Sunday, September 21, 2025
Home Blog Page 29

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X

0

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງສາລະວັນ ຄັ້ງທີ X ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 6 ສິງຫາ 2025, ພາຍໃຕ້ການເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສາລະວັນ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິ ການສູນກາງພັກ, ຮອງນາຍົກລັດຖະມົນຕີ, ຮອງເລຂາພັກແຂວງ, ບັນດາຄະນະປະຈຳພັກແຂວງ, ຕະ ຫລອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາສະຫາຍຜູ້ແທນສົມບູນ ຈໍານວນ 363 ສະຫາຍ ເຊິ່ງເປັນຕົວແທນ ແລະ ຕາງໜ້າໃຫ້ແກ່ສະມາຊິກພັກ 16.839 ສະຫາຍ ໃນທົ່ວແຂວງສາລະວັນ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ດາວວົງ ພອນແກ້ວ ໄດ້ກ່າວໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ຢ່າງເປັນທາງການ ເຊິ່ງມີເນື້ອໃນບາງຕອນວ່າ: ຕະຫລອດໄລຍະ 5 ປີຜ່ານ ມາ ອໍານາດການປົກຄອງທຸກຂັ້ນພາຍໃນແຂວງສາລະວັນ ໄດ້ອອກແຮງຜັນຂະຫຍາຍ ແລະ ຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງສາລະວັນ ເຊິ່ງໄດ້ຜະເຊີນໜ້າກັບສິ່ງທ້າທາຍທົດສອບຫລາຍບັນຫາ ເປັນຕົ້ນ ການລະບາດຂອງພະຍາດໂຄວິດ-19, ບັນຫາໄພເງິນເຟີ້, ລາຄາສິນຄ້າແພງ ແລະ ບັນຫາອື່ນໆ ແຕ່ພາຍໃຕ້ການນຳພາ-ຊີ້ນຳຂອງກົມການເມືອງສູນກາງພັກ, ລັດຖະບານ ບວກກັບຄວາມເປັນເຈົ້າການຂອງຄະ ນະພັກ-ອົງການປົກຄອງແຕ່ລະຂັ້ນ ກໍຄື ປະຊາຊົນບັນດາເຜົ່າພາຍໃນແຂວງສາລະວັນ ທຸກທົ່ວໜ້າເຄີຍມີມູນເຊື້ອພິລະອາດຫານ, ດຸໝັ່ນຂະຫຍັ່ນພຽນ-ອົດທົນ ແລະ ມີຄວາມສາມັກຄີປອງດອງຢ່າງແໜ້ນແຟ້ນຫັນພະນັກງານ-ສະມາຊິກພັກ ລົງກໍ່ສ້າງຮາກຖານການເມືອງ, ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວຽກງານ 3 ສ້າງ. ພ້ອມນັ້ນ, ກໍໄດ້ປັບປຸງປົວແປງພາຍໃນພັກ, ເປີດບັ້ນດໍາເນີນຊີວິດການເມືອງຢ່າງກວ້າງຂວາງ, ດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ຄະນະພັກຮາກຖານ ໄດ້ສໍາເລັດ 100% ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ໃນການຄົ້ນຄວ້າປະກອບຄຳຄິດ-ຄໍາເຫັນ ເຂົ້າໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ຮ່າງບົດສໍາຫລວດການນໍາພາຂອງອົງຄະນະພັກແຂວງ ແລະ ທາບທາມບຸກຄະລາກອນຜູ້ທີ່ຈະສະໝັກ ເຂົ້າໃນຄະ ນະບໍລິຫານງານພັກແຂວງຊຸດໃໝ່ ຕາມກົດລະບຽບຂອງພັກ.

ໃນວາລະດໍາເນີນກອງປະຊຸມໃຫຍ່, ໄດ້ຮັບຟັງຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແລ້ວ ຍັງໄດ້ພ້ອມກັນຄົ້ນຄວ້າລົງເລິກຕີລາຄາບັນດາຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາ ເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ໄດ້ຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີໃນຕໍ່ໜ້າ. ພ້ອມນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຕົວແທນຈາກກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບຈຳນວນໜຶ່ງຕື່ມອີກ.

ການດຳເນີນກອງປະຊຸມຄັ້ງນີ້, ບັນດາຜູ້ແທນກອງປະຊຸມ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອເປັນຜູ້ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ໃຫ້ໄດ້ຮັບຜົນສຳເລັດ, ຈະໄດ້ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້. ກອງປະຊຸມໃຫຍ່ຄັ້ງນີ້, ເປັນກຽດຢ່າງສູງ ທີ່ຈະໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເພື່ອເປັນເຂັມຊີ້ທິດ ໃນການຈັດຕັ້ງປະຕິບັດໃຫ້ເຮັດສໍາເລັດໜ້າທີ່ການເມືອງທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້ ກໍຄື ພາລະກິດປົກປັກຮັກສາ ແລະ ພັດທະນາແຂວງສາລະວັນ ໃຫ້ໜັກແໜ້ນ, ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໂອກາດນີ້, ສະຫາຍ ດາວວົງ ພອນແກ້ວ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະ ຊຸມໃຫຍ່ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບສູງ, ເສີມຂະຫຍາຍສິດປະຊາທິປະໄຕ ຢ່າງແຂງແຮງແລະ ສຸມສະຕິປັນຍາເຂົ້າໃສ່ໃນການຄົ້ນຄວ້າ ແລະ ຕົກລົງບັນຫາຕ່າງໆ ຢ່າງເລິກເຊິ່ງເຖິງຖອງ, ຖືກ ຕ້ອງຕາມແນວທາງຂອງພັກ ແລະ ສອດຄ່ອງກັບທ່າແຮງບົ່ມຊ້ອນ,

ບໍລິຄໍາໄຊ ປະກາດການຈັດຕັ້ງ ພາຍຫຼັງໂຮມພະແນກ

0

ພິທີປະກາດການຈັດຕັ້ງພາຍຫຼັງໂຮມພະແນກແຜນການ ແລະ ການລົງທຶນ ເຂົ້າກັບພະແນກການເງິນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ, ເປັນປະທານໂດຍທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຂາຊົນແຂວງ, ທ່ານ ອຸບັນ ສຸພິດາ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງ ຄະນະນໍາປັບປຸງ ກົງຈັກການຈັດຕັ້ງກະຊວງການເງິນ.

