍານວນຫຼວງຫຼາຍ ແລະ ບັນຫາອື່ນໆ.

ສໍາລັບໂຄງການທີ່ລັດສົມທົບທຶນ (ເປັນທຶນຈາກການກູ້ຢືມ ແລະ ຊ່ວຍເຫຼືອ) ການຈັດຕັ້ງປະຕິບັດໂຄງການ ແມ່ນອີງໃສ່ເງື່ອນໄຂຂອງຜູ້ໃຫ້ທຶນ ຫຼື ສັນຍາເປັນຫຼັກພົບເຫັນດັ່ງນີ້:ໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ໃຕ້ ລວງຍາວ 275 ກິໂລແມັດ ມູນຄ່າ 1,180.39 ຕື້ກີບ ແບ່ງອອກເປັນ 2 ໄລຍະ ຄື: ຊ່ວງໄລຍະປັບປຸງ ແລະ ສ້ອມແປງແມ່ນນໍາໃຊ້ເງິນກູ້ຢືມຈາກ 3 ແຫຼ່ງທຶນ (ທະນາຄານ WB, AIIB ແລະ EIB); ໄລຍະບູລະນະຮັກສານໍາໃຊ້ເງິນກອງທຶນທາງຕະຫຼອດໄລຍະຄໍ້າປະກັນ 7 ປີ (ນັບຈາກການປັບປຸງ ແລະ ສ້ອມແປງສໍາເລັດ); ຜ່ານການຕິດຕາມກວດກາພົບເຫັນ1). ເຈົ້າຂອງໂຄງການມີພຽງສິດປະເມີນມູນຄ່າໂຄງການເບື້ອງຕົ້ນ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມແຜນ, ແຕ່ບໍ່ມີສິດຢັ້ງຢືນບໍລິມາດ ແລະ ຄວບຄຸມດ້ານເຕັກນິກ ແລະ ທີ່ປຶກສາໂຄງການບໍ່ສາມາດປະຕິບັດສິດ, ພາລະບົດບາດ ຕາມກົດໝາຍວ່າດ້ວຍການກໍ່ສ້າງໄດ້ກຳນົດໄວ້;2). ການຊໍາລະສະສາງໃນຊ່ວງບູລະນະຮັກສາທີ່ນໍາໃຊ້ກອງທຶນທາງ ໃນຮູບແບບມອບເໝົາ ບໍ່ສອດຄ່ອງກັບກົດໝາຍການລົງທຶນຂອງລັດ;3). ກະຊວງການເງິນ ໄດ້ອອກຂໍ້ຕົກລົງເລກທີ 6447/ກງ, ລົງວັນທີ 28 ທັນວາ 2021 ອະນຸມັດໃຫ້ນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນພາສີ-ອາກອນ ເຂົ້າມາຮັບໃຊ້ໂຄງການດັ່ງກ່າວ ມີນໍ້າມັນກາຊວນ 11.56 ລ້ານລິດ, ນໍ້າມັນແອັດຊັງ 40 ພັນລິດ ລວມມູນຄ່າຍົກເວັ້ນພາສີ-ອາກອນ 6.38 ລ້ານໂດລາ ຊຶ່ງເຫັນວ່າຂັດກັບແຈ້ງການ ເລກທີ 1152/ຫສນຍ.ກລຂ, ລົງວັນທີ 9 ສິງຫາ 2016 ໃຫ້ຢຸດເຊົາການຍົກເວັ້ນພາສີ-ອາກອນ ນໍາເຂົ້າສໍາລັບນໍ້າມັນເຊື້ອໄຟຂອງບັນດາໂຄງການຕ່າງໆໃນຂອບເຂດທົ່ວປະເທດ.

