Saturday, September 20, 2025
Home Blog Page 21

ທີມຊາດລາວ ກຽມເຂົ້າແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV ທີ່ປະເທດຟິລິບປິນ

0

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກຽມຈັດສົ່ງຄະນະຜູ້ແທນ ແລະ ນັກແຂ່ງຂັນສີມືແຮງງານທີມຊາດລາວ ເຂົ້າຮ່ວມແຂ່ງຂັນສີມືແຮງງານ ອາຊຽນຄັ້ງທີ XIV ໃນ ວັນທີ 21-31 ສິງຫາ 2025 ທີ່ມະນີລາ ປະເທດຟິລິບປິນ ໂດຍ ສປປ ລາວ ຈະເຂົ້າຮ່ວມແຂ່ງຂັນໃນ 5 ສາຂາວິຊາຄື: ສາຂາກຣາບຟິກດີຊາຍ, ສາຂາເວັບເຕັກໂນໂລຊີ, ສາຂາຊ່າງໄມ້, ສາຂາຕິດຕັ້ງໄຟຟ້າອາຄານ ແລະ ສາຂາປຸ່ງແຕ່ງອາຫານ.

ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ກະຊວງ ຮສສ ໄດ້ໃຫ້ຮູ້ໃນວັນທີ 15 ສິງຫາ 2025 ເຖິງເຫັນເຫດຜົນ ແລະ ຄວາມຈໍາເປັນຂອງການແຂ່ງຂັນສີມືແຮງງານ ທັງນີ້, ກໍເພື່ອປະຕິບັດຕາມກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ແລະ ແຜນຍຸດທະສາດຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບພັດທະນາສີມືແຮງງານທາງດ້ານປະລິມານ ໄປຄຽງຄູ່ກັບຄຸນນະພາບ, ເພື່ອສ້າງແຮງງານຕາມທິດຫັນເປັນອຸດສາຫະກກຳ ແລະ ທັນສະໃໝ່, ກຳນົດໃນແຜນພັດທະນາເສດຖະກິດສັງຄົມ V ປີ (2021-2025) ໃນການເພີ່ມທະວີການພັດທະນາກຳລັງແຮງງານ ໃຫ້ມີຄວາມຮູ້ຄວາມສາມາດ, ສີມື, ມີລະບຽບວິໄນການອອກແຮງງານທີ່ເຂັ້ມງວດ ໂດຍສອດຄ່ອງກັບການນຳໃຊ້ ທີ່ສົມສ່ວນຕາມໂຄງປະກອບເສດຖະກິດ, ສົ່ງເສີມການຈັດຫາງານ ທີ່ມີຄວາມສອດຄ່ອງກັບຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ໃຫ້ມີທາງເລືອກໃນການເຮັດວຽກຕາມຄວາມຕ້ອງການ ຂອງຕະຫລາດແຮງງານ. ພ້ອມທັງສົ່ງເສີມການປະກອບອາຊີບອິດສະລະຢ່າງກວ້າງຂວາງ ເຊິ່ງວຽກງານດັ່ງກ່າວໄດ້ກາຍເປັນຄວາມຮັບຜິດຊອບຂອງກະຊວງ ຮສສ. ນອກຈາກນີ້, ເພື່ອເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ຮຽກຮ້ອງໃຫ້ມີການຮັບຮູ້ສີມືແຮງງານເຊິ່ງກັນ ແລະ ກັນຂອງແຮງງານເຄື່ອນຍ້າຍທີ່ມີສີມື ລະຫວ່າງປະເທດອາຊຽນດ້ວຍກັນ. ດ້ວຍເຫດຜົນດັ່ງກ່າວ ການແຂ່ງຂັນສີມືແຮງງານລະດັບອາຊຽນ ຈຶ່ງມີຄວາມໝາຍສໍາຄັນ ແລະ ມີຄວາມຈຳເປັນສຳລັບຜູ້ອອກແຮງງານລາວ ແລະ ຜູ້ໃຊ້ແຮງງານໃນຍຸກໂລກາພິວັດ ໂດຍສະເພາະຕະຫລາດແຮງງານ ຕ້ອງການແຮງງານທີ່ມີສີມື, ມີຄຸນະພາບ, ມີຄວາມສາມາດ ແລະ ມີຄຸນສົມບັດໃນການອອກແຮງງານ ປະກອບສ່ວນເຂົ້າໃນການຜະລິດ ແລະ ພັດ ທະນາປະເທດຊາດ.

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງ ຮສສ ໄດ້ກ່າວວ່າ: ການພັດທະນາສີມືແຮງງານ ໃນບັນດາປະເທດສະມາຊິກອາຊຽນ ໄດ້ມີມາດຕະຖານ ເພື່ອໃຫ້ສອດຄ່ອງກັບການເຄື່ອນຍ້າຍແຮງງານແບບເສລີ ຈຶ່ງເປັນສິ່ງຈຳເປັນ ແລະ ມີຄວາມສຳຄັນເປັນຢ່າງຍິ່ງ, ການແຂ່ງຂັນສີມືແຮງງານອາຊຽນ ຈຶ່ງເປັນສ່ວນສຳຄັນໃນການຊ່ວຍຍົກລະດັບການພັດທະນາກຳລັງແຮງງານ ໃນພາກພື້ນອາ ຊຽນ ກ້າວໄປສູ່ມາດຕະຖານອັນດຽວກັນ ແລະ ໄດ້ມາດຕະຖານສາກົນ ເຊິ່ງຕ້ອງໄດ້ອາໄສຄວາມຮ່ວມມື ຂອງບັນດາປະເທດສະມາຊິກອາຊຽນ ໃນການປະສານງານ ແລະ ສືບທອດກິດຈະກຳການແຂ່ງຂັນ ໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ. ພ້ອມນີ້, ທ່ານຍັງເນັ້ນໃຫ້ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກແຂ່ງຂັນທຸກຄົນຕ້ອງໄດ້ເພີ່ມຄວາມຮັບຜິດຊອບໃຫ້ຫລາຍຂຶ້ນ ສຸມໃສ່ການຄົ້ນຄວ້າວາງແຜນໃຫ້ດີ, ການຝຶກຊ້ອມ, ການຮັກສາສຸຂະພາບ ແລະ ປະຕິບັດຕາມລະບຽບ, ກະຕິກາການແຂ່ງຂັນໃຫ້ໄດ້ດີ ແລະ ມີຜົນສຳເລັດ.

ທົບທວນຄືນຄວາມຄືບໜ້າ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

0

ໃນວັນທີ 15 ສິງຫາ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 10 ທີ່ ເມືອງອານໜິງ ແຂວງຢຸນໜານ ສປ ຈີນ ພາຍໃຕ້ຄຳຂວັນ: “ທົດສະວັດສີທອງ: ສືບຕໍ່ຍຶດໝັ້ນກໍ່ສ້າງປະຊາຄົມທີ່ດີກວ່າດ້ວຍຄວາມສາ ມັກຄີ” ໂດຍການເປັນປະທານຮ່ວມຂອງ ທ່ານ ຫວັງ ອີ້ ກໍາມະການກົມການເມືອງສູນກາງພັກ,ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ມີບັນດາລັດຖະມົນຕີຕ່າງປະເທດ, ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າ ຂອງການຮ່ວມມືໃນໄລຍະຜ່ານມາ ໂດຍເຫັນວ່າຂອບການຮ່ວມມືດັ່ງກ່າວ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ນໍາເອົາຜົນປະໂຫຍດອັນເປັນຮູບປະທໍາມາສູ່ພາກພື້ນແມ່ນໍ້າຂອງ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມຜູ້ນໍາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ ຄັ້ງທີ 9 ແລະ ແຜນປະຕິບັດງານ 5 ປີ (2023-2027) ພາຍໃຕ້ 3 ເສົາຄໍ້າ (ການເມືອງ-ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ການແລກປ່ຽນວັດທະນະທໍາ-ສັງຄົມ) ແລະ 5 ຂົງ ເຂດບຸລິມະສິດ (ການເຊື່ອມຈອດ, ການຄຸ້ມຄອງຊັບພະຍາກອນນ້ຳ, ກະສິກຳ ແລະ ລຶບລ້າງຄວາມທຸກຍາກ, ການຄ້າຂ້າມຊາຍແດນ ແລະ ການສ້າງຂີດຄວາມອາດສາມາດໃນການຜະລິດ) ໂດຍຜ່ານການປະ ຕິບັດບັນດາກິດຈະກຳ ແລະ ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ນໍາຜົນປະໂຫຍດ ຕົວຈິງມາສູ່ປະເທດສະມາຊິກ ກໍຄື ພາກພື້ນແມ່ນ້ຳຂອງ. ນັບແຕ່ປີ 2017 ເປັນຕົ້ນມາ ກອງທຶນດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ. ໃນນັ້ນ, ສປປ ລາວ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ລວມທັງໝົດຈຳນວນ 100 ໂຄງການ ລວມມູນຄ່າຫລາຍກວ່າ 26 ລ້ານໂດລາສະຫະລັດ. ພ້ອມກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າທີ່ມີປະສິດທິພາບຍິ່ງຂຶ້ນ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນໃນພາກພື້ນ ລວມທັງການກະກຽມຮອບດ້ານ ໃຫ້ແກ່ການຈັດກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ໃນທ້າຍປີ 2025.

