Saturday, September 20, 2025
Home Blog Page 25

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄຂຂຶ້ນຢ່າງເປັນທາງການ

0

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 8 ສິງຫາ 2025 ນີ້, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເຈົ້າແຂວງ ແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາແຂວງອຸດົມໄຊ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາກະຊວງ, ນະຄອນຫຼວງວຽງຈັນ, ແຂວງຫຼວງນ້ຳທາ, ກອງພົນທີ 3, ອະດີດການນໍາ ພັກ-ລັດ ຂອງແຂວງ, ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ນັກຮົບແຂ່ງຂັນ, ບໍລິສັດ, ນັກທຸລະກິດ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.

ສະຫາຍ ບຸນຄົງ ຫຼ້າຈຽມພອນ ໄດ້ກ່າວໄຂກອງປະຊຸມໃຫຍ່ຢ່າງເປັນທາງການ ເຊິ່ງບາງຕອນໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນທ່າມກາງບັນຍາກາດທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ ຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ.

ໂດຍປະຕິບັດຕາມກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ກໍຄືມະຕິ, ຄໍາສັ່ງ ແລະ ບົດແນະນໍາຕ່າງໆ ຂອງຄະນະພັກຂັ້ນເທິງ, ຄະນະບໍລິຫານງານພັກ ແຂວງອຸດົມໄຊ ສະໄໝທີ IX ໄດ້ອອກມະຕິແຕ່ງຕັ້ງ ຄະນະຮັບຜິດຊອບ ແລະ ໄດ້ສຸມໃສ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດ ກ່ຽວກັບການກະກຽມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆ ໃນຂອບເຂດທົ່ວແຂວງ, ເຊິ່ງມາຮອດປັດຈຸບັນ ຂະບວນການກະກຽມໃນແຕ່ລະດ້ານ ໄດ້ສໍາເລັດຜົນຕາມຄາດໝາຍທີ່ວາງໄວ້ ອັນພົ້ນເດັ່ນ ແມ່ນການດໍາເນີນກອງປະຊຸມໃຫຍ່ ບັນດາໜ່ວຍພັກ, ຄະນະພັກຮາກຖານ, ກອງປະຊຸມໃຫຍ່ ຂອງອົງຄະນະພັກ 7 ເມືອງ, 2 ກອງບັນຊາການ ແລະ ຄະນະພັກສຳນັກງານ-ອົງການອ້ອມຂ້າງແຂວງ ສໍາເລັດຕາມຄາດໝາຍ ອັນໄດ້ສ້າງພື້ນຖານ ແລະ ເງື່ອນໄຂໜັກແໜ້ນຮອບດ້ານ ໃຫ້ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ ໃນມື້ນີ້.

ການດໍາເນີນກອງປະຊຸມໃຫຍ່ໃນຄັ້ງນີ້ ມີຄວາມໝາຍສໍາຄັນຫຼາຍ ເຊິ່ງຜູ້ແທນກອງປະຊຸມໃຫຍ່ຈະໄດ້ພ້ອມກັນລົງເລິກສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025), ການນໍາພາ-ຊີ້ນໍາ ຢ່າງຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ໃນຕະຫຼອດໄລຍະ 5 ປີຜ່ານມາ, ຈະໄດ້ຕົກລົງຢ່າງເປັນເອກະພາບຮັບຮອງເອົາທິດທາງລວມ ແລະ ຄາດໝາຍສູ້ຊົນໃນການພັດທະນາແຂວງອຸດົມໄຊ 5 ປີ (2026-2030) ເພື່ອສ້າງພື້ນຖານອັນໜັກແໜ້ນ ໃນການນໍາເອົາແຂວງອຸດົມໄຊ ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນ, ຜູ້ແທນສົມບູນ ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ສະໄໝທີ X ແລະ ປ່ອນບັດເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ພິເສດ ກອງປະຊຸມໃຫຍ່ຈະໄດ້ຮັບຟັງຄໍາເຫັນໂອ້ລົມຈາກກຳມະການກົມການເມືອງສູນກາງພັກ ເຊິ່ງຈະເປັນເຂັມຊີ້ທິດເຍືອງທາງໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ປະຊາຊົນຊາວແຂວງອຸດົມໄຊ ເພື່ອເພີ່ມທະວີຄວາມຮັບຜິດຊອບ ຕໍ່ການພັດທະນາແຂວງອຸດົມໄຊ ໃຫ້ມີການຫັນປ່ຽນໃໝ່ ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້ ແລະ ມີຄວາມສໍາຄັນທີ່ພົວພັນເຖິງການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງອຸດົມໄຊ ໃນຕໍ່ໜ້າ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ຈະດໍາເນີນເປັນເວລາ 2 ວັນຈິ່ງສໍາເລັດ.

ໂດຍ: ຄຳພູສະຫວັນ ເພັນສະຫວັດ

ກຳລັງເຝິກຊ້ອມກອບກູ້ໄພພິບັດສຸມໃສ່ການເຝິກຊ້ອມ

0

ໃນວັນທີ 7 ສິງຫາ 2025 ນີ້, ຢູ່ທີ່ສະໜາມເຝິກຊ້ອມອ່າງນ້ຳຫຸມ ວິທະຍາຄານພະລາທິການກອງທັບ, ກຳລັງເຝິກຊ້ອມກອບກູ້ໄພພິບັດກອງທັບປະຊາຊົນລາວ ໄດ້ສຸມໃສ່ການເຝິກຊ້ອມດ້ວຍຄວາມຮັບຜິດຊອບສູງ.

ສະຫາຍ ພັນເອກ ຄໍາຜາຍ ອ້ວນວິໄລ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ເນັ້ນໜັກໃຫ້ກຳລັງເຝິກຊ້ອມທຸກສະຫາຍ ຈົ່ງພ້ອມກັນສຸມໃສ່ໃນການເຝິກຊ້ອມໃນການກອບກູ້ໄພພິບັດຕາມພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງ ໂດຍສະເພາະຄະນະຮັບຜິດຊອບ ຂອງກຳລັງເຝິກຊ້ອມແຕ່ລະເຫຼົ່າຮົບ ຕ້ອງເປັນເຈົ້າການເອົາໃຈໃສ່ນໍາພາ-ຊີ້ນຳໃນການເຝິກຊ້ອມຢ່າງໃກ້ຊິດຕິດແທດ, ແຕ່ລະບາດກ້າວຂອງການເຝິກຊ້ອມ ຕ້ອງດໍາເນີນຕາມຂັ້ນຢ່າງລະອຽດຕາມທິດສະດີ ແລະ ຫຼັກການຢ່າງລະອຽດຄົບຖ້ວນ ພ້ອມນັ້ນ, ນັກເຝິກຊ້ອມຕ້ອງຍົກສູງຄວາມເອົາໃຈໃສ່ຕໍ່ການເຝິກຊ້ອມກຳແໜ້ນໄດ້ທິດສະດີ,ຫຼັກການ ກໍຄືພາກປະຕິບັດຕົວຈິງ, ຕ້ອງຮັບປະກັນໄດ້ຄວາມປອດໄພຕໍ່ຊີວິດ, ພາຫະນະວັດຖຸ, ອຸປະກອນໃນການເຝິກຊ້ອມ ເພື່ອເຮັດໃຫ້ການເຝິກຊ້ອມກອບກູ້ໄພພິບັດດໍາເນີນໄປຕາມແຜນການ ແລະ ບັນລຸໄດ້ຜົນສໍາເລັດ.

