Saturday, September 20, 2025
Home Blog Page 26

ພະຍາກອນອາກາດ ວັນທີ 08 ສິງຫາ 2025

0

#ພະຍາກອນອາກາດ ວັນທີ 08 ສິງຫາ 2025, ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງໃນແຕ່ລະພາກ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 08/08/2025 ຫາ ເວລາ 07 ໂມງ ຂອງວັນທີ 09/08/2025

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 35% ຂອງພາກ. ອຸນຫະພູມໃນລະຫ່ວາງ 20 – 29 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 35 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 35%. ອຸນຫະພູມໃນລະຫວ່າງ 25 – 35 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 35% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 35 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40%. ອຸນຫະພມໃນລະຫວ່າງ 21 – 31 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 24 – 36 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 17 – 27 ອົງສາ.

ສານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ໂອກາດວັນຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

0

– ຮຽນບັນດາທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ,

ບັນດາພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫລາຍ,

ມື້ນີ້ ພວກເຮົາໄດ້ຮ່ວມກັນສະເຫລີມສະຫລອງ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ຄົບຮອບ 58 ປີ (8 ສິງຫາ 1967-8 ສິງຫາ 2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວ (23 ກໍລະກົດ 1997-23 ກໍລະກົດ 2025) ດ້ວຍບັນຍາກາດແຫ່ງມິດຕະພາບ ທີ່ມີມາເເຕ່ຍາວນານໃນອາຊຽນ. ຂ້າພະເຈົ້າ ຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສົ່ງພອນໄຊອັນປະເສີດ ມາຍັງບັນດາທ່ານ ຜູ້ນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫລວດ ແລະ ພີ່ນ້ອງຊາວລາວ ທຸກຖ້ວນໜ້າທັງພາຍໃນ ແລະ ຕ່າງປະເທດ, ກໍຄື ຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.

-ບັນດາທ່ານ ແລະ ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫລາຍ,

ວັນສ້າງຕັ້ງອາຊຽນ ເປັນໂອກາດ ທີ່ພວກເຮົາຈະໄດ້ທວນຄືນຜົນສໍາເລັດລວມທີ່ອາຊຽນຍາດມາໄດ້ ເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກຂອງ ພາກພື້ນ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1967, ອາຊຽນ ທີ່ເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານ ທີ່ມີຄວາມຫລາກຫລາຍ, ໄດ້ຂະຫຍາຍສະມາຊິກເປັນ 10 ປະເທດ ໃນປັດຈຸບັນ ແລະ ຄາດວ່າຈະໄດ້ຕ້ອນຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ໃນເດືອນຕຸລາ 2025 ນີ້.

ຕະຫລອດໄລຍະ 58 ປີ ຜ່ານມາ, ອາຊຽນ ໄດ້ສະແດງໃຫ້ເຫັນຄວາມເຂັ້ມແຂງໃນການຮັບມືກັບສິ່ງທ້າທາຍຕ່າງໆ ແລະ ໄດ້ປັບຕົວເພື່ອການຂະຫຍາຍຕົວ ໂດຍສອດຄ່ອງກັບສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີການປ່ຽນແປງໄປແຕ່ລະໄລຍະ ໂດຍຄໍານຶງເຖິງຄວາມຫລາກຫລາຍທາງດ້ານວັດທະນະທໍາ, ສາສະໜາ, ພາສາ, ລະບົບການເມືອງ ແລະ ລະດັບການພັດທະນາດ້ານເສດຖະກິດຂອງບັນດາປະເທດສະມາຊິກ, ຊຶ່ງໄດ້ເຮັດໃຫ້ອາຊຽນປະສົບຜົນສໍາເລັດ ເປັນທີ່ຮັບຮູ້ຂອງສາກົນຕະຫລອດມາ. ນອກຈາກນັ້ນ, ອາຊຽນ ຍັງມີບົດບາດເປັນເວທີໃຫ້ຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອື່ນໆ, ລວມທັງ ບັນດາປະເທດມະຫາອໍານາດ ໄດ້ມາພົບປະເຈລະຈາ ແລະ ປຶກສາຫາລື ຕໍ່ບັນຫາຕ່າງໆທີ່ມີຄວາມສົນໃຈ ແລະ ຜົນປະໂຫຍດໃຫ້ແກ່ທຸກຝ່າຍ, ຊຶ່ງຜ່ານມາ ອາຊຽນສາມາດຮັກສາໄດ້ບົດບາດທາງດ້ານການເມືອງ ແລະ ຄວາມເປັນແກນກາງຂອງຕົນ, ສາມາດສ້າງຄວາມກໍ້າເກິ່ງໃນການພົວພັນຮ່ວມມືພາກພື້ນ ແລະ ສາກົນ, ຊຶ່ງເປັນການປະກອບສ່ວນສົ່ງເສີມຄວາມເຂົ້າໃຈ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການປົກປັກຮັກສາ ແລະ ສົ່ງເສີມສັນຕິ ພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.

ຜົນສໍາເລັດອັນພົ້ນເດັ່ນຂອງອາຊຽນ ແມ່ນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ຊື່ງໄດ້ເປັນເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາ ຊິກ ກໍຄື ຂອງພາກພື້ນ. ຜົນສໍາເລັດດັ່ງກ່າວມານັ້ນ ກໍຍ້ອນປັດໄຈສໍາຄັນຕ່າງໆ ໂດຍສະເພາະແມ່ນການຮ່ວມມືຕາມ “ວິຖີທາງຂອງອາຊຽນ” ທີ່ອີງໃສ່ລັກສະນະສະເພາະ ແລະ ຈຸດພິເສດຂອງພາກພື້ນ, ອີງໃສ່ການປຶກສາຫາລື, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມໂອບເອື້ອອາລີ ແລະ ການຍຶດໝັ້ນໃນບັນດາຫລັກການພື້ນຖານຂອງອາຊຽນ ທີ່ໄດ້ລະບຸໄວ້ໃນກົດບັດອາຊຽນ ແລະ ເອກະສານສໍາຄັນອື່ນໆຂອງອາຊຽນ.

ຕະຫລອດ ໄລຍະ 28 ປີ ຂອງການເຂົ້າເປັນສະມາຊິກອາຊຽນຂອງ ສປປ ລາວ, ທຸກຂະແໜງການ, ຈາກສູນກາງ ເຖິງທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນເຄື່ອນໄຫວວຽກງານອາຊຽນ ດ້ວຍຄວາມຕັ້ງໜ້າ ຕາມພາລະບົດບາດຂອງຕົນ. ທັງນີ້, ເປັນການປະກອບສ່ວນເຂົ້າໃນພາລະກິດລວມຂອງການສ້າງປະຊາຄົມອາຊຽນ ກໍຄື ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ, ທັງເປັນການສ້າງເງື່ອນໄຂສະດວກໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ເວົ້າສະເພາະ ແມ່ນການເພີ່ມທະວີບົດບາດດ້ານການເມືອງ ແລະ ຄວາມໝັ້ນຄົງ, ການເປີດໂອກາດດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ການພັດທະນາດ້ານສັງຄົມ ແລະ ວັດທະນະທໍາ ພ້ອມທັງຍົກສູງບົດບາດຂອງ ສປປ ລາວ ໃຫ້ມີຊື່ສຽງໂດ່ງດັງໃນພາກພື້ນ ແລະ ສາກົນ ອັນໄດ້ເຮັດໃຫ້ ສປປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກ.