ກອງປະຊຸມໄດ້ຮັບຊາບເອກະສານສຳຄັນ ຈຳນວນ 3 ສະບັບ ຄື: ບົດລາຍງານຄວາມຄືບໜ້າ ປະ ຈຳປີ 2024 ຂອງ ການຈັດຕັ້ງປະຕິບັດແຜນປະຕິບັດງານໄລຍະ 5 ປີ (2023-2027); ບົດລາຍງານການຄົ້ນຄວ້າຮ່ວມປີ 2025 ຂອງສູນຄົ້ນຄວ້າສາກົນແມ່ນໍ້າຂອງ (GCMS): ຄວາມຄືບໜ້າ, ສິ່ງທ້າທາຍ, ແລະ ທິດທາງຮັດແໜ້ນການຮ່ວມມືດ້ານຄວາມໝັ້ນຄົງແບບໃໝ່ ພາຍໃຕ້ກົນໄກການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ; ບັນຊີລາຍຊື່ໂຄງການທີ່ໄດ້ຮັບອະນຸມັດຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃນປີ 2025.

ໃນກອງປະຊຸມ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມືດັ່ງກ່າວ ເຊິ່ງຕະຫລອດໄລຍະ 9 ປີຜ່ານມາ ສປ ຈີນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ກໍຄື ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຕົ້ນ ການຈັດຕັ້ງປະຕິບັດບັນດາໂຄງການທີ່ແນໃສ່ການພັດທະນາແບບຍືນຍົງ, ພ້ອມທັງໄດ້ສະເໜີບາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານລະບົບເສດຖະກິດທັນສະໄໝ, ການພັດທະນານະວັດຕະກຳ ແລະ ດີຈິຕອນ, ການຄຸ້ມຄອງຊັບພະຍາກອນນ້ຳ, ການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ງຄົງແບບໃໝ່, ຍົກສູງການພັດທະນາຊັບພະຍາກອນມະນຸດ ໃນທຸກຂະແໜງການ ເປັນຕົ້ນ ສຸມໃສ່ຂະແໜງກະສິກຳ, ພະ ລັງງານສະອາດ ແລະ ການທ່ອງທ່ຽວ.

ຂ່າວ: ກະຊວງການຕ່າງປະເທດ

ອັງກິດ ພວມຜະເຊີນກັບພາວະຂາດການແຄນນໍ້າຢ່າງຮຸນແຮງ

0

ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຫລວງລອນດອນ ປະເທດອັງກິດ ເມື່ອວັນທີ 14 ສິງຫາວ່າ: ສຳນັກງານ ສິ່ງແວດລ້ອມ (ອີເອ) ຂອງອັງກິດ ລະບຸວ່າ: ພາວະການຂາດແຄນນໍ້າຂອງປະເທດນີ້ ໄດ້ຈັດໃຫ້ເປັນຄວາມສຳຄັນລະດັບຊາດ ເນື່ອງຈາກອັງກິດ ໄດ້ປະສົບກັບ ໄລຍະ 6 ເດືອນທຳອິດຂອງປີນີ້ທີ່ແຫ້ງແລ້ງທີ່ສຸດ ນັບແຕ່ປີ 1976 ຜ່ານມາ.

ໂດຍອີເອ ລະບຸວ່າ: ໃນ 5 ພື້ນທີ່ ຈາກທັງໝົດ 14 ພື້ນທີ່ ໃນອັງກິດ ພວມຜະເຊີນກັບໄພແຫ້ງແລ້ງ ແລະ ອີກ 6 ພື້ນທີ່ພວມປະສົບກັບສະພາບອາກາດແຫ້ງແລ້ງເປັນເວລາດົນນານ, ສົ່ງຜົນໃຫ້ປະລິມານນໍ້າຫລຸດລົງ ແລະ ເກີດຄວາມເສຍຫາຍຕໍ່ຜົນຜະລິດທາງດ້ານກະສິກຳຢ່າງໜັກ.

ກຸ່ມໄພແຫ້ງແລ້ງແຫ່ງຊາດ (ເອັນດີຈີ) ປະກອບດ້ວຍລັດຖະບານອັງກິດ, ຕົວແທນພາກກະສິກຳ ແລະ ບໍລິສັດນໍ້າໄດ້ຈັດກອງປະຊຸມເພື່ອປຶກສາຫາລື ກ່ຽວກັບສະຖານະການດັ່ງກ່າວ. ໃນຂະນະທີ່ຫລາຍພື້ນທີ່ ຂອງອັງກິດ ກຽມພ້ອມຮັບມືກັບຄື້ນຄວາມຮ້ອນໃນຮອບທີ 4 ຂອງລະດູຮ້ອນໃນປີນີ້.

ມອບ-ຮັບ ຜົນສໍາເລັດໂຄງ​ການປັບປຸງ-ກໍ່ສ້າງທາງເລກທີ 13 ເໜືອ ໄລຍະ ສີໄຄ-ສີເກີດ

0

ພິທີມອບ-ຮັບຜົນສໍາເລັດໂຄງ​ການປັບປຸງ ແລະ ກໍ່ສ້າງທາງເລກທີ 13 ເໜືອ ໄລຍະ ສີໄຄ ເມືອງສີໂຄດຕະບອງ – ສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ລວງຍາວ 6​ ກິໂລແມັດ ຈັດຂຶ້ນວັນທີ 13 ສິງຫາ 2025 ຢູ່ໂຮງແຮມອາມາຣີ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ ພ້ອມດ້ວຍ​ທ່ານຮອງລັດຖະມົນຕີ ບັນດາເຈົ້າເມືອງ ກົມ ພະແນກ ຜູ້ໃຫ້ທຶນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຮົວ ແສງອາລຸນ ປະທານກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ (ຜູ້ຮັບເໝົາກໍ່ສ້າງ) ກ່າວວ່າ: ໂຄງການປັບປຸງ ແລະ ກໍ່ສ້າງເສັ້ນທາງ ໄລຍະ ສີໄຄ-ສີເກີດ ເປັນການຂະຫຍາຍໜ້າທາງໃຫ້ກວ້າງເປັນ 23 ແມັດ ປູດ້ວຍເບຕົງເສີມເຫຼັກ ໜາ 25 ຊັງຕີແມັດ ເພື່ອຮອງຮັບມາດຕະຖານເຕັກນິກເສັ້ນທາງໃນເມືອງ ປະກອບມີ 4 ເລນ ດອນກາງທາງ ທາງຍ່າງສອງຂ້າງທາງ ຮ່ອງລະບາຍນໍ້າ ເທເບຕົງແບບໂຕຢູ ມີ​ຝາປິດທັງສອງຂ້າງ ຕິດຕັ້ງໄຟອໍານາດ 4 ຈຸດ ລະ​ບົບໄຟເຍືອງທາງ ປ້າຍສັນຍານ ຂີດເສັ້ນໜ້າທາງ ແລະ ສິ່ງປະກອບອື່ນໆ ເຊິ່ງກຸ່ມ​ບໍ​ລິ​ສັດພວກເຮົາໄດ້ເອົາໃຈໃສ່ກໍ່ສ້າງຢ່າງຕັ້ງໜ້ານັບແຕ່ມື້ລົງນາມສັນຍາເປັນຕົ້ນມາ ເຖິງຈະພົບອຸປະສັກຫຍຸ້ງ​ຍາກສິ່ງກີດຂວາງຫຼາຍ ເຊັ່ນ: ເສັ້ນທາງດັ່ງກ່າວເປັນເຂດຊຸມຊົນ ມີການ​ສັນ​ຈອນແອອັດ ລົດບັນທຸກໜັກຜ່ານຕະຫຼອດເວລາ ແຕ່ບໍລິສັດກໍມີຄາມວາມພະຍາຍາມ​ຕັ້ງ​ໃຈກໍ່ສ້າງໄປນໍາ ເພາະບໍ່ສາມາດປິດການສັນຈອນໄດ້ ເນື່ອງຈາກເປັນເຂດຊຸມ​ຊົນໃນຕົວເມືອງ ມີການໄປ-ມາຊື້ຂາຍໜາແໜ້ນ ໄລຍະ​ປີ 2024 ມີຝົນຕົກຫຼາຍ ແລະ ມາໄວກ່ອນລະດູ ເຮັດໃຫ້ເກີດນໍ້າຖ້ວມຂັງສອງຂ້າງທາງ ແລະ ຖ້ວມທາງບາງຈຸດ ແຕ່ບໍລິສັດພວກເຮົາກໍ​ໄດ້ສຸມໃສ່ສ້ອມແປງ ແລະ ຮັກສາເສັ້ນທາງ ໃນໄລຍະກໍ່ ສ້າງໃຫ້ການສັນຈອນໄປ-​ມາໂລ່ງລ່ຽນ ແລະ ໄດ້ປູໜ້າທາງເບຕົງເສີມເຫຼັກສໍາເລັດທັງໝົດໃນຕົ້ນເດືອນກຸມພາ 2025 ແລະ ວຽກທັງໝົດສໍາເລັດຕາມສັນຍາທີ່ໄດ້ລົງນາມກັບເຈົ້າຂອງໂຄງການ ເປັນ​ຢ່າງ​ດີ.

