Saturday, September 20, 2025
Home Blog Page 22

ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ

0

ຄືດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ຊັບພະຍາກອນປ່າໄມ້ ແມ່ນມີຄວາມສໍາຄັນຫຼາຍຕໍ່ລະບົບນິເວດວິທະຍາ, ການຮັກສາແຫຼ່ງນໍ້າ, ການປົກປັກຮັກສາສິ່ງແວດລ້ອມ, ຮັກສາພັນພືດ-ພັນສັດ ແລະ ຊີວະນາໆພັນ, ການປ້ອງກັນໄພພິບັດ, ການພັດທະນາເສດຖະກິດ-ສັງຄົມຂອງຊາດ ທັງຕິດພັນກັບການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າມາແຕ່ດຶກດຳບັນຈົນມາເຖິງທຸກວັນນີ້ ໂດຍທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້.

ໃນໄລຍະຜ່ານມາ, ແຂວງຄໍາມ່ວນ ກໍໄດ້ກໍານົດເອົາວຽກງານການຄຸ້ມຄອງປົກປັກຮັກສາປ່າໄມ້ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ (ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ) ແລະ ດ້ວຍຄວາມອຸດົມສົມບູນຂອງອຸທິຍານແຫ່ງຊາດຫີນໜາມໜໍ່ທີ່ມີລະບົບນິເວດພູຫີນປູນທີ່ມີຄວາມສົມບູນເປັນທຳມະຊາດ ທີ່ສຳຄັນທີ່ສຸດພາຍໃນຂອບເຂດ ແລະ ຍັງເປັນຖິ່ນທີ່ຢູ່ອາໄສຂອງຊະນິດພັນພືດທີ່ມີຄວາມຫຼາກຫຼາຍ ແລະ ສັດປະຈຳຖິ່ນທີ່ມີເອກະລັກໂດດເດັ່ນ. ສະນັ້ນ, ຈຶ່ງມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ ເປັນເຈົ້າການໃນການສ້າງແຜນຄຸ້ມຄອງ ແລະ ພັດທະນາປ່າໄມ້ແບບຍືນຍົງ ເພື່ອໃຫ້ບັນລຸເປົ້າໝາຍເນື້ອທີ່ປ່າໄມ້ປົກຫຸ້ມ 70% ຂອງເນື້ອທີ່ທົ່ວປະເທດ. ປັດຈຸບັນ, ແຂວງຄຳມ່ວນສາມາດບັນລຸໄດ້ແລ້ວ 69.14% ແລະ ການສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງທຳມະຊາດ ກໍເປັນໜຶ່ງໃນການຮັບປະກັນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນໄລຍະຍາວຕາມຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ. ໃນໄລຍະຜ່ານມາອົງການປົກຄອງແຂວງຄຳມ່ວນໄດ້ມີຄວາມພະຍາຍາມຊຸກຍູ້ ແລະ ສະໜັບສະໜູນ ອຸທິຍານແຫ່ງຊາດຫີນໜາມໜໍ່ໃຫ້ກາຍເປັນມໍຣະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ໂດຍເລີ່ມຕັ້ງແຕ່ສ້າງຕັ້ງຄະນະກຳມະການຊີ້ນຳ ແລະ ກອງເລຂາຂັ້ນແຂວງ, ເມືອງ ແລະ ບ້ານ ເພື່ອເຮັດໜ້າທີ່ໃນການຄຸ້ມຄອງບໍລິຫານ, ປຶກສາຫາລື ແລະ ຕິດຕາມຄວາມຄືບໜ້າກ່ຽວກັບຂັ້ນຕອນ, ຂະບວນການແຈ້ງໃຫ້ຮູ້ກ່ອນລ່ວງໜ້າໃນການເຂົ້າເປັນມໍຣະດົກໂລກ (ຂະບວນການ FPIC) ຊຶ່ງເປັນຂະບວນການທີ່ໃຊ້ເວລາ ຈົນສາມາດດໍາເນີນຂະບວນການແກ້ໄຂບັນຫາຂອງປະຊາຊົນທີ່ອາໄສຢູ່ໃນເຂດອ້ອມຮອບອຸທິຍານແຫ່ງຊາດຫີນໜາມໜໍ່ໄດ້ ໂດຍສະເພາະການກໍານົດຂອບເຂດການຄຸ້ມຄອງປ່າໄມ້ໄດ້ຢ່າງຈະແຈ້ງ, ຊັດເຈນ ແລະ ໄດ້ສ້າງນິຕິກຳຕ່າງໆ ເພື່ອເປັນເຄື່ອງມືໃນການຄຸ້ມຄອງ, ປົກປັກຮັກສາ ແລະ ສໍາຫຼວດຈັດສັນແບບຍືນຍົງ ຕິດພັນກັບການພັດທະນາ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນໃຫ້ມີຄວາມໝັ້ນຄົງ ຕິດພັນກັບການທ່ອງທ່ຽວທໍາມະຊາດ, ສ້າງປະຊາຊົນໃຫ້ມີສ່ວນຮ່ວມໃນການປົກປັກຮັກສາຊັບພະຍາກອນປ່າໄມ້ໃຫ້ນັບມື້ນັບດີຂຶ້ນ, ເອົາໃຈໃສ່ສ້າງນິຕິກຳລຸ່ມກົດໝາຍ, ໂຄສະນາເຜີຍແຜ່, ເຊື່ອມຊຶມບັນດາກົດໝາຍ, ດໍາລັດ, ຄໍາສັ່ງ, ລະບຽບການ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານປ່າໄມ້ໃຫ້ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນຢູ່ທ້ອງຖິ່ນຢ່າງທົ່ວເຖິງ ໂດຍສະເພາະແມ່ນເມືອງບົວລະພາ ແລະ ປະຊາຊົນທີ່ອາໄສຢູ່ອ້ອມຮອບອຸທິຍານ ຈຳນວນ 20 ບ້ານ, ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງ. ອົງການປົກຄອງເມືອງ, ອົງການປົກຄອງບ້ານ ແມ່ນມີຄວາມຮັບຜິດຊອບໂດຍກົງໃນການປົກປັກຮັກສາປ່າໄມ້ ຢ່າງໃກ້ຊິດ ເປັນຕົ້ນແມ່ນຕ້ານ ແລະ ສະກັດກັ້ນການລັກລອບທໍາລາຍປ່າໄມ້, ສັດນໍ້າ-ສັດປ່າ, ການເຝົ້າລະວັງ ແລະ ສະກັດກັ້ນການເກີດໄຟໄໝ້ລາມປ່າ ແລະ ອື່ນໆ ທີ່ບໍ່ຖືກຕ້ອງ.

ພ້ອມດຽວກັນນັ້ນ, ອົງການປົກຄອງແຂວງຄໍາມ່ວນຂອງພວກເຮົາ ກໍຍັງໄດ້ມີການຮ່ວມມືກັນມາຍາວນານກັບແຂວງກວາງຈິ ເພື່ອທີ່ຈະຊຸກຍູ້ສະໜັບສະໜັບອຸທິຍານແຫ່ງຊາດຫີນໜາມໜໍ່ທີ່ມີພື້ນທີ່ປະມານ 94,121 ເຮັກຕາ ແລະ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ສສ ຫວຽດນາມ ທີ່ມີພື້ນທີ່ປະມານ 123,326 ເຮັກຕາ ເຂົ້າເປັນມໍຣະດົກໂລກຮ່ວມຊາຍແດນຊຶ່ງເຮັດໃຫ້ມີເນື້ອທີ່ປະມານ 217,447 ເຮັກຕາ ເພື່ອກໍານົດເປັນເຂດອະນຸລັກທີ່ອຸດົມສົມບູນທາງທຳມະຊາດຄົບຖ້ວນ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ກ່າວຕໍ່ພິທີຖະແຫຼງຂ່າວການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ເຂົ້າເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນ ກັບອຸທິ ຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດແຂວງກວາງຈີ ສສ. ຫວຽດນາມ ໃນວັນທີ 28 ກໍລະກົດ 2025 ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ວ່າ: ໃນໄລຍະຜ່ານມາ ພັກ ແລະ ລັດຖະບານພວກເຮົາ ແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການສະເໜີເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບອຸທະຍານແຫ່ງຊາດຟອງຍາແກບາງ ສສ ຫວຽດນາມ ໂດຍສະເພາະການປະສານສົມທົບກັບປະເທດ ສສ ຫວຽດນາມ; ຂອດການດໍາເນີນເອກະສານ ເພື່ອຈະສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍຣະດົກໂລກ ແມ່ນມີຄວາມຫຍຸ້ງຍາກ, ໄດ້ຜ່ານຫຼາຍຂັ້ນຕອນ ແລະ ແກ່ຍາວເວລາມາຫຼາຍປີ ຈົນມາຮອດມື້ນີ້ ຈຶ່ງໄດ້ຮັບຜົນສໍາເລັດສົມບູນ ແລະ ຖືກຮັບຮອງເຂົ້າເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ແລະ ເປັນມໍລະດົກໂລກຮ່ວມຊາຍແດນແຫ່ງທຳອິດຂອງພາກພື້ນ, ອັນນີ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມສູງຂອງຄະນະຮັບຜິດຊອບພວກເຮົາ ທີ່ໄດ້ຕັ້ງໜ້າສຸມທຸກຄວາມຮູ້, ຄວາມສາມາດ, ຫາຊ່ອງທາງ ແລະ ວິທີການຕ່າງໆ ຈົນເຮັດໃຫ້ພວກເຮົາມີຜົນສໍາເລັດ.

