Sunday, September 21, 2025
Home Blog Page 28

ເລຂາທິການໃຫຍ່ ພັກ ປປ ລາວ ຮຽກຮ້ອງໃຫ້ຄະນະພັກກະຊວງ ປກສ ຊຸດໃໝ່ ສຸມໃສ່ວຽກງານໃນຕໍ່ໜ້າ

0

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໃນລະຫວ່າງ ວັນທີ 5-6 ສິງຫາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດກອງປະຊຸມດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກກະຊວງປ້ອງກັນຄວາມສະຫງົບ ຊຸດໃໝ່, ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າຢ່າງມີປະສິດທິຜົນ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະບໍລິຫານງານພັກຊຸດໃໝ່ ທີ່ໄດ້ດຳເນີນຖືກຕ້ອງຕາມກົດລະບຽບຂອງພັກ, ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ເພື່ອເປັນຫລັກແຫລ່ງແກ່ນສານ ສືບຕໍ່ນໍາພາຊີ້ນໍາ ໃນ 5 ປີຕໍ່ໜ້າ ເຊິ່ງໂຄງປະກອບຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ແມ່ນໄດ້ສ່ອງແສງໃຫ້ເຫັນລັກສະນະສືບທອດຕໍ່ເນື່ອງ ລະຫວ່າງຮຸ່ນ ຂອງພະນັກງານ, ເພດ, ເຜົ່າ ຢ່າງເໝາະສົມ ແລະ ໄດ້ຕາມມາດຖານເງື່ອນໄຂ ຄົບຖ້ວນແລ້ວ, ພ້ອມທັງສະແດງຄວາມເຊື່ອໝັ້ນ ແລະ ໝັ້ນໃຈວ່າຄະນະພັກຊຸດໃໝ່ຈະຈັດຕັ້ງປະຕິບັດວຽກງານ ຢ່າງເຕັມປະສິດທິຜົນ. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ເອົາໃຈໃສ່ຕື່ມບາງດ້ານ ຄື: ໜຶ່ງ. ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກຳລະອຽດ, ສອດຄ່ອງກັບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້; ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານພັກກະຊວງ ລົງໄປເຖິງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ນາຍ ແລະ ພົນຕໍາຫລວດ ຢູ່ແຕ່ລະຂັ້ນຢ່າງທົ່ງເຖິງ; ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ຍູ້ຂະບວນການ ເພື່ອສ້າງການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານປ້ອງກັນຄວາມສະຫງົບ.

ສອງ. ໃຫ້ຮີບຮ້ອນແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກ, ຄະນະປະຈໍາພັກໃຫ້ລະອຽດ, ຈະແຈ້ງ; ຕ້ອງ ເຊີດຊູຄວາມເປັນເຈົ້າການ ຕໍ່ໜ້າທີ່ການເມືອງ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ; ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເສຍສະລະ ເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍໃຫ້; ການເຂົ້າມາຢູ່ໃນຄະນະບໍລິຫານງານພັກ ບໍ່ແມ່ນເພື່ອມາເປັນອາດຍາ-ເຈົ້ານາຍ, ບໍ່ແມ່ນເພື່ອໃຫ້ມີຕໍາ ແໜ່ງ, ໜ້າທີ່ເທົ່ານັ້ນ, ແຕ່ຕ້ອງຖືວ່າແມ່ນເຂົ້າມາ ເພື່ອຮັບໃຊ້ພາລະກິດປະຕິວັດອັນສູງສົ່ງຂອງພັກ, ເຮັດທຸກສິ່ງທຸກຢ່າງເພື່່ອຄວາມສົມບູນພູນສຸກ ຂອງປະຊາຊົນ, ເພື່ອຄວາມສະຫງົບສຸກ ແລະ ຈະເລີນວັດທະນາ ຂອງປະເທດຊາດ.

ສາມ. ຄະນະບໍລິຫານງານພັກ ຕ້ອງຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຫລັກການ, ລະບອບແບບແຜນວິທີນຳພາຂອງພັກ; ຮັບຜິດຊອບໂດຍກົງຕໍ່ຜົນໄດ້-ຜົນເສຍ ຂອງວຽກງານທີ່ຖືກມອບໝາຍ; ເດັດຂາດແກ້ໄຂແບບແຜນອາຍາສິດ, ສໍ້ລາດບັງຫລວງ, ເສື່ອມຄຸນປ່ຽນທາດ; ສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາ ຂອງປະຊາຊົນ ໃຫ້ນັບມື້ນັບສູງຂຶ້ນ.

