Friday, September 19, 2025
Home Blog Page 15

ແຈ້ງເຕືອນຝົນຕົກໜັກ ວັນທີ 28 ສິງຫາ 2025

0

ຮ່ອງຄວາມກົດດັນອາກາດຕໍໍ່າ ຫລື ຮ່ອງຝົນ ຍັງພາດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ດ້ວຍກໍາລັງແຮງ. ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົົ່ວໄປຢູ່ໃນແຕ່ລະພາກ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົົ່າ, ອົງການປົກຄອງ ທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງ ນະຄອນຫລວງວຽງຈັນ ຈົົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍໍ່ສະພາບຝົນຕົກໜັກຕິດຕໍໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈືຶ່ອນ, ນໍໍ້າຖ້ວມຊຸ, ນໍໍ້າຖ້ວມຍືຶ່ງ ແລະ ນໍໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມ ຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍໍ່ເນືຶ່ອງ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 28/08/2025 ຫາ ເວລາ 07 ໂມງ ຂອງວັນທີ 29/08/2025

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ທົົ່ວໄປ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 65% ຂອງພາກ. ອຸນຫະພູມ ໃນລະຫວ່າງ 16 – 27 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍໍ້າທາ, ບໍໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົົ່ວໄປ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງ ທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 31 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງ ແລະ ຈະຕົກໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງ ເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົົ່າກັບ 50% .ອຸນຫະພູມໃນລະຫວ່າງ 24 – 32 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົົ່ວໄປ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 70% ຂອງພາກ. ອຸນຫະພູມ ໃນລະຫວ່າງ 23 – 30 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົົ່ວໄປ ແລະ ຈະຕົກໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງ ເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 60%. ອຸນຫະພູມໃນລະຫວ່າງ 19 – 28 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົົ່ວໄປ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງ ເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 31 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົົ່ວໄປ ແລະ ຈະຕົກໜັກຢູ່ບາງ ບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົົ່າກັບ 65%. ອຸນຫະພູມໃນລະຫວ່າງ 14 – 25 ອົງສາ.

ຄວາມສໍາຄັນຂອງການພັດທະນາການທ່ອງທ່ຽວຢູ່ປະເທດເຮົາ

0

ທ່ອງທ່ຽວເປັນຂະແໜງການອຸດສາຫະກໍາໜຶ່ງ ທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງ ຂວາງໃນທົ່ວໂລກ. ໃນໄລຍະຜ່ານມາ, ຫຼາຍປະເທດໄດ້ເອົາໃຈໃສ່ເປັນພິເສດຕໍ່ການພັດທະນາ ແລະ ສົ່ງ ເສີມການທ່ອງທ່ຽວ. ບາງປະເທດກໍານົດເປັນເສດຖະກິດປາຍແຫຼມ ເພື່ອພັດທະນາເສດຖະກິດ – ສັງຄົມແຫ່ງຊາດຂອງປະເທດຕົນ. ທັງນີ້ກໍຍ້ອນວ່າການທ່ອງທ່ຽວໄດ້ນໍາເອົາລາຍໄດ້ເຂົ້າປະເທດເປັນຈໍານວນຫຼວງຫຼາຍ, ຊ່ວຍເຮັດໃຫ້ເສດຖະກິດ-ສັງຄົມຂອງປະເທດຂະຫຍາຍຕົວ. ພ້ອມທັງ ເປັນການເສີມສ້າງສາຍພົວພັນ ສົ່ງເສີມສັນຕິພາບ ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ລະຫວ່າງບັນດາປະຊາຊາດທີ່ມີລັກສະນະກວ້າງຂວາງ.

ສະເພາະຢູ່ ສປປ ລາວ ການທ່ອງທ່ຽວເປັນຂະແໜງການໜຶ່ງທີ່ສໍາຄັນຢູ່ໃນນະໂຍບາຍການເປີດກວ້າງການພົວພັນ ແລະ ຮ່ວມມືກັບຕ່າງປະເທດຂອງພັກ, ທັງເປັນທ່າແຮງອັນໜຶ່ງດ້ານເສດຖະກິດທີ່ນໍາລາຍໄດ້ດ້ານເງິນຕາໃຫ້ແກ່ປະເທດຊາດໂດຍກົງ; ຊຸກຍູ້, ດຶງດູດການລົງທຶນທາງທຸລະກິດທີ່ກ່ຽວຂ້ອງໂດຍທາງກົງ ແລະ ທາງອ້ອມເຊັ່ນ: ທຸລະກິດການທ່ອງທ່ຽວ, ໂຮງແຮມ, ການບໍລິຫານຮ້ານອາຫານ – ເຄື່ອງດື່ມ, ການຂົນສົ່ງການຂາຍເຄື່ອງທີ່ລະນຶກ, ການປູກຝັງລ້ຽງສັດ, ການປະກັນໄພ ແລະ ອື່ນໆ. ຊຸກຍູ້ການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ຖະໜົນຫົນທາງ, ສະໜາມບິນ, ທ່າເຮືອໂດຍ ສານ, ການຂົນສົ່ງໂດຍສານ, ລະບົບຄົມມະນາຄົມ, ໄຟຟ້າ, ນໍ້າປະປາ ແລະ ອື່ນໆ.

ນອກຈາກນັ້ນ, ຍັງເປັນການສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມໃນທາງກົງ ແລະ ທາງອ້ອມໄດ້ຢ່າງຫຼວງຫຼາຍ ອັນເປັນການກະຈາຍລາຍໄດ້ສູ່ສັງຄົມຢ່າງກວ້າງຂວາງ, ພາໃຫ້ມີການສະສົມເງິນຕາ ແລະ ມີການໝູນວຽນເງິນຕາຢູ່ພາຍໃນປະເທດ, ເປັນການຊຸກຍູ້ສົ່ງເສີມອະນຸລັກສິ່ງແວດລ້ອມທໍາມະຊາດ, ວັດ ທະນະທໍາ, ຮີດຄອງປະເພນີ, ສະຖານທີ່ປະຫວັດສາດ, ບູຮານນະສະຖານ, ຊຸກຍູ້ການຜະລິດພາຍໃນ ເພື່ອຮັບໃຊ້ການທ່ອງທ່ຽວ ແລະ ອື່ນໆ.

