Saturday, September 20, 2025
Home Blog Page 20

ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນມູນເຊື້ອກຳລັງ ປກສ ປະຊາຊົນ ຫວຽດນາມ ຄົບຮອບ 80 ປີ ທີ່ ສສ ຫວຽດນາມ

0

ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນມູນເຊື້ອກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ສສ ຫວຽດນາມ ຄົບຮອບ 80 ປີ (19 ສິງຫາ 1945-19 ສິງຫາ 2025) ທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ໃນວັນທີ 17 ສິງຫາ 2025, ໂດຍມີ ທ່ານ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ມີ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ມີຫົວໜ້າຄະນະຜູ້ແທນບັນດາປະເທດ, ອະດີການນໍາກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ແລະ ນາຍຕໍາຫຼວດ ຫວຽດນາມ ເຂົ້າຮ່ວມ.

ທ່ານ ໂຕ ເລິມ ໄດ້ກ່າວປາໄສຕໍ່ພິທີຄັ້ງນີ້ວ່າ: ເມືອຫວນຄືນມູນເຊື້ອ ແລະ ຄວາມເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຫວຽດນາມ ຕະຫຼອດໄລຍະ 80 ປີ ຜ່ານມາ, ພາຍໃຕ້ການນໍາພາ-ຊີ້ນໍາ ອັນສະຫຼາດສ່ອງໃສຂອງພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຫວຽດນາມ ທີ່ໄດ້ເດັດດ່ຽວຕໍ່ສູ້ເອົາຊະນະສັດຕູທຸກຮູບແບບ, ບໍ່ເຄີຍຫວັ່ນໄຫວຕໍ່ອຸປະສັກຄວາມຫຍຸ້ງຍາກໃດໆ, ຍອມເສຍສະຫຼະຜົນປະໂຫຍດ ແລະ ຄວາມສຸກສ່ວນຕົວ, ອຸທິດເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ການເສຍສະຫຼະ, ອຸທິດຕົນຂອງບັນດາສະຫາຍ ໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດ ພັດທະນາປະເທດຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນວິລະກໍາປະຫວັດສາດອັນລໍ້າເລີດ ຂອງກໍາລັງປ້ອງກັນຄວາສມສະຫງົບ ປະຊາຊົນ ຫວຽດນາມ.

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ຄົບຮອບ 80 ປີ ວັນວັນມູນເຊື້ອ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ສສ ຫວຽດນາມ ຖືເປັນໂອກາດສຳຄັນໃນການລະນຶກປະຫວັດສາດ ອັນສະຫງ່າງາມຂອງຊາດ, ຈິດວິນຍານແຫ່ງວິລະກຳອັນກ້າຫານ ແລະ ຄຸນຄ່າທາງອຸດົມການ ຂອງກອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຫວຽດນາມ, ບໍ່ວ່າຈະຢູ່ໃນສະຖານະການ ຫຼື ຄວາມຫຍຸ້ງຍາກໃດກໍຕາມ, ກໍຍັງຄົງ ຢຶດໝັ້ນ ໃນຄວາມຈົງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ, ພັກ ແລະ ລັດ, ປະຕິບັດພາລະກິດທີ່ໄດ້ຮັບມອບໝາຍຈາກພັກ, ລັດ ແລະ ປະຊາຊົນ ຢ່າງໂດດເດັ່ນ. ເປັນກອງກຳລັງປະກອບອາວຸດຫຼັກທີ່ພັກ ໃຫ້ຄວາມໄວ້ວາງໃຈ ຢ່າງແທ້ຈິງ. ພ້ອມກັນນີ້, ຍັງເປັນໂອກາດໃນການປູກຈິດສຳນຶກ ແຫ່ງຄວາມພາກພູມໃຈ ແລະ ກຽດສັກສີຂອງຊາດ, ສົ່ງເສີມລັດທິດແຫ່ງຄວາມວິລະກຳປະຕິວັດ, ຫຼໍ່ຫຼອມຄວາມຮັກຊາດ, ຄວາມຮັກສັງຄົມນິຍົມ, ຈິດໃຈແຫ່ງການເພິ່ງຕົນເອງ, ຄວາມມຸ່ງໝັ້ນໃນການຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍທັງໝົດ, ສ້າງກອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຫວຽດນາມ ໃຫ້ມີຄວາມບໍລິສຸດ, ເຂັ້ມແຂງ, ມີລະບຽບວິໄນ, ມີຄວາມເກັ່ງກ້າ ແລະ ທັນສະໄໝ ຢ່າງແທ້ຈິງ. ຕອບສະໜອງພາລະກິດໃນການປົກປ້ອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຢ່າງໝັ້ນຄົງ ແລະ ກ້າວສູ່ຄວາມສຳເລັດ ໃນການສ້າງປະເທດຫວຽດນາມ ທີ່ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ມຸ່ງໝັ້ນກ້າວຕາມເສັ້ນທາງສັງຄົມນິຍົມ ຢ່າງໝັ້ນຄົງ.

ຈາກນັ້ນ, ໃນພິທີ ທ່ານ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານພັກຄອມມູນິດ ຫວຽດນາມ ໄດ້ປະດັບຫຼຽນຄໍາແຫ່ງຊາດ ໃຫ້ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຫວຽດນາມ, ເຊິ່ງຫຼຽນດັ່ງກ່າວ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຫວຽດນາມ ໄດ້ຮັບ 5 ປີຊ້ອນ.

