Sunday, September 21, 2025
Home Blog Page 35

ພົບເຫັນໂບມໃຫຍ່ 1,000 ປອນ ລະເບີດຕົກຄ້າງປາງສົງຄາມ ຢູ່ ບ້ານນ້ຳພາວ ເມືອງຄຳເກີດ

0

ໃນວັນທີ 16 ກໍລະກົດ ທີ່ຜ່ານມາ ທີ່ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ, ປະຊາຊົນທີ່ອາໄສຢູ່ ໃນເຂດດັ່ງກ່າວ ໄດ້ພົບເຫັນລະເບີດທີ່ບໍ່ທັນແຕກຂະໜາດໃຫຍ່ ໃນຂະນະທີ່ກຳລັງດຳເນີນການຂຸດດິນເພື່ອປຸກສ້າງເຮືອນ ຊຶ່ງຈຸດທີ່ພົບເຫັນແມ່ນຫ່າງຈາກເຮືອນຂອງປະຊາຊົນພຽງເເຕ່ 5 ແມັດ. ໃນວັນທີ 23 ກໍລະກົດ 2025, ທີມງານຂອງ ກອງກວດກູ້ລະເບີດເພື່ອມະນຸດສະທຳຂອງກອງທັບປະຊາຊົນລາວ – ກອງ 58 ໄດ້ລົງພືື້ນທີ່ກວດສອບ ແລະ ຢືນຢັນວ່າລູກລະເບີດດັ່ງກ່າວ ແມ່ນໂບມໃຫຍ່ ລຸ້ນ GP M 44/M 56, ຟິວຫົວ 123 ເປັນຟິວເຄມີ (ລຸ້ນເກົ່າ), ມີນ້ຳໜັກປະມານ 1,000 ປອນ (ຫຼື ຫຼາຍກວ່າ 453 ກິໂລກຣາມ) ທີ່ສາມາດເກີດລະເບີດທີ່ຮ້າຍແຮງ ຕໍ່ຊັບສິນຂອງປະຊາຊົນ ໃນລັດສະໝີວົງກວ້າງເຖິງ 1,500 ແມັດ.

ການພົບເຫັນລະເບີດໂບມໃຫຍ່ທີ່ມີຄວາມອັນຕະລາຍ ແລະ ຄວາມສ່ຽງສູງ ຄັ້ງນີ້ ເປັນກໍລະນີິທີ່ພົບເຫັນໄດ້ຍາກ ໃນວຽກງານສໍາຫຼວດກວດກູ້ ລບຕ ຢູ່ ສປປ ລາວ ເນື່ອງຈາກຂະໜາດ ແລະ ນ້ຳໜັກອັນມະຫາສານຂອງລະເບີດ ແລະ ມີໄລຍະທີ່ຕັ້ງທີ່ນອນຢູ່ໃນລັດສະໝີທີ່ໃກ້ກັບເຂດຊຸມຊົນທີ່ຢູ່ອາໄສຂອງປະຊາຊົນພົນລະເຮືອນ ສປປ ລາວ. ການພົບ ເຫັນລະເບີດໂບມໃຫຍ່ດັ່ງກ່າວນີ້ ເປັນການຢໍ້າເຕືອນເຖິງອັນຕະລາຍ ແລະ ຄວາມສ່ຽງທີ່ປະຊາຊົນລາວໃນ ຫຼາຍຂົງເຂດ ທົ່ວປະເທດກໍາລັງປະເຊີນໜ້າຢູ່ຕະຫຼອດເວລາ, ໂດຍສະເພາະປະຊາຊົນທີ່ອາໄສຢູ່ໃນເຂດພື້ນທີ່ ທີ່ມີລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແລະ ເປັນເຄື່ອງເຕືອນໃຈເຖິງຜົນກະທົບຂອງສົງຄາມ ແລະ ສິ່ງເສດເຫຼືອທີ່ຕົກຄ້າງ ທີ່ຍັງເປັນໄພຂົ່ມຂູ່ ແລະ ເປັນສິ່ງກີດຂວາງການພັດທະນາ ແລະ ການດໍາລົງຊິີວິດຂອງປະຊາຊົນລາວ ແລະ “ນີ້ກໍແມ່ນ ສິ່ງຕົກຄ້າງປາງສົງຄາມ ທີ່ສືບຕໍ່ສົ່ງຜົນກະທົບຕໍ່ປະຊາຊົນລາວຢ່າງຫຼວງຫຼາຍ”.

ປັດຈຸບັນ, ທາງເຈົ້າໜ້າທີ່ສຳຫຼວດກວດກູ້ລະເບີດ, ກອງກວດກູ້ລະເບີດເພື່ອມະນຸດສະທຳຂອງກອງທັບປະຊາຊົນລາວ – ກອງ 58 ໄດ້ປະສານສົມທົບຢ່າງໃກ້ຊິດກັບ ອໍານາດການປົກຄອງທ້ອງຖິ່ນ ໄດ້ຕອບສະໜອງ ແລະ ລົງພືື້ນທີ່ຢ່າງທັນການເພື່ອກວດສອບ ແລະ ປະເມີນຈຸດທີ່ພົບເຫັນລະເບີດ ເພື່ອວາງແຜນກະກຽມການກວດກູ້ລະເບີດ ໃຫ້ໄດ້ຢ່າງປອດໄພ, ຫຼຸດຜ່ອນຄວາມສ່ຽງ ແລະ ຜົນເສຍຫາຍຕໍ່ກັບປະຊາຊົນໃນເຂດຊຸມຊົນ.

ສປປ ລາວ ຍັງຄົງເປັນໜຶ່ງໃນປະເທດທີ່ຖືກຖິ້ມລະເບີດໃສ່ໜັກທີ່ສຸດຕໍ່ຫົວຄົນໃນປະຫວັດສາດ, ເຊິ່ງສິ່ງຕົກຄ້າງດັ່ງກ່າວ ແມ່ນສືບຕໍ່ພັດພາກເອົາຊີວິດ ແລະ ປະຊາຊົນລາວ ຍັງຕ້ອງໄດ້ປະເຊີນໜ້າກັບລະເບີດທີ່ບໍ່ທັນເເຕກໃນການດຳລົງຊີວິດ, ໄພຂົ່ມຂູ່ຈາກ ລບຕ ນີ້ ໄດ້ເປັນສິ່ງກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງຊາດ ທັງທາງກົງ ແລະ ທາງອ້ອມ. ໃນໄລຍະທີ່ຜ່ານມາ, ລັດຖະບານແຫ່ງ ສປປ ລາວ, ຮ່ວມກັບຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໄດ້ສຸມໃສ່ຄວາມພະຍາຍາມ ແລະ ມີຄວາມຄືບໜ້າຫຼາຍດ້ານໃນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ໃນປະເທດ ເເລະ ເປັນປະເທດນໍາພາໃນການຈັດຕັ້ງປະຕິບັດພັນທະສົນທິສັນຍາສາກົນ ແລະ ເປັນປະເທດຕົ້ນໆ ທີ່ຮັບຮອງເອົາສົນທິສັນຍາ, ໂດຍສະເພາະແມ່ນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ເຊິ່ງມີຜົນບັງຄັບໃຊ້ ນັບຕັ້ງແຕ່ ວັນທີ 1 ສິງຫາ 2010 ເປັນຕົ້ນມາ ແລະ ປີນີ້ ກໍຄົບຮອບ 15 ປີ ການມີຜົນບັງຄັບໃຊ້ ສົນທິສັນຍາດັ່ງກ່າວ.

ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເເມ່ນສົນທິສັນຍາເເມ່ບົດທີ່ສຳຄັນໃນການຈັດຕັ້ງປະຕິບັດວຽກ ງານແກ້ໄຂບັນຫາລະເບີດບໍ່ທັນແຕກ, ສປປ ລາວ ພວກເຮົາໄດ້ມີຄວາມຄືບໜ້າຫຼາຍຢ່າງທີ່ພົ້ນເດັ່ນເປັນຮູບປະທຳ ໂດຍໄດ້ເຮັດວຽກຢ່າງບໍ່ລົດລະເພື່ອ ສໍາຫຼວດກວດກູ້ເກັບກູ້ພື້ນທີ່ອັນຕະລາຍ, ເຮັດໃຫ້ຊຸມຊົນສາມາດນໍາໃຊ້ພື້ນທີ່ດິນ ໄດ້ຢ່າງປອດໄພ, ສາມາດປູກຝັງ ແລະ ສ້າງພື້ນຖານໂຄງລ່າງທີ່ຈຳເປັນໃນການພັດທະນາໄດ້. ນັບແຕ່ປີ 1996 ຮອດປັດຈຸບັນ (1 ສິງຫາ 2025) ພວກເຮົາສາມາດກວດກູ້ພື້ນທີ່ໄດ້ 97,626.56 ເຮັກຕາ, ໃນນັ້ນເປັນພື້ນທີກະສິກຳ ຈໍານວນ 78,522.68 ເຮັກຕາ ແລະ ພື້ນທີ່ການພັດທະນາ ຈໍານວນ 19,103.88 ເຮັກຕາ ແລະ ສາມາດທຳລາຍລະເບີດທັງໝົດ 2,047,292 ໜ່ວຍ, ໃນນັ້ນ ໂບມໃຫຍ່ 5,015 ໜ່ວຍ, ລະເບີດລູກຫວ່ານ 1,228,049 ໜ່ວຍ, ລະເບີດຝັງດິນ 2,782 ໜ່ວຍ, ສໍາພາວຸດ 811,446 ຊິ້ນສ່ວນ. ຍິ່ງໄປກວ່ານັ້ນ, ນັບແຕ່ປີ 2015 ເປັນຕົ້ນມາ, ພວກເຮົາໄດ້ສຸມໃສ່ວຽກງານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ແກ່ 2,122 ຄົນ ແລະ ຈະສືບຕໍ່ຊ່ວຍເຫຼືອ ເພີ່ມອີກໃນອະນາຄົດ ໂດຍສະເພາະການສະໜັບສະໜູນທີ່ສໍາຄັນ ໃຫ້ແກ່ຜູ້ລອດຊີວິດ, ລວມທັງການສະໜອງການດູແລ ທາງການແພດ, ການຟື້ນຟູບໍາບັດ ແລະ ການເຊື່ອມໂຍງກັບຄືນ ສູ່ເສດຖະກິດ-ສັງຄົມ. ນອກນັ້ນ, ກໍໄດ້ມີການໂຄສະນາສຶກສາຄວາມສ່ຽງຈາກ ລບຕ ແລະ ໄລຍະທີ່ຜ່ານມາ ກໍໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ຫຼາຍກວ່າ 39,964 ຄັ້ງ ແລະ ມີຜູ້ເຂົ້າຮ່ວມທັງໝົດຫຼາຍກວ່າ 5,430,626 ເທື່ອຄົນ, ໂດຍສະເພາະເດັກນ້ອຍ ເພື່ອແນໃສ່ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈໃນການປົກປ້ອງຕົນເອງຈາກອັນຕະລາຍຂອງລະເບີດບໍ່ທັນແຕກ. ໂຄງການ ເຫຼົ່ານີ້ມີຄວາມສຳຄັນຢ່າງຍິ່ງໃນການປ້ອງກັນ ແລະ ຫຼີກລ່ຽງ ອຸບັດເຫດ, ການບາດເຈັບໃໝ່ ແລະ ເສີມສ້າງຄວາມປອດໄພໃຫ້ແກ່ຊຸມຊົນໃຫ້ຫຼາຍຂຶ້ນກວ່າເກົ່າ.

ອີກອັນໜຶ່ງທີ່ເປັນຜົນງານອັນໂດດເດັ່ນຂອງ ສປປ ລາວ ແມ່ນການລວມເອົາວຽກງານການແກ້ໄຂບັນຫາລະເບີດ ບໍ່ທັນແຕກເຂົ້າໃນວາລະແຫ່ງຊາດດ້ານການພັດທະນາ ລວມທັງຄາດໝາຍສູ້ຊົນໃນແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ແລະ ເຊື່ອມສານວຽກງານ ລບຕ ເຂົ້າໃນວາລະຂອງສາກົນ, ໂດຍສະເພາະ ການຮັບຮອງເອົາເປົ້າໝາຍ ການພັດທະນາແບບຍືນຍົງທີ 18 (SDG 18): “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ທີ່ຖືກຮັບຮອງໃນປີ 2016. ເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດທີ່ເປັນເອກະລັກນີ້ ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ກໍເປັນອີກເງື່ອນໄຂພື້ນຖານໃນການບັນລຸເປົ້າໝາຍການພັດທະນາອື່ນໆ ລວມທັງຄວາມໝາຍໝັ້ນໃນການກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ, ກໍຄື ການລຶບລ້າງຄວາມທຸກຍາກ, ສົ່ງເສີມຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການເຂົ້າເຖິງການສຶກສາ ແລະ ການດູແລສຸຂະພາບທີ່ດີ. ຄວາມພະຍາຍາມດັ່ງກ່າວນີ້, ເປັນສິ່ງຢັ້ງຢືນເຖິງຄວາມຕັ້ງໃຈຂອງ ສປປ ລາວ ທີ່ຈະຮັບປະກັນວ່າອະດີດທີ່ໂສກເສົ້າ ຈະບໍ່ກຳນົດອະນາຄົດຂອງປະຊາຊົນຂອງພວກເຮົາອີກຕໍ່ໄປ.

ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບຄວາມຄືບໜ້າ ແລະ ຄວາມພະຍາຍາມດັ່ງກ່າວ, ການພົບເຫັນລະເບີດຂະໜາດໃຫຍ່ຄັ້ງນີ້ ຢູ່ ບ້ານນ້ຳພາວ ເມືອງຄໍາເກີດ ແຂວງບໍລິຄຳໄຊ ກໍເປັນອີກໜຶ່ງຮ່ອງຮອຍທີ່ເປັນພຽງແຕ່ເສດສ້ຽວໜຶ່ງຂອງຈໍານວນລູກລະເບີດ ທີ່ຍັງບໍ່ທັນແຕກຈໍານວນມະຫາສານທີ່ຍັງຕົກຄ້າງຢູ່ຜືນແຜນດິນລາວເຮົາ ແລະ ພາລະອັນໜັກໜ່ວງໃນພາລະກິດ ວຽກງານການເກັບກູ້ລະເບີດທີ່ຈະຕ້ອງສືບຕໍ່ອີກຫຼາຍຮຸ່ນຄົນ. ການພົບເຫັນລະເບີດຂະໜາດໃຫຍ່ຄັ້ງນີ້ຍັງເປັນການ ຢໍ້າຄືນເຖິງຄວາມສຳຄັນໃນການປູກຈິດສຳນຶກ ແລະ ຄວາມເຂົ້າໃຈຂອງປະຊາຊົນ, ທັງພາຍໃນ ສປປ ລາວ ແລະ ຕ່າງປະເທດ, ກໍຄືເປັນສິ່ງເຕືອນໃຈ ເຖິງຄວາມສຳຄັນຂອງການລະມັດລະວັງ ແລະ ການລາຍງານວັດຖຸທີ່ໜ້າສົງໄສ ຕໍ່ເຈົ້າໜ້າທີ່ເມື່ອພົບເຫັນໂດຍທັນທີ ແລະ ໃນຂະນະດຽວກັນກໍສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງການສືບຕໍ່ ຮ່ວມມືໃນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບໍ່ວ່າຈະເປັນວຽກງານການ ສໍາຫຼວດກວດກູ້, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການໂຄສະນາຄວາມສ່ຽງໄພຈາກ ລບຕ ແລະ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນປະກອບສ່ວນທັງດ້ານທຶນຮອນ ແລະ ເຕັກນິກທີ່ຈໍາເປັນໃນການແກ້ໄຂບັນຫາທີ່ສະຫຼັບສັບຊ້ອນ ແລະ ສິ່ງທ້າທາຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ທັງນີ້ກໍເພື່ອຮັບປະກັນຄວາມປອດໄພ, ການດໍາລົງຊີວິດທີ່ດີ ແລະ ຄວາມສົມບູນພູນສຸກຂອງປະຊາຊົນບັນດາເຜົ່າ ແລະ ສາມາດບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ ກໍຄື ເປົ້າໝາຍການພັດທະນາຂອງປະເທດ ໃຫ້ຈະເລີນຮຸ່ງເຮືອງເປັນກ້າວໆ.

ຄໍາມ່ວນ-ກວາງຈິ ຮ່ວມມືຄຸ້ມຄອງ ມໍຣະດົກໂລກ (ຫີນໜາມໜໍ່-ຟອງຍາ-ແກບາງ)

0

ກອງປະຊຸມປຶກສາຫາລື ຮ່ວມວາງແຜນຄຸ້ມຄອງ ມໍຣະດົກໂລກຮ່ວມຊາຍແດນ ລະຫວ່າງ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ແຂວງຄໍາມ່ວນ ສປປ ລາວ ແລະ ອຸທິຍານແຫ່ງຊາດ ຟອງຍາ-ແກ ແຂວງກວາງຈິ ສສ ຫວຽດນາມ ຈັດຂຶ້ນຢູ່ທີ່ແຂວງຄໍາມ່ວນ ໃນລະຫວ່າງວັນທີ 28-31 ກໍລະກົດຜ່ານມາ ໂດຍມີບັນດາການນໍາຈາກແຂວງຄໍາມ່ວນ, ແຂວງກວາງຈິ, ຄະນະຮັບຜິດຊອບຄຸ້ມຄອງ ຫີນໜາມໜໍ່-ຟອງຍາ-ແກບາງ, ມີຜູ້ຕາງໜ້າຈາກອົງການ GIZເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການນໍາສະເໜີ ກ່ຽວກັບການສະໜັບສະໜູນ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ແລະ ການຮ່ວມມື ກັບ ຟອງຍາ-ແກບາງ, ການສ້າງກອບແຜນການຮ່ວມມືຊາຍແດນ, ຂະບວນການຕ່າງໆດ້ານການພັດທະນາກອບການອະນຸລັກຮ່ວມຊາຍແດນ, ປະຫວັດການຮ່ວມມືລະຫວ່າງອຸທິຍານແຫ່ງຊາດ ຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງຍາ-ແກບາງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການ ໃນການຄຸ້ມຄອງ, ການແນະນໍາເຖິງເຄື່ອງມືການວິເຄາະ ສໍາລັບຜູ້ວາງແຜນວຽກງານຮ່ວມມືຊາຍແດນ ແລະ ຂະບວນການທີ່ຈະຕ້ອງປະຕິບັດ.

