Sunday, September 21, 2025
Home Blog Page 30

ສສ ຫວຽດນາມ ກຽມຄວາມພ້ອມການເດີນ ຂະບວນສວນສະໜາມ ເນື່ອງໃນໂອກາດ ວັນຊາດທີ 2 ກັນຍານີ້

0

ວິທະຍຸກະຈາຍສຽງຫວຽດນາມ ວັນທີ 5 ສິງຫາ ຢູ່ສູນຝຶກຊ້ອມການທະຫານແຫ່ງຊາດ ເລກທີ 4 ຢູ່ຮ່າໂນ້ຍ, ໂຍມີ ພະນັກງານ-ນັກຮົບ ເກືອບ 16.000 ຄົນ ຈາກບັນດາກົມກອງ ຂອງກະຊວງປ້ອງກັນປະເທດ, ກະຊວງຕຳຫລວດ ຫວຽດນາມ ໄດ້ປະຕິບັດໜ້າທີ່ເດີນຂະບວນ, ສວນສະໜາມໃນພິທີສະເຫລີມສະຫລອງ 80 ປີ ແຫ່ງວັນປະຕິວັດເດືອນສິງ ຫາ ປະສົບຜົນສຳເລັດ ແລະ ວັນສະຖາປະນາປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (ໜ້າທີ່ A80), ໄດ້ດຳເນີນການຝຶກຊ້ອມລວມ ຄັ້ງທີ 2. ໂດຍເປັນກຽດເຂົ້າຮ່ວມປະຕິບັດໜ້າທີ A80, ທ່ານ ນາງ ຮ້ອຍໂທ ຫງວຽນ ເຟືອງແທັງ, ທະຫານເປັນມືອາຊີບ, ກ້ອນກຳລັງເພດ ຮັກສາ ສັນຕິພາບ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ ໄດ້ກ່າວສະແດງ ຄວາມຮູ້ສຶກ ຕື່ນເຕັ້ນທີ່ສຸດ ພາຍຫລັງ ຝຶກຊ້ອມມາໄດ້ 3 ເດືອນ ແລະ ທຸກຄົນ ລ້ວນແຕ່ພະຍາຍາມ ເພື່ອປະຕິບັດໜ້າທີ່ ເຊິ່ງຕົນໄດ້ມອບໝາຍ ໃຫ້ເປັນຢ່າງດີ. ດັ່ງນັ້ນ ການຝຶກຊ້ອມລວມຄັ້ງນີ້ ຈະໄດ້ຮັບຄຳເຫັນປະກອບ ເພື່ອທອດ ຖອນ ບົດຮຽນ ໃຫ້ແກ່ ຕົນເອງ, ປະຕິບັດໃຫ້ດີກວ່າ ເພື່ອມຸ່ງໄປ ເຖິງ ວັນຊາດທີ 2 ກັນຍານີ້ ເພື່ອໄດ້ກ້າວຍ່າງ ຢູ່ສະໜາມຫລວງ ບາດິ່ງ ແຫ່ງປະຕິວັດ.ສຳລັບ ໃນການຝຶກຊ້ອມນີ້ ປະກົດມີ ລະບົບອາວຸດ, ຍຸດໂທ ປະກອນ ທີ່ທັນສະໄໝ, ໃນນັ້ນ ມີຫລາຍຜະລິດຕະພັນ ຂອງພື້ນຖານ ອຸດສາຫະກຳ ປ້ອງກັນຊາດ ຫວຽດນາມ ຄົ້ນຄວ້າ ແລະ ປະດິດແຕ່ງ. ຜ່ານນັ້ນ ກໍສະແດງ ໃຫ້ເຫັນກຳລັງແຮງ ຂອງເຄື່ອງຈັກ ແລະ ຄວາມພ້ອມ ຕໍ່ສູ້ຢ່າງສູງ ຂອງກອງທັບ ປະຊາຊົນ ຫວຽດນາມ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ເຕັກໂນໂລຢີປັນຍາປະດິດ ຫວຽດນາມ ຍົກລະດັບການກວດກາຢັ້ງຢືນຂໍ້ມູນຂຶ້ນມາດຖານໃໝ່

0

ວິທະຍຸກະຈາຍສຽງຫວຽດນາມ, ໃນກອງປະຊຸມ ACL 2025 (Annual Meeting of the Asso ciation for Computational Linguistics ເຊິ່ງເປັນໜຶ່ງໃນບັນດາເວທີປາໄສທີ່ມີອິດທິພົນຊື່ສຽງທີ່ສຸດ ກ່ຽວກັບ ຈິດຕະວິ ທະຍາ ປະສາດ ສະໝອງ-NLP) ຫາກໍດຳເນີນຢູ່ ວຽນ, ໂອຕາລິດ, ສູນບໍລິ ການຂໍ້ມູນ ແລະ ປັນຍາປະດິດ Viettel (Viettel AI) ໄດ້ແນະນຳ Claim PKG, ເຊິ່ງເປັນວິທີກວດກາ ຢັ້ງຢືນ ຂໍ້ມູນ ດ້ວຍ AI ທີ່ບັນລຸ ຄວາມຊັດເຈນ ສູງກວ່າ 12% ເມື່ອທຽບໃສ່ ບັນດາວິທີ ໃນປັດຈຸບັນ. ໝາກຜົນ ການທົດ ລອງ ດັ່ງກ່າວ ໄດ້ຊີ້ໃຫ້ເຫັນກຳລັງ ຄວາມ ສາມາດ ໝູນໃຊ້ ຢ່າງແຮງຂອງ ClaimPKG ເຂົ້າໃນການຍົກສູງລະດັບໄວ້ວາງໃຈ ຂອງລະບົບ AI ກວດກາ ຢັ້ງຢືນ ຂໍ້ມູນຂ່າວສານ ໃນອະນາຄົດ. ກ່ອນໜ້ານັ້ນ, ໃນກອງປະຊຸມ NAACL 2025, Viettel AI ກໍໄດ້ສ້າງຄວາມສົນໃຈດ້ວຍ VeGraph, ເຊິ່ງເປັນວິທີ ກວດກາ ຢັ້ງຢືນຂໍ້ມູນຂ່າວສານ ໂດຍອີງໃສ່ພື້ນຖານພູມປັນຍາ ແບບລາຍ ລັກ ອັກສອນ, ເຊັ່ນ: ບົດຂ່າວ, ເອກະສານ ທາງນິ ຕິກຳ. VeGraph ໄດ້ຮັບ ການຮັບຮູ້ ລະດັບ ການປັບປຸງ ຄວາມຊັດເຈນ ແຕ່ 2–5% ເມື່ອທຽບໃສ່ ວິທີອື່ນໆ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສ.ອາເມລິກາ ເລັ່ງລະດົມກຳລັງເຈົ້າໜ້າທີ່ ຄວບຄຸມໄຟປ່າ

