Saturday, September 20, 2025
Home Blog Page 24

ງານສັບປະດາສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ສຳເລັດຢ່າງຈົບງາມ

0

ງານສັບປະດາສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໄດ້ສຳເລັດດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍຂອງວັນທີ 11 ສິງຫາ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ, ປະທານສວນບັນດາເຜົ່າພ້ອມດ້ວຍການນໍາພັກ-ລັດ, ບັນດາຊົນເຜົ່າຕ່າງໆທີ່ມາຈາກຕ່າງແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ທ່ານ ພູວົງ ພະມີສິດ ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນງານສັບປະດາ ສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໃນຄັ້ງນີ້, ເຊິ່ງສາມາດບັນລຸໄດ້ເປົ້າໝາຍ ໂດຍສະເພາະ ການເຕົ້າໂຮມຄວາມສາມະຄີ, ສ້າງຄວາມເປັນປຶກແຜ່ນ ແລະ ຄວາມເອກະພາບພາຍໃນ ສະແດງອອກໂດຍມີ 18 ຊົນເຜົ່າເຊິ່ງຕາງໜ້າຈາກ 50 ຊົນເຜົ່າໃນ ສປປ ລາວເຂົ້າຮ່ວມ, ສຳເລັດການຟື້ນຟູ, ສົ່ງເສີມ ແລະ ອະນຸລັກຮັກສາ ວັດທະນະທໍາຂອງທຸກໆເຜົ່າ ເປັນຕົ້ນ ການສະແດງສິລະປະ, ການເສບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າ, ມີຜະລິດຕະພັນທີ່ເປັນເອກະລັກຂອງຊົນເຜົ່າມາວາງສະແດງ ພ້ອມທັງອາຫານທີ່ປຸງແຕ່ງດ້ວຍສີມື ຂອງພີ່ນ້ອງຊົນເຜົ່າຕົວຈິງມາໃຫ້ໄດ້ຊິມ.

ໃນໂອກາດນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ແນວລາວສ້າງຊາດ ແມ່ນອົງການຈັດຕັ້ງສໍາພັນທາງການເມືອງຂອງທົ່ວສັງຄົມ, ມີພາລະບົດບາດໃນການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມຂົນຂວາຍກໍາລັງແຮງຂອງທົ່ວສັງຄົມ ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີີຜົນງານອັນໃຫຍ່ຫລວງ, ເຊິ່ງການຈັດງານສັບປະດາໃນຄັ້ງນີ້, ກໍເພື່ອເປັນການທົບທວນ-ຫວນຄືນ, ຮຽນຮູ້ ແລະ ເສີມຂະຫຍາຍມູນເຊື້ອ ແລະ ຜົນງານອັນໃຫຍ່ຫລວງຂອງແນວລາວອິດສະລະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ໃນປັດຈຸບັນ ທີ່ໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ, ເຊິ່ງໃນ ໄລຍະ 4 ວັນຜ່ານມາ ຂອງການຈັດງານສັບປະດາ ໄດ້ມີຫລາຍກິດຈະກໍາເປັນຕົ້ນ ທ່ຽວຊົມສູູນຂໍ້ມູູນບັນດາເຜົ່າໃນລາວ, ວາງສະແດງຜະລິດຕະພັນຊົນເຜົ່າ, ອາຫານ, ເຄື່ອງດື່ມ, ເຄື່ອງໃຊ້ສອຍປະຈໍາວັນ, ການສະແດງສິິລະປະ-ວັດທະນະທໍາ, ຢ້ຽມຊົມເຮືອນຊົນເຜົ່າແຕ່ລະຫລັງ, ຟ້ອນລໍາວົງມວນຊົນສາມັກຄີີ, ເດີນແບບອາພອນ ແລະ ອື່ນໆ.

ສ.ອາເມລິກາ ໂຈະການຈັດວາງອັດຕາພາສີ ສຳລັບ ສປ ຈີນ ຕື່ມອີກ 90 ວັນ

0

ຕາມຂ່າວຈາກ ວໍຊີງຕັນ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ເຊັນ ລັດຖະດຳລັດ ວ່າດ້ວຍ ການຕໍ່ານົດ ເວລາໂຈະ ການຈັດວາງ ອັດຕາພາສີ ສຳລັບ ສປ ຈີນ ຕື່ມອີກ 90 ວັນ, ສະກັດກັ້ນ ສະພາບພາສີສິນຄ້າ ສອງຝ່າຍ ເພີ່ມຂຶ້ນສູງ ເມື່ອບັນດາ ບໍລິສັດ ຂາຍຍ່ອຍ ຂອງ ສ.ອາເມລິກາ ພວມກະກຽມ ສິນຄ້າ ຮັບໃຊ້ໃຫ້ການຊື້ເຄື່ອງຂອງ ໃນທ້າຍປີນີ້.

