Sunday, September 21, 2025
Home Blog Page 38

ອັດຕາເງິນເຟີ້ ປະຈໍາເດືອນກໍລະກົດປີ້ນີ້ ຢູ່ໃນລະດັບ 5.3%

0

ສະພາບອັດຕາເງິນເຟີ້ຂອງ ສປປ ລາວ ສືບຕໍ່ຫຼຸດລົງເປັນເດືອນທີ 3 ຕິດຕໍ່ກັນໃນເດືອນກໍລະກົດນີ້, ພາຍຫຼັງທີ່ຫຼຸດລົງມາຢູ່ໃນລະດັບ 1 ໂຕເລກ ໃນເດືອນພຶດສະພາຜ່ານມາ ຄືຢູ່ໃນລະດັບ 8.3%, ເດືອນມິຖຸນາ 7.2% ແລະ ເດືອນກໍລະກົດ 5.3% ຊຶ່ງກໍເປັນທ່າອ່ຽງທີ່ດີ ເພື່ອປະກອບສ່ວນໃຫ້ປະເທດເຮົາ ບັນລຸເປົ້າໝາຍຕາມ ມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 153/ສພຊ, ລົງວັນທີ 12 ທັນວາ ປີ 2024 ທີ່ໄດ້ວາງໄວ້ວ່າຈະສູ້ຊົນໃຫ້ອັດຕາເງິນເຟີ້ຢູ່ໃນລະດັບ 1 ໂຕເລກ ໃນທ້າຍປີ 2025.

ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນກໍລະກົດ 2025 ຂອງສູນສະຖິຕິແຫ່ງຊາດ ກະຊວງການເງິນ ໄດ້ລາຍງານໃນວັນທີ 28 ກໍລະກົດ ຜ່ານມາວ່າ: ອັດຕາເງິນເຟີ້ເດືອນກໍລະກົດ 2025 ແມ່ນສືບຕໍ່ເໜັງຕີງເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງຊຶ່ງຢູ່ໃນລະດັບ 5.3% (ເດືອນມິຖຸນາ 7.2%); ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງກວ່າໝູ່ແມ່ນໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມເພີ່ມຂຶ້ນ 16.1%, ໝວດຮັກສາສຸຂະພາບ ແລະ ຢາເພີ່ມຂຶ້ນ 14.6%, ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 11.3%, ໝວດເຄື່ອງໃຊ້ໃນເຮືອນເພີ່ມຂຶ້ນ 10.1%, ໝວດການສຶກສາເພີ່ມຂຶ້ນ 9.3%, ໝວດຮ້ານອາຫານ ແລະ ໂຮງແຮມເພີ່ມຂຶ້ນ 9.0%, ໝວດເຫຼົ້າ ແລະ ຢາສູບ 9.0%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບເພີ່ມຂຶ້ນ 8.3%. ສໍາລັບ, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າເພີ່ມຂຶ້ນ 4.1%.

ພ້ອມກັນນັ້ນ, ເມື່ອສັງເກດການປ່ຽນແປງຂອງລາຄາເດືອນກໍລະກົດທຽບກັບເດືອນມິຖຸນາ 2025 ເຫັນວ່າລາຄາສິນຄ້າ ແລະ ບໍລິການເພີ່ມຂຶ້ນຢູ່ໃນລະດັບ 0.5%. ໃນນັ້ນ, ໝວດສິນຄ້າທີ່ເໜັງຕີງເພີ່ມຂຶ້ນສູງແມ່ນໝວດທີ່ພັກອາໄສ, ນໍ້າປະປາໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມເພີ່ມຂຶ້ນ 1.3% ພົ້ນເດັ່ນແມ່ນການເພີ່ມຂຶ້ນຂອງລາຄານໍ້າປະປາເພີ່ມຂຶ້ນ 17.7%, ລາຄາໄຟຟ້າເພີ່ມຂຶ້ນ 1.2%; ໝວດຄົມມະນາຄົມ ແລະ ການຂົນສົ່ງເພີ່ມຂຶ້ນ 0.9% ພົ້ນເດັ່ນນໍ້າມັນແອັດຊັງທໍາມະດາເພີ່ມຂຶ້ນ 3.6%, ກາຊວນເພີ່ມຂຶ້ນ 6.5%; ໝວດເຫຼົ້າ ແລະ ຢາສູບເພີ່ມຂຶ້ນ 0.8% ພົ້ນເດັ່ນແມ່ນເຫຼົ້າເພີ່ມຂຶ້ນ 2%, ຢາສູບ 2%; ໝວດຮ້ານອາຫານ ແລະ ໂຮງແຮມເພີ່ມຂຶ້ນ 0,7% ພົ້ນເດັ່ນແມ່ນລາບຊີ້ນເພີ່ມຂຶ້ນ 1.7%, ປີ້ງໄກ 1.3%, ເບຍ 0.9%; ໝວດເຄື່ອງໃຊ້ໃນເຮືອນເພີ່ມຂຶ້ນ 0,5% ພົ້ນເດັ່ນເຊື່ອສະປີງເພີ່ມຂຶ້ນ 2.5%, ແຟບຊັກເຄື່ອງ 1.2%, ໝໍ້ຫຸງເຂົ້າໄຟຟ້າ 0.6%.

