Sunday, September 21, 2025
Home Blog Page 39

ປຶກສາຫາລືວຽກຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ

0

ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ຈັດກອງປະຊຸມປຶກສາຫາລືວຽກງານການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີຫົວໜ້າກົມການຈັດຫາງານກະຊວງ ຮສສ, ປະທານສະມາຄົມທຸລະກິດ ບໍລິການຈັດຫາງານ, ບໍລິສັດຈັດຫາງານ, ຜູ້ຕາງຫນ້າອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ແລະ ພ້ອມດ້ວຍວິຊາການກົມການຈັດຫາງານ ເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ຮ່ວມກັບບັນດາຂະແຫນງການທີ່ກ່ຽວຂ້ອງ ເພື່ອເຮັດແນວໃດໃຫ້ບັນຫາດັ່ງກ່າວສາມາດແກ້ໄຂໄປໃນທິດທາງດຽວກັນ.

ທ່ານ ພົງໄຊສັກ ອິນຖາລາດ ໄດ້ມີຄໍາເຫັນວ່າ: ວຽກງານຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ກໍເປັນວຽກງານໜຶ່ງ ທີ່ນອນຢູ່ໃນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ 5 (2021-2025) ແລະ ຄັ້ງທີ 6 (2026-2030) ເພື່ອສົ່ງເສີມໃຫ້ຜູ້ອອກແຮງງານລາວມີວຽກເຮັດງານທຳ, ສ້າງລາຍຮັບ, ພັດທະນາຄວາມຮູ້ຄວາມສາມາດ ແລະ ສີມືແຮງງານຢູ່ຕ່າງປະເທດ. ໃນໄລຍະຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີການສ້າງ ແລະ ປັບປຸງກົນໄກສຳການຄຸ້ມຄອງວຽກງານດັ່ງກ່າວ ໂດຍສຳເລັດການສ້າງກົດໝາຍວ່າດ້ວຍການຈັດຫາງານ ແລະ ການຫັນການບໍລິການຈັດຫາງານໃຫ້ທັນສະໄໝ ແນໃສ່ເຮັດໃຫ້ການບໍລິການໄດ້ຄຸນນະພາບ ສາມາດຕອບສະໜອງກັບຄວາມຕ້ອງການຂອງຜູ້ມາໃຊ້ບໍລິການ ແລະ ສັງຄົມ. ການສ້າງໂອກາດ ການມີວຽກເຮັດງານທໍາຢູ່ຕ່າງປະເທດ ໂດຍສະເພາະ ປະເທດທີ່ມີລາຍຮັບສູງ ແລະ ສະຫວັດດີການສັງຄົມທີ່ດີ ແມ່ນຊ່ອງທາງໜຶ່ງທີ່ຊ່ວຍໃນການພັດທະນາສີມື ແກ່ຜູ້ອອກແຮງງານໃນການຍົກສູງຄຸນະພາບການຜະລິດ, ນິໄສການເຮັດວຽກແບບອຸດສາຫະກໍາ, ພ້ອມທັງຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຜູ້ອອກແຮງງານ.

ນັບແຕ່ປີ 2021 ຈົນເຖິງເດືອນ ມິຖຸນາ 2025 ກະຊວງ ຮສສ ໄດ້ຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ຈໍານວນ 350.567 ຄົນ, ຍິງ 190.994 ຄົນ, ການນຳສົ່ງເງິນກັບຄືນປະເທດ ຂອງແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດນັ້ນ ໄດ້ກາຍເປັນສ່ວນໜຶ່ງ ໃນການປະກອບສ່ວນນຳເຂົ້າເງິນຕາຕ່າງປະເທດຫລາຍສົມຄວນ ເຊິ່ງ 6 ເດືອນຕົ້ນປີ 2025 ມີຈໍານວນ 29.166.469 ໂດລາສະຫະລັດ. ສະນັ້ນ, ການສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ຕ້ອງຮັບປະກັນແຮງງານທີ່ມີຄຸນນະພາບ ໂດຍຜ່ານການຝຶກອົບຮົມ ແລະ ອອກໃບຢັ້ງຢືນການທົດສອບສີມື ເພື່ອໃຫ້ສາມາດສ້າງມູນຄ່າເພີ່ມ, ຮັບປະກັນທາງດ້ານລາຍຮັບ ແລະ ແຮງງານໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດໂດຍຊອບທຳ ບົນພື້ນຖານກອບການຮ່ວມມືຂອງສອງຝ່າຍ ເພື່ອເຮັດໃຫ້ການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ມີຜົນກະທົບໜ້ອຍທີ່ສຸດຕໍ່ກັບຄວາມຕ້ອງການນຳໃຊ້ແຮງງານຂອງບັນດາຫົວໜ່ວຍແຮງງານຢູ່ຕາມຂະແໜງການຕ່າງໆ ໃຫ້ສາມາດຕອບສະໜອງກັບການສົ່ງເສີມການລົງທຶນຂອງນັກລົງທຶນພາຍໃນ ແລະ ນັກລົງທຶນຈາກຕ່າງປະເທດ.