ມາຮອດມື້ນີ້, ອຸທິຍານແຫ່ງຊາດຫີນໜາມໜໍ່ນອກຈາກຈະໄດ້ຖືກຮັບຮອງເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ແລ້ວ ຍັງຖືກຮັບຮອງເປັນມໍລະດົກໂລກຮ່ວມຊາຍແດນແຫ່ງທຳອິດຂອງພາກພື້ນ ໂດຍຮ່ວມກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ສສ ຫວຽດນາມ ຊຶ່ງເປັນໜຶ່ງໃນໝາກຜົນຂອງການຮ່ວມມືແບບພິເສດ ລະຫວ່າງ ພັກ, ລັດ, ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນຂອງສອງພັກ, ສອງລັດ ຂອງທັງສອງປະເທດ ເພື່ອສືບຕໍ່ປົກປັກຮັກສາ ແລະ ສ້າງຄວາມເຊື່ອໝັ້ນຕໍ່ກັບວຽກງານການອະນຸລັກ ແລະ ປົກປັກຮັກສາແຫຼ່ງຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນ ໂດຍສະເພາະອຸທິຍານແຫ່ງຊາດຫີນໜາມໜໍ່ທີ່ໄດ້ຮັບຮອງເປັນມໍລະດົກໂລກຮ່ວມຊາຍແດນ ໃຫ້ແກ່ທຸກພາກສ່ວນທັງພາຍໃນ ແລະ ສາກົນ ຊຶ່ງເປັນເງື່ອນໄຂອັນດີໃນການສະໜັບສະໜູນ, ຊຸກຍູ້ ແລະ ສ້າງຄວາມເຊື່ອໝັ້ນ ເພື່ອການຮ່ວມມືກັບພາກພື້ນ ແລະ ສາກົນໃນອະນາຄົດ ໂດຍສະເພາະການຮ່ວມມືກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ສສ ຫວຽດນາມ ໃຫ້ຮັດແໜ້ນ ແລະ ນັບມື້ນັບດີຂຶ້ນນັ້ນ, ໃນນາມຕາງໜ້າຄະນະພັກ, ອົງການປົກຄອງແຂວງຄໍາມ່ວນ ຂ້າພະເຈົ້າ ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີໃນການຊຸກຍູ້ໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການປົກປັກຮັກສາ ແລະ ພັດທະນາ ມໍລະດົກແຫ່ງຊາດແຫ່ງນີ້ໃຫ້ມີຄວາມຍືນຍົງຕະຫຼອດໄປ ພ້ອມທັງຂໍຮຽກຮ້ອງມາ ຍັງທຸກພາກສ່ວນໂດຍສະເພາະຊາວແຂວງຄຳມ່ວນຂອງພວກເຮົາ ຈົ່ງໄດ້ພ້ອມກັນເພີ່ມທະວີການປະສານສົມທົບກັນ ແລະ ຍົກສູງຄວາມເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມ, ປົກປັກຮັກສາ ພ້ອມກັນນັ້ນ ກໍສົມທົບກັບສື່ມວນຊົນທຸກພາກສ່ວນ. ອົງການປົກຄອງຂັ້ນເມືອງ, ບ້ານໃນການໂຄສະນາເຜີຍແຜ່ຄວາມໝາຍຄວາມສໍາຄັນມໍລະດົກໂລກໃຫ້ຕໍ່ເນື່ອງ, ຖືເອົາການອະນຸລັກປົກປັກຮັກສາປ່າໄມ້ໄປຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງສອດຄ່ອງກົມກຽວ. ມີຄວາມໝັ້ນຄົງ, ປະຊາຊົນ ແລະ ປ່າໄມ້ຕ້ອງຢູ່ຮ່ວມກັນຢ່າງຍືນຍົງ, ຫາກມີປ່າໄມ້ເຂດໃດຖືກບຸກລຸກທໍາລາຍກໍໃຫ້ເອົາໃຈໃສ່ປູກໄມ້ ແລະ ຟື້ນຟູປ່າໄມ້ແບບຈິງຈັງ ເພື່ອເຮັດໃຫ້ເນື້ອທີ່ປາໄມ້ຄືນສູ່ຄວາມອຸດົມສົມບູນໃນອະນາຄົດ.

ຂ້າພະເຈົ້າຕາງໜ້າ ຊາວແຂວງຄຳມ່ວນຂໍສະແດງຄວາມຊົມເຊີຍ, ຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງຍິ່ງມາຍັງບັນດາທ່ານ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງທີ່ໃຫ້ການສະໜັບສະໜູນອັນລໍ້າຄ່າສຳລັບການກະກຽມເອກະສານຄຳຮ້ອງສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍຣະດົກໂລກທາງທຳມະຊາດໃນຄັ້ງນີ, ໂດຍສະເພາະແມ່ນລັດຖະບາຍເຢຍລະມັນ ແລະ ອົງການພັດທະນາແຫ່ງປະເທດເຢຍລະມັນທີ່ໄດ້ປະກອບສ່ວນສຳຄັນໃນການສະໜັບສະໜູນຊ່ວຍເຫຼືອ ແລະ ເປັນຄູ່ຮ່ວມມືຍາວນານທີ່ມີໝາກຜົນສຳເລັດໃນການພັດທະນາອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ລວມເຖິງບັນດາຊ່ຽວຊານທີ່ປະກອບສ່ວນໂດຍກົງໃນຜົນສຳເລັດຄັ້ງນີ້.

ໃນທ້າຍປີ 2025 ທີ່ຈະມາເຖິງນີ້, ແຂວງຄໍາມ່ວນ ຈະໄດ້ຈັດພິທີສະເຫຼີມສະຫຼອງອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ແລະ ເປັນມໍລະດົກໂລກຮ່ວມຊາຍແດນແຫ່ງທຳອິດຂອງພາກພື້ນຢ່າງເປັນທາງການອີກເທື່ອໜຶ່ງ.

ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອິດສະລາມ ອີຣານ

0

ໃນຕອນເຊົ້າວັນທີ 10 ສິງຫາ 2025, ທີ່ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ທີ່ ນະຄອນຫລວງ ເຕຮາຣານ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ມາຊຸດ ເປແຊັສກຽນ (H.E.Mr. Masoud Pezeshkian) ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ອິດສະລາມ ອີຣານ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ອີຣານ ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫລວງນິວແດນລີ, ປະເທດອິນເດຍ.

ໃນໂອກາດດັ່ງກ່າວ, ທ່ານ ມາຊຸດ ເປແຊັສກຽນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍ ທ່ານ ບຸນມີ ວັນມະນີ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ອິດສະລາມ ອີຣານ ແລະ ເຊື່ອໝັ້ນວ່າ ທ່ານທູດ ຈະຊ່ວຍເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໄດ້ຮັບການສືບຕໍ່ເສີມຂະ ຫຍາຍ ຍິ່ງໆຂຶ້ນໃນອະນາຄົດ. ພ້ອມກັນນັ້ນ, ທ່ານກໍໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄໍາອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວ ທຸກທົ່ວໜ້າ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ແລະ ຖືໂອກາດດັ່ງກ່າວ ນຳເອົາ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ມາຊຸດ ເປແຊັສກຽນ, ປະທານາທິບໍດີ ແລະ ຜ່ານທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ອິດສະລາມ ອີຣານ. ນອກຈາກນັ້ນ, ທ່ານ ເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານປະທານາທິບໍດີ ສາທາລະນະລັດ ອິດສະລາມ ອີຣານ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດທີ່ທ່ານສະດວກ. ທ່ານປະທານາທິບໍດີ ແລະ ທ່ານເອກອັກຄະລັດຖະທູດ ໄດ້ພ້ອມກັນຕີລາຄາສູງ ເຖິງການພົວພັນອັນດີງາມ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິດສະລາມ ອີຣານ ນັບແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນປີ 1967 ເປັນຕົ້ນມາ. ໃນຂະນະດຽວກັນ, ທ່ານທູດ ໄດ້ອວຍພອນໄຊໃຫ້ ທ່ານປະທານາທິບໍດີ ມາຊຸດ ເປແຊັສກຽນ ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງທ່ານ.