ຂໍ້ຕົກລົງ ໂຈະການຈັດວາງ ອັດຕາພາສີ ເລີ່ມຈັດຕັ້ງ ປະຕິບັດ ໃນວັນທີ 12 ສິງຫານີ້ ເປັນຕົ້ນໄປ ຮອດກາງເດືອນພະຈິກປີນີ້, ໂດຍຮັກສາ ອັດຕາພາສີຄື ປັດຈຸບັນ ແມ່ນ 30% ສຳລັບ ສິນຄ້ານຳ ເຂົ້າຈາກ ສປ ຈີນ ແລະ 10% ສຳລັບ ສິນຄ້າ ຂອງ ສ.ອາເມລິກາ ທີ່ນຳເຂົ້າ ຈາກ ສປ ຈີນ, ແທນທີ່ ຈະເພີ່ມຂຶ້ນ ດ້ວຍອັດຕາ 145% ແລະ 125% ຕາມລຳດັບ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ມູນຄ່າສິນຄ້າຂາເຂົ້າ-ຂາອອກຜ່ານຊາຍແດນຈີນ-ມຽນມາ ຫລາຍກວ່າ 452 ລ້ານຢວນ

0

ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນ​ທີ 11 ສິງ​ຫາ​ນີ້ ດ່ານ​ຊາຍ​ແດນນານ​ສານເປີດ​ເຜີຍ​ໃຫ້​ຮູ້​ວ່າ: ໃນ 7 ເດືອນ ​ຂອງ​ປີ​ນີ້ (ມັງ​ກອນ-ກໍ​ລະ​ກົດ), ສິນ​ຄ້າຂາ​ເຂົ້າ​-ຂາ​ອອກ ​ຜ່ານ​ດ່ານນານ​ສານໄດ້​ບັນ​ລຸ 287.100 ໂຕນ, ມູນ​ຄ່າ​​ຫລາຍກວ່າ 452 ລ້ານຢວນ, ​​ປະ​ລິ​ມານສິນ​ຄ້າ​ໄດ້​ເພີ່ມ​ຂຶ້ນ 82%, ມູນ​ຄ່າ​ສິນ​ຄ້າ​ໄດ້​ເພີ່ມ​ຂຶ້ນ 178% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ຂອງ​ປີ​ກາຍ ​ແລະ ການ​ຄ້າ​ ກັບ​ຕ່າງ​ປະ​ເທດມີ​ທ່າ​ອ່ຽງທີ່​ດີ​ຂຶ້ນ. ດ່ານນານ​ສານຕັ້ງ​ຢູ່​ເມືອງ​ເຈີ້ນ​ຄ່າງ ນະ​ຄອນ​ລີນ​ຊ່າງ ແຂວງ​ຢຸນ​ນານ​ຈີນ, ຕິດ​​ກັບ​ມຽນ​ມາ, ​ແມ່ນ​ດ່ານ​ຊາຍ​ແດນ​ທີ່​ສຳ​ຄັນ​ແຫ່ງ​ໜຶ່ງ​ທີ່ນອນ​ຢູ່​ໃນ​ເສັ້ນ​ທາງ​ສາຍ​​ໄໝ​ທາງ​ໃຕ້​ໃນ​ສະ​ໄໝ​ບູ​ຮານ. ຄຽງ​ຄູ່​ກັບ​ດ່ານ​ດັ່ງ​ກ່າວໄດ້​ຮັບ​ການ​ກໍ່​ສ້າງ​ໃຫ້​ສົມ​ບູນ​ຂຶ້​ນຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຄ້າ​ຂ້າມ​ຊາຍ​ແດນ ກໍ່​ໄດ້ຮັບ​ການ​ພັດ​ທະ​ນາ​​ດີຂຶ້ນ​ຢ່າງ​ຕໍ່​ເນື່ອງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສະເຫລີມສະຫລອງ ຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ ຄົບຮອບ 25 ປີ