ສປປ ລາວ ໄດ້ຮັບໜ້າທີ່ເປັນປະທານໝູນວຽນອາຊຽນ ມາແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ໃນປີ 2004-2005 ພາຍໃຕ້ຄໍາຂວັນ: “ເສີມສ້າງຄອບຄົວອາຊຽນໃຫ້ໝັ້ນຄົງ ແລະ ຄ່ອງຕົວ ດ້ວຍຄວາມມະຫາສາມັກຄີ, ດ້ວຍການເຊື່ອມໂຍງດ້ານເສດຖະກິດ ແລະ ຄວາມກ້າວໜ້າທາງສັງຄົມ”, ຊຶ່ງໃນໂອກາດການເປັນປະທານຂອງ ສປປ ລາວ ເວລານັ້ນ ໄດ້ຕົກລົງເນື້ອໃນຫລາຍປະການ ເປັນຕົ້ນແມ່ນການຕົກລົງເປີດກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ໄດ້ມີການລົງນາມ ຮັບຮອງເອົາເອກະສານທີ່ສຳຄັນຈຳນວນ 32 ສະບັບ ເຊິ່ງຖືວ່າເປັນຄັ້ງທຳອິດ ທີ່ໄດ້ມີການຮັບຮອງເອົາເອກະສານຈຳນວນຫລາຍໃນກອງປະຊຸມສຸດຍອດ, ບາງເອກະສານສໍາຄັນ ເປັນຕົ້ນ ແມ່ນແຜນປະຕິບັດງານຄວາມໝັ້ນຄົງອາຊຽນ ແລະ ໂຄງການປະຕິບັດງານວຽງຈັນ, ຊຶ່ງໄດ້ເນັ້ນໜັກໃສ່ການເຊື່ອມໂຍງອາຊຽນທີ່ແນໃສ່ຜົນປະໂຫຍດຂອງບັນດາສະມາຊິກເກົ່າ ແລະ ໃໝ່. ໃນປີ 2016, ສປປ ລາວ ໄດ້ເປັນປະທານອາຊຽນ ຄັ້ງທີ 2 ພາຍໃຕ້ຄຳຂວັນ: “ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”, ຊຶ່ງເປັນປີທໍາອິດໃນການເລີ່ມຕົ້ນປະຕິບັດວິໄສທັດປະຊາຄົມອາຊຽນ 2025. ໃນການເປັນປະທານອາຊຽນຄັ້ງທີ 2 ນີ້, ສປປ ລາວ ໄດ້ນໍາພາອາຊຽນ ສືບຕໍ່ຂະບວນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ເນັ້ນໃສ່ການຜັນຂະຫຍາຍຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ໄດ້ຮັບຮອງເອົາເອກະສານສໍາຄັນ ເຊັ່ນ: ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ແລະ ແຜນງານຂໍ້ໍລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3.

ໃນປີ 2024 ຜ່ານມາ, ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນເປັນຄັ້ງທີ 3 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ການເປັນປະທານອາຊຽນຂອງ ສປປ ລາວ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ໂດຍສະເພາະໄດ້ຮັດແໜ້ນການຮ່ວມມືພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ. ໃນປີ 2024 ແມ່ນປີທີ່ອາຊຽນ ພວມຂຸ້ນຂ້ຽວເລັ່ງສ້າງແຜນຍຸດທະສາດຂອງທັງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດວ່າດ້ວຍການເຊື່ອມຈອດອາຊຽນ ເພື່ອປ່ຽນແທນບັນດາແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ, ສປປ ລາວ ໃນນາມປະທານອາຊຽນ ປີ 2024 ກໍໄດ້ເປັນປະທານຮ່ວມກັບ ມາເລເຊຍ ເພື່ອນໍາພາເລັ່ງການສ້າງບັນດາແຜນຍຸດທະສາດດັ່ງກ່າວໃຫ້ສໍາເລັດ ເພື່ອໃຫ້ທັນຮັບຮອງເອົາໃນໄລຍະການເປັນປະທານອາຊຽນຂອງ ມາເລເຊຍ. ພ້ອມນີ້, ກໍໄດ້ຮັບຮອງເອົາເອກະສານສໍາຄັນ ເຊັ່ນ: ຖະແຫລງການຜູ້ນໍາອາຊຽນວ່າດ້ວຍການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ຖະແຫລງການຜູ້ນໍາອາຊຽນວ່າດ້ວຍການເພີ່ມທະວີການເຊື່ອມຈອດຕ່ອງໂສ້ການສະໜອງ.

ສໍາລັບປີນີ້, ກໍເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບອາຊຽນ ເນື່ອງຈາກເປັນປີສຸດທ້າຍທີ່ອາຊຽນ ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາແຜນແມ່ບົດຂອງທັງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ ທີ່ກໍາລັງຈະໝົດວາລະໃນທ້າຍປີ 2025 ນີ້ໃຫ້ສໍາເລັດຕາມຄາດໝາຍ. ພ້ອມນີ້, ຜູ້ນໍາອາຊຽນ ກໍໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໃນເດືອນພຶດສະພາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ. ວິໄສທັດປະຊາຄົມອາຊຽນສະບັບໃໝ່ນີ້ ເປັນການກໍານົດທິດທາງໃນການຮ່ວມມືຂອງອາຊຽນ ແນໃສ່ສ້າງອາຊຽນໃຫ້ມີຄວາມເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ປະຊາຊົນເປັນໃຈກາງ ສໍາລັບໄລຍະ 20 ປີຕໍ່ໜ້າ.

-ບັນດາທ່ານ ທີ່ນັບຖື ແລະ ຮັກແພງ,

ໃນຕໍ່ໜ້າ ເຫັນວ່າສະພາບການພາກພື້ນ ແລະ ສາກົນ ຍັງຈະສືບຕໍ່ມີການຜັນແປໄປຢ່າງສັບສົນ ແລະ ບໍ່ມີຄວາມແນ່ນອນ. ສະນັ້ນ, ອາຊຽນ ຈະຕ້ອງໄດ້ສືບຕໍ່ຮ່ວມມືກັນເພື່ອເສີມຂະຫຍາຍຜົນສໍາເລັດທີ່ຍາດມາໄດ້ ເພື່ອຮັບປະກັນວ່າ ພວກເຮົາສາມາດສ້າງປະຊາຄົມທີ່ມີຄວາມເຂັ້ມແຂງ, ເພີ່ມທະວີການເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ເສີມຂະຫຍາຍການພົວພັນກັບຄູ່ຮ່ວມມືພາຍນອກທີ່ມີທ່າແຮງ. ພ້ອມນັ້ນ, ອາຊຽນ ຈະຕ້ອງສືບຕໍ່ສົ່ງເສີມບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມໃຫ້ມີຄວາມເຂັ້ມແຂງ, ສົ່ງເສີມບົດບາດຄວາມສໍາຄັນ ແລະ ຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງພາກພື້ນທີ່ພວມຜັນແປ. ດ້ວຍເຫດນີ້, ສປປ ລາວ ສະໜັບ ສະໜູນການເປັນປະທານອາຊຽນຂອງ ມາເລເຊຍ ປີ 2025 ພາຍໃຕ້ຄໍາຂວັນ: “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ”.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ບັນດາປະເທດສະມາຊິກ ອາຊຽນ, ຄູ່ເຈລະຈາອາຊຽນ ກໍຄື ບັນດາຄູ່ຮ່ວມມືພາຍນອກ ແລະ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໄດ້ໃຫ້ການຮ່ວມ​ມື, ຊ່ວຍ​ເຫລືອ ​ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ, ລວມທັງການເປັນປະທານອາຊຽນ ຂອງ ສປປ ລາວ ທັງສາມຄັ້ງຜ່ານມາ.

-ບັນດາທ່ານ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫລາຍ,

ຜົນສຳເລັດທັງໝົດ ທີ່ ສປປ ລາວ ພວກເຮົາຍາດມາໄດ້ຕະຫລອດ​ໄລຍະທີ່ເປັນສະມາຊິກອາຊຽນ ກໍຍ້ອນ​ໄດ້​ຮັບ​ການ​ຊີ້​ນຳ-ນຳພາ​ ຢ່າງ​​ແທດເຖິງຂອງ​ການນໍາພັກ-ລັດ ​ແລະ ຍ້ອນ​ຄວາມ​ເປັນ​ເຈົ້າ​ການ​ຂອງ​​ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນລາວບັນດາເຜົ່າ ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ທີ່​ໄດ້ປະກອບສ່ວນຢ່າງຫ້າວຫັນ, ເຕັມສ່ວນ ແລະ ມີປະສິດທິພາບສູງ​ເຂົ້າ​ໃນ​ວຽກງານ​ອາຊຽນ. ໃນໂອກາດນີ້, ຂ້າພະເຈົ້າ ຂໍຕາງໜ້າ​ໃຫ້​ລັດຖະບານ ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ ​ແລະ ​ຍ້ອງຍໍ​ຊົມ​ເຊີຍ ຕໍ່​ການຮ່ວມມື, ຊ່ວຍ​ເຫລືອ​, ສະໜັບສະໜູນ ແລະ ການ​ປະກອບສ່ວນ​ຂອງ​ທຸກ​ພາກສ່ວນ​ຢ່າງ​ສຸດ​ໃຈ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງພອນໄຊອັນປະເສີດ ມາຍັງບັນດາທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫລວດ ແລະ ຕະຫລອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ​ອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນ​ສະເຫລີມສະຫລອງວັນອາຊຽນ ຄົບຮອບ 58 ປີ ແລະ ຄົບຮອບ 28 ປີ ຂອງການເຂົ້າເປັນສະມາຊິກອາຊຽນຂອງ ສປປ ລາວ ຢ່າງ​ມີເນື້ອໃນ ແລະ ມີຄວາມໝາຍ.