ຄຽງຄູ່ກັນນັ້ັັນ, ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຫຼື ລົດເມດ່ວນ BRT ຊຶ່ງໂຄງການດັ່ງກ່າວ ໄດ້ລິເລີ່ມ ແຕ່ປີ 2014. ບັນຫາທີ່ພົບເຫັນ 1). ຄວາມຄືບໜ້າໂຄງການຖ້າທຽບໃສ່ແຜນການຊ້າກວ່າ ປະມານ 24 ເດືອນ (ລວມທຸກໜ້າວຽກປະຕິບັດໄດ້ 79.25%, ສໍາລັບວຽກໂຄງລ່າງພື້ນຖານ 5 ສັນຍາ ປະຕິບັດໄດ້ 85.35%); 2). ແບບແຕ້ມກໍ່ສ້າງຂອງໂຄງການຍັງບໍ່ໄດ້ຖືກຮັບຮອງຈາກທີ່ປຶກສາ ແລະ ພາກສ່ວນກ່ຽວຂ້ອງ; 3). ອຸປະກອນທີ່ຕິດຕັ້ງພາຍໃນລົດເມ, ສະຖານີລົດເມ ແລະ ອູ່ລົດເມ ຍັງບໍ່ໄດ້ຖືກຮັບຮອງຢັ້ງຢືນມາດຕະຖານຈາກຂະແໜງການກ່ຽວຂ້ອງ; 4). ການເບີກຈ່າຍຊໍາລະບໍ່ຜ່ານສິນເຊື່ອຂອງທະນາຄານ ແຫ່ງ ສປປ ລາວ ກໍານົດ; 5). ການວ່າຈ້າງທີ່ປຶກສາມູນຄ່າ 10,98 ລ້ານໂດລາ ເທົ່າກັບ 11% ເຫັນວ່າມູນຄ່າສູງທຽບໃສ່ດໍາລັບ 431/ລບ, ລົງວັນທີ 26 ພະຈິກ 2014 ໄດ້ກຳນົດບໍ່ເກີນ 2%

ພິທີຂໍໄຟສັກສິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ພະທາດຫລວງວຽງຈັນ

0

ພິທີຂໍໄຟສັກສິດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຈັດຂຶ້ນໃນວັນທີ 14 ພະຈິກ 2025 ທີ່ພະທາດຫລວງວຽງຈັນ ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ມີບັນດາການນໍາພັກ-ລັດ ຂັ້ນສູນກາງ, ທ້ອງຖິ່ນ ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ-ຕຳຫລວດ ແລະ ມ່ວນຊົນເຂົ້າຮ່ວມ.

ໃນການຈັດພິທີຂໍໄຟສັກສິດ ແລະ ທວນໄຟສັກສິດ ຈາກພະທາດຫລວງທີ່ສັກສິດແຫ່ງນີ້ ເພື່ອໃຫ້ກາຍເປັນສັນຍາລັກແຫ່ງຄວາມສາມັກຄີ, ມິດຕະພາບອັນເປັນປຶກແຜ່ນ, ເປັນຈິດໜຶ່ງໃຈດຽວຂອງຄະນະນໍາກິລາ, ຄະນະນັກກິລາ ຈາກບັນດາກະຊວງ, ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ໃນຂອບເຂດທົ່ວປະເທດ. ພ້ອມກັນນີ້, ກໍເພື່ອພ້ອມກັນພັດທະນາວຽກງານກິລາ-ກາຍຍະກຳ ຊຶ່ງເປັນໜຶ່ງໃນ 5 ຫລັກມູນຂອງການສຶກສາແຫ່ງຊາດ ແລະ ສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນໃນວົງການກິລາ ກໍຄື ການສ້າງປະສົບການ ແລະ ຄວາມເຂັ້ມແຂງໃຫ້ນັກກິລາດ້ວຍຫລາຍສີສັນ, ໃຫ້ມີຄວາມອຸດົມສົມບູນ ເພື່ອສ້າງເງື່ອນໄຂຍົກລະດັບຄວາມສາມາດ ຂອງນັກກິລາ ໃຫ້ກາຍເປັນນັກກິລາລະດັບຊາດ ເພື່ອເຂົ້າຮ່ວມການແຂ່ງຂັນໃນລະດັບອະນຸພາກພື້ນ ແລະ ສາກົນ, ພ້ອມກັນນັ້ນ ກໍເພື່ອສືບຕໍ່ຊຸກຍູ້ ແລະ ພັດທະນາຂະບວນການກິລາລາວ ຢູ່ພາຍໃນປະເທດ ໃຫ້ມີຄວາມເຂັ້ມແຂງ ເປັນການສ້າງຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ, ສະນັ້ນ, ການຈັດມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບໃນຄັ້ງນີ້ ໃຫ້ປະສົບຜົນສໍາເລັດຢ່າງມີຜົນສຳເລັດອັນຈົບງາມ.