ສຳລັບກຳລັງທີ່ເຂົ້າຮ່ວມເຝິກຊ້ອມ ປະກອບມີ: ກໍາລັງພະລາທິການ 30 ສະຫາຍ, ກໍາລັງເຕັກນິກ 30 ສະຫາຍ, ກໍາລັງຊ່າງແສງ 60 ສະຫາຍ, ກໍາລັງເສນາຮັກ 60 ສະຫາຍ, ກໍາລັງສື່ສານ 20 ສະຫາຍ, ກໍາລັງທະຫານອາກາດ 15 ສະຫາຍ ແລະ ກໍາລັງວິທະຍາຄານພະລາທິການກອງທັບ 30 ສະຫາຍ ເຊິ່ງເນື້ອໃນການເຝິກຊ້ອມມີ: ຊອກຄົ້ນ, ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄຟທາງນໍ້າຄື: ລາດຕະເວນ, ຊອກຄົ້ນຜູ້ປະສົບໄພຂອບເຂດນໍ້າຖ້ວມຕາມຈຸດຕ່າງໆ ດ້ວຍເຮືອ ແລະ ໂດຣນ, ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພທີ່ຕິດຄ້າງຕາມບ້ານເຮືອນ, ຕົ້ນໄມ້ ແລະ ເກາະດອນ, ກອບກູ້ ແລະ ຊ່ວຍເຫຼືອເອົາຜູ້ປະສົບໄພທີ່ຖືກບາດເຈັບໄຫຼມາຕາມກະແສນໍ້າ, ໜ່ວຍແພດສຸກເສີນປະຖົມພະຍາບານຂັ້ນຕົ້ນກ່ອນນໍາສົ່ງໄປໂຮງໝໍພາກສະໜາມ; ຊອກຄົ້ນ-ກອບກູ້ ຊ່ວຍເຫຼືອຜູ້ປະສົບໄພທາງບົກຄື: ໄດ້ຮັບການລາຍງານມີພູດິນເຈື່ອນທັບຖົມ ໜ່ວຍສືບຂ່າວລົງເກັບກຳຂໍ້ມູນສະຖິຕິພົນລະເມືອງ ຢູ່ຂອບເຂດທີ່ເກີດໄພພິບັດ, ຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພ ດິນເຈື່ອນທັບຖົມ ປະຕິບັດການຊ່ວຍເຫຼືອຜູ້ປະສົບໄພທາງດ້ານການແພດຕໍ່ຜູ້ບາດເຈັບ ແລະ ເສຍຊີວິດ, ນໍາສົ່ງຜູ້ປະສົບໄພທີ່ມີອາການເຈັບໜັກໄປໂຮງໝໍແນວຫຼັງ ດ້ວຍເຮືອບິນ (MI-17).

ໂດຍ: ສົມຄິດ ພູມມີຈິດ

ຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI

0

ໃນວັນທີ 8 ສິງຫາ 2025 ນີ້, ສະຫາຍ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກນະຄອນຫຼວງວຽງຈັນ, ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຄະນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ບັນດາຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວກອງທັບເຂົ້າຮ່ວມ.

ສະຫາຍ ປອ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໃຫ້ຮູ້ວ່າ: ໂດຍອີງຕາມ ຜົນການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ໃນວັນທີ 7 ສິງຫາ 2025 ມີດັ່ງນີ້: ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ປະກອບມີ 35 ສະຫາຍ, ຍິງ 2 ສະຫາຍ, ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ລ້ວນແຕ່ໄດ້ຮັບການທົດສອບ, ເຝິກຝົນຫຼໍ່ຫຼອມຈາກຂະບວນການວຽກງານຕົວຈິງ, ມີຄວາມບໍລິສຸດຜຸດຜ່ອງຕໍ່ພັກ, ເປັນຜູ້ທີ່ມີຄວາມຕັ້ງໜ້າ, ເປັນແບບຢ່າງທີ່ດີເດັ່ນໃຫ້ແກ່ຖັນແຖວສະມາຊິກພັກ, ນາຍ ແລະ ພົນທະຫານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຄະນະບໍລິຫານງານພັກ ຊຸດນີ້ ສ່ວນຫຼາຍແມ່ນໄດ້ຮັບການສຶກສາຮໍ່າຮຽນທິດສະດີ ມາກ-ເລນິນ ທັງລະບົບບຳລຸງ-ກໍ່ສ້າງ, ລະດັບການສຶກສາວິຊາສະເພາະ ແລະ ເຕັກນິກວິທະຍາສາດ ຈົບຊັ້ນສູງຂຶ້ນໄປ.

ກອງປະຊຸມ ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈຳພັກກະຊວງ 11 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້:

1) ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ

2) ສະຫາຍ ພົນຕີ ວົງສອນ ອິນປານພິມ

3) ສະຫາຍ ພົນຕີ ສາຍໃຈ ກົມມະສິດ

4) ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ

5) ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ

6) ສະຫາຍ ພົນຕີ ພັນແສງ ບຸນພັນ

7) ສະຫາຍ ພົນຕີ ວັນທອງ ບຸດຕະວົງ

8) ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ

9) ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ

10) ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ

11) ສະຫາຍ ພົນຕີ ໄພວັນ ຈັນທະພົມມາ

ກອງປະຊຸມ ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:

1) ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ເປັນເລຂາຄະນະພັກ

2) ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນຮອງເລຂາຄະນະພັກ

3) ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເປັນຮອງເລຂາຄະນະພັກ

ກອງປະຊຸມ ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:

1) ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ເປັນປະທານກວດກາພັກ

2) ສະຫາຍ ພັນເອກ ແພງສີ ເສັງວິໄຊ ເປັນຮອງປະທານ

3) ສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ ເປັນຮອງປະທານ

ກຳມະການຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ປະກອບມີ 35 ສະຫາຍ ຄື:

1. ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ

2. ສະຫາຍ ພົນຕີ ວົງສອນອິນປານພິມ

3. ສະຫາຍ ພົນຕີ ສາຍໃຈ ກົມມະສິດ

4. ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ

5. ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ

6. ສະຫາຍ ພົນຕີ ພັນແສງ ບຸນພັນ

7. ສະຫາຍ ພົນຕີ ວັນທອງ ບຸດຕະວົງ

8. ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ

9. ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ

10. ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ

11. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ

12. ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ

13. ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ

14. ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ

15. ສະຫາຍ ພົນຈັດຕະວາ ສີພອນໄຊ ຄຳທອງເຫວີນ

16. ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ

17. ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ

18. ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ

19. ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ

20. ສະຫາຍ ພັນເອກ ສອນໄຊ ຈັນຍາລາດ

21. ສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ

22. ສະຫາຍ ພົນຈັດຕະວາ ສີ ທະວີໄຊ

23. ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ

24. ສະຫາຍ ພັນເອກ ໃຈເພັດ ວົງແສນສົມ

25. ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ

26. ສະຫາຍ ພັນເອກ ພູເງິນ ພົມເມືອງ

27. ສະຫາຍ ພົນຈັດຕະວາ ປອ ຄຳຜີວ ມະນີວົງ

28. ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ

29. ສະຫາຍ ພັນເອກ ແພງສີ ເສັງວິໄຊ

30. ສະຫາຍ ພົນຈັດຕະວາ ປອ ເຜີຍເພັດ ພົມສີຈັນ

32. ສະຫາຍ ພັນເອກ ຄຳກົດ ອິນສີນາ

32. ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ

33. ສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ

34. ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ

35. ສະຫາຍ ພົນຈັດຕະວາ ນາງ ມາລີວອນ ສຸລິຍະແສງ

ໂດຍ: ຈິດ+ແສງເດືອນ

ຫຼາຍພາກສ່ວນ ໄດ້ມອບເງິນອຸປະຖໍາໃຫ້ກະຊວງປ້ອງກັນປະເທດ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ

0

ວັນທີ 7 ສິງຫາ 2025 ນີ້, ມີຫຼາຍພາກສ່ວນ ໄດ້ມອບເງິນອຸປະຖໍາໃຫ້ກະຊວງປ້ອງກັນປະເທດ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ດັ່ງນີ້:

ບໍລິສັດ ມີງງອກ ມາຍນີ້ງ ນໍາໂດຍສະຫາຍ ພົນຈັດຕະວາ ຫງວຽນ ກວັກ ຢຸງ ປະທານ ບໍລິສັດ ມີງງອກ ມາຍນີ້ງ ພ້ອມດ້ວຍຄະນະ ມອບເງິນ ຈໍານວນ 2 ຕື້ກີບ ແລະ ບໍລິສັດ ລາວິນາໂກ 36 ຈໍາກັດຜູ້ດຽວ ນໍາໂດຍ ສະຫາຍ ເຈືອງ ກົງທົ່ງ ປະທານ ບໍລິສັດ ລາວິນາໂກ 36 ຈໍາກັດຜູ້ດຽວ ພ້ອມດ້ວຍຄະນະ ມອບເງິນຈໍານວນ 200 ລ້ານກີບ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ກ່າວຮັບໂດຍສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ.

ບໍລິສັດ ຈໍາປາ ກໍ່ສ້າງຂົວທາງ ແລະ ຕິດຕັ້ງໄຟຟ້າ ຈຳກັດຜູ້ດຽວ ມອບອຸປະຖໍາຫຼັກໄຟຟ້າ ເປີດ-ປິດ ປະຕູໂຂງ ເຂົ້າ-ອອກ ດ້ານຂ້າງກະຊວງປ້ອງກັນປະເທດ ຈໍານວນ 3 ຊຸດ ລວມມູນຄ່າ 60 ລ້ານກວ່າກີບ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ກ່າວຮັບໂດຍ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ.

ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ນໍາໂດຍ ທ່ານ ນາງ ສີລິວັນ ປັດທໍາມະວົງ ຮອງອໍານວຍການ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ພ້ອມດ້ວຍຄະນະ ມອບເງິນ ຈໍານວນ 100 ລ້ານກີບ ແລະ ບໍລິສັດ ໂຈ້ບຸນມີ ພັດທະນາແຮ່ທາດ ຈໍາກັດຜູ້ດຽວ ນໍາໂດຍ ທ່ານ ນາງ ບົວແກ້ວ ນິລັດໄຊ ຮອງປະທານບໍລິສັດ ພ້ອມດ້ວຍຄະນະ ມອບເງິນ ຈໍານວນ 35 ລ້ານກີບ ຕາງໜ້າໃຫ້ກະຊວງປ້ອງກັນປະເທດກ່າວຮັບ ໂດຍ ສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຮັກສາການຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ເຂົ້າຮ່ວມເປັນສັກຄີພະຍານ.

ພ້ອມດຽວດັນນັ້ນ, ຫ້ອງການທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ນໍາໂດຍ ສະຫາຍ ພັນເອກ ຫວໍວັນຖົງ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ເນື່ອງໃນໂອກາດສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ.

ໂອກາດນີ້, ບັນດາສະຫາຍ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ກ່າວຮັບວັດຖຸປັດໄຈດັ່ງກ່າວ ໄດ້ສະແດງຄວາມຂອບໃຈນໍາແຕ່ລະພາກສ່ວນ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ໄດ້ນໍາເອົາເງິນ ມາມອບໃຫ້ກະຊວງປ້ອງກັນປະເທດ ເພື່ອເປັນການຊຸກຍູ້ຂະບວນການດ້ານຕ່າງໆ ໃນໂອກາດດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ໃຫ້ມີບັນຍາກາດຟົດຟື້ນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະໝູນໃຊ້ເງິນຈຳນວນດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ ແລະ ຖືກຕ້ອງຕາມຈຸດປະສົງເປົ້າໝາຍ.

ໂດຍ: ຈອນນີ້ ອິນທະວົງ

ການທົດລອງຄັ້ງສຸດທ້າຍ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

0

ສູນສະຖິຕິແຫ່ງຊາດ, ກະຊວງການເງິນໄດ້ດຳເນີນຈັດຕັ້ງປະຕິບັດການທົດລອງຄັ້ງສຸດທ້າຍສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ເພື່ອກວດກາຄວາມພ້ອມຮອບດ້ານກ່ອນການເດີນສຳຫຼວດເກັບກຳຂໍ້ມູນພາກສະໜາມຕົວຈິງ ໃນຂອບເຂດທົ່ວປະເທດໃນ ວັນທີ 3 ພະຈິກ 2025.

