Wednesday, December 3, 2025
Home Blog Page 3

ເປີດງານມະຫະກຳເຕັກໂນໂລຊີກຸ່ມຂໍ້ມູນຜູກພັນຂອງລາວ 2025

0

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບບໍລິສັດ ບິດຄິກຈຳກັດຜູ້ດຽວ ໄດ້ເປີດງານມະຫະກຳເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນຂອງລາວ ( Laos Blockchain Fest 2025 ) ພາຍໃຕ້ຄຳຂວັນ ສ້າງອະນາຄົດທີ່ຍືນຍົງດ້ວຍເຕັກໂລໂລຊີຂຶ້ນໃນວັນທີ 21 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານຜູ້ປະຈຳການ ແລະ ຊີ້ນຳລະດັບຊາດເພື່ອຫັນເປັນດີຈີຕອນຂອງ ສປປ ລາວ, ມີຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ພະລັງງານ, ກະຊວງການເງິນ, ຕາງໜ້າທະນາຄານແຫ່ງສປປ ລາວ, ອົງການ ຈັດຕັ້ງສາກົນປະຈໍາລາວ ແລະ ບັນດາບໍລິສັດພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ບັນດິດ ບໍ່ວຽງຄຳ ວົງດາລາ ກ່າວວ່າ: ຈຸດປະສົງຫຼັກຂອງການຈັດງານມະຫະກຳເຕັກໂນໂລຊີກຸ່ມຂໍ້ມູນຜູກພັນຂອງລາວ ( Laos Blockchain Fest) 2025 ເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດ ແລະ ສັງຄົມດີຈີຕອນຂອງ ສປປ ລາວ ຜັນຂະຫຍາຍການຈັດຕັ້ງປະຕິບັດ 9 ເປົ້າໝາຍໃຫຍ່ແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານເພື່ອເປັນອຸດສາຫະກຳ 4.0 ແລະ ສ້າງເສດຖະກິດດີຈີຕອນໃຫ້ປະກົດຜົນເປັນຈິງ ສົ່ງເສີມ ແລະ ພັດທະນາດ້ານເຕັກໂນໂລຊີຂໍ້ມູນຜູກພັນ (Blockchain) ເຂົ້າໃນທຸກຂະແໜງການທັງພາກລັດ ແລະ ເອກະຊົນແຕ່ສູນກາງລົງຮອດທ້ອງຖິ່ນຕາມຍຸດທະສາດທີ 7 ວ່າດ້ວຍການຊຸກຍູ້ສົ່ງເສີມການນໍາໃຊ້ເຕັກໂນໂລຊີດີຈີຕອນໃນທົ່ວສັງຄົມ ສົ່ງເສີມການແບ່ງປັນຄວາມຮູ້ ສ້າງເຄືອຂ່າຍການຮ່ວມມື ຂະຫຍາຍໂອກາດທາງທຸລະກິດ ແລະ ສົ່ງເສີມການຂະຫຍາຍຕົວຂອງອຸດສາຫະກຳດ້ານເຕັກໂນໂລຊີຂໍ້ມູນຜູກພັນ (Blockchain) ໃນ ສປປ ລາວ.

ງານມະຫະກຳຄັ້ງນີ້ຈັດຂຶ້ນເປັນເວລາ 2 ວັນ ນັບແຕ່ວັນທີ 21-22 ພະຈິກນີ້ ພາຍໃນງານຈະປະກອບມີຫຼາຍກິດຈະກຳທີ່ສຳຄັນທີ່ຈັດຂຶ້ນຢ່າງເປັນຂະບວນຟົດຟື້ນເຊັ່ນ: ງານວາງສະແດງ: ຜົນງານການຄົ້ນຄວ້າຜະລິດຕະພັນ ແລະ ການບໍລິການທາງດ້ານເຕັກໂນໂລຊີຂໍ້ມູນຜູກພັນ (Blockchain); ກອງປະຊຸມ, ສຳມະນາທາງດ້ານຄວາມຮູ້ເຕັກໂນໂລຊີຂໍ້ມູນຜູກພັນ (Blockchain) ລວມທັງກອງປະຊຸມໂຕະມົນລະດົມແນວຄວາມຄິດໃນການພັດທະນາທຸລະກິດສະຕາດອັບ (Startup) ໃນ ສປປ ລາວ; ເວທີສົນທະນາທາງດ້ານການຊຸກຍູ້ສົ່ງເສີມ ແລະ ການພັດທະນາເຕັກໂນໂລຊີຂໍ້ມູນຜູກພັນ (Blockchain) ໃນສັງຄົມ ລວມເຖິງເວທີການຊອກຄູ່ຮ່ວມມືພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ.

ສຳເລັດການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX

0

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ IX ໄດ້ດຳເນີນມາແຕ່ ວັນທີ 10 ແລະ ສຳເລັດລົງ ໃນວັນທີ 21 ພະຈິກ 2025 ດ້ວຍຜົນສໍາເລັດຕາມຈຸດ ປະສົງລະດັບຄາດໝາຍທີ່ວາງໄວ້, ໂດຍການເປັນປະທານຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແລະ ເປັນກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ ປະທານປະເທດ,ມີບັນດາທ່ານ ການນໍາຂັ້ນສູງ, ອະ ດີດການນໍາຂັ້ນສູງ ຂອງພັກ-ລັດ, ທ່ານນາຍົກລັດຖະ ມົນ ຕີ, ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ລາຍງານວ່າ: ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງທີ່ ສະມາຊິກສະພາແຫ່ງ ຊາດ, ສະມາຊິກລັດຖະບານ, ຜູ້ແທນກອງປະຊຸມ ຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນທຸ້ມເທເຫື່ອແຮງ,ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມພາລະບົດບາດຂອງສະພາແຫ່ງຊາດ ທີ່ກຳນົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານ ຕົວຈິງ ຂອງອົງການຈັດຕັ້ງລັດ ດ້ວຍການອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈຳນວນ 8 ສະບັບ ເພື່ອເປັນບ່ອນອີງໃຫ້ແກ່ລັດຖະບານ, ອົງການຈັດຕັ້ງທີ່ກ່ຽວຂ້ອງນໍາໄປຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ປະເທດຊາດ ມີການພັດທະນາຢ່າງຕໍ່ເນື່ອງ, ສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ,ເສດຖະກິດສືບຕໍ່ຂະຫຍາຍ ຕົວ,ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການ ປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສໍາຄັນຈຳນວນໜຶ່ງ ດັ່ງນີ້:

1) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍ ງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ປະຈໍາປີ 2025; ການຈັດຕັ້ງປະ ຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025), ປະຈຳປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2026; ການຕັດ ແກ້ງົບປະ ມານແຫ່ງລັດ ລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ ປີ 2025 ແລະເງິນເກີນ ແຜນ ປີ 2024; ພິຈາລະນາຮ່າງທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026- 2030).

2). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ.

3) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍ ງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ຊຶ່ງໄລຍະຜ່ານມາ ລັດຖະບານ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມສະພາແຫ່ງຊາດ ເຂົ້າໃນວຽກງານຕົວຈິງ ແລະ ມີຜົນສໍາເລັດໃນຫຼາຍດ້ານ; ກໍາລັງປ້ອງກັນຄວາມສະຫງົບ ໄດ້ດໍາເນີນການປາບປາມຂະບວນການຄ້າຂາຍ ຢາເສບຕິດປະເພດຕ່າງໆໄດ້ຢ່າງຫຼວງຫຼາຍ ແລະ ມີມາດຕະການແກ້ໄຂຢ່າງເດັດດ່ຽວ, ສາມາດປົກປ້ອງສັງຄົມ ຈາກໄພຂອງຢາເສບຕິດໄດ້ໃນລະດັບທີ່ແນ່ນອນ;

4) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານປະຈຳປີ 2026 ຂອງອົງ ການກວດສອບແຫ່ງລັດ; ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນ ໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ຂອງອົງ ການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການ ກວດກາແຫ່ງລັດ,

5) ກອງປະຊຸມໄດ້ ພິຈາລະນາ ແລະ ຮັບຮອງເອົາບົດລາຍ ງານ ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະ ການປະຊາຊົນສູງສຸດ ກ່ຽວການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະຮ່າງແຜນການເຄື່ອນໄຫວວຽກງານ ປະຈຳປີ 2026,

6) ກອງປະຊຸມໄດ້ພິຈາະນາ ແລະ ຮັບຮອງເອົາບົດລາຍ ງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກ ງານ 5 ປີ (2021-2025), ປະຈຳປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງກອງປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນ ໄຫວຂອງສະພາແຫ່ງຊາດ, ສະພະປະຊາຊົນຂັ້ນແຂວງໃນຕະຫຼອດໄລຍະ 5 ປີ ຜ່ານມາ, ໂດຍສະເພາະ ໃນການປະຕິ ບັດ 3 ພາລະບົດບາດຂອງຕົນໄດ້ມີຄວາມສໍາເລັດຫຼາຍດ້ານ, ສະແດງເຖິງຄຸນນະພາບໃນການເຄື່ອນ ໄຫວຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ຮັບການຍົກສູງຂຶ້ນ, ປະຊາຊົນມີ ຄວາມສົນໃຈ ແລະ ຕິດຕາມການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຫຼາຍຂຶ້ນ.

7) ກອງປະຊຸມ ໄດ້ຮັບຟັງທ່ານຮອງປະທານສະພາແຫ່ງ ຊາດ ເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະ ນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ສະເໜີຜົນງານການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ 50 ປີ ແລະ 5 ປີ ຂອງສະພາ ແຫ່ງຊາດ ຊຸດທີ IX ແລະສະພາປະຊາຊົນຂັ້ນແຂວງ; ຕາງໜ້າຄະນະກຳມະ ການເລືອກຕັ້ງລະດັບຊາດ ລາຍ ງານເບື້ອງຕົ້ນ ກ່ຽວກັບການກະກຽມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V; ສະເໜີໃຫ້ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ເປັນເຈົ້າການໃນການ ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ V ແລະ ກ້າວ ໄປເຖິງການດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ຊຸດທີ V ໃນຕົ້ນປີ 2026 ນີ້.

ເນື່ອງໃນໂອກາດກຽມສະເຫຼີມສະຫຼອງວັນຄົບຮອບ 50 ປີຂອງສະພາແຫ່ງຊາດ, ສະພາແຫ່ງຊາດ ໄດ້ຈັດ ພິທີ ປະດັບຫຼຽນໄຊແຮງງານປະເພດຕ່າງໆ ໃຫ້ແກ່ສະພາປະຊາຊົນຂັ້ນແຂວງ ແລະ ສະມາຊິກສະພາແຫ່ງຊາດ ຊຸດ ທີ IX, ມອບຫຼຽນກາລະນຶກ 50 ປີ ວັນສ້າຕັ້ງສະພາແຫ່ງຊາດ ແລະ ຫຼຽນກາລະນຶກ 5 ປີ ຂອງສະພາແຫ່ງຊາດ ເພື່ອຢັ້ງຢືນການສໍາເລັດໜ້າທີ່ການເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX.

ກອງປະຊຸມໄດ້ຮັບຟັງການຊີ້ແຈງ ຕໍ່ຄຳຊັກຖາມ ຂອງທ່ານນາຍົກລັດຖະມົນຕີ, ບັນດານທ່ານໃນຄະນະ ລັດຖະບານ ທັງໝົດ 6 ທ່ານ ຊຶ່ງກອງປະຊຸມສະພາແຫ່ງຊາດ ໄດ້ເກັບກຳ, ສັງລວມເອົາບັນຫາເຄັ່ງຮ້ອນຂອງສັງຄົມ, ຄວາມຄິດຄວາມເຫັນຂອງ ປະຊາຊົນລາວບັນດາເຜົ່າ ແລະ ບັນດາການນໍາຂອງບັນດາກະຊວງ, ອົງການ ທີ່ກ່ຽວຂ້ອງ ໄດ້ຊີ້ແຈງ, ອະທິບາຍ ຢ່າງຈະແຈ້ງ, ຄົບຖ້ວນ ເພື່ອສ້າງຄວາມເຂົ້າໃຈ, ຄວາມຮັບຮູ້ ເຖິງສະພາບຕົວຈິງ, ບັນດາວຽກ ທີ່ລັດຖະບານພວມສຸມໃສ່ແກ້ໄຂໃນປັດຈຸບັນ;

ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ແມ່ນໝາກຜົນລວມຍອດທາງສະຕິປັນຍາ, ສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງຂອງ ບັນດາທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມພະ ຍາຍາມ ແລະ ມີມາດຕະການຕົວຈິງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນໍາພາຂອງພັກ, ລັດຖະບານໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.

ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະ ພາແຫ່ງຊາດ ຊຸດທີ IX

0

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຄະນະປະຈໍາສະ ພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນສໍາເລັດການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງໄດ້ດຳເນີນຂື້ນນັບແຕ່ ວັນທີ 10-21 ພະຈິກ 2025 ພາຍໃຕ້ການນໍາພາຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ, ພ້ອມດ້ວຍບັນດາທ່ານຮອງປະທານສະພາແຫ່ງຊາດ ແລະ ການສຸມເຫື່ອແຮງສະຕິປັນຍາ ຂອງບັນດາທ່ານສະ ມາຊິກສະພາແຫ່ງຊາດ; ຄວາມຮັບຜິດຊອບຂອງລັດຖະ ບານ, ອົງການຈັດຕັ້ງພັກ-ລັດ,ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຕາມພາລະບົດບາດຢ່າງຕັ້ງໜ້າ ເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງຊາດ ທີ່ກຳ ນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໄດ້ຮັບຜົນສຳ ເລັດຕາມຄາດໝາຍທີ່ວາງໄວ້.

ຜົນສໍາເລັດຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາບັນຫາສຳຄັນພື້ນຖານຂອງປະເທດຊາດ ທັງໝົດ 14 ເນື້ອໃນ ຊຶ່ງໄດ້ຮັບຮອງອອກເປັນມະຕິ ກອງປະຊຸມສະພາແຫ່ງ ຊາດ 8 ສະບັບ ຄື:1. ມະຕິ ສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານການຈັດຕັັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX (2021- 2025 ), ປະຈໍາປີ 2025; ແຜນງົບປະມານແຫ່ງລັດ 5 ປີ ( 2021-2025 ), ປະຈໍາປີ 2025, ແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ບົດລາຍ ງານການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັັ້ນສູນກາງ ແລະ ທ້ອງຖິິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024; 2. ມະຕິສະພາແຫ່ງ ຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; 3. ມະຕິສະພາແຫ່ງ ຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; 4. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025, ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ; 5. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025, ບົດລາຍງານຜົນການກວດສອບ ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ຂອງ ອົງການກວດສອບແຫ່ງລັດ; 6. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງສານປະຊາຊົນສູງສຸດ; 7. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ອົງການໄອຍະການປະຊາຊົນສູງສຸດ; 8 ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025),ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຜນການເຄື່ອນໄຫວວຽກງານຮອດກອງປະ ຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X.

ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການເຜີຍແຜ່ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະພາແຫ່ງຊາດ ຄົບຮອບ 50 ປີ, ຮັບຟັງບົດລາຍງານການກະກຽມວຽກ ງານເລືອກຕັ້ງ, ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ,ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ເພື່ອໃຫ້ສະ ມາຊິກສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ ໄດ້ຮັບ ຮູ້ເຂົ້າໃຈ, ເປັນເຈົ້າການກະກຽມວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ V ເພື່ອກ້າວໄປເຖິງການດໍາເນີນການເລືອກຕັ້ງ ໃນຕົ້ນປີ 2026 ບັນລຸຜົນສໍາເລັັດ ຕາມລະດັບຄາດໝາຍທີ່ວາງໄວ້.

ໃນໂອກາດການດຳເນີນກອງປະຊຸມຄັ້ງນີ້, ພໍດີຄົບຮອບ 50 ປີ ວັນສ້າງຕັ້ງສະພາແຫ່ງຊາດ. ສະນັ້ນ, ເພື່ອເປັນການລະນຶກເຖິງຜົນງານ ແລະ ມູນເຊື້ອແຫ່ງການເຕີບໃຫຍ່ຂະ ຫຍາຍຕົວ ຂອງສະພາແຫ່ງຊາດ ແລະ ການສໍາເລັດການປະຕິບັດໜ້າທີ່ຂອງສະພາແຫ່ງຊາດ ຊຸດທີ IX ຈຶ່ງໄດ້ຈັດພິທີຍ້ອງຍໍຜົນງານ ໃຫ້ແກ່ຄະນະສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງ, ສະພາປະຊາຊົນຂັ້ນແຂວງ ແລະ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ຊຸດທີ IX, ມອບຫຼຽນກາລະນຶກ 50 ປີ ວັນສ້າຕັ້ງສະພາແຫ່ງຊາດ ແລະ ຫຼຽນກາລະນຶກ 5 ປີ ເພື່ອຢັ້ງຢືນການສໍາເລັດໜ້າທີ່ການ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX.

ໃນໄລຍະດຳເນີນກອງປະຊຸມ, ມີປະຊາຊົນບັນດາເຜົ່າ ໄດ້ສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ມາຍັງກອງປະຊຸມສະພາແຫ່ງຊາດ ມີທັງໝົດ 989 ສາຍ, ລວມທັງໝົດ 525 ເລື່ອງ ຊຶ່ງພົວພັນເຖິງການ ພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການຊົດ ເຊີຍຜົນກະທົບຈາກໂຄງການພັດທະນາຕ່າງໆ. ຕໍ່ຄໍາຄິດເຫັນຂອງປະຊາຊົນ ທີ່ສົ່ງມານັ້ນ, ສະພາແຫ່ງຊາດ, ກອງເລຂາກອງປະຊຸມ ຈະໄດ້ສັງຮວມ ແລະ ມອບໃຫ້ກຳມາທິ ການທີ່ກ່ຽວຂ້ອງປະສານສົມທົບກັບກະຊວງ-ອົງການ,ອົງ ການປົກຄອງທ້ອງຖິ່ນ ເພື່ອຄົ້ນຄວ້າພິຈາລະນາແກ້ໄຂ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

0

ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ໄຂຂຶ້ນໃນວັນທີ 24 ພະຈິກ 2025 ທີ່ສໍານັກງານສູນກາງພັກ,ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ,ໂດຍມີບັນດາສະຫາຍກໍາມະການສູນກາງພັກ,ເລ ຂາພັກແຂວງ, ກະຊວງ,ອົງການ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້,ໄດ້ຕີລາຄາວ່າ ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງຕໍ່ເນື່ອງ,ສັບສົນ ແລະ ຄາດຄະເນໄດ້ຍາກ ຄື: ປັດຈຸບັນນີ້,ແຕ່ຄະນະບໍລິຫານງານສູນກາງພັກ ກໍໄດ້ສຸມໃສ່ນຳພາ-ຊີ້ນຳ ຢ່າງເອົາຈິງເອົາຈັງໃນການແກ້ໄຂບັນຫາເຄັ່ງຮ້ອນຂອງປະເທດ, ໂດຍສະເພາະແມ່ນການແກ້ໄຂບັນດາປັດໄຈສ່ຽງ ທີ່ຈະສົ່ງຜົນກະທົບຕໍ່ສະພາບເງິນເຟີ້, ອັດຕາແລກປ່ຽນ,ລາຄາສິນຄ້າ, ພ້ອມນີ້ ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ,ແກ້ ໄຂຜົນກະທົບຈາກໄພພິບັດທຳມະຊາດ,ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ,ສ້າງໄດ້ການຫັນປ່ຽນທີ່ຕັ້ງໜ້າ ແລະ ທ່ວງທ່າ ທີ່ດີໃຫ້ແກ່ການສືບຕໍ່ພັດທະນາປະເທດຊາດເຮົາ ໃຫ້ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ.

ກອງປະຊຸມຄັ້ງນີ້,ໄດ້ດຳເນີນໃນທ່າມກາງບັນຍາກາດທີ່ທ່ົວພັກ,ທົ່ວລັດ,ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ ທ້າຍສະໄໝ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ5ປີຄັ້ງທີIXຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ,ນະຄອນຫຼວງ ແລະ ແຂວງ; ການກະກຽມຄວາມພ້ອມໃນການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບ ຮອບ 50 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບ ຮອບ 105 ປີ ຢ່າງເປັນຂະບວນຟົດຟື້ນ,ກວ້າງຂວາງເພື່ອຍູ້ຂະບວນການກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງໜັກແໜ້ນ.

ກອງປະຊຸມ,ຈະໄດ້ພ້ອມກັນຄົ້ນຄວ້າ,ປຶກສາຫາລື,ເປັນເອກະພາບແລະຮັບຮອງເອົາບັນດາເນື້ອໃນເອກະສານສຳ ຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XII ເປັນຕົ້ນແມ່ນ:ໂຄງການການເມືອງຂອງພັກ ສະບັບທີ 3, ລາຍງານການເມືອງ,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ກົດລະບຽບຂອງພັກສະບັບປັບປຸງ.ພ້ອມກັນນີ້,ກອງປະຊຸມ ຍັງຈະໄດ້ພ້ອມກັນດໍາເນີນ ຊີວິດການເມືອງທ້າຍສະໄໝ ເພື່ອສໍາຫຼວດກວດກາການນຳພາລວມຂອງໝູ່ຄະນະ ແລະ ຄວາມຮັບຜິດຊອບການເມືອງຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ.

