Sunday, September 21, 2025
Home Blog Page 37

ເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງດີຈິຕອນ

0

ພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດີຈິຕອນ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2025, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຮອງລັດຖະມົນຕີ, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດ ນາມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ມີຄໍາເຫັນວ່າ: ພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈິຕອນ ຢ່າງເປັນທາງການ ຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ, ພວກເຮົາຈະໄດ້ນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈິຕອນ ຢ່າງເປັນເອກະພາບ ແຕ່ສູນກາງຮອດທ້ອງຖິ່ນ, ເປັນການຈັດຕັ້ງຜັນຂະຫຍາຍໂຄງການມີໝາກມີຜົນຕາມຈິດໃຈຊີ້ນໍາທີ່ປະທານປະເທດ ແຫ່ງ ສປປ ລາວ ແລະ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ພ້ອມກັນກົດປຸ່ມດຳເນີນໂຄງການນີ້ ຢ່າງເປັນທາງການ ໃນວັນທີ 11 ກໍລະກົດ 2024 ໃຫ້ເຂົ້າສູ່ວຽກງານຕົວຈິງ. ການນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວດີຈິຕອນ ແມ່ນຖືກກັບກາລະໂອກາດ ແລະ ເປັນຄວາມມຸ່ງຫວັງຂອງລັດຖະບານລາວ ທີ່ຢູ່ໃນໄລຍະປະຕິບັດແນວທາງລັດຖະບານດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ ເຂົ້າສູ່ວຽກງານຕົວຈິງ ເພື່ອຂ້າມຜ່ານຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ແລະ ສິ່ງກີດຂວາງຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ, ໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະ ຈຳຕົວນີ້ ແມ່ນໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານຫວຽດນາມ ກໍຄື ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ເຊິ່ງເປັນໂຄງການທີ່ສໍາຄັນ ເພື່ອຊ່ວຍລັດຖະບານລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບລາວ ໃນການຫັນເປັນດີຈິຕອນ ແລະ ຈະນໍາເອົາຜົນປະໂຫຍດສໍາຄັນມາສູ່ປະເທດຂອງພວກເຮົາ. ພ້ອມນີ້, ທ່ານຍັງໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ຮ່ວມມືຢ່າງໝົດຈິດໝົດໃຈ ເຮັດໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ນໍາເອົາແນວທາງລັດຖະບານດີຈິຕອນ, ເສດຖະ ກິດ ດີຈິຕອນ ແລະ ສັງຄົມດີຈິຕອນ ມາພັດທະນາ ແລະ ມີຜົນສຳເລັດເປັນກ້າວໆມາ.

ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ວ່າ: ການສ້າງລະບົບຖານຂໍ້ມູນພົນລະເມືອງ ໂດຍສະເພາະແມ່ນລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈິຕອນ ແມ່ນອົງປະກອບໜຶ່ງທີ່ສໍາຄັນ ແລະ ຈຳເປັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ດ້ວຍເຫດນັ້ນ, ກະຊວງ ປ້ອງກັນຄວາມສະຫງົບ ເວລາໃດກໍພະ ຍາຍາມຢ່າງຕັ້ງໜ້າ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການພັດທະນາວຽກງານໃນຂະແໜງການຂອງຕົນ, ກະຊວງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ສຸດທີ່ດີໃຈ ທີ່ໄດ້ຮັບການຊ່ວຍເຫລືອ ເພື່ອສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວພົນລະເມືອງ ຈາກພັກ-ລັດຖະບານ ສສ ຫວຽດນາມ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດ. ຜົນສໍາເລັດຂອງໂຄງການນີ້, ຈະສ້າງປະຫວັດສາດ ໜ້າໃໝ່ ປະກອບ ສ່ວນເພີ່ມພູນຄູນສ້າງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສອງກໍາລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທັງເປັນການປະກອບສ່ວນທີ່ສໍາຄັນໃຫ້ແກ່ການສະກັດກັ້ນ ແລະ ຕ້ານອາຊາຍາກໍາ ລວມທັງການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງປະເທດພວກເຮົາໃຫ້ນັບມື້ດີຂຶ້ນເລື້ອຍໆ.

ໃນໂອກາດດຽວກັນ, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຍັງໄດ້ມອບຫລຽນກາ ແລະ ໃບຍ້ອງຍໍ ກະຊວງປ້ອງກັນຄວາມສະຫງົບ ໃຫ້ບັນກົມກອງລວມໝູ່ ແລະ ກອງບັນຊາການ ປກສ ແຂວງ, ປກສ ເມືອງ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນວຽກງານການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ. ພ້ອມນີ້, ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຍັງໄດ້ມອບລົດໃຫຍ່ 3 ຄັນ ແລະ ລົດຈັກ 244 ຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຕາງໜ້າມອບໂດຍຂອງ ທ່ານ ພົນເອກ ເລືອງ ຕາມກວາງ ແລະ ຮັບໂດຍ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ມີບັນດາຮອງລັດຖະ ມົນຕີ, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມ.

ພ້ອມກັນນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ພ້ອມດ້ວຍການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສສ ຫວຽດນາມ ພ້ອມດ້ວຍແຂກຖືກເຊີນ ໄດ້ຢ້ຽມຊົມການວາງສະແດງຄວາມສາມາດຂອງບັດປະຈໍາຕົວຝັງຊິບ, ຊົມ ແລະ ຮັບຟັງການນໍາໃຊ້ແຜນທີ່ດີຈິຕອນ, ຄວາມສາມາດການນໍາໃຊ້ແຜນທີ່ດີຈິຕອນ ແລະ ວິທີການ, ຂັ້ນຕອນ ຂອງການນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງດີຈິຕອນ ຕື່ມອີກ.

ສສ ຫວຽດນາມ ພ້ອມຈະໜູນຊ່ວຍ ໄທ-ກຳປູເຈຍ ປະຕິບັດຂໍ້ຕົກລົງຢຸດຍິງ

0

ວິທະຍຸກະຈາຍສຽງຫວຽດນາມ, ສສ ຫວຽດນາມ ພ້ອມແລ້ວ ທີ່ຈະໜູນຊ່ວຍ ໄທ ແລະ ກຳປູເຈຍ ປະຕິບັດຂໍ້ຕົກລົງຢຸດຍິງ. ນີ້ແມ່ນຄຳຢືນຢັນ ຂອງທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ທີ່ການພົບປະກັບ ທ່ານ ມາຣິດ ສະງຽມພອງ, ລັດຖະມົນຕີການຕ່າງປະເທດໄທ ໃນວັນທີ 29 ກໍລະກົດ, ຢູ່ນະຄອນຫລວງບາງກອກ ປະເທດໄທ. ໃນໂອກາດນີ້ ທ່ານ ບຸຍແທັງເຊີນ ໄດ້ຊົມເຊີຍເລື່ອງໄທ ແລະ ກຳປູເຈຍ ບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ປາດຖະໜາວ່າ ທັງ 2 ຝ່າຍ ຈົ່ງລະງັບໃຈ, ບໍ່ນຳໃຊ້ອາວຸດ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ ແລະ ສົມເຫດສົມຜົນ ໂດຍອີງໃສ່ບັນດາຫລັກການພື້ນຖານຂອງກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ກົດບັດອາຊຽນ. ການພົບປະກັນຄັ້ງນີ້ທັງສອງຝ່າຍໄດ້ເຫັນດີສົມທົບກັນຜັນຂະຫຍາຍວິທີການໃໝ່ເພື່ອຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ໃນນັ້ນ ມີບັນດາຂໍ້ລິເລີມເຊື່ອມຕໍ່ການທ່ອງທ່ຽວຢູ່ພາກພື້ນອາຊຽນ; ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ເພີ່ມທະວີການແຮກສ່ຽວ ທ້ອງຖິ່ນ 2 ປະເທດ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ; ສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 25 ຕື້ໂດລາສະຫະລັດ ຕາມທິດສ້າງຄວາມດຸ່ນດ່ຽງ ແລະ ຍືນຍົງຫລາຍກວ່າເກົ່າໂດຍໄວ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ແຈ້ງເຕືອນສະພາບລະດັບນ້ຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ, ປະຈຳວັນທີ 31 ກໍລະກົດ 2025