ຜົນການສຶກສາພົບວ່າ ການໃຊ້ສາຍຕາ ຄືກຸນແຈສຳລັບການສື່ສານ

0

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: HAVIC Lab, ຫ້ອງທົດລອງຢູ່ມະຫາວິທະຍາໄລ Flinders ໃນປະເທດອົສຕຣາລີ ເປີດເຜີຍວ່າ, ການຄົ້ນຄວ້າທີ່ນໍາພາໂດຍນັກວິທະຍາສາດອົສຕຣາລີໄດ້ເປີດເຜີຍໃຫ້ເຫັນວ່າ “ຈັງຫວະຂອງການເບິ່ງຕາ” ແມ່ນປັດໄຈສໍາຄັນໃນການສື່ສານລະຫວ່າງມະນຸດ ແລະ ຫຸ່ນຍົນ.

ນອກຈາກການເບິ່ງຕາທີ່ມີຄວາມສຳຄັນແລ້ວ, ຈັງຫວະເວລາ ແລະ ວິທີການເບິ່ງຕາຍັງສົ່ງຜົນຕໍ່ຄວາມໝາຍຂອງການສື່ສານດ້ວຍເຊັ່ນກັນ. ໂດຍ ທ່ານ ນາທານ ຄາຣູອານາ ນັກວິທະຍາສາດດ້ານລະບົບປະສາດສະຕິປັນຍາ ແລະ ຫົວໜ້າຫ້ອງທົດລອງ ເປີດເຜີຍວ່າ: ການຄົ້ນພົບດັ່ງກ່າວຊ່ວຍຖອດລະຫັດໜຶ່ງໃນພຶດຕິກໍາທີ່ເປັນທຳມະຊາດຂອງມະນຸດ ແລະ ວິທີການໃຊ້ສາຍຕາເຊື່ອມຕໍ່ກັບຄົນອື່ນໄດ້ດີຂຶ້ນ, ບໍ່ວ່າຈະເປັນເພື່ອນຮ່ວມງານ, ຫຸ່ນຍົນ ຫຼື ຄົນທີ່ມີຮູບແບບການສື່ສານທີ່ແຕກຕ່າງກັນ.

ໃນການທົດລອງກັບຜູ້ເຂົ້າຮ່ວມ 137 ຄົນ ພົບວ່າ: ລຳດັບການເບິ່ງທີ່ມີປະສິດທິຜົນທີ່ສຸດໃນການຕິດຕໍ່ສື່ສານຄວາມຕ້ອງການການຊ່ວຍເຫຼືອທີ່ບໍ່ໃຊ້ຄໍາເວົ້າຄືການເບິ່ງວັດຖຸ, ເບິ່ງຕາ, ແລ້ວກັບໄປເບິ່ງວັດຖຸ. ໂດຍ ທ່ານ ຄາຣູອານາ ອະທິບາຍວ່າ: ຄວາມໝາຍຂອງການແນມເບິ່ງແມ່ນຂຶ້ນກັບບໍລິບົດ ແລະ ລຳດັບ, ບໍ່ແມ່ນຄວາມຖີ່ຂອງການແນມເບິ່ງຢ່າງດຽວ ແລະ ທີ່ໜ້າສົນໃຈ, ຄືຜູ້ເຂົ້າມີປະຕິກິລິຍາຄ້າຍຄືກັນ ບໍ່ວ່າຈະກັບມະນຸດ ຫູື ຫຸ່ນຍົນ.

ທ່ານ ຄາຣູອານາ ກ່າວຕື່ມວ່າ: ມະນຸດມີທ່າອ່ຽງທີ່ຈະຕອບສະໜອງຕໍ່ສັນຍານທາງສັງຄົມ, ເຖິງແມ່ນວ່າຈະມາຈາກເຄື່ອງຈັກ ແລະ ຄວາມເຂົ້າໃຈເຫຼົ່ານີ້ສາມາດຊ່ວຍເພີ່ມການເຊື່ອມຕໍ່ລະຫວ່າງຄົນ ແລະ ເຕັກໂນໂລຊີ.

ການຄົ້ນຄວ້າດັ່ງກ່າວໄດ້ຈັດພິມໃນວາລະສານ Royal Society Open Science ຍັງສະເໜີວ່າການໃສ່ລັກສະນະການເບິ່ງແບບມະນຸດລົງໃນຫຸ່ນຍົນ ຫຼື ຜູ້ຊ່ວຍສະເໝືອນຈິງ ອາດຊ່ວຍໃຫ້ພວກເຂົາສື່ສານໄດ້ຢ່າງມີປະສິດທິຜົນ ແລະ ເຂົ້າໃຈງ່າຍຂຶ້ນ.

ນອກຈາກນີ້, ຜົນການສຶກສາຍັງອາດຖືກນໍາໄປໃຊ້ກັບສະຖານະການທີ່ສໍາຄັນອື່ນໆ ເຊັ່ນ: ກິລາ, ການປ້ອງກັນ ຫຼື ສະຖານທີ່ເຮັດວຽກທີ່ມີສຽງລົບກວນ ລວມທັງຊ່ວຍເຫຼືອຜູ້ທີ່ເພິ່ງພາສັນຍານໃນການສື່ສານເຊັ່ນ: ຜູ້ທີ່ມີອາການອໍທີສຕິກ ຫຼື ຜູ້ພິການທາງການໄດ້ຍິນ.

