Sunday, September 21, 2025
Home Blog Page 34

ຮອງປະທານປະເທດ ລົງຊ່ວຍຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກນ້ຳຖ້ວມຢູ່ບ້ານຫາດບໍ່ ເມືອງໜອງແຮດ

0

ໃນວັນທີ 3 ສິງຫາ 2025 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ ເຊິ່ງເປັນບ້ານທີ່ຢູ່ເຂດຫ່າງໄກສອກຫລີກ ໂດຍໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເຂົ້າສານ, ເຂົ້າຈີ່, ໜີ່, ປ໋ອງປາ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ໄປມອບໃຫ້ປະຊາຊົນ ເພື່ອຊ່ວຍເຫລືອບັນເທົາທຸກ ໃນເບື້ອງຕົ້ນ.

ທ່ານ ໜໍເຢັ່ງຢ່າ ຮອງເລຂາພັກເມືອງ, ເຈົ້າເມືອງໜອງແຮດ ໄດ້ໃຫ້ຮູ້ວ່າ: ບ້ານຫາດບໍ່ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 22 ກໍລະກົດ 2025 ຜ່ານມາ, ມີ 34 ຫລັງຄາເຮືອນ ໄດ້ຮັບຜົນກະທົບ. ໃນນັ້ນ, ມີຜູ້ເສຍຊິວິດ 1 ຄົນ, ມີເຮືອນຖືກນ້ຳໄຫລຊຸ 5 ຫລັງ, ພ້ອມນີ້ຍັງມີຮ້ານຂາຍເຄື່ອງ, ຫ້ອງການບ້ານ, ໂຮງຮຽນ, ຫໍພັກຄູ, ໂຕະ, ຕັ່ງ ຖືກນ້ຳໄຫລຊຸ ເສຍຫາຍ, ຫົນທາງຖືກຕັດຂາດ ປັດຈຸບັນຍັງບໍ່ສາມາດ ເຂົ້າ-ອອກໄດ້ເທື່ອ, ພາກສ່ວນທີ່ກ່ຽວຂ້ອງ ພວມເລັ່ງແກ້ໄຂ. ສ່ວນຜົນເສຍຫາຍ ຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຕົວຈິງ ເຊິ່ງປັດຈຸບັນ ນໍ້າໄດ້ບົກແຫ້ງລົງແລ່ວ.

ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໃຫ້ຄະນະນຳຂັ້ນເມືອງ ກໍຄື ອຳນາດການປົກຄອງບ້ານ ທີ່ໄດ້ຮັບຜົນກະທົບ ໃຫ້ເອົາໃຈໃສ່ແຈກຢາຍເຄື່ອງຊ່ວຍເຫລືອ ທີ່ໄດ້ຮັບ ໃຫ້ປະຊົນໃຫ້ທົ່ວເຖິງ, ຕິດພັນກັບການປັບປຸງ, ສ້ອມແປງບັນດາພື້ນຖານໂຄງລ່າງ ເປັນຕົ້ນ ເຮືອນ ປະຊາຊົນ, ເສັ້ນທາງ, ໂຮງຮຽນ ແລະ ອື່ນໆ ທີ່ເປ່ເພ ເສຍຫາຍ. ພ້ອມທັງໃຫ້ລົງໃກ້ຊິດຕິດແທດ ເພື່ອຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນ 5 ຄອບຄົວທີ່ຖືກນ້ຳໄຫລຊຸ ໃຫ້ມີທີ່ຢູ່ອາໄສ ໃນເບື້ອງຕົ້ນ, ພ້ອມທັງໃຫ້ມີແຜນເພື່ອຈັດສັນ, ຍົກຍ້າຍຄອບຄົວທີ່ຢູ່ແຄມນ້ຳ ໃຫ້ໄປຢູ່ບ່ອນທີ່ສູງກວ່າເກົ່າ ຫລື ຍົກຍ້າຍໄປຢູ່ບ່ອນໃໝ່ ເພື່ອຮັບປະກັນທາງດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນ. ພ້ອມນີ້, ທ່ານຍັງເນັ້ນໃຫ້ການນຳຂັ້ນເມືອງ ລົງໃກ້ສິດຕິດແທດ, ຊ່ວຍເຫລືອ ຕິດຕາມການກວດກາສຸຂະພາບຂອງພໍ່ແມ່ປະຊາຊົນ, ເກັບກຳຂໍ້ມູນຜົນເສຍຫາຍຕົງຈິງ ແລະ ອື່ນໆ ໃຫ້ສຳເລັດໂດຍໄວ ແນໃສ່ພື້ນຟູຊີວິດການເປັນຢູ່ຂອງປະຊົນ ທີ່ໄດ້ຮັບຜົນກະທົບ ໃຫ້ກັບຄືືນສູ່ສະພາບປົກກະຕິໂດຍໄວ. ພ້ອມທັງ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຈົ່ງມີສະຕິລະວັງຕົວ, ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນ ຮັກສາຄວາມສະອາດ ພາຍໃນເຮືອນ ກໍຄື ບ້ານ ເພື່ອຕ້ານການແຜ່ລະບາດຂອງພະຍາດທີ່ອາດຈະເກີດຂຶ້ນ ແລະ ອື່ນໆ.

ພະຍາກອນອາກາດ ວັນທີ 04 ສິງຫາ 2025

0

#ພະຍາກອນອາກາດ ເຊົ້າວັນທີ 04 ສິງຫາ 2025, ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ. ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ວິທີເລືອກໃຊ້ຜະລິດຕະພັນ ທີ່ເໝາະກັບສະພາບຜິວຕົນເອງ

0

ຜິວໜ້າເປັນເລື່ອງທີ່ສຳຄັນ ທີ່ຕ້ອງໃຫ້ສະອາດຢູ່ສະເໝີ ເພາະຖ້າເລືອກຜະລິດຕະພັນບໍ່ເຂົ້າກັບສະພາບຜິວ ກໍ່ອາດຈະກໍ່ໃຫ້ເກີດຜົນເສຍຕໍ່ຜິວໄດ້ ສຳຄັນຄືການເຮັດຄວາມສະອາດຜິວໜ້າຢ່າງຖືກວິທີ ຊື່ງເປັນພື້ນຖານຂອງການປ້ອງກັນໃຫ້ແກ່ການເກີດສິວໄດ້ງ່າຍ ແລະ ອາດຈະສົ່ງຜົນຍາວນານ ມື້ນີ້ເຮົາຈະມາແນະນຳການເລືອກໃຊ້ຜະລິດຕະພັນເຮັດຄວາມສະອາດຜິວໃຫ້ເໝາະສົມກັບສະພາບຜິວຂອງທ່ານ.

ສຳລັບຜິວທຳມະດາ

ຄົນທີ່ມີຜິວປະເພດນີ້ຈະມີຮູຂຸມຂົນກວ້າງ ກ່ວາຜິວປະເພດອື່ນ ເພາະວ່າມີການໄຫຼຜ່ານຂອງນໍ້າມັນຫຼາຍໃນບໍລິເວນໜ້າຜາກ, ດັງ ແລະ ຄາງ ເຮັດໃຫ້ມີຜິວ ແລະ ຜິວປະສົມຈະເປັນສິວໄດ້ງ່າຍ ແຕ່ກໍ່ຍັງມີຂໍ້ດີຄື: ຈະເກີດເປັນຮອຍໄດ້ຍາກ ແຕ່ກໍ່ຢ່າຟ້າວດີໃຈ ເພາະເມື່ອໃດທີ່ທ່ານໄດ້ໄປກວນຜິວໜ້າດ້ວຍການຢິກແຮງໆ ແລະ ຢິກເລື້ອຍໆ ກໍ່ຈະເກີດເປັນຮອຍໄດ້.