ທີ່ມາ: ຄວາມສະຫງົບ

ຈີນ ແບ່ງປັນຄວາມຮູ້ປະສົບການດ້ານວຽກງານກວດສອບ ໃຫ້ແກ່ພະນັກງານ ອກລ

0

ໃນວັນທີ 18 ສິງຫາ ນີ້ ທີ່ອົງການກວດສອບແຫ່ງລັດ ທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຊ່ຽວຊານຈາກ ມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ ນຳໂດຍ ທ່ານ ດຣ. ດີເອີ ຢູ (Dier Yu) ຫົວໜ້າພາກວິຊາກວດສອບຄະນະວິສະວະກໍາສາດ ມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ຈັດກອງປະຊຸມແລກປ່ຽນບົດຮຽນ ໃຫ້ແກ່ພະນັກງານອົງການກວດສອບແຫ່ງລັດ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ຕ້ອຍ ພົນທິລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ພ້ອມທັງໄດ້ສະແດງຄວາມຊົມເຊີຍຄະນະຊ່ຽວຊານ ມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ ໂດຍສະເພາະ ທ່ານ ດຣ. ດີເອີ ຢູ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງ ແລະ ຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ລາວ-ຈີນ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍແໜ້ນແຟ້ນຍິ່ງຂຶ້ນ, ກໍຄືການພົວພັນຮ່ວມມື 2 ຝ່າຍ . ພ້ອມດຽວກັນການມາເຄື່ອນໄຫວຢ້ຽມຢາມຄັ້ງນີ້ ຍັງໄດ້ປະກອບສ່ວນແບ່ງປັນຄວາມຮູ້ປະສົບການດ້ານວຽກງານກວດສອບ ໃຫ້ແກ່ພະນັກງານອົງການກວດສອບແຫ່ງລັດ ສປປ ລາວ ໃນຫົວຂໍ້: ການກວດສອບການຈັດຊື້-ຈັດຈ້າງ ລົງເລິກການວິເຄາະວິໄຈບັນຫາ(Research-based auditand Public Procumbent Audit) ແລະ ເຕັກນິກການກວດສອບແບບກ້າວໜ້າໃນຍຸກປັນຍາປະດິດ (Frontier Audit Techniques in the Era of Artificial Intelligence) ຊຶ່ງມີນັກສໍາມະນາກອນອົງການກວດສອບແຫ່ງລັດ ເຂົ້າຮ່ວມການແລກປ່ຽນບົດຮຽນໃນຄັ້ງນີ້ທັງໝົດຈຳນວນ 25 ທ່ານ.

ທ່ານ ດຣ. ດີເອີ ຢູ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງ ຊຶ່ງເປັນການເຂົ້າຢ້ຽມຂ່ຳນັບທີ່ເຕັມໄປດ້ວຍໄມຕີຈິດທີ່ດີ ແລະ ເປັນການປະກອບສ່ວນໃນການຮ່ວມມືທີ່ດີຂອງທັງສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ສຳນັກງານກວດສອບແຫ່ງຊາດ ສປ ຈີນ ກໍຄື ມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ.

ໃນໂອກາດດັ່ງກ່າວນີ້, ທັງສອງຝ່າຍລາວ-ຈີນ ໄດ້ແລກປ່ຽນບົດຮຽນກ່ຽວກັບສະພາບລວມຂອງວຽກງານກວດສອບໂດຍສະເພາະຂົງເຂດການກວດສອບການຈັດຊື້-ຈັດຈ້າງ ລົງເລິກການວິເຄາະວິໄຈບັນຫາ ແລະ ເຕັກນິກການກວດສອບແບບກ້າວໜ້າໃນຍຸກປັນຍາປະດິດພ້ອມທັງລາຍງານຈຸດດີ ແລະ ຈຸດອ່ອນຂອງລະບົບການກວດສອບວຽກງານຈັດຊື້-ຈັດຈ້າງຂອງແຕ່ລະຝ່າຍ ແລະ ແລກປ່ຽນບົດຮຽນກັນຢ່າງກົງໄປກົງມາ

ຂ່າວ: ອກລ

ພາບ: ພູວຽງຄໍາ

ສຳເລັດການຝຶກອົບຮົມດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ

0

ໂດຍປະຕິບັດຕາມແຜນພັດທະນາວຽກງານວັດທະນະທຳ ກໍ່ຄືແຜນການປະຈຳປີ ໃນການອະນຸລັກສົ່ງເສີມວັດທະນະທຳແຂວງຄຳມ່ວນ, ເພື່ອເປັນການຊຸກຍູ້, ສົ່ງເສີມ ແລະ ສືບສານວັດທະນະທຳອັນດີງາມຂອງລາວ, ຂອງແຂວງຄຳມ່ວນ ໃຫ້ນັບມື້ແຜ່ຂະຫຍາຍກວ້າງຂວາງ.