ການທົດລອງສຳຫຼວດຄັ້ງສຸດຄັ້ງນີ້ໄດ້ຈັດຕັ້ງປະຕິບັດໃນລະຫວ່າງວັນທີ 4-8 ສິງຫານີ້ ທີ່ນະຄອນ ຫຼວງວຽງຈັນ ແລະ ແຂວງບໍ່ແກ້ວ, ໂດຍມີຈຸດປະສົງກວດກາຄວາມພ້ອມທຸກດ້ານການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025. ໃນນັ້ນໄດ້ເນັ້ນໃສ່ການທົດລອງການນຳໃຊ້ເຄື່ອງມືທີ່ພັດທະນາຂຶ້ນສຳລັບສຳພາດ ແລະ ເກັບກຳຂໍ້ມູນຕົວຈິງຈາກຄົວເຮືອນລວມໝູ່ ແລະ ທີ່ພັກອາໄສຢູ່ໃນເຂດເສດຖະກິດພິເສດໃນນະຄອນຫຼວງວຽງຈັນ ແລະ ແຂວງບໍ່ແກ້ວ.

ພາຍໃຕ້ການຊ່ວຍເຫຼືອດ້ານວິຊາການອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ແລະ ບັນດາຄູ່ຮ່ວມພັດທະນາ, ສູນສະຖິຕິແຫ່ງຊາດໄດ້ເລີ່ມຕົ້ນຫ້າງຫາກະກຽມການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ນັບຕັ້ງແຕ່ ປີ 2021. ຕະຫຼອດໄລຍະຜ່ານມາ, ສູນສະຖິຕິແຫ່ງຊາດໄດ້ສຳເລັດບັນດາໜ້າວຽກສຳຄັນຕ່າງໆຫຼາຍປະການເປັນຕົ້ນ: ການສ້າງໂປຣແກຣມແອັບພລິເຄຊັນສຳລັບສຳພາດເກັບກຳຂໍ້ມູນ, ການສ້າງແຜນທີ່ເຂດສຳຫຼວດ, ຕະຫຼອດຮອດການສ້າງແຜນໂຄສະນາເຜີຍແຜ່ວຽກງານການສຳຫຼວດ ແລະ ພັດທະນາສ້າງເຄື່ອງມືສຳລັບປະເມີນຄຸນນະພາບການສຳຫຼວດ. ການທົດລອງຄັ້ງສຸດທ້າຍນີ້ແມ່ນຂະບວນການສຸດທ້າຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ກ່ອນຈະມີການລົງເກັບກຳຂໍ້ມູນຕົວຈິງພາກສະໜາມໃນເດືອນພະຈິກນີ້; ສປປ ລາວ ດຳເນີນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດໃນທຸກໆ 10 ປີໂດຍປະຕິບັດຕາມກົດໝາຍວ່າດ້ວຍສະຖິຕິ ຊຶ່ງຈະເກັບກຳຂໍ້ມູນທີ່ສຳຄັນກ່ຽວກັບເສດຖະກິດ ແລະ ສັງຄົມປະກອບມີຂໍ້ມູນປະຊາກອນທີ່ແບ່ງຕາມເພດ, ອາຍຸ, ຊົນເຜົ່າ, ພື້ນທີ່ພູມສັນຖານ, ການສຶກສາ, ແຮງງານ, ຄວາມພິການ, ການຍົກຍ້າຍຖິ່ນຖານ, ການເກີດ ແລະ ການຕາຍ, ການຂຶ້ນທະບຽນພົນລະເມືອງ, ພ້ອມທັງຂໍ້ມູນກ່ຽວກັບທີ່ຢູ່ອາໄສ ແລະ ໂຄງລ່າງພື້ນຖານ.

ບັນດາຂໍ້ມູນເຫຼົ່ານີ້ຈະເປັນບ່ອນອີງໃຫ້ລັດຖະບານສາມາດຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ນອກຈາກນີ້, ຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ລັດຖະບານປະເມີນຜົນຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ຊຶ່ງຖືກສ້າງຂຶ້ນແນໃສ່ເພື່ອຮັບປະກັນວ່າຈະບໍ່ມີໃຜຖືກປະປ່ອຍໄວ້ທາງຫຼັງ.

ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ ກ່າວວ່າ: ການສຳຫຼວດທົດລອງຄັ້ງສຸດທ້າຍແນໃສ່ກວດກາຄວາມພ້ອມທຸກດ້ານເປັນຕົ້ນບັນດາເຄື່ອງມືທີ່ຈະນຳໃຊ້ເຂົ້າໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025. ການສຳຫຼວດທົດລອງແມ່ນໜຶ່ງໃນຂັ້ນຕອນທີ່ສຳຄັນໃນຂະບວນການຫ້າງຫາກະກຽມການສຳຫຼວດ. ການສຳຫຼວດທົດລອງນີ້ຈະຊ່ວຍໃຫ້ສູນສະຖິຕິສາມາດເຫັນໄດ້ຈຸດອ່ອນ ແລະ ຂໍ້ຄົງຄ້າງເພື່ອປັບປຸງການສຳຫຼວດແບບດີຈີຕອນຄັ້ງທຳອິດຂອງ ສປປ ລາວ ຮັບປະກັນຜົນສຳເລັດອັນຈົບງາມຂອງການເດີນສຳຫຼວດ ແລະ ນັບຈຳນວນປະຊາກອນຕົວຈິງໃນທ້າຍປີນີ້.

“ການສຳຫຼວດທົດລອງຄັ້ງສຸດທ້າຍນີ້ຖືເປັນໄລຍະສຳຄັນໃນຂະບວນການຫ້າງຫາກະກຽມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025. ການສຳຫຼວດທົດລອງຄັ້ງນີ້ຈະຊ່ວຍໃຫ້ພວກເຮົາກວດກາຄືນຄວາມພ້ອມຂອງເຄື່ອງມືທັງໝົດ ແລະ ປັບປຸງລະບົບເພື່ອຮັບປະກັນການເກັບກຳຂໍ້ມູນໃນທ້າຍປີນີ້ ດຳເນີນໄປດ້ວຍດີ ມີປະສິດທິພາບ.