ໃນການເລືອກໃຊ້ຜະລິດຕະພັນຂອງຄົນຜິວມັນ ຄວນເລືອກໃຊ້ຜະລິດຕະພັນທີ່ປະກອບດ້ວຍ ອອຍຄອນໂທ ທີ່ເປັນຕົວຊ່ວຍໃນການຄວບຄຸມນໍ້າມັນ ແລະ ເຮັດໃຫ້ຮູຂຸມຂົນນ້ອຍລົງ, ສ່ວນຜະລິດຕະພັນລ້າງເຄື່ອງສຳອາງຄວນເລືອກແບບທີ່ເປັນວໍເຕີເບສ ເພາະຈະສະບາຍ ແລະ ບໍ່ໄປອຸດຕັນຮູຂຸມຂົນ ແລະ ຄວນເລືອກໃຊ້ຜະລີດຕະພັນແບບເນື້ອເຈລ ຫຼາຍກວ່າແບບອື່ນ ແຕ່ໃນຄວາມໂຊກຮ້າຍຂອງຜິວມັນກໍ່ຍັງມີຄວາມໂຊກດີຄື: ສາມາດເລືອກໃຊ້ໂທນເນີ ທີ່ປະສົມກັບແອລກໍຮໍ ໃນການເຮັດຄວາມສະອາດໄດ້ ຖ້າຫາກທ່ານໝັ້ນໃຈວ່າຈະບໍ່ແພ້.

ສຳລັບຜິວແຫ້ງ

ຄົນຜິວປະເພດນີ້ເີກດຈາກຕ່ອມນໍ້າມັນທີ່ຜະລິດນໍ້າມັນໄດ້ໜ້ອຍ ເຮັດໃຫ້ສ່ຽງຕໍ່ການມີຮອຍກ່ອນໄວ ຊື່ງແມ່ນເປັນຮອຍແຫ່ງໄວ ແລະ ຮອຍຊົ່ວຄາວ ແລະ ຍັງມີບັນຫາເລື່ອງການເກັບຄວາມຊຸ່ມຊື່ນບໍ່ຄ່ອຍໄດ້ປານໃດ ສົ່ງຜົນໃຫ້ຮູ້ສຶກຜິວເຄັງ ຫຼັງຈາກລ້າງໜ້າ ຜິວໜ້າຈະແຫ້ງ ແລະ ຢາບຢ່າງເຫັນໄດ້ຊັດເຈນ ຊື່ງບາງຄົນໜ້າກໍ່ເປັນຂຸ່ຍ ເມື່ອສຳພັດ ຫຼື ຖູແຮງໆ ກໍ່ຈະເປັນຮອຍແດງໄດ້ງ່າຍ.

ການເລືອກໃຊ້ຜະລິດຕະພັນເຮັດຄວາມສະອາດຄື: ບໍ່ຄວນມີຟອງ ຫຼື ໃຫ້ມີໜ້ອຍທີ່ສຸດ ແຕ່ຖ້າຕ້ອງການລ້າງເຄື່ອງສຳອາງຄວນໃຊ້ຄລີນຊີ້ງ, ແບບຄີມ ຫຼື ອອຍເບສ ແລະ ຄວນເປັນຜະລິດຕະພັນທີ່ມີສ່ວນປະສົມຂອງມອຍສ໌ເຈີໄຮເຊີ, ຄລີນຊີ້ງນັ້ນ ອາດຈະມີສ່ວນປະສົມຂອງ AHA ຫຼື BHA ເພື່ອຊ່ວຍກຳຈັດເຊວຜິວທ່ຕາຍໄປແລ້ວ.

ສຳລັບຜິວແພ້ງ່າຍ

ສຳລັບຜິວປະເພດນີ້ຕ້ອງເບີ່ງແຍງເປັນພິເສດ ສ່ວນຫຼາຍມັກຈະແພ້ຜະລິດຕະພັນທີ່ມີສ່ວນປະສົມຂອງນໍ້າຫອມ, ແອລກໍຮໍ ແລະ ອີກຫຼາຍຢ່າງ ເພາະໂຄງສ້າງຜິວບໍ່ແຂງແຮງທີ່ຈະສູ້ກັບສານສະກັດຕ່າງໆ ຜູ້ທີ່ມີຜິວແພ້ງ່າຍຈະມີພື້ນຖານຂອງຜິວ ຄືກັບຜິວມັນແຫ້ງ ແຕ່ຜິວຈະແຫ້ງກ່ວາ ແລະ ເກີດຮອຍແດງ, ເປັນຜື່ນໄດ້ງ່າຍ ຖ້າຫາກໃຊ້ຜະລິດຕະພັນໃດ ຈະຕ້ອງລອງໃສ່ທ້ອງ, ແຂນ ແລ້ວປະໄວ້ຈັກໜ້ອຍ ຖ້າຫາກບໍ່ມີອາການແພ້ກໍ່ສາມາດໃຊ້ກັບຜິວໜ້າໄດ້.

ສຳລັບຜິວແພ້ງ່າຍເລືອກໃຊ້ຜະລິດຕະພັນປະເພດເວຊ ເຄື່ອງສຳອາງສຳລັບຜິວແພ້ງ່າຍ ທີ່ຈະຂຽນວ່າ Dermatological test ຊື່ງຜະລິດມາເພື່ອຜິວແພ້ງ່າຍສະເພາະ ສ່ວນຜະລິດຕະພັນສໍາລັບທີ່ເໝາະສົມກັບຜິວແພ້ງ່າຍຄື: ສະບູ່ເຫຼວທີ່ມີສູດອ່ອນໂຍນ ທີ່ບໍ່ມີສ່ວນປະສົມຂອງນໍ້າຫອມ ຫຼື ສານທີ່ເຮັດໃຫ້ເກີດການລະຄາຍເຄືອງ ສ່ວນທີ່ແຕ່ງໜ້າຄວນຈະເພີ່ມຜະລິດຕະພັນລ້າງໜ້າທີ່ເໝາະສົມ ຊື່ງຄວນເປັນເມກອັບມູຟເວີແບບບໍເຕີເບສ໌ ເພາະຜະລິດຕະພັນນີ້ຈະບໍ່ໄປກວນຜິວນ້ອຍກວ່າອອຍເບສ໌.

ວິທີຫຼຸດໄຂມັນໜ້າທ້ອງ ພາຍໃນ 3ມື້

0

ເລື່ອງດີໆ ທີ່ມີສາລະປະໂຫຍດ ມື້ນີ້ເຮົານຳມາຝາກກັນຄື ວິທີການລ້າງສານພິດໃນຮ່າງກາຍມາຝາກທຸກຄົນ ຫາກທ່ານໃດມັກກໍ່ຢ່າລືມ ທີ່ຈະເກັບສູດເຫຼົ່ານີ້ເອົາໄວ້.