ຈຸດປະສົງຂອງກອງປະຊຸມ, ແມ່ນເພື່ອພັດທະນາຄວາມເຂົ້າໃຈຮ່ວມກັນກ່ຽວກັບບັນຫາ ແລະ ວິໄສທັດທົ່ວໄປ, ການພັດທະນາຈຸດປະສົງຮ່ວມກັນກ່ຽວກັບການອະນຸລັກຮ່ວມຊາຍແດນ, ການກໍານົດວິທີການທີ່ມີປະສິດທິພາບທີ່ສຸດ ໃນການມີສ່ວນຮ່ວມ ຂອງບັນດາຂະແໜງການ ແລະ ພາກສ່ວນກ່ຽວຂ້ອງຢ່າງຕໍ່ເນື່ອງ, ການສ້າງຄວາມອາດສາມາດໃນການອະນຸລັກຮ່ວມຊາຍແດນ ແລະ ສ້າງສາຍພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈສໍາລັບຄູ່ຮ່ວມງານທັງໝົດ ເພື່ອເຮັດໃຫ້ເກີດການຈັດຕັ້ງປະຕິບັດກອບການຮ່ວມມື ມີປະສິດທິຜົນ, ມີຄວາມເຂົ້າໃຈ ແລະ ຕອບສະໜອງຕໍ່ຂໍ້ກຳນົດຂອງມໍຣະດົກໂລກຂອງອົງການ UNESCO ສໍາລັບຊັບສິນທີ່ເປັນມໍຣະດົກຮ່ວມຊາຍແດນ ແລະ ການກຳນົດມາດຕະການ ເພື່ອຮັບປະກັນລະບົບການຄຸ້ມຄອງຊັບພະຍາກອນ ແລະ ກົນໄກທີ່ໃຊ້ໃນການອະນຸລັກຮ່ວມຊາຍແດນ.

ໃນໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກທາງທຳມະຊາດ ແມ່ນຜ່ານຂະບວນວິວັດການກະກຽມທີ່ຍືດເຍື້ອຍາວນານ, ແມ່ນຄວາມພະຍາຍາມ, ເອົາໃຈໃສ່ ຂອງລັດຖະບານ ສປປ ລາວ, ອົງການປົກຄອງທ້ອງຖິ່ນ, ການຊ່ວຍເຫຼືອຂອງປະເທດເພື່ອນມິດ ສສ ຫວຽດນາມ, ການຊ່ວຍເຫຼືອສະໜັບສະໜູນຂອງລັດຖະບານເຢຍລະມັນ, ອົງການພັດທະນາແຫ່ງປະເທດເຢຍລະມັນ, ການສະໜັບສະໜູນຢ່າງແຂງແຮງຂອງບັນດາອົງການຈັດຕັ້ງສາກົນຕ່າງໆ ແລະ ບັນດານັກຊ່ຽວຊານ ພາຍໃນ ແລະ ຕ່າງປະເທດ ຊຶ່ງໃຊ້ເວລາຫຼາຍປີໃນການສຳຫຼວດ, ການຈັດເກັບຂໍ້ມູນ, ການຄົ້ນຄວ້າປຶກສາຫາລື ແລະ ການຮ່ວມມືຫຼາຍຝ່າຍ ກ່ອນຈະສະເໜີເຖິງອົງການອຸຍແນັດສະໂກ ພິຈາລະນາ,ແຕ່ສິ່ງທີ່ຫຍຸ້ງຍາກ ແລະ ທ້າທາຍທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດຮ່ວມກັນໃນຕໍ່ໜ້າ ແມ່ນການວາງແຜນໃນການຄຸ້ມຄອງ, ອະນຸລັກ-ປົກປັກຮັກສາ ແລະ ການພັດທະນາ ໃນພື້ນທີ່ດັ່ງກ່າວ ເພື່ອແນໃສ່ໃຫ້ກາຍເປັນຕົວແບບໜຶ່ງໃນການ ພັດທະນາມໍຣະດົກທີ່ມີຄວາມຍືນຍົງ, ຊຶ່ງທຸກຝ່າຍ ຈະຕ້ອງໄດ້ມີສ່ວນຮ່ວມ ເພື່ອພ້ອມກັນຄົ້ນຄວ້າວາງແຜນຮ່ວມກັນ ເພື່ອໃຫ້ສອດຄ່ອງກັບລະບຽບການຂອງສາກົນ,ທຸກຝ່າຍຈະຕ້ອງໄດ້ເຮັດວຽກຮ່ວມກັນຢ່າງເຕັມຄວາມສາມາດ ເພື່ອພັດທະນາດ້ານພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮອງຮັບໃຫ້ແກ່ການເຂົ້າເຖິງໃນເຂດດັ່ງກ່າວ ເປັນຕົ້ນ: ດ້ານຖະໜົນຫົນທາງ, ລະບົບໄຟຟ້າ, ສຳນັກງານຫ້ອງການ, ພະນັກງານ ທີ່ຈະຮັບຜິດຊອບໃນການຄຸ້ມຄອງ, ບໍລິຫານຈັດການ, ສ່ວນດ້ານ ການໂຄສະນາທາງດ້ານລະບຽບການ ແລະ ນິຕິກຳຕ່າງໆ ແມ່ນເປັນຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນ ທີ່ຈະຕ້ອງໄດ້ໂຄສະນາປະຊາສຳພັນໃຫ້ພໍ່ແມ່ປະຊາຊົນຢູ່ໃນເຂດດັ່ງກ່າວໄດ້ຮັບຮູ້, ເຂົ້າໃຈເຖິງຄວາມສຳຄັນ, ຄຸນຄ່າທາງດ້ານມໍລະດົກທາງທຳມະຊາດ ເພື່ອໃຫ້ເຂົາເຈົ້າໄດ້ມີສ່ວນຮ່ວມໃນການປົກປັກຮັກສາ ໃຫ້ມີຄວາມຍືນຍົງ.

ຮ່ວມມືປ້ອງກັນການໃຊ້ແຮງງານເດັກຢູ່ແຂວງເປົ້າໝາຍ

0

ພິທີລົງນາມບົດບັນທຶກຄວາມເຂົ້າໃຈການຈັດຕັ້ງປະຕິບັດໂຄງ ການ ປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກຢູ່ແຂວງ ຫຼວງພະບາງ ຈັດຂຶ້ນວັນທີ 31 ມິຖຸນາ 2025 ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ (ຮສສ) ແລະ ທ່ານ Luke Ebbs ຫົວໜ້າອົງ ການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ມີທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີ ຮສສ ທ່ານ ມາກ ກາລາເຮີ ເອກ ອັກຄະລັດຖະທູດສະຫະພາບ ເອີຣົບ ປະຈໍາ ສປປ ລາວ ພ້ອມ ດ້ວຍຄະນະກຳມະການຄຸ້ມຄອງໂຄງການຂັ້ນສູນກາງ ແຂວງ ເມືອງ ແລະ ຕາງໜ້າຈາກບັນດາຄູ່ຮ່ວມງານເຂົ້າຮ່ວມ.

ໂຄງການດັ່ງກ່າວນີ້ແມ່ນໄດ້ຮັບການສະໜັບສະໜູນທຶນຈາກສະຫະພາບເອີຣົບ ເຊິ່ງການຈັດຕັ້ງປະຕິບັດ ຈະໄດ້ນຳໃຊ້ກົນໄກຂອງອຳນາດການປົກຄອງທ້ອງຖິ່ນ ເພື່ອຂັບເຄື່ອນວຽກງານປົກປ້ອງເດັກ ໂດຍສະເພາະການປ້ອງກັນການໃຊ້ແຮງງານເດັກ ທີ່ຢູ່ໃນຊຸມຊົນ ແລະ ຊົນເຜົ່າທີ່ດ້ອຍໂອກາດ ພ້ອມທັງສົ່ງເສີມສິດທິຂອງເດັກໃນການໄດ້ຮັບການປົກປ້ອງ ໄດ້ຮັບການສຶກສາ ແລະ ການເຂົ້າເຖິງການຝຶກວິຊາຊີບ ການປະກອບອາຊີບ ແລະ ການຈ້າງງານທີ່ເໝາະສົມກັບໄວໜຸ່ມ.

ອີງຕາມບົດສໍາຫຼວດຕົວຊີ້ວັດທາງສັງຄົມຂອງ ສປປ ລາວ ສະ ບັບຫຼ້າສຸດ (LSIS III, 2023) 23% ຂອງເດັກອາຍຸລະຫວ່າງ 5-17 ປີ ຢູ່ໃນ ສປປ ລາວ ແມ່ນມີສ່ວນກ່ຽວຂ້ອງກັບການໃຊ້ແຮງງານເດັກເຊິ່ງມີອັດຕາທີ່ສູງຢູ່ໃນເຂດຊົນນະບົດ ແລະ ດ້ອຍໂອກາດ ເພື່ອແກ້ໄຂບັນຫາດັ່ງກ່າວນີ້ ໂຄງການຈະໄດ້ສຸມໃສ່ໃນ 6 ເມືອງບຸລິມະສິດຂອງແຂວງ ຫຼວງພະບາງ ເປັນການປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ໂດຍການຫຼຸດຜ່ອນຄວາມບໍ່ສະເໝີພາບທາງດ້ານສັງ ຄົມ ແລະ ເສດຖະກິດ ແລະ ຈະຈັດຕັ້ງປະຕິບັດໂດຍຜ່ານ 3 ທິດ ທາງສຳຄັນຄື ການປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມໃນຊຸມຊົນທີ່ດ້ອຍໂອກາດ ປູກຈິດສຳນຶກພາຍໃນຄອບຄົວ ແລະ ຊຸມຊົນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານ ພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນ ເພື່ອປ້ອງ ກັນ ການໃຊ້ແຮງງານເດັກ ຜ່ານການປະສານງານທີ່ເຂັ້ມແຂງ ແລະ ຍືນຍົງ.

