Sunday, September 21, 2025
Home Blog Page 31

ຄວາມຄືບໜ້າຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII

0

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ III ຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ແລະ ຈັດງານມະຫະກໍາກີລາຄົນພິການແຫ່ງຊາດ ຄັ້ງທີ IV ຈັດຂຶ້ນໃນວັນທີ 4 ສິງຫາ 2025 ຢູ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທັງເປັນປະທານຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ພ້ອມດ້ວຍທ່ານຮອງລັດຖະມົນຕີ ທ່ານຮອງເຈົ້າຄອງ ທ່ານຄະນະຮັບຜິດຊອບລະດັບຊາດ ບັນດາຫົວໜ້າ-ຮອງຫົວໜ້າກໍາມະການຝ່າບຕ່າງໆ ເຂົ້າຮ່ວມ.

ໃນພິທີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ຕາງໜ້າກອງເລຂາ ຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ໄດ້ຂຶ້ນລາຍງານຄວາມຄືບໜ້າການປະຕິບັດໜ້າວຽກ ໃນການຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ໃນໄລຍະທີ 1 ແລະ ແຜນໄລຍະທີ 2 ຕໍ່ກອງປະຊຸມດັ່ງກ່າວ ວ່າ:ວຽກທີ່ເຮັດໄດ້ ແລະ ສໍາເລັດ ຈັດເຝິກອົບຮົມ ເພື່ອແນະນໍາກໍາມະການຕ່າງໆ ໃນການສ້າງແຜນດດໍາເນີນງານຂອງຕົນ ໄດ້ສໍາເລັດການແຂ່ງຂັນອອກແບບສັນຍາລັກ ແລະ ສັດນໍາໂຊກ ໄດ້ລົງກວດກາ ແລະ ເກັບກຳຂໍ້ມູນສະຖານທີ່ແຂ່ງຂັນກີລາ ສະຖານທີ່ພັກສໍາລັບການນໍາ ແລະ ຂະບວນນັກກີລາທີ່ຈະເຂົ້າຮ່ວມແຂ່ງຂັນ ກຳນົດຮູບແບບ ລາຍການສະແດງ ແລະ ວາລະພິທີເປີດ-ປິດ ໄດ້ກຳນົດລາຍການ ວັນ ເວລາແຂ່ງຂັນ ແລະ ແຈ້ງການຫາບັນດາແຂວງ ແລະ ກະຊວງໃຫ້ລົງທະບຽນ ປະເພດກີລາ ແລະ ຈໍານວນຜູ້ເຂົ້າຮ່ວມແຂ່ງຂັນໂດຍລາຍຊື່.

ສໍາລັບວຽກຄົງຄ້າງທີ່ຍັງບໍ່ທັນສໍາເລັດ ເຊັ່ນ:ການກໍານົດ ການຈັດງານຖະແຫຼງຂ່າວ ຢູ່ ນວ ຮ່າງຂໍ້ກໍານົດ ວ່າດ້ວຍລະບຽບການໂຄສະນາ ການຕິດຕັ້ງປ້າຍ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ຄົ້ນຄວ້າ ແລະ ກຳນົດເນື້ອໃນຈໍານວນຈຸດການຕິດຕັ້ງປ້າຍໂຄສະນາ ໃນສະຖານທີ່ແຂ່ງຂັນ ແລະ ຕົວເມືອງ ຄົ້ນຄວ້າ ວິທີຈຸດທວນໄຟ ແລະ ຂໍ້ຕົກລົງອານຸກຳມະການຊ່ວຍວຽກຂອງ 6 ກຳມະການ.

