Friday, September 19, 2025
Home Blog Page 13

ການປູກກາເຟເປັນສິນຄ້າ ພາໃຫ້ຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກ

0

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ປັດຈຸບັນກາເຟ ໄດ້ຮັບຄວາມນິຍົມຈາກສັງຄົມເປັນຈຳນວນຫລາຍ. ພ້ອມນີ້, ການປູກກາເຟເປັນສິນຄ້າຍັງສາມາດສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ປະຊາຊົນ ເຮັດໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ດັ່ງຄອບຄົວຂອງທ່ານ ຄໍາຈັກ ກອນບຸດເຕີ ຢູ່ບ້ານກໍາກອກ ເມືອງທ່າແຕງ ແຂວງເຊກອງ.

ທ່ານ ຄໍາຈັກ ກອນບຸດເຕີ ໄດ້ລາຍງານ ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງເຊກອງ ຄັ້ງທີ XI ໃນວັນທີ 28 ສິງຫາ 2025 ຜ່ານມາວ່າ: ພາຍໃນຄອບຄົວຕົນເອງ ມີຈໍານວນພົນ 6 ຄົນ ຍິງ 3 ຄົນ ໃນນີ້, ມີແຮງງານຕົ້ນຕໍ 4 ຄົນ ແລະ ແຮງງານສໍາຮອງ 2 ຄົນ. ກ່ອນປີ 2015 ແມ່ນຢຶດຖືການເຮັດນາປູກເຂົ້າເປັນອາຊີບຕົ້ນຕໍ ແລະ ລ້ຽງສັດເປັນສຳຮອງ ແຕ່ກໍຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ, ສະພາບຄອບຄົວມີຄວາມຂາດເຂີນ. ຍ້ອນມີແນວທາງນະໂຍບາຍຂອງພັກ-ລັດໃນການຊຸກຍູ້ສົ່ງເສີມການຜະລິດກະສິກຳ ແລະ ອຸດສາຫະກຳເປັນສິນຄ້າ ບ່ອນທີ່ມີທ່າແຮງບົ່ມຊ້ອນ ໂດຍສະເພາະ ຄອບຄົວຂອງຕົນ ມີເນື້ອທີ່ດິນ, ແຮງງານ ບວກກັບທຶນຮອນສະສົມຈໍານວນໜຶ່ງ ແລະ ໄດ້ກູ້ຢືມເງິນຈາກທະນາຄານນະໂຍບາຍຈຳນວນ 30 ລ້ານກີບ ແລະ ໄດ້ຕັດສິນໃຈຫັນປ່ຽນອາຊີບຈາກການເຮັດນາປູກເຂົ້າມາລົງທຶນປູກກາເຟກາງໃນເນື້ອທີ່ 0,8 ເຮັກຕາ ຊຶ່ງໄດ້ລົງທຶນໃນເບື້ອງຕົ້ນປະມານ 16 ລ້ານກີບ (ຊື້ແນວພັນ, ບຸກເບີກ, ຝຸ່ນ, ອຸປະກອນ ແລະ ອື່ນໆ); ການປູກກາເຟໃນໄລຍະທຳອິດ ແມ່ນພົບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນທຶນຈຳກັດ, ປະສົບການ ແລະ ເຕັກນິກການປູກບໍ່ທັນຫລາຍ, ຜົນຜະລິດກາເຟໄດ້ໜ້ອຍບໍ່ສົມຄູ່ກັບການລົງທຶນ. ຕໍ່ມາ, ຄະນະພັກ-ອົງການປົກຄອງເມືອງ ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄດ້ລົງຕິດຕາມໃຫ້ຄຳແນະນໍາດ້ານເຕັກນິກການປູກ, ການບົວລະບັດຮັກສາ ແລະ ການເກັບກ່ຽວ. ພ້ອມກັນນັ້ນ, ຕົນເອງກໍຍັງໄດ້ໄປຊອກຮູ້ຮໍ່າຮຽນ, ແລກປ່ຽນບົດຮຽນນໍາຜູ້ມີປະສົບການ ກໍຄື ຜູ້ປະກອບການ ແລະ ບໍລິສັດຕ່າງໆ ເພື່ອນໍາມາໝູນໃຊ້ ຊຶ່ງພາຍຫລັງມີບົດຮຽນ, ມີເຕັກນິກການປູກ ແລະ ການບົວລະບັດຮັກສາ ເຮັດໃຫ້ຜົນຜະລິດກາເຟເພີ່ມຂຶ້ນໃນແຕ່ລະປີ. ໃນປີ 2018 ຄອບຄົວຂອງຕົນ ມີລາຍຮັບຈາກການຂາຍກາເຟປະມານ 180 ລ້ານກີບ, ໃນປີ 2019 ຈຶ່ງໄດ້ຊື້ດິນເພີ່ມອີກ 1,4 ເຮັກຕາ ລວມເປັນ 2,2 ເຮັກຕາ, ລົງທຶນຕື່ມອີກ 65 ລ້ານກີບ (ສ່ວນແຮງງານແມ່ນນໍາໃຊ້ແຮງງານໃນຄອບຄົວ) ແລະ ໃນປີ 2022 ເກັບກູ້ຜົນຜະລິດກາເຟກາງ (ໝາກແດງ) ໄດ້ 57,2 ໂຕນ (ສະມັດຕະພາບສະເລ່ຍ 26 ໂຕນ/ເຮັກຕາ), ມີລາຍຮັບຈາກການຂາຍຜົນຜະລິດກາເຟປະມານ 1,02 ຕື້ກວ່າກີບ, ສະເລ່ຍລາຍຮັບໃສ່ຈໍານວນພົນໃນຄອບຄົວໄດ້ປະມານ 171,6 ລ້ານກີບ/ຄົນ/ປີ ແລະ ໃນປີ 2023 ໄດ້ກູ້ຢືມເງິນຈາກທະນາຄານນະໂຍບາຍຕື່ມອີກ 300 ລ້ານກີບ ສົມທົບທຶນທີ່ມີຊື້ດິນເພີ່ມອີກ 6 ເຮັກຕາ ປັດຈຸບັນມີເນື້ອທີ່ປູກກາເຟລວມທັງໝົດ 8,2 ເຮັກຕາ, ຄາດຄະເນຜົນຜະລິດກາເຟ (ໝາກແດງ) ໃນທ້າຍປີ 2025 ປະມານ 213,2 ໂຕນ ແລະ ຄາດຄະເນລາຍຮັບຈາກການຂາຍຜົນຜະລິດກາເຟປະມານ 3,8 ຕື້ກີບ, ໂດຍລວມແລ້ວ ການປູກກາເຟເປັນສິນຄ້າເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນເປັນກ້າວໆ. ປັດຈຸບັນມີເຮືອນຢູ່ຖາວອນ 1 ຫລັງ, ມີຮ້ານຂາຍເຄື່ອງ 1 ຮ້ານ, ລົດໃຫຍ່ 2 ຄັນ, ມີເງິນເກັບຈໍານວນໜຶ່ງ ແລະ ມີທຶນຮອນໃນການສົ່ງເສີມລູກເຂົ້າໂຮງຮຽນ. ນອກຈາກນີ້, ຕົນເອງຍັງໄດ້ນໍາເອົາບົດຮຽນ ແລະ ເຕັກນິກການປູກກາເຟ ທີ່ໄດ້ຮຽນຮູ້ໄປເຜີຍແຜ່, ແນະນໍາ, ຊຸກຍູ້ປຸກລະດົມປະຊາຊົນພາຍໃນບ້ານຜູ້ທີ່ມີເງື່ອນໄຂ ແລະ ທ່າແຮງຫັນມາປູກກາເຟ ເພື່ອສ້າງລາຍຮັບໃຫ້ຄອບຄົວເພີ່ມຂຶ້ນ.