ສີ່. ບັນດາສະຫາຍຄະນະພັກຊຸດໃໝ່ ຕ້ອງສືບຕໍ່ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງນໍາໜ້າດ້ານຄວາມຈົງຮັກພັກດີ ແລະ ຄວາມສັດຊື່ບໍລິສຸດ ຕໍ່ອຸດົມການຂອງພັກ ແລະ ຕໍ່ຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດ, ສາມັກຄີຮັກແພງ ຈິງໃຈຕໍ່ໝູ່ຄະນະ ແລະ ຊ່ວຍເຫລືອກໍ່ສ້າງໝູ່ຄະນະ ໃຫ້ມີຄວາມເຂັ້ມແຂງ,ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ; ເປັນແບບຢ່າງປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ຕິດຕາມ, ຊຸກຍູ້ ການຈັດຕັ້ງ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ໃນຂອບເຂດທີ່ຕົນຮັບຜິດຊອບ ໃຫ້ມີທັດສະນະ ແລະ ການກະທໍາທີ່ຖືກຕ້ອງ, ຕັ້ງໜ້າຕ້ານປະກົດການຫຍໍ້ທໍ້ ໃນສັງຄົມທຸກຮູບແບບ, ດໍາລົງຊີວິດປອດໃສ, ປະຢັດ, ຕ້ານການຟຸມເຟືອຍ, ບໍ່ໃຫ້ເຮັດໃນສິ່ງທີ່ຈະນໍາເອົາຜົນເສຍຫາຍມາສູ່ໜ້າທີ່ວຽກງານ ກໍຄື ກະທົບຕໍ່ບົດບາດ ແລະ ຄວາມເຊື່ອໝັ້ນຕໍ່ຕົນເອງ, ຕໍ່ຄະນະ ແລະ ຕໍ່ສ່ວນລວມ ຂອງກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ ແລະ ຄວາມຮັບຜິດຊອບ ຕໍ່ພັກ-ລັດ ແລະ ປະຊາຊົນ ໂດຍກົງ; ຄະນະພັກ ຕ້ອງໄດ້ສືບຕໍ່ສ້າງຄວາມສໍາພັນທີ່ດີກັບເພື່ອນມິດ ແລະ ສາກົນ ເພື່ອພັດທະນາຂະ ແໜງການໃຫ້ໄດ້ດີ ກໍຄື ການພັດທະນາຕໍ່ໄປ ຕ້ອງເອົາໃຈໃສ່ຍາດແຍ່ງ ແລະ ດຶງດູດການຊ່ວຍເຫລືອ…ການເຂົ້າຮ່ວມບັນດາອົງການຈັດຕັ້ງສາກົນ-ພາກພື້ນ ກໍ່ຕ້ອງໄດ້ເຮັດວຽກ ແລະ ປະ ຕິບັດໜ້າທີ່ຮ່ວມນຳເຂົາ ໃຫ້ລະອຽດ, ຊັດເຈນ ແລະ ມີສະຕິ ຕໍ່ທັດສະນະຕ່າງໆ ທີ່ສຳຄັນແມ່ນຕ້ອງໄດ້ຮຽນຮູ້ ແລະ ເອົາບົດຮຽນທີ່ເປັນປະໂຫຍດ ມາໝູນໃຊ້ໃນວຽກງານສະເພາະ ຂອງພວກເຮົາ; ສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ, ບໍ່ສະເພາະແຕ່ເວົ້າເລື່ອງເປັນເຈົ້າເສດຖະກິດ, ແຕ່ຖ້າເປັນເຈົ້າເສດຖະກິດ-ເປັນເອກະລາດ ໃຫ້ນັບມື້ນັບດີຂຶ້ນ ແມ່ນຈະສົ່ງຜົນຕໍ່ຄວາມເປັນເຈົ້າ ແລະ ຄວາມໝັ້ນຄົງຂອງຊາດ. ດັ່ງນັ້ນ, ກໍາລັງປ້ອງກັນຄວາມສະຫງົບເຮົາ ຕ້ອງຕັດສິນໃຈເຂົ້າຮ່ວມ ແລະ ປະກອບສ່ວນ ເພາະເນື້ອແທ້ແມ່ນການຍົກສູງຄວາມເປັນເຈົ້າ ຂອງທຸກພາກສ່ວນຢູ່ໃນສັງຄົມ, ຕິດພັນກັບບັນຫາຄວາມໝັ້ນຄົງຂອງປະເທດຊາດ (ເປັນເຈົ້າຕົນເອງ ໃນການຮັບເອົາການຊ່ວຍເຫລືອ, ການດຶງດູດ, ການຮ່ວມມືກັບຕ່າງປະເທດ ແລະ ອື່ນໆ).

