Sunday, September 21, 2025
Home Blog Page 27

ອົງຄະນະພັກ ກະຊວງປ້ອງກັນປະເທດ ດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI

0

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 7 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກນະຄອນຫລວງວຽງຈັນ, ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຄະນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ບັນດາຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ທັງໝົດໃນທົ່ວກອງທັບ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ເປັນກອງປະຊຸມສຸດທີ່ມີຄວາມມໝາຍສໍາຄັນ ໃນຊີວິດການເມືອງຂອງກອງທັບປະ ຊາຊົນລາວ, ເປັນການປະຕິບັດຕາມຫລັກການນໍາພາ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກ ແນໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນໍາພາ-ວິທີເຮັດວຽກທີ່ມີວິທະຍາສາດ, ເປັນບັ້ນດໍາເນີນຊີວິດການເມືອງ ພາຍໃນຄະນະພັກ, ສະມາຊິກພັກໃນທົ່ວກອງທັບ ເຊິ່ງຜ່ານກອງປະຊຸມໃຫຍ່ຄັ້ງນີ້ ຈະເຮັດໃຫ້ຄຸນນະພາບ, ບົດບາດ, ຄວາມສາມາດການນໍາພາ ຂອງຄະນະພັກ ໃນກອງທັບໄດ້ຮັບການເຊີດຊູສູງຂຶ້ນ.

ໂອກາດດັ່ງກ່າວ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ຜ່ານບົດລາຍງານການເມືອງ ການນໍາພາ ຂອງຄະນະພັກກະຊວງປ້ອງກັນປະເທດ ໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການນໍາພາ 5 ປີຕໍ່ໜ້າ (2025-2030). ຫລັງຈາກນັ້ນ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນ ຄວ້າເຊື່ອມຊຶມ ສ້າງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງທັງສອງພາກ ບົນພື້ນຖານໄຈ້ແຍກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານ, ດ້ານຫຍໍ້ທໍ້ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍສະເພາະຕໍ່ຂົງເຂດວຽກງານປ້ອງກັນຊາດ, ການກໍ່ສ້າງກໍາລັງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ຕາມທິດສ້າງກອງທັບເປັນກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໝ ແລະ ຂົງເຂດວຽກງານອື່ນໆ. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນ ຂອງບັນດາສະຫາຍຕາງໜ້າຄະນະພັກອົງການ-ກົມກອງຈໍານວນໜຶ່ງ ກ່ຽວກັບການປະຕິບັດໜ້າທີ່ປ້ອງກັນຊາດ ແລະ ປັບປຸງກໍ່ສ້າງກໍາລັງຢູ່ອົງການ-ກົມກອງຂອງຕົນ.

ກອງປະຊຸມ ຍັງຈະໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດຊຸດໃໝ່, ປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ພ້ອມທັງຈະໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງຕື່ມອີກ.

ຫວນຄືນມູນເຊື້ອການກຳເນີດຂອງແນວລາວສ້າງຊາດ

0

(ເນ່ືອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ 13/8/1950-13/8/2025) *ໃນຕົ້ນສະຕະວັດທີ 19 ປະເທດລາວ ໄດ້ຖືກສັກດີນາ ແລະ ພວກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ, ຢຶດຄອງເອົາເປັນຫົວເມືອງຂຶ້ນ)