ຫລັງຈາກນັ້ນ ກໍໄດ້ມີການແລ່ນທວນໄຟສັກສິດ ຊຶ່ງເລີ່ມຈາກທ່ານ ທອງສະລິດ ມັງໜໍ່ເມກ ນໍາພາຂະບວນແຫ່-ແລ່ນທວນໄຟ ໂດຍເລີ່ມຈາກຈຸດທີ 1 ແລ້ວມອບທວນໄຟໃຫ້ ທ່ານ ອານຸພາບ ຕຸນາລົມ ນໍາພາຂະບວນສືບຕໍ່ ຈາກຈຸດທີ 2 ແລະ ມອບຕໍ່ໃຫ້ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ນໍາພາຂະບວນສືບຕໍ່ ຈາກຈຸດທີ 3 ແລະ ມອບທວນໄຟໃຫ້ຂະບວນນັກກິລາ ສືບຕໍ່ແລ່ນຕາມເສັ້ນທາງທີ່ໄດ້ກຳນົດໄວ້ຕາມເສັ້ນທາງຖະໜົນກຳແພງເມືອງ-ຖະໜົນ 13 ໃຕ້ ເຂົ້າສູ່ສະໜາມກິລາແຫ່ງຊາດ ຫລັກ 16 ແລ້ວສົ່ງມອບທວນໄຟໃຫ້ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ເພື່ອນໍາທວນໄຟໄປໄວ້ຫ້ອງເກັບຮັກສາ (ສະໜາມກິລາແຫ່ງຊາດ ຫລັກ 16).

ຊ້ອມໃຫຍ່ເດີນສວນສະໜາມ ກຽມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

0

ພິທີຊ້ອມໃຫຍ່ທຸກຂະບວນເດີນສວນສະໜາມ ເພື່ອສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນວັນທີ 14 ພະຈິກ 2025 ນີ້ ທີ່ສະໜາມຫລວງ ນະຄອນຫລວງວຽງຈັນ ໂດຍມີສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ມີບັນດາການນຳພັກ, ລັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຊ້ອມໃຫຍ່ເດີນສວນສະໜາມໃນຄັ້ງນີ້, ເພື່ອກວດກາຄວາມພ້ອມຂອງທຸກກ້ອນກໍາລັງທີ່ຈະເດີນສວນສະໜາມ ໃນມື້ວັນຊາດທີ 2 ທັນວາ ໃຫ້ມີຄວາມພ້ອມຮອບດ້ານເພື່ອເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫລອດໄລຍະ 50 ປີ ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງສົມກຽດ.

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາກ້ອນກຳລັງ ທີ່ໄດ້ສຸມທຸກຄວາມພະຍາຍາມ ເອົາໃຈໃສ່ໃນການຝຶກຊ້ອມ ຊຶ່ງເຫັນໄດ້ວ່າ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ. ເຖິງຢ່າງໃດກໍ່ຕາມ ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ເນັ້ນໃຫ້ແຕ່ລະກ້ອນກຳລັງ ສືບຕໍ່ຝຶກຊ້ອມ ເດີນສວນສະໜາມ ຕື່ມອີກ ເພື່ອໃຫ້ມີຄວາມພ້ອມ, ມີຄວາມເປັນລະບຽບຮຽບຮ້ອຍຂຶ້ນກວ່າເກົ່າ ໂດຍສະເພາະ ກ້ອນກຳລັງຂອງບັນດາກະຊວງ, ອົງການ ແລະ ມວນຊົນ ໃຫ້ສືບຕໍ່ຝຶກຊ້ອມຕື່ມອີກ ເພື່ອໃຫ້ເປັນລະບຽບກວ່າເກົ່າ ເປັນຕົ້ນ ຈັ່ງຫວະການເດີນ, ຮູບແຖວ, ການແກວ່ງທຸງ ແລະ ອື່ນໆ.

ການຊ້ອມໃຫຍ່ ເດີນສວນສະໜາມ ດັ່ງກ່າວ, ປະກອບມີກ້ອນ ປກຊ-ປກສ 25 ກ້ອນກໍາລັງ ໃນນີ້, ກ່ອນກຳລັງ ປກຊ 19 ກ້ອນກຳລັງ, ປກສ 6 ກ້ອນກໍາລັງ ແລະ ກ້ອນກໍາລັງ ຈາກບັນດາກະຊວງ, ອົງການ ແລະ ມວນຊົນ ເຂົ້າຮ່ວມ ຈໍານວນຫລາຍກ້ອນກໍາລັງ. ພ້ອມນີ້, ຍັງຈະໄດ້ສືບຕໍ່ຝຶກຊ້ອມໃຫຍ່ ຕື່ມອີກ ໃນວັນທີ 21 ແລະ ວັນທີ 28 ພະຈິກ 2025 ທັງນີ້ກໍເພື່ອໃຫ້ມີຄວາມເປັນເອກະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເພື່ອຮັບປະກັນບໍ່ໃຫ້ມີຄວາມຜິດພາດ ໃນມື້ສະແດງຕົວຈິງ ໃນວັນທີ 2 ທັນວາ 2025.

ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ຄະນະຜູ້ແທນສຳນັກຂ່າວສານປະເທດລາວ ເຂົ້າຢ້ຽມຂໍ່ານັບ

0

ໃນຕອນເຊົ້າ ວັນທີ 13 ພະຈິກ 2025 , ສະຫາຍ ມາຍ ວັນ ຈິງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ (ຂປລ-KPL) ພ້ອມຄະນະ ໃນໂອກາດເດີນ ທາງຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ກັບ ສຳນັກຂ່າວສານຫວຽດນາມ (VNA) ໃນລະຫວ່າງວັນທີ 9-14 ພະຈິກ 2025 ທີ່ນະຄອນຫລວງຮ່າໂນ້ຍ.

ໂອກາດນີ້, ສະຫາຍ ມາຍ ວັນ ຈິງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສຳນັກຂ່າວສານປະເທດລາວໃນຄັ້ງນີ້, ຊຶ່ງເປັນການຮ່ວມມື ທີ່ເປັນມູນເຊື້ອ ສະ ໜິດແໜ້ນລະຫວ່າງສອງສຳນັກຂ່າວສານປະເທດລາວ ແລະ ສຳນັກຂ່າວສານຫວຽດນາມ ຕະຫລອດໄລຍະ 50 ກວ່າປີ ຜ່ານມາ; ສະຫາຍ ຍັງສະແດງຄວາມເຊື່ອໝັ້ນວ່າ ສຳນັກຂ່າວສານຫວຽດນາມ ແລະ ສຳນັກຂ່າວສານປະ ເທດລາວ ຈະສືບຕໍ່ຜັນຂະ ຫຍາຍບັນດາເນື້ອໃນ ການຮ່ວມມືສອງຝ່າຍໃຫ້ໄດ້ຮັບປະສິດທິຜົນ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວ ພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ. ໄລຍະຜ່ານມາ ສອງສຳນັກຂ່າວສານລາວ-ຫວຽດນາມໄດ້ມີການປະສານສົມທົບເຊິ່ງກັນ ແລະ ກັນເປັນຢ່າງດີ ແລ້ວ ໂດຍສະເພາະ ແມ່ນການແລກປ່ຽນບົດຮຽນ ແລະ ປະສົບການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນການກໍ່ສ້າງບຸກຄະລາກອນ, ຊ່ວຍເຫລືອອຸປະກອນຕ່າງໆ. ການຢ້ຽມ ຢາມຄັ້ງນີ້ ຖືເປັນໂອກາດອັນດີທີ່ສອງສຳນັກຂ່າວສານໄດ້ຕີລາຄາຄືນ ຕໍ່ກັບວຽກງານພົວພັນຮ່ວມມືໄລຍະຜ່ານມາ ໂດຍລວມແລ້ວທັງສອງອົງການສຳນັກຂ່າວສານຫວຽດນາມ-ລາວ ໄດ້ມີຄວາມພະຍາຍາມສູງເພື່ອປະຕິບັດໃຫ້ບັນລຸບັນດາໝາກຜົນທີ່ວາງໄວ້. ໃນຕໍ່ໜ້າ, ຂໍໃຫ້ສອງຝ່າຍສືບຕໍ່ຈັດຕັ້ງປະຕິບັດເນື້ອໃນອະນຸສັນຍາສະບັບໃໝ່ ໂດຍສຸມໃສ່ຍົກລະດັບດ້ານວິຊາສະເພາະໃຫ້ພະນັກງານ-ລັດຖະກອນຮຸ້ນສືບທອດຂອງຕົນ ໂດຍມີການວາງແຜນຈັດຕັ້ງວຽກງານບໍາລຸງສ້າງຄັກແນ່ ເພື່ອໃຫ້ເກີດດອກອອກຜົນຍິ່ງຂຶ້ນ. ພ້ອມດຽວກັນນັ້ນ ກໍຕ້ອງນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ຫັນເປັນດີຈິຕອນ ເຂົ້າໃນວຽກງານຂອງຕົນ. ສຸມໃສ່ ພັດທະນາພື້ນຖານໂຄງລ່າງໃນການຈັດຕັ້ງປະຕິບັດວຽກງານ ແລະ ໃຫ້ມີການແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ ເພື່ອປະກອບສ່ວນໃນການຕ້ານຂ່າວລື ຂ່າວປອມ ທີ່ບໍ່ເປັນຄວາມຈິງ ທີ່ກະທົບຕໍ່ສາຍພົວພັນສອງປະເທດ. ຢ່າງໃດກໍຕາມ, ຫວຽດນາມ ຍາມໃດກໍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊ່ວຍເຫລືອສະຫາຍຝ່າຍລາວ ຢ່າງສຸດອົກສຸດໃຈ.