ທ່ານ ຄໍາຈັກ ກອນບຸດເຕີ ໃຫ້ຮູ້ຕື່ມວ່າ: ຜົນສໍາເລັດທີ່ກ່າວມານັ້ນ, ແມ່ນຍ້ອນມີແນວທາງນະໂຍບາຍອັນຖືກຕ້ອງ ຂອງພັກ-ລັດ ບວກກັບຄວາມອົດທົນ, ດຸໝັ່ນພາກພຽນ, ຊອກຮູ້ຮໍ່າຮຽນ, ກ້າຄິດ ແລະ ເຮັດໃນສິ່ງທີ່ຖືກຕ້ອງຕາມລະບຽບກົດໝາຍຂອງບ້ານເມືອງ ກໍຈະເຮັດໃຫ້ຄອບຄົວປະສົບຜົນສໍາເລັດ, ມີຢູ່ມີກິນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆມາ.

ຂ່າວ: ສັນຍາ

ນາຍົກລັດຖະມົນຕີ ຮ່ວມເປີດນໍາໃຊ້ເສັ້ນທາງ ແບບມີສ່ວນຮ່ວມ ຢູ່ບ້ານໂພນໄຊ ນະຄອນປາກເຊ

0

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີເປີດນໍາໃຊ້ເສັ້ນທາງເບຕົງ ແບບມີສ່ວນຮ່ວມ ບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 29 ສິງຫາ 2025 ນີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍການນຳຂັ້ນສູງຈາກສູນກາງ, ແຂວງ, ນະຄອນປາກເຊ, ນັກທຸລະກິດ-ຜູ້ປະກອບ ການ ແລະ ປະຊາຊົນໃນນະຄອນປາກເຊ ເຂົ້າຮ່ວມ.