ສະຫາຍ ທອງລຸນ ສີສຸລິດ ໄດ້ຖືໂອກາດນີ້, ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ສະນິດສະໜົມມາສູ່ກອງປະຊຸມ ແລະ ຝາກຜ່ານກອງປະຊຸມໄປເຖິງພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ຕະຫລອດເຖິງສະຫາຍສະມາຊິກພັກ, ພະນັກງານນັກຮົບ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ທີ່ພວມປະຕິບັດໜ້າທີ່ອັນໜັກໜ່ວງ ຢູ່ເຂດຫ່າງໄກສອກຫຼີກ.ພ້ອມທັງສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ບັນດາສະຫາຍຄະນະພັກກະຊວງ, ນາຍ ແລະ ພົນຕຳຫລວດ ທີ່ສາມາດເຮັດໄດ້ໃນໄລຍະຜ່ານມາ ເຊິ່ງຜົນງານດັ່ງກ່າວ ແມ່ນຍ້ອນມີການຊີ້ນຳ-ນໍາພາໂດຍກົງ, ເດັດ ຂາດ ແລະ ຮອບດ້ານ ຂອງພັກ ຕໍ່ກໍາລັງປ້ອງກັນຄວາມສະຫງົບ, ຄວາມເອົາໃຈໃສ່ນໍາພາຢ່າງໃກ້ຊິດຕິດ ແທດຂອງຄະນະພັກແຕ່ລະຂັ້ນ ແລະ ຄວາມເປັນເຈົ້າການບຸກບືນຂອງສະມາຊິກພັກ, ນາຍ ແລະ ພົນ ຕໍາຫລວດ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ. ສັງລວມແລ້ວ, ກໍາລັງປ້ອງກັນຄວາມສະຫງົບ ຍັງສືບຕໍ່ເປັນກໍາລັງຫລັກແຫລ່ງປົກປ້ອງຄວາມສະຫງົບສຸກ ຂອງປະເທດໃຫ້ດີຂຶ້ນເລື້ອຍໆ, ທັງໄດ້ຜະ ເຊີນໜ້າການສະກັດກັ້ນ, ຕີຖອຍທຸກການທຳລາຍມ້າງເພ, ການກໍ່ຄວາມບໍ່ສະຫງົບ ຂອງຜູ້ບໍ່ຫວັງດີ ແລະ ຜູ້ຈົງໃຈລະເມີດກົດໝາຍໄດ້ທັນການກວ່າເກົ່າ; ປະຕິບັດພາລະໜ້າທີ່ສຳຄັນເຂົ້າໃນການຮັບປະ ກັນສະຖຽນລະພາບການເມືອງ, ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຂອງສັງຄົມ ໄດ້ເປັນຢ່າງດີ ແລະ ສ້າງເງື່ອນໄຂອໍານວຍໃຫ້ປະຊາຊົນ ສາມາດໄປມາຫາສູ່, ການດຳລົງຊີວິດ, ການພັດທະນາເສດຖະກິດ-ສັງຄົມ ໄດ້ຢ່າງສະຫງົບສັນຕິ.

ພາບ: ຫ້ອງວ່າການສູນກາງພັກ

ເຈລະຈາ ຮ່າງສັນຍາ ການປະຕິບັດວຽກກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ

0

ກອງປະຊຸມເຈລະຈາຮ່າງສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ຈັດຂຶ້ນໃນລະຫວ່າງ ວັນທີ 31 ກໍລະກົດ-2 ສິງຫາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈ້າວ ລີ້ຈ່ຽນ ຮອງຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ໂດຍເຫັນຄວາມສໍາຄັນຂອງລົດໄຟ ລາວ-ຈີນ ໃນການເສີມຂະຫຍາຍຄູ່ຮ່ວມຊາຕາກໍາສອງຊາດ ລາວ-ຈີນ, ຍົກລະດັບການເຊື່ອມໂຍງ-ເຊື່ອມຈອດພື້ນຖານໂຄງລ່າງ ແລະ ການອໍານວຍຄວາມສະ ດວກໃນການຜ່ານດ່ານຂອງຜູ້ໂດຍສານ ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ, ສົົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການໄປ-ມາຫາສູ່ກັນຂອງປະຊາຊົນທັງສອງຊາດ. ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການຈັດຕັັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັັ້ງດຽວ” ສະເພາະຂົນສົົ່ງຜູ້ໂດຍສານຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ ໂດຍອີງໃສ່ສົນທິສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ວ່າດ້ວຍ ດ່ານຊາຍແດນ ແລະ ລະບຽບການຄຸ້ມຄອງດ່ານຊາຍແດນ ສະບັບລົງວັນທີ 23 ສິງຫາ 2011 ແລະ ວ່າດ້ວຍ ການຂົນສົົ່ງທາງລົດໄຟຂ້າມຊາຍແດນ ສະບັບລົງວັນທີ 30 ພະຈິກ 2021. ທັງສອງຝ່າຍ ຈຶ່ງໄດ້ສ້າງສັນຍາສະບັບດັ່ງກ່າວຂຶ້ນ ໂດຍໄດ້ມີການປຶກສາຫາລືແລກປ່ຽຄວາມຄິດເຫັນນຳກັນ ກ່ຽວກັບເນື້ອໃນຂອງສັນຍາສະບັບນີ້, ຜ່ານມາຄະນະວິຊາການທັງສອງຝ່າຍ ກໍໄດ້ຈັດກອງປະຊຸມເຈລະຈາກັນຄັ້ງທີ 1 ມາແລ້ວ ໃນວັນທີ 3-4 ມິຖຸນາ 2025 ທີ່ນະຄອນຊຽງຮຸ່ງ, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ ສປ ຈີນ ແລະ ໃນກອງປະຊຸມຄັ້ງທີ 2 ນີ້, ສອງຝ່າຍໄດ້ເອກະພາບບັນດາເນື້ອໃນຂອງສັນຍາ ແລະ ໄດ້ເຊັນຮ່ວມກັນໃສ່ສັນຍາດັ່ງກ່າວ ເພື່ອກຽມໃຫ້ແກ່ການນໍາ ຂັ້ນສູງຂອງສອງປະເທດລົງນາມໃນໂອກາດພົບປະຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ໃນໄລເວລາອັນໃກ້ນີ້.