ສ່ວນວຽກທີ່ຕ້ອງສືບຕໍ່ ແມ່ນປັບປຸງ ແລະ ສ້ອມແປງສະໜາມແຂ່ງຂັນ ຕັ້ງສູນອອກບັດໃຫ້ແຕ່ລະພາກສ່ວນ ລົງຕິດຕາມ ແລະ ກວດກາຄວາມພ້ອມສະຖານທີ່ພັກນັກກີລາ ແລະ ສະຖານທີ່ແຂ່ງຂັນແຕ່ລະປະເພດ ຕິດຕາມການຮັບສະໝັກ ສົ່ງລາຍຊື່ນັກກີລາແຕ່ລະປະເພດກີລາ ພ້ອມທັງຂຶ້ນແຜນງົບປະມານຂອງແຕ່ລະກຳມະການ ໃຫ້ສໍາເລັດໃນເດືອນ ສິງຫາ 2025 ນີ້ ການລົງທະບຽນຂອງການນໍາຂັ້ນແຂວງ ແລະ ຄະນະນັກກີລາຂອງແຕ່ລະພາກສ່ວນ ສ້າງແຜນຕິດຕາມການເຄື່ອນໄຫວຈັດຕັ້ງປະຕິບັດໜ້າວຽກຂອງແຕ່ລະກຳມະການ ອອກແຈ້ງການ ລະບຽບການໂຄສະນາ ການຕິດຕັ້ງປ້າຍ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ສືບຕໍ່ປັບປຸງລາຍການສະແດງພິທີເປີດ-ປິດ ແລະ ກຳມະການຝ່າຍຕ່າງໆ ສືບຕໍ່ຈັດຕັ້ງປະຕິບັດຕາມແຜນດໍາເນີນງານຂອງຕົ້ນ.

ສະເໜີອະນຸມັດຂໍ້ຕົກລົງ ວ່າດ້ວຍລະບຽບການຄຸ້ມຄອງງົບປະມານ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ແລະ ຂໍ້ຕົກລົງວ່າດ້ວຍການຈັດສັນງົບປະມານ ໂດຍໄວ ເພື່ອເປັນບ່ອນອີງໃຫ້ແຕ່ລະກຳມະ ການຂຶ້ນແຜນ ສະເໜີໃຫ້ແຕ່ລະກຳມະການຝ່າຍຕ່າງໆ ແຕ່ງຕັ້ງຜູ້ປະສານງານຫຼັກ ເພື່ອປະສານງານ ສັງລວມບົດລາຍງານຄວາມຄືບໜ້າ ແລະ ແຜນຈັດຕັ້ງປະຕິບັດຂອງກຳມະການຕົນ ໃຫ້ກອງເລຂາເປັນປະຈໍາ ສະເໜີໃຫ້ກຳມະການທີ່ບໍ່ທັນສຳເລັດການຮ່າງຂໍ້ຕົກລົງອະນຸກຳມະການຂອງຕົນ ໃຫ້ຮີບຮ້ອນສົ່ງໃຫ້ກອງເລຂາເພື່ອສະເໜີຂໍອະນຸມັດ.

ຫຼັງຈາກນັ້ນ ຍັງໄດ້ຮັບຟັງການນໍາສະເໜີເພີ່ມຕື່ມ ຈາກກຳມະການສິດທິປະໂຫຍດ ແລະ ລະດົມທຶນ ກຳມະການເຕັກນິກ-ຈັດການແຂ່ງຂັນ ກຳມະການພິທີການເປີດ-ປິດ ກໍາມະການປັບປຸງ ແລະ ສ້ອມແປງສະໜາມກີລາ ກຳມະການທີ່ພັກ ແລະ ອາຫານ ກຳມະການການແພດ ແລະ ສຸຂະພາບ ກຳມະການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ກຳມະການໂຄສະນາ ແລະ ຂ່າວສານ ກອງປະຊຸມຍັງໄດ້ຕົກລົງຮອບຮອງເອົາ ຄໍາຂວັນ ໂລໂກ້ ແລະ ມາສຄ໋ອດ ຂອງງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII.

ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ຮຽກຮ້ອງມາຍັງກໍາມະການຝ່າຍຕ່າງໆ ໃຫ້ກະກຽມແຜນດໍາເນີນງານຂອງຕົນ ໂດຍສະເພາະແມ່ນຄະນະຮັບຜິດຊອບປັບປຸງ ແລະ ສ້ອມແປງສະໜາມ ກຳມະການເສດຖະກິດ ແລະ ລະດົມທຶນ ກຳມະການພິທີການເປີດ-ບີດ ທີ່ຕ້ອງໄດ້ວາງແຜນວຽກຂອງຕົນ ໃນການຈັດຕັ້ງປະຕິບັດ ແລະ ກຳມະການກອງເລຂາທີ່ເປັນຜູ້ສັງລວມ ແລະ ຊຸກຍູ້ກຳມະການຝ່າຍຕ່າງໆ ໃນວັນນີ້ເອງ ກໍແມ່ນກອງປະຊຸມທີ່ຄະນະຮັບຜິດຊອບໃນຂໍ້ຕົກລົງທັງສອງ ຈະໄດ້ຮັບຮູ້ ແລະ ເຂົ້າໃຈນໍາກັນວ່າມີວຽກໃດທີ່ຕ້ອງໄດ້ເຮັດໄປຄຽງຄູ່ກັນ ໂດຍສະເພາະແມ່ນສະຖານທີ່ຈັດການແຂ່ງຂັນ ພິທີການເປີດ-ປິດ ນິຕິກຳດ້ານງົບປະມານ ຄໍາຂວັນ ໂລໂກ້ ສັນຍາລັກ ສັດນໍາໂຊກ ແລະ ວຽກໃດທີ່ເປັນວຽກສະເພາະຂອງເຕັກນິກ ທີ່ພັກຂອງຂະບວນນັກກີລາ ແລະ ວຽກສິດທິປະໂຫຍດ ເຊິ່ງພວກເຮົາຈະຕ້ອງໄດ້ຄົ້ນຄວ້າ ແລະ ຊອກຫາວິທີທາງ ໃນການປະຕິບັດວຽກງານດັ່ງກ່າວ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ກອງປະຊຸມຄະນະວິຊາການ ກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ ອາຊຽນ ຄັ້ງທີ 28

0

ກອງປະຊຸມຄະນະວິຊາການ ກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນ ຄັ້ງທີ 28 (AWG-FPD28) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ສິງຫາ ນີ້ ທີ່ ໂຮງແຮມ ສຸພັດຕາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ,ໃນຮູບແບບອອນລາຍ ແລະ ເຊິ່ງໜ້າ ໂດຍການເປັນປະທານ ຂອງ ທ່ານ ທຸມທອນ ວົງວີສຸກ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານ ບຸນມີ ສະຫວັດ ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງໜ້າ ຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້: ເພື່ອທົບທວນຄວາມຄືບໜ້າກ່ຽວກັບການຄ້າຂາຍຜະລິດຕະພັນປ່າໄມ້, ການຮັບ ຮອງໄມ້ຖືກກົດໝາຍ ແລະ ມາດຕະຖານພາຍໃນອາຊຽນ, ໃນນັ້ນ ກອງປະຊຸມໄດ້ລົງເລິກຫົວຂໍ້ສຳຄັນ ຄື: ຄວາມຄືບໜ້າຂອງ ASEAN C&I ສຳລັບການຮັບຮອງໄມ້, ການປັບປຸງແນວທາງການຕິດຕາມໄມ້ (Chain of Custody), ການຄ້າຂາຍເຄື່ອງປ່າຂອງດົງໃນຂົງເຂດອາຊຽນ ແລະ ການຮ່ວມມືກັບອົງການ EFI, AFoCO, ITTO, EU-TAF GTEI ແລະ ອື່ນໆ.

ທ່ານ ທຸມທອນ ວົງວີສຸກ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ປຶກສາຫາລືໃນຫຼາຍຫົວຂໍ້ທີ່ສຳຄັນ ປະກອບມີ: ເສີມສ້າງການຈັດຕັ້ງປະຕິບັດບັນດາເງື່ອນໄຂ ແລະ ຕົວຊີ້ວັດຂອງອາຊຽນ ASEAN Criteria and Indicators (C&I) ສຳລັບການຄຸ້ມຄອງທີ່ຖືກກົດໝາຍ ແລະ ການຢັ້ງຢືນການຄຸ້ມຄອງປ່າໄມ້, ສ້າງລະບົບການຢັ້ງຢືນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແລະ ລະບຽບການຕິດຕາມການຄຸ້ມຄອງໄມ້, ສົ່ງເສີມການຄ້າ ແລະ ການພັດທະນາຜະລິດຕະພັນປ່າໄມ້ທີ່ບໍ່ແມ່ນໄມ້ non-timber forest products (NTFPs), ລວມທັງພືດທີ່ນຳໃຊ້ເຂົ້າໃນການປິ່ນປົວ ແລະ ພືດສະໝຸນໄພ ແລະ ການຂະຫຍາຍເວທີໃນພາກພື້ນເພື່ອແລກປ່ຽນຄວາມຮູ້, ສ້າງນະວັດຕະກຳ ແລະ ສ້າງຄວາມສາມາດ.

