Sunday, September 21, 2025
Home Blog Page 33

ເສັ້ນທາງຫລາຍຈຸດຢູ່ເມືອງຫີນບູນ ໄດ້ຮັບຜົນກະທົບຈາກໄພທຳມະຊາດ

0

ໃນຕອນບ່າຍຂອງວັນທີ 31 ກໍລະກົດ 2025 ທີ່ຜ່ານມາ ທ່ານ ສຸວັນນະວົງ ສູນທະລາ ກຳມະການພັກເມືອງ ຫົວໜ້າຫ້ອງການ ຍທຂ, ພ້ອມດວ້ຍຂະແໜງການແຜນການ ແລະ ການລົງທຶນ ໄດ້ຕິດຕາມສະພາບເສັ້ນທາງທີ່ເປ່ເພ ແລະ ໄດ້ຮັບຜົນເສຍຫາຍ ຈາກໄພທຳມະຊາດຝົນຕົກໜັກໃນ 02 ເສັ້ນທາງ.

ໃນນັ້ນ ລວມມີ: ເສັ້ນທາງແຕ່ບ້ານ ຫົວນາ ຫາ ບ້ານ ສະນາກ ແລະ ເສັ້ນທາງແຕ່ທາງເລກທີ 13 ຫາ ບ້ານ ຫາດໃຫ່ຍ ເຫັນວ່າສະພາບເສັ້ນທາງມີການເປ່ເພໜັກ ເຮັດໃຫ້ເສັ້ນທາງເຊາະເຈື່ອນ 1 ຈຸດ ລະຫວ່າງ ບ້ານ ສະນາກ ຫາ ບ້ານ ຫົວນາ ລົດໃຫ່ຍບໍ່ສາມາດສັນຈອນໄປມາໄດ້ເບື້ອງຕົ້ນຄະນະກຳມະການໄດ້ເກັບກຳສະພາບ ແລະ ຂໍ້ມູນເພື່ອລາຍງານຂັ້ນເທິງເພື່ອຫາວິທີທາງແກ້ໄຂ ແລະ ໄດ້ແນະນຳໃຫ້ອຳນາດການປົກຄອງບ້ານຫາວິທີແກ້ໄຂສຸກເສີນ ພ້ອມຕິດຕາມສະພາບເສັ້ນທາງ ລວມທັງການຂົນສົ່ງທີ່ບັນທຸກນ້ຳໜັກເກີນ ເພື່ອລາຍງານໃຫ້ຊາບ ແລະ ໄດ້ເນັ້ນໃຫ້ປະຊາສຳພັນຕໍ່ກັບປະຊາຊົນໃຫ້ລະມັດລະວັງຕໍ່ການສັນຈອນໃນໄລຍະນີ້

ທີ່ມາ: ຖວທ ເມືອງ ຫີນບູນ

ຫລວງພະບາງ ຍັງຕ້ອງການເຄື່ອງອຸປະໂພກ-ບໍລິໂພກ ເພື່ອແກ້ໄຂສຸກເສີນ ແລະ ຟື້ນຟູຫລັງນ້ຳຖ້ວມ

0

ແຫລ່ງຂ່າວຈາກແຂວງຫລວງພະບາງ ໃຫ້ຮູ້ວ່າ: ແຂວງຫລວງພະບາງ ຍັງມີຄວາມຕ້ອງການເຄື່ອງອຸປະໂພກ-ບໍລິໂພກ ເພື່ອແກ້ໄຂສຸກເສີນ ແລະ ຟື້ນຟູຫລັງນ້ຳຖ້ວມ ເປັນຕົ້ນ ເຂົ້າກິນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວເຮືອນ, ສັງກະສີ, ເຫລັກຕະປູ ລວມທັງງົບປະມານເພື່ອນຳໃຊ້ເຂົ້າໃນການຟື້ນຟູພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງ, ລະບົບໄຟຟ້າ, ນໍ້າປະປາ ແລະ ເຮືອນຢູ່ອາໄສຂອງປະຊາຊົນ ໃຫ້ກັບມາສູ່ສະພາບປົກກະຕິ.

ໃນເດືອນກໍລະກົດ 2025 ຜ່ານມານີ້ ຢູ່ພາຍໃນແຂວງຫລວງພະບາງ ມີສະພາບໄພພິບັດນ້ຳຖ້ວມເກີດຂຶ້ນຢູ່ຫລາຍເມືອງ ໂດຍສະເພາະ ໄລຍະຖືກພາຍຸພັດຜ່ານລະຫວ່າງ ວັນທີ 21-23 ກໍລະກົດ ເກີດມີຝົນຕົກໜັກຫລາຍມື້ຕິດຕໍ່ກັນ ເຮັດໃຫ້ນໍ້າປ່າໄຫລຊຸ, ດິນເຊາະເຈື່ອນ, ນ້ຳຖ້ວມເຮືອນ ແລະ ເນື້ອທີ່ທຳການຜະລິດຂອງປະຊາຊົນ ສົ່ງຜົນກະທົບໂດຍກົງຕໍ່ລະບົບພື້ນຖານໂຄງລ່າງ ລວມມີລະບົບຕາຂ່າຍໄຟຟ້າ, ນ້ຳລິນ, ເສັ້ນທາງ ແລະ ທີ່ຢູ່ອາໄສຂອງປະຊາຊົນ ໃນ 08 ເມືອງຄື: ເມືອງປາກອູ, ວຽງຄຳ, ຈອມເພັດ, ນານ, ຊຽງເງິນ, ປາກແຊງ, ໂພນໄຊ ແລະ ນະຄອນຫລວງພະບາງ, ມີ 63 ບ້ານ 1.185 ຄອບຄົວ, 762 ຄົນ ຍິງ 475 ຄົນ ໃນນັ້ນມີຜູ້ເສຍຊິວິດ 03 ຄົນ ຍິງ 02 ຄົນ ລວມມູນຄ່າເສຍຫາຍທີ່ປະເມີນເບື້ອງຕົ້ນທັງໝົດ 1,97 ຕື້ກວ່າກີບ, ເຊິ່ງເສຍຫາຍຫລາຍກວ່າໝູ່ມີ ເມືອງຈອມເພັດ, ນານ ແລະ ເມືອງຊຽງເງິນ.