ພາຍຫລັງການນໍາຂັ້ນສູງຂອງທັງສອງຝ່າຍ ໄດ້ລົງນາມໃນສັນຍາດັ່ງກ່າວນີ້ແລ້ວ, ຈະເປັນການປະກອບສ່ວນສຳຄັນໃນການອໍານວຍຄວາມສະດວກໃນການບໍລິການ, ຊຸກຍູ້ສົ່ງເສີມການແລກປ່ຽນ ຊື້-ຂາຍສິນຄ້າ, ການລົງທຶນ, ການທ່ອງທ່ຽວຢູ່ພາຍໃນແຂວງພາກເໜືອ ກໍຄື ໃນ ສປປ ລາວ ໃຫ້ມີການຂະຫຍາຍຕົວ ໂດຍສະເພາະ ເປັນປະເທດເຊື່ອມໂຍງພາກພື້ນກັບປະເທດລຸ່ມແມ່ນໍ້າຂອງ, ສ້າງສິ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງ ສປປ ລາວ, ສປ ຈີນ ແລະ ພົນລະເມືອງປະເທດທີສາມເດີນທາງ ເຂົ້າ-ອອກ ຜ່ານດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ມີຄວາມສະດວກ ແລະ ວ່ອງໄວກວ່າແຕ່ກ່ອນ. ສັນຍາສະບັບນີ້, ມີອາຍຸນໍາໃຊ້ 10 ປີ ແລະ ສາມາດຕໍ່ໄດ້ອີກ ໂດຍອັດ ຕະໂນມັດ. ຖ້າກໍລະນີຝ່າຍໃດຝ່າຍໜຶ່ງຢາກຍົກເລີກສັນຍາ ກໍຕ້ອງໄດ້ແຈ້ງໃຫ້ອີກຝ່າຍຊາບກ່ອນລ່ວງໜ້າ 6 ເດືອນກ່ອນອາຍຸສັນຍາຈະຊິ້ນສຸດ.

ອິນໂດເນເຊຍ-ມາເລເຊຍ-ໄທ ຂະຫຍາຍເຄືອຂ່າຍ ເຮັດທຸລະກຳ ດ້ວຍສະກຸນເງິນທ້ອງຖິ່ນ

0

ສຳນັກຂ່າວ ຊິນຮວາ ລາຍງານ ຈາກນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອວັນທີ 6 ສິງຫາ ວ່າ: ທະນາຄານກາງ ອິນໂດເນເຊຍ ແລະ ທະນາຄານ ແຫ່ງປະເທດ ໄທ ໄດ້ເພີ່ມກຸ່ມ ທະນາຄານ ທີ່ເຂົ້າຮ່ວມໂຄງການ ຕົວແທນ ບໍລິການ ແລກປ່ຽນ ເງິນຕາ ຂ້າມສະກຸນ (ເອຊີຊີດາ) ເພື່ອຂະຫຍາຍ ການບໍລິການ ເຮັດທຸລະກຳ ທະວີພາຄີ ດ້ວຍສະກຸນເງິນ ທ້ອງຖິ່ນ ລະຫວ່າງ ສາມປະເທດ.

ໂດຍກຸ່ມທະນາຄານ ທີ່ເຂົ້າຮ່ວມ ໂຄງການ ດັ່ງກ່າວ ຈະອຳນວຍ ຄວາມສະດວກ ໃຫ້ແກ່ ການເຮັດ ທຸລະກຳຂ້າມຊາຍແດນ ເພື່ອການຄ້າ ສິນຄ້າ ບໍລິການ, ການລົງທຶນໂດຍກົງ ແລະ ການລົງທຶນຫລັກຊັບ.

ໃນຂະນະທີ ທະນາຄານກາງ ຂອງ ທັງສາມ ປະເທດ ໄດ້ເນັ້ນໃສ່ ການຍົກລະດັບ ເພື່ອເຂົ້າເຖິງ ການບໍລິການຂອງລູກຄ້າ, ເສີມສະພາບຄ່ອງ ຂອງ ສະກຸນເງິນທ້ອງຖິ່ນ ແລະ ເພີ່ມຕົວເລືອກ ຊຳລະເງິນ ຂ້າມຊາຍແດນ ສາມປະເທດ ໃຫ້ແກ່ ທຸລະກິດຕ່າງໆ. ນອກນັ້ັ້ນ ໂຄງການລິ່ເລີ່ມນີ້ ໄດ້ຕໍ່ຍອດ ຈາກຂໍ້ຕົກລົງ ປະສານງານ ຕາມກອບການເຮັດທຸລະກຳ ດ້ວຍສະກຸນເງິນ ທ້ອງຖິ່ນ (ແອລຊີທີເອັຟ) ຊຶ່ງ ທະນາຄານກາງ ຂອງ ອິນໂດເນເຊຍ, ມາເລເຊຍ ແລະ ໄທ ໄດ້ລົງນາມຮ່ວມກັນ ເມື່ອວັນທີ 17 ກຸມພາ 2025.

English PREMIER LEAGUE ຄັ້ງທຳອິດໃນລາວ.!

0

MonoMax 📱 ຈັບມືກັບ Lao Telecom Group (Lao telecom,TPLUS,MMoneyX) 📡 ເປີດປະສົບການໃໝ່ລະດັບພຣີມ້ຽມ .!😎

ໃຜວ່າຢູ່ລາວຈະເບິ່ງບານເຕະອັງກິດສົດໆບໍ່ໄດ້?

