Saturday, September 20, 2025
Home Blog Page 18

ບຸນຫໍ່ເຂົ້າປະດັບດິນ ຫຼື ເອີ້ນວ່າບຸນເດືອນ 9

0

ເມື່ອຮອດເດືອນເກົ້າດັບຂອງທຸກປີ ຊາວພຸດທະບໍລິສັດ ກໍ່ໄດ້ເຮັດບຸນຫໍ່ເຂົ້າປະດັບດິນ ຕາມຮີດຄອງປະເພນີທີ່ສືບທອດກັນມາແຕ່ບູຮານ.

ບຸນຫໍ່ເຂົ້າປະດັບດິນໝາຍເຖິງການເຮັດບຸນອຸທິດສ່ວນບຸນກຸສົນສົ່ງໄປໃຫ້ຍາດຜູ້ທີ່ລ່ວງລັບໄປແລ້ວ ໄປຢູ່ໃນພົບພູມອື່ນ ຊຶ່ງ ພວກຍາດພີ່ນ້ອງທີ່ຍັງມີຊີວິດຢູ່ນີ້ ມີຄວາມຮໍ່າເພີງ ແລະ ຄິດຮອດຄິດເຖິງວ່າ ຍາດຂອງຕົນທີ່ລ່ວງລັບໄປນັ້ນ ໄປເກີດທີ່ດີເຖິງສຸກແລ້ວບໍ່ ຫລື ຕົກທຸກໄດ້ຍາກລຳບາກຫຼາຍປານໃດ; ດັ່ງນັ້ນ, ພໍເຖິງບຸນຫໍ່ເຂົ້າປະດັບດິນວຽນມາເຖິງ ຈຶ່ງໄດ້ພາກັນຫໍ່ເຂົ້າຕົ້ມ, ເຂົ້າໜົມ, ມີກ້ວຍອ້ອຍສ້ອຍປີ, ເຄື່ອງສົ້ມຂອງຫວານ, ຄຳໝາກກອກຢາ ແລະ ປູປາອາຫານທຸກຢ່າງລວມກັນ ແລ້ວອຸທິດໄປໃຫ້ ຍາດຂອງຕົນ ໃຫ້ໄດ້ໄປເກີດທີ່ດີເຖິງສຸກ ຜູ້ທີ່ຕົກທີ່ທຸກກໍຂໍໃຫ້ພົ້ນຈາກທຸກ ຜູ້ທີ່ໄດ້ສຸກແລ້ວ ກໍຂໍໃຫ້ສຸກຍິ່ງໆຂຶ້ນໄປ.

ອາຫານທີ່ລວມກັນແລ້ວ ຫໍ່ດ້ວຍໃບຕອງເປັນຫໍ່ໆ ແລ້ວນໍາໄປວາງໄວ້ຕາມຕ້າຍວັດ, ສາລາໂຮງທັມ, ຂ້າງວິຫານ, ຫ້ອຍຕາມກົກໄມ້ ຫລືບໍ່ກໍວາງໄວ້ຕາມດິນ ເພິ່ນຈຶ່ງ ເອີ້ນວ່າເຂົ້າປະດັບດິນ.

ການຢາຍຫໍ່ເຂົ້ານີ້ຈະຢາຍໃນຕອນເຊົ້າເລີ່ມເວລາ 3 ຫາ 4 ໂມງເຊົ້າຂອງມື້ວັນສິນດັບເດືອນເກົ້າ ເພາະມີ ຄວາມເຊື່ອສືບຕໍ່ກັນມາແຕ່ບູຮານວ່າ : ເປັນມື້ທີ່ປະຕູນາຮົກເປີດໃນຮອບປີ ຍົມພະບານຈະປ່ອຍໃຫ້ຜີນະຮົກອອກມາຢ້ຽມພີ່ ນ້ອງໃນໂລກມະນຸດ. ສ່ວນຫຼາຍ ທຸກຄົນຈະຫໍ່ເຂົ້າຫລາຍກວ່າຈຳນວນຂອງຍາດພີ່ນ້ອງທີ່ໄດ້ລ່ວງລັບໄປ ເພາະຈະຕ້ອງ ມີຈຳນວນໜຶ່ງເຜື່ອຜີບໍ່ມີຍາດ ຈະເປັນເຜດຫລື ພວກສັມພະເວສີ ກໍແລ້ວແຕ່ບຸນກັມນໍາແຕ່ງຂອງແຕ່ລະຕົນ. ການທຳບຸນເຂົ້າປະດັບດິນນີ້ ໃຫ້ເປັນຈາຄະເຈຕນາ ບໍ່ມີການຂີ້ຖີ່, ຫວງແຫນ ຮອດແຕ່ນົກກາ ໝູໝາ ທັງຫລາຍຈະອຸດົມສົມບູນ, ໄດ້ກິນອີ່ມໜຳສຳລານ ເພາະທຸກທີ່ຈະເຕັມໄປດ້ວຍເຂົ້າປະດັບດິນນັ້ນເອງ.

ພໍຮອດຕອນເຊົ້າ ທຸກຄອບຄົວກໍກະກຽມຫຸງຫາເຂົ້າປາອາຫານໄປເຮັດບຸນວັດ ດ້ວຍການຖວາຍຈະຕຸປັຈຈັຍ ເຄື່ອງໄທຍະທານຕ່າງໆ ຈາກນັ້ນພຣະສົງຄ໌ຈະສະແດງພຣະທັມມະເທສນາກ່ຽວກັບອານິສົງຂອງບຸນເຂົ້າປະດັບດິນ ແລະ ໃຫ້ພອນແກ່ຍາດໂຍມ ແລະ ອຸທິດສ່ວນບຸນກຸສົນໄປໃຫ້ຍາຕິພີ່ນ້ອງທີ່ໄດ້ລ່ວງລັບໄປແລ້ວນັ້ນ.

ມູນເຫດແຫ່ງການເຮັດບຸນປະດັບດິນນີ້ເກີດຂຶ້ນຕາມຄວາມເຊື່ອ ຕາມນິທານທັມມະບົດ ໂດຍກ່າວເຖິງຍາດຂອງພຣະເຈົ້າ ພິມພິສານ ທີ່ລັກເງິນວັດມາເປັນຂອງຕົນເອງ, ລັກກິນຂອງທີ່ຈະຖວາຍແກ່ພຣະສົງຄ໌ ພໍຕາຍໄປແລ້ວໄດ້ໄປເກີດເປັນເຜດໃນນະຮົກ.