ທ່ານກ່າວຕື່ມວ່າ: ການປຶກສາຫາລືກັນໃນຄັ້ງນີ້ ບໍ່ພຽງແຕ່ເປັນເລື່ອງດ້ານວິຊາການເທົ່ານັ້ນ, ແຕ່ ມັນຍັງມີຄວາມສຳພັນໂດຍກົງກັບບຸລິມະສິດທີ່ກວ້າງຂວາງຂອງອາຊຽນເຊັ່ນ: ຄວາມທົນທານຕໍ່ສະພາບດິນຟ້າອາກາດ, ການອະນຸລັກຊີວະນາໆພັນ ແລະ ການເຊື່ອມໂຍງເສດຖະກິດແບບຍືນຍົງພາຍໃຕ້ປະຊາຄົມ ເສດຖະກິດອາຊຽນASEAN Economic Community (AEC), ສ່ວນໜຶ່ງຂອງຄຳໝັ້ນສັນຍາຂອງ ພວກເຮົາຕໍ່ກັບການຄຸ້ມຄອງປ່າໄມ້ແບບຍືນຍົງ, ປະເທດສະມາຊິກອາຊຽນຈຳເປັນຕ້ອງຮ່ວມມືກັນ ເພື່ອຕ້ານການຄ້າສັດ ແລະ ພືດຜິດກົດໝາຍ, ໂດຍສະເພາະສາຍພັນທີ່ຖືກຂຶ້ນບັນຊີຫວງຫ້າມໃນອານຸສັນຍາ ວ່າດ້ວຍການຄ້າສາກົນຊຶ່ງປະເພດສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ, ການຄ້າຜິດກົດໝາຍ ທຳລາຍຄວາມພະຍາຍາມໃນການອະນຸລັກ ແລະ ເຮັດໃຫ້ຊື່ສຽງຂອງພາກພື້ນຂອງພວກເຮົາອ່ອນແອລົງໃນຕະຫຼາດສາກົນ, ພ້ອມດຽວກັນນີ້, ບັນດາປະເທດອາຊຽນຄວນສະໜັບສະໜູນ ຊຶ່ງກັນ ແລະ ກັນ ເພື່ອປົດລ໋ອກ ທ່າແຮງໃນການຄ້າທີ່ຖືກຕ້ອງຕາມກົດໝາຍຂອງຊະນິດພັນທີ່ຖືກຂຶ້ນບັນຊີ CITES, ໃຫ້ສອດຄ່ອງກັບກົດໝາຍພາຍໃນ ແລະ ລະບຽບການຂອງ CITES ຢ່າງຄົບຖ້ວນ, ລວມທັງການພັດທະນາ ແລະ ການອະນຸມັດຜົນການກວດສອບວ່າດ້ວຍການບໍ່ເປັນຜົນຮ້າຍ (NDFs) ໂດຍຄະນະກຳມະການພືດ ແລະ ສັດ. ການຮ່ວມມືແບບນີ້ຈະຊ່ວຍໃຫ້ການຄ້າປະກອບສ່ວນໃນທາງບວກ ຕໍ່ການອະນຸລັກ ແລະ ການດຳລົງຊີວິດແບບຍືນຍົງ.

ອີຣານ ປັບຕົວເລກ ທະນະບັດ ໃນການເຮັດທຸລະກຳ

0

ອ້າງຕາມແຫລ່ງຂ່າວເອເອຟພີ: ວັນທີ 4 ສິງຫາ , ເວັບໄຊລັດຖະສະພາອີຣານ (ໄອຊີເອເອັນເອ) ອ້າງຕາມຄຳເວົ້າ ຂອງ ທ່ານ ຊັມ ເຊດດິນ ຮອສເຊນີ ປະທານຄະນະກຳມະທິການເສດຖະກິດລະບຸໃນກອງປະຊຸມຄະນະກຳມະທິການອະນຸມັດໃຫ້ເງິນເຣຍ ຊຶ່ງເປັນສະກຸນເງິນປະຈຳຊາດ ລວມເຖິງການນໍາເລກສູນ 4 ໂຕອອກຈາກທະນະບັດ. ພາຍໃຕ້ລະບົບໃໝ່ນີ້ 1 ເຣຍ ຈະທຽບເທົ່າກັບ 10.000 ເຣຍ ຕາມມູນຄ່າໃນປັດຈຸບັນ ແລະ ຈະຖືກອອກແບບເປັນ 100 ເກຣັນ. ໂດຍຮ່າງກົດໝາຍສະບັບ ໃນປັດຈຸບັນຈະຕ້ອງຜ່ານການລົງມະຕິ ໂດຍລັດຖະສະພາ ແລະ ໄດ້ຮັບການອະນຸມັດ ຈາກສະພາອາຣັກ, ຊຶ່ງເປັນອົງກອນ ທີ່ມີອຳນາດໃນການກວດກາກົດໝາຍ . ຢ່າງໃດກໍ່ຕາມຍັງບໍ່ຮູ້ແນ່ນອນວ່າການລົງມະຕິຈະເກີດຂຶ້ນເມື່ອໃດ.