ຂໍ້ມູນ-ພາບ: ຂ່າວສານ ຮສສ

ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

0

ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ພ້ອມນັ້ນ, ຍັງມີການສອບເສັງເອົານັກສຶກສາເຂົ້າຮຽນຫລັກສູດນານາຊາດ, ຫລັກສູດຕໍ່ເນື່ອງ ປະລິນຍາຕີ ແລະ ຫລັກສູດຫລາຍທາງເລືອກ (ຈັດການສອນໃນວັນເສົາ, ວັນອາທິດ ແລະ ພາກຄໍ່າ) ໂດຍໄດ້ຈັດສອບເສັງຕ່າງຫາກ ຊຶ່ງຕົວເລກກຳນົດຄວາມສາມາດຮອງຮັບໄດ້ເຖິງ 8.000 ກວ່າຄົນ.

ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດໃນວັນທີ 28 ກໍລະກົດ 2025 ກ່ຽວກັບການກະກຽມສອບເສັງຄັດເລືອກເອົານັກສຶກສາໃໝ່ເຂົ້າຮຽນໃນສົກຮຽນ 2025-2026 ນີ້ວ່າ: ມຊ ໄດ້ແຕ່ງຕັ້ງຄະນະຊີ້ນໍາລວມ ຊຶ່ງມີອະທິການບໍດີ ແລະ ຮອງອະທິການບໍດີເປັນປະທານ ແລະ ຮອງປະທານ, ມີຄະນະບໍດີ, ຜູ້ອໍານວຍການສະຖາບັນ, ສູນ ແລະ ຫົວໜ້າຫ້ອງການຕ່າງໆ ທີ່ກ່ຽວຂ້ອງເປັນຄະນະຮັບຜິດຊອບ ແລະ ກອງເລຂາ. ນອກຈາກນັ້ນ, ຄະນະຮັບຜິດຊອບຊີ້ນໍາລວມ ຍັງໄດ້ແຕ່ງຕັ້ງຄະນະອະນຸກຳມະການຮັບຜິດຊອບວຽກໃນແຕ່ລະດ້ານ ໂດຍນໍາໃຊ້ລະບົບລົງທະບຽນອອນລາຍໄລຍະ 1 ເດືອນ ນັບແຕ່ວັນທີ 7 ກໍລະກົດ ຫາ ວັນທີ 6 ສິງຫາ 2025, ມາຮອດວັນທີ 25 ກໍລະກົດນີ້ ມີຜູ້ມາລົງທະບຽນ 5.045 ຄົນ ຊຶ່ງຂັ້ນຕອນການສະໝັກສອບເສັງມີ 2 ຂັ້ນຕອນຫລັກ ຄື: 1 ສະໝັກສອບເສັງແບບອອນລາຍ ແລະ ຈ່າຍຄ່າທໍານຽມສອບເສັງຜ່ານທະນາຄານການຄ້າຕ່າງປະເທດລາວ BCLE One; 2 ມາຮັບເອົາບັດເຂົ້າຫ້ອງສອບເສັງຢູ່ສະໂມສອນ ມຊ (ວິທະຍາເຂດດົງໂດກ), ຄາດວ່າຈະມີຜູ້ສະໝັກສອບເສັງຫລາຍກວ່າປີຜ່ານມາ, ການສອບເສັງຈະໄດ້ຈັດໃນຮູບແບບສອບເສັງເຊິ່ງໜ້າ, ສອບເສັງແບບປາລະໄນ ເສັງພາຍໃນວັນດຽວຄື ວັນທີ 9 ສິງຫາ 2025 ໂດຍການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ສາຍທຳມະຊາດ ແລະ ກຸ່ມ B ສາຍສັງຄົມ. ຄາດວ່າຈະປະກາດຜົນການສອບເສັງໃນວັນທີ 11 ກັນຍາ 2025 ແລະ ລົງທະບຽນເຂົ້າຮຽນ ເລີ່ມແຕ່ວັນທີ 15 ກັນຍາ 2025 ເປັນຕົ້ນໄປ.

ສຳລັບຜູ້ສະໝັກສອບເສັງຈະຕ້ອງກະກຽມຄວາມພ້ອມໃນການສະໝັກຄື: ຜູ້ສະໝັກຕ້ອງມີບັດເຂົ້າຫ້ອງ ສອບເສັງຈົບ ມ7 ຫລື ໃບປະກາດຈົບ ມ7 ຫລື ບັດປະຈຳຕົວ ຫລື ສຳມະໂນຄົວ ເພື່ອມາຢັ້ງຢືນຕົວຕົນໃນເວລາສະໝັກ, ພ້ອມທັງດໍາເນີນການສະໝັກຜ່ານລະບົບອອນລາຍ ແລ້ວມາເອົາບັດເຂົ້າຫ້ອງສອບເສັງຢູ່ ມຊ ກ່ອນວັນສອບເສັງ ແລະ ຕ້ອງຮູ້ຫ້ອງ, ຮູ້ຕຶກອາຄານທີ່ຕົນເອງຈະສອບເສັງ ໂດຍສະແກນຜ່ານຄິວອາ ຢູ່ໃນບັດເຂົ້າຫ້ອງສອບເສັງຂອງຕົນ. ໃນກໍລະນີນັກສອບເສັງບໍ່ຮູ້ ສະແກນຄິວອາ ແນະນໍາໃຫ້ມາເບິ່ງຫ້ອງສອບເສັງຂອງຕົນກ່ອນການສອບເສັງຕົວຈິງ 1 ວັນ.