ໃນຕົ້ນສະຕະວັດທີ 19 ປະເທດລາວ ໄດ້ຖືກສັກດີນາ ແລະ ພວກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ, ຢຶດຄອງເອົາເປັນຫົວເມືອງຂຶ້ນ. ຄົນລາວບັນດາເຜົ່າທີ່ຮັກຫອມສັນຕິພາບບໍ່ຍອມເປັນຂ້ອຍຂ້າມ້າຕ່າງໃຫ້ແກ່ພວກລ່າເມືອງຂຶ້ນ, ໄດ້ລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດຕ່າງດ້າວຢ່າງເນື່ອງນິດລຽນຕິດເຊັ່ນ: ຂະບວນການຕໍ່ສູ້ຢູ່ແຂວງສະຫວັນນະເຂດ ໃຕ້ການນໍາພາຂອງພໍ່ກະດວດ (1901-1902);ຢູ່ເຂດດົງບໍລະເວນ ໃຕ້ການນໍາພາຂອງອົງແກ້ວ-ອົງກົມມະດໍາ (1902-1937); ຂະບວນການຕໍ່ສູ້ຢູ່ພາກເໜືອໃຕ້ການນໍາພາຂອງເຈົ້າຟ້າປັດໄຈ (1918-1922) ແລະ ຂະບວນການຕໍ່ສູ້ອື່ນໆ. ແຕ່ຂະບວນການຕໍ່ສູ້ເຫລົ່ານັ້ນລ້ວນແຕ່ຖືກປາບປາມລົງຍ້ອນຫລາຍສາເຫດ. ໃນນັ້ນ, ອັນຕົ້ນຕໍຍ້ອນບໍ່ທັນມີທິດສະດີປະຕິວັດ ແລະ ບໍ່ທັນມີແນວທາງປະຕິວັດທີ່ຈະແຈ້ງ ບໍ່ທັນມີພັກປະຕິວັດນໍາພາ; ດໍາເນີນໄປແບບກະແຈກກະຈາຍ, ເກີດຢູ່ທ້ອງຖິ່ນໃຜມັນ, ຂາດການບັນຊາລວມສູນ, ບໍ່ສາມາດເຕົ້າໂຮມກໍາລັງແຮງສັງລວມຂອງໝົດທັງຊາດ ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າບໍ່ທັນເປັນອັນໜຶ່ງອັນດຽວ; ໝາຍຄວາມວ່າບໍ່ທັນມີການຈັດຕັ້ງແນວໂຮມຢ່າງກວ້າງຂວາງ.
ປີ 1930 ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກໄດ້ວາງແນວທາງຍຸດທະສາດ, ຍຸດໂທບາຍການດໍາເນີນການປະຕິວັດຢູ່ອິນດູຈີນ ໂດຍເຫັນຄວາມສໍາຄັນຂອງວຽກງານແນວໂຮມ ປີ 1934 ອົງຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ຊຶ່ງເປັນບາດກ້າວທໍາອິດທີ່ມີການປັບປຸງ, ຂະຫຍາຍການຈັດຕັ້ງພັກ ແລະ ການຈັດຕັ້ງມະຫາຊົນຢູ່ລາວ.
ວັນທີ 1 ທັນວາ 1941 ຄະນະບໍລິຫານງານສູນກາງພັກກອມມູນິດອິນດູຈີນ ໄດ້ມີຄໍາສັ່ງກ່ຽວກັບການສ້າງຕັ້ງສໍາພັນທະມິດອ້າຍລາວເອກະລາດ ແມ່ນຮູບການແນວໂຮມຕ້ານຈັກກະພັດຜູ້ຮຸກຮານ, ພັກໄດ້ຍູ້ແຮງວຽກງານປຸກລະດົມຂົນຂວາຍມະຫາຊົນຢູ່ເຂດຊົນນະບົດ ແລະ ບໍລິເວນຊົນເຜົ່າ, ມີຊາວໄຮ່ນາເປັນກໍາລັງພື້ນຖານຂອງການປະຕິວັດ, ຂະບວນການຕໍ່ສູ້ເກີດຂຶ້ນຢູ່ເຂດຕ່າງໆ ແລະ ຢູ່ໃນຕົວເມືອງກ້າວໄປສູ່ການຍຶດອໍານາດ 23 ສິງຫາ 1945 ແລະ ປະກາດເອກະລາດ 12 ຕຸລາ 1945 ເປັນການເປີດໜ້າປະຫວັດສາດໜ້າໃໝ່ໃຫ້ແກ່ການປະຕິວັດ.
ປີ 1946-1950 ຂະບວນການຕໍ່ຕ້ານຂອງປະຊາຊົນລາວບັນດາເຜົ່າ ໃຕ້ການນຳພາຂອງພັກ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ, ການປະຕິວັດລາວມີເຂດຕໍ່ຕ້ານ ແລະ ກຳລັງປະກອບອາວຸດຢູ່ທຸກພາກຂອງປະເທດ. ພ້ອມກັນນັ້ນ, ຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ຢູ່ທົ່ວສະໜາມຮົບອິນດູຈີນ ກໍມີບາດກ້າວກະໂດດຂຶ້ນຢ່າງໄວວາ. ເດືອນມັງກອນ ປີ 1950 ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູ ນິດອິນດູຈີນໄຂຂຶ້ນກອງປະຊຸມໄດ້ກຳນົດໜ້າທີ່ສະເພາະໜ້າຂອງການປະຕິວັດຄື ກໍ່ສ້າງສະຖານທີ່ໝັ້ນຕໍ່ຕ້ານໃຫ້ຕິດລ່ຽນ, ຂະຫຍາຍກຳລັງປະກອບອາວຸດ ເພື່ອດຳເນີນການສູ້ຮົບປະສານສົມທົບກັບ ສະໜາມຮົບລວມ, ກໍ່ສ້າງ ແລະ ເປີດກວ້າງແນວໂຮມເອກະພາບແຫ່ງຊາດ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານ.
ປະຕິບັດທິດຊີ້ນໍາຂອງກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດອິນດູຈີນ ແລະ ເພື່ອຜົນປະໂຫຍດຂອງການປະຕິວັດ, ຂອງປະເທດຊາດ ແລະ ຂອງມະຫາຊົນກໍຄືຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງຊາດ, ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ກໍ່ສ້າງ, ປັບປຸງວຽກງານແນວໂຮມໂດຍໄດ້ວາງແຜນນະໂຍບາຍ ແລະ ຮູບການຈັດຕັ້ງແນວໂຮມເພື່ອເພີ່ມຕື່ມ ເຊິ່ງກັນ ແລະ ກັນ, ປະສານສົມທົບນໍາກັນ, ເປີດກວ້າງການເຕົ້າໂຮມກໍາລັງຂອງການປະຕິວັດ, ເປີດກວ້າງກ້ອນກໍາລັງມະຫາສາມັກຄີວົງຄະນາຍາດແຫ່ງຊາດ.
ພາຍໃຕ້ການຊີ້ນຳຂອງພັກກອມມູນິດອິນດູຈີນ ມາຮອດວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ຜູ້ແທນແນວລາວຕໍ່ຕ້ານທົ່ວປະເທດ ໄດ້ໄຂຂຶ້ນຢູ່ເມືອງອຽນເຊີນ, ແຂວງຕວຽນກວາງ, ສສ ຫວຽດນາມ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ ຈໍານວນ 105 ທ່ານ ຊຶ່ງເປັນຕົວແທນຂອງກໍາລັງປະກອບອາວຸດທຸກພາກ, ຕົວແທນຂອງບັນດາເຜົ່າ, ຊັ້ນຄົນ, ອົງການຈັດຕັ້ງສັງຄົມ, ສາສະໜາ, ເພດ-ໄວໃນທົ່ວປະເທດ. ກອງປະຊຸມຄັ້ງນີ້ໄດ້ປະກາດສ້າງຕັ້ງແນວໂຮມແຫ່ງຊາດ ໂດຍໃສ່ຊື່ວ່າ: “ແນວລາວອິດສະຫລະ”. ສະເດັດເຈົ້າ ສຸພານຸວົງ ໄດ້ຖືກເລືອກຕັ້ງເປັນປະທານສູນກາງແນວລາວອິດສະຫລະ.

ຟາມຣ໋ອກຄີມ ຈຳໜ່າຍໄກ່ຄຸນນະພາບອອກສູ່ສັງຄົມ

0

ຟາມຮ໋ອກຄີມ ຕັ້ງຢູ່ບ້ານນາຕາດ ເມືອງທ່າແຂກ ແຂວງຄໍາມ່ວນ ເປັນອີກຟາມໜຶ່ງທີ່ໄດ້ຜະລິດໄກ່ພັນຊີ້ນອອກຈໍາໜ່າຍສູ່ສັງຄົມຕັ້ງແຕ່ປີ 2023 ເປັນຕົ້ນມາ ເຊິ່ງໄດ້ຮັບຜົນຕອບຮັບດີຫລາຍ ເນື່ອງຈາກວ່າ ໄກ່ຈາກຟາມຮ໋ອກຄີມ ມີຄຸນນະພາບດີ, ຊີ້ນແຊບ ແລະ ໄກ່ກໍມີຫລາຍຂະໜາດໃຫ້ເລືອກໃນລາຄາບໍ່ແພງ. ສະນັ້ນ, ຈຶ່ງເຮັດໃຫ້ລູກຄ້າທັງພາຍໃນ ແລະ ຕ່າງແຂວງໄດ້ກາຍມາເປັນຂາປະຈໍາ ໂດຍສະເພາະແມ່ນແຂວງບໍລິຄໍາໄຊ ເປັນຕະຫລາດຈຳໜ່າຍທີ່ໃຫຍ່ສຳລັບຟາມ ຮ໋ອກຄີມ.
ທ່ານ ຮ໋ອກຄີມ ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນທີ່ໄດ້ມາລ້ຽງໄກ່ ຍ້ອນຢາກເຮັດທຸລະກິດໃດໜຶ່ງທີ່ສາມາດສ້າງລາຍຮັບ ແລະ ເຫັນວ່າຄວາມຕ້ອງການຂອງຕະຫລາດຍັງມີຫລາຍຈຶ່ງຕັດສິນໃຈລ້ຽງໄກ່ພັນຊີ້ນ ໃນປີ2023 ເປັນຕົ້ນມາເນື່ອງຈາກວ່າການລ້ຽງໄກ່ບໍ່ຫຍຸ້ງຍາກຫລາຍ,ໃຊ້ເວລາບໍ່ດົນກໍ່ຈໍາໜ່າຍໄດ້ແລ້ວ.