ກ່ອນນັ້ນ ຕາມປະເພນີປະຕິບັດ ຂອງ ອີຣານ, ທ່ານເອກອັກຄະລັດຖະທູດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Seyyed Abbas Araghchi ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ເພື່ອຍື່ນສຳເນົາສານຕາຕັ້ງ, ແນະນຳຕົວ ແລະ ແລກປ່ຽນຄຳຄິດຄຳເຫັນ ເຖິງການສົ່ງເສີມພົວພັນສອງຝ່າຍ. ພາຍຫລັງສໍາເລັດການຍື່ນສານຕາຕັ້ງ, ທ່ານທູດໄດ້ເຂົ້າພົບ Mr. Ali Asghar Mohammadi, ຫົວໜ້າກົມອາຊີຕາເວັນອອກ ແລະ ໂອເຊຍເນຍ/East Asia and Oceania/, ກະຊວງການຕ່າງປະ ເທດອີຣານ ແລກປ່ຽນຄຳຄິດເຫັນເຖິງການສົ່ງເສີມການພົວພັນ, ທ່າແຮງໃນການຮ່ວມມືສອງຝ່າຍ ລາວ-ອີຣານ ໃນອະນາຄົດ ໂດຍສະເພາະການຮ່ວມມືສອງກະຊວງ ແລະ ດ້ານການຄ້າ.

ພະຍາກອນອາກາດ ວັນທີ 14 ສິງຫາ 2025

0

#ພະຍາກອນອາກາດ ເຊົ້າວັນທີ 14 ສິງຫາ 2025, ຮ່ອງຄວາມກົດດັນອາກາດຕໍ່າ ຍັງພາດຜ່ານຢູ່ພາກເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົົ່ວໄປໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ລາວ-ຟິລິບປິນ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ ຄົບຮອບ 70 ປີ

0

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ (Ma Thereza P. Lazaro) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ຟິລິບປິນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການ ຮ່ວມມືສອງຝ່າຍ (JCBC) ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ໃນລະຫວ່າງວັນທີ 13-14 ສິງຫາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດໃຫ້ ໄດ້ຮັບໝາກຜົນຍິ່ງໆຂຶ້ນ.

ໃນວັນທີ 13 ສິງຫາ 2025, ທີ່ກະຊວງການຕ່າງປະເທດ ຟິລິບປິນ, ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ໄດ້ພົບປະສອງຝ່າຍ ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ (JCBC) ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ເພື່ອທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະ 2 ປີຜ່ານມາ ພາຍຫລັງກອງປະຊຸມ JCBC ລາວ-ຟິລິບປິນ ຄັ້ງທີ 2 ທີ່ໄດ້ຈັດຂຶ້ນຢູ່ ສປປ ລາວ ໃນເດືອນສິງຫາ 2023, ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆໃນປັດຈຸບັນ, ພ້ອມທັງໄດ້ຮ່ວມກັນກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍ ການຮ່ວມມືສອງຝ່າຍໃຫ້ຂະຫຍາຍຕົວຍິ່ງໆຂຶ້ນໄປເລື້ອຍໆ.

ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ຟິລິບປິນ ຢ່າງເປັນທາງການ ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະ ຫວ່າງສອງປະເທດ, ທັງເປັນການປະກອບສ່ວນສະເຫລີມສະຫລອງສາຍພົວພັນການທູດ ຄົບຮອບ 70 ປີ ລະຫວ່າງສອງປະເທດ ໃນປີ 2025 ນີ້. ພ້ອມນີ້, ຍັງໄດ້ປຶກສາຫາລືກ່ຽວກັບການເຊື້ອເຊີນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມາຢ້ຽມຢາມປະເທດຟິລິບປິນ ໃນທ້າຍປີ 2025 ນີ້ ເພື່ອເປັນການສະເຫລີມ ສະຫລອງຄົບຮອບປີສຳຄັນດັ່ງກ່າວຂອງສອງປະເທດ. ໃນຂະນະດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຟິລິບປິນ ຄົນໃໝ່, ພ້ອມທັງ ໄດ້ເຊື້ອເຊີນໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ສະດວກ.

ນອກຈາກນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ໃນດ້ານການເມືອງ, ດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກໍາ, ພະລັງງານ, ເຕັກໂນໂລຊີ ແລະ ການສື່ສານ, ການສຶກສາ, ວັດທະທໍາ-ສັງຄົມ ແລະ ອື່ນໆ, ລວມທັງການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຟິລິບປິນ ແລະ ເຫັນດີຊຸກຍູ້ສົ່ງເສີມການຮ່ວມມືໃນດ້ານຕ່າງໆດັ່ງກ່າວ ໃຫ້ຂະຫຍາຍຕົວກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ, ພ້ອມທັງໄດ້ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມ ສົນໃຈຮ່ວມກັນ.

ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ຕະຫລອດໄລຍະ 70 ປີ ຜ່ານມາ ຊຶ່ງໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆ ເຫັນໄດ້ຈາກມີການ ແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ແລະ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມ ພາກພື້ນ ແລະ ສາກົນ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຂອງສອງປະເທດຢ່າງເປັນປົກກະຕິ.

ໃນຕອນທ້າຍກອງປະຊຸມ, ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກ ກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ຊຶ່ງເປັນເອກະສານສໍາຄັນໃນຜົນສຳເລັດຂອງການຢ້ຽມຢາມຄັ້ງນີ້ ເພື່ອເປັນບ່ອນອີງ ໃຫ້ແກ່ສອງກະຊວງການຕ່າງປະເທດ ກໍຄື ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ຊອກຫາຊ່ອງທາງຮ່ວມມື ກັນໃນຂະແໜງທີ່ສອງປະເທດມີທ່າແຮງ ຕາມຂົງເຂດທີ່ໄດ້ກຳນົດໃນເນື້ອໃນຂອງບົດບັນທຶກສະບັບດັ່ງກ່າວ ເປັນ ຕົ້ນ ດ້ານພະລັງງານສະອາດ, ກະສິກໍາທັນສະໄໝ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ. ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ຮ່ວມກັນ ເປີດກາສັນຍາລັກສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດ ລະຫວ່າງ ສອງປະເທດ ຢ່າງເປັນທາງການ.

ໃນວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຍັງໄດ້ໄປວາງພວງມາລາ ທີ່ ອານຸສາວະລີຂອງ ທ່ານ Rizal ທີ່ເປັນວິລະບຸລຸດຂອງປະຊາຊົນຟິລິບປິນ ໃນການຕໍ່ສູ້ເອົາເອກະລາດຈາກຕ່າງຊາດ; ວາງກະຕ່າດອກໄມ້ ຢູ່ຮູບປັ້ນຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ ສວນອາຊຽນ; ໄປຢ້ຽມຢາມຫໍພິພິດຕະພັນແຫ່ງຊາດ ຂອງປະເທດຟິລິບປິນ. ນອກຈາກນີ້, ຍັງໄດ້ໄປຢ້ຽມຢາມ ແລະ ໃຫ້ກຽດໂອ້ລົມພະນັກງານຢູ່ສະຖານເອກອັກຄະລັດທະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຟິລິບປິນ ຕື່ມອີກ.