ການສຳຫຼວດພົນລະເມືອງເກັບກຳຂໍ້ມູນໃນລະດັບຄົວເຮືອນຈະຈັດຂຶ້ນທ້າຍປີນີ້

0

ກອງປະຊຸມຄະນະຊີ້ນໍາລະດັບຊາດ ຄັ້ງທີ IV ຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈັດຂຶ້ນວັນທີ 6 ສິງຫາ 2025 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນໍາລະດັບຊາດສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນໍາລະດັບຊາດການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ບັນດາເຈົ້າແຂວງຮອງເຈົ້າແຂວງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຂັ້ນແຂວງ ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ:ຜ່ານການຮັບຟັງການລາຍງານເຫັນໄດ້ວ່າວຽກງານທາງດ້ານວິຊາການແມ່ນມີຄວາມຄືບໜ້າຫຼາຍ ບັນດາແຂວງໄດ້ສຳເລັດການຈັດກອງປະຊຸມປະກາດເປີດບັ້ນການສໍາຫຼວດຄຽງຄູ່ກັບຜົນສຳເລັດວຽກງານການຈັດຕັ້ງໃນການວາງແຜນກໍ່ໄດ້ສຳເລັດ ການເກັບກໍາຂໍ້ມູນຂ່າວສານພູມມີສາດ (GIS) ເພື່ອສ້າງແຜນທີ່ເຂດສໍາຫຼວດ ນອກນັ້ນຍັງສຳເລັດການສ້າງເນື້ອໃນແບບສອບຖາມໃນຮູບແບບເຈ້ຍ (PAPI) ແລະ ຮູບແບບອີເລັກໂຕນິກ (CAPI) ພ້ອມນີ້ບົນພື້ນຖານແຜນການຈັດຕັ້ງປະຕິບັດການສໍາຫຼວດທີ່ໄດ້ຮັບຮອງໄປແລ້ວໃນກອງປະຊຸມຄະນະຊີ້ນຳລະດັບຊາດ ແລະ ແຂວງຄັ້ງວັນທີ 14 ມັງກອນ 2025 ກອງປະຊຸມຄັ້ງນີ້ພື້ນຖານແມ່ນເຫັນດີເປັນເອກກະພາບກ່ຽວກັບບັນຫາສຳຄັນຈຳນວນໜຶ່ງ ເປັນຕົ້ນຄວາມຄືບໜ້າໃນການກະກຽມການສຳຫຼວດມາຮອດປັດຈຸບັນ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ ເພື່ອຮັບປະກັນການສໍາຫຼວດບັນລຸຕາມຄາດໝາຍຄະນະຊີ້ນຳແຕ່ລະຂັ້ນ.

ຜ່ານການຄົ້ນຄວ້າປຶກສາຫາລືຂອງກອງປະຊຸມແມ່ນໄດ້ເຫັນດີເປັນເອກະພາບກ່ຽວກັບວັນ ແລະ ໄລຍະເວລາການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ປີ 2025 ເພື່ອໃຫ້ໄດ້ຂໍ້ມູນທີ່ລະອຽດຊັດເຈນທີ່ສຸດ ສູ້ຊົນໃນການຄົ້ນຄວ້າ ແລະ ອະນຸມັດງົບປະມານໃຫ້ທັນກັບຄວາມຕ້ອງການສຳລັບການຝຶກອົບຮົມ ແລະ ການເກັບກຳຂໍ້ມູນພາກສະໜາມມອບໃຫ້ສູນສະຖິຕິແຫ່ງຊາດ ປະສານສົມທົບກົມງົບປະມານ ແລະ ຄັງເງິນສົດພາຍໃຕ້ການຊີ້ນຳໂດຍກົງຂອງທ່ານລັດຖະມົນຕີກະຊວງການເງິນ.

ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

0

ແນວລາວສ້າງຊາດ ນະຄອນຫຼວງວຽງຈັນ (ນວ) ຈັດພິທີປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຕິດພັນກັບວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ວັນຍືດອຳນາດ 23 ສິງຫາ ຄົບຮອບ 50 ປີ ຈັດຂຶ້ນວັນທີ 7 ສິງຫາ 2023 ຢູ່ອົງການປົກຄອງ ນວ ໂດຍການເຜີຍແຜ່ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ ທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໂອກາດນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນເຖິງການກໍາເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວຂອງແນວລາງສ້າງຊາດ ເຊິ່ງໃນຕົ້ນສະຕະວັດທີ 19 ປະເທດລາວ ໄດ້ຖືກສັກດີນາ ແລະ ພວກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ ຢຶດຄອງເອົາເປັນຫົວເມືອງຂຶ້ນ ຄົນລາວບັນດາເຜົ່າທີ່ຮັກຫອມສັນຕິ ພາບບໍ່ຍອມເປັນຂ້ອຍຂ້າມ້າຕ່າງໃຫ້ແກ່ພວກລ່າເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດຕ່າງດ້າວຢ່າງເນື່ອງນິດລຽນຕິດເຊັ່ນ: ຂະບວນການຕໍ່ສູ້ຢູ່ແຂວງສະຫວັນນະເຂດ ໃຕ້ການນໍາພາຂອງພໍ່ກະດວດ (1901-1902) ຢູ່ເຂດດົງບໍລະເວນ ໃຕ້ການນໍາພາຂອງອົງແກ້ວ-ອົງກົມມະດໍາ (1902-1937) ຂະບວນການຕໍ່ສູ້ຢູ່ພາກເໜືອໃຕ້ການນໍາພາຂອງເຈົ້າຟ້າປັດໄຈ (1918-1922) ແລະ ຂະບວນການຕໍ່ສູ້ອື່ນໆ ໃນແຕ່ລະໄລຍະ ແຕ່ຂະບວນການຕໍ່ສູ້ເຫຼົ່ານັ້ນ ລ້ວນແຕ່ຖືກປາບປາມລົງຍ້ອນຫຼາຍສາເຫດ ໃນນັ້ນ ອັນຕົ້ນຕໍຍ້ອນບໍ່ທັນມີທິດສະດີປະຕິວັດ ແລະ ບໍ່ທັນມີແນວທາງປະຕິວັດທີ່ຈະແຈ້ງ ບໍ່ທັນມີພັກປະຕິວັດນໍາພາ ຈົນປີ 1930 ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ພັກໄດ້ວາງແນວທາງຍຸດທະສາດ ຍຸດໂທບາຍການດໍາເນີນການປະຕິວັດຢູ່ອິນດູຈີນ ໂດຍເຫັນຄວາມສໍາຄັນຂອງວຽກງານແນວໂຮມ ປີ 1934 ອົງຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເຊິ່ງເປັນບາດກ້າວທໍາອິດທີ່ມີການປັບປຸງ ຂະຫຍາຍການຈັດຕັ້ງພັກ ແລະ ການຈັດຕັ້ງມະຫາຊົນຢູ່ລາວ.

ພາຍໃຕ້ການຊີ້ນຳຂອງພັກກອມມູນິດອິນດູຈີນ ມາຮອດວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ຜູ້ແທນແນວລາວຕໍ່ຕ້ານທົ່ວປະເທດ ໄດ້ໄຂຂຶ້ນຢູ່ເມືອງອຽນເຊີນ ແຂວງຕວຽນກວາງ ສສ ຫວຽດນາມ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ ຈໍານວນ 105 ທ່ານ ເຊິ່ງເປັນຕົວແທນຂອງກໍາລັງປະກອບອາວຸດທຸກພາກ ຕົວແທນຂອງບັນດາເຜົ່າ ຊັ້ນຄົນ ອົງການຈັດຕັ້ງສັງຄົມ ສາສະໜາ ເພດ-ໄວໃນທົ່ວປະເທດ ກອງປະຊຸມຄັ້ງນີ້ໄດ້ປະກາດສ້າງຕັ້ງແນວໂຮມແຫ່ງຊາດ ໂດຍໃສ່ຊື່ວ່າ: ແນວລາວອິດສະຫຼະ ສະເດັດເຈົ້າ ສຸພານຸວົງ ໄດ້ຖືກເລືອກຕັ້ງເປັນປະທານສູນກາງແນວລາວອິດສະຫຼະ ແລະ ກາຍມາເປັນແນວລາວ ສ້າງຊາດໃນປັດຈຸ ບັນ.

