Sunday, September 21, 2025
Home Blog Page 32

ການນອນບໍ່ຫຼັບອັນຕະລາຍທີ່ສຸດ

0

ອາການນອນບໍ່ຫຼັບ, ຫຼັບຍາກ ຫຼື ນອນບໍ່ຫຼັບດີ ຖ້າທ່ານພົບບັນຫາເຫຼົ່ານີ້ ເປັນສາເຫດເຮັດໃຫ້ຮູ້ສຶກອ່ອນເພຍ ແລະ ການເຮັດວຽກຂອງສະໝອງ ແລະ ການເຮັດວຽກຂອງຈິດໃຈ. ການນອນບໍ່ຫຼັບເປັນບາງເທື່ອ ແລະ ການນອນບໍ່ຫຼັບແບບປະຈຳ ຊື່ງເປັນອັນຕະລາຍທີ່ບໍ່ຄາດຄິດ.

ຊັກຊ້າ

ຄິດຫັຍງບໍ່ອອກ ອາລົມແປປ່ວນ ອາລົມຈະຫງຸດງິດ ແຖມຍັງມີຜົນກະທົບຕໍ່ສະໝອງ ມີອາການເຈັບຫົວ ການຮຽນຮູ້ ແລະ ຕັດສິນໃຈກໍ່ບໍ່ດີຄືເກົ່າ ບໍ່ມີສະມາທິ ຈົນເຮັດໃຫ້ເວົ້າກັນບໍ່ຮູ້ເລື່ອງ ຂາດປະສິດທິພາບໃນການຕັດສິນໃຈ ອ່ອນເພຍຈາກການການນອນໜ້ອຍເຮັດໃຫ້ມີສະມາທິໜ້ອຍລົງ ສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈຳວັນ ລວມໄປເຖີງການຮຽນຮູ້ການເຮັດວຽກ ຫຼື ຄວາມຄິດກໍ່ຊັກຊ້າ ເນື່ອງຈາກຮ່າງກາຍອ່ອນເພຍ ຈາກການພັກຜ່ອນບໍ່ພຽງພໍ ຮ່າງກາຍຢູ່ໃນສະພາວະມືນງົງ.

ນໍ້າໜັກເພີ່ມ

ຄົນທີ່ນອນບໍ່ພຽງພໍ ນໍ້າໜັກໂຕຈະເພີ່ມຂື້ນງ່າຍກ່ວາຄົນທີ່ພັກຜ່ອນພຽງພໍ ຍ້ອນວ່າຮ່າງກາຍຂອງເຮົາບໍ່ໄດ້ຮັບການພັກຜ່ອນທີ່ພຽງພໍຈະມີອາການຢາກກິນອາຫານເພີ່ມ ຫຼື ຫິວງ່າຍ ຫຼັງຈາກນັ້ນກໍ່ຈະກິນອາຫານຫຼາຍຂື້ນ ແລະ ເຮັດໃຫ້ນໍ້າໜັກໂຕເພີ່ມຂື້ນສູງ ດັ່ງນັ້ນ ຖ້າບໍ່ຢາກໃຫ້ນໍ້າໜັກເພີ່ມ ຫຼື ຢູ່ໃນຊ່ວງຄວບຄຸມນໍ້າໜັກຄວນພັກຜ່ອນໃຫ້ພຽງພໍ.

ສະມັດທາງເພດເຊື່ອມ

ການນອນບໍ່ຫຼັບ ຫຼື ພັກຜ່ອນບໍ່ພຽງພໍກໍ່ສາມາດເຮັດໃຫ້ສະມັດທາງເພດເຊື່ອມໄດ້  ເພາະວ່າຮ່າງກາຍພັກຜ່ອນບໍ່ພຽງພໍຈະມີຜົນກະທົບຕໍ່ຂະບວນການສ້າງເທສໂທສເທີໂຣນໃຫ້ຫຼຸດລົງໄດ້ ຊື່ງຈະມີຜົນໃຫ້ຄວາມຕ້ອງການທາງເພດຫຼຸດລົງ ພະຍາດສະມັດທາງເພດເຊື່ອມນີ້ ມັກພົບເຫັນໃນຄົນເຈັບທີ່ເປັນພະຍາດນອນບໍ່ຫຼັບ.

ອາຍຸສັ້ນ

ອາຍຸສັ້ນລົງນັ້ນ ບັນຫາໂດຍລວມເກີດຂື້ນມາຈາກການພັກຜ່ອນບໍ່ພຽງພໍ ແລະ ຈາກຫຼາຍໆ ພະຍາດທີ່ກ່າວມາເບື້ອງຕົ້ນ ເມື່ອຜົນກະທົບເຫຼົ່າຖືກສະສົມເປັນເວລາດົນໆ ຮ່າງກາຍຈະອ່ອນເພຍ ເຈັບປ່ວຍໄດ້ງ່າຍ ຊື່ງເຮັດໃຫ້ຊີວິດຂອງເຮົາສັ້ນລົງ ເຮົາຄວນນອນ 7-8 ຊົ່ວໂມງໃນເວລາກາງຄືນ ເປັນເວລາທີ່ເໝາະສົມທີ່ຈະຊ່ວຍໃຫ້ເຮົາອາຍຸຍືນຍາວ.