ທ່ານ ນາງ ແກ້ວ ຈັນທະວິໄຊ ກ່າວວ່າ: ໂຄງການນີ້ແມ່ນໜຶ່ງໃນໂຄງການທີ່ໄດ້ຮັບທຶນສະ ໜັບສະໜູນທຶນຈາກສະຫະພາບເອີ ຣົບ ມີຈຸດປະສົງເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເຊິ່ງຍາມໃດ ລັດຖະບານລາວ ໄດ້ຖືເອົາວຽກງານປົກປ້ອງ ແລະ ຊ່ວຍເຫຼືອເດັກເປັນສໍາຄັນ ແນໃສ່ປົກປ້ອງສິດ ແລະ ຜົນປະ ໂຫຍດ ອັນຊອບທໍາຂອງເຂົາເຈົ້າ ໂດຍສະແດງອອກໃນການເຂົ້າເປັນພາຄີ ສົນທິສັນຍາສາກົນ ຂອງອົງການສະຫະປະຊາຊາດ ບັນດາຖະແຫຼງການຕ່າງໆຂອງອາຊຽນ ທີ່ກ່ຽວຂ້ອງກັບການປົກປ້ອງ ແລະ ຊ່ວຍເຫຼືອເດັກ ພ້ອມທັງໄດ້ປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ) ແລະ ນິຕິກຳພາຍໃຕ້ກົດໝາຍ ຫຼາຍສະບັບ ແລະ ແຜນດຳເນີນງານແຫ່ງຊາດ ທີ່ສ້າງຄວາມເຂັ້ມແຂງໃຫ້ແກ່ດລະບົບປົກປ້ອງເດັກ.

ຄຽງຄູ່ກັນນັ້ນ ກໍໄດ້ປັບປຸງກົນໄກການປະສານງານ ແຕ່ຂັ້ນສູນ ກາງຮອດທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຄວາມຄ່ອງຕົວຂຶ້ນກວ່າເກົ່າ ໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ ກວດກາຕີລາຄາ ປະເມີນຜົນການຈັດຕັ້ງປະຕິບັດເປັນປະ ຈໍາ ຢ່າງໃດກໍຕາມການນໍາໃຊ້ແຮງງານເດັກ ແລະ ເດັກທີ່ມີຄວາມ ສ່ຽງສູງ ໃນເຂດຊົນນະບົດຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບ ດ່ວນ ແລະ ສາເຫດຕົ້ນຕໍແມ່ນເກີດມາຈາກຄວາມເຊື່ອຖືທາງດ້ານຮີດຄອງປະເພນີ ແລະ ຄວາມຮັບຮູ້ຍັງບໍ່ສູງ ພື້ນຖານໂຄງລ່າງທີ່ຈຳກັດ ຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ໂອກາດໃນການເຂົ້າເຖິງການສຶກສາ ແລະ ວຽກເຮັດງານທໍາຍັງມີຂໍ້ຈຳກັດ ແລະ ອື່ນໆ.

ທ່ານ ມາກ ກາລາເຮີ ກ່າວຕື່ມວ່າ: ສະຫະພາບ ເອີຣົບ ຮັກສານະໂຍບາຍ ບໍ່ຍອມຮັບການໃຊ້ແຮງງານເດັກໂດຍເດັດຂາດ ອັດ ຕາການໃຊ້ແຮງງານເດັກທີ່ສູງໃນ ສປປ ລາວ ຍັງຄົງເປັນບັນຫາທີ່ ໜ້າເປັນຫ່ວງ ເຊິ່ງໂຄງການທີ່ໄດ້ລິເລີ່ມນີ້ ແມ່ນພະຍາຍາມທີ່ຈະແກ້ໄຂຢ່າງຈິງຈັງ ໂດຍນັ້ນໃສ່ການປົກປ້ອງເດັກ ບໍ່ໃຫ້ຖືກທາລຸນທາງຮ່າງກາຍ ຈິດໃຈ ແລະ ຖຶກຂູດຮີດແຮງງານ ສະຫະພາບ ເອີຣົບ ມີຄວາມພູມໃຈທີ່ຈະຢືນຄຽງຂ້າງກັບລັດຖະບານລາວ ແລະ ອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວໃນການ ຮ່ວມມືທີ່ສໍາຄັນນີ້ ພວກເຮົາບໍ່ໄດ້ພຽງແຕ່ຈິນຕະນາການເຖິງອະນາຄົດທີ່ດີກວ່າສໍາລັບເດັກ ແຕ່ພວກເຮົາກໍາລັງສ້າງມັນຂຶ້ນຢ່າງຈິງຈັງ ດ້ວຍການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຂະຫຍາຍການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ພວກເຮົາກໍາລັງຊ່ວຍສ້າງໂລກ ທີ່ເດັກນ້ອຍທຸກຄົນມີອິດສະຫຼະໃນການຝັນ ຮຽນຮູ້ ແລະ ເຕີບໂຕໃນສະພາບແວດລ້ອມທີ່ປອດໄພ ແລະ ໄດ້ຮັບການເບິ່ງແຍງລ້ຽງດູຢ່າງມີຄຸນນະພາບ.

ທ່ານ Luke Ebbs ໄດ້ເນັ້ນໜັກວ່າ: ເດັກນ້ອຍ ທີ່ບໍ່ໄດ້ຮັບສິດທິຂອງເຂົາເຈົ້າຢ່າງເຕັມທີ່ ໂດຍສະເພາະການໃຊ້ແຮງງານເດັກທີ່ບໍ່ຖືກຕ້ອງ ບໍ່ພຽງແຕ່ເປັນບັນຫາດ້ານການພັດທະນາເທົ່ານັ້ນ ແຕ່ມັນຍັງເປັນການລະເມີດສິດທິເດັກໂດຍພື້ນຖານ ພວກເຮົາພາກພູມໃຈຫຼາຍ ທີ່ຈະໄດ້ຮ່ວມມືກັບລັດຖະບານ ສປປ ລາວ ໃນການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ການໃຊ້ແຮງງານເດັກ ເຊິ່ງເປັນວຽກບູລິມະສິດແຫ່ງຊາດ ດ້ວຍການສະໜັບສະໜູນຈາກ ສະຫະພາບ ເອີຣົບ ພວກເຮົາມຸ່ງໝັ້ນທີ່ຈະເຮັດວຽກຮ່ວມ ກັບ ກະຊວງ ຮສສ ອຳນາດການປົກຄອງທ້ອງຖິ່ນ ຊຸມຊົນ ອົງ ການຈັນຕັ້ງມະຫາຊົນ ແລະ ສະຫະພັນກຳມະບານ ສະພາອຸສະ ຫະກຳ ແລະ ການຄ້າ ແຂວງ ສື່ມວນຊົນ ແລະ ອົງການຈັດຕັ້ງສັງຄົມທ້ອງຖິ່ນ ເພື່ອແກ້ໄຂສາເຫດຕົ້ນຕໍຂອງການໃຊ້ແຮງງານເດັກ ທີ່ບໍ່ສອດຄ່ອງກັບກົດໝາຍທີ່ໄດ້ລະບຸໄວ້ ພ້ອມທັງສ້າງສະພາບແວດລ້ອມທີ່ເດັກນ້ອຍທຸກຄົນສາມາດຮຽນຮູ້ ເຕີບ ໃຫຍ່ ແລະ ສາມາດບັນລຸຄວາມຄາດຫວັງທຸກດ້ານໃນຊີວິດຂອງເຂົາເຈົ້າ.

ດ້ວຍການຮ່ວມຄັ້ງນີ້ ກະຊວງ ຮສສ ແລະ ອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ ຈະເຮັດວຽກຢ່າງໃກ້ຊິດ ກັບຊຸມຊົນທ້ອງຖິ່ນ ໂຮງຮຽນ ແລະ ຄອບຄົວເດັກ ເພື່ອນໍາເອົາທິດທາງແຜນການປະຕິບັດທີ່ເປັນຮູບປະທໍາມາໃຊ້ ເພື່ອປົກ ປ້ອງເດັກ ປ້ອງກັນການໃຊ້ແຮງງານເດັກ ສົ່ງເສີມສິດທິເດັກ ແລະ ສ້າງເສັ້ນທາງສູ່ການສຶກສາທີ່ມີຄຸນນະພາບ ຈັດໃຫ້ມີການເຝີກວິຊາຊີບ ການປະກອບອາຊີບ ແລະ ການຈ້າງງານທີ່ເໝາະ ສົມ ໂຄງການດັ່ງກ່າວສະແດງໃຫ້ເຫັນເຖິງບາດກ້າວອັນສຳຄັນໃນຮັບປະກັນວ່າຈະບໍ່ມີເດັກນ້ອຍຖືກປະຖິ້ມໄວ້ຂ້າງຫຼັງໃນອານາຄົດຂ້າງໜ້າໃຫ້ນັບມື້ຫຼຸດລົງ.

ປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ

0

ພິທີປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກອົງການກາແດງແຫ່ງຊາດລາວ ຈັດຂຶ້ນໃນວັນທີ 31 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນາທຳ-ສັງຄົມ, ມີ ສະຫາຍ ບົວຄົງ ນາມມະວົງ ກຳມະ ການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ສະ ຫາຍ ຄຳລາວັນ ຈັນທະລາວັນ ຮອງເລຂາຄະນະພັກ ຫສນຍ, ປະທານອົງການກາແດງແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຫ້ອງວ່າການສູນກາງພັັັກ, ຄະນະຈັດຕັ້ງສູນກາງພັກ, ກະຊວງ-ອົງການ, ພະນັກ ງານຫລັກແຫລ່ງ ຈາກສຳນັກງານນາຍົກລັດຖະມົນຕີ ແລະ ອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມ.

ການປະກາດສ້າງຕັ້ງອົງຄະນະພັກດັ່ງກ່າວ, ແມ່ນປະຕິບັດຕາມທັດສະນະຂອງ ພັກປະຊາຊົນປະຕິວັດລາວ ໃນການກໍ່ສ້າງກຳລັງແຮງ ແລະ ຄວາມສາມາດຍູ້ແຮງການປະຕິບັດແນວທາງປ່ຽນແປງ ໃໝ່ຮອບດ້ານ ມີຫລັກການຂອງພັກ ເຂົ້າສູ່ລວງເລິກ, ກົງຈັກການຈັດຕັ້ງຂອງລະບອບການເມືອງປະ ຊາທິປະໄຕປະຊາຊົນ ຕ້ອງໄດ້ຮັບການປັບປຸງ, ບູລະນະຢ່າງຕໍ່ເນື່ອງ ຕາມທິດ “ກົງຈັກມີຄວາມກະທັດຮັດ, ມີຄວາມເຂັ້ມແຂງ, ບຸກຄະລາກອນມີຄຸນນະພາບ” ເຮັດໃຫ້ການນໍາພາ-ຊີ້ນໍາ, ການບໍລິຫານຄຸ້ມຄອງ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສາມາດເສີມຂະຫຍາຍ ແລະ ດໍາລົງບົດບາດ ໃນການຫັນແນວທາງປ່ຽນແປງໃໝ່ຂອງພັກ ມາເປັນນະໂຍບາຍ, ເປັນແຜນພັດທະນາ, ເປັນກົດໝາຍ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຄວບຄຸມການບໍລິຫານ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ. ດັ່ງນັ້ນ, ເພືຶ່ອຕອບສະໜອງທັດສະນະດັ່ງກ່າວຂອງພັກ ແລະ ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ຂອງອົງການກາແດງແຫ່ງຊາດລາວ, ຄະນະເລຂາທິການສູນກາງພັກ ຈຶ່ງໄດ້ຕົກລົງ ຍົກຖານະຄະນະພັກຮາກຖານອົງການກາແດງແຫ່ງຊາດລາວ ທີ່ຂຶ້ນກັບອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສ້າງຕັ້ງເປັນເປັນອົງຄະນະພັກອົງການກາແດງແຫ່ງຊາດລາວ, ມີຖານະເທົ່າກັບຄະນະພັກກະຊວງ-ອົງ ການ ຂຶ້ນກັບຄະນະເລຂາທິການສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະ ບັບເລກທີ 629/ຄລສພ, ລົງວັນທີ 11 ກໍລະກົດ 2025 ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກ ອົງການກາແດງແຫ່ງຊາດລາວ ຕາມມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 651/ຄລສພ, ລົງວັນທີ 21 ກໍລະກົດ 2025 ຊຶ່ງຄະນະບໍລິຫານງານພັກ ອົງການກາແດງແຫ່ງຊາດລາວ ປະກອບມີ: ສະຫາຍ ຄຳລາວັນ ຈັນທະລາວັນ ເປັນເລຂາຄະນະບໍລິຫານງານພັກ; ສະຫາຍ ຈັນທະລາ ສຸກສາຄອນ ເປັນຮອງເລຂາຄະນະບໍລິຫານງານພັກ; ສະຫາຍ ຮອງຈັນ ຈັນທະວົງ ເປັນຄະນະບໍລິຫານງານພັກ; ສະຫາຍ ເຂັມເພັດ ສີວໍຣະວົງສ໌ ເປັນຄະນະບໍລິຫານງານພັກ ແລະ ສະຫາຍ ນາງ ໄອ່ຄຳ ສໍອິນໄຊ ເປັນຄະນະບໍລິຫານງານພັກ;

ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາ, ສະມາຊິກພັກ-ພະນັກງານລັດຖະກອນອົງການກາແດງແຫ່ງຊາດລາວ ເອົາໃຈໃສ່ບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ຕໍ່ວຽກງານການເມືອງ-ນໍາພາແນວຄິດ ຂອງສະມາຊິກພັກ-ພະນັກງານ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງ ຕໍ່ການປັບປຸງກົງຈັກການຈັດຕັ້ງພັກໃນຄັ້ງນີ້; ເອົາໃຈໃສ່ປຶກສາຫາລື, ແບ່ງງານ, ແບ່ງຄວາມຮັບຜີດຊອບ ໃຫ້ບັນດາສະຫາຍ ໃນຄະນະບໍລິຫານງານພັກ ໃຫ້ລະອຽດຈະແຈ້ງ; ສືບຕໍ່ຊີ້ນໍາການປັບປຸງກົງຈັກການຈັດຕັ້ງ ຕາມທິດທີ່ກຳນົດໄວ້; ບັນດາໜ້າວຽກ, ກຸ່ມວຽກ ຕ້ອງໄດ້ຮັບການສັບຊ້ອນເຂົ້າກັນໃຫ້ເປັນລະບົບ ແລະ ສາມາດເຄື່ອນໄຫວວຽກງານມີຄວາມຕໍ່ເນື່ອງ; ຕ້ອງສ້າງໃຫ້ກົງຈັກ ທີ່ມີຄວາມບໍລິສຸດຜຸດຜ່ອງ, ປະຕິບັດໜ້າທີ່ ທີ່ຖືກມອບໝາຍ ແລະ ບໍລິການຮັບໃຊ້ປະຊາຊົນ ຢ່າງແທ້ຈິງ; ໃຫ້ພ້ອມກັນຮີບຮ້ອນກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ ໃຫ້ທັນ ແລະ ສຳເລັດຕາມກຳນົດເວລາ ໂດຍສະເພາະການກະ ກຽມເນື້ອໃນ, ການສ້າງຂະບວນການດ້ານຕ່າງໆ, ການເນີນຊີວິດການເມືອງ, ການກະກຽມບຸກຄະລາກອນ ຮັບສະໝັກເຂົ້າໃນຄະນະບໍລິຫານງານພັກ, ການກະກຽມຜູ້ແທນ ເຂົ້າຮ່ວມກອງປະຊຸມ, ລວມທັງການກະກຽມຜູ້ແທນອົງຄະນະພັກ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຊຶ່ງດ້ານບຸກຄະລາກອນ ຕ້ອງຮັບປະກັນ ຕາມມາດຕະຖານ ແລະ ເງື່ອນໄຂທີ່ກໍານົດໄວ້.

ນາຍົກລັດຖະມົນຕີ ເນັ້ນໃຫ້ການນໍາແຂວງຫລວງນໍ້າທາ ເອົາໃຈໃສ່ຫລາຍບັນຫາສໍາຄັນ

0

ໃນໂອກາດລົງເຄື່ອໄນຫວາ ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜ່ນ 5 ປີ ຄັ້ງທີ IX, ການປະຕິບັດແຜ່ນພັດທະນາເສດຖະກິດສັງ-ຄົມ ປະຈໍາປີ 2025 ຕິດພັນກັບສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ການແກ້ໄຂ້ບັນຫາຢາເສບຕິດ, ບັນຫາເຄັງຮ້ອນທາງດ້ານເສດຖະກິດການເງິນ ຢູ່ແຂວງຫລວງນໍາທາ ໃນວັນທີ 29-30 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ໃຫ້ການນໍາຂອງແຂວງ ເອົາໃຈໃສ່ຫລາຍບັນຫາສໍາຄັນ ເພື່ອເຮັດໃຫ້ແຂວງຫລວງນໍ້າທາ ມີຄວາມເຕີບໃຫຍເຂັ້ມແຂງ ຂຶ້ນໄປເລື້ອຍໆ.