ກໍ່ສ້າງກອງທັບປະຊາຊົນລາວ ໃຫ້ເຂັ້ມແຂງ, ເດັດດ່ຽວຮັບປະກັນ ໃຫ້ປະເທດຊາດມີຄວາມສະຫງົບຢ່າງໜັກແໜ້ນ

0

ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຜ່ານບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ທີ່ດໍາເນີນພາຍໃຕ້ ຄໍາຂວັນ: “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກທຸກຂັ້ນ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ, ມີແບບແຜນ, ແຫຼມຄົມ ແລະ ທັນສະໄໝ, ເດັດດ່ຽວຮັບປະກັນ ໃຫ້ປະເທດຊາດມີຄວາມສະຫງົບຢ່າງໜັກແໜ້ນ” ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນໝາກຜົນ ຂອງການນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ V ອົງຄະນະພັກ ກະຊວງປ້ອງກັນປະເທດ ໃນໄລຍະ 5 ປີຜ່ານມາ ໄດ້ດໍາເນີນໃນສະພາບແວດລ້ອມ ຂອງໂລກມີການຜັນແປໄປຢ່າງສັບສົນ, ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ໃນພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ທີ່ໄດ້ສົ່ງຜົນກະທົບ ແລະ ເປັນອຸປະສັກຕໍ່ການພົວພັນ ຂອງບັນດາປະເທດໃນໂລກ ໄລຍະດຽວກັນນັ້ນ, ປະເທດຂອງພວກເຮົາ ໄດ້ປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນຕາ, ບາງໄລຍະເກີດມີສະພາບຂາດແຄນນໍ້າມັນເຊື້ອໄຟ, ເງິນກີບອ່ອນຄ່າ, ອັດຕາເງິນເຟີ້ສູງ, ລາຄາສິນຄ້າ ແລະ ຄ່າຄອງຊີບເພີ່ມສູງຂຶ້ນ, ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ກໍເກີດຂຶ້ນຫຼາຍ, ບັນຫາໄພພິບັດທາງທໍາມະຊາດນັບມື້ມີຄວາມຮຸນແຮງ, ກຸ່ມຄົນບໍ່ຫວັງດີ ຍັງບໍ່ລົດລະກົນອຸບາຍມ້າງເພທຳລາຍລະບອບປະຊາທິປະໄຕປະຊາຊົນຂອງພວກເຮົາ ເຊິ່ງສະພາບການດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສະພາບແນວຄິດຈິດໃຈຂອງສະມາຊິກພັກ, ພະນັກງານ ແລະ ນັກຮົບ, ທັງເປັນສິ່ງທ້າທາຍທົດສອບຕໍ່ບົດບາດການນໍາພາ ຂອງຄະນະພັກ ກະຊວງປ້ອງກັນປະເທດ ແລະ ການຈັດຕັ້ງປະຕິບັດມະຕິ ສະໄໝທີ V ໃນທົ່ວກອງທັບ ບໍ່ໜ້ອຍ, ແຕ່ດ້ວຍການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງສູນກາງພັກ, ບວກໃສ່ຄວາມເປັນເອກະພາບສູງ ຂອງຄະນະພັກກະຊວງ, ຄວາມພະຍາຍາມບຸກບືນ ຂອງຄະນະພັກແຕ່ລະຂັ້ນ ແລະ ການສະໜັບສະໜູນຈາກອົງການປົກຄອງທ້ອງຖິ່ນ, ບັນດາອົງການອ້ອມຂ້າງສູນກາງ, ປະຊາຊົນລາວບັນດາເຜົ່າ ແລະ ບັນດາກອງທັບປະເທດເພື່ອນມິດ ເຮັດໃຫ້ບັນດາຄາດໝາຍສູ້ຊົນທີ່ໄດ້ວາງອອກໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າຫຼາຍດ້ານ, ສາມາດຜ່ານຜ່າ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໄດ້ໂດຍພື້ນຖານ; ກອງທັບ ຍັງຮັກສາໄດ້ທາດແທ້ມູນເຊື້ອປະຕິວັດ, ເປັນຫຼັກແຫຼ່ງໃນການຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ, ປົກປັກຮັກສາອຳນາດອະທິປະໄຕຂອງຊາດໄວ້ຢ່າງໝັ້ນຄົງ ເຊິ່ງມີຜົນສໍາເລັດທີ່ພົ້ນເດັ່ນແຕ່ລະດ້ານດັ່ງນີ້:

1. ໜ້າທີ່ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ

ປະຕິບັດຕາມແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ: ໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ສ້າງທ່າສະໜາມສົງຄາມປະຊາຊົນ ຕິດພັນກັບການພັດທະນາຊົນນະບົດຢ່າງແຂງແຮງ ມີ 19 ກອງປະຕິບັດງານ, ປະຈຳຢູ່ 28 ຈຸດ 210 ບ້ານ, 25 ເມືອງ, ໃນ 15 ແຂວງ ແລະ ນະຄອນຫຼວງວຽງຈັນ; ມີກຳລັງກໍ່ສ້າງຮາກຖານການເມືອງທັງໝົດ 405 ສະຫາຍ, ສ້າງບ້ານປ້ອມໝັ້ນໄດ້ 717 ບ້ານ, ສ້າງກຸ່ມບ້ານສູ້ຮົບຕິດລຽນໄດ້ 204 ກຸ່ມບ້ານ; ໄດ້ຊີ້ນໍາການປັບປຸງ, ກໍ່ສ້າງກໍາລັງກອງຫຼອນ-ກອງປ້ອງກັນຕົວໄດ້ 1.223 ກອງຮ້ອຍ, 16 ກອງກໍາລັງໄຟ, 3.976 ໝວດ, ກຳລັງປ້ອງກັນຕົວ ມີ 17 ກອງຮ້ອຍ, 45 ໝວດ; ນອກນີ້, ກອງທະຫານຕັ້ງທັບຢູ່ບ່ອນໃດ ກໍເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ ປຸກລະດົມ ຂົນຂວາຍປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນເຂົ້າຮ່ວມເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງກວ້າງຂວາງ ໄປຄຽງຄູ່ກັບການຈັດຕັ້ງກໍາລັງເຄື່ອນໄຫວແກ້ໄຂໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ, ເຄື່ອນໄຫວກຳເປົ້າໝາຍ, ເລີກຮື້ກຳລັງໃຕ້ດິນນັກສືບສອດແນມ, ການຄ້າຂາຍເຖື່ອນ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ການເຂົ້າອອກເມືອງຜິດກົດໝາຍ ການຍົກຍ້າຍຖິ່ນຖານບໍ່ຖືກຕ້ອງ.

ການກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດທຳມະຊາດ: ໄດ້ປະຕິບັດລະບອບປະຈຳການ ກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ລາຍງານສ່ອງແສງໃຫ້ສູນບັນຊາເປັນປົກກະຕິ, ເຜີຍແຜ່ຂໍ້ກຳນົດ ວ່າດ້ວຍການກຽມພ້ອມສູ້ຮົບ ແລະ ລົງກວດກາການກຽມພ້ອມສູ້ຮົບຂອງບັນດາກົມກອງ; ພ້ອມນັ້ນ, ອອກຄໍາສັ່ງແຈ້ງເຕືອນກົມກອງທ້ອງຖິ່ນຕິດຕາມສະພາບດິນຟ້າອາກາດ, ຈັດຕັ້ງກໍາລັງ ແລະ ພາຫະນະກຽມພ້ອມກອບກູ້, ຊ່ວຍເຫຼືອ ແລະ ຟື້ນຟູຜົນກະທົບຈາກໄພພິບັດທາງທຳມະຊາດ.

