#ພະຍາກອນອາກາດ ເຊົ້າວັນທີ 01 ສິງຫາ 2025, ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢ່ບາງທ້ອງຖິ່ນ.
ສປ ຈີນ ເລັ່ງຍົກຍ້າຍປະຊາຊົນ ຫລາຍກວ່າ 280.000ຄົນ ຈາກພາຍຸໝູນເຂດຮ້ອນ
ສະຖານີໂທລະພາບຊີຊີທີວີ ຂອງທາງການຈີນ, ວັນທີ 30 ກໍລະກົດນີ້, ນະຄອນຊຽງໄຮ້ ຂອງ ສປ ຈີນ ເລັ່ງຍົກຍ້າຍປະຊາຊົນ ຫລາຍກວ່າ 280.000ຄົນ ເພື່ອເປັນມາດຕະການປ້ອງກັນອັນຕະລາຍລ່ວງໜ້າຈາກເຫດພາຍຸໝູນເຂດຮ້ອນ (tropical cyclone) ພວມເຄື່ອນຕົວເຂົ້າສູ່ພື້ນທີ່ທາງຕາເວັນອອກຂອງ ສປ ຈີນ ຊຶ່ງເປັນພາຍຸໂຄເມຍ (Co-may) ຂຶ້ນຝັ່ງເປັນພາຍຸ ເຂດຮ້ອນທີ່ເມືອງໂຈວຊານ ແຂວງເຈີຈຽງ ໂດຍມີຄວາມໄວລົມສູງສຸດໃກ້ຈູດສູນກາງ 23 ແມັດ ຕໍ່ວິນາທີ ຫລື 83 ກິໂລແມັດ ຕໍ່ຊົ່ວໂມງ.

ນະຄອນຊຽງໄຮ້ ເປັນສູນກາງທາງການເງິນ ແລະ ເມືອງອື່ນໆ ໃນສາມຫລ່ຽມ ປາກແມ່ນ້ຳແຍງຊີ ໂດຍໄດ້ມີການຍົກເລີກຖ້ຽວບິນ ແລະ ໂຈະການບໍລິການລົດໄຟລວມທັງຢຸດການຮຽນການສອນ ພ້ອມທັງຍົກຍ້າຍປະຊາຊົນອອກຈາກ ພື້ນທີ່ສ່ຽງໄພຢ່າງຮີບດ່ວນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ສືບຕໍ່ເສີມສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເຂົ້າສູ່ລວງເລິກເພື່ອສັນຕິພາບ ແລະ ການພັດທະນາ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມສະຫະພັນຣັດເຊຍ ຢ່າງເປັນທາງການໃນໄວໆນີ້, ໃນໂອກາດນີ້ ຈຶ່ງຢາກສື່ສານເຖິງເພື່ອນມິດຣັດເຊຍ ຜ່ານສຳນັກຂ່າວສານຕາສ (TASS), ເຊິ່ງເປັນໜຶ່ງໃນສຳນັກຂ່າວທີ່ໃຫຍ່, ເກົ່າແກ່ ແລະ ມີຊື່ສຽງທີ່ສຸດຂອງຣັດເຊຍ.
ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມສະຫະພັນຣັດເຊຍ ຢ່າງເປັນທາງການໃນໄວໆນີ້, ໃນໂອກາດນີ້ ຈຶ່ງຢາກສື່ສານເຖິງເພື່ອນມິດຣັດເຊຍ ຜ່ານສຳນັກຂ່າວສານຕາສ (TASS), ເຊິ່ງເປັນໜຶ່ງໃນສຳນັກຂ່າວທີ່ໃຫຍ່, ເກົ່າແກ່ ແລະ ມີຊື່ສຽງທີ່ສຸດຂອງຣັດເຊຍ.
ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ໄດ້ມີມູນເຊື້ອອັນຍາວນານ, ມີຮາກຖານອັນເລິກເຊິ່ງ ທີ່ໄດ້ສ້າງຂຶ້ນໃນໄລຍະທີ່ປະເທດລາວເລີ່ມມີຂະບວນການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ ທີ່ເປັນຊ່ວງເວລາທີ່ທ້າທາຍທີ່ສຸດ ເຊິ່ງມີສະຫະພາບໂຊວຽດ ສະໜັບສະໜູນຊ່ວຍເຫລືອພາລະກິດປະຕິວັດຂອງລາວ. ຄວາມສາມັກຄີດັ່ງກ່າວ ໄດ້ກາຍມາເປັນພື້ນຖານທີ່ໝັ້ນຄົງຂອງການຮ່ວມມືຂອງພວກເຮົາມາຈົນເຖິງທຸກມື້ນີ້.