ເມື່ອພຣະເຈົ້າພິມພິສານຖວາຍທານແດ່ພຣະສະມະນະໂຄດົມພຸທທະເຈົ້າ ຍາມໃດກໍບໍ່ໄດ້ຢາດນໍ້າອຸທິສສ່ວນບຸນໄປໃຫ້ພວກຍາດເຫລົ່ານັ້ນ; ພໍຕົກກາງຄືນ ພວກເຜດທີ່ເປັນຍາດຂອງພຣະອົງ ໄດ້ມາສົ່ງສຽງຮ້ອງທີ່ໂລກເສົ້າ ສະແດງເຖິງຄວາມອຶດຫິວ ຢູ່ໃກ້ໆພຣະຣາຊວັງທີ່ພຣະອົງປະທັບຢູ່ ໂດຍສະແດງກິຣິຍາ ແລະ ຮູບຮ່າງເປັນຕາຢ້ານໃຫ້ພຣະເຈົ້າພິມພິສານໄດ້ເຫັນ ແລະ ໄດ້ຍິນ.

ພໍຮອດຕອນເຊົ້າ ພຣະອົງຈຶ່ງໄດ້ໄປຖາມພຣະພຸທທະເຈົ້າ ພຣະພຸທທະອົງຄ໌ຈຶ່ງໄດ້ເລົ່າເຖິງເລື່ອງ ຄວາມເປັນມາຂອງຍາດພຣະອົງທີ່ລັກຂອງສົງຄ໌, ລັກໂລບຂອງວັດວາສາສນາ ຈຶ່ງຕ້ອງໄດ້ທົນທຸກທໍລະມານເປັນເວລາອັນຍາວນານ ຕັ້ງແຕ່ຄັ້ງສາສນາຂອງພຣະກັສສະປະພຸທທະເຈົ້າ ຈົນມາເຖິງສາສນາຂອງພຣະໂຄດົມສັມມາສັມພຸທທະເຈົ້າ.

ຫລັງຈາກນັ້ນ, ພຣະເຈົ້າພິມພິສານກໍຖວາຍທານອີກ ແລະ ອຸທິດສ່ວນບຸນກຸສົນໄປໃຫ້ພວກຍາດທີ່ຕາຍໄປແລ້ວໄດ້ຮັບສ່ວນບຸນ ເມື່ອໄດ້ຮັບສ່ວນບຸນແລ້ວ ຍາດເຫຼົ່ານັ້ນໄດ້ມາສະແດງຕົນໃຫ້ ພຣະເຈົ້າພິມພິສານເຫັນ ແລະ ຊາບວ່າ ທຸກທີ່ພວກເຂົາເຈົ້າໄດ້ຮັບນັ້ນ ໄດ້ເບົາບາງລົງຫຼາຍແລ້ວ ຍ້ອນການອຸທິດສ່ວນບຸນກຸສົນຂອງພຣະອົງນັ້ນເອງ.

ຮຽບຮຽງໂດຍ: ນັກບິນເກົ່າ

ສສ ຫວຽດນາມ ນັບມື້ນັບມີຄວາມເຊື່ອໝັ້ນ ບົນເວທີສາກົນ

0

ວິທະຍຸກະຈາຍສຽງຫວຽດນາມ, ສສ ຫວຽດນາມ ນັບມື້ ນັບມີ ຄວາມເຊື່ອໝັ້ນບົນເວທີສາກົນ. ນີ້ແມ່ນຄຳຢືນຢັນຂອງ ທ່ານ ຄາທາເຢີ (Carl Thayer), ນັກຊ່ຽວຊານຄົ້ນຄວ້າ ກ່ຽວກັບຫວຽດນາມ, ວິທະຍາຄານປ້ອງກັນຊາດ ອົດສະຕາລີ, ມະຫາວິທະຍາໄລ New South Wales, ໃນການຕອບສຳພາດ ຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ເນື່ອງໃນໂອກາດ ສະເຫລີມ ສະຫລອງ 80 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945–02 ກັນຍາ 2025). ໃນໄລຍະທາງ 80 ປີຜ່ານມາ, ຫວຽດນາມ ນັບມື້ນັບມີຄວາມເຊື່ອໝັ້ນຕໍ່ການຊຸກຍູ້ລັດທິຫລາຍຝ່າຍກວ່າ, ສ້າງຕັ້ງບັນດາການພົວພັນ ຄູ່ຮ່ວມມື ຍຸດທະສາດ ແລະ ປະຈຸບັນ ແມ່ນນັບທັງ ການພົວພັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານ. ນອກນັ້ນ, ສສ ຫວຽດນາມ ກໍ່ເຂົ້າຮ່ວມ ແລະ ມີບັນດາການປະກອບ ສ່ວນ ຫລາຍ ພໍສົນຄວນ ໃນບັນດາລະບອບລະບຽບ ການສາກົນ, ໃນນັ້ນ ມີເລື່ອງ 2 ຄັ້ງ ໄດ້ຮັບ ການເລືອກຕັ້ງ ເປັນສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງ, ຍາມໃດ ກໍ່ມານະພະຍາຍາມ ຮັກສາ ຄວາມເປັນ ເອກະພາບໃນ ອາຊຽນ ແລະ ກາຍເປັນສຽງເວົ້າທີ່ພົ້ນເດັ່ນ ຂອງຂົ້ວໂລກໃຕ້. ທ່ານ ສາດສະດາຈານ ໄດ້ຢ້ຳຄືນວ່າ ກ່ອນນີ້ ປະທານ ໂຮ່ຈີມິນ ໄດ້ຍົກອອກເຂັ້ມ ຊີ້ທິດໃຫ້ແກ່ ສສ ຫວຽດນາມ ແມ່ນຕ້ອງເຂັ້ມແຂງ ດ້ວຍຕົນເອງ ແລະ ເປັນເພື່ອນກັບທຸກໆ ປະເທດ. ໃນໄລຍະ 80 ປີຜ່ານມາ, ຍາມໃດ ຫວຽດນາມ ກໍ່ປະຕິບັດຕາມ ສິ່ງນັ້ນ ແລະ ບັນລຸ ຜົນສຳເລັດ ຫລາຍຢ່າງ, ກາຍເປັນຄູ່ຮ່ວມມື ທີ່ມີຄວາມໄວ້ເນື້ອ ເຊື່ອໃຈ ແລະ ມີລັກສະນະສ້າງສັນບົນເວທີສາກົນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ເປີດບໍລິການຂະບວນລົດໄຟຂົນສົ່ງສິນຄ້າ ຂ້າມຊາດໄປ-ກັບ ລະຫວ່າງ ຢວີ້ຊີ່-ວຽງຈັນ ຕາມເສັ້ນທາງລົດໄຟ ລາວ-ຈີນ