ການກໍ່ສ້າງແນວຫຼັງຍຸດທະສາດ ແລະ ກິດຈະການປ້ອງກັນຊາດ: ໄດ້ສຳເລັດການພັດທະນາ ແລະ ມອບ-ຮັບ 2 ກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ, ກຸ່ມບ້ານຄັງວຽງ, ສາມກຸ່ມບ້ານ ແຂວງໄຊສົມບູນ, ກິດຈະການປ້ອງກັນຈັ້ງທ່າເຂດພູຜາແດງ, ຜາມົນ, ປ້ອມພູສາມເສົ້າ, ປ້ອມປ່າກ້ວຍ ຈັດວາງກຳລັງປ້ອງກັນເຂດຍຸດທະສາດສາມແຈເມືອງຂອງ 3 ແຂວງ (ບໍ່ແກ້ວ, ຫຼວງນໍ້າທາ ແລະ ອຸດົມໄຊ).

2. ໜ້າທີ່ປັບປຸງກໍ່ສ້າງກໍາລັງ

ເວລາໃດ ກໍຖືສໍາຄັນກ່ຽວກັບແຜນງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໃນ 5 ປີຜ່ານມາ, ໄດ້ສຸມໃສ່ປັບປຸງກໍ່ສ້າງພັກທັງ 4 ດ້ານໄປພ້ອມໆ ກັນ; ກໍ່ສ້າງພັກດ້ານການເມືອງ-ແນວຄິດ ໂດຍໄດ້ຈັດຕັ້ງເຝິກອົບຮົມ, ເປີດຊຸດບຳລຸງໄລຍະສັ້ນດ້ານທິດສະດີການເມືອງໃຫ້ພະນັກງານ, ສະມາຊິກພັກ ໄດ້ 12 ຊຸດ, ມີຜູ້ເຂົ້າຮ່ວມ 1.105 ສະຫາຍ; ການປັບປຸງກໍ່ສ້າງພັກ ດ້ານການຈັດຕັ້ງ ໄດ້ສຸມໃສ່ຊີ້ນໍາຈັດຕັ້ງເຊື່ອມຊຶມກຳແໜ້ນ ແລະ ປະຕິບັດກົດລະບຽບຂອງພັກ ສະໄໝທີ XI ຢ່າງກວ້າງຂວາງໃຫ້ທຸກອົງຄະນະພັກໃນທົ່ວກອງທັບ ພ້ອມທັງຍູ້ແຮງການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ ຕິດພັບກັບການຂະຫຍາຍພັກ ເຮັດໃຫ້ການຈັດຕັ້ງພັກ ແລະ ສະມາຊິກພັກມີຈຳນວນເພີ່ມຂຶ້ນ; ປັດຈຸບັນທົ່ວກອງທັບ ມີ 71 ຄະນະພັກ, 657 ຄະນະພັກຮາກຖານ, 3.258 ໜ່ວຍພັກ ທຽບໃສ່ປີ 2020 ເພີ່ມຂຶ້ນ 7 ຄະນະພັກ, 74 ຄະນະພັກຮາກຖານ, 408 ໜ່ວຍພັກ; ມີສະມາຊິກພັກທັງໝົດ 77.564 ສະຫາຍ, ຍິງ 13.021 ສະຫາຍ ທຽບໃສ່ປີ 2020 ເພີ່ມຂຶ້ນ 10.512 ສະຫາຍ, ຍິງ 1.410 ສະຫາຍ; ສະເພາະກຳລັງຫຼວງ ມີ 53 ຄະນະພັກ, 337 ຄະນະພັກຮາກຖານ, 1.812 ໜ່ວຍພັກ ທຽບໃສ່ປີ 2020 ເພີ່ມຂຶ້ນ 7 ຄະນະພັກ, 20 ຄະນະ ພັກຮາກຖານ, 144 ໜ່ວຍພັກ, ມີສະມາຊິກພັກ 43.115 ສະຫາຍ, ຍິງ 8.885 ສະຫາຍ ທຽບໃສ່ປີ 2020 ເພີ່ມຂຶ້ນ 6.442 ສະຫາຍ, ຍິງ 1.323 ສະຫາຍ; ທົ່ວກອງທັບໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ: ປະເພດແຂງ 2.740 ໜ່ວຍພັກ, ປະເພດກາງ 446 ໜ່ວຍພັກ, ບໍ່ໄດ້ຈັດປະເພດ 49 ໜ່ວຍພັກ; ສະເພາະກຳລັງຫຼວງ: ປະເພດແຂງ 1.385 ໜ່ວຍພັກ, ປະເພດກາງ 401 ໜ່ວຍພັກ, ບໍ່ໄດ້ແບ່ງປະເພດ 16 ໜ່ວຍພັກ; ຊີ້ນໍາອົງການຈັດຕັ້ງມະຫາຊົນໃນກອງທັບ ເຄື່ອນໄຫວຕາມພາລະບົດບາດຂອງຕົນ, ຈັດຕັ້ງຄົ້ນຄວ້າຮໍ່າຮຽນແນວທາງນະໂຍບາຍຂອງພັກ, ຮຽນການເມືອງ-ການທະຫານ, ວິຊາສະເພາະດ້ານຕ່າງໆ ແລະ ເປັນເຈົ້າການສ້າງຂະບວນການວຽກງານງານຢູ່ກົມກອງໃຫ້ມີບັນຍາກາດຟົດຟື້ນຢູ່ສະເໝີ.

3. ໜ້າທີ່ຮັບປະກັນດ້ານພະລາທິການ-ເຕັກນິກ ແລະ ອາວຸດ-ກະສຸນ

ການຮັບປະກັນດ້ານສະບຽງອາຫານ ແລະ ການລ້ຽງດູທັບ: ໄດ້ຊີ້ນໍາປັບປຸງລະບຽບການເກັບຊື້, ການເບີກຈ່າຍເຂົ້າກິນໃຫ້ກົມກອງກຳລັງຫຼວງ-ທ້ອງຖິ່ນ ຕາມລະບອບອັດຕາໄດ້ 100% ພ້ອມນັ້ນ, ໄດ້ປັບປຸງກໍ່ສ້າງລະບົບເຮືອນຄົວ, ເຮືອນກິນໃນທົ່ວກອງທັບໄດ້ໃນລະດັບຖາວອນ-ເຄິ່ງຖາວອນ ມີອຸປະກອນຮັບໃຊ້ຄົບຖ້ວນຕາມຈໍານວນພົນຕົວຈິງ.

ວຽກງານການເງິນ ແລະ ນໍ້າມັນເຊື້ອໄຟ: ເອົາໃຈໃສ່ຊີ້ນໍາການຄຸ້ມຄອງ, ເບີກຈ່າຍຖືກຕ້ອງ ຕາມລະບຽບຫຼັກການ, ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ກຽມພ້ອມສູ່ຮົບ, ເຝິກແອບຮໍ່າຮຽນ ການເຄື່ອນໄຫວວຽກງານວິຊາສະເພາະ ແລະ ອື່ນໆ ຢ່າງສົມເຫດສົມຜົນ.

ວຽກງານຂົນສົ່ງ: ເອົາໃຈໃສ່ຊີ້ນໍາການຄຸ້ມຄອງ, ບົວລະບັດປົກປັກຮັກສາພາຫະນະເຕັກນິກ ທີ່ມີໃນການປະກອບສາມາດຮັບໃຊ້ເຂົ້າໃນການລໍາລຽງຂົນສົ່ງ, ການເຝິກແອບຮໍ່າຮຽນ, ການເຄື່ອນໄຫວປະຕິບັດໜ້າທີ່, ກຽມພ້ອມສູ້ຮົບ, ກອບກູ້ໄພພິບັດທຳມະຊາດ ໄດ້ທັນກັບສະພາບການ.

ວຽກງານເບິ່ງແຍງຮັກສາສຸຂະພາບ: ໄດ້ປັບປຸງພື້ນຖານໂຄງລ່າງ ຂອງບັນດາໂຮງໝໍໃນທົ່ວ ກອງທັບ ເຂົ້າສູ່ລະບົບ ຕິດພັນກັບການບຳລຸງ-ກໍ່ສ້າງຖັນແຖວພະນັກງານ, ວິຊາການແພດ, ສຶກສາອົບຮົມແພດໝໍ ມີຈັນຍາບັນແພດປະຕິວັດ; ໄດ້ປະກອບອຸປະກອນການແພດທີ່ທັນສະໄໝ, ຢາປົວພະຍາດໃຫ້ແກ່ໂຮງໝໍຕ່າງໆ.