ຂ່າວ: ບົວລະພາ

ສປຊ ຮຽກຮ້ອງໃຫ້ສືບຕໍ່ເພີ່ມການຊ່ວຍເຫລືອດ້ານມະນຸດສະທຳໃຫ້ເຂດກາຊາ

0

ອ້າງຕາມແຫລ່ງຂ່າວ ຊີເອັມຈີ: ວັນທີ 27 ກໍລະກົດ, ທ່ານທອມ ເຟລດເຊີ ຮອງເລຂາທິການໃຫຍ່ ຝ່າຍຮັບຜິດຊອບວຽກງານ ດ້ານມະນຸດສະທຳ ທັງເປັນ ຜູ້ປະສານງານການຊ່ວຍເຫລືອສຸກເສີນ ສປຊ ໃຫ້ຮູ້ວ່າ: ວິກິດການ ຢູ່ເຂດກາຊາ ພວມຮ້າຍແຮງຂຶ້ນຢ່າງວ່ອງໄວ, ປະຊາຊົນຫລາຍແສນຄົນພວມຜະເຊີນໜ້າກັບຄວາມອຶດຫິວ, ພະຍາດ ແລະ ໄພຂົ່ມຂູ່ຕໍ່ຊີວິດ. ສະນັ້ນ ທ່ານ ທອມ ເຟລດເຊີ ຮຽກຮ້ອງໃຫ້ ບັນດາຝ່າຍທີ່ກ່ຽວຂ້ອງໃຫ້ນຳໃຊ້ມາດຕະການຢ່າງຮີບດ່ວນ ແລະ ຕໍ່ເນື່ອງ ເພື່ອຮັບປະກັນໃຫ້ການຊ່ວຍເຫລືອດ້ານມະນຸດສະທຳໄດ້ຮັບການປະຕິບັດຢ່າງສະດວກ.

ຕາມການຄາດຄະເນຫລ້າສຸດ ຂອງຫ້ອງການປະສານງານດ້ານມະນຸດສະທຳ ສປຊ ລະບຸວ່າ: ປະຊາກອນ 1 ສ່ວນ 3 ຢູ່ໃນເຂດກາຊາ ບໍ່ໄດ້ຮັບການຕອບສະໜອງດ້ານສະບຽງອາຫານມາຫລາຍວັນຢ່າງຕິດຕໍ່ກັນ, ຍ້ອນວ່າປະຊາຊົນທົ່ວໄປໄດ້ຖືກໂຈມຕີ ໃນຂະນະຊອກຫາແຫລ່ງອາຫານ ເພື່ອດຳລົງຊີວິດຂັ້ນພື້ນຖານ, ເດັກນ້ອຍຂາດໂພສະນາການ ແລະ ເກີດອາການອ່ອນເພຍໃນຂອບເຂດ ກວ້າງຂວາງ. ສະນັ້ນ ສປຊ ຈຶ່ງຮຽກສະຖານະການໃນປັດຈຸບັນວ່າເປັນ “ໄພພິບັດຮ້າຍແຮງ”. ຕາມສະຖິຕິຫລ້າສຸດຂອງ ສປຊ ລະບຸວ່າ, ນັບແຕ່ ເກີດການປະທະກັນ ຢ່າງດຸເດືອດ ເມື່ອວັນທີ 7 ຕຸລາ ປີ 2023 ເປັນຕົ້ນມາ, ເຂດກາຊາ ມີຜູ້ເສຍຊີວິດ ຫລາຍກວ່າ 59.000 ຄົນ, ໃນນັ້ນ ເດັກນ້ອຍ ກວມເອົາເກືອບ 18.000 ຄົນ./.

ຊາວອິນເດຍ ສູນເສຍເງິນ ຈາກການສໍ້ໂກງທາງອອນລາຍ ເກືອບ 3.000 ລ້ານໂດລາ

0

ສຳນັກຂ່າວຊິນຮວາ ລາຍງານຈາກນະຄອນຫລວງນີວແດນລີ ປະເທດອິນເດຍ ເມື່ອວັນທີ 27 ກໍລະກົດ, ອ້າງຕາມຂໍ້ມູນ ຈາກເວັບໄຊ ລາຍງານ ກ່ຽວກັບອາຊະຍະກຳໄຊເບີຣ ແລະ ລະບົບຈັດການກໍລະນີການສໍ້ໂກງການເງິນຂອງພົນລະເມືອງ ອິນເດຍ ເປີດເຜີຍວ່າ: ພົນລະເມືອງຊາວອິນເດຍ ສູນເສຍເງິນຫລາຍກວ່າ 2.640 ລ້ານໂດລາສະຫະລັດ ຈາກຄະດີສໍ້ໂກງທາງອອນລາຍ ໃນປີ 2024 ເພີ່ມຂຶ້ນຈາກ 863,8 ລ້ານໂດລາສະຫະລັດ ເມື່ອປີ 2023. ນອກຈາກນີ້ ເມື່ອປີ 2024 ມີລາຍງານວ່າ ເກີດເຫດອາຊະຍະກຳທາງໄຊເບີຣ ລວມມີ ປະມານ 2,26 ລ້ານຄະດີ, ເພີ່ມຂຶ້ນ 42,08% ເມື່ອທຽບໃສ່ປີຕໍ່ປີ.