ສໍາລັບແນວພັນໄກ່ທີ່ລ້ຽງຢູ່ໃນຟາມແມ່ນໄກ່ພັນຊີ້ນທີ່ນໍາມາຈາກນະຄອນຫລວງວຽງຈັນ ເພື່ອຈໍາໜ່າຍທັງພາຍໃນ ແລະ ຕ່າງປະເທດ, ໂດຍການລ້ຽງແມ່ນໃຊ້ເວລາ 2 ເດືອນ ກໍ່ສາມາດຈໍາໜ່າຍໄດ້ , ປີໜຶ່ງ ຈໍາໜ່າຍໄດ້ 6 ເທື່ອ, ເທື່ອໜຶ່ງກໍ່ປະມານ 40.000-60.000 ໂຕແລ້ວແຕ່ຄວາມຕ້ອງການຂອງຕະຫລາດ, ສໍາລັບໄກ່ຢູ່ພາຍໃນຟາມຂອງພວກເຮົາ ແມ່ນສຸຂະພາບດີເນື່ອງຈາກວ່າມີສະຕະວະແພດ ມາຕິດຕາມເບິ່ງແຍງເລື່ອງການໃຫ້ອາຫານ, ນໍ້າ, ຢາ ແລະ ສັກວັກຊິນຢູ່ຕະຫລອດ. ພ້ອມດຽວກັນ, ເພື່ອປ້ອງກັນພະຍາດຕ່າງໆທີ່ອາດຈະເກີດຂຶ້ນຕາມລະດູການ ຢູ່ພາຍໃນຟາມກໍ່ມີການປ້ອງກັນກ່ອນເຂົ້າຄອກໄກ່ ເປັນຕົ້ນການສີດຂ້າເຊື້ອ.

ແນວໃດກໍດີ, ພາຍຫລັງທີ່ເຮັດຟາມໄກ່ມາເຫັນວ່າໄດ້ຮັບຜົນດີຫລາຍລູກຄ້າກໍເພີ່ມຂຶ້ນເລື້ອຍໆ. ສະນັ້ນ,ການລ້ຽງໄກ່ກໍ່ເພີ່ມຂຶ້ນ ໃນແຕ່ລະປີໂດຍ ໃນປີ 2025 ແມ່ນ 600.000ໂຕ. ສໍາລັບການຈໍາໜ່າຍແມ່ນຈໍາໜ່າຍພາຍໃນເມືອງທ່າແຂກ,ບົວລະພາ, ສ່ວນຕ່າງແຂວງແມ່ນສົ່ງໄປແຂວງສະຫວັນນະເຂດ ແລະ ບໍລິຄໍາໄຊ. ນອກນີ້ແລ້ວ, ຍັງສົ່ງໄປຂາຍຢູ່ຫວຽດນາມອີກດ້ວຍ.ສໍາລັບລາຄາຂາຍໄກ່ພາຍໃນຟາມແມ່ນ 35.000-45.000 ກີບຕໍ່ກິໂລ ແລ້ວແຕ່ນໍ້າໜັກຂອງໄກ່ແຕ່ລະໂຕ, ແຕ່ລາຄາທີ່ເວົ້າມານີ້ ກໍ່ບໍ່ຄົງທີ່ແລ້ວແຕ່ລະດູການເປັນຕົ້ນຍາມຝົນນີ້ ລາຄາຈະບໍ່ສູງຫລາຍຈຶ່ງເຮັດໃຫ້ມີຄວາມສ່ຽງຫລາຍບາງທີກໍ່ມີກໍາໄລ, ບາງເທື່ອກໍ່ບໍ່ມີກຳໄລ ເນື່ອງຈາກວ່າມີຄ່າໃຊ້ຈ່າຍຫລາຍເປັນຕົ້ນຄ່າແຮງງານກໍາມະກອນເດືອນລະ 4.000.000 ກີບ, ມີຄ່າກິນເຂົ້າມື້ລະ 50.000 ກີບ, ມີບ່ອນພັກເຊົາໃຫ້ພ້ອມທັງລາຍຈ່າຍອື່ນໆໃນແຕ່ລະເດືອນ. ເຖິງແນວໃດກໍດີ, ຟາມຮ໋ອກຄີມ ເປັນອີກຟາມໜຶ່ງທີ່ສ້າງວຽກເຮັດງານທໍາໃຫ້ປະຊາຊົນແຂວງຄໍາມ່ວນ ໂດຍສະເພາະແມ່ນປະຊາຊົນທີ່ຢູ່ໃກ້ຄຽງໃຫ້ມີອາຊີບ ແລະ ມີລາຍຮັບທີ່ໝັ້ນຄົງ.

ຍິນດີນຳໂປແລນ ຊະນະອີຕາລີ 3 ເຊັດລວດຄອງແຊ້ມ ບານສົ່ງໃນຮົ່ມຊາຍລະດັບໂລກ ລາຍການ ເນຊັ່ນລີກ 2025 ເປັນສະໄໝທີ 2

0

✅ ການແຂ່ງຂັນ ຮອບສຸດທ້າຍ ຫລື ຮອບ 8 ທີມສຸດທ້າຍ ປະຈຳປີ 2025 ປະເທດຈີນ 🇨🇳 ເປັນເຈົ້າພາບ ແຂ່ງຂັນຢູ່ໜິງໂປ ໃນທ້າຍອາທິດຜ່ານມາ.