ສຳລັບບັນດາພື້ນຖານໂຄງລ່າງ ໄດ້ເລັ່ງແກ້ໄຂເບື້ອງຕົ້ນ ຍັງບໍ່ສາມາດປະເມີນມູນຄ່າເສຍຫາຍເປັນລາຍລະອຽດໄດ້, ປັດຈຸບັນ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ມອບເງິນໃຫ້ຄະນະກໍາມະການຂັ້ນເມືອງ ເພື່ອຕິດຕາມເຝົ້າລະວັງຢູ່ 2 ເມືອງຄື: ເມືອງຊຽງເງິນ ແລະ ເມືອງນານ ພ້ອມທັງແຕ່ງຕັ້ງກອງເລຂາເພື່ອເຝົ້າລະວັງ, ຕິດຕາມຂໍ້ມູນພະຍາກອນອາກາດ, ສູນປະຈຳການຂອງຄະນະກໍາມະການ ເພື່ອກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ທີ່ອາດຈະເກີດຂຶ້ນໃນຮອບໃໝ່. ພ້ອມນີ້, ໄດ້ແຈ້ງເຕືອນໃຫ້ປະຊາຊົນ ທີ່ຢູ່ບັນດາບ້ານເປົ້າໝາຍລຽບຕາມແຄມແມ່ນໍ້າຂອງ ແລະ ນ້ຳສາຂາ ພ້ອມກັນເຝົ້າລະວັງສະພາບການຂຶ້ນ-ລົງຂອງລະດັບນ້ຳ ຕະຫລອດເວລາ ເພື່ອກະກຽມຍົກຍ້າຍເຄື່ອງຂອງໃຫ້ທັນການ ຫາກມີສະພາບລະດັບນ້ຳເພີ່ມຂຶ້ນຜິດປົກກະຕິ. ນອກຈາກນີ້, ຍັງນຳເອົາເຄື່ອງນຸ່ງຫົ່ມ, ເຂົ້າສານ, ເຄື່ອງໃຊ້ຄົວເຮືອນ, ອາຫານແຫ້ງ ທີ່ໄດ້ຮັບການຊ່ວຍເຫລືອຈຳນວນໜຶ່ງ ມອບໃຫ້ແຕ່ລະຄອບຄົວທີ່ໄດ້ຮັບຜົນກະທົບ ທັງໄດ້ປຸກລະດົມທຸກພາກສ່ວນໃນສັງຄົມ ພ້ອມກັນປະກອບສ່ວນມອບວັດຖຸ-ປັດໄຈ ເພື່ອຊ່ວຍຜູ້ປະສົບໄພນ້ຳຖ້ວມ ແລະ ສ້າງແຜນຟື້ນຟູຫລັງໄພພິບັດຕື່ມອີກ.

ມາເລເຊຍ ຍົກເລີກການເກັບພາສີສິນຄ້າຟຸ່ມເຟືອຍ

0

ຂ່າວຕ່າງປະເທດລາຍງານໃນວັນທີ 31 ກໍລະກົດ ຜ່ານມາວ່າ: ລັດຖະບານມາເລເຊຍໄດ້ຕັດສິນໃຈບໍ່ປະຕິບັດການເກັບພາສີຕໍ່ສິນຄ້າທີ່ມີມູນຄ່າສູງ. ແຕ່ຫຼັກການພື້ນຖານດັ່ງກ່າວໄດ້ຖືກລວມເຂົ້າໃນກອບພາສີການຂາຍສະບັບປັບປຸງແລ້ວ. ໂດຍສິນຄ້າຟຸ່ມເຟືອຍແລະ ສິນຄ້າ ທີ່ພິຈາລະນາຈາກຄວາມເປັນຈິງ ຈະຖືກເກັບພາສີໃນອັດຕາ 5% ຫຼື 10%

ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ກ່າວວ່າ: ພາສີສິນຄ້າມູນຄ່າຕໍ່າ ຊຶ່ງມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2024ສ້າງລາຍຮັບໄດ້ປະມານ 500 ລ້ານຣິງກິດໃນປີ 2025.

ນອກຈາກນີ້, ການທົບທວນອັດຕາພາສີການຂາຍແລະການຂະຫຍາຍຂອບເຂດອັດຕາພາສີບໍລິການຄັ້ງລ້າສຸດຂອງອຳນາດການປົກຄອງ ນະຄອນຫຼວງກົວລາລຳເປີ ຊຶ່ງມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດ ຜ່ານມາ, ຄາດວ່າຈະເພີ່ມລາຍຮັບຂອງມາເລເຊຍ5 ຕື້ຣິງກິດໃນປີນີ້ ແລະ ເພີ່ມຂຶ້ນສອງເທົ່າເປັນ 10 ຕື້ຣິງກິດ ໃນປີ 2026.

ໃນການຕອບກັບທີ່ເປັນລາຍລັກອັກສອນຕໍ່ລັດຖະສະພາຂອງມາເລເຊຍໃນວັນທີ 29 ກໍລະກົດ ຜ່ານມານີ້, ທ່າ ອັນວາ ກ່າວວ່າ:ການຫຼຸດເງິນອຸດໜູນນ້ຳມັນກາຊວນຢ່າງຕໍ່ເນື່ອງໄດ້ເຮັດໃຫ້ອຳນາດການປົກຄອງນະຄອນຫຼວງກົວລາລຳເປີສາມາດປະຢັດເງິນໄດ້ເຖິງ 600 ລ້ານຣິງກິດຕໍ່ເດືອນ. ອີກທັງບັນດາມາດຕະການປະຕິຮູບການເງິນອື່ນໆກໍມີບົດບາດສຳຄັນໃນການຊຸກຍູ້ລາຍຮັບຂອງປະເທດ ລວມເຖິງການເກັບພາສີກຳໄລຈາກການຂາຍຊັບສິນ ສໍາລັບຮຸ້ນທີ່ບໍ່ໄດ້ລົງທະບຽນໃນຕະຫຼາດຫຼັກຊັບ ຊຶ່ງມີຜົນບັງຄັບໃຊ້ໃນວັນທີ 1 ມີນາ 2024.