ໂດຍປະຕິບັດຕາມສັນຍາມອບເໝົາທີ່ໄດ້ລົງນາມລະຫວ່າງກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ແລະ ກົມຂົວທາງ ກະຊວງ ຍທຂ ບໍລິສັດພວກເຮົາຍັງມີພັນທະສືບຕໍ່ບູລະນະຮັກສາໄປອີກ 3 ປີ ໂດຍນໍາໃຊ້ເງິນກອງທຶນທາງຂອງລັດຖະບານ ຫຼັງຈາກໝົດໄລຍະກໍ່ສ້າງໃນທ້າຍເດືອນມີນາ 2025 ພວກເຮົາໄດ້ຈັດຕັ້ງໜ່ວຍງານບູລະນະຮັກສາ ແລະ ເລີ່ມຕົ້ນຮັກສາທາງແຕ່ເດືອນເມສາ 2025 ປັດຈຸບັນປະຕິບັດໄດ້ 4 ເດືອນແລ້ວ ແລະ ຍັງຈະສືບຕໍ່ໄປຈົນຮອດເດືອນມີນາ 2028 ຈຶ່ງໝົດພັນ​ທະສັນຍາໃນການປົກປັກຮັກສາເສັ້ນທາງດັ່ງກ່າວ. ໂອກາດນີ້ກໍຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈລັດຖະບານ ສປປ ລາວ ແລະ ຜູ້ໃຫ້ທຶນ ລວມທັງພາກສ່ວນກ່ຽວຂ້ອງ ທີ່ໃຫ້ການຊີ້ນໍາ-ນຳ​ພາ ແລະ ຊຸກຍູ້ຢ່າງ​ໃກ້​ຊິດ ເຮັດໃຫ້ໂຄງການນີ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້ ຂ້າພະເຈົ້າຮູ້ສຶກພູມໃຈ ແລະ ດີໃຈທີ່ໄດ້ປະກອບສ່ວນສ້າງສາພັດທະນາປະເທດຊາດ ໂດຍສະເພາະເພື່ອຄຳນັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈຶ່ງຂໍມອບຜົນສໍາເລັດໂຄງການດັ່ງກ່າວໃນໄລຍະກໍ່ສ້າງ ປັບປຸງ ໃຫ້ເຈົ້າຂອງໂຄງການ ເພື່ອສືບຕໍ່ບູລະນະຮັກສາຮ່ວມກັນຕໍ່ໄປ.

ທ່ານ ລັດສະໝີ ອະລິຍະວົງສິງ ຫົວໜ້າຄະນະຄຸ້ມຄອງໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ເໜືອ ໄລຍະ ນວ-ໂພນໂຮງ ຈາກກົມຂົວທາງ ກະຊວງ ຍທຂ ກ່າວວ່າ: ພາຍຫຼັງການປັບປຸງ ແລະ ກໍ່ສ້າງທາງ ໄລຍະສີໄຄ-ສີເກີດ ສໍາເລັດໃນທ້າຍເດືອນມີນາ 2025 ກົມຂົວທາງ ໃນນາມ ເຈົ້າຂອງໂຄງການ ກໍໄດ້ແຕ່ງຕັ້ງຄະນະກໍາມະການກວດກາຜົນສໍາເລັດໃນເດືອນເມສາ 2025 ແລະ ທ່ານຫົວໜ້າກົມຂົວທາງ ກໍໄດ້ອອກໜັງສືຢັ້ງຢືນນຮັບຮອງເອົາຜົນສໍາເລັດດັ່ງກ່າວ ແລະ ຈະມອບໃຫ້ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ໃນມື້ນີ້ ບໍລິສັດຮັບເໝົາໄດ້ເຮັດສໍາເລັດວຽກປັບປຸງ ກໍ່ສ້າງ ໄລຍະເວລາ 18 ເດືອນ ດ້ວຍຄຸນນະພາບດີ ມີຄວາມຈົບງາມ ແລະ ໄປຕາມແຜນການທີ່ວາງໄວ້ ຜົນສໍາເລັດຂອງໂຄງການນີ້ເກີດຂຶ້ນໄດ້ຍ້ອນມີເຈົ້າຂອງໂຄງການ ຜູູ້ຮັບເໝົາ ຜູູ້ໃຫ້ທຶນ ອໍານາດການປົກຄອງ ນວ ເມືອງສີໂຄດຕະບອງ ເມືອງນາຊາຍທອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ພ້ອມກັນຊຸກຍູູ້ຢ່າງເອົາຈິງເອົາຈັງ ຂ້າພະເຈົ້າຈຶ່ງຂໍຕາງໜ້າໃຫ້ຄະນະຄຸ້ມຄອງໂຄງການ ຮັບເອົາຜົນສໍາເລັດດັ່ງກ່າວໃນໄລຍະກໍ່ສ້າງ ປັບປຸງຈາກບໍລິສັດຮັບເໝົາ ເພື່ອສືບຕໍ່ບູລະນະຮັກສາຮ່ວມກັນຕໍ່ໄປ ແນໃສ່ເຮັດໃຫ້ຊັບສິນຂອງທາງຫຼວງມີຄວາມຍືນຍົງໃນການນໍາໃຊ້.

ໂອກາດນີ້​ ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ຍັງໄດ້ມອບເງິນແຮ່ສົມທົບບໍລິຫານຕ້ານໄພພິບັດ ໃຫ້ກະຊວງ ຍທຂ ແລະ ອົງການປົກຄອງ ນວ ພາກສ່ວນລະ 200 ລ້ານກີບ (ລວມ 400 ລ້ານກີບ) ເຊິ່ງມອບໂດຍທ່ານ ຮົວ ແສງອາລຸນ ປະທານກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ແລະ ຮັບໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ແລະ ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ ເພື່ອນໍາໃຊ້ໃນວຽກງານຕ້ານໄພພິບັດ ຕື່ມອີກ.

ທີ່ມາ: ວຽງຈັນທຸລະກິດ-ສັງຄົມ

ແນວຄິດ “ ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ ” ສ້າງຂົວທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືສີຂຽວລາວ-ຈີນ

0

ປີ 2025 ແມ່ນປີຄົບຮອບ 20 ປີ ຂອງແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ຊຶ່ງເປັນແນວຄິດທີ່ທ່ານ ສີຈິ້ນຜິງ ປະທານປະເທດຈີນ ສະເໜີອອກໃນວັນທີ 15 ສິງຫາ 2005 ໃນເວລາທີ່ທ່ານລົງໄປສຳຫຼວດວຽກງານຢູ່ບ້ານຢູ, ເມືອງອານຈີ, ແຂວງເຈີ້ຈ່ຽງ ເວລານັ້ນທ່ານເປັນເລຂາຄະນະພັກແຂວງດັ່ງກ່າວ ໂດຍໄດ້ກ່າວເນັ້ນໜັກວ່າ: ການອະນຸລັກສິ່ງແວດລ້ອມທຳມະຊາດ ແລະ ການພັດທະນາເສດຖະກິດເອກະພາບແບບສັດຈະວິພາກ ໄດ້ກາຍເປັນທິດຊີ້ນຳສຳຄັນ ໃຫ້ແກ່ການຮ່ວມມືສີຂຽວລະຫວ່າງ ລາວ-ຈີນ.