ວັນທີ 10 ສິງຫາ 2025 ນີ້ ມັນສ໌ພ້ອມກັນທີ່ ✨ ສວນອາຊຽນ ປະຕູໄຊ ✨ ນະຄອນຫຼວງວຽງຈັນ ກັບງານເປີດໂຕໃຫຍ່ທີ່ສຸດໃນຮອບປີ.⚽️😎

📍 ຮັບຊົມ ຖ່າຍທອດສົດແມຊເດືອດ ລະຫວ່າງ: Crystal Palace VS Liverpool

🎉 ພ້ອມແຂກຮັບເຊີນສຸດພິເສດຈາກປະເທດເພື່ອນບ້ານ 🇹🇭 ທີ່ຈະມາສ້າງສີສັນແບບຈັດເຕັມທີ່ງານນີ້ແນ່ນອນ ໄວລຸ້ນ😍

🎁 ແລະ ໃຜທີ່ມາງານມີສິດພ້ອມລຸ້ນຂອງລາງວັນໃຫຍ່ ເປັນ ໂທລະສັບ Samsung Z Fold 7 🎉

🎧 ແລະ ມ່ວນມັນກັບຄອນເສີດແບບ ແສງ ສີ ສຽງ ຈັດເຕັມ ກັບ ສິລະປິນລາວສຸດພິເສດ

⚽️✨ ແລະ ມາພົບກັບພວກເຮົາ ບໍ່ແມ່ນພຽງແຕ່ການເບິ່ງບານແບບທຳມະດາ ແຕ່ນີ້ຄືງານສາຍແຟນບານໂຕຈິງ ຫ້າມພາດ.!!

📲 ສະໝັກເບິ່ງບານພຣີເມຍຫຼີກແບບຖືກລິຂະສິດກັບພວກເຮົາໄດ້ໃນໄວໄວນີ້ທີ່ MonoMax x Lao Telecom Group

#FAcommunityshield

#ເບິ່ງບານພຣີເມຍຫຼີກໃນລາວ

#MonoMaxXLaoTelecomGroup

#LaoTelecom#TPLUS#MMoneyX

#CrystalPalaceVsLiverpool

#ໃຜບໍ່ມາບອກເລີຍວ່າພາດ!!!

ຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານ ແລະ ມອບເຄື່ອງຊ່ວຍເຫລືອ ແກ້ໄຂໄພພິບັດຢູ່ແຂວງຫົວພັນ