ສ.ອາເມລິກາ-ເອີຣົບ ບັນລຸຂໍ້ຕົກລົງການຄ້າ ກວມເອົາ 15%

0

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງລອນດອນ ປະເທດອັງກິດ ເມື່ອວັນທີ 28 ກໍລະກົດ, ທ່ານ ໂດນັສ ທຣໍາ ປະທານາທິບໍດີ ສ.ອາເມລິກາ ໄດ້ປຶກສາຫາລື ກັບ ທ່ານນາງ ອົວຊູລາ ຟອນແດຣ ເລເຢນ ປະທານຄະນະກຳມະທິການເອີຣົບ (ອີຊີ) ຊຶ່ງເປັນຝ່າຍບໍລິຫານຂອງສະຫະພາບເອີຣົບ (ອີຢູ) ໃນເມືອງເທຣີນເບີຣີ ຢູ່ສະກອດແລນ (ຊຶ່ງເປັນປະເທດໃນອັງກິດ) ໂດຍມີ ການບັນລຸຂໍ້ຕົກລົງ ທາງການຄ້າ, ດ້ວຍການເກັບພາສີໃນອັດຕາ ພື້ນຖານ 15% ສຳລັບ ສິນຄ້າ ຂອງ ອີຢູ ທີ່ສົ່ງອອກ ໄປຍັງ ສ.ອາເມລິກາ.

ໂດຍທ່ານ ໂດນັສ ທຣຳ ກ່າວວ່າ ອັດຕາພາສີ 15% ນີ້ ຈະຄວບຄຸມ ສິນຄ້າ ທຸກປະເພດ ລວມເຖິງ ສິນຄ້າໃນອຸດສາຫະກຳ ຍານພາຫະນະ, ຢາ ແລະ ເຊມີຄອນດັກເຕີຣ ຊຶ່ງເປັນ ພາກສ່ວນສຳຄັນ ຂອງເອີຣົບ, ໃນຂະນະດຽວກັນອີຢູ ກຽມນຳເຂົ້າ ພະລັງງານຈາກ ສ.ອາເມລິກາ ດ້ວຍມູນຄ່າ 750.000 ລ້ານໂດລາ ສະຫະລັດ ແລະ ອື່ນໆອິກດ້ວຍ./

ສະຫລອງ 58 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

0

ໃນຕອນເຊົ້າວັນທີ 28 ກໍລະກົດ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານໃນພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫລີມ ສະຫລອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967-8 ສິງຫາ 2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2025) ຢູ່ກະຊວງການຕ່າງປະເທດ, ນະຄອນຫລວງວຽງຈັນ ໂດຍມີບັນດາລັດຖະມົນຕີຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດປະເທດສະມາຊິກອາ ຊຽນ ປະຈໍາ ສປປ ລາວ, ເອກອັກຄະລັດຖະທູດ ຕີມໍແລັດສະເຕ ປະຈໍາ ສປປ ລາວ, ບັນດາຄະນະກົມ ແລະ ພະນັກງານກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ກະຊວງກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຢໍ້າເຖິງຄວາມໝາຍຄວາມສໍາຄັນຂອງອາ ຊຽນ ກໍຄື ຜົນສໍາເລັດດ້ານຕ່າງໆ ທີ່ອາຊຽນຍາດມາໄດ້ຕະຫລອດໄລຍະ 58 ປີຜ່ານມາ ໂດຍສະເພາະ ການຮ່ວມມືພາຍໃນອາຊຽນ ແລະ ການເປີດກວ້າງການຮ່ວມມືກັບພາຍນອກ ໂດຍອາຊຽນເປັນແກນກາງ ທີ່ໄດ້ຮັບຜົນສໍາເລັດເປັນກ້າວໆມາ ຈົນກາຍເປັນປະຊາຄົມອາຊຽນ ທີ່ມີຄວາມເຂັ້ມແຂງໃນປັດຈຸ ບັນ ແລະ ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ຢູ່ໃນພາກພື້ນ ກໍຄື ໃນໂລກ ແລະ ພາຍໃນປີນີ້ ອາຊຽນ ຈະໄດ້ຕ້ອນຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ.

ພ້ອມກັນນີ້, ທ່ານລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າ ແລະ ເປັນເຈົ້າ ການສູງ ຂອງ ສປປ ລາວ ໃນວຽກງານອາຊຽນ ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997 ເຊິ່ງ ສປປ ລາວ ໄດ້ປະຕິບັດພັນທະຕ່າງໆຂອງຕົນ ອັນໄດ້ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວ ແລະ ພ້ອມທີ່ຈະສືບຕໍ່ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຄົມອາຊຽນໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ໃນປີ 2024 ຜ່ານມາ, ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີສາມ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ໄດ້ຮັບຜົນສໍາເລັດອັນຈົບງາມ ເຊິ່ງໄດ້ຍົກສູງຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງເດັ່ນຂຶ້ນ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ຢໍ້າຄືນການສະໜັບສະໜູນການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025 ພາຍໃຕ້ ຄໍາຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ”

ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຖືໂອກາດນີ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ບັນດາກະຊວງຂະແໜງການ, ພາກເອກະຊົນ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວທົ່ວປະເທດ ທີ່ໄດ້ປະກອບສ່ວນວຽກງານອາຊຽນຢ່າງຕັ້ງໜ້າ ໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈ ບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາຂອງອາຊຽນ ກໍຄື ບັນດາຄູ່ຮ່ວມມືພາຍນອກ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນວຽກງານອາຊຽນ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ພາຍຫລັງການກ່າວເປີດພິທີດັ່ງກ່າວ, ຢ່າງເປັນທາງການແລ້ວ ໄດ້ມີການບັນເລງເພງຊາດລາວ ແລະ ເພງອາຊຽນ ໂດຍກອງດຸລິຍາງ ກອງທັບປະຊາຊົນລາວ ແລະ ເອົາທຸງອາຊຽນ ຂຶ້ນສູ່ຍອດເສົາຄຽງຄູ່ກັບທຸງຊາດລາວ.