ໃນພິທີ, ທ່ານ ສຸພາບ ທຳມະຮັກສາ ເລຂາພັກນະຄອນ ໄດ້ລາຍງານກ່ຽວກັບການກໍ່ສ້າງ, ປັບປຸງ ຍົກລະດັບເສັ້ນທາງບ້ານໂພນໄຊ ຈາກເສັ້ນທາງປູຢາງ ມາເປັນເສັ້ນທາງເບຕົງ ໃນຮູບແບບສົມທົບທຶນລະຫວ່າງພາກລັດ,​ ສັງຄົມ ແລະ ປະຊາຊົນ ມີສ່ວນຮ່ວມ. ບ້ານໂພນໄຊ ໄດ້ຮັບການຢັ້ງຢືນ ເປັນບ້ານພັດທະນາ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຈຳປາສັກ ສະບັບເລກທີ 1571/ຈຂ.ຈສ, ລົງວັນທີ 29 ພະຈິກ 2011 ແລະ ໄດ້ປະກາດ ເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 181/ຈຂ.ຈສ ລົງວັນທີ 28 ກຸມພາ 2023 ເຊິ່ງເປັນບ້ານທໍາອິດ ຂອງແຂວງຈໍາປາສັກ. ໂດຍກອງປະຊຸມເລຂາ-ຮອງເລຂາພັກແຂວງ ສະໄໝວິສາມັນ ຄັ້ງວັນທີ 28 ເມສາ 2025 ໄດ້ຄົ້ນ ຄວ້າ, ປຶກສາຫາລື ໃນຫົວຂໍ້ສະເພາະ ທີ່ຕິດພັນກັບນະຄອນ ໂດຍສະເພາະ ການສ້ອມແປງ-ກໍ່ສ້າງເສັ້ນທາງບ້ານໂພນໄຊ, ເຊິ່ງໄດ້ຊີ້ນຳໃຫ້ນະຄອນປາກເຊ ສົມທົບກັບພາກສ່ວນກ່ຽວຂ້ອງ ລົງສຳຫລວດ ເພື່ອປັບປຸງ, ສ້ອມແປງ ເສັ້ນທາງດັ່ງກ່າວ. ຈາກນັ້ນ ເຈົ້າແຂວງຈຳປາສັກ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 542/ຈຂ.ຈສ, ລົງວັນທີ 21 ພຶດສະພາ 2025 ວ່າດ້ວຍການອະນຸມັດໃຫ້ນະຄອນປາກເຊ ຈັດຕັ້ງປະຕິບັດການປັບປຸງ, ສ້ອມແປງເສັ້ນທາງ ບ້ານໂພນໄຊ ນະຄອນປາກເຊ ໃນຮູບແບບສົມທົບທຶນ ລະຫວ່າງລັດ ແລະ ສັງຄົມມີສ່ວນຮ່ວມ ເຊິ່ງມີມູນຄ່າການກໍ່ສ້າງທັງໝົດ 10 ຕື້ກີບ ທັງນີ້ກໍເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແນໃສ່ສ້າງບ້ານໂພນໄຊ ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ໃນຮູບແບບຕະຫລາດກາງຄືນ ໃນຕໍ່ໜ້າ.

ສໍາລັບການກໍ່ສ້າງເສັ້ນທາງ ມີຄື: ເສັ້ນທາງເລກທີ 24 (ແຕ່ໂຮງແຮມດາວວຽງ ຫາ ເສັ້ນທາງ 4 ແຍກ ຮ້ານແຄນນອນ) ມີຄວາມຍາວ 320 ແມັດ, ກວ້າງ 12 ແມັດ, ມີຄວາມໜາ 23 ຊັງຕີແມັດ, ມີຮ່ອງລະບາຍນ້ຳ ລະບົບທໍ່ແບບໂຕຢູ ( U ) ແລະ ທາງຄົນຍ່າງ ກວ້າງເບື້ອງລະ 1,5 ແມັດ; ເສັ້ນທາງເລກທີ 46 (ແຕ່ 4 ແຍກໂພນບົກ ຫາ ຫລັງໂຮງຮຽນ ມສ ໂພນໄຊ) ມີຄວາມຍາວ 420 ແມັດ, ກວ້າງ 9 ແມັດ, ຄວາມໜາ 23 ຊັງຕີແມັດ, ມີຮ່ອງລະບາຍນ້ຳ ລະບົບທໍ່ແບບໂຕຢູ ( U ) ແລະ ທາງຄົນຍ່າງກວ້າງ ເບື້ອງລະ 1,5 ແມັດ.

ໃນພິທີດັ່ງກ່າວ, ຜູ້ເຂົ້າຮ່ວມ ຍັງໄດ້ທ່ຽວຊົມຕະຫລາດວາງສະແດງສິນຄ້າ, ຜະລິດຕະພັນໂອດັອບ ຂອງແຕ່ລະພາກສ່ວນນໍາມາວາງສະແດງຕື່ມອີກ. ພ້ອມນີ້, ຍັງໄດ້ມີການມອບ-ຮັບທຶນປະກອບສ່ວນເຂົ້າໃນການກໍ່ສ້າງເສັ້ນທາງດັ່ງກ່າວ ຄື: ທະນາຄານພັດທະນາລາວ 7 ຕື້ກີບ, ອົງການປົກຄອງແຂວງຈຳປາສັກ 1,5 ຕື້ກີບ, ອົງການປົກຄອງນະຄອນປາກເຊ, ປະຊາຊົນບ້ານໂພນໄຊ ແລະ 9 ບ້ານເທສະບານ 1,5 ຕື້ກີບ.