ໃນໂອກາດດັ່ງກ່າວ,ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກ ວ່າ: ບັນດາເນື້ອໃນດັ່ງກ່າວນັ້ນ ລ້ວນແຕ່ເປັນບັນຫາສໍາຄັນ ທີ່ມີລັກສະນະຍຸດທະສາດ ຂອງພັກເຮົາ ທີ່ຈະນຳເຂົ້າຜ່ານ ແລະ ຮັບຮອງ ໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026 ເຊິ່ງຈະເປັນບ່ອນອີງ ແລະ ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການນໍາພາ-ຊີ້ນຳວຽກງານ ຂອງພັກ-ລັດ ໃນຊຸມປີຕໍ່ໜ້າ,ຜ່ານມາ ພວກເຮົາ ກໍໄດ້ຄົ້ນຄວ້າ ແລະ ປະກອບຄຳເຫັນ ຫຼາຍຄັ້ງແລ້ວ, ຈຶ່ງສະເໜີ ໃຫ້ບັນດາສະຫາຍສູນກາງພວກເຮົາ ຕ້ອງໄດ້ສຸມໃສ່ຄົ້ນຄວ້າ, ໃຫ້ຄໍາເຫັນ, ໃຫ້ທິດຕໍ່ແຕ່ລະວຽກໃຫ້ເລິກເຊິ່ງຕື່ມ, ພາວະວິໄສ ແລະ ເຈາະຈົງໃສ່ບັນຫາ ທີ່ຕັ້ງຂຶ້ນ ແລະ ບັນດາສະຫາຍອອກຄໍາເຫັນໃຫ້ເລິກເຊິ່ງ ແລະ ຖືກຈຸດ ເພື່ອງ່າຍໃຫ້ແກ່ການສະຫຼຸບສັງລວມ,ງ່າຍໃຫ້ແກ່ການປັບປຸງເອກະສານ ແລະ ຖືກກັບຈຸດທີ່ຢາກໄດ້,ຢາກແກ້ໄຂແທ້ໆ ເພື່ອເຮັດໃຫ້ກອງປະຊຸມສູນກາງຄັ້ງນີ້ ໄດ້ຮັບຜົນສຳ ເລັດຕາມແຜນທີ່ວາງໄວ້. ກອງປະຊຸມດັ່ງກ່າວ, ຈະໄດ້ດໍາເນີນ ໄປເປັນເວລາ 4 ວັນ ຈຶ່ງຈະປິດລົງ.

ນັກກິລາບານເຕະ ກະຊວງ ປກສ ຄວ້າຫຼຽນທອງ ໃນການແຂ່ງຂັນນະຄອນຫຼວງເກມ

0

ການແຂ່ງຂັນກິລາບານເຕະຊາຍລະຫວ່າງກະຊວງປ້ອງ ກັນຄວາມສະຫງົບ ພົບກັບ ແຂວງອັດຕະປື ໃນວັນທີ 24 ພະຈິກ 2025, ທັບນັກກິລາບານເຕະ ກະຊວງປ້ອງກັນຄວາມສະຫງົບ ສາມາດຄວ້າຫຼຽນທອງ ມາຄອງ,ໂດຍການເອົາຊະນະ ແຂວງອັດຕະປື 3 ປະຕູຕໍ່ 0 ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ.

ສໍາລັບການຍິງປະຕູທໍາອິດ ແລະ ປະຕູທີ 3 ເປັນການຍິງຂອງໝາຍເລກ 9 ທ້າວ ວິສິດ ບຸນປະເສີດ ແລະ ສ່ວນປະ ຕູທີສອງ ໂດຍການຍິງຂອງໝາຍເລກ 22 ທ້າວ ສຸກສະຫວັນ ຈັນທະວົງ.

ໂອກາດດຽວກັນ, ການນໍາກະຊວງປ້ອງກັນຄວາມສະ ຫງົບ ຍັງໄດ້ມອບເງິນຊຸກຍູ້ ແລະ ສະແດງຄວາມດີໃຈ ນໍາທັບນັກກິລາ ຈໍານວນ 30.000.0000 ກີບ ຕື່ມອີກ.

ກິລາເປຕັງ ກະຊວງ ປກສ ຍາດໄດ້ 1 ຫຼຽນຄໍາ 1 ຫຼຽນເງິນ ແລະ 4 ຫຼຽນທອງ ໃນງານມະຫາກໍາກິລາແຫ່ງຊາດ

0

ການແຂ່ງຂັນກິລາເປຕັງ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ສໍາເລັດ ແລະ ມີພິທີປິດ ໃນວັນທີ 24 ພະຈິກ 2025 ນີ້ ທີ່ສະໜາມກິລາເປຕັງ ມະຫາວິທະຍາໄລແຫ່ງຊາດ.

ການແຂ່ງຂັນກິລາເປຕັງໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ໄດ້ມີການແຂ່ງຂັນ ທັງໝົດ 11 ລາຍການ ແລະ ເລີ່ມແຂ່ງຂັນແຕ່ວັນທີ 14 ພະຈິກ 2025 ເປັນຕົ້ນມາ ເຊິ່ງກະຊວງປ້ອງກັນຄວາມສະຫງົບ ໄດ້ສົ່ງນັກກິລາເປຕັງ ເຂົ້າແຂ່ງຂັນ ທັງໝົດ 12 ຄົນ ຍິງ 6 ຄົນ.ໃນນີ້,ສາມາດຍາດໄດ້ 6 ຫຼຽນ ຄື: 1ຫຼຽນຄຳ ລາຍການ ຍິງດ່ຽວ,1 ຫຼຽນເງິນ ລາຍ ການຄູ່ຊາຍ,1 ຫຼຽນ ລາຍການຄູ່ປະສົມ 1 ຫຼຽນທອງ ລາຍ ການຊຸດປະສົມ 2 ຍິງ-1 ຊາຍ,1 ຫຼຽນທອງ ລາຍການທີມຊຸດ-ຍິງ,1 ຫຼຽນທອງ ລາຍການ ຊຸດຕິງ-ຍິງ.

ພັທ ໜໍຄຳ ສີຫາລາດ ຄູຝຶກ ກິລາເປຕັງ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ປກສ ວ່າ: ການລົງແຂ່ງຂັນໃນຄັ້ງນີ້ ແມ່ນມີຂໍ້ສະດວກຫຼາຍຢ່າງ ໂດຍສະເພາະ ແມ່ນໄດ້ຮັບການເອົາໃຈໃສ່ຊຸກຍູ້,ຕິດຕາມ ແລະ ໃກ້ຊິດຕິດແທດການຈັດຕັ້ງ ແລະ ຄະນະນຳກະຊວງ ປກສ ແລະ ມອບໝາຍໜ້າທີ່ອັນສຳຄັນໃຫ້; ຂ້າພະເຈົ້າ ຮູ້ສຶກພາກພູມໃຈທີ່ໄດ້ຮັບໜ້າທີ່ເປັນຄູຝຶກ ແລະ ໄດ້ຝຶກສອນນັກກິລາເປຕັງ ຂອງກະຊວງ ປກສ ເຂົ້າ ຮ່ວມແຂ່ງຂັນໃນງານມະຫາກຳກິລາຄັ້ງນີ້, ຕະຫຼອດເວລາໃນການກະຝຶກຊ້ອມ ກໍຄື ໄລຍະການແຂ່ງຂັນ ແມ່ນໄດ້ສຸມສະຕິປັນຍາ, ທຸ້ມເທເຫື່ອແຮງ ແລະ ຖ່າຍທອດບົດຮຽນໃຫ້ນັກກິລາ ຈົນສາມາດຍາດໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 4 ຫຼຽນທອງ ເຊິ່ງສາມາດເຮັດໄດ້ຕາມເປົ້າໝາຍທີ່ວາງໄວ້,ຜົນງານທີ່ທີມກິລາເປຕັງ ກະຊວງປ້ອງກັນຄວາມສະຫງົບ ສາຍາດມາໄດ້ໃນຄັ້ງນີ້ ເປັນການປະກອບສ່ວນສ້າງຜົນງານຕໍ່ກະຊວງປ້ອງກັນຄວາມສະຫງົບ ທັງເປັນການປະກອບສ່ວນສ້າງຂະບ

ສານນາຍົກລັດຖະມົນຕີ ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

0

ສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025 ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະເດັກຍິງທຸກຄົນ, UNITE to End Digital Violence Against All Women and Girls”.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!