ຂີດໝາຍທີ່ສຳຄັນຂອງມູນເຊື້ອແຫ່ງການພົວພັນ ລາວ–ຣັດເຊຍ ນັ້ນແມ່ນການສ້າງຕັ້ງສາຍພົວພັນການທູດຢ່າງເປັນທາງລະຫວ່າງ ລາວ ແລະ ສະຫະ ພາບໂຊວຽດ ເມື່ອວັນທີ 7 ຕຸລາ 1960. ພາຍຫລັງ ສປປ ລາວ ໄດ້ຮັບການສະຖາປະນາໃນປີ 1975 ສະຫະພາບໂຊວຽດ ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອຢ່າງຫລວງຫລາຍໃຫ້ແກ່ ສປປ ລາວ ທີ່ເກີດໃໝ່ ແລະ ໜຸ່ມນ້ອຍ ພາຍຫລັງສົງຄາມທຳລາຍອັນໜັກໜ່ວງ, ຊ່ວຍເຫລືອລາວໃນການຮຳບາດແຜສົງຄາມ, ການສຶກສາ, ສາທາລະນະສຸກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຟື້ນຟູເສດຖະກິດ. ວັນທີ 31 ທັນວາ 1991 ສປປ ລາວ ໄດ້ປະກາດຮັບຮູ້ສະຫະພັນຣັດເຊຍ ເປັນຜູ້ສືບທອດທີ່ຖືກຕ້ອງຈາກສະຫະພາບໂຊຫວຽດ, ຫລັງຈາກນັ້ນ, ໄດ້ລົງນາມສົນທິສັນຍາວ່າດ້ວຍພື້ນຖານການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບສະຫະພັນຣັດເຊຍ ໃນປີ 1994 ເພື່ອເສີມສ້າງສາຍພົວພັນຮ່ວມມືໃນໄລຍະໃໝ່. ຮອດປີ 2011, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດດ້ານຄວາມໝັ້ນຄົງໃນພາກພື້ນອາຊີ–ປາຊີຟິກ; ປີ 2013 ໄດ້ມີການສ້າງສູນວັດທະນະທຳ ແລະ ວິທະຍາສາດຂອງຣັດເຊຍຄືນໃໝ່ ຢູ່ນະຄອນຫລວງວຽງຈັນ ອັນໄດ້ປະກອບສ່ວນສຳຄັນໃນການສົ່ງເສີມວຽກງານແລກປ່ຽນວັດທະນະທຳ ແລະ ສົ່ງເສີມການໄປມາຫາສູ່ກັນລະຫວ່າງປະຊາຊົນ ລາວ ແລະ ຣັດເຊຍ. ພວກເຮົາມີຄວາມເພິ່ງພໍໃຈທີ່ເຫັນວ່ານັບແຕ່ ປີ 2014 ເປັນຕົ້ນມາການພົວພັນຮ່ວມມື ລາວ-ຣັດເຊຍ ໄດ້ຮັບການເປີດກວ້າງໄປສູ່ເກືອບທຸກຂະແໜງການຮ່ວມມືທີ່ສອງຝ່າຍມີທ່າແຮງ.
ຜົນສຳເລັດທີ່ໜ້າຍິນດີໃນການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ສອງຝ່າຍໄດ້ແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ໃນຫລາຍລະດັບ ແລະ ຂົງເຂດວຽກງານ ນັບແຕ່ລະດັບວິຊາການ ຈົນເຖິງການນໍາລະດັບສູງຂອງສອງປະເທດ; ການພົວພັນໃນຂອບວຽກງານສາຍພັກ, ໄດ້ມີການພົວພັນກັນຢ່າງສະໜິດແໜ້ນ; ສະຫະພັນຣັດເຊຍ ໄດ້ສືບຕໍ່ສ້າງບຸກຄະລາກອນໃນຂົງເຂດຕ່າງໆ ລວມທັງຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ ສປປ ລາວ. ນອກຈາກນັ້ນ, ສ ຣັດເຊຍ ຍັງໄດ້ສືບຕໍ່ຊ່ວຍເຫລືອລາວ ທາງດ້ານການສຶກສາ, ສາທາລະນະສຸກ. ຊຸມປີຫລັງມານີ້, ຣັດເຊຍ ໄດ້ສົ່ງທີມວິຊາການມາຊ່ວຍເກັບກູ້ລະເບີດທີ່ຍັງບໍ່ທັນແຕກຢູ່ ສປປ ລາວ ທີ່ຕົກຄ້າງມາແຕ່ສະໄໝສົງຄາມຈາກການຖິ້ມລະເບີດຂອງກອງທັບອາກາດ ສະຫະລັດອາເມຣິກາ ຊຶ່ງຖືວ່າເປັນຮ່ອງຮອຍເສດເຫລືອຈາກສົງຄາມ ທີ່ສ້າງຄວາມເຈັບປວດໃຫ້ແກ່ປະຊາຊົນລາວ ແລະ ເຮັດໃຫ້ຄົນລາວ ຍັງສືບຕໍ່ປະສົບກັບຄວາມຫາຍະນະຈົນເທົ່າທຸກວັນນີ້. ນີ້ສະແດງໃຫ້ເຫັນເຖິງການຮ່ວມມືທາງດ້ານມະນຸດສະທຳທີ່ຣັດເຊຍ ມີໃຫ້ແກ່ປະຊາຊົນລາວຂອງພວກຂ້າພະເຈົ້າ ແລະ ຂົງເຂດສຳຄັນອື່ນໆອີກ. ປະຊາຊົນລາວ ຍາມໃດກໍຈົດຈຳ, ຮູ້ບຸນຄຸນຕໍ່ນໍ້າໃຈອັນງົດງາມ ແລະ ສູງສົ່ງຂອງລັດຖະບານ ແລະ ປະຊາຊົນຣັດເຊຍ ຢ່າງບໍ່ມີວັນຫລົງລືມໄດ້.
ປີນີ້ ຢູ່ມົດສະກູ ໄດ້ມີພິທີອັນຍິ່ງໃຫຍ່ ເພື່ອສະເຫລີມສະຫລອງ ຄົບຮອບ 80 ປີ ແຫ່ງ ມະຫາໄຊຊະນະສົງຄາມປົກປ້ອງປິຕຸພູມຂອງຣັດເຊຍ ທີ່ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025, ເຊິ່ງເປັນເຫດການໜຶ່ງທີ່ສໍາຄັນ ໃນປະຫວັດສາດຂອງປະຊາຊາດຣັດເຊຍ ແລະ ຂອງມວນມະນຸດໃນທົ່ວໂລກ. ສປປ ລາວ ໄດ້ຮັບກຽດເປັນຢ່າງສູງທີ່ກອງທັບລາວ ໄດ້ສົ່ງກ້ອນກໍາລັງທີ່ເປັນຕົວແທນຂອງຕົນ ເຂົ້າຮ່ວມເດີນສວນສະໜາມຢູ່ທີ່ຈະຕຸລັດແດງ ທີ່ຍິ່ງໃຫຍ່ໃນວັນບຸນມະໂຫລານ ທີ່ຍິ່ງໃຫຍ່ດັ່ງກ່າວ.

ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນຂອງສອງປະເທດ ກໍກຳລັງມີຄວາມຄືບໜ້າມາເປັນລຳດັບ, ເປັນຕົ້ນແມ່ນດ້ານອຸດສາຫະກຳຂຸດຄົ້ນປຸງແຕ່ງແຮ່ທາດ, ດ້ານພະລັງງານ ແລະ ອື່ນໆ.
ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ການແລກປ່ຽນດ້ານວັດທະນະທຳ ແລະ ຂົງເຂດອື່ນໆ ກໍມີຜົນສຳເລັດຫລາຍປະການ. ຕະຫລອດຫລາຍທົດສະວັດຜ່ານມາ, ໂດຍສະເພາະແມ່ນຂະແໜງການກໍ່ສ້າງຊັບພະຍາກອນມະນຸດທີ່ເປັນມູນເຊື້ອແຫ່ງການສະໜັບສະໜູນຈາກຣັດເຊຍ ໃຫ້ແກ່ລາວມາແລ້ວນັ້ນ, ໄດ້ສ້າງ ແລະ ສືບຕໍ່ສ້າງໃຫ້ລາວ ມີຊັບພະຍາກອນບຸກຄົນທີ່ເປັນກຳລັງແຮງອັນໃຫຍ່ຫລວງໃນການພັດທະນາປະເທດຊາດຂອງລາວ ຈົນເຖິງປັດຈຸບັນນີ້ ແລະ ໃນອະນາຄົດ.
ເວົ້າເຖິງການພົວພັນລະຫວ່າງປະຊາຊົນກັບປະຊາຊົນ ແມ່ນນັບມື້ນັບຂະຫຍາຍຕົວ, ຕົວເລກນັກທ່ອງທ່ຽວຈາກຣັດເຊຍ ໄປ ສປປ ລາວ ເພີ່ມຂຶ້ນທຸກປີ, ສຳລັບປີ 2024 ມີປະມານ 48.000 ກວ່າເທື່ອຄົນ ແລະ ຫວັງວ່າຈະໄດ້ຮັບຕ້ອນນັກທ່ອງທ່ຽວຈາກຣັດເຊຍ ເພື່ອນມິດນັບມື້້ນັບຫລາຍຂຶ້ນ.
ສຳລັບການຮ່ວມມືໃນຂອບຫລາຍຝ່າຍ, ສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງສະເໝີຕົ້ນສະເໝີປາຍ, ມີທັດສະນະທີ່ຄ້າຍຄືກັນໃນຫລາຍບັນຫາ, ສະໜັບສະໜູນບັນດາຫລັກການພື້ນຖານຂອງການພົວພັນສາກົນ, ສົ່ງເສີມລັດທິຫລາຍຝ່າຍ ແລະ ການສ້າງລະບຽບໂລກຫລາຍຂົ້ວທີ່ມີຄວາມເປັນທຳ. ຂ້າພະເຈົ້າຊື່ນຊົມຕໍ່ບົດບາດຂອງຣັດເຊຍ ທີ່ເປັນໜຶ່ງໃນເສົາຄ້າຂອງສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກທີ່ກຳລັງປັ່ນປ່ວນນີ້.

ໃນຂອບອາຊຽນ, ຣັດເຊຍ ເປັນໜຶ່ງໃນບັນດາຄູ່ເຈລະຈາທີ່ສໍາຄັນຂອງອາຊຽນ, ສປປ ລາວ ຕີລາຄາສູງການພົວພັນຮ່ວມມືຢ່າງມີໝາກຜົນລະຫວ່າງ ອາຊຽນ ແລະ ຣັດເຊຍ ຕະຫລອດໄລຍະຫລາຍກວ່າ 3 ທົດສະວັດທີ່ຜ່ານມາ. ໃນປີ 2016 ໃນຖານະທີ່ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 2, ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ເປັນປະທານຮ່ວມກັບທ່ານປະທານາທິບໍດີ ວະລາດີເມຍ ປູຕິນ ສະເຫລີມສະຫລອງການພົວພັນຮ່ວມມື ອາຊຽນ-ຣັດເຊຍ ຄົບຮອບ 20 ປີ ທີ່ໂຊຈິ ດ້ວຍຜົນສຳເລັດຢ່າງຈົບງາມ. ໃນຖານະທີ່ ອາຊຽນ-ຣັດເຊຍ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2018, ສປປ ລາວ ມີຄວາມຍິນດີທີ່ເຫັນວ່າ ຣັດເຊຍ ມີການປະກອບສ່ວນທີ່ສຳຄັນເຂົ້າໃນການສະໜັບສະໜູນ ແລະ ຍົກສູງບົດບາດຄວາມເປັນແກນກາງຂອງອາຊຽນ ໃນບັນດາກົນໄກຮ່ວມມືຕ່າງໆ, ພ້ອມກັນນັ້ນ ໄດ້ໃຫ້ຄວາມສຳຄັນໃນການຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດ ແນໃສ່ຍົກລະດັບການພົວພັນຮ່ວມມື ອາຊຽນ-ຣັດເຊຍ ໃຫ້ກ້າວໄປສູ່ຍອດສູງໃໝ່ ແລະ ປີ 2026 ທີ່ຈະມາເຖິງນີ້, ພວກເຮົາຈະໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງຂີດໝາຍທີ່ສຳຄັນ ຂອງການພົວພັນຮ່ວມມື ອາຊຽນ-ຣັດເຊຍ.