ທ່ານ ສົມມາດ ພົນເສນາ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງລາວ ໃນເວລານັ້ນ ເຄີຍກ່າວວ່າ: “ ທ່ານ ສີຈິ້ນຜິງ ໄດ້ສະເໜີວິທີແບບລຽບງ່າຍໃນການແກ້ໄຂດ້ານການພັດທະນາ. ລາວ ຄວນຖືເອົາແນວຄິດດັ່ງກ່າວ ມາປັບໃຊ້ເຂົ້າໃນການພັດທະນາຂອງຕົນ ”. ພາຍໃຕ້ການຊີ້ນຳຂອງແນວຄິດດັ່ງກ່າວ, ລາວ ແລະ ຈີນ ໄດ້ດຳເນີນການຮ່ວມມືກັນແບບສີຂຽວໃນຫຼາຍຂົງເຂດຢ່າງຕັ້ງໜ້າ ຊຶ່ງໄດ້ຊຸກຍູ້ຄວາມພະຍາຍາມຮ່ວມກັນຂອງສອງປະເທດໃນດ້ານການອະນຸລັກສິ່ງແວດລ້ອມທຳມະຊາດ ແລະ ການພັດທະນາແບບຍືນຍົງ.

ໃນຖານະເປັນໂຄງການສັນຍະລັກໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ເປັນເສັ້ນທາງທີ່ສຳຄັນສາຍໜຶ່ງເທົ່ານັ້ນ, ຍັງແມ່ນເສັ້ນທາງແຫ່ງການພັດທະນາສີຂຽວອີກດ້ວຍ. ໃນຂະບວນການກໍ່ສ້າງ, ສອງຝ່າຍ ລາວ ແລະ ຈີນ ໄດ້ຍຶດໝັ້ນແນວຄິດສີຂຽວ ແລະ ພະຍາຍາມຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດຢູ່ລຽບຕາມເສັ້ນທາງລົດໄຟໃຫ້ມີໜ້ອຍທີ່ສຸດ ໂດຍໄດ້ນຳໃຊ້ເຕັກໂນໂລຊີທັນສະໄໝ ເພື່ອປົກປ້ອງຖິ່ນທີ່ຢູ່ອາໄສຂອງສັດ ແລະ ພືດທີ່ລ້ຳຄ່າ ໂດຍໄດ້ວາງແຜນສ້າງເສັ້ນທາງເຄື່ອນຍ້າຍຂອງສັດປ່າຢ່າງເໝາະສົມ ແລະ ໄດ້ເປີດຊ່ອງທາງສະເພາະ ໃຫ້ແກ່ສັດປ່າຫາຍາກຕ່າງໆ ເຊັ່ນ: ຊ້າງປ່າເປັນຕົ້ນ ເພື່ອຮັບປະກັນບໍ່ໃຫ້ທຳລາຍພື້ນທີ່ການຢູ່ລອດຂອງສັດປ່າເຫຼົ່ານີ້. ໃນຂະນະດຽວກັນ, ຍັງໄດ້ປູກຕົ້ນໄມ້ໃຫ້ເປັນປ່າ ຢູ່ລຽບຕາມເສັ້ນທາງລົດໄຟ ແລະ ຟື້ນຟູສິ່ງແວດລ້ອມທຳມະຊາດທີ່ຖືກທຳລາຍ ຍ້ອນການກໍ່ສ້າງທາງລົດໄຟ ເຮັດໃຫ້ເສັ້ນທາງລົດໄຟ ແລະ ສິ່ງແວດລ້ອມທຳມະຊາດຢູ່ເຂດອ້ອມຂ້າງເຊື່ອມໂຍງເຂົ້າກັນ ຊຶ່ງໄດ້ບັນລຸການກໍ່ສ້າງໂຄງການ ແລະ ການອະນຸລັກສິ່ງແວດລ້ອມທຳມະຊາດ ທີ່ປະສານສົມທົບກັນແບບກາຍອິນຊີ.

ຖ້າເວົ້າເຖິງສອງປະເທດລາວ ແລະ ຈີນ ແມ່ນມີສາຍພູ ແລະ ແມ່ນ້ຳຕິດຈອດກັນ, ມີລະບົບນິເວດອັນດຽວກັນ ແລະ ມີຊີວະນາໆພັນທີ່ຄ້າຍຄືກັນ. ພາຍໃຕ້ການຊີ້ນຳຂອງແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ສອງຝ່າຍໄດ້ຮ່ວມກັນປົກປັກຮັກສາຊີວະນາໆພັນ ໂດຍໄດ້ສ້າງເຂດສະຫງວນຮ່ວມກັນຢູ່ເຂດຊາຍແດນກວມເນື້ອທີ່ 150.000 ກວ່າເຮັກຕາ. ໃນເຂດສະຫງວນດັ່ງກ່າວ, ສອງຝ່າຍໄດ້ຮ່ວມກັນຕິດຕາມລາດຕະເວນ, ໄດ້ແລກປ່ຽນຂໍ້ມູນຂ່າວສານນຳກັນເປັນປະຈຳ, ຊົມໃຊ້ຜົນການຄົ້ນຄວ້າທາງວິທະຍາສາດຮ່ວມກັນ, ຮ່ວມກັນປາບປາມການລ່າສັດປ່າແບບຜິດກົດໝາຍ ແລະ ການທຳລາຍສິ່ງແວດລ້ອມທຳມະຊາດອື່ນໆ. ໂດຍຜ່ານຄວາມພະຍາຍາມມາເປັນເວລາຫຼາຍປີ, ສິ່ງແວດລ້ອມທຳມະຊາດຢູເຂດສະຫງວນຮ່ວມ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບັງເກີດຜົນ, ຈຳນວນສັດປ່າຫາຍາກໄດ້ເພີ່ມຂຶ້ນ, ຊີວະນາໆພັນມີຄວາມອຸດົມສົມບູນຂຶ້ນຕື່ມອີກ, ໄດ້ພົບເຫັນຊ້າງອາຊີ ທີ່ເປັນສັດປ່າຫາຍາກຢູ່ເຂດສະຫງວນຮ່ວມກັນເລື້ອຍໆ ຊຶ່ງເປັນສັກຂີພິຍານໃຫ້ແກ່ການຮ່ວມມືດ້ານນິເວດລະຫວ່າງສອງປະເທດ.

ພາຍໃຕ້ສະພາບການທີ່ທົ່ວໂລກພວມພັດທະນາພະລັງງານສີຂຽວຢ່າງຕັ້ງໜ້າ, ການຮ່ວມມືໃນຂົງເຂດພະລັງງານສີຂຽວລະຫວ່າງ ລາວ-ຈີນ ໄດ້ຂະຫຍາຍຕົວກ້າວສູ່ລ່ວງເລິກເລື້ອຍໆ. ໂດຍອີງໃສ່ທ່າແຮງດ້ານເຕັກໂນໂລຊີ ແລະ ອຸດສາຫະກຳພະລັງງານສະອາດ ເຊັ່ນ: ພະລັງງານແສງຕາເວັນ, ພະລັງງານນ້ຳ ແລະ ພະລັງງານລົມ, ຈີນ ໄດ້ຊ່ວຍຊຸກຍູ້ການພັດທະນາພະລັງງານສະອາດຢູ່ລາວ. ໃນນັ້ນ, ສູນພະລັງງານສະອາດຂອງບໍລິສັດ CGNPC ຢູ່ທາງພາກເໜືອຂອງລາວ ກາຍເປັນໂຄງການພະລັງງານສະອາດທີ່ສຳຄັນ, ໂຄງການດັ່ງກ່າວໄດ້ສ້າງຂຶ້ນ ໂດຍກວມເອົາເນື້ອທີ່ຢູ່ແຂວງອຸດົມໄຊ, ແຂວງຜົ້ງສາລີ ແລະ ແຂວງຫຼວງນ້ຳທາ, ມີແຜນການຈະສ້າງເປັນສູນພະລັງງານສະອາດທີ່ມີພະລັງງານລົມ, ພະລັງງານແສງຕາເວັນ ແລະ ພະລັງງານຊີວະສາດ ໂດຍຈະຊຸກຍູ້ໃຫ້ປະເທດລາວ ຫັນມານຳໃຊ້ພະລັງງານສີຂຽວ ແລະ ກາກບອນຕ່ຳຫຼາຍກວ່າເກົ່າ.