ທ່ານ ແກມບິສຄາບິຣິ (Kambiz Kabiri) ຜູ້ປະສານງານຂອງອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ກ່າວວ່າ: UNFPA ມີຄວາມພາກພູມໃຈທີ່ໄດ້ມີໂອກາດເຮັດວຽກຢ່າງໃກ້ຊິດກັບສູນສະຖິຕິແຫ່ງຊາດ ແລະ ບັນດາຄູ່ຮ່ວມງານຊ່ວຍເຫຼືອ ແລະ ລັດຖະບານ ສປປ ລາວ ດຳ ເນີນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດແບບດີຈີຕອນຄັ້ງປະຫວັດສາດ “UNFPA ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ການຮ່ວມມືທີ່ມີມາແຕ່ດົນນານກັບສູນສະຖິຕິແຫ່ງຊາດໃນວຽກງານທີ່ສຳຄັນນີ້. ເປົ້າໝາຍສູງສຸດຂອງພວກເຮົາແມ່ນເພື່ອຊ່ວຍເຫຼືອ ສປປ ລາວ ດຳເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ສຳເລັດຕາມລະດັບຄາດໝາຍ ແລະ ມີຄຸນນະພາບສູງ. ການສໍາຫຼວດພົນລະເມືອງເປັນເຄື່ອງມືອັນສຳຄັນສຳລັບສະໜອງຂໍ້ມູນສຳລັບວາງແຜນພັດທະນາປະເທດຊາດ. ຂໍ້ມູນທີ່ໄດ້ຈາກການສຳຫຼວດບໍ່ພຽງແຕ່ຈະຖືກນໍາໃຊ້ເຂົ້າໃນການວາງນະໂຍບາຍ ແລະ ແຜນພັດທະນາເທົ່ານັ້ນແຕ່ຍັງຈະເປັນການສ້າງຄວາມເຂັ້ມແຂງ ປະກອບສ່ວນເຂົ້າໃນການປັບປຸງລະບົບສະຖິຕິໃນ ສປປ ລາວ. ພວກເຮົາຂໍຊົມເຊີຍສູນສະຖິຕິແຫ່ງຊາດ ແລະ ຄູ່ຮ່ວມພັດທະນາສໍາລັບຄວາມມຸ່ງໝັ້ນ ແລະ ຫວັງຢ່າງຍິ່ງວ່າການທົດລອງພາກສະໜາມຄັ້ງສຸດທ້າຍນີ້ຈະສໍາເລັດຜົນຢ່າງຈົບງາມ.

(ຂ່າວ: ສູນສະຖິຕິແຫ່ງຊາດ/UNFPA)

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງສາລະວັນ ເລັ່ງແກ້ໄຂບັນຫາຫຍຸ້ງຍາກ-ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ

0

ພາຍຫລັງສໍາເລັດການປະກາດຜົນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X ໃນຕອນເຊົ້າວັນທີ 7 ສິງຫາ 2025 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ແຂວງສາລະວັນ ເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ກໍຄື ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຄຽງຄູ່ກັບການເອົາໃຈໃສ່ວາງແຜນພັດທະນາເຂດແຄ້ວນ ຕ້ອງມີຈຸດສຸມທີ່ຊັດເຈນ ແລະ ຈະແຈ້ງທີ່ສຸດ ແນໃສ່ທິດທາງການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃຫ້ປະກົດຜົນເປັນຈິງ; ສູ້ຊົນສ້າງພື້ນເສດຖະກິດໃຫ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 6,7% ຕໍ່ປີ, ສະເລ່ຍຕໍ່ຫົວຄົນໃຫ້ບັນລຸ 23 ລ້ານກວ່າກີບຕໍ່/ຄົນ/ປີ ຂຶ້ນໄປ.