ສ່ວນປະສົມທຳອິດຕ້ອງໃຊ້ກໍ່ຄື: ນົມສົດຈືດ 1 ປ່ອງ, ໂຍເກີດລົດທຳມະຊາດ 1 ຖ້ວຍ, ນໍ້າເຜີ້ງ 1 ບ່ວງກາເຟ ແລະ ນໍ້າໝາກນາວ 1 ໜ່ວຍ.

ໃຫ້ນຳສ່ວນປະສົມທັງໝົດມາປະສົມເຂົ້າກັນແລ້ວກໍ່ຊີມຕາມໃຈມັກ ສູດນີ້ຄວນຈະດື່ມໃນຕອນເຊົ້າມື້ດຽວ ກ່ອນອາຫານ ແລະ ໃສ່ໝາກນາວສົດ ເພື່ອທີ່ຈະຮັກສາວິຕາມິນຊີໄວ້ໃຫ້ໄດ້ຫຼາຍທີ່ສຸດ ເມື່ອດື່ມສູດນີ້ແລ້ວຄວນທີ່ຈະດື່ມນໍ້ານຳ ປະມານ 1 ຫາ 2 ຈອກ ຈະເຮັດໃຫ້ຖ່າຍສະດວກ, ຮູ້ສຶກປອດໂປ່ງ ເມື່ອເຮັດເປັນປະຈຳອາທິດລະ 3 ເທື່ອ ຈະເຮັດໃຫ້ຜິວພັນງາມ, ຜິວນຸ້ມນຽນຕັ້ງແຕ່ອາທິດທີ່ທົດລອງເຮັດສູດນີ້.

ສັບພະຄຸນນີ້ຊ່ວຍໃນເລື່ອງຂອງການຫຼຸດໜ້າທ້ອງ ແລະ ນໍ້າໜັກໄດ້ໂດຍຕົງ ແລະ ຈະຊ່ວຍລ້າງໄຂມັນເກົ່າທີ່ຕິດຢູ່ໃນຮ່າງກາຍຂອງເຮົາໃຫ້ຫຼຸດອອກໄປ ສຳລັບການຂັບຖ່າຍແມ່ນຈະເປັນສີດຳເຂັ້ມ ແລະ ຍັງຊ່ວຍໄລ່ລົມໃນກະເພາະອາຫານໄດ້ດີຫຼາຍ, ໜ້າທ້ອງກໍ່ຈະຍຸບລົງ, ເຮັດໃຫ້ລະບົບການເຮັດວຽກຂອງລໍາໃສ້ ແລະ ກະເພາະອາຫານເຮັດວຽກດີຂື້ນ.

ສະຖານທູດຍີ່ປຸ່ນ ຈັດງານລ້ຽງສໍາລັບນັກສຶກສາ

0

ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ຈັດງານລ້ຽງສໍາລັບນັກສຶກສາ ແລະ ອະດີດນັກສຶກສາໃນ “ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ (JDS)” ແລະ “ໂຄງການຜູ້ນຳໜຸ່ມ (YLP)” ໃນວັນທີ 31 ກໍລະກົດ, ທີ່ເຮືອນພັກທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ມີ ທ່ານ ໂຄອິຊຶມິ ເອກອັກຄະຣາຊທູດຍີ່ປຸ່ນ ປະຈຳລາວ, ທ່ານ ພຸດ ສິມມາລາວົງ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ທ່ານ ບຸນແຝງ ພູມມະໄລສິດ ອະດີດລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ.

ງານລ້ຽງດັ່ງກ່າວຈັດຂຶ້ນເພື່ອສະແດງຄວາມຍິນດີ ແລະ ໃຫ້ກໍາລັງໃຈນັກສຶກສາທີ່ກຳລັງຈະເດີນທາງໄປຍີ່ປຸ່ນ ພ້ອມທັງອວຍພອນໃຫ້ພວກເຂົາປະສົບຜົນສຳເລັດໃນການສຶກສາຮ່ຳຮຽນ ແລະ ໜ້າທີ່ວຽກງານ.

ໃນພິທີ ທ່ານ ໂຄອິຊຶມິ ເອກອັກຄະຣາຊທູດຍີ່ປຸ່ນ ປະຈຳລາວ, ໄດ້ກ່າວສະແດງຄວາມຍິນດີຕໍ່ນັກສຶກສາທີ່ກຳລັງຈະເດີນທາງໄປຍີ່ປຸ່ນ ພ້ອມທັງໃຫ້ກຳລັງໃຈນັກສຶກສາທຸກຄົນໃຫ້ນຳໃຊ້ໂອກາດອັນດີນີ້ເຂົ້າໃນການພັດທະນາຄວາມສາມາດ ຜ່ານການຮຽນຮູ້ຈາກສິ່ງແວດລ້ອມໃໝ່ໆ.

ໂອກາດນີ້ ທ່ານ ວິລາວົງ ຍຸບົນພາກ ພະນັກງານສັງກັດສະພາແຫ່ງຊາດ ເຊິ່ງຈະໄປສຶກສາທີ່ມະຫາວິທະຍາໄລໂດຊິຊະ (Doshisha University) ແລະ ທ່ານນາງ ດາລິວັນ ວົງພະຈັນ, ພະນັກງານສັງກັດກະຊວງສາທາລະນະສຸກ ເຊິ່ງຈະໄປສຶກສາທີ່ມະຫາວິທະຍາໄລນາໂກຢາ (Nagoya University) ໄດ້ຕາງໜ້າໃຫ້ນັກສຶກສາກ່າວຂອບໃຈຕໍ່ລັດຖະບານຍີ່ປຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະບຸກບືນເອົາໃຈໃສ່ເພື່ອໃຫ້ການສຶກສາຮ່ຳຮຽນປະສົບຜົນສຳເລັດ.

ໂຄງການ JDS ເປັນໂຄງການທີ່ສະໜອງທຶນການສຶກສາເປັນເວລາ 2 ປີ ສໍາລັບລະດັບປະລິນຍາໂທ ແລະ 3 ປີ ສຳລັບປະລິນຍາເອກໃຫ້ແກ່ລັດຖະກອນລາວ ທີ່ມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມ ເພື່ອສຶກສາຕໍ່ທີ່ປະເທດຍີ່ປຸ່ນ. ນັບແຕ່ເລີ່ມຕົ້ນໂຄງການໃນປີ 1999, ມີລັດຖະກອນລາວທີ່ໄດ້ຮັບທຶນການສຶກສານີ້ ຈຳນວນທັງໝົດຫຼາຍກວ່າ 500 ຄົນ.

ສ່ວນໂຄງການ YLP ມີເປົ້າໝາຍໃນການສົ່ງເສີມລັດຖະກອນໜຸ່ມໃຫ້ກາຍເປັນຜູ້ນໍາຂອງປະເທດໃນອະນາຄົດ. ນັບແຕ່ປີ 2001 ທີ່ເລີ່ມຕົ້ນໂຄງການ, ມີລັດຖະກອນລາວປະມານ 70 ຄົນທີ່ໄດ້ຮັບການສະໜັບສະໜູນຈາກໂຄງການດັ່ງກ່າວ ເຊິ່ງເປັນໂຄງການທີ່ສະໜອງທຶນການສຶກສາເປັນເວລາ 1 ປີ ເພື່ອສຶກສາລະດັບປະລິນຍາໂທໃນ 1 ຈາກ 5 ສາຂາວິຊາຄື: ນະໂຍບາຍພາກລັດ, ນະໂຍບາຍພາກລັດປະຈຳທ້ອງຖິ່ນ, ບໍລິຫານທຸລະກິດ, ກົດໝາຍ ແລະ ບໍລິຫານສາທາລະນະສຸກ. ຊຶ່ງນັກສຶກສາທີ່ຈະໄປຮຽນຕໍ່ປະເທດຍີ່ປຸ່ນໃນຄັ້ງນີ້ມີທັງໜົດ 22 ຄົນ.