ສ້າງການຫັນປ່ຽນດ້ານເນື້ອໃນ-ວິທີປຸກລະດົມຂົນຂວາຍປະຊາຊົນ ໃຫ້ມີຫລາຍຮູບຫລາຍສີ ແລະ ທັນຍຸກສະໄໝ

0

ໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ ໃນວັນທີ 13 ສິງຫາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເນັ້ນໃຫ້ແນວລາວສ້າງຊາດຂັ້ນຕ່າງໆ ຕ້ອງເອົາໃຈ ໃສ່ປັບປຸງການຈັດຕັ້ງ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຂອງຕົນ, ສ້າງການຫັນປ່ຽນດ້ານເນື້ອໃນ, ຮູບການ ແລະ ວິທີການປຸກລະດົມຂົນຂວາຍປະຊາຊົນ, ຊັ້ນຄົນຕ່າງໆ ໃຫ້ມີຫລາຍຮູບຫລາຍສີ ແລະ ທັນກັບຍຸກສະໄໝ ແນໃສ່ຈັດຕັ້ງປະຕິບັດມະຕິຂອງສູນກາງພັກ, ລັດຖະບານ ກໍຄື ຄະນະພັກ-ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການ ໃຫ້ມີປັດໄຈໃໝ່ທີ່ສູງເດັ່ນຂຶ້ນ, ສາມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່.

ນອກຈາກນີ້, ຕ້ອງຍຶດໝັ້ນ ແລະ ເສີມຂະຫຍາຍ ຄຸນລັກສະນະສະເພາະ ຂອງກຳມະການ ແລະ ພະນັກງານ ແນວລາວສ້າງຊາດ ຕາມເນື້ອໃນ 4 ເສີມສ້າງ ຄື: ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນງາມຄວາມດີ, ເສີມສ້າງຄຸນວຸທິ ແລະ ເສີມສ້າງຄຸນະທຳ; ຕ້ອງປັບປຸງສິດໜ້າທີ່ ແລະ ກົນໄກການ ເຄື່ອນໄຫວເຮັດວຽກ ຂອງແນວລາວສ້າງຊາດໃຫ້ກວ້າງຂວາງ, ກວມລວມ, ສອດຄ່ອງກວ່າເກົ່າ, ຄະ ນະພັກ, ອຳນາດການປົກຄອງ ແລະ ຂະແໜງການທຸກຂັ້ນ ຕ້ອງເພີ່ມທະວີການນຳພາຂອງຕົນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວ ປະຕິບັດພາລະບົດບາດ, ໜ້າທີ່ຂອງແນວລາວສ້າງຊາດ ໃຫ້ດີຂຶ້ນກວ່າເກົ່າ, ຮ່ວມມືກັບກະຊວງ, ອົງການສູນກາງ, ອົງການປົກຄອງທ້ອງ ຖິ່ນ, ອົງການພາຄີ ແລະ ອົງການຈັດຕັ້ງສັງຄົມ ເພື່ອຊ່ວຍໜູນເຊິ່ງກັນ ແລະ ກັນ, ພ້ອມກັນຈັດຕັ້ງປະ ຕິບັດແນວທາງ, ນະໂຍບາຍ, ມະຕິ, ຄຳສັ່ງຕ່າງໆຂອງພັກ, ຂອງລັດ ແລະ ໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ການປັບປຸງກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສົ່ງເສີມໃຫ້ປະຊາຊົນລາວ ເຮົາຮູ້ທຳມາຫາກິນ, ດຳລົງຊີວິດ ແລະ ມີວິຖີຊີວິດໃໝ່ທີ່ກ້າວໜ້າ, ຮູ້ພັດທະນາ, ຮູ້ຜະລິດເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ ໃຫ້ແຂງແຮງ ແລະ ພົ້ນເດັ່ນກວ່າເກົ່າ; ເພີ່ມທະວີການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ກຳນົດໄວ້, ສືບຕໍ່ຈັດຕັ້ງປະຕິບັດໂຄງການ “ສ້າງກອງທຶນບ້ານສາມັກຄີ ແລະ ພັດທະນາ” ດ້ວຍຮູບແບບການຮ່ວມມືລະຫວ່າງ ແນວລາວສ້າງຊາດ, ນັກທຸລະກິດ ແລະ ປະຊາຊົນ ຫລື ຮູບແບບການສ້າງຕັ້ງລັດວິສາຫະກິດ ແລະ ມູນນິທິ, ລະດົມກໍາລັງແຮງໃນສັງຄົມ ເພື່ອຊ່ວຍແກ້ໄຂຄວາມທຸກຍາກ ແລະ ພັດທະນາເຂດຫ່າງໄກສອກຫລີກ ທີ່ຍັງມີຄວາມຫຍຸ້ງຍາກ.

ແນວລາວສ້າງຊາດແຕ່ລະຂັ້ນ ຕ້ອງສືບຕໍ່ເພີ່ມທະວີບົດບາດຕິດຕາມ, ກວດກາສຽງສະທ້ອນ ຂອງສັງຄົມ ກ່ຽວກັບການປະຕິບັດແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ ກໍຄື ຕໍ່ການເຄື່ອນໄຫວ ປະຕິບັດພາລະບົດບາດ, ໜ້າທີ່, ຂອບເຂດສິດ ຂອງອົງການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນຢູ່ຂັ້ນຕ່າງໆ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂຊຸກຍູ້ໃຫ້ປະຊາຊົນ ໄດ້ມີສ່ວນຮ່ວມໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ຫລາຍຂຶ້ນຕາມທິດທີ່ວ່າທຸກໆວຽກຕ້ອງ “ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາ, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະ ຊາຊົນຕິດຕາມກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ ຢ່າງຊອບທຳ”; ສືບຕໍ່ເພີ່ມທະວີການ ເຄື່ອນໄຫວ ການທູດປະຊາຊົນ ກໍຄື ເປີດກວ້າງການຮ່ວມມືສາກົນ ໂດຍສະເພາະ ອົງການແນວໂຮມ ຂອງບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດເພື່ອນບ້ານ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາ; ສົ່ງ ເສີມການໄປມາຫາສູ່ ລະຫວ່າງປະຊາຊົນໃຫ້ຖືກຕ້ອງຕາມລະບຽບ ເພື່ອແລກປ່ຽນວັດທະນະທຳ, ດຶງດູດການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ໃຫ້ນັບມື້ນັບຫລາຍຂຶ້ນ; ສືບຕໍ່ເຕົ້າໂຮມຂົນຂວາຍ ແລະ ສ້າງເງື່ອນໄຂໃຫ້ຄົນລາວ ຢູ່ຕ່າງປະເທດ ທີ່ມີຈິດໃຈຮັກເຊື້ອແພງຊາດ ອວ່າຍໜ້າມາຫາປະເທດຊາດ ເພື່ອປະກອບສ່ວນເຂົ້າໃນພັດທະນາປະເທດຊາດ.

ສະຫວັນນະເຂດໂຮມຊຸມນຸມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

0

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ແຂວງສະຫວັນນະເຂດ ໄດ້ຈັດພິທີໂຮມຊຸມນຸມ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ(13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 13 ສິງຫາ 2025 ຢູ່ຫໍວັດທະນະທໍາ ໄກສອນ ພົມວິຫານໂດຍມີ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານພັກແຂວງ,ເຈົ້າແຂວງສະຫວັນນະເຂດ, ສະຫາຍ ຄໍາເກິ່ງ ສຸດທິເດດ ກໍາມະການພັກແຂວງຮັກສາການປະທານແນວລາວສ້າງຊາດແຂວງ, ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ຄະນະກົງສຸນໃຫຍ່ຫວຽດນາມປະຈໍາແຂວງ, ຄະນະກົງສຸນໃຫຍ່ຣາຊະອານາຈັກໄທປະຈໍາແຂວງ,ພະນັກງານປະຕິວັດອາວຸໂສບໍານານ, ຄະນະກໍາມະການສູນກາງສູນກາງແນວລາວສ້າງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ຜ່ານການຖ່າຍທອດສົດຈາກສູນກາງແນວລາວສ້າງຊາດ.

ໃນພິທີໄດ້ຮັບຟັງການປາໄສເຖິງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ ໂດຍຍົກໃຫ້ຜົນງານພົ້ນເດັ່ນຂອງແນວລາວສ້າງຊາດໃນແຕ່ລະໄລຍະ ຄື: ໄລຍະແນວລາວອິດສະຫລະແຕ່ປີ 1950-1956 ແນວລາວອິດສະຫລະ ໄດ້ປະຕິບັດບົດບາດອອກໜ້າແທນພັກໃນການເຕົ້າໂຮມກ້ອນກໍາລັງສໍາພັນທະພາບ ລະຫວ່າງຊົນຊັ້ນກຳມະກອນ-ຊາວກະສິກອນ ແລະ ບັນດາກຳລັງການເມືອງ, ການຈັດຕັ້ງສັງຄົມຕ່າງໆ, ອອກແຮງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວຜູ້ຮັກຊາດ ແລະ ສຳພັນພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ສໍາພັນ 3 ຊາດອິນດູ ຈີນ.