ທ່ານ ອັນວາ ກ່າວຕື່ມວ່າ: ເມື່ອພິຈາລະນາປະລິມານແລະມູນຄ່າຂອງທຸລະກໍາໃນປັດຈຸບັນທີ່ກ່ຽວຂ້ອງກັບຮຸ້ນທີ່ບໍ່ໄດ້ລົງທະບຽນໃນຕະຫຼາດຫຼັກຊັບ, ລັດຖະບານຄາດຄະເນວ່າຈະສາມາດເກັບລາຍຮັບໄດ້ປະມານ 800 ລ້ານຣິງກິດ ຕໍ່ປີ. ເຖິງຢ່າງໃດກໍຕາມ, ໂຕເລກຕົວຈິງຈະຖືກຢືນຢັນຫຼັງຈາກຜູ້ເສຍພາສີວິສາຫະກິດຍື່ນໃບແຈ້ງພາສີລາຍໄດ້ປະຈໍາປີແລ້ວເທົ່ານັ້ນ.

ສຳເລັດການແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ ຄັ້ງທີ IV

0

ການແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ ຄັ້ງທີ IV ລາຍການ “Tigerhead Badminton Championship 2025” ໄດ້ສຳເລັດລົງໃນຕອນແລງ ຂອງວັນທີ່ 31 ກໍລະກົດຜ່ານມາ ທີ່ສະໂມສອນກິລາດອກປີກໄກ່ຂອງແຂວງຫຼວງພະບາງ ພາຍຫຼັງດຳເນີນການແຂ່ງຂັນມາເປັນເວລາ 3 ວັນ, ໂດຍມີນັກກິລາເຂົ້າຮ່ວມທັງໝົດ 240 ຄົນຍິງ 49 ຄົນ; ຈາກ 13 ສະໂມສອນໃນ 6 ແຂວງ, ແຂ່ງຂັນ 2 ລະບົບ ຄື: ຕີແບບຄັດອອກ ແລະຕີແບບເວັບ ຫຼື ວິນເຈີກັນພາຍໃນກຸ່ມ ລວມມີ 14 ລາຍການແຂ່ງຂັນ.

ຜົນການແຂ່ງຂັນ ປະເພດດ່ຽວຊາຍເຍົາວະຊົນ ອາຍຸຕໍ່າກວ່າ 13 ປີ ທີ 1 ທ້າວ ພອນທະວີ ສຸກສະຫວັດ ຈາກສະໂມສອນ (LGB), ທີ 2 ທ້າວ ສົມຄິດ ຈາກສະໂມສອນ ກ້າຝັນ, ທີ 3 ຮ່ວມ ທ້າວ ສິດທິສັກ ຢຶດລືໄຊ ແລະທ້າວ ວິລະພາບ ສີລິວົງໄຊ ຈາກສະໂມສອນ Labdlork; ດ່ຽວຊາຍເຍົາວະຊົນອາຍຸຕໍ່າກວ່າ 15 ປີ ທີ 1 ທ້າວ ໄຊຍະສິດ ສີລິວົງ ຈາກສະໂມສອນ (LGB), ທີ 2 ທ້າວ ແກ້ວປະທຸມ ຈາກແຂວງໄຊຍະບູລີ, ທີ 3 ຮ່ວມ ທ້າວ ແສງຕາວັນ ວໍລະວົງ ແລະທ້າວ ພຸດທະໄຊ ວົງສາ ຈາກສະໂມສອນ Labdork; ດ່ຽວຊາຍເຍົາວະຊົນອາຍຸຕໍ່າກວ່າ 17 ປີ ທີ 1 ທ້າວ ທອງປັນຍາ ສຸວັນມະນີ ຈາກສະໂມສອນ Labdork, ທີ 2 ທ້າວ ພຸດທະໄຊ ວົງສາ ຈາກສະໂມສອນ Labdork, ທີ 3 ຮ່ວມ ທ້າວ ແສງພະຈັນ ວົງແສນບຸນ ຈາກສະໂມສອນກັບຕັນ ແລະທ້າວ ນັດທົວ ຈາກສະໂມສອນ Winner; ດ່ຽວຍິງເຍົາວະຊົນອາຍຸຕໍ່າກວ່າ 17 ປີ ທີ 1 ນາງ ດາລາວອນ ຄໍາຈັນ ຈາກແຂວງໄຊຍະບູລີ, ທີ 2 ນາງ ສີລິທະນາ ປະທຸມວັນ ຈາກສະໂມສອນ (LGB), ທີ 3 ຮ່ວມ ນາງ ຂວັນທິດາ ວົງໄຊຍະລາດ ແລະນາງ ສຸນິຕາ ມະທຸຈັນ ຈາກສະໂມສອນ (LGB), ຄູ່ຊາຍເຍົາວະຊົນ ອາຍຸຕໍ່າກວ່າ 17 ປີ ທີ 1 ສະໂມສອນ Labdork, ທີ 2 ແຂວງບໍ່ແຫ້ວ, ທີ 3 ຮ່ວມ ສະໂມສອນ Labdork ແລະສະໂມສອນ (LGB); ຄູ່ຍິງເຍົາວະຊົນ ອາຍຸຕໍ່າກວ່າ 17 ປີ ທີ 1 ແຂວງໄຊຍະບູລີ, ທີ 2 ສະໂມສອນ (LGB), ທີ 3 ຮ່ວມ ແຂວງຫຼວງນ້ຳທາ ແລະສະໂມສອນ (LGB); ດ່ຽວຊາຍທົ່ວໄປ ທີ 1 ທ້າວ ສາຍຟ້າ ສີລິວົງ ຈາກສະໂມສອນ (LGB), ທີ 2 ທ່າວ ຊະນະ ສີຣິສັກ ຈາກສະໂມສອນ (LGB), ທີ 3 ຮ່ວມ ທ້າວ ໄຊຍະລາດ ສຸກສະຫວັດ ຈາກສະໂມສອນກັບຕັນ ແລະທ້າວ ພອນສັກ ໂຊກທະວີ ຈາກສະໂມສອນ Labdork; ຄູ່ຊາຍທົ່ວໄປ ທີ 1 ສະໂມສອນ Labdork, ທີ 2 ສະໂມສອນ Labdorkແລະສະໂມສອນ (LGB), ທີ 3 ຮ່ວມ ສະໂມສອນ Labdorkແລະສະໂມສອນກັບຕັນ; ຄູ່ຍີງທົ່ວໄປ ທີ 1 ສະໂມສອນ Labdork, ທີ 2 ສະໂມສອນນາຫຼວງ, ທີ 3 ຮ່ວມ ສະໂມສອນ (LGB) ແລະສະໂມສອນ (LGB); ຄູ່ປະສົມ ຍິງ-ຊາຍທົ່ວໄປ ທີ 1 ສະໂມສອນ Labdork, ທີ 2 ສະໂມສອນ Labdork, ທີ 3 ຮ່ວມ ສະໂມສອນ (LGB) ແລະສະໂມສອນ (LGB); ຄູ່ສະໝັກຫຼີ້ນມື S ທີ 1 ທີມ KAFUN, ທີ 2ສະໂມສອນ (LGB), ທີ 3 ຮ່ວມ ທີມ (LNT) ແລະທີມ (YfpowerplayLGB); ຄູສະໝັກຫຼິ້ນ ມື NP ທີ 1 ທີມ KAFUN, ທີ 2 ທີມ Sensabai, ທີ 3 ຮ່ວມ ທີມ Sensabaiແລະທີມ KAFUN; ຄູ່ສະໝັກຫຼີ້ນມື P ທີ 1 ສະໂມສອນ Newpay, ທີ 2 NK ຂົນສົງ, ທີ 3 ຮ່ວມ ທີມ Sensabaiແລະທີມ Sensabai-ທີມ KAFUN. ໃຫ້ກຽດມອບລາງວັນໂດຍ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງເຈົ້າແຂວງຫຼວງພະບາງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດ ພ້ອມດ້ວຍ ຄະນະສະຫະພັນ, ຜູ້ໃຫ້ການອຸປະຖຳ ແລະຫົວໜ້າພະແນກສຶກສາທິການ ແລະກິລາແຂວງ.