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ເອົາໃຈໃສ່ແກ້ໄຂ-ສ້ອມແປງເສັ້ນທາງແຕ່ນໍ້າທາ-ນາເຕີຍ ທີ່ເປ່ເພ; ກວດກາຄືນການຂຸດຄົ້ນແຮ່ຊາຍທີ່ໄດ້ອະນຸມັດຜ່ານມາ; ການນຳເຂົ້າລົດເຖື່ອນ, ການຄ້ານອກລະບົບ; ເອົາໃຈໃສ່ປັບປຸງກົນໄກລະບຽບການຄຸ້ມຄອງ, ອຳນວຍຄວາມສະດວກໃຫ້ແກ່ດ່ານ, ການຄ້າ, ການຂົນສົ່ງ, ການຄອບຄຸ້ມລາຄາສິ້ນຄ້າ, ການຄຸ້ມຄອງຂອງລັດຕໍ່ເສດຖະກິດບໍເຕ່ນແດນງາມ; ສືບຕໍ່ສຸມໃສ່ຂຶ້ນທະບຽນວິສາຫະກິດ, ເກັບພາສີອາກອນ; ເອົາໃສ່ໃສ່ແກ້ໄຂ້ບັນຫາຢາເສບຕິດ ເປັນຕົ້ນ ແມ່ນໄພສັງຄົມທີ່ເກີດຂຶ້ນໃນໄວໜຸ່ມ, ຊາວໜຸ່ມ, ການຄ້າມະນຸດ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງແຫລ່ງທຶນໃນການພັດທະນາກະສີກຳ ເປັນຕົ້ນ ອັດຕາດອກເບ້ຍຂອງທະນາຄານ,ການຊຸກຍູ້ຫົວໜ່ວຍການຜະລິດ, ຜູ້ປະກອບການ ການຜະລິດຂະໝາດໜ້ອຍ, ຂະໝາດກາງ; ສົ່ງເສີມການທ່ອງທ່ຽວຕິດພັນກັບການສ້າງກິດຈະກຳ; ກວດກາຄືນການຈັດເກັບລາຍຮັບພາສີທີ່ດິນ ແລະ ວຽກງານອື່ນໆໃຫ້ມີຜົນສໍາເລັດ ແລະ ມີບາດກ້າວຂະຫຍາຍຕົວສູງ.

ໂອກາດນີ້, ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງຫລວງນໍ້າທາ ກໍໄດ້ລາຍງານໃຫ້ຊາບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ. ຈາກນັ້ນ, ບັນດາພະແນກການຂອງແຂວງ ແລະ ເມືອງ ກໍໄດ້ລາຍງານສະພາບການຈັດຕັ້ປະຕິບັດໜ້າທີ່ວຽກງານອັນພົ້ນເດັ່ນ ແລະ ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານ.

ໃນໂອກາດເຄື່ອນໄຫວວຽກງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ໄປຢ້ຽມຢາມໂຮງຮຽນ ມສ ທົ່ງປຸ່ງ ເພື່ອກວດກາສະຖານທີ່ທຳການຜະລິດພືດຜັກຕ່າງໆ ໃຫ້ແກ່ນ້ອງນັກຮຽນ ເພື່ອສ້າງລາຍໄດ້ໃຫ້ແກ່ຄູອາຈານ ແລະ ນ້ອງນ້ອຍເຍົາວະຊົນ, ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ.

ຂ່າວ: ແກ້ວ ກວ໋າງບັນແຄັດ

ຜູ້ຜະລິດຢາສູບຢູ່ລາວ ຕ້ອງພິມຄໍາເຕືອນສຸຂະພາບໃສ່ຜະລິດຕະພັນຢາສູບ ຮູບແບບໃໝ່

0

ກະຊວງສາທາລະນະສຸກ ອອກຂໍ້ຕົກລົງ ໃຫ້ຜູ້ປະກອບການ ກໍຄື ຜູ້ຜະລິດຢາສູບ ຢູ່ ສປປ ລາວ ໃຫ້ບັນຈຸ, ຫຸ້ມຫໍ່, ພິມຄໍາເຕືອນສຸຂະພາບ ແລະ ສະຫລາກ ຜະລິດຕະພັນຢາສູບ ຮູບແບບໃໝ່ ເພື່ອໂຄສະນາ-ສື່ສານກ່ຽວກັບຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບ ໃຫ້ສັງ ຄົມໄດ້ຮັບຮູ້ ຜ່ານຄໍາເຕືອນສຸຂະພາບ ທີ່ເປັນຮູບພາບຂະໜາດໃຫຍ່ຢູ່ຊອງ ແລະ ຕຸດຢາສູບ. ພາຍຫລັງວັນທີ 15 ສິງຫາ 2025, ຊອງ ແລະ ຕຸດຢາສຸບ ທຸກຍີ່ຫໍ້ທີ່ຈໍາໜ່າຍໃນທ້ອງຕະຫລາດ ລວມທັງໃນຮ້ານຄ້າປອດພາສີທຸກແຫ່ງ ຈະຕ້ອງແມ່ນຄຳເຕືອນສຸຂະພາບເປັນຮູບພາບ ແລະ ສະຫລາກຮູບແບບໃໝ່. ທັງນີ້, ກໍເພື່ອຫລຸດຜ່ອນພາລະຄ່າໃຊ້ຈ່າຍທາງດ້ານສຸຂະພາບ ແລະ ເສດຖະກິດ ອັນເນື່ອງມາຈາກການສູບຢາ ແລະ ເພື່ອສຸຂະພາບທີ່ດີທຸກຖ້ວນໜ້າ ຂອງປະຊາຊົນລາວ.

ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວ ກ່ຽວກັບຂໍ້ຕົກລົງວ່າດ້ວຍການບັນຈຸ, ການຫຸ້ມຫໍ່, ການພິມຄໍາເຕືອນສຸຂະພາບ ແລະ ສະຫລາກ ຜະ ລິດຕະພັນຢາສູບ ຮູບແບບໃໝ່ ໃນວັນທີ 31 ກໍລະກົດ 2025 ນີ້ວ່າ: ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ເປັນສາເຫດຂອງການເຈັບປ່ວຍທີ່ຮ້າຍແຮງ, ການພິການ ແລະ ກ້າວໄປເຖິງການເສຍຊີ ວິດກ່ອນໄວອັນຄວນ. ຕາມຂໍ້ມູນໃນໄລຍະຜ່ານມາ, ສາເຫດການເສຍຊີວິດ ຂອງພົນລະເມືອງຄົນລາວ ທີ່ຕິດພັນກັບຢາສູບມີເຖິງ 6.700 ຄົນຕໍ່ປີ ຫລື ສະເລ່ຍ ປະມານ 18 ຄົນຕໍ່ມື້ ກວມເອົາ 15% ຂອງການເສຍຊີວິດທັງໝົດໃນ ສປປ ລາວ. ການເສຍຊີວິດຍ້ອນສາເຫດດັ່ງກ່າວ, ສາມາດປ້ອງກັນໄດ້ ຖ້າມີ ການປະຕິບັດມາດຕະການ ຄວບຄຸມຢາສູບຢ່າງເຂັ້ມງວດ ເຊິ່ງໜຶ່ງໃນບັນດາມາດຕະການດັ່ງກ່າວ, ແມ່ນການສື່ສານ ກ່ຽວກັບຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບ ໃຫ້ສັງຄົມໄດ້ຮັບຮູ້ ຜ່ານຄໍາເຕືອນສຸຂະພາບ ທີ່ເປັນຮູບພາບຂະໜາດໃຫຍ່ຢູ່ຊອງ ແລະ ຕຸດຢາສູບ. ການພິມຄໍາເຕືອນນີ້ ແມ່ນໜ້າທີ່ຂອງຜູ້ຜະລິດຢາສູບ ທີ່ຕ້ອງໄດ້ແຈ້ງເຕືອນໃຫ້ທຸກຄົນຮູ້ ແລະ ເຂົ້າໃຈວ່າ ການສູບ ຢາ ແລະ ການໄດ້ຮັບຄວັນຢາສູບ ມີຄວາມສ່ຽງສູງທີ່ຈະເປັນພະຍາດ ແບບດຽວກັບຮູບພາບຄໍາເຕືອນຂອງຊອງ ແລະ ຕຸດຢາສູບ, ພ້ອມທັງສາມາດຊ່ວຍປ້ອງກັນການລິເລີ່ມສູບຢາ ໃນເດັກ ແລະ ເຍົາວະຊົນ, ຊຸກຍູ້ສົ່ງເສີມໃຫ້ຄົນອອກຢາສູບໄດ້ ແລະ ຍັງເປັນອີກວິທີໜຶ່ງ ທີ່ຈະຊ່ວຍໃນການຕິດຕາມກວດ ກາ ແລະ ສະກັດກັ້ນຢາສູບເຖື່ອນ ຄຽງຄູ່ກັບການຕິດສະແຕມ ພາສີ-ອາກອນ.

ຜ່ານການຈັດຕັ້ງປະຕິບັດ ຂໍ້ຕົກລົງກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ທີ່ກຳນົດໃຫ້ການພິມຄໍາເຕືອນກ່ຽວກັບສຸຂະພາບ ທີ່ເປັນຮູບພາບມີຂະໜາດ 75% ທີ່ອອກໃນປີ 2016 ມີຈໍານວນ 6 ຮູບ, ແຕ່ການປະຕິບັດຕົວຈິງ ບາງບໍລິສັດຢາສູບ ບໍ່ໄດ້ມີການພິມຮູບພາບ ແລະ ຄໍາເຕືອນ ຄົບຕາມຈຳ ນວນທີ່ກຳນົດໄວ້. ດັ່ງນັ້ນ, ເພື່ອໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການຄວບຄຸມຢາສູບ(ສະບັບປັບ ປຸງ) ເລກທີ 09/ສພຊ ລົງວັນທີ 16 ພະຈິກ 2021, ກະຊວງສາທາລະນະສຸກ ຈຶ່ງໄດ້ອອກ ຂໍ້ຕົກລົງວ່າດ້ວຍການພິມຄໍາເຕືອນກ່ຽວກັບສຸຂະພາບ ແລະ ສະຫລາກຜະລິດຕະພັນຢາສູບ ສະບັບເລກທີ 1090/ສທ ລົງວັນທີ 13 ພຶດສະພາ 2024, ໃນຂໍ້ຕົກລົງສະບັບດັ່ງກ່າວ ແມ່ນໄດ້ກໍານົດ 10 ຮູບພາບຄໍາເຕືອນສຸຂະພາບ. ພ້ອມດ້ວຍ 10 ຄູ່ສະຫລາກຄໍາເຕືອນ ເຊິ່ງບໍລິສັດຜະລິດຢາສູບ ທັງພາຍໃນ ແລະ ນໍາເຂົ້າຈາກຕ່າງປະເທດ ຕ້ອງໄດ້ພິມໃສ່ທຸກຊອງ ແລະ ຕຸດຢາສູບ ທີ່ຈໍາໜ່າຍ, ຊື້-ຂາຍ ທົ່ວ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ.