✅ ຄູ່ຊິງຊະນະເລີດ: 🇵🇱 ໂປແລນ (ໂປໂລຍ) ອັນດັບ 1 ຂອງໂລກ ພົບກັບ 🇮🇹 ອີຕາລີ ອັນດັບ 2 ຂອງໂລກ ທີ່ເຂົ້າຊິງເປັນຄັ້ງທຳອິດ, ຜົນປະກົດວ່າ: ໂປໂລຍ ທີ່ສ້າງຜົນງານເດັ່ນມາຕັ້ງແຕ່ຮອບ 8 ທີມສຸດທ້າຍ ດ້ວຍການຊະນະຄູ່ແຂ່ງ 3 ເຊັດລວດ, ນັດນີ້ ກໍຍັງຜົນງານເດັ່ນເອົາຊະນະ ອີຕາລີ 3–0 ເຊັດ: 25–22, 25–19 ແລະ 25–14. ໂປໂລຍ ໄດ້ແຊ້ມເປັນສະໄໝທີ 2 ຕໍ່ຈາກປີ 2023.

✅ ສ່ວນຄູ່ຊິງທີ 3 🇧🇷 ເບຣຊິນ ອັນດັບ 3 ຂອງໂລກ ຊະນະ 🇸🇮 ສະໂລເວເນຍ (ສະໂລເວນີ) ອັນດັບ 7 ຂອງໂລກ 3–1 ເຊັດ.

✅ ລາງວັນ MVP ນັກກິລາດີເດັ່ນ ເປັນຂອງ Jakub Kochanowski ຈາກໂປໂລຍ ທີມແຊ້ມ.

✅ ຕົວຕົບວົງໃນດີເດັ່ນຄັ້ງນີ້ ເປັນຂອງ Kewin Sasak ຈາກໂປໂລຍ.

✅ ລາງວັນຕົວຕົບວົງນອກດີເດັ່ນໄດ້ແກ່: Wilfredo León ຈາກໂປໂລຍ ແລະ Alessandro Michieletto ຈາກອີຕາລີ.

✅ ລາງວັນຊູບານດີເດັ່ນ Simone Giannelli ຈາກອີຕາລີ.

✅ ລາງວັນ ລີເບີໂຣ້ ດີເດັ່ນ Maique Nascimento ຈາກເບຣຊິນ.

✅ ລາງວັນກັນຕົວດີເດັ່ນ ຫລື ບ໋ອກດີເດັ່ນໄດ້ແກ່: Jan Kozamernik

ຈາກສະໂລເວນີ ແລະ Jakub Kochanowski ຈາກໂປໂລຍ.

📊 ການແຂ່ງຂັນປີນີ້ ລວມທັງໝົດ 116 ນັດ ທັງຮອບຄັດເລືອກ ແລະ ຮອບສຸດທ້າຍ ມີຜູ້ຊົມທັງໝົດ 413,916 ຄົນ ສະເລ່ຍນັດໜຶ່ງ ປະມານ 3,568 ຄົນ.

News: ຂ່າວກິລາ Lao National TV

Photo: FIVB

ສຸດຍອດສາວບຣາຊິວ ຊະນະໂຄລົມເບຍ ສ້າງປະຫວັດສາດຄອງແຊ້ມ ເຕະບານຍິງ ຊິງແຊ້ມອາເມຣິກາໃຕ້ 5 ສະໄໝຕິດຕໍ່ກັນ

0

✅ ການແຂ່ງຂັນຄັ້ງທີ 10 ປະເທດເອກົວດໍຣ 🇪🇨 ເປັນເຈົ້າພາບ ໄດ້ສຳເລັດໃນທ້າຍອາທິດຜ່ານມາ, ຄູ່ຊິງຊະນະເລີດ ເປັນຄູ່ຊິງໜ້າເກົ່າ ສາວ 🇧🇷 ບຣາຊິວ (ເບຣຊິນ) ແຊ້ມເກົ່າ 4 ສະໄໝຊ້ອນ ພົບກັບ 🇨🇴 ໂຄລົມເບຍ (ໂຄໂລມບີ) ທີ່ເຂົ້າຊິງເປັນຄັ້ງທີ 4 ຈາກ 5 ຄັ້ງຫລັງສຸດ, ຜົນປະກົດວ່າ: ເບຣຊິນ ເອົາຊະນະດ້ວຍການດວນຈຸດໂທດ 5–4 ເວລາປົກກະຕິສະເໝີກັນ 3-3 ຕໍ່ເວລາພິເສດອີກ 30′ ນາທີ ສະເໝີກັນ 4–4.

✅🇧🇷 ເບຣຊິນ ສ້າງປະຫວັດສາດເປັນທີມທຳອິດ ຄອງແຊ້ມ ເຕະບານຍິງ ຊິງແຊ້ມອາເມຣິກາໃຕ້ 5 ສະໄໝຕິດຕໍ່ກັນ.

✅ ສ່ວນຄູ່ຊິງທີ 3 ອາເຈນຕິນ້າ (ອາກຊັງຕິນ) ຊະນະດວນຈຸດໂທດ ອູຣູໄກວ 5–4 ເວລາປົກກະຕິສະເໝີກັນ 2–2.

✅ ລາງວັນນັກກິລາດີເດັ່ນ ເປັນຂອງ Marta ກອງໜ້າອາຍຸ 39 ປີ ຈາກທີມແຊ້ມ.

✅ ລາງວັນດາວຍິງສູງສຸດ Claudia Martínez ຈາກປາຣາໄກວ ແລະ Amanda Gutierres ຈາກເບຣຊິນ ລວມ 6 ປະຕູ.

✅ ລາງວັນຕົວຜູ້ຮັກສາປະຕູດີເດັ່ນ Katherine Tapia ຈາກໂຄໂລມບີ.

✅ ລາງວັນ ທີມມາລະຍາດດີເດັ່ນໄດ້ແກ່ ທີມຊາດອາກຊັງຕິນ.

News: ຂ່າວກິລາ Lao National TV

Photo: CONMEBOL

U17 ປີ ທີມຊາດລາວ ຖືກຈັດຢູ່ໂຖທີ 2 ການຈັບສະຫລາກເຕະບານຊາຍ U17 ປີ ຊິງແຊ້ມອາຊີ 2026 ຮອບຄັດເລືອກ (AFC U17 ASIAN CUP 2026 QUALIFIERS)

0

✅ ການຄັດເລືອກຄັ້ງນີ້ ມີ 38 ທີມ ແບ່ງອອກເປັນ 7 ກຸ່ມ: 3 ກຸ່ມ ມີ 6 ທີມ ແລະ 4 ກຸ່ມ ມີ 5 ທີມ.