ຂ່າວ-ພາບ: ຈັນທະວີສັກ

ແຈ້ງເຕືອນພາຍຸໝຸນເຂດຮ້ອນໜອງຟ້າ (Nongfa) ປະຈໍາວັນທີ 30 ສິງຫາ 2025

0

ແຈ້ງເຕືອນພາຍຸໝຸນເຂດຮ້ອນໜອງຟ້າ (Nongfa) ປະຈໍາວັນທີ 30 ສິງຫາ 2025, ເວລາ 16:00 ໂມງ. ພາຍຸດີເປຊັນ TD ໄດ້ເພີີ່ມກໍລັງແຮງຂຶ້ນກາຍເປັນພາຍຸໝູນເຂດຮ້ອນໜອງຟ້າ (Nongfa) ຫົວທີ 14 ປະຈໍາປີ 2025, ພາຍຸຫົວນີີ້ຍັງສືບຕໍ່ເຄື່ອນທີໍ່ໄປທາງດ້ານຕາເວັນຕົກ-ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ຈະເຄື່ອນທີ່ຂຶ້ນຝັ່ງທາງເໜືອ ແລະ ພາກກາງຂອງ ສສ ຫວຽດນາມ ໃນມື້ນີີ້. ຈາກນັ້ນຈະສືບຕໍ່ເຄື່ອນທີ່ຜ່ານພາກກາງ ແລະ ພາກໃຕ້ຂອງ ສປປ ລາວ. ຊ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ຕົກປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ ຫາ ໜັກຫລາຍ ພ້ອມຈະມີລົມພັດແຮງຢູູ່ບາງທ້ອງຖິ່ນ.

ດັັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັັ້ງທຸກພາກສ່ວນ

ໃນແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ກັບສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມຍື່ງ ແລະ ນ້ຳຖ້ວມອັັ່ງໃນຕົວເມືອງ.

ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍໍເນື່ອງ.

ຮອດປີ 2035 ຈີນຈະສ້າງຕົວເມືອງປະຊາຊົນແບບທັນສະໄໝໂດຍພື້ນຖານ

0

ຂ່າວສານຊີອາໄອລາຍງານໃນວັນທີ 29 ສິງຫາ ຜ່ານມາວ່າ: ຈີນໄດ້ເຜີຍແຜ່ “ຄວາມເຫັນຂອງສູນກາງພັກກອມມູນິດຈີນ ແລະ ຄະນະລັດຖະບານຈີນ ກ່ຽວກັບການຊຸກຍູ້ການພັດທະນາຕົວເມືອງດ້ວຍຄຸນນະພາບສູງ” ຫວ່າງມໍ່ໆ ມານີ້.

ເປົ້າໝາຍຕົ້ນຕໍໃນຄວາມເຫັນດັ່ງກ່າວຄື: ເມື່ອຮອດປີ 2030, ການສ້າງຕົວເມືອງປະຊາຊົນແບບທັນສະໄໝໄດ້ຮັບຄວາມຄືບໜ້າໃຫຍ່ຫຼວງ, ນະໂຍບາຍ ແລະ ລະບຽບການທີ່ສອດຄ່ອງກັບການພັດທະນາຕົວເມືອງດ້ວຍຄຸນນະພາບສູງໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ການຫັນປ່ຽນລະຫວ່າງກຳລັງຂັບເຄື່ອນຮູບແບບໃໝ່ກັບກຳລັງຂັບເຄື່ອນຮູບແບບເກົ່າໄດ້ເລັ່ງຄວາມໄວຂຶ້ນ, ຄຸນນະພາບດ້ານຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ, ການຫັນເປັນການພັດທະນາຕາມທິດທາງສີຂຽວໄດ້ຮັບການຈັດຕັ້ງປະຕິບັດຢ່າງເລິກເຊິ່ງ, ມີພື້ນຖານຄວາມໝັ້ນຄົງທີ່ໜັກແໜ້ນ ແລະ ເຂັ້ມແຂງ, ມີສະເໜ່ທາງດ້ານວັດທະນະທຳທີ່ຈະແຈ້ງ ແລະ ລະດັບການບໍລິຫານໄດ້ຮັບການຍົກສູງຂຶ້ນຢ່າງຫຼວງຫຼາຍ; ເມື່ອຮອດປີ 2035 ຈີນຈະສ້າງເປັນຕົວເມືອງປະຊາຊົນແບບທັນສະໄໝໂດຍພື້ນຖານ.

ສໍາເລັດການຍົກລະດັບຄວາມຮູ້ ວຽກງານວິຊາສະເພາະ ໂຄສະນາອົບຮົມ

0

ໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ສໍາເລັດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ວຽກງານວິຊາສະເພາະ ໂຄສະນາອົບຮົມ ໃຫ້ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ພາຍຫຼັງດໍາເນີນມາເປັນໄລຍະເວລາ 10 ວັນ, ແຕ່ວັນທີ 18-29 ສິງຫານີ້ ທີ່ ຄອສພ, ໂດຍການເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າ ຄອສພ, ບັນດາຫົວໜ້າກົມ ທີ່ຂຶ້ນກັບ ຄອສພ ພ້ອມດ້ວຍສຳມະນາກອນເຂົ້າຮ່ວມ ຈໍານວນ 39 ຄົນ.