ໃນໂອກາດດຽວກັນ, ສະຫາຍ ວັນນະສິນ ສິມມະວົງ ກໍໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ ສະຫາຍຮອງນາຍົກລັດຖະ ມົນຕີ ມາຍ ວັນ ຈິງ ທີ່ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຈາກ ສປປ ລາວຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ລາຍງານໃຫ້ຊາບຜົນການພົບປະ ລະຫວ່າງ ສອງສຳນັກຂ່າວສານ ລາວ ແລະ ຫວຽດນາມ, ລວມທັງແຜນການເຄື່ອນໄຫວໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນຄັ້ງນີ້. ໃນການພົບປະ, ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມື ຂອງສອງສໍານັກຂ່າວສານ ລາວ-ຫວຽດນາມ ຊຶ່ງແມ່ນສາຍພົວພັນທີ່ສະໜິດ ສະໜົມ, ອົບອຸ່ນ ແລະ ຈິງໃຈ ເພາະໄດ້ສ້າງຕັ້ງຂຶ້ນໃນເວລາທີ່ຫຍຸ້ງຍາກ ແລະ ມີອຸປະສັກໃນໄລຍະຜ່ານມາ, ຖືເປັນບົດທົດສອບທີ່ສໍາຄັນ, ສາຍພົວ ພັນນີ້ ເປັນສ່ວນໜຶ່ງຂອງຈິດໃຈມິດຕະພາບລາວ-ຫວຽດນາມ ຊຶ່ງມາເຖິງປັດຈຸບັນ ສອງສໍານັກຂ່າວ ສານປະເທດລາວ-ຫວຽດນາມ ມີແຜນສັນຍາສືບຕໍ່ຮ່ວມມືປະຈໍາປີ ບົນພື້ນຖານອະນຸສັນຍາຈາກ 3 ປີ ລະຫວ່າງປີ 2022- 2025 ມາເປັນ 5 ປີ 2026-2030. ພວກເຮົາ ຈະສືບຕໍ່ຮ່ວມມືຢ່າງຮອບດ້ານ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອຍົກສູງຄຸນນະພາບຂອງຂ່າວ ແລະ ຮູບພາບ, ສະໜອງຜະລິດຕະພັນ; ຕ້ານ ແລະ ສະກັດກັ້ນຂ່າວປອມ; ຫັນເປັນ ດີຈິຕອນ ແລະ ນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານຂ່າວສານ; ແລກປ່ຽນບົດຮຽນດ້ານການກໍ່ສ້າງບຳລຸງພະນັກງານ.