ພາບ: ກະຊວງການຕ່າງປະເທດ

ຫາລື ປະເມີນຜົນກະທົບໄພພິບັດ ແລະ ແນວທາງການຊ່ວຍເຫລືອຟື້ນຟູ

0

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸວິພາ ໃນວັນທີ 25 ກໍລະກົດ 2025 ຢູ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູງກາງ, ມີລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ຈາກບັນດາກະຊວງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ, ທັງເປັນຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາຍງານ ໄດ້ໃຫ້ຮູ້ວ່າ: ຜົນກະທົບເບື້ອງຕົ້ນຈາກສະພາບລົມພາຍຸໝູນເຂດຮ້ອນ ວິພາ ມີເມືອງທີ່ໄດ້ຮັບຜົນກະທົບທັງໝົດ 34 ເມືອງ, 262 ບ້ານ, ເກືອບ 15 ພັນຄອບຄົວ, ເຮືອນເສຍຫາຍ 2.249 ຫລັງ. ໃນນັ້ນ, ເສຍຫາຍ 100% ຈໍານວນ 183 ຫລັງ, ມີຄົນເສຍຊີວິດ 4 ຄົນ. ໃນນີ້, ແຊວງຊຽງຂວາງ 1 ຄົນ ແລະ ແຂວຫລວງພະບາງ 3 ຄົນ, ສູນຫາຍ 4 ຄົນ ຢູ່ແຂວງຫົວພັນ, ບາດເຈັບ 6 ຄົນ; ເນື້ອທີ່ທໍາການຜະລິດເສຍຫາຍ ເກືອບ 2 ພັນເຮັກຕາ, ຕາຂ່າຍໄຟຟ້າ 1 ຈຸດ, ໂຮງຮຽນ 5 ແຫ່ງ, ສັດລ້ຽງ 25 ໂຕ, ເສັ້ນທາງເສຍຫາຍ 47 ແຫ່ງ, ຂົວ 5 ແຫ່ງ, ຊົນລະປະທານ 2 ແຫ່ງ, ສຸຂາພິບານ 17 ແຫ່ງ, ຮ້ານຄ້າ, ພາຫະນະ ແລະ ອື່ນໆ. ປັດຈຸບັນ ກໍາລັງເກັບກຳຂໍ້ມູນຜົນເສຍຫາຍລະອຽດນຳບັນດາແຂວງ ທີ່ໄດ້ຮັບຜົນກະທົບ ເນື່ອງຈາກນໍ້າຍັງບໍ່ທັນຫລຸດລົງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດແຂວງ ກຳລັງລົງສົມທົບກັບຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ລົງເກັບກໍາຂໍ້ມູນ ແລະ ປະເມີນມູນຄ່າເສຍຫາຍ. ສ່ວນການແກ້ໄຂສຸກເສີນຂອງບັນດາແຂວງ, ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ຊີ້ນຳຄະນະກຳ ມະການຄຸ້ມຄອງໄພພິບັດແຕ່ລະຂັ້ນໃນການຕິດຕາມ, ເຝົ້າລະວັງ ແລະ ຊຸກຍູ້ຂັ້ນເມືອງ, ຂັ້ນບ້ານ ເພື່ອຮັບມືກັບໄພພິບັດທີ່ເກີດຂຶ້ນເປັນຢ່າງດີ, ຈັດຕັ້ງສູນບັນຊາການຂັ້ນແຂວງ, ຂັ້ນເມືອງ ເພື່ອຮັບມືຕອບໂຕ້ກັບໄພພິບັດທີ່ເກີດຂຶ້ນ, ພ້ອມທັງປະສານງານ ແລະ ລະດົມທຸກພາກສ່ວນ ເພື່ອສະໜັບສະໜູນຊ່ວຍເຫລືອແກ້ໄຂສຸກເສີນໄພພິບັດໃນຄັ້ງນີ້. ພ້ອມນີ້, ຍັງໄດ້ຊີ້ນຳຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ສົມທົບກັບອຳນາດການປົກຄອງບ້ານ ສຸມໃສ່ແກ້ໄຂສຸກເສີນໃນການຊ່ວຍເຫລືອຄອບຄົວທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍ ໃນເບື້ອງຕົ້ນ ພ້ອມທັງລົງຕິດຕາມ, ຢ້ຽມຢາມໃຫ້ກຳລັງໃຈ, ມອບເງິນຊ່ວຍເຫລືອເບື້ອງຕົ້ນ ໃຫ້ບັນດາເມືອງຢູ່ແຂວງຊຽງຂວາງ ຈຳນວນ 140 ລ້ານກີບ, ມອບເງິນໃຫ້ຄະນະກຳມະການຂັ້ນເມືອງ ເພື່ອຕິດຕາມເຝົ້າລະວັງ 2 ເມືອງ ຄື: ເມືອງຊຽງເງິນ ແລະ ເມືອງນານ ຈຳນວນ 80 ລ້ານກີບ, ພ້ອມທັງເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ບັນດາເມືອງທີ່ໄດ້ຮັບຜົນກະທົບ.