ປະກາດ ແລະ ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

0

ພິທີ ປະກາດ ແລະ ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ແລະ ແຕ່ງຕັ້ງ ຮອງເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 1 ສິງຫາ 2025 ນີ້, ຢູ່ທີ່ຫ້ອງວ່າການປົກຄອງແຂວງບໍ່ແກ້ວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ສະຫາຍ ປອ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການອະນຸມັດ ໃຫ້ພະນັກງານການນໍາຂັ້ນສູງ ພັກການ ຮັບບໍານານ ໃນນັ້ນ, ກົມການເມືອງສູນກາງພັກ ຕົກລົງອະນຸມັດໃຫ້ສະຫາຍ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ ພັກການ ຮັບບໍານານ ແລະ ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຮັກສາການແທນເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ໃນນີ້, ຄະນະເລຂາທິການສູນກາງພັກ ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ເປັນຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ແລະ ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ເປັນກຳມະການຄະນະພັກ, ກຳມະການຄະນະປະຈໍາພັກແຂວງ ທັງເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່).

ສະຫາຍ ປອ ທອງຈັນ ມະນີໄຊ ໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາ ວຽກງານຮອບດ້ານພາຍໃນແຂວງບໍ່ແກ້ວ ຜ່ານມາ, ດ້ານວຽກການເມືອງ-ແນວຄິດ, ວຽກງານ ປກຊ-ປກສ, ຂົງເຂດວຽກງານເສດຖະກິດ, ວຽກງານວັດທະນະທໍາ-ສົງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານແນວລາວສ້າງຊາດ ແລະ 3 ອົງການຈັດຕັ້ງມະຫາຊົນ ໂດຍລວມແມ່ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດ, ພ້ອມທັງຜ່ານແຜນວຽກ ເພື່ອໃຫ້ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ ສືບຕໍ່ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານຈຸດສຸມແຕ່ລະດ້ານໃນຕໍ່ໜ້າ. ພ້ອມທັງ ລົງນາມບົດທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ຢ່າງເປັນທາງການ.

ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຊົມເຊີນຕໍ່ຜົນສໍາເລັດໃນການນໍາພາ-ຊີ້ນໍາ ວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ແລະ ການນໍາຂອງແຂວງທຸກຂັ້ນ ສ້າງໄດ້ໃນໄລຍະຜ່ານມາ ພ້ອມທັງ, ມີຄໍາເຫັນໃຫ້ທິດຊີ້ນໍາຫຼາຍບັນຫາວ່າ: ການປັບປຸງບຸກຄະລາກອນຢູ່ໃນອົງຄະນະພັກ ຄັ້ງນີ້ ເພື່ອຍົກສູງຄຸນນະພາບໃນການນຳພາ-ຊີ້ນໍາ ໃຫ້ສູງຂຶ້ນກວ່າເກົ່າ ແລະ ຮຽກຮ້ອງມາຍັງບັນດາສະຫາຍ ຕ້ອງໄດ້ປະຕິບັດ ແລະ ເຄົາລົບ ຕໍ່ການຈັດຕັ້ງປະຕິບັດຂອງຂັ້ນເທິງຢ່າງເຂັ້ມງວດ ເປັນຕົ້ນແມ່ນສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດຕໍ່ພະນັກງານສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ມີທັດສະນະການເມືອງທີ່ໜັກແໜ້ນ, ມີຄວາມສາມັກຄີ ເປັນປຶກແຜນແໜ້ນໜາ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມອຸ່ນອຽນ ທຸ່ນທ່ຽງ, ມີຄວາມຮັບຜິດຊອບ, ບຸກບືນສູ້ຊົນປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດເປັນຢ່າງດີ.

ໂດຍ: ວໍລະສິດ ພິດສະຫາຍ

ແຂ່ງຂັນປະດິດສ້າງ ແລະວິສາຫະກິດຄິດມືອາຊີບ ຈີນ–ອາຊຽນ ຄັ້ງທີ 3

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ເມື່ອວັນທີ 30 ເດືອນກໍລະກົດ, ການແຂ່ງຂັນການປະດິດສ້າງ ແລະວິສາຫະກິດຄິດມືອາຊີບ ຈີນ–ອາຊຽນ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ເມືອງກົວລາລຳເປີ, ປະເທດມາເລເຊຍ ໂດຍມີຫົວຂໍ້ວ່າ “ຄວາມຮ່ວມມືດ້ານຄວາມຄິດຄົ້ນ ເພື່ອສ້າງຝັນໃຫ້ເປັນຈິງ” ເຊຶ່ງໄດ້ດຶງດູດໂຄງການເຂົ້າຮ່ວມຈາກ 23 ປະເທດ ແລະພື້ນທີ່ ລວມທັງ ສປ ຈີນ (ຮວມທັງແຜ່ນດິນໃຫຍ່, ມາເກົ້າ ແລະໄຕ້ຫວັນ), ປະເທດອາຊຽນ 10 ປະເທດ, ສີລັງກາ, ບັງກະລາເທດ, ການາດາ, ສະຫະລັດ, ອັງກິດ, ປາກິສຖານ, ອາຟການິສຖານ, ອຸດສເບກິສຖານ, ເຟຈິ ແລະໂຮນລັງລວມແລ້ວທັງໝົດ 329 ໂຄງການ.