ເພື່ອນມິດຣັດເຊຍ ທີ່ນັບຖືຮັກແພງທັງຫລາຍ,
ການຢ້ຽມຢາມຣັດເຊຍ ຂອງຂ້າພະເຈົ້າ ໃນຄັ້ງນີ້ ພໍດີກັບໂອກາດທີ່ມີຄວາມສຳຄັນເປັນພິເສດຄືເປັນປີສະເຫລີມສະຫລອງ ຄົບຮອບ 80 ປີ ແຫ່ງມະຫາໄຊຊະນະຂອງສົງຄາມປົກປ້ອງປິຕຸພູມຂອງຣັດເຊຍ ແລະ ເປັນປີ ຄົບຮອບ 65 ປີ ຂອງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຣັດເຊຍ (7/10/1960 – 7/10/2025) ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ, ເຊິ່ງເປັນໂອກາດດີທີ່ຂ້າພະເຈົ້າ ແລະ ທ່ານປະທານາທິບໍດີ ວາລາດີເມຍ ປູຕິນ ຈະໄດ້ຮ່ວມກັນທົບທວນມູນເຊື້ອຂອງມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ຮ່ວມກັນກຳນົດທິດທາງໃຫ້ແກ່ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃນອະນາຄົດ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ໂດຍເປັນໜຶ່ງໃນຈຳນວນອະດີດນັກສຶກສາ, ນັກຄົ້ນຄວ້າລາວ ຈຳນວນ ຫລາຍຮ້ອຍຫລາຍພັນຄົນທີ່ໄດ້ສຶກສາຮໍ່າຮຽນ ແລະ ດຳລົງຊີວິດຢູ່ ສ ຣັດເຊຍ, ຂ້າພະເຈົ້າມີໂອກາດໄດ້ກັບມາປະເທດຣັດເຊຍ ທີ່ສວຍງາມຄັ້ງໃດກໍຮູ້ສຶກພາກພູມໃຈຕໍ່ການເຕີບໃຫຍ່ຂະຫຍາຍຕົວທີ່ໄວວາ ແລະ ກ້າວໜ້າຢ່າງມະຫັດສະຈັນ ຂອງປະເທດຣັດເຊຍ ເພື່ອນມິດ. ຂ້າພະເຈົ້າມາຢ້ຽມຢາມຣັດເຊຍ ຄັ້ງນີ້ ກໍເປັນອີກຄັ້ງໜຶ່ງທີ່ຖືວ່າ ໄດ້ກັບມາຫາເພື່ອນມິດສະຫາຍທີ່ເປັນເພື່ອນຜູ້ໃກ້ຊິດທີ່ສຸດກັບຕົນ ເໝືອນຄົນໃນຄອບຄົວດຽວກັນ, ຂໍຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງທີ່ຜືນແຜ່ນດິນທີ່ຍິ່ງໃຫຍ່ແຫ່ງນີ້ ທີ່ຄູອາຈານ ແລະ ເພື່ອນສະຫາຍຣັດເຊຍ ທີ່ເຄົາລົບນັບຖື ແລະ ຮັກແພງໄດ້ໃຫ້ການອຸປະຖໍາ ຄໍ້າຊູ ລ້ຽງດູ ແລະ ໃຫ້ຄວາມຮູ້, ຄວາມຊົງຈຳທີ່ດີແກ່ຂ້າພະເຈົ້າ ແລະ ຄົນລາວທຸກຄົນຢ່າງບໍ່ມີວັນຈະຫລົງລືມໄດ້.
ນາຍົກລັດຖະມົນຕີ ຢ້ຽມຢາມເມືອງຊຽງຮ່ອນ
ໃນຕອນບ່າຍວັນທີ 30 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ຊຽງຮ່ອນ, ມີການນໍາຂອງແຂວງ ແລະ ການນໍາຂອງເມືອງໃຫ້ການຕ້ອນຮັບ.

ທ່ານ ແສງອາທິດ ລາວເບຼຍຢາທໍ່ ໄດ້ລາຍງານສະພາບການທີ່ພົ້ນເດັ່ນຂອງເມືອງໃນໄລຍະ 6 ເດືອນຕົ້ນປີ 2025 ໂດຍສັງເຂບຈາກ ເຊິ່ງໃນໄລຍະ 6 ເດືອນຕົ້ນປີເສດຖະກິດຂອງເມືອງຂະ ຫຍາຍຕົວຢ່າງຕໍ່ເນື່ອງ ຢູ່ໃນລະດັບດີພໍສົມຄວນ, ທັງໄດ້ສຸມໃສ່ເກັບລາຍຮັບ ໄດ້ເກືອບ 3 ຕື້ກີບ ເທົ່າກັບ 64,93% ຂອງແຜນການປີ ແລະ ຄຸ້ມຄອງລາຍຈ່າຍໄດ້ 1,3 ຕື້ກວ່າກີບ ເທົ່າກັບ 47,06% ຂອງແຜນການປີ, ໄດ້ສຸມໃສ່ການຊຸກຍູ້ສົ່ງເສີມການຜະລິດກະສິກໍາຢ່າງຕັ້ງໜ້າ, ປັບປຸງພື້ນ ຖານໂຄງລ່າງ ອໍານວຍຄວາມສະດວກແກ່ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກ. ໃນນັ້ນ, ສໍາເລັດການປູກເຂົ້ານາປີ ແລ້ວ 100% ໃນເນື້ອທີ່ 3.358,20ເຮັກຕາ, ປູກເຂົ້າໄຮ່ 320 ເຮັກຕາ, ປູກໝາກເດືອຍ 600 ເຮັກຕາ ແລະ ປູກມັນຕົ້ນ 1.500 ເຮັກຕາ. ສະເພາະວຽກງານໄພພິບັດ, ເມືອງຊຽງຮ່ອນ ເກີດມີໄພພິບັດນໍ້າຖ້ວມ 2 ຄັ້ງຄື: ຄັ້ງທີ 1 ໃນວັນທີ 16-17 ກໍລະກົດ 2025 ເກີດຝົນຕົກໜັກເຮັດໃຫ້ມີນໍ້າໄຫລຊຸ ແລະ ຖ້ວມເຮືອນ, ພື້ນ ຖານໂຄງລ່າງ ແລະ ພື້ນທີ່ທໍາການຜະລິດຂອງປະຊາຊົນພາຍໃນເມືອງຊຽງຮ່ອນ ທັງໝົດ 30 ບ້ານ, 1.877 ຄອບຄົວ, ມູນຄ່າເສຍຫາຍທັງໝົດ 17,7 ຕື້ກວ່າກີບ ແລະ ຄັ້ງທີ 2 ວັນທີ 22-23 ກໍລະກົດ 2025 ໄດ້ຮັບຜົນກະທົບຈາກພາຍຸວິພາ ເຮັດໃຫ້ທີ່ຢູ່ອາໄສ, ພື້ນຖານໂຄງລ່າງ ໄດ້ຮັບຜົນກະທົບທັງໝົດ 4,6 ຕື້ກວ່າກີບ.

ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມຄະນະ ກໍໄດ້ລົງຕິດ ຕາມເບິ່ງເສັ້ນທາງຍຸດທະສາດ ທົ່ງກາບ-ຫ້ວຍຕອງ, ຢ້ຽມຢາມ ແລະ ພົບປະປະຊາຊົນເຂດທົ່ງກາບ ເຊິ່ງເປັນເຂດທີ່ຈະສ້າງເປັນຕາແສງທົ່ງກາບ, ພ້ອມທັງໄດ້ມີຄໍາເຫັນໂອ້ລົມຕໍ່ພະນັກງານຂອງເມືອງ ແລະ ປະຊາຊົນ, ທັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ຄອມພິວເຕີຕັ້ງໂຕະ 1 ຊຸດ ເພື່ອນໍາໃຊ້ເຂົ້າໃນວຽກງານຢູ່ຫ້ອງການຕາແສງ ຕື່ມອີກ.
ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບຫວຽດນາມ
ໃນວັນທີ 30 ກໍລະກົດ 2025 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ການເດີນທາງມາ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງກະຊວງ ປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຄັ້ງນີ້ ເພື່ອຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ ແລະ ເຂົ້າຮ່ວມພິທີເປີດນຳໃຊ້ລະບົບ ແລະ ບັດປະຈຳຕົວພົນລະເມືອງ ດີຈີຕ໋ອນ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ ເຊິ່ງທັງສອງໂຄງການ ແມ່ນການຮ່ວມມືລະຫວ່າງສອງພັກ-ສອງລັດ ເວົ້າສະເພາະແມ່ນສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ທີ່ຍາມໃດກໍມີການພົວພັນຮ່ວມມືທີ່ແໜ້ນແຟ້ນຂຶ້ນເລື້ອຍໆ.
ໂອກາດນີ້ ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ກໍໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງແບບພິເສດ.
ພາບ-ຂ່າວ: ຄຳໂຖ
ມອບ-ຮັບ ໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ
ພິທີມອບ-ຮັບ ໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະ ພາບຜູ້ຕິດຢາເສບຕິດ ຢູ່ແຂວງວຽງຈັນ ລະຫວ່າງກະຊວງ ປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນ ຄວາມສະຫງົບ ສສ ຫວຽດນາມ ຈັດຂຶ້ນວັນທີ 30 ກໍລະກົດ 2025 ຢູ່ແຂວງດັ່ງກ່າວ ເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ທ່ານ ພົນເອກ ເລືອງ ຕາມ ກວາງ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ມີ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ບັນດາການນຳຂັ້ນສູນກາງ ພ້ອມດ້ວຍ ຄະນະພັກ ຄະນະນໍາ ພະນັກງານຫຼັກແຫຼ່ງຂັ້ນນໍາພາ ບັນຊາທັງສອງຝ່າຍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຈາກນັ້ນທ່ານ ພົນເອກ ເລືອງ ຕາມ ກວາງ ໄດ້ຕາງໜ້າໃຫ້ພັກ -ລັດຖະບານ ກໍຄືຕາງໜ້າ ກະຊວງປ້ອງຄວາມສະຫງົບ ສສ ຫວຽດນາມ ກ່າວມອບ ໂຄງການກໍ່ສ້າງ ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໃຫ້ກະຊວງ ປ້ອງກັນຄວາມສະຫງົບ ສປປ ລາວ ປົກປັກຮັກສາ ແລະ ນໍາໃຊ້ ຢ່າງເປັນທາງການ.

ໂອກາດນີ້ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຍັງສະແດງຄວາມ ເຊື່ອໝັ້ນວ່າ ສູນແຫ່ງນີ້ ຈະກາຍເປັນສັນຍາລັກແຫ່ງມິດຕະພາບ ລາວ-ຫວຽດນາມ ເປັນ ສູນຕົວແບບໃນການປິ່ນປົວຜູ້ຕິດຢາ ເສບຕິດ ເນື່ອງຈາກເປັນສູນ ທີ່ມີລະບົບພື້ນຖານໂຄງລາງຄົບຊຸດມີອຸປະກອນ ແລະ ເຄື່ອງມືທີ່ຈຳເປັນ ມີພະນັກງານແພດໝໍ ທີ່ໄດ້ຮັບການຝຶກອົບຮົມວຽກງານປິ່ນປົວ ແລະ ພື້ນຟູສຸຂະພາບຜູ້ຕິດຢາເສບຕິດ ມາໂດຍສະເພາະເຊິ່ງຕະຫຼອດໄລຍະຜ່ານມາກໍໄດ້ຖືເອົາການປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ເປັນໜ້າວຽກໜຶ່ງທີ່ສໍາຄັນ ເພື່ອຊ່ວຍໃຫ້ເຂົາເຈົ້າຫຼຸດພົ້ນອອກ ຈາກວົງ ຈອນຢາເສບຕິດມີສຸຂະພາບທີ່ດີ ປະກອບສ່ວນເຂົ້າໃນການສ້າງພັດທະນາປະເທດຊາດ.
ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຍັງຕາງໜ້າພັກລັດຖະບານລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກລັດຖະບານຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອກໍ່ສ້າງສູນແຫ່ງນີ້ ເຊິ່ງໄດ້ສະແດງໃຫ້ເຫັນເຖິງມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກສອງລັດ ປະຊາຊົນ ກໍຄືກຳລັງປ້ອງກັນຄວາມ ສະຫງົບຂອງສອງປະເທດ ລາວ-ຫວຽດນາມ ຫວັງຢ່າງຍິ່ງວ່າ ເພື່ອນຫວຽດນາມ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືແລກປ່ຽນບົດຮຽນປະສົບການຍົກລະດັບຄວາມຮູ້ ຄວາມ ສາມາດໃນຂົງເຂດວຽກງານປິ່ນປົວຜູ້ຕິດຢາເສບ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບລາວ ໃຫ້ນັບມື້ ເຂັ້ມແຂງ ມີປະສິດທິ ພາບ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ໃນພິທີ ຍັງໄດ້ມອບຫຼຽນກາ ແລະ ໃບຍ້ອງຍໍຂອງກະຊວງປ້ອງກັນຄວາມສະຫງົບລາວ ໃຫ້ ນາຍຕຳຫຼວດ ແລະ ພະນັກງານບໍລິສັດຫຸ້ນສ່ວນການລົງທຶນຕົວເມືອງ ແລະ ເຂດອຸດສາຫະກຳ ຊົງດາ 7 ສສ ຫວຽດນາມ ທີ່ຜົນງານດີເດັ່ນໃນການຊຸກຍູ້ຊ່ວຍເຫຼືອໂຄງການດັ່ງກ່າວ ໃນນີ້ ມອບຫຼຽນກາ ໃຫ້ 14 ສະຫາຍ ແລະ ມອບໃບຍ້ອງຍໍ 38 ສະ ຫາຍ ນອກນັ້ນໃນພິທີ ຜູ້ແທນທັງສອງຝ່າຍຍັງໄດ້ໃຫ້ກຽດຕັດແທບຜ້າ ເປີດປ້າຍ ມອບ-ຮັບສູນປິ່ນປົວ ແລະ ຟື້ນຟູສຸຂະ ພາບຜູ້ຕິດຢາເສບຕິດ ຢ່າງເປັນທາງການຕື່ມອີກ.
ສົກຮຽນ 2024-2025 ນວ ມີນັກຮຽນ ມປ ເສັງໄດ້ໃບປະກາດແດງ 79 ຄົນ
ພິທີສະຫຼຸບການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ແລະ ຕອນປາຍ (ມ7) ສົກຮຽນ 2024-2025 ໄດ້ຈັດຂຶ້ນວັນທີ 30 ກໍລະກົດ ນີ້ ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ (ນວ) ມີທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ຄະນະພະແນກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຄະນະອໍານວຍການ ຄູ-ອາຈານ, ນັກຮຽນ ຜູ້ປົກຄອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໂອກາດນີ້, ທ່ານ ສົມພອນ ສອນດາລາ ໄດ້ຂຶ້ນລາຍງານສະຫຼຸບຫຍໍ້ກ່ຽວກັບການຈັດ ຕັ້ງປະຕິບັດສອບເສັງຈົບຊັ້ນສາຍສາມັນສຶກສາ ມ4 ແລະ ມ7 ປະຈຳສົກຮຽນ 2024-2025 ນີ້ ວ່າ: ສຳລັບ ມ4 ມີນັກຮຽນເສັງຈົບຊັ້ນ ທັງໝົດ 12,043 ຄົນ ຍິງ 6,117 ຄົນ ຈາກ 179 ໂຮງຮຽນ ສອບເສັງທັງໝົດ 5 ວິຊາ ຕາມທີ່ກຳນົດໄວ້ ຜົນການສອບ ເສັງສາມາດເສັງໄດ້ 11,586 ຄົນ ໃນນີ້ ຍິງ 5,960 ຄົນ ເທົ່າກັບ 99.9% ທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ 0.3% ໃນນີ້ ມີນັກຮຽນທີ່ເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ ມີ 2,634 ຄົນ ຍິງ 1,582 ຄົນ ທຽບປີຜ່ານມາຫຼຸດລົງ 3.76% ຄະແນນ 9 ທຸກວິຊາ ມີ 62 ຄົນ ຍິງ 47 ຄົນ ທຽບໃສ່ປີຜ່ານມາຫຼຸດລົງ 0.09% ສ່ວນຊັ້ນ ມ7 ຈໍານວນ 118 ແຫ່ງ ເພີ່ມຂຶ້ນ 4 ແຫ່ງ ນັກຮຽນ ມ7 ທັງໝົດ 9,143 ຄົນ ຍິງ 4,749 ຄົນ ຜົນການສອບເສັງຈົບຊັ້ນ ມ7 ຈໍານວນນັກຮຽນມີໜ້າສອບເສັງຕົວຈິງ 9,143 ຄົນ ຍິງ 4,749 ຄົນ ເສັງໄດ້ທັງໝົດ 9,139 ຄົນ ຍິງ 4,747 ຄົນ ເທົ່າກັບ 99.96% ສົມທຽບປີຜ່ານມາຫຼຸດລົງ 0.02% ເສັງຕົກທັງໝົດ 4 ຄົນ ຍິງ 2 ຄົນ ເທົ່າກັບ 0.04% ສົມທຽບປີຜ່ານມາຫຼຸດລົງ 0.02% ເສັງໄດ້ສົມບູນ (ຄະແນນສອບເສັງໄດ້ 5 ຂຶ້ນໄປທຸກວິຊາ) 7,056 ຄົນ ຍິງ 3,871 ຄົນ ເທົ່າກັບ 77.17% ສົມທຽບ ໃສ່ປີຜ່ານມາເພີ່ມຂຶ້ນ 19.97% ຄະແນນເສັງໄດ້ 7 ຂຶ້ນໄປທຸກວິຊາ 4,642 ຄົນ ຍິງ 2,810 ຄົນ ເທົ່າກັບ 50.77% ສົມທຽບປີຜ່ານມາເພີ່ມຂຶ້ນ 13.63% ຄະແນນສອບເສັງໄດ້ 9 ຂຶ້ນໄປທຸກວິຊາ ທັງໝົດ 79 ຄົນ ຍິງ 59 ຄົນ ຕົກເປັນ 0.86% ສົມທຽບປີຜ່ານມາ ເພີ່ມຂຶ້ນ 0.22% ຄະແນນສອບເສັງໄດ້ 9 ຂຶ້ນໄປທຸກວິຊາ ໄລຍະສົກຮຽນ 2021-2025 ທັງ ໝົດ 242 ຄົນ ຍິງ 191 ຄົນ ທຽບໃສ່ປີ 2016-2020 ເພີ່ມຂຶ້ນ 75.61%.