0

ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ຂະບວນລົດໄຟຂົນສົ່ງ ສິນຄ້າ ຂ້າມຊາດໄປ-ກັບ ລະຫວ່າງ ນະຄອນຢວີ້ຊີ່ແຂວງຢູນນານຂອງ ສປ ຈີນ- ວຽງຈັນ ຂອງ ສປປ ລາວ ຕາມເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດບໍລິການ ຢ່າງເປັນທາງ ການໃນວັນທີ 23 ສິງຫານີ້. ຈາກນັນ ທ່ານ ຫລີຢີ, ຮອງ ຜູ້ອຳນວຍການໃຫຍ່ ບໍລິສັດຂົນສົ່ງດ່ວນ ທາງລົດໄຟຈີນຫຸ້ນ ສ່ວນຈຳກັດ ສາຂາຄຸນໝິງ ໃຫ້ຮູ້ວ່າ: “ນັບຕັ້ງແຕ່ ເປີດບໍລິການຂະບວນລົດໄຟ ຂົນສົ່ງ ສິນຄ້າ ຂ້າມຊາດ ຕາມເສັ້ນທາງລົດໄຟ ລາວ-ຈີນຂາດ່ຽວ ແຕ່ນະ ຄອນຢວີ້ຊີ່ ຫາວຽງຈັນ ໃນກ່ອນໜ້ານີ້ໜຶ່ງປີ ມາຮອດທຸກມື້ນີ້ ທີ່ມີການ ເປີດຂະບວນ ລົດໄຟ ຂາໄປ-ຂາກັບ ຖືເປັນຂີດໝາຍ ສະແດງ ໃຫ້ເຫັນວ່າ: ການຂົນສົ່ງຂ້າມຊາດ ລະຫວ່າງ ນະຄອນຢວີ້ຊີ່ຂອງ ສປ ຈີນກັບ ສປປ ລາວ, ຈາກການເປີດ ແລ່ນລົດ ຮອດການແລ່ນລົດຢ່າງສະດວກ ໄດ້ບັນລຸ ການຫັນເປັນ ປົກກະຕິ, ປະເພດສິນຄ້າທີ່ຂົນສົ່ງ ນັບມື້ ນັບອຸດົມ ສົມບູນຂຶ້ນ, ພືດຜັກ, ເຫຼັກກ້າ, ວັດສະດຸກໍ່ສ້າງຈາກນະຄອນ ຢວີ້ຊີ່ແຂວງ ຢູນນານ, ລວມທັງ ຝຸ່ນເຄມີ ແລະ ໝາກໄມ້ຈາກລາວ ຕ່າງໄດ້ຮັບ ການຂົນສົ່ງຜ່ານ ເສັ້ນທາງລົດໄຟສາຍນີ້ ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ຄວາມສາມາດ ອັນເຂັ້ມ ແຂງຂອງເສັ້ນທາງ ລົດໄຟ ລາວ-ຈີນ ໃນການຊຸກ ຍູ້ສົ່ງເສີມ ການຄ້າສາກົນ ແລະ ການຮັບໃຊ້ ການເປີດປະຕູ ສູ່ພາຍນອກ ໃນລະດັບສູງ.”ນັບຕັ້ງແຕ່ ເສັ້ນທາງລົດໄຟ ລາວ-ຈີນ ເປີດນຳໃຊ້ຢ່າງ ເປັນທາງການ ໃນເດືອນ ທັນວາ ປີ2021 ມາຮອດ ທ້າຍເດືອນກໍລະກົດປີນີ້ ໄດ້ຂົນສົ່ງສິນຄ້າ ຫລາຍ ກວ່າ 64.500.000 ໂຕນ, ໃນນີ້ ການຂົນສົ່ງສິນຄ້າ ຂ້າມຊາດ ບັນລຸ ຫລາຍກວ່າ 14.900.000ໂຕນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ເປີດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX

0

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25 ສິງຫາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ກຽດເຂົ້າຮ່ວມມີ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ພ້ອມດ້ວຍ ຜູ້ແທນສົມບູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ຈະໄດ້ສຸມໃສ່ປຶກສາຫາລື ແລະ ຮັບຮອງຫລາຍເນື້ອໃນທີ່ສໍາຄັນ ເປັນຕົ້ນ ພ້ອມກັນຕີລາຄາຄືນຢ່າງ ຮອບດ້ານເລິກເຊິ່ງ ກ່ຽວກັບຜົນສໍາເລັດ ຂອງການຈັດຕັ້ງປະຕິບັດທິດທາງ, ຄາດໝາຍ, ຈຸດສຸມ ທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ພ້ອມທັງ ຍົກໃຫ້ເຫັນສາເຫດ, ຜົນສໍາເລັດ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ. ພ້ອມນີ້, ກອງປະຊຸມຈະໄດ້ພິຈາລະນາຮັບຮອງເອົາແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030), ກົດລະບຽບ ຄຊປປລ ແລະ ກົດລະບຽບ ການຈັດຕັ້ງເຍົາວະຊົນທັນວາ ສະໄໝທີ IX (ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງ ແລະ ການເຄື່ອນໄຫວຕົວຈິງ. ພ້ອມທັງ ຕີລາຄາຄືນການດໍາເນີນການສໍາຫລວດກວດກາ ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຊຸດທີ VIII. ພ້ອມກັນນີ້, ໃນກອງປະຊຸມຜູ້ແທນສົມບູນ ຍັງໄດ້ໃຊ້ສິດຂອງຕົນປ່ອນບັດຂັດເລືອກ ເອົາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຊຸດທີ IX ເພື່ອສືບຕໍ່ນຳພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.