ປັດຈຸບັນ, ແນວຄິດ “ ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ ” ພວມເປີດກວ້າງການຮ່ວມມືສີຂຽວລະຫວ່າງລາວ-ຈີນນັບມື້ຫຼາຍຂຶ້ນ. ໃນອະນາຄົດ, ເຊື່ອໝັ້ນວ່າ ສອງຝ່າຍຈະສາມາດດຳເນີນການຮ່ວມມືສີຂຽວໃນອີກຫຼາຍຂົງເຂດ ແລະ ມີລະດັບສູງກວ່າເກົ່າ, ຮ່ວມກັນຂຽນປະຫວັດສາດໜ້າໃໝ່ ແຫ່ງການພັດທະນາແບບຍືນຍົງ ເພື່ອເພີ່ມພະລັງແຮງຂັບເຄື່ອນສີຂຽວ ໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ແໜ້ນແຟ້ນກວ່າເກົ່າ ພ້ອມທັງປະກອບສ່ວນສະຕິປັນຍາ ແລະ ກຳລັງແຮງຫຼາຍກວ່າເກົ່າໃຫ້ແກ່ການສ້າງອະລິຍະທຳດ້ານນິເວດໃນທົ່ວໂລກ.

ອົດສະຕຣາລີ-ວານູອາຕູ ຕົກລົງຍົກລະດັບ ການຮ່ວມມືເສດຖະກິດ-ຄວາມໝັ້ນຄົງ

0

ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກເມືອງຊິດນີ ປະເທດ ອົດສະຕຣາລີ ເມື່ອວັນທີ 13 ສິງຫາວ່າ: ທ່ານ ຣີຊາຣ ມາຣົລ ຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງ ປ້ອງກັນ ປະເທດ ອົດສະຕຣາລີ ແລະ ທ່ານ ໂຈທັມ ນາປັດ ນາຍົກ ລັດຖະມົນຕີ ວານູອາຕູ ໄດ້ອອກ ຖະແຫລງ ການຮວມກັນ ກ່ຽວກັບ ຂໍ້ຕົກລົງ ນາຄາມາລ ທີ່ ອົດສະຕຣາລີ ກຽມມອບ ການສະໜັບ ສະໜູນ ດ້ານຄວມໝັ້ນຄົງ ແລະ ເສດຖະກິດ ໃຫ້ແກ່ວານູອາຕູ ລວມມູນຄ່າ 500 ລ້ານໂດລາ ອົດສະຕຣາລີ ພາຍໃນໄລຍະເວລາ 1 ທົດສະວັດຕໍ່ຈາກນີ້.

ໂດຍຜູ້ນຳ ທັງສອງ ຈະລົງນາມ ຮ່ວມກັນ ໃນຂໍ້ຕົກລົງ ດັ່ງກ່າວ ໃນໄວໆນີ້. ນອກຈາກ ການຮ່ວມມື ທາງດ້ານເສດຖະກິດ ແລະ ຄວາມໝັ້ນຄົງ, ຂໍ້ຕົດັ່ງກ່າວ ຈະລວມເຖິງ ການທີ່ອົດສະຕຣາລີ ມອບຄວາມ ຊ່ວຍເຫລືອ ດ້ານມະນຸດ ສະທຳ ໃຫ້ແກ່ ວານຸອາຕູ ທີ່ ພວມຜະເຊິນກັບ ແຜ່ນດິນໄຫວ ຄັ້ງຮຸນແຮງ ຢູ່ນະຄອນຫລວງ ວິລາ ທີ່ສົ່ງຜົນເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 14 ຄົນ./

ປະທານປະເທດ ເນັ້ນໃຫ້ສ້າງກອງທັບກາຍເປັນກໍາລັງທີ່ເຂັ້ມແຂງ-ເດັດດ່ຽວ ຍຶດໝັ້ນບົດບາດການນໍາພາເດັດຂາດໂດຍກົງ

0

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ເມື່ອບໍ່ດົນມານີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ, ປະທານຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ເນັ້ນໃຫ້ກະຊວງປ້ອງກັນປະເທດ ສືບ ຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດຫລາຍບັນຫາສຳຄັນ ໂດຍສະເພາະ ໃຫ້ສືບຕໍ່ສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກໍາລັງທີ່ເຂັ້ມແຂງ, ເປັນພາຫະນະອັນແຫລມຄົມ ແລະ ເປັນກໍາລັງທີ່ເດັດດ່ຽວຍຶດໝັ້ນບົດບາດການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ, ບົນພື້ນຖານຄວາມເປັນຈິງທີ່ໄດ້ຢັ້ງຢືນແລ້ວວ່າ: ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸ ບັນ, ກອງທັບເຮົາຍາມໃດກໍມີຄວາມບໍລິສຸດຕໍ່ພັກ, ຈົງຮັກພັກດີຕໍ່ປະຊາຊົນ, ຕໍ່ຊາດ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ດ້ວຍຄວາມເສຍສະລະ ເພື່ອຄວາມເປັນເອກະລາດແຫ່ງຊາດ, ເພື່ອປົກປັກຮັກສາລະບອບໃໝ່ ດັ່ງຄໍາສັນລະ ເສີນຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ກອງທັບເຮົາແມ່ນກອງທັບວິລະຊົນ ຂອງຊາດລາວວິລະຊົນ”.

ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃຫ້ສຸມໃສ່ປັບປຸງອົງຄະນະພັກກະຊວງ ປ້ອງກັນປະເທດ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຍົກສູງຄວາມສາມາດນໍາພາຢ່າງຮອບດ້ານ ແລະ ຄວາມສາມາດສູ້ຮົບຂອງຄະນະພັກທຸກຂັ້ນ ແຕ່ເທິງລົງລຸ່ມ, ຜະເຊີນໜ້າ ແລະ ຮັບມື ໃຫ້ໄດ້ທຸກສະຖານະການ ແລະ ທຸກກໍລະນີ, ທັງເປັນແບບຢ່າງນໍາໜ້າໃນທຸກຂົງເຂດໃນສັງຄົມ. ຄຽງຄູ່ກັນນັ້ນ, ຕ້ອງປັບປຸງກໍ່ສ້າງກໍາລັງປະກອບອາວຸດທຸກປະເພດກຳລັງ ຕາມທິດຫັນເປັນທັນສະໄໝ ໂດຍສຸມໃສ່ປັບປຸງກໍ່ສ້າງກໍາລັງດ້ວຍການຍົກລະດັບດ້ານວິຊາສະເພາະ ໄປຄຽງຄູ່ກັບດ້ານການເມືອງ-ແນວຄິດ, ແບບແຜນຊີ້ນໍາບັນຊາ ແລະ ດ້ານການຈັດຕັ້ງ; ພ້ອມທັງເອົາໃຈໃສ່ທະນຸບຳລຸງ, ກໍ່ສ້າງຖັນແຖວພະນັກງານໜຸ່ມສືບທອດ ແຕ່ໜັກແໜ້ນໃຫ້ຫລາຍຂຶ້ນ ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ, ຍຸດທະບັ້ນຮົບ. ພ້ອມນີ້, ຍັງໃຫ້ສືບຕໍ່ປະຕິບັດຍຸດທະສາດຫັນກໍາລັງລົງສູ່ຮາກຖານ, ປັບປຸງຮາກຖານການເມືອງ, ປະສານສົມທົບກັບຂະແໜງປ້ອງກັນຄວາມສະຫງົບ ແລະ ຂະແໜງການອື່ນໆ ໂດຍສຸມໃສ່ເຂດໃຈກາງທີ່ຕ້ອງເລີກຮື້ເຂດເກາະຫ້ອຍໃຫ້ໄດ້ຢ່າງຂາດຕົວ, ຄຽງຄູ່ກັບເອົາໃຈໃສ່ເຂດຫ່າງໄກສອກ ຫລີກ, ເຂດພູດອຍ, ເຂດຊາຍແດນ ແລະ ເຂດຍຸດທະສາດສໍາຄັນອື່ນໆ. ອັນສໍາຄັນ, ກອງທັບເຮົາແມ່ນກອງທັບປະ ຊາຊົນ, ມາຈາກປະຊາຊົນ ແລະ ອີງໃສ່ປະຊາຊົນ-ຮັບໃຊ້ປະຊາຊົນ. ສະນັ້ນ, ກໍາລັງທີ່ລົງຮາກຖານຕ້ອງເຊື່ອມຊຶມມູນເຊື້ອ “ທະຫານກັບປະຊາຊົນ ຄືປາກັບນໍ້າ” ໂດຍປະຕິບັດການພົວພັນລະຫວ່າງ ກອງທັບ ແລະ ປະຊາຊົນ ແບບກາຍອິນຊີທີ່ຕັດແຍກອອກຈາກກັນບໍ່ໄດ້ ແລະ ໃຫ້ຖືການຊ່ວຍເຫລືອປະຊາຊົນ ໃຫ້ມີການພັດທະນາ ເປັນໜ້າທີ່ການເມືອງຂອງກອງທັບ ທີ່ຕ້ອງໄດ້ເຮັດຢ່າງເປັນປະຈໍາ. ອັນນີ້ແມ່ນທາດແທ້ ແລະ ທັງເປັນມູນເຊື້ອທີ່ດີງາມຂອງກອງທັບເຊິ່ງໃນເງື່ອນໄຂໃໝ່ນີ້ ຕ້ອງເດັດດ່ຽວປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ແຂງແຮງ, ມີລັກສະນະຫລາກຫລາຍ ແລະ ຮອບດ້ານກວ່າເກົ່າ; ໃຫ້ເອົາເນື້ອໃນການສູ້ຮົບເກັ່ງ, ເຮັດວຽກຂົນຂວາຍ ກໍ່ສ້າງຮາກຖານການເມືອງເກັ່ງ, ເພີ່ມພູນຜະລິດຜົນເກັ່ງ ເຂົ້າສູ່ການເຄື່ອນໄຫວຕົວຈິງຂອງແຕ່ລະກົມກອງ, ພະນັກງານ-ນັກຮົບ ແຕ່ລະຄົນໂດຍໃຫ້ມີແຜນຈັດຕັ້ງລະອຽດ, ມີຄາດໝາຍສູ້ຊົນ, ມີເນື້ອໃນມີມາດຕະການປະຕິບັດ, ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ເຮັດໃຫ້ເປັນມາດຕະຖານຂອງພະນັກງານ-ນັກຮົບແຕ່ລະຄົນ; ເປັນເຈົ້າການຄົ້ນຄວ້າ, ກຳແໜ້ນ, ຄາດຄະເນສະພາບການໃຫ້ຖືກຕ້ອງ, ເປັນເສນາທິການ ຢ່າງທັນເວລາ ໃຫ້ແກ່ພັກ-ລັດ ໃນການວາງແຜນນະໂຍບາຍທາງດ້ານປ້ອງກັນປະເທດ, ແກ້ໄຂກໍລະນີເກີດຂຶ້ນຢ່າງຄ່ອງແຄ້ວ, ນິ້ມນວນ, ເດັດຂາດ, ມີປະສິດທິຜົນ ແລະ ທັນການ, ບໍ່ໃຫ້ຖືກທ່າຮັບ ຫລື ຕົກຢູ່ໃນກໍລະນີບັງເອີນ, ໃຊ້ມາດຕະການແກ້ໄຂ ຕ້ອງມີທັງແບບສັງຮວມ, ແກ້ຕາມກໍລະນີ; ເສີມຂະຫຍາຍທ່າແຮງ ທີ່ເຮົາມີເງື່ອນໄຂຕອບສະໜອງຄວາມຕ້ອງການ ໃນການກໍ່ສ້າງກອງທັບ ແລະ ພັດ ທະນາເສດຖະກິດ-ສັງຄົມ ຕາມຄວາມເໝາະສົມ ສາມາດປະກອບສ່ວນເປັນຫລັກແຫລ່ງຂອງພື້ນຖານເສດຖະກິດແຫ່ງຊາດ ໃຫ້ນັບມື້ນັບຫລາຍຂຶ້ນ ໂດຍສະເພາະແມ່ນມູນເຊື້ອການເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດເຄີຍມີປະສົບການ ແລະ ບົດຮຽນການສ້າງພະລາທິການກັບທີ່ ກໍຄື ທິດ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ເປັນຕົ້ນ ການຜະລິດເປັນສິນຄ້າ, ການແກ້ໄຂຊີວິດການເປັນຢູ່, ການກໍ່ສ້າງປັບປຸງຄ້າຍຄູ ແລະ ອື່ນໆ. ພ້ອມນີ້, ໃຫ້ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ, ຍູ້ແຮງການພົວພັນຮ່ວມມືສາກົນ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສ້າງສາຍສໍາພັນສູ້ຮົບແບບພິເສດກັບປະເທດ ເພື່ອນມິດຍຸດທະສາດ ສສ ຫວຽດນາມ, ສປ ຈີນ ແລະ ຣັດເຊຍ ໃຫ້ກາຍເປັນເສົາຄໍ້າທາງດ້ານພົວພັນຕ່າງປະເທດດ້ານການທະຫານຂອງພັກ, ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ປະກອບສ່ວນໃນການປົກປັກຮັກສາປະເທດຊາດ ແລະ ສ້າງບັນຍາກາດແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືກັບປະເທດເພື່ອນມິດໃນໂລກ ກັບປະເທດໃກ້ຄຽງ ໂດຍສະເພາະເອົາໃຈໃສ່ບັນດາປະເທດທີ່ມີຊາຍແດນຕິດຈອດກັນ; ຕ້ອງໄດ້ສ້າງ ແລະ ພັດທະນາຄວາມສາມາດເທື່ອລະກ້າວ ເພື່ອໃຫ້ສາ ມາດເຂົ້າຮ່ວມເປັນກໍາລັງປ້ອງກັນສັນຕິພາບຂອງໂລກ ໃນຂອບຂອງອົງການສະຫະປະຊາຊາດ ເມື່ອມີຄວາມຮຽກຮ້ອງ.

ພະຍາກອນອາກາດ ວັນທີ 15 ສິງຫາ 2025

0

#ພະຍາກອນອາກາດ ເຊົ້າວັນທີ 15 ສິງຫາ 2025, ຮ່ອງຄວາມກົດດັນອາກາດຕໍ່າ ຍັງພາດຜ່ານຢູ່ພາກເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົົ່ວໄປໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 15/08/2025 ຫາ ເວລາ 07 ໂມງ ຂອງວັນທີ 16/08/2025

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົົ່ວໄປ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 55% ຂອງພາກ. ອຸນຫະພູມໃນລະຫວ່າງ 16 – 28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົົ່ວໄປ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 33 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົົ່ວໄປ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 60%. ອຸນຫະພູມໃນລະຫວ່າງ 24 – 33 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົົ່ວໄປ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີຶ່ການປົກຫຸ້ມຂອງຝົນເທົົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 34 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 60%. ອຸນຫະພູມໃນລະຫວ່າງ 19 – 32 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 33 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 50%. ອຸນຫະພູມໃນລະຫວ່າງ 16 – 28 ອົງສາ.

ອຸດົມໄຊ ໂຮມຊຸມນຸມສະຫລອງ 3 ວັນສຳຄັນຂອງພັກ ຂອງຊາດ

0

ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ, ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ແລະ ວັນລັດຖະທຳມະນູນ ຄົບຮອບ 34 ປີ ຈັດຂຶ້ນໃນວັນທີ 13 ສິງຫາ 2025 ທີ່ສະໂມສອນໃຫຍ່ຂອງແຂວງອຸດົມໄຊ ໂດຍມີ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆອຸດົມໄຊ, ມີພະເຖລາ-ນຸເຖລະ, ອະດິດການນຳ ນັກປະຕິວັດອາວຸໂສ ຜູ້ຊົງຄຸນວຸດທິ, ການນຳຂອງພະແນກການຕ່າງໆ, ພະນັກງານ-ລັດຖະກອນອ້ອມຂ້າງແຂວງ ແລະ ເມືອງໄຊ ເຂົ້າຮ່ວມ.

ໃນພິທີ, ໄດ້ຮັບຊົມ ວິດີໂອ ສາລະຄະດີການເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດແຂວງອຸດົມໄຊ, ຊົມການສະແດງສິລະປະ-ວັນນະຄະດີ ຈໍານວນ 3 ລາຍການ ແລະ ພິທີສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຜ່ານການຖ່າຍທອດສົດ ຈາກສູນກາງແນວລາວສ້າງຊາດ ທີ່ນະຄອນຫລວງວຽງຈັນ ໂດຍໄດ້ຮັບຟັງການກ່າວປາໄສຂອງທ່ານ ສິນລາວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເຊິ່ງໄດ້ຍົກໃຫ້ເຫັນປະຫວັດການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ, ບົດຮຽນທີ່ຖອດຖອນໄດ້ ພ້ອມຍົກໃຫ້ເຫັນໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງ ຂອງຄະນະກໍາມະການແນວລາວສ້າງຊາດໃນສະເພາະໜ້າ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ຂຶ້ນກ່າວສູນທອນພົດຕໍ່ພິທີ ເຊິ່ງໄດ້ສະແດງຄວາມຍ້ອງຍໍສັນລະເສີນ ຕໍ່ຜົນງານອັນໃຫຍ່ຫລວງທີ່ແນວລາວສ້າງຊາດຍາດມາໄດ້, ເຖິງຢ່າງໃດກໍຕາມ ອົງການແນວລາວສ້າງຊາດ ຕ້ອງສືບຕໍ່ຍົກສູງຄັນທຸງ ເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນແໜ້ນໝາ ຂອງປວງຊົນທັງຊາດ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວອິດສະຫລະ, ແນວລາວຮັກຊາດ ໂດຍສະເພາະ ມູນເຊື້ອໃກ້ຊິດຕິດແທດກັບປະຊາຊົນ ແລະ ເປັນຫລັກແຫລ່ງ ໃນການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ເພື່ອປຸກລະດົມກຳລັງແຮງທົ່ວສັງຄົມ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ເຊີດຊູສະຕິຊາດ ເອກະພາບເປັນອັນໜຶ່ງອັນດຽວ, ຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດຊອບ ຂອງຄົນລາວຕໍ່ຊາຕາກໍາ ຂອງປະເທດຊາດ, ບໍ່ໃຫ້ອິດທິກຳລັງໃດໆ ມາມ້າງເພ ແລະ ທຳລາຍໄດ້.

ທ່ານ ວັນນາ ແກ້ວສັນຕິ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງອຸດົມໄຊ ໄດ້ຫວນຄືນມູນເຊື້ອອັນພິລະອາດຫານ, ຄວາມເສຍສະລະ ຂອງກຳມະການແນວລາວສ້າງຊາດ, ຄະນະໂຄສະນາອົບຮົມ (ນັກຂ່າວ, ສື່ມວນຊົນ) ແຕ່ລະຂັ້ນ ແລະ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ໃນແຕ່ລະໄລຍະ ເພື່ອພາລະກິດປົດປ່ອຍປະເທດຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ, ສື່ມວນຊົນ ແລະ ການພິມຈຳໜ່າຍ ຕະຫລອດໄລຍະ 75 ປີ ແລະ ຄວາມເປັນມາຂອງລັດຖະທຳມະນູນແຫ່ງ ສປປ ລາວ ຕະຫລອດ 34 ປີຜ່ານມາ.

ໃນພິທີ ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ມີຄໍາເຫັນໂອ້ລົມ ຕໍ່ພິທີໂຮມຊຸມນຸໃຫຍ່ສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 75 ປີ, ວັນລັດຖະທຳມະນູນ ຄົບຮອບ 34 ປີ ເຊິ່ງໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ກໍຄືຜົນງານຂອງຄະນະພັກ-ຄະນະນໍາ ແລະ ພະນັກງານ-ລັດຖະກອນ ທັງໝົດໃນອົງການແນວລາວສ້າງຊາດ, ຂະແໜງຖະແຫລງຂ່າວ ສື່ມວນຊົນ ແລະ ສະພາແຫ່ງຊາດ, ສະພາປະຊາຊົນແຂວງຍາດມາໄດ້ຕະຫລອດໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໃຫ້ແຕ່ລະພາກສ່ວນສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ພ້ອມກັນບຸກບືນສູ້ຊົນ ແລະ ສາມັກຄີປຸ້ມລຸມກັນ ຈັດຕັ້ງປະຕິບັດໜ້າທີ່ການເມືອງ, ພາລະບົດບາດ ແລະ ຄວາມຮັບຜິດຊອບ ທີ່ໄດ້ຮັບການມອບໝາຍໃຫ້ສໍາເລັດ, ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານ-ລັດຖະກອນທັງໝົດ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງກວ່າເກົ່າ, ນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ໄປສູ່ປະຊາຊົນຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ແລະ ເຂົ້າຮ່ວມໃນການປະຕິບັດ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ X ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງແຂວງ ໃຫ້ເຂົ້າສູ່ລວງເລິກ ແລະ ເລິກເຊິ່ງ, ສືບຕໍ່ປະຕິບັດ 02 ວາລະແຫ່ງຊາດໃຫ້ແຂງແຮງກວ່າເກົ່າ, ສືບຕໍ່ສຸ່ມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າແພງ ແລະ ບັນຫາອື່ນໆ ແລະ ພ້ອມກັນສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ເປັນຂະບວນການຟົດຟື້ນ.

ຂ່າວ: ຄຳພູສະຫວັນ ເພັນສະຫວັດ

“ຄຸນງາມຄວາມດີການປະຕິວັດທີ່ເປັນອຳມະຕະຂອງ ສະຫາຍ ກິມ ອິນ ຊູງ ”

0

ເພື່ອເປັນການລະນຶກເຖິງ​ວັນ​ດັ່ງກ່າວ, ປະຊາຊົນສປປ​ເກົາຫຼີ​ກຳລັງ​ວາງ​ພວງມາລາ​ເພື່ອລະນຶກເຖິງຄຸນງາມຄວາມດີຂອງ ສະຫາຍ ກິມ ອິນ ຊູງ ແລະ ຫວນ​ຄືນ​ຄວາມ​ຮູ້ສຶກ​ອັນ​ເລິກ​ເຊິ່ງ​ ໃນ​ການ​ຄົ້ນຄວ້າ​ອັນ​ເປັນ​ອະມະຕະ​ຂອງ​ເພິ່ນ​ໃນ​ການ​ປົດ​ປ່ອຍ​ຊາດ ​ແລະ ສ້າງສາ​ປະ​ເທດ​ຊາດ. ສະຫາຍໄດ້ນໍາປະຊາຊົນໃນສົງຄາມຕໍ່ຕ້ານຍີ່ປຸ່ນທີ່ຫຍຸ້ງຍາກລໍາບາກໄປສູ່ໄຊຊະນະ, ບັນລຸເປົ້າຫມາຍປະຫວັດສາດຂອງການປົດປ່ອຍປະເທດຊາດ ແລະ ກໍ່ສ້າງປະເທດໃຫ້ເປັນລັດເອກະລາດອະທິປະໄຕ ແລະ ເປັນປະເທດສັງຄົມນິຍົມທີ່ໄດ້ຮັບໄຊຊະນະຂອງການປະຕິວັດຈູເຈ.

ການປະຕິວັດ​ຕໍ່ສູ້​​ຕ້ານ​ຍີ່ປຸ່ນ​ໄດ້​ຈັດ​ຕັ້ງ ​ແລະ ນຳພາ​ໂດຍ​ສະຫາຍ ກິມ ອິນ ຊູງ ແມ່ນສົງຄາມ​ປະຕິວັດ​ເພື່ອ​ແນ​ໃສ່​ເອົາ​ຊະ​ນະ​ຈັກກະພັດ​ຍີ່ປຸ່ນ​ທີ່ມີຄວາມໂຫດຮ້າຍສາມານ​ເພື່ອ​ຍາດ​ເອົາ​ອຳນາດ​   ອະທິປະ​ໄຕ ​ແລະ ກຽດ​ສັກ​ສີ​ຂອງ​ປະ​ເທດ​ຊາດ.