ຜ່ານຮ່າງເນືື້ອໃນເອກະສານກອງປະຊຸມໃຫຍ່ ແລະ ທາບ ທາມບຸກຄະລາກອນສະໝັກເຂົ້າຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

0

ສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາງພັກ ໄດ້ຈັດກອງປະຊຸມຜ່ານຮ່າງເນືື້ອໃນ ເອກະສານກອງປະຊຸມໃຫຍ່ ແລະ ທາບທາມບຸກຄະລາກອນ ສະໝັກເຂົ້າຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX (ຮອບທີ 1) ຂຶ້ນໃນວັນທີ 29 ກໍລະກົດ 2025 ເພື່ອພ້ອມກັນຄົ້ນຄ້ວາ ແລະ ປະກອບຄຳເຫັນຕໍ່ຮ່າງເນື້ອໃນເອກະສານ ກອງປະຊຸມໃຫ່ຍຜູ້ແທນ ແມ່ຍິງລາວທົ່ວປະເທດ ຄັ້ງທີ 9 ໃຫ້ມີເນື້ອໃນຈະແຈ້ງ, ເລິກເຊິ່ງ, ຖືກ ຕ້ອງ, ຄົບຖ້ວນສົມບູນ. ພ້ອມນີ້ ກໍເພື່ອຄັດເລືອກ-ເລືອກເຟັ້ນ ເອົາບຸກຄະລາກອນ ຜູ້ທີ່ຈະສະໝັກເລືອກຕັ້ງເຂົ້າໃນໂຄງ ປະກອບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ 9 ໃຫ້ຖືກຕ້ອງຕາມາດຕະຖານ ມີເງື່ອນໄຂຄົບຖ້ວນ, ຮັບປະກັນລັກສະນະ ສືບທອດ-ປ່ຽນແທນ ເພື່ອຕອບສະໝອງໄດ້ ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່.

ໃນໂອກາດນີ້, ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນະອົບຮົມສູນກາງພັກ ໄດ້ກ່າວວ່າ: ປັດຈຸບັນ, ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ນັບແຕ່ຂັ້ນຮາກຖານຮອດຂັ້ນ ກະຊວງ-ອົງການ, ແຂວງ, ນະຄອນ ຫລວງ ແມ່ນໄດ້ສຳເລັດໃນຂອບເຂດທົ່ວປະເທດ ສໍາລັບສະຫະພັນແມ່ຍິງ ພາກສ່ວນທີ່ຖືກໂຮມກົງຈັກ ບາງບ່ອນກໍໄດ້ ສຳເລັດການບົ່ງຕົວແຕ່ງຕັ້ງແລ້ວ. ການປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍໂຮມເອົາວຽກງານສື່ມວນຊົນ (ວຽກງານຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ສໍາເລັດຂັ້ນພື້ນຖານ ສະເພາະຄະນະສະຫະພັນແມ່ຍິງ, ຄະນະໜ່ວຍແມ່ຍິງ ແລະ ຄະນະສະຫະພັນແມ່ຍິງ ຮາກຖານ ກໍຈະໄດ້ມີການປັບປຸງເຊັ່ນກັນ ໂດຍສອດຄ່ອງຕາມທິດຊີ້ນຳຂອງຂັ້ນເທິງ ກໍຄື ຄະນະຮັບຜິດຊອບ ປັບປຸງກົງຈັກຂັ້ນສູນກາງ. ສຳລັບກອງປະຊຸມຄັ້ງນີ້, ໄດ້ດຳເນີນເປັນ 2 ວາລະຄື: ປະກອບຄຳເຫັນ ຕໍ່ຮ່າງບັນດາເນື້ອໃນເອກະສານ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ເພື່ອພິຈາລະນາ ແລະ ຮັບຮອງ, ໃນນີ້ ປະກອບມີ 3 ເອກະສານຕົ້ນຕໍ ຄື: ຮ່າງລາຍງານການເມືອງ; ຮ່າງແຜນພັດທະນາແມ່ຍິງລາວ ໄລຍະ 5 ປີ (2026-2030); ຮ່າງກົດລະບຽບສະຫະພັນແມ່ຍິງລາວ (ສະບັບປັບປຸງ). ນອກຈາກນີ້, ກໍໄດ້ທາບທາມບຸກຄະລາກອນ ເພື່ອສະໝັກຮັບເລືອກຕັ້ງເປັນ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ເຊິ່ງຜົນຂອງກອງປະຊຸມ ຈະກາຍເປັນບ່ອນອີງທີ່ສໍາຄັນ ເພື່ອໃຫ້ຄະນະຮັບຜິດຊອບຊີ້ນໍາ ການກະກຽມດຳເນີນກອງປະຊຸມໃຫຍ່ ນຳໄປຄົ້ນຄວ້າ, ພິຈາລະນາ ແລະ ປັບປຸງໃຫ້ຖືກຕ້ອງ, ສົມບູນ, ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການ ກໍຄື ຄວາມມຸ່ງມາດປາຖະໜາຕົວຈິງຂອງແມ່ຍິງລາວບັນດາເຜົ່າ ໃນໄລຍະ 5 ປີ ຕໍ່ໜ້າ.