0

ໃນຕອນບ່າຍ ວັນທີ 6 ສິງຫາ 2025 ທີ່ຫ້ອງວ່າການແຂວງຫົວພັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ທັງເປັນຜູ້ຊີ້ນຳວຽກງານຮອບດ້ານແຂວງຫົວພັນ ໄດ້ພົບປະໂອ້ລົມການນຳຫລັກແຫລ່ງແຂວງຫົວພັນ ແລະ ມອບເຄື່ອງຊ່ວຍເຫລືອ ເພື່ອແກ້ໄຂໄພພິບັດ ຢູ່ແຂວງດັ່ງກ່າວ ຊຶ່ງໃຫ້ການຕ້ອນຮັບ ໂດຍ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ເຈົ້າແຂວງຫົວພັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ແລະ ສະພາບຜົນກະທົບຈາກໄພພິບັດ ຢູ່ພາຍໃນແຂວງ ເຫັນວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການເກັບລາຍຮັບເຂົ້າງົບປະມານ ຮອດປັດຈຸບັນ ປະຕິບັດໄດ້ ເກືອບບັນລຸ 120 ຕື້ກີບ; ການປູກຝັງ-ລ້ຽງສັດ ເພື່ອຮັບໃຊ້ພາຍໃນແຂວງ ແລະ ສົ່ງອອກເປັນສິນຄ້າ ແມ່ນສາມາດບັນລຸຕາມແຜນການ ເປັນສ່ວນໃຫຍ່, ມູນຄ່າສົ່ງອອກສິນຄ້າ ບັນລຸ 20 ກວ່າລ້ານໂດລາສະຫະລັດ; ການສ້າງບ້ານວັດທະນະ ທຳ ບັນລຸ 45% ຂອງແຜນການປີ; ການປະຕິບັດຄາດໝາຍການພັດທະນາດ້ານສາທາລະນະສຸກ ໃນ 11 ຕົວຊີ້ວັດ ແມ່ນບັນລຸຄາດໝາຍແລ້ວ 9 ຕົວຊີ້ວັດ (ຍັງບໍ່ທັນບັນລຸຄາດໝາຍ ອັດຕາການເກີດມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນ ເດັກລຸ່ມ 1 ປີ); ການປະຕິບັດຄາດໝາຍດ້ານການສຶກສາ ໃນ 14 ຕົວຊີ້ວັດ ແມ່ນບັນລຸຄາດໝາຍແລ້ວ 13 ຕົວຊີ້ວັດ (ຍັງບໍ່ທັນບັນລຸຄາດໝາຍ ອັດຕາເຂົ້າຮຽນ ຊັ້ນ ມ4); ທົ່ວແຂວງ ມີເສັ້ນທາງທຽວໄດ້ສອງລະດູ ກວມ 66%; ບ້ານມີສັນຍານໂທລະສັບ ກວມ 95%. ສໍາລັບຜົນກະທົບຈາກພາຍຸວິພາ ໃນທ້າຍເດືອນກໍລະກົດ ຜ່ານມາ ພາໃຫ້ເກີດມີຝົນຕົກໜັກ, ນໍ້າຍຶ່ງຖ້ວມ, ນໍ້າໄຫລຊຸ, ດິນເຈື່ອນ… ໄດ້ສ້າງຄວາມເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ຢູ່ 5 ເມືອງ, 32 ບ້ານ, 602 ຄອບຄົວ, ພົນລະເມືອງ 972 ຄົນ, ມີຜູ້ເສຍຊີວິດ 8 ຄົນ ແລະ ສູນຫາຍ 3 ຄົນ. ສໍາລັບຜົນເສຍຫາຍດ້ານຊັບສິນຂອງປະຊາຊົນ ປະເມີນເບື້ອງຕົ້ນ ມີມູນຄ່າຫລາຍສົມຄວນ.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ, ພາກພື້ນ ແລະ ພາຍໃນປະເທດ ໂດຍສະເພາະ ທ່າອ່ຽງ, ຄວາມສ່ຽງ ແລະ ບັນດາສິ່ງທ້າທາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ; ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງພັກ-ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ນະໂຍບາຍສົ່ງເສີມການລົງທຶນ ໂດຍສະເພາະ ການປັບປຸງຂອດຂັ້ນການອະນຸມັດລົງທຶນ ທີ່ສັ້ນກະທັດຮັດ, ວ່ອງໄວ ແລະ ໂປ່ງໃສຫລາຍຂຶ້ນ; ນະໂຍບາຍຂອງລັດຖະບານ ຕໍ່ການແກ້ໄຂວຽກງານຂົງເຂດບໍ່ແຮ່; ການແກ້ໄຂບັນຫາລົດເຖື່ອນ-ລົດນຳເຂົ້າບໍ່ຖືກຕ້ອງ ແລະ ອື່ນໆ. ອັນສຳຄັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ພະນັກງານຫລັກແຫລ່ງແຂວງຫົວພັນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະ ໃນໄລຍະສະເຫລີມສະຫລອງວັນສຳຄັນຕ່າງໆ ທາງດ້ານປະຫວັດສາດຂອງຊາດ, ລວມທັງ ເຂດທີ່ມີຄວາມຫລໍ່ແຫລມ;​ ພ້ອມກັນສືບຕໍ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ໂດຍເອົາໃຈໃສ່ດຳເນີນຕາມຂັ້ນຕອນ-ລະບຽບການທີ່ກຳນົດໄວ້ ແລະ ທັນຕາມກຳນົດເວລາ; ເອົາໃຈໃສ່ຄຸ້ມຄອງປ່າໄມ້ ໂດຍສະເພາະ ປ່າສະຫງວນແຫ່ງຕ່າງໆ ຢູ່ພາຍໃນແຂວງ ໃຫ້ດີ, ທັງຈຳກັດໄດ້ການສວຍໂອກາດຂອງຄົນບໍ່ດີ ເຂົ້າບຸກລຸກ; ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ປະເທດເພື່ອນມິດ ເພື່ອດຶງດູດການລົງທຶນ ແລະ ຍາດແຍ່ງເອົາການຊ່ວຍເຫລືອ ໃນວຽກງານຕ່າງໆ; ສືບຕໍ່ຟື້ນຟູຜົນກະທົບຈາກໄພພິບັດທຳມະຊາດ ໂດຍສະເພາະ ບັນດາໂຄງລ່າງພື້ນຖານ ເສັ້ນທາງ, ຊົນລະປະທານ, ຂົວ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເລື້ອຍໆ.

ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ແລະ ຄະນະກຳມະການຄຸ້ມຄອງໄພພິບັດສູນກາງ ໄດ້ມອບເງິນ ພ້ອມດ້ວຍ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າທັງໝົດ 2,1 ຕື້ກວ່າກີບ ໃຫ້ແກ່ອົງການປົກຄອງແຂວງຫົວພັນ ເພື່ອນຳໄປຊ່ວຍເຫລືອປະຊາຊົນຜູ້ທີ່ປະສົບໄພຕົວຈິງ ແລະ ແກ້ໄຂຜົນກະທົບທີ່ເກີດຂຶ້ນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໃນຕອນແລງຂອງວັນດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄະນະ ຍັງໄດ້ສືບຕໍ່ໄປຕິດຕາມເບິ່ງສະພາບການທົດລອງນຳໃຊ້ຕຶກອາຄານ ແລະ ບໍລິການປິ່ນປົວສຸຂະພາບ ຂອງປະຊາຊົນ ຢູ່ໂຮງໝໍແຂວງຫົວພັນຫລັງໃໝ່ ທີ່ກໍ່ສ້າງໃກ້ຈະສຳເລັດ ແລະ ຈະມອບ-ຮັບໂຄງການ ໃນທ້າຍປີນີ້.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