ໃນພິທີ ໄດ້ຜ່ານບັນດາມະຕິ, ນິຕິກຳທີ່ກ່ຽວ ແລະ ຄຳສັ່ງຂອງຄະນະປະຈຳພັກແຂວງບໍລິຄຳໄຊ ວ່າດ້ວຍການຍຸບເລີກໜ່ວຍພັກຮາກຖານພະແນກແຜນການ ແລະ ການລົງທຶນແຂວງ, ຍຸບເລີກຄະນະພັກຮາກຖານ ແລະ ບັນດາໜ່ວຍພັກທີຂຶ້ນກັບ; ພ້ອມນີ້ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານພະແນການເງິນແຂວງ ໂດຍເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ບຸນລ້ຽງ ດວງສະເພົາທອງ ເປັນເລຂາຄະນະພັກ, ສະຫາຍ ພັນແສງ ວິພາວັນ ເປັນຮອງເລຂາ, ສະຫາຍ ສີສະຫງ່າ ແກ້ວປະເສີດ ເປັນປະທານກວດກາ, ສະຫາຍ ນ. ນິດດາພອນ ໄຊຍະພອນ ເປັນຮອງປະທານກວດກາ ແລະ ສະຫາຍ ແກ້ວວິລາ ທິບດາລາ ເປັນຄະນະພັກ.

ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະພະແນກການເງິນແຂວງບໍລິຄຳໄຊ ມີດັ່ງນີ້: ທ່ານ ບຸນລ້ຽງ ດວງສະເພົາທອງ ເປັນຫົວໜ້າພະແນກ, ທ່ານ ພັນແສງ ວິພາວັນ, ທ່ານ ສີສະຫງ່າ ແກ້ວປະເສີດ, ທ່ານ ນ. ນິດດາພອນ ໄຊຍະພອນ, ທ່ານ ແສງຈັນ ຄໍາປະເສີດ ແລະ ທ່ານ ບົວໄຂ ວົງສົມພູ ເປັນຮອງຫົວໜ້າພະແນກການເງິນແຂວງ. ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍທ່ານ ໄຊອຳພອນ ສີຫາວົງ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງ.

(ຂ່າວ-ພາບ: ຄຳຟອງ)

ຖະແຫຼງຂ່າວ ການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາແຫ່ງຊາດ

0

ໃນວັນທີ 5 ສິງຫາ ນີ້ ທີ່ສະພາແຫ່ງຊາດ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານຄະນະ ປະຈຳສະພາແຫ່ງຊາດ (ຄປຈສພຊ) ຜູ້ຊີ້ນໍາວຽກງານກົດໝາຍ ແລະ ວຽກງານຄົ້ນຄວ້ານິຕິກໍາຂອງ ສພຊ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາ ແຫ່ງຊາດ ຄື: ມະຕິສະບັບເລກທີ 197/ຄປຈ, ລົງວັນທີ 22 ກໍລະກົດ 2025 ວ່າດ້ວຍການຂຽນມາດຕາ ຂອງກົດໝາຍໃສ່ເອກະສານທາງລັດຖະການ; ມະຕິສະບັບເລກທີ 203/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການປັບປຸງການໃສ່ສີເຄື່ອງໝາຍຊາດ; ມະຕິສະບັບເລກທີ 204/ຄປຈ, ລົງວັນທີ 30 ກໍ ລະກົດ 2025 ກ່ຽວກັບການກໍານົດວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ແລະ ການກຳນົດການຈັດຊຸດ ສະພາປະຊາຊົນຂັ້ນແຂວງ ແລະ ຄຳແນະນຳສະບັບເລກທີ 16/ຄປຈ, ລົງວັນທີ 11 ກໍລະກົດ 2025 ກ່ຽວກັບການປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ການໂຄສະນາເຜີຍແຜ່ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ຊຶ່ງທ່ານໃຫ້ຮູ້ວ່າ: ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ທຸກອົງການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງພ້ອມກັນປະຕິບັດຢ່າງເຂັ້ມງວດ ແລະ ເປັນເອກະພາບສູງໃນການຂຽນ ບ່ອນອີງຂອງທຸກເອກະສານທາງລັດຖະການໃຫ້ຂຽນມາດຕາຂອງກົດໝາຍຂຶ້ນກ່ອນ ແລ້ວຈຶ່ງຂຽນຊື່ກົດ ໝາຍຕາມຫຼັງ, ບໍ່ຈຳເປັນຂຽນພາກ ແລະ ໝວດ ທັງສະເໜີໃຫ້ລັດຖະບານ ຊີ້ນຳພາກສ່ວນທີ່ກ່ຽວຂ້ອງ ປັບປຸງຄຳແນະນຳສະບັບເລກທີ 02/ພນ, ລົງວັນທີ 9 ມີນາ 2021 ຂອງກະຊວງພາຍໃນເກົ່າໃຫ້ສອດຄ່ອງຕາມ ມະຕິສະບັບເລກທີ 197/ຄປຈ ເພື່ອຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ເຫັນດີໃຫ້ປ່ຽນສີເຄື່ອງ ໝາຍຊາດ ຈາກສີຄຳເປັນສີຕາມທີ່ໄດ້ກຳນົດໄວ້ໃນມາດຕາ 114 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ທັງເຫັນດີໃຫ້ປັບຍອດໃບໄມ້ຢູ່ໃນເຄື່ອງໝາຍຊາດອອກໜ້ອຍໜຶ່ງ ເພື່ອບໍ່ໃຫ້ບັງຮູບ ທາດຫຼວງ, ພ້ອມນັ້ນ ຍັງເຫັນດີກຳນົດເອົາວັນທີ 4 ສິງຫາ 1978 ເປັນວັນສ້າງຕັ້ງສະພາປະຊາຊົນ ທ້ອງຖິ່ນ ຫຼື ສະພາປະຊາຊົນຂັ້ນແຂວງ.