ການຝຶກອົບຮົມໃນຄັ້ງນີ້, ສຳມະນາກອນໄດ້ຮຽນຮູ້ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງເຕັກໂນໂລຊີດີຈີຕອນ ໃນການຫັນວຽກງານໂຄສະນາອົບຮົມໄປສູ່ທັນສະໄໝ, ວຽກງານແນວຄວາມຄິດຂອງພັກໃນໄລຍະໃໝ່, ບົດຮຽນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳຮັບໃຊ້ຂອງພັກ, ຫຼັກການຂຽນບົດວິທະຍາສາດຮັບໃຊ້ເຂົ້າໃນວຽກງານຂອງພັກ, ຫຼັກການສຳພາດຂ່າວ, ການຂຽນບົດວຽກດີຄົນເດັ່ນ, ບັນຫາພື້ນຖານຂອງວຽກງານໂຄສະນາ, ວິທະຍາສາດພື້ນຖານຈຳນວນໜຶ່ງຂອງສິລະປະການໂຄສະນາດ້ວຍປາກ, ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມ, ການຂຽນບົດລົງວາລະສານປະເພດຕ່າງໆ, ວຽກງານຫາງສຽງສັງຄົມ, ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃນສື່ແບບໃໝ່, ນຳພາ ແລະ ຄຸ້ມຄອງວຽກງານສື່ມວນຊົນ, ປັບປຸງກົງຈັກການຈັດຕັ້ງຂອງ ຄອສພ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ວຽກງານກວດກາ.

ໂອກາດນີ້, ທ່ານ ນາງ ວິລະວອນ ພັນທະວົງ ໄດ້ມີຄຳເຫັນໂອ້ລົມ ຊຶ່ງໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຜົນສໍາເລັດຊຸດຝຶກອົບຮົມດັ່ງກ່າວ, ຈາກນັ້ນທ່ານຍັງໄດ້ກ່າວວ່າ: ຕະຫຼອດໄລຍະການຝຶກອົບຮົມຜ່ານມາ, ໄດ້ຮ່ວມກັນແລກປ່ຽນຄວາມຮູ້, ປະສົບການໃນການຄົ້ນຄວ້າຮໍ່າຮຽນທີ່ຈະນໍາໄປໝູນໃຊ້ເຂົ້າໃນວຽກງານໃຫ້ນັບມື້ນັບດີຂຶ້ນ ແລະ ທ່ານຍັງເຫັນດີເປັນເອກະພາບກັບເນື້ອໃນບົດສະຫຼຸບລາຍງານຂອງຄະນະຮັບຜິດຊອບ ການຝຶກອົບຮົມໃນຄັ້ງນີ້ ຊຶ່ງເປັນການຢັ້ງຢືນເຖິງຜົນສໍາເລັດກ່ຽວກັບວຽກງານວິຊາສະເພາະ ຄອສພ ຊຶ່ງພະນັກງານ-ລັດຖະກອນຈະໄດ້ນໍາ ເອົາບັນດາບົດຮຽນທີ່ໄດ້ຈາກການຝຶກອົບຮົມ ນໍາໄປໝູນໃຊ້ຢ່າງປະດິດສ້າງເຂົ້າໃນວຽກງານວິຊາສະເພາະຕົວຈິງໃຫ້ເກີດປະໂຫຍດສູງສຸດ. ຜ່ານການຝຶກອົບຮົມຕົວຈິງ ເຫັນວ່ານັກຝຶກອົບຮົມໄດ້ເອົາໃຈໃສ່ຕິດຕາມໃນການບັນຍາຍຂອງອາຈານ, ມີຄວາມກ້າຫານຄົ້ນຄວ້າສົນທະນາແລກປ່ຽນບົດຮຽນ, ປະກອບຄໍາຄິດ, ຄໍາເຫັນ ໃນການຖາມ-ຕອບ ດ້ວຍຄວາມເອົາໃຈໃສ່.

ໃນໂອກາດດັ່ງກ່າວ, ທ່ານ ນາງ ວິລະວອນ ພັນທະວົງ ຮຽກຮ້ອງມາຍັງສໍາມະນາກອນ ຈົ່ງສືບຕໍ່ນໍາເອົາບົດຮຽນ, ຄວາມຮູ້ທີ່ໄດ້ໃນຄັ້ງນີ້ ນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃຫ້ທັນກັບສະພາບການໃນໄລຍະໃໝ່.

ກະກຽມຄວາມພ້ອມກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 23 ທີ່ ນະຄອນຫລວງວຽງຈັນ ໃນປີ 2007

0

ກອງປະຊຸມປຶກສາຫາລື ລະຫວ່າງ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານ ຊຸນ ໂຊວັນນາ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ, ຜູ້ຮັບຜິດຊອບວຽກງານຝຣັງໂກໂຟນີຂອງປະເທດ ກຳປູເຈຍ, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.