ພ້ອມນີ້, ໃຫ້ສືບຕໍ່ຕັ້ງໜ້າປະຕິບັດແນວທາງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຕິດພັນກັບການພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ຖືເອົາການຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ເປັນມາດຕະການຍຸດທະສາດ ໃຫ້ແຂງແຮງຂຶ້ນກວ່າເກົ່າ; ສືບຕໍ່ຍູ້ແຮງການລົງທຶນທັງພາຍໃນ ແລະ ຕ່າງ ປະເທດ ໃນຫລາຍຂະແໜງການ ເພື່ອຂະຫຍາຍແຫລ່ງລາຍຮັບໃຫ້ຫລາຍກວ່າເກົ່າ; ເພີ່ມທະວີການຮ່ວມມືຮອບ ດ້ານກັບບັນດາປະເທດເພື່ອນມິດ, ຍົກລະດັບການພົວພັນຮ່ວມມືກັບບັນດາປະເທດໃກ້ຄຽງ, ບັນດາອົງການຈັດຕັ້ງສາກົນ ໃຫ້ເກີດຜົນຕົວຈິງຫລາຍຂຶ້ນ; ເອົາໃຈໃສ່ຕໍ່ການລົງທຶນ ໃນຂະແໜງອຸດສາຫະກໍາປຸງແຕ່ງ ຕິດພັນກັບຂະແໜງ ກະສິກຳ ແລະ ຫັດຖະກໍາ ທີ່ເປັນມູນເຊື້ອຂອງແຂວງ ຕິດພັນກັບການແກ້ໄຂ ແລະ ພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ ເສັ້ນທາງ-ຂົວ ໃຫ້ຮັບປະກັນ ແລະ ໄດ້ມາດຕະຖານ; ສືບຕໍ່ເອົາໃຈໃສ່ການພັດທະນາດ້ານວັດທະນະທໍາ-ສັງ ຄົມ ໂດຍສຸມໃສ່ປະຕິບັດບັນດາຄາດໝາຍຕົວຊີ້ວັດ ການພັດທະນາແບບຍືນຍົງ ເປັນຕົ້ນ ດ້ານການສຶກສາ, ສາທາ ລະນະສຸກ, ເອົາໃຈໃສ່ປັບປຸງສະຫວັດດີການສັງຄົມ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນ ລວມທັງບັນດາຄາດໝາຍຕ່າງໆທີ່ບໍ່ທັນບັນລຸ ຄຽງຄູ່ກັບການເອົາໃຈໃສ່ຄຸ້ມຄອງ-ດັດສົມ ແລະ ການພັດທະນາສີມືແຮງງານ ເພື່ອສະໜອງຄວາມຕ້ອງການຂອງຕະຫລາດແຮງງານ ກໍຄື ໂຄງການລົງທຶນຕ່າງໆຢູ່ພາຍໃນແຂວງ ທີ່ມີໃນປັດຈຸບັນ ແລະ ອະນາ ຄົດ; ສ້າງທຸກເງື່ອນໄຂໃຫ້ພົນລະເມືອງມີວຽກເຮັດງານທຳ ເພື່ອແກ້ໄຂ, ສະກັດກັ້ນໄພວ່າງງານ ແລະ ການໜີໄປອອກແຮງງານຢູ່ຕ່າງປະເທດ, ເອົາໃຈໃສ່ພັດທະນາສີມືແຮງງານ ໃຫ້ມີຄຸນນະພາບ, ຫລາກຫລາຍອາຊີບ ເພື່ອສາມາດຕອບສະໜອງຄວາມຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມ; ສຸມໃສ່ວຽກງານຖະແຫລງຂ່າວ-ສື່ມວນຊົນ ໃຫ້ເປັນກະບອກສຽງອັນແຫລມຄົມຂອງພັກ ຄຽງຄູ່ກັບການອະນຸລັກຮັກສາ ແລະ ພັດທະນາວັດທະນະທຳອັນດີງາມຂອງຊາດ ຂອງທ້ອງຖິ່ນ ໃຫ້ຍືນຍົງ, ປົກປັກຮັກສາ ແລະ ສົ່ງເສີມຄຸນຄ່າມໍລະດົກທາງດ້ານວັດທະນະທຳໃຫ້ຍືນຍົງ, ພັດທະນາອຸດສະຫາກຳການທ່ອງທ່ຽວ, ຍູ້ແຮງການໂຄສະນາ ແລະ ດຶງດູດການທ່ອງທ່ຽວໃຫ້ເພີ່ມຂຶ້ນ; ເອົາ ໃຈໃສ່ກວດກາ, ຄົ້ນຄວ້າວຽກງານສ້າງຕັ້ງຕາແສງ ເພື່ອສ້າງຄວາມເຂັ້ມແຂງ ຂອງລະບອບປະຊາທິປະໄຕປະຊາຊົນ, ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ໃຫ້ເກີດຜົນເປັນຈິງ; ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ພະນັກງານ, ຜູ້ທີ່ມີຜົນງານ ແລະ ມີຄຸນງາມຄວາມ ດີຕໍ່ປະເທດຊາດ ຕໍ່ການປະຕິວັດ ແລະ ຊ່ວຍເຫລືອບັນເທົາທຸກຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພພິບັດ, ປຸກລະດົມສັງຄົມ ເຂົ້າຮ່ວມການສົງເຄາະຊວ່ຍເຫລືອ ຜູ້ທີ່ທຸກຍາກ-ດ້ອຍໂອກາດ ໃຫ້ດີກວ່າເກົ່າ; ຄະນະພັກແຕ່ລະຂັ້ນ ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ, ສ້າງແນວຄິດຕື່ນຕົວ ໃນການປະຕິບັດແນວທາງ, ນະໂຍບາຍຂອງພັກ ໂດຍສະເພາະ ແມ່ນໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເດັດດ່ຽວຕໍ່ສູ້ປົກປ້ອງແນວທາງຂອງພັກ, ຕອບຕ້ານຖ້ອຍທຳນອງບິດເບືອນ, ການໂຄສະນທັບຖົມໂຈມຕີ ແລະ ການຍຸແຍ່ຂອງອິດທິກຳລັງປໍລະປັກ; ເພີ່ມທະວີວຽກງານຕິດຕາມ-ກວດກາພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ການສວຍໂອກາດ ໃຫ້ເປັນປົກກະຕິ ແລະ ແທດເຖິງທຸກຂົງເຂດ ເພື່ອກວດຄືນບັນດາຄາດໝາຍ ກໍຄື ການຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງ, ໜ້າທີ່ວຽກງານຕ່າງໆ ທີ່ຂັ້ນເທິງ ແລະ ຄະນະພັກຂັ້ນຂອງຕົນວາງອອກ ແຕ່ລະໄລຍະໃຫ້ເປັນປົກກະຕິ-ເປັນປະຈຳ; ເພີ່ມທະວີວຽກງານປັບປຸງອົງການຈັດຕັ້ງມະຫາຊົນ ຂອງພັກໃຫ້ເຂັ້ມແຂງ, ຄະນະພັກແຕ່ລະຂັ້ນ ຕ້ອງຖືສຳຄັນວຽກງານປັບປຸງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ ສ້າງເງື່ອນ ໄຂໃຫ້ແຕ່ລະອົງການ ເຄື່ອນໄຫວປະຕິບັດໜ້າທີ່ ໃຫ້ຖືກຕ້ອງຕາມພາລະບົດບາດຂອງຕົນ ໃຫ້ແຂງແຮງ ເພື່ອເປັນກຳລັງແຮງໃຫ້ແກ່ຄະນະພັກແຕ່ລະຂັ້ນ.

ໃນໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງເນັ້ນໃຫ້ຄະນະບໍລິຫານງານພັກແຂວງຊຸດ ໃໝ່ ໃຫ້ເອົາໃຈໃສ່ຕື່ມບາງບັນຫາຄື: ຮີບຮ້ອນຊີ້ນຳການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກຳລະອຽດ, ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫລວດ ກໍຄື ປະຊາຊົນບັນດາເຜົ່າໃນທົ່ວແຂວງຮັບຮູ້, ຕິດພັນກັບການຍູ້ແຮງຂະບວນການ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ໃຫ້ແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິ ຫານງານພັກ, ຄະນະປະຈຳພັກ ໃຫ້ລະອຽດ, ຈະແຈ້ງ, ຕ້ອງເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທ ເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເສຍສະລະ ເພື່ອເຮັດສຳເລັດໜ້າທີ່ ທີ່ຖືມອບໝາຍ ເພື່ອຮັບໃຊ້ພາລະກິດປະຕິວັດອັນສູງສົ່ງຂອງພັກ ນັ້ນແມ່ນເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ; ຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫລັກການ, ລະບອບແບບແຜນວິທີນຳພາຂອງພັກ, ຮັບຜິດຊອບໂດຍກົງຕໍ່ຜົນໄດ້-ຜົນເສຍ ຂອງວຽກງານທີ່ຖືກມອບໝາຍ, ເດັດຂາດແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫລວງ, ເສື່ອມຄຸນປ່ຽນທາດ, ສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນ; ເອົາໃຈໃສ່ຍົກລະດັບຄວາມຮູ້ ຄວາມສາມາດຂອງຕົນໃຫ້ສູງຂຶ້ນເລື້ອຍໆ ໂດຍສະເພາະແມ່ນຄວາມຮູ້ທາງດ້ານທິດສະດີການເມືອງ ກໍຄື ຄວາມຮູ້ທາງວິຊາການທີ່ຕົນຮັບຜິດຊອບ. ພ້ອມກັນນັ້ນ, ຕ້ອງໄດ້ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ ແລະ ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ; ຕ້ອງປະຕິບັດຢ່າງຖືກຕ້ອງ ຫລັກການເຮັດວຽກຂອງພັກ ເຊິ່ງແມ່ນຫລັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ, ມອບໝາຍວຽກງານໃຫ້ບຸກຄົນຮັບຜິດຊອບ, ຕ້ອງເຂົ້າໃຈວ່າສະຕິປັນຍາລວມໝູ່ ແມ່ນກຳລັງແຮງແຫ່ງການນຳພາຂອງພັກເຮົາ ແມ່ນສິ່ງຄໍ້າປະກັນຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ໄຊຊະນະຂອງພາລະກິດປ່ຽນແປງໃໝ່ ຂອງພັກເຮົາ; ມີແບບແຜນດຳລົງຊີວິດທີ່ລຽບງ່າຍ ປອດໃສ ຂາວສະອາດ ເອົາຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນຢູ່ເໜືອກວ່າຜົນປະໂຫຍດສ່ວນຕົວ; ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ເພີ່ມທະວີຄວາມສາມັກຄີພາຍໃນ, ຍົກສູງບົດບາດການນຳພາຂອງພັກ ໃນທຸກຂົງເຂດວຽກງານ, ຕິດພັນແໜ້ນກັບປະຊາຊົນ, ຮັບຟັງຄຳຄິດເຫັນຂອງປະຊາຊົນ ແລະ ແກ້ໄຂບັນຫາທີ່ຄົງຄ້າຢ່າງຈິງຈັງ. ພ້ອມກັນນັ້ນ, ຕ້ອງສືບຕໍ່ເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ສ້າງໂອກາດໃຫ້ທຸກຄົນໄດ້ເຂົ້າເຖິງການສຶກສາ ແລະ ສາທາລະນະສຸກທີ່ມີຄຸນນະພາບ ພ້ອມທັງຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ; ສືບປະຕິບັດແນວທາງການຕ່າງປະເທດຂອງພັກ, ພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ ໃນພາກພື້ນ ແລະ ໃນໂລກ ຕາມແນວທາງນະໂຍບາຍຂອງພັກ.