ໄລຍະແນວລາວຮັກຊາດ ປີ 1956-1979 ໂດຍເຕົ້າໂຮມທຸກກຳລັງຮັກຊາດ, ຜູ້ຊົງຄຸນວຸທິ, ຜູ້ມີທ່າອ່ຽງຮັກສັນຕິພາບ ແລະ ກ້າວໜ້າໃນເຂດສັດຕູ, ຈັດຕັ້ງກອງປະຊຸມປະສົມການເມືອງລະຫວ່າງ ແນວລາວຮັກຊາດ ກັບກຳລັງເປັນກາງຮັກຊາດ ຄັ້ງວັນທີ 13 ຕຸລາ 1965 ຢູ່ແຂວງຫົວພັນ ເພື່ອຕີເອົາໄຊຊະນະສັດຕູໃນທຸກໆບັ້ນຮົບທັງບັ້ນຮົບນ້ອຍ-ໃຫຍ່ຢ່າງມີໄຊ. ປຸກລະດົມຂະບວນການມະຫາຊົນເຂົ້າລວມລາວ ຄັ້ງທີ 3, ປະຕິບັດສັນຍາ-ອະນຸສັນຍາວຽງຈັນ ວັນທີ 21 ກຸມພາ 1973; ລຸກຮືຂຶ້ນ ຢຶດອໍານາດການປົກຄອງທົ່ວປະເທດ ວັນທີ 23 ສິງຫາ 1975 “ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ”; ສະຖາປະນາ ສປປ ລາວ ວັນທີ 2 ທັນວາ 1975. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກໄດ້ເຄື່ອນໄຫວເປີດເຜີຍ, ມີອົງການລັດເຮັດບົດບາດບໍລິຫານຄຸ້ມຄອງ, ແນວລາວຮັກຊາດໄດ້ຍົກສູງບົດ ບາດໃນການເຕົ້າໂຮມກ້ອນກຳລັງສາມັກຄີປອງດອງທົ່ວປວງຊົນ, ໂຄສະນາ-ສຶກສາອົບຮົມປະຊາຊົນຢ່າງກວ້າງຂວາງ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປຸກລະດົມປະຊາຊົນບັນດາເຜົ່າປະຕິບັດແຜນນະໂຍບາຍຮຳບາດແຜສົງຄາມ. ໄລຍະປີ 1979-1993 ພັກໄດ້ນໍາພາແນວລາວຮັກຊາດ ດໍາເນີນກອງປະຊຸມໃຫຍ່ ແລະ ໄດ້ປ່ຽນຊື່ ຈາກແນວລາວຮັກຊາດ ມາເປັນແນວລາວສ້າງຊາດຈົນເຖິງປະຈຸບັນ; ໄລຍະ 2020-2025 ເປັນໄລຍະທີ່ສະພາບສາກົນ, ພາກພື້ນມີຄວາມສັບສົນ ແລະ ພາຍໃນປະເທດມີຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ, ເງິນຕາ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ປະສົບກັບໄພພິບັດທຳມະຊາດຢ່າງໜັກໜ່ວງ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ. ແຕ່ພາຍໃຕ້ການນໍາພາຂອງພັກ, ລັດຖະບານ, ແນວລາວສ້າງຊາດ, ຄະນະພັກ-ອົງການ ປົກຄອງແຕ່ລະຂັ້ນຍັງຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ ໂດຍມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ 11 ໄດ້ກຳນົດ 4 ການຫັນປ່ຽນ ໃນວຽກງານແນວໂຮມ.

ໂດຍລວມແລ້ວ ແນວລາວສ້າງຊາດເປັນສ່ວນປະກອບສໍາຄັນ ທີ່ຕັດແຍກບໍ່ໄດ້ໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວ ເປັນແກນນໍາ; ວຽກງານແນວໂຮມໃນໄລຍະໃໝ່ ແມ່ນເສີມສ້າງມະຫາສາມັກຄີປວງຊົນລາວ, ແມ່ນການເຕົ້າໂຮມກຳລັງແຮງທົ່ວສັງຄົມ ແລະ ວຽກງານແນວໂຮມແມ່ນຄວາມຮັບຜິດຊອບ ໂດຍກົງຂອງພັກ ແລະລັດ ກໍຄື ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ເຊິ່ງພັກເປັນຄັນທຸງ, ເປັນແກ່ນກາງຂອງວຽກງານແນວໂຮມ ແລະ ແນວລາວສ້າງຊາດ ເປັນອົງການສໍາຄັນທາງການເມືອງ-ສັງຄົມ, ເປັນອົງການຫລັກແຫລ່ງ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີປະຊາຊົນທຸກຊັ້ນຄົນ, ຊົນເຜົ່າ, ເພດໄວ, ສາສະໜາ, ພີ່ນ້ອງລາວຢູ່ຕ່າງປະເທດ ຊ່ວຍພັກ ແລະ ລັດໃນແຕ່ລະຂັ້ນ.

ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ຕ້ອງກ້າວສູ່ຄຸນນະພາບຕາມທິດຫັນເປັນທັນສະໄໝ

0

ໃນຍຸກ 4.0 ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ຕ້ອງໄດ້ພັດທະນາຕົນເອງ ໃຫ້ກ້າວສູ່ຄຸນນະພາບຕາມທິດຫັນເປັນທັນສະໄໝ ເພື່ອເປັນເຄື່ອງມືອັນແຫຼມຄົມ ແລະ ມີໝາກຜົນໃນການໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ.

ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ກ່າວໃນພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຈັດຂຶ້ນທີ່ຫໍວັດທະນະທໍາແຫ່ງຊາດ ໃນວັນທີ 12 ສິງຫາ ຜ່ານມາວ່າ:ຕະຫຼອດໄລຍະ 75 ປີ ຜ່າມມາ, ວຽກງານຖະແຫຼງຂ່າວ-ສື່ມວນຊົນ ແລະ ການພິມຈຳໜ່າຍ ແມ່ນວຽກງານໜຶ່ງທີ່ສໍາຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີບົດບາດເປັນເຄື່ອງມືທີ່ເປັນກະບອກສຽງອັນແຫຼມຄົມ ໃນການເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ-ລັດ, ເຮັດໜ້າທີ່ໂຄສະນາສຶກສາອົບຮົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ລະບອບປະຊາທິປະໄຕ ປະຊາຊົນ ແລະ ສ້າງສະຕິເຄົາລົບກົດໝາຍໃຫ້ປະຊາຊົນ, ສົ່ງເສີມໃຫ້ປະຊາຊົນຮູ້ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ແລະ ບັນດາເຜົ່າກໍຄືການພັດທະນາເສດຖະກິດ-ສັງຄົມ ໃຫ້ມີບາດກ້າວຂະຫຍາຍຕົວ.

ໃນໄລຍະຜ່ານມາ, ສະພາບການສາກົນມີການຜັນແປໄປຢ່າງໄວວາ ແລະ ສັບສົນ, ມີທັງກາລະໂອກາດ ແລະ ສິ່ງທ້າທາຍທົດສອບ. ຢ່າງໃດກໍຕາມ, ຂະແໜງການສື່ມວນຊົນ ແລະ ການພິມຈຳໜ່າຍ ກໍໄດ້ມີຄວາມພະຍາຍາມໃນການປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະໄດ້ເຮັດບົດບາດສໍາຄັນ ຢຶດໝັ້ນໃນແນວທາງນະໂຍບາຍ ແລະ ອຸດົມການຂອງພັກຢ່າງໜັກແໜ້ນ, ໄດ້ປະກອບສ່ວນເຂົ້າໃນການຕໍ່ສູ້ຕ້ານບັນດາຖ້ອຍທໍານອງໃສ່ຮ້າຍປ້າຍສີ ແລະ ທັດສະນະຜິດພາດ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ໃນສັງຄົມ, ປຸກລະດົມນໍ້າໃຈຮັກຊາດ ຮັກລະບອບໃໝ່ຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ, ເປັນເຈົ້າການສຸມໃສ່ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ດໍາເນີນພາລະກິດປ່ຽນແປງໃໝ່ ເພື່ອຈຸດໝາຍປະເທດຊາດມັ່ງຄັງ ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ຕາມທິດສັງຄົມນິຍົມ; ໃນນັ້ນ, ຂະແໜງການສື່ມວນຊົນ ແລະ ການພິມຈຳໜ່າຍ ຍັງໄດ້ມີການພັດທະນາຕົນເອງທາງດ້ານປະລິມານ ແລະ ຄຸນນະພາບ, ບັນດາພາຫະນະສື່ມວນຊົນ ໄດ້ນໍາໃຊ້ວິທະຍາສາດທີ່ກ້າວໜ້າ ເຕັກໂນໂລຊີຂໍ້ມູນ-ຂ່າວສານທັນສະໄໝ.