ຫລັງຈາກການຄັດເລືອກໃນຫລາຍຂັ້ນຕອນມີທັງໝົດ 19 ໂຄງການດີເດັ່ນຈາກ ຈີນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟິລິບປິນ, ສິງກະໂປ ແລະປະເທດໄທ ທີ່ໄດ້ຜ່ານເຂົ້າໄປຮອບຊິງຊະນະເລີດ. ໃນງານຮອບຊິງຊະນະເລີດມີການແຂ່ງຂັນແບ່ງເປັນ 2 ປະເພດເປັນກຸ່ມທີມ ແລະກຸ່ມບໍລິສັດ ໂດຍໃຊ້ຮູບແບບ “7+5” ໃນການນຳສະເໜີ (7 ນາທີ ນຳສະເໜີໂຄງການ + 5 ນາທີ ຕອບຄຳຖາມຈາກຄະນະກຳມະການ). ໂຄງການໄດ້ສະແດງໃຫ້ເຫັນເຖິງຈຸດເດັ່ນຂອງນະວັດຕະກຳ ແລະສັກຍະພາບທາງການຕະຫລາດ.

ຜົນການປະກວດ ໄດ້ມີການມອບລາງວັນອັນດັບ 1, 2, 3 ໃຫ້ແກ່ກຸ່ມທີມ ແລະກຸ່ມບໍລິສັດ, ລວມທັງ 8 ລາງວັນ “ດາວເຮັດວຽກແບບຮ່ວມມື” ແລະ 7 ລາງວັນ “ດາວຄວາມຄິດສ້າງສັນ”. ໃນນັ້ນ, ມີໂຄງການຈຳນວນໜຶ່ງທີ່ເນັ້ນໃນເລື່ອງປັນຍາປະດິດທີ່ຊ່ວຍຍົກລະດັບອຸດສາຫະກຳດັ້ງເດີມ ແລະການໃຊ້ພະລັງງານຂຽວໄດ້ຢ່າງມີປະສິດທິພາບໄດ້ສ້າງຄວາມໂດດເດັ່ນຢ່າງໜ້າປະທັບໃຈ.

ງານນີ້ໄດ້ຮັບການຈັດຂຶ້ນໂດຍກົມການຮ່ວມມືລະຫວ່າງປະເທດ, ກະຊວງວິທະຍາສາດ ແລະເຕັກໂນໂລຊີຂອງຈີນ ແລະສຳນັກງານເລຂາທີການອາຊຽນ ພ້ອມດ້ວຍການສົ່ງເສີມຈາກຫົວໜ່ວຍຕ່າງໆເຊັ່ນ, ຄະນະກຳມະການວິທະຍາສາດ–ນະວັດຕະກຳອາຊຽນ ແລະກົມວິທະຍາສາດແຂວງກວງຊີ ລວມທັງສູນຖ່າຍທອດເທັກໂນໂລຊີ ຈີນ–ອາຊຽນ.

ງານນີ້ໄດ້ສ້າງເວທີໃຫ້ນັກປະດິດສ້າງ ແລະນັກຄິດຄົ້ນຈາກຈີນ–ອາຊຽນ ໄດ້ມາແລກປ່ຽນ ແລະຮ່ວມມືກັນ ເພື່ອສົ່ງເສີມຄວາມກ້າວໜ້າດ້ານວິທະຍາສາດ ແລະສ້າງໂອກາດໃໝ່ໆ ໃນການຮ່ວມພັດທະນາດ້ານເສດຖະກິດຂອງພາກພື້ນ.

ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການ “ເພື່ອເສລີພາບຂອງບັນດາຊາດ”

0

ວັນທີ 31 ກໍລະກົດ ຜ່າມານີ້, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນຍະເດດ ໄຊຍະວົງ ຫົວໜ້າຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະຈຳຂອງເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການເພື່ອເສລີພາບຂອງບັນດາຊາດ ຜ່ານວິດີໂອທາງໄກ ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ ຊຶ່ງມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 13 ພັກການເມືອງ ຈາກ ອາຊີ, ອາຟຣິກາ, ອາເມຣິກາລາຕິນ, ຕາເວັນອອກກາງ, ເອີຣົບ ແລະ ອື່ນໆ.

ໃນກອງປະຊຸມ, ທ່ານ ດິມິທີ ເມັດເວເດັບ ປະທານຄະນະປະຈຳຂະບວນການເພື່ອເສລີພາບຂອງບັນດາຊາດ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ຊີ້ໃຫ້ເຫັນເຖິງຈຸດປະສົງຄວາມສຳຄັນຂອງກອງປະຊຸມ ແລະ ການຕ້ານກັບການປະຕິບັດໃໝ່ຂອງລັດທິລ່າເມືອງຂຶ້ນແບບໃໝ່. ຈາກນັ້ນ, ຄະນະຜູ້ແທນໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ, ຍົກໃຫ້ເຫັນຄວາມຈຳເປັນໃນການຮ່ວມມືເພື່ອເສີມສ້າງກຳລັງແຮງຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຕ້ານການແຊກແຊງການເລືອກຕັ້ງຢູ່ບັນດາປະເທດຜ່ານຮູບການຕ່າງໆ, ຍົກໃຫ້ເຫັນເຖິງການເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່ຢູ່ບັນດາປະເທດຕ່າງໆ ແລະ ຍັງໄດ້ປຶກສາຫາລືແຜນວຽກຂອງຂະບວນການ ປະຈຳປີ 2025-2026.