🔹 ໂຖທີ 1 ປະກອບມີ: ໄທ, ຈີນ, ຫວຽດນາມ, ອົດສະຕຣາລີ, ເຢເມັນ, ອີຣານ ແລະ ໂອມານ.

🔸 ໂຖທີ 2 ມີ: ອິນເດຍ, ອັຟການິສຖານ, ມາເລເຊຍ, ບັງກະລາເທດ, ອີຣັກ, ລາວ ແລະ ຄູເວດ.

🔹 ໂຖທີ 3 ມີ: ມຽນມາ, ກີກິສຖານ (ກຽກກີສະຖານ), ສິງກະໂປ, ບາເຣນ, ຟີລິບປິນ, ເຕີກມີນິສຖານ (ຕວກມີນິສຖານ), ປາເລັສຕາຍ (ປາເລັສຕິນ).

🔸 ໂຖທີ 4 ມີ: ຈໍແດນ (ຊັອກດານີ), ຊີເຣຍ (ຊີຣີ), ມົງໂກລີ, ກຳປູເຈຍ, ຮົງກົງ, ໄຕ້ຫວັນ, ບຣູໄນ.

🔹 ໂຖທີ 5 ມີ: ເນປານ, ບູຖານ, ເກາະ ນັອດເທິນ ມາເຣຍນ້າ, ກວມ, ເມົາດິຟ (ມານດິວ), ຕີມໍເລັສເຕ້ ແລະ ເລບານອນ (ລີບັງ).

🔸 ໂຖທີ 6 ມີ: ມາເກົ້າ, ສຣີລັງກາ ແລະ ປາກິສຖານ.

ຈະຈັບສະຫລາກວັນທີ 7 ສິງຫາ 2025 ນີ້ ທີ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ (AFC) ເວລາ 15:00. ຮອບຄັດເລືອກ ຈະແຂ່ງຂັນວັນທີ 22–30 ພະຈິກ 2025.

📍 ເຈົ້າພາບ ຮອບຄັດເລືອກ ປະກອບມີ: 🇹🇭 ໄທ, 🇻🇳 ຫວຽດນາມ, 🇲🇲 ມຽນມາ, 🇸🇬 ສິງກະໂປ, 🇯🇴 ຈໍແດນ (ຊັອກດານີ), 🇰🇬 ກີກິສຖານ (ກຽກກີສະຖານ), 🇹🇯 ທາຈີກິສຖານ ແລະ 🇸🇦 ຊາອຸດິ ອາຣາເບຍ.

✅ ຮູບແບບການແຂ່ງຂັນ ພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງກຸ່ມ ເຂົ້າຮອບສຸດທ້າຍ ທີ່ປະເທດຊາອຸດິອາຣາເບຍ ໃນປີ 2026 ເຊິ່ງຮອບສຸດທ້າຍ ມີ 9 ທີມ ທີ່ໄດ້ສິດລໍຖ້າໃນຮອບສຸດທ້າຍຄື: 8 ທີມ ທີ່ເຂົ້າຮອບ 8 ສຸດທ້າຍຄັ້ງຜ່ານມາເຊັ່ນ: 🇺🇿 ອຸສເບກິສຖານ ແຊ້ມເກົ່າ, ຊາອຸດິອາຣາເບຍ ຮອງແຊ້ມ ທັງເປັນເຈົ້າພາບຮອບສຸດທ້າຍ, 🇰🇷 ສາທາລະນະລັດເກົາຫລີ, 🇰🇵 ສປປ ເກົາຫລີ, 🇯🇵 ຍີ່ປຸ່ນ, 🇹🇯 ທາຈີກິສຖານ, 🇦🇪 ສະຫະລັດ ອາຣັບ ເອມີເຣດ, 🇮🇩 ອິນໂດເນເຊຍ ແລະ 🇶🇦 ກາຕ້າ ເຈົ້າພາບ U17 ປີ ຊາຍ ຊິງແຊ້ມໂລກ 2025.

✅ ສຳລັບ ຜົນງານຜ່ານມາຂອງ U17 ປີ ທີມຊາດລາວ ເຄີຍຜ່ານການຄັດເລືອກໄປຮອບສຸດທ້າຍ 3 ຄັ້ງ ປີ 2004 ທີ່ຍີ່ປຸ່ນ, ປີ 2012 ທີ່ອີຣານ ແລະ ປີ 2023 ທີ່ປະເທດໄທ ແຕ່ບໍ່ເຄີຍຜ່ານຮອບແບ່ງກຸ່ມ, ຄັ້ງຜ່ານມາ ປີ 2024 ເປັນເຈົ້າພາບຮອບຄັດເລືອກ ກຸ່ມ H ແຂ່ງ 2 ນັດ ສະເໝີ 1 ເສຍ 1 ບໍ່ຜ່ານຮອບຄັດເລືອກ.

News: ຂ່າວກິລາ Lao National TV

Photo: ASEAN Football

ເລີ່ມແຂ່ງຂັນທາງການແລ້ວ ການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນ ລະດັບໂລກ ລາຍການ WTT Youth Contender Vientiane 2025 ທີ່ ສປປ ລາວ ເປັນເຈົ້າພາບ

0

✅ ການແຂ່ງຂັນລາຍການນີ້ ເປັນປີທີ 3 ຕິດຕໍ່ກັນ ທີ່ລາວເຮົາເປັນເຈົ້າພາບ ແຂ່ງຂັນລະຫວ່າງວັນທີ 6-9 ສິງຫາ 2025 ທີ່ສູນການຄ້າ ລາວ-ໄອເຕັກ ຊັ້ນ 7, ນະຄອນຫຼວງວຽງຈັນ ໂດຍມີນັກກິລາຫລາຍກວ່າ 100 ຄົນ ຈາກ 16 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມຄື: 🇦🇺 ອົດສະຕຣາລີ, 🏴󠁧󠁢󠁥󠁮󠁧󠁿 ອັງກິດ, 🇮🇳 ອິນເດຍ, 🇮🇩 ອິນໂດເນເຊຍ, 🇯🇵 ຍີ່ປຸ່ນ, 🇰🇷 ສາທາລະນະລັດເກົາຫລີ, 🇲🇾 ມາເລເຊຍ, 🇵🇷 ເປີໂຕຣິໂກ້, 🇸🇬 ສິງກະໂປ, 🇱🇰 ສຣີລັງກາ, 🇭🇰 ຈີນຮົງກົງ, 🇼🇸 ຈີນໄຕ້ຫວັນ, 🇹🇭 ໄທ, 🇺🇸 ສະຫະລັດ ອາເມຣິກາ, 🇻🇳 ຫວຽດນາມ ແລະ 🇱🇦 ສປປ ລາວ ເຈົ້າພາບ.