0

ວິທະຍຸກະຈາຍສຽງຫວຽດນາມ, ເນື່ອງໃນໂອກາດສະເຫລີມສະຫລອງຂໍ້ລິເລີ່ມເຊື່ອມໂຍງອາຊຽນ (IAI) ຄົບຮອບ 25 ປີ ໄດ້ດຳເນີນ ໃນວັນທີ 11 ສິງຫາ, ຢູ່ສຳນັກງານກອງເລຂາ ອາຊຽນ, ອິນໂດເນເຊຍ, ພາຍໃຕ້ ການເປັນປະທານ ຂອງທ່ານ ນາງ ໂຕນທິງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ, ຫົວໜ້າກຸ່ມຮັບຜິດຊອບ ວຽກງານຂໍ້ລິເລີ່ມເຊື່ອມໂຍງອາຊຽນ (IAI).

ງານວາງສະແດງພາບຖ່າຍ “25 ປີແຫ່ງວັນເຊື່ອມໂຍງ” ໄດ້ຫວນຄືນບັນດາຂີດໝາຍສຳຄັນ ນັບແຕ່ເມື່ອ IAI ເລີ່ມເຄື່ອນໄຫວ ທີ່ກອງປະຊຸມສຸດຍອດອາຊຽນ ບໍ່ເປັນທາງ ການຄັ້ງທີ 4 ເມື່ອປີ 2000, ດ້ວຍ 862 ໂຄງການ, ລວມມູນຄ່າກວ່າ 170 ລ້ານໂດລາສະຫະລັດ. ທ່ານ ນາງ ໂຕນທິງອກເຮືອງ ຢັ້ງຢືນວ່າ ການສະເຫລີມ ສະຫລອງ ຂໍ້ລິເລີ່ມ ເຊື່ອມໂຍງ ອາຊຽນ ຄົບ ຮອບ 25 ປີ ແມ່ນໂອກາດ ເພື່ອຢັ້ງຢືນຄືນ ຄວາມຕັດສິນໃຈ ເພີ່ມທະວີ ການຮ່ວມມື, ຮັດແຄບຊ່ອງຫວ່າງ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ຜູກພັນ, ກວມລວມ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ໃຫ້ທຸກປະເທດ ສະມາຊິກ. ໃນການ ໂອ້ລົມສົນທະນາ, ບັນດາຜູ້ແທນ ໄດ້ປຶກ ສາຫາລືວິທີ ເຂົ້າເຖິງຂອງ ອາຊຽນ ສຳລັບ IAI ຫລັງປີ 2025; ເນັ້ນໜັກເຖິງ ຄວາມສຳຄັນ ຂອງການຜູກພັນ IAI ກັບວິໄສທັດປະຊາຄົມ ອາຊຽນ ຮອດປີ 2045.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຫວຽດນາມ ອະນຸມັດວີຊ່າ ໃຫ້ພົນລະເມືອງ 12 ປະເທດ

0

ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ນະຄອນຫລວງ ຮ່າໂນ້ຍ ປະເທດ ຫວຽດນາມ ເມື່ອວັນທີ 11 ສິງຫາ: ລັດຖະບານ ຫວຽດນາມ ຈະອະນຸຍາດໃຫ້ ພົນລະເມືອງ 12 ປະເທດ ເດີນທາງມາຢ້ຽມຢາມ ຫວຽດນາມ ແບບຍົກເວັ້ນວີຊ່າ ເພື່ອການ ທ່ອງທ່ຽວ, ຊຶ່ງຈະເປັນ ການສົ່ງເສີມ ຄວາມພະຍາຍາມ ກະຕຸ້ນເສດຖະກິດ ຂອງ ປະເທດ, ນະໂຍບາຍ ດັ່ງກ່າວ ມີຜົນບັງຄັບໃຊ້ ເລີ່ມແຕ່ ວັນທີ 15 ສິງຫາ 2025 ເຖິງ 14 ສິງຫາ 2028.