(ຂ່າວ-ພາບ: ອາພຸດເດດ ບຸບຜາ)

ຫຼວງພະບາງ ເປີດການແຂ່ງຂັນກິລາບານເຕະຟຸດຊຊິງຂັນປະທານສະມາຄົມກິລາ – ກາຍຍະກໍາ

0

ການແຂ່ງຂັນກິລາກິລາຟຸດຊໍ ຊາຍ ຮຸ່ນທົ່ວໄປ ຊິງຂັນປະທານສະມາຄົມກິລາ – ກາຍຍະກໍາແຂວງຫຼວງພະບາງ ປະຈຳປີ 2025ໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 2 ສິງຫານີ້, ທີ່ໂຮງຮຽນກຽດຕິສັກນານາຊາດ ນະຄອນ ຫຼວງພະບາງ, ມີທ່ານ ສຸລິເດດ ແກ້ວບົວລະເພັດ ຮອງປະທານສະມາຄົມກິລາ – ກາຍຍະກໍາແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ການຈັດງານແຂ່ງຂັນຄັ້ງນີ້, ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້ ແລະເປັນການສະເຫຼີມສະຫຼອງ ວັນກິລາ – ກາຍຍະກຳແຫ່ງຊາດລາວ ວັນທີ່ 13 ກໍລະກົດ ຄົບຮອບ 59 ປີ, ທັງສົ່ງເປັນການເສີມຊາວໜຸ່ມ-ໄວໜຸ່ມ ໃຫ້ຫັນມາຫຼິ້ນກິລາຫຼາຍຂຶ້ນ ເຮັດໃຫ້ທຸກຄົນມີສຸຂະພາບທີ່ດີ ຫ່າງໄກຈາກສິ່ງເສບຕິດ ແລະໄດ້ສະແດງຄວາມສາມາດ ໄປສູ່ນັກກິລາມືອາຊີບ ໃນອະນາຄົດ.

ການແຂ່ງຂັນ ຈະໄດ້ດໍາເນີນໃນລະຫວ່າງວັນທີ 2-15 ສິງຫາ 2025, ທີ່ເດີ່ນກິລາບານເຕະໂຮງຮຽນກຽດຕິສັກນານາຊາດ ນະຄອນ ຫຼວງພະບາງ ມີ 10 ທີມ ເຂົ້າຮ່ວມຄື: ອາເສີ້ນຫົວໃຈແມ່, ມີໄຊສະຕູດີໂອ, ວອນທະບິງ, ສາຍສຳພັນ, ຮ່ອມ 15, ພະຍາອິນຊີ, ວໍລິເອີ້, Free Man, EQ Music ແລະ NGL, ແບ່ງອອກເປັນ 2 ສາຍ, ສາຍລະ 5 ທີມ, ແຂ່ງແບບພົບກັນໝົດ ແລະຄັດເລືອກເອົາທີມທີ່ມີຄະແນນອັນດັບ 1 ແລະອັນດັບ 2 ຂອງສາຍເຂົ້າແຂ່ງຂັນໃນຮອບ 4 ທີມ ແລະເຂົ້າຮອບຊີງຊະນະເລີດ ຕາມລຳດັບ. ຈາກນັ້ນ, ໄດ້ເລີ້ມການແຂ່ງຂັນ 2 ຄູ່ ຄື: ອາເສີ້ນຫົວໃຈແມ່ ພົບກັບ ມີໄຊສະຕູດີໂອ ແລະພະຍາອິນຊີ ພົບກັບ EQ Music.