✅🇱🇦 ເຊິ່ງລາວເຮົາ ສົ່ງນັກກິລາເຂົ້າຮ່ວມ 40 ຄົນ ຄົບ 12 ລາຍການຄື: ດ່ຽວຍິງ-ຊາຍ ຮຸ່ນອາຍຸ U11 ປີ, ດ່ຽວຍິງ-ຊາຍ U13 ປີ, ດ່ຽວຍິງ-ຊາຍ U15 ປີ, ດ່ຽວຍິງ-ຊາຍ U17 ປີ ແລະ ດ່ຽວຍິງ-ຊາຍ U19 ປີ, ຄູ່ປະສົມ ຍິງ-ຊາຍ U15 ປີ ກັບ U19 ປີ.

✅ ຫລັງຈົບລາຍການນີ້ ສປປ ລາວ ຈະສືບຕໍ່ເປັນເຈົ້າພາບ ຈັດການແຂ່ງຂັນລາຍການ WTT FEEDER SERIES Vientiane 2025 ລະຫວ່າງວັນທີ 11-15 ສິງຫາ 2025 ຢູ່ສະຖານທີ່ເກົ່າ ສູນການຄ້າ ລາວ-ໄອເຕັກ ຊັ້ນ 7, ນະຄອນຫຼວງວຽງຈັນ.

🎉 ເຊີນຊວນທຸກທ່ານ ມາຮ່ວມຊົມ ຮ່ວມເຊຍ ເຂົ້າຊົມໂດຍບໍ່ເສຍຄ່າ ຫລື ຊົມການຖ່າຍທອດສົດທາງຢູທູບ WTT Youth Contender Vientiane 2025‼️

News: ຂ່າວກິລາ Lao National TV

Photo: Lao Table Tennis Federation

ສະຖານທູດລາວປະຈຳຫວຽດນາມ ແລະ ສະຖານທູດບັງກະລາເທດປະຈຳ ລາວຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ

0

ຕອນເຊົ້າຂອງວັນທີ 6 ສິງຫານີ້ ທີ່ສຳນັກງານສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ມີພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU)ວ່າດ້ວຍ ຈັດສ້າງຕັ້ງກອງປະຊຸມປຶກສາຫາລືລະຫວ່າງສອງກະຊວງການຕ່າງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະ ສາທາລະນະລັດ ປະຊາຊົນບັງກະລາເທດ. ຕາງໜ້າລົງນາມຝ່າຍລາວ ໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ຕາງໜ້າລົງນາມຝ່າຍ ບັງກະລາເທດ ໂດຍ ທ່ານ ລຸດເຟີ ຣາມານ(Md. Lutfor Rahman) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ບັງກະລາເທດ ປະຈໍາ ສປປ ລາວ ໂດຍມີພະນັກງານນັກການທູດທັງສອງສະຖານທູດເຂົ້າຮ່ວມເປັນສັກຂີພິຍານ. ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ແມ່ນເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງສອງກະຊວງການຕ່າງປະເທດ, ເປັນການຊຸກຍູ້ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດທີ່ເປັນເອກະພາບກັນເຊັ່ນ: ດ້ານການເມືອງ, ເສດຖະກິດ-ສັງຄົມ ລະ ຫວ່າງສອງປະເທດ; ແລະ ທັງເປັນການສ້າງຕັ້ງກົນໄກ ເພື່ອການຈັດຕັ້ງການປຶກສາຫາລືລະດັບສູງໃຫ້ເປັນປະຈຳ ແລະ ເປັນຮູບປະທຳຍິ່ງຂຶ້ນ ຊຶ່ງເປັນການບົ່ງບອກ ແລະ ຢືນຢັນວິໄສທັດໃນການເຊື່ອມໂຍງຮ່ວມກັນ ເພື່ອອະນາຄົດ ແລະ ຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ ກໍຄືພາກພື້ນ ແລະ ສາກົນ.

ພ້ອມກັນນັ້ນ, ລາວ ແລະ ບັງກະລາເທດເຊື່ອໝັ້ນວ່າຈະສາມາດປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ, ພ້ອມທັງຊຸກຍູ້ຄວາມເຂົ້າໃຈ ແລະ ຄວາມສາມັກ ຄີ ລະຫວ່າງ ສອງປະເທດໃຫ້ນັບມື້ນັບດີຂຶ້ນ. ການລົງນາມບົດບັນທຶກຄວາມເຂົ້າໃຈນີ້ ຍັງຈະເປັນເວທີແລກປ່ຽນປະສົບການ, ຖອດຖອນບົດຮຽນ ແລະ ແລກປ່ຽນທັດສະນະໃນບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ຄຽງຄູ່ກັນນີ້, ກໍເພື່ອເປັນການສ້າງໃຫ້ມີນິຕິກໍາຮ່ວມກັນ, ເປັນເອກະສານອ້າງອີງໃຫ້ແກ່ລາວ ແລະ ບັງກະລາເທດ ໃນການພົວພັນຮ່ວມມືໃນອະນາຄົດ.

ສປປ ລາວ ແລະ ສປ ບັງກະລາເທດ ໄດ້ສ້າງຕັ້ງສາຍພົວພັນທາງການທູດ ມາເປັນເວລາ 37 ປີ ຄືໃນປີ 1988. ປັດຈຸບັນແມ່ນນັບມື້ນັບໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສອງຝ່າຍໄດ້ໃຫ້ ການສະໜັບສະໜູນເຊິ່ງກັນແລະກັນ ແລະ ໄດ້ມີການເຊັນສັນຍາຍົກເວັ້ນວີຊາໃຫ້ການທູດ ແລະ ທາງລັດຖະການລະຫວ່າງສອງປະເທດໃນປີ 2013.

(ຂ່າວ-ພາບ: ສະຖານທູດລາວປະຈຳຫວຽດນາມ)

ຖະແຫລງຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກກະຊວງ ປກສ

0

ວັນທີ 6 ສິງຫາ 2025 ນີ້, ສະຫາຍ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຜົນສໍາເລັດ ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ພາຍຫລັງດຳເນີນມາເປັນເວລາວັນເຄິ່ງ.