ໃນການຈັດຕັ້ງປະຕິບັດການຈັດຊຸດຝຶກອົບຮົມຄັ້ງນີ້ ທາງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບເປັນອັນລະອຽດ, ການຝຶກອົບຮົມມີສໍາມະນາກອນເຂົ້າຮ່ວມທັງໝົດ 54 ຄົນ ຍິງ 25 ຄົນ, ໃນນີ້ມີພະນັກງານຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວ 08 ທ່ານ, ມີເມືອງເຂົ້າຮ່ວມ 02 ເມືອງຄື: ເມືອງ ໜອງບົກ ແລະ ເມືອງ ຍົມມະລາດ, ມີໂຮງຮຽນເຂົ້າຮ່ວມ 07 ໂຮງຮຽນຄື: ໂຮງຮຽນກິນນອນຊົນເຜົ່າ, ໂຮງຮຽນ ມສ ມ່ວງສຸມ, ໂຮງຮຽນປະຖົມກິນດາວອນ, ໂຮງຮຽນປະຖົມໂພນສະໜາມ, ໂຮງຮຽນ ມຕ ຈອມແຈ້ງ, ໂຮງຮຽນ ມສ ຫລັງຄັງ ແລະ ໂຮງຮຽນມິດຕະພາບຄໍາມ່ວນ – ກວາງບິ່ງ, ການຝຶກອົບຮົມແມ່ນມີຫຼາຍປະເພດຄື: ຊໍ, ລະນາດ, ແຄນ, ຄ້ອງວົງ, ຂຸ່ຍ, ໂຫວດ, ຂິມ, ພິນເບດ, ຊິ່ງ, ແຊ່ງ, ຊາບ, ກອງຕຸ້ມ, ກອງຫາງ, ການຮຽນ-ການສອນແມ່ນໄດ້ສິດສອນ 05 ບົດຄື: ລໍາມະຫາໄຊ, ເພງຈໍາປາເມືອງລາວ, ເພງດອກບົວທອງ, ເພງກຸຫຼາບປາກເຊ, ເຕີ້ຍ, ສໍາລັບໄລຍະເວລາໃນການສິດສອນ ແມ່ນ 17 ວັນ ເລີ້ມແຕ່ວັນທີ 01-17 ສິງຫາ 2025 ໂດຍແມ່ນຄະນະຄູ-ອາຈານ ທີ່ມາຈາກ ສະໂມສອນດົນຕີລາວດ່ານຊ້າງ ຮ່ວມກັບສູນວັດທະນະທຳ ແຂວງຄໍາມ່ວນ ເປັນຜູ້ສິດສອນ,

ຜ່ານການຝຶກອົບຮົມ ແມ່ນສາມາດສ້າງຜູ້ສືບທອດໄດ້ຈໍານວນຫຼາຍ, ເຮັດໃຫ້ນັກສໍາມະນາກອນມີຄວາມຮູ້, ຄວາມສາມາດ, ຄວາມມັກຮັກໃນການເສບດົນຕີພື້ນເມືອງລາວປະເພດຕ່າງໆ ທີ່ເປັນການອະນຸລັກຮັກສາວັດທະນະທໍາລາວເຮົາ, ດ້ານການເສບດົນຕີພື້ນເມືອງລາວທີ່ເປັນເອກະລັກແຕ່ລະຊົນເຜົ່າ, ຂອງເມືອງ ແລະ ຂອງແຂວງ, ປູກຈິດສໍານຶກໃຫ້ຕັ້ງໜ້າຮັກສາມູນເຊື້ອວັດທະນະທໍາອັນດີງາມຂອງຊົນເຜົ່າ, ເອກະລັກແບບດັ້ງເດີມ ໂດຍສະເພາະການປະຕິບັດຕາມຮີດຄອງປະເພນີຂອງລາວ, ເຜີຍແຜ່ວັດທະນະທໍາ ທັງເປັນການເຕົ້າໂຮມບັນດາວັດທະນະທໍາຂອງແຕ່ລະຊົນເຜົ່າ, ແຕ່ລະທ້ອງຖິ່ນ ໃນທົ່ວແຂວງ.

ພິທີປິດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 18 ສິງຫາ 2025 ເປັນກຽດເຂົ້າຮ່ວມໂດຍທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ທ່ານ ພິດສະໄໝ ກອງຊາເດດ ປະທານແນວລາງສ້າງຊາດແຂວງ, ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງ ພ້ອມດ້ວຍບັນດາເມືອງ, ພະແນກການ, ຂະແຂງການກ່ຽວຂ້ອງ, ແຂກຖືກເຊີນ, ຄະນະຄູ-ອາຈານ ແລະ ນັກສໍາມະນາກອນເຂົ້າຮ່ວມ. ໃນໂອກາດເຂົ້າຮ່ວມພິທີ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ກໍ່ໄດ້ມອບໃບຢັ້ງຢືນ ສຳເລັດການຝຶກອົບຮົມ ໃຫ້ແກ່ນັກສໍາມະນາກອນ ຈໍານວນ 54 ທ່ານ ແລະ ທ່ານ ໄຊສົມບູນ ສຸວັນດາລາ ກໍ່ໄດ້ມອບໃບຍ້ອງຍໍ ໃຫ້ແກ່ອາຈານ ຄໍາສວນ ວົງທອງຄໍາ ຫົວໜ້າສະໂມສອນດົນຕີລາວດ່ານຊ້າງ ແລະ ທ່ານ ນາງ ພວງທອງ ອິນທະປັດຖາ ຈາກສະຫະລັດອາເມຣິກາ ໃນນາມຜູ້ປະກອບສ່ວນສະໜັບສະໜູນໃນການຈັດຝຶກອົບຮົມດັ່ງກ່າວ.

ແຈ້ງເຕືອນພາຍຸດີເປຼຊັນ ເຊົ້າວັນທີ 19 ສິງຫາ 2025

0

ແຈ້ງເຕືອນພາຍຸດີເປຼຊັນ ເຊົ້າວັນທີ 19 ສິງຫາ 2025, ພາຍຸດີເປຼຊັນ (Tropical Depression) ປັດຈຸບັນຍັງເຄື່ອນຢູ່ທາງພາກເໜືອຂອງປະເທດຫວຽດນາມ ຈາກນັ້ນຈະອ່ອນກໍາລັງກາຍເປັນຄວາມກົດດັນຕ່ຳຂອງອາກາດຮ້ອນ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນອອກ ແລະ ພາກກາ

ລັດຖະມົນຕີກະຊວງການຕ່າງປະເທດ ລາວແລະ ໄທ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມື

0

ໃນວັນທີ 15 ສິງຫາ 2025 ທີ່ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ.