ແຫຼມຄຳຊັດກາ ປະສົບແຜ່ນດິນໄຫວຮຸນແຮງທີ່ສຸດໃນຮອບ 73 ປີຜ່ານມາ

0

ຂ່າວສານຊີອາໄອລາຍງານວ່າ: ອົງການຄົ້ນຄວ້າຟິີຊິກສາດໜ່ວຍໂລກ ຂອງສະຖາບັນວິທະຍາສາດຣັດເຊຍສາຂາຄຳຊັດກາແຈ້ງຂ່າວວ່າ, ເກີດແຜ່ນດິນໄຫວທີ່ມີຄວາມແຮງ 8,7 ຣິກເຕີ ຢູ່ເຂດທະເລໃກ້ແຫຼມຄຳຊັດກາໃນວັນທີ 30 ກໍລະກົດ ຜ່ານມາ ຊຶ່ງເປັນແຜ່ນດິນໄຫວຮຸນແຮງທີ່ສຸດທີ່ເກີດຂຶ້ນຢູ່ເຂດນີ້ນັບແຕ່ປີ 1952 ເປັນຕົ້ນມາ.

ໃນວັນດຽວກັນ, ຢູ່ເຂດໃກ້ແຫຼມຄຳຊັດກາໄດ້ເກີດແຜ່ນດິນໄຫວ 2 ເທື່ອທີ່ມີຄວາມແຮງ 6,5 ຣິກເຕີ ແລະ 5,3 ຣິກເຕີ. ນອກນີ້, ຫຼັງຈາກເກີດແຜ່ນດິນໄຫວຮຸນແຮງແລ້ວ, ໄດ້ເກີດແຜ່ນດິນໄຫວທີ່ມີຄວາມແຮງຫຼາຍກວ່າ 5 ຣິກເຕີຈຳນວນຮ້ອຍກວ່າເທື່ອ.

ເນື່ອງຈາກຜົນກະທົບຂອງແຜ່ນດິນໄຫວຮຸນແຮງ, ຫຼາຍປະເທດຢູ່ແຄມຝັ່ງມະຫາສະໝຸດປາຊີຟິກໄດ້ປະກາດເຕືອນໄພສຶນາມິ ແລະ ຢູ່ຫຼາຍທ້ອງຖິ່ນໄດ້ວັດແທກຄົ້ນພົບຄື້ນຊຶນາມິ.

ສອງກອງທັບ ຈີນ-ລາວ ຮ່ວມກັນປະກອບສ່ວນໃຫ້ແກ່ການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ຂອງພາກພື້ນ

0

ຈີນ ແລະ ລາວ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນໍ້າຕິດຈອດກັນ, ທັງສອງປະເທດ ໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ ແລະ ການປົດ ປ່ອຍປະເທດຊາດ, ມີການຮຽນຮູ້ ແລະ ແລກປ່ຽນບົດຮຽນໃນການປະຕິຮູບເປີດກວ້າງແບບໃໝ່, ຈິ່ງເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ນັບມື້ນັບເຂັ້ມແຂງຍືນຍາວຍິ່ງໆ ຂຶ້ນ. ປະຊາຊົນທັງສອງປະເທດ ໄດ້ສ້າງມິດຕະພາບອັນເລິກເຊິ່ງນີ້ໄວ້ ເປັນຂີດໝາຍໃນໜ້າປະຫວັດສາດອັນງົດງາມ ຂອງການເປັນມິດສະຫາຍບ້ານໃກ້ເຮືອນຄຽງທີ່ດີ.

ຜ່ານມາ, ທັງສອງປະເທດ ຕ່າງກໍໄດ້ຜ່ານຄວາມຫຍຸ້ງຍາກລໍາບາກ, ເຄີຍຖືກຮຸກຮານຈາກປະເທດ ມະຫາອໍານາດ ແລະ ຖືກປົກຄອງ ຫຼື ແຊກແຊງກິດຈະການພາຍໃນຈາກພວກລ່າເມືອງຂຶ້ນ, ພ້ອມກັນ ນັ້ນ ກໍໄດ້ຕໍ່ສູ້ຢ່າງກ້າຫານເພື່ອເອກະລາດແຫ່ງຊາດ. ຫຼັງຈາກສົງຄາມຝິ່ນໃນປີ 1840, ປະເທດ ຈີນ ຄ່ອຍໆ ກາຍເປັນສັງຄົມແບບເຄິ່ງອານານິຄົມ-ເຄິ່ງສັກດິນາ, ພວກລ່າເມືອງຂຶ້ນໄດ້ບັງຄັບໃຫ້ປະເທດຈີນເຊັນສັນຍາທີ່ບໍ່ສະເໝີພາບ ເພື່ອແບ່ງແຍກແຜ່ນດິນ ແລະ ເອົາຄ່າທົດແທນ, ເຮັດໃຫ້ຊາດຈີນຕົກຢູ່ໃນສະພາບທຸກຍາກລໍາບາກຢ່າງໜັກໜ່ວງ; ສ່ວນປະເທດລາວ ໃນປີ 1893 ຝຣັ່ງໄດ້ບັງຄັບໃຫ້ສະຫຍາມເຊັນ “ສົນທິສັນຍາຝຣັ່ງ-ສະຫຍາມ” ເຮັດໃຫ້ປະເທດລາວ ໄດ້ຖືກລວມເຂົ້າເປັນສະຫະພັນ ອິນດູຈີນຂອງຝຣັ່ງ, ນັບຕັ້ງແຕ່ນັ້ນມາ ປະຊາຊົນລາວໄດ້ຖືກຂູດເກັບພາສີອາກອນ ແລະ ໃຊ້ແຮງງານຢ່າງໜັກ ແລະ ໄດ້ຮັບການສຶກສາເປັນລະບົບຂ້າທາດ, ບາດແຜຄວາມເຈັບປວດນີ້ ຍັງຝັງເລິກຢູ່ໃນຈິດໃຈ ຂອງປະຊາຊົນລາວ. ແຕ່ຍິ່ງການກົດຂີ່ຮ້າຍແຮງຂຶ້ນເທົ່າໃດ, ການມີໃຈລຸກຂຶ້ນຕໍ່ສູ້ຍິ່ງແຂງແກ່ນຂຶ້ນເທົ່ານັ້ນ. ພັກກອມມູນິດຈີນໄດ້ສ້າງຕັ້ງກອງທັບປະຊາຊົນ ເຕົ້າໂຮມນໍາພາປະຊາຊົນຈີນ ຕໍ່ສູ້ຢ່າງບໍ່ຍອມຈໍານົນ, ໄດ້ຮັບຊະນະຢ່າງຕໍ່ເນື່ອງ ໃນການຕໍ່ຕ້ານສັດຕູຜູ້ເຂົ້າຮຸກຮານ ນອກນັ້ນ, ຍັງໄດ້ຮັບໄຊຊະນະອັນຍິ່ງໃຫຍ່ໃນສົງຄາມປະຕິວັດທີ່ດິນ, ສົງຄາມຕ້ານຟາຊິດຍີ່ປຸ່ນ ແລະ ສົງຄາມປົດປ່ອຍ; ໃນທີ່ສຸດກໍໄດ້ສະຖາປະນາສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນປີ 1949. ສ່ວນພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນລາວ ລຸກຮືຂຶ້ນລົບລ້າງລະບອບອານານິຄົມ, ໄດ້ຮັບເອກະລາດປົດປ່ອຍຊາດ, ໄຊຊະນະໃນສົງຄາມຕ້ານຈັກກະພັດອະເມຣິກາທີ່ແສນຫຍຸ້ງຍາກລໍາບາກ ດ້ວຍການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ເຊັ່ນ ສປ ຈີນ ເປັນຕົ້ນ, ຈົນສາມາດປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ 1975. ເພາະສະນັ້ນ, ແຕ່ລະປີໃນໂອກາດບຸນໄຫວ້ບັນພະບູລຸດ, ຈີນ ແລະ ລາວ ຈະໄດ້ສົ່ງຜູ້ແທນໄປໄຫວ້ອາໄລສຸສານນັກຮົບທີ່ເສຍສະຫຼະ ເພື່ອເປັນການສະແດງຄວາມເຄົາລົບຕໍ່ຜູ້ເສຍສະຫຼະຊີວິດເພື່ອຊາດ, ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ການປະຕິວັດ ແລະ ເປັນການຫວນຄືນຄວາມຫຍຸ້ງຍາກລໍາບາກໃນການຕໍ່ສູ້ຍາດແຍ່ງໄດ້ຄວາມສັນຕິພາບ. ເສັ້ນທາງການກ້າວໄປສູ່ເອກະລາດແຫ່ງຊາດຂອງຈີນ ແລະ ລາວ ແມ່ນບົດກະວີທີ່ຂຽນດ້ວຍເລືອດ ແລະ ໄຟ. ປະຫວັດສາດດັ່ງກ່າວ ບໍ່ພຽງແຕ່ໄດ້ເສີມຂະຫຍາຍນໍ້າໃຈຕໍ່ສູ້ອັນເດັດດ່ຽວໜຽວແໜ້ນ ຂອງສອງປະເທດເທົ່ານັ້ນ, ຫາກຍັງເປັນພື້ນຖານອັນໜັກແໜ້ນເພື່ອໃຫ້ຮ່ວມມືກັນສ້າງອະນາຄົດທີ່ດີງາມຕໍ່ໄປອີກ.