ໃນໂອກາດດັ່ງກ່າວ, ຫົວໜ້າຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄໍາເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຕໍ່ແນວຄິດລິເລີ່ມຂອງ ພັກຣັດເຊຍເອກະພາບ ໃນການຈັດກອງປະຊຸມເວທີປຶກສາຫາລືດັ່ງກ່າວ ຊຶ່ງເປັນຂີດໝາຍສໍາຄັນແຫ່ງການຮ່ວມມື ແລະ ເຕົ້າໂຮມກໍາລັງແຮງ ຂອງບັນດາພັກການເມືອງຈາກທະວີບຕ່າງໆໃນໂລກ ເພື່ອແນໃສ່ພ້ອມກັນຕ້ານການເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່ ທີ່ເປັນສິ່ງທ້າທາຍຕໍ່ການພັດທະນາຂອງບັນດາຊາດ; ຕີລາຄາສູງຕໍ່ການກະກຽມດ້ານຕ່າງໆຂອງພັກຣັດເຊຍເອກະພາບ ແລະ ເຫັນດີສະໜັບສະໜູນຕໍ່ກັບຮ່າງຖະແຫຼງການຂອງກອງປະຊຸມໃນຄັ້ງນີ້; ຢືນຢັນທັດສະນະອັນສະເໝີຕົ້ນສະເໝີປາຍຂອງລາວຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດ, ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື; ສະແດງຄວາມເອົາໃຈໃສ່ໃນການສືບຕໍ່ຮ່ວມມື ແລະ ປະສານສົມທົບຢ່າງໃກ້ຊິດກັບ ພັກຣັດເຊຍເອກະພາບ, ບັນດາພັກເພື່ອນມິດ ແລະ ກໍາລັງທີ່ກ້າວໜ້າຂອງບັນດາປະເທດໃນໂລກ ເພື່ອຕໍ່ສູ້ຕ້ານການປະຕິບັດຂອງລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່ ແລະ ການຊຸກຍູ້ຂະບວນການເພື່ອເສລີພາບຂອງບັນດາຊາດໃຫ້ມີບົດບາດກວ້າງຂວາງກວ່າເກົ່າ.

ຕອນທ້າຍຂອງກອງປະຊຸມ, ຄະນະຜູ້ແທນໄດ້ເຫັນດີເປັນເອກະພາບກັນໃນຖະແຫຼງການຮ່ວມ ທີ່ໄດ້ເນັ້ນໜັກຕໍ່ການສົ່ງເສີມການເຄື່ອນໄຫວຂອງອົງການສະຫະປະຊາຊາດ ໃນການຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ເພື່ອແນໃສ່ການສ້າງລະບຽບໂລກທີ່ມີຄວາມຍຸຕິທຳ ແລະ ປະຊາທິປະໄຕ, ຢຶດໝັ້ນການພັດທະນາຮອບດ້ານຂອງຂະບວນການ “ເສລີພາບຂອງບັນດາຊາດ” ໃຫ້ເປັນກົນໄກປຶກສາຫາລືຫຼາຍຝ່າຍ ເພື່ອສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງສາກົນ. ນອກນີ້, ຍັງໄດ້ກຳນົດການຈັດກອງປະຊຸມຄັ້ງຕໍ່ໄປທີ່ ສະຫະພັນຣັດເຊຍ ໃນທ້າຍປີ 2025.

(ຂ່າວ: ຄຕພ)

ວິທີເຮັດໃຫ້ແອລົດເຢັນ

0

ວິທີເຮັດໃຫ້ແອລົດເຢັນ: ກ່ອນທີ່ເຮົາຈະສະຕາດລົດທຸກໆ ຄັ້ງ ເຮົາຄວນປິດສະວີດຄວບຄຸມຄອມເຟດເຊີ (A/C) ກ່ອນເພື່ອຈະເຮັດໃຫ້ຄອມເຟດເຊີ ເປັນຕົວກຳລັງຂອງໄຟຟ້າໃນຂະນະທີ່ເຮົາສະຕາດລົດນັ້ນເອງ.

ເລີ່ມຕົ້ນກັບການໃຊ້ຄວາມໄວພັດລົມສູງ: ຫຼັງຈາກທີ່ເຮົາສະຕາດລົດແລ້ວ ທີ່ຢູ່ອຸ່ນນະພູມພ້ອມເຮັດວຽກ ຢ່າຟ້າວປັບອຸ່ນນະພູມແຕ່ຄວນເປີດແອໂດຍໃຊ້ຄວາມໄວ ຂອງພັດລົມເສີມກ່ອນ. ພ້ອມນີ້ເພື່ອເປັນການໄລ່ຄວາມຮ້ອນໃນລະບົບແອອອກໄປ ໂດຍຫຼັງຈາກນັ້ນ ເຮົາຈີ່ງຄ່ອຍປິດສະວີດ (A/C) ປັບອຸ່ນນະພູມໃຫ້ເໝາະສົມກັບຄວາມຕ້ອງການຂອງເຮົາ.

ຖ້າອາກາດເຢັນເກີນໄປໃຫ້ໃຊ້ວິທີປັບອຸ່ນນະພູມສູງຂື້ນ ແທນການປັດຊ່ອງແອ: ຫາກນັ່ງໃນລົດແລ້ວຮູ້ສຶກວ່າອຸ່ນນະພູມເຢັນຫຼາຍ ຢ່າຟ້າວຫັນຊ່ອງແອໜີໄປຈາກຕົນເອງ ແຕ່ໃຫ້ໃຊ້ວິທີປັບອຸ່ນນະພູມໃຫ້ສູງຂື້ນແທນ ຄອມເຟດເຊີ ຈະໄດ້ບໍ່ເຮັດວຽກໜັກໂດຍບໍ່ຈຳເປັນ.