0

ຕາມຂ່າວຈາກ ວໍຊີງຕັນ,ວັນທີ 5ສິງຫານີ້, ໜ່ວຍງານ ດັບເພີງ ພ້ອມອຸປະກອນ ຄົບຊຸດ ພວມເລັ່ງ ຄວບຄຸມໄຟປ່າ ກີຟຟອດ ທີ່ໄໝ້ຢູ່ໃນລັດ ແຄລິຟໍເນຍ ເນື່ອງຈາກ ສະພາບ ອາກາດ ແຫ້ງແລ້ງ ແລະ ລົມພັດແຮງ ເຮັດໃຫ້ເກີດ ໄຟໄໝ້ປ່າ ໃນເຂດປ່າ ສະຫງວນ ແຫ່ງຊາດ ລໍສ ປຣາເດສ (Los Padres)ໃກ້ກັບ ເມືອງ ຊານຕາ ມາເລຍ(Santa Maria) ໄດ້ໄໝ້ປ່າໄປແລ້ວ ຫລາຍກວ່າ 49.000 ເຮັກຕາ ແລະ ພວມໄໝ້ລາມ ໄປເຮືອນປະຊາຊົນ ປະມານ 360ຫລັງ. ຂະນະນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ເລັ່ງຍົກຍ້າຍ ປະຊາຊົນ ບາງສ່ວນ ອອກຈາກ ຈຸດສຽງໄພແລ້ວ ໂດຍມີ ກຳລັງເຈົ້າໜ້າທີ່ ດັບເພີງ ຫລາຍກວ່າ 1.000ຄົນ ຮ່ວມມືກັນ ດັບໄຟ ທາງພາກພື້ນດິນ ແລະ ອາກາດ ໃນຂະນະທີ່ ລົມພັດແຮງ ຢູ່ຕະຫລອດເວລາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ນັກຂ່າວ ຮັບການຍົກລະດັບການຫັນເປັນດີຈີຕອນ

0

ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຮ່ວມກັບສໍານັກຂ່າວ ABC ແລະ ສະຖານທູດອົສຕຣາລີ ປະຈໍາລາວ ຈັດຊຸດຝຶກອົບຮົມໃນຫົວຂໍ້: “ເວທີສົນທະນາການຫັນໄປສູ່ດີຈີຕອນ” ໃນວັນທີ 5 ສິງຫານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ທ່ານ ນາງ ເມການ ຈອນ (Megan Jones) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງປະເທດອົສຕຣາລີ ປະຈໍາ ສປປ ລາວ, ທ່ານ ແອຣອນ ແກນ (Mr Aaron Kearney) ຜູ້ອຳນວຍການ ABCID – ຜູ້ມີສ່ວນຮ່ວມ ແລະ ພັດທະນາໂຄງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສໍາມະນາກອນ.

ໃນພິທີ, ທ່ານ ວັນໄຊ ຕະວິນຍານ ກ່າວວ່າ: ກ່ອນອື່ນຂ້າພະເຈົ້າ ຂໍຂອບໃຈມາຍັງລັດຖະບານ ກໍຄືສະຖານທູດອົສຕຣາລີ ປະຈໍາລາວ ທີ່ໃຫ້ການສະໜັບສະໜູນດ້ານງົບປະມານໃຫ້ ສຳນັກຂ່າວເອບີຊີ (ABC) ໂດຍສົມທົບກັບສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດຊຸດຝຶກອົບຮົມໃຫ້ນັກຂ່າວລາວ ຊຶ່ງເຫັນວ່າມີຄວາມສໍາຄັນ ແລະ ສອດຄ່ອງກັບຍຸກສະໄໝ, ໂດຍມີວິທະຍາກອນທີ່ເປັນຊ່ຽວຊານສະເພາະດ້ານຈາກປະເທດອົສຕຣາລີ, ລາວ ແລະ ໄທ ມາແລກປ່ຽນບົດຮຽນ ແລະ ນັກຂ່າວຜູ້ທີ່ຜະລິດຂ່າວວິດີໂອໃສ່ເວັບໄຊ ແລະ ສື່ອອນລາຍ ຈໍານວນ 25 ຄົນ ຈາກອົງການສື່ຕ່າງໆທັງພາກລັດ ແລະ ພາກສັງຄົມ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆເຂົ້າຮ່ວມ.

ປະເທດອົສຕຣາລີ ແລະ ລາວ ແມ່ນມີຄວາມສໍາພັນກັນຢ່າງເຂັ້ມແຂງ ແລະ ພັດທະນາຢ່າງຕໍ່ເນື່ອງ, ໂດຍມີການຮ່ວມມືແບບຄູ່ຮ່ວມງານທີ່ຄົບຖ້ວນ ແລະ ການຮ່ວມມືທີ່ເພີ່ມຂຶ້ນໃນຫຼາຍຂະແໜງການ. ຄູ່ຮ່ວມງານນີ້, ໄດ້ສ້າງຂຶ້ນ ດ້ວຍຄວາມໄວ້ວາງໃຈ ແລະ ຄວາມເຄົາລົບ, ປະກອບມີການຮ່ວມມືດ້ານການພັດທະນາເສດຖະກິດ, ຄວາມສະຫງົບ, ຄວາມໝັ້ນຄົງ, ແລະ ນະໂຍບາຍການຕ່າງປະເທດ, ໂດຍສຸມໃສ່ການພັດທະນາຊັບພະຍາກອນມະນຸດ.

ນອກນັ້ນ, ລັດຖະບານອົສຕຣາລີ ຍັງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສືບຕໍ່ສະໜັບສະໜູນການພັດທະນາຊັບພະຍາກອນມະນຸດໃນລາວ, ໂດຍໃຫ້ທຶນການສຶກສາ, ຝຶກອົບຮົມໃນໄລຍະສັ້ນ ແລະ ໄລຍະຍາວ, ການຝຶກອົບຮົມໃນຄັ້ງນີ້ກໍມີຫຼາຍຫົວຂໍ້ມາເປັນບົດຮຽນໃຫ້ແກ່ນັກຂ່າວລາວເປັນຕົ້ນ: ການຫັນໄປສູ່ດີຈີຕອນ, ຄວາມຍືນຍົງຂອງສື່ມວນຊົນ, ການຜະລິດເນື້ອໃນດີຈີຕອນ ແລະ ການເຮັດຂ່າວຢູ່ໂທລະສັບມືຖື, ການຕ້ານຂ່າວປອມ, ການສ້າງຄວາມຮູ້ດ້ານປັນຍາປະດິດ ແລະ ການວິເຄາະສື່ສັງຄົມອອນລາຍ ແລະ ສື່ຊະນິດອື່ນໆ.