ສອງສຳນັກຂ່າວສານ ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

0

ໃນໂອກາດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນລະຫວ່າງ ວັນທີ 9-14ພະຈິກ 2025 ນີ້, ສະຫາຍ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ (ຂປລ-KPL) ພ້ອມຄະນະ ໄດ້ພົບປະສອງຝ່າຍ ກັບສະຫາຍ ນາງ ຫວູ ຫວຽດ ຈາງ ຜູ້ອໍາ ນວຍການໃຫຍ່ ສຳນັກຂ່າວສານຫວຽດນາມ (VNA-TTXVN) ພ້ອມຄະນະ ໃນ ຕອນເຊົ້າວັນທີ 13 ພະຈິກ 2025 ທີ່ນະຄອນຫລວງຮ່າໂນ້ຍ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ເວົ້າລວມ, ເວົ້າສະເພາະ ສອງສໍານັກຂ່າວສານລາວ-ຫວຽດນາມ ທີ່ີມີມູນເຊື້ອໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໂອກາດນີ້, ສະຫາຍ ນາງ ຫວູ ຫວຽດ ຈາງ ໄດ້ສະແດງຄວາມປິຕິຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະຜູ້ແທນຈາກ ຂປລ ທີ່ໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາສູ່ຂ່າວສານຫວຽດນາມ, ພ້ອມທັງ ໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ ເຊິ່ງຕະຫລອດໄລຍະ 1 ປີຜ່ານມາ, ສອງສໍານັກຂ່າວ ລາວ-ຫວຽດນາມ ໄດ້ມີການຊຸກຍູ້ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຢ່າງມີປະສິດທິພາບ ແລະ ນັບມື້ຍິ່ງມີປະສິດທິຜົນສູງ. ໃນການພົບປະຄັ້ງນີ້ ໄດ້ສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດອະນຸສັນຍາ ການຮ່ວມມື 3 ປີຜ່ານມາ (2022-2025) ແລະ ປຶກສາຫາລືແຜນການຮ່ວມມືໃນອະນາຄົດ 2026-2030. ດ້ານວິຊາສະເພາະ ສອງສໍານັກຂ່າວ ຮັກສາການຮ່ວມມືຢ່າງສະໜິດແໜ້ນ, ດ້ວຍການຊ່ວຍເຫລືອຂອງ ສຳນັກຂ່າວສານປະເທດລາວ ເຮັດໃຫ້ ຫ້ອງການຜູ້ຕາງໜ້າ ຂ່າວສານຫວຽດນາມ ປະຈຳລາວ ສາມາດເຮັດສຳເລັດໜ້າທີ່ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໄດ້ຫລາກຫລາຍ ແລະທັນການ ໂດຍສະເພາະ ເມື່ອມີເຫດການສຳຄັນໃນລາວ, ຝ່າຍ ສຳນັກຂ່າວສານປະເທດລາວ ໄດ້ສະໜັບສະໜູນ ຂ່າວສານຫວຽດນາມ ປະຈຳລາວ ໄດ້ເຂົ້າຮ່ວມຮັບໃຊ້ ເຮັດໃຫ້ປະຊາຊົນສອງປະເທດ ແລະ ປະຊາຄົມໂລກ ໄດ້ຮັບຮູ້ ກ່ຽວກັບສາຍພົວພັນມິດຕະພາບ, ການພັດທະນາຂອງສອງປະເທດຢ່າງຕໍ່ເນື່ອງ. ໃນໂອກາດວັນສໍາຄັນຂອງພັກຂອງຊາດ ສອງຝ່າຍ ໄດ້ຮ່ວມກັນຈັດງານວາງສະແດງຮູບພາບ ໂດຍໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ນໍາພັກ-ລັດ ກໍຄື ມວນຊົນທົ່ວໄປທີ່ເຂົ້າຮ່ວມງານ. ສໍາລັບ ອະນຸສັນຍາ 5 ປີທ່ີສອງຝ່າຍຈະຮ່ວມກັນຈັດຕັ້ງປະຕິບັດ ແມ່ນຈະສືບຕໍ່ຮ່ວມມືກັນ ຫັນເປັນດີຈິຕອນ ແລະ ນຳໃຊ້ ປັນຍາປະດິດ (AI) ເຂົ້າໃນວຽກງານຂ່າວສານ; ແລກປ່ຽນບົດຮຽນດ້ານການກໍ່ສ້າງບຳລຸງພະນັກງານ; ຊ່ວຍເຫລືອນັກຂ່າວຂອງກັນ ແລະ ກັນ ໃນການເຄື່ອນໄຫວວິຊາການ ໂດຍສະເພາະ ໃຫ້ສາມາດໄດ້ເຂົ້າຮ່ວມຮັບໃຊ້ກອງປະຊຸມໃຫຍ່ ກໍຄື ເຫດການສໍາຄັນຂອງສອງປະເທດ; ແລກ ປ່ຽນຄະນະຜູ້ແທນການນຳ ແລະ ນັກຂ່າວ ດ້ວຍຈຸດປະສົງຊຸກຍູ້ການຮ່ວມມື ລະຫວ່າງ ສອງຝ່າຍ ເພື່ອຍົກສູງພາລະບົດບາດ ແລະ ໜ້າທີ່ ໃນຖານະເປັນສຳນັກຂ່າວສານແຫ່ງຊາດ ຂອງລາວ ແລະ ຫວຽດນາມ. ສອງຝ່າຍເປັນເອກະພາບກັນ ຕາມຄວາມອາດສາມາດຂອງຕົນ ທີ່ຈະສະໜອງຂໍ້ມູນຂ່າວສານ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນໄລຍະເວລາໄປປະຕິບັດໜ້າທີ່ໄລຍະຍາວ ຫລື ໄລຍະສັ້ນ ຢູ່ໃນປະເທດຂອງກັນ ແລະ ກັນ; ສອງຝ່າຍຈະປະສານກັນຢ່າງແໜ້ນແຟ້ນ ໃນການສະກັດກັ້ນ ແລະ ແກ້ໄຂຂ່າວທີ່ບໍ່ມີມູນຄວາມຈິງ ໂດຍການແລກປ່ຽນ ແລະ ຊ່ວຍກວດສອບຂໍ້ມູນທີ່ບໍ່ໄດ້ຮັບການຢືນຢັນກ່ຽວກັບອີກຝ່າຍໜຶ່ງ ເພື່ອຮັບປະກັນວ່າຂໍ້ມູນນັ້ນ ຖືກຕ້ອງ ແລະ ເປັນຄວາມຈິງ.