ໃນຕອນເຊົ້າຂອງວັນທີ 29 ສິງຫາ 2025 ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຊຸນ ໂຊວັນນາ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ, ຜູ້ຮັບຜິດຊອບວຽກງານຝຣັງໂກໂຟນີແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ພົບປະ ແລະ ປຶກສາຫາລື ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ກ່ຽວກັບການ ຍົກສູງການພົວພັນຮ່ວມມືໃນດ້ານຕ່າງໆຂອງສອງປະເທດ ລາວ-ກຳປູເຈຍ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ໂດຍສະເພາະ ການແລກປ່ຽນບົດຮຽນ ແລະ ປະສົບການ ໃນຖານະທີ່ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 23 ທີ່ ນະຄອນຫລວງວຽງຈັນ ໃນປີ 2007, ເພື່ອເປັນການກະກຽມຄວາມພ້ອມດ້ານຕ່າງໆ ສຳລັບ ກຳປູເຈຍ ທີ່ຈະໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ 20 ໃນທ້າຍປີ 2026.

ໃນກອງປະຊຸມປຶກສາຫາລືດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ ທ່ານ ຊຸນ ໂຊວັນນາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກຳປູເຈຍ ທີ່ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ກ່າວສະແດງຄວາມຍິນດີຕໍ່ ທ່ານ ຊຸນ ໂຊວັນນາ ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ, ຜູ້ຮັບຜິດຊອບວຽກງານຝຣັງໂກໂຟນີແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນທ້າຍ ປີ 2024, ເຊິ່ງເຫັນວ່າມັນເປັນຫນ້າທີ່ອັນມີກຽດ ແລະ ເປັນຄວາມຮັບຜິດຊອບທີ່ສໍາຄັນ ແລະ ສປປ ລາວ ມີຄວາມຍິນດີທີ່ໄດ້ມີໂອກາດພົບປະແລກປ່ຽນ ກັບຄະນະຂອງ ທ່ານ ຊຸນ ໂຊວັນນາ ໃນຄັ້ງນີ້.

ນອກຈາກນີ້, ທ່ານ ຊຸນ ໂຊວັນນາ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກຳປູເຈຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ຍ້ອງຍໍຊົມເຊີຍ ຜົນສໍາເລັດຂອງລັດຖະບານ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສຳຄັນຕ່າງໆໃນໄລຍະຜ່ານມາ ລວມທັງການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 23 ໃນປີ 2007 ທີ່ ໄດ້ຮັບໝາກຜົນຕາມຄາດໝາຍ.

ພ້ອມດຽວກັນນັ້ນ, ສອງຝ່າຍ ກໍໄດ້ຢໍ້າຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ, ສະແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການພົວພັນດ້ານການເມືອງ-ການທູດ, ການພົວພັນຮ່ວມມືດ້ານເສດຖະກິດ, ການແລກປ່ຽນວັດທະນະທຳ-ການສຶກສາ, ການຮ່ວມມືໃນຂອບອະນຸພາກພື້ນ, ພາກພື້ນ ແລະ ສາກົນ. ພ້ອມດຽວກັນ, ທັງສອງຝ່າຍຢືນຢັນຄືນຄວາມມຸ້ງຫມັ້ນໃນການສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃຫ້ແຫນ້ນແຟ້ນເຂັ້ມແຂງຍິ່ງຂຶ້ນ ແລະ ສະຫນັບສະຫນູນເຊິ່ງກັນລະກັນໃນເວທີພາກພື້ນ ແລະ ສາກົນ.

ກອງປະຊຸມປຶກສາຫາລືສອງຝ່າຍລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນດີເປັນຂີດໝາຍ ແລະ ລັກສະນະສະເພາະຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ກຳປູເຈຍ.

ກະຊວງປ້ອງກັນປະເທດ ສະຫລອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

0

ກະຊວງປ້ອງກັນປະເທດ ໄດ້ຈັດພິທີສະເຫລີມສະຫລອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025), ໃນວັນທີ 28 ສິງຫາ 2025 ໂດຍການເຂົ້າຮ່ວມຂອງ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽກນາມ ປະຈໍາ ສປປ ລາວ, ມີສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍການນໍາກະຊວງປ້ອງກັນປະເທດ, ຫ້ອງການທີ່ປຶກສາທູດການທະຫານ ສສ ຫວຽດນາມ ປະຈຳ ສປປ ລາວ, ສະມາຄົມມິດຕະພາບລາວ-ຫວຽດນາມ, ສະມາຄົມນັກທຸລະກິດ ຫວຽດນາມ ປະຈໍາ ສປປ ລາວ ແລະ ບັນດາສະຫາຍຕາງໜ້າຄະນະພັກ-ຄະນະບັນຊາ ບັນດາ ກຳລັງຫລວງ-ກຳລັງທ້ອງຖິ່ນ ພ້ອມດ້ວຍນາຍ ແລະ ພົນທະຫານ ອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