ອິຕາລີ ອະນຸມັດແຜນ ສ້າງຂົວແຂວນຍາວ ທີ່ສຸດໃນໂລກ

0

ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຫລວງໂຣມ ປະເທດອິຕາລີ ເມື່ອວັນທີ 7 ສີງຫາ: ລັດຖະບານອິຕາລີ ໄດ້ອະນຸມັດໂຄງການສ້າງຂົວແຂວນຍາວທີ່ສຸດໃນໂລກ ທີ່ມີມູນຄ່າ 13,5 ຕື້ເອີໂຣ ເພື່ອເຊື່ອມຕໍ່ເກາະຊີຊີລີ ກັບ ອິຕາລີ. ໃນຂະນະດຽວກັນ, ຜູ້ນຳອິຕາລີ ໄດ້ຍ້ອງຍໍໂຄງການດັ່ງກ່າວວ່າ ເປັນການກະຕຸ້ນເສດຖະກິດ ສຳລັບພາກໃຕ້ຂອງອິຕາລີ ທີ່ພວມຜະເຊີນກັບຄວາມທຸກຍາກ.

ຂົວແຫ່ງນີ້ຈະກຳນົດໃຫ້ສ້າງສໍາເລັດ ໃນປີ 2032, ຊຶ່ງມີຄວາມທັນສະໄໝທາງດ້ານເຕັກນິກວິສະວະກຳ, ໂດຍສາມາດຕ້ານທານຕໍ່ກະແສລົມແຮງ ແລະ ແຜ່ນດິນໄຫວໃນພາກພື້ນ. ຂົວດັ່ງກ່າວໄດ້ຖືກອອກແບບໃຫ້ມີເສັ້ນທາງລົດໄຟ 2 ສາຍແລ່ນຜ່ານທາງກາງ ແລະ ເສັ້ນທາງອີກ 6 ເລນ, ແຂວນ ລະຫວ່າງ ເສົາຫລັກ 2 ຕົ້ນ, ດ້ວຍຄວາມສູງ 400 ແມັດ, ໂດຍມີຄວາມຍາວເຖິງ 3,3 ກິໂລແມັດ ຊຶ່ງເປັນໄລຍະທາງຍາວທີ່ສຸດໃນໂລກ.

ສປ ຈີນ ກວດພົບຜູ້ຕິດເຊື້ອພະຍາດຊີຄຸນກຸນຢາ ຈຳນວນ 7.000 ຄົນ

0

ຕາມຂ່າວ ສປຈີນ: ວັນທີ 7 ສິງຫາ, ສປຈີນ ພວມຜະເຊີນກັບ ການແພ່ລະບາດ ຂອງ ພະຍາດ ຊີຄຸນກຸນຢາ ຫລື ພະຍາດ ໄຂ້ປວດຂໍ້ ຍຸງລາຍ ເປັນພະຍາດ ຈາກຍຸງເປັນພາຫະນະ ນໍາເຊື້ອ, ພົບຜູ້ຕິດເຊື້ອ ຫລາຍກວ່າ 7.000 ຄົນ ໃນແຂວງກວາງຕຸ້ງ ຕັ້ງແຕ່ ເດືອນກໍລະກົດ ຜ່ານມາ, ສົ່ງຜົນໃຫ້ ຕ້ອງໃຊ້ ມາດຕະການ ຄວາມຄຸມ ທີ່ຄ້າຍຄືກັບ ໄລຍະແພ່ລະບາດ ຂອງ ພະຍາດ ໂຄວິດ-19.

ເມືອງຝໍຊານ ເປັນພື້ນທີ່ ໄດ້ຮັບຜົນກະທົບ ຢ່າງໜັກທີ່ສຸດ ໂດຍມີ ການກຳນົດ ມາດຕະການ ໃຫ້ຜູ້ຕິດເຊື້ອ ຊີຄຸນກຸນຢາ ຕ້ອງເຂົ້າປິ່ນປົວ ໃນໂຮງໝໍ ແລະ ນອນໃນມຸ້ງ ຕະຫລອດເວລາ , ໂດຍ ຈະອະນຸຍາດ ໃຫ້ກັບບ້ານ ເມື່ອຜົນກວດ ເປັນລົບ ຫລື ເຂົ້າປິ່ນປົວ ເປັນເວລາ 7 ວັນ , ເນື່ອງຈາກ ເປັນພະຍາດ ທີ່ບໍ່ມີຄົນຮູ້ຈັກ ແລະ ແພ່ຫລາຍໃນຈີນ ./