ທິດທາງນະໂຍບາຍຂອງພັກ-ລັດຖະບານລາວເຮົາ ແມ່ນເປີດກວ້າງການທ່ອງທ່ຽວທໍາມະຊາດ,ທ່ອງທ່ຽວວັດທະນະທໍາ. ໂດຍຖືເອົາຄວາມງາມທາງທີວທັດທໍາມະຊາດ ແລະ ສະພາບແວດລ້ອມທີ່ຍັງຄົງຄຸນຄ່າອັນດັ່ງເດີມ, ເອົາເອກະລັກວັດທະນະທໍາແຫ່ງຊາດ ແລະ ຂອງຊົນເຜົ່າຕ່າງໆ ເປັນສິ່ງດຶງດູດນັກທ່ອງທ່ຽວ. ປັບປຸງພື້ນຖານໂຄງລ່າງ ແລະ ການບໍລິການທ່ອງທ່ຽວໃຫ້ດີຂຶ້ນ ເພື່ອອໍານວຍຄວາມສະດວກ ແລະ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ. ຮັບປະກັນຄວາມກົມກຽວລະຫວ່າງການທ່ອງທ່ຽວກັບການອະນຸລັກທໍາມະຊາດ ແລະ ວັດທະນະທໍາ, ພັດທະນາການທ່ອງທ່ຽວຢ່າງມີຈຸດສຸມ ແລະ ມີການຄຸ້ມຄອງລວມສູນເປັນເອກະພາບ ເຮັດໃຫ້ການທ່ອງທ່ຽວດໍາເນີນໄປດ້ວຍຄວາມເປັນລະບຽບຈົບງາມ ແລະ ຮັບປະກັນຄວາມສະຫງົບປອດໄພເປັນຢ່າງດີ.

ໃນໄລຍະຜ່ານມາຈົນເຖິງປັດຈຸບັນ, ລັດໄດ້ກໍານົດເອົາວຽກງານທ່ອງທ່ຽວເປັນໜຶ່ງໃນ 11 ແຜນງານບຸລິມະສິດຂອງລັດຖະບານຢູ່ໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ. ລັດໄດ້ມີນະໂຍບາຍສົ່ງເສີມການລົງທຶນກໍ່ສ້າງພື້ນຖານໂຄງລ່າງເພື່ອການທ່ອງທ່ຽວ, ການອໍານວຍຄວາມສະດວກໃນການເຂົ້າອອກປະເທດ, ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງທົ່ວສັງຄົມ ແລະ ອື່ນໆ. ນອກຈາກນັ້ນ, ລັດ ແລະ ສັງຄົມໄດ້ສົ່ງເສີມການໂຄສະນາກິດຈະກໍາ, ນິທັດສະການ, ເທດສະການ, ງານບຸນກ່ຽວກັບສິລະປະວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ, ມູນເຊື້ອອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນ ແລະ ດຶງດູດນັກທ່ອງທ່ຽວຕ່າງປະເທດ. ລັດປົກປ້ອງຜົນປະໂຫຍດອັນຊອບທໍາ ລວມທັງຮັບປະກັນຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ.

ເພື່ອສ້າງໃຫ້ປະເທດເຮົາເປັນສູນລວມແຫ່ງການທ່ອງທ່ຽວທີ່ໂດດເດັ່ນໃນພາກພື້ນ, ຮັບປະກັນຄຸນນະພາບຂອງການບໍລິການ, ອະນຸລັກ ແລະ ສົ່ງເສີມວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ,ຊຸກ ຍູ້ການຜະລິດພາຍໃນ ແລະ ຂາອອກກັບທີ່, ສ້າງລາຍຮັບໃຫ້ແກ່ປະເທດ ແລະ ປະຊາຊົນ, ຊຸກຍູ້ການປົກປັກຮັກສາສິ່ງແວດລ້ອມ. ລັດຖະບານຈຶ່ງວາງທິດທາງພັດທະນາການທ່ອງທ່ຽວຄື: ການພັດທະນາການທ່ອງ ທ່ຽວ ແລະ ອຸດສະຫະກໍາການທ່ອງທ່ຽວ ຕ້ອງຕິດພັນກັບການສຶກສາອົບຮົມໃຫ້ພະນັກງານ ແລະ ປະຊາຊົນຮັບຮູ້ເຂົ້າໃຈທີ່ຕັ້ງ, ລັກສະນະ ແລະ ຄຸນປະໂຫຍດ ຕະຫຼອດເຖິງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຂອງວຽກງານດັ່ງກ່າວ. ການຂະຫຍາຍການທ່ອງທ່ຽວ ແລະ ອຸດສາຫະຫໍາການທ່ອງທ່ຽວ ແມ່ນຖືເອົາການຍົກສູງຄຸນນະພາບ ແລະ ປະສິດທິຜົນທາງດ້ານເສດຖະກິດ-ສັງຄົມເປັນຈຸດໝາຍຕົ້ນຕໍ, ການເປີດກວ້າງການທ່ອງທ່ຽວຕ້ອງຮັບປະກັນ ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ການບໍລິການທ່ອງທ່ຽວຢູ່ ສປປ ລາວ ຈັດເປັນ 2 ປະເພດ ຄື: ນັກທ່ອງທ່ຽວສາກົນ ແລະ ນັກທ່ອງທ່ຽວພາຍໃນ. ຕະຫຼາດການທ່ອງທ່ຽວຂອງ ສປປ ລາວ ແມ່ນເລັ່ງໃສ່ປະເພດນັກທ່ອງທ່ຽວຊັ້ນສູງ ແລະ ທ່ອງທ່ຽວທີ່ມີການຈັດຕັ້ງ, ຂະຫຍາຍການພົວພັນຮ່ວມມືລະຫວ່າງວຽກງານການທ່ອງທ່ຽວແຫ່ງຊາດຂອງ ສປປ ລາວ ກັບບັນດາວຽກງານການທອງທ່ຽວຂອງບັນດາປະເທດເພື່ອນມິດ ແລະ ປະເທດອື່ນໆ.

ໃນປັດຈຸບັນ, ສປປ ລາວ ຂອງພວກເຮົາ ການທ່ອງທ່ຽວກໍໄດ້ມີບົດບາດພົ້ນເດັ່ນຂຶ້ນເລື້ອຍໆ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງປະເທດຫຼາຍຂຶ້ນ. ທັງນີ້ກໍຍ້ອນພັກ ແລະ ລັດຖະບານໄດ້ມີແນວທາງ, ນະໂຍບາຍສົ່ງເສີມການທ່ອງທ່ຽວ ແລະ ເອົາໃຈໃສ່ລົງທຶນໃສ່ການພັດທະ ນາພື້ນຖານໂຄງລ່າງ ເພື່ອເອື້ອອໍານວຍໃຫ້ແກ່ການພັດທະນາການທ່ອງທ່ຽວ, ພ້ອມກັນນັ້ນ ບັນດາຂະແໜງການ ແລະ ທ້ອງຖິ່ນກໍໄດ້ຊຸກຍູ້ ແລະ ໃຫ້ການສະໜັບສະໜູນຢ່າງກວ້າງຂວາງ, ອັນໄດ້ເຮັດໃຫ້ການ ທ່ອງທ່ຽວມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງສະແດງອອກໃນຈໍານວນນັກທ່ອງທ່ຽວນັບມື້ນັບເພີ່ມຂຶ້ນ ແລະ ລາຍຮັບຈາກການທ່ອງທ່ຽວກໍເພີ່ມຂຶ້ນໃນແຕ່ລະປີ.

ປາຖະກະຖາ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ

0

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດຕັ້ງປາຖະກະຖາ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ ຂຶ້ນໃນວັນທີ 27 ສິງຫານີ້ ທີ່ ຄອສພ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ລາວ, ມີຄະນະພັກ-ຄະນະນໍາ ບັນດາອົງການຈັດຕັ້ງພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນ ແລະ ກະຊວງເຂົ້າຮ່ວມ.