ພ້ອມນັ້ນ, ທີມງານຈັດຝຶກອົບຮົມຍັງນໍາເອົາອຸປະກອນຈໍານວນໜຶ່ງມາໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ນໍາເຂົ້າໄປປະຕິບັດຕົວຈິງໃນໄລຍະຝຶກອົບຮົມ ແລະ ເອົາໄປໃຊ້ເຂົ້າໃນວິຊາສະເພາະຢູ່ອົງການສື່ຂອງຕົນທີ່ສັງກັດ ຊຶ່ງຈະຊ່ວຍໃຫ້ນັກຂ່າວໄດ້ຍົກລະດັບຄວາມຮູ້ຄວາມສາມາດກ້າວຂຶ້ນໄປທັນກັບຍຸກທັນສະໄໝ ແລະ ອອກຂ່າວຕາມການເວລາ. ການເປັນນັກຂ່າວຕ້ອງເປັນຜູ້ຮອບຮູ້, ເປັນຄົນສະດຸ້ງໄວ, ເປັນຄົນກັ່ນຕອງບັນຫາຢ່າງຮອບຄອບ, ເພາະວ່າເປັນຜູ້ນຳເອົາຂໍ້ມູນຂ່າວສານທີ່ເກີດຂຶ້ນໃນແຕ່ລະວັນທັງຢູ່ໃນລາວ ແລະ ຕ່າງປະເທດ ທີ່ຖືກຕ້ອງຊັດເຈນ, ທັນກັບກາລະເວລາ ມາເຜີຍແຜ່ຜ່ານຫຼາຍຊ່ອງທາງ ແລະ ຫຼາຍລະບົບສື່ສານໃຫ້ທຸກໆຊັ້ນຄົນໃນສັງຄົມໄດ້ບໍລິໂພກ.

ຂ້າພະເຈົ້າໄດ້ຍິນວ່າ: ປີນີ້ ແລະ ຊຸມປີຜ່ານມາ ສະມາຄົມນັກຂ່າວໄດ້ຮ່ວມກັບສະຖານທູດອົສຕຣາລີ ຈັດຝຶກອົບຮົມໃຫ້ນັກຂ່າວລາວ ໃນຂອບເຂດທົ່ວປະເທດ ທັງຊ້ອງໜ້າ ແລະ ຜ່ານອອນລາຍຫຼາຍຄັ້ງ ໂດຍສະເພາະແມ່ນການນໍາໃຊ້ເອໂອມາຊ່ວຍນັກຂ່າວດ້ານວິຊາຊີບຂອງຕົນ. ທ່ານຍິງ ແລະ ທ່ານຊາຍທີ່ຮັກແພງ, ປີນີ້ແມ່ນປີສໍາຄັນຫຼາຍສໍາລັບ ສປປ ລາວ ເພາະເປັນປີຄົບຮອບໃຫຍ່ຂອງຊາດ ແລະ ຫຼາຍອົງການ ໃນນີ້ລວມທັງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສນປ ລາວ ວັນທີ 2 ທັນວາ ຄົບຮອບ 50 ປີ, ວັນສື່ມວນຊົນ ແລະ ພິມຈໍາໜ່າຍ ຄົບຮອບ 75 ປີ. ຫວັງວ່ານັກຂ່າວທັງໝົດເຫຼົ່ານີ້ຈະຕັ້ງໃຈຮັບເອົາບົດຮຽນໄປນໍາໃຊ້ເຂົ້າໃສ່ວິຊາສະເພາະຂອງຕົນໃຫ້ເກີດປະໂຫຍດສູງສຸດຕໍ່ຕົນເອງ ແລະ ອົງການຂອງຕົນຕາມການມອບໝາຍຂອງຂັ້ນເທິງ.

ໂຕໂຍຕ້າ ເພີ່ມກຳລັງການຜະລິດລົດທົ່ວໂລກ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ສິງຫາ ຜ່ານມາວ່າ: ບໍລິສັດ ໂຕໂຍຕ້າ ມໍເຕີ ໄດ້ປັບປຸງແຜນເພີ່ມກຳລັງການຜະລິດລົດທົ່ວໂລກ ສຳລັບປີ 2025 ຂຶ້ນເປັນປະມານ 10 ລ້ານຄັນ ຊຶ່ງຖືເປັນຄັ້ງທໍາອິດໃນຮອບ 2 ປີທີ່ໂຕໂຍຕ້າຜະລິດລົດລື່ນກາຍ 10 ລ້ານຄັນ.

ສຳນັກຂ່າວກຽວໂດ ລາຍງານເມື່ອວັນທີ 2 ສິງຫາ ຜ່ານມາ ໂດຍອ້າງອີງຕາມແຫຼ່ງຂ່າວທີ່ຄຸ້ນເຄີຍກັບເລື່ອງດັ່ງກ່າວວ່າ: ໃນເບື້ອງຕົ້ນ ບໍລິສັດ ໂຕໂຍຕ້າ ໄດ້ຕັ້ງເປົ້າໝາຍການຜະລິດລົດທົ່ວໂລກໃຫ້ໄດ້ 9,9 ລ້ານຄັນໃນປີ 2025 ເນື່ອງຈາກຄວາມບໍ່ແນ່ນອນກ່ຽວກັບອັດຕາພາສີນຳເຂົ້າຂອງສະຫະລັດ ອາເມຣິກາ, ແຕ່ການຂາຍລົດກັບເຂັ້ມແຂງ.

ການຜະລິດລົດທົ່ວໂລກຂອງໂຕໂຍຕ້າໄດ້ລື່ນກາຍ 10 ລ້ານຄັນເປັນຄັ້ງທໍາອິດໃນປີ 2023, ໂດຍບັນລຸເຖິງ 10.03 ລ້ານຄັນ, ເນື່ອງຈາກຜົນກະທົບຈາກການຂາດແຄນຊິບທົ່ວໂລກຫຼຸດລົງ.

ໃນວັນທີ 30 ກໍລະກົດ ຜ່ານມາ, ໂຕໂຍຕ້າ ລາຍງານຍອດຂາຍລົດທົ່ວໂລກສູງແບບບໍ່ເຄີຍມີມາກ່ອນ ເຖິງ 5.54 ລ້ານຄັນໃນເຄິ່ງທຳອິດຂອງປີ 2025 ຊຶ່ງຖືເປັນອັນດັບ 1 ຂອງໂລກ ເປັນປີທີ 6 ຕິດຕໍ່ກັນ.