ບົດຮຽນປະຫວັດສາດທີ່ຄ້າຍຄືກັນຂອງສອງຊາດນັ້ນ ໄດ້ເຊື່ອມຕໍ່ນໍ້າໃຈ ຂອງປະຊາຊົນ ຈີນ-ລາວ ຢ່າງໃກ້ຊິດ, ເຮັດໃຫ້ປະຊາຊົນສອງຊາດມີຄວາມເຂົ້າໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ. ນັບ ຕັ້ງແຕ່ສ້າງສາຍພົວພັນທາງການທູດໃນວັນທີ 25 ເມສາ 1961 ໂດຍສະເພາະຫຼັງຈາກສ້າງເປັນຄູ່ຮ່ວມ ຍຸດທະສາດຮອບດ້ານໃນປີ 2009, ພາຍໃຕ້ການນໍາພາດ້ານຍຸດທະສາດ ຂອງຜູ້ນໍາສູງສຸດ ຂອງສອງພັກ- ສອງປະເທດ, ສາຍພົວພັນ ຈີນ-ລາວ ໄດ້ກ້າວໜ້າຢ່າງວ່ອງໄວ, ການຮ່ວມມືໃນທຸກຂົງເຂດ ລ້ວນ ແລ້ວແຕ່ໄດ້ປະສົບຜົນສໍາເລັດອັນໃຫຍ່ຫຼວງ, ການກໍ່ສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ໄດ້ກ້າວເຂົ້າສູ່ລວງ ເລິກ ແລະ ປະກົດຜົນເປັນຈິງຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ເປັນແບບຢ່າງທີ່ດີ ໃຫ້ແກ່ການກໍ່ສ້າງປະຊາຄົມຮ່ວມ ກັນຂອງມວນມະນຸດ. ສປ ຈີນໄດ້ກາຍເປັນປະເທດຜູ້ລົງທຶນຕ່າງປະເທດ ອັນດັບ 1 ແລະ ຄູ່ຄ້າຫຼັກຂອງ ລາວ ຕິດຕໍ່ກັນຫຼາຍປີ. ໃນປີ 2024 ມູນຄ່າການຄ້າ ຈີນ-ລາວ ໄດ້ບັນລຸ 8.231 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 15,9% ເມື່ອທຽບໃສ່ປີກ່ອນ, ສ້າງສະຖິຕິສູງສຸດໃນສັງກາດໃໝ່. ຫຼາຍກວ່າ 80% ຂອງ ຜະລິດຕະພັນກະສິກໍາຂອງລາວ ໄດ້ສົ່ງອອກໄປຈໍາໜ່າຍຢູ່ປະເທດຈີນ ເຊິ່ງສະແດງໃຫ້ເຫັນວ່າ ຄວາມ ເຊື່ອມໂຍງທາງເສດຖະກິດ ລະຫວ່າງ ສອງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນອກນັ້ນ, ການເປີດນໍາໃຊ້ຢ່າງເປັນທາງການຂອງທາງລົດໄຟ ລາວ-ຈີນ ກໍເປັນຂີດໝາຍສໍາຄັນທາງປະຫວັດສາດ, ຊ່ວຍໃຫ້ປະເທດ ລາວ ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດ ເຊື່ອມໂຍງເຊື່ອມຈອດ. ນັບຕັ້ງແຕ່ການເປີດນໍາໃຊ້ໃນເດືອນທັນວາ 2021 ຈົນເຖິງເດືອນມິຖຸນາ 2025, ທາງລົດໄຟ ລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 54 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫຼາຍກວ່າ 62,8 ລ້ານໂຕນ, ແຜ່ຂະຫຍາຍໄປຍັງ 18 ປະເທດ ແລະ ບັນດາເຂດແຄວ້ນ ລວມທັງປະເທດໄທ ແລະ ສິງກະໂປ, ໄດ້ສ້າງ “ເສັ້ນທາງທອງຄໍາ” ສາກົນ ອັນສະດວກສະບາຍ ຢ່າງມີປະສິດທິຜົນ. ນອກຈາກນັ້ນ, ກໍຍັງມີການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ: ທາງດ່ວນວຽງຈັນ-ວັງວຽງ ລາວ-ຈີນ, ໄຟຟ້າ, ພະລັງງານ, ບໍ່ແຮ່ ແລະ ຂົງເຂດ ອື່ນໆໄດ້ສືບຕໍ່ກ້າວເຂົ້າສູ່ລວງເລິກ. ໂຄງການຊີວິດການເປັນຢູ່ຂອງປະຊາຊົນຈໍານວນໜຶ່ງເຊັ່ນ: ໂຮງໝໍຫຼວງພະບາງ, ໂຮງໝໍມະໂຫສົດ ແລະ ວິທະຍາໄລເຕັກນິກວິຊາຊີບການລົດໄຟ ກໍໄດ້ຮັບການເປີດນໍາໃຊ້ ເຊິ່ງໄດ້ມີບົດບາດອັນຕັ້ງໜ້າເຂົ້າໃນການຮັດແໜ້ນ ສາຍພົວພັນມິດຕະພາບ ຈີນ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ນໍາເອົາຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດ.