0

#ແຈ້ງເຕືອນສະພາບລະດັບນ້ຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ, ພະຍາກອນອາກາດເຊົ້າວັນທີ 31 ກໍລະກົດ 2025, ຄວາມກົດດັນອາກາດຕ່ຳຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກຳລັງແຮງພັດປົກຄຸມ. ຊຶ່ງຈະເຮັດໃຫ້ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍເກືອບຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ສະພາບລະດັບນ້ຳແມ່ນ້ຳຂອງ ແລະ ແມ່ ນ້ຳສາຂາ: ນ້ຳຂອງ ສະຖານີທ່າເຮືອຫລັກ 4, ນະຄອນຫລວງວຽງຈັນ, ສະຖານີທ່າແຂກ ແຂວງຄຳມ່ວນ, ສະຖານີປາກເຊ ແຂວງຈຳປາສັກ, ນ້ຳເຊບັ້ງໄຟ: ສະຖານີ ຂົວເຊ, ສະຖານີຕົ້ນແຫນ, ນ້ຳເຊໂດນ: ສະຖານີສຸວັນນະຄີລີ, ເຊບັ້ງຫຽງ: ສະຖານີລະຫານ້ຳ, ເມືອງສອງຄອນ ແຂວງສະຫວນັນະເຂດ ລະດັບນ້ຳໄດ້ຂຶ້ນສູງກາຍເຂດເຕືອນໄພ, ນ້ຳເຊຈຳພອນ: ສະຖານີແກ້ງກອກ ເມືອງຈຳພອນ ແຂວງສະຫວັນນະເຂດ ລະດັບນ້ຳແມ່ນໄດ້ຂຶ້ນສູງກາຍລະດັບນ້ຳຖ້ວມ,

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນທີ່ອາໄສຢູ່ໃກ້ລຽບຕາມແຄມແມ່ນ້ຳ ແລະ ເຂດພື້ນທີ່ຕ່ຳຕາມບັນດາແມ່ນ້ຳ ແລະ ສະຖານີ ທີ່ໄດ້ກ່າວມາຂ້າງເທິງນັ້ນ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕໍ່ເນື່ອງຫລາຍວັນ ທີ່ອາດຈະເຮັດໃຫ້ລະດັບນ້ຳເພີ່ມຂື້ນ ແລະ ເກີດນ້ຳຖ້ວມຍື່ງ, ນ້ຳຖ້ວມຂັງ ໃນ 1 ຫາ 3 ວັນຕໍ່ໜ້າ, ດັ່ງນັ້ນໃຫ້ຂໍຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນ້ຳຈາກ ກົມອຸຕຸນຍິມົ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ມອບ-ຮັບ ໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ

0

ພິທີມອບ-ຮັບ ໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງວຽງຈັນ ລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2025 ນີ້, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມພາກສ່ວນກ່ຽວຂ້ອງ.

ໃນພິທີ, ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ. ຈາກນັ້ນ, ທ່ານ ພົນເອກ ເລືອງ ຕາມ ກວາງ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ກໍຄືຕາງໜ້າ ກະຊວງປ້ອງຄວາມສະຫງົບ ສສ ຫວຽດນາມ ກ່າວມອບ ໂຄງການກໍ່ສ້າງ ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໃຫ້ກະຊວງ ປ້ອງກັນຄວາມສະຫງົບ ສປປ ລາວ ປົກປັກຮັກສາ ແລະ ນໍາໃຊ້ຢ່າງເປັນທາງການ.

ພົນເອກ ວິໄລ ຫຼ້າຄໍາຟອງ ກ່າວວ່າ: ເພື່ອເຮັດໃຫ້ການແກ້ໄຂບັນຫາຢາເສບຕິດດໍາເນີນໄປຢ່າງຄົບຊຸດ, ມີປະສິທິຜົນ ໃນການຈັດຕັ້ງປະຕິບັດ ມັນມີຄວາມຈໍາເປັນຕ້ອງມີສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ທີ່ເປັນລະບົບຄົບຊຸດ ເພື່ອຊ່ວຍຜູ້ຕິດຢາເສບຕິດ ໄດ້ເຂົ້າເຖິງການປິ່ນປົວ ແລະ ຟື້ນຟູສຸຂະພາບຖືກວິທີ, ຢຸດເຊົາການເສບຢາຢ່າງຖາວອນ, ໄດ້ຮັບການຝຶກວິຊາຊີບ ໃຫ້ສາມາດທຳມາຫາກິນ ແລະ ດຳລົງຊີວິດຮ່ວມກັບຄົນໃນສັງຄົມໄດ້ປົກກະຕິ.

ດ້ວຍເຫດນັ້ນ ພັກ, ລັດຖະບານ ລາວ-ຫວຽດນາມ ຈິ່ງໄດ້ຕົກລົງເປັນເອກະພາບ ມອບໃຫ້ລັດຖະມົນຕີຂອງສອງກະຊວງປ້ອງກັນຄວາມສະຫງົບ ຮ່ວມກັນວາງສີລາລຶກ ໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແຫ່ງນີ້ ໃນວັນທີ 12 ກໍລະກົດ 2024 ດ້ວຍທຶນຊ່ວຍຈາກລັດຖະບານ ສສ ຫວຽດນາມ.

ສູນແຫ່ງນີ້ ຈະກາຍເປັນສັນຍາລັກແຫ່ງມິດຕະພາບ ລາວ-ຫວຽດນາມ, ເປັນ ສູນຕົວແບບໃນການປິ່ນປົວຜູ້ຕິດຢາເສບຕິດ ເນື່ອງຈາກເປັນສູນ ທີ່ມີລະບົບພື້ນຖານໂຄງລາງຄົບຊຸດ, ມີອຸ ປະກອນ ແລະ ເຄື່ອງມືທີ່ຈຳເປັນ, ມີພະນັກງານແພດໝໍ ທີ່ໄດ້ຮັບການຝຶກອົບຮົມວຽກງານປິ່ນປົວ ແລະ ພື້ນຟູສຸຂະພາບຜູ້ຕິດຢາເສບຕິດ ມາໂດຍສະເພາະ.

ເຊິ່ງຕະຫຼອດໄລຍະຜ່ານມາກໍໄດ້ຖືເອົາການປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ເປັນໜ້າວຽກໜຶ່ງທີ່ສໍາຄັນ ເພື່ອຊ່ວຍໃຫ້ເຂົາເຈົ້າຫຼຸດພົ້ນອອກຈາກວົງ ຈອນຢາເສບຕິດ, ມີສຸຂະພາບທີ່ດີ ປະກອບສ່ວນເຂົ້າໃນການສ້າງພັດທະນາປະເທດຊາດ.

ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນຂອງຊາດ ປະຈຳເດືອນກໍລະກົດ

0

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນກໍລະກົດ 2025 ຈັດຂຶ້ນໃນວັນທີ 28-29 ກໍລະກົດ 2025 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ມີຮອງປະທານຄະນະປະຈໍາ ແລະ ກຳມະການໃນຄະນະປະຈໍາສະພາແຫ່ງຊາດ, ບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ລາຍງານຜົນສໍາເລັດການຮຽບຮຽງເນື້ອໃນກົດໝາຍ 10 ສະບັບ ທີ່ຜ່ານການພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX. ໃນນີ້, ສ້າງໃໝ່ 5 ສະບັບ ຄື: ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ກົດໝາຍວ່າດ້ວຍການປູກຝັງ, ກົດໝາຍວ່າດ້ວຍພະນັກງານໄອຍະການ, ກົດໝາຍວ່າດ້ວຍສັງຄົມສົງເຄາະ ແລະ ກົດໝາຍວ່າດ້ວຍສາມັນສຶກສາ; ກົດໝາຍປັບປຸງ 5 ສະບັບ: ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ. ພ້ອມນີ້, ກອງປະຊຸມຍັງໄດ້ລາຍງານຄວາມຄືບໜ້າຂອງການປັບປຸງກົດໝາຍທີ່ຜ່ານການພິຈາລະນາຮັບຮອງເອົາ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ແລະ ເທື່ອທີ 8 ຂອງ ສພຊ ຊຸດທີ IX ຈຳນວນ 4 ສະບັບ ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະ ພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ; ບົດລາຍງານການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ສະບັບເລກທີ 57/ລບ, ລົງວັນທີ 7 ພຶດສະພາ 2025 ກ່ຽວກັບການພິຈາ ລະນາຮັບຮອງເອົາວຽກງານເຂດແດນເຊື່ອມຕໍ່ລະຫວ່າງ ນະຄອນຫລວງ ກັບ ແຂວງ, ແຂວງກັບແຂວງ ໃນຂອບເຂດທົ່ວປະເທດ; ບົດລາຍງານກ່ຽວກັບການຕິດຕາມກວດກາ ການຜັນຂະຫຍາຍມາດຕາຂອງກົດໝາຍ ທີ່ກຳນົດໃຫ້ອອກເປັນນິຕິກຳໃຕ້ກົດໝາຍ ປະຈຳປີ 2025 ແລະ ການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ປະຈຳປີ 2025 ຂອງຄະນະປະຈຳສະພາແຫ່ງຊາດ; ລາຍງານຄວາມຄືບໜ້າການຮຽບຮຽງປຶ້ມ 50 ປີ ສະພາແຫ່ງຊາດ ແລະ ການສ້າງບັນດາປະມວນປຶ້ມເອກະ ສານກ່ຽວກັບສະພາແຫ່ງຊາດ; ບົດລາຍງານກ່ຽວກັບຜົນການຄົ້ນຄວ້າໜັງສືສະເໜີສະບັບເລກທີ 48/ລບ, ລົງວັນທີ 11 ເມສາ 2025 ຂອງລັດຖະບານ ທີ່ສະເໜີໃຫ້ຕີຄວາມໝາຍ ແລະ ອະທິບາຍມາດຕາ 139 ແລະ ມາດຕາ 140 ຂອງກົດໝາຍວ່າດ້ວຍທີ່ດິນ; ລາຍງານກ່ຽວກັບການສະເໜີຂໍນຳໃຊ້ເງິນເກີນແຜນຂອງທ້ອງຖິ່ນ ປີ 2024 (ແຂວງໄຊຍະບູລີ ແລະ ແຂວງເຊກອງ); ບົດລາຍງານກ່ຽວກັບການສະ ເໜີແຕ່ງຕັ້ງບຸກຄະລາກອນຂອງສານປະຊາຊົນ; ລາຍງານກ່ຽວກັບຄວາມຄືບໜ້າໃນການກະກຽມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III; ລາຍງານຮ່າງແຜນການຕິດຕາມກວດກາ 4 ຄະນະ ຂອງຄະນະປະຈຳສະພາແຫ່ງຊາດ ໄລຍະ 6 ເດືອນທ້າຍປີ 2025 ກ່ຽວກັບໂຄງການພັດທະນາທີ່ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ; ລາຍງານກ່ຽວກັບຜົນການເຄື່ອນໄຫວຕິດຕາມກວດກາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ແຂວງຜົ້ງສາລີ ແລະ ແຂວງໄຊຍະບູລີ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າປະກອບຄໍາເຫັນຢ່າງມີຈຸດສຸມ, ກົງໄປກົງມາ ຕໍ່ບັນດາບົດລາຍງານທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອຮັບປະກັນການຕົກລົງບັນຫາຢ່າງມີຄວາມເປັນເອກະພາບ, ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນໍາຜົນປະໂຫຍດລວມມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ.

ຂ່າວ: ກຸກກິກ ບຸດດາໄຊ

ລະດົມທຶນເພື່ອຊ່ວຍເຫລືອຜູ້ປະສົບໄພພິບັດ ປີ 2025

0

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຂໍຖືເປັນກຽດຮຽນແຈ້ງມາຍັງທ່ານຊາບວ່າ: ເນື່ອງຈາກສະພາບລົມພາຍຸໝູນເຂດຮ້ອນວູທີບ ແລະ ວິພາ ໃນປີ 2025 ເຄື່ອນທີ່ຢູ່ເຂດທະເລຈີນຕອນເໜືອ ພາຍຸສອງຫົວນີ້ ໄດ້ເຄື່ອນທີ່ຜ່ານທາງພາກເໜືອຂອງ ສສ ຫວຽດນາມ ແລະ ພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ແລະ ສະພາບຝົນຕົກຫນັກຕາມລະດູການ ເຮັດໃຫ້ເກີດມີຝົນຕົກໜັກ ຫາ ໜັກຫຼາຍ ຢູ່ບາງທ້ອງຖິ່ນໃນຂອບເຂດທົ່ວປະເທດ. ອີງຕາມຂໍ້ມູນທີ່ໄດ້ຮັບຊາບໃນເບື້ອງຕົ້ນ ເກີດໄພນໍ້າຖ້ວມກະທົບຢູ່ 14 ແຂວງ, 63 ເມືອງ, 527 ບ້ານ, 26,562 ຄອບຄົວ, ເຮືອນເສຍຫາຍ ຈຳນວນ 2,709 ຫຼັງ (ໃນນັ້ນເສຍຫາຍ100% ຈໍານວນ 192 ຫຼັງ), ເສຍຊີວິດ 19 ຄົນ, ສູນຫາຍ 04 ຄົນ, ເນື້ອທີ່ທໍາການຜະລິດເສຍຫາຍ 24,516 ເຮັກຕາ, ໂຮງຮຽນ 14 ແຫ່ງ, ເສັ້ນທາງເສຍຫາຍ 111 ເສັ້ນ, ຂົວ 30 ແຫ່ງ. ປັດຈຸບັນ ຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ພວມສຸມໃສ່ໃຫ້ການຊ່ວຍເຫລືອບັນເທົາທຸກແກ່ຜູ້ປະສົບໄພພິບັດ, ແກ້ໄຂບັນດາພື້ນຖານໂຄງລ່າງເພື່ອໃຫ້ສາມາດກັບມານຳໃຊ້ໄດ້ເປັນປົກກະຕິ ແລະ ດຳເນີນການປະເມີນຜົນກະທົບທີ່ເກີດຂຶ້ນທັງຫມົດ.