ໂອກາດດຽວກັນ, ທ່ານ ນາງ ຈັນສຸກ ພິມມະວັນ ປະທານສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາພັກ ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ ກອງປະຊຸມແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ຫລັງຈາກນີ້, ທ່ານ ນາງ ຈັນທະວົງ ຫລວງລາດ ຮອງປະທານສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາພັກ ກໍໄດ້ຜ່ານຮ່າງບົດສະຫລຸບ ການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ໄລຍະ 5 ປີ (2026-2030); ທ່ານ ນາງ ມຸກດວັນ ທຸມມະອາໄພ ຄະນະສະຫະພັນ ຄະນະໂຄສະນະອົບຮົມສູນກາງພັກ ກໍໄດ້ຜ່ານຮ່າງກົດລະບຽບສະຫະພັນແມ່ຍິງລາວ (ສະບັບປັບປຸງ).

ອົດສະຕຣາລີ-ອັງກິດ ເຊັນສົນທິສັນຍາສະບັບໃໝ່ໄລຍະ 50 ປີ

0

ວິທະຍຸກະຈາຍສຽງຫວຽດນາມ ເມື່ອບໍ່ດົນມານີ້ ວັນທີ 26 ກໍລະກົດ, ອົດສະຕຣາລີ ແລະ ອັງກິດ ໄດ້ເຊັນສົນທິສັນຍາສະບັບໃໝ່ດ້ວຍໄລຍະ 50 ປີ ເພື່ອແນໃສ່ ປັບປຸງ ໂຄງການ ກຳປັ່ນດຳນ້ຳນິວເຄລຍສາມຝ່າຍ AUKUS (ລວມມີ ອົດສະຕຣາລີ, ອັງກິດ ແລະ ສ.ອາເມລິກາ), ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງສອງປະເທດ ຕໍ່ແຜນການນີ້ໃນສະພາບການ ສ.ອາເມລິກາ ພວມພິຈາລະນາສົນທິສັນຍາສາມຝ່າຍຄືນໃໝ່. ຖະແຫລງການຮ່ວມລະຫວ່າງອົດສະຕຣາລີ ແລະ ອັງກິດ ຊີ້ແຈ້ງວ່າສົນທິສັນຍາສະບັບໃໝ່ຈະອະນຸຍາດສອງປະເທດ ຮ່ວມມືຢ່າງຮອບດ້ານ ບັນດາລາຍການຕ່າງຄື: ການອອກແບບ, ປະດິດແຕ່ງ, ເຄື່ອນໄຫວ, ບຳລຸງຮັກສາ ແລະ ແກ້ໄຂກຳປັ່ນດຳນ້ຳ SSN-AUKUS ໃໝ່, ກໍ່ຄືໜູນຊ່ວຍບັນດາການຢ້ຽມຢາມທ່າກຳປັ່ນ ແລະ ການມີໜ້າຢ່າງໝູນວຽນຂອງກຳປັ່ນດຳນ້ຳ Astute ຂອງອັງກິດ ຢູ່ຖານທີ່ໝັ້ນກອງທັບເຮືອ ໃກ້ກັບຢູ່ຝັ່ງທະເລ ທາງທິດຕາເວັນຕົກອົດສະຕຣາລີ. ຖະແຫລງການເນັ້ນໜັກວ່າສົນທິສັນຍາສະບັບນີ້ໃຫ້ຄຳໝັ້ນ ສັນຍາວ່າ 50 ປີ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍອັງກິດ ແລະ ອົດສະຕຣາລີ ຕໍ່ໄປໃນຂອບເຂດເສົາຄ້ຳ I ຂອງ AUKUS ແລະ ໄດ້ຮັບການສ້າງຕັ້ງບົນພື້ນຖານຢ່າງໝັ້ນແກ່ນ ຂອງການຮ່ວມມືສາມຝ່າຍ AUKUS.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສປ ຈີນ ຍິງດາວທຽມວົງໂຄຈອນຕ່ຳ ສຳລັບອິນເຕີເນັດຜ່ານດາວທຽມສຳເລັດ

0

ວິທະຍຸສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້ ສປ ຈີນ​ ໄດ້ຍິງ​ດາວ​ທຽມ​ຈຸ 5 ໃນວົງໂຄ​ຈອນ​ຕ່ຳ​ ສຳ​ລັບອິນ​ເຕີ​ເນັດ ​ຜ່ານ​ດາວ​ທຽມດ້ວຍ​ຈະຫລວດ​ສົ່ງ​ຍານ CZ 6 ຢູ່​ສູນ​ຍິງ​ດາວ​ທຽມໄທ້​ຢວນ, ດາວ​ທຽມ​ໄດ້​ເຂົ້າ​ສູ່ວົງ​ໂຄ​ຈອນຕາມ​ແຜນ​ການເຮັດ​ໃຫ້​ພາ​ລະ​ກິດ ​ຍິງ​ສົ່ງ​ ປະ​ສົບ​ຜົນ​ສຳ​ເລັດ ​ຢ່າງ​ຈົບ​ງາມ. ນີ້ແມ່ນ ​ພາ​ລະ​ກິດ ​ຄັ້ງ​ທີ 585 ຂອງ​ຈະຫລວດ ​ສົ່ງ​ຍານ CZ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ໄທ-ກຳປູເຈຍ ບັນລຸຂໍ້ຕົກລົງການຢຸດຍິງ ຢ່າງເປັນທາງການ