ໃນພິທີ ຍັງໄດ້ມອບໃບຍ້ອງຍໍຂັ້ນເຈົ້າຄອງ ນວ ໃຫ້ແກ່ຄະນະຮັບຜິດຊອບຊີ້ນໍາລວມ ແລະ ຕັດສິນຜົນການສອບເສັງ ມ7 ສົກຮຽນ 2024-2025 ຈໍານວນ 21 ທ່ານ ມອບໃບຍ້ອງຍໍຂັ້ນເຈົ້າຄອງ ນວ ໃຫ້ແກ່ຄະນະກໍາມະການອັດສໍາເນົາຫົວບົດສອບເສັງຈົບຊັ້ນ ມ4 ແລະ ມ7 ຈໍານວນ 15 ທ່ານ ມອບໃບຍ້ອງຍໍຂັ້ນເຈົ້າຄອງ ນວ ໃຫ້ແກ່ຫ້ອງ ການສຶກສາທິການ ແລະ ກິລາເມືອງ ທີ່ໄດ້ປະກອບສ່ວນລົງຊີ້ນໍາ ລົງຕິດ ຕາມປະຈໍາຢູ່ສູນສອບເສັງ ມ7 ຈໍານວນ 9 ເມືອງ ມອບໃບຍ້ອງຍໍຂັ້ນເຈົ້າຄອງ ນວ ໃຫ້ແກ່ໂຮງ ຮຽນທີ່ມີຜົນງານດີເດັ່ນໃນການສ້າງນັກຮຽນໄດ້ຮັບໃບປະກາສະນີຍະບັດແດງ ໃນຊັ້ນ ມ7 ຈໍານວນ 23 ໂຮງຮຽນ ມອບໃບຍ້ອງຍໍຂັ້ນເຈົ້າຄອງ ນວ ໃຫ້ແກ່ໂຮງຮຽນທີ່ປະ ກອບສ່ວນເປັນສູນສອບເສັງຈົບຊັ້ນ ມ7 ຈໍານວນ 22 ໂຮງຮຽນ ມອບໃບຍ້ອງຍໍຂັ້ນເຈົ້າຄອງ ນວ ໃຫ້ແກ່ກໍາມະການລົງປະຈໍາສູນສອບເສັງຈົບຊັ້ນ ມ7 ຈໍານວນ 26 ທ່ານ ແລະ ມອບໃບຍ້ອງຍໍຂັ້ນເຈົ້າຄອງ ນວ ໃຫ້ແກ່ນັກຮຽນທີ່ສາມາດຍາດໄດ້ໃບປະກາສະນີຍະບັດແດງ ຈົບຊັ້ນ ມ7 ສົກຮຽນ 2024-2025 ຈໍານວນ 79 ຄົນ.
ພ້ອມກັນນີ້ ຍັງໄດ້ມອບໃບຍ້ອງຍໍຂັ້ນພະແນກສຶກສາທິການ ແລະ ກິລາ ນວ ໃຫ້ແກ່ໂຮງຮຽນທີ່ສາ ມາດສ້າງນັກຮຽນໄດ້ຄະແນນສະເລ່ຍຮອບດ້ານ 7 ຂຶ້ນໄປທຸກວິຊາ ຈໍານວນ 70% ຂຶ້ນໄປ ຈໍານວນ 36 ໂຮງຮຽນ ມອບໃບຍ້ອງຍໍຂັ້ນພະແນກ ໃຫ້ແກ່ນັກ ຮຽນໄດ້ຄະແນນສະເລ່ຍຮອບດ້ານ 7 ຂຶ້ນໄປທຸກວິຊາ 105 ໂຮງຮຽນ ຈໍານວນ 4,636 ຄົນ.