ເນື່ອງໃນໂອກາດ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຄົບຮອບ 25 ປີ (25 ພະຈິກ 2000 – 2025), ບັນດາປະເທດໃນທົ່ວໂລກ ກໍຄື ສປປ ລາວ ພວກເຮົາໄດ້ສ້າງຂະບວນການ ລະນຶກວັນດັ່ງກ່າວ, ສໍາລັບ ປີນີ້ແມ່ນພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງຜ່ານທາງດີຈີຕອນ ຕໍ່ແມ່ຍິງ ແລະ ເດັກຍິງ ທຸກຄົນ”

ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ ແລະ ພະນັກ ງານ-ລັດຖະກອນໃນຂອບເຂດທົ່ວປະເທດ, ຖືໂອກາດນີ້ເປັນການຢັ້ງຢືນຄືນເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງວົງຄະນາຍາດສາກົນຮ່ວມກັນໃນການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ທັງເປັນໂອກາດທີ່ດີທີ່ພວກເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບຜົນສໍາເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເຊິ່ງສາມາດເກີດໄດ້ຫຼາຍຮູບການ ແລະ ຜ່ານຫຼາຍຊ່ອງທາງ ໂດຍສະເພາະໃນສັງຄົມທີ່ນັບມື້ຈະຫັນໄປສູ່ລະບົບດິຈິຕອນ.

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ!

ປັດຈຸບັນ, ທົ່ວໂລກກໍາລັງຢູ່ໃນຍຸກສະໄໝຂອງຄວາມກ້າວ ໜ້າທາງດ້ານເຕັກໂນໂລຊີ ເພື່ອອຳນວຍຄວາມສະດວກໃນການຕິດຕໍ່ສື່ສານ, ການສຶກສາ, ການຄ້າ ແລະ ອື່ນໆ ທີ່ເປັນປະໂຫຍດຕໍ່ສັງຄົມ ແລະ ການພັດທະນາ; ແຕ່ໃນເວລາດຽວກັນ ການປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ການເຕີບໂຕຢ່າງໄວວາຂອງປັນຍາປະດິດ (AI) ກໍ່ກຳລັງສ້າງຄວາມສ່ຽງໃໝ່ ແລະ ເພີ່ມຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢ່າງຕໍ່ເນື່ອງ ເຊັ່ນ: ການນໍາໃຊ້ເຕັກໂນໂລຊີ ເພື່ອການສະແຫວງຫາຜົນປະໂຫຍດ ເປັນຕົ້ນ ການຕິດຕາມ, ລົບກວນ, ການສົ່ງຕໍ່ຮູບພາບສ່ວນຕົວທີ່ບໍ່ໄດ້ຮັບຄວາມຍິນຍອມ, ຂົມຂູ່ທາງອອນລາຍ, ຮູບພາບປອມລາມົກອາ ນາຈານທີ່ສ້າງດ້ວຍ ເອໄອ, ຮູບພາບວີດີໂອ ແລະ ສຽງທີ່ຖືກດັດແປງດ້ວຍ ດິຈິຕອນ,ຄຳເວົ້າທີ່ໃສ່ຮ້າຍປ້າຍສີ ແລະ ການໃຊ້ຂໍ້ມູນທີ່ບໍ່ຖືກຕ້ອງໃນເວທີສື່ສັງຄົມ ແລະ ອື່ນໆ.

ການກະທຳເຫຼົ່ານີ້ບໍ່ພຽງແຕ່ເກີດຂຶ້ນທາງອອນລາຍ ແຕ່ຍັງນຳໄປສູ່ຄວາມຮຸນແຮງໃນຊີວິດຈິງ ເຊັ່ນ:ການບັງຄັບ,ການ ລ່ວງລະເມີດທາງເພດ ໄປເຖິງການຄາດຕະກຳແມ່ຍິງ ແລະ ເດັກຍິງ, ຄວາມອັນຕະລາຍເຫຼົ່ານີ້ສາມາດແກ່ຍາວ ແລະ ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສຸຂະພາບ, ສະຫວັດດີພາບ ແລະ ຄວາມປອດໄພຂອງຜູ້ຖືກເຄາະຮ້າຍ.

ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາ ວະວິໄສ ໃນການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຜ່ານທາງອອນລາຍ, ໃນຊຸມປີຜ່ານມາ ພັກ ແລະ ລັດ ຖະບານ ໄດ້ຮັບຮອງເອົາບັນດານະໂຍບາຍ ແລະ ກົດໝາຍທີ່ສຳຄັນເປັນຕົ້ນ: ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍ ການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ, ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາດຊະຍາກຳທາງອິນເຕີເນັດ,ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ດຳລັດດ້ວຍການຄວບຄຸມຂໍ້ມູນຜ່ານອິນເຕີເນັດ. ນອກຈາກນັ້ນ, ຍັງໄດ້ມີການໂຄສະນາເຜີຍແຜ່ໃນການນຳໃຊ້ສື່ອອນລາຍທີ່ຖືກຕ້ອງ, ໃຫ້ຄໍາແນະນໍາ, ຂໍ້ມູນ ແລະໃຫ້ຄໍາປຶກສາກ່ຽວກັບຄວາມຮຸນແຮງທາງອອນລາຍ ແລະ ໃຫ້ການຊ່ວຍເຫຼືອຜູ້ທີ່ຖືກຄວາມຮຸນແຮງຜ່ານທາງອອນລາຍ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!

ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ສະແດງຄວາມຊົມເຊີຍ ມາຍັງການຈັດຕັ້ງພັກ-ລັດ,ແນວລາວສ້າງຊາດ,ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ອົງການປົກ ຄອງທ້ອງຖິ່ນ, ພາກເອກະຊົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນໃນວຽກງານປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຢ່າງຕັ້ງໜ້າ.

ພ້ອມນັ້ນ, ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ,ອົງການຈັດ ຕັ້ງສາກົນ,ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະ ກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ,ຊ່ວຍເຫຼືອໃຫ້ແກ່ລັດຖະບານ ແລະ ປະຊາ ຊົນລາວ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໄດ້ຮັບຜົນດີຕະຫຼອດມາ ແລະ ຫວັງວ່າ ທຸກພາກສ່ວນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຕື່ມອີກໃນອະນາຄົດ.