ການຍົກເວັ້ນວິຊ່ານີ້ ກວມເອົາ ພົນລະເມືອງ ຜູ້ຖືໜັງສືເດີນທາງ ຫລື ພາສປອດ ທຸກປະເພດ ຂອງ ແບຣນຊິກ, ບູນກາລີ, ກຣົວຊີ, ເຊັກ,ຮົງກາຣີ, ລຸກຊຳບວກ, ໂຮນລັງ, ໂປໂລຍ, ຣູມານີ, ສະໂລວາກີ, ສະໂລເວນີ ແລະ ສະວິດ. ໃນຂະນະທີ່ ນັກທ່ອງທ່ຽວ ຕ່າງປະເທດ ທີ່ ເດີນທາງ ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງ ເດືອນມັງກອນ-ເດືອນກໍລະກົດ ລວມມີ 12,23 ລ້ານເທື່ອຄົນ , ເພີ່ມຂຶ້ນ 22,5% ເມື່ອທຽບໃສ່ປີຕໍ່ປີ./

ສ.ອາເມລິກາ ຢືນຢັນບໍ່ເກັບພາສີຄຳ

0

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 12 ສິງຫາ, ທ່ານ ໂດນັລ ທຣຳ ປະທານາທິບໍດີ ສ.ອາເມລິກາ ເຜີຍແຜ່ຂໍ້ຄວາມຜ່ານແພລດຟອມທຣູໂຊຊຽວ ໂດຍມີເນື້ອໃນວ່າ ຈະບໍ່ເກັບພາສີໂລຫະຄຳ.

ເຖິງຢ່າງໃດກໍ່ຕາມການເຄື່ອນໄຫວດັ່ງກ່າວ ຂອງ ທ່ານ ໂດນັລ ທຣຳ ເກີດຂຶ້ນ ຫລັງຈາກໂລກອອນລາຍ ໃນ ສ.ອາເມລິກາ ໄດ້ສົ່ງເອກະສານ ທີ່ອ້າງວ່າເປັນຂອງສຳນັກງານພາສີແຫ່ງຊາດ ວ່າຄຳແທ່ງທີ່ມີນໍ້າໜັກມາດຕະຖານ 2 ຂະໜາດ ຄື: 1 ກິໂລກຣາມ ແລະ 100 ອອນ ຫລື 2,8 ກິໂລກຣາມ ຄວນຖືກຈັດປະເພດເປັນສິນຄ້າ ທີ່ມີ ຄວາມສ່ຽງ ດ້ານພາສີ ນຳເຂົ້າ ສົ່ງຜົນໃຫ້ ສັນຍາຊື້-ຂາຍຄຳ ລ່ວງໜ້າໃນຕະຫລາດ ສ.ອາເມລິກາ ເພີ່ມຂຶ້ນ ເປັນຕົວເລກສະຖິຕິສູງສຸດ ເມື່ອວັນທີ 31 ກໍລະກົດ ຜ່ານມາ.

ນອກຈາກນັ້ນ ສື່ຫລາຍແຫ່ງ ລາຍງານວ່າ, ທ່ານ ໂດນັລ ທຣຳ ຈະລົງນາມໃນຄຳສັ່ງຝ່າຍບໍລິຫານ ກ່ຽວກັບການເກັບພາສີ ໂລຫະຄຳເພີ່ມຂຶ້ນສ້າງຄວາມກັງວົນ ໃຫ້ແກ່ບັນດານັກລົງທຶນ ເນື່ອງຈາກວ່າປະເທດສະວິດ ເປັນໜຶ່ງໃນປະເທດຮັ່ງມີທີ່ສຸດ ຂອງ ໂລກ ແລະ ນານາຊາດ ຝາກໂລຫະຄຳ ຊຶ່ງເປັນບ່ອນຝາກຊັບສິນທີ່ມີຄວາມປອດໄພ ຍັງຕ້ອງຜະເຊີນກັບອັດຕາພາສີສູງ ເຖິງ 39% ຂອງໂລຫະຄຳ.

ພະຍາກອນອາກາດ ວັນທີ 13 ສິງຫາ 2025

0

#ພະຍາກອນອາກາດເຊົ້າວັນທີ 13 ສິງຫາ 2025, ຄວາມກົດດັນຕ່ຳຂອງອາກາດຮ້ອນໄດ້ອ່ອນກໍາລັງລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດຕື່ມອີກ.

ພະຍາກອນອາກາດ ວັນທີ 12 ສິງຫາ 2025

0

#ພະຍາກອນອາກາດ ວັນທີ 12 ສິງຫາ 2025, ເວລາ 19:00 ໂມງ. ຄວາມກົດດັນອາກາດຕ່ຳຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ກະຊວງປ້ອງກັນປະເທດ ຫວນຄືນມູນເຊືິ້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

0

ກະຊວງປ້ອງກັນປະເທດ ປະຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 12 ສິງຫາ 2025 ທີ່ກະຊວງປ້ອງກັນປະເທດ ໂດຍໃຫ້ກຽດປະຖະກະຖາ ຂອງທ່ານ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານເຂົ້າຮ່ວມ.