(ພາບ-ຂ່າວ: ສອນອາຄົມ)

ຫວຽດນາມ ເພີ່ມທະວີການຫັນເປັນດີຈີຕອນໃນການທ່ອງທ່ຽວ

0

ວິທະຍຸກະຈາຍສຽງຫວຽດນາມ ລາຍງານຫວ່າງມໍ່ໆມານີ້ວ່າ: ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ຈິນຕະນາການໃນການພັດທະນາຂະແໜງທ່ອງທ່ຽວ, ພິເສດແມ່ນເພີ່ມທະວີການຫັນເປັນດີຈີຕອນ, ເພື່ອຕອບສະໜອງທ່າອ່ຽງໃນສະພາບການໃໝ່. ນີ້ແມ່ນຄຳເຫັນເປັນເອກະພາບນຳກັນຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຂອງຄະນະຊີ້ນຳແຫ່ງລັດກ່ຽວກັບການທ່ອງທ່ຽວ ຊຶ່ງຈັດຂຶ້ນຫວ່າງບໍ່ດົນມານີ້ຢູ່ສຳນັກງານລັດຖະບານທີ່ນະຄອນຫຼວງຮ່າໂນ້ຍ.

ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ລະບຸວ່າ:ຕ້ອງກຳນົດທີ່ຕັ້ງແຫຼ່ງຊັບພະຍາກອນ ແລະ ແຜນທີ່ທ່ອງທ່ຽວຂອງ ຫວຽດນາມ ຄືນໃໝ່ໃນສະພາບການປະຕິບັດການສັບຊ້ອນຫົວໜ່ວຍບໍລິຫານ, ປ່ຽນແປງການວາງແຜນຜັງເຂດຕາມທິດໃກ້ກັບຄວາມສາມາດບົ່ມຊ້ອນ, ທ່າແຮງເຂດພາກ ແລະ ສ້າງຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ແລະ ລົງເລິກກວ່າເກົ່າ.

ທ່ານ ມາຍວັນຈິງຮອງນາຍົກລັດຖະມົນຕີ ຫວຽດນາມ ຫົວໜ້າຄະນະຊີ້ນຳກ່າວຄຳເຫັນໃນກອງປະຊຸມວ່າ:ສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ຍົກສູງຄວາມຮັບຮູບກ່ຽວກັບການພັດທະນາຂະແໜງທ່ອງທ່ຽວຢ່າງມີແບບມີແຜນ, ເປັນມືອາຊີບ, ກຳນົດທີ່ຕັ້ງຂະແໜງທ່ອງທ່ຽວ ຫວຽດນາມ ຄືນໃໝ່, ກຳນົດການວາງແຜນຜັງຄືນໃໝ່, ເພີ່ມເຕີມບັນດາແຜນຮ່າງໃນໄລຍະໃໝ່, ເພື່ອເຮັດແນວໃດໃຫ້ສາມາດຂຸດຄົ້ນ, ເສີມຂະຫຍາຍທ່າແຮງແກ່ງແຍ້ງໃຫ້ດີກວ່າເກົ່າ, ມີໂອກາດພົ້ນເດັ່ນກວ່າເກົ່າ ແລະ ຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນຂອງບັນດາທ້ອງຖິ່ນໃນປັດຈຸບັນ.

ງານແຂ່ງຂັນ ເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ທົ່ວປະເທດ ຄັ້ງທີ I

0

ໃນວັນທີ 2 ສິງຫາ 2025 ນີ້, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດງານແຂ່ງຂັນ ເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ທົ່ວປະເທດ ຄັ້ງທີ I ຢູ່ທີ່ຫໍວັດທະນະທໍາແຫ່ງຊາດ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ເວົ້າລວມ, ເວົ້າສະເພາະ ກະຊວງປ້ອງກັນຄວາມສະຫງົບ ໄດ້ພ້ອມກັນສ້າງກິດຈະກໍາ, ຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ທີ່ຈະໄຂຂຶ້ນໃນມໍ່ໆ ນີ້ ແລະ ສຸມໃສ່ຈັດຕັ້ງຜັນຂະຫຍາຍ 6 ວຽກງານຈຸດສຸມ ໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສົກປີ 2024-2025 ໃຫ້ເປັນວຽກງານທົ່ວປວງຊົນ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີບັນດາແຂກຖືກເຊີນ, ຄະນະກໍາມະການ, ນັກປະພັນ ປະດິດຄິດແຕ່ງ, ສິລະປິນ, ນັກຮ້ອງ, ໝໍລໍາ ແລະ ບັນດາມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ກອງສະຫວັດ ບຸນລ້ຽງ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ວ່າ: ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ສ້າງກິດຈະກໍາ ແລະ ຂະບວນການນີ້ມາເປັນເວລາ 5 ເດືອນກວ່າ ໂດຍເລີ່ມຈາກຖະແຫຼງການ, ແຈ້ງການ ຂອງປະທານ ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ຜ່ານວິທະຍຸ, ໂທລະພາບ, ໜັງສືພິມ ແລະ ສື່ອອນລາຍຕ່າງໆ ນັບແຕ່ວັນທີ 19 ກຸມພາ-4 ເມສາ 2025 ຈຶ່ງໄດ້ປິດຮັບຜົນງານ ເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ; ຄະນະຮັບຜິດຊອບການປະກວດ ໄດ້ກວດເນື້ອໃນ, ທໍານອງຜົນງານການປະດິດຄິດແຕ່ງ ໃນຮອບທີ 1 ໃນລະຫວ່າງ ວັນທີ 19-30 ພຶດສະພາ 2025 ໂດຍມີຜົນງານ ຂອງນັກປະພັນ ປະດິດຄິດແຕ່ງອາຊີບ, ເຄິ່ງອາຊີບ ແລະ ສະໝັກຫຼິ້ນ ສົ່ງເຂົ້າປະກວດ ປະເພດເພງຮ້ອງ 46 ບົດ, ກອນຂັບ-ລໍາ 26 ບົດ ແລະ ລະຄອນສັ້ນ 20 ເລື່ອງ, ຜ່ານການຄັດເລືອກເຂົ້າຮອບທີ 2 ມີເພງຮ້ອງ 22 ບົດ, ກອນຂັບ-ລໍາ 13 ບົດ ແລະ ລະຄອນສັ້ນ 18 ເລື່ອງ. ຈາກນັ້ນ, ໄດ້ຄັດເລືອກເອົາຜົນງານເຂົ້າຊີງລາງວັນອັນດັບທີ I, II, III ມີເພງຮ້ອງ 12 ບົດ, ກອນຂັບ-ລໍາ 10 ບົດ ແລະ ລະຄອນສັ້ນ 5 ເລື່ອງ. ສະນັ້ນ, ໃນມື້ນີ້ຈຶ່ງໄດ້ຈັດງານແຂ່ງຂັນ ເພື່ອຄັດເລືອກອັນດັບທີ I, II, III ຂອງແຕ່ລະປະເພດ.