ໃນການພົບປະ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ໄທ ຕະຫລອດໄລຍະ 75 ປີ ຜ່ານມາ ໂດຍກວມເອົາທຸກຂົງເຂດວຽກງານ ຜ່ານກົນໄກການຮ່ວມມືຕ່າງໆ ນັບແຕ່ຂັ້ນ ສູນກາງຮອດທ້ອງຖິ່ນ; ບັນດາໂຄງການຮ່ວມມືຂອງສອງປະເທດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດເປັນ ກ້າວໆມາ; ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນໃນທຸກລະດັບ ຢ່າງເປັນປົກກະຕິ. ສອງຝ່າຍ ໄດ້ປຶກສາ ຫາລື ເພື່ອຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ດ້ານອື່ນໆ ໃນຕໍ່ໜ້າ. ໃນນີ້, ສອງຝ່າຍໄດ້ເຫັນດີມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ປະສານງານ ເພື່ອຄວາມເປັນເອກະພາບກັນ ແລະ ການ ກຽມຄວາມພ້ອມໃຫ້ແກ່ພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ທີ່ມີແຜນຈະຈັດ ຂຶ້ນໃນທ້າຍປີ 2025 ລວມເຖິງການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງປະເທດ ໃນໂອກາດວັນ ສ້າງຕັ້ງສາຍພົວພັນການທູດ ຄົບຮອບ 75 ປີ ໃນປີ 2025 ນີ້. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບສະພາບການທີ່ພົ້ນເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ການພົບປະຄັ້ງນີ້, ຝ່າຍໄທ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການປັດຈຸບັນ ຂອງຊາຍແດນ ໄທ ແລະ ກໍາປູເຈຍ ຊຶ່ງຝ່າຍລາວ ກໍໄດ້ສະແດງຄວາມຍິນດີ ທີ່ເຫັນວ່າສອງປະເທດ ກໍາປູເຈຍ ແລະ ໄທ ສາມາດຫັນໜ້າເຂົ້າ ຫາກັນ, ກັບເຂົ້າສູ່ໂຕະເຈລະຈາ ເພື່ອແກ້ໄຂບັນຫາດ້ວຍສັນຕິວິທີ ຜ່ານຊ່ອງທາງການທູດ ແລະ ບັນດາກົນໄກການ ຮ່ວມມືຂອງສອງຝ່າຍທີ່ມີຢູ່. ສປປ ລາວ ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີເສັ້ນຊາຍແດນຕິດຈອດ ກັນ ແລະ ມີສາຍພົວພັນທີ່ດີກັບ ກຳປູເຈຍ ແລະ ໄທ, ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ສະພາບການທີ່ເກີດຂຶ້ນ ແລະ ສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ ຈາກເຫດການໃນຄັ້ງນີ້.

ຂ່າວ: ກະຊວງການຕ່າງປະເທດ

ສອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ມຽນມາ ຮ່ວມພົບປະສອງຝ່າຍ

0

ຂປລ. ໃນວັນທີ 15 ສິງຫາ 2025 ທີ່ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຍູ ທັນ ສະເວ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດແຫ່ງ ສສ ມຽນມາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການ ຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ.

ໃນການພົບປະ, ສອງຝ່າຍໄດ້ແດງຄວາມເຊື່ອໝັ້ນວ່າ ການພົບປະກັນໃນຄັ້ງນີ້ ຈະເປັນການປະກອບສ່ວນ ສໍາຄັນຮັດແໜ້ນສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນໍາຜົນປະ ໂຫຍດສຸງສຸດມາສູ່ປະຊາຊົນ ສອງປະເທດ. ພ້ອມນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ມຽນມາ ຕະຫລອດ 7 ທົດສະວັດຜ່ານມາ, ນັບຕັ້ງແຕ່ສອງປະເທດ ໄດ້ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 12 ກໍລະກົດ 1955 ແມ່ນໄດ້ຮັບການຂະຫຍາຍຕົວ ແລະ ແໜ້ນ ແຟ້ນຂຶ້ນເລື້ອຍໆ ແລະ ຍິນດີສືບຕໍ່ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ຮ່ວມກັນຈັດຕັ້ງບັນດາກິດຈະກໍາ ຕ່າງໆ ເພື່ອສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ໃຫ້ມີບັນຍາກາດຄຶກຄືນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ພາຍໃນປີ 2025 ນີ້. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ເພື່ອຊຸກຍູ້ ການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ກົນໄກການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ມຽນມາ, ການຮ່ວມມືດ້ານແຮງງານ, ການຄ້າ-ການລົງທຶນ, ພະລັງງານ, ການເຊື່ອມໂຍງ-ເຊື່ອມຈອດ ແລະ ການນໍາໃຊ້ຂົວມິດຕະພາບລາວ-ມຽນມາ ໃຫ້ເກີດຜົນປະໂຫຍດສູງສຸດ, ລວມທັງການຮ່ວມມືວຽກງານຊາຍ ແດນ ແລະ ອື່ນໆ. ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ.