ເຢຍ​ລະ​ມັນ​ ອາດ​ຈະ​ເປັນ​ປະ​ເທດ​​ສູນ​ເສຍ​ຜົນ​ປະ​ໂຫຍດ​ຫຼາຍ​ອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ

0

ຂ່າວສານຊີອາໄອລາຍງານ ຫວ່າງ​ມໍ່ໆ​ມາ​ນີ້ວ່າ: ທ່ານ ​ເຊີ​ເກ ບັ​ສ​ໂກ ຮອງ​ສາ​ສະ​ດາ​ຈານ​​ດ້ານເສດ​ຖະ​ສາດ​​ ມະ​ຫາ​ວິ​ທະ​ຍາ​ໄລ​ບາ​ເຊ​ໂລ​ນາ ​ປະ​ເທດ​ແອັ​ດ​ສະ​ປາຍ ​ກ່າວ​ວ່າ: ສະ​ຫະ​ພາບ​ເອີ​ຣົບ​​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໜ້ອຍ​ທີ່​ສຸດ​ໃນ​ສັນ​ຍາ​ການ​ຄ້າ​ສະ​ບັບ​ໃໝ່​ລະ​ຫວ່າງ​ສະ​ຫະ​ພາບ​ເອີ​ຣົບ​ ກັບ ສະຫະລັດ ​ອາ​ເມ​ຣິ​ກາ, ສ່ວນ​ເຢຍ​ລະ​ມັນ​ອາດ​ຈະ​ເປັນ​ປະ​ເທດ​ສູນ​ເສຍ​ຜົນ​ປະ​ໂຫຍດ​ຫຼາຍອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ.

ທ່ານ ບັສໂກ ກ່າວວ່າ: ສັນຍາການຄ້າສະບັບໃໝ່ດັ່ງກ່າວກຳນົດວ່າ, ສະຫະລັດ ອາເມຣິກາ ຈະເກັບພາສີ 15% ຕໍ່ສິນຄ້າທີ່ນຳເຂົ້າຈາກສະຫະພາບເອີຣົບ, ແຕ່ສິນຄ້າຫຼາຍຢ່າງທີ່ ສະຫະລັດ ອາເມຣິກາ ຂາຍຢູ່ສະຫະພາບເອີຣົບບໍ່ຕ້ອງເສຍພາສີ ຜົນໄດ້ຮັບທາງບວກພຽງຢ່າງດຽວທີ່ສະຫະພາບເອີຣົບໄດ້ຮັບນັ້ນກໍຄື ສະຫະລັດ ອາເມຣິກາ ເກັບພາສີຕໍ່ສິນຄ້າທີ່ນຳເຂົ້າຈາກສະຫະພາບເອີຣົບ ຈາກ 30% ຫຼຸດລົງເຫຼືອ 15% ເທົ່ານັ້ນ. ທ່ານຊີ້ໃຫ້ເຫັນວ່າ, ໃນຖານະເປັນປະເທດສະມາຊິກສະຫະພາບເອີຣົບທີ່ສົ່ງອອກສິນຄ້າໄປ ສະຫະລັດ ອາເມຣິກາ ຫຼາຍທີ່ສຸດ, ເຢຍລະມັນອາດຈະປະສົບຄວາມເສຍຫາຍຫຼາຍທີ່ສຸດ. ພາສີໃໝ່ອາດຈະເຮັດໃຫ້ຈຳນວນລົດທີ່ເຢຍລະມັນຂາຍໃຫ້ ສະຫະລັດ ອາເມຣິກາ ຫຼຸດລົງ, ສ່ວນອຸດສາຫະກຳການຜະລິດລົດຂອງແອັດສະປາຍ ແລະ ປະເທດອື່ນໆຂອງສະຫະພາບເອີຣົບກໍຈະໄດ້ຮັບຜົນກະທົບເຊັ່ນດຽວກັນ.

ທັດສະນະພັກ ຕໍ່ກັບວຽກງານສື່ມວນຊົນ

0

ພັກປະຊາຊົນປະຕິວັດລາວ ເວລາໃດກໍໄດ້ຖືວຽກງານສື່ມວນຊົນ ເປັນວຽກງານໜຶ່ງທີ່ສໍາຄັນ ແລະ ຂາດບໍ່ໄດ້ ໃນພາລະກິດປະຕິວັດ ຂອງຊາດລາວ, ຈົນໄດ້ຖືກຂະໜານນາມວ່າ ສື່ມວນຊົນລາວ ແມ່ນນັກຮົບແຖວໜ້າໃນສະໜາມຮົບແນວຄິດ-ວັດທະນະທໍາ, ພາຫະນະສື່ມວນຊົນ ຂອງພວກເຮົາແມ່ນເຄື່ອງມືທາງດ້ານການເມືອງແນວຄິດ ຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ ເຊິ່ງມີພັກເປັນແກນນໍາທີ່ປະກອບມີ: ໜັງສືພິມ, ວາລະສານ, ໃບຂ່າວ, ລາຍການວິທະຍຸ-ໂທລະພາບ, ຟັງຂ່າວສະຖານະການດ້ວຍພາຫະນະສື່ມວນຊົນທີ່ແຕກຕ່າງກັນ.

ການຍົກສູງຄຸນນະພາບສື່ມວນຊົນ ກໍໄດ້ຕິດພັນຮັບໃຊ້ພາລະກິດພັດທະນາເສດຖະກິດ, ເປັນສື່ສໍາພັນລະຫວ່າງແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ກັບການຕອບສະໜອງ ດ້ານພຶດຕິກຳຕົວຈິງ ຂອງປະຊາຊົນ ໂດຍສະເພາະ ໄລຍະປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ທີ່ອອກແຮງແຂ່ງຂັນກັບການພັດທະນາເສດຖະກິດຕາມກົນໄກຕະຫລາດ ອັນໄດ້ເຮັດໃຫ້ສື່ມວນຊົນ ຍິ່ງມີບົດບາດສໍາຄັນກວ້າງຂວາງ ແລະ ພົ້ນເດັ່ນຂຶ້ນ ຍ້ອນຄວາມຕ້ອງການໃນການບໍລິໂພກຂໍ້ມູນຂ່າວສານ ແລະ ສາລະບັນເທີງ ຂອງສັງຄົມນັບມື້ນັບສູງຂຶ້ນ. ການຫັນວຽກງານສື່ມວນຊົນເປັນທັນສະໄໝໃຫ້ດີຂຶ້ນນັ້ນ ຈະເປັນການປະກອບສ່ວນອັນສໍາຄັນ, ໃຫຍ່ຫລວງຕໍ່ການພັດທະນາເສດຖະກິດພາຍໃນປະ ເທດ ຍ້ອນວ່າສື່ມວນຊົນປະກອບສ່ວນໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ສາລະບັນ ເທີງ, ເປັນເວທີສະແດງຄວາມຄິດໃຫ້ໃນສັງຄົມ, ເປັນສາຍໄຍຜູກພັນ ລະຫວ່າງການນໍາຂອງພັກ-ລັດ ກັບປະຊາຊົນ ແລະ ເປັນເຄື່ອງມືອັນແຫລມຄົມ ໃນການໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດແນວ ທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ຂອງລັດ, ແຜນພັດທະນາເສດຖະກິດຕໍ່ພາຍໃນ ແລະ ຕ່າງ ປະເທດ.