ຜົນການແຂ່ງຂັນ ສໍາລັບ ເພງຮ້ອງ ອັນດັບທີ I ບົດເພງ ສິ່ງເສບຕິດ ຢ່າຄິດຢາກລອງ ຂອງນັກປະພັນ ຄໍາແຜ່ວ ຫອມຣັດສະໝີ ເຊິ່ງຮ້ອງໂດຍ ທ້າວ ຄໍາຕາ ລໍທິເດດ ໄດ້ຮັບລາງວັນເງິນສົດ 20.000.000 ກີບ, ອັນດັບທີ II ມີ 2 ລາງວັນຄື: ບົດເພງ ເດັດດ່ຽວປາບປາມຢາເສບຕິດ ຂອງນັກປະພັນ ຄໍາສະແຫວງ ວາດສະໜາສົ່ງ, ຮ້ອງໂດຍ ທ້າວ ວຽງທອງ ລົດຫາລາດ ແລະ ບົດເພງ ຮ່ວມໃຈຕ້ານໄພຢາເສບຕິດ ຂອງນັກປະພັນ ສຸກສາຄອນ ພົມມະວິຫານ ຮ້ອງໝູ່ ຍິງ-ຊາຍ ໄດ້ຮັບລາງວັນເງິນສົດ ລາງວັນລະ 18.000.000 ກີບ ແລະ ອັນດັບທີ III ມີທັງໝົດ 9 ລາງວັນ ໄດ້ຮັບເງິນສົດ ລາງວັນລະ 15.000.000 ກີບ; ປະເພດ ກອນຂັບ-ລໍາ ອັນດັບທີ I ລໍາແລ່ ຢ່າຄິດຢາກລອງ ຂອງນັກປະພັນ ພັນຕີ ສຸລິຍາ ຈັນທະວິໄຊ, ຂັບ-ລໍາໂດຍ ທ້າວ ບຸນນໍາ ໄຊຍະລາດ ໄດ້ຮັບລາງວັນເງິນສົດ 20.000.000 ກີບ, ອັນດັບທີ II ມີ 2 ລາງວັນຄື: ລໍາຜູ້ໄທ ຈົ່ງຫ່າງໄກຢາເສບຕິດ ຂອງນັກປະພັນ ຄໍາພຸດ ເທບພະນົມ, ຂັບ-ລໍາໂດຍ ທ້າວ ແນັກ ໂພທິມາດ ແລະ ລໍາຜູ້ໄທ ຮ່ວມໃຈຕ້ານຢາເສບຕິດ ຂອງນັກປະພັນ ບ່າວແມນ ອິນເຕີ ຂັບ-ລໍາໂດຍ ນາງ ການ້ອຍ ຫຼ້າພາວັນ ໄດ້ຮັບເງິນສົດ ລາງວັນລະ 18.000.000 ກີບ ແລະ ອັນດັບທີ III ມີທັງໝົດ 7 ລາງວັນ ໄດ້ຮັບເງິນສົດ ລາງວັນລະ 15.000.000 ກີບ; ປະເພດລະຄອນສັ້ນ ອັນດັບທີ I ລະຄອນສັ້ນເລື່ອງ ເສຍໂອກາດ ໄດ້ຮັບເງິນລາງວັນ 30.000.000 ກີບ, ອັນດັບທີ II ມີ 2 ລາງວັນຄື: ລະຄອນສັ້ນເລື່ອງ ເງົາໃນເຮືອນ ແລະ ລະຄອນສັ້ນເລື່ອງ ສຸດຫົວໃຈ ໄດ້ຮັບເງິນສົດ ລາງວັນລະ 25.000.000 ກີບ ແລະ ລາງວັນທີ III ມີ 2 ລາງວັນຄື: ລະຄອນສັ້ນເລື່ອງ ໂອກາດ ແລະ ລະຄອນສັ້ນເລື່ອງ ເສບ ໄດ້ຮັບເງິນສົດລາງວັນລະ 20.000.000 ກີບ.

ສໍາລັບ ເພງຮ້ອງ, ກອນ-ຂັບລໍາ ແລະ ລະຄອນສັ້ນ ທີ່ໄດ້ຮັບລາງວັນໃນຄັ້ງນີ້ ຈະຖືກນໍາມາສາຍອອກທາງສື່ໂທລະພາບ ແລະ ສື່ສັງຄົມອອນລາຍ ເພື່ອເປັນການເຜີຍແຜ່ໃຫ້ສັງຄົມ ຮູ້ໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ.