ໃນໂອກາດດຽວກັນ, ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ໂດຍໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານ ໃນໄລຍະ 5 ປີຜ່ານມາ ເຊິ່ງ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນໄດ້ນຳພາ-ຊີ້ນຳ ການຈັດຕັ້ງຊາວໜຸ່ມ, ສະມາຊິກຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ປະຕິບັດໜ້າທີ່ພາລະບົດບາດຂອງຕົນ ດ້ວຍຄວາມຟົດຟື້ນຫ້າວ ຫັນ, ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ຕະຫລອດໄລຍະ 5 ປີ ຜ່ານມາ ມີຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້, ເຮັດໃຫ້ຊາວໜຸ່ມລາວບັນດາເຜົ່າ ມີນ້ຳໃຈຮັກຊາດອັນດູດດື່ມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ມີຄວາມກະຕັນຍູກະຕະເວທີຕໍ່ຜູ້ມີຜົນງານຄວາມດີ, ມີຄວາມກະຕືລືລົ້ນໃນການສະແຫວງຫາຄວາມກ້າວໜ້າ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການປັບປຸງການຈັດຕັ້ງກົງຈັກເສນາທິການຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເປັນໄປຕາມທິດກະທັດລັດ ແລະ ມີປະສິດທິພາບ, ການສ້າງສະມາຊິກຊາວໜຸ່ມໃຫ້ກາຍເປັນສະມາຊິກພັກໃຫ້ກາຍເປັນກຳລັງແຮງ ແລະ ເປັນພະນັກງານສືບທອດຂັ້ນການນຳຂອງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຂັ້ນສູນກາງ, ແຂວງ, ນະຄອນຫລວງວຽງຈັນ, ກະຊວງ ແລະ ອົງການຢ່າງຫລວງຫລາຍ. ນອກຈາກນີ້, ສະຫາຍ ຍັງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນຫລາຍດ້ານ, ລວມທັງຈຸດອ່ອນ ແລະ ຂໍ້ຄົງຄ້າງ, ສາເຫດຕົ້ນຕໍທີ່ພາໃຫ້ມີຈຸດອ່ອນ ແລະ ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້, ທິດທາງ ແລະ ວຽກງານຈຸດສຸມຂອງຄະນະບໍລິຫານງານສູນ ກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນ 5 ປີຕໍ່ໜ້າ ນັບແຕ່ ປີ 2026-2030.

ເທດສະການຄໍາລາວ 2025 ຄັ້ງທໍາອິດໃນລາວ

0

ພິທີຖະແຫຼງຂ່າວ ເທດສະການຄຳລາວ 2025 ຄັ້ງທຳອິດໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 22 ສິງຫາ ຜ່ານມາ ທີໂຮງແຮມສຸພັດຕຣາ ນະຄອງຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ຈັນທອນ ສິດທິໄຊ ຜູ້ອໍານວຍການໃຫຍ່ ທະນາຄານຄໍາລາວ ຈໍາກັດ, ທັງເປັນປະທານຄະນະກຳມະການຈັດງານເທດສະການ ຄຳລາວ 2025 ຊຶ່ງມີແຂກຈາກພາກສວ່ນຕ່າງໆທ່ີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈັນທອນ ສິດທິໄຊ ໄດ້ກ່າວໃນງານຖະແຫຼງຂ່າວວ່າ: ເທດສະການຄຳລາວ ຄັ້ງທຳອິດໃນລາວ 2025 ຄັ້ງນີ້ແມ່ນການຈັດງານລະດັບຊາດປະຈຳປີ ທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ, ງານດັ່ງກ່າວ ບໍ່ແມ່ນພຽງແຕ່ເປັນການເຕົ້າໂຮມທຸກພາກສ່ວນໃນອຸດສາຫະກໍາຄໍາ ແລະ ພາກສ່ວນປິ່ນອ້ອມອື່ນໆເທົ່ານັ້ນ ແຕ່ຍັງເປັນການສ້າງກິດຈະກໍາສຳຄັນ ເພື່ອຊຸກຍູ້ສົ່ງເສີມ ໃຫ້ຂະແໜງການອຸດສາຫະກຳຄຳລາວເຕີບໃຫຍ່ຂະຫຍາຍຕົວ ແລະ ກາຍເປັນທ່າແຮງສຳຄັນໃນການດຶງດູດການທ່ອງທ່ຽວ, ການອະນຸລັກວັດທະນະທຳ ແລະ ການຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວ, ພ້ອມທັງ ຈະເປັນການປະກອບສ່ວນເປັນພື້ນຖານສຳຄັນໃນການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ກໍຄື ອະນາຄົດ, ພ້ອມນີ້ ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງທະນາຄານຄໍາລາວ ໃນການສົ່ງເສີມ ແລະ ພັດທະນາອຸດສາຫະກຳຄໍາໃຫ້ນັບມື້ມີການຂະຫຍາຍຕົວ, ພ້ອມທັງ ເປັນການສ້າງໂອກາດໃຫ້ແກ່ປະຊາຊົນລາວໃນການມີສ່ວນຮ່ວມໃນການພັດທະນາເສດຖະກິດແບບຍືນຍົງ ແລະ ມີຄວາມຫຼາກຫຼາຍ.

ທ່ານ ຈັນທອນ ສິດທິໄຊ ກ່າວເນັ້ນຕື່ມວ່າ: ສຳລັບ ຈຸດປະສົງ ແລະ ເປົ້າໝາຍຫຼັກແມ່ນເປັນການສົ່ງເສີມ ແລະ ພັດທະນາອຸດສາຫະກຳຄໍາລາວ ເຂົ້າສູ່ມາດຕະຖານສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາອຸດສາຫະກຳຄຳ ແລະ ຕະຫຼາດຄຳລາວໃຫ້ເຕີບໃຫຍ່ ແລະ ໃຫ້ສາມາດກ້າວສູ່ມາດຕະຖານຕະຫຼາດສາກົນ ຊຶ່ງແມ່ນເປົ້າໝາຍຍຸດທະສາດ ທີ່ຈະຊ່ວຍຍົກລະດັບຄຸນນະພາບ ແລະ ມາດຕະຖານຂອງຜະລິດຕະພັນຄຳລາວ ໃຫ້ສາມາດແຂ່ງຂັນໄດ້ໃນຕະຫຼາດໂລກ, ເພື່ອເປັນການຍົກລະດັບ ແລະ ສົ່ງເສີມຄວາມຄິດສ້າງສັນໃນຂະແໜງການຄຳ ແລະ ຂະແໜງການປິ່ນອ້ອມ ໃຫ້ມີເວທີໃນການວາງສະແດງ ແລະ ໃຫ້ເປັນຂະບວນການສ້າງສັນຢ່າງຕໍ່ເນື່ອງ.