ການປັບປຸງກໍ່ສ້າງພື້ນຖານໂຄງລ່າງ, ສະຖານທີ່ຄ້າຍຄູ, ສຳນັກງານອົງການຂອງກົມກອງກຳລັງຫຼວງ-ທ້ອງຖິ່ນ ໂດຍສົມທົບທຶນຂອງກົມກອງ ເຮັດໃຫ້ຫຼາຍກົມກອງມີການຫັນປ່ຽນໂສມໜ້າໃໝ່ ປັດຈຸບັນທົ່ວກອງທັບ ມີລະບົບຄ້າຍຄູແບບຖາວອນກວມເອົາ 63,78%, ເຄິ່ງຖາວອນ 23,22%, ນໍາ ໃຊ້ໄຟຟ້າກວມ 98%, ມີນໍ້າສະອາດໃຊ້ 65%, ທົ່ວກອງທັບ ມີໃບອະນຸຍາດນໍາໃຊ້ທີ່ດິນແລ້ວ 45% ໄດ້ຊີ້ນໍາໃນການສໍາຫຼວດພື້ນທີ່ທຳການຜະລິດກະສິກຳຂອງກະຊວງ, ຂອງກົມກອງ-ທ້ອງຖິ່ນ ໃນນັ້ນ, ມີຫຼາຍກົມກອງມີເນື້ອທີ່ດິນປູກຝັງ-ລ້ຽງສັດ ສາມາດຜະລິດເປັນສິນຄ້າສ້າງລາຍຮັບໃຫ້ແກ່ກົມກອງ, ເຮັດໃຫ້ຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໄດ້ຮັບການປັບປຸງດີຂຶ້ນ, ປັດຈຸບັນທົ່ວກອງທັບ ມີສັດລ້ຽງປະເພດງົວ-ຄວາຍ 13.973 ໂຕ, ໝູ 21.990 ໂຕ, ແກະ-ແບ້ 12.998 ໂຕ, ສັດປີກ 2.578.441 ໂຕ, ຜົນຜະລິດສັດນໍ້າ 3.674 ໂຕນ.

+ ດ້ານພາຫານະເຕັກນິກ ແລະ ອາວຸດ-ກະສຸນ

ການກໍ່ສ້າງ ແລະ ປັບປຸງຂະແໜງການເຕັກນິກ: ໄດ້ຄົ້ນຄວ້າ, ກຳນົດໂຄງປະກອບການຈັດຕັ້ງຈໍານວນພົນຂົງເຂດເຕັກນິກ ນັບແຕ່ອົງການ, ກົມກອງກຳລັງຫຼວງ-ກໍາລັງທ້ອງຖິ່ນ; ສໍາເລັດການປັບປຸງຄືນທີ່ຕັ້ງ, ພາລະບົດບາດ, ສິດໜ້າທີ່, ໂຄງປະກອບການຈັດຕັ້ງ, ຈໍານວນພົນ ປີ 2021-2025 ທົ່ວອົງການກົມໃຫຍ່ ແລະ ກົມກອງທີ່ຂຶ້ນກັບ, ສຳເລັດປັບປຸງການຈັດຕັ້ງເຕັກນິກຂັ້ນຫ້ອງ, ພະແນກການ ແລະ ຂະແໜງ ຢູ່ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ.

ການອົບຮົມ ແລະ ກໍ່ສ້າງກໍາລັງເຕັກນິກ: ໄດ້ປັບປຸງຫຼັກສູດ ການຮຽນ-ການສອນ ການຂັບຂີ່ ການຄຸ້ມຄອງອາວຸດ-ກະສຸນ, ເຕັກນິກສ້ອມແປງອາວຸດ, ສ້ອມແປງລົດ.

ການຮັບປະກັນເຕັກນິກ ແລະ ກໍ່ສ້າງພື້ນຖານເຕັກນິກ: ຊຸມປີຜ່ານມາ, ບັນດາໂຮງງານ ແລະ ກົມກອງ ສາມາດບົວລະບັດສ້ອມແປງພາຫະນະອາວຸດ, ຍຸດໂທປະກອນເຕັກນິກມີຄຸນນະພາບດີຂຶ້ນ ກວ່າເກົ່າ.

4. ໜ້າທີ່ພົວພັນ ແລະ ຮ່ວມມືກັບຕ່າງປະເທດບົນພື້ນຖານເຊື່ອມຊຶມກຳແໜ້ນແນວທາງການຕ່າງປະເທດຂອງພັກ, ຄະນະພັກກະຊວງໄດ້ ເອົາໃຈໃສ່ຊີ້ນໍາການຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ການພົວພັນຮ່ວມມືສາກົນ ດ້ວຍຫຼາຍຮູບແບບ ແລະ ຫຼາຍລະດັບ, ສ້າງໄດ້ບັນຍາກາດອັນດີ, ຍາດແຍ່ງເອົາການສະໜັບສະໜູນ ຮ່ວມມື ແລະ ຊ່ວຍເຫຼືອ ໂດຍສະເພາະກັບປະເທດເພື່ອນມິດຍຸດທະສາດ (ສສ ຫວຽດນາມ, ສປ ຈີນ, ສ ຣັດເຊຍ) ໃນການກໍ່ສ້າງກໍາລັງຂອງບັນດາເຫຼົ່າຮົບ, ການແລກປ່ຽນຄະນະຜູ້ແທນ-ຄະນະວິຊາການ, ການບຳລຸງກໍ່ສ້າງພະນັກງານວິຊາການ, ການຊ່ວຍເຫຼືອດ້ານເຕັກນິກການທະຫານ ແລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ການຊອກຄົ້ນ ແລະ ເຄື່ອນຍ້າຍອັດຖິທະຫານອາສາສະໝັກ, ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນໄລຍະຕໍ່ສູ້ປົດປ່ອຍຊາດ, ການກວດກູ້ລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມຢູ່ລາວ ແລະ ການແລກປ່ຽນດ້ານອື່ນໆ ເຂົ້າສູ່ລວງເລິກ.

ສັງລວມແລ້ວ: ຕະຫຼອດ 5 ປີຜ່ານມາ, ພາຍໃຕ້ການນໍາພາເດັດຂາດ ໂດຍກົງ ຮອບດ້ານ ຂອງພັກ, ກອງທັບປະຊາຊົນລາວ ຍັງເປັນກຳລັງຫຼັກແຫຼ່ງໃຫ້ແກ່ພັກ-ລັດ ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ກໍາລັງປະກອບອາວຸດກອງທັບປະຊາຊົນລາວ ໄດ້ຮັບການປັບປຸງ, ກໍ່ສ້າງເຕີບໃຫຍ່, ເຂັ້ມແຂງຂຶ້ນ ນັບທັງກໍາລັງພົນ ກໍຄືພາຫານະເຕັກນິກການທະຫານ ຂອງບັນດາເຫຼົ່າຮົບ, ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງຄະນະພັກທຸກຂັ້ນ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ, ມີແບບແຜນ, ແຫຼມຄົມ ແລະ ທັນສະໄໝ, ເດັດດ່ຽວຮັບປະກັນ ໃຫ້ປະເທດຊາດມີຄວາມສະຫງົບຢ່າງໜັກແໜ້ນ.

ໂດຍ: ຈິດ+ແສງເດືອນ

English PREMIER LEAGUE ຄັ້ງທຳອິດໃນລາວ.!

0

MonoMax 📱 ຈັບມືກັບ Lao Telecom Group (Lao telecom,TPLUS,MMoneyX) 📡 ເປີດປະສົບການໃໝ່ລະດັບພຣີມ້ຽມ .!😎

ໃຜວ່າຢູ່ລາວຈະເບິ່ງບານເຕະອັງກິດສົດໆບໍ່ໄດ້?

ວັນທີ 10 ສິງຫາ 2025 ນີ້ ມັນສ໌ພ້ອມກັນທີ່ ✨ ສວນອາຊຽນ ປະຕູໄຊ ✨ ນະຄອນຫຼວງວຽງຈັນ ກັບງານເປີດໂຕໃຫຍ່ທີ່ສຸດໃນຮອບປີ.⚽️😎

📍 ຮັບຊົມ ຖ່າຍທອດສົດແມຊເດືອດ ລະຫວ່າງ: Crystal Palace VS Liverpool

🎉 ພ້ອມແຂກຮັບເຊີນສຸດພິເສດຈາກປະເທດເພື່ອນບ້ານ 🇹🇭 ທີ່ຈະມາສ້າງສີສັນແບບຈັດເຕັມທີ່ງານນີ້ແນ່ນອນ ໄວລຸ້ນ😍

🎁 ແລະ ໃຜທີ່ມາງານມີສິດພ້ອມລຸ້ນຂອງລາງວັນໃຫຍ່ ເປັນ ໂທລະສັບ Samsung Z Fold 7 🎉

🎧 ແລະ ມ່ວນມັນກັບຄອນເສີດແບບ ແສງ ສີ ສຽງ ຈັດເຕັມ ກັບ ສິລະປິນລາວສຸດພິເສດ

⚽️✨ ແລະ ມາພົບກັບພວກເຮົາ ບໍ່ແມ່ນພຽງແຕ່ການເບິ່ງບານແບບທຳມະດາ ແຕ່ນີ້ຄືງານສາຍແຟນບານໂຕຈິງ ຫ້າມພາດ.!!