ໂດຍ: ສຸກສົງການ ຫຼ້າບຸນມີ

ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13

0

ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນຖານະປະທານຄະນະກໍາມະການກວດກາແຮງງານອາຊຽນ ເປັນເຈົ້າພາບຈັດກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາແຮງງານໃນຂະແໜງກະສິກຳ” ຜ່ານລະບົບອອນລາຍ ພາຍໃຕ້ການເປັນປະທານຂອງ ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຜູ້ແທນຈາກປະເທດສະມາຊິກອາຊຽນ, ສໍານັກງານກອງເລຂາອາຊຽນ, ປະເທດຄູ່ຮ່ວມງານອາຊຽນ (ສປ ຈີນ, ສ ເກົາຫລີ ແລະ ຍີປຸ່ນ), ອົງການຜູ້ຕາງໜ້າຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານອາຊຽນ, ອົງການແຮງງານສາກົນ ແລະ ອົງການສາກົນ ເພື່ອການເຄື່ອນຍ້າຍແຮງງານ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ມີຈຸດປະສົງ ເພື່ອຍົກສູງຄວາມສໍາຄັນໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກ ແຮງງານ ໂດຍສະເພາະຜູ້ອອກແຮງງານໃນຂະແໜງກະສິກຳ ທີ່ຕິດພັນກັບຕ່ອງໂສ້ການຜະລິດເພື່ອສົ່ງອອກ ແລະ ຍົກລະດັບມາດຕະຖານການກວດກາແຮງງານ ໃນຂະແໜງກະສິກຳຂອງພາກພື້ນໃນອາຊຽນ ໃຫ້ມີປະສິດທິພາບ. ພ້ອມນັ້ນ, ຍັງເປັນການປຶກສາຫາລືກ່ຽວກັບ ຄວາມທ້າທາຍທີ່ຜູ້ອອກແຮງງານໃນຂະແໜງກະສິກຳຕ້ອງໄດ້ພົບ ໂດຍສະເພາະຄວາມສ່ຽງໃນການເຮັດວຽກ, ລັກສະນະການຈ້າງງານໃນຮູບແບບທີ່ບໍ່ເປັນທາງການ ຫລື ການຈ້າງງານນອກລະບົບ, ການຖືກຈໍາກັດໃນການເຂົ້າເຖິງລະບົບປະກັນສັງຄົມ ແລະ ອື່ນໆ.

ທ່ານ ອຸດອນ ມະນີບຸນ ໄດ້ມີຄໍາເຫັນວ່າ: ເຈົ້າໜ້າທີ່ກວດກາແຮງງານ ແມ່ນຜູ້ທີ່ມີບົດບາດສຳຄັນໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ການສ້າງເງື່ອນໄຂການເຮັດວຽກທີ່ປອດໄພ, ການຈັດກອງປະຊຸມໃນຄັ້ງນີ້ ສະແດງໃຫ້ເຫັນເຖີງຄວາມເອົາໃຈໃສ່ຂອງບັນດາປະເທດສະມາຊິກອາຊຽນ ໃນການສົ່ງເສີມການຄຸ້ມຄອງສະພາບຄວາມເປັນຢູ່ຂອງຜູ້ອອກແຮງງານໃນພາກພື້ນ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີໃນການວາງນະໂຍບາຍ, ແຜນຍຸດທະສາດ, ກົນໄກການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາ ຜູ້ອອກແຮງງານໃນຂະແໜງກະສິກຳທີ່ຕິດພັນກັບຕ່ອງໂສ້ການຜະລິດ ເພື່ອຮັບປະກັນດ້ານຄວາມປອດໄພ ແລະ ສຸຂະພາບຂອງຜູ້ອອກແຮງງານ, ພ້ອມນັ້ນຍັງໄດ້ແລກປ່ຽນກົນໄກໃນການເກັບກໍາ ແລະ ວິເຄາະຂໍ້ມູນດ້ານຄວາມສ່ຽງ, ການໄດ້ຮັບບາດເຈັບ ຫລື ເປັນພະຍາດທີ່ເກີດຈາກການເຮັດວຽກໃນຂະແໜງກະສິກໍາ ແລະ ແລກປ່ຽນບົດຮຽນໃນການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານກວດ ການແຮງງານ ແລະ ວຽກງານດ້ານຄວາມປອດໄພດ້ານແຮງງານໃນຂະແໜງການດັ່ງກ່າວ.

ສໍາລັບ ກອງປະຊຸມກວດກາແຮງງານອາຊຽນຄັ້ງທີ 14 ແມ່ນມີກໍານົດຈັດໃນທ້າຍເດືອນຕຸລາ 2025 ພາຍໃຕ້ການເປັນເຈົ້າພາບຂອງປະເທດມາເລເຊຍ.

ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 12

0

ໃນວັນທີ 31 ກໍລະກົດ 2025 ຜ່ານມາ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ຫົວໜ້າເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 12 ໃນຮູບແບບທາງໄກ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ Sun Weidong ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ນາງ Rujikorn Saengchantr ຫົວໜ້າກົມເສດຖະກິດສາກົນ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ແລະ ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຊັ່ນ: ກຳປູເຈຍ, ລາວ, ຫວຽດ ນາມ ແລະ ມຽນມາ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນຄວາມຄືບໜ້າການຮ່ວມມືໃນໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ, ພ້ອມທັງຮ່ວມກັນປຶກສາຫາລຶື ການກະກຽມຮອບດ້ານໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 10 ທີ່ຈະຈັດຂຶ້ນໃນວັນທີ 14-15 ສິງຫາ 2025 ທີ່ ເມືອງອານໜິງ ແຂວງ ຢຸນນານ, ສປ ຈີນ ໂດຍສະເພາະແມ່ນການຮ່າງບັນດາເອກະສານ ທີ່ຈະສະເໜີໃຫ້ບັນດາລັດຖະມົນຕີຮັບຮອງເອົາໃນກອງປະ ຊຸມດັ່ງກ່າວ.