ເກີດອຸບັດເຫດ ເຮືອຊາວອົບພະຍົບຫລົ້ມ ຢູ່ເຂດທະເລ ເຢເມນ ເສຍຊີວິດເກືອບ 70 ຄົນ

0

ອ້າງຕາມຂ່າວ ຊີເອັມຈີ: ເຈົ້າໜ້າທີ່ ສາທາລະນະສຸກ ຂອງ ລັດຖະບານ ເຢເມນ ແຈ້ງວ່າ : ເກີດອຸບັດເຫດເຮືອ ຊາວອົບພະຍົບ ອາຟຣິກາ ຫລົ້ມ ຢູ່ເຂດທະເລ ທາງພາກໃຕ້ ຂອງ ເຢເມນ ໃນຕອນຄໍ່າ ວັນທີ 2 ສິງຫານີ້ ເຮັດໃຫ້ມີ ຜູ້ເສຍຊີວິດເຖິງ 68 ຄົນ, ສູນຫາຍ 74 ຄົນ ແລະ ລອດຊີວິດ ຈຳນວນໜຶ່ງ.

ອີງຕາມ ແຈ້ງການ ຂອງ ພາກສ່ວນ ຄວາມໝັ້ນຄົງ ແຂວງອັບຢັນ ຂອງ ເຢເມນ ໃຫ້ຮູ້ວ່າ: ຜູ້ເສຍຊີວິດ ແລະ ຜູ້ລອດຊີວິດ ທັງໝົດ ລ້ວນແຕ່ແມ່ນ ຊາວເອທີໂອປີ. ເນື່ອງຈາກ ຖືກແຊ່ນໍ້າເປັນ ເວລາດົນນານ ແລະ ອິດເມື່ອຍທີ່ສຸດ, ປັດຈຸບັນ, ຜູ້ລອດຊີວິດ ຈໍານວນໜຶ່ງ ຍັງຢູ່ໃນພາວະອັນຕະລາຍ. ໃນຂະນະນີ້, ບັນດາເຈົ້າໜ້າທີ່ ກ່ຽວຂ້ອງ ຂອງທ້ອງ ຖິ່ນດັ່ງກ່າວ ພວມເລັ່ຊອກຫາ ຜູ້ປະສົບເຄາະຮ້າຍຕ່າງໆ. ນອກຈາກນີ້, ເຈົ້າໜ້າທີ່ລັດຖະບານ ເຢເມນ ຍັງລະບຸວ່າ: ອົງການຈັດຕັ້ງ ສາກົນ ເພື່ອການ ຍົກຍ້າຍ ຖິ່ນຖານ ແລະ ອົງການ ຈັດຕັ້ງ ເພື່ອມະນຸດສະທໍາອື່ນໆ ໄດ້ສົ່ງໜ່ວຍງານເຂົ້າຮ່ວມ ໃນການ ຄົ້ນຫາ ແລະ ກູ້ໄພ ພ້ອມທັງ ໃຫ້ການຊ່ວຍເຫລືອ ແກ່ຜູ້ລອດຊີວິດ ຢ່າງເລັ່ງດ່ວນ.