ປິດແອກ່ອນເຖີງຈຸດໝາຍປາຍທາງ: ກ່ອນເຖີງຈຸດໝາຍປາຍທາງປະມານ ສັກ 5-10 ນາທີ ໃຫ້ປິດສະວີດຄວບຄຸມຄອມເຟດເຊີ (A/C) ແລະ ເປີດພັດລົມໄປທີ່ຄວາມໄວສູງສຸດແທນ ວິທີນີ້ຈະຊ່ວຍຫຼຸດພາວະການເຮັດວຽກຂອງຄອມເຟດເຊີ ແລະ ໄລ່ຄວາມຊື້ນອອກຈາກຄວາມເຢັນ. ຊື່ງຈະຊ່ວຍປ້ອງກັນການສະສົມຂອງເຊື້ອພະຍາດພາຍໃນໄດ້ດີ ຖ້າເຮັດແບບນີ້ເລື້ອຍໆ ແອລົດຂອງທ່ານຈະບໍ່ມີກີ່ນເໝັນອັບແນ່ນອນ ຈາກນັ້ນເມື່ອເຖີງທີ່ໝາຍແລ້ວຈີ່ງຄ່ອຍປິດພັດລົມກ່ອນດັບເຄື່ອງ.

ບໍ່ຄວນໃຊ້ນໍ້າຫອມຊະນິດທີ່ມີແອລກໍຮໍ: ບໍ່ຄວນເອົານໍ້າຫອມຊະນິດທີ່ມີແອລກໍຮໍ ເປັນສ່ວນຜະສົມປະກອບມາສຽບໄວ້ໜ້າຊ່ອງແອ ເພາະນັ້ນອາດຈະເຮັດໃຫ້ຕູ້ແອເພໄວຂື້ນໄດ້.

ໄລ່ຄວາມຮ້ອນອອກກ່ອນ: ສຳລັບລົດທີ່ຈອດຕາກແດດເອົາໄວ້ດົນໆ ຫຼື ລົດທີ່ກຳລັງຈອດໄວ້ດົນໆ ຄວນເປີດລົມເປົ່າລະດັບແຮງສຸດ ໂດຍບໍ່ທັນເປີດສະວີດຄວບຄຸມຄອມເຟດເຊີ (A/C) ກ່ອນປະມານ 5 ນາທີ ຂັ້ນຕອນນີ້ຈະຊ່ວຍໄລ່ຄວາມຮ້ອນ ຫຼື ຄວາມຊື້ນທີ່ຄ້າງຢູ່ໃນລະບົບແອ. ເມື່ອຄວາມຮ້ອນ ຫຼື ຄວາມຊຸ່ມຫຼຸດລົງແລ້ວ ຈີ່ງຄ່ອຍເປີດສະວີດຄວບຄຸມຄອມເຟດເຊີ (A/C) ຕາມຫຼັງກໍ່ໄດ້ ນອກຈາກຈະຊ່ວຍຖ້າການເຊື່ອມຂອງເຄື່ອງໄດ້ແລ້ວ ຍັງເຮັດໃຫ້ຕູ້ແອມີກີ່ນເໝັນອັບຫຼຸດໜ້ອຍລົງໄດ້.

ບໍ່ຄວນເປີດແວ່ນລົດເລື້ອຍໆ: ການທີ່ເຮົາເປີດ-ປິດແວ່ນລົດຢູ່ເລື້ອຍໆ ນັ້ນບໍ່ພຽງແຕ່ຈະນໍາຄວາມຮ້ອນເຂົ້າມາໃນລົດເທົ່ານັ້ນ ແຕ່ຍັງເຮັດໃຫ້ສີ່ງຈາກພາບນອກເຂົ້າມາອຸດຕັນໃນແອລົດໄດ້ໄວຂື້ນ. ຫາກຈໍາເປັນທີ່ຈະຕ້ອງເປີດແວ່ນຄົນຂັບລົດຄວນໃຫ້ປິດຊ່ອງແອບໍລິເວນຄົນຂັບລົດກ່ອນ ເພື່ອເປັນການປ້ອງກັນບໍ່ໃຫ້ຝຸ່ນປິວເຂົ້າມາໃນລະບົບແອ ວິທີນີ້ຈະເປັນການຊ່ວຍການໃຊ້ແອໃຫ້ດົນນານ.

ຖ້າແອບໍ່ເຢັນຢ່າຝືນ: ຫາກຕົວເຮົາມີຄວາມຮູ້ສຶກວ່າແອບໍ່ເຢັນ ໃຫ້ຮີບປິດນໍ້າຢາແອ ຫຼື ສະວີດຄວບຄຸມຄອມເຟດເຊີ (A/C) ໃນທັນທີໂດຍຍັງສາມາດໃຊ້ພັດລົມເປົ່າໄດ້ຢູ່ ພ້ອມນີ້ເພື່ອເປັນການປ້ອງກັນບໍ່ໃຫ້ຄອມເຟດເຊີເພ ຈາກນັ້ນ ຈີ່ງນຳລົດໄປກວດເຊັກຄວາມຜິດປົກກະຕິຂອງແອລົດ.