ໂອກາດນີ້, ທ່ານ ສົມບູນ ສີຫານາດ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຕະຫລອດໄລຍະຜ່ານມາ ໂດຍສະເພາະແມ່ນບັນດາໂຄງການ ທີ່ໄດ້ຮັບການຊ່ວຍເຫລືອຈາກ ສປ ຈີນ ພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ກໍຄື ຂອງ ສປປ ລາວ. ນັບຕັ້ງແຕ່ການສ້າງຕັ້ງກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນປີ 2017 ເປັນຕົ້ນມາ, ໄລຍະຜ່ານມາ ສປປ ລາວ ໄດ້ຮັບໂຄງການຊ່ວຍເຫລືອ ທັງໝົດ 100 ໂຄງການ ລວມມູນຫລາຍກວ່າ 26 ລ້ານໂດລາສະຫະລັດ. ສຳລັບປີ 2025-2026 ສປປ ລາວ ໄດ້ຮັບ 10 ໂຄງການ ລວມມູນຄ່າ 2.823.600 ໂດລາສະຫະລັດ.

ຄໍາມ່ວນ ສ້າງຈັດກິດຈະກຳຂີ່ລົດຖີບ ສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນແຫ່ງຊາດ-ການພິມຈໍາໜ່າຍ

0

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ຫ້ອງການແນວລາວສ້າງຊາດແຂວງຄຳມ່ວນ ຮ່ວມກັບຄະນະໂຄສະນາອົບຮົມແຂວງ ຈັດກິດຈະກໍາສ້າງຂະບວນການຂີ່ລົດຖີບ ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນແຫ່ງຊາດ-ການພິມຈໍາໜ່າຍ ຄົບຮອບ 75 ປີ ວັນທີ 02 ສິງຫາ 2025 ໂດຍມີທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນ ແຂວງຄໍາມ່ວນ, ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ທ່ານ ພິດສະໄໝ ກອງຊາເດດ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍບັນດາພາກສ່ວນບໍລິສັດ ແລະ ນັກຂີ່ລົດຖີບຈາກບັນດາສະໂມສອນຕ່າງໆພາຍໃນແຂວງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ທ່ານ ພິດສະໄໝ ກອງຊາເດດ ໄດ້ຍົກໃຫ້ເຫັນເຖິງປະຫວັດການກໍາເນີດຄວາມເປັນມາ, ຄວາມໝາຍ-ຄວາມສໍາຄັນຂອງ 02 ວັນດັ່ງກ່າວ. ສໍາລັບຄວາມເປັນມາຂອງແນວລາວສ້າງຊາດແມ່ນຜ່ານ 03 ໄລຍະເວລາຄື: ໄລຍະແຕ່ປີ 1950-1956, ໄລຍະແຕ່ປີ 1956-1979 ໄດ້ມີການປ່ຽນຊື່ຈາກ “ແນວລາວອິດສະຫລະ” ມາເປັນ “ແນວລາວຮັກຊາດ” ແລະ ໄດ້ປ່ຽນຊື່ໜັງສືພິມລາວອິດສະຫລະ ມາເປັນ “ໜັງສືພິມລາວຮັກຊາດ”, ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແຕ່ປີ 1975 ເຖິງປັດຈຸບັນ ໂດຍໄດ້ມີການປ່ຽນຊື່ຈາກ “ແນວລາວຮັກຊາດ” ໃນເມື່ອກ່ອນມາເປັນ “ແນວລາວສ້າງຊາດ” ແລະ ໄດ້ປ່ຽນຊື່ໜັງສືພິມລາວຮັກຊາດ ມາເປັນ “ໜັງສືພິມປະຊາຊົນ” ຈົນເຖິງປັດຈຸບັນ, ເຊິ່ງໃນກອງປະຊຸມໃຫຍ່ຄັ້ງທີ IV ຜູ້ແທນແນວລາວສ້າງຊາດທົ່ວປະເທດທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກຸມພາ 1979 ທີ່ນະຄອນຫລວງວຽງຈັນ ກອງປະຊຸມໃນຄັ້ງນັ້ນໄດ້ແຕ່ງຕັ້ງທ່ານ ສຸພານຸວົງ ເປັນປະທານສູນກາງແນວລາວສ້າງຊາດ.

ທ່ານ ພິດສະໄໝ ກອງຊາເດດ ກ່າວຕື່ມວ່າ: ການຈັດກິດຈະກໍາຂີ່ລົດຖີບໃນຄັ້ງນີ້ ແມ່ນກິດຈະກໍາໜຶ່ງທີ່ມີຄວາມໝາຍ-ຄວາມສໍາຄັນ ນອກຈາກຈະເປັນຂະບວນການແລ້ວ ຍັງເປັນການສະແດງໃຫ້ເຫັນເຖິງການເຕົ້າໂຮມຄວາມສາມັກຄີປອງດອງຂອງປວງຊົນ ເພື່ອປະກອບສ່ວນໃນການປະຕິບັດ 02 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ກໍຄືການສະເຫລີມສະຫລອງ 02 ວັນປະຫວັດສາດຂອງຊາດລາວຄື: ວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນແຫ່ງຊາດ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີໃນປີ 2025 ນີ້.

ໃນໂອກາດດຽວກັນ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ຜູ້ດຽວ ຍັງໄດ້ມອບເງິນ 10 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນການຈັດກິດຈະກຳໃນຄັ້ງນີ້, ເຊິ່ງມອບໂດຍທ່ານ ຈູ່ ຊຽງລີ່ ຮອງຜູ້ອໍານວຍການບໍລິສັດ ແລະ ກ່າວຮັບໂດຍທ່ານ ພິດສະໄໝ ກອງຊາເດດ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