ສສ ຫວຽດນາມ ມີການສົ່ງອອກ-ນຳເຂົ້າ ເພີ່ມຂຶ້ນກວ່າ 16% ເມື່ອທຽບໃສ່ປີກາຍ

0

ວິທະຍຸກະຈາຍສຽງຫວຽດນາມ, ຕາມຕົວເລກສະຖິຕິໃນເບື້ອງຕົ້ນຫລ້າສຸດ ຂອງກົມພາສີ (ກະຊວງການເງິນ ຫວຽດນາມ), ຍອດມູນຄ່າສົ່ງອອກ-ນຳເຂົ້າສິນຄ້າຂອງ ສສ ຫວຽດນາມ ໃນໄຕມາດທີ 1 ເດືອນ ກໍລະກົດ 2025 (ແຕ່ວັນທີ 1–15 ກໍລະກົດ), ບັນລຸກວ່າ 38,21 ຕື້ໂດລາສະຫະລັດ. ໝາກຜົນດັ່ງກ່າວ ໄດ້ຍົກຍອດມູນຄ່າສົ່ງອອກ-ນຳເຂົ້າຂອງ ສສ ຫວຽດນາມ ນັບແຕ່ຕົ້ນປີ ຮອດວັນທີ 15 ກໍລະກົດ ບັນລຸ 470,63 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 16,2% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຍອດມູນຄ່າສົ່ງ ອອກຂອງວິສາຫະກິດ ມີເງິນລົງທຶນຈາກຕ່າງປະເທດ (FDI) ບັນລຸກວ່າ 329 ຕື້ ໂດລາສະຫະລັດ.ກ່ຽວກັບການສົ່ງອອກ, ໄລ່ຮອດວັນທີ 15 ກໍລະກົດ, ຍອດມູນຄ່າສົ່ງອອກຂອງ ສສ ຫວຽດນາມ ບັນລຸກວ່າ 239 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 14,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ກົງກັນຂ້າມ, ມູນຄ່ານຳເຂົ້າສິນຄ້າ ໃນທົ່ວປະເທດໄລ່ຮອດວັນທີ 15 ກໍລະກົດ ບັນລຸ 231,4 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 17,7% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2024. ມີບາງໝວດສິນຄ້າ ໄດ້ເພີ່ມຂຶ້ນ, ຄື: ຄອມພິວເຕີ, ຜະລິດຕະພັນ ເອເລັກໂຕຣນິກ, ເຄື່ອງຈັກ, ອຸປະກອນ ແລະ ເຄື່ອງອາໄຫລ່ ເປັນຕົ້ນ ສະນັ້ນ, ນັບແຕ່ຕົ້ນປີມາຮອດ ວັນທີ 15 ກໍລະກົດ, ສ່ວນເກີນດຸ່ນການຄ້າສິນຄ້າແມ່ນ 7,74 ຕື້ ໂດລາສະຫະລັດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ໄທ-ກຳປູເຈຍ ປ່ຽນບ່ອນຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ

0

ວິທະຍຸກະຈາຍສຽງ ຫວຽດນາມ, ກອງປະຊຸມຄະນະກຳມະການຊາຍແດນຮ່ວມ (GBC – General Border Committee) ລະຫວ່າງ ໄທ ແລະ ກຳປູເຈຍ ຈັດຂຶ້ນລະຫວ່າງ ວັນທີ 4 ຮອດວັນທີ 7 ສິງຫາ ຢູ່ມາເລເຊຍ ແທນທີ່ນະຄອນຫລວງ ພະນົມເປັນ ປະເທດກຳປູເຈຍ. ການເລືອກເອົາມາເລເຊຍ ເປັນບ່ອນຈັດກອງປະຊຸມຄັ້ງນີ້ເພື່ອແນໃສ່ຮັບປະກັນລັກສະນະ ເປັນກາງໄກ່ເກ່ຍ. ການກະທຳນີ້ບໍ່ສ່ອງແສງຄວາມບໍ່ເຊື່ອໝັ້ນ ຫາກເພື່ອແນໃສ່ຫລີກລ້ຽງຄວາມສ່ຽງເພີ່ມຄວາມເຄັ່ງຕຶງ ແລະ ຮັບປະກັນວິວັດການເຈລະຈາດຳເນີນເປັນປົກກະຕິ. ຝ່າຍກຳປູເຈຍ ໄດ້ມີຄວາມເຫັນດີເຫັນພ້ອມຕໍ່ກັບການປ່ຽນບ່ອນ ດຳເນີນກອງປະຊຸມ. ແຜນດຳເນີນກອງປະຊຸມຈະຈັດຂຶ້ນເປັນເວລາ 3 ວັນ. ເພື່ອເຈລະຈາ ແລະ ເປັນເອກະພາບບາງເນື້ອໃນກ່ຽວຂ້ອງເຖິງການຮັກສາສັນຕິພາບຢູ່ເຂດຊາຍແດນ ໄທ – ກຳປູເຈຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ໂອເປັກ ບວກ ເຫັນດີເປັນເອກກະພາບຮັບການການເພີ່ມປະລິມານນ້ຳມັນ