ໃນໂອກາດພົບປະຄັ້ງນີ້, ຝ່າຍມຽນມາ ຍັງໄດ້ແຈ້ງສະພາບການທີ່ພົ້ນເດັ່ນພາຍໃນຂອງມຽນມາ ລວມທັງ ແຜນການກະກຽມເລືອກຕັ້ງ ໃນທ້າຍປີ 2025 ຫລື ຕົ້ນປີ 2026 ໃຫ້ແກ່ຝ່າຍລາວໄດ້ຮັບຊາບ, ຊຶ່ງຝ່າຍລາວ ໄດ້ ສະແດງຄວາມຍິນດີຕໍ່ຄວາມຄືບໜ້າບັນດາຄາດໝາຍທີ່ລັດຖະບານ ສສ ມຽນມາ ຍາດມາໄດ້ຕະຫລອດໄລຍະທີ່ ຜ່ານມາ.

ຂ່າວ: ກະຊວງການຕ່າງປະເທດ

ສະຫວັນະເຂດ ປະກອບຄໍາເຫັນໃສ່ເນື້ອໃນກອງປະຊຸມໃຫຍ່ ແລະ ທາບທາມ ຮອບທີ 2

0

————————–

ທີ່ຫໍວັດທະນະທຳໄກສອນພົມວິຫານ, ໃນວັນທີ 18 ສິງຫານີ້ ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ເນື້ອໃນກອງປະຊຸມໃຫຍ່ 3 ບົດ (ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX ໄລຍະ 5 ປີຜ່ານມາ) ພ້ອມທັງທາບທາມບຸກຄະລາກອນທີ່ຈະປະກອບເຂົ້າໃນໂຄງປະກອບອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກແຂວງ ສະໄໝທີ X ໃນຮອບທີ 2 ແລະ ທາບທາມເປົ້າໝາຍອອກຮັບສະໝັກເລືອກຕັ້ງປັນກຳມະການປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ ແລະ ປະທານ-ຮອງປະທານກວດກາພັກແຂວງ ໃນຮອບທີ 1. ພາຍໃຕ້ການໃຫ້ກຽດເປັນປະທານກອງປະຊຸມຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ບັນດາສະຫາຍຄະນະບໍລິຫານງານພັກນະຄອນ-ເມືອງເຂົ້າຮ່ວມ.

ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ກ່າວເປີດກອງປະຊຸມ ແລະ ມີຄໍາເຫັນຊີ້ນໍາວ່າ: ກອງປະຊຸມທາບທາມຄະນະບໍລິຫານງານພັກແຂວງ ຮອບ 2 ຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ 2 ວັນ, ຊຶ່ງໄດ້ສຸມໃສ່ເນື້ອໃນສໍາຄັນຄື: ໄດ້ຮັບຟັງ ແລະ ປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX ໄລຍະ 5 ປີຜ່ານມາ, ພ້ອມດຽວກັນນີ້ ກໍໄດ້ຜ່ານມາດຕະຖານ-ເງື່ອນໄຂຂອງຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ ແລະ ມາດຕະຖານ-ເງື່ອນໄຂຂອງປະທານ-ຮອງປະທານຄະນະກວດກາພັກແຂວງ, ລວມທັງແນະນຳລະບຽບ, ຫຼັກການ ແລະ ວິທີລົງຄະແນນສຽງໃສ່ບັດທາບທາມ ແລະ ດຳເນີນການທາບທາມຄະນະບໍລິຫານງານພັກແຂວງ (ຮອບ 2). ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນ, ເປັນຂີດໝາຍປະຫວັດສາດໃນຊີວິດການ ເມືອງຂອງທົ່ວສະມາຊິກພັກ-ພະນັກງານ, ກໍາລັງປະກອບອາວຸດ ຕະຫຼອດຮອດປະຊາຊົນບັນດາເຜົ່າໃນທົ່ວແຂວງສະຫວັນນະເຂດ. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ສະຫາຍຜູ້ແທນ ຈົ່ງໄດ້ຍົກສູງສະຕິຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ໃນກອງປະຊຸມ, ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ກໍ່ໄດ້ຜ່ານຮ່າງບົດລາຍງານການເມືອງ, ຕໍ່ຈາກນັ້ນ ສະຫາຍ ແສນສັກ ສຸລິສັກ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງແຂວງ, ສະຫາຍ ລຳທອງ ຂອບສີລາວົງ ກຳມະການປະຈຳພັກແຂວງ ປະທານກວດກາພັກແຂວງ ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງຊຸດເກົ່າ. ຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມໃນກອງປະຊຸມ ກໍໄດ້ມີການປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນມີຄວາມສົມບູນຄົບຖ້ວນ ແລະເປັນທິດທາງໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ສຳເລັດຕາມຄາດໝາຍ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ລາຍລະອຽດຄະດີເຈົ້າໜ້າທີ່ກວດຄົ້ນລົດ 22 ລໍ້ ພົບຢາບ້າ 8,000,000 ກວ່າເມັດ ທີ່ບໍ່ແກ້ວ

0

ອີງຕາມບົດລາຍງານຂອງຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 14 ສິງຫາ 2025 ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດກອງບັນຊາການ ປກສ ແຂວງບໍ່ແກ້ວ ປະຈຳຢູ່ຈຸດກວດການໍ້າທຸ່ງ ໄດ້ປະຕິບັດໜ້າທີ່ເປັນປົກກະຕິ ມາຮອດເວລາປະມານ 6 ໂມງ ໄດ້ກວດຄົ້ນລົດ 22 ລໍ້, ໝາຍເລກທະບຽນ ບບ 2111, ກຳແພງນະຄອນ, ທີ່ຂົນສົ່ງເບຍ ມຸ່ງໜ້າຈາກແຂວງບໍ່ແກ້ວ ໄປນະຄອນຫຼວງວຽງຈັນ, ຜູ້ຂັບຂີ່ຊື່ ທ້າວ ເຢີລໍ ຫວາຢາ ອາຍຸ 33 ປີ ອາຊີບຂັບລົດ ຢູ່ບ້ານຄັງໄຂ ເມືອງແປກ ແຂວງຊຽງຂວາງ.