ສື່ມວນຊົນ ມີອິດທິພົນໃຫຍ່ຫລວງໃນການກະທົບໃສ່ ແນວຄວາມຄິດຂອງຄົນໃນສັງຄົມ ໃຫ້ມີການປ່ຽນແປງ ແລະ ສ້າງຄວາມຈູງໃຈໃຫ້ມະຫາຊົນມີຄວາມເຊື່ອໝັ້ນ ແລະ ຕື່ນຕົວໃນການປະຕິບັດຕາມ, ຜະລິດຕະພັນຂອງສື່ມວນຊົນກະທົບໄວໃສ່ຄວາມຮູ້ສຶກ ຂອງຄົນໃນສັງຄົມ ເພື່ອໃຫ້ປະຊາຊົນບັນດາເຜົ່າເຊື່ອໝັ້ນລະບອບໃໝ່, ຕື່ນຕົວພັດທະນາຕົນເອງໄປຕາມແນວທາງຂອງພັກ, ຮູ້ຈັກໃກ້ຊິດ ແລະ ປະຕິບັດຕາມພັນທະຂອງຕົນ, ຖືໄດ້ວ່າສື່ມວນຊົນມີບົດບາດສໍາຄັນໃນການປຸກລະດົມຂົນຂວາຍໃຫ້ມະຫາຊົນມີຄວາມເຕັມໃຈອຸທິດກໍາລັງກາຍ ແລະ ກໍາລັງໃຈ ຂອງຕົນເຂົ້າໃນການປະຕິບັດຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ.

ໂດຍລວມແລ້ວ, ສື່ມວນຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດໃນແຕ່ລະໄລຍະ. ສະນັ້ນ, ການຫັນວຽກງານສື່ມວນຊົນເປັນທັນສະໄໝ ແລະ ໃຫ້ມີປະສິດທິພາບຈຶ່ງມີຄວາມສໍາຄັນຢ່າງຍິ່ງ ຕໍ່ຂົງເຂດວຽກງານວັດທະນະທໍາ-ສັງຄົມ ເຊິ່ງບັນດາທ່ານຜຸ້ນໍາໄດ້ໃຫ້ທັດສະນະແນວຄວາມຄິດ ຕໍ່ວຽກງານດັ່ງກ່າວ ແລະ ສະແດງອອກໃນກອງປະຊຸມໃຫຍ່ຕ່າງໆ ຂອງພັກແຕ່ລະໄລຍະ.

ປະທານ ໄກສອນ ພົມວິຫານ ແມ່ນໜຶ່ງໃນບັນດາຜູ້ນຳ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານສື່ມວນຊົນ ເຊິ່ງທ່ານໄດ້ລະບຸໄວ້ວ່າ: ພັກກຳອຳນາດ ແມ່ນ 10 ວຽກທີ່ສຳຄັນ. ໃນນັ້ນ, ມີຂໍ້ໜຶ່ງໄດ້ເວົ້າເຖິງວຽກງານສື່ມວນຊົນ ເຊິ່ງວຽກງານດັ່ງກ່າວ ໄດ້ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ, ຍາມໃດພັກເຮົາກໍຖືວຽກງານສື່ມວນຊົນ ແມ່ນເຄື່ອງມືທາງດ້ານການເມືອງແນວຄິດ, ເປັນພາຫະນະອັນແຫລມຄົມໃນການໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ລະບຽບກົດໝາຍຂອງລັດ. ອີກໜຶ່ງໃນທັດສະນະຂອງທ່ານຜູ້ນຳ ກໍຄື ປະທານ ຄຳໄຕ ສີພັນດອນ ໄດ້ເວົ້າວ່າ: ວຽກງານຖະ ແຫລງຂ່າວ-ສື່ມວນຊົນ ແມ່ນພາຫະນະອັນສຳຄັນໃນການເຜີຍແຜ່ ແລະ ປົກປ້ອງແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຕໍ່ພາຍໃນ ແລະ ຕ່າງປະເທດ ໃນກອງປະຊຸມວຽກງານແນວຄິດທົ່ວປະເທດ ຄັ້ງທີ IV ໃນວັນທີ 22 ກໍລະກົດ 2023 ທ່ານໄດ້ກ່າວວ່າ: ຕ້ອງເອົາໃຈໃສ່ຕໍ່ການຂະ ຫຍາຍ, ສົ່ງເສີມ ແລະ ຄຸ້ມຄອງດ້ານພາຫະນະແຫລ່ງຂ່າວ-ສື່ມວນຊົນໃຫ້ດີກວ່າເກົ່າ ເປັນຕົ້ນ ຕ້ອງເພີ່ມທະວີໃນການຍົກລະດັບຄຸນນະພາບ ແລະ ຂະຫຍາຍຮູບແບບລັກສະນະນຳພາແນວຄິດ ລັກສະ ນະຕໍ່ສູ້ວ່ອງໄວທັນການ ແລະ ລັກສະນະມະຫາຊົນ ຂອງສື່ມວນຊົນ ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່. ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຍັງໄດ້ກຳນົດວ່າ: ຍົກລະດັບວຽກງານປະຊາສຳພັນ ລະ ຫວ່າງບັນດາອົງການລັດກັບສັງຄົມ ໂດຍຜ່ານການສື່ສານໃຫ້ແຂງແຮງ ຕິດພັນກັບການສ້າງລະບົບສື່ສານ ຢູ່ພາຍໃຕ້ການຄຸ້ມຄອງຂອງລັດໃຫ້ເຂັ້ມແຂງ ແລະ ສາ ມາດປະຕິບັດບົດບາດອັນຕັ້ງໜ້າ ໃນການເປັນສື່ກາງ ເພື່ອສະໜອງບັນດາຂໍ້ມູນອັນຈຳເປັນໃນການ ເຄື່ອນໄຫວຂອງລັດ ແລະ ເປັນສື່ກາງໃຫ້ສັງຄົມ ສະແດງຄວາມຄິດເຫັນອັນສ້າງສັນຈາກສັງຄົມຕໍ່ການ ເຄື່ອນໄຫວ ຂອງອຳນາດລັດຢ່າງເປັນລະບົບວ່ອງໄວ ແລະ ຊັດເຈນ.