ນອກຈາກນັ້ນ ຍັງມີການ ລາຍງານວ່າ ຍັງມີ 12 ເມືອງ ໃນແຂວງກວາງຕຸ້ງ ມີຜູ້ຕິດເຊື້ອດັ່ງກ່າວ ຕັ້ງແຕ່ເດືອນກໍລະກົດ ເປັນຕົ້ນມາ. ໂດຍພະຍາດ ດັ່ງກ່າວ ມີອາການ ໄຂ້ ອອກຕຸ່ມ ແລະ ປວດຂໍ້. ພະຍາດນີ້ ບໍ່ສາມາດ ຕິດຕໍ່ຈາກຄົນ ສູ່ຄົນໄດ້ ໂດຍກົງ ແຕ່ຈະແພ່ ກະຈາຍ ໂດຍຜ່ານຍຸງກັດ ຜູ້ຕິດເຊື້ອ ແລ້ວໄປກັດຄົນອື່ນຕໍ່./

ໄພທຳມະຊາດ ທຳລາຍເສດຖະກິດໂລກ ຫລາຍກວ່າ 135.000 ລ້ານໂດລາ

0

ສຳນັກຂ່າວເອເອຟພີ ລາຍງານຈາກເມືອງຊູຣິກ ປະເທດສະວິດ ເມື່ອວັນທີ 7 ສິງຫາ, ບໍລິສັດ ສະວິດຣີ (Swiss Re) ເປັນຜູ້ໃຫ້ບໍລິການດ້ານປະກັນໄພ ລະບຸວ່າ: ໄພພິບັດທາງທຳມະຊາດ ສ້າງຄວາມເສຍຫາຍຕໍ່ເສດຖະກິດທົ່ວໂລກ ດ້ວຍມູນຄ່າ 135.000 ລ້ານໂດລາສະຫະລັດ ໃນໄລຍະ 6 ເດືອນຕົ້ນປີນີ້, ເພີ່ມຂຶ້ນ 123.000 ລ້ານໂດລາສະຫະລັດ ເມື່ອທຽບໃສ່ໄລຍະດຽວກັນ ໃນປີ 2024.

ນອກຈາກນີ້ບໍລິສັດຍັງປະເມີນວ່າຄວາມເສຍຫາຍ ໃນໄລຍະ 6 ເດືອນຕົ້ນປີນີ້ ໂດຍມີການເຮັດປະກັນໄພໄວ້ 80.000 ລ້ານໂດລາ ສະຫະລັດ, ເປັນເກືອບ 2 ເທົ່າເທື່ອ ຂອງ ຄ່າສະເລ່ຍ ໃນໄລຍະ 10 ປີ. ປີ 2025 ໂດຍມີໄຟໄໝ້ ປ່າ ໃນນະຄອນ ລອດແອນເຈລິສ ລັດແຄລິຟໍເນຍ ປະເທດ ສ.ອາເມລິກາ ເມື່ອເດືອນມັງກອນ ທີ່ຜ່ານມາ, ຖືເປັນເຫດການ ທີ່ໄດ້ຮັບການຄຸ້ມຄອງ ຄວາມເສຍຫາຍ ຄັ້ງໃຫຍ່ທີ່ສຸດ ເປັນປະຫວັດສາດ ລວມມີ ມູນຄ່າປະມານ 40.000 ລ້ານໂດລາສະຫະລັດ.

ໃນຂະນະທີ່ ເຫດແຜ່ນດິນໄຫວ ຢູ່ມຽນມາ ເມື່ອເດືອນມີນາ ເປັນໜຶ່ງໃນໄພພິບັດ ທາງທຳມະຊາດ ຄັ້ງໃຫຍ່ ໃນໄລຍະ 6 ເດືອນຂອງປີນີ້ , ໂດຍແຮງສັ່ນສະເທືອນ ສາມາດຮູ້ສຶກໄດ້ ເຖິງປະເທດ ເພື່ອນບ້ານ ເຊັ່ນ: ໄທ, ອິນເດຍ ແລະ ສປຈີນ. ໃນນັ້ນ ໄທ ພຽງປະເທດດຽວ ໄດ້ສ້າງຄວາມ ເສຍຫາຍ ທີ່ໄດ້ຮັບ ການຄຸ້ມຄອງ ດ້ວຍມູນຄ່າ ສູງເຖິງ 1.500 ລ້ານໂດລາສະຫະລັດ./

ສ.ອາເມລິກາ ເລັ່ງແກ້ໄຂບັນຫາໄວໝຸ່ມ ໃຊ້ຢາເສບຕິດ

0

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສູນຄວມຄຸມ ແລະ ປ້ອງກັນ ພະຍາດຂອງ ສ.ອາເມລິກາ ເປີດຕົວໂຄງການ ຟຣີມາຍດ (Free Mind) ເພື່ອແກ້ໄຂ ບັນຫາ ການນຳໃຊ້ ຢາເສບຕິດ ແລະ ສຸຂະພາບຈິຈິດຊຸດໂຊມລົງ ໃນກຸ່ມ ຊາວໜຸ່ມ-ເຍົາວະຊົນ ທີ່ມີອາຍຸ ລະຫວ່າງ 12-17 ປີ ຮ່ວມກັບ ຜູ້ປົກຄອງ ໂດຍມີ ການຈັດສັນ ຊັບພະຍາ ກອນ ແລະ ຂໍ້ມູນ ກ່ຽວກັບ ການນຳໃຊ້ ສານເສບຕິດ, ສຸຂະພາບຈິດ ແລະ ຄວາມເຊື່ອມໂຍງ ລະຫວ່າງ ສອງປັດໄຈນີ້.

ໂດຍ ສ.ອາເມລິກາ ໄດ້ຜະເຊີນໜ້າ ກັບ ປະກົດ ການໄວໜຸ່ມ ນໍາໃຊ້ ຢາເສບຕິດ ແລະ ສຸຂະພາບຈິດຊຸດໂຊມລົງ ເພີ່ມຂຶ້ນ ເຮັດໃຫ້ເກິດ ກະແສ ວິຕົກ ກັງວົນ. ປີ 2024 ມີຊາວສ.ອາເມລິກາ ເສຍຊີວິດ ຈາກການ ນຳໃຊ້ຢາເກີນ ຂະໜາດ ຫລາຍກວ່າ 80.000 ຄົນ , ກວມເອົາ 75% ຂອງ ຜູ້ເສຍຊີວິດ ຈາກ ການໃຊ້ຢາ ເກີນຂະໜາດ ທີ່ມີອາຍຸລະຫວ່າງ 10-19 ປີ ໃນໄລຍະປີ 2020-2024 ທີ່ມີ ສ່ວນກ່ຽວຂ້ອງ ກັບ ຢາເຟນທານິລ (fentanyl) ທີ່ຜະລິດ ຢ່າງຜິດກົດໝາຍ.