ໃນຕົ້ນ​ຊຸມ​ປີ​ແຫ່ງ​ການ​ປະ​ຕິ​ວັດ​ຂອງ​ຕົນ, ສະຫາຍ ກິມ ອິນ ຊູງ, ຖື​ຫຼັກ​ປັດ​ຊະ​ຍາ​ທີ່​ວ່າ​ການ​ເພິ່ງ​ພາ​ອາ​ໄສ​ກຳ​ລັງຈາກ​ຕ່າງ​ປະ​ເທດ​ຈະ​ບໍ່​ນຳໄປສູ່​ການ​ປົດ​ປ່ອຍ​ປະ​ເທດ​ຊາດ, ຍຶດ​ໝັ້ນ​ແນວ​ຄວາມ​ຄິດ​ເອ​ກະ​ລາດ​ຂອງ​ປະ​ເທດ​ຊາດ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ​ເອງ – ແນວ​ຄິດ​ສຳ​ເລັດ​ການ​ປະ​ຕິ​ວັດເກົາ​ຫຼີ ດ້ວຍ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນເກົາຫຼີ. ​ສະຫາຍໄດ້​ວາງ​ເສັ້ນ​ທາງ​ອັນ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຕ້ານ​ຍີ່ປຸ່ນ ​ແລະ ການ​ຕໍ່ຕ້ານ​ຂອງທຸກຄົນໃນ​ທົ່ວ​ປວງ​ຊົນ, ພ້ອມ​ທັງໄດ້​ປຸກລະດົມ​ທົ່ວ​ປວງ​ຊົນ​ລຸກ​ຮື​ຂຶ້ນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ດ້ວຍ​ກຳລັງ​ອາວຸດ​ໃນ​ການ​ຕໍ່ຕ້ານ​ຍີ່ປຸ່ນ​ໃນທົ່ວ​ປະ​ເທດ, ດ້ວຍເຫດນີ້ຈື່ງ​ເຮັດ​ໃຫ້​ເສັ້ນທາງ​ປະຫວັດສາດ​ແຫ່ງ​ການ​ປົດ​ປ່ອຍ​ປະ​ເທດ​ຊາດ​ບັນລຸ​ຜົນສຳ​ເລັດ.​

ອາດ​ເວົ້າ​ໄດ້​ວ່າ ການ​ປົດ​ປ່ອຍ​ປະ​ເທດ​ຊາດ​ແມ່ນ​ການຫວນ​ຄືນ​ການປະຕິວັດ​ຕໍ່ສູ້​​ຍີ່ປຸ່ນ​ທີ່​ແກ່ຍາວ​ມາ​ເປັນ​ເວລາ 20 ປີ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫາຍ ກິມ ອິນ ຊູງ ພ້ອມທັງ​ເປັນ​ການ​ສະຫລຸບຂອງ​ການ​ຕໍ່ສູ້​ຂອງ​ວິລະ​ຊົນ​ໃນທົ່ວ​ປວງ​ຊົນ.

ດ້ວຍ​ວິທີດັ່ງກ່າວ​ນີ້, ການ​ປົດ​ປ່ອຍ​ປະ​ເທດ​ໄດ້​ນຳ​ໄປ​ສູ່​ການ​ກໍ່ສ້າງ​ສັງຄົມ​ນິຍົມ​ທີ່​ມີ​ຈຸດ​ໃຈກາງ​ຂອງ​ມະຫາຊົນ ​ແລະ ລັດ​ສັງຄົມ​ນິຍົມ​ທີ່​ເປັນ​ອິດ​ສະລະ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ເຄື່ອນ​ໄຫວ​ໃດໆ.

ພາຍຫຼັງ​ການ​ປົດ​ປ່ອຍ, ສະຫາຍ ກິມ ອິນ ຊູງ​ໄດ້​ສຳ​ເລັດ 3 ວຽກ​ງານ​ກໍ່ສ້າງ​ພັກ, ລັດ ​ແລະ ກອງທັບ​ໃນ​ໄລຍະ​ເວລາອັນສັ້ນ ​ແລະ ພັດທະນາ​ປະ​ເທດ​ສປປເກົາຫຼີຈາກ​ລັດ​ກະສິກອນທີ່ມີຄວາມຫລ້າຫລັງ, ​ເປັນ​ປະ​ເທດ​ເອກະລາດ ​ແລະ ​ເປັນ​ປະ​ເທດ​ສັງຄົມ​ນິຍົມຈູເຈ​ໃຫ້​ໂລກມີຄວາມ​ອິດສາ.

ປະຈຸບັນ, ສປປ ເກົາຫຼີ, ໄດ້ຮັບການຟື້ນຟູໂດຍ ສະຫາຍ ກິມ ອິນ ຊູງ ແລະ ພັດທະນາໂດຍ ສະຫາຍ ກິມ ເຈິງ ອິນ, ແມ່ນປະຕິບັດຕາມເສັ້ນທາງອັນສັກສິດຂອງການພັດທະນາຂອງຕົນພາຍໃຕ້ການນໍາພາຂອງສະຫາຍ ກິມ ເຈິງ ອຸນທີ່ເຄົາລົບເຊິ່ງກໍາລັງປະຕິບັດໃນພາລະກິດປະຕິວັດຂອງແບກດູທີ່ສະຫຼາດສ່ອງໃສ.

ຕາມຄວາມເປັນຈິງແລ້ວ,​ ຄວາມ​ມຸ່ງມາດປາຖະໜາອັນ​ຮັກ​ຊາດ​ທີ່ສະຫາຍ ​ກິມ ອິນ ຊູງ​ແລະ ສະຫາຍ ກິມ ເຈິງ ອິນທີ່​ເຄົາລົບ​ນັບຖື, ສະຫາຍ ກິມ ເຈິງ ອຸນໄດ້​ວາງ​ແຜນການ​ສ້າງ​ມະຫາ​ອຳນາດ​ໂລກໃຫ້​ເຂັ້ມ​ແຂງ ​ແລະ ຮຸ່ງ​ເຮືອງ​ຕະຫຼອດ​ໄປ ​ແລະ ໃນປະຈຸ​ບັນ ​ພວມ​ນຳພາ​ການ​ຕໍ່ສູ້​ໄປ​ເຖິງ​ຈຸດ​ໝາຍຄື​ສ້າງສາ​ປະ​ເທດຊາດໃຫ້ຊາວໂລກ​ມີຄວາມອິດສາ​.

ກຳລັງແຮງລວມແຫ່ງຊາດໄດ້ຮັບການເສີມຂະຫຍາຍຢ່າງສູງ ແລະ ສປປເກົາຫຼີໄດ້ຢືນຢູ່ແຖວໜ້າຂອງປະເທດທີ່ມີຄວາມເຂັ້ມແຂງທາງດ້ານທະຫານທີ່ບໍ່ມີໃຜສາມາດຮຸກຮານ.ພາລະບົດບາດຂອງສປປເກົາຫຼີນັບມື້ນັບສູງເດັ່ນຂຶ້ນກ່ວາເກົ່າໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີລະຫວ່າງສປປເກົາຫຼີ ແລະ ບັນດາປະເທດສັງຄົມນິຍົມໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນກ່ວາເກົ່າ ແລະ ຮັບປະກັນໃຫ້ການປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບຢູ່ແຫຼມເກົາຫຼີຢ່າງໝັ້ນຄົງ.

ສະຫາຍ ກິມ ເຈິງ ອຸນ ໄດ້ທັບມ້າງຄວາມອວດອ້າງຂອງການກະທໍາສົງຄາມຂອງພວກຈັກກະພັດ ແລະ ປະກອບສ່ວນອັນພົ້ນເດັ່ນໃນການສ້າງສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ພາລະກິດຄວາມເປັນເອກະລາດເພື່ອມະນຸດຊາດ, ໂດຍການໄດ້ຮັບການຍ້ອງຍໍສັນລະເສີນຈາກສາກົນ ແລະ ເປັນຜູ້ປົກປ້ອງທີ່ຍິ່ງໃຫຍ່ຂອງຄວາມຍຸດຕິທໍາ.

ຍ້ອນ​ມີ​ສະ​ຫາຍ​​ ກິມ ເຈິງ ອຸນ ເລຂາທິການໃຫ່ຍພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ, ຄຸນງາມຄວມດີອັນຍິ່ງໃຫ່ຍຂອງ​ ສະຫາຍ ​ກິມ ອິນ ຊູງ​ ແລະ ສະຫາຍ ກິມ ເຈິງ ອິນ ຈະຍືນຍົງຕະຫຼອດໄປ.