ເຖິງເວລາແລ້ວ ທີ່ພວກເຮົາ ຈະຕ້ອງຮ່ວມກັນ ປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະເດັກ ຢ່າງຈິງຈັງ ແລະ ຕ້ອງຖືເປັນຄວາມຮັບຜິດຊອບຮ່ວມກັນຂອງທຸກພາກສ່ວນໃນສັງຄົມ; ຂ້າພະເຈົ້າ ຮຽກ ຮ້ອງມາຍັງທຸກຂະແໜງການ, ບໍລິສັດທີ່ໃຫ້ບໍລິການດ້ານເຕັກໂນໂລຊີ, ຄູ່ຮ່ວມພັດທະນາ,ອົງການຈັດຕັ້ງສາກົນ,ອົງ ການບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ຮ່ວມກັນກຳນົດມາດຕະການ ແລະ ສະໜອງຊັບພະຍາ ກອນທີ່ຈໍາເປັນ ເພື່ອປ້ອງກັນແລະ ແກ້ໄຂ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຜ່ານທາງດິຈິຕອນ ດ້ວຍການ:

1. ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ການປັບຕົວໃນການນຳໃຊ້ນະວັດຕະກຳ ດິຈິຕອນໃຫ້ ແມ່ຍິງ, ເດັກຍິງ ແລະ ທຸກພາກສ່ວນໃນສັງຄົມ;

2. ກຳນົດໃຫ້ການໃຊ້ຄວາມຮູນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະ ເດັກຍິງ ເປັນຄວາມຜິດທາງອາຍາ;

3. ສ້າງຄວາມເຂັ້ມແຂງໃຫ້ຂະແໜງການບັງຄັບໃຊ້ກົດ ໝາຍໃນການສືບສວນ ແລະ ດໍາເນີນຄະດີ ເພື່ອສາມາດນໍາເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ; ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ພາກສ່ວນທີ່ຮັບຜິດຊອບຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ສາມາດໃຫ້ການບໍລິການຢ່າງມີປະສິດ ທິພາບ ແລະ ຍຸດຕິທຳ;

4. ພາກສ່ວນທີ່ກ່ຽວຂ້ອງຂອງລັດແລະເອກະຊົນຮ່ວມກັນ ຄົ້ນຄວ້າສ້າງນິຕິກໍາ ແລະ ມາດຕະການທີ່ເໝາະສົມໃນການຄຸ້ມຄອງ, ຕິດຕາມ ການນໍາໃຊ້ ລະບົບດິຈິຕອນ ເປັນຕົ້ນ ຈັນຍາບັນ, ການຄວບຄຸມທາງດ້ານເນື້ອຫາ ແລະ ການໃຫ້ຄໍາແນະນໍາຕໍ່ຜູ້ໃຊ້ບໍລິການ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ການຈັດຕັ້ງຂະ ບວນການລະນຶກ ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ພາຍໃຕ້ຄຳຂວັນ “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງຜ່ານທາງດີຈີຕອນ ຕໍ່ແມ່ຍິງ ແລະເດັກຍິງ ທຸກຄົນ ” ໃນປີ 2025 ນີ້ ຈົ່ງບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ອວຍພອນໃຫ້ພີ່ນ້ອງຮ່ວມຊາດ ຈົ່ງປາສະຈາກຄວາມຮຸນ ແຮງທຸກປະເພດ, ຄອບຄົວມີຄວາມສາມະຄີປອງດອງ, ມີຄວາມສະເໝີພາບຍິງ-ຊາຍ,ສັງຄົມມີຄວາມສະຫງົບປອດໄພ, ປະເທດຊາດ ມີຄວາມສີວິໄລ.

ຂໍຂອບໃຈ!

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

0

ໃນວັນທີ 18 ພະຈິກ 2025, ທີ່ ສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນໂອກາດສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-21 ພະຈິກ 2025.

ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ໃນຄັ້ງນີ້, ເຊິ່ງເປັນຂີດໝາຍອັນສໍາຄັນທາງປະຫວັດສາດຂອງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ກໍຄືການຈັດຕັ້ງຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລາວຍີ່ປຸ່ນ ທີ່ສອງນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ໄດ້ເຫັນດີເປັນເອກະພາບໃນເດືອນມັງກອນ 2025 ຜ່ານມາ ໃຫ້ເປັນຮູບປະທໍາເທື່ອລະກ້າວ ແລະ ການຢ້ຽມຢາມຄັ້ງນີ້ແມ່ນມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພວມສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ຄົບຮອບ 70 ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເລີ່ມແຕ່ປີ 1965 ເປັນຕົ້ນມາ, ລວມທັງການກະກຽມສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ພ້ອມນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ຢືນຢັນວ່າ ການນຳຂອງລາວທຸກຂັ້ນ ກໍຄືປະຊາຊົນລາວ ແມ່ນມີຄວາມປຶ້ມປິຕິຍິນດີ ທີ່ໄດ້ຕ້ອນຮັບ ສົມເດັດ ເຈົ້າຍິງ ໄອໂກະ ທີ່ເປັນຕົວແທນໃຫ້ແກ່ ສົມເດັດ ເຈົ້າຈັກກະພັດ ແລະ ພະບໍລົມສານຸວົງ ຂອງປະເທດຍີ່ປຸ່ນ ຢ້ຽມຢາມ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ສົມເດັດ ເຈົ້າຍິງ ໄອໂກະ ຈະມີຄວາມປະທັບໃຈທີ່ໄດ້ຢ້ຽມຢາມບັນດາສະຖານທີ່ຕ່າງໆທີ່ມີຄວາມສຳຄັນທາງດ້ານປະຫວັດສາດ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງລາວ ທີ່ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ.

ໃນໂອກາດດຽວກັນນີ້, ສອງຝ່າຍ ກໍ່ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ເປັນຕົ້ນແມ່ນ ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການພັດທະນາໂຄງລ່າງພື້ນຖານ, ວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO), ການສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ແລະ ອື່ນໆ,  ລວມທັງການແລກປ່ຽນວັດທະນະທຳອັນດີງາມ ເຊິ່ງກັນ ແລະ ກັນຂອງສອງປະເທດ ລາວ-ຍີ່ປຸ່ນ ອີກດ້ວຍ. ນອກຈາກນັ້ນ, ພະນະທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຫວັງວ່າ ການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການຊຸກຍູ້ສົ່ງເສີມຍິ່ງໆຂຶ້ນ ເພື່ອຜັນຂະຫຍາຍສົນທິສັນຍາທາງອາກາດສອງຝ່າຍທີ່ໄດ້ຮັບການລົງນາມໃນປີ 2015 ໃຫ້ເປັນຮູບປະທໍາໂດຍໄວ.

ໃນຂະນະດຽວກັນ, ສົມເດັດ ເຈົ້າຍິງ ໄອໂກະ ກໍ່ໄດ້ສະແດງຄວາມປະທັບໃຈ ແລະ ຂອບໃຈຢ່າງຈິງໃຈ ຕໍ່ ພະນະທ່ານ ສອນໄຊ ສີພັນດອນ, ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້. ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ສະແດງຄວາມນັບຖືເປັນຢ່າງສູງ ມາຍັງ ພະນະທ່ານ ສອນໄຊ ສີພັນດອນ ທີ່ໄດ້ຮັບການປະດັບ ຫຼຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ຈາກ ລັດຖະບານຍີ່ປຸ່ນ ໃນເດືອນກໍລະກົດ 2025 ທີ່ຜ່ານມາ, ເຊິ່ງແມ່ນຫຼຽນຂັ້ນສູງສຸດທີ່ລັດຖະບານຍີ່ປຸ່ນມອບໃຫ້ການນໍາຂັ້ນສູງຂອງຕ່າງປະເທດ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສາໍຄັນໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃນໄລຍະຜ່ານມາ.  ພິເສດແມ່ນການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງອາສາສະໝັຍີ່ປຸ່ນທີ່ກໍາລັງປະຕິບັດໜ້າທີ່ ຢູ່ ສປປ ລາວ ທຸກໆປີ, ອັນໄດ້ເປັນການໃຫ້ກໍາລັງໃຈທີ່ສໍາຄັນໃຫ້ແກ່ບັນດາອາສາສະໝັກຍີ່ປຸ່ນດັ່ງກ່າວ. ສົມເດັດ ເຈົ້າຍິງ ໄອໂກະ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຈາກ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແລະ ສົມເດັດ ພະມະເຫສີ ມາຊາໂກະ ມາຍັງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ສົມເດັດ ເຈົ້າຍິງ ໄອໂກະ  ຍັງໄດ້ສະແດງຄວາມປະທັບໃຈ ແລະ ຮູ້ສຶກເປັນກຽດທີ່ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ໄດ້ພົບປະກັບ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ, ລວມທັງສະແດງຄວາມປະທັບໃຈທີ່ໄດ້ຢ້ຽມຢາມປະຕູໄຊ ແລະ ພະທາດຫຼວງວຽງຈັນ. ສົມເດັດ ເຈົ້າຍິງ ໄອໂກະ ຍັງໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການສະໜັບສະໜຸນ ແລະ ກໍາລັງໃຈອັນສໍາຄັນໃນເວລາທີ່ຍີ່ປຸ່ນປະສົບກັບໄພພິບັດທາງທໍາມະຊາດ ແລະ ເຫດການແຜ່ນດິນໄຫວຢ່າງໜັກໜ່ວງໃນຊຸມປີຜ່ານມາ, ພ້ອມທັງສະແດງຄວາມຫວັງວ່າ ການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຂຶ້ນໃນຊຸມປີຕໍ່ໜ້າ ກໍຄືການຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ຍີ່ປຸ່ນ-ລາວ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ.