ຜ່ານການກວດຄົ້ນລົດຄັນດັ່ງກ່າວ ພົບເຫັນຢາເສບຕິດຊຸກເຊື່ອງຢູ່ໃນລົດ; ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ຂັບຂີ່ ພ້ອມທັງນໍາເອົາລົດຄັນຄັນດັ່ງກ່າວໄປກວດຄົ້ນຢູ່ ກອງບັນຊາການ ປກສ ແຂວງບໍ່ແກ້ວ, ຜ່ານການກວດຄົ້ນພົບ ເຫັນຢາບ້າຈໍານວນ 4,405 ມັດ, ເທົ່າກັບ 8,810,000 ເມັດ, ມີນໍ້າໜັກ 881 ກິໂລກຣາມ.

ຕໍ່ກັບຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ວິຊາສະເພາະພວມດໍາເນີນການສືບສວນ-ສອບສວນເພື່ອຂະຫຍາຍຜົນ ຫາຜູ້ຮ່ວມຂະບວນການໃນຄັ້ງນີ້.

ທີ່ມາ: ໜັງສືພິມຄວາມສະຫງົບ.

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ສືບຕໍ່ຮ່ວມມືເພື່ອສ້າງຄວາມເຂັ້ມແຂງດ້ານການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກໃນຂັ້ນປະຖົມສຶກສາ

0

ໃນເດືອນກໍລະກົດ ແລະ ສິງຫາ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ເຝິກອົບຮົມຫົວຂໍ້ໃໝ່ ກ່ຽວກັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ໃນ 3 ວິທະຍາໄລຄູ. ກິດຈະກໍານີ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງ ຂອງກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໃນການຮັບປະກັນຄວາມປອດໄພ ແລະ ສະຫວັດດີພາບຂອງນັກຮຽນທຸກຄົນໃນລະບົບການສຶກສາ. ເປົ້າໝາຍແມ່ນແນໃສ່ເຝິກອົບຮົມໃຫ້ແກ່ນັກສຶກສາຕໍ່ເນື່ອງພາກພັກແລ້ງ ຈຳນວນ 737 ຄົນ ທີ່ກໍາລັງຮຽນໃນວິທະຍາໄລຄູຄັງໄຂ, ວິທະຍາໄລຄູສະຫວັນນະເຂດ ແລະ ວິທະຍາໄລຄູຫຼວງນໍ້າທາ.

ທ່ານ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ໄດ້ໃຫ້ຄຳເຫັນວ່າ: “ຄູມີບົດບາດສໍາຄັນໃນການປົກປ້ອງເດັກ ໂດຍການເປັນຜູ້ນຳ, ໃຫ້ການສະໜັບສະໜູນ ແລະ ເຂົ້າໃຈພາລະບົດບາດຂອງຕົນ. ສະພາບແວດລ້ອມການຮຽນຮູ້ທີ່ພວກເຂົາສ້າງຂຶ້ນ ມີຜົນກະທົບໂດຍກົງຕໍ່ຄວາມປອດໄພ ແລະ ສະຫວັດດີພາບຂອງນັກຮຽນ. ເມື່ອເດັກຮູ້ສຶກປອດໄພ, ພວກເຂົາຈະມີໂອກາດສຳເລັດຫຼາຍຂຶ້ນໃນການຮຽນ.”

ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ເນັ້ນໜັກກ່ຽວກັບການຮ່ວມມືຢ່າງຕໍ່ເນື່ອງວ່າ: “ເມື່ອເຮັດວຽກກັບເດັກນ້ອຍ, ພວກເຮົາມີພາລະບົດບາດຮ່ວມກັນໃນການປົກປ້ອງສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈຂອງເຂົາເຈົ້າ. ພວກເຮົາພູມໃຈທີ່ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານບີຄວາ ເພື່ອສະໜັບສະໜູນການພັດທະນາ ‘ເອກະສານແນະນຳ ການປົກປ້ອງ ແລະ ຮັກສາຄວາມປອດໄພຂອງເດັກສຳລັບ’ ຢ່າງເປັນທາງການ, ພ້ອມທັງເຝິກອົບຮົມຄູໃນຫົວຂໍ້ສຳຄັນນີ້.”

ການເຝິກອົບຮົມໃນປີ 2025 ນີ້ ໄດ້ຮັບການນໍາພາໂດຍທີມຄູເຝິກ 17 ທ່ານ ຈາກທີມສະເພາະກິດດ້ານຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ຂອງ 3 ວິທະຍາໄລຄູ. ນອກຈາກການຍົກສູງຄວາມຮັບຮູ້ໃຫ້ແກ່ນັກຮຽນຕໍ່ເນື່ອງພາກພັກແລ້ງ, ການເຝິກອົບຮົມນີ້ ຍັງເປັນໂອກາດອັນດີໃນການທົດລອງໃຊ້ “ຄູ່ມືເຝິກອົບຮົມການປົກປ້ອງ ແລະ ຮັກສາຄວາມປອດໄພຂອງເດັກ” ແລະ ສ້າງທັກສະການເຝິກອົບຮົມຂອງທີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ.