ເມື່ອຮູ້ແນວນີ້ແລ້ວ ສຳລັບລົດໃຜທີ່ກຳລັງປະສົບປັນຫານີ້ຢູ່ກໍ່ລອງເຮັດຕາມຄຳແນະນຳຂ້າງເທີງນີ້ໄດ້ ຈະບໍ່ໄດ້ຕ້ອງເສຍເງີນເຂົ້າຮ້ານແປງລົດ ແລະ ຍັງຊ່ວຍປະຢັດເງີນໃນກະເປົາຂອງທ່ານນຳອີກ.

ວິທີຂ້າມົດໃນເຮືອນແບບງ່າຍໆ

0

ມົດເປັນສັດຊະນິດນ້ອຍ ມັກຍ່າງລຽນແຖວມາລັກເອົາເສດອາຫານ ແລະ ຂະນົມທີ່ເຮ່ຍຢູ່ຕາມມູມຕ່າງໆ ຂອງບ້ານ ເອີ້ນວ່າມີອາຫານຢູ່ໃສ ກໍ່ຕ້ອງມີມົດບ່ອນນັ້ນ ມື້ນີ້ແມ່ບ້ານ ມີ 4 ວິທີຈະຊ່ອຍທໍາລາຍມົດໃນບ້ານໃຫ້ຫາຍໄປໄດ້ ໂດຍບໍ່ຕ້ອງຂ້າ ດ້ວຍຂອງໃກ້ໂຕມາຝາກຄື:

ໃຊ້ນໍ້າສົ້ມສາຍຊູປະສົມກັບນໍ້າດື່ມ: ນໍ້າສົ້ມສາຍຊູເປັນວັດຖຸດິບທີ່ຊ່ວຍເພີ່ມລົດສົ້ມໃຫ້ອາຫານເທົ່ານັ້ນ ແຕ່ນໍ້າສົ້ມສາຍຊູ ຍັງສາມາດນຳມາໄລ່ມົດໃຫ້ອອກຈາກເຮືອນຂອງເຮົາໄດ້ ພຽງແຕ່ປະສົມນໍ້າສົ້ມສາຍຊູກັບນໍ້າດື່ມ ໃນອັດຕາສ່ວນ 1:1 ຈາກນັ້ນນຳໄປໃສ່ໃນແກ້ວສະເປ ແລ້ວນຳໄປສີດພົ່ນໃສ່ບໍລິເວນມົດ ຍ່າງເປັນປະຈຳ ຫຼື ປະສົມນໍ້າສົ້ມສາຍຊູ 1 ແກ້ວ ກັບນໍ້າດື່ມ 2 ຈອກ ແລ້ວໃສ່ຜ້າສະອາດມາຈຸ່ມ ຈາກນັ້ນຈື່ງນໍາໄປເຊັດບໍລິເວນທີ່ມົດຍ່າງເປັນປະຈຳ.

ນໍ້າໝາກນາວຊ່ວຍໄລ່ມົດໄດ້: ນໍ້າໝາກນາວເປັນອີກກີ່ນທີ່ມົດບໍ່ມັກກິນ ເພາະມີກົດຊີຕິກ ທີ່ມົດບໍ່ມັກ ວິທີງ່າຍໆ ໃນການໄລ່ມົດໂດຍປະສົມນໍ້າໝາກນາວ 1 ສ່ວນ ກັບນໍ້າທຳມະດາ 3 ສ່ວນ ແລ້ວນຳໄປໃສ່ໃນສະເປ ຈາກນັ້ນຈີ່ງນຳໄປສີດພົ່ນໃນບໍລິເວນທີ່ມົດຍ່າງເປັນປະຈຳ.

ແປ້ງເດັກທີ່ມົດບໍ່ມັກ: ແປ້ງເດັກຊ່ວຍເພີ່ມຄວາມສົດຊື່ນ ແລະ ຄວາມເຢັນໃຫ້ກັບມະນຸດ ແຕ່ສໍາລັບມົດກັບເປັນສີ່ງທີ່ບໍ່ມັກຫຼາຍ ຈົນຕ້ອງໜີໄປໃຫ້ໄກເລີຍເພາະຝຸ່ນຂອງແປ້ງຈະໄປກົບເກືອນ ທີ່ມົດໃຊ້ສື່ສານ ແລະ ຍັງໄປອັດຮູຫາຍໃຈ ຂອງມົດຈົນຫາຍໃຈບໍ່ອອກ ຊື່ງວິທີງ່າຍໆ ໃນການໄລ່ມົດ ຄື ໂຮຍແປ້ງໄວ້ບໍລິເວນທີ່ຖັງຂີ້ເຫຍື່ອໃນບ້ານ ຫຼື ຂາໂຕະຂອງກິນ ເພາະເມື່ອມົດໄດ້ກີ່ນແປ້ງກໍ່ຈະໜີໄປເອງ.