ພະຍາກອນອາກາດ ວັນທີ 07 ສິງຫາ 2025

0

#ພະຍາກອນອາກາດເຊົ້າວັນທີ 07 ສິງຫາ 2025, ຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ອ່ອນກໍາລັງລົງ ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ອິນເດຍ ເລັ່ງກູ້ໄພແຜນດິນເຈື່ອນຮຸນແຮງ ມີຜູ້ເສຍຊີວິດຢ່າງໜ້ອຍ 4ຄົນ

0

ຕາມຂ່າວຈາກ ນີວແດນລີ,ວັນທີ6 ສິງຫານີ້, ລັດອຸດຕາຣາຂັນ ໃນເຂດພູ ຫິມະໄລ ທາງພາກເໜືອ ຂອງອິນເດຍ ເລັ່ງການປະຕິບັດ ການຄົ້ນຫາ ແລະ ກູ້ໄພ ເຫດນ້ຳຖ້ວມ ກະທັນຫັນ ແລະ ດິນເຈື່ອນ ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 4 ຄົນ ແລະ ສູນຫາຍ ລະຫວ່າງ 50-100ຄົນ. ສຳລັບ ການປະຕິບັດ ການຄົ້ນຫາ ແລະ ກູ້ໄພ ໄດ້ປະຕິບັດ ຢ່າງລຳບາກ ເນື່ອງຈາກ ດິນເຈື່ອນ ກິດຂວາງ ການຈະລາຈອນ ເທິງທາງດ່ວນ ສາຍຫລັກ ແລະ ຖະໜົນ ຫລາຍສາຍ ໄດ້ຮັບຄວາມເສຍຫາຍ ຢ່າງໜັກ. ນອກນີ້ ຍັງເກີດຝົນຕົກໜັກ ຢ່າງຕໍ່ເນື່ອງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ເປີດຊຸດຝຶກອົບຮົມໄລຍະສັ້ນທຶນການສຶກສາຈາກສູນຈີນ-ອາຊຽນ ຄັ້ງທີ 2

0

ແຫລ່ງຂ່າວຈາກສູນຈີນ-ອາຊຽນ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ພິທີເປີດໂຄງການຊຸດຝຶກອົບຮົມໄລຍະສັ້ນທຶນການສຶກສາ ຈາກສູນຈີນ-ອາຊຽນຄັ້ງທີ 2 ໄດ້ຈັດຂຶ້ນ ຢູ່ມະຫາວິທະຍາໄລ ເຣີນໝິນຂອງ ສປ ຈີນ ຢ່າງສໍາເລັດຜົນ, ເຈົ້າໜ້າທີ່ລັດຖະບານ 22 ທ່ານ ຈາກ ສປປ ລາວ, ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ໄທ, ມຽນມາ ແລະ ສສ ຫວຽດນາມ ໄດ້ເຂົ້າຮ່ວມ. ໂຄງການຊຸດຝຶກອົບຮົມໄລຍະສັ້ນທຶນການສຶກສາຈາກສູນ ຈີນ-ອາຊຽນ ສ້າງຕັ້ງ ແລະ ປະຕິບັດໂດຍສູນຈີນ-ອາຊຽນ ໃນປີ 2024 ພາຍໃຕ້ ໂອກາດປີແລກປ່ຽນ ດ້ານວັດທະນະທໍາ ລະຫວ່າງ ສປ ຈີນ-ອາຊຽນ, ໂດຍມີ ຈຸດປະສົງ ເພື່ອຊຸກ ຍູ້ເຈົ້າໜ້າທີ່ໜຸ່ມ ຈາກປະເທດ ສະມາຊິກອາຊຽນ ໃຫ້ເຂົ້າໃຈ ກ່ຽວກັບ ສປ ຈີນ, ຊຸກຍູ້ການແລກປ່ຽນ ດ້ານນະໂຍບາຍ ກໍຄື ເພີ່ມທະວີ ຄວາມໄວ້ເນື້ອ ເຊື່ອໃຈ ແລະ ຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ./

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຫວຽດນາມ ສົ່ງອອກເກີນດຸນຜະລິດຕະພັນກະເສດ ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ບັນລຸ 11 ຕື້ກວ່າໂດລາ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ອາຊີ ສືບຕໍ່ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງຫວຽດນາມ ຊຶ່ງກວມເອົາ 42.6% ຂອງມູນຄ່າທັງໝົດ.