ກອງປະຊຸມສຳມະນາແບບມີສ່ວນຮ່ວມ 2 ວັນ ທີ່ຈັດຂຶ້ນໂດຍແຕ່ລະວິທະຍາໄລຄູ ໄດ້ນໍາໃຊ້ເກມ, ການສະແດງບົດບາດສົມມຸດ, ກໍລະນີສຶກສາ ແລະ ການສົນທະນາກຸ່ມ ເພື່ອສ້າງຄວາມຕື່ນເຕັ້ນໃຫ້ແກ່ຜູ້ເຂົ້າຮ່ວມ. ຜູ້ເຂົ້າຮ່ວມໄດ້ຄົ້ນຫາແນວຄວາມຄິດຫຼັກກ່ຽວກັບການປົກປ້ອງເດັກ ເຊັ່ນ: ການສື່ສານຢ່າງເຄົາລົບ, ການປະຕິບັດທີ່ປອດໄພ ແລະ ການຮຽນຮ່ວມຫ້ອງຮຽນ, ການໃຊ້ສື່ອີເລັກໂຕຣນິກຢ່າງມີຄວາມຮັບຜິດຊອບ ແລະ ການຈຳແນກ ແລະ ປ້ອງກັນການລ່ວງລະເມີດ, ການຂູດຮີດ, ແລະ ການລົບກວນ. ຫົວຂໍ້ທີ່ລະອຽດອ່ອນ ເຊັ່ນ: ການໃຊ້ເຫຼົ້າ ແລະ ສານເສບຕິດ, ການຖ່າຍວິດີໂອ ແລະ ຮູບພາບເດັກ ແລະ ຄວາມຮັບຮູ້ກ່ຽວກັບທີ່ສົ່ງເສີມການຮຽນຮ່ວມ ໄດ້ຖືກນຳສະເໜີໃນລັກສະນະທີ່ເຄົາລົບວັດທະນະທຳ.

ທ່ານ ນາງ ວາເນັດຊາ ເຮັກກາທີ ກ່າວຕື່ມວ່າ: “ການປົກປ້ອງເດັກ ແມ່ນພັນທະຂອງທຸກຄົນ. ພວກເຮົາຫວັງວ່າ ‘ເອກະສານແນະນຳການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກ’ ຈະຍັງເປັນແຫຼ່ງຂໍ້ມູນສຳຄັນສຳລັບຄູ ແລະ ນັກສຶກສາທຸກຄົນທີ່ເຮັດວຽກກັບເດັກ, ເພື່ອຊ່ວຍສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ສ້າງພື້ນທີ່ສຳລັບເດັກທຸກຄົນ. ການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ແລະ ແຜນງານບີຄວາ ຂອງພວກເຮົາຈະສືບຕໍ່ສຸມໃສ່ການຮັບປະກັນວ່າ ຫຼັກການເຫຼົ່ານີ້ຈະຖືກບູລະນະໃສ່ໃນລະບົບການສຶກສາ.”

ກຸ່ມປູກມອນລ້ຽງມ້ອນ ສ້າງຜະລິດຕະພັນປອດສານພິດສູ່ສັງຄົມລາວ

0

ກຸ່ມປູກມອນລ້ຽງມ້ອນຂອງບ້ານແກ້ວກູ່ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ໝູນໃຊ້ວັດຖຸດິບຈາກຕົ້ນມອນສ້າງເປັນຜະລິດຕະພັນຄຸນນະພາບອອກຈໍາໜ່າຍສູ່ສັງຄົມເປັນຕົ້ນ: ຊາໃບມອນ, ຂັນໝາກເບັງຝັກມ້ອນ, ນໍ້າໝັກໝາກມອນ, ວາຍໝາກມອນ ແລະ ອື່ນໆທີ່ສັງຄົມຕ້ອງການຫລາຍ ໂດຍສະເພາະແມ່ນປະເພດນໍ້າໝັກ ແລະ ວາຍ ແມ່ນຜະລິດຕະພັນທີ່ຂາຍດີໂດຍສະເພາະໄລຍະເທສະການວັນສໍາຄັນຕ່າງໆ.

