Saturday, September 20, 2025
Home Blog Page 19

ແຈ້ງເຕືອນໄພລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ວັນທີ 25 ສິງຫາ 2025.

0

ລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ກໍາລັງເຄື່ອນທີ່ຢູໃກ້ແຄມຝັ່ງທະເລທາງພາກກາງຂອງປະເທດຫວຽດນາມ, ມີທິດທາງເຄື່ອນທີ່ໄປທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ, ພາຍຸຫົວນີ້ຈະ

ເຄື່ອນຜ່ານພາກກາງຂອງປະເທດຫວຽດນາມ, ສືບຕໍ່ຜ່ານພາກກາງ ແລະ ພາກເໜືອປະເທດລາວ ໃນຕອນແລງວັນທີ 25 ຫາ ຕອນເຊົ້າວັນທີ 26 ສິງຫາ 2025 ນີ້. ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຈະຕົກໜັກ ຫາ ໜັກຫລາຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນ

ແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮົບມືຕໍ່ສະພາບຝົນຕົກໜັກ ຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດີນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມຍື່ງ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍໍເນື່ອງ.

ສະຫະປະຊາຊາດ ປະກາດໄພອຶດຫິວຢູ່ເຂດກາຊາ

0

ວິທະຍຸກະຈາຍສຽງຫວຽດນາມ ວັນທີ 22 ສິງຫາ ໜ່ວຍງານຂໍ້ລິເລີ່ມຈຳແນກໄລຍະຄວາມໝັ້ນຄົງທາງດ້ານອາຫານ ແບບບູລະນະການ (IPC), ສຳພັນທະມິດບັນດານັກສັງເກດການສະຫະປະຊາຊາດ ມອບໜ້າທີ່ແຈ້ງເຕືອນກ່ຽວກັບ ວິກິດການທີ່ອາດຈະເກີດຂຶ້ນໄດ້ປະກາດບົດລາຍງານ ໂດຍ ໃຫ້ຮູ້ວ່າ ໂດຍອີງໃສ່ຂໍ້ມູນທີ່ເກັບກຳມາໄດ້ແຕ່ວັນທີ 1 ກໍລະກົດ ຮອດວັນທີ 15 ສິງຫາ, ມີປະຊາຊົນ ປະມານ 514.000 ຄົນ, ໝາຍຄວາມວ່າ ເກືອບ ¼ ຈຳນວນປະຊາກອນເຂດກາຊາ, ພວມຖືກໄພອຶດຫິວ ແລະ ຕົວເລກ ດັ່ງກ່າວຄາດວ່າຈະເພີ່ມຂຶ້ນ ເປັນ 641.000 ຄົນ ໃນທ້າຍເດືອນກັນຍາ ຈະມາເຖິງ. ທ່ານ ທອມ ເຟຣດເຊີ (Tom Fletcher), ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ຜູ້ຮັບຜິດຊອບບັນດາບັນຫາມະນຸດສະທຳ ໃຫ້ຮູ້ວ່າ: ໄພອຶດຫິວສາມາດສະກັດກັ້ນໄດ້, ພ້ອມກັນນັ້ນກໍ່ໃຫ້ຮູ້ວ່າ: ມີສະບຽງອາຫານເປັນຈຳນວນຫລາຍພວມຢຸດຢູ່ເຂດຊາຍແດນ, ບໍ່ສາມາດສົ່ງເຂົ້າໄປເຂດດິນແດນປາແລັດສະຕິນໄດ້, ຍ້ອນມີການກີດຂວາງທີ່ເປັນລະບົບ ຂອງອິດສະຣາແອັນ. ນອກນັ້ນ, ລະບົບສາທາລະນະສຸກ ກໍ່ເຊື່ອມໂຊມລົງຢ່າງຮ້າຍແຮງ, ໃນຂະນະທີ່ຄວາມສາມາດເຂົ້າເຖິງນ້ຳປະປາ ແລະ ເງື່ອນໄຂສຸຂະອະນາໄມ ຢ່າງຄົບຖ້ວນກໍ່ຖືກຫລຸດລົງຫລາຍພໍສົມຄວນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສສ ຫວຽດນາມ ຈັດພິທີສະເຫລີມສະຫລອງ 80 ປີແຫ່ງວັນມູນເຊື້ອຂະແໜງວັດທະນະທຳ

0

ວິທະຍຸກະຈາຍສຽງຫວຽດນາມ, ປະຈຸບັນ ປະເທດຊາດ ພວມສ້າງ ພື້ນຖານ ວັດທະນະທຳ ຫວຽດນາມ ໃຫ້ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດວັດທະນະທຳ ຕ້ອງໄປກ່ອນບາດກ້າວໜຶ່ງ ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສ້າງເປັນກຳລັງແຮງ ດຶງດູດແຫ່ງຊາດ. ນີ້ແມ່ນ ຄຳເນັ້ນໜັກ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ພັກ ກອມມູນິດ ຫວຽດນາມ ທີ່ພິທີ ສະເຫລີມ ສະຫລອງ 80 ປີ ແຫ່ງວັນມູນເຊື້ອຂະແໜງວັດທະນະທຳ (28 ສິງຫາ 1945–28 ສິງຫາ 2025) ຈັດຂືຶ້ນໃນວັນທີ 23 ສິງຫາ, ຢູ່ ຮ່າໂນ້ຍ ແລະ ປະດັບຫລຽນໄຊແຮງງານຊັ້ນ 1 ໃຫ້ກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ທ່ານ ໂຕເລິມ ເລຂາທິການໃຫຍ່ຫວຽດນາມ ຊີ້ແຈ້ງວ່າປະຈຸບັນປະເທດຊາດ ພວມສ້າງພື້ນຖານວັດທະນະທຳຫວຽດນາມ ໃຫ້ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ; ຍົກສູງບົດບາດຂອງມະນຸດແມ່ນໃຈກາງ, ແມ່ນເປົ້າໝາຍ, ແມ່ນກຳລັງໜູນຂອງການພັດທະນາ; ກ້າວໄປເຖິງການພັດທະນາອຸດສາຫະກຳວັດທະນະທຳ, ສ້າງຕະຫລາດວັດທະນະທຳໃຫ້ປອດໃສ.

ທ່ານ ໂຕເລິມ, ຊີ້ແຈ້ງວ່າ: “ການພັດທະນາອຸດສາຫະກຳວັດທະນະທຳ ແລະ ເສດຖະກິດ ປະດິດຄິດສ້າງກາຍເປັນເສົາຄ້ຳໃໝ່ ຂອງການເຕີບໂຕ; ສ້າງລະບອບລະບຽບການຕະຫຼາດດ້ານວັດທະນະທຳ, ກົນໄກການເງິນ, ທີ່ດິນ, ການລົງທຶນໃຫ້ສົມບູນແບບ; ສົ່ງເສີມວິສາຫະກິດວັດທະນະທຳ, startup ຢ່າງປະດິດຄິດສ້າງ; ພັດທະນາພື້ນຖານໂຄງລ່າງດີຈີຕອນໃຫ້ແກ່ການຜະລິດ, ຈຳໜ່າຍ, ບໍລິໂພກ ຜະລິດຕະພັນ ວັດທະນະ ທຳ; ສ້າງກຸ່ມ, ເຂດອຸດສາຫະກຳ ປະດິດຄິດສ້າງ ຕິດພັນກັບ ບັນດາເຂດ ຕົວເມືອງໃຫຍ່ ແລະ ສູນການທ່ອງທ່ຽວ”./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສປ ຈີນ ມີການຄ້າກັບຕ່າງປະເທດ ເພີ່ມຂຶ້ນ 3,5% ໃນ7 ເດືອນຕົ້ນປີນີ້

0

ວິທະຍຸສາກົນແຫ່ງ ສປ ຈີນ,ທ່ານ ນາງ ເຮີຢົງຊຽນ, ໂຄສົກກະຊວງການຄ້າຈີນ ເປີດເຜີຍວ່າ: ນັບແຕ່ປີນີ້ ເປັນຕົ້ນມາ, ຄວາມສ່ຽງທີ່ການພັດທະນາເສດຖະກິດການຄ້າສາກົນຕ້ອງຜະເຊີນເພິ່ມຫລາຍຂຶ້ນຢ່າງຊັດເຈນ, ການຄ້າ ກັບຕ່າງປະເທດ ຂອງ ສປ ຈີນ ຮັກສາທ່າອ່ຽງໝັ້ນຄົງ ແລະ ກ້າວໜ້າ,ໃນ 7 ເດືອນຕົ້ນປີນີ້ ຈັງຫວະເຕີບໂຕແມ່ນ 3,5%. ການຄ້າຂາເຂົ້າ-ຂາອອກຕໍ່ຕະຫລາດຈະເລີນໃໝ່ ແລະ ອື່ນໆ ຂອງ ສປ ຈີນ ໄດ້ເພີ່ມ ຂຶ້ນ 5%, ກວມເອົາ 65,5%. ໃນນັ້ນການສົ່ງອອກສິນຄ້າຕໍ່ອາຊຽນ ແລະ ອາຟຣິກາ ຕ່າງໄດ້ເພີ່ມຂຶ້ນ 9,4% ແລະ 17,2% ຕາມລຳດັບ. ຂະນະທີ່ການສົ່ງອອກຜະລິດຕະພັນກົນຈັກ ແລະ ເຄື່ອງໄຟຟ້າ ໄດ້ເພີ່ມຂຶ້ນ 9,3%,ກວມເອົາ 60%,ເພີ່ມຂຶ້ນ 1,1% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2024. ຜະລິດຕະພັນເຕັກໂນໂລຊີສູງທີ່ມີມູນຄ່າເພີ່ມສູງຕ່າງໆ ເຊັ່ນ: ເຄື່ອງໃຊ້ໃນເຮືອນແບບປັນຍາປະດິດ, ລົດພະລັງງານໄຟຟ້າ, ຫຸ່ນຍົນອຸດສາຫະກຳ ແລະ ກຳປັ່ນ ເປັນຕົ້ນໄດ້ຮັກສາຈັງຫວະການເຕີບໂຕຂອງການສົ່ງອອກອ່າວສູງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຣັດເຊຍ-ສ.ອາເມລິກາ ເລີ່ມຟື້ນຟູຄວາມສຳພັນ ການຮ່ວມມື

0
U.S. President Donald Trump and Russia's President Vladimir Putin talk during the family photo session at the APEC Summit in Danang, Vietnam, Saturday, Nov. 11, 2017. (Jorge Silva/Pool Photo via AP)

ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 22 ສິງຫານີ້, ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີຣັດເຊຍ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ຊ່ຽວຊານ ນິວເຄລຍຟີຊິກ ແລະ ຜູ້ຊ່ຽວຊານອຸດສາຫະກຳນິວເຄລຍ ຢູ່ນະຄອນຊາໂຣຟ. ທ່ານ ວະລາດີເມຍ ປູຕິນ ໄດ້ກ່າວວ່າ: ຣັດເຊຍ ຈະສືບຕໍ່ຮ່ວມມືກັບປະເທດຕາເວັນຕົກໃນຂົງເຂດນິວເຄລຍ, ຈະສະໜອງນ້ຳມັນເຊື້ອໄຟ ແລະ ການບໍລິ ການ “ທີ່ມີຂະໜາດຄືກັນກັບກ່ອນທີ່ເລີ່ມປະຕິບັດການເຄື່ອນໄຫວທາງການທະຫານພິເສດ”. ເມື່ອເວົ້າເຖິງ ການພົວພັນ ລະຫວ່າງຣັດເຊຍ-ສ.ອາເມລິກາ, ທ່ານ ວາລາດີເມຍ ປູຕິນ ກ່າວວ່າ: ພາຍຫລັງ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຂຶ້ນດຳລົງຕຳແໜ່ງ, ການພົວພັນລະຫວ່າງ ຣັດເຊຍ-ສ.ອາເມລິກາ ເລີ່ມປາກົດມີແສງສະຫວ່າງ ທີ່ປາຍອຸມົງ. ທ່ານ ວາລາດີເມຍ ປູຕິນ ຍັງກ່າວຕື່ມວ່າ: ການພົບປະກັບ ທ່ານໂດນັນ ທຣຳ ຢູ່ລັດອາລາສກາ ມີຄວາມກົງໄປ ກົງມາຫລາຍ, “ນີ້ພຽງ ເປັນການເລີ່ມຕົ້ນ ຂອງການຟື້ນຟູ ການພົວພັນ ລະຫວ່າງ ຣັດເຊຍ-ສ.ອາເມລິກາ ຢ່າງຮອບດ້ານ”. ອະນາຄົດ ຂອງການພົວພັນ ລະຫວ່າງ ຣັດເຊຍ-ອາເມລິກາ ແມ່ນຂຶ້ນກັບ ການນຳ ຂອງລັດຖະບານ ອາເມລິກາ, ລັດຖະບານ ຣັດເຊຍ ຄອງຄອຍຟື້ນຟູ ການພົວພັນກັບ ລັດຖະບານ ອາເມລິກາ ຢ່າງຮອບດ້ານ. ກ່ອນໜ້ານີ້, ທ່ານໂດນັນ ທຣຳ ກັບທ່ານ ວາລາດີເມຍ ປູຕິນ ໄດ້ພົບປະກັນ ຢູ່ຖານທັບທີ່ລັດອາລາສກາ ຂອງ ສ.ອາເມລິກາ, ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ບັນຫາ ອູແກຣນ, ການພົວພັນ ລະຫວ່າງ ຣັດເຊຍ-ອາເມລິກາ ແລະ ອື່ນໆ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫລວງ-ໂຮ່ຈີມິງ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ

0

ພິທີປະກາດຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫລວງ-ເສັ້ນທາງໂຮ່ຈີມິງ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ ຈັດຂຶ້ນໃນວັນທີ 22 ສິງຫາ 2025 ນີ້, ທີ່ກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ຫວໍ ທິ ແອັງ ຊວນ ກຳມະການສູນກາງພັກຄອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ມີບັນດາສະຫາຍການນໍາພັກ-ລັດ, ການນໍາບັນດາກະຊວງ, ບັນດາແຂວງ ຂອງສອງປະເທດ ລາວ-ຫວຽດນາມ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົຕ ວົງສອນ ອິນປານພິມ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ຍົກໃຫ້ເຫັນຜົນສຳເລັດການເຄື່ອນໄຫວລົງສຳຫລວດ ແລະ ສ້າງເປັນເອກະສານມູນເຊື້ອຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫລວງ-ເສັ້ນທາງໂຮ່ຈີມິງ ເບື້ອງດິນລາວ ເຊິ່ງຄະນະຮັບຜິດຊອບ ການສຳຫລວດ ລາວ-ຫວຽດນາມ ໄດ້ເລີ່ມລົງສຳຫລວດ, ເກັບກຳຂໍ້ມູນຮອງຮອຍປະຫວັດສາດ ຕາມເສັ້ນທາງ ໂຮ່ຈີມິງ ຜ່ານດິນແດນເບື້ອງລາວ ແຕ່ທ້າຍປີ 2023, ນັບແຕ່ເມືອງຄຳເກີດ ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ແຂວງອັດຕະປື, ເຊິ່ງສາມາດລວບລວມ ແລະ ບັນທຶກໄດ້ທັງໝົດ 18 ຈຸດ ທີ່ສາມາດຮັບຮອງເອົາເປັນມໍລະດົກທາງປະຫວັດສາດ ຮ່ວມສຳພັນສູ້ຮົບ, ຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຂອງ 2 ຊາດ ລາວ-ຫວຽດນາມ. ພາຍຫລັງສຳເລັດການສໍາຫລວດຂໍ້ມູນ ຄະນະຝ່າຍຫວຽດນາມ ໄດ້ຄົ້ນຄວ້າ ແລະ ສ້າງເປັນເອກະສານປື້ມຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫລວງ-ເສັ້ນທາງໂຮ່ຈີມິງ ເບື້ອງດິນລາວ ແລະ ຈັດພິມເປັນປຶ້ມສອງສະບັບຄື: ສະບັບພາສາລາວ ແລະ ພາສາຫວຽດນາມ, ຫລັງຈາກນັ້ນ, ກະຊວງປ້ອງກັນປະເທດ ໄດ້ຕົກລົງ ຈັດພິມເປັນປຶ້ມຂັ້ນພື້ນຖານ ຈໍານວນ 6 ຊຸດ, ລວມມີ 18 ຫົວ ຄື: ປຶ້ມຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫລວງ-ເສັ້ນທາງໂຮ່ຈີມິງ ຈຳນວນ 6 ຫົວ; ປຶ້ມຮູບພາບບັນລະຍາຍ ຈຳນວນ 6 ຫົວ ແລະ ປຶ້ມແຜນທີ່, ຈຸດທີ່ຕັ້ງຊີ້ບອກເສັ້ນທາງເຂົ້າຫາ ຮ່ອງຮອຍຈໍານວນ 6 ຫົວ.

ສະຫາຍ ພົຕ ວົງສອນ ອິນປານພິມ ໃຫ້ຮູ້ອີກວ່າ: ເສັ້ນທາງ ໂຮ່ຈີມິງ ຜ່ານດິນລາວ ບໍ່ພຽງແຕ່ມີພາລະບົດບາດອັນສໍາຄັນ ເປັນເສັ້ນທາງລຳລຽງ ຂົນສົ່ງຍຸດທະສາດທາງດ້ານການທະຫານ, ພະລາທິການເທົ່ານັ້ນ ແຕ່ຍັງມີບົດບາດອັນສໍາຄັນ ກາຍເປັນທີ່ໝັ້ນຍຸດທະສາດ, ເປັນບ່ອນອີງປະກອບສ່ວນຊ່ວຍໜູນອັນສໍາຄັນໃຫ້ແກ່ການຕໍ່ສູ້ຂອງລາວ, ຂະບວນການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນພາກໃຕ້ຫວຽດນາມ ແລະ ຂະບວນການຕໍ່ສູ້ ປະຕິວັດຂອງປະຊົນກຳປູເຈຍ, ຕີເອົາຊະນະສັດຕູຜູ້ຮຸກຮານ ກ້າວໄປເຖິງການປົດປ່ອຍພາກໃຕ້ຫວຽດນາມ ຂອງກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ເສັ້ນທາງ ໂຮ່ຈີມິງ ຜ່ານດິນລາວ ຍັງຖືວ່າເປັນເສັ້ນທາງຮັບໃຊ້ສະໜາມຮົບລວມ ຂອງ 3 ປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ, ກາຍເປັນມໍລະດົກໜຶ່ງຂອງການຮ່ວມສຳພັນສູ້ຮົບ ແລະ ຄວາມສາມັກຄີພິເສດ ອັນບໍລິສຸດຜຸດຜ່ອງຂອງປະຊາຊົນສອງຊາດລາວ-ຫວຽດນາມ. ເມື່ອເຫັນໄດ້ຄວາມໝາຍຄວາມສຳຄັນດັ່ງກ່າວ, ພັກ-ລັດຖະບານ ລາວ ແລະ ຫວຽດນາມ ຈຶ່ງໄດ້ຕົກລົງມອບໝາຍໃຫ້ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ແຕ່ງຕັ້ງຄະນະຮັບຜິດຊອບຮ່ວມກັນ ລົງສໍາຫລວດ, ເກັບກຳບັນດາຮ່ອງຮອຍທາງປະຫວັດສາດ ຕາມແລວເສັ້ນທາງ ສາຍພູຫລວງ-ເສັ້ນທາງໂຮ່ຈີມິງ ຜ່ານດິນລາວ ເລີ່ມມາແຕ່ ປີ 2023-2024 ຈຶ່ງສໍາເລັດ.

———————————

ພາບ: ກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ

ບົດຂ່າວ: ທະນູທອງ

#MediaLaos#massmedia#Laos#Vietnam

ຮອງປະທານປະເທດຫວຽດນາມ ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ

0

ໃນວັນທີ 22 ສິງຫາ 2025 ນີ້, ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ ​ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນ ຫລວງວຽງຈັນ ໃນໂອກາດ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 21-22 ສິງຫາ 2025 ເພື່ອເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ.

ການວາງພວງມາລາ ໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມ ຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

———————————

ພາບ: ກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ

ບົດຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

#MediaLaos#massmedia#Laos#Vietnam

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ

0

ໃນຕອນບ່າຍຂອງວັນທີ 21 ສິງຫາ 2025, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ, ​ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-22 ສິງຫາ 2025.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບປະກັບ ສະ​ຫາຍ ຮອງປະທານປະເທດ ຫວໍ ທິ ແອັງ ຊວນ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ຊຶ່ງເປັນການຢ້ຽມຢາມ ສປປ ລາວ ຄັ້ງທຳອິດ ຂອງ ສະຫາຍ ພາຍຫຼັງໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງອັນສົມກຽດນີ້ ແຕ່ປີ 2021, ທັງເປັນການເພີ່ມພູນຄູນສ້າງ ແລະ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ. ພ້ອມດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຝາກຄຳຢື້ຢາມຖາມຂ່າວ ອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດ ຜ່ານ ສະຫາຍ ໄປຍັງບັນດາ ສະຫາຍການນໍາ ພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ໂດຍສະເພາະ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍສະມາຊິກຄະນະລັດຖະບານ ທຸກ ສະຫາຍ.

ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ໃຫ້ກັນຊາບ  ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃນຕະຫຼອດໄລຍະຜ່ານມາ ທີ່ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ ໂດຍສະເພາະການພົບປະແລກປ່ຽນຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ຢ່າງເປັນປົກກະຕິ, ເຊິ່ງເປັນການສະແດງໃຫ້ເຫັນເຖິງສາຍພົວພັນພິເສດຂອງສອງປະເທດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ ກໍຄືແຜນການຮ່ວມມື ລະຫວ່າງສອງລັດຖະບານ ທີ່ໄດ້ຮັບການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ໃຫ້ມີປະສິດທິຜົນຕື່ມອີກ ແລະ ນັບມື້ໃຫ້ສົມຄູ່ກັບດ້ານການເມືອງທີ່ດີເລີດຂອງສອງປະເທດ. 

ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະຢ່າງເປັນທາງການ ລະຫວ່າງ ສອງສະຫາຍຮອງປະທານປະເທດ ລາວ ແລະ ຫວຽດນາມ ທີ່ປະສົບຜົນສໍາເລັດຢ່າງຈົບງາມ. ນອກຈາກນັ້ນ, ກໍໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄືໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ພິເສດ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອ ໃນຫຼາຍໂຄງການ ທີ່ມີຄວາມໝາຍສຳຄັນ ແລະ ເປັນສັນຍາລັກແຫ່ງການພົວພັນຮ່ວມມື ຂອງສອງປະເທດ.

ໃນຂະນະດຽວກັນ, ສະ​ຫາຍ ຮອງປະທານປະເທດ ຫວໍ ທິ ແອັງ ຊວນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຊຸກຍູ້ໃຫ້ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ລວມທັງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທາງດ້ານຍຸດທະສາດ ທີ່ສໍາຄັນຂອງສອງປະເທດ ໃຫ້ປະກົດເປັນຮູບປະທໍາ ຕາມແຜນການທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ນັບມື້ນັບຫຼາຍຂຶ້ນ.

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ

0

ໂດຍຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນ​ຂອງ ສະ​ຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ, ​ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍ​​ຄະ​ນະຜູ້​ແທນ​ຂັ້ນ​ສູງ ໄດ້ເດີນ​ທາງ​ມາ​ຢ້ຽມ​ຢາມ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ​ຢ່າ​ງເປັນ​ທາງ​ການ​ ແຕ່​ວັນ​ທີ 21-22 ສິງຫາ 2025 ເພື່ອສືບຕໍ່ເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນວັນທີ 21 ສິງຫາ 2025, ທີ່ ສໍານັກງານປະທານປະເທດ, ສະ​ຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ, ​ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ.

ໃນໂອກາດດັ່ງກ່າວ, ສະ​ຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມປິຕິຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ຄະນະຜູ້ແທນ ສສ. ຫວຽດນາມ, ຊຶ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກເເພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ຂອງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ມາສູ່ພັກ-ລັດ ແລະ ປະຊາຊົນລາວ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ຊຶ່ງເປັນຄັ້ງທໍາອິດພາຍຫຼັງດໍາລົງຕໍາແໜ່ງເປັນ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ແລະ ຍັງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນນານຢູ່ແລ້ວນັ້ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພິເສດການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນມີຂຶ້ນໃນທ່າມກາງບັນຍາກາດທີ່ ສອງພັກ, ສອງລັດ ພວມກະກຽມ ແລະ ສ້າງຂະບວນການຕ່າງໆ ເພື່ອຕ້ອນຮັບວັນສຳຄັນ ຂອງ ສອງພັກ, ສອງລັດ ທີ່ຈະມາເຖິງ ໂດຍສະເພາະແມ່ນ ວັນມະຫາໄຊຊະນະອັນຍິ່ງໃຫຍ່ ທີ່ນຳເອົາຄວາມເປັນເອກະລາດມາສູ່ສອງປະເທດ ລາວ ແລະ ຫວຽດນາມ,  ນັ້ນກໍ່ຄື   ວັນສະຖາປະນາ ສສ. ຫວຽດນາມ ຄົບຮອບ 80 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ.

ພ້ອມນີ້, ສອງສະຫາຍຮອງປະທານປະເທດ ລາວ ແລະ ຫວຽດນາມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ ແລະ ດ້ວຍບັນຍາກາດໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ, ຊຶ່ງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດຂອງຕົນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ຕີລາຄາຜົນການພົວພັນຮ່ວມມືຜ່ານມາ ກໍຄື ທິດທາງແຜນການຈຸດສຸມຂອງການຮ່ວມມື ລະຫວ່າງສອງປະເທດ ໃນຕໍ່ໜ້າ. ສອງຝ່າຍໄດ້ມີຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມືຂອງສອງປະເທດ ໃນໄລຍະຜ່ານມາ ແມ່ນສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືທາງດ້ານການເມືອງ: ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງ, ໝັກແໜ້ນ ແລະ ນັບມື້ມີຄວາມໃກ້ຊິດສະໜິດສະໜົມກວ່າເກົ່າ, ໂດຍສະເພາະ ສອງຝ່າຍ ສືບຕໍ່ມີການພົບປະແລກປ່ຽນຄະນະຜູ້ແທນ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ, ພິເສດແມ່ນການເດີນທາງເຂົ້າຮ່ວມ ພິທີເປີດການນຳໃຊ້ທ່າເຮືອ ເລກ 3 ຂອງທ່າເຮືອຫວຸງອ່າງ ຂອງ ສອງສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ໃນທ້າຍເດືອນເມສາ 2025 ທີ່ຜ່ານມມາ; ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສຶບຕໍ່ເປັນເສົາຄໍ້າຂອງການພົວພັນຮ່ວມມືສອງປະເທດ, ມີການຮ່ວມມືດ້ວຍຫຼາຍຮູບການ ແລະ ວິທີການຕ່າງໆ ທີ່ແໜ້ນແຟ້ນ, ມີຄວາມໃກ້ຊິດ ເພື່ອຮັບປະກັນກັບສະພາບການໃຫມ່ ທີ່ນັບມື້ນັບມີການຜັນແປໄປຢ່າງສະຫຼັບສັບຊ້ອນ, ພິເສດທັງສອງລັດຖະບານ ໄດ້ຮ່ວມມືສ້າງສໍາເລັດໂຄງການສໍາຫຼວດຮ່ອງຮອຍເສັ້ນທາງປະຫວັດສາດສາຍພູຫຼວງ-ໂຮຈິມິນ ຊຶ່ງເປັນສັນຍາລັກແຫ່ງການຮ່ວມສໍາພັນສູ້ຮົບ ລະຫວ່າງສອງກອງທັບ ກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ; ດ້ານວຽກງານການຕ່າງປະເທດ: ສອງຝ່າຍໄດ້ມີການປະສານສົມທົບກັນເປັນຢ່າງດີ ໃນການເປັນເສນາທິການໃຫ້ແກ່ການນໍາຂັ້ນສູງ ສອງພັກ-ສອງລັດ, ພ້ອມທັງສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ດ້ານເສດຖະກິດ-ການຄ້າ: ເຫັນວ່າມູນຄ່າການຄ້າສອງສົ້ນເພີ່ມຂຶ້ນໃນແຕ່ລະປີ, ການລົງທຶນຂອງຫວຽດນາມ ກໍສືບຕໍ່ເປັນປະເທດອັນດັບຕົ້ນໆ ທີ່ເຂົ້າມາລົງທຶນຢູ່ລາວ; ການຮ່ວມມືດ້ານອື່ນໆເຊັ່ນ: ດ້ານເຕັກໂນໂລຊີ, ການສຶກສາ, ສາທາລະນະສຸກ, ຖະແຫຼງຂ່າວ, ວັດທະນະທໍາ, ກິລາ, ທ່ອງທ່ຽວ, ອົງການຈັດຕັ້ງມະຫາຊົນ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງປະເທດ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ; ແລະ ບັນດາໂຄງການຮ່ວມມືທີ່ເປັນຍຸດທະສາດລະຫວ່າງສອງປະເທດ ກໍສືບຕໍ່ມີຄວາມຄືບໜ້າ ແລະ ເປັນຮູບປະທໍາ. ພິເສດ ສອງຝ່າຍ ຕ່າງກໍ່ສະແດງຄວາມປີຕິຍິນດີເປັນຢ່າງຍິ່ງ ທີ່ອົງການອຸຍແນສ໌ໂກ (UNESCO) ໄດ້ຮັບຮອງເອົາສວນອຸທິຍານແຫ່ງຊາດ ຫີນໜາມໜໍ່, ແຂວງຄຳມ່ວນ, ສປປ ລາວ ຂຶ້ນເປັນມໍລະດົກໂລກທາງທຳມະຊາດ ທີ່ມີຊາຍແດນຮ່ວມກັບສວນອຸທິຍານ ຟອງຍາແກ່ບາງ, ​ແຂວງກວາງບີງ, ສສ. ຫວຽດນາມ.

ພ້ອມດຽວກັນນີ້, ສອງສະຫາຍຮອງປະທານປະເທດ ລາວ-ຫວຽດນາມ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໂດຍຈະສືບຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງສອງຝ່າຍ ເປັນເຈົ້າການໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງພັກ, ສອງລັດ ກໍຄື ບົດບັນທຶກການຮ່ວມມືຂອງບັນດາກະຊວງ, ຂະແໜງການຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະການເຊື່ອມຈອດພື້ນຖານດ້ານເສດຖະກິດຂອງສອງປະເທດ ໂດຍຜ່ານບັນດາໂຄງການຮ່ວມມືທີ່ເປັນຍຸດທະສາດທີ່ສໍາຄັນ ເພື່ອເປັນພື້ນຖານອັນສໍາຄັນໃຫ້ແກ່ການເຊື່ອມໂຍງພາກພື້ນ ແລະ ເປັນທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງລາວ ແລະ ຫວຽດນາມ ໃນອະນາຄົດ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ພ້ອມນີ້, ສອງສະຫາຍຮອງປະທານປະເທດ ລາວ-ຫວຽດນາມ ໄດ້ສະແດງຄໍາໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດ, ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ກໍຄື ການຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

0

ໃນຕອນເຊົ້າຂອງວັນທີ 21 ສິງຫາ 2025, ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ, ​ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍ​​ຄະ​ນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງວຽງຈັນ, ສປປ ລາວ, ໂດຍມີ ສະຫາຍ ພູວົງ ວົງຄໍາຊາວ, ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນ​ຂອງ ສະ​ຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ​ລາວ ແລະ ຈະດໍາເນີນການ​ຢ້ຽມ​ຢາມ ສປປ ລາວ ​ຢ່າ​ງເປັນ​ທາງ​ການ​ ແຕ່​ວັນ​ທີ 21-22 ສິງຫາ 2025 ເພື່ອເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ.

ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ, ​ຮອງປະທານປະເທດ ແຫ່ງ ສສ.  ຫວຽດນາມ ມີແຜນຈະພົບປະປຶກສາຫາລືກັບບັນດາການນໍາຂັ້ນສູງຂອງ ສປປ ລາວ ເປັນຕົ້ນແມ່ນ ພົບປະສອງຝ່າຍກັບ ສະ​ຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ, ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ພົບປະກັບ ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ນອກນັ້ນ, ຍັງຈະເຂົ້າຮ່ວມ ພິທີປະກາດເສັ້ນທາງສາຍພູຫຼວງເບື້ອງດິນລາວ ເປັນຮ່ອງຮອຍປະຫວັດສາດລະດັບຊາດຂອງລາວ, ພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສສ. ຫວຽດນາມ ຄົບຮອບ 80 ປີ, ຢ້ຽມຢາມສູນສອນວິຊາຊີບສໍາລັບຜູ້ຍິງພິການ ແລະ ສະຖານທີ່ທາງວັດທະນະທໍາລາວ ຕື່ມອີກ.