ພ້ອມນັ້ນ, ຄະນະກຳມະການຂັ້ນແຂວງ ແລະ ຂັ້ນເມືອງ ຍັງໄດ້ສົມທົບກັບອໍານາດການປົກຄອງບ້ານ ກອບກູ້ເອົາປະຊາຊົນຜູ້ທີ່ຕົກຄ້າງ ແລະ ຜູ້ທີ່ເສຍຊີວິດກັບສູ່ຄອບຄົວ; ແກ້ໄຂເສັ້ນທາງບາງເສັ້ນຂອງແຕ່ລະເມືອງ ເພື່ອໃຫ້ການສັນຈອນໄປມາໄດ້ປົກກະຕິ; ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ໄດ້ສົມທົບກັບອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສຸມໃສ່ເກັບກຳຂໍ້ມູນ-ປະເມີນຜົນເສຍຫາຍ ເພື່ອລາຍງານຂັ້ນເທິງ ແລະ ວາງແຜນແກ້ໄຂສຸກເສີນ. ຕາມການລາຍງານປັດຈຸບັນ, ບັນດາແຂວງທີ່ໄດ້ຮັບຜົນກະທົບແມ່ນສະເໜີ ຂໍງົບປະມານ, ພະຫະນະ, ອຸປະກອນ ເພື່ອຮັບໃຊ້ແກ້ໄຂສຸກເສີນ, ຂໍເຄື່ອງຊ່ວຍເຫລືອອຸປະໂພກ-ບໍລິໂພກ, ຢາປົວພະຍາດ ເພື່ອມາແກ້ໄຂ້ສຸກເສີນ ແລະ ຟື້ນຟູຊ່ວຍເຫລືອພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນເສຍຫາຍ ຈາກໄພພິບັດໃຫ້ກັບຄືນສູ່ສະພາບປົກກະຕິ.

ລັດຖະມົນຕີກະຊວງກະສິກຳ-ສິ່ງແວດລ້ອມ ຊີ້ນຳວຽກງານທີ່ແຂວງສະຫວັນນະເຂດ

0

……..

ໃນວັນທີ 25 ກໍລະກົດຜ່ານມາ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມ ພ້ອມຄະນະ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງພະແນກກະສິກະ-ປ່າໄມ້ ແລະພະແນກຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມແຂວງ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ.

ໃນພິທີ, ທ່ານ ສຸນັນທາ ຈຸນລະມະນີ ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ແລະທ່ານ ແສນສັກ ພິມວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມແຂວງ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າ ລວມເຖິງການກະກຽມປັບປຸງກົງຈັກການຈັດຕັ້ງ ກໍຄືການໂຮມກັນຂອງສອງພະແນກການດັ່ງກ່າວ.