ນໍ້າມັນກ໊າດ ແລະ ຂີ້ມີ້ນຊ່ວຍປ້ອງກັນມົດ: ມົດເປັນສັດທີ່ມີປະສາດການຮັບຮູ້ກີ່ນທີ່ໄວຫຼາຍ ວິທີທໍາລາຍມົດດ້ວຍນໍ້າມັນກ໊າດ ແລະ ຂີ້ມີ້ນ ຈີ່ງເປັນວິທີທີ່ໄດ້ຜົນບໍ່ໜ້ອຍ ພຽງແຕ່ນຳຂີ້ມີ້ນມາຕຳ ຫຼື ບົດໃຫ້ລະອຽດ ຈາກນັ້ນ ຈີ່ງນຳໃສ່ນໍ້າມັນກາດລົງໄປ ແລ້ວນຳມາໃສ່ຖ້ວຍເກົ່າໆ ຫຼື ແກ້ວນໍ້າອັດລົມທີ່ຕັດເຄີ່ງເອົາໄວ້ແລ້ວນໍາໄປໂຮຍບໍລິເວນ ທີ່ຮັງມົດ ຫຼື ຕົ້ນທາງທີ່ມົດຍ່າງຜ່ານ ພຽງເທົ່ານີ້ມົດກໍ່ຈະຫາຍໄປຈາກບ້ານຂອງທ່ານແລ້ວ.

ປະທານປະເທດ ແຫ່ງ ສປປ ລາວ ສໍາເລັດເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ

0

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການແຕ່ວັນທີ 30 ກໍລະກົດ – 1 ສິງຫາ 2025.

ການຢ້ຽມຢາມ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນການຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ ຄັ້ງທຳອິດ ພາຍຫຼັງທີ່ ພະນະທ່ານ ທອງລຸນ ສີສຸລິດ ໄດ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສປປ ລາວ. ການຢ້ຽມຢ້ຽມຄັ້ງນີ້ ຖືເປັນນິມິດໝາຍສຳຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ. ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ທົບທວນຄືນແລະຕິີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດທັງໃນຂອບການຮ່ວມມືສອງຝ່າຍແລະຫຼາຍຝ່າຍໃນໄລຍະຜ່ານມາເຊິ່ງໄດ້ຮັບການຮັດເເໜ້ນແລະເສີມຂະຫຍາຍຢ່າງຕໍ່ເນື່ອງບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ການຊ່ວຍເຫຼືອເຊິ່ງກັນແລະກັນ, ການພົວພັນມິດຕະພາບແລະການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ.

ພະນະທ່ານ ທອງລຸນ ສີສຸລິດໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງຣັດເຊຍ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຊ່ວຍພັດທະນາຊັບພະຍາກອນມະນຸດກໍ່ຄືການໃຫ້ທຶນການສຶກສາແກ່ນັກສຶກສາລາວເພື່ອໄປຮຽນຕໍ່ທີ່ຣັດເຊຍເພີ່ມຂຶ້ນໃນແຕ່ລະປີ, ລວມທັງສະແດງຄວາມຂອບໃຈ ຣັດເຊຍ ທີ່ຈະຊ່ວຍສ້າງໂຮງຮຽນສາມັນສຶກສາ ລາວ-ຣັດເຊຍ ທີ່ ນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ຍັງໄດ້ຕີລາຄາສູງການຊ່ວຍເຫຼືອດ້ານອື່ນໆທີ່ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງສປປລາວ. ບົນຈິດໃຈດັ່ງກ່າວ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນການເພີ່ມທະວີ ແລະ ຊຸກຍູ້ການພົວພັນສອງຝ່າຍໃນຫຼາຍຂົງເຂດໃນອະນາຄົດເປັນຕົ້ນແມ່ນ: ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວແລະອື່ນໆທີ່ສອງຝ່າຍມີທ່າແຮງເພື່ອນຳມາຊຶ່ງຜົນປະໂຫຍດຮ່ວມກັນ.ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍມີຄວາມສົນໃຈ.

ສອງຝ່າຍໄດ້ຕີລາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງຢູ່ໃນພາກພື້ນ ອາຊີ-ປາຊີຟິກ ໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຣັດເຊຍ, ພ້ອມທັງຢືນຢັນຈະສືບຕໍ່ຮ່ວມກັນຊຸກຍູ້ສົ່ງເສີມ ການພົວພັນການຮ່ວມມື ທີ່ມີມາແລ້ວນັ້ນ ໃຫ້ໝັ້ນຄົງໜັກແໜ້ນ ແລະ ຂະຫຍາຍການຮ່ວມມືໃນຂົງເຂດທ່າແຮງຂອງສອງປະເທດ ໃຫ້ມີໝາກຜົນຕົວຈິງຂຶ້ນຕື່ມ.

ນອກຈາກນັ້ນ, ທ່ານປະທານປະເທດຍັງໄດ້ສະແດງຄວາມຊົມເຊີຍມາຍັງ ຣັດເຊຍ ທີ່ປະສົບຜົນສໍາເລັດຢ່າງຈົບງາມ ພິທີສະເຫຼີມສະຫຼອງວັນຄົບຮອບ 80 ປີ ແຫ່ງ ໄຊຊະນະມະຫາສົງຄາມປົກປ້ອງປິຕຸພູມ ຂອງ ສະຫະພາບໂຊວຽດ ທີ່ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ຜ່ານມາ. ພ້ອມນັ້ນ ຍັງໄດ້ກ່າວວ່າ,ໃນໄລຍະທ້າຍປີ 2025 ນີ້, ສອງປະເທດ ລາວ-ຣັດເຊຍ ຈະໄດ້ມີການຈັດກິດຈະກໍາຮ່ວມກັນ ເພື່ອສະເຫຼີມສະຫຼອງເນື່ອງໃນໂອກາດຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ.