ພາຍຫລັງ ລົງຈົດໝາຍເຫດທາງລັດຖະການ, ຂໍ້ຕົກລົງມີຜົນສັກສິດໂດຍໃຫ້ເວລາແກ່ບໍລິສັດຢາສູບ 180 ວັນ ໃນການກະກຽມການພິມຄໍາເຕືອນແບບໃໝ່, ພ້ອມທັງຢຸດເຊົາການຜະລິດ ແລະ ສະສາງຊອງ ແລະ ຕຸດຢາສູບເກົ່າ ໂດຍກຳນົດເວລາການຈັດຕັ້ງປະຕິບັດ ແມ່ນວັນທີ 5 ທັນວາ 2024, ແຕ່ບໍລິສັດຢາສູບ ກໍໄດ້ສະເໜີຂໍເລື່ອນເວລາ ການຈັດຕັ້ງປະຕິບັດອອກໄປຕື່ມ ຍ້ອນຊອງ ແລະ ຕຸດຢາສູບ ຮູບແບບເກົ່າ ຍັງມີຈໍານວນຫລວງຫລາຍຢູ່ໃນສາງ. ຕໍ່ກັບການສະເໜີຂອງບໍລິສັດ, ຄະນະສະ ເພາະກິດໃນການຕິດຕາມກວດກາຊອງ ແລະ ຕຸດຢາສູບ ໄດ້ລົງຕິດຕາມກວດກາຈໍານວນຊອງ ແລະ ຕຸດຢາສູບ ຕົວຈິງຢູ່ 2 ບໍລິສັດຜະລິດຢາສູບພາຍໃນທີ່ສະເໜີມາ ໃນເດືອນກຸມພາ 2025 ຊຶ່ງບໍລິສັດມີຄວາມພ້ອມຈໍາໜ່າຍຢາສູບທີ່ ຊອງ ແລະ ຕຸດຢາສູບ ຮູບແບບໃໝ່. ສະນັ້ນ, ພາຍຫລັງວັນທີ 15 ສິງຫາ 2025, ຊອງ ແລະ ຕຸດຢາສຸບ ທຸກຍີ່ຫໍ້ທີ່ຈໍາໜ່າຍໃນທ້ອງຕະຫລາດ ລວມທັງໃນຮ້ານຄ້າປອດພາສີທຸກແຫ່ງ ຈະຕ້ອງແມ່ນຄຳເຕືອນສຸຂະພາບເປັນຮູບພາບ ແລະ ສະຫລາກຮູບແບບໃໝ່.

ໃນໂອກາດນີ້, ທ່ານ ໄພວັນ ແກ້ວປະເສີດ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ໂດຍສະເພາະສື່ມວນຊົນທຸກຂະແໜງ ຈົ່ງນໍາເອົາເນື້ອໃນຂອງຖະແຫລງການນີ້ ໄປເຜີຍແຜ່ ໃຫ້ແກ່ປະຊາຊົນລາວ ກໍຄືທົ່ວສັງຄົມ ໄດ້ຮັບຊາບຢ່າງທົ່ວເຖິງ; ຮຽກຮ້ອງໃຫ້ບໍລິສັດຢາສູບ ທີ່ຜະລິດພາຍໃນ ແລະ ນຳເຂົ້າຢາສູບຈາກຕ່າງປະເທດ ລວມທັງຊາວຄ້າຂາຍ ຈົ່ງພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບດັ່ງກ່າວ ກໍຄືປະຕິ ບັດຕາມກົດໝາຍ ແລະ ລະບຽບການຄວບຄຸມຢາສູບ ຢ່າງເຂັ້ມງວດ ແລະ ຫວັງເປັນຢ່າງຍິ່ງວ່າ ໃນວັນທີ 15 ສິງຫາ 2025 ທີ່ຈະມາເຖິງນີ້, ຜະລິດຕະພັນຢາສູບ ທຸກຊອງ, ທຸກຕຸດ ແລະ ທຸກຍີ່ຫໍ້ ທີ່ຈໍາໜ່າຍໃນທ້ອງຕະຫລາດ ທົ່ວປະເທດ ລວມທັງໃນຮ້ານຄ້າປອດພາສີທຸກແຫ່ງ ຈະມີຄຳເຕືອນສຸຂະພາບເປັນຮູບພາບ ແລະ ສະຫລາກ ຮູບແບບໃໝ່ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງ ສະບັບເລກທີ 1090/ສທ, ໃນກໍລະນີ ຍັງພົບເຫັນການລະເມີດ ທາງຄະນະສະເພາະກິດຈະໄດ້ມີການດຳເນີນມາດຕະການ ຕາມລະບຽບການ ຢ່າງເຂັ້ມງວດ.

ເຟດ ຍັງສືບຕໍ່ຮັກສາອັດຕາດອກເບ້ຍ ລະຫວ່າງ 4,25%-50%

0

ຕາມຂ່າວຈາກວໍຊີງຕັນ, ທ່ານ ເຈີໂຣມ ພາເວລ, ປະທານທະນາຄານກາງ ຂອງ ສ.ອາເມລິກາ(Fed) ຖະແຫລງວ່າ ຍັງຄົງສືບຕໍ່ ຮັກສາອັດຕາດອກເບ້ຍ ລະຫວ່າງ 4,25-50% ຫລັງຈາກຄະນະກໍາມະການຄວມຄຸມນະໂຍບາຍການເງິນ (FOMC) ໄດ້ລົງຄະແນນສຽງສ່ວນຫລາຍ 9 ສຽງ ຕໍ່ 2 ສຽງ ໃຫ້ຍັງຄົງຮັກສາອັດຕາດອກເບ້ຍ ໄລຍະສັ້ນຄັ້ງນີ້ນີ້ເປັນການຮັກສາອັດຕາ ດອກເບ້ຍເປັນຄັ້ງທີ 5 ຕິດຕໍ່ກັນ, ແຕ່ເປັນຄັ້ງທຳອິດນັບຕັ້ງແຕ່ປີ 1993 ທີ່ການຕັດສິນໃຈຂອງ Fed ກ່ຽວກັບອັດຕາດອກເບ້ຍ ມີສຽງຄັດຄ້ານ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ໂຕໂຍຕ້າ ຮັກສາຍອດຂາຍຫລາຍທີ່ສຸດໃນໂລກ ເປັນປີທີ 6 ຕິດຕໍ່ກັນ

0

ສຳນັກຂ່າວໂຕກຽວ, ບໍລິສັດໂຕໂຍຕ້າມໍເຕີຄອບ (Toyota Motor Corp) ຂອງຍີ່ປຸ່ນ ເປີດເຜີຍວ່າ: ບໍລິສັດໃນກຸ່ມມີຍອດຂາຍລົດທົ່ວໂລກ ໃນໄລຍະເດືອນ 6 ທຳອິດປີນີ້ ບັນລຸ 5,54 ລ້ານຄັນ ຊຶ່ງສະຖິຕິສູງສຸດ ເຮັດໃຫ້ຍອດຂາຍລື່ນກາຍໂຟສວາເກນ (Volkswagen AG) ຄູ່ແຂ່ງຂັນຈາກເຢຍລະມັນ ມີຍອດຂາຍ 4,41 ລ້ານຄັນ ເພີ່ມຂຶ້ນ 1,3%. ດັ່ງນັ້ັນ ໂຕໂຍຕ້າກາຍເປັນບໍລິສັດຢືນຢູ່ແຖວໜ້າຂອງໂລກ ຕິດຕໍ່ກັນເປັນປີທີ 6 ແລ້ວ ລວມທັງບໍລິສັດຂະໜາດນ້ອຍໃນກຸ່ມໂຕໂຍຕ້າ ໄດ້ແກ່: ໄດຮັດສຸ ມໍເຕີ (Daihatsu Motor Co) ແລະ ຮີ່ໂນ ມໍເຕີ (Hino Motors Ltd) ທີ່ເປັນບໍລິສັດຜະລິດລົດບັນທຸກ ເພີ່ມຂຶ້ນ 7,4% ຈາກປີກາຍ ແລະ ສ້າງສະຖິຕິ ຍອດຂາຍໃໝ່ ສຳລັບ ກຸ່ມບໍລິສັດເປັນຄັ້ງທຳອິດ ໃນຮອບ 4 ປີຜ່ານມາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ມາເລເຊຍ ຍົກເລີກແຜນການຈັດເກັບພາສີ ສິນຄ້າຟຸ່ມເຟືອຍ