ເນື່ອງຈາກວ່າຜົນກະທົບທີ່ເກີດຂຶ້ນເປັນວົງກວ້າງ ແລະ ກະທົບຢູ່ຫລາຍພື້ນທີ່ ແລະ ເພື່ອເປັນທ່າແຮງປະກອບສ່ວນໃນການຊ່ວຍເຫລືອຜູ້ປະສົບໄພພິບັດທີ່ເກີດຂຶ້ນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈຶ່ງຂໍແຈ້ງມາຍັງ ບັນດາທ່ານ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດ, ເອກະຊົນ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທຸກໆຂັ້ນ, ພະນັກງານ, ທະຫານ, ຕໍາຫລວດ, ປະຊາຊົນ, ຊາວຕ່າງດ້າວ, ຊາວຕ່າງປະເທດທີ່ອາໄສຢູ່ ພາຍໃນ ແລະ ຕ່າງປະເທດ ເພື່ອມີສ່ວນຮ່ວມໃນການປະກອບສ່ວນ ຊ່ວຍເຫລືອດ້ານງົບປະມານ, ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ປະຊາຊົນທີ່ຖືກກະທົບ ຕາມຄວາມສະໝັກໃຈ. ສໍາລັບຜູ້ທີ່ປະສົງຢາກຮ່ວມບໍລິຈາກຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມໃນປີ 2025 ນີ້ ສາມາດປະສານມາຍັງ ກອງເລຂາຄະນະກຳມະການຄຸມໄພພິບັດຂັ້ນສູນກາງ, ກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສຳນັກງານຕັ້ງຢູ່ ຕຶກອົງການປະກັນສັງຄົມແຫ່ງຊາດ, ຊັ້ນ ສີ່ (4)

(ເບີໂທຕິດຕໍ່: 020 22219355, 020 22451177, 020 58886555, 020 55565535) ຫລື ທ່ານໃດທີ່ມີປະສົງທີ່ຢາກຈະບໍລິຈາກ ກໍ່ສາມາດໂອນເງິນບໍລິຈາກຜ່ານບັນຊີທະນາຄານ ດັ່ງລາຍລະອຽດລຸ່ມນີ້:

ຊື່ທະນາຄານ: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ

  1. ເລກບັນຊີ 0101223417537 ອອກຊື່ CENTRAL DISATER MANAGEMENT FUND (ສະກຸນເງິນກີບ);
  2. ເລກບັນຊີ 0101223417779 ອອກຊື່ CENTRAL DISATER MANAGEMENT FUND (ສະກຸນເງິນໂດລາ);
  3. ເລກບັນຊີ 0101223417582 ອອກຊື່ CENTRAL DISATER MANAGEMENT FUND (ສະກຸນເງິນບາດ).

ດັ່ງນັ້ນ, ຈຶ່ງຮຽນແຈ້ງມາຍັງທຸກພາກສ່ວນໃນສັງຄົມ ເພື່ອປະກອບສ່ວນຊ່ວຍເຫລືອບັນເທົາທຸກຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ເພື່ອຮ່ວມຊ່ວຍກັນຊ່ວຍເຫລືອແກ້ໄຂສະພາບໃຫ້ກັບຄືນສູ່ສະພາບປົກະຕິໂດຍໄວ ໃນຄັ້ງນີ້ດ້ວຍ.

ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຕ້ອນຮັບທູດ ສ ເກົາຫລີ ແລະ ຜູ້ປະສານງານອົງການ ສປຊ

0

ໃນວັນທີ 29 ກໍລະກົດ 2025 ນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຈຸງ ຍັງຊູ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈຳ ສປປ ລາວ ແລະ ທ່ານ ບາໂກດຽກ ບູການັອຟ ຜູ້ປະສານງານອົງການສະຫະປະຊາຊາດ(ສປຊ) ປະຈຳ ລາວ ໃນໂອກາດທີ່ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່.

ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຈຸງ ຍັງຊູ ແລະ ທ່ານ ບາໂກດຽກ ບູການັອຟ ທີ່ໄດ້ນໍາພາຄະນະເດີນທາງມາຢ້ຽມຢາມ ແລະ ອວຍພອນ ໃນໂອກາດທີ່ໄດ້ຮັບຕຳແໜ່ງໃໝ່ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມືດ້ານຕ່າງໆ ໂດຍສະເພາະ ດ້ານການສຶກສາ ແລະ ກິລາ ລະຫວ່າງ ລາວ-ສ ເກົາຫລີ ແລະ ສປຊ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຕະຫລອດໄປ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານດ້ານການສຶກສາ ແລະ ກິລາ ຢູ່ ສປປ ລາວ ໂດຍສະເພາະ ການປັບປຸງລະບົບການສຶກສາ, ການແກ້ໄຂຄວາມຫຍຸ້ງຍາກດ້ານການສຶກສາ ແລະ ອື່ນໆ. ພ້ອມທັງ ລາຍງານໃຫ້ຮູ້ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸງຍາກ ແລະ ຊ່ອງທາງການພັດທະນາ ດ້ານການສຶກສາ ຢູ່ ສປປ ລາວ ຕື່ມອີກ. ພ້ອມນັ້ນ, ທ່ານ ທອງສະລິດ ມັງໜໍ່ເມກ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສ ເກົາຫລີ ແລະ ອົງການ ສປຊ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອດ້ານການສຶກສາ-ກິລາ ແກ່ ສປປ ລາວ ໃນໄລຍະຜ່ານມາ ຈົນຮອດປັດຈຸບັນ ເຮັດໃຫ້ວຽກງານດ້ານການສຶກສາ-ກິລາ ຢູ່ ສປປ ລາວ ໄດ້ຮັບການພັດທະນາຂຶ້ນໄປເລື້່ອຍໆ.

ທ່ານ ຈຸງ ຍັງຊູ ແລະ ບາໂກດຽກ ບູການັອຟ ຕ່າງກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່. ພ້ອມທັງ ຢືນຢັນວ່າ ຈະສືບຕໍ່ ໃນການເປັນຂົ້ວຕໍ່ ໃຫ້ການສະໜັບສະໜູນຊ່ວຍເຫລືອດ້ານການສຶກສາ ແລະ ກິລາ ຢູ່ ສປປ ລາວ ຕື່ມອີກ ໃນອະນາຄົດ ແລະ ຍາວນານ.

ຂ່າວ: ທະນູທອງ

“ສືບຕໍ່ເສີມສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເຂົ້າສູ່ລວງເລິກ ເພື່ອສັນຕິພາບ ແລະ ການພັດທະນາ”

0

—————

ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ນຳພາ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເດີນທາງຢ້ຽມຢາມ ສະຫະພັນ​ ຣັດເຊຍ ຢ່າງເປັນທາງການໃນໄວໆນີ້, ໃນໂອກາດນີ້ ຈຶ່ງຢາກສື່ສານເຖິງເພື່ອນມິດ ຣັດເຊຍ ຜ່ານສຳນັກຂ່າວສານ TASS, ເຊິ່ງເປັນໜຶ່ງໃນສຳນັກຂ່າວທີ່ໃຫຍ່, ເກົ່າແກ່ ແລະ ມີຊື່ສຽງທີ່ສຸດຂອງ ຣັດເຊຍ.

ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ໄດ້ມີມູນເຊື້ອອັນຍາວນານ, ມີຮາກຖານອັນເລິກເຊິ່ງ ທີ່ໄດ້ສ້າງຂຶ້ນໃນໄລຍະ ທີ່ປະເທດລາວເລີ່ມມີຂະບວນການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ ທີ່ເປັນຊ່ວງເວລາທີ່ທ້າທາຍທີ່ສຸດ ເຊິ່ງມີສະຫະພາບໂຊວຽດ ສະໜັບສະໜູນ ຊ່ວຍເຫຼືອພາລະກິດປະຕິວັດ ຂອງ ລາວ. ຄວາມສາມັກຄີດັ່ງກ່າວ ໄດ້ກາຍມາເປັນພື້ນຖານທີ່ໝັ້ນຄົງຂອງການຮ່ວມມື ຂອງພວກເຮົາມາຈົນເຖິງທຸກມື້ນີ້.

ຂີດໝາຍທີ່ສຳຄັນຂອງມູນເຊື້ອແຫ່ງການພົວພັນ ລາວ–ຣັດເຊຍ ນັ້ນແມ່ນ ການ ສ້າງຕັ້ງສາຍພົວພັນການທູດຢ່າງເປັນທາງ ລະຫວ່າງ ລາວ ແລະ ສະຫະພາບ ໂຊວຽດ ເມື່ອວັນທີ 7 ຕຸລາ 1960. ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາ ໃນປີ 1975 ສະຫະພາບ ໂຊວຽດ ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຢ່າງຫຼວງຫຼາຍ ໃຫ້ແກ່ ສປປ ລາວ ທີ່ເກີດໃໝ່ ແລະ ໜຸ່ມນ້ອຍ ພາຍຫຼັງສົງຄາມທຳລາຍອັນໜັກໜ່ວງ, ຊ່ວຍເຫຼືອ ລາວ ໃນການຮຳບາດແຜສົງຄາມ, ການສຶກສາ, ສາທາລະນະສຸກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຟື້ນຟູເສດຖະກິດ. ວັນທີ 31 ທັນວາ 1991 ສປປ ລາວ ໄດ້ປະກາດຮັບຮູ້ ສະຫະພັນ ຣັດເຊຍ ເປັນຜູ້ສືບທອດທີ່ຖືກຕ້ອງ ຈາກສະຫະພາບ ໂຊຫວຽດ, ຫຼັງຈາກນັ້ນ, ໄດ້ລົງນາມສົນທິສັນຍາ ວ່າດ້ວຍພື້ນຖານ ການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບສະຫະພັນ ຣັດເຊຍ ໃນປີ 1994 ເພື່ອເສີມສ້າງສາຍພົວພັນຮ່ວມມືໃນໄລຍະໃໝ່. ຮອດປີ 2011, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດດ້ານຄວາມໝັ້ນຄົງໃນພາກພື້ນອາຊີ–ປາຊີຟິກ; ປີ 2013 ໄດ້ມີການສ້າງສູນວັດທະນະທຳ ແລະ ວິທະຍາສາດຂອງຣັດເຊຍຄືນໃໝ່ ຢູ່ ນະຄອນຫຼວງວຽງຈັນ ອັນໄດ້ປະກອບສ່ວນສຳຄັນໃນການສົ່ງເສີມວຽກງານແລກປ່ຽນວັດທະນະທຳ ແລະ ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ລາວ ແລະ ຣັດເຊຍ. ພວກເຮົາມີຄວາມເພິ່ງພໍໃຈ ທີ່ເຫັນວ່ານັບແຕ່ ປີ 2014 ເປັນຕົ້ນມາ ການພົວພັນຮ່ວມມື ລາວ-ຣັດ​ເຊຍ ໄດ້ຮັບການເປີດກວ້າງ ໄປສູ່ເກືອບ​ທຸກ​ຂະແໜງການຮ່ວມມື ທີ່ສອງຝ່າຍມີທ່າແຮງ.

ຜົນສຳເລັດທີ່ໜ້າຍິນດີໃນການຮ່ວມມື ດ້ານການເມືອງ ແລະ ຄວາມຫມັ້ນຄົງ, ສອງຝ່າຍໄດ້​ແລ​ກປ່ຽນ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ ​ໃນ​ຫລາຍລະດັບ ແລະ ຂົງເຂດວຽກງານ ນັບ​ແຕ່ລະດັບ​ ວິຊາ​ການ ຈົນ​ເຖິງ ​ການ​ນໍາ​ລະດັບ​ສູງ​ຂອງ​ສອງ​ປະ​ເທດ; ການພົວພັນໃນຂອບວຽກງານສາຍພັກ, ໄດ້ມີການພົວພັນກັນຢ່າງສະໜິດແໜ້ນ; ສະຫະພັນ ຣັດເຊຍ ໄດ້ສືບຕໍ່ສ້າງບຸກຄະລາກອນ ໃນຂົງເຂດຕ່າງໆ ລວມທັງ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ ສປປ ລາວ, ນອກຈາກນັ້ນ ສ. ຣັດເຊຍ ຍັງໄດ້ສືບຕໍ່ຊ່ວຍເຫຼືອລາວ ທາງດ້ານການສຶກສາ, ສາທາລະນະສຸກ. ຊຸມປີຫຼັງມານີ້, ຣັດເຊຍ ໄດ້ສົ່ງທີມວິຊາການ ມາຊ່ວຍເກັບກູ້ລະເບີດທີ່ຍັງບໍ່ທັນແຕກຢູ່ ສປປ ລາວ ທີ່ຕົກຄ້າງມາແຕ່ສະໄໝສົງຄາມ ຈາກການຖິ້ມລະເບີດ ຂອງກອງທັບອາກາດ ສະຫະລັດ ອາເມຣິກາ ຊຶ່ງຖືວ່າເປັນຮ່ອງຮອຍເສດເຫຼືອຈາກສົງຄາມ ທີ່ສ້າງຄວາມເຈັບປວດໃຫ້ແກ່ ປະຊາຊົນ ລາວ ແລະ ເຮັດໃຫ້ຄົນ ລາວ ຍັງສືບຕໍ່ປະສົບກັບຄວາມຫາຍະນະຈົນເທົ່າທຸກວັນນີ້. ນີ້ສະແດງໃຫ້ເຫັນ ເຖິງການຮ່ວມມືທາງດ້ານມະນຸດສະທຳ ທີ່ຣັດເຊຍ ມີໃຫ້ແກ່ ປະຊາຊົນ ລາວ ຂອງພວກຂ້າພະເຈົ້າ ແລະ ຂົງເຂດສຳຄັນອື່ນໆອີກ. ປະຊາຊົນລາວ ຍາມໃດກໍຈົດຈຳ, ຮູ້ບຸນຄຸນ ຕໍ່ນໍ້າໃຈອັນງົດງາມ ແລະ ສູງສົ່ງຂອງ ລັດຖະບານ ແລະ ປະຊາຊົນ ຣັດເຊຍ ຢ່າງບໍ່ມີວັນຫຼົງລືມໄດ້.