ອົງການສື່ມວນຊົນຂອງລັດ ແມ່ນພາຫະນະເຄື່ອງມືທີ່ເປັນກະບອກສຽງຂອງພັກ-ລັດ ໃນການໂຄສະນາແນວທາງ ນະໂຍບາຍ. ສະນັ້ນ, ວຽກງານສື່ມວນຊົນ ຈຶ່ງຈຳເປັນຕ້ອງໄດ້ຮັບການຊຸກຍູ້ສົ່ງເສີມ ຍົກລະດັບທາງດ້ານວິຊາການຢູ່ເລື້ອຍໆໃນເງື່ອນໄຂປັດຈຸບັນ. ບົດບາດໃນການຄຸ້ມຄອງຂອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃນຊຸມປີຕໍ່ໜ້າ ເພື່ອເຮັດໃຫ້ວຽກງານສື່ມວນຊົນມີບາດກ້າວທີ່ດີຂຶ້ນ ໂດຍສະເພາະສື່ມວນຊົນຢູ່ແຂວງບໍ່ແກ້ວ ຈຶ່ງມີຄວາມຈຳເປັນພາວະວິໄສ ແລະ ຕ້ອງໄດ້ດຳເນີນໄປຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ຂອງຊາດ ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງມີນະໂຍບາຍ, ວິທີການອັນສອດຄ່ອງ ທັງສຸມທຸກຄວາມພະຍາຍາມ ເພື່ອເປັນເຈົ້າການຍາດແຍ່ງເອົາເງື່ອນໄຂອຳນວຍຄວາມສະດວກນັ້ນໃຫ້ໄດ້ ແນໃສ່ເພື່ອສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ວຽກງານສື່ມວນຊົນກ້າວຂຶ້ນສູ່ຄຸນນະພາບໃໝ່ ແລະ ທັນສະໄໝຂຶ້ນ.

ເພື່ອຢາກຍົກລະດັບ ຫລື ຫັນໃຫ້ວຽກງານສື່ມວນຊົນເປັນທັນສະໄໝ ໂດຍສະ ເພາະຢູ່ແຂວງບໍ່ແກ້ວ ໃນຊຸມປີຕໍ່ໜ້າຈະຕ້ອງເອົາໃຈໃສ່ປັບປຸງ ແລະ ພັດທະນາລະບົບການຈັດຕັ້ງໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໂດຍກຳແໜ້ນພາລະບົດບາດຂອງສື່ມວນຊົນລາວ, ຍຶດໝັ້ນທັດສະນະຂອງພັກ, ຍຶດໝັ້ນໃນຄວາມເປັນຈິງທີ່ເປັນປະໂຫຍດໃຫ້ແກ່ສັງຄົມ. ພ້ອມນັ້ນ, ກໍເປັນເຄື່ອງມືອັນແຫລມຄົມທາງດ້ານການເມືອງ-ແນວຄິດ ໄປຄຽງຄູ່ກັບການປັບປຸງນິຕິກຳຢ່າງເປັນລະບົບຄົບຊຸດ, ປັບ ປຸງ ແລະ ພັດທະນາພື້ນຖານວັດຖຸເຕັກນິກ ເພື່ອຍົກລະດັບຄວາມສາມາດ ແລະ ຄວາມທັນສະໄໝ ຂອງບັນດາອົງການສື່ມວນຊົນ, ປັບປຸງ ແລະ ພັດທະນາແບບແຜນການບໍລິຫານໃຫ້ມີປະສິດທິພາບກວ່າເກົ່າ ຮັບປະກັນໄດ້ຄຸນລັກສະນະທາດແທ້ຂອງການຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ.

ໂດຍ: ຈ.ຈັນທະລິດ

ການຫໍ່ເຂົ້າຕົ້ມຂອງຊາວພຸດລາວ ໃນມື້ບຸນສຳຄັນທາງສາສະໜາ

0

ສະໜາພຸດ ເຂົ້າວັດຟັງທໍາຮັບຄໍາສັ່ງສອນຂອງພະສົງ. ເມື່ອຮອດວັນສິນ, ວັນພະ ຫລື ບຸນສໍາຄັນໃນພຸດທະສາສະໜາ ເປັນຕົ້ນ: ບຸນເຂົ້າພັນສາ, ຫໍ່ເຂົ້າສະຫລາກ, ຫໍ່ເຂົ້າປະດັບດິນ, ບຸອອກພັນສາ ຫລື ການເຮັດບຸນຕ່າງໆຕາມປະເພນີທາງສາສະໜາ ປະຊາຊົນລາວແມ່ນນິຍົມກັນຫໍ່ເຂົ້າຕົ້ມປະເພດຕ່າງໆເພື່ອຖວາຍພະສົງ, ນຳເປັນຂອງຝາກຂອງຕ້ອນ ຫລື ເປັນອາຫານໄວ້ຕ້ອນຮັບແຂກ ເຊິ່ງເຂົ້າຕົ້ມທີ່ນິຍົມເຮັດກໍມີທັງໃຈໝູ, ໃຈກ້ວຍ, ໃຈຖົ່ວເຫລືອງ, ໃຈໝາກພ້າວ, ເຂົ້າໜົມແໜບ ແລະ ອື່ນໆ ຕາມສັດທາ ແລະ ປັດໄຈທີ່ຕົນມີເພື່ອກຽມພ້ອມຕັກບາດໃນບຸນຕ່າງໆ. 

ສຳຫລັບການຫໍ່ກໍແມ່ນໄດ້ສືບທອດກັນມາແຕ່ບູຮານນະການ, ແຕ່ອາດມີບາງສ່ວນຖືກດັດແປງໃຫ້ເຂົ້າກັບຍຸກສະໄໝ ແຕ່ໂດຍລວມແມ່ນຍັງຮັກສາເອກະລັກດັ່ງເດີມໄວ້ຢູ່ຄື: ຕ້ອງໄດ້ກະກຽມວັດຖຸດິບທີ່ມາປະກອບສຳຄັນເຊັ່ນ: ໃບຕອງ,ເຂົ້າສານ, ໝາກພ້າວ, ໄມ້ຕອກ,ນ້ຳຕານ ແລະ ໃຈຊະນິດຕ່າງໆຕາມຕ້ອງການເຊັ່ນ: ໝາກຖົ່ວ,ກ້ວຍ, ເຜືອກ, ມັນ ແລະ ອື່ນໆ. ສໍາລັບວິທີເຮັດເຂົ້າຕ້ົມແມ່ນໝ່າເຂົ້າສານ ແລະ ໝາກຖົ່ວທີ່ຈະນຳມາເຮັດໃຈໄວ້ ປະມານ 4-5ຊົ່ວໂມງແລ້ວນໍາເອົາມາປະສົມເຂົ້າກັນ, ໃສ່ກະທິໝາກພ້າວ, ເກືອ ແລະ ນໍ້າຕານໃນປະລິມານທີ່ພໍດີ, ປາດໝາກກ້ວຍເປັນປ່ຽງໃສ່ (ສຳລັບໃຈໝາກກ້ວຍ) ຈາກນັ້ນກໍຫໍ່ເປັນໂຄມໜ່ຶງຄູ່ ແລ້ວເອົາໄປຕົ້ມ ຫລື ໜຶ້ງ ເມື່ອສຸກແລ້ວຈະມີກິ່ນຫອມຫວນເປັນພິເສດ.