ທ່ານ ພົນໂທ ທອງລອຍ ສີລິວົງ ໄດ້ຍົກໃຫ້ເຫັນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດແຕ່ລະໄລຍະ ຊຶ່ງແນວລາວສ້າງຊາດໄດ້ເປັນຄັນທຸງເຕົ້າໂຮມຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ, ຜູ້ຊົງຄຸນວຸດທິ, ນັກຮັກຊາດ, ຮັກເອກະລາດ ແລະ ອິດສະລະພາບ, ເປັນແກນກາງ ຂອງແນວໂຮມເອກະພາບແຫ່ງຊາດ ເຕົ້າໂຮມຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນ ແລະ ກຳລັງທີ່ຮັກຊາດຕ່າງໆ ຕໍ່ສູ້ເພື່ອປົກປັກຮັກສາເອກະລາດຂອງຊາດ, ເຕົ້າໂຮມກຳລັງຮັກຄວາມເປັນທຳ ແລະ ຄວາມກ້າວໜ້າຂອງສັງຄົມ ກໍຄືສັນຕິພາບ ເອກະລາດ ເອກະພາບ ປະຊາທິປະໄຕ ວັດທະນະຖາວອນ, ແນວລາວສ້າງຊາດຍັງສືບຕໍ່ດຳລົງບົດບາດເປັນຫລັກແຫລ່ງແນວໂຮມ ໂດຍພາຍໃຕ້ການນໍາພາຂອງພັກ ຊຶ່ງແນວລາວສ້າງຊາດໃນໄລຍະໃໝ່ ແມ່ນການສ້າງມະຫາສາມັກຄີຂອງປວງຊົນລາວທັງຊາດ ແລະ ການເຕົ້າໂຮມກຳລັງແຮງພັດທະນາປະເທດຊາດ, ເປັນບ່ອນສຶກສາອົບຮົມປະຊາຊົນຊັ້ນຄົນຕ່າງໆ, ພີ່ນ້ອງລາວຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສັງຄົມເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ, ຍຶດໝັ້ນຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າຢ່າງສະເໝີຕົ້ນສະເໝີປາຍ ໂດຍຖືສຳພັນທະພາບກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນ ພາຍໃຕ້ການນໍາພາຂອງພັກ, ບຸກຄະລາກອນຂອງແນວລາວສ້າງຊາດ ທັງ 3 ໄລຍະ ແລະ ມູນເຊື້ອນໍ້າໃຈຮັກຊາດ, ເສຍສະລະຜົນປະໂຫຍດສ່ວນຕົວຮັບໃຊ້ພັກ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມຕື່ນຕົວ ແລະ ສະໝັກໃຈ.

ພ້ອມນີ້, ແນວລາວສ້າງຊາດ ຍັງມີມູນເຊື້ອເສີມສ້າງມິດຕະພາບ, ມິດໄມຕີກັບນານາຊາດຕາມນະໂຍບາຍຂອງພັກແຕ່ລະສະໄໝ ເປັນຕົ້ນ ສາສະໜາ, ເພດ-ໄວ, ຕ້ອນຮັບຄໍາຄິດເຫັນ ແລະ ສ່ອງແສງມານະຈິດຂອງປະຊາຊົນ ຕໍ່ການຈັດຕັ້ງພັກ-ລັດຢ່າງກວ້າງຂວາງ, ແນວລາວສ້າງຊາດເປັນການ ປະກອບສ່ວນສຳຄັນທີ່ຕັດແຍກບໍ່ໄດ້ໃນລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນ ປະຕິວັດລາວ ເປັນແກນນໍາ, ວຽກງານແນວໂຮມໃນໄລຍະໃໝ່ແມ່ນເສີມສ້າງມະຫາສາມັກຄີປວງຊົນລາວ, ແມ່ນການເຕົ້າໂຮມກຳລັງແຮງທົ່ວສັງຄົມ ແລະ ວຽກງານແນວໂຮມແມ່ນຄວາມຮັບຜິດຊອບໂດຍກົງຂອງພັກ ແລະ ລັດ ກໍຄືແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ຊຶ່ງພັກເປັນຄັນທຸງ, ເປັນແກນກາງຂອງວຽກງານແນວໂຮມ ແລະ ແນວລາວສ້າງຊາດ ເປັນອົງການສໍາຄັນທາງການເມືອງ-ສັງຄົມ ເປັນອົງການຫລັກແຫລ່ງ ທັງເປັນເຈົ້າການເຕົ້າໂຮມຄວາມສາມັກຄີປະຊາຊົນທຸກຊັ້ນຄົນ ເພື່ອເສີມຂະຫຍາຍມູນເຊື້ອຂອງແນວລາວສ້າງຊາດ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ໃຫ້ໜັກແໜ້ນເຂັ້ມແຂງ.