ການປຶກສາຫາລືຂອງທັງສອງຝ່າຍດຳເນີນໄປດ້ວຍບັນຍາກາດອັນສ້າງສັນບົນພື້ນຖານແຫ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງປະເທດ.ພ້ອມນັ້ນ, ພະນະທ່ານ ທອງລຸນ ສີສຸລິດກໍໄດ້ເຊື້ອເຊີນ ພະນະທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສ. ຣັດເຊຍ ເດີນທາງໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ.

ຂ່າວ, ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ.

ປະທານປະເທດລາວ ໄດ້ຮັບຫຼຽນກຽດຕິຍົດ ແລະ ຄຸນງາມຄວາມດີ ຊັ້ນ 1 ຈາກ ທ່ານພະສັງຄະລາດປະທານອົງການສາສະໜາໂອຕໍດັອກ ສ.ຣັດເຊຍ

0

ໃນໂອກາດເຄື່ອນໄຫວຢ້ຽມຢາມ ສ. ຣັດເຊຍ ຢ່າງເປັນທາງການ ລະຫວ່າງວັນທີ 30 ກໍລະກົດ – 1 ສິງຫາ 2025 ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໄປຢ້ຽມຊົມ ໂບດໂອຕໍດອກ (Danilov Monastery) ພ້ອມທັງໄດ້ຮັບຫຼຽນກຽດຕິຍົດ ແລະ ຄຸນງາມຄວາມດີ ຊັ້ນ 1 ຈາກ ທ່ານພະສັງຄະລາດປະທານອົງການສາສະໜາໂອຕໍດັອກ ສ.ຣັດເຊຍ ນອກຈາກນີ້ຍັງໄດ້ໄປຢ້ຽມຊົມ ຫໍພິພິຕະພັນ ແລະ ໂບດຂອງກອງທັບທະຫານຣັດເຊຍ (PatriotPark)ຫຼື ອຸທິຍານຮັກຊາດຕື່ມອີກ.

ການຢ້ຽມຢາມ ສ. ຣັດເຊຍ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດໍາເນີນໄປຢ່າງສົມກຽດ ແລະ ສໍາເລັດຜົນອັນຈົບງາມແຕ່ຕົ້ນຈົນຈົບ, ທັງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ, ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ.

ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງສາຍພັກ ປະທານພັກຣັດເຊຍເອກະພາບ

0

ໃນໂອກາດເຄື່ອນໄຫວຢ້ຽມຢາມ ສ. ຣັດເຊຍ ຢ່າງເປັນທາງການ ລະຫວ່າງວັນທີ 30 ກໍລະກົດ – 1 ສິງຫາ 2025. ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງສາຍພັກ ພະນະທ່ານ ເດີມິຕຣີ ເມັດເວເດັບ, ປະທານພັກຣັດເຊຍເອກະພາບ ແລະ ໄດ້ຕ້ອນຮັບການເຂົົ້າຢ້ຽມຂໍ່ານັບຂອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ.

ນອກຈາກນີ້, ທ່ານປະທານປະເທດ ຍັງໄດ້ລົງລາຍເຊັນ ຮູບພາບຂອງເພິ່ນເອງ ເພື່ອນຳໄປວາງສະແດງໄວ້ ທີ່ ມະຫາວິທະຍາໄລສ້າງຄູ ເກຣເຊັນ, ທີ່ ນະຄອນຊານປີເຕີສະເບີກ, ສ. ຣັດເຊຍ, ເຊິ່ງເປັນມະຫາວິທະຍາໄລທີ່ ທ່ານປະທານປະເທດ ຈົບການສຶກສາ ໃນຍຸກສະຫະພາບໂຊວຽດ.

ຂ່າວ, ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ.

ກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ທົບທວນຄືນການຮ່ວມມືດ້ານການທະຫານ

0

ໃນວັນທີ 31 ກໍລະກົດ 2025 ຜ່ານມາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍ ກັບ ສະຫາຍ ອານເດຣ ເບຍໂລອູຊົບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ທີ່ນະຄອນຫລວງ ມົດສະກູ ສ ຣັດເຊຍ.

ໂອກາດດັ່ງກ່າວ, ສອງຝ່າຍໄດ້ທົບທວນຄືນເຖິງການຮ່ວມມືດ້ານການທະຫານ ແລະ ເຕັກ ນິກການທະຫານ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ໃນໄລະຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ສອງຝ່າຍ ຍັງໄດ້ລົງນາມແຜນຮ່ວມມືຍຸດທະສາດ ໄລຍະ 5 ປີ ລະຫວ່າງ ກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ຕື່ມອີກ.

ການພົບປະດັ່ງກ່າວ, ໄດ້ດໍາເນີນໄປດ້ວຍບັນຍາກາດ ທີ່ມີໄມຕີຈິດມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສອງຊາດ, ສອງກອງທັບ ແລະ ປະຊາຊົນ ລາວ-ຣັດເຊຍ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກ.

ການພົບປະສອງຝ່າຍຄັ້ງນີ້, ມີຂຶ້ນໃນໄລຍະຢ້ຽມຢາມ ສ ຣັດເຊຍ ຢ່າງເປັນທາງການ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໃນລະຫວ່າງ ວັນທີ 30 ກໍລະກົດ – 1 ສິງຫາ 2025.

ທີ່ມາ: ໜັງສືພິມກອງທັບ