ການຫໍ່ເຂົ້າຕົ້ມ ກໍເປັນອີກກິດຈະກຳໜຶ່ງທີ່ຄົນໃນຄອບຄົວໄດ້ພ້ອມພຽງກັນເຮັດ ເຊິ່ງນອກຈາກໄດ້ບຸນແລ້ວ, ຍັງເປັນການສ້າງຄວາມສາມັກຄີຮັກແພງພາຍໃນຄອບຄົວ, ເຮັດໃຫ້ລູກຫລານໄດ້ຮູ້ຈັກປະເພນີວັດທະນະທຳອັນດີງາມຂອງຊາດລາວ ຈາກຜູ້ເປັນພໍ່ແມ່, ພໍ່ຕູ້ແມ່ຕູ້ນໍາອີກ.

ຂໍ້ມູນມາຈາກ: ຂປລ

ຮອງປະທານປະເທດ ຕ້ອນຮັບທູດ ການາດາ ເຂົ້າຢ້ຽມອຳລາ

0

ໃນວັນທີ 5 ສິງຫາ 2025 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ປິງ ກິດນິກອນ (H.E. Mrs. Ping kinikone) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາງ ປິງ ກິດນິກອນ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດຢ່າງຈົບງາມ ເຊິ່ງໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ການາດາ, ທັງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ. ພ້ອມນີ້, ທ່ານຮອງປະທານປະເທດ ຍັງໄດ້ອວຍ ພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນພາລະກິດ ໃໝ່ຂອງຕົນ.

ທ່ານ ນາງ ປິງ ກິດນິກອນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງປະທານປະເທດ ທີ່ໄດ້ໃຫ້ ການຕ້ອນຮັບ ຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ບັນດາການນຳຂອງພັກ, ລັດ ຂອງ ສປປ ລາວ, ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມືທີ່ດີ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ວຽກງານຂອງຕົນ ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ. ພ້ອມທັງສະແດງຄວາມເຊື້ອໝັ້ນວ່າ ທ່ານທູດການາດາ ຄົນໃໝ່ ຈະສືບຕໍ່ສຸມທຸກເຫື່ອແຮງ, ສະຕິປັນຍາຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງຂະຫຍາຍຕົວຂຶ້ນໄປເລື້ອຍໆ.

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ

0

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂໃນວັນທີ 5 ສິງຫາ 2025 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີແຂກຖືກເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ໂດຍມີເນື້ອໃນບາງຕອນສຳຄັນວ່າ: ມື້ນີ້, ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂຶ້ນຢ່າງເປັນທາງການ, ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທາງດ້ານການເມືອງ, ເປັນການປະຕິບັດຫຼັກການນໍາພາ ແລະ ການຈັດຕັ້ງຂອງພັກ, ແນໃສ່ປັບປຸງພັກ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ; ແມ່ນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກ ທີ່ຈະເຮັດໃຫ້ມີຄຸນນະພາບ, ບົດບາດຄວາມສາມາດການນໍາພາ ຂອງຄະນະພັກ ໄດ້ຮັບການເຊີດຊູສູງຂຶ້ນໃນແຕ່ລະຂົງເຂດວຽກງານ; ກອງປະຊຸມໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມຈັດຕັ້ງສະເຫຼີມສະຫຼອງ, ອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ ທີ່ຫາກໍຜ່ານພົ້ນໄປ ແລະ ຈະມາເຖິງໃນມໍ່ໆ ນີ້ ເວົ້າສະເພາະແມ່ນ ກໍາລັງປ້ອງກັນຄວາມສະຫງົບ ພວມສູ້ຊົນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ຕິດພັນກັບບັນດາມະຕິກອງປະຊຸມໃຫຍ່, ກອງປະຊຸມຄົບຄະນະຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ທັງສຸມໃສ່ການສືບຕໍ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ການກະກຽມຄວາມພ້ອມຮອບດ້ານ ເພື່ອກ້າວເຂົ້າສູ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ.