ສະຫາຍ ຫງວຽນ ມິງ ເຕິມ ໄດ້ກ່າວໃນພິທີວ່າ: ວັນທີ 2 ກັນຍາ ປີ 1945, ຢູ່ສະໜາມຫລວງບາດິ່ງ ນະຄອນຫລວງຮ່າໂນ້ຍ, ປະທານ ໂຮ່ຈີ່ມິງ ໄດ້ອ່ານບົດຖະແຫລງການປະກາດເອກະລາດ ເຊິ່ງໄດ້ປະກາດໃຫ້ທົ່ວປວງຊົນທັງຊາດ ແລະ ທົ່ວໂລກຮັບຊາບ ກ່ຽວກັບຄວາມເປັນເອກະລາດ, ອິດສະລະພາບ, ຄວາມສະເໝີພາບຂອງຊາດຫວຽດນາມ, ການສະຖາປະນາລັດສາທາລະນະລັດ ປະຊາທິປະໄຕຫວຽດນາມ, ປັດຈຸບັນ ແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ນັບແຕ່ນັ້ນເປັນຕົ້ນມາ, ປະຊາຊົນຫວຽດນາມ ໄດ້ຖືເອົາ ວັນທີ 2 ກັນຍາ ຂອງທຸກໆປີ ເປັນ “ວັນບຸນເອກະລາດ”. ຈາກດິນແດນແຫ່ງໜຶ່ງທີ່ບໍ່ມີຊື່ໃນແຜນທີ່ໂລກ, ຖືກສົງຄາມທຳລາຍຢ່າງໜັກໜ່ວງ, ໃນໄລຍະ 80 ປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຄຳສາບານແຫ່ງຄວາມເປັນເອກະລາດ ດ້ວຍແນວຄິດອັນເປັນອະມະຕະທີ່ວ່າ “ບໍ່ມີສິ່ງໃດທີ່ປະເສີດເລີດລໍ້າເໜືອກວ່າເອກະລາດ ແລະ ອິດສະລະພາບ”, ທົ່ວປວງຊົນທັງຊາດຫວຽດນາມ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ຮ່ວມກັບນໍ້າໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງ ນໍາເອົາການປະຕິວັດຂອງຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່, ປະຕິບັດສຳເລັດພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ໄດ້ປະຕິບັດພາລະກິດປ່ຽນແປງໃໝ່ສຳເລັດຜົນ, ກ້າວໄປສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

ພ້ອມນີ້, ສະຫາຍ ຫງວຽນ ມິງ ເຕິມ ຍັງກ່າວໃຫ້ຮູ້ວ່າ: ຈາກພື້ນຖານເສດຖະກິດທີ່ຫລ້າຫລັງ, ຫວຽດນາມ ໄດ້ບືນຕົວຂຶ້ນມາຢູ່ອັນດັບທີ 32 ຂອງໂລກ ດ້ານພື້ນຖານເສດຖະກິດ, ຢູ່ໃນກຸ່ມ 20 ພື້ນຖານເສດຖະກິດແຖວໜ້າດ້ານການຄ້າ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ, ເປັນຕ່ອງໂສ້ອັນສໍາຄັນຂອງ 17 ສັນຍາການຄ້າເສລີ (FTA) ເຊື່ອມຈອດກັບ 60 ພື້ນຖານເສດຖະກິດຫລັກໆໃນພາກພື້ນ ແລະ ທົ່ວໂລກ. ຈາກປະເທດໜຶ່ງທີ່ຖືກປິດລ້ອມ ແລະ ຂວໍ້າບາດ, ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 194 ປະເທດໃນໂລກ. ໃນນັ້ນ, ມີບັນດາສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ບັນດາປະເທດໃຫຍ່ທັງໝົດ ແລະ ແມ່ນສະມາຊິກທີ່ຕັ້ງໜ້າຂອງ 70 ກວ່າອົງການຈັດຕັ້ງໃນພາກພື້ນ ແລະ ສາກົນ. ໂດຍຖືເອົາຄວາມອີ່ມໜຳສຳລານຂອງປະຊາຊົນ ເປັນເປົ້າໝາຍສູ້ຊົນ, ຫວຽດນາມ ຖືວ່າເປັນປະເທດທີ່ປະສົບຜົນສຳເລັດ ຈາກສະຫະປະຊາຊາດ ແລະ ເພື່ອນມິດສາກົນ, ເປັນສັນຍາລັກແຫ່ງສັນຕິພາບ, ສະຖຽນລະພາບ, ເປັນປະເທດທີ່ຮັກແຂກແພງຄົນ, ເປັນຈຸດໝາຍປາຍທາງຂອງບັນດານັກລົງທຶນ ແລະ ນັກທ່ອງທ່ຽວສາກົນ.

ນອກຈາກນີ້, ສະຫາຍ ຍັງໄດ້ກ່າວເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ສືບຕໍ່ມີບາດກ້າວຂະຫຍາຍຕົວໃໝ່, ເລິກເຊິ່ງ ແລະ ມີປະສິດທິຜົນ ເຊິ່ງໄດ້ນຳເອົາຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງຊາດ; ພ້ອມນີ້, ກໍໄດ້ປະກາດວ່າ: “ພວກຂ້າພະເຈົ້າຍາມໃດກໍໄດ້ຮັບຄວາມສາມັກຄີ, ການສະໜັບສະໜູນ, ການຊ່ວຍ ເຫລືອອັນໃຫຍ່ຫລວງຈາກບັນດາປະເທດເພື່ອນມິດ ແລະ ບັນດາອົງການຈັດຕັ້ງສາກົນຢູ່ໃນໂລກ, ພິເສດແມ່ນຈາກປະເທດເພື່ອນລາວອ້າຍນ້ອງ”. ຈາກນັ້ນ, ຄະນະປະທານ, ແຂກຖືກເຊີນ ຍັງໄດ້ເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບ ຢູ່ທີ່ຫໍພິພິທະພັນປະຫວັດສາດກອງທັບ ຕື່ມອີກ.