ທ່ານ ຈະເລີນ ເຢຍປາວເຮີ ຍັງໄດ້ແນະນໍາກ່ຽວກັບການປາຖະກະຖາກ່ຽວກັບວັນລັດຖະທໍາມະນູນ ແຫ່ງຊາດ ຄົບຮອບ 34 ປີ ໂດຍໃຫ້ດຳເນີນໄປຕິດພັນກັບການໂຄສະນາເຜີຍແຜ່ຜົນການປັບປຸງເນື້ອໃນ ລັດຖະທຳມະນູນສະບັບປີ 2025 ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ກຳມະກອນ, ກະສິກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ຊາວຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ, ປະຊາຊົນລາວບັນ ດາເຜົ່າ ແລະ ທຸກອົງການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນ ກໍຄືພີ່ນ້ອງຊາວລາວຢູ່ ຕ່າງປະເທດ ໄດ້ຮັບຮູ້ຢ່າງທົ່ວເຖິງກັນ ເພື່ອພ້ອມກັນຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະ ນູນ, ເພີ່ມທະວີຄວາມສາມັກຄີເປັນອັນໜຶ່ງອັນດຽວ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ ກ້າວ ຂຶ້ນສູ່ຄວາມວັດທະນາຖາວອນຊຶ່ງມີເນື້ອໃນສຳຄັນຂອງຄຳແນະນຳຄື: ຄວາມສຳຄັນຂອງວັນລັດຖະທຳມະ ນູນ ແຫ່ງຊາດ ຄົບຮອບ 34 ປີ ໃຫ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຄວາມໝາຍຂອງວັນລັດຖະທຳມະນູນແຫ່ງ ຊາດ ຊຶ່ງແມ່ນການກຳນົດເອົາວັນປະກາດໃຊ້ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໃນວັນທີ 15 ສິງຫາ 1991 ເປັນວັນລັດຖະທຳມະນູນແຫ່ງຊາດ ເພື່ອໃຫ້ພົນລະເມືອງໝົດທຸກຄົນ ແລະ ທຸກອົງ ການຈັດຕັ້ງຢູ່ ສປປ ລາວ ເຫັນໄດ້ຜົນງານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນໃນການຈັດຕັ້ງປະ ຕິບັດລັດຖະທຳມະນູນຕະຫຼອດໄລຍະ 34 ປີທີ່ຜ່ານມາ ແລະ ທິດທາງເພື່ອແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ໃນຕໍ່ໜ້າ ທັງສ້າງຄວາມເຂົ້າໃຈຖືກຕ້ອງຕໍ່ເນື້ອໃນລັດຖະທຳມະນູນສະບັບປີ 2025 ເພື່ອພ້ອມກັນຍົກ ສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ເປັນຕົ້ນການປະຕິບັດສິດ ແລະ ພັນທະຂອງພົນລະ ເມືອງໃຫ້ໄດ້ຢ່າງຄົບຖ້ວນ.

ທັງໝົດທຸກບັນຫາທີ່ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຄັ້ງນີ້ລ້ວນແຕ່ມີຄວາມສຳຄັນ ແລະ ພົວພັນກັບທຸກອົງການຈັດຕັ້ງ ແລະ ພົນລະເມືອງ. ສະນັ້ນ, ຈຶ່ງສະເໜີໃຫ້ທຸກສື່ມວນຊົນຈົ່ງເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ທຸກອົງ ການຈັດຕັ້ງ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໄດ້ຮັບຊາບຢ່າງທົ່ວເຖິງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດໝາກ, ເກີດຜົນເປັນຈິງ.

ພາກທຸລະກິດ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດ

0

ໃນວັນທີ 5 ສິງຫາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ, ບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ໄດ້ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫຼືອແກ້ໄຂຜົນກະທົບຈາກໄພພິບັດ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 1,1 ຕື້ກີບ ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂິພະຍານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ເຊິ່ງກ່າວມອບໂດຍທ່ານ ມາສຸຍ ຮາວ ແມັດທິວ (Mashui hao Mathew) ປະທານບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ, ຜູ້ປະຈຳການຄະນະການຄຸ້ມຄອງໄພພິບັດສູນກາງ, ມີຜູ້ຕາງໜ້າຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ທີ່ໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ກໍຄືປະຊາຊົນລາວ ທັງໄລຍະຜ່ານມາ ແລະ ປັດຈຸບັນ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງ, ເປັນການເສຍສະຫຼະ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໂດຍຢືນຢັນວ່າ ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ດ້ວຍຄວາມໂປ່ງໃສ ແລະ ຖືກເປົ້າໝາຍ ຢ່າງແທ້ຈິງ. ພ້ອມກັນນັ້ນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບຜົນກະທົບ ກໍຄືຜົນເສຍຫາຍ ຈາກໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນ ຢູ່ ສປປ ລາວ ໃນປີ 2025 ໂດຍສະເພາະ ໃນໄລຍະທີ່ໄດ້ຮັບຜົນກະທົບຈາກພາຍຸ ວິພາ ໃນທ້າຍເດືອນກໍລະກົດ ທີ່ຜ່ານມາ, ລວມທັງ ການແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບດັ່ງກ່າວ. ນອກນັ້ນ, ທ່ານ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບນະໂຍບາຍສົ່ງເສີມການລົງທຶນ ໃນຂະແໜງການຕ່າງໆ ຂອງ ສປປ ລາວ, ລວມທັງ ນະໂຍບາຍຊຸກຍູ້ສົ່ງເສີມການຜະລິດ ແລະ ຊົມໃຊ້ພະລັງງານສະອາດ ເປັນມິດຕໍ່ສິ່ງແວດລ້ອມ ຕະຫຼອດຮອດ ນະໂຍບາຍສົ່ງເສີມການນຳໃຊ້ພາຫະນະ-ກົນຈັກ ທີ່ນຳໃຊ້ພະລັງງານໄຟຟ້າ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານ ປະທານບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ໄດ້ສະແດງຄວາມຂອບໃຈ ຕໍ່ການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ມອບ-ຮັບເງິນ ແລະ ເຄື່ອງຊ່ວຍເຫຼືອ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບສະພາບການດຳເນີນທຸລະກິດ ຂອງບໍລິສັດດັ່ງກ່າວ ທັງຢູ່ ສປ ຈີນ ແລະ ຕ່າງປະເທດຈຳນວນໜຶ່ງ, ລວມທັງ ຄວາມສົນໃຈມາລົງທຶນຢູ່ ສປປ ລາວ ໃນຂະແໜງການ ທີ່ ສປປ ລາວ ມີທ່າແຮງ ແລະ ສົ່ງເສີມ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຄະນະນໍາກະຊວງປ້ອງກັນປະເທດ ວາງພວງມາລາ ແລະ ກະຕ່າດອກໄມ້