ສະຫາຍ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຂຶ້ນຢ່າງເປັນທາງການ ໃນວັນທີ 5-6 ສິງຫາ 2025 ແລະ ມີຜົນສໍາເລັດດັ່ງນີ້: ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ດໍາເນີນເປັນ ເວລາ 1 ວັນເຄິ່ງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ວິໄລ ຫລ້າຄຳຟອງ ກຳມະ ການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ; ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 305 ສະຫາຍ. ໃນນັ້ນ, ມີແຂກຮັບເຊີນ 40 ສະຫາຍ, ຜູ້ແທນສົມບູນ 265 ສະຫາຍ, ຍິງ 21 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 10.473 ສະຫາຍ ຍິງ 2.460 ສະຫາຍ. ກອງປະຊຸມຄັ້ງນີ້, ເປັນກຽດຢ່າງສູງໄດ້ຂໍ່ານັບຮັບຕ້ອນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ.

ກອງປະຊຸມໃຫຍ່ ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ບົນພື້ນຖານຄວາມສະໝານສາ ມັກຄີເປັນເອກະພາບສູງ, ມີຄວາມຮັບຜິດຊອບອັນເຕັມປ່ຽມ ຂອງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ບົນພື້ນຖານຄວາມສະໝານສາມັກຄີເປັນເອກະພາບສູງ, ມີຄວາມຮັບຜິດຊອບອັນເຕັມປ່ຽມ ຂອງບັນດາສະຫາຍຜູ້ແທນກອງປະຊຸມ ໃນການຄົ້ນຄວ້າຕົກ ລົງບັນຫາສໍາຄັນຕ່າງໆ ເພື່ອສືບຕໍ່ນໍາພາປັບປຸງກຳລັງ ແລະ ວຽກງານປ້ອງກັນຄວາມສະຫງົບໃນຕໍ່ໜ້າ; ກອງປະຊຸມໄດ້ຮັບຮອງເອົາຮ່າງລາຍງານການເມືອງ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກ ສະໄໝທີ V ແລະ ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະ ຊວງ ສະໄໝທີ VI ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງທັງໝົດ 31 ສະຫາຍ, ເລືອກຕັ້ງເອົາ 27 ສະຫາຍ, ຄະນະປະຈຳພັກກະຊວງ 9 ສະຫາຍ, ເລືອກຕັ້ງເອົາຜູ້ແທນສົມບູນ 20 ສະຫາຍ ແລະ ຜູ້ແທນສໍາຮອງ 4 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ກອງປະຊຸມ ໄດ້ສິ້ນສຸດລົງດ້ວຍຜົນສໍາເລັດອັນຈົບງາມ ຕາມຈຸດປະສົງລະດັບຄາດໝາຍທີ່ໄດ້ກຳນົດໄວ້.

ພ້ອມກັນນີ້, ສະຫາຍ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ຍັງໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ມາເປັນຄໍາສັ່ງແນະນໍາຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ໄດ້ຈັດຕັ້ງ ເຜີຍແຜ່ຄໍາສັ່ງດັ່ງກ່າວຢ່າງທົ່ວເຖິງ; ໄດ້ສ້າງແຜນການ, ແຕ່ງຕັ້ງຄະນະຮັບຜິດຊອບກະກຽມດ້ານຕ່າງໆ ແລະ ປະສານສົມທົບກັບຄະນະຮັບຜິດຊອບ ຕິດຕາມຊຸກຍູ້ກອງປະຊຸມໃຫຍ່ຂັ້ນສູນກາງ; ເພື່ອກ້າວເຂົ້າສູ່ການກະກຽມດໍາເນີນກອງປະຊຸມໃຫຍ່ ແຕ່ລະຂັ້ນໃນທົ່ວກຳລັງປ້ອງກັນຄວາມສະຫງົບ, ຄະນະບໍລິຫານງານພັກກະຊວງ ໄດ້ສຸມໃສ່ນໍາພາ-ຊີ້ນໍາ ໃນການສ້າງຂະບວນການດ້ານຕ່າງໆຢ່າງແຂງ ແຮງ ແລະ ຕໍ່ເນື່ອງ, ອັນພົ້ນເດັ່ນ ແມ່ນໄດ້ເປີດບັ້ນດໍາເນີນຊີວິດການເມືອງ ຕີລາຄາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວອົງຄະນະພັກກະຊວງ ຕິດພັນກັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານການເມືອງ, ເນື້ອໃນວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງກໍາລັງປ້ອງກັນຄວາມສະຫງົບຢ່າງຕໍ່ເນື່ອງ, ພ້ອມນັ້ນ ຍັງໄດ້ຊຸກຍູ້ຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ຂໍ້ແຂ່ງຂັນຂອງອົງການຈັດຕັ້ງມະຫາຊົນໃນດ້ານຕ່າງໆມີຄວາມຕັ້ງໜ້າ ແລະ ຟົດຟື້ນເປັນຢ່າງດີ.

ພ້ອມກັນນີ້, ຂະບວນການປະຕິບັດໜ້າທີ່ການເມືອງ, ທຸກເຫລົ່າວິຊາສະເພາະ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ແກ້ໄຂບັນຫາອາຊະຍາກຳປະເພດຕ່າງໆ ເປັນຕົ້ນ ສຸມໃສ່ແກ້ໄຂບັນຫາຢາເສບຕິດ, ຄະດີປຸ້ນຈີ້, ຊີງຊັບ, ຄ້າມະນຸດ, ສໍ້ໂກງຊັບທາງໂທລະຄົມ ແລະ ອື່ນໆ, ໄດ້ເອົາໃຈໃສ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງໂດຍສະເພາະແມ່ນຢູ່ນະຄອນຫລວງວຽງຈັນ, ເຂດໃຈກາງ ແລະ ແຂວງລຽບຊາຍແດນ, ໂຄສະນາປຸກລະດົມປະຊາຊົນບັນດາເຜົ່າ ປະກອບສ່ວນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນການສ້າງທ່າສະໜາມປ້ອງກັນຄວາມສະຫງົບ ຕາມທິດ 3 ສ້າງ ຢູ່ທ້ອງຖິ່ນຮາກຖານ ສາມາດແກ້ໄຂໜໍ່ແໜງຄວາມບໍ່ສະຫງົບ ໄດ້ເປັນຢ່າງດີ. ນອກນັ້ນ, ຍັງໄດ້ຍູ້ແຮງ ຂະບວນການປັບປຸງບູລະນະ, ປະດັບປະດາສຳນັກງານຫ້ອງການ, ຈັດຕັ້ງຂະບວນການແຂ່ງຂັນກິລາ-ສິລະປະວັນນະຄະດີ ແລະ ອອກແຮງງານ ຢ່າງເປັນຂະບວນຟົດຟື້ນ.