📲 ສະໝັກເບິ່ງບານພຣີເມຍຫຼີກແບບຖືກລິຂະສິດກັບພວກເຮົາໄດ້ໃນໄວໄວນີ້ທີ່ MonoMax x Lao Telecom Group

#FAcommunityshield

#ເບິ່ງບານພຣີເມຍຫຼີກໃນລາວ

#MonoMaxXLaoTelecomGroup

#LaoTelecom#TPLUS#MMoneyX

#CrystalPalaceVsLiverpool

#ໃຜບໍ່ມາບອກເລີຍວ່າພາດ!!!

ຜົນການເລືອກຕັ້ງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

0

ພາຍຫລັງດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງສາລະວັນ ໃນວັນທີ 6 ສິງຫາ 2025, ມາຮອດຕອນເຊົ້າວັນທີ 7 ສິງຫາ ຢູ່ສະໂມສອນແຂວງສາລະວັນ ໄດ້ມີການແຈ້ງຜົນກອງປະຊຸມຄັ້ງປະຖົມມະລືກ ພາຍໃຕ້ການເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເຈົ້າແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ພະນັກງານປະຕິວັດອາວຸໂສບໍານານ, ບັນດາຜູ້ແທນສົມບູນເຂົ້າຮ່ວມ.

ຜູ້ແທນກອງປະຊຸມສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ສາລະວັນຊຸດໃໝ່, ບົນພື້ນຖານການໃຊ້ສິດປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານ-ເງື່ອນໄຂ ທີ່ກຳນົດໄວ້, ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ 41 ສະຫາຍ ແລະ ເລືອກໄດ້ 35 ສະຫາຍ. ໃນໂອກາດນີ້, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ ໄດ້ແຈ້ງຜົນກອງປະຊຸມຄັ້ງປະຖົມມະລຶກ ໂດຍສະຫາຍໄດ້ໃຫ້ຮູ້ວ່າ: ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X ໄດ້ປ່ອນບັດເລືອກຕັ້ງຢ່າງປະຊາທິປະໄຕ ແລະ ເປັນເອກະພາບ ເລືອກເອົາຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ ຄື: ສະຫາຍ ດາວວົງ ພອນແກ້ວ; ສະຫາຍ ປະເດີມພອນ ສົນທະນີ; ສະຫາຍ ນາງ ບຸນທະວີ ດວງລາສີ; ສະຫາຍ ຈັນສະໝອນ ພົມມະແສງ; ສະຫາຍ ແຫວນເພັດ ລັດດາວົງ; ສະຫາຍ ສົມສັກ ທົງຄໍາຫານ; ສະຫາຍ ທອງດີ ຈັນທະວົງ; ສະຫາຍ ພົຈວ ສີເສີດ ສອນດາລາ; ສະຫາຍ ຈັນສີລອນ ສີສົມບູນ; ສະຫາຍ ສະໄໝ ໂພທິສານ ແລະ ສະຫາຍ ໂພສີ ແກ້ວສີພັນດອນ. ກອງປະຊຸມຍັງໄດ້ເອກະສັນຢ່າງສົມບູນ ເລືອກເອົາ ສະຫາຍ ດາວວົງ ພອນແກ້ວ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ປະເດີມພອນ ສົນທະນີ ແລະ ສະຫາຍ ນາງ ບຸນທະວີ ດວງລາສີ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ. ພ້ອມນີ້, ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາ ສະຫາຍ ສົມສັກ ທົງຄໍາຫານ ເປັນປະທານຄະນະກວດກາພັກແຂວງ, ເລືອກເອົາ ສະຫາຍ ແສງທອງ ສີອ່ອນສາ, ສະຫາຍ ນາງ ແສງອາລຸນ ຈັນທະລາດ ແລະ ສະຫາຍ ພະນົມພອນ ສີວິໄຊ ເປັນຮອງປະທານຄະນະກວດກາພັກແຂວງ.

ພ້ອມກັນນັ້ນ, ໃນກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ຈໍານວນ 26 ສະຫາຍ ແລະ ຜູ້ແທນສໍາຮອງ ຈໍານວນ 5 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ ໜ້ານີ້.

ປູກຝັງຄຸນນະທຳ ທາງພະພຸດທະສາສະໜາ ໃຫ້ເຍົາວະຊົນລາວ

0

ສຳນັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ, ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ຈັດກິດຈະກຳ ໂຄງການບັນຊາສາມະເນນ ຄັ້ງທີ 16 ພາຍໃຕ້ຫົວຂໍ້ “ເກີດມາທັງທີ ເປັນຄົນດີໃຫ້ໄດ້” ໃນລະຫວ່າງວັນທີ 6-17 ສິງຫາ 2025 ຢູ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍມີ ພະອາຈານ ມະຫາເວດ ມະເສໄນ ຮັກສາການປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ມີ ເຈົ້າອະທິການວັດ ຈາກວັດແຫ່ງຕ່າງໆໃນນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາການນໍາເມືອງນາຊາຍທອງ ແລະ ຊາວພຸດທະສາສະນິກະຊົນລາວ ເຂົ້າຮ່ວມ.

ພະອາຈານ ສະເພົາຄຳ ວົງທະວິໄລ ຫົວໜ້າກຳມະທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານ ເມືອງນາຊາຍທອງ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກຳ ໂຄງການບັນຊາສາມະເນນ ພາຍໃຕ້ຫົວຂໍ້ “ເກີດມາທັງທີ ເປັນຄົນດີໃຫ້ໄດ້” ໄດ້ລະດົມເອົາບັນດາເຍົາວະຊົນ ກໍຄື ນັກຮຽນ ທີ່ຢູ່ໃນໄລຍະພັກພາກຮຽນ ມາບວດເນນ ທັງໝົດ 60 ກວ່າອົງ, ແນໃສ່ສົ່ງເສີມເຍົາວະຊົນ ກໍຄື ນັກຮຽນ ໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດ ແລະ ບໍ່ໄປກ່ຽວຂ້ອງກັບສິ່ງເສບຕິດ, ເພື່ອພັດທະນາຄວາມຮູ້ຄວາມສາມາດຂອງເຍົາວະຊົນ ໃຫ້ປ່ຽນແປງທັດສະນະຄະຕິ ແລະ ພຶດຕິກຳໃນທາງທີ່ດີ, ທັງເປັນການປູກຝັງຄຸນນະທຳທາງພຸດທະສາສະໜາ ໃຫ້ງອກງາມໃນຈິດໃຈຂອງເຍົາວະຊົນ, ໃຫ້ເປັນລູກທີ່ດີຂອງພໍ່ແມ່, ເປັນເພື່ອນທີ່ດີຂອງມິດສະຫາຍ, ເປັນສິດທີ່ດີຂອງຄູ-ອາຈານ, ເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ເປັນທາຍາດທີ່ດີຂອງພະພຸດທະສາສະໜາ.

ສາມະເນນ ທີ່ຮ່ວມກິດຈະກຳຄັ້ງນີ້, ຈະໄດ້ຮ່ວມເຮັດກິດຈະກຳ, ຮຽນຮູ້ທາງພຸດທະສາສະໜາ ເປັນຕົ້ນ ໄຫວ້ພະສູດມົນເຊົ້າ-ແລງ, ຝຶກວິປັດສະນາກຳມະຖານ(ສະມາທິພາວະນາ), ຝຶກມາລະຍາດທາງສັງຄົມຕາມແບບວັດ ທະນະທໍາລາວ. ພ້ອມນີ້, ຍັງຈະໄດ້ໄປທັດສະນະສຶກສະຖານທີ່ສໍາຄັນທາງພຸດທະສາສະໜາ ແລະ ປະຫວັດສາດ, ເບິ່ງວິດີໂອພຸດທະປະຫວັດ, ຟັງນິທານສະທ້ອນສັງຄົມ ແລະ ອື່ນໆ ໂດຍມີວິທະຍາກອນ ຈາກກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ, ອົງການຈັດຕັ້ງທີ່ກ່ຽວຂ້ອງທັງພາກລັດ-ເອກະຊົນ ແລະ ສໍານັກປະຕິ ບັດວິປັດສະນາກຳມະຖານວັດປ່ານາຄູນນ້ອຍ ມານຳພາ, ໃຫ້ຄວາມຮູ້ທາງດ້ານພຸດທະສາສະໜາ ຕະຫລອດທັງ 10 ວັນ.