0

ສຳນັກຂ່າວເອເອຟພີ, ວັນທີ31 ກໍລະກົດນີ້, ທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ມາເລເຊຍ ຖະແຫລງວ່າ: ມາເລເຊຍ ຕັດສິນໃຈ ບໍ່ດຳເນີນການ ຈັດເກັບ ພາສີ ສິນຄ້າມູນຄ່າສູງ ຫລື ສິນຄ້າ ຟຸ່ມເຟືອຍ ແຕ່ຫລັກການພື້ນຖານ ເຫລົ່ານັ້ນ ຖືກລວມຢູ່ໃນ ກອບພາສີ ການຂາຍ ທີ່ແກ້ໄຂແລ້ວ ໂດຍສິນຄ້າ ຟຸ່ມເຟືອຍ ແລະ ສິນຄ້າ ຕາມຄວາມຕ້ອງການ ຈະຖືກຈັດເກັບ ພາສີ ອັດຕາ 5% ຫລື 10% ໃນຂັ້ນພື້ນຖານ. ຂະນະທີ່ ພາສີ ສິນຄ້າ ມູນຄ່າຕ່ຳ ຊຶ່ງມີຜົນບັງຄັບໃຊ້ ແຕ່ຕົ້ນປີ2024 ທີ່ຜ່ານມາ ສ້າງ ລາຍໄດ້ ເພີ່ມຂຶ້ນ 5ຕື້ຣິງກິດ ໃນປີນີ້ ແລະ ອາດເພີ່ມຂຶ້ນ 2ເທົ່າ ເປັນ10 ຕື້ຣິງກິດ ໃນປີ ໜ້າ. ນອກນີ້ ການປັບຫລຸດ ເງິນອຸດໜູນ ນໍ້າມັນ ກາຊວນ ຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ ລັດຖະບານ ສາມາດ ປະຢັດເງິນ ຫລາຍກວ່າ 600 ລ້ານຣິງກິດ ຕໍ່ເດືອນ. ຂະນະທີ່ ມາດຕະການ ປະຕິຮູບ ການເງິນ ອື່ນໆ ກໍ່ມີສ່ວນສຳຄັນ ໃນການເສີມສ້າງ ລາຍໄດ້ ຂອງປະເທດ ລວມທັງ ການເກັບພາສີ ລາຍໄດ້ ຈາກການຂາຍ ສິນຊັບ ສຳລັບຫຸ້ນ ທີ່ບໍ່ໄດ້ຈົດ ທະບຽນ ໃນຕະຫລາດ ຫລັກຊັບ ສາມາດ ເກັບລາຍໄດ້ ປະ ມານ 800 ລ້ານຣົງກິດຕໍ່ປີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສ.ອາເມລິກາ-ສປ ຈີນ ພົບປະກັບ ຄະນະຜູ້ແທນ ຄະນະບໍລິຫານສະພາການຄ້າສອງຝ່າຍ

0

ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນ​ທີ 30 ກໍ​ລະ​ກົດ 2025, ທ່ານ ​ຫວາງ​ຢີ້, ກຳ​ມະ​ການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ພົບ​ປະກັບ ​ຄະ​ນະ​ຜູ້​ແທນ ຄະ​ນະ​ບໍ​ລິ​ຫານ​ສະ​ພາ​ການ​ຄ້າ ​ອາ​ເມ​ລິກາ-ຈີນ (US-China Business Council) ຢູ່​ນະ​ຄອນຫລວງ​ ປັກ​ກິ່ງ. ທ່ານ​ ຫວາງ​ຢີ້ ​ກ່າວ​ວ່າ, ສປ ຈີ​ນ​ ຍິນ​ດີ​ຮ່ວມ​ກັບ​​ ສ.ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ ການ​ຕິດ​ຕໍ່ ​ພົວ​ພັນ​ກັນ, ຫລີກ​ລ່ຽງ ການ​ຕັດ​ສິນ​ໃຈ ​ທີ່​ຜິດ​ພາດ, ຄຸ້ມ​ຄອງ ແລະ ຄວບ​ຄຸມ​ຄວາມ​ເຫັນ ​ທີ່​ຂັດ​ແຍ້ງ​ກັນ, ແລະ ຊອກ​ຫາ​ການ​ຮ່ວມ​ມື, ຈັດ​ຕັ້ງ​ປະ​ຕິ​ບັດ​ ຄວາມ​ເຫັນ ​ທີ່​ເປັນ​ເອ​ກະ​ພາບ​ກັນ ​ຂອງ​ປະ​ມຸກ​ລັດ​ ສອງ​ປະ​ເທດ, ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ ລະ​ຫວ່າງ​ ສປ ຈີນ-ສ.ອາ​ເມ​ລິ​ກາ​ ໄດ້​ຮັບ​ການ​ພັດ​ທະ​ນາ ​ຢ່າງ​ໝັ້ນ​ທ່ຽງ ປອດ​ໃສ ແລະ ຍືນ​ຍົງ. ສປ ຈີນ ແລະ ສ.ອາ​ເມ​ລິກາ​ ຄວນ​ສ້າງ​ຊ່ອງ​ທາງ​ ແລ​ກ​ປ່ຽນ ແລະ ປຶກ​ສາ​ຫາ​ລື​ ໃຫ້ຫລາຍກວ່າ​ເກົ່າ, ປະ​ຕິ​ບັດ​ ຕໍ່​ຝ່າຍ​ກົງ​ກັນ​ຂ້າມ ​ດ້ວຍ​ທ່າ​ທີ​ ທີ່​ພາ​ວະ​ວິ​ໄສ ມີ​ສະ​ຕິ ແລະ ຕິດ​ແທດ​ຕົວ​ຈິງ, ສ້າງ​ຄວາ​ມ​ຮັບ​ຮູ້ ​ດ້ານ​ຍຸດ​ທະ​ສາດ ​ທີ່​ຖືກ​ຕ້ອງ. ຕ້ອງ​ເຄົາ​ລົບ​ ຜົນ​ປະ​ໂຫຍດ ​ທີ່​ເປັນ​ແກນ​ກາງ ແລະ ສຳ​ຄັນ​ ເຊິ່ງ​ກັນ ​ແລະ​ກັນ, ຫລີກ​ລ່ຽງ ບໍ່​ໃຫ້​ເກີດ​ການ​ເປັນ​ ປໍ​ລະ​ປັກ​ກັນ. ຕ້ອງ​ປະ​ຕິ​ບັດ​ຕາມຫລັກ​ການ ​ເຄົາ​ລົບ ​ເຊິ່ງ​ກັນ ​ແລະ ​ກັນ ສະ​ເໝີ​ພາບ​ກັນ ແລະ ຕ່າງ​ຝ່າຍ​ ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ບໍ່​ຍຶດ​ຖືລັດ​ທິ ​ຝ່າຍ​ດຽວ ແລະ ບໍ່ນຳ​ໃຊ້​ ຄວາມ​ເປັນ​ເຈົ້າ​ອຳ​ນາດ, ປະ​ຕິ​ບັດ ​ວຽກ​ໃຫຍ່ ວຽກ​ຕົວ​ຈິງ ແລະ ວຽກ​​ທີ່​ມີ​ຜົນ​ດີ​ ຕໍ່​ສອງ​ປະ​ເທດ ແລະ ຕໍ່ໂລກ​ ໃຫ້ຫລາຍຂຶ້ນ. ໃນ 6 ເດືອນ​ຕົ້ນ​ປີ​ນີ້, ເສດ​ຖະ​ກິດ​ຈີນ​ ໄດ້​ຜ່ານ​ຜ່າ​ ຄວາມ​ຫຍຸ້ງ​ຍາກ ​ແລະ ກ້າວ​ໄປ​ໃນ​ທິດ​ທາງ​ ທີ່​ດີ​ຢ່າງ​ໝັ້ນ​ທ່ຽງ. ສປ ຈີນ​ ຈະ​ເປີດກວ້າງ ​ການ​ເປີດ​ປະ​ຕູ​ ສູ່​ພາຍນອກ​ ໃນ​ລະ​ດັບ​ສູງ, ສ້າງ​ສະ​ພາບ ​ແວດ​ລ້ອມ ​ດ້ານ​ການ​ດຳ​ເນີນ ​ທຸ​ລະ​ກິດ ​ລະ​ດັບ ​ສຸດຍອດ​ ທີ່​ພັດ​ທະ​ນາ​ຕາມຫລັກ​ການ​ຕະຫລາດ ຄຸ້ມ​ຄອງ ​ຕາມ​ກົດ​ໝາຍ ແລະ ເຊື່ອມ​ໂຍງ​ກັບ​ສາ​ກົນ, ຄອງ​ຄອຍ ​ວິ​ສາ​ຫະ​ກິດ ອ​າ​ເມ​ລິ​ກາ​ ສືບ​ຕໍ່​ເບິ່ງ​ປະ​ເທດ​ຈີນ​ ໄປ​ໃນ​ທາງ​ດີ ແລະ ລົງ​ທຶນ​ຢູ່​ ສປ ຈີນ ​ຕໍ່​ໄປ, ບັນ​ລຸ​ເປົ້າ​ໝາຍ​ ທີ່​ຕ່າງ​ຝ່າຍ ​ຕ່າງ​ໄດ້​ຮັບ​ ຜົນ​ປະ​ໂຫຍດ ແລະ ພັດ​ທະ​ນາ​ ໄປ​ພ້ອມ​ກັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