0

ເນື່ອງໃນໂອກາດ ທີ່ກະຊວງປ້ອງກັນປະເທດ ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄດ້ສໍາເລັດໂດຍພື້ນຖານ ເພື່ອຈະກ້າວເຂົ້າສູ່ວາລະການດໍາເນີນກອງປະຊຸມໃຫຍ່ຢ່າງເປັນທາງການ ໃນລະຫວ່າງ ວັນທີ 7-8 ສິງຫາ 2025. ໃນຕອນເຊົ້າວັນທີ 6 ສິງຫາ 2025 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ນຳໂດຍ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັບຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນຫຼໍ່ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຢູ່ທີ່ຫໍພິພິທະພັນ ໄກສອນ ພົມວິຫານ (ຫຼັກ 6).

ການວາງພວງມາລາ ແລະ ວາງກະຕ່າດອກໄມ້ ຂອງຄະນະນໍາກະຊວງປ້ອງກັນຊາດ ຄັ້ງນີ້ ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດ ກໍຄືບັນດານັກຮົບປະຕິວັດທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງພິລະອາດຫານ ເວົ້າສະເພາະ ກໍຄືນັກຮົບປະຕິວັດທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອດິນແດນອັນຄົບຖ້ວນ ແລະ ປະຊາຊົນຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນໍາ ອັນສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເຊິ່ງຄຸນງາມຄວາມດີອັນໃຫຍ່ຫຼວງນັ້ນ ໄດ້ຖືກຈາລຶກໄວ້ໃນຊີວິດຈິດໃຈ ຂອງປະຊາຊົນລາວທັງຊາດຕະຫຼອດໄປ ແລະ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູ-ຮູ້ບຸນຄຸນ ແລະ ສະດຸດີ ຕໍ່ຊື່ສຽງຮຽງນາມ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫຼອດຊີວິດ ເພື່ອພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ອິດສະຫຼະພາບມາໃຫ້ປະຊາຊົນລາວບັນດາເຜົ່າ ທັງເປັນຜູ້ໃຫ້ກໍາເນີດ, ເອົາໃຈໃສ່ສຶກສາອົບຮົມ, ທະນຸບໍາລຸງ, ເຝິກຝົນຫຼໍ່ຫຼອມ ກໍາລັງປ້ອງກັນຊາດໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຕະຫຼອດມາ.

ໂດຍ: ຈິດ+ບຸນຊ້ອຍ

ກົງສຸນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ເປີດກອງປະຊຸມຮ່ວມກັບສະພາການຄ້າຈີນ

0

ວັນທີ 4 ສິງຫາ 2025 ນີ້, ທີ່ກົງສູນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ໄດ້ມີກອງປະຊຸມປຶກສາຫາລືຮ່ວມກັນລະຫວ່າງ ກົງສູນໃຫ່ຍ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ກັບ ສະພາການຄ້າຈີນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ຈາງເສີຜິງ ຫົວໜ້າກົງສູນໃຫ່ຍ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ, ທ່ານ ຢາງເຈຍສື ປະທານສະພາການຄ້າຈີນ ແຂວງຫຼວງພະບາງ ພ້ອມດ້ວຍບັນດາສະມາຊິກສຳຄັນຂອງສະພາຊຸດໃໝ່.

ສອງຝ່າຍໄດ້ຊົມວິດີໂອຂ່າວຂອງທ່ານເລຂາທິການໃຫຍ່ ສີຈິ້ນຜິງ ກ່າວຄຳປາໄສທີ່ກອງປະຊຸມວິສາຫະກິດເອກະຊົນ, ໄດ້ຮຽນຮູ້ ແລະ ເຂົ້າໃຈຈິດໃຈຂອງຕົນ ແລະ ສ້າງຄວາມໝັ້ນໃຈຕໍ່ການປະກອບການ. ທ່ານ ສີຈິ້ນຜິງ ຊີ້ອອກວ່າ, ສະພາການຄ້າເປັນການຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຈີນ-ລາວ. ຫວັງວ່າສະພາການຄ້າແຫ່ງໃໝ່ຈະປັບຕົວເຂົ້າກັບສະພາບການໃໝ່ຂອງການສ້າງປະຊາຊົນຈີນ-ລາວ ທີ່ມີອະນາຄົດຮ່ວມກັນ, ສ້າງເວທີຮ່ວມມື, ຊີ້ນຳການດຳເນີນງານທີ່ມີມາດຕະຖານ, ຊຸກຍູ້ການຜະລິດທີ່ປອດໄພ, ເພີ່ມທະວີຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນແລະປະຊາຊົນ, ປະກອບສ່ວນເຂົ້າໃນການກໍ່ສ້າງຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ. ສະຖານກົງສູນໃຫຍ່ຈະຍຶດໝັ້ນຫຼັກການ “ການທູດເພື່ອປະຊາຊົນ” ແລະປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳຂອງບໍລິສັດຈີນຢ່າງຄົບຖ້ວນ. ທ່ານ ຢາງເຈຍສື ກ່າວວ່າ, ສະພາການຄ້າຈະຖືໂອກາດຄົບຮອບ 10 ປີ ເພື່ອຮັບໃຊ້ສະມາຊິກຢ່າງສຸດຈິດສຸດໃຈ, ປະກອບສ່ວນຊຸກຍູ້ການພັດທະນາການຮ່ວມມືດ້ານເສດຖະກິດການຄ້າຈີນ-ລາວ.