ທ່ານ ຄໍາອຸ້ຍ ບົວລະພາ ເວົ້າສູ່ຟັງໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຢູ່ຫໍວັດທະນະທໍາແຫ່ງຊາດ ວ່າ: ການເຂົ້າຮ່ວມງານໃນຄັ້ງນີ້ມີຜູ້ປະກອບການຢ່າງຫລວງຫລາຍ, ໜຶ່ງໃນນັ້ນກໍ່ມີສິນຄ້າຂອງພວກເຮົາມາວາງຈໍາໜ່າຍ ເຊິ່ງສິນຄ້າທີ່ນໍາມາໃນຄັ້ງນີ້ແມ່ນຜະລິດຈາກຕົ້ນມອນກວ່າ 14 ຊະນິດສິນຄ້າ ເພື່ອສຸຂະພາບ ເປັນຕົ້ນ ຊາຂີ້ມ້ອນ, ຊາຝຸ່ນມ້ອນ, ຊາໃບມອນ, ນໍ້າໝາກມອນ, ໝາກເບັງເຮັດດ້ວຍຝັກມ້ອນຢ່າງສວຍງາມ, ເຫລົ້າດອງໂຕມ້ອນ, ວາຍໝາກມອນ, ດັກແດ່ແຫ້ງ ແລະ ອື່ນໆ, ທັງນີ້ກໍເພື່ອເປັນການສົ່ງເສີມກຸ່ມປູກມອນລ້ຽງມ້ອນໃຫ້ມີລາຍຮັບຢ່າງຕໍ່ເນື່ອງຈຶ່ງໄດ້ແປຮູບມາເປັນຜະລິດຕະພັນສິນຄ້າຄຸນນະພາບປອດສານພິດຕ່າງໆອອກມາສູ່ສັງຄົມໄດ້ບໍລິໂພກເຊິ່ງສິນຄ້າດັ່ງກ່າວ ເລີ່ມຜະລິດມາແຕ່ປີ 2000 ເປັນຕົ້ນມາ, ຕົກມາປີ 2015 ກຸ່ມຜະລິດຕະພັນປູກມອນລ້ຽງມ້ອນຂອງພວກເຮົາໄດ້ຮັບຮອງເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ(ໂອ ດັອບ) ຂອງເມືອງແກ້ວອຸດົມ. ມາຮອດປັດຈຸບັນມີສະມາຊິກກຸ່ມທັງໝົດ 8 ຄອບຄົວໂດຍມີການແບ່ງໜ້າວຽກກັນແຕ່ລະກຸ່ມຄື ມີກຸ່ມໜຶ່ງລ້ຽງມ້ອນ, ກຸ່ມເຮັດສວນມອນ, ສາວໄໝ, ປຸງແຕ່ງຜະລິດຕະພັນ, ຜະລິດນໍ້າໝາກມອນ, ເຮັດຊາຍອດມອນ ແລະ ອື່ນໆຕາມໜ້າທີ່ຂອງໃຜລາວ. ເຖິງແນວໃດກໍດີ, ເມື່ອຜະລິດອອກມາແລ້ວຕະ ຫລາດຮອງຮັບແມ່ນສໍາຄັນເຊິ່ງກຸ່ມຂອງພວກເຮົາມີສາຂາຈໍາໜ່າຍຢູ່ນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ, ຄໍາມ່ວນ, ແຫລ່ງທ່ອງທ່ຽວໜ້າເຂື່ອນອ່າງນ້ໍາງື່ມ 1ແລະ ວາງຈໍາໜ່າຍໃນງານເທສະການ ແລະ ວັນສໍາຄັນຕ່າງໆ ຂອງເມືອງຂອງແຂວງ ແລະ ນະຄອນຫລວງ, ສໍາລັບລາຄາເລີ່ມຕົ້ນຜະລິດຕະພັນແມ່ນ 30.000 ກີບ ໄປຫາ 8.000.000 ກີບ ໂດຍສະເພາະແມ່ນໝາກເບັງຈະລາຄາແພງກວ່າໝູ່. ນອກຈາກເຮັດຜະລິດຕະພັນອອກມາຈໍາໜ່າຍແລ້ວ ທາງກຸ່ມຂອງພວກເຮົາຍັງເນັ້ນໃສ່ການຜະລິດເສັ້ນໄໝໃຫ້ຫລາຍຂຶ້ນເພື່ອເປັນການຫລຸດຜ່ອນການນໍາເຂົ້າຈາກຕ່າງປະເທດ.

ທ່ານ ຄໍາອຸ້ຍ ເວົ້າຕື່ມວ່າ: ພາຍຫລັງທີ່ຫັນປ່ຽນຈາກການຖາງປ່າເຮັດໄຮ່ມາປູກມອນຜະລິດເປັນສິນຄ້າ ເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ດີຂຶ້ນຕ່າງຈາກເມື່ອກ່ອນຫລາຍ, ມີເງິນສົ່ງເສີມລູກຮ່ໍາຮຽນໜັງສື, ມີເງິນແຮ່ໄວ້ຍາມສຸກເສີນ, ສາມາດຊື້ລົດໄດ້, ມີບ່ອນພັກອາໄສຖາວອນ ເຫລົ່ານີ້ເປັນຕົ້ນ.ສໍາລັບຜະລິດຕະພັນເຮົາແມ່ນ ສິນຄ້າປອດສານພິດທີ່ຜະລິດຈາກວັດຖຸດິບທໍາມະຊາດ ທັງນີ້ກໍເພື່ອໃຫ້ລູກຄ້າທຸກ ທ່ານທີ່ຊື້ສິນຄ້າຈາກພວກເຮົາໄປດື່ມມີສຸຂະພາບດີເປັນຕົ້ນຊາຂີ້ມ້ອນ, ຊາຍອດມອນ ແມ່ນຫລຸດຕັ້ງຊົງ, ຫລຸດໄຂມັນ, ບໍາລຸງສາຍຕາ, ນອນຫລັບ, ກິນເຂົ້າແຊບ ແລະ ອື່ນໆ ກໍລ້ວນແຕ່ມີປະໂຫຍດຕໍ່ຮ່າງກາຍ, ຂັບໄລ່ສານພິດສິ່ງທີເວົ້າມານີ້ແມ່ນມີໃບຢັ້ງຢືນ ຈາກສິ່ງແວດລ້ອມ,ໃບຢັ້ງຢືນ ອຍ ຈາກກະຊວງສາທາລະນະສຸກ. ສະນັ້ນຖ້າລູກຄ້າທ່ານໃດສົນໃຈຜະລິດຕະພັນສິນຄ້າໂອດັອບຂອງກຸ່ມພວກເຮົາເພື່ອດື່ມເອງ ຫລື ເພື່ອເປັນຂອງຕ້ອນຂອງຝາກ ກໍສາມາດຕິດຕໍ່ໄດ້ທີ່ເບີໂທ: 020 5581 6046,030 909 4908 ຫລື ເບີວອດແອບ 020 5504 0813.