ໃນພິທີ, ສະຫາຍ ນາງ ວິລະວອນ ພັນທະວົງ ກ່າວຄໍາເຫັນວ່າ: ເມື່ອທົບທວນຄືນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ, ນັບແຕ່ສ້າງຕັ້ງພັກກອມມູນິດອິນດູຈີນໃນປີ 1930 ໂດຍແມ່ນປະທານ ໂຮ່ຈິມິນ ເປັນຜູ້ກໍ່ຕັ້ງຂຶ້ນ, ຄວາມເປັນພີ່ນ້ອງລະຫວ່າງສອງຊາດມີຄວາມເລິກເຊິ່ງຂຶ້ນ, ໃນໄລຍະກວ່າເຄິ່ງສະຕະວັດທີ່ຜ່ານມາ ສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານທີ່ເຕັມໄປດ້ວຍຄວາມເສຍສະຫຼະ ແລະ ດ້ວຍຄໍາສອນອະມະຕະຂອງປະທານ ໂຮ່ຈິມິນວ່າ: “ການຊ່ວຍເຫຼືອເພື່ອນປຽບເໝືອນການຊ່ວຍເຫຼືອຕົນເອງ”; ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ແມ່ນເພື່ອນບ້ານໃກ້ຄຽງ, ອ້າຍນ້ອງອັນໃກ້ຊິດສະໜິດສະໜົມ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ໄດ້ຄຽງບ່າຄຽງໄຫຼ່ຮ່ວມສຸກຮ່ວມທຸກ, ຮ່ວມກັນຮົບ, ພ້ອມກັນເອົາຊະນະ, ນໍ້າໃຈສາມັກຄີສູ້ຮົບ ແລະ ນໍ້າໃຈມິດຕະພາບຖານອ້າຍນ້ອງລະຫວ່າງປະຊາຊົນສອງປະເທດພວກເຮົາໄດ້ຮັບການຫຼໍ່ຫຼອມຈາກການຕໍ່ສູ້ ແມ່ນປັດໄຈແຫ່ງໄຊຊະນະຂອງພາລະກິດຕໍ່ສູ້ກູ້ຊາດ, ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນຮ່ວມມືຍາວນານ ເພື່ອສ້າງສາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກໍານົດໄວ້, ຕະຫຼອດໄລຍະ 80 ປີ ແຫ່ງການສະຖາປະນາ ສສ ຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍສະເພາະການນໍາພາດໍາເນີນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມ ໄດ້ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ລະບົບເສດຖະກິດ ໄດ້ຮັບການພັດທະນາໃຫ້ຂະຫຍາຍຕົວໃນລະດັບສູງ, ໜັກແໜ້ນ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ໄດ້ຮັບການພັດທະນາດີ, ວ່ອງໄວ, ຢ່າງຈະແຈ້ງ, ຖານະບົດບາດຄວາມເຊື່ອໝັ້ນໄວ້ວາງໃຈຂອງເພື່ອນມິດ ໃນເວທີພາກພື້ນ ແລະ ສາກົນນັບມື້ໄດ້ຮັບການເຊີດຊູສູງຂຶ້ນ ແລະ ເປີດປະຕູອອກສູ່ພາຍນອກ, ປະຕິບັດແນວທາງສ້າງປະເທດຫວຽດນາມໃຫ້ເປັນເອກະລາດ, ປະຊາທິປະໄຕ, ສະເໝີພາບ, ສີວິໄລ, ປະຊາຊົນຮັ່ງມີຜາສຸກ.

ໃນໂອກາດດັ່ງກ່າວ, ສະຫາຍ ຫງວຽນ ມິງເຕິມ ໄດ້ໃຫ້ກຽດຂຶ້ນປາຖະກະຖາວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ, ໂດຍໄດ້ຍົກໃຫ້ເຫັນຄວາມໝາຍ ຂອງການປະຕິວັດເດືອນສິງຫາ 1945 ຢູ່ຫວຽດນາມ, ຜົນງານ 80 ປີ ແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຫວຽດນາມ, ມູນເຊື້ອ, ຜົນງານຂອງການພົວພັນຮ່ວມມືແບບພິເສດຫວຽດນາມ-ລາວ, ໃນຊຸມປີຜ່ານມາ ແລະ ບາງກຳນົດທິດທາງກ່ຽວກັບການພົວພັນຮ່ວມມືຫວຽດນາມ-ລາວໃນໄລຍະຈະມາເຖິງ, ກ່ຽວກັບມູນເຊື້ອການພົວພັນແບບພິເສດຫວຽດນາມ-ລາວ ພວກເຮົາຮູ້ແລ້ວວ່າ, ຫວຽດນາມ ແລະ ລາວ ແມ່ນສອງປະເທດເພື່ອນບ້ານທີ່ມີທີ່ຕັ້ງພູມສັນຖານ-ຍຸດທະສາດສໍາຄັນຫຼາຍ, ຮ່ວມນອນຢູ່ໃນແຫຼມອິນດູຈີນ, ອີງຫຼັງໃສ່ພູຫຼວງອັນຍິ່ງໃຫຍ່, ດື່ມນໍ້າຮ່ວມກັນຈາກແມ່ນໍ້າຂອງ ແລະ ມີຄວາມຄ້າຍຄືກັນຫຼາຍດ້ານວັດທະນະທໍາປະຫວັດສາດ, ສະໜິດສະໜົມ ແລະ ມີຄວາມສຳພັນມິດຕະພາບ ແລະ ການຮ່ວມມືອັນດີຕໍ່ເນື່ອງ, ສະໜິດສະໜົມກັນມາຕະຫຼອດປະຫວັດສາດ, ການສ້າງສາປະເທດຊາດປົກປ້ອງປະເທດຂອງສອງຊາດ. ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ແມ່ນສອງພັກທີ່ມີຮາກຖານຮ່ວມກັນຈາກພັກກອມມູນິດອິນດູຈີນ, ໃນຊຸມປີຕົ້ນຂອງການຕໍ່ສູ້ຕ້ານການຮຸກຮານ ແລະ ການກົດຂີ່ຂອງລ່າເມືອງຂຶ້ນຝຣັ່ງ, ເຖິງວ່າບັນດາຂະບວນການຕໍ່ສູ້ທັງໝົດຈະຖືກລ່າເມືອງຂຶ້ນກົດຂີ່ ແລະ ລຶບລ້າງ, ແຕ່ປະຊາຊົນສອງປະເທດ ຫວຽດນາມ-ລາວ ກໍຍັງຄົງຄຽງບ່າຄຽງໄຫຼ່. ນີ້ເປັນຫຼັກຖານຊັດເຈນວ່າການສ້າງຕັ້ງກອງກຳລັງສາມັກຄີໃນການຕໍ່ສູ້ໃນສະພາບການນັ້ນ, ປະທານ ໂຮຈິມິນ ໄດ້ໝູນໃຊ້ຫຼັກການຂອງມາກ-ເລນິນຢ່າງມີຫົວຄິດປະດິດສ້າງກັບເງື່ອນໄຂສະເພາະຂອງຫວຽດນາມ ເພື່ອກຳນົດເສັ້ນທາງປົດປ່ອຍຊາດຫວຽດນາມ ໃນທິດທາງຂອງການປະຕິວັດກຳມະຊີບ. ການສ້າງຕັ້ງຂອງພັກກອມມູນິດອິນດູຈີນ ຊຶ່ງເປັນຕົ້ນກຳເນີດ ຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນໄດ້ເປີດໜ້າປະຫວັດສາດອັນສະຫງ່າງາມຂອງຄວາມສຳພັນພິເສດ ຫວຽດນາມ-ລາວ, ການກຳເນີດຂຶ້ນຂອງພັກກອມມູນິດຫວຽດນາມ ໃນປີ 1930 ກັບການກຳນົດເສັ້ນທາງປະຕິວັດຂອງກຳມະຊີບໄດ້ເປີດໜ້າປະຫວັດສາດຄວາມສຳພັນພິເສດລະຫວ່າງສອງຊາດຫວຽດນາມ-ລາວ ຢູ່ໃນນໍ້າໃຈສາກົນກໍາມະຊີບອັນບໍລິສຸດ. ນີ້ແມ່ນພື້ນຖານທີ່ໝັ້ນຄົງຂອງຄວາມສາມັກຄີພິເສດຫວຽດນາມ-ລາວ ຊຶ່ງປະທານ ໂຮ່ຈິມິນ ແມ່ນ “ສະຖາປະນິກຜູ້ຍິ່ງໃຫຍ່” ຂອງມິດຕະພາບພິເສດນັ້ນ. ປະທານ ໄກສອນ ພົມວິຫານ ເຄີຍຂຽນຢ່າງເຄົາລົບກ່ຽວກັບປະທານ ໂຮ່ຈິມິນ ວ່າ: “ແນວຄິດ ແລະ ໄມຕີຈິດຂອງປະທານໂຮ່ຈິມິນແມ່ນແສງສ່ອງທາງ, ແມ່ນແຫຼ່ງກະຕຸ້ນແຮງສາມັກຄີຕໍ່ສູ້ ຂອງປະຊາຊົນຊາວລາວຂອງພວກເຮົາ. ຕັ້ງແຕ່ມື້ທີ່ການປະຕິວັດລາວຍັງຢູ່ໃນໄຂ່ ຈົນເຖິງເວລາທີ່ເຕີບໃຫຍ່, ປະທານ ໂຮ່ຈິມິນ ກໍໄດ້ໃສ່ໃຈ ແລະ ຊີ້ນໍາໃຫ້ທິດເຍືອງທາງ.”