ກອງປະຊຸມລະດັບສູງ ສປຊ ວ່າດ້ວຍປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ຄັ້ງທີ 3

0

ໃນລະຫວ່າງວັນທີ 4-8 ສິງຫານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມລະດັບສູງ ສະຫະປະຊາຊາດ (ສປຊ) ວ່າດ້ວຍ ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ຄັ້ງທີ 3 (Third United Nations Conference on Landlocked Developing Countries – LLDCs) ທີ່ເມືອງ ອາວາຊາ ປະເທດ ຕວັກເມນິດສະຖານ. ໃນພິທີຕ້ອນຮັບ, ທ່ານ Gurbanguly Berdimuhamedow ຜູ້ນຳແຫ່ງ ປະຊາຊົນ ຕວັກເມນິດສະຖານໄດ້ໃຫ້ກຽດກ່າວສູນທອນພົດ ໂດຍໄດ້ສະແດງຄວາມຍິນດີຕ້ອນຮັບຜູ້ແທນຂັ້ນສູງຈາກບັນດາປະເທດ LLDCs ຈຳນວນ 32 ປະເທດ ແລະ ປະເທດ ສະມາຊິກ ສປຊ ທີ່ເຂົ້າຮ່ວມ ໂດຍໄດ້ຢ້ຳຄືນຄວາມສຳຄັນຂອງກອງປະຊຸມ ພ້ອມທັງຂໍ້ລິເລີ່ມຂອງ ຕວັກເມນິດສະຖານ ແລະ ອົງການ ສປຊ ໃນການກຳນົດເອົາປີ 2025 ເປັນປີແຫ່ງຄວາມເຊື່ອໝັ້ນ ແລະ ສັນຕິພາບ ຂອງສາກົນ. ຈາກນັ້ນ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຍົກໃຫ້ເຫັນສິ່ງທ້າທາຍຂອງສາກົນ ໂດຍສະເພາະບັນດາປະເທດ LLDCs ເປັນຕົ້ນແມ່ນ ສິ່ງທ້າທາຍດ້ານພູມສັນຖານ, ຕົ້ນທຶນໃນການຂົນສົ່ງສິນຄ້າທີ່ສູງ ແລະ ບັນດາສິ່ງກີດຂວາງທາງດ້ານການຄ້າ, ໂດຍທ່ານໄດ້ເນັ້ນຢໍ້າວ່າ: “ພູມສັນຖານ ຈະບໍ່ສາມາດຕັດສິນຊະຕາກຳຂອງປະເທດ”ໝາຍຄວາມວ່າ ຄວາມຫຍຸ້ງຍາກທາງດ້ານພູມສັນຖານທີ່ບໍ່ມີຊາຍແດນຕິດທະເລ ບໍ່ໄດ້ໝາຍຄວາມວ່າ ຈະບໍ່ມີທາງອອກໃນການແກ້ໄຂບັນຫາ ຫຼື ບໍ່ມີໂອກາດໃນການພັດທະນາປະເທດ. ຫຼັງຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມພາກພິທີເປີດກອງປະຊຸມຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ Serdar Berdimuhamedow, ປະທານາທິບໍດີ ແຫ່ງ ຕວັກເມນິດສະຖານ ຊຶ່ງມີບັນດາປະມຸກລັດ, ຫົວໜ້າລັດຖະບານ, ການນຳຂັ້ນສູງ ແລະ ຜູ້ຕາງໜ້າຈາກບັນດາປະເທດຕ່າງໆ ຫຼາຍກວ່າ 100 ປະເທດສະມາຊິກ ສປຊ, ບັນດາອົງການຈັດຕັ້ງສາກົນ, ຊາວໜຸ່ມ, ສະມາຊິກລັດຖະສະພາ, ພາກທຸລະກິດ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລະດັບສູງສະຫະປະຊາຊາດ ວ່າດ້ວຍປະເທດ LLDCs ຄັ້ງທີ 3 ເປັນກອງປະຊຸມທີ່ສຳຄັນ ໂດຍຈັດຂຶ້ນໃນຮອບວຽນ 10 ປີ ຊຶ່ງຄັ້ງທີ 1 ແລະ 2 ໄດ້ຈັດຂຶ້ນທີ່ ເມືອງ ອານມາຕີ, ປະເທດ ກາຊັກສະຖານ ໃນປີ 2003 ແລະ ເມືອງ ວຽນນາ, ປະເທດ ໂອຕຣິດ ໃນປີ 2014 ຕາມລຳດັບ. ສຳລັບກອງປະຊຸມລະດັບສູງຄັ້ງນີ້ ໄດ້ດຳເນີນການເປັນ 2 ພາກຫຼັກ ຄື: ພາກອະພິປາຍທົ່ວໄປ ແລະ ກອງປະຊຸມໂຕະມົນລະດັບສູງ 5 ຫົວຂໍ້ສະເພາະ, ພ້ອມທັງມີບັນດາກອງປະຊຸມປິ່ນອ້ອມຈຳນວນໜຶ່ງ. ຈຸດປະສົງໂດຍລວມແມ່ນເພື່ອທົບທວນຄືນແຜນດຳເນີນງານສຳລັບປະເທດ LLDCs ສະບັບທີ 2 ກໍຄື ແຜນດຳເນີນງານວຽນນາ ສົກປີ 2014-2024 ລວມທັງ ເພື່ອປຶກສາຫາລືທິດທາງການຮ່ວມມືໂດຍສະເພາະການຈັດຕັ້ງປະຕິບັດແຜນດຳເນີນງານສະບັບໃໝ່ ຫຼື ແຜນດຳເນີນງານອາວາຊາ ສົກປີ 2024-2034 (AWAZA Programme of Action – APOA). ໃນນັ້ນ, ແຜນດຳເນີນງານອາວາຊາໄດ້ກຳນົດ 5 ຂົງເຂດວຽກງານບຸລິມະສິດ ໄດ້ແກ່: (1) ການຫັນປ່ຽນດ້ານໂຄງສ້າງ ແລະ STI; (2) ການຄ້າ, ການອຳນວຍຄວາມສະດວກ ແລະ ເຊື່ອມໂຍງພາກພື້ນ; (3) ການຜ່ານທາງ, ຂົນສົ່ງ ແລະ ເຊື່ອມຈອດ; (4) ການຍົກລະດັບ ແລະ ສ້າງຄວາມເຂັ້ມແຂງສຳລັບວຽກງານດິນຟ້າອາກາດ ແລະ ໄພພິບັດ; ແລະ (5) ແນວທາງການຈັດ ຕັ້ງປະຕິບັດ.

ໃນພາກບ່າຍຂອງວັນທີ 5 ສິງຫາ 2025, ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວປາໄສຢູ່ໃນພາກອະພິປາຍທົ່ວໄປ ໂດຍໄດ້ຍົກໃຫ້ເຫັນເຖິງກາລະໂອກາດໃນການຍົກລະດັບການຮ່ວມມື ເພື່ອເສີມຂະຫຍາຍທ່າແຮງດ້ານການພັດທະນາຂອງ LLDCs ໂດຍຜ່ານການຈັດຕັ້ງປະຕິບັດແຜນດຳເນີນງານ ອາວາຊາ ສຳລັບ LLDCs. ສຳລັບ ສປປ ລາວ ໃນນາມທີ່ເປັນທັງ ປະເທດດ້ອຍພັດທະນາ (LDCs) ແລະ LLDCs ໄດ້ສືບຕໍ່ປະເຊີນກັບສິ່ງທ້າທາຍດ້ານໂຄງສ້າງ ເຊັ່ນ: ເສັ້ນທາງອອກສູ່ທະເລທີ່ຈຳກັດ, ຕົ້ນທຶນການຂົນສົ່ງທີ່ສູງ, ສິ່ງທ້າທາຍດ້ານພື້ນຖານໂຄງລ່າງ ແລະ ຄວາມບອບບາງຕໍ່ກັບຜົນກະທົບພາຍນອກ ເປັນຕົ້ນ ການປ່ຽນແປງດິນຟ້າອາກາດ ແລະ ຄວາມບອບບາງທາງດ້ານເສດຖະກິດ. ສະນັ້ນ, ສປປ ລາວ ຈຶ່ງຈຳເປັນຕ້ອງເຊື່ອມສານເອົາເນື້ອໃນແຜນດຳເນີນງານ ອາວາຊາ ເຂົ້າໃນແຜນພັດທະນາແຫ່ງຊາດຂອງຕົນ ແນໃສ່ການພັດທະນາພື້ນຖານໂຄງລ່າງ, ການອຳນວຍຄວາມສະດວກດ້ານການຄ້າ, ການຍົກລະດັບສະມັດຕະພາບທາງການຜະລິດ ແລະ ການພັດທະນາຊັບພະຍາກອນມະນຸດ ໄປຄຽງຄູ່ກັບການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ. ໃນຕອນທ້າຍ, ສປປ ລາວ ໄດ້ຮຽກຮ້ອງໃຫ້ LLDCs ສາມາດເຂົ້າເຖິງທຶນຮອນໃນການພັດທະນາພື້ນຖານໂຄງລ່າງ ແລະ ການເຊື່ອມຈອດດິຈິຕອນ, ສະໜັບສະໜູນດ້ານການອຳນວຍຄວາມສະດວກທາງກ້ານຄ້າ ແລະ ສ້າງຕ່ອງໂສ້ມູນຄ່າເພີ່ມ, ຍົກລະດັບການສະໜອງການເງິນສຳລັບວຽກງານການປ່ຽນແປງດິນຟ້າອາກາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຂອບການຮ່ວມມື ໃຕ້-ໃຕ້ ແລະ ສາມຝ່າຍ ກໍຄືໃນລະບົບຂອງອົງການ ສປຊ.