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

0

ໃນວັນທີ 18 ພະຈິກ 2025, ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລີດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນໂອກາດສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-21 ພະຈິກ 2025, ເຊິ່ງການຢ້ຽມຢາມດັ່ງກ່າວໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພວມສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ຄົບຮອບ 70 ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເລີ່ມແຕ່ປີ 1965 ເປັນຕົ້ນມາ.

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການສະເດັດຢ້ຽມຢາມທາງການ ຢູ່ ສປປ ລາວ, ເຊິ່ງແມ່ນການຢ້ຽມຢາມ ສປປ ລາວ ຂອງ ພະບໍລົມວົງສານຸວົງຍີ່ປຸ່ນ ໃນຮອບ 13 ປີ ແລະ ແມ່ນການຢ້ຽມທາງການ ຢູ່ ຕ່າງປະເທດ ຄັ້ງທໍາອິດ ຂອງ ສົມເດັດ ເຈົ້າຍິງ ໄອໂກະ, ອັນໄດ້ກາຍເປັນຂີດໝາຍສໍາຄັນທາງປະຫວັດສາດອີກຄັ້ງໜຶ່ງຂອງການພົວພັນຮ່ວມມືຂອງສອງປະເທດ ແລະ ປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ສືບຕໍ່ຈະເລີນງອກງາມຍິ່ງໆຂຶ້ນ ເໝືອນດັ່ງສັນຍາລັກແຫ່ງມິດຕະພາບ ລາວ-ຍີ່ປຸ່ນ ອັນມີຊ້າງລາວ 04 ເຊືອກ ຢູ່ ສວນສັດກຽວໂຕ, ແຂວງກຽວໂຕ ແລະ ດອກຊາກຸຣະ ຢູ່ ສວນມິດຕະພາບ ລາວ-ຍີ່ປຸ່ນ ທີ່ ເມືອງວຽງໄຊ, ແຂວງຫົວພັນ ໄດ້ເຕີບໃຫຍ່ ແລະ ເບັ່ງບານໃຫ້ຊາວລາວ, ຍີ່ປຸ່ນ ແລະ ນັກທ່ອງທ່ຽວຕ່າງຊາດ ໄດ້ຊື່ນຊົມ, ຮັບຄວາມນິຍົມຊົມຊອບ ແລະ ດຶງດູດການທ່ອງທ່ຽວໄດ້ເປັນຢ່າງດີ. ພະນະທ່ານ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ໄປຍັງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແລະ ສົມເດັດ ພາຣາຊິນີ ມາຊາໂກະ ແລະ ສະແດງຄວາມຫວັງວ່າ ລັດຖະບານ ກໍຄື ປະຊາຊົນລາວບັນດາເຜົ່າ ຈະມີໂອກາດໄດ້ຕ້ອນຮັບ ສົມເດັດ ເຈົ້າຈັກກະພັດ ພ້ອມດ້ວຍ ພະຣາຊິນີ, ລວມທັງ ສົມເດັດ ອົງມົງກຸດຣາຊະກຸມມານ ພ້ອມດ້ວຍ ພະຊາຍາ ແລະ ພະບໍລົມວົງສານຸວົງ ສະເດັດມາຢ້ຽມຢາມ ສປປ ລາວ ໃນອະນາຄົດ. ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ເປັນແຕ່ລະໄລຍະ.

ພ້ອມກັນນີ້, ສອງຝ່າຍ ໄດ້ມີຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມທັງສະແດງຄວາມຫວັງວ່າ ການພົວພັນຮ່ວມມື ແລະ ການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ຈະໄດ້ຮັບການສືບຕໍ່ເພີ່ມທະວີຮັດແໜ້ນໃນຊຸມປີຕໍ່ໜ້າ, ໂດຍສະເພາະ ການແລກປ່ຽນເຊິ່ງກັນ ແລະ ກັນ ທາງດ້ານວັດທະນະທໍາ ລະຫວ່າງ ຊາວໜຸ່ມລາວ ແລະ ຊາວໜຸ່ມຍີ່ປຸ່ນ.

ໃນຂະນະດຽວກັນ, ສົມເດັດ ເຈົ້າຍິງ ໄອໂກະ ໄດ້ສະແດງຄວາມປະທັບໃຈ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງຮູ້ສຶກເປັນກຽດຢ່າງສຸງທີ່ໄດ້ຢ້ຽມຢາມ ສປປ ລາວ ໃນປີທີ່ມີຄວາມໝາຍສໍາຄັນສໍາລັບສອງປະເທດ ຍີ່ປຸ່ນ ແລະ ສປປ ລາາວ ແລະ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແລະ ສົມເດັດ ພະມະເຫສີ ມາຊາໂກະ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ ອີກດ້ວຍ. ນອກຈາກນັ້ນ, ສົມເດັດ ເຈົ້າຍິງ ໄອໂກະ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະກັບ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ສະແດງຄວາມຫວັງວ່າ ການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແນ່ໃສ່ເສີມຂະຫຍາຍການພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.

ທຫລ ຊີ້ແຈງການຄວບຄຸມອັດຕາເງິນເຟີ້-ຄຸ້ມຄອງເງິນຕາຕ່າງປະເທດ

0

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 13 ພະຈິກນີ້, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ຄຳຊັກຖາມບັນຫາພົ້ນເດັ່ນ ຂອງສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ກັບການກໍານົດ 3 ຄາດໝາຍຕົ້ນຕໍ ໃນແຜນເງິນຕາ 5 ປີ (2026-2030) ໂດຍສະເພາະ ຄາດໝາຍອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບສະເລ່ຍ 5% (ເໜັງຕີງ ± 2%) ສະເໜີທະນາຄານ ແຫ່ງ ສປປ ລາວ ຊີ້ແຈງ ແລະ ຢັ້ງຢືນຄວາມແນ່ນອນວ່າ ຈະສາມາດຈັດຕັ້ງປະຕິບັດໄດ້ ຫຼື ບໍ່. ຖ້າເພີ່ມດັດສະນີເງິນເດືອນ ຜົນທີ່ຕາມມາຄືລາຄາສິນຄ້າເພີ່ມສູງຂຶ້ນ, ເງິນເຟີ້ ຈະກັບຄືນມາບໍ່; ການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເພື່ອໃຫ້ກຸ້ມການນຳເຂົ້າໄດ້ 5-6 ເດືອນຂຶ້ນໄປ, ໃນທິດທາງຕໍ່ໜ້າ ທຫລ ຈະສາມາດບັນລຸໄດ້ຄືແນວໃດ ແລະ ດ້ວຍວິທີໃດແດ່.