ທ່ານກ່າວຕື່ມວ່າ: ໃນຂະບວນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແຕ່ປີ 1930 ຫາ 1945, ສອງປະເທດ ຫວຽດນາມ-ລາວ ມີເງື່ອນໄຂປະຫວັດສາດຄ້າຍຄືກັນ, ມີເປົ້າໝາຍ ແລະ ຄວາມປາຖະໜາຮ່ວມກັນໃນການຍາດເອົາເອກະລາດ ແລະ ສິດເສລີ. ເສັ້ນທາງປົດປ່ອຍຂອງຊາດຫວຽດນາມຕາມເສັ້ນ ທາງປະຕິວັດກຳມະຊີບກໍແມ່ນເສັ້ນທາງທີ່ເໝາະສົມໃນການປົດປ່ອຍຊາດລາວອອກຈາກພາວະຖືກກົດຂີ່ ຊຶ່ງປະຕິບັດຕາມຫຼັກການຈັດຕັ້ງ ແລະ ການດໍາເນີນງານຂອງພັກການເມືອງ, ການເກີດຂຶ້ນຕາມລັດທິມາກ-ເລນິນ ແລະ ການເຄື່ອນໄຫວຂອງພັກກອມມູນິດຫວຽດນາມ, ໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແຕ່ປີ 1945 ຫາ 1975, ຫຼັງຈາກໄດ້ຍາດເອົາອໍານາດການປົກຄອງ, ລັດຖະບານສອງປະເທດໄດ້ລົງນາມຂໍ້ຕົກລົງຊ່ວຍເຫຼືອລະຫ່ວາງ ຫວຽດນາມ-ລາວ ແລະ ຂໍ້ຕົກລົງກ່ຽວກັບການຈັດຕັ້ງກອງທັບພັນທະມິດ ຫວຽດນາມ-ລາວ, ເພື່ອວາງພື້ນຖານດ້ານນິຕິກຳເບື້ອງຕົ້ນ ໃຫ້ແກ່ການຮ່ວມມື, ການຊ່ວຍເຫຼືອ ແລະ ການເປັນພັນທະມິດໃນການຕໍ່ສູ້ກັບສັດຕູຮ່ວມຂອງສອງຊາດ. ດ້ວຍທັດສະນະ “ອິນໂດຈີນແມ່ນໜຶ່ງສະ ໜາມຮົບ”, ໃນໄລຍະສົງຄາມຕ້ານສັດຕູຮ່ວມ ຂອງປະຊາຊົນສອງປະເທດ ຫວຽດນາມ-ລາວ ແຕ່ປີ 1945 ຫາ 1975, ສອງປະເທດໄດ້ປະສານຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ທັງເປັນການປະຕິບັດໜ້າທີ່ສາກົນອັນສູງສົ່ງ ແລະ ເພື່ອຜົນປະໂຫຍດຂອງແຕ່ລະປະເທດ. ທັດສະນະຂອງປະ ທານ ໂຮ່ຈິມິນ ທີ່ວ່າ “ພວກເຮົາຖືຄວາມສຸກ ແລະ ຄວາມຮັ່ງມີຂອງອ້າຍນ້ອງລາວ ກໍຄືຂອງຕົນເອງ” ພ້ອມດ້ວຍຫຼັກການ “ຊ່ວຍເພື່ອນ ກໍຄືຊ່ວຍຕົນເອງ” ໄດ້ຖືກບັນດາຮຸ່ນການນໍາ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ຊຶມຊັບ ແລະ ສືບຕໍ່ສ່ອງແສງສະຫວ່າງໃນຂະບວນການປະຫວັດສາດຂອງສອງຊາດ.