ປັດຈຸບັນ, ສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ເຄື່ອນໄຫວເຮັດໜ້າທີ່ຕາມຫຼັກຈັນຍາບັນວິຊາຊີບ, ເນື້ອໃນທີ່ຕອບສະໜອງຄວາມຕ້ອງການຂອງປະຊາຊົນດີຂຶ້ນກວ່າເກົ່າ, ພື້ນຖານວັດຖຸເຕັກນິກ ໄດ້ຄ່ອຍໆຫັນປ່ຽນໄປສູ່ຄວາມທັນສະໄໝເທື່ອລະກ້າວ, ສາມາດສົ່ງຂໍ້ມູນ-ຂ່າວສານ ແລະ ເຜີຍແຜ່ອອກສູ່ພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງວ່ອງໄວທັນການ ແລະ ກວ້າງຂວາງກວ່າເກົ່າ ເຮັດໃຫ້ມາດຕະຖານ ແລະ ຄຸນນະພາບຂອງສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຮັບການພັດທະນາຍົກລະດັບຂຶ້ນເປັນກ້າວໆ. ຕະຫຼອດໄລຍະ 75 ປີ ທີ່ຜ່ານມາ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆ.

ເມື່ອອີງໃສ່ຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ໂດຍສະເພາະໃນຍຸກ 4.0, ທ່ານ ຄໍາພັນ ເຜີຍຍະວົງ ກໍໄດ້ກ່າວວ່າ: ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ຕ້ອງໄດ້ພັດທະນາຕົນເອງ ໃຫ້ກ້າວສູ່ຄຸນນະພາບຕາມທິດຫັນເປັນທັນສະໄໝ ເພື່ອເປັນເຄື່ອງມືອັນແຫຼມຄົມ ແລະ ມີໝາກຜົນໃນການໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ເພື່ອປຸກລະດົມຊຸກຍູ້ ປະຊາຊົນບັນດາເຜົ່າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ສິດເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າ, ເປັນແຫຼ່ງຂໍ້ມູນ-ຂ່າວສານ, ໃຫ້ສາລະຄວາມຮູ້ ແລະ ຄວາມບັນເທິງໃຫ້ມະຫາຊົນ ຕອບຕ້ານຖ້ອຍທໍານອງຂອງຄົນບໍ່ຫວັງດີ ແລະ ອິດທິກຳລັງປໍລະປັກ ໃຫ້ທັນການ.

ພ້ອມນີ້, ຕ້ອງໄດ້ເອົາໃຈໃສ່ປະຕິບັດກົດໝາຍວ່າດ້ວຍສື່ມວນຊົນ ແລະ ກົດໝາຍວ່າດ້ວຍການພິມຈຳໜ່າຍ ຢ່າງເຂັ້ມງວດ ແລະ ມີໝາກຜົນຕົວຈິງ. ໃນຂະນະດຽວກັນ, ຕ້ອງເພີ່ມທະວີບຳລຸງຍົກລະດັບ ແລະ ກໍ່ສ້າງພະນັກງານຖັນແຖວສື່ມວນຊົນ ໃຫ້ມີລະດັບຄວາມຮູ້ທາງດ້ານວິຊາການ, ເປັນມືອາຊີບທີ່ຊໍານິຊໍານນານ, ມີຄວາມຫ້າວຫັນ, ເປັນເຈົ້າການ ແລະ ມີສະຕິຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນ ແລະ ມີປະສິດທິຜົນ. ສິ່ງສໍາຄັນຕ້ອງລົງທຶນເຂົ້າໃສ່ການກໍ່ສ້າງພື້ນຖານໂຄງລ່າງ-ເຕັກໂນໂລຊີທີ່ທັນສະໄໝ, ການນໍາໃຊ້ເຕັກນິກໃໝ່ທີ່ກ້າວໜ້າທັນສະໄໝ ຢ່າງເປັນລະບົບຄົບຊຸດສາມາດເຊື່ອມໂຍງຂໍ້ມູນ-ຂ່າວສານກັບສາກົນຢ່າງກົມກືນ ແລະ ສອດຄ່ອງ, ເພີ່ມທະວີການຮ່ວມມືກັບສາກົນ ເພື່ອພັດທະນາວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ ທຽບທັນກັບ ບັນດາປະເທດໃນພາກພື້ນ ແລະ ໃນໂລກ.

ໂຮມຊຸມນຸມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຢ່າງຍິ່ງໃຫຍ່

0

ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 13 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດແບບເຊິ່ງໜ້າ ແລະ ທາງໄກ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີພະ​ເຖລາ-ນຸ​ເຖລະ, ​ບັນດາການນໍາຂັ້ນສູງ​ພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ, ກໍາມະການແນວລາວສ້າງຊາດແຕ່ລະຂັ້ນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ, ທ່ານ ສິນລະວົງ ຄຸດໄພທູນ ໄດ້ຂຶ້ນລາຍງານກ່ຽວກັບປະຫວັດການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດໃນແຕ່ລະໄລຍະ, ບົດຮຽນທີ່ຖອດຖອນໄດ້ ພ້ອມຍົກໃຫ້ເຫັນໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງຄະນະກໍາມະການແນວລາວສ້າງຊາດໃນສະເພາະໜ້າ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວສູນທອນພົດບາງຕອນສໍາຄັນວ່າ: ເມື່ອຫວນຄືນປະຫວັດສາດ ແລະ ຄວາມເປັນມາອັນຍາວນານຂອງຊາດລາວ, ປະເທດຊາດຂອງພວກເຮົາໄດ້ຜ່ານຍຸກສະໄໝທີ່ມີທັງຄວາມຮຸ່ງ ເຮືອງສີວິໄລ ແລະ ໄລຍະສູນເສຍເອກະລາດ, ຕົກເປັນເມືອງສ່ວຍ-ເມືອງຂຶ້ນຂອງຕ່າງຊາດ ແລະ ລະບອບການປົກ ຄອງທີ່ເຕັມໄປດ້ວຍການກົດຂີ່ຂົ່ມເຫັງມາເປັນເວລາຫຼາຍສະຕະວັດ, ແຕ່ຊົນຊາດລາວເປັນຊົນຊາດໜຶ່ງທີ່ເຕັມໄປດ້ວຍຄວາມຮັກເຊື້ອແພງຊາດອັນດູດດື່ມ, ມີຄວາມສາມັກຄີປອງດອງ ໄດ້ຮ່ວມແຮງຮ່ວມໃຈກັນປົກປັກຮັກສາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງຕົນ, ເດັດດ່ຽວຕໍ່ສູ້ບໍ່ຍອມຈໍານົນຕ້ານການຮຸກຮານ, ການຢຶດຄອງຂອງສັກດີນາຕ່າງດ້າວ ແລະ ຈັກກະພັດລ່າເມືອງຂຶ້ນ, ເກີດມີຂະບວນການຕໍ່ສູ້ຂອງປະຊາຊົນເຜົ່າຕ່າງໆຢ່າງເນື່ອງນິດລຽນຕິດ, ແຕ່ຂະບວນການຕໍ່ສູ້ເຫຼົ່ານັ້ນລ້ວນແຕ່ຖືກປາບປາມລົງຍ້ອນບໍ່ທັນມີການຈັດຕັ້ງແນວໂຮມຂອງປະເທດຊາດ ທີ່ມີຄັນທຸງອັນແຂງແຮງໜັກແໜ້ນທີ່ສາມາດເຕົ້າໂຮມກໍາລັງແຮງໄດ້ຢ່າງກວ້າງຂວາງ, ບໍ່ທັນມີພັກປະຕິວັດນໍາພາ ແລະ ບໍ່ທັນສ້າງກໍາລັງປະກອບອາວຸດທີ່ເຂັ້ມແຂງຂຶ້ນໄດ້.