0

ວິທະຍຸສາກົນ ແຫ່ງ ສປ ຈີນ, ທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີມາເລເຊຍ ປະກາດວ່າ ທ່ານ ຮຸນ ມາເນັດ, ນາຍົກລັດຖະມົນຕີ ກຳປູເຈຍ ແລະ ທ່ານ ພູມທຳ ເວດຊະຍະໄຊ, ຮັກສາການ ນາຍົກ ລັດຖະ ມົນຕີໄທ ໄດ້ພົບປະພິເສດຢູ່ ນະຄອນຫລວງ ກົວລາລຳເປີ ຂອງມາເລເຊຍ ເພື່ອປຶກສາກ່ຽວກັບ ສະຖານະການ ຢູ່ຊາຍແດນ ຂອງສອງ ປະເທດ. ໃນກອງປະຊຸມ ຖະແຫລງຂ່າວຮ່ວມທີ່ຈັດຂຶ້ນ ຫລັງການພົບ ປະຄັ້ງນີ້ ສິ້ນສຸດລົງ, ໂດຍທັງ ສອງຝ່າຍ ໄດ້ບັນລຸ ຂໍ້ຕົກລົງ ຕໍ່ການຢຸດຍິງ ຢ່າງເປັນ ທາງການ ເວລາ 24ໂມງ ຂອງວັນທີ 28 ກໍລະກົດນີ້ ເປັນຕົ້ນໄປ.

ໄທ ແລະ ກຳປູເຈຍ ໄດ້ເລີ່ມປະທະກັນ ຢູ່ເຂດຊາຍແດນ ຂອງສອງປະເທດ ນັບແຕ່ ວັນທີ 24 ກໍລະກົດນີ້ ແລະ ໄດ້ຍິງປືນ ສູ້ຮົບກັນ ຢ່າງຕໍ່ເນື່ອງ ເປັນເວລາ ຫລາຍວັນ, ຕ່າງກໍກ່າວໂທດ ຝ່າຍກົງກັນຂ້າມ ວ່າລະເມີດ ກົດໝາຍສາກົນ. ອີງຕາມ ຕົວເລກ ທີ່ສອງຝ່າຍ ປະກາດ ການປະທະກັນ ຄັ້ງນີ້ ໄດ້ເຮັດໃຫ້ ມີຜູ້ເສຍຊີວິດ ແລະ ຮັບບາດເຈັບ 100 ກວ່າຄົນ, ປະຊາຊົນ 100.000 ກວ່າຄົນ ຖືກຍົກຍ້າຍ ໄປຢູ່ເຂດທີ່ປອດໄພ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ພີເອັນເຄຟາມ ນົກກະຈອກເທບ ແລະ ອິນທະຜາລຳ ຈະເປີດໃຫ້ເຂົ້າຊົມໃນວັນທີ 8-10 ສິ່ງຫານີ້

0

ຖືວ່າເປັນຂ່າວດີສຳລັບລູກຄ້າອິນທະຜາລຳ ເນື່ອງຈາກວ່າທາງພີເອັນເຄຟາມ  (PNK Farm) ນົກກະຈອກເທບ ແລະ ອິນທະຜາລຳ ຈະເປີດໃຫ້ລູກຄ້າທຸກໆທ່ານໄດ້ເຂົ້າໄປຕັດຊື້ອິນທະຜາລຳສົດໆຈາກຕົ້ນເລີຍໃນລະຫວ່າງວັນທີ 8-10/8/2025 ທີ່ຈະມາເຖິງນີ້ ທີ່ບ້ານສິມມະໂນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເຊິ່ງປີໜຶ່ງມີພຽງຄັ້ງດຽວເທົ່ານັ້ນ ແລະ ປີນີ້ກໍ່ເປັນປີທຳອິດທີ່ໄດ້ເປີດໃຫ້ເຂົ້າຊົມ. ເມື່ອກ່າວເຂົ້າສູ່ເດືອນ 7-8 ຂອງທຸກໆປີຈະແມ່ນລະດູການອິນທະຜາລຳໃຫ້ຜົນຜະລິດແກ່ຊາວສວນ ກໍຄື ສັງຄົມໄດ້ບໍລິໂພກ. ເມື່ອຫວນຄືນກ່ອນໜ້ານີ້ປະເທດເຮົາແມ່ນບໍ່ຄ່ອຍໄດ້ປູກໝາກອິນທະຜາລຳເທົ່າໃດ, ຈຳເປັນຕ້ອງໄດ້ນຳຈາກຕ່າງປະເທດມາເພື່ອບໍລິໂພກ, ແຕ່ມາໃນປັດຈຸບັນຊາວກະສິກອນສ່ວນຫລາຍໄດ້ຫັນປູກອິນທະຜາລຳຫລາຍຂຶ້ນເນື່ອງຈາກເປັນສິນຄ້າເສດຖະກິດໃໝ່ທີ່ໃຫ້ຜົນຕອບຮັບດີ ແລະ ທີ່ສຳຄັນເພື່ອຫລຸດຜ່ອນການນຳເຂົ້າໝາກໄມ້ຈາກຕ່າງປະເທດ, ດັ່ງນັ້ນ ພັກ-ລັດ ຈຶ່ງມີນະໂຍບາຍທິດທາງສົ່ງເສີມການປູກສິນຄ້າຫລາຍກາຍເປັນເສດຖະກິດ.