ປີນີ້ ຢູ່ ມົດສະກູ ໄດ້ມີພິທີອັນຍິ່ງໃຫຍ່ ເພື່ອສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງ ມະຫາໄຊຊະນະສົງຄາມປົກປ້ອງປິຕຸພູມ ຂອງ ຣັດເຊຍ ທີ່ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025, ເຊິ່ງເປັນເຫດການໜຶ່ງທີ່ສໍາຄັນໃນປະຫວັດສາດຂອງປະຊາຊາດ ຣັດເຊຍ ແລະ ຂອງມວນມະນຸດ ໃນທົ່ວໂລກ. ສປປ ລາວ ໄດ້ຮັບກຽດເປັນຢ່າງສູງທີ່ ກອງທັບລາວ ໄດ້ສົ່ງກ້ອນກໍາລັງທີ່ເປັນຕົວແທນຂອງຕົນ ເຂົ້າຮ່ວມເດີນສວນສະໜາມ ຢູ່ທີ່ຈະຕຸລັດແດງ ທີ່ຍິ່ງໃຫຍ່ໃນວັນບຸນມະໂຫລານ ທີ່ຍິ່ງໃຫຍ່ດັ່ງກ່າວ.

ການຮ່ວມມືດ້ານເສດຖະກິດ – ການຄ້າ, ການລົງທຶນຂອງສອງປະເທດ ກໍກຳລັງມີຄວາມຄືບໜ້າມາເປັນລຳດັບ, ເປັນຕົ້ນແມ່ນດ້ານອຸດສາຫະກຳຂຸດຄົ້ນປຸງແຕ່ງແຮ່ທາດ, ດ້ານພະລັງງານ ແລະ ອື່ນໆ.

ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ການແລກປ່ຽນດ້ານວັດທະນະທຳ ແລະ ຂົງເຂດອື່ນໆ ກໍມີຜົນສຳເລັດຫຼາຍປະການ ຕະຫຼອດຫຼາຍທົດສະວັດຜ່ານມາ, ໂດຍສະເພາະແມ່ນ ຂະແຫນງການກໍ່ສ້າງຊັບພະຍາກອນມະນຸດ ທີ່ເປັນມູນເຊື້ອ ແຫ່ງການສະໜັບສະໜູນ ຈາກຣັດເຊຍໃຫ້ແກ່ ລາວ ມາແລ້ວນັ້ນ, ໄດ້ສ້າງ ແລະ ສືບຕໍ່ສ້າງໃຫ້ລາວ ມີຊັບພະຍາກອນບຸກຄົນ ທີ່ເປັນກຳລັງແຮງອັນໃຫຍ່ຫຼວງໃນການພັດທະນາປະເທດຊາດຂອງລາວ ຈົນເຖິງປັດຈຸບັນນີ້ ແລະ ໃນອະນາຄົດ.

ເວົ້າເຖິງການພົວພັນ ລະຫວ່າງ ປະຊາຊົນ ກັບປະຊາຊົນ ແມ່ນນັບມື້ນັບຂະຫຍາຍຕົວ, ຕົວເລກນັກທ່ອງທ່ຽວ ຈາກ ຣັດເຊຍ ໄປ ສປປ ລາວ ເພີ່ມຂຶ້ນ ທຸກປີ, ສຳລັບປີ 2024 ມີປະມານ 48.000 ກວ່າ ເທື່ອຄົນ ແລະ ຫວັງວ່າ ຈະໄດ້ຮັບຕ້ອນນັກທ່ອງທ່ຽວຈາກ ຣັດເຊຍ ເພື່ອນມິດ ນັບມື້້ນັບຫຼາຍຂຶ້ນ.

ສຳລັບ ການຮ່ວມມືໃນຂອບຫລາຍຝ່າຍ, ສອງຝ່າຍໄດ້ໃຫ້ການສະຫນັບສະຫນູນ ເຊິ່ງກັນແລະກັນ ຢ່າງສະເໝີຕົ້ນສະເໝີປາຍ, ມີທັດສະນະທີ່ຄ້າຍຄືກັນໃນຫຼາຍບັນຫາ, ສະໜັບສະໜູນບັນດາຫຼັກການພື້ນຖານຂອງການພົວພັນສາກົນ, ສົ່ງເສີມລັດທິຫຼາຍຝ່າຍ ແລະ ການສ້າງລະບຽບໂລກຫຼາຍຂົ້ວທີ່ມີຄວາມເປັນທຳ. ຂ້າພະເຈົ້າ ຊື່ນຊົມຕໍ່ບົດບາດຂອງ ຣັດເຊຍ ທີ່ເປັນໜຶ່ງໃນເສົາຄໍ້າ ຂອງສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ ທີ່ກຳລັງປັ່ນປ່ວນນີ້.

ໃນຂອບ ອາຊຽນ, ຣັດເຊຍ ເປັນໜຶ່ງໃນບັນດາຄູ່ເຈລະຈາ ທີ່ສໍາຄັນຂອງ ອາຊຽນ, ສປປ ລາວ ຕີລາຄາສູງການພົວພັນຮ່ວມມື ຢ່າງມີໝາກຜົນ ລະຫວ່າງ ອາຊຽນ ແລະ ຣັດເຊຍ ຕະຫຼອດໄລຍະຫຼາຍກວ່າ 3 ທົດສະວັດ ທີ່ຜ່ານມາ. ໃນປີ 2016 ໃນຖານະທີ່ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 2, ຂ້າພະເຈົ້າ ຮູ້ສຶກເປັນກຽດ ທີ່ໄດ້ເປັນປະທານຮ່ວມ ກັບ ທ່ານປະທານາທິບໍດີ ວະລາດີເມຍ ປູຕິນ ສະເຫຼີມສະຫຼອງ ການພົວພັນຮ່ວມມື ອາຊຽນ-ຣັດເຊຍ ຄົບຮອບ 20 ປີ ທີ່ໂຊຈິ ດ້ວຍຜົນສຳເລັດຢ່າງຈົບງາມ. ໃນຖານະທີ່ ອາຊຽນ-ຣັດເຊຍ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2018, ສປປ ລາວ ມີຄວາມຍິນດີ ທີ່ເຫັນວ່າ ຣັດເຊຍ ມີການປະກອບສ່ວນທີ່ສຳຄັນ ເຂົ້າໃນການສະ ໜັບສະໜູນ ແລະ ຍົກສູງບົດບາດຄວາມເປັນແກນກາງຂອງ ອາຊຽນ ໃນບັນດາກົນໄກຮ່ວມມືຕ່າງໆ, ພ້ອມກັນນັ້ນ ໄດ້ໃຫ້ຄວາມສຳຄັນໃນການຈັດຕັ້ງຜັນຂະຫຍາຍ ຄູ່ຮ່ວມຍຸດທະສາດແນໃສ່ຍົກລະດັບການພົວພັນຮ່ວມມື ອາຊຽນ-ຣັດເຊຍ ໃຫ້ກ້າວໄປສູ່ຍອດສູງໃໝ່ ແລະ ປີ 2026 ທີ່ຈະມາເຖິງນີ້, ພວກເຮົາຈະໄດ້ຮ່ວມກັນ ສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງຂີດໝາຍທີ່ສຳຄັນ ຂອງການພົວພັນຮ່ວມມື ອາຊຽນ-ຣັດເຊຍ.