ຂ່າວ: ກົງສູນໃຫ່ຍ ສປ ຈີນ ປະຈໍາແຂວງຫຼວງພະບາງ

ຜົນກອງປະຊຸມຄັ້ງປະຖົມມະລຶກ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ

0

ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ຮັບກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະຫາຍແຂກຖືກເຊີນ, ຜູ້ແທນສົມບູນ, ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.

ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໃຫ້ຮູ້ວ່າ: ອີງຕາມຜົນການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ໃນວັນທີ 5 ສິງຫາ 2025 ມີດັ່ງນີ້: ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ, ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ລ້ວນແຕ່ໄດ້ຮັບການທົດສອບ, ຝຶກຝົນຫຼໍ່ຫຼອມຈາກຂະບວນການວຽກງານຕົວຈິງ, ມີຄວາມບໍລິສຸດຜຸດຜ່ອງຕໍ່ພັກ, ເປັນຜູ້ທີ່ມີຄວາມຕັ້ງໜ້າ, ເປັນແບບຢ່າງທີ່ດີເດັ່ນໃຫ້ແກ່ຖັນແຖວສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຄະນະບໍລິຫານງານພັກຊຸດນີ້ ສ່ວນໃຫຍ່ແມ່ນໄດ້ຮັບການສຶກສາຮໍ່າຮຽນທິດສະດີມາກ-ເລນິນທັງລະບົບບຳລຸງ-ກໍ່ສ້າງ, ລະດັບການສຶກສາວິຊາສະເພາະ ແລະ ເຕັກນິກວິທະຍາສາດ ແມ່ນຈົບຊັ້ນສູງຂື້ນໄປ.

ກອງປະຊຸມໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈຳພັກກະຊວງ 9 ສະຫາຍ, ຍິງ 1 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້:

1) ສະຫາຍ ພົອ ວິໄລ ຫຼ້າຄຳຟອງ

2) ສະຫາຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ

3) ສະຫາຍ ພົຕ ສຸລິນະ ແກ້ວປະເສີດ

4) ສະຫາຍ ພົຈວ ນາງ ລີວົງ ລາວລີ

5) ສະຫາຍ ພົຈວ ໜູຈອນ ກ້ອນທອງດໍາ

6) ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ

7) ສະຫາຍ ພົຈວ ແອນ ອຸ່ນອານົງນຸດ

8) ສະຫາຍ ພົຈວ ກອງສະຫວັດ ບຸນລ້ຽງ

9) ສະຫາຍ ພົຈວ ປອ ສີສົມໄຊ ແກ້ວບຸນພັນ

ກອງປະຊຸມ ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:

1) ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ເປັນເລຂາຄະນະພັກ

2) ສະຫາຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນຮອງເລຂາຄະນະພັກ

3) ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ເປັນຮອງເລຂາຄະນະພັກ

ກອງປະຊຸມ ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:

1) ສະຫາຍ ພົຈວ ນາງ ລິວົງ ລາວລີ ເປັນປະທານກວດກາພັກ

2) ສະຫາຍ ພົຈວ ຊາຍຄອງ ເພັດຊະວົງ ເປັນຮອງປະທານ

3) ສະຫາຍ ພັອ ສຸພັນທອງ ໄຄ້ຍະວົງ ເປັນຮອງປະທານ

4) ສະຫາຍ ພັອ ສຸວັນ ທອງຈະເລີນ ເປັນຮອງປະທານ

ການເລືອກເອົາອົງການນໍາສູງສຸດຂອງພັກ ເຊິ່ງເປັນຕົວແທນສະມາຊິກພັກທົ່ວ ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບໃນເທື່ອນີ້ ໄດ້ດໍາເນີນໄປຢ່າງມີປະຊາທິປະໄຕ, ສະແດງເຖິງສະຕິບັນຍາ ແລະ ຄວາມສາມັກຄີເປັນເອກະພາບ ທີ່ເປັນມູນເຊື້ອອັນດີງາມຂອງພັກ, ຮັບປະກັນໄດ້ລັກສະນະສືບທອດຕໍ່ເນື່ອງ ແລະ ຫັນເປັນໜຸ່ມ ຕາມການນໍາພາ-ຊີ້ນໍາອັນໜັກແໜ້ນຂອງພັກ.