ຜົນການເລືອກຕັ້ງກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

0

ພາຍຫຼັງດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງສາລະວັນ ໃນວັນທີ 6 ສິງຫາ 2025 ທີ່ຜ່ານມາ; ມາຮອດຕອນເຊົ້າວັນທີ 7 ສິງຫາ, ທີ່ສະໂມສອນ ແຂວງສາລະວັນ ໄດ້ມີການແຈ້ງຜົນກອງປະຊຸມຄັ້ງປະຖົມມະລຶກ ພາຍໃຕ້ການເປັນປະທານ ຂອງສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເຈົ້າແຂວງໆສາລະວັນ ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍຄະນະປະທານກອງປະຊຸມ; ຜູ້ຕາງໜ້າກອງພົນທີ 5 ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາຜູ້ແທນສົມບູນ ຈໍານວນ 363 ສະຫາຍ, ບັນດາສື່ມວນຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.  

ຜູ້ແທນກອງປະຊຸມສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ສາລະວັນຊຸດໃໝ່, ບົນພື້ນຖານການໃຊ້ສິດປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານ-ເງື່ອນໄຂ ທີ່ກຳນົດໄວ້, ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ ຈໍານວນ 41 ສະຫາຍ ແລະ ເລືອກໄດ້ 35 ສະຫາຍ; ໃນໂອກາດນີ້, ສະຫາຍ  ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ ໄດ້ແຈ້ງຜົນກອງປະຊຸມຄັ້ງປະຖົມມະລຶກ ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ: ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງ ສາລະວັນ    ສະ ໄໝທີ X ໄດ້ປ່ອນບັດເລືອກຕັ້ງຢ່າງປະຊາທິປະໄຕ ແລະ ເປັນເອກະພາບ ເລືອກເອົາຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ ຄື: ສະຫາຍ ປອ ດາວວົງ ພອນແກ້ວ; ສະຫາຍ ປະເດີມພອນ ສົນທະນີ;  ສະຫາຍ ນາງ ບຸນທະວີ ດວງລາສີ; ສະຫາຍ ຈັນສະໝອນ ພົມມະແສງ; ສະຫາຍ ແຫວນເພັດ ລັດດາວົງ; ສະຫາຍ ສົມສັກ ທົງຄໍາຫານ; ສະຫາຍ ທອງດີ ຈັນທະວົງ; ສະຫາຍ ພົຈວ ສີເສີດ ສອນດາລາ; ສະຫາຍ ຈັນສີລອນ ສີສົມບູນ; ສະຫາຍ ປອ ສະໄໝ ໂພທິສານ; ສະຫາຍ ປອ ໂພສີ ແກ້ວສີພັນດອນ; ກອງປະຊຸມຍັງໄດ້ເອກະສັນຢ່າງສົມບູນ ເລືອກເອົາ ສະຫາຍ ປອ ດາວວົງ ພອນແກ້ວ ເປັນເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາສະຫາຍ ປະເດີມພອນ ສົນທະນີ ແລະ ສະຫາຍ ນາງ ບຸນທະວີ ດວງລາສີ, ເປັນຮອງເລຂາຄະນະບໍລິຫານງານພັກແຂວງ; ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາ ສະຫາຍ ສົມສັກ ທົງຄໍາຫານ ເປັນປະທານຄະນະກວດກາພັກແຂວງ; ເລືອກເອົາ ສະຫາຍ ແສງທອງ ສີອ່ອນສາ, ສະຫາຍ ນາງ ແສງອາລຸນ ຈັນທະລາດ ແລະ ສະຫາຍ ພະນົມພອນ ສີວິໄຊ ເປັນຮອງປະທານຄະນະກວດກາພັກແຂວງ.

ພ້ອມດຽວກັນນັ້ນ, ໃນກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ຈໍານວນ 26 ສະຫາຍ ແລະ ຜູ້ແທນສໍາຮອງ ຈໍານວນ 5 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ ໜ້ານີ້.

ພາບ ແລະ ຂ່າວໂດຍ: ກົມປະຊາສຳພັນ, ຫສນຍ

ການນຳແຂວງອຸດົມໄຊ ເຂົ້າວາງພວງມາລາຢູ່ສຸສານນັກຮົບປະວັດ ເເລະ ວາງກະຕ່າດອກໄມ້ ຢູ່ອານຸສອນສະຖານປະທານໄກສອນພົມວິຫານ

0

ຕອນເຊົ້າວັນທີ 7 ສິງຫາ 2025 ການນໍາຂັ້ນສູງເເຂວງອຸດົມໄຊ ນໍາໂດຍທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກເເຂວງ ເຈົ້າເເຂວງອຸໄຊ, ມີຄະນະປະຈໍາພັກເເຂວງ, ຄະນະບໍລິ ຫານງານສະພາປະຊາຊົນເເຂວງ, ສອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເເນວລາວສ້າງຊາດ, 3 ອົງການຈັດຕັ້ງມະຫາຊົນ ເເລະ ຄະນະບໍລິຫານງານພັກເມືອງ 7 ເມືອງ ຕາງຫນ້າງໃຫ້ສະມາຊິກ-ພະນັກງານ ເເລະ ປະຊາຊົນບັນດາເຜົ່າ ເເຂວງອຸກົມໄຊ ໄດ້ເຂົ້າວາງພວງມາລາ ຢູ່ສຸສານນັກຮົບປະຕິວັດ ເເລະ ວາງກະຕ່າດອກໄມ້ ຢູ່ອານຸສອນສະຖານປະທານໄກສອນພົມວິຫານຂອງເເຂວງ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ເເທນອົງຄະນະພັກເເຂວງອຸດົມໄຊຄັ້ງທີ X ທີ່ຈະໄຂຂື້ນໃນລະຫວ່າງວັນທີ 8-9 ສິງຫານີ້.

ການເຂົ້າວາງພວງມາລາ ຢູ່ສຸສານນັກຮົບປະວັດ ເເລະ ວາງກະຕ່າດອກໄມ້ ຢູ່ອານຸສອນສະຖານປະທານໄກສອນພົມວິຫານ ຂອງເເຂວງອຸດົມໄຊໃນຄັ້ງນີ້ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີຕໍ່ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນາຍ ແລະ ພົນທະຫານ ແລະ ປະຊາຊົນລາວ ບັນດາເຜົ່າທີ່ເສຍສະຫລະເລືອດເນື້ອ ແລະ ຊີວິດໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານກັບຈັກກະພັດຜູ້ຮຸກຮານ ໃນເມື່ອກ່ອນ ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ ກໍ່ຄືເເຂວງອຸດົມໄຊ, ພ້ອມທັງສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈົ່ງຮັກພັກດີຕໍ່ຜູ້ນໍາການປະຕິວັດ, ສະມາຊິກພັກທຸກສະຫາຍ ທີ່ເສຍສະຫລະເລືອດ ເນື້ອເຫື່ອແຮງ, ສະຕິປັນຍາ ແລະ ເວລາອັນມີຄ່າເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ພ້ອມທັງສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈົ່ງຮັກພັກດີຕໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເເສນເຄົາລົບຮັກຂອງປວງຊົນລາວທັງຊາດ, ທີ່ໄດ້ອຸທິດເຫື່ອແຮງ ສະຕິປັນຍາຕະຫລອດຊີວິດຂອງເພີ່ນເຂົ້າໃນພາລະກິດປະຕິວັດ, ນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານຈົນສາມາດຍາດໄດ້ໄຊຊະຢ່າງສົມບູນ, ລົບລ້າງລະບອບລາຊາທິປະໄຕ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໃນວັນທີ 2 ທັນວາ 1975.