ທ່ານ ນາງ ເພັນພອນ ປະຖຳມະວົງ ເຈົ້າຂອງ PNK Farm ນົກກະຈອກເທບ ແລະ ອິນທະຜາລຳ  ໄດ້ໃຫ້ສຳພາບຕໍ່ນັກຂ່າວສຳນັກຂ່າວສານປະເທດລາວໃນທ້າຍອາທິດຜ່ານມານີ້ວ່າ: ຈຸດເລີ່ມຕົ້ນຂອງການມາເຮັດສວນອິນທະຜາລຳຫລັກໆແມ່ນເກີດມາຈາກການເຮັດຟາມນົກກະຈອກເທບມາກ່ອນເມື່ອເຫັນວ່າໄດ້ຮັບຜົນສຳເລັດຈາກການເຮັດຟາມ ແລະ ໄດ້ຮັບຕອບຮັບທີ່ດີຈາກສັງຄົມແລ້ວ, ກໍມີແນວຄິດຢາກເຮັດກະສິກຳເພີ່ມເຕີມເນື່ອງຈາກພື້ນທີ່ຍັງກວ້າງຂວາງ ແລະ ຍ້ອນຄວາມມັກຮັກຂອງພໍ່ແມ່ຂອງຄອບຄົວໃນດ້ານນີ້ແດ່ ຈຶ່ງໄດ້ປຶກສາຫາລືກັນປູກອິນທະຜາລຳ ປະສົມປະສານກັບການລ້ຽງສັດໄປພ້ອມໃນເນື້ອທີ່ທັງໝົດ 3 ເຮັກຕາ, ໃນນັ້ນໄດ້ແບ່ງເປັນແຕ່ລະສ່ວນຄື: ແບ່ງປູກຕົ້ນອິນທະຜາລຳ 150 ຕົ້ນ, ເຮັດຟາມນົກກະຈອກເທບຊີ້ນຈະມີຄອກພໍ່ພັນແມ່ພັນ, ຄອກນົກກະຈອກເທບແຕ່ລະລຸ້ນ,ຄອກອະນຸບານນົກກະຈອກເທບນ້ອຍ, ລ້ຽງແກະ ແລະ ລ້ຽງງົວພັນຕື່ມທີ່ເປັນພັນນຳເຂົ້າຈາກຕ່າງປະເທດ, ໃນນັ້ນກໍໄດ້ປູກຫຍ້າໄວ້ເກືອສັດຈຳນວນໜຶ່ງ. ສວນອິນທະຜາລຳ ຂອງພວກເຮົາແມ່ນເລີ່ມປູກມາແຕ່ປີ 2022 ເປັນຕົ້ນມາເຊິ່ງປັດຈຸບັນໄດ້ 4 ປີແລ້ວ, ໃນເບື້ອງຕົ້ນແມ່ນນຳເຂົ້າແນວພັນຈາກຕ່າງປະເທດ ຄື ປະເທດຝຣັ່ງ, ອາເມລິກາ ແລະ ປະເທດອັງກິດ, ຈະມີສອງສີຄື ສີເຫລືອງ ແລະ ສີແດງ, ລວມມີ 8 ສາຍພັນເປັນຕົ້ນສາຍພັນບຣາຮີ, ອຳເອັດດຣາຮາມ, ພັນເດຣມ ທີ່ເປັນສາຍພັນແນະນຳທາງສວນ, ສ່ວນສາຍພັນອື່ນໆແມ່ນຈະແນະນຳໃຫ້ລູກຄ້າທຸກທ່ານທີ່ມາໃນມື້ເປີດສວນຕື່ມ. ສ່ວນວິຊາການປູກຕົ້ນອິນທະຜາລຳ ໃນເບື້ອງຕົ້ນແມ່ນໄດ້ຈ້າງມາແຕ່ປະເທດໃກ້ຄຽງ, ຄົນບົວລະບັດເບິ່ງແຍງສວນແມ່ນໄດ້ຈ້າງປະຊາຊົນຢູ່ບ້ານດັ່ງກ່າວ ເຊິ່ງຈະມີທັງແບບປະຈຳຢູ່ສວນ ແລະ ຈ້າງເປັນມື້. ພ້ອມນັ້ນ, ທາງສວນຂອງພວກເຮົາແມ່ນເນັ້ນປູກກະສິກຳປອດສານພິດ, ບໍ່ໄດ້ໃຊ້ຢາສິບຂ້າແມງໄມ້, ບໍ່ໄດ້ໃສ່ປຸ໋ຍ, ແຕ່ໃສ່ຝຸ່ນຄອກແທນໂດຍການນຳເອົາຝຸ່ນຈາກສັດລ້ຽງໃນຟາມ ແລະ ໃນໄລຍະທີ່ອິນທະຜາລຳເປັນໝາກກໍ່ຫຸ້ມດ້ວຍຕາໜ່າງກັນແມງໄມ້ ເພື່ອປ້ອງກັນບໍ່ໃຫ້ແມງໄມ້ມາຈັບ ແລະ ປົກດ້ວຍຖົງເພື່ອປ້ອງກັນບໍ່ໃຫ້ໝາກອິນທະຜາລຳຖືກອາຍໝອກ, ນ້ຳຝົນທຸກເຊົ້າກໍຈະເປີດຖົງອອກເພື່ອໃຫ້ໝາກໄດ້ຮັບແສງແດດ.