ການສົ່ງເສີມນະວັດຕະກຳ ແລະ ຄວາມຄິດສ້າງສັນຈະເປັນກຸນແຈສຳຄັນໃນການພັດທະນາອຸດສາຫະກຳຄຳລາວ ໃຫ້ມີຄວາມທັນສະໄໝ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ເພື່ອສືບສານ ແລະ ຕໍ່ຍອດໃຫ້ປະຊາຊົນລາວ ເຂົ້າໃຈເຖິງຄຸນຄ່າຂອງຄຳ ທີ່ຕິດພັນກັບປະເພນີ-ວັດທະນະທຳລາວ ທີ່ມີການສືບສານກັນມາຍາວນານ. ຄຳບໍ່ພຽງແຕ່ເປັນໂລຫະມີຄ່າເທົ່ານັ້ນ ແຕ່ຍັງເປັນສ່ວນໜຶ່ງຂອງເອກະລັກວັດທະນະທຳລາວ ທີ່ສະແດງເຖິງຄວາມງາມ ແລະ ຄວາມເປັນເອກະລັກຂອງປະຊາຊົນບັນດາເຜົ່າ; ການສ້າງຄວາມຮູ້ ແລະ ໂອກາດທຸລະກິດ ແລະ ເພື່ອຮວບຮວມເອົາກິດຈະກຳທີ່ສ້າງຄວາມຮູ້, ຄວາມບັນເທີງ ແລະ ໂອກາດທາງທຸລະກິດໄວ້ບ່ອນດຽວກັນ ແລະ ຈະເປັນການແລກປ່ຽນຄວາມຮູ້, ປະສົບການ ແນວທາງການພັດທະນາອຸດສາຫະ ກຳຄຳໃນອະນາຄົດ.ແລະ ການສ້າງເຄືອຂ່າຍທຸລະກິດທີ່ຈະນຳໄປສູ່ການພັດທະນາອຸດສາຫະກຳຄຳລາວ ຢ່າງຍືນຍົງ. ການເປີດໂຕແອັບພລິເຄຊັນ LBB PLUS ນະວັດຕະກຳດດີຈີຕອນທີ່ຈະຫັນວິທີການຊື້-ຂາຍ ແບບກັບທີ່ ໄປສູ່ການຊື້-ຂາຍ ແບບອອນລາຍ ແລະ ການລົງທຶນຄຳໃນລາວ ທີ່ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ. ແອັບພລິເຄຊັນນີ້, ຈະເຮັດໃຫ້ການເຂົ້າເຖິງຕະຫຼາດຄຳເປັນເລື່ອງທີ່ງ່າຍດາຍ, ປອດໄພ ແລະ ໂປ່ງໃສຫຼາຍຂຶ້ນ, ພ້ອມທັງ ສ້າງໂອກາດໃຫ້ປະຊາຊົນທົ່ວໄປສາມາດເຂົ້າມາມີສ່ວນຮ່ວມໃນການລົງທຶນໃນຄຳໄດ້ສະດວກຫຼາຍຂຶ້ນ; ໃນງານມີຮ້ານວາງສະແດງຄຳ ຈຳນວນ 50 ຮ້ານ, ຮ້ານວາງສະແດງຜ້າໄໝ 15 ຮ້ານ; ງານເດີນແບບ Fashion Show ຈາກຮ້ານຄຳ ແລະ ຮ້ານຜ້າໄໝ; ກິດຈະກຳການສ້າງເຄືອຂ່າຍທຸລະກິດ ຊຶ່ງເປັນໂອກາດສຳຄັນສຳລັບຜູ້ປະກອບການ, ນັກລົງທຶນ ແລະ ຜູ້ສົນໃຈໃນຂະແໜງການຄຳ ໃນການພົບປະ, ແລກປ່ຽນ ແລະ ສ້າງຄວາມຮ່ວມມືທາງທຸລະກິດ. ນີ້ຈະເປັນການວາງພື້ນຖານສຳຄັນສຳລັບການພັດທະນາອຸດສາຫະກຳຄຳລາວໃນອະນາຄົດ.

ງານດັ່ງກ່າວ ຈະໄດ້ຈັດຂຶ້ນແຕ່ວັນທີ 5-7 ກັນຍາ 2025 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ຄາດວ່າຈະມີຈຳນວນຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດ ປະມານ 30,000 ຄົນ.

ຮອງປະທານປະເທດ ຮ່ວມໃສ່ບາດບຸນຫໍ່ເຂົ້າປະດັບດິນ ຢູ່ແຂວງສະຫວັນນະເຂດ

0

ໃນຕອນເຊົ້າວັນທີ 23 ສິງຫານີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍ ການນໍາຂອງແຂວງ, ແລະ ຄະນະຕິດຕາມຈາກຫ້ອງວ່າການສູນກາງພັກ, ຕະຫຼອດຮອດປະຊາຊົນ ຊາວສະຫວັນນະເຂດ ໄດ້ຮ່ວມໃສ່ບາດຢູ່ວັດໃຫຍ່ໄຊຍະພູມ ໃນໂອກາດງານບຸນຫໍ່ເຂົ້າປະດັບດິນ ປະຈໍາປີ 2025.

ນອກຈາກການໃສ່ບາດແລ້ວ, ຍັງມີຊາວພຸດທະສາ ສະນິກະຊົນທັງພາຍໃນ ແລະ ແຂກຕ່າງປະເທດ ທີ່ມີຈິດໃຈເຫື້ຼອມໃສສັດທາທາງພຸດທະສາສະໜາ ໄດ້ພ້ອມກັນຫ້າງຫາກະກຽມເຂົ້າໜ້ຽວ, ເຂົ້າຕົ້ມ, ເຂົ້າໜົມ ແລະ ປັດໄຈ ມາໃສ່ບາດຢູ່ຕາມວັດວາອາຮາມຕ່າງໆ ພາຍໃນເທດສະບານ ແຂວງສະຫວັນນະເຂດ ຢ່າງຫຼວງຫຼາຍ ກິດຈະກໍາການໃສ່ບາດ ເປັນໜຶ່ງໃນການອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທຳ-ຮີດຄອງປະເພນີອັນດີງາມ ຂອງຊາດ ທີ່ສືບທອດກັນມາແຕ່ກ່ອນໄວ້ໃຫ້ຍືນຍົງຕະຫຼອດໄປ, ທັງເປັນການສົ່ງເສີມ ແລະ ໜຶ່ງກິດຈະກໍາການທ່ອງທ່ຽວ ທີ່ຕິດພັນກັບການອະນຸລັກຮັກສາ ວັດທະນະທໍາ ຮິດຄອງປະເພນີ ອັນດີງາມ ທີ່ເປັນເອກະລັກສະເພາະຂອງຊາວສະຫວັນນະເຂດ ທີ່ມີມາແຕ່ດົນນານອີກດ້ວຍ.

(ຂ່າວ: ສະຫວັນນະເຂດ)

ນາຍົກລັດຖະມົນຕີ ຮ່ວມໃສ່ບາດ ແລະ ເປີດການແຂ່ງຂັນຊ່ວງເຮືອ ທີ່ນະຄອນ-ຫຼວງພະບາງ

0

ໃນຕອນເຊົ້າວັນທີ 23 ສິງຫານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍການນໍາແຂວງຫຼວງພະບາງ, ອະດີດການນຳຂັ້ນສູງ, ມວນຊົນຊາວແຂວງຫຼວງພະບາງ ແລະ ແຂກ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮ່ວມໃສ່ບາດເນື່ອງໃນໂອກາດງານບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງ ເຮືອເດືອນເກົ້າ ປະຈໍາປີ 2025 ຢູ່ຕໍ່ໜ້າວັດແສນສຸຂະຣາມ ນະຄອນ-ຫຼວງພະບາງ.

ການໃສ່ບາດດັ່ງກ່າວ ແມ່ນການປະຕິບັດຮີດຄອງປະເພນີອັນດີງາມຂອງຊາວພຸດ ທີ່ມີຈິດໃຈເຫຼື້ອມໃສສັດທາ ໃນທາງພຸດທະສາສະໜາ ຊຶ່ງໃນໂອກາດວັນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອເດືອນເກົ້າ ຂອງທຸກໆປີ ຢູ່ນະຄອນ-ຫຼວງພະບາງ, ຊາວນະຄອນ-ຫຼວງພະບາງ ກໍຄືຊາວພຸດ ຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາທັງຫຼາຍ ໄດ້ພ້ອມກັນຫ້າງຫາກະກຽມເຂົ້າໜຽວ, ເຂົ້າຕົ້ມ, ເຂົ້າໜົມ ແລະ ປັດໃຈສັງຄະທານ ມາໃສ່ບາດຢາດນໍ້າ ຢູ່ຕາມວັດວາອາຣາມ ແລະ ເສັ້ນທາງຕ່າງໆ ພາຍໃນຕົວເມືອງນະຄອນ-ຫຼວງພະບາງ ເພື່ອອຸທິດບຸນກຸສົນ ເຖິງດວງວິນຍານ ຂອງຜູ້ທີ່ໄດ້ລ່ວງລັບໄປແລ້ວ ໂດຍສະເພາະ ຜູ້ທີ່ເຄົາລົບຮັກ ແລະ ຜູ້ມີບຸນຄຸນ. ການປະຕິບັດກິດຈະກໍາໃສ່ບາດ ຢູ່ນະຄອນ-ຫຼວງພະບາງ, ນອກຈາກເປັນການສົ່ງເສີມວັດທະນະທຳ-ຮີດຄອງປະເພນີອັນດີງາມ ຂອງຊາວຫຼວງພະບາງ ກໍຄືຊາວລາວໃນທົ່ວປະເທດ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃຫ້ມີຄວາມຍືນຍົງແລ້ວ, ຍັງເປັນການປະຕິບັດ ໜຶ່ງໃນກິດຈະກຳສົ່ງເສີມການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ແຂວງຫຼວງພະບາງ ໃຫ້ຫຼາຍຂຶ້ນ, ປະກອບສ່ວນສ້າງລາຍຮັບ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ທີ່ສຳຄັນແມ່ນປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ.

ພາຍຫຼັງຈາກສຳເລັດການໃສ່ບາດ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດ ແລະ ຊົມການແຂ່ງຂັນຊ່ວງເຮືອ ປະຈຳປີ 2025 ທີ່ແຄມຝັ່ງນໍ້າຄານ, ນະຄອນ-ຫຼວງພະບາງ. ໃນໂອກາດນີ້, ທ່ານ ສຳນານ ສົນທະນີ ເລຂາພັກນະຄອນ-ຫຼວງພະບາງ ຮອງປະທານຄະນະກຳມະການຈັດງານບຸນ ໄດ້ລາຍງານໃຫ້ຮູ້ວ່າ: ບຸນຊ່ວງເຮືອປີນີ້ ມີເຮືອຊ່ວງເຂົ້າຮ່ວມການແຂ່ງຂັນທັງໝົດ 22 ລໍາ, ທີ່ມາຈາກບ້ານຈໍານວນໜຶ່ງ ພາຍໃນນະຄອນຫຼວງພະບາງ, ຈາກບາງພະແນກການອ້ອມຂ້າງແຂວງ, ຈາກບາງຫົວໜ່ວຍທຸລະກິດ ແລະ ຈາກບາງເມືອງ-ບາງແຂວງອ້ອມຂ້າງ. ສຳລັບການແຂ່ງຂັນ ແມ່ນເລີ່ມຈາກຄູ່ ນາງດຳ ແລະ ນາງດ່ອນ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດມາແຕ່ດົນນານ ແລ້ວຈຶ່ງສືບຕໍ່ດຳເນີນການແຂ່ງຂັນຕາມຕາຕະລາງ ທີ່ໄດ້ຈັບສະຫຼາກຄູ່ກັນໄວ້, ສ່ວນການແຂ່ງຂັນ ແມ່ນໄດ້ປະຕິບັດໃນຮູບແບບ ເສຍສອງຄັ້ງແລ້ວຂັດອອກ, ພ້ອມທັງ ຈັດອັນດັບທີ່, ສ່ວນເຮືອທີ່ເສຍຄັ້ງໜຶ່ງ ແມ່ນສາມາດສືບຕໍ່ແຂ່ງຂັນ ເຂົ້າຮອບຕໍ່ໄປ ຊຶ່ງການແຂ່ງຂັນທັງໝົດ ແມ່ນໃຫ້ສຳເລັດພາຍໃນມື້ດຽວ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດບຸກຄະລາກອນໃນການບໍລິການດ້ານ CMR

0

ພິທີເຊັນບົດບັນທຶກການຮ່ວມມືລະຫວ່າງກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ ກະ ຊວງສາທາລະນະສຸກຮ່ວມກັບອົງການກອຍກາປະຈຳລາວ ໃນການຈັດຕັ້ງປະຕິບັດໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ແລະ ປະຫວັດຄວາມເປັນມາກ່ຽວກັບໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ຈັດຂຶ້ນວັນທີ 22 ສິງຫາ 2025 ທີ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ຄຳໃສ ເດດລືໄຊ ຫົວໜ້າກົມປີ່ນປົວ ແລະ ຟື້ນຟູຫນ້າທີ່ການ ກະຊວງສາທາລະສະສຸກ ແລະ ທ່ານ ຊົງຊູ ໂອ ປະ ທານອົງການກອນຫາປະຈຳລາວ ມີ ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະສະສຸກ ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ໄລຍະການຈັດຕັ້ງປະຕິບັດໂຄງການແມ່ນແຕ່ປີ 2025 ຫາ 2029 ງົບປະມານ 8.800.000 ໂດລາ ເຊິ່ງໄດ້ກຳນົດການຈັດຕັ້ງປະຕິບັດຢູ່ສູນການແພດຟື້ນຟູໜ້າທີ່ການ ແລະ 4 ແຂວງພາກເໜືອຄື ແຂວງອຸດົມໄຊ ບໍ່ແກ້ວ ຫຼວງນ້ຳທາ ແລະ ແຂວງຜົ້ງສາລີ ຈຸດປະສົງຂອງໂຄງການແມ່ນເພື່ອ ກໍ່ສ້າງ ແລະ ປະກອບສິ່ງອໍານວຍຄວາມສະດວກໃໝ່ໃຫ້ແກ່ສູນການແພດຟື້ນຟູໜ້າທີ່ການ (CMR) ນະຄອນຫຼວງວຽງຈັນ ແລະ ສາຂາສູນແຂວງອຸດົມໄຊ ເສີມສ້າງລະບົບການຟື້ນຟູທາງການແພດແຫ່ງຊາດ ລວມທັງລະບົບການສົ່ງຕໍ່ ແລະ ກົນໄກການປະສານງານ ເສີມຂະຫຍາຍຄວາມເປັນມືອາຊີບ ແລະ ຄວາມສາມາດທາງດ້ານການບົ່ງມະຕິຂອງບຸກຄະລາກອນທາງດ້ານການຟື້ນຟູທາງການແພດໂດຍຜ່ານໂຄງການເຝິກອົບຮົມຮອບດ້ານ ຂະຫຍາຍການເຂົ້າເຖິງການບໍລິການການຟື້ນຟູໂດຍຜ່ານການດໍາເນີນງານ ແລະ ຈັດຕັ້ງປະຕິບັດຂອງໜ່ວຍບໍລິການການຟື້ນຟູໜ້າທີ່ການ.

ກິດຈະກຳຫຼັກຂອງໂຄງການຄື ສ້າງໂຄງລ່າງພື້ນຖານທີ່ປອດໄພສຳລັບສູນການແພດຟື້ນຟູໜ້າທີ່ການ ແລະ ສາຂາສູນການແພດຟື້ນຟູໜ້າທີ່ການແຂວງອຸດົມໄຊ ທັງນີ້ກໍເພື່ອອອກແບບ ແລະ ກໍ່ສ້າງອາຄານໃໝ່ຢູ່ສູນການແພດຟື້ນຟູໜ້າທີ່ການ ແລະ ສາຂາສູນແຂວງອຸດົມໄຊ ສໍາລັບສູນການແພດຟື້ນຟູໜ້າທີ່ການແມ່ນປຸກສ້າງຕຶກກວດເຂດນອກ 2 ຊັ້ນ ປະກອບມີຫ້ອງກວດເຂດນອກ ຫ້ອງຊ່ອງໄຟຟ້າ ຫ້ອງວິເຄາະ ການຢາ ຫ້ອງຜ່າຕັດ ແລະ ຫ້ອງເຝິກອົບຮົມ ຫ້ອງການອົງການກ໋ອຍກ້າ ພ້ອມນັ້ນຍັງປະກອບດ້ວຍອຸປະກອນການແພດຟື້ນຟູໜ້າທີ່ການ ອົງຄະທຽມ ແລະ ເຄື່ອງຄໍ້າ ຊູ ສໍາລັບສາຂາສູນການແພດຟື້ນຟູໜ້າທີ່ການແຂວງອຸດົມໄຊແມ່ນປຸກສ້າງຕຶກອາຄານຊັ້ນດຽວ ແລະ ປະກອບອຸປະກອນຜະລິດອົງຄະທຽມ ເຄື່ອງຄໍ້າຊູ ແລະ ອຸປະ ກອນອື່ນທີ່ກຳນົດໄວ້ ການຈັດຕັ້ງປະຕິບັດໜ່ວຍງານບໍລິການເຄື່ອນທີ່ດ້ານອົງຄະທຽມ ແລະ ເຄື່ອງຄ້ຳຊູຈະມີການທົດລອງການເຄື່ອນໄຫວຟື້ນຟູໜ້າທີ່ການໃນ 4 ແຂວງພາກເໜືອ ຄື ແຂວງ ອຸດົມໄຊ ບໍ່ແກ້ວ ຫຼວງນ້ຳທາ ແລະ ແຂວງຜົ້ງສາລີ ຮັບ ປະກັນໃຫ້ສັງຄົມມີສ່ວນຮ່ວມການເຂົ້າເຖິງການບໍລິການຟື້ນຟູໂດຍສະເພາະຄົນເຈັບພິການ ເສຍອົງຄະ ຜູ້ສູງອາຍຸ ແລະ ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກຢູ່ໃນ ສປປ ລາວ ລວມທັງເດັກນ້ອຍຜູ້ໃຫ່ຍໄດ້ເຂົ້າຮັບການບໍລິການທີ່ມີຄຸນນະພາບທົ່ວເຖິງໂດຍບໍ່ເສຍຄ່າ.

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

0

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນວັນ ທີ 25 ສິງ ຫາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດ ຖະມົນຕີ ສະມາຊິກລັດຖະບານ ຜູ້ຕາງໜ້າກະຊວງ-ອົງ ການເຂົ້າຮ່ວມແບບເຊິ່ງໜ້າ ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະ ຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະ ຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2025.

ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນສິງຫາ ແລະ ທິດທາງແຜນການ ປະຈໍາເດືອນກັນຍາ 2025 ຂອງລັດຖະບານ ລາຍງານສະພາບສາກົນ ແລະ ພາກພື້ນທີ່ພົ້ນເດັ່ນທ່າອ່ຽງການຂະຫຍາຍຂອງສະພາບການ ທິດທາງຮັບມື ແລະ ແຜນວຽກຈຸດສຸມຂົງເຂດວຽກງານການຕ່າງປະເທດ ໃນເດືອນກັນຍາ 2025 ລາຍງານການກະກຽມເປີດສົກຮຽນໃໝ່ 2025-2026 ລວມທັງ ການກະກຽມກອງປະຊຸມຜູ້ບໍລິຫານການສຶກສາ ປະຈໍາປີ 2025 ການປ່ຽນຊື່ເອີ້ນຕໍາແໜ່ງ ຜູ້ບໍລິຫານຂອງມະຫາວິທະຍາໄລ ແລະ ໂລໂກ້ ຂອງກະຊວງສຶກສາທິການ ແລະ ກີລາ ການແກ້ໄຂບັນຫາໂກຕ້າຄູອາສາສະໝັກ ເຂົ້າບັນຈຸເປັນລັດຖະກອນປ້ອງກັນຊາດ ຮ່າງແຜນແມ່ບົດພັດທະນາເຂດນາກະສັງ ດອນເດດ ດອນຄອນ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025-2035 ຮ່າງດໍາລັດ ວ່າດ້ວຍການປັບໄໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ຮ່າງດຳລັດ ວ່າດ້ວຍການກັກ ຍຶດ ແລະ ອາຍັດທຶນ ຂອງຜູ້ຢູ່ໃນບັນຊີລາຍຊື່ ທີ່ພົວພັນກັບການກໍ່ການຮ້າຍ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ຮ່າງດຳລັດ ວ່າດ້ວຍການຕ້ານການສະໜອງທຶນ ໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານ ຮ່າງດຳລັດ ວ່າດ້ວຍກອງທຶນທ່ອງທ່ຽວ ຮ່າງດຳລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສຸຂະພາບ ແລະ ຮ່າງດຳລັດ ວ່າດ້ວຍການປັບໄໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການລົດໄຟ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ນວ ຈັດສະແດງສຽງປະສານແຫ່ງຍຸກສະໄໝ ແລະ ວາງສະແດງຮູບພາບສະຫລອງວັນ​ສຳຄັນ​ຂອງ​ຊາດ