ເພື່ອນມິດ ຣັດເຊຍ ທີ່ນັບຖືຮັກແພງ ທັງຫຼາຍ,

ການຢ້ຽມຢາມ ຣັດເຊຍ ຂອງ ຂ້າພະເຈົ້າ ໃນຄັ້ງນີ້ ພໍດີກັບໂອກາດ ທີ່ມີຄວາມສຳຄັນເປັນພິເສດ ຄືເປັນປີ ສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງມະຫາໄຊຊະນະ ຂອງສົງຄາມປົກປ້ອງປິຕຸພູມ ຂອງ ຣັດເຊຍ ແລະ ເປັນປີ ຄົບຮອບ 65 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຣັດເຊຍ (7/10/1960 – 7/10/2025) ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ, ເຊິ່ງເປັນໂອກາດດີທີ່ ຂ້າພະເຈົ້າ ແລະ ພະນະທ່ານ ປະທານາທິບໍດີ ວາລາດີເມຍ ປູຕິນ ຈະໄດ້ຮ່ວມກັນທົບທວນມູນເຊື້ອຂອງມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ຮ່ວມກັນກຳນົດທິດທາງໃຫ້ແກ່ການພົວພັນຮ່ວມມື ຮອບດ້ານ ລະຫວ່າງສອງປະເທດໃນອະນາຄົດ ເພື່ອຜົນປະໂຫຍດ ຂອງປະຊາຊົນ ສອງຊາດພວກເຮົາ.

ໂດຍເປັນໜຶ່ງໃນຈຳນວນ ອະດີດນັກສຶກສາ, ນັກຄົ້ນຄວ້າ ລາວ ຈຳນວນຫຼາຍຮ້ອຍ ຫຼາຍພັນ ຄົນ ທີ່ໄດ້ສຶກສາຮໍ່າຮຽນ ແລະ ດຳລົງຊີວິດ ຢູ່ ສ. ຣັດເຊຍ, ຂ້າພະເຈົ້າ ມີໂອກາດ ໄດ້ກັບມາປະເທດ ຣັດເຊຍ ທີ່ສວຍງາມ ຄັ້ງໃດ ກໍຮູ້ສຶກພາກພູມໃຈ ຕໍ່ການເຕີບໃຫຍ່ຂະຫຍາຍຕົວ ທີ່ໄວວາ ແລະ ກ້າວໜ້າ ຢ່າງມະຫັດສະຈັນ ຂອງປະເທດ ຣັດເຊຍ ເພື່ອນມິດ. ຂ້າພະເຈົ້າ ມາຢ້ຽມຢາມ ຣັດເຊຍ ຄັ້ງນີ້ ກໍເປັນອີກຄັ້ງໜຶ່ງທີ່ຖືວ່າ ໄດ້ກັບມາຫາເພື່ອນມິດສະຫາຍ ທີ່ເປັນເພື່ອນຜູ້ໃກ້ຊິດທີ່ສຸດກັບຕົນ ເໝືອນຄົນໃນຄອບຄົວດຽວກັນ, ຂໍຂອບໃຈ ແລະ ຮູ້ບຸນຄຸນ ເປັນຢ່າງຍິ່ງ ທີ່ຜືນແຜ່ນດິນ ທີ່ຍິ່ງໃຫຍ່ແຫ່ງນີ້ ທີ່ຄູອາຈານ ແລະ ເພື່ອນສະຫາຍ ຣັດເຊຍ ທີ່ເຄົາລົບນັບຖື ແລະ ຮັກແພງ ໄດ້ໃຫ້ການອຸປະຖໍາ ຄໍ້າຊູ ລ້ຽງດູ ແລະ ໃຫ້ຄວາມຮູ້, ຄວາມຊົງຈຳທີ່ດີ ແກ່ຂ້າພະເຈົ້າ ແລະ ຄົນລາວທຸກຄົນ ຢ່າງບໍ່ມີວັນຈະຫຼົງລືມໄດ້.

ຂໍຂອບໃຈ

—————————–

#MediaLaos#massmedia#laorussia

ກອງປະຊຸມທາບທາມບຸກຄະລາກອນ ສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ

0

……

ໃນວັນທີ 29 ກໍລະກົດ 2025, ທີ່ຫ້ອງວ່າການແຂວງຊຽງຂວາງ, ສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງຊຽງຂວາງ ໄດ້ໃຫ້ກຽດເປັນປະທານກອງປະຊຸມທາບທາມຮ່າງເນື້ອໃນບັນດາເອກະສານສຳຄັນແລະ ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ IX (ຮອບທີ 2); ມີສະຫາຍ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງໆຊຽງຂວາງ; ສະຫາຍ ນາງ ບຸດສະດີ ທະນະເມືອງ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ພ້ອມດ້ວຍບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, ອາດີດການນຳແຂວງ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ໄດ້ຕາງໜ້າໃຫ້ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ບຸນໂຮມ ເທດທານີ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ; ສະຫາຍສີວິໄລແສງຈະເລີນ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມຂອງແຂວງ ໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ຂອງແຂວງ; ແລະ ສະຫາຍ ຈັນໄຄ ສຸທິຈັກ, ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງ ໄດ້ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງສະໄໝທີ VIII. ຫຼັງຈາກນັ້ນ, ສະຫາຍ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍໄດ້ສືບຕໍ່ຜ່ານມາດຖານ, ເງື່ອນໄຂ ຂອງຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ ແລະ ປະທານ-ຮອງປະທານຄະນະກວດກາພັກແຂວງ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ແທນກອງປະຊຸມ ໄດ້ນຳໄປຄົ້ນຄວ້າ, ເລືອກເຟັ້ນເອົາຜູ້ທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ ເຂົ້າໃນຄະນະບໍລິຫານງານພັກແຂວງ ໂດຍສະເພາະ ຕາມກົດລະບຽບ ຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI, ມະຕິ ສະບັບເລກທີ 030/ກມສພ, ຄຳສັ່ງ ສະບັບເລກທີ 411/ຄລສພ, ຄຳແນະນຳ ສະບັບເລກທີ 211/ຄຈສພ ແລະ ຄຳແນະນຳ ສະບັບເລກທີ 504/ຄກສພ ເຊິ່ງມີມາດຕະຖານ-ເງື່ອນໄຂ 5 ດ້ານ ຄື: ດ້ານຄຸນທາດການເມືອງ; ດ້ານຄຸນສົມບັດ ສິນທໍາປະຕິວັດ ແລະ ແບບແຜນດຳລົງຊີວິດ; ດ້ານຄວາມຮູ້-ຄວາມສາມາດ; ດ້ານແບບແຜນການນຳພາ ແລະ ວິທີເຮັດວຽກ; ແລະ ດ້ານສຸຂະພາບ.