ຂ່າວລະບຸວ່າ: 7 ເດືອນຜ່ານມາ, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ບັນລຸເກືອບ 39.7 ຕື້ໂດລາ, ເພີ່ມຂຶ້ນ 14.7%; ມູນຄ່າສົ່ງອອກເກີນດຸນຂອງຜະລິດຕະພັນດັ່ງກ່າວບັນລຸ 11.5 ຕື້ກວ່າໂດລາ, ເພີ່ມຂຶ້ນເກືອບ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໂດຍກຸ່ມຜະລິດຕະພັນກະເສດສືບຕໍ່ນຳໜ້າ ດ້ວຍມູນຄ່າການສົ່ງອອກຄາດວ່າບັນລຸເກືອບ 21.5 ຕື້ໂດລາ (ເພີ່ມຂຶ້ນ 17%), ຖັດມາແມ່ນຜະລິດຕະພັນເຄື່ອງປ່າຂອງດົງ ບັນລຸເກືອບ 10.4 ຕື້ໂດລາ (ເພີ່ມຂຶ້ນ 8.6%), ສິນໃນນ້ຳບັນລຸ 6 ຕື້ກວ່າໂດລາ (ເພີ່ມຂຶ້ນ 13.8%)… ອາຊີ ສືບຕໍ່ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ ຊຶ່ງກວມເອົາ 42.6% ຂອງມູນຄ່າທັງໝົດ, ຖັດມາແມ່ນບັນດາຕະຫຼາດ ທະວີບ ອາເມຣິກາ ແລະ ເອີຣົບ. ສິ່ງທີ່ໜ້າສົນໃຈແມ່ນ, ມູນຄ່າການສົ່ງອອກໄປຍັງຕະຫຼາດເອີຣົບ ເພີ່ມຂຶ້ນເຖິງ 43.1% ເມື່ອທຽບໃສ່ໄລຍະດຽວກັນ. ກ່ຽວກັບຕະຫຼາດ, ມີ 3 ຄູ່ຮ່ວມມືໃຫຍ່ສຸດແມ່ນ ສະຫະລັດ ອາເມຣິກາ (ກວມເອົາ 21%) ຖັດມາແມ່ນ ຈີນ ແລະ ຍີ່ປຸ່ນ.

ສ ເກົາຫຼີ ມີພະນັກງານອາຍຸ 50 ປີຂຶ້ນໄປ ຫຼາຍກວ່າຜູ້ທີ່ມີອາຍຸ 20 ປີ

0

ຂ່າວຕ່າງປະເທດລາຍງານວ່າ: Leaders Index ບໍລິສັດຕິດຕາມຂໍ້ມູນຂອງອົງການຈັດຕັ້ງ ເປີດເຜີຍໃນວັນທີ 5 ສິງຫາ ຜ່ານມາວ່າ: ບໍລິສັດຊັ້ນນໍາຂອງ ສ ເກົາຫຼີ ມີພະນັກງານປະຈຳ ອາຍຸ 20 ປີ ໜ້ອຍກວ່າຜູ້ທີ່ມີອາຍຸ 50 ປີຂຶ້ນໄປ

ຂໍ້ມູນສະແດງໃຫ້ເຫັນວ່າ: ອັດຕາສ່ວນຂອງພະນັກງານອາຍຸ 20 ປີ ຈາກ 124 ບໍລິສັດຊັ້ນນໍາແມ່ນ 19.8% ໃນໄລຍະທ້າຍປີ 2024, ຫຼຸດລົງ 1.2% ເມື່ອທຽບກັບປີກ່ອນ. ກົງກັນຂ້າມກັບອັດຕາສ່ວນຂອງພະນັກງານທີ່ມີອາຍຸ 50 ປີຂຶ້ນໄປ ຊຶ່ງບັນລຸ 20.1%, ເພີ່ມຂຶ້ນ 0.6%ຕໍ່ປີ.

ນັບເປັນຄັ້ງທໍາອິດຕັ້ງແຕ່ເລີ່ມເກັບກໍາຂໍ້ມູນໃນປີ 2015 ທີ່ຈໍານວນຂອງພະນັກງານອາຍຸ 50 ປີຂຶ້ນໄປ ມີອັດຕາສ່ວນຫຼາຍກວ່າພະນັກງານອາຍຸ 20 ປີ, ໃນຂະນະທີ່ອັດຕາສ່ວນຂອງພະນັກງານທີ່ມີອາຍຸຕໍ່າກວ່າ 30 ປີກໍຫຼຸດລົງຕໍ່າກວ່າ 20% ເປັນຄັ້ງທໍາອິດ. ໂດຍ Leaders Index ໃຫ້ເຫດຜົນວ່າ, ອຸດສາຫະກໍາຫຼາຍແຫ່ງຫຼຸດການຈ້າງງານໃໝ່ລົງເນື່ອງຈາກເສດຖະກິດທີ່ຊ້າລົງ, ໃນຂະນະທີ່ພະນັກງານເກົ່າກໍາລັງເລື່ອນເວລາການບໍານານ.

ຄວາມແຕກຕ່າງນີ້ແມ່ນເຫັນໄດ້ຊັດເຈນ, ໂດຍສະເພາະໃນຂະແໜງການຜະລິດແບັດເຕີຣີ ຊຶ່ງໃນໄລຍະ 3 ປີ ຜ່ານມາ, ອັດຕາສ່ວນຂອງພະນັກງານທີ່ມີອາຍຸ 20 ປີ ຫຼຸດລົງ 9.7%, ໃນຂະນະທີ່ອັດຕາສ່ວນຂອງພະນັກງານທີ່ມີອາຍຸ 50 ປີຂຶ້ນໄປເພີ່ມຂຶ້ນ 1.2%.

ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ເອເລັກໂຕຣນິກ ໄດ້ປະສົບກັບການປ່ຽນແປງດ້ານປະຊາກອນທີ່ຄ້າຍຄືກັນ, ໂດຍອັດຕາສ່ວນຂອງຄົນໃນໄວເຮັດວຽກ ທີ່ມີອາຍຸ 20 ກວ່າປີໄດ້ຫຼຸດລົງ 5.4%.