ທ່ານ ນາງ ເພັນພອນ ໄດ້ເວົ້າສູ່ຟັງຕື່ມວ່າ: ສຳລັບໃນມື້ເປີດສວນວັນທີ 8-10/8/2025  ທີ່ຈະມາເຖິງນີ້, ທາງສວນພວກເຮົາມີຄວາມພ້ອມທຸກດ້ານເພື່ອໃຫ້ແຂກທີ່ເຂົ້າມາຈະໄດ້ສຳຜັດກັບບັນຍາກາດຄືເປັນເຈົ້າສວນເອງໂດຍຈະຕັດຊື້ອິນທະຜາທຳສົດໆຈາກຕົ້ນ, ໄດ້ປິດກິນແບບສົດໆກອບໆຫວານໆ, ພ້ອມນັ້ນໃນມື້ເປີດສວນໄລຍະ 3 ມື້ນັ້ນ ຈະມີກິດຈະກຳຫລາຍຢ່າງເຊັ່ນ: ຕັດຊື້ອິນທະຜາລຳ, ເກືອນົກກະຈອກເທບ, ແກະ ແລະ ງົວພັນ. ນອກນັ້ນ, ໃນງານຍັງມີການວາງຂາຍອາຫານອີກຫລາກຫລາຍລາຍການທີ່ເປັນວັດຖຸດິບຂອງຟາມເຮົາເປັນຕົ້ນອາຫານປະເພດຂອງຫວານທີ່ເຮັດຈາກອິນທະຜາລຳ  ແລະ ແຮມເບີເກີຊີ້ນນົກກະຈອກເທບ ໄວ້ຄອຍບໍລິການລູກຄ້າທຸກໆທ່ານ. ສ່ວນຄ່າບໍລິການເຂົ້າຊົມສວນຜູ້ໃຫຍ່ລາຄາ 80.000 ກີບ , ເດັກນ້ອຍ 50.000 ກີບ ແຖມຟຣີກະແລັມອິນທະຜາລຳ ແລະ ຜັກເກືອສັດ. 
ເອົາເປັນວ່າ, ລູກຄ້າທ່ານໃດສົນໃຈຢ່າລືມຢ່າພາດໃນມື້ເປີດງານວັນທີ 8-9-10 /8/ 2025 ທີ່ຈະມາເຖິງນີ້ , ສະຖານທີ່ບ້ານສິມມະໂນ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ, ທ່ານໃດທີ່ໄປແລ້ວບໍ່ຮູ້ທາງ ຫລື ຕ້ອງການລາຍລະອຽດເພີ່ມເຕີ່ມ ຫລື ຈະສັ່ງຈ່ອງອິນທະຜາລຳ ສາມາດຕິດຕໍ່ໄດ້ທີ່ເບີ  020 99908885.

ລັດຖະມົນຕີກະຊວງການຕ່າງປະເທດ ພົບປະທາງໄກ ກັບ ຮອງນາຍົກລັດຖະມົນຕີ ຫວຽດນາມ

0

ໃນວັນທີ 28 ກໍລະກົດ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ຜ່ານລະບົບທາງໄກກັບ ທ່ານ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ.

ໃນໂອກາດນີ້, ຝ່າຍຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການຢ້ຽມຢາມທາງການປະເທດກຳປູເຈຍ ຂອງ ລັດຖະມົນຕີຕ່າງປະເທດແຫ່ງ ສປປ ລາວ ໃນລະຫວ່າງວັນທີ 24-26 ກໍລະກົດ 2025 ຜ່ານມາ ແລະ ສະແດງຄວາມຂອບໃຈ ທີ່ຝ່າຍລາວ ໄດ້ເປັນເຈົ້າພາບຈັດ ອາຫານເຊົ້າ ແບບເຮັດວຽກ ໃຫ້ແກ່ 3 ລັດຖະມົນຕີຕ່າງປະເທດ ລາວ-ຫວຽດນາມ-ກຳປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ທີ່ ປະເທດມາເລເຊຍ. ສອງລັດຖະມົນຕີຕ່າງປະເທດ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ຂອງສອງປະເທດ ກໍຄື ລະຫວ່າງ ສອງກະຊວງການຕ່າງປະເທດ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສຳເລັດຕົວຈິງ ຢ່າງຕໍ່ເນື່ອງ ໃນໄລຍະຜ່ານມາ.

ພ້ອມນີ້, ສອງຝ່າຍ ຍັງເຫັນດີ ທີ່ຈະຮ່ວມມືກັນຢ່າງໃກ້ຊິດ ໃນການເປັນເສນາທິການ ໃຫ້ແກ່ການນໍາຂັ້ນສູງ ຂອງສອງປະເທດ ເພື່ອສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງ ຂອງ ການນໍາຂັ້ນສູງ ຂອງສອງພັກ, ສອງລັດ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນ ການກະກຽມໃຫ້ແກ່ການນໍາຂັ້ນສູງ ຂອງສອງປະເທດ ເຂົ້າຮ່ວມພິທີສະເຫລີມສະຫລອງວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 2025) ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 2025) ລວມທັງການກະກຽມ ໃຫ້ແກ່ການຈັດກອງປະຊຸມປຶກສາຫາລື ທາງດ້ານເມືອງ ລະດັບລັດຖະມົນຕີຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12 ທີ່ ສສ ຫວຽດນາມ ຈະເປັນເຈົ້າພາບໃນທ້າຍປີ 2025 ນີ້. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບສະພາບ ການທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.