ສະຫາຍ ວັນນະສິນ ສິມມະວົງ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຈາກ ສະຫາຍນາງ ຫວູ ຫວຽດ ຈາງ ພ້ອມດ້ວຍຄະນະ ທີ່ໄດ້ກະກຽມແຜນການເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຫງະອານ ແລະ ນະຄອນຫລວງຮ່າໂນ້ຍ ຊຶ່ງຕະຫລອດໄລຍະຂອງການເດີນທາງ ແມ່ນມີຄວາມສະດວກປອດໄພ ແລະ ມີບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ. ພ້ອມທັງ ຕີລາຄາສູງ ຕໍ່ການຮ່ວມມືສອງຝ່າຍ ໂດຍຈະສືບຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ.

ສອງສະຫາຍຜູ້ອໍານວຍການໃຫຍ່ ສໍານັກຂ່າວສານລາວ-ຫວຽດນາມ ໄດ້ສະແດງຄຳໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດ, ສະໜັບສະ ໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ກໍຄື ການຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

ພາຍຫລັງພົບປະສອງຝ່າຍ, ກໍໄດ້ມີພິທີລົງນາມ ອະນຸສັນຍາວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງ ຂ່າວສານປະເທດລາວ ແລະ ສໍານັກຂ່າວສານຫວຽດນາມ ໂດຍມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ນາຍົກລັດຖະມົນຕີ ຕ້ອນຮັບຮອງນາຍົກລັດຖະມົນຕີ ຫວຽດນາມ

0

ໃນວັນທີ 13 ພະຈິກ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງ ສູນກາງພັກ, ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 12-13 ພະຈິກ 2025.

ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ພ້ອມທັງຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ຮອງນາຍົກລັດຖະມົນຕີ ໂຮ່ ດຶກ ເຝິກ ແລະ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮ່ວມກັນປຶກສາຫາລືໃນຫລາຍຂົງເຂດວຽກງານ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງພັກ ສອງລັດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ກໍຄື ແນໃສ່ຊຸກຍູ້ບັນດາໂຄງການຮ່ວມມືສອງຝ່າຍ ໃຫ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດຍິ່ງໆຂຶ້ນ, ພ້ອມທັງເປັນການກະກຽມໃຫ້ແກ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະ ເຂົ້າຮ່ວມການພົບປະສອງກົມການເມືອງ ລາວ-ຫວຽດນາມ ກໍຄື ການກະກຽມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ທີ່ຈະມີຂຶ້ນຢູ່ ສປປ ລາວ ໃນທ້າຍປີ 2025. ພ້ອມນີ້, ສະຫາຍ ສອນໄຊ ສີພັນດອນ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມ ໄປຍັງບັນດາສະຫາຍການນໍາ ພັກ-ລັດ ສສ ຫວຽດນາມ ໂດຍສະເພາະ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ, ພ້ອມທັງໄດ້ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ່ງ ຕໍ່ຜົນກະທົບຈາກ ພາຍຸ ແລະ ໄພພິບັດນໍ້າຖ້ວມ ຢູ່ ສສ ຫວຽດນາມ ໃນໄລຍະຜ່ານມາ.