ການຮ່ວມມືດ້ານການທະຫານ ກໍມີຜົນສໍາເລັດຢ່າງສະຫງ່າຜ່າເຜີຍ. ໃນຊຸມປີຜ່ານມານີ້, ພາຍໃຕ້ ການຊີ້ນໍາດ້ານຍຸດທະສາດ ຂອງການນໍາຂັ້ນສູງ ຂອງສອງພັກ ແລະ ສອງປະເທດ, ການຮ່ວມມື ລະຫວ່າງ ກອງທັບ ຈີນ-ລາວ ໄດ້ພັດທະນາຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ມີລະດັບສູງຂຶ້ນເລື້ອຍໆ ໂດຍສະເພາະໄດ້ຮັບໝາກຜົນຢ່າງຕັ້ງໜ້າໃນການແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດການຊ້ອມຮົບ ຮ່ວມ, ການບໍລິການດ້ານການແພດ, ການກໍ່ສ້າງບຸກຄະລາກອນ ແລະ ການໂຄສະນາຂ່າວການທະຫານ. ການຊ້ອມຮົບຮ່ວມກັນ ພາຍໃຕ້ຫົວຂໍ້: “ຂະບວນລົດໄຟແຫ່ງສັນຕິພາບ” ແລະ “ໂລ້ກໍາລັງມິດຕະພາບ” ລະຫວ່າງ ກອງທັບສອງປະເທດ ໄດ້ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນທາງຍຸດທະສາດແລະ ການຮ່ວມມືທີ່ແທ້ຈິງ ລະຫວ່າງກອງທັບສອງປະເທດ, ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ແລະ ຈະສົ່ງຜົນກະທົບໃນໄລຍະຍາວ ໃນການຍົກລະດັບຄວາມສາມາດຂອງການສູ້ຮົບຮ່ວມກັນເພື່ອປ້ອງກັນປະເທດ ແລະ ປົກປັກຮັກສາຄວາມປອດໄພສະຫງົບ ແລະ ສະຖຽນລະພາບຂອງພາກພື້ນ.

ປີນີ້ ແມ່ນຄົບຮອບ 80 ປີ ແຫ່ງໄຊຊະນະໃນສົງຄາມຕໍ່ສູ້ຕ້ານຟາຊິດຍີ່ປຸ່ນ ຂອງປະຊາຊົນຈີນ ແລະ ຊະນະການຕໍ່ສູ້ຕ້ານຟາຊິດທົ່ວໂລກ, ລັດຖະບານຈີນ ຈະຈັດພິທີລະນຶກຢ່າງສະຫງ່າຜ່າເຜີຍ. ການຈັດພິທີໃນຄັ້ງນີ້ ແມ່ນເພື່ອຮ່ວມແຮງຈິດແຮງໃຈເພື່ອສັນຕິພາບ, ສະທ້ອນໃຫ້ເຫັນເຖິງພະລັງອໍານາດແຫ່ງສັນຕິພາບ, ສະແດງໃຫ້ເຫັນເຖິງການທຸ່ມເທປະກອບສ່ວນອັນໃຫຍ່ຫຼວງຂອງປະຊາຊົນຈີນ ໃນການຕໍ່ສູ້ຈົນຊະນະການຕ້ານຟາຊິດທົ່ວໂລກ ແລະ ເປັນການປະກາດໃຫ້ເຫັນເຖິງຈຸດຢືນ ແລະ ຄວາມມຸ່ງໝັ້ນ ຂອງປະຊາຊົນຈີນ ໃນການກ້າວເດີນຕາມເສັ້ນທາງການພັດທະນາຢ່າງສັນຕິ ແລະ ປົກປັກຮັກສາສັນຕິພາບຂອງໂລກຢ່າງເດັດດ່ຽວ. ບົດຮຽນອັນລໍ້າຄ່າຈາກສົງຄາມໂລກຄັ້ງທີສອງ ຍັງບໍ່ໄກ, ປະຫວັດສາດບໍ່ຄວນຖອຍຫຼັງ ແຕ່ຄວນກ້າວໜ້າ, ໂລກບໍ່ຄວນແຕກແຍກ ແຕ່ຄວນສາມັກຄີກັນ. ປະຊາຊົນທົ່ວໂລກຜູ້ຮັກສັນຕິພາບ ຕ້ອງຈື່ຈໍາປະຫວັດສາດທີ່ຂຽນດ້ວຍເລືອດ ແລະ ການເສຍສະຫຼະຊີວິດ, ຕັ້ງໜ້າປົກປັກຮັກສາຜົນງານ ຂອງໄຊຊະນະການຕ້ານຟາຊິດ ແລະ ລະບົບສາກົນຫຼັງສົງຄາມ. ສປ ຈີນ ຢຶດໝັ້ນແນວຄິດໃນການກໍ່ສ້າງປະຊາຄົມຮ່ວມກັນຂອງມວນມະນຸດ, ປະຕິບັດຂໍ້ສະເໜີດ້ານຄວາມປອດໄພໂລກຢ່າງຮອບດ້ານ, ມຸ່ງໝັ້ນໃນການຮັກສາສັນຕິພາບຂອງໂລກ ຜ່ານຄວາມສາມັກຄີ ແລະ ການຮ່ວມມື ໃນການສະແຫວງຫາຄວາມປອດໄພຮ່ວມກັນ ແລະ ຈະສືບຕໍ່ຮ່ວມມືກັບທຸກປະເທດໃນການສ້າງໂລກທີ່ສວຍງາມ ທີ່ມີສັນຕິພາບຢ່າງຍືນຍົງ ແລະ ມີຄວາມປອດໄພແກ່ທຸກຄົນ. ແຕ່ແນວໃດກໍດີ, ໃນຂະນະທີ່ທົ່ວໂລກພວມມີການປ່ຽນແປງຢ່າງໄວວາ ແບບບໍ່ເຄີຍມີມາກ່ອນໃນຮອບ 100 ປີ, ການປະທະກັນດ້ວຍຂໍ້ຂັດແຍ້ງ ແລະ ຄວາມບໍ່ສະຫງົບຢູ່ທ້ອງຖິ່ນໄດ້ເກີດຂຶ້ນເລື້ອຍໆ ແລະ ສະພາບແວດລ້ອມດ້ານຄວາມປອດໄພອ້ອມຂ້າງກໍມີຄວາມສັບສົນຍິ່ງຂຶ້ນ. ສອງກອງທັບ ຈີນ-ລາວ ພວກເຮົາຄວນສືບຕໍ່ຮັກສາການພົບປະແລກປ່ຽນຂັ້ນສູງລະຫວ່າງສອງກອງທັບ ແລະ ເພີ່ມທະວີການພົວພັນຢ່າງແໜ້ນແຟ້ນໃນການສື່ສານດ້ານຍຸດທະສາດ.ຄວນນໍາໃຊ້ກົນໄກການປະຊຸມ ຂອງຄະນະກໍາມະການປະສານງານການຮ່ວມມືດ້ານການທະຫານໃຫ້ເກີດມີຜົນປະໂຫຍດສູງສຸດ ເພື່ອວາງແຜນລວມ ແລະ ປະສານງານກ່ຽວກັບການແລກປ່ຽນຮ່ວມມືໃນຂົງເຂດຕ່າງໆ ລະຫວ່າງສອງກອງທັບ. ຄວນລົງເລິກການແລກປ່ຽນຕົວຈິງໃນຂົງເຂດວຽກງານການເມືອງລະຫວ່າງກອງທັບສອງປະເທດ, ເພີ່ມທະວີການຊ້ອມຮົບຮ່ວມ ແລະ ການເຝິກອົບຮົມ ລະຫວ່າງສອງກອງທັບ. ຈັດຕັ້ງການພົບປະແລກປ່ຽນມິດຕະພາບກ່ຽວກັບການປ້ອງກັນປະເທດຢູ່ເຂດຊາຍແດນ ແລະ ຮ່ວມກັນຮັກສາຄວາມໝັ້ນຄົງ, ສະຖຽນລະພາບຢູ່ລຽບຊາຍແດນ. ສືບຕໍ່ດໍາເນີນການຮ່ວມມືໃນຂົງເຂດການແລກປ່ຽນ ລະຫວ່າງສະຖາບັນການສຶກສາ, ການພັດທະນາບຸກຄະລາກອນ, ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ນາຍທະຫານໄວໜຸ່ມ-ໄວກາງ ລວມທັງການຄົ້ນຄວ້າດ້ານວິຊາການ. ການຮ່ວມມືທີ່ເລິກເຊິ່ງຂຶ້ນ ແລະ ເສີມສ້າງມິດຕະພາບດັ້ງເດີມ ລະຫວ່າງກອງທັບຂອງສອງປະເທດ ໃຫ້ນັບມື້ນັບແ ໜ້ນແຟ້ນຍິ່ງຂຶ້ນ, ສະແດງໃຫ້ເຫັນຄວາມມຸ່ງໝັ້ນຂອງກອງທັບ ຈີນ-ລາວ ໃນການຮັກສາຄວາມປອດໄພ ແລະ ສະຖຽນລະພາບຂອງພາກພື້ນ.