ຈາກນັ້ນ, ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ຜ່ານຮ່າງບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V ໃຫ້ຮູ້ວ່າ: ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຄົ້ນຄວ້າຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ອອກເປັນອັນລະອຽດ ເຊິ່ງໄດ້ກໍານົດເປັນ 4 ຄາດໝາຍ 4 ແຜນງານໃຫຍ່ 41 ໂຄງການ ແລະ 1 ວາລະແຫ່ງຊາດ, ໄດ້ກໍານົດເປັນແຜນດໍາເນີນເປັນແຕ່ລະໄລຍະ ນັບແຕ່ປີ 2021-2025 ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການ ຂອງບັນດາກົມກອງ ໃຫ້ຫັນເປັນຍຸດທະສາດ ກໍຄືແຜນງານໃຫຍ່ດັ່ງກ່າວ ເປັນມະຕິນໍາພາ, ເປັນແຜນງານ, ໂຄງການ ແລະ ກິດຈະກໍາອັນລະອຽດຂອງຕົນ ໃນແຕ່ລະໄລຍະ. ພ້ອມທັງ ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ມີຜົນສໍາເລັດ, ສະແດງອອກ ວຽກງານພັກ-ວຽກງານການເມືອງ ໄດ້ຕັ້ງໜ້າສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ຢ່າງເປັນປົກກະຕິຕໍ່ເນື່ອງ ດ້ວຍຫຼາຍເນື້ອໃນ, ຫຼາຍວິທີການ ເປັນຕົ້ນແມ່ນ ນໍາພາຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກແຕ່ລະຄັ້ງ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ເອກະສານອື່ນໆ ທີ່ສໍາຄັນ; ປັບປຸງພາຫະນະເຕັກນິກຮັບໃຊ້ວຽກງານສື່ປ້ອງກັນຄວາມສະຫງົບ ເຊັ່ນ: ໂທລະພາບ, ວິທະຍຸ, ສື່ສິ່ງພິມຕ່າງໆ ມີຄຸນນະພາບດີຂຶ້ນ; ຜ່ານການສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຫັນວ່າສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ຮັກສາໄດ້ທັດສະນະຫຼັກໝັ້ນຊົນຊັ້ນ, ຄຸນທາດການເມືອງໜັກແໜ້ນ, ມີຈັນຍາບັນ, ຈັນຍາທໍາ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ ຢ່າງແທ້ຈິງ; ວຽກງານພັກ ໄດ້ປະຕິບັດຖືກຕ້ອງຕາມກົດລະບຽບຂອງພັກ ບົນພື້ນຖານຢຶດໝັ້ນຕາມ 5 ຫຼັກການ ແລະ 3 ທິດນໍາ, ຄົ້ນຄວ້າຜັນຂະຫຍາຍມະຕິ, ຄໍາສັ່ງ ຂອງສູນກາງພັກ ມາເປັນອັນສະເພາະ ຂອງກໍາລັງປ້ອງກັນຄວາມສະຫງົບ. ໃນ 5 ປີຜ່ານມາ, ໄດ້ສຸມໃສ່ປັບປຸງກໍ່ສ້າງພັກທັງ 4 ດ້ານໄປພ້ອມໆ ກັນ ໃນນີ້, ໄດ້ຍູ້ແຮງຂະບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ກາຍເປັນໜ້າທີ່ໃຈກາງໃນການນໍາພາກໍ່ສ້າງພັກ ຕິດພັນກັບວຽກງານກໍ່ສ້າງກໍາລັງໃຫ້ມີລະບຽບວິໄນ, ມີຄວາມເຂັ້ມແຂງ ແລະ ທັນສະໄໝ ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາບຳລຸງ-ກໍ່ສ້າງກໍາລັງໃຫ້ມີຄວາມຮູ້ ຄວາມສາມາດ, ຊຳນິຊຳນານທາງດ້ານວິຊາສະເພາະ, ສອດຄ່ອງກັບຍຸດທະສາດພັດທະນາຊັບພະຍາກອນມະນຸດ ຂອງກໍາລັງປ້ອງກັນຄວາມສະຫງົບ, ຖືເອົາຄຸນນະພາບເປັນກົກ, ສ້າງກຳລັງທາງດ້ານທິດສະດີ ຕິດພັນກັບພຶດຕິກຳວຽກງານຕົວຈິງຢູ່ຮາກຖານ; ປະຕິບັດແຜນກໍ່ສ້າງພະນັກງານນໍາພາສືບທອດປ່ຽນແທນແຕ່ລະຂັ້ນ ຕາມທິດຊີ້ນໍາຂອງສູນກາງພັກ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ. ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານວິຊາສະເພາະ ຢ່າງມີຜົນສໍາເລັດຮອບດ້ານ ເຊິ່ງໄດ້ສະແດງອອກເຮັດໃຫ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ຜ່ານການຈັດຕັ້ງປະຕິບັດ ປັດຈຸບັນ ອົງຄະນະພັກກະຊວງ ມີ 14 ອົງຄະນະພັກ ແລະ 3 ໜ່ວຍພັກຮາກຖານຂຶ້ນກັບ, ມີຮາກຖານພັກທັງໝົດ 380 ໜ່ວຍພັກ, ທຽບໃສ່ປີ 2020 ເພີ່ມຂຶ້ນ 109 ໜ່ວຍພັກ ເທົ່າກັບ 29%, ຂະຫຍາຍສະມາຊິກພັກໃໝ່ໄດ້ 2.284 ສະຫາຍ ທຽບໃສ່ປີ 2020 ເພີ່ມຂຶ້ນ 23%.

ສໍາລັບທິດທາງແຜນການ 5 ປີຕໍ່ໜ້າ ຈະສືບຕໍ່ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫຼັກການຂອງພັກ, ເຊີດຊູບົດບາດການນໍາພາ ເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກ; ປັບປຸງກຳລັງປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ມີແບບແຜນທັນສະໄໝ; ມີຄວາມຮູ້ ຄວາມສາມາດ, ຊຳນິຊຳນານທາງດ້ານວິຊາສະເພາະ-ວິຊາການ, ມີຄຸນສົມບັດສິນທຳປະຕິວັດ, ມີລະບຽບວິໄນເຂັ້ມງວດ ແລະ ມີສະຕິສູ້ຮົບສູງ; ເປັນກຳລັງທີ່ຈົງຮັກພັກດີ, ບໍລິສຸດສັດຊື່ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ; ສືບຕໍ່ວຽກງານຫັນລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ກາຍເປັນສະຕິ ແລະ ຄວາມຮັບຜິດຊອບຂອງທົ່ວສັງຄົມ; ເປັນເຈົ້າການປ້ອງກັນສະກັດກັ້ນ, ແກ້ໄຂບັນດາໜໍ່ແໜງຄວາມບໍ່ສະຫງົບ, “ເອົາການສືບສວນຂັ້ນພື້ນຖານເປັນກົກ, ການກໍານົດເປົ້າໝາຍຕໍ່ສູ້ເປັນສໍາຄັນ, ການສ້າງລາຍຄະດີສະເພາະເປັນປັດໄຈຕັດສິນ” ສືບຕໍ່ປະຕິບັດ 4 ແຜນງານ 29 ໂຄງການວຽກງານວິຊາສະເພາະ ເພື່ອຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ; ຍົກສູງຄຸນນະພາບການກໍ່ສ້າງ ແລະ ປັບປຸງກຳລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ, ມີແບບແຜນນໍາພາ-ບັນຊາ ທີ່ມີວິທະຍາສາດ ແລະ ທັນສະໄໝ; ຮັບປະກັນດ້ານພະລາທິການ, ສະໜອງງົບປະມານດ້ານຕ່າງໆ ໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະ ແລະ ການລ້ຽງດູກຳລັງ ຕາມທິດນໍາຂອງພັກ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ຕິດພັນກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງແຂງແຮງ ແລະ ມີປະສິດທິຜົນ; ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ, ພົວພັນຮ່ວມມືກັບກໍາລັງ ປກສ ບັນດາປະເທດເພື່ອນມິດຍຸດທະສາດ, ກຳນົດຄູ່ຮ່ວມມື ໃຫ້ຖືກຕ້ອງເໝາະສົມ ແລະ ມີຈຸດສຸມ ໃນເງື່ອນໄຂສະພາບການໃໝ່ ກໍຄືສະເພາະໜ້າ ແລະ ຍາວນານ.

ໃນກອງປະຊຸມ ບັນດາຄະນະຜູ້ແທນກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດເຫັນ ໃສ່ເນື້ອໃນຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ເນື້ອໃນບົດລາຍງານຄົບຖ້ວນສົມບູນ ເພື່ອສືບຕໍ່ນໍາເອົາເນື້ອໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນທຸກຂົງເຂດວຽກງານ ຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຜົນສໍາເລັດ.

ພ້ອມດຽວກັນນັ້ນ, ໃນກອງປະຊຸມ ຄະນະຜູ້ແທນກອງປະຊຸມ ຈະໄດ້ພ້ອມກັນໃຊ້ສິດປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ຊຸດໃໝ່, ແລະ ປ່ອນບັດເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ຮັບຟັງການໂອ້ລົມຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ຕາງໜ້າຄະນະພັກຂັ້ນເທິງ.