ອາຊີຕາເວັນອອກສຽງເໜືອ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມື

0

ວິທະຍຸສາກົນແຫ່ງ ສປ ຈີນ, ວັນ​ທີ 26 ສິງ​ຫາ​ນີ້, ກອງ​ປະ​ຊຸມ​ໂຕະ​ມົ​ນວ່າ​ດ້ວຍ​ການ​ຮ່ວມ​ມື​ພາກ​ພື້ນ​ອາ​ຊີຕາ​ເວັນ​ອອກ​ສຽງ​ເໜືອ​ ຄັ້ງ​ທີ 4 ພາຍ​ໃຕ້​ຫົວ​ຂໍ້​ວ່າ “ຊຸກ​ຍູ້​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ດ້ວຍ​ຄຸນ​ນະ​ພາບ​ສູງ, ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ​ ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ” ໄດ້​ຈັດ​ຂຶ້ນຢູ່​ນະ​ຄອນ​ສາງ​ຊູ່ນ ແຂວງ​ຈີຫລິນ​ຂອງ​ ສປ ຈີນ ໂດຍ​ມີ​ຜູ້​ຕາງ​ໜ້າ​ຈາກ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ປະ​ມານ 160 ຄົນ ເຊິ່ງ​ລວມ​ເຖິງຜູ້​ຕາງ​ໜ້າ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ ​​ແລະ ວິ​ສາ​ຫະ​ກິດຈາກ 5 ປະ​ເທດ​ໃນ​ອາ​ຊີ​ ຕາ​ເວັນ​ອອກ​ສຽງ​ເໜືອ ​ເຂົ້າ​ຮ່ວມ ແລະ ຮ່ວມ​ກັນ​ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່​ວມ​ມື ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ. ໃນ​ປີ 2024, ຍອດ​ມູນ​ຄ່າການ​ຄ້າ​ ລະ​ຫວ່າງ ສປ ​ຈີນ​ ກັບ 5 ປະ​ເທດ ​ໃນ​ອາ​ຊີຕາ​ເວັນ​ອອກ​ສຽງ​ເໜືອ​ ມີ​ເຖິງ 901 ຕື້ກວ່າ​ໂດ​ລ​າສະຫະລັດ, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ປີ 2023, ກວມ​ເອົາ​ເກືອບ 15% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ຕ່າງ​ປະ​ເທດ​ ຂອງ ສປ ​ຈີນ. ການ​ລົງ​ທຶນ​ເຊິ່ງ​ກັນ ​ແລະ ​ກັນ​ ລະ​ຫວ່​າງ ສປ ​ຈີນ ​ກັບ 5 ປະ​ເທດ​ດັ່ງ​ກ່າວ ມີ​ມູນ​ຄ່າຫລາຍກວ່າ 7 ຕື້​ໂດ​ລາສະຫະລັດ, ຂົງ​ເຂດ​ການ​​ຮ່ວມ​ມື​ການລົງ​ທຶນ​ໄດ້​ຂະ​ຫຍາຍກວ້າງ​ອອກ​ໄປສູ່​ຂົງ​ເຂດຈະ​ເລີນ​ໃໝ່ ເຊັ່ນ: ເສດ​ຖະ​ກິດດີ​ຈີ​ຕອນ, ການ​ພັດ​ທະ​ນາ​ສີ​ຂຽວ, ການ​ຜະ​ລິດ​ຂັ້ນ​ສູງ, ການ​ບໍ​ລິ​ການ​ທັນ​ສະ​ໄໝ ແລະ​ ອື່ນໆ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

0

ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສຳເລັດລົງໃນວັນທີ 27 ສິງຫາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີບັນດາສະຫາຍຜູ້ແທນສົມບູນ ຈໍານວນ 220 ສະຫາຍ, ຍິງ 72 ສະຫາຍ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຜູ້ແທນກອງປະຊຸມ ໄດ້ມີຄວາມເປັນເອກະພາບສູງ ຕໍ່ເນື້ອໃນເອກະສານຮ່າງລາຍງານການເມືອງ, ຮ່າງແຜນພັດທະນາ 5 ປີຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກ ສະໄໝທີ II ທີ່ໄດ້ວິເຄາະວິໄຈ ແລະ ຕີລາຄາຢ່າງພາວະວິໄສ, ຖືກຕ້ອງ, ເລິກເຊິ່ງ, ສ່ອງແສງເຖິງຄວາມເປັນຈິງ ແລະ ເຫັນໄດ້ເຖິງສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ພ້ອມກັນນັ້ນ ກໍເປັນເອກະພາບກ່ຽວກັບທິດທາງ ແລະ ວິທີການແກ້ໄຂບັນຫາຕ່າງໆ ເພື່ອສາມາດປະຕິບັດໃນຊຸມປີຕໍ່ໜ້າ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງນີ້, ໃຫ້ປາກົດຜົນເປັນຈິງ. ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນ ຈາກບັນດາສະຫາຍຜູ້ຕາງໜ້າໜ່ວຍພັກ ບັນດາກົມວິຊາການ, ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າຄະນະພັກຮາກຖານລັດວິສາຫະກິດ ຈໍານວນໜຶ່ງ.

ກອງປະຊຸມໃຫຍ່ຄັ້ງນີ້, ຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກ ຊຸດໃໝ່ ຈໍານວນ 23 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III ໄດ້ເປັນເອກະສັນເລືອກຕັ້ງເອົາ ຄະນະປະຈໍາພັກ ຈໍານວນ 7 ສະຫາຍ, ເລືອກເອົາ ສະຫາຍ ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ, ສະຫາຍ ແກ້ວວິສຸກ ໂສລະພົມ ເປັນຮອງເລຂາຄະນະພັກ. ພ້ອມນີ້, ຍັງໄດ້ເລືອກເອົາ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ເປັນປະທານກວດກາພັກ, ສະຫາຍ ນາງ ສຸພາລັກ ສີລາເພັດ ແລະ ສະຫາຍ ມັງກອນ ແກ້ວຄໍາດີ ເປັນຮອງປະທານກວດກາພັກ.

ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ໃຫ້ທິດຊີ້ນໍາອັນສໍາຄັນໃຫ້ແກ່ຄະນະພັກ ແລະ ບັນດາຜູ້ແທນກອງປະຊຸມໃຫຍ່ ກໍຄື ທົ່ວສະມາຊິກພັກ-ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອພ້ອມກັນສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າສູ່ຕົວຈິງໃນການສ້າງ ແລະ ປັບປຸງນິຕິກໍາ ຕິດພັນກັບການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະ ການສື່ສານ, ປັບປຸງກົນໄກວິທີການຄຸ້ມຄອງ, ນໍາໃຊ້ເຄື່ອງມືເຕັກໂນໂລຊີໃໝ່ທີ່ທັນສະໄໝເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ປະຕິບັດກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດທີ່ກໍານົດໄວ້; ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ-ໜັກແໜ້ນ, ບໍາລຸງກໍ່ສ້າງພະນັກງານໃຫ້ມີຄຸນນະພາບສູງ ເພື່ອຮອງຮັບໜ້າທີ່ການເມືອງໃນໄລຍະໃໝ່ເພື່ອກ້າວເຂົ້າສູ່ເສດຖະກິດດິຈິຕອນ ຢ່າງມີປະສິດທິຜົນສູງ.

ຂ່າວ: ອະນຸກໍາມະການຂະບວນການ-ໂຄສະນາຂ່າວສານ

ສ.ອາເມລິກາ ກຽມຈະເກັບພາສີ 50% ຕໍ່ສິນຄ້າທີ່ນຳເຂົ້າຈາກອິນເດຍ

0

ວິທະຍຸສາກົນແຫ່ງ ສປ ຈີນ, ກະ​ຊວງ​ຮັກ​ສາຄວາມ​ໝັ້ນ​ຄົງແຫ່ງ​ດິນ​ແດນ​​ ຂອງ ສ.ອາ​ເມ​ລິກາ​ ໄດ້​ອອກ​ແຈ້ງ​ການ​ວ່າ: ສ.​ອາ​ເມ​ລິກາ ກຽມ​ຈະ​ເກັບ​ພາ​ສີ 50% ຕໍ່​ສິນ​ຄ້າ ທີ່​ນຳ​ເຂົ້າຈາກ​ອິນ​ເດຍ ນັບ​ແຕ່​ ວັນ​ທີ 27 ສິງ​ຫາ​ນີ້ ​ເປັນ​ຕົ້ນ​ໄປ.