ຂ່າວ,ພາບ: ໜັງສືພິມຄວາມສະຫງົບ

ວສລ ເຕີບໃຫຍ່ເຂັ້ມແຂງ ແລະ ເປັນກະບອກສຽງອັນແຫລມຄົມ ໃຫ້ ພັກ-ລັດ

0

ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ເປັນພາຫະນະສື່ມວນຊົນໜຶ່ງທີ່ສໍາຄັນໃນການເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລັດ, ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1960 ທີ່ເມືອງວຽງໄຊ ແຂວງຫົວພັນ ເຂດປົດປ່ອຍພາກເໜືອຂອງລາວ ເຊິ່ງໃນເມື່ອກອນ ມີຊື່ເອີ້ນວ່າ: “ວິທະຍຸກະຈາຍສຽງຝ່າຍປະເທດລາວ” ເຊິ່ງກໍາເນີດເກີດຂຶ້ນໃນທາມກາງແປວໄຟແຫ່ງສົງ ຄາມທີ່ດຸເດືອດຂ້ຽວຂາດທີ່ສຸດ, ຫຍຸ້ງຍາກຂາດເຂີດວັດຖຸ-ອຸປະກອນ ແລະ ບຸກຄະລາກອນທີ່ສຸດ. ມາຮອດປັດຈຸບັນ, ໄດ້ປ່ຽນຊື່ມາເປັນ “ວິທະຍຸກະຈາຍສຽງແຫ່ງຊາດລາວ” ໂດຍໄດ້ມີການເຕີບໃຫຍ່ຂະ ຫຍາຍຕົວ ທັງດ້ານປະລິມານ ແລະ ຄຸນນະພາບ, ໄດ້ຮັບການພັດທະນາຢ່າງວ່ອງໄວ, ທັນສະໄໝ ສາ ມາດດຶງດູດຜູ້ຟັງໄດ້ເປັນຢ່າງດີ, ທັງເປັນກະບອກສຽງອັນແຫລມຄົມ ໃຫ້ພັກ, ລັດຖະບານ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ເຫດການ ສຳຄັນຕ່າງໆ ໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ.

ທ່ານ ບົວໄລ ພານຸວົງ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງເເຫ່ງຊາດລາວ ໃຫ້ສຳພາດ ໃນວັນທີ 5 ສິງຫາ 2025 ເນື່ອງໃນໂອກາດກະກຽມສະເຫລີມສະຫລອງ ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງວິທະຍຸກະຈາຍສຽງເເຫ່ງຊາດລາວ ຄົບຮອບ 65 ປີ ທີ່ຈະມາເຖິງນີ້ ໂດຍທ່ານໄດ້ຍົກໃຫ້ເຫັນມູນເຊື້ອ, ປະຫວັດຄວາມເປັນມາ, ຕົ້ນກໍາເນີດ, ການເຄື່ອນ ໄຫວ ເເລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວ ໃນເເຕ່ລະໄລຍະ ເຊິ່ງຕະຫລອດໄລຍະຜ່ານມາ ວິທະຍຸກະຈາຍສຽງເເຫ່ງຊາດລາວ ກໍຄື ວິທະຍຸກະຈາຍສຽງຝ່າຍປະ ເທດລາວ ໃນເມື່ອກ່ອນ ໄດ້ເຮັດໜ້າທີ່ການເມືອງຂອງຕົນຢ່າງເເຂງເເຮງ ເພື່ອປຸກລະດົມຂົນຂວາຍປະ ຊາຊົນ ລຸກຮືຂຶ້ນເຮັດການປະຕິວັດ ເພື່ອຕ້ານກັບຈັກກະພັດລ່າເມືອງຂຶ້ນ ແລະ ພວກປະຕິການຂາຍຊາດຢ່າງພິລະອາດຫານ, ສາມາດເວົ້າໄດ້ວ່າ ວິທະຍຸກະຈາຍສຽງຝ່າຍປະເທດລາວ ເປັນອາວຸດອັນແຫລມຄົມຂອງພັກ, ເປັນກະບອກສຽງໂຄສະນາແນວທາງການເມືອງຂອງພັກ, ເປັນໂຄສົກຂອງການ ຈັດຕັ້ງປະຕິວັດ, ເປັນເວທີສະແດງຄໍາຄິດຄໍາເຫັນຂອງປະຊາຊົນລາວຜູ້ຮັກຊາດ ຮັກບ້ານເກີດເມືອງນອນໃນທົ່ວປະເທດ, ທັງເຮັດໜ້າທີ່ປຸກລະດົມຂົນຂວາຍທຸກກໍາລັງເຂົ້າຮ່ວມ ສະໜາມຮົບຕໍ່ສູ້ປົດປ່ອຍຊາດຢ່າງດຸເດືອດຂ້ຽວຂາດ ດ້ວຍຄວາມສະໝັກໃຈຕື່ນຕົວສູງທີ່ສຸດ. ນັບເເຕ່ປະເທດຊາດໄດ້ຮັບການປົດປ່ອຍ, ວິທະຍຸກະຈາຍສຽງຝ່າຍປະເທດລາວ ໄດ້ປ່ຽນຊື່ມາ ເປັນວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໄດ້ພັດທະນາຕົນເອງໃຫ້ເຕີບໃຫຍ່ ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງທາງດ້ານປະລິມານ ແລະ ຄຸນນະພາບ, ດ້ານເນື້ອໃນ ແລະ ເຕັກນິກຕ່າງໆ, ໄດ້ນໍາໃຊ້ລະບົບທັນສະໄໝ ເພື່ອເປັນພື້ນຖານໃນການຂະຫຍາຍສະຖານີວິທະຍຸ ຢູ່ແຕ່ລະທ້ອງຖິ່ນ. ຄຽງຄູ່ກັນນີ້, ວິທະຍຸກະຈາຍສຽງເເຫ່ງຊາດລາວ ນັບມື້ມີບົດບາດສໍາຄັນ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານໃນແຕ່ລະໄລຍະ, ສະໜອງຂໍ້ມູນຂ່າວ ສານ, ສາລະໜ້າຮູ້ ແລະ ສາລະບັນເທີງຕ່າງໆ, ພ້ອມທັງນໍາສະເໜີຂໍ້ມູນຂ່າວສານເຫດການສໍາຄັນຕ່າງໆ ໃຫ້ສັງຄົມ ໄດ້ຮັບຮູ້ ເເລະ ອື່ນໆ.