0

ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 3 ສິງຫານີ້, ອົງການ ບັນດາປະເທດ ສົ່ງອອກ ນ້ຳມັນ ແລະ ບັນດາ ຄູ່ຮ່ວມມື (OPEC+) ໄດ້ເຫັນດີ ເປັນເອກະພາບ ຫລັກ ການ ເພີ່ມປະລິມານ ນ້ຳມັນ ນັບແຕ່ ເດືອນກັນຍາ ເມື່ອກຸ່ມນີ້ ປະຕິບັດສຳເລັດ ການລົບລ້າງ ບັ້ນຫລຸດຜ່ອນ ປະລິມານໃຫຍ່ທີ່ສຸດ ໃນສະພາບການ ຄວາມວິຕົກກັງວົນ ຕໍ່ການຂາດວັກ ຂາດຕອນກ່ຽວກັບ ແຫລ່ງສະໜອງຈາກ ຣັດເຊຍ. ຖະແຫລງການຮ່ວມໂດຍ ອາຣັບບິ ຊາອຸດິ, ຣັດເຊຍ, ອີຣັກ, ສະຫະນະຄອນ ເອເມເຣັດ ອາຣັບ (UAE), ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ໄດ້ເຫັນດີ ເປັນເອກະພາບ ໃນກອງປະຊຸມ ປະຈຳເດືອນ ໂດຍໃຫ້ຮູ້ວ່າ 8 ປະເທດນີ້ ຈະປະຕິບັດ ສຳເລັດ ການປັບປຸງ ເພີ່ມປະລິມານ ຕື່ມອີກ 547.000ຖັງ/ວັນ ໃນເດືອນກັນຍາ ເມື່ອທຽບໃສ່ກັບ ປະລິມານ ຄວາມຮຽກຮ້ອງ ຕ້ອງການຂອງເດືອນສິງຫາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຜູ້ບໍລິໂພກອາເມລິກາ ຜະເຊີນໜ້າກັບອັດຕາພາສີສູງທີ່ສຸດ ນັບແຕ່ປີ 1934 ເປັນຕົ້ນມາ

0

ວີທະຍຸ ສາກົນແຫ່ງ ສປ ຈີນ, ອີງ​ຕາມ​ ຜົນ​ການ​ຄົ້ນ​ຄວ້າ ​ສະ​ບັບຫລ້າ​ສຸດ ​ຈາກ​ຫ້ອງ​ທົດ​ລອງ ​ງົບ​ປ​ະ​ມານ ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ​ເຢ​ລ​ ອາ​ເມ​ລິ​ກາ​ ສະ​ແດງ​ໃຫ້​ເຫັນ​ວ່າ: ມາ​ຮອດ ​ວັນ​ທີ 31 ກໍ​ລະ​ກົດ​ທີ່​ຜ່ານ​ມາ, ອັດ​ຕາ​ພາ​ສີ​ ສະ​ເລ່ຍ ​ທີ່ມີ​ຜົນບັງຄັບໃຊ້ຂອງ​ ສ.ອາ​ເມ​ລິ​ກາ ​ຕໍ່​ສິນ​ຄ້າ​ນຳ​ເຂົ້າ​ສູງ​ເຖິງ 18,3% ເຊິ່ງ​ເປັນ​ລະ​ດັບ​ສູງ​ສຸດ ​ນັບ​ແຕ່​ປີ 1934 ເປັນ​ຕົ້ນ​ມາ. ​ອັດ​ຕາ​ພາ​ສີ​ສະ​ເລ່ຍ ທີ່ມີ​ຜົນບັງຄັບໃຊ້ ບໍ່​ແມ່ນ​ຕົວ​ເລກ​ຄົງທີ່, ຫາກ​ແມ່ນ​ສາ​ມາດປັບ​ປຸງ​ໄດ້ ​ໂດຍ​ອີງ​ຕາມ​ການ​ປ່ຽນ​ແປງ​ ຂອງ​ນະ​ໂຍ​ບາຍ​ ແລະ ສະ​ຖາ​ນະ​ການ​ເສດ​ຖະ​ກິດ ​ຂອງ​ປະ​ເທດ​ ກໍ​ຄື​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ສາ​ກົນ. ຫ້ອງ​ທົດ​ລອງ​ງົບ​ປ​ະ​ມານ​ດັ່ງ​ກ່າ​ວ​ເຫັນ​ວ່າ: ນະ​ໂຍ​ບາຍ​ພາ​ສີ​ ຈະ​ເຮັດ​ໃຫ້​ອັດ​ຕາ​ເຕີບໂຕ​ ຂອງລວມຍອດ​​ ຜະ​ລິດ​ ຕະ​ພັນ​ ພາຍ​ໃນ ຫລື GDP ​ຂອງ​ ສ.ອາ​ເມ​ລິ​ກາ ໃນ​ປີ 2025 ແລະ 2026 ຫລຸດ​ລົງ 0,5% ຕໍ່ປີ. ພ້ອມ​ກັນ​ນັ້ນ, ພາ​ສີ​ ຍັງ​ຈະ​ເຮັດ​ໃຫ້ ​ອັດ​ຕາ​ວ່າງ​ງານ ​ຂອງ​ ສ.ອາ​ເມ​ລິ​ກາ​ ເພີ່ມ​ຂຶ້ນ 0,3% ເມື່ອ​ຮອດ​ທ້າຍ​ປີ 2025 ແລະ ​ຈະ​ເພີ່ມ​ຂຶ້ນ 0,7 ເມື່ອ​ຮອດ​ທ້າຍ​ປີ 2026.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ພະຍາກອນອາກາດ ວັນທີ 05 ສິງຫາ 202