ທ່ານ ນາງ ບຸນຄຳ ວໍລະຈິດ ໄດ້ຊີ້ແຈງວ່າ: ການຄວບຄຸ້ມອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບ ສະເລ່ຍ 5% (ເໜັງຕີງ ± 2%) ເປັນຄາດໝາຍທີ່ທ້າທາຍ ໃນສະພາບຄວາມບໍ່ແນ່ນອນ ຂອງການຈັດຕັ້ງປະຕິບັດນະໂຍບາຍ ຂອງບັນດາປະເທດເສດຖະກິດໃຫຍ່ ແລະ ລັດຖະບານ ກໍມີແຜນການປັບເພີ່ມຂຶ້ນດັດສະນີເງິນເດືອນ ໃຫ້ແກ່ພະນັກງານຊຶ່ງອາດຈະສົ່ງຜົນຕໍ່ການເໜັງຕີງ ຂອງອັດຕາເງິນເຟີ້ຢ່າງຫຼີກລຽງບໍ່ໄດ້. ແຕ່ເຖິງຢ່າງໃດກໍຕາມ, ທຫລ ກໍຈະສູ້ຊົນ ແລະ ຄົ້ນຄວ້າບັນດານະໂຍບາຍ ແລະ ມາດຕະການໃຫ້ແທດເໝາະ ກັບສະພາບທີ່ເກີດຕົວຈິງ ໂດຍການສົມທົບກັບບັນດາ ຂະແໜງການກ່ຽວຂ້ອງ ຄົ້ນຄວ້າມາດຕະການຄຸ້ມຄອງລາຄາສິນຄ້າ ໄປຄຽງຄູ່ກັບມາດຕະການທາງດ້ານການເມືອງແນວຄິດ ໂດຍການສ້າງຄວາມເຂົ້າໃຈໃຫ້ສັງຄົມ ຕໍ່ການປັບເພີ່ມຂຶ້ນດັດສະນີເງິນເດືອນໃຫ້ພະນັກງານ ເພື່ອບໍ່ເຮັດໃຫ້ພໍ່ຄ້າ, ຊາວຂາຍສວາຍໂອກາດປັບຂຶ້ນລາຄາສິນຄ້າ ໃນທ້ອງຕະຫຼາດ. ສຳລັບການຄວບຄຸມອັດຕາເງິນເຟີ້ ໃຫ້ບັນລຸຕາມຄາດໝາຍທີ່ຕັ້ງໄວ້ນັ້ນ ທະນາຄານແຫ່ງ ສປປ ລາວ ກໍບໍ່ສາມາດຈະເຮັດສຳເລັດ ຫາກບໍ່ໄດ້ຮັບການຮ່ວມມື, ການປະກອບສ່ວນຈາກທຸກຂະແໜງການກ່ຽວຂ້ອງ ແລະ ຈາກປະຊາຊົນ.

ສ່ວນມາດຕະການໃນການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ດ້ວຍການຈັດຕັ້ງປະຕິບັດນິຕິກໍາ ແລະ ມາດຕະການໃນການຄຸ້ມຄອງລາຍຮັບ ທີ່ເປັນເງິນຕາຕ່າງປະເທດໃນໄລຍະຜ່ານມາ, ກໍເຮັດໄດ້ດີສົມຄວນ ເຮັດໃຫ້ລະດັບຖານະເງິນຕາຕ່າງປະເທດ ສາມາດຮອງຮັບສະຖຽນລະພາບເງິນຕາ ແລະ ການຊໍາລະສະສາງກັບຕ່າງປະເທດໄດ້ໂດຍພື້ນຖານ ແລະ ບັນລຸໄດ້ຄາດໝາຍທີ່ສະພາແຫ່ງຊາດຮັບຮອງ.

ໃນຕໍ່ໜ້າ, ທຫລ ຈະສູ້ຊົນໃຫ້ລະດັບຄັງສຳຮອງ ໃຫ້ມີທ່າອ່ຽງເພີ່ມຂຶ້ນໃຫ້ບັນລຸເກີນ 5 ເດືອນ ຊຶ່ງເຫັນວ່າມີທ່າອ່ຽງເປັນໄປໄດ້ສູງ, ຕາມຫຼັກການສາກົນ (Rule of Thumb) ແມ່ນ 3 ເດືອນຂອງມູນຄ່າການນໍາເຂົ້າ ກໍຖືວ່າເຮັດໄດ້ໂດຍພື້ນຖານແລ້ວ.

ແຕ່ເຖິງຢ່າງໃດກໍດີ, ອີງໃສ່ຄວາມຕ້ອງການຊຳລະສະສາງກັບຕ່າງປະເທດຂອງ ສປປ ລາວ ແມ່ນຍັງມີສູງ. ສະນັ້ນ, ຍັງມີຄວາມຈຳເປັນຕ້ອງສືບຕໍ່ສ້າງຖານະຄັງສຳຮອງເງິນຕາຕ່າງປະເທດ ໃຫ້ເຂັ້ມແຂງໃນໄລຍະກາງ ແລະ ໄລຍະຍາວ ໂດຍສະເພາະ ການຈັດຕັ້ງປະຕິບັດນິຕິກຳຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂັ້ມງວດ ແລະ ຫັນເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ ໂດຍ ທຫລ ຈະສຸມໃສ່ຄຸ້ມຄອງແຫຫຼ່ງເງິນຕາຕ່າງປະເທດ ຈາກແຫຼ່ງຕ່າງໆ ເປັນຕົ້ນ ລາຍຮັບຈາກການສົ່ງອອກ ແລະ ຈາກການລົງທຶນໂດຍກົງຈາກຕ່າງປະເທດ (FDI), ລາຍຮັບຈາກການທ່ອງທ່ຽວ, ລາຍຮັບຈາກແຮງງານຕ່າງປະເທດ, ການຊື້-ຂາຍ ພາຫະນະ ແລະ ທີ່ດິນຜ່ານລະບົບທະນາຄານໃຫ້ດີຂຶ້ນ ໄປຄຽງຄູ່ກັບການຫຼຸດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ ແລະ ເພີ່ມການສົ່ງອອກ ເພື່ອນຳລາຍຮັບເງິນຕາຕ່າງປະເທດ ເຂົ້າມາໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ຖານະດຸນການຊຳລະສະສາງກັບຕ່າງປະເທດ ໃຫ້ເກີນດຸນ ຈຶ່ງຈະມີສ່ວນສະສົມເງິນຕາເຂົ້າຄັງສຳຮອງເພີ່ມຂຶ້ນ. ພ້ອມນີ້, ກໍຕ້ອງຍົກສູງສະຕິຂອງສັງຄົມ ໃນການດຳເນີນທຸລະກຳທາງການເງິນ ຜ່ານລະບົບທະນາຄານໃຫ້ຫຼາຍ, ທະນາຄານຈຶ່ງຈະມີສະພາບຄ່ອງແຫຼ່ງເງິນຕາຫຼາຍຂຶ້ນ ເພື່ອຮອງຮັບການລະສະສາງກັບຕ່າງປະເທດ.