(ຂໍ້ມູມ ວຽງຈັນໃໝ່. ຂ່າວ: ຕຸໄລເພັດ)
ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນຂອງຊາດ ປະຈຳເດືອນກໍລະກົດ
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນກໍລະກົດ 2025 ຈັດຂຶ້ນໃນວັນທີ 28-29 ກໍລະກົດ 2025 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ມີຮອງປະທານຄະນະປະຈໍາ ແລະ ກຳມະການໃນຄະນະປະຈໍາສະພາແຫ່ງຊາດ, ບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ ໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ລາຍງານຜົນສໍາເລັດການຮຽບຮຽງເນື້ອໃນກົດໝາຍ 10 ສະບັບ ທີ່ຜ່ານການພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX. ໃນນີ້, ສ້າງໃໝ່ 5 ສະບັບ ຄື: ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ກົດໝາຍວ່າດ້ວຍການປູກຝັງ, ກົດໝາຍວ່າດ້ວຍພະນັກງານໄອຍະການ, ກົດໝາຍວ່າດ້ວຍສັງຄົມສົງເຄາະ ແລະ ກົດໝາຍວ່າດ້ວຍສາມັນສຶກສາ; ກົດໝາຍປັບປຸງ 5 ສະບັບ: ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ. ພ້ອມນີ້, ກອງປະຊຸມຍັງໄດ້ລາຍງານຄວາມຄືບໜ້າຂອງການປັບປຸງກົດໝາຍທີ່ຜ່ານການພິຈາລະນາຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ເທື່ອທີ 8 ຂອງ ສພຊ ຊຸດທີ IX ຈຳນວນ 4 ສະບັບ ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ; ບົດລາຍງານການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ສະບັບເລກທີ 57/ລບ, ລົງວັນທີ 7 ພຶດສະພາ 2025 ກ່ຽວກັບການພິຈາລະນາຮັບຮອງເອົາວຽກງານເຂດແດນເຊື່ອມຕໍ່ລະຫວ່າງ ນະຄອນຫລວງ ກັບ ແຂວງ, ແຂວງກັບແຂວງ ໃນຂອບເຂດທົ່ວປະເທດ; ບົດລາຍງານກ່ຽວກັບການຕິດຕາມກວດກາ ການຜັນຂະຫຍາຍມາດຕາຂອງກົດໝາຍ ທີ່ກຳນົດໃຫ້ອອກເປັນນິຕິກຳໃຕ້ກົດໝາຍ ປະຈຳປີ 2025 ແລະ ການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ປະຈຳປີ 2025 ຂອງຄະນະປະຈຳສະພາແຫ່ງຊາດ; ລາຍງານຄວາມຄືບໜ້າການຮຽບຮຽງປຶ້ມ 50 ປີ ສະພາແຫ່ງຊາດ ແລະ ການສ້າງບັນດາປະມວນປຶ້ມເອກະ ສານກ່ຽວກັບສະພາແຫ່ງຊາດ; ບົດລາຍງານກ່ຽວກັບຜົນການຄົ້ນຄວ້າໜັງສືສະເໜີສະບັບເລກທີ 48/ລບ, ລົງວັນທີ 11 ເມສາ 2025 ຂອງລັດຖະບານ ທີ່ສະເໜີໃຫ້ຕີຄວາມໝາຍ ແລະ ອະທິບາຍມາດຕາ 139 ແລະ ມາດຕາ 140 ຂອງກົດໝາຍວ່າດ້ວຍທີ່ດິນ; ລາຍງານກ່ຽວກັບການສະເໜີຂໍນຳໃຊ້ເງິນເກີນແຜນຂອງທ້ອງຖິ່ນ ປີ 2024 (ແຂວງໄຊຍະບູລີ ແລະ ແຂວງເຊກອງ); ບົດລາຍງານກ່ຽວກັບການສະເໜີແຕ່ງຕັ້ງບຸກຄະລາກອນຂອງສານປະຊາຊົນ; ລາຍງານກ່ຽວກັບຄວາມຄືບໜ້າໃນການກະກຽມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III; ລາຍງານຮ່າງແຜນການຕິດຕາມກວດກາ 4 ຄະນະ ຂອງຄະນະປະຈຳສະພາແຫ່ງຊາດ ໄລຍະ 6 ເດືອນທ້າຍປີ 2025 ກ່ຽວກັບໂຄງການພັດທະນາທີ່ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ; ລາຍງານກ່ຽວກັບຜົນການເຄື່ອນໄຫວຕິດຕາມກວດກາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ແຂວງຜົ້ງສາລີ ແລະ ແຂວງໄຊຍະບູລີ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າປະກອບຄໍາເຫັນຢ່າງມີຈຸດສຸມ, ກົງໄປກົງມາ ຕໍ່ບັນດາບົດລາຍງານທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອຮັບປະກັນການຕົກລົງບັນຫາຢ່າງມີຄວາມເປັນເອກະພາບ, ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນໍາຜົນປະໂຫຍດລວມມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ.
ຮອງປະທານປະເທດ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ
ໃນວັນທີ 30 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດ ນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸ ຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ ແລະ ເຂົ້າຮ່ວມພິທີເປີດນຳໃຊ້ລະບົບ ແລະ ບັດປະຈຳຕົວພົນລະເມືອງ ດີຈິຕອນ ຢູ່ ສປປ ລາວ.
ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຕາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ພົນເອກ ເລືອງ ຕາມ ກວາງ ທີ່ໄດ້ນໍາພາຄະນະເດີນທາງມາຢ້ຽມຍາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນ ປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແລະ ເຂົ້າຮ່ວມພິທີເປີດນຳໃຊ້ລະບົບ ແລະ ບັດປະຈຳຕົວພົນລະເມືອງ ດີຈິຕອນ ຢູ່ນະຄອນຫລວງວຽງຈັນ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດ ແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ໂດຍສະ ເພາະ ເປັນການຮັດແໜ້ນການຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫຽດນາມ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດໄປ, ແນໃສ່ເຮັດໃຫ້ວຽກງານຂອງສອງກະຊວງປ້ອງກັນຄວາມ ສະຫງົບ ລາວ-ຫວຽດນາມ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານ ບຸນທອງ ຈິດມະນີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານຫວຽດນາມ ກໍຄື ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອໃນດ້ານຕ່າງໆແກ່ ສປປ ລາວ ໂດຍສະເພາະ ໂຄງການກໍ່ ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ ແລະ ການເຮັດບັດປະຈຳຕົວພົນລະເມືອງ ດີຈິຕອນ ຢູ່ ສປປ ລາວ.

ທ່ານ ພົນເອກ ເລືອງ ຕາມ ກວາງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບຸນທອງ ຈິດມະນີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງລາຍງານຜົນສໍາເລັດຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ກໍຄື ເຂົ້າຮ່ວມ ພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງວຽງຈັນ ແລະ ເຂົ້າຮ່ວມພິທີເປີດນຳໃຊ້ລະບົບ ແລະ ບັດປະຈຳຕົວພົນລະເມືອງ ດີຈິຕອນ ຢູ່ນະຄອນຫລວງວຽງຈັນ.
ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນ ທາງໄປຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຣັດເຊຍ.