Saturday, September 20, 2025
Home Blog Page 23

ມີ 31 ພາກສ່ວນເຂົ້າຮ່ວມງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍ

0

ງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍເນື່ອງໃນໂອກາດສະເຫຼີມສະ ຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13/8/1950 – 13/8/2025) ໄດ້ຈັດຂຶ້ນໃນວັນທີ 11 ສິງຫານີ້ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີບັນດາການນໍາ, ອະດີດການນໍາ, ແຂກທັງພາຍໃນ ແລະ ຕ່າງປະເທດ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ກ່າວເປີດ ການວາງສະແດງຢ່າງເປັນທາງການວ່າ: ງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳ ໜ່າຍ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ. ງານໃນຄັ້ງນີ້ບໍ່ພຽງແຕ່ເປັນສັນຍາລັກແຫ່ງຄວາມສໍາເລັດ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງການເຕີບ ໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງຂອງຂະແໜງການຂອງພວກເຮົາ.

ຕະຫຼອດ 75 ປີທີ່ຜ່ານມາ, ຂະແໜງສື່ມວນຊົນ ແລະ ການພິມຈຳໜ່າຍລາວ ໄດ້ຜ່ານຜ່າເສັ້ນ ທາງແຫ່ງການພັດທະນາອັນຍາວນານ, ກ້າວຈາກຍຸກແຫ່ງການພິມດັ່ງເດີມສູ່ຍຸກດີຈີຕອນທີ່ທັນສະໄໝ, ວຽກງານຂອງພວກເຮົາ ບໍ່ໄດ້ເປັນພຽງແຕ່ການນໍາສະເໜີຂໍ້ມູນຂ່າວສານ, ແຕ່ຍັງເປັນ “ພາຫະນະ” ທີ່ສໍາຄັນໃນການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ການສຶກສາ, ພ້ອມທັງເປັນກະບອກ ສຽງທີ່ສ້າງຄວາມສາມັກຄີປອງດອງພາຍໃນຊາດ. ຜະລິດຕະພັນທີ່ນໍາມາວາງສະແດງໃນຄັ້ງນີ້ຄືບົດພິສູດ ທີ່ສະແດງໃຫ້ເຫັນເຖິງຄວາມຄິດສ້າງສັນ, ຄວາມມຸ່ງໝັ້ນ ແລະ ການເຕີບໂຕທີ່ບໍ່ຢຸດຢັ້ງຂອງບັນດາຜູ້ ປະກອບການ ແລະ ນັກສື່ມວນຊົນຂອງພວກເຮົາ.

ທ່ານກ່າວຕື່ມວ່າ: ໃນໂອກາດອັນສະຫງ່າລາສີນີ້, ຂໍສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ ຮ່ວມກັນສ້າງສາ ແລະ ພັດທະນາຂະແໜງການນີ້ຈົນມີທຸກວັນນີ້. ຫວັງຢ່າງຍິ່ງວ່າງານວາງສະແດງຄັ້ງນີ້ ຈະເປັນເວທີແຫ່ງການແລກປ່ຽນ, ສ້າງແຮງບັນດານໃຈ ແລະ ຊຸກຍູ້ການຮ່ວມມືກັນ ເພື່ອສືບຕໍ່ພັດທະນາ ຂະແໜງສື່ມວນຊົນ ແລະ ການພິມຈຳໜ່າຍຂອງພວກເຮົາໃຫ້ກ້າວໜ້າຍິ່ງໆຂຶ້ນ.

ງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສື່ມວນຊົນ ຄັ້ງນີ້ມີ 31 ພາກສ່ວນເຂົ້າຮ່ວມ, ໃນນັ້ນ ສື່ເອເລັກໂຕຣນິກ 19 ພາກສ່ວນ ແລະ ສື່ສິ່ງພິມ 12 ພາກສ່ວນ.

ວາງພວງມາລາໃນໂອກາດວັນສ້າງຕັ້ງ ສນຊ ຄົບຮອບ 75 ປີ

0

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950- 13 ສິງຫາ 2025) ຕິດພັນ 3 ວັນປະຫວັດສາດຂອງພັກ-ຂອງຊາດ ນໍາໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ), ອະນຸສອນສະຖານສຸພານຸວົງ, ຫໍພິພິຕະພັນປະທານໄກສອນ ພົມວິຫານ ແລະ ສຸສານນັກຮົບປະຕິວັດແຫ່ງຊາດ ຫຼັກ 24 ເພື່ອສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ການນໍາພັກ-ລັດຮຸ່ນກ່ອນ, ນັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າທີ່ໄດ້ອຸທິດຕົນເພື່ອພາລະກິດ ລວມຂອງຊາດ.

ຂ່າວ: ລີ, ພາບ: ສຸກ, ລີ, ລິຂິດ

ຫວຽດນາມ – ສ ເກົາຫຼີ ອອກຖະແຫຼງການຮ່ວມ

0

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ໃນການຢ້ຽມຢາມທາງລັດຖະກິດ ສ ເກົາຫຼີ ລະຫວ່າງວັນທີ 10 – 13 ສິງຫາ 2025 ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ໃນວັນທີ 11 ສິງຫາ ຜ່ານມາ, ຫວຽດນາມ ແລະ ສ ເກົາຫຼີ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເຮັດໃຫ້ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ – ສ ເກົາຫຼີ ເລິກເຊິ່ງກວ່າເກົ່າອີກ.

ຂ່າວລະບຸວ່າ: ຖະແຫຼງການຮ່ວມ ຢັ້ງຢືນສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມສຳຄັນກ່ຽວກັບການຍູ້ແຮງຢ່າງຮອບດ້ານ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ – ສ ເກົາຫຼີ ເລິກເຊິ່ງກວ່າເກົ່າອີກ ໃນບັນດາບັນຫາພາກພື້ນ ແລະ ສາກົນ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ທ່ານ ລີ ເຈ ມຽງ ປະທານາທິບໍດີ ສ ເກົາຫຼີ ຢັ້ງຢືນວ່າ: ສອງປະເທດແມ່ນຄູ່ຮ່ວມມືສໍາຄັນແຖວໜ້າຂອງກັນໃນທຸກຂົງເຂດ ແລະ ເຫັນດີເປັນເອກະພາບຖືບັນດາຜົນສຳເລັດທີ່ບັນລຸໄດ້ໃນໄລຍະ 30 ກວ່າ ປີຜ່ານມາ ແມ່ນພື້ນຖານອັນໝັ້ນແກ່ນ ແລະ ເປັນກຳລັງໜູນຍາວນານເພື່ອໃຫ້ສອງຝ່າຍປັບປຸງ ແລະ ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ ແລະ ກ້າວເຂົ້າສູ່ໄລຍະໃໝ່. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຈະສືບຕໍ່ເຮັດໃຫ້ການຮ່ວມມືໃນທຸກຂົງເຂດເລິກເຊິ່ງກວ່າເກົ່າອີກ, ເຫັນດີເປັນເອກະພາບປະຕິບັດສຳເລັດເປົ້າໝາຍນຳວົງເງິນການຄ້າສອງຝ່າຍບັນລຸ 150 ຕື້ໂດລາ ໃນປີ 2030 ຕາມທິດດຸ່ນດ່ຽງ ແລະ ຍືນຍົງ.

ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ລະດັບຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ເຄົາລົບກົດໝາຍສາກົນ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ເປັນຕົ້ນແມ່ນການຢັ້ງຢືນຫຼັກການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ລາວ-ສິງກະໂປ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

0

ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ວິວຽນ ບາລາຄຣິສນານ (Dr.Vivian Balakrishnan), ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການໃນລະຫວ່າງວັນທີ 11-12 ສິງຫາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດກໍຄືລະຫວ່າງສອງກະຊວງການຕ່າງປະເທດລາວ ແລະ ສິງກະໂປ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ໃນວັນທີ 11 ສິງຫາ 2025, ທີ່ກະຊວງການຕ່າງປະເທດສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບທ່ານ ວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສ ສິງກະໂປ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ທົບທວນຄືນການພົວພັນຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນໄລຍະຜ່ານມາ, ພ້ອມທັງວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດຕະຫຼອດໄລຍະ 51 ປີຜ່ານມາທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມລະຫ່ວາງການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ, ລວມເຖິງການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດນັບມື້ນັບເພີ່ມຂຶ້ນ. ສອງຝ່າຍໄດ້ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການສະໜອງສະບຽງອາຫານ, ພະລັງງານສະອາດ, ສິນເຊື່ອກາກບອນ, ການສົ່ງອາສາສະມັກສິງກະໂປມາລາວ ແລະ ອື່ນໆ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ. ພິເສດ, ສອງຝ່າຍໄດ້ຕີລາຄາສູງຕໍ່ການສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດໃນປີ 2024 ຜ່ານມາ ທີ່ເຕັມໄປດ້ວຍບັນຍາ ກາດຟົດຟື້ນ ແລະ ມີເນື້ອໃນ. ພ້ອມນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນແລະ ສາກົນຈຳນວນໜຶ່ງ.

ໃນໂອກາດດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາເປັນຕົ້ນແມ່ນການພັດທະນາຊັບພະຍາ ກອນມະນຸດຜ່ານທຶນຝຶກອົບຮົມຕ່າງໆ. ພ້ອມນີ້, ຍັງໄດ້ຖືໂອກາດນີ້ສະແດງຄວາມຊົມເຊີຍ ແລະ ອວຍ ພອນໃຫ້ປະຊາຊົນສິງກະໂປຈົ່ງມີຄວາມຈະເລີນຮຸ່ງເຮືອງ ແລະ ວັດຖະນາຖາວອນໃນໂອກາດວັນຊາດສິງກະໂປ ຄົບຮອບ 60 ປີ ໃນວັນທີ 9 ສິງຫາ 2025 ຜ່ານມາ.

(ຂ່າວ: ກຕທ)

WMO ເຕືອນ ຄື້ນຄວາມຮ້ອນຮຸ່ນແຮງ ສົ່ງຜົນກະທົບຕໍ່ຜູ້ຄົນທົ່ວໂລກ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ສິງຫາ ຜ່ານມາວ່າ: ເມື່ອບໍ່ດົນນີ້, ອົງການອຸຕຸນິຍົມວິທະຍາໂລກ (WMO) ເຕືອນວ່າ: ຄື້ນຄວາມຮ້ອນທີ່ຮ້າຍແຮງກຳລັງສົ່ງຜົນກະທົບຕໍ່ຜູ້ຄົນຫຼາຍລ້ານຄົນໃນທົ່ວໂລກ ເນື່ອງຈາກໄຟໄໝ້ປ່າ ແລະ ຄຸນນະພາບອາກາດທີ່ບໍ່ດີທະວີຄວາມຮຸ່ນແຮງຂອງສະພາວະດັ່ງກ່າວ ຊຶ່ງຕອກຢໍ້າຄວາມສໍາຄັນຂອງການແຈ້ງເຕືອນໄພລ່ວງໜ້າ ແລະ ແຜນປະຕິບັດງານກ່ຽວກັບຄື້ນຄວາມຮ້ອນ – ສຸຂະພາບຫຼາຍຂຶ້ນ. ໂດຍຂໍ້ມູນຈາກສະມາ ຊິກຂອງອົງການດັ່ງກ່າວຊີ້ໃຫ້ເຫັນວ່າ: ຄື້ນຄວາມຮ້ອນ ແລະ ອຸນຫະພູມໃນຫຼາຍພາກພື້ນເພີ່ມສູງຂຶ້ນທຳລາຍສະຖິຕິຫຼາຍຄັ້ງ.

ໂຄງການຕິດຕາມການປ່ຽນແປງສະພາບດິນຟ້າອາກາດໂຄເປີນິຄັສ (C3S) ຂອງສະຫະພາບເອີຣົບ (EU) ລາຍງານວ່າ: ເດືອນກໍລະກົດ 2025 ເປັນເດືອນກໍລະກົດທີ່ອາກາດຮ້ອນທີ່ສຸດເປັນອັນດັບ 3 ຂອງໂລກ, ຖັດຈາກເດືອນກໍລະກົດ 2023 ແລະ ເດືອນກໍລະກົດ 2024. ຂະນະທີ່ອຸນຫະພູມໃນທະເລສະເລ່ຍແມ່ນສູງທີ່ສຸດເປັນອັນດັບ 3 ຂອງສະຖິຕິ, ສ່ວນປະລິມານນ້ຳກ້ອນໃນທະເລອາກຕິກຢູ່ໃນລະດັບຕໍ່າສຸດເປັນອັນດັບສອງໃນບົດບັນທຶກດາວທຽມໄລຍະ 47 ປີ ຊຶ່ງເກືອບເທົ່າກັບປີ 2012 ແລະ ປີ 2012.

ຄື້ນຄວາມຮ້ອນຂອງເດືອນກໍລະກົດໃນເອີຣົບສົ່ງຜົນກະທົບຮ້າຍແຮງຕໍ່ປະເທດຊູແອດ ແລະ ແຟງລັງ ຊຶ່ງວັດແທກອຸນຫະພູມໄດ້ສູງເກີນ 30 ອົງສາ ຊຶ່ງເປັນໄລຍະເວລາທີ່ຍາວນານຜິດປົກກະຕິ. ໃນຂະນະດຽວກັນ, ພາກຕາເວັນອອກສ່ຽງໃຕ້ຂອງເອີຣົບໄດ້ປະເຊີນກັບຄື້ນຄວາມຮ້ອນ ແລະ ໄຟປ່າ.

ໃນອາທິດທີ່ຜ່ານມາ, ບາງພື້ນທີ່ຂອງອາຊີຕາເວັນຕົກ, ອາຊີກາງພາກໃຕ້, ສ່ວນໃຫຍ່ຂອງອາຟຣິກາເໜືຶອ, ພາກໃຕ້ຂອງປາກິດສະຖານ ແລະ ພາກຕາເວັນຕົກສຽງໃຕ້ຂອງສະຫະລັດ ອາເມຣິກາ ໄດ້ວັດແທກອຸນຫະພູມສູງເກີນ 42 ອົງສາ, ໃນຂະນະບາງພື້ນທີ່ສູງເກີນ 45 ອົງສາ.

ຕາເວັນຕົກສຽງໃຕ້ຂອງອີຣ່ານ ແລະ ພາກຕາເວັນອອກຂອງອີຣັກ ວັດແທກອຸນຫະພູມໄດ້ສູງເກີນ 50 ອົງສາ ຊຶ່ງສົ່ງຜົນກະທົບຕໍ່ໄຟຟ້າ ແລະ ນ້ຳປະປາ, ການສຶກສາຂອງເດັກນ້ອຍໃນໂຮງຮຽນ ແລະ ການເຮັດວຽກຂອງແຮງງານ. ໂດຍການພະຍາກອນອາກາດຄາດຄະເນວ່າພາກພື້ນເຫຼົ່ານີ້ຈະສືບຕໍ່ປະສົບກັບຄື້ນຄວາມຮ້ອນໃນອາທິດນີ້.

ທ່ານ ໂອມາຣ ບັດດູຣ ຫົວໜ້າອົງການຕິດຕາມກວດກາດິນຟ້າອາກາດ ຂອງ WMO ກ່າວວ່າ: ປົກກະຕິແລ້ວການສົມທົບກັນຂອງຄື້ນຄວາມຮ້ອນທີ່ຮ້າຍແຮງຢູ່ໃກ້ກັບພື້ນດິນ ແລະ ອາກາດເຢັນໃນຊັ້ນບັນຍາກາດສູງໃນລະດູຮ້ອນ ອາດເຮັດໃຫ້ເກີດຝົນຕົກໜັກ ແລະ ນ້ຳຖ້ວມກະທັນຫັນຮຸ່ນແຮງໃນພື້ນທີ່ປະເທດທີ່ສູງ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ອົງການດັ່ງກ່າວລະບຸຕື່ມວ່າ: ຄື້ນຄວາມຮ້ອນທີ່ຮ້າຍແຮງໄດ້ເພີ່ມທະວີຄວາມຮຸ່ນແຮງຂອງໄຟໄໝ້ປ່າ, ເຮັດໃຫ້ມີຜູ້ບາດເຈັບ, ເສຍຊີວິດ ແລະ ຄຸນນະພາບອາກາດຮ້າຍແຮງຂຶ້ນ. ໂດຍໄຟໄໝ້ປ່າໃນໄຊປຣັສ, ເກຣັກ ແລະ ຕວັກກີ ໄດ້ເຮັດໃຫ້ປະຊາຊົນຫຼົບໜີຈາກບ້ານເຮືອນຂອງພວກເຂົາ ແລະ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍຄົນ. ໃນຂະນະໄຟໄໝ້ປ່າໃນການາດາໃນທ້າຍເດືອນກໍລະກົດ – ຕົ້ນເດືອນສິງຫາ ເຮັດໃຫ້ຄຸນນະພາບອາກາດຂອງຫຼາຍເຂດ ລວມທັງບາງສ່ວນຂອງ ສະຫະລັດ ອາເມຣິກາ ຮ້າຍແຮງຂຶ້ນ.

ທັງນີ້, ອົງການ ແລະ ສະມາຊິກ ມີຄວາມມຸ່ງໝັ້ນໃນການປັບປຸງລະບົບເຕືອນໄພຄື້ນຄວາມຮ້ອນລ່ວງໜ້າໃຫ້ດີຍິ່ງຂຶ້ນ ແລະ ເຮັດວຽກຮ່ວມກັບຄູ່ຮ່ວມງານໃນທຸກລະດັບເພື່ອກ້າວໄປເຖິງແຜນການດຳເນີນງານກ່ຽວກັບຄື້ນຄວາມຮ້ອນ – ສຸຂະພາບ ຕໍ່ໄປດ້ວຍ.

Cathay Pacific ສັ່ງຊື້ເຮືອບິນ Boeing 777-9 ເພີ່ມອີກ 14 ລຳ

0

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: Boeing ປະກາດວ່າ, ສາຍການບິນ Cathay Pacific ຊຶ່ງເປັນສາຍການບິນຂອງເຂດບໍລິຫານພິເສດຮົງກົງ (ຈີນ) ໄດ້ສັ່ງຊື້ເຮືອບິນໂດຍສານ ລຸ້ນ 777-9 ຊຶ່ງເປັນເຮືອນບິນໂດຍສານເຄື່ອງຈັກຄູ່ທີ່ໃຫຍ່ທີ່ສຸດຂອງໂລກ ເພີ່ມອີກ 14 ລຳ ມູນຄ່າທັງໝົດ 8.1 ຕື້ໂດລາ ເຮັດໃຫ້ສາຍການບິນດັ່ງກ່າວມີຄຳສັ່ງຊື້ເຮືອບິນລຸ້ນນີ້ທັງໝົດ 35 ລໍາແລ້ວ.

Boeing ລະບຸວ່າ: ເຮືອບິນ ລຸ້ນ 777-9 ຈະຊ່ວຍ Cathay Pacific ສາມາດຕອບສະໜອງຄວາມຕ້ອງການດ້ານການເດີນທາງທາງອາກາດທີ່ເພີ່ມຂຶ້ນໃນຕະຫຼາດຫຼັກທົ່ວໂລກໄດ້.

ທ່ານ ໂຣນັລ ລຳ ຊີອີໂອຂອງ ກຸ່ມບໍລິສັດ Cathay ກ່າວວ່າ: ສາຍການບິນມີແຜນທີ່ຈະຂະຫຍາຍ ແລະ ຍົກລະດັບການບິນດ້ວຍເຮືອບິນລຸ້ນ 777-9 ເພື່ອໃຫ້ສາມາດສືບຕໍ່ປະຫວັດສາດຂອງພວກເຮົາໃນການເຊື່ອມຕໍ່ໂລກກັບສູນກາງໃນຮົງກົງ.

ທ່ານ ແບຣດ ແມັກມັລແລນ ຮອງປະທານອາວຸໂສດ້ານການຂາຍ ແລະ ການຕະຫຼາດ ຂອງ Boeing ກ່າວວ່າ: Boeing ຮູ້ສຶກພາກພູມໃຈທີ່ໄດ້ສະໜັບສະໜູນ Cathay Pacific ໃນການສືບຕໍ່ເປັນສາຍການບິນຊັ້ນນໍາຂອງໂລກແລະ ການນຳເຮືອບິນ ລຸ້ນ 777-9 ມາໃຊ້ໃນຖານະເຮືອບິນທີ່ດີທີ່ສຸດໃນອະນາຄົດ.

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

0

ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ການນໍາ, ອະດີດການນໍາ, ຜູ້ປະກອບການດ້ານການພິມຈຳໜ່າຍ, ພ້ອມດ້ວຍບັນດາສື່ມວນຊົນ ຈາກທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ໃນແຕ່ລະໄລຍະ ນັບແຕ່ອະດີດຈົນຮອດປັດຈຸບັນ, ເຊິ່ງຕະຫລອດໄລຍະ 75 ປີຜ່ານມາ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ແມ່ນວຽກງານໜຶ່ງທີ່ສໍາຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີບົດບາດເປັນເຄື່ອງມືທີ່ເປັນກະບອກສຽງອັນແຫລມຄົມ ໃນການເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ-ລັດ, ເຮັດໜ້າທີ່ໂຄສະນາສຶກສາອົບຮົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ລະບອບປະຊາທິປະໄຕ ແລະ ສ້າງສະຕິເຄົາລົບກົດໝາຍໃຫ້ປະຊາຊົນ, ສົ່ງເສີມໃຫ້ປະຊາຊົນຮູ້ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ແລະ ບັນດາເຜົ່າ ກໍຄື ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີບາດກ້າວຂະຫຍາຍຕົວ. ມາຮອດປັດຈຸບັນ ຂະແໜງການສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ມີການພັດທະນາຕົນເອງ ທາງດ້ານປະລິມານ ແລະ ຄຸນນະພາບ, ບັນດາພາຫະນະສື່ມວນຊົນ ໄດ້ນໍາໃຊ້ ວິທະຍາສາດທີ່ກ້າວໜ້າ, ເຕັກໂນໂລຊີຂໍ້ມູນ-ຂ່າວສານທັນສະໄໝ, ສາມາດສົ່ງຂໍ້ມູນ-ຂ່າວສານ ແລະ ເຜີຍແຜ່ອອກສູ່ພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງວ່ອງໄວທັນການ ແລະ ກວ້າງຂວາງກວ່າເກົ່າ ເຮັດໃຫ້ມາດຕະຖານ ແລະ ຄຸນນະພາບຂອງສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຮັບການພັດທະນາຍົກລະດັບຂຶ້ນເປັນກ້າວໆ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນໂອລົມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ຂະແໜງສື່ມວນຊົນ ແລະ ພິມຈຳໜ່າຍ ຍາດມາໄດ້ ໃນໄລຍະ 75 ປີຜ່ານມາ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຕ້ອງໄດ້ເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫລວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໄດ້ຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ ກໍຄືສະພາບຜັນແປຂອງໂລກ ແລະ ພາກພື້ນໃຫ້ທັນການ, ແນ່ໃສ່ສ້າງຄວາມຮັບຮູ້ເຂົ້າໃຈທີ່ເປັນເອກະພາບສູງພາຍໃນຊາດ, ສ້າງກ້ອນກຳລັງແຮງຄວາມສາມັກຄີພາຍໃນພັກ, ພາຍໃນຊາດ ໃຫ້ມີຄວາມແໜ້ນແຟ້ນ, ໜັກແໜ້ນ ແລະ ເດີນຕາມອຸດົມການຂອງພັກວາງອອກ. ພ້ອມນີ້, ວຽກງານຖະແຫລງຂ່າວ ພາຍຫລັງທີ່ໂອນກົງຈັກການຈັດຕັ້ງ ແລະ ບຸກຄະລາກອນທັງໝົດ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກແລ້ວ ຕ້ອງສືບຕໍ່ ແລະ ຮີບຮ້ອນປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນ ພະນັກງານ, ໃຫ້ເປັນລະບົບ ແລະ ສືບຕໍ່ປະຕິບັດພາລະບົດບາດຂອງຕົນໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່, ສ້າງການບຸກທະລຸໃນວຽກງານຖະແຫລງຂ່າວສື່ມວນຊົນ; ຍົກສູງບົດບາດຂອງໂທລະພາບແຫ່ງຊາດ, ວິທະຍຸ, ໜັງສືພິມ ແລະ ຂ່າວສານຕ່າງໆ, ປັບປຸງເນື້ອໃນຂ່າວ, ສາລະບັນເທິງໃຫ້ອຸດົມສົມບູນ, ມີຊີວິດຊີວາ, ທັນການ, ທັນສະໄໝ, ທັນສະພາບການ; ເພີ່ມກໍາລັງແຮງຂອງສະຖານີວິທະຍຸກະຈາກສຽງໃນແຕ່ລະແຫ່ງ ໃຫ້ເປັນກະບອກສຽງສໍາຄັນໃນການນໍາສະເໜີຂ່າວສານ, ລາຍການໂຄສະນາ, ຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ແນວທາງນະໂຍບາຍຂອງ ພັກ-ລັດ ໄດ້ຢ່າງຕໍ່ເນື່ອງ ແລະ ເລິກເຊິ່ງ; ສ້າງລະບົບການຄຸ້ມຄອງສື່ມວນຊົນ ໃຫ້ເຂັ້ມແຂງ ສາມາດປະຕິບັດບົດບາດເປັນເສນາທິການໃຫ້ ພັກ-ລັດ; ຕັ້ງໜ້າຫັນປ່ຽນໃນການນໍາສະເໜີຂ່າວ ທາງການຂອງສໍານັກຂ່າວສານປະເທດລາວ ໃຫ້ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກມະຫາຊົນ, ສ້າງສື່ສິ່ງພິມ ພາສາເຜົ່າ, ຖ້ອງຖິ່ນ ແລະ ຕ່າງປະເທດ ທີ່ຮັບປະກັນດ້ານເນື້ອໃນ, ຮູບການໃຫ້ມີຊີວິດຊີວາ, ສື່ມວນຊົນ ຕ້ອງຮັບປະກັນ 4 ລັກສະນະຕົ້ນຕໍ ຄື: ລັກສະນະຕໍ່ສູ້, ລັກສະນະສຶກສາອົບຮົມ, ລັກສະນະຈັດຕັ້ງນໍາພາ-ຊີ້ນຳມະຫາຊົນ ແລະ ລັກສະນະຕົວຈິງ ເພື່ອໃຫ້ສື່ມວນຊົນ ສາມາດດໍາລົງບົດບາດ ໃນການເສີມສ້າງຄວາມສາມັກຄີ ປອງດອງປວງຊົນທັງຊາດ ໃນການໂຄສະນາ, ປຸກລະດົມ, ຊຸກຍູ້ການພັດທະນາ ສ້າງສາເສດຖະກິດ-ສັງຄົມຂອງປະເທດເຮົາ, ຊຸກຍູ້, ປຸກລະດົມ ທົ່ວປວງຊົນ ເຮັດໜ້າທີ່ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ໂຄສະນາດຶງດູດ ເອົາການຮ່ວມມື, ການຊ່ວຍເຫລືອ ແລະ ການລົງທຶນຈາກຕ່າງປະເທດ ຕະຫລອດຮອດການຕໍ່ສູ້ຕ້ານກັບບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ ພ້ອມທັງໃຫ້ເລັ່ງປັບປຸງຂະຫຍາຍວຽກງານສື່ມວນຊົນທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ມີຄວາມທັນສະໄໝວ່ອງໄວ ພ້ອມກັນນັ້ນ ຕ້ອງຖືສໍາຄັນ ໃນການສົ່ງໜັງສືພິມໃຫ້ລົງຮອດທ້ອງຖິ່ນໃນທຸກເມືອງ, ທຸກໜ່ວຍງານ ຂອງພັກ-ລັດ ໃຫ້ວ່ອງໄວທັນການ ແລະ ຫັນເປັນດີຈິຕອນ (ຜ່ານທາງອອນລາຍ); ລົງທຶນສ້າງ ໂຮງພິມ ຢູ່ແຂວງທີ່ເປັນຈຸດສຸມຕື່ມ ຢ່າງໜ້ອຍໃຫ້ມີໂຮງພິມປະຈຳພາກ ເພື່ອຮັບປະກັນນໍາເອົາສື່ສິ່ງພິມລົງສູ່ຮາກຖານຢ່າງກວ້າງຂວາງ, ວ່ອງໄວກວ່າເກົ່າ ແລະ ຫັນເປັນເອເລັກໂຕຣນິກ (ແບບອອນລາຍ); ປັບປຸງ ພື້ນຖານ ວັດຖຸ-ເຕັກນິກການພິມຈຳໜ່າຍໃຫ້ທັນສະໄໝຍິ່ງຂຶ້ນ. ນອກນີ້, ສື່ມວນຊົນຕ້ອງສືບຕໍ່ເຮັດໃຫ້ທ້ອງຖິ່ນໄດ້ຮັບຮູ້ຂໍ້ມູນຂ່າວສານຢ່າງຄົບຖ້ວນ, ທັນການ, ເອົາໃຈໃສ່ ບຸກບືນສ້າງຕົນເອງໃຫ້ເປັນເວທີແຫ່ງການໂຄສະນາປຸກລະດົມນໍ້າໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງ ໃຫ້ມີເນື້ອໃນທີ່ອຸດົມສົມບູນຫລາຍຮູບ, ຫລາຍສີ ແລະ ມີຂໍ້ມູນທີ່ໜັກແໜ້ນໃນການສ່ອງແສງສະພາບຄວາມເປັນຈິງຂອງຊີວິດສັງຄົມຢ່າງກວ້າງຂວາງ ໂດຍສະເພາະ ຢູ່ຮາກຖານເຂດຫ່າງໄກສອກຫລີກ.

ທ່ານ ສອນໄຊ ສີພັນດອນ ເນັ້ນຕື່ມວ່າ: ສື່ມວນຊົນຕ້ອງເອົາໃຈໃສ່ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ ຂອງພັກ ແລະ ລະບຽບກົດໝາຍ ຂອງລັດວາງອອກແຕ່ລະໄລຍະໃຫ້ເລິກເຊິ່ງ ເພື່ອປະຕິບັດໜ້າທີ່ໃນການຕອບຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ຖ້ອຍທໍານອງທີ່ບິດເບືອນຄວາມເປັນຈິງຂອງພວກກຸ່ມຄົນບໍ່ດີ, ເປັນຂົວຕໍ່ລະຫວ່າງພັກ-ລັດ ກັບປະຊາຊົນ, ເປັນເວທີເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ; ປັບປຸງພື້ນຖານໂຄງລ່າງ, ສ້າງ ແລະ ປັບປຸງນິຕິກຳໃນຂົງເຂດສື່ມວນຊົນໃຫ້ກາຍເປັນຂໍ້ກຳນົດ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງຂໍ້ມູນຂ່າວສານ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ປັບປຸງວຽກງານຂ່າວສານທາງດ້ານອິນເຕີເນັດ ຢ່າງເປັນລະບົບຄົບຊຸດ ແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍການປະກອບອຸປະກອນເຕັກນິກທີ່ທັນສະໄໝໃນການຮັບສົ່ງຂ່າວສານທີ່ສະດວກ, ວ່ອງໄວ ແລະ ໜ້າເຊື່ອຖື ພ້ອມທັງປັບປຸງກົນໄກການຄຸ້ມຄອງ ແລະ ວິທີດຳເນີນງານຂອງບັນດາອົງການສື່ມວນຊົນ ໃຫ້ມີປະສິດທິຜົນ; ປັບປຸງບັນດາເນື້ອໃນຂ່າວ-ບົດ ໃນໜ້າໜັງສືພິມ, ລາຍການວິທະຍຸ, ໂທລະພາບ, ສືບຕໍ່ບຳລຸງກໍ່ສ້າງພະນັກງານ ບັນນາທິການ, ນັກຂ່າວ, ພະນັກງານເຕັກນິກໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ທີ່ນັບມື້ຂະຫຍາຍຕົວ.

ໃນໂອກາດສຳຄັນດັ່ງກ່າວນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຊົມ ບັນດາຫ້ອງວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍ ຕື່ມອີກ. ເຊິ່ງບັນດາສື່ມວນຊົນລາວ ຈາກທຸກຂະແໜງການ ໄດ້ນຳເອົາຜົນງານ ແລະ ຜະລິດຕະພັນຂອງຕົນເອງ ມາວາງສະແດງ ທັງໝົດ 31 ຫ້ອງ, ໃນນັ້ນ, ສື່ສິ່ງພິມ 12 ຫ້ອງ ແລະ ສື່ອີເລັກໂຕຣນິກ 19 ຫ້ອງ.

ດຳເນີນການທົດລອງຄັ້ງສຸດທ້າຍໃນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ

0

ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ດຳເນີນຈັດຕັ້ງປະຕິບັດການທົດລອງຄັ້ງສຸດທ້າຍ ສຳລັບການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ເພື່ອກວດກາຄວາມພ້ອມຮອບດ້ານ ກ່ອນການເດີນສຳຫລວດເກັບກຳຂໍ້ມູນພາກສະໜາມຕົວຈິງ ໃນຂອບເຂດທົ່ວປະເທດໃນ 3 ພະຈິກ 2025, ເຊິ່ງໄດ້ຮັບການຊ່ວຍເຫລືອດ້ານວິຊາການຈາກ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ບັນດາຄູ່ຮ່ວມພັດທະນາ.

ສູນສະຖິຕິແຫ່ງຊາດ ໄດ້ເລີ່ມຕົ້ນຫ້າງຫາກະກຽມການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ນັບຕັ້ງແຕ່ປີ 2021, ເຊິ່ງຕະຫລອດໄລຍະຜ່ານມາ, ສູນສະຖິຕິແຫ່ງຊາດ ໄດ້ສຳເລັດບັນດາໜ້າວຽກສຳຄັນຕ່າງໆຫລາຍດ້ານ ເປັນຕົ້ນ ການສ້າງໂປແກມແອັບພລິເຄຊັນສຳລັບສຳພາດ ເກັບກຳຂໍ້ມູນ, ການສ້າງແຜນທີ່ເຂດສຳຫລວດ, ຕະຫລອດຮອດການສ້າງແຜນໂຄສະນາເຜີຍແຜ່ວຽກງານ ການສຳຫລວດ ແລະ ພັດທະນາສ້າງເຄື່ອງມື ສຳລັບປະເມີນຄຸນນະພາບການສຳຫລວດ. ການທົດລອງຄັ້ງສຸດທ້າຍນີ້ ແມ່ນຂະບວນການສຸດທ້າຍຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ກ່ອນຈະມີການລົງເກັບກຳຂໍ້ມູນຕົວຈິງ ພາກສະໜາມໃນເດືອນພະຈິກທີ່ຈະມາເຖິງນີ້.

ສປປ ລາວ ດຳເນີນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດໃນທຸກໆ 10 ປີ ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍສະຖິຕິ, ເຊິ່ງຈະເກັບກຳຂໍ້ມູນທີ່ສຳຄັນ ກ່ຽວກັບເສດຖະກິດ ແລະ ສັງຄົມ ປະກອບມີ ຂໍ້ມູນປະຊາກອນ ທີ່ແບ່ງຕາມເພດ, ອາຍຸ, ຊົນເຜົ່າ, ພື້ນທີ່ພູມສັນຖານ, ການສຶກສາ, ແຮງງານ, ຄວາມພິການ, ການຍົກຍ້າຍຖິ່ນຖານ, ການເກີດ ແລະ ການຕາຍ, ການຂຶ້ນທະບຽນພົນລະເມືອງ, ພ້ອມທັງຂໍ້ມູນກ່ຽວກັບທີ່ຢູ່ອາໄສ ແລະ ພື້ນຖານໂຄງລ່າງ, ບັນດາຂໍ້ມູນເຫລົ່ານີ້ຈະເປັນບ່ອນອີງ ໃຫ້ລັດຖະບານ ສາມາດຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ນອກຈາກນີ້, ຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ລັດຖະບານປະເມີນຜົນ ຂອງການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ ເຊິ່ງຖືກສ້າງຂຶ້ນ ແນໃສ່ເພື່ອຮັບປະກັນວ່າ ຈະບໍ່ມີໃຜຖືກປະປ່ອຍໄວ້ທາງຫລັງ.

ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ກ່າວວ່າ: ການສໍາຫລວດທົດລອງຄັ້ງສຸດທ້າຍ ແນໃສ່ກວດກາຄວາມພ້ອມທຸກດ້ານ ເປັນຕົ້ນ ບັນດາເຄື່ອງມືທີຈະນຳໃຊ້ເຂົ້າການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025. ການສຳຫລວດທົດລອງ ແມ່ນໜຶ່ງໃນຂັ້ນຕອນທີ່ສຳຄັນ ໃນຂະບວນການຫ້າງຫາກະກຽມການສຳຫລວດ ເຊິ່ງການສຳຫລວດທົດລອງ ຈະຊ່ວຍໃຫ້ສູນສະຖິຕິ ສາມາດເຫັນໄດ້ຈຸດອ່ອນ ແລະ ຂໍ້ຄົງຄ້າງ ເພື່ອປັບປຸງການສຳຫລວດແບບດີຈິຕອນຄັ້ງທຳຂອງ ສປປ ລາວ ຮັບປະກັນຜົນສຳເລັດອັນຈົບງາມ ຂອງການເດີນສຳຫລວດ ແລະ ນັບຈຳນວນປະຊາກອນຕົວຈິງໃນທ້າຍປີນີ້.

ທ່ານ ແກມບິສ ຄາບິລິ (Kambiz Kabiri) ຜູ້ປະການຂອງອົງການ UNFPA ໄດ້ກ່າວວ່າ: ການສໍາຫລວດພົນລະເມືອງ ເປັນເຄື່ອງມືອັນສຳຄັນສຳລັບສະໜອງຂໍ້ມູນ ສຳລັບວາງແຜນພັດທະນາປະເທດຊາດ ເຊິ່ງຂໍ້ມູນທີ່ໄດ້ຈາກການສຳຫລວດ ບໍ່ພຽງແຕ່ຈະຖືກນໍາໃຊ້ເຂົ້າໃນການວາງນະໂຍບາຍ ແລະ ແຜນພັດທະນາເທົ່ານັ້ນ, ແຕ່ຍັງຈະເປັນການສ້າງຄວາມເຂັ້ມແຂງ ປະກອບສ່ວນເຂົ້າໃນການປັບປຸງລະບົບສະຖິຕິໃນ ສປປ ລາວ ແລະ ຫວັງວ່າການທົດລອງພາກສະໜາມ ຄັ້ງສຸດທ້າຍນີ້ ຈະສໍາເລັດຜົນຢ່າງຈົບງາມ.

ສຳມະນາວິທະຍາສາດ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

0

ງານສຳມະນາວິທະຍາສາດ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ຈັດຂຶ້ນໃນວັນທີ 12 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ການນໍາ, ອະດີດການນໍາ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ສື່ມວນຊົນ ຈາກທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ລາວປາວຊົ່ງ ນະວົງໄຊ ໃຫ້ຮູ້ວ່າ: ການສຳມະນາໃນຄັ້ງນີ້, ໄດ້ຮ່ວມກັນສົນທະນາ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບການພັດທະນາຂອງສື່ມວນຊົນ ຈາກອະດີດສູ່ປັດຈຸບັນ, ບົດບາດຂອງປັນຍາປະດິດ (AI) ໃນຍຸກອຸດສາຫະກຳ 4.0, ຄວາມສຳຄັນຂອງຈັນຍາບັນສື່ ແລະ ທິດທາງໃນອະນາຄົດ. ພ້ອມນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ຍັງໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ ຂອງສື່ມວນຊົນລາວ ໃນໄລຍະຜ່ານມາຈົນຮອດປັດຈຸບັນ ກໍຄື ຍຸກແຫ່ງການຂະຫຍາຍຕົວທາງດ້ານດີຈິຕອນ ສື່ມວນຊົນລາວໄດ້ມີການພັດທະນາຕົນເອງ ຢ່າງກ້າວກະໂດດ ທາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ນຳໃຊ້ເຕັກນິກ, ເຄື່ອງມື, ວັດຖຸອຸປະກອນທີ່ທັນສະໄໝ ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໄດ້ຢ່າງວ່ອງໄວ, ທັນເຫດການ ແລະ ອື່ນໆ. ຢ່າງໃດກໍຕາມ ໃນຍຸກທີ່ AI ມີບົດບາດຫລາຍຂຶ້ນ, ສື່ມວນຊົນລາວ ຕ້ອງຕື່ນຕົວໃນການນຳໃຊ້ເຕັກໂນໂລຊີຢ່າງມີຈັນຍາບັນ, ປ້ອງກັນການແຜ່ຂະຫຍາຍຂອງຂ່າວປອມ ແລະ ປົກປ້ອງຄວາມເປັນສ່ວນຕົວຂອງຜູ້ຮັບຂໍ້ມູນຂ່າວສານ.

ການສຳມະນາໃນຄັ້ງນີ້, ບັນດາວິທະນາກອນ ໄດ້ຍົກໃຫ້ເຫັນຄວາມສຳຄັນ, ສິດ, ໜ້າທີ່, ພາລະບົດບາດ, ວິໄສທັດ ແລະ ຜົນງານ ການຂີດຂຽນ, ການນຳສະເໜີຂ່າວ, ບົດ, ສາລະຄະດີ ແລະ ອື່ນໆ ຂອງສື່ມວນຊົນລາວ ໃນຍຸກປັດຈຸບັນ ລວມທັງການຈັດຕັ້ງປະຕິບັດວຽກງານ, ການປະກອບສ່ວນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ ໃນອະດີດຮອດປັດຈຸບັນ. ພ້ອມທັງຍົກໃຫ້ເຫັນການພັດທະນາຂອງສື່ມວນຊົນ ໃນຍຸກແຫ່ງການເຕີບໃຫຍ່ຂະຫຍາຍຕົວ ທາງດ້ານດີຈິຕອນ ກໍຄື ການນຳໃຊ້ສື່ອອນລາຍ ເຂົ້າໃນການນຳສະເໜີຂ່າວຕ່າງໆ.

ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງ ແລະ ຮຽນຮູ້ປະສົບການ, ຈັນຍາບັນ, ການນຳສະເໜີຂ່າວ ແລະ ອື່ນໆ ຂອງສື່ຕ່າງປະເທດ ທີ່ຈັດຕັ້ງປະຕິບັດວຽກງານຢູ່ ສປປ ລາວ ເປັນຕົ້ນ ການນຳໃຊ້ສື່ແບບໃໝ່ ກໍຄື AI ເຂົ້າໃນການນຳສະເໜີຂ່າວ, ການຕອບໂຕ້ຂ່າວປອມ, ຂ່າວບິດເບືອນຄວາມຈິງ ແລະ ອື່ນໆ.

ຮອງນາຍົກລັດຖະມົນຕີຢ້ຽມຊົມງານສັບປະດາສະຫລອງ 75 ປີ ວັນສ້າງຕັ້ງແນວລາວສ້າງຊາດ

0

ໃນວັນທີ 9 ສິງຫາ 2025 ຜ່ານມາ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມຊົມງານສັບປະດາ ສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ.

ການຈັດງານສັບປະດາຄັ້ງນີ້ ເພື່ອທົບທວນ ແລະ ເສີມຂະຫຍາຍມູນເຊື້ອ, ຜົນງານອັນໃຫຍ່ຫລວງຂອງແນວລາວອິດສະຫລະ, ແນວລາວຮັກຊາດ ໃນເມື່ອກ່ອນ ແລະ ແນວລາວສ້າງຊາດ ໃນປັດຈຸບັນ ທີ່ໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ ແລະ ເປັນໜຶ່ງໃນ 9 ກິດຈະກໍາ ຂອງການສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ.

ໂອກາດນີ້, ທ່ານ ນາງ ມະນີວັນ ພະມີສິດ ຮອງປະທານສວນບັນດາເຜົ່າ ໄດ້ລາຍງານຫຍໍ້ຄວາມເປັນມາຂອງສວນບັນດາເຜົ່າແຫ່ງນີ້ ເຊິ່ງໄດ້ເປີດໃຫ້ບໍລິການມາແຕ່ປີ 2017 ເພື່ອສ້າງເປັນແຫລ່ງທ່ອງທ່ຽວທາງວັດທະນະທໍາບັນດາເຜົ່າທົ່ວປະເທດ (50 ຊົນເຜົ່າ) ສະຖານທີ່ຕັ້ງຂອງສວນບັນດາເຜົ່າ ຢູ່ບ້ານດານຊີ, ເມືອງນາຊາຍທອງ ນະຄອນຫລວງວຽງຈັນ. ພາຍໃນສວນ ປະກອບດ້ວຍຈຸດທ່ອງທ່ຽວຢ້ຽມຊົມ-ຮຽນຮູ້ຄື: ມີເຮືອນເຜົ່າ ຕົວຈິງ 10 ຊົນເຜົ່າ, ມີຫ້ອງວາງສະແດງຂໍ້ມູນບັນດາເຜົ່າ, ຫ້ອງຂາຍ ເຄື່ອງທີ່ລະນຶກ, ບ່ອນສັກກະລະບູຊາ ວັງພະຍານາກ, ສວນພືດເປັນຢາ, ຣີສອດ, ສະໂມສອນ, ຮ້ານອາຫານ-ກາເຟ, ເຄື່ອງດື່ມ, ຕູບນັ່ງຊົມວິວ, ຈໍາລອງນໍ້າຕົກ, ທໍາມະຊາດ ແລະ ອື່ນໆ.

ສໍາລັບກິດຈະກໍາໃນມື້ທີ 2 ແມ່ນໄດ້ຮັບຊົມການເດີນແບບຂອງບັນດາເຜົ່າ, ຢ້ຽມຊົມເຮືອນຊົນເຜົ່າ, ສໍາຜັດອາຫານ, ເຄື່ອງດື່ມແບບສະໄໝກ່ອນ, ຊົມຜະລິດຕະພັນຊົນເຜົ່າ, ຟ້ອນລໍາວົງສາມັກຄີແບບມວນຊົນທຸກເຜົ່າ ແລະ ຊົມການສະແດງສິລະປະບັນດາເຜົ່າ ດ້ວຍບັນຍາກາດຄຶກຄື້ນຟົດຟື້ນ.