0

#ພະຍາກອນອາກາດ ເຊົ້າວັນທີ 05 ສິງຫາ 2025, ຄວາມກົດດັນຕ່ຳຂອງອາກາດຮ້ອນ ຍັງຈະສືບຕໍ່່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ. ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢ່ບາງທ້ອງຖິ່ນ.

ສະມາຄົມປ້າຍລາວຮ່ວມງານວາງສະແດງໂຄສະນາ VietAd 2025

0

ຄະນະຜູ້ແທນຈາກສະມາຄົມປ້າຍລາວນຳໂດຍທ່ານ ວົງນຳ ວົງວິໄລ ປະທານສະມາຄົມປ້າຍລາວ ພ້ອມຄະນະຈຳນວນ 20 ທ່ານ ໄດ້ເຂົ້າຮ່ວມງານວາງສະແດງສາກົນດ້ານປ້າຍໂຄສະນາ, ເຄື່ອງຈັກ ແລະ ອຸປະກອນ VietAd 2025 ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ໃນລະຫວ່າງວັນທີ 24-27 ກໍລະກົດ ຜ່ານມາ.

ງານ VietAd 2025 ເປັນເວທີສຳຄັນໃນການແລກປ່ຽນເຕັກໂນໂລຊີນະວັດຕະກຳໃໝ່ໆ ແລະ ວັດຖຸດິບທີ່ໃຊ້ໃນການຜະລິດປ້າຍໂຄສະນາ. ການເຂົ້າຮ່ວມໃນຄັ້ງນີ້ເປັນຄັ້ງທີ 3 ໂດຍການຕ້ອນຮັບຢ່າງອົບອຸ່ນຈາກບັນດາເພື່ອນມິດສະມາຄົມປ້າຍ ສສ ຫວຽດນາມ ເພື່ອເປີດໂອກາດໃຫ້ຜູ້ປະກອບການລາວໄດ້ສຶກສາຮຽນຮູ້ແນວທາງໃໝ່ຂອງຕະຫຼາດ, ສ້າງເຄືອຂ່າຍທຸລະກິດ ແລະ ນຳເອົາຄວາມຮູ້ທີ່ໄດ້ໄປພັດທະນາຂະແໜງປ້າຍໂຄສະນາພາຍໃນປະເທດໃຫ້ກ້າວໜ້າໃນລະດັບສາກົນ. ສະແດງໃຫ້ເຫັນເຖິງການພົວພັນຮ່ວມມື ແລະ ການແລກປ່ຽນບົດຮຽນລະຫວ່າງຜູ້ປະກອບການໃນຂະແໜງປ້າຍໂຄສະນາຂອງສອງປະເທດທີ່ດີຕະຫຼອດມາ.

ຂ່າວ: ສະມາຄົມປ້າຍລາວ