ໃນວັນທີ 6 ສິງຫາ 2025, ທ່ານ ທອງສະຫວັນ ພົມວິຫານ ໄດ້ສືບຕໍ່ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນກອງປະຊຸມລັດຖະມົນຕີ ວ່າດ້ວຍ ການຮ່ວມມື ໃຕ້-ໃຕ້, ໂດຍໄດ້ຍົກໃຫ້ເຫັນເຖິງ ບົດບາດທີ່ພົ້ນເດັ່ນຂຶ້ນມາຂອງຂອບການຮ່ວມມື ໃຕ້-ໃຕ້ ຫຼື ການຮ່ວມມືລະຫວ່າງບັນດາປະເທດກຳລັງພັດທະນາ. ສປປ ລາວ ຢູ່ໃນຂອບຂອງ ອາຊຽນ ແລະ ການຮ່ວມມື ໃຕ້-ໃຕ້ ຍາດໄດ້ຜົນປະໂຫຍດໃນຫຼາຍດ້ານ ໂດຍຜ່ານການເພີ່ມຂຶ້ນຂອງການລົງທຶນໂດຍກົງຂອງຕ່າງປະເທດ, ການຄ້າ ແລະ ການຊ່ວຍເຫຼືອດ້ານການພັດທະນາ. ພ້ອມນັ້ນ, ການຮ່ວມມື ໃຕ້-ໃຕ້ ໄດ້ສະໜັບສະໜູນການພັດທະນາພື້ນຖານໂຄງລ່າງ ດ້ານການຂົນສົ່ງ, ພະລັງງານ ແລະ ການອຳນວຍຄວາມສະດວກດ້ານການຄ້າ ຊຶ່ງອັນພົ້ນເດັ່ນ ກໍຄື ເສັ້ນທາງລົດໄຟ ລາວ-ຈີນ, ທ່າເຮືອສາກົນ ລາວ-ຫວຽດນາມ ແລະ ເຄືອຂ່າຍການຂົນສົ່ງທາງອາກາດສາມປະເທດ ລະຫວ່າງ ລາວ-ຈີນ-ໄທ ເພື່ອຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ.

ສປປ ລາວ ຈະຜັນຂະຫຍາຍຜົນຂອງກອງປະຊຸມ ແລະ ຈະສືບຕໍ່ນຳເອົາ ແຜນດຳເນີນງານ ອາວາຊາ ສຳລັບ LLDCs ສະບັບນີ້ ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາຂອງຂະແໜງການທີ່ກ່ຽວຂ້ອງ ພ້ອມທັງຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືກັບບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເພື່ອຂົນຂວາຍການຮ່ວມມື ແລະ ການສະໜັບສະໜູນທີ່ຈຳເປັນ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແຜນດຳເນີນການດ້ານການພັດທະນາຂອງສາກົນ ໃຫ້ເກີດໝາກຜົນສູງສຸດ.

(ຂ່າວ: ກຕທ)