ພາ​ສີ​ນຳ​ເຂົ້າຈະ​ເໝາະ​ສົມ​ ສຳ​ລັບ “ສິນ​ຄ້າທີ່​ນຳ​ເຂົ້າ​ຈາກອິນ​ເດຍ​ທັງ​ໝົດທີ່​ເປັນ​ເຄື່ອງບໍ​ລິ​ໂພກ ຫລື ສົ່ງ​ເຂົ້າ​ສາງ​ເພື່ອ​ການ​ບໍ​ລິ​ໂພກ” ແລະ ອິນ​ເດຍ​ ຈະປະ​ຕິ​ບັດ​ມາດ​ຕະ​ການ ​ທີ່​ຈຳ​ເປັນ​ທຸກ​ປະ​ການເພື່ອ​ປົກ​ປ້ອງ​ ຜົນ​ປະ​ໂຫຍດ ແຫ່ງ​ຊາດ​.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ແຈ້ງ ປິດການສັນຈອນຊົ່ວຄາວ.

0

ພະແນກ ໂຍທາທິການ ແລະ ຂົນສົ່ງ ແຈ້ງ ປິດການສັນຈອນຊົ່ວຄາວ ຖະໜົນ ໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ) ແລະ ຖະໜົນ 13 ໃຕ້ (ຈຸດໜ້າສະໜາມກິລາ ຫຼັກ 16) ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອກໍ່ສ້າງວາງສາຍໃຍແກ້ວ (Fiber Optic) ທີ່ຄວບຄຸມລະບົບຂອງການຂົນສົ່ງ ລົດເມດ່ວນ ສັນຍາ CW1C ຂອງ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ.

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານ ຊາບວ່າ: ປະຈຸ ບັນ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ໄດ້ເລີ້ມກໍ່ສ້າງວາງສາຍໃຍແກ້ວ (Fiber Optic) ທີ່ ຄວບຄຸມລະບົບ ການຂົນສົ່ງ ລົດເມດ່ວນ BRT ຢູ່ ເສັ້ນທາງຖະໜົນໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ ແລະ ຖະໜົນ 13 ໃຕ້ ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນການກໍ່ສ້າງຢູ່ຈຸດດັ່ງກ່າວ ມີຄວາມຈຳເປັນຈະໄດ້ປິດບາງຊ່ອງຈະລາຈອນຊົ່ວຄາວ ໃນລະຫວ່າງວັນທີ 30-31 ສິງຫາ 205 ລາຍລະອຽດດັ່ງນີ້:

1. ວັນເສົາ ວັນທີ 30 ສິງຫາ 2025, ຊ່ວງເວລາ 09:00-17:00 ໂມງ ປິດຊົ່ວຄາວຊ່ອງທາງຈະລາຈອນ ບາງຊ່ວງຂອງເສັ້ນທາງ ຖະໜົນໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ ໄປຫາ ເຂດບ້ານ ສະພັງເມິກ) ປະມານ 50 ແມັດ.

2. ວັນອາທິດ ວັນທີ 31 ສິງຫາ 2025, ຊ່ວງເວລາ 09:00-17:00 ໂມງ ປິດຊົ່ວຄາວຊ່ອງທາງຈະລາຈອນ ບາງຊ່ວງຂອງເສັ້ນທາງຖະໜົນ 13 ໃຕ້ ບ້ານໂພຄໍາ (ໜ້າສະໜາມກິລາ ຫຼັກ16) ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ມຽນມາ ຈັດກອງປະຊຸມເວທີປຶກສາຫາລື ວ່າດ້ວຍຄວາມປອດໄພ ດ້ານການທ່ອງທ່ຽວຈີນ-ອາຊຽນ

0

ວິທະຍຸສາກົນແຫ່ງ ສປ ຈີນ, ວັນ​ທີ 25 ສິງ​ຫາ​ນີ້, ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື ​ວ່າ​ດ້ວຍ ​ຄວາມ​ປອດ​ໄພ ​ດ້ານ​ການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຢາງ​ກຸງ​ ຂອງ​ມຽນ​ມາ, ເພື່ອ​ຄົ້ນ​ຄວ້າ​ ວິ​ທີ​ແກ້​ໄຂ ​ທີ່​ຕິດ​ແທດ​ຕົວ​ຈິງ ແລະ ສ້າງ​ກົນ​ໄກ​ ການ​ຮ່ວມ​ມື ກ່ຽວ​ກັບ​ ການ​ສ້າງ​​ຄວາມ​ເຂັ້ມ​ແຂງ​ ດ້ານ​ຄວາມ​ປອດ​ໄພ ຊຸກ​ຍູ້​​ການພັດ​ທະ​ນາ​ ການ​ທ່ອງ​ທ່ຽວ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ຂອງ​ພາກ​ພື້ນ. ທ່ານ ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່​ ອາ​ຊຽນ​ ໄດ້​ກ່າວ​ຄຳ​ປາ​ໄສ ​ຜ່ານ​ທາງວີ​ດີ​ໂອ​ວ່າ ບັນ​ດາ​ປະ​ເທດ​ ສະ​ມາ​ຊິກ​ ອາ​ຊຽນ​ ຄວນ​ແບກ​ຫາບ​ ຄວາມ​ຮັບ​ຜິດ​ຊອບ​ ຮ່ວມ​ກັນ, ຮ່ວມ​ມື​ກັນ ​ເສີມ​ສ້າງ​ສິ່ງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ລົງ​ເລິກ​ການ​ຮ່ວມ​ມື​ ດ້ານ​ຄວາມ​ປອດ​ໄພ, ຊຸກ​ຍູ້​​​ການພັດ​ທະ​ນາ​ ການ​ທ່ອງ​ທ່ຽວ, ເພີ່ມ​ທະ​ວີ​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ດ້ານ​ວັດ​ທະ​ນະ​ທຳ. ອາ​ຊຽນ ແລະ ສປ ຈີນ​ ມີ​ກຳ​ລັງ​ແຮງ​ບົ່ມ​ຊ້ອນ ​ອັນ​ໃຫຍ່ຫລວງ ​ໃນ​ການ​ຮ່ວມ​ມື ​ດ້ານ​ການ​ທ່ອງ​ທ່ຽວ, ຄວນ​ຊຸກ​ຍູ້​ ການ​ຮ່ວມ​ມື ​ເພື່ອ​ຮັກ​ສາ​ຄວາມ​ປອດ​ໄພ ​ດ້ານ​ການ​ທ່ອງ​ທ່ຽວ ​ລະ​ຫວ່າ​ງ​ອາ​ຊຽນ​ກັບ ສປ ຈີນ ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ​ເພື່ອສ້າງ​ຕົວ​ແບບ ​ຂອງ​ການ​ພັດ​ທະ​ນາ ແລະ ​ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ. ໃນ​ໄລ​ຍະ​ດຳ​ເນີນ ກອງ​ປະ​ຊຸມ​ ດັ່ງ​ກ່າວ, ຝ່າຍ​ຕ່າງໆ ​ທີ່​ເຂົ້າ​ຮ່ວມ ກອງ​ປະ​ຊຸມ ​ໄດ້​ປຶກ​ສາ​ຫາ​ລື ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ ເຊັ່ນ: ​ການຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ ດ້ານ​ຄວາມ​ປອດ​ໄພ​ ໃນ​ພາກ​ພື້ນ, ການ​ປະ​ສານ​ງານ​ດ້ານ​ນະ​ໂຍ​ບາຍ ແລະ ​ວິ​ທີ​ປະ​ຕິ​ບັດ​ຂອງ​ທຸກ​ປະ​ເທດ, ອົບ​ຮົມ​ຕຳຫຼວດ​ດ້ານ​ການ​ທ່ອງ​ທ່ຽວ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່​ ເພື່ອ​ສ້າງ​ລະ​​ບົບນິ​ເວດ ແລະ ຮູບ​ແບບ ​ການ​ບໍ​ລິ​ຫານ ການ​ທ່ອງ​ທ່ຽວ ​ທີ່​ປອດ​ໄພ ແລະ​ອື່ນໆ, ພ້ອມ​ທັງ​ ໄດ້​ຮັບ​ຮອງ​ຂໍ້​ລິ​ເລີ່ມ​ ການ​ຮ່ວມ​ມືເພື່ອ​ຄວາມ​ປອດ​ໄພ​ ດ້ານ​ການ​ທ່ອງ​ທ່ຽວ​ ທີ່​ສະ​ເໜີ​ໂດຍ ​ສູນ​ຈີນ-ອາ​ຊຽນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ອົງຄະນະພັກແຂວງຫລວງນໍ້າທາ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IX

0

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫລວງນໍ້າທາ ຄັ້ງທີ IX ຈັດຂຶ້ນໃນວັນທີ 25-26 ສິງ ຫາ 2025 ຢູ່ຫໍວັດທະນະທຳແຂວງ ໂດຍການເປັນປະທານຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫລວງນໍ້າທາ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະ ທານອົງການກວດກາແຫ່ງລັດ, ຜູ້ຊີ້ນຳແຂວງຫລວງນໍ້າທາ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການ ສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະນັກງານອະວຸໂສບຳນານ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ວຽງສະຫວັດ ສີພັນດອນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ໄດ້ຜ່ານບັນດາເອກກະສານຕ່າງໆ ເປັນຕົ້ນ ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ, ບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII, ບົດປະກອບຄໍາເຫັນ ໃນຫົວຂໍ້ “ບົດຮຽນການຮັບມື ແລະ ການແກ້ໄຂຜົນກະທົບໄພພິບັດນໍ້າຖ້ວມ 2024”, “ການຈັດຕັ້ງປະຕິບັດວາລະ ແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ”, “ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (ການຈັດເກັບລາຍຮັບເຂົ້າງົບປະມານ)”,“ບົດຮຽນການລ້ຽງປາເປັນສິນ ຄ້າ”.

ໃນກອງປະຊຸມ ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມາດຖານເງື່ອນໄຂຜູ້ ສະໝັກເລືອກຕັ້ງ ແລະ ປະກາດລາຍຊື່ຜູ້ອອກສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງຊຸດໃໝ່. ຈາກນັ້ນ ກອງປະຊຸມກໍໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກແຂວງຫລວງນໍ້າທາ ຊຸດໃໝ່ ເຊິ່ງມີຜູ້ ອອກສະໝັກເລືອກຕັ້ງທັງໝົດ 38 ສະຫາຍ, ຍິງ 7 ສະຫາຍ. ບັນດາສະຫາຍຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະ ໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ສະໄໝທີ IX ຈໍານວນ 33 ສະຫາຍ, ຍິງ 4 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເລືອກເອົາຄະນະປະຈໍາພັກແຂວງ 11 ສະຫາຍ, ຍິງ 0 ສະຫາຍ, ເລືອກເອົາ ສະຫາຍ ວຽງສະຫວັດ ສີພັນດອນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄໍາຟອງ ອິນມານີ ແລະ ສະຫາຍ ອ່ອນຈັນ ຄໍາພາວົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາສະຫາຍ ບຸນທອນ ສີສະຫວັນ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ຈັນທະໜອມ ຂັນທະລາດ, ສະຫາຍ ພຸດທະສອນ ສີຫານາກ, ສະຫາຍ ແຝງທາ ຮັກບຸນໂຮມ ເປັນຮອງປະທານຄະນະກວດກາພັກແຂວງ. ພ້ອມນີ້ ກອງປະຊຸມຍັງ ໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 17 ສະຫາຍ, ຍິງ 1 ສະຫາຍ ແລະ ສຳຮອງ 3 ສະຫາຍ ເພື່ອເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