ທ່ານ ທອງລຸນ ສີສຸລິດ ຍັງເນັ້ນໜັກຕໍ່ວຽກງານແນວໂຮມ ຕ້ອງໄດ້ເອົາໃຈໃສ່ສືບຕໍ່ຍົກສູງຄັນທຸງເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນແໜ້ນໜາຂອງປວງຊົນທັງຊາດ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວອິດສະຫຼະ, ແນວລາວຮັກຊາດໂດຍສະເພາະມູນເຊື້ອໃກ້ຊິດຕິດແທດກັບປະຊາຊົນ ແລະ ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ເພື່ອປຸກລະດົມກໍາລັງແຮງທົ່ວສັງຄົມ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຊີດຊູສະຕິຊາດ ເອກະພາບເປັນອັນໜຶ່ງອັນດຽວ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດ ຊອບຂອງຄົນລາວຕໍ່ຊາຕາກໍາຂອງປະເທດຊາດ, ບໍ່ໃຫ້ອິດທິກຳລັງໃດໆມາມ້າງເພ ແລະ ທໍາລາຍໄດ້; ຕ້ອງປັບປຸງສິດໜ້າທີ່ ແລະ ກົນໄກການເຄື່ອນໄຫວເຮັດວຽກຂອງແນວລາວສ້າງຊາດໃຫ້ກວ້າງຂວາງ, ກວມລວມ, ສອດຄ່ອງກວ່າເກົ່າ; ຄະນະພັກ, ອໍານາດການປົກຄອງ ແລະ ຂະແໜງການທຸກຂັ້ນ ຕ້ອງເພີ່ມທະວີການນໍາພາຂອງຕົນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດພາລະບົດບາດ, ໜ້າທີ່ຂອງແນວລາວສ້າງຊາດໃຫ້ດີຂຶ້ນກວ່າເກົ່າ, ຮ່ວມມືກັບກະຊວງ, ອົງການສູນກາງ, ອົງການປົກຄອງທ້ອງຖິ່ນ, ອົງການພາຄີ ແລະ ອົງການຈັດຕັ້ງສັງຄົມເພື່ອຊ່ວຍໜູນຊຶ່ງກັນ ແລະ ກັນ, ພ້ອມກັນຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງຕ່າງໆ ຂອງພັກ, ຂອງລັດ ແລະ ໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ການປັບປຸງກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສົ່ງເສີມໃຫ້ປະຊາຊົນລາວເຮົາຮູ້ທໍາມາຫາກິນ, ດໍາລົງຊີວິດ ແລະ ມີວິຖີຊີວິດໃໝ່ທີ່ກ້າວໜ້າ, ຮູ້ພັດທະນາ, ຮູ້ຜະລິດເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ແຂງແຮງ ແລະ ພົ້ນເດັ່ນກວ່າເກົ່າ; ແນວລາວສ້າງຊາດຂັ້ນຕ່າງໆ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງ ແລະ ຍົກສູງຄຸນນະພາບການ ເຄື່ອນໄຫວຂອງຕົນ, ສ້າງການຫັນປ່ຽນດ້ານເນື້ອໃນ, ຮູບການ ແລະ ວິທີການປຸກລະດົມຂົນຂວາຍປະຊາຊົນ, ຊັ້ນຄົນຕ່າງໆໃຫ້ມີຫຼາຍຮູບຫຼາຍສີ ແລະ ທັນກັບຍຸກສະໄໝ ແນໃສ່ຈັດຕັ້ງປະຕິບັດມະຕິຂອງສູນກາງພັກ, ລັດຖະບານ ກໍຄືຄະນະພັກ-ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການໃຫ້ມີປັດໄຈໃໝ່ທີ່ສູງເດັ່ນຂຶ້ນ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຕ້ອງຢຶດໝັ້ນ ແລະ ເສີມຂະຫຍາຍຄຸນລັກສະນະສະເພາະຂອງກໍາມະການ ແລະ ພະນັກງານແນວລາວສ້າງຊາດຕາມເນື້ອໃນ 4 ເສີມສ້າງທີ່ບັນດາສະຫາຍວາງອອກຄື: 1) ເສີມສ້າງຄວາມສາມັກຄີ, 2) ເສີມສ້າງຄຸນງາມຄວາມດີ, 3) ເສີມສ້າງຄຸນວຸດທິ ແລະ 4) ເສີມສ້າງຄຸນນະທໍາ. ນີ້ແມ່ນມູນເຊື້ອຕົວຈິງທີ່ມີຊີວິດຊີວາຂອງອົງການແນວລາວສ້າງຊາດ; ເພີ່ມທະວີການປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ກຳນົດໄວ້, ໂດຍສະເພາະແມ່ນຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ປຸກລະດົມປະຊາຊົນສ້າງວິຖີຊີວິດ, ແບບແຜນການດໍາລົງຊີວິດແບບໃໝ່, ຮູ້ທໍາມາຫາກິນ, ຮູ້ນໍາໃຊ້ທ່າແຮງຂອງແຕ່ລະທ້ອງຖິ່ນຂອງແຕ່ລະຄອບຄົວ; ສືບຕໍ່ຈັດຕັ້ງປະຕິບັດໂຄງການ “ສ້າງກອງທຶນບ້ານສາມັກຄີ ແລະ ພັດທະນາ” ດ້ວຍຮູບແບບການຮ່ວມມືລະຫວ່າງແນວລາວສ້າງຊາດ, ນັກທຸລະກິດ ແລະ ປະຊາຊົນ ຫຼືຮູບແບບການສ້າງຕັ້ງລັດວິສາຫະກິດ ແລະ ມູນນິທິ, ລະດົມກໍາລັງແຮງໃນສັງຄົມເພື່ອຊ່ວຍແກ້ໄຂຄວາມທຸກຍາກ ແລະ ພັດທະນາເຂດຫ່າງໄກສອກຫຼີກທີ່ຍັງມີຄວາມຫຍຸ້ງຍາກ; ແນວລາວສ້າງຊາດແຕ່ລະຂັ້ນຕ້ອງສືບຕໍ່ເພີ່ມທະວີບົດບາດຕິດຕາມ, ກວດກາສຽງສະທ້ອນຂອງສັງຄົມກ່ຽວກັບການປະຕິບັດແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ ກໍຄືຕໍ່ການເຄື່ອນໄຫວປະຕິບັດພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງອົງການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນຢູ່ຂັ້ນຕ່າງໆ; ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂຊຸກຍູ້ໃຫ້ປະຊາຊົນ ໄດ້ມີສ່ວນຮ່ວມໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ຫຼາຍຂຶ້ນຕາມທິດທີ່ວ່າທຸກໆວຽກຕ້ອງ “ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາ, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມ ກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດຢ່າງຊອບທໍາ” ໃນຂະນະດຽວກັນນັ້ນ, ຕ້ອງເພີ່ມທະວີບົດບາດຂອງສື່ມວນຊົນລາວໃນການເຮັດໜ້າທີ່ຕິດຕາມ, ກວດກາ ການປະຕິບັດແນວທາງ, ນະໂຍບາຍ, ລັດຖະທໍາມະນູນ, ບັນດາກົດໝາຍຂອງອົງການຈັດຕັ້ງໃນລະບົບການເມືອງ, ການຈັດຕັ້ງສັງຄົມ, ພະນັກງານ, ສະມາຊິກພັກໃຫ້ແຂງແຮງ, ຊັດເຈນ, ວ່ອງໄວ ແລະ ສ້າງສັນ ຈຶ່ງເຮັດໃຫ້ວຽກງານມະຫາຊົນຂອງພັກເຮົາມີຊີວິດຊີວາ, ໜັກແໜ້ນ ແລະ ຖືກທິດ; ສືບຕໍ່ເພີ່ມທະວີການເຄື່ອນໄຫວການທູດປະຊາຊົນ ກໍຄືເປີດກວ້າງການຮ່ວມມືສາກົນ ໂດຍສະເພາະອົງການແນວໂຮມຂອງບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດເພື່ອນບ້ານເພື່ອປະກອບສ່ວນເຂົ້າໃນການເສີມສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາ; ສົ່ງເສີມການໄປມາຫາສູ່ລະຫວ່າງປະຊາຊົນໃຫ້ຖືກຕ້ອງຕາມລະບຽບ ເພື່ອແລກປ່ຽນວັດທະນະທໍາ, ດຶງດູດການລົງທຶນ, ການຄ້າ ແລະ ການທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນ; ສືບຕໍ່ເຕົ້າໂຮມຂົນຂວາຍ ແລະ ສ້າງເງື່ອນໄຂໃຫ້ຄົນລາວຢູ່ຕ່າງປະເທດທີ່ມີຈິດໃຈຮັກເຊື້ອແພງຊາດ ອວ່າຍໜ້າມາຫາປະເທດຊາດເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ພ້ອມກັນນັ້ນ, ເອົາໃຈໃສ່ປຸກລະດົມຊາວຕ່າງດ້າວ ຊາວຕ່າງປະເທດທີ່ດຳລົງຊີວິດ, ທໍາມາຫາກິນ ແລະ ປະຕິບັດໜ້າທີ່ຢູ່ສປປ ລາວໃຫ້ຮັບຮູ້, ເຂົ້າໃຈ ແລະ ເຄົາລົບລະບຽບກົດໝາຍ, ວັດທະນະທໍາຮີດຄອງປະເພນີອັນດີງາມຂອງລາວ ແລະ ມີຄວາມສາມັກຄີກັບປະຊາຊົນລາວບັນ ດາເຜົ່າ ທັງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາສປປ ລາວໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ພັກເຮົາຍາມໃດກໍໃຫ້ຄວາມສໍາຄັນ ແລະ ຖືວຽກງານແນວໂຮມ ເປັນພື້ນຖານໃນການເຄື່ອນໄຫວນໍາພາຂອງຕົນ, ດັ່ງທັດສະນະທີ່ວ່າ: “ພາລະກິດປະຕິວັດ ຍາມໃດກໍແມ່ນພາລະກິດຂອງມະຫາຊົນ, ຕ້ອງຖືມະຫາຊົນເປັນກົກ ແລະ ເປັນຈຸດເລີ່ມ, ເປັນເປົ້າໝາຍວຽກງານມະຫາຊົນຂອງພັກ ແມ່ນວຽກງານສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແລະ ແມ່ນການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ”. ເພື່ອສືບຕໍ່ເສີມຂະຫຍາຍພາລະກຳປະ ຫວັດສາດອັນຍິ່ງໃຫຍ່, ມູນເຊື້ອອັນສະຫງ່າລາສີຂອງ “ແນວລາວອິດສະຫຼະ”, “ແນວລາວຮັກຊາດ” ແລະ “ແນວລາວສ້າງຊາດ”, ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ, ທຸກສາສະໜາ, ທຸກສາຂາອາຊີບ ແລະ ທຸກເພດ, ໄວ ແລະ ອື່ນໆຈົ່ງເຊີດຊູຈິດໃຈຮັກຊາດ, ເສີມຂະຫຍາຍມູນເຊື້ອສາມັກຄີເປັນປຶກແຜ່ນ, ຊ່ວຍເຫຼືອ, ເອື້ອເຟື້ອເພື່ອແຜ່, ຕື່ນຕົວເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ດັດສະນີລາຄາຜູ້ບໍລິໂພກ ໃນສ.ອາເມລິກາ ເພີ່ມຂຶ້ນ 2,7%