ທ່ານ ບົວໄລ ພານຸວົງ ຍັງໃຫ້ຮູ້ອີກວ່າ: ໃນ 1 ປີ ຜ່ານມາ, ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ມີຜົນສໍາເລັດໃນຫລາຍດ້ານ ເປັນຕົ້ນ ໄດ້ຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ ແລະ ລະບຽບກົດໝາຍຂອງພັກ, ລັດ ໃນແຕ່ລະໄລຍະ ດ້ວຍການເຮັດເປັນຂ່າວ, ເປັນບົດປະກອບສຽງ, ປະກອບພາບເຄື່ອນໄຫວ ແລະ ຜັນຂະຫຍາຍໃນລາຍການຕ່າງໆຢ່າງເໝາະສົມ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ໂຄສະນາເຫດການສໍາຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ການເຄື່ອນໄຫວການເມືອງ, ເສດຖະກິດ-ສັງຄົມ, ວັດທະນະທໍາ-ປະເພນີ ອັນດີງາມຂອງຊາດ ເຊິ່ງໄດ້ອັດລາຍການຕ່າງໆ ອອກອາກາດທັງໝົດ 1.421 ຊົ່ວໂມງ, ສົ່ງລາຍການອອກອາກາດໃນລະບົບ AM ແລະ FM ໄດ້ 12.700 ຊົ່ວໂມງ, ໄດ້ກະຈາຍສຽງອອກອາກາດ ຄື້ນ FM 93 MHz ວິທະຍຸກະຈາຍສຽງແຫ່ງປະເທດຈີນ (CMG ) ຈໍານວນ 6.935 ຊົ່ວໂມງ, ພ້ອມທັງ ຜະລິດວິດີໂອ, ສາລະຄະດີ, ຂ່າວ, ບົດຕ່າງໆ ອອກທາງເວັບໄຊ, ເຟສບຸກ ແລະ ຢູທູບ ຕື່ມອີກ.

ພ້ອມກັນນີ້, ທ່ານ ບົວໄລ ພານຸວົງ ຍັງໄດ້ໃຫ້ຍົກໃຫ້ເຫັນ ຄວາມເປັນມາ ແລະ ຄວາມສຳຄັນຂອງສື່ມວນຊົນລາວ ຕໍ່ການພັດທະນາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ ກໍຄື ການເປັນກະ ບອກສຽງອັນແຫລມຄົມ ໃຫ້ແກ່ ພັກ ແລະ ລັດຖະບານ ໃນການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານສຳຄັນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສັງຄົມ ໄດ້ຮັບຮູ້ຢ່າງທົ່ວເຖິງ.

ຜູ້ນຳ ສ.ອາເມລິກາ ອາດຂຶ້ນພາສີຢາ 250% ກົດດັນໃຫ້ຜູ້ປະກອບການຍ້າຍຖານການຜະລິດກັບປະເທດ

0

ຕາມຂ່າວຈາກວໍຊີງຕັນ ວັນທີ 5 ສິງຫານີ້, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ໃຫ້ສຳພາດພິເສດຜ່ານທາງ ໂທລະຊັບກັບສຳນັກຂ່າວ CNBC Newsວ່າ: ພາສີນຳເຂົ້າ ຢາປິ່ນປົວພະຍາດພວມຈະມີການຮຽກເກັບພາສີ ຊຶ່ງຈະເລີ່ມ ໃນລະດັບທີ່ຕ່ຳກ່ອນ ພາຍໃນເວລາ ປະມານ 1 – 1 ປີເຄິ່ງ ອັດຕານັ້ນຈະຄ່ອຍເພີ່ມຂຶ້ນ ໂດຍອັດຕາສຸດທ້າຍອາດສູງເຖິງ 250% ເພື່ອກົດດັນ ໃຫ້ຜູ້ປະກອບການ ຍ້າຍຖານການຜະລິດ ກັບມາໃນສ.ອາເມລິກາ. ນອກນີ້ ຍັງມີແຜນ ຈະປະກາດໃຊ້ ອັດຕາ ການ ເກັບພາສີໃໝ່ ສຳລັບ ເຊມິຄອນດັກເຕີ ຈາກຕ່າງປະເທດອີກດ້ວຍ. ຂະນະທີ່ ທ່ານ ໂດນັນ ທຣຳ ໄດ້ສົ່ງໜັງສືເຖິງ ບໍລິສັດ ຜະລິດຢາ ແຫ່ງໃຫຍ່ 17 ແຫ່ງ ລວມທັງ ໄຟເຊີ, ແອສຕຣາເຊເນກາ, ຊາໂນຟີ, ຈີເອສເຄ, ຈອນສັນ ແອນ ຈອນສັນ, ຊາໂນຟີ,ໂນວາຕິສ ແລະ ໂນໂວ ນອດດີສ ເປັນຕົ້ນ ໃນທ້າຍ ເດືອນກໍລະກົດ ທີ່ຜ່ານມາ ວ່າຕ້ອງປັບ ຫລຸດ ລາຄາຢາ ທີ່ຈຳໜ່າຍ ໃນ ສ.ອາເມລິກາ ພາຍໃນ 60 ວັນ ຫລື ພາຍໃນວັນທີ 29ກັນຍານີ້ ຖ້າບໍ່ ດັ່ງນັ້ນ ຈະມີມາດ ຕະການຕອບໂຕ້ ຫາກບໍ່ໄດ້ຮັບຄວາມຮ່ວມມືທີ່ດີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສສ ຫວຽດນາມ-ເອຢິບ ກາຍເປັນຄູ່ຮ່ວມມືຮອບດ້ານ