ກອງທັບ ຈີນ-ລາວ ຕ່າງກໍແບກຫາບພາລະກິດອັນສູງສົ່ງ ໃນການປົກປັກຮັກສາຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຜົນປະໂຫຍດການພັດທະນາ ຂອງປະເທດພວກເຮົາທັງສອງ. ເສັ້ນທາງຂ້າງໜ້າ ແມ່ນຍາວໄກ ແລະ ເຕັມໄປດ້ວຍຄວາມທ້າທາຍ. ຂໍໃຫ້ພວກເຮົາຈື່ຈໍາປະຫວັດສາດ, ໃຫ້ຄວາມສໍາຄັນ ແກ່ໄລຍະເວລາປັດຈຸບັນ, ຈັບມືກັນກ້າວໄປຂ້າງໜ້າ ໂດຍບໍ່ຢ້ານກົວຕໍ່ອຸປະສັກໃດໆ. ຂໍໃຫ້ພວກເຮົາ ຮ່ວມມືກັນໃນດ້ານການທະຫານໃຫ້ແໜ້ນແຟ້ນຂຶ້ນຕື່ມ ເພື່ອປ້ອງກັນຄວາມໝັ້ນຄົງໃນພາກພື້ນ, ສືບຕໍ່ ປະກອບສ່ວນອັນໃໝ່ ໃນການຊຸກຍູ້ການສ້າງຄູ່ຮ່ວມຊະຕາກໍາ ຈີນ-ລາວ ໃຫ້ຍືນຍົງທະນົງແກ່ນ ກໍຄືໃນການຮັກສາສັນຕິພາບ ແລະ ສະຖຽນລະພາບ ທັງນີ້, ເພື່ອຮ່ວມກັນສ້າງອະນາຄົດອັນສີວິໄລ ໃຫ້ແກ່ສອງປະເທດ ຈີນ-ລາວ, ລາວ-ຈີນ.

(ໂດຍ: ພັນເອກພິເສດ ຫຼີປິງ ຫົວໜ້າຫ້ອງການທີ່ປຶກສາທູດທະຫານ ປະຈໍາສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ)

ອີຢູ ຈະກູ້ຢຶມເງິນ 127 ຕື້ເອີໂຣ ນຳໃນການໃຊ້ຈ່າຍດ້ານປ້ອງກັນຊາດ

0

ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້, ຄະນະກຳມະການເອີຣົບ (EC) ເປີດເຜີຍວ່າ 18 ປະເທດສະມາຊິກ ໃນສະຫະພາບເອີຣົບ (EU) ໄດ້ສົ່ງໃບກູ້ຢຶມເງິນຢ່າງໜ້ອຍສຸດ 127 ຕື້ເອີໂຣ (ປະມານ 145,74 ຕື້ໂດລາສະຫະລັດ) ຈາກກອງທຶນ ການກະທຳເພື່ອຄວາມໝັ້ນຄົງ ໃຫ້ແກ່ເອີຣົບ (SAFE) ເພື່ອອາດສາມາດເພີ່ມທະວີການໃຊ້ຈ່າຍດ້ານປ້ອງກັນຊາດໃນສະພາບການຄວາມໝັ້ນຄົງມີການຂາດສະຖຽນລະພາບຫລາຍຢ່າງ.ກອງທຶນ SAFE ມີຍອດມູນຄ່າ 150 ຕື້ເອີໂຣ ໄດ້ເລີ່ມຕົ້ນແຕ່ເດືອນພຶດສະພາ ຜ່ານມາ ເພື່ອແນໃສ່ອະນຸຍາດໃຫ້ບັນດາປະເທດສະມາຊິກ ເຂົ້າເຖິງບັນດາບ້ວງເງິນກູ້ຢຶມທີ່ມີອັດຕາດອກເບ້ຍຕ່ຳກ່ວາ, ຍ້ອນການໜູນຊ່ວຍ ຈາກງົບປະມານ ສູນກາງຂອງ EU. ໂຄງການທີ່ມີຄວາມຮຽກຮ້ອງຢ່າງເຂັ້ມງວດເພື່ອແນໃສ່ຮັບປະກັນຈຳນວນເງິນສ່ວນຫລາຍຈະໄດ້ຮັບການໃຊ້ຈ່າຍໃຫ້ແກ່ການຜະລິດອາວຸດຢູ່ EU ເພື່ອປັບປຸງ ຂະແໜງອຸດສາຫະກຳປ້ອງກັນຊາດ ຂອງທະວີບນີ້. ໃນຈຳນວນບັນດາປະເທດທີ່ຢື່ນໃບກູ້ຢຶມເງິນມີບັນດາປະເທດ ຫລັກແຫລ່ງຄື: ຝຣັ່ງ, ແອັດສະປາຍ, ອີຕາລີ ແລະ ໂປໂລຍ. ປັດຈຸບັນກອງທຶນຍັງສືບຕໍ່ຮັບໃບກູ້ຢຶມເງິນຈົນຮອດທ້າຍເດືອນພະຈິກ ແລະ ຄາດວ່າບັນຊີລາຍຊື່ກູ້ຢຶນເງິນອາດສາມາດ ເພີ່ມຂຶ້ນເຖິງ 20 ປະເທດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ນາຍົກລັດຖະມົນຕີ ພົບປະໂອ້ລົມການນໍາເມືອງບໍ່ແຕນ ແລະ ປະຊາຊົນເຂດບ້ານຕົ້ນຕານ