0

ຕາມຂ່າວຈາກ ວໍຊີງຕັນ, ວັນທີ 12ສິງຫານີ້, ກະຊວງແຮງງານ ສະຫະລັດ ອາເມລິກາ ລະບຸວ່າ ດັດຊະນີ ລາຄາຜູ້ບໍລິໂພກ (CPI),ຊຶ່ງເປັນ ຕົວຊີ້ວັດ ການປ່ຽນແປງ ຂອງລາຄາສິນຄ້າ ແລະ ການບໍລິການ ທີ່ຜູ້ບໍລິ ໂພກ ທົ່ວໄປ ຊື້ໃຊ້ ໃນໄລຍະເວລາໜຶ່ງວ່າ ສະຖິຕິ ສຳລັບ ເດືອນກໍລະກົດ ຜ່ານມາ ເພີ່ມຂຶ້ນ 2,7%ເມື່ອທຽບໃສ່ປີກາຍ ເຖິງວ່າ ດັດຊະນີ ລາຄາພະລັງ ງານ ແລະ ນ້ຳມັນເຊື້ອໄຟ ຫລຸດລົງ ໃນເດືອນດັ່ງກ່າວ ແຕ່ຄ່າໃຊ້ຈ່າຍ ດ້ານທີ່ຢູ່ອາໄສກັບ ເພີ່ມຂຶ້ນ.ຂະນະທີ່ ລາຄາສິນຄ້າ ອາຫານ ແລະ ພະລັງານ ຊຶ່ງມີການປ່ຽນແປງ,ດັດຊະນີລາຄາຜູ້ບໍລິໂພກ ພື້ນຖານ(CPI)ປັບຕົວຂຶ້ນ 0,3% ເມື່ອທຽບໃສ່ ເດືອນຕໍ່ເດືອນ ໃນເດືອນກຳລະກົດ ເພີ່ມຂຶ້ນຈາກ 0,2% ໃນເດືອນມິຖຸນາທີ່ຜ່ານມາ.ຫາກຈຳແນກຕາມປະເພດຂງສິນຄ້າ ລາຄາສິນ ຄ້າ ອາຫານ ເພີ່ມຂຶ້ນ 2,7% ໂດຍສະເພາະ ໄຂ່ໄກ່ ເພີ່ມຂຶ້ນ 16,4%,ກາແຟຄົວ ເພີ່ມຂຶ້ນ ຫລາຍກວ່າ 14,8% ແລະ ຊີ້ນບົດ ເພີ່ມຂຶ້ນ 11,5%.ຂະນະທີ່ ອັດຕາເງິນເຟີ້ ພື້ນຖານ ເພີ່ມຂຶ້ນ 3,1% ປັບຂຶ້ນຈາກກ່ອນໜ້ານີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ກອງປະຊຸມລັດຖະມົນຕີກະສິກຳຈີນ-ຍີ່ປຸ່ນ-ສ.ເກົາຫລີ

0

ວິທະຍຸສາກົນແຫ່ງ ສປ ຈີນ, ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ ຈີນ-ຍີ່​ປຸ່ນ-ສ.ເກົາ​ຫລີ ​ຄັ້ງ​ທີ 4ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອິນ​ຊອນ​ ຂອງ ສ ເກົາ​ຫລີ ເມື່ອບໍ່ດົນມານີ້. ລັດ​ຖະ​ມົນ​ຕີ​ ກະ​ຊວງ​ກະ​ສິ​ກຳ​ ຈາກ 3 ​ປະ​ເທດ​ແລະ​ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ກະ​ສິ​ກຳ​ ຈີນ-ຍີ່​ປຸ່ນ- ສ ເກົ​າ​ຫລີ ໄດ້​​ຈັດ​ຂຶ້ນ​ອີກ​ຄັ້ງ ​ຫລັງ​ຈາກ​ຍຸດ​ຕິ ​ເປັນ​ເວ​ລາ​ 7 ປີ, ກອງ​ປະ​ຊຸ​ມ ​ຄັ້ງ​ຜ່ານ​ມາ​ ໄດ້​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ຫລວງ ​ປັກ​ກິ່ງ ​​ຂອງ​ ສປ ຈີນໃນ​ເດືອນ​ພະ​ຈິກ​ປີ 2018. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ລັດ​ຖະ​ມົນ​ຕີ​ ກະ​ສິ​ກຳ ​​ຈາກ 3 ປະ​ເທດ ​ໄດ້​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ 6 ຫົວ​ຂໍ້​ ຕົ້ນ​ຕໍ ​ເຊັ່ນ: ຄວາມ​ປອດ​ໄພ​ ດ້ານ​ສະ​ບຽງ​ ອາ​ຫານ,ການ​ປ້ອງ​ກັນ ​ແລະ​ ຄວບ​ຄຸມ ການ​ລະ​ບາດ​ ຂອງ​ພະ​ຍາດ​ ​ສັດ​ລ້ຽງ, ກະ​ສິ​ກຳ ​ແບບ​ຍືນ​ຍົງ, ຄວາມ​ຈະ​ເລີນ ​ຂອງ​ຊົນ​ນະ​ບົດ, ການ​ຮ່ວມ​ມື ​ດ້ານ​ມໍ​ລະ​ດົກ​​ ທາງກະ​ສິ​ກຳ​ ທີ່​ສຳ​ຄັນ​ຂອງ​ໂລກ ແລະ​ ການ​ຮ່ວມ​ມື​ຂອງ​ໂລກ ພ້ອມ​ທັງ​ ໄດ້​ແລກ​ປ່ຽນ​ ຄຳ​ຄິດ​ຄຳ​ເຫັນ​ ກ່ຽວ​ກັບ​ ທິດ​ທາງ​ ການ​ຮ່ວມ​ມື​ ໃນ​ຕໍ່​ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