0

ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 5 ສິງຫານີ້ ຢູ່ທຳນຽບ ປະທານາທິບໍດີ ທີ່ນະຄອນຫລວງ ໄຄໂຣ(Cairo), ທ່ານ ແອບເດລ ຟາຕາ ເອລ ຊີຊີ(Abdel Fattah El-Sisi) ປະທານາທິບໍດີ ເອຢິບ ໄດ້ຕ້ອນຮັບ ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເນື່ອງໃນໂອກາດ ການຢ້ຽມຢາມ ທາງລັດຖະກິດ. ໃນໂອກາດນີ້, ຜູ້ນຳສອງປະເທດ ໄດ້ອອກຖະແຫລງການຮ່ວມ ເພື່ອຍົກລະດັບ ການພົວພັນສອງຝ່າຍ ລະຫວ່າງ ສສ ຫວຽດນາມ ແລະ ເອຢິບ ຂຶ້ນເປັນຄູ່ຮ່ວມມື ຮອບດ້ານ. ພ້ອມທັງ ເຫັນດີ ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ຢ່າງເລິກເຊິ່ງ ກ້ວາງຂວາງ ແລະ ຜັນຂະຫຍາຍ ບັນດາມາດຕະການ ເພີ່ມທະວີ ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ, ເປີດກວ້າງ ການຮ່ວມມື ສູ່ບັນດາ ຂົງເຂດໃໝ່ຄື: ນະວັດຕະກຳ, ວິທະຍາສາດ ແລະ ເຕັກໂນໂລຊີ, ການເຕີບໂຕ ສີຂຽວ, ຫັນເປັນດີຈີຕອນ. ສ່ວນທ່ານ ປະທານາທິບໍດີ ເອຢິບ ໄດ້ຢືນຢັນວ່າ ເອຢິບ ພ້ອມແລ້ວທີ່ ຈະເປັນຂົວຕໍ່ ໃຫ້ວິສາຫະກິດ, ສິນຄ້າຫວຽດນາມ ເຂົ້າເຖິງຕະຫລາດຕາເວັນອອກກາງ ແລະ ອາຟຣິກາ, ເຫັນດີ ເປັນເອກະພາບ ຈະປຶກສາຫາລື ກ່ຽວກັບຄວາມອາດສາມາດ ສ້າງຂອບ ການຮ່ວມມື ດ້ານການຄ້າ ສອງຝ່າຍໃໝ່, ຜ່ານນັ້ນ ປະກອບສ່ວນຍົກສູງ ວົງເງິນການຄ້າ ໃນໄລຍະ ຈະມາເຖິງ. ທັງ2ຝ່າຍ ໄດ້ເຫັນດີ ສ້າງຕັ້ງຫນ່ວຍງານ ສຶກສາ ຄວາມສາມາດ ເຈລະຈາ ສັນຍາ ການຄ້າເສລີ ຫວຽດນາມ-ເອຢິບ, ຊຸກຍູ້ການຮ່ວມມື ດ້ານການສຶກສາ, ພົວພັນແລກປ່ຽນ ປະຊາຊົນ, ເພີ່ມທະວີ ການເຄື່ອນໄຫວຊຸກຍູ້ການທ່ອງທ່ຽວ, ໂຄສະນາສະຖານທີ່ ທ່ອງທ່ຽວ, ວັດທະນະທຳ ແລະ ປະຊາຊົນ ສອງປະເທດ. ຈາກນັ້ນ ທ່ານ ປະທານ ປະເທດ ຫວຽດນາມ ໄດ້ສະເໜີ ຜັນຂະຫຍາຍ ການຮ່ວມມື ດ້ານການສຶກສາ, ແລກປ່ຽນນັກສຶກສາໃນຂົງເຂດໃໝ່, ປາດຖະໜາວ່າ ເອຢິບ ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກ ໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ,ຮ່ຳຮຽນ ແລະ ເຮັດວຽກຢູ່ ອີຢິບ ຢ່າງເປັນປົກກະຕິ.ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ.ນອກນີ້ ຍັງຕີລາຄາສູງ ຕໍ່ບົດບາດຂອງ ເອຢິບ ໃນຖານະເປັນກາງ ໄກ່ເກ່ຍ ໃນການຊອກຫາວິທີ ແກ້ໄຂຄວາມຂັດແຍ່ງ ໃນພາກພື້ນ. ໃນໂອກາດນີ້ ທ່ານ ປະທານາທິບໍດີ ເອຢິບ ຊົມເຊີຍ ຫລັກໝັ້ນ ຂອງ ສສ ຫວຽດນາມ ກ່ຽວກັບ ການຕໍ່ສູ້ອັນຊອບທຳ ຂອງຊາວ ປາແລັດສະໄຕ ແລະ ຢືນຢັນ ຊຸກຍູ້ ວິທີການແກ້ໄຂ 2 ລັດ ແມ່ນຈຸດໝາຍສຳຄັນ ເພື່ອບັນລຸສັນຕິພາບ ແບບຍືນຍົງ ແລະຍາວນານຢູ່ຕາເວັນອອກກາງ. ກ່ຽວກັບ ບັນຫາ ທະເລຈີນໃຕ້, ການນຳທັງ 2 ປະເທດ ຍັງໄດ້ຢືນຢັນ ສະໜັບ ສະໜູນ ການແກ້ໄຂການຂັດແຍ່ງກັນ ໂດຍສັນຕິວິທີ ບົນພື້ນຖານເຄົາລົບ ກົດໝາຍສາກົນ, ກົດບັດສະຫະ ປະຊາຊາດ ແລະ ສົນທິສັນຍາ ສະຫະ ປະຊາ ຊາດ ກ່ຽວກັບ ກົດໝາຍທະເລປີ 1982 (UNCLOS) ເພື່ອຮັບປະກັນ ສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີ ໃນການເດີນເຮືອ ແລະ ການບິນຢູ່ທະເລ ຈີນໃຕ້. ຈາກນັ້ນ ການນຳທັງສອງຝ່າຍ ໄດ້ເປັນສັກ ຂີພິຍານ ພິທີລົງນາມ ໃນເອກະສານຮ່ວມມື ສຳຄັນຫລາຍສະບັບ, ໃນນັ້ນ ມີບົດບັນທຶກຊ່ວຍຈຳ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງແຜນການ, ພັດທະນາເສດຖະກິດ ແລະ ການ ຮ່ວມມືສາກົນ ຂອງເອຢິບ ກ່ຽວກັບ ການຮ່ວມມື ດ້ານເສດຖະກິດ; ບົດບັນທຶກຄວາມ ເຂົ້າໃຈ ລະຫວ່າງ ກະຊວງພາຍໃນ ຫວຽດນາມ ແລະ ກະຊວງ ພັດທະນາທ້ອງຖິ່ນ ເອຢິບ ກ່ຽວກັບ ການຮ່ວມມືໃນຂົງເຂດ ພັດທະນາທ້ອງຖິ່ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