0

ໃນວັນທີ 22 ສິງຫາ 2025 ຜ່ານມາ, ພະແນກຖະ​ແຫ​ລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວນະຄອນ ຫລວງວຽງຈັນ (ນວ) ຈັດການສະແດງ “ສຽງປະສານແຫ່ງຍຸກສະໄໝ” ແລະ ວາງສະແດງຮູບພາບ ເພື່ອສະເຫລີມສະຫລອງວັນຢຶດອຳນາດ 23 ສິງຫາ ຄົບຮອບ 50 ປີ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫລວງວຽງຈັນ, ມີການນໍາພັກ-ລັດ, ມີທູຕານຸທູດ, ແຂກຖືກເຊີນ ແລະ ມວນຊົນນະຄອນຫລວງ ເຂົ້າຮ່ວມຢ່າງຫລວງຫລາຍ.

ໂອກາດນີ້, ທ່ານ ນາງ ວຽງພອນ ແກ້ວຄຸນສີ ຫົວໜ້າພະແນກຖະ​ແຫ​ລ່ງຂ່າວ, ວັດທະນະທຳ​ແລະ ທ່ອງທ່ຽວນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ການສະແດງສິລະປະວັດທະນະທໍາ “ສຽງປະສານແຫ່ງຍຸກສະໄໝ ແລະ ວາງສະແດງຮູບພາບ 23 ສິງຫາ ວັນຍຶດອໍານາດຄົບຮອບ 50 ປີ” ຄັ້ງນີ້ ແມ່ນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຄື: ສະເຫລີມສະຫລອງມູນເຊື້ອການນໍາພາຂອງພັກ ປປ ລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ; ວັນຢຶດອໍານາດ 23 ສິງຫາ ຄົບຮອບ 50 ປີ ແລະ ກອງປະຊຸມໃຫຍ່ອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII ດ້ວຍເນື້ອໃນອຸດົມສົມບູນ, ມີບັນຍາກາດຄຶກຄື້ນ, ເຕັມໄປດ້ວຍຈິດໃຈສາມັກຄີຟົດຟື້ນປະຕິວັດ ພາຍໃຕ້ຮົ່ມທຸງໄຊຂອງພັກ, ທັງ​ເປັນ​ການສົ່ງເສີມວັດທະນະທຳ ແລະ ສິລະປະດົນຕີ ໃຫ້ໄດ້ຮັບການປົກປັກຮັກສາ, ພັດທະ ນາ ແລະ ສືບທອດຈາກຮຸ່ນສູ່ຮຸ່ນ ໃນເວທີ ການສະແດງທີ່ມີຄຸນຄ່າ, ເອກອ້າງພາກພູມໃຈກ້າວສູ່ພາກພື້ນ ແລະ ສາກົນ; ສືບທອດ, ສົ່ງເສີມ, ກໍ່ສ້າງຊັບພະຍາກອນມະນຸດ-ນັກສິລະປິນ-ນັກປະດິດແຕ່ງດົນຕີ-ວິຈິດສິນໜຸ່ມ ທີ່ມີຄວາມຮູ້ຄວາມ ສາມາດໃຫ້ຍືນຍົງ ທັງຍົກສູງຄຸນຄ່າສິລະປິນລາວ ໂດຍສະເພາະທາງດ້ານດົນຕີ ປະສານສຽງ ຜ່ານບັນດາບົດເພງມູນເຊື້ອການປະຕິວັດ, ບົດເພງມໍລະດົກວຽງຈັນ ອັນມີຊີວິດຊີວາທີ່ສຸດ ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ.

ການສະແດງສິລະປະ-ວັດທະນະທຳ ປະສົມປະສານກັບດົນຕີການຂັບຮ້ອງປະສານສຽງຄັ້ງນີ້ ມີທັງໝົດ 11 ບົດເພງ, ພິເສດບົດເພງ “ສັນລະເສີນພັກ” ປະພັນໂດຍ ທ່ານ ສີຊະນະ ສີສານ; ໄດ້ສໍາເລັດການຖ່າຍທໍາວິດີໂອ ແລະ ນໍາສະເໜີວິດີໂອດັ່ງກ່າວ ເປັນທາງການໃນວັນທີ 15 ມີນາ 2025 ພ້ອມທັງອອກສູ່ສັງຄົມ ຜ່ານສື່ມວນຊົນໃນຮູບແບບຕ່າງໆ ເປັນຕົ້ນ Onair, Online, Onground ເຊິ່ງສ່ອງແສງໃຫ້ເຫັນໝາກຜົນແຫ່ງໄຊຊະນະ ພາຍໃຕ້ຮົ່ມທຸງພັກແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ງານວາງສະແດງຮູບພາບປະຫວັດສາດ ວັນຢຶດອໍານາດ 23 ສິງຫາ ຄົບຮອບ 50 ປີ ​ເຊິ່ງຈະໄດ້ມີ​ການວາງສະ​ແດງຢູ່ສວນປະຕູໄຊ ໃນວັນທີ 23-25 ສິງຫາ 2025. ດັ່ງນັ້ນ, ຂໍເຊີນຊວນມວນຊົນທັງພາຍ ແລະ ຕ່າງປະເທດ​ໄປທ່ຽວຊົມໄດ້ໃນວັນເວລາດັ່ງກ່າວ​ໄດ້ທີ່ປະຕູໄຊ.