ໂອກາດນີ້, ສະຫາຍ ຄຳພັນ ພົມມະທັດ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກ້ອງປະຊຸມ ແລະ ເນັ້ນໃຫ້ຄະນະບໍລິຫານ ງານພັກຊຸດໃໝ່ ເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບສູງໃນຄະນະບໍລິຫານງານພັກ (ສະໄໝທີ IX) ເພື່ອເປັນຄັນທຸງອັນເຂັ້ມແຂງ ໃຫ້ແກ່ຄວາມສາມັກຄີເອກະພາບໃນທົ່ວອົງຄະນະພັກ,ໄດ້ຮັບການສະໜັບສະ ໜູນ ຈາກປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ເປັນກອງນໍາໜ້າ ແລະ ສູນບັນຊາການ ໃນການລະດົມທຸກກຳລັງແຮງ ຂອງສັງຄົມໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃຫ້ປະກົດຜົນເປັນຈິງ; ເຊີດຊູຄວາມຮັບຜິດຊອບການ ເມືອງຂອງຄະນະພັກ ແລະ ຍົກສູງຄວາມຮັບຜິດຊອບການປະຕິບັດໜ້າທີ່ຂອງແຕ່ລະສະຫາຍ, ສຸມໃສ່ແກ້ໄຂບັນຫາ ຕົວຈິງ, ສ້າງການຫັນປ່ຽນແຂງແຮງເລິກເຊິ່ງ ແລະ ຮອບດ້ານ, ການນໍາພາຈັດຕັ້ງປະຕິບັດວຽກງານຂອງຄະນະ ພັກຕ້ອງປະສານສົມທົບຢ່າງກົມກຽວ ລະຫວ່າງບັນຫາທີ່ເປັນພື້ນຖານຍາວນານ ແລະ ເປັນຍຸດທະສາດກັບວຽກງານ ເຄັ່ງຮ້ອນຮີບດ່ວນ, ຫລີກເວັ້ນການປະຕິບັດແບບຕຳອັນໃດເຮັດອັນນັ້ນ; ຄະນະພັກແຂວງ ແລະ ການຈັດຕັ້ງແຕ່ລະ ຂັ້ນຕ້ອງຮຽນຮູ້ກຳສະພາບແຕ່ລະຂົງເຂດ, ປຶກສາຫາລື, ຕົກລົງ ແລະ ຊີ້ນຳປະຕິບັດຢ່າງຕໍ່ເນື່ອງ, ເປັນລະບົບແທດ ເໝາະຕົວຈິງສອດຄ່ອງກັບຈິດໃຈ ແລະ ຄາດໝາຍມະຕິກອງປະຊຸມໃຫຍ່, ສ້າງການຫັນປ່ຽນຕົວຈິງທີ່ຕັ້ງໜ້າ ແລະ ພົ້ນເດັ່ນ, ປະຕິບັດແບບແຜນນໍາພາທີ່ວ່າ “ເຮັດຮອດໃສກວດກາປະເມີນຜົນຮອດຫັ້ນ, ເຫັນປັດໄຈຕັ້ງໜ້າຕ້ອງສົ່ງ ເສີມ ເຫັນຄວາມອືດອາດຊັກຊ້າ ຫລື ຄວາມຜິດພາດຕ້ອງແກ້ໄຂທັນການ”; ເອົາໃຈໃສ່ປຸກລະດົມຂະບວນການ ແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບການປັບປຸງຍົກລະດັບປະສິດທິຜົນການເຄື່ອນໄຫວຂອງ ແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ເຮັດໃຫ້ການເຊື່ອມຊຶມ, ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫລວງນໍ້າທາ ໃນຄັ້ງນີ້ ສອດຫ້ອຍໃນທຸກການເຄື່ອນໄຫວ ການເມືອງ, ການນໍາພາແນວຄິດ; ຍູ້ແຮງການເຄື່ອນໄຫວປັບປຸງໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອຮັບ ປະກັນປະສິດທິຜົນໃນການເຄື່ອນໄຫວນຳພາ-ຊີ້ນຳຂອງການຈັດຕັ້ງພັກແຕ່ລະຂັ້ນ, ເພີ່ມທະວີວຽກງານກວດກາການ ເມືອງຂອງພັກນັບແຕ່ການຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍບັນດາມະຕິ, ຄຳສັ່ງ ຈົນຮອດກວດກາຄວາມຮັບຜິດຊອບ ການເມືອງ ກໍຄື ການປະເມີນຄວາມຮູ້, ຄວາມສາມາດຂອງພະນັກງານ, ສະມາຊິກພັກ; ຜັນຂະຫຍາຍຜົນສຳເລັດ ກອງປະຊຸມໃຫຍ່ຄັ້ງທີ IX ໃຫ້ແຂງແຮງແຕ່ຫົວທີ ແລະ ເປັນລະບົບຕໍ່ເນື່ອງ, ປະຊາສໍາພັນຢ່າງກວ້າງຂວາງທົ່ວສັງ ຄົມ, ສືບຕໍ່ປຸກບັນຍາກາດ ແລະ ຂະບວນການການເມືອງໃຫ້ຟົດພື້ນ ເພື່ອກ້າວເຖິງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຮີບຮ້ອນຮັບຮອງແຜນດໍາເນີນງານຂອງຄະນະບໍລິຫານງານ, ແບ່ງງານໃຫ້ແຕ່ລະສະຫາຍຄຽງຄູ່ກັບການ ສ້າງ ແລະ ປັບປຸງແບບແຜນນຳພາວິທີເຮັດວຽກໃນຄະນະພັກ ເພື່ອເຮັດໃຫ້ທຸກຂົງເຂດວຽກງານຮັບປະກັນມີການນໍາ ພາຂອງຄະນະພັກ ແລະ ເລີ່ມຈັດຕັ້ງຜັນຂະຫຍາຍມະຕິ IX ຢ່າງເປັນຂະບວນແຕ່ຫົວທີ.

ສະພາການສຶກສາຊັ້ນສູງແຫ່ງຊາດດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2

0

ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 27 ສິງຫາ 2025 ໂດຍການເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາ ສະມາຊິກສະພາການສຶກສາຊັ້ນສູງແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນປຶກສາຫາລືຫລາຍບັນຫາທີ່ສໍາຄັນ ເປັນຕົ້ນ ພິຈາລະນາຮັບຮອງຕຳແໜ່ງວິຊາການຄູ ຂັ້ນສາດສະດາ ຈານ, ຮອງສາດສະດາຈານ; ການຍົກລະດັບວິທະຍາໄລ ເປັນສະຖາບັນການສຶກສາຊັ້ນສູງ; ການພັດທະນາຂະແໜງການຍ່ອຍການສຶກສາຊັ້ນສູງ ແລະ ປຶກສາຫາລືກ່ຽວກັບການພັດທະນາການສຶກສາຊັ້ນສູງ. ທັງນີ້, ກໍເພື່ອແນໃສ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນ.

ສະພາການສຶກສາຊັ້ນສູງແຫ່ງຊາດ ແມ່ນການຈັດຕັ້ງໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນ, ມີໜ້າທີ່ຕິດຕາມ, ຊຸກຍູ້, ສົ່ງເສີມວຽກງານການສຶກສາຊັ້ນສູງ, ການຄົ້ນຄວ້າວິທະຍາສາ, ການພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ ໃນສາຍການສຶກສາຊັ້ນສູງໃຫ້ໄດ້ມາດຕະຖານ, ມີຄຸນນະພາບ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ຍັງໄດ້ຮຽກຮ້ອງ ໃຫ້ຜູ້ເຂົ້າຮ່ວມ ກອງປະຊຸມ ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ຄຳເຫັນຕໍ່ແຕ່ລະບັນຫາຢ່າງ ກົງໄປກົງມາ, ພາວະວິໄສ, ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນຖານະສະມາຊິກ ສະພາການສຶກສາຊັ້ນສູງ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງ, ການຄົ້ນຄວ້າບັນຫາ ຕ້ອງອີງໃສ່ບັນດາລະບຽບການ, ນິຕິກຳ ທີ່ໄດ້ກຳນົດໄວ້. ພ້ອມດຽວກັນນັ້ນ, ກໍຕ້ອງຄໍານຶງ ເຖິງສະພາບ, ເງື່ອນໄຂຄວາມເປັນຈິງຂອງປະເທດເຮົາ, ຫລີກເວັ້ນທັດສະນະຄຳພີຕາຍຕົວ ຫລື ອີງໃສ່ແຕ່ບົດຮຽນຂອງຕ່າງປະເທດ ໂດຍບໍ່ຄໍານຶງເຖິງສະພາບແວດລ້ອມພາຍໃນ ປະເທດຂອງພວກເຮົາ. ອີກດ້ານໜຶ່ງ ກໍຕ້ອງຄໍານຶງເຖິງລະບຽບການ, ຫລັກການສາກົນ ເພື່ອເຮັດແນວໃດ ໃຫ້ການສຶກສາລາວສະເພາະ ແມ່ນການສຶກສາຊັ້ນສູງ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ເປັນທີ່ຍອມຮັບຂອງສາກົນ ເທື່ອລະກ້າວ.

ຂ່າວ: ທະນູທອງ

ພາບ: ຂັນໄຊ