ໃນໂອກາດດຽວກັນ, ສະຫາຍ ກິແກ້ວ ໄຂຄຳພິທູນ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຫຼັກການທີ່ກຳນົດໄວ້ ແລະ ມີຄຳເຫັນກ່ອນການທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງ ບາງບັນຫາ ເປັນຕົ້ນ ນອກຈາກມາດຕະຖານ, ເງື່ອນໄຂ ທີ່ໄດ້ກຳນົດໄວ້, ໃຫ້ບັນດາສະຫາຍຜູ້ແທນ ເອົາໃຈໃສ່ກຳແໜ້ນໂຄງປະກອບບຸກຄະລາກອນ ເຊິ່ງຕ້ອງປະກອບດ້ວຍເພດ-ເຜົ່າ, ທັງຮັບປະກັນໃຫ້ມີລຸ້ນອາວຸໂສ, ລຸ້ນກາງ ແລະ ລຸ້ນໜຸ່ມ ຢ່າງສົມເຫດສົມຜົນ, ລວມທັງ ຂົງເຂດການເມືອງ, ກຳລັງປະກອບອາວຸດ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ ຢ່າງເໝາະສົມ. ນອກຈາກນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຕ້ອງໄດ້ມີທັດສະນະການເມືອງທີ່ໜັກແໜ້ນ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການ ໃນການລົງຄະແນນສຽງທາບທາມບຸກຄະລາກອນອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ IX ໃນຄັ້ງນີ້ ໃຫ້ຖືກຕ້ອງຕາມຄວາມເປັນຈິງ, ພາວະວິໄສ, ຍຸຕິທຳ, ມີຄວາມຈິງໃຈຕໍ່ກັນ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງນະໂຍບາຍ, ລະບຽບກົດໝາຍ, ຫຼີກເວັ້ນແນວຄິດອະຄະຕິ ລົງຄະແນນສຽງທາບທາມໂດຍຂາດຄວາມຮັບຜິດຊອບ ຫຼື ມີທັດສະນະອື່ນໆ ທີ່ບໍ່ຖືກຕ້ອງ; ສຸມໃສ່ໃນການກະກຽມວຽກງານຮອບດ້ານ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງ ທີ່ຈະຈັດຂຶ້ນໃນທ້າຍເດືອນສິງຫາ 2025 ນີ້ ໃຫ້ສໍາເລັດ ແລະ ທັນກັບຕາມຄາດໝາຍທີ່ວາງໄວ້ ໂດຍມອບໃຫ້ຄະນະກໍາມະການຊີ້ນໍາລວມ ແລະ ອະນຸກໍາມະການຕ່າງໆ ສືບຕໍ່ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບສູງ, ສິ່ງສຳຄັນ ການກະກຽມເນື້ອໃນ ໃຫ້ຄົບຖ້ວນຮັດກຸມຊັດເຈນ, ວາງວິໄສທັດໃນຕໍ່ໜ້າ ໃຫ້ສອດຄ່ອງກັບຈຸດພິເສດຂອງແຂວງ, ວິໃສທັດແຕ່ລະດ້ານ ໃຫ້ບຸກທະລຸການພັດທະນາໃນຕໍ່ໜ້າ. ພ້ອມນັ້ນ, ຕ້ອງສ່ອງແສງໃຫ້ເຫັນມູນເຊື້ອອັນດີງາມຂອງອົງຄະນະພັກແຂວງ ໂດຍສະເພາະ ແຂວງວິລະຊົນ. ສໍາລັບຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ຂອງແຂວງ ໃຫ້ເອົາໃຈໃສ່ກວດກາຄືນ ຜົນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຜ່ານມາ ເພື່ອຖອດຖອນເປັນບົດຮຽນ ແລະ ກໍານົດທິດທາງໃນຕໍ່ໜ້າ ຢ່າງຖືກຕ້ອງ.ຕໍ່ການທາບທາມເລືອກເຟັ້ນບຸກຄະລາກອນ ໃນຮອບທີ 2 ນີ້ ແມ່ນຈະເປັນພື້ນຖານໃນການເລືອກເຟັ້ນບຸກຄະລາກອນໃນຮອບທີ 3 ແລະ ນໍາເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແມ່ນໃຫ້ຮັບປະກັນລັກສະນະສືບທອດປ່ຽນແທນທີ່ໜັກແໜ້ນ ແລະ ຕໍ່ເນື່ອງ, ມີຄຸນທາດການເມືອງ, ຫຼັກໝັ້ນຊົນຊັ້ນຈະແຈ້ງ, ມີຄວາມຮູ້ຄວາມສາມາດ, ມີຄວາມເປັນແບບຢ່າງ ແລະ ສົມຄູ່ກັບໜ້າທີ່ການເມືອງທີ່ຖືກມອບໝາຍ.

ໃນຕອນທ້າຍ, ຜູ້ເແທນກອງປະຊຸມ ກໍ່ໄດ້ພ້ອມກັນປ່ອນບັດທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ IX (ຮອບທີ 2).

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຊຳຊຸງ ລົງນາມສັນຍາສະໜອງຊິບ ມູນຄ່າ 1.65 ຕື້ໂດລາ

0

ຂ່າວຕ່າງປະເທດລາຍງານວ່າ: Samsung Electronics ເປີດເຜີຍໃນເອກະສານທີ່ຍື່ນຕໍ່ໜ່ວຍງານຄຸ້ມຄອງເບິ່ງແຍງ ໃນວັນທີ 28 ກໍລະກົດ ຜ່ານມາວ່າ: ບໍລິສັດ ໄດ້ລົງນາມໃນສັນຍາການສະໜອງຊິບ ທີ່ມີມູນຄ່າ 16.5 ຕື້ໂດລາ, ສົ່ງຜົນເຮັດໃຫ້ລາຄາຫຸ້ນເພີ່ມຂຶ້ນຫຼາຍກວ່າ 2% ຂອງການຊື້-ຂາຍໃນຕອນເຊົ້າຂອງວັນດັ່ງກ່າວ.

Samsung ບໍ່ໄດ້ລະບຸຊື່ຂອງຄູ່ສັນຍາ ແຕ່ກ່າວວ່າສັນຍາມີຜົນບັງຄັບໃຊ້ນັບແຕ່ວັນທີ 26 ກໍລະກົດ 2024 ແລະ ຈະສິ້ນສຸດໃນວັນທີ 31 ທັນວາ 2033. ໂດຍລະບຸວ່າ: ລາຍລະອຽດຂອງສັນຍາ, ລວມທັງຊື່ຂອງຄູ່ສັນຍາ ຈະບໍ່ຖືກເປີດເຜີຍຈົນກວ່າສັນຍາຈະໝົດອາຍຸເພື່ອປົກປ້ອງຂໍ້ມູນທາງການຄ້າຕາມຄໍາຮ້ອງຂໍຂອງຄູ່ສັນຍາ.

ເອກະສານດັ່ງກ່າວຍັງລະບຸວ່າ: ເນື່ອງຈາກວ່າເນື້ອໃນຂອງສັນຍາຖືກເກັບເປັນຄວາມລັບທາງທຸລະກິດ, ນັກລົງທຶນຄວນພິຈາລະນາຄວາມເປັນໄປໄດ້ທີ່ສັນຍາສາມາດຖືກປ່ຽນແປງ ຫຼື ຖືກຍົກເລີກກ່ອນທີ່ຈະຕັດສິນໃຈລົງທຶນ.

ປັດຈຸບັນ, Samsung Foundry ຊຶ່ງໜ່ວຍງານການຜະລິດ semiconductor ຂອງບໍລິສັດ, ເປັນຜູ້ຜະລິດ chip ແບບຮັບຈ້າງລາຍໃຫຍ່ທີ່ສຸດອັນດັບສອງຂອງໂລກ, ຮອງຈາກ ໄຕ້ຫວັນ Semiconductor Manufacturing Co. (TSMC).

ທັງນີ້, Samsung ມີກຳນົດປະກາດຜົນການດຳເນີນທຸລະກິດຂອງໄຕມາດທີສອງໃນວັນ 31 ກໍລະກົດ ຈະມາເຖິງນີ້, ໂດຍນັກວິເຄາະຄາດວ່າກໍາໄລຈະຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ ທ່າມກາງການແຂ່ງຂັນທີ່ຮຸນແຮງສໍາລັບສ່ວນແບ່ງຕະຫຼາດຊິບ AI ກັບຄູ່ແຂ່ງເຊັ່ນ ບໍລິສັດ SK Hynix.