ທ່ານ ລິນຄຳ ດວງສະຫວັນ ໄດ້ໂອ້ລົມຫຼາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະພະແນກ ຕະຫຼອດເຖິງພະນັກງານຫຼັກແຫຼ່ງຂອງສອງພະແນກດັ່ງກ່າວ, ຊຶ່ງມິບາງຕອນວ່າ: 1)ສືບຕ່ໍຕັັ້ງໜ້າເສີມຂະຫຍາຍບົດບາດການນຳພາຂອງຄະນະພັກ, ຄະນະນຳແຕ່ລະຂັັ້ນ, ເອົາໃຈໃສ່ ແລະລົງເລິກສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານລັດຖະກອນພາຍໃນພະແນກ ແລະຫ້ອງການກະສິກຳ ແລະສິິ່ງແວດລ້ອມ ເມືອງ/ນະຄອນ.; 2) ຍົກສູງຄວາມຮັບຜິດຊອບໃນການຊຸກຍູ້ ແລະຕິດຕາມການປັບປຸງກົງຈັກການຈັດຕັັ້ງ ໃນຂະແໜງການຂັັ້ນແຂວງ ແລະຂັັ້ນເມືອງ ຕາມທິດກົງຈັກກະທັດຮັດ, ໜັກແໜ້ນ, ເຂັັ້ມແຂງ ແລະເຄືິ່ອນໄຫວມີປະສິດທິພາບ; 3) ປະສານສົມທົບກັບ ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັັ້ງຂັັ້ນແຂວງ ແລະສູນກາງໃນການສືບຕໍ່ປັບປຸງພາລະບົດບາດຂອງພະແນກໃຫ້ສຳເລັດ; 4) ໃຫ້ເອົາໃຈໃສ່ສົົ່ງເສີມການຜະລິດ ເພືິ່ອຄ້ຳປະກັນສະບຽງອາຫານ ໂດຍສະເພາະການຜະລິດເຂົ້າ, ຊີ້ນ, ປາ, ໄຂ່ ແລະພືດຜັກ ໃຫ້ຮັບປະກັນໃຫ້ພຽງພໍຕາມຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນແຂວງ; 5) ສືບຕໍ່ຊຸກຍູ້ສົົ່ງເສີມການຜະລິດເປັນສິນຄ້າ ເນັ້ນໃສ່ການປຸງແຕ່ງເພື່ອເພີິ່ມມູນຄ່າ ພ້ອມທັງກຳນົດສິນຄ້າຍຸດທະສາດປາຍແຫຼມ ທີິ່ເປັນທ່າແຮງ ແລະມີຕະຫຼາດຮອງຮັບ; 6) ໃຫ້ເອົາໃຈໃສ່ເພີິ່ມທະວີຕິດຕາມກວດກາການຈັດຕັັ້ງປະຕິບັດມາດຕະການເກືອດຫ້າມການນຳເຂົ້າສິນຄ້າກະສິກຳທີິ່ສາມາດຜະລິດໄດ້ຢູ່່ບັນດາດ່ານທ້ອງຖິິ່ນທແລະດ່ານປະເພນີ, ພ້ອມທັງປະເມີນຄືນ ການຈັດຕັັ້ງປະຕິບັດໃນໄລຍະຜ່ານມາ(ຜົນໄດ້-ຜົນເສຍ); 7) ໃຫ້ສືບຕໍ່ຈັດສັນເຂດການຜະລິດ ທີິ່ເປັນບູລິມະສິດ ແລະເປັນທ່າແຮງເຊັ່ນ: ດິນ, ນ້ຳ, ພື້ນທີິ່, ພືດຜັກ, ການລ້ຽງສັດເປັນຟາມ, ບັນດາປັດໄຈການຜະລິດຕ່າງໆໃຫ້ເປັນລະບົບຕ່ອງໂສ້ຄົບຊຸດ ໂດຍສະພາະການຫັນເປັນທັນສະໄໝ ຕິດພັນກັບການສ້າງຕັັ້ງເປັນກຸ່ມການຜະລິດ/ສະຫະກອນ ແລະສ້າງເປັນໂຮງງານປຸງແຕ່ງການຜະລິດກະສິກຳທີິ່ເປັນລະບົບຄົບຊຸດ;9) ສືບຕໍ່ສຸມໃສ່ຈັດຕັັ້ງປະຕິບັດຄຳສັ່ງເລກທີ15/ນຍ, ຄຳສັ່ງເລກທີ11/ນຍ ເພື່ອເພີິ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະນຳໃຊ້ປ່າໄມ້, ທີິ່ດິນປ່າໄມ້, ຕ້ານ ແລະສະກັດກັັ້ນການບຸກລຸກທຳລາຍປ່າໄມ້, ທີິ່ດິນປ່າໄມ້ ແລະໄຟໄໝ້ລາມປ່າ ໂດຍຫັນພະນັກງານລົງໄປປະຈຳ ແລະເຮັດວຽກຮ່ວມກັບອຳນາດການປົກຄອງຂັັ້ນເມືອງ, ຂັັ້ນບ້ານ ແລະປະຊາຊົນໃຫ້ມີປະສິດທິພາບ ແລະປະສິດທິຜົນກວ່າເກົ່າ; 10) ເພີິ່ມທະວີເປັນເຈົ້າການຈັດຕັັ້ງປະຕິບັດການອອກໃບຕາດິນໃຫ້ສຳເລັດຕາມຄາດໝາຍທີິ່ໄດ້ກຳນົດໄວ້; 11) ຮີບຮ້ອນປະສານສົມທົບກັບສູນກາງໃນການສຳຫຼວດເກັບກຳຂໍ້ມູນເພືິ່ອຂຶ້ນທະບຽນຮັບຮູ້ສິດການນຳໃຊ້ທີິ່ດິນຂອງປະຊາຊົນໃນເຂດ 3 ປະເພດປ່າ ແລະນຳສະເໜີອອກໃບຕາດິນໃນເຂດ 3 ປະເພດປ່າຕາມລະບຽບການ; 12) ສືບຕໍ່ ກວດກາການນຳໃຊ້ທີິ່ດິນຂອງບັນດາໂຄງການລົງທຶນທີິ່ໄດ້ຮັບອະນຸຍາດເຊົ່າ ແລະສຳປະທານຈາກລັດໃນໄລຍະຜ່ານມາ ທີິ່ນຳໃຊ້ທີິ່ດິນບໍ່ຖືກຕ້ອງຕາມເປົ້າໝາຍ ແມ່ນໃຫ້ສະເໜີຂັັ້ນເທິງຍົກເລີກຕາມຂັັ້ນຕອນ ເພື່ອໃຫ້ຜູ້ມີທ່າແຮງ ແລະເຮັດແທ້ທຳຈິງເຂົ້າມາພັດທະນາ, ຈາກນີ້ ທ່ານ ປອ ລິນຄຳ ດວງສະຫວັນ ກໍ່ຍັງໄດ້ມີການເຈາະຈີ້ມ ແລະໃຫ້ທິດຊີ້ນຳທີ່ເປັນປະໂຫຍດຕໍ່ການຈັດຕັ້ງປະຕິບັດວຽກງານກະສິກຳ ແລະສິ່ງແວດລ້ອມຂອງແຂວງສະຫວັນນະເຂດ ເພື່ອໃຫ້ມີການພັດທະນາດີຂຶ້ນກວ່າເກົ່າ ແລະບັນລຸຕາມແຜນການຄາດໝາຍທີ່ວາງໄວ້.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ລມຕ ກະຊວງການຕ່າງປະເທດລາວ- ຫວຽດນາມ ພົບປະທາງໄກ

0

……

ໃນຕອນບ່າຍຂອງວັນທີ 28 ກໍລະກົດ ນີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍຜ່ານລະບົບທາງໄກກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ.