ພ້ອມກັນນັ້ນ, ສອງຝ່າຍ ໄດ້ຕີລາຄາການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ກໍຄື ແຜນການຮ່ວມມືໃນຕໍ່ໜ້າ ຊຶ່ງເຫັນວ່າ ສອງຝ່າຍສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດ ໂດຍສະເພາະ ການພົວພັນຮ່ວມມືທາງດ້ານການເມືອງ, ການຕ່າງປະເທດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໂດຍສະເພາະ ການນໍາຂັ້ນສູງຂອງສອງປະເທດ ມີການຢ້ຽມຢາມ ແລະ ພົບປະເຊິ່ງກັນ ແລະ ກັນ ຢ່າງເປັນປະຈໍາ, ມີການພົບປະ ແລະ ແລກປ່ຽນຂອງຄະນະຜູ້ແທນຂັ້ນຕ່າງໆ ຢ່າງເປັນປົກກະຕິ; ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໄດ້ສໍາເລັດຫລາຍໂຄງການ, ພິເສດ ແມ່ນສອງຝ່າຍໄດ້ສຳເລັດການເປີດທ່າທຽບເຮືອເລກ 3 ຂອງ ທ່າເຮືອຫວຸງອ່າງ ທີ່ເປັນເຫດການສຳຄັນ ແລະ ມີຄວາມໝາຍທາງດ້ານປະຫວັດ ຂອງການພົວພັນຮ່ວມມືສອງປະເທດ ໂດຍມີ ສອງສະຫາຍ ປະທານປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມໃນພິທີດັ່ງກ່າວ. ສອງຝ່າຍ ເຫັນດີຈະສືບຕໍ່ເພີ່ມທະວີຮັດແໜ້ນການຮ່ວມມືດ້ານວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່, ຊຸກຍູ້ການເຊື່ອມໂຍງທາງດ້ານເສດຖະກິດ ໂດຍເລີ່ມຈາກການເຊື່ອມໂຍງທາງດ້ານຄົມມະນາຄົມ ໂດຍຜ່ານໂຄງການຮ່ວມມືຍຸດທະສາດ ເຊັ່ນ: ທາງດ່ວນຮ່າໂນ້ຍ-ວຽງຈັນ, ໂຄງການເສັ້ນທາງລົດໄຟ ພ້ອມທັງສືບຕໍ່ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມ ມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະ ຊາວໜຸ່ມ-ເຍົາວະຊົນ ຮຸ່ນສືບທອດຂອງສອງປະເທດ.

ໃນໂອກາດດຽວກັນນີ້, ສະຫາຍ ໂຮ່ ດຶກ ເຝິກ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະສອງຝ່າຍກັບ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ການນໍາສອງປະເທດໄດ້ຕົກລົງເຫັນດີຮ່ວມກັນ ກໍຄື ບັນດາໂຄງການຮ່ວມມືຍຸດທະສາດຕ່າງໆ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.

ພະຍາກອນອາກາດ ປະຈໍາເຊົ້າວັນທີ 14 ພະຈິກ 2025

0

ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະເພີ່ມກໍາລັງຂື້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດເຢັນລົງຢູ່ທົ່ວໄປໃນຕອນເຊົ້າ ແລະ ອາກາດຈະໜາວເຢັນພ້ອມມີໝອກບາງຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມ ພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພະຍາກອນອາກາດແຕ່ ເວລາ 07 ໂມງ ຂອງວັນທີ 14/11/2025 ຫາ ເວລາ 07 ໂມງ ຂອງວັນທີ 15/11/2025

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ ອຸນຫະພູມໃນລະຫວ່າງ 15–25 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ ອຸນຫະພູມໃນລະຫວ່າງ 15–29 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 22–29 ອົງສາ.

ພາກກາງ: ອາກາດເຢັນໃນຕອນເຊົ້າ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງຢູ່ທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກອຸນຫະພູມໃນລະຫວ່າງ 19–30 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ ອຸນຫະພູມໃນລະຫວ່າງ 15–28 ອົງສາ.

ພາກໃຕ້: ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດັແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ ອຸນຫະພູມໃນລະຫວ່າງ 17–31 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ເປັນບາງໂອກາດ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 30% ອຸນຫະພູມໃນລະຫວ່າງ 14–24 ອົງສາ.