0

ຂປລ. ໃນໂອກາດລົງເຄື່ອນໄຫວວຽກງານຢູ່ແຂວງໄຊຍະບູລີ ໃນວັນທີ 31 ລະກົດ 2025 ນີ້, ທ່ານ ປອ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງພົບປະໂອ້ລົມ ການນໍາຂອງເມືອງບໍ່ແຕນ ແລະ ປະຊາຊົນເຂດບ້ານຕົ້ນຕານ ຢູ່ທີ່ບ້ານດັ່ງກ່າວ, ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ມີການນໍາຫລັກແຫລ່ງຂອງເມືອງ ແລະ ປະຊາຊົນເຂດບ້ານ ຕົ້ນຕານ ໃຫ້ການຕ້ອນຮັບ. ພ້ອມທັງໄດ້ລົງເບິ່ງສະຖານທີ່ຈະປັບປຸງກໍ່ສ້າງຫໍພັກນັກຮຽນ ໂຮງຮຽນ ມຕົ້ນ ບ້ານຕົ້ນຕານ ຕື່ມອີກ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ການນໍາເມືອງເອົາໃຈ ໃສ່ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ ໃຫ້ຄະນະພັກ-ຄະນະນໍາ, ອົງການປົກຄອງແຕ່ລະຂັ້່ນ ແລະ ປະຊາຊົນບັນດາເຜົົ່າ, ໃຫ້ສືບຕໍໍ່ຮັກສາໄດ້ມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ເຄົາລົບ, ປະຕິບັດຕາມກົດໝາຍ ແລະ ລະບຽບການວາງອອກຢ່າງເຂັ້ມງວດປະກອບສ່ວນໃນການແກ້ໄຂບັນຫາປະກົດການຫຍໍໍ້ທໍ້ຕ່າງໆ; ເອົາໃຈໃສ່ຫັນກໍາລັງລົງກໍໍ່ສ້າງຮາກຖານການເມືອງຕິດພັນກັບ 4 ເນື້ອໃນ, 4 ຄາດໝາຍ ເປັນຕົົ້ນ ແມ່ນເຂດບໍລິເວນທີ່ຫລໍ່ແຫລມຢູ່ລຽບຊາຍແດນ, ອັດປ່ອງຂ້າມລອຍ, ຮັບປະກັນບໍໍ່ໃຫ້ມີເຫດການບໍ່ດີໃດໆເກີດຂຶ້ນຕາມຊາຍແດນຢ່າງເດັດຂາດ, ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍຕົວຊີ້ວັດຕ່າງໆ ທີ່ບໍ່ທັນບັນລຸຄາດໝາຍ ເປັນຕົ້ນ ແມ່ນ 2 ຄາດໝາຍໃນຂະແໜງສາທາລະນະສຸກ, ເອົາໃຈໃສ່ປັບປຸງໂຮງໝໍເມືອງ, ສຸກສາລາຕ່າງໆໃຫ້ບໍລິການປະຊາຊົນດ້ວຍຄຸນນະພາບທີ່ດີຂຶ້ນ ແລະ ສືບຕໍ່ຊຸກຍູ້ປະຊາຊົນ ທໍາການຜະລິດໃຫ້ຫລາຍດ້ວຍການປູກຝັງ-ລ້ຽງສັດຕາມທ່າແຮງແຕ່ລະຂົງເຂດ.

ໃນໂອກາດດຽວກັນນີ້, ທ່ານ ບຸນພະລັງ ວິໄລສັກ ເລຂາພັກເມືອງບໍ່ແຕນ ໄດ້ລາຍງານການພັດທະນາຂອງເມືອງໂດຍສັງເຂບ ວ່າ: ທົ່ວເມືອງມີ 26 ບ້ານ, ມີ 3.475 ຄອບຄົວ, ມີພົນລະເມືອງທັງໝົດ 19.699 ຄົນ, ຍິງ 9.700 ຄົນ, ປະຊາຊົນສ່ວນໃຫຍ່ຍຶດຖືການປູກພືດ, ລ້ຽງສັດໃຫຍ່ປະເພດງົວ, ຄວາຍ ເປັນອາຊີບຕົ້ນຕໍ, ມີດ່ານປະເພນີ 4 ດ່ານ, ມາຮອດປັດຈຸບັນ ເສດຖະກິດຂອງເມືອງຍັງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ໃນລະດັບ 5,5% ຕໍ່ປີ, ລວມຍອດລາຍຮັບໃນທົ່ວເມືອງ ບັນລຸໄດ້ 509,98 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໜຶ່ງໄດ້ 26,07 ລ້ານກີບຕໍ່ຄົນຕໍ່ປີ, ການຜະລິດສະບຽງອາຫານ, ປັດຈຸບັນໄດ້ສຸມໃສ່ ປູກເຂົ້ານາປີ ສໍາເລັດ 100% ໃນເນື້ອທີ່ 3.341,29 ເຮັກຕາ ແລະ ການປູກພືດອຸດສາຫະກຳເປັນສິນຄ້າ ປູກຫລາຍກວ່າໝູ່ແມ່ນມັນຕົ້ນ ມີເນື້ອທີ່ 3.400 ເຮັກຕາ, ສາລີ 200 ເຮັກຕາ ແລະ ປູກພືດຕະກູນຖົ່ວຈຳນວນໜຶ່ງ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກກິລາມວຍປັນຈັກສີລັດ ຍາດໄດ້ 1 ຫຼຽນທອງ ເຂົ້າຮ່ວມແຂ່ງຂັນຊີງແຊັມອາຊີຄັ້ງທີ 9

0

ສະຫຼຸບຜົນການເຂົ້າຮ່ວມແຂ່ງຂັນຊີງແຊັມອາຊີຄັ້ງທີ 9 ຢູ່ແຂວງຮາຕິງ ສສ ຫວຽດນາມ ໃນລະຫວ່າງວັນທີ 24-31/7/2025 (9th Asian Pencak Silat Championship @ Ha Tinh Province Vietnam). ສະຫະພັນກິລາມວຍປັນຈັກສີລັດແຫ່ງຊາດລາວສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນທັງໝົດ 5 ຄົນ ຍິງ 1 ຄົນ ຊຶ່ງສາມາດຍາດໄດ້ 1 ຫຼຽນທອງ ຈາກທ້າວ ສາຍຝົນ ກອງມະນີຈວງ ລຸ້ນນໍ້າໜັກ 60 kg.

ສະຫະພັນກິລາປັນຈັກສີລັດແຫ່ງຊາດລາວຂໍສະແດງຄວາມຂອບໃຈມາຍັງຜູ້ຊົມຜູ້ເຊຍທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ສົ່ງກຳລັງໃຈຊ່ວຍເຊຍນັກກິລາພວກເຮົາດ້ວຍດີຕະຫຼອດມາ. ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງຜູ້ໃຫ້ການສະໜັບສະໜູນໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ຄື: ກະຊວງສຶກສາທິການ ແລະ ກິລາ, ສະຖານທູດອິນໂດເນເຊຍ, ບໍລິສັດ ST Group, ກຸ່ມບໍລິສັດ ລາວເດີມ ກຼຸບ, ໂຮງແຮມສຸພັດຕາ, Papon sportswear, Cap-Barber.

(ຂ່າວ: ສະຫະພັນກິລາປັນຈັກສີລັດແຫ່ງຊາດລາວ)