ໃນໂອກາດນີ້, ຝ່າຍຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການຢ້ຽມຢາມທາງການປະເທດກຳປູເຈຍ ຂອງລັດຖະມົນຕີຕ່າງປະເທດແຫ່ງ ສປປ ລາວ ໃນລະຫວ່າງວັນທີ 24-26 ກໍລະກົດ ຜ່ານມາ ແລະ ສະແດງຄວາມຂອບໃຈ ທີ່ຝ່າຍລາວ ໄດ້ເປັນເຈົ້າພາບຈັດອາຫານເຊົ້າແບບເຮັດວຽກ ໃຫ້ແກ່ 3 ລັດຖະມົນຕີຕ່າງປະເທດ ລາວ-ຫວຽດນາມ-ກຳປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 58 ທີ່ ປະເທດມາເລເຊຍ. ສອງລັດຖະມົນຕີຕ່າງປະເທດ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສຳເລັດຕົວຈິງ ຢ່າງຕໍ່ເນື່ອງ ໃນໄລຍະຜ່ານມາ. ພ້ອມນີ້, ສອງຝ່າຍ ຍັງເຫັນດີທີ່ຈະຮ່ວມມືກັນຢ່າງໃກ້ຊິດ ໃນການເປັນເສນາທິການໃຫ້ແກ່ການນໍາຂັ້ນສູງຂອງສອງປະເທດ ເພື່ອສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງຂອງການນໍາຂັ້ນສູງ ຂອງສອງພັກ, ສອງລັດ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນ ການກະກຽມໃຫ້ແກ່ການນໍາຂັ້ນສູງຂອງສອງປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 2025) ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 2025) ລວມທັງການກະກຽມໃຫ້ແກ່ການຈັດກອງປະຊຸມປຶກສາຫາລືທາງດ້ານເມືອງລະດັບລັດຖະມົນຕີຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12 ທີ່ ສສ ຫວຽດນາມ ຈະເປັນເຈົ້າພາບໃນທ້າຍປີ 2025 ນີ້. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບ ສະພາບການທີ່ພົ້ນເດັ່ນ ຢູ່ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ຂ່າວ: ກະຊວງການຕ່າງປະເທດ

ຮອງນາຍົກລັດຖະມົນຕີ ຕາງໜ້າຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ມອບເຄື່ອງຊ່ວຍເຫຼືອແຂວງຊຽງຂວາງ

0

ໃນໂອກາດທີ່ສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຊຽງຂວາງ ພ້ອມດ້ວຍຄະນະ ເຄື່ອນໄຫວ ຊຸກຍູ້ ແລະ ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງ, ໃນຕອນບ່າຍ ຂອງວັນທີ 28 ກໍລະກົດ 2025 ທີ່ຫ້ອງວ່າການແຂວງດັ່ງກ່າວ, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ສະພາບຜົນກະທົບ ແລະ ຜົນເສຍຫາຍ ໄພພິບັດນໍ້າຖ້ວມ ຈາກສະຫາຍ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງໆຊຽງຂວາງ ເຫັນວ່າ ໃນລະຫວ່າງ ວັນທີ 21-26 ກໍລະກົດ 2025 ທີ່ຜ່ານມາ ໄດ້ເກີດມີຝົນຕົກໜັກ ເຮັດໃຫ້ນໍ້າຍຶ່ງຖ້ວມ, ນໍ້າໄຫຼຊຸ, ດິນເຈື່ອນ… ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຢູ່ 7 ເມືອງ, 136 ບ້ານ. ໃນນັ້ນ, ໄດ້ມີຜູ້ເສຍຊີວິດ 4 ຄົນ, ບາດເຈັບ 11 ຄົນ ແລະ ຊັບສິນເສຍຫາຍຢ່າງຫຼວງຫຼາຍ.

ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມເຫັນອົກເຫັນໃຈ ຕໍ່ປະຊາຊົນ ທີ່ປະສົບໄພນໍ້າຖ້ວມ ກໍ່ຄືສະພາບຜົນເສຍຫາຍ ທີ່ເກີດຂຶ້ນໃນຄັ້ງນີ້ ຊຶ່ງເຫັນວ່າໜັກໜ່ວງ ແລະ ມີຜົນເສຍຫາຍຫຼາຍກວ່າປີຜ່ານໆມາ; ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຄະນະພັກ-ຄະນະນໍາ ແລະ ພາກສ່ວນກ່ຽວຂ້ອງທຸກຂັ້ນ ຕະຫຼອດຮອດສັງຄົມ ທີ່ໄດ້ພ້ອມກັນສຸມໃສ່ໃຫ້ການຊ່ວຍເຫຼືອປະຊາຊົນ ວ່ອງໄວທັນການສົມຄວນ, ພ້ອມທັງ ແກ້ໄຂບັນຫາດັ່ງກ່າວ ດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ.

ຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ມອບເງິນ ພ້ອມດ້ວຍ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າທັງໝົດ 769,500,000 ກີບ (ເຈັດຮ້ອຍຫົກສິບເກົ້າລ້ານຫ້າແສນກີບ) ໃຫ້ອຳນາດການປົກຄອງແຂວງຊຽງຂວາງ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ທີ່ປະສົບໄພຕົວຈິງ ແລະ ແກ້ໄຂຜົນກະທົບທີ່ເກີດຂຶ້ນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.