ສື່ມວນຊົນລາວ ນັບມື້ເຕີບໃຫຍ່ຂະຫຍາຍຕົວເປັນແຕ່ລະໄລຍະ

0

ວັນທີ 13 ສິງຫາ ແມ່ນວັນທີ່ມີຄວາມໝາຍສໍາຄັນຍິ່ງສໍາລັບທຸກຄົນໃນວົງການສື່ມວນຊົນ ແລະ ພິມຈໍາໜ່າຍ ເພາະເປັນວັນທີ່ພວກເຮົານັກຮົບສື່ມວນຊົນ ຈະໄດ້ຫວນຄືນເຖິງຜົນງານການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງການສື່ມວນຊົນ ແລະ ການພິມຈໍາໜ່າຍ ໃນແຕ່ລະໄລຍະ ແລະ ພ້ອມກັນປຶກສາຫາລືບັນຫາປິ່ນອ້ອມວຽກງານສື່ມວນຊົນ.

ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ສິງຫາ 2025 ນີ້ວ່າ: ຕະຫລອດໄລຍະຜ່ານມາ, ຫລາຍຄົນເຂົ້າໃຈດີວ່າ ສື່ມວນຊົນ ແມ່ນເຄື່ອງມືອັນແຫລມຄົມຂອງພັກ-ລັດ ມີໜ້າທີ່ເຜີຍແຜ່ແນວທາງນະໂຍບາຍທີ່ຖືກຕ້ອງຂອງພັກ-ລັດຖະບານ ກໍຄື ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ, ແຕ່ກໍຍັງມີຫລາຍຄົນທີ່ຍັງບໍ່ທັນເຂົ້າໃຈເລິກເຊິ່ງ ເຖິງບົດບາດຂອງສື່ມວນຊົນ ໃນໄລຍະທີ່ປະເທດຊາດຕົກເປັນຫົວເມືອງຂຶ້ນຂອງ ຈັກກະພັດລ່າງເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ຫລາຍທົດສະຫວັດກ່ອນໜ້ານີ້ ນັກສື່ມວນຊົນໄດ້ອາໄສປາກາ, ເຈ້ຍ, ສໍ, ອາໄສສຽງຂີດຂຽນ ແລະ ປ່າວປະກາດຜ່ານເຄື່ອງມືສື່ສານທີ່ມີໃນຍຸກສະໄໝນັ້ນ ໂຈມຕີພວກສັດຕູ, ໄປພ້ອມໆກັບການປຸກລະດົມປະຊາຊົນ ຍົກສູງຄວາມສາມັກຄີພາຍໃນຊາດ ລຸກຂຶ້ນຕໍ່ຕ້ານການຮຸກຮານຂອງພວກຈັກກະພັດ ແລະ ລູກແຫລ່ງຕີນມືຂອງເຂົາ ບໍ່ຕ່າງຫຍັງກັບອ້າຍນ້ອງທະຫານຜູ້ໜຶ່ງ; ທະຫານຈັບປືນຕໍ່ສູ້ ແຕ່ນັກຂ່າວ ຈັບປາກກາຂີດຂຽນຂ່າວປຸກລະດົມການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ.

ທ່ານ ວັນນະສິນ ສິມມະວົງ ຍັງໃຫ້ຮູ້ອີກວ່າ: ໃນໄລຍະໜຶ່ງປີຜ່ານມາ ພັກເຮົາໄດ້ສືບຕໍ່ເອົາໃຈ ໃສ່ນໍາພາ-ຊີ້ນໍາວຽກງານສື່ມວນຊົນຢ່າງເດັດດ່ຽວ ແລະ ມີຫົວຄິດປະດິດສ້າງ, ຖືສໍາຄັນການສຶກສາອົບ ຮົມການເມືອງແນວຄິດ ໃຫ້ຖັນແຖວພະນັກງານສື່ມວນຊົນ, ຮັບປະກັນໃຫ້ມວນຊົນເຮັດສໍາເລັດໜ້າທີ່ຂອງຕົນຢ່າງຖືກຕ້ອງຕາມແນວທາງຂອງພັກ-ລັດ, ຮັບປະກັນໃຫ້ສື່ມວນຊົນເປັນນັກຕໍ່ສູ້ທີ່ມີຄວາມຮູ້ ຄວາມສາມາດ, ມີຫົວຄິດປະດິດສ້າງ ສາມາດປະກອບສ່ວນ ແລະ ຜັກດັນການສ້າງສາພັດທະນາປະ ເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ສ້າງສະພາບເງື່ອນໄຂທີ່ເອື້ອອໍານວຍຕໍ່ການເຕີບໃຫຍ່ ຂະ ຫຍາຍຕົວຂອງສື່ມວນຊົນ. ແຕ່ເຖິງຢ່າງໃດກໍຕາມ, ສື່ມວນຊົນຂອງພວກເຮົາຍັງຜະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງ ບໍ່ວ່າຈະເປັນບຸກຄະລາກອນ ແລະ ງົບປະມານທີ່ຍັງມີຈໍາກັດ. ຂະນະດຽວກັນ, ບັນ ຫາທີ່ກຸ່ມຄົນບໍ່ຫວັງດີ ນໍາໃຊ້ສື່ສັງຄົມອອນລາຍປ່ອຍຂ່າວປອມ, ຂ່າວບິດເບືອນ, ນໍາໃຊ້ເອໄອເສກສັນປັ້ນແຕ່ງເລື່ອງລາວຂຶ້ນ ເພື່ອສ້າງຄວາມປັ່ນປ່ວນໃນບ້ານເມືອງ. ສິ່ງດັ່ງກ່າວ, ມັນຮຽກຮ້ອງໃຫ້ສື່ມວນຊົນຕ້ອງຍົກສູງຄວາມຮູ້ ຄວາມສາມາດຂອງຕົນ ໃຫ້ທັນຍຸກ, ທັນສະໄໝ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງມີສະຕິ ແລະ ເຄົາລົບຈັນຍາບັນ, ຈັນຍາທໍາຂອງຕົນ ຮູ້ໝູນໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາ ໃໝ່ໆຢ່າງມີຫົວຄິດປະດິດສ້າງ ເພື່ອໃຫ້ສົມກັບວ່າ ສື່ມວນຊົນເປັນກະບອກສຽງ ແລະ ເຄື່ອງມືອັນແຫລມຄົມຂອງພັກ-ລັດຢ່າງແທ້ຈິງ.