ຮອງນາຍົກລັດຖະມົນຕີ ມອບເຄື່ອງຊ່ວຍເຫລືອແຂວງຊຽງຂວາງ

0

ໃນໂອກາດທີ່ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຊຽງຂວາງ ພ້ອມດ້ວຍຄະນະ ເຄື່ອນໄຫວຊຸກຍູ້ ແລະ ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງ, ໃນຕອນບ່າຍ ຂອງວັນທີ 28 ກໍລະກົດ 2025 ທີ່ຫ້ອງວ່າການແຂວງດັ່ງກ່າວ ໂດຍສະຫາຍ ໄດ້ຕາງໜ້າໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ມອບເງິນ, ພ້ອມດ້ວຍ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າທັງໝົດ 769 ລ້ານກວ່າກີບ ໃຫ້ອຳນາດການປົກຄອງແຂວງຊຽງຂວາງ ເພື່ອນຳໄປຊ່ວຍເຫລືອປະຊາຊົນຜູ້ທີ່ປະສົບໄພຕົວຈິງ ແລະ ແກ້ໄຂຜົນກະທົບທີ່ເກີດຂຶ້ນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ

ໂອກາດນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ສະພາບຜົນກະທົບ ແລະ ຜົນເສຍຫາຍ ໄພພິບັດນໍ້າຖ້ວມ ຈາກສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ ເຫັນວ່າ ໃນລະຫວ່າງ ວັນທີ 21-26 ກໍລະກົດ 2025 ທີ່ຜ່ານມາ ໄດ້ເກີດມີຝົນຕົກໜັກ ເຮັດໃຫ້ນໍ້າຍຶ່ງຖ້ວມ, ນໍ້າໄຫລຊຸ, ດິນເຈື່ອນ ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຢູ່ 7 ເມືອງ, 136 ບ້ານ. ໃນນັ້ນ, ໄດ້ມີຜູ້ເສຍຊີວິດ 4 ຄົນ, ບາດເຈັບ 11 ຄົນ ແລະ ຊັບສິນເສຍຫາຍຢ່າງຫລວງຫລາຍ.

ໃນໂອກາດນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສະ ແດງຄວາມເຫັນອົກເຫັນໃຈ ຕໍ່ປະຊາຊົນ ທີ່ປະສົບໄພນໍ້າຖ້ວມ ກໍຄື ສະພາບຜົນເສຍຫາຍ ທີ່ເກີດຂຶ້ນໃນຄັ້ງນີ້ ຊຶ່ງເຫັນວ່າໜັກໜ່ວງ ແລະ ມີຜົນເສຍຫາຍຫລາຍກວ່າປີຜ່ານໆມາ; ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຄະນະພັກ-ຄະນະນໍາ ແລະ ພາກສ່ວນກ່ຽວຂ້ອງທຸກຂັ້ນ ຕະຫລອດຮອດສັງຄົມ ທີ່ໄດ້ພ້ອມກັນສຸມໃສ່ໃຫ້ການຊ່ວຍເຫລືອປະຊາຊົນ ວ່ອງໄວທັນການສົມຄວນ, ພ້ອມທັງ ແກ້ໄຂບັນຫາດັ່ງກ່າວ ດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ.

ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.

ແຈ້ງເຕືອນສະພາບລະດັບນ້ຳແມ່ນ້ຳສາຂາ ຂອງແມ່ນ້ຳຂອງ ແລະ ພະຍາກອນອາກາດ ວັນທີ 29 ກໍລະກົດ 2025

0

ຄວາມກົດດັນອາກາດຕ່ຳ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ສໍາລັບ ສະພາບລະດັບນ້ຳຂອງ, ນ້ຳກະດິງ, ນ້ຳເຊຈໍາພອນ, ນ້ຳເຊໂດນ: ອີງຈາກການພະຍາກອນລະດັບນ້ຳ ປະຈໍາວັນຈະມີທ່າອ່ຽງສູງຂື້ນຕື່ມອີກ ໃນໄລຍະວັນທີ 29-30 ກໍລະກົດ 2025, ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ທີ່ອາໄສຢູ່ໃກ້ແມ່ນ້ຳ ແລະ ເຂດພື້ນທີ່ຕ່ຳລຽບຕາມແມ່ນ້ຳຂອງ ໂດຍສະເພາະ ສະຖານີປາກເຊ ເມືອງປາກເຊ ແຂວງຈໍາປາສັກ, ນ້ຳກະດິງ, ນ້ຳເຊຈໍາພອນ, ນ້ຳເຊໂດນ ຈົ່ງມີສະຕິລະວັງ ຕໍ່ສະພາບຝົນຕົກຕໍ່ເນື່ອງຫລາຍວັນ ທີ່ອາດຈະເຮັດ ໃຫ້ເກີດນ້ຳຖ້ວມຍື່ງ, ນ້ຳຖ້ວມຂັງ, ດັ່ງນັ້ນໃຫ້ຂໍຕິດຕາມຂ່າວພະຍາກອນ ອາກາດ ແລະ ລະດັບນ້ຳ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 29/07/2025 ຫາ ເວລາ 07 ໂມງ ຂອງວັນທີ 30/07/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 19 – 30 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 30 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍລິເວນ ພ້ອມມີລົມພັດແຮງ ເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 25 – 32 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບ ທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 24 – 30 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 60% ອຸນຫະພູມໃນລະຫວ່າງ 20 – 26 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບ ທົ່ວໄປ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 65% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 30 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 65%. ອຸນຫະພູມໃນລະຫວ່າງ 15 – 24 ອົງສາ.