ຂ່າວ-ພາບ: ຄຳອ້າຍ ທອງວັນ

ຮ່ວມໃຈສະເຫຼີມສະຫຼອງ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

0

ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025), ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກອງທັບ ກ່ຽວກັບການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະ ແມ່ນການພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງກອງທັບ ລາວ-ຫວຽດນາມ ວ່າ:

ນັບແຕ່ມື້ມີພັກກອມມູນິດອິນດູຈີນເປັນຕົ້ນມາ, ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ນັບມື້ກ້າວເຂົ້າສູ່ລວງເລິກ ໂດຍແມ່ນ ປະທານ ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ເປັນຜູ້ປູພື້ນຖານ ແລະ ປະຊາຊົນສອງຊາດ ໄດ້ພ້ອມກັນສືບຕໍ່ບຳລຸງຄູນສ້າງຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ໄດ້ສືບທອດເປັນສາຍພົວພັນທີ່ເປັນແບບຢ່າງບໍລິສຸດຜ່ອງໃສ, ສະເໝີຕົ້ນສະເໝີປາຍ ທີ່ຫາຍາກໃນການພົວພັນສາກົນ, ເປັນປັດໄຈຮັບປະກັນໄຊຊະນະແຫ່ງພາລະກິດປະຕິວັດ ຂອງແຕ່ລະປະເທດ ແລະ ເປັນມູນມໍຣະດົກອັນລ້ຳຄ່າ ຂອງທັງສອງຊາດ. ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ແມ່ນຄວາມໝັ້ນແກ່ນ ຂອງສາຍພົວພັນ ລະຫວ່າງສອງປະເທດພວກເຮົາ, ເຖິງແມ່ນວ່າ ສະພາບແວດລ້ອມຂອງໂລກ ກໍຄືສາກົນໄດ້ຜັນແປໄປຢ່າງໄວວາສັບສົນ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍນານາປະການກໍຕາມ, ແຕ່ພັກ-ລັດ, ກອງທັບ ແລະ ປະຊາຊົນ ສອງຊາດ ກໍໄດ້ເອົາໃຈໃສ່ເພີ່ມທະວີສ້າງໃຫ້ການພົວພັນຮ່ວມມື ຂອງສອງຊາດ ຍິ່ງເພີ່ມພູນຄູນສ້າງໃຫ້ອຸດົມສົມບູນ ແລະ ໄດ້ຮັບການປັບປຸງຍົກລະດັບ ທັງທາງດ້ານປະລິມານ ແລະ ຄຸນນະພາບໃຫ້ສູງຂຶ້ນເລື້ອຍໆ. ເນື້ອໃນຂອງການຮ່ວມມືນັບມື້ນັບເຂົ້າສູ່ລວງເລິກແທດຕົວຈິງ ກົນໄກ ແລະ ວິທີການຕ່າງໆ ແມ່ນນັບມື້ຄ່ອງຕົວຍິ່ງຂຶ້ນ, ນັບທັງການພົວພັນຮ່ວມມື ລະຫວ່າງທ້ອງຖິ່ນ, ຂະແໜງການ, ການຮ່ວມມືພາກສ່ວນຂົງເຂດເສດຖະກິດ, ການຜະລິດ-ທຸລະກິດ ກໍມີມູນຄ່ານັບມື້ນັບຫຼາຍ ແລະ ມີປະສິດທິຜົນຫຼາຍຂຶ້ນ. ພິເສດແມ່ນການເພີ່ມທະວີການພົວພັນທາງດ້ານການເມືອງ ແລະ ການແລກປ່ຽນຖອດຖອນບົດຮຽນດ້ານແນວຄິດທິດສະດີ ແລະ ພຶດຕິກຳ, ດ້ານການກໍ່ສ້າງບຳລຸງຍົກລະດັບພະນັກງານ; ດ້ານການຕ່າງປະເທດ ແລະ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ທັງສອງກະຊວງ ກໍໄດ້ປະສານສົມທົບໃນການນໍາເອົາພະນັກງານໄປອົບຮົມຍົກລະດັບຢູ່ ສສ ຫວຽດນາມ).

ໃນໂອກາດອັນມີຄວາມໝາຍ ແລະ ສະຫງ່າລາສີນີ້, ອີກເທື່ອໜຶ່ງ ຕາງໜ້າໃຫ້ພະນັກງານ-ນັກຮົບທົ່ວກອງທັບ ຂໍສະແດງຄວາມ ຊົມເຊີຍວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ແລະ ຂໍສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າ, ໝົດໃຈ ຈາກພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃຫ້ແກ່ພັກ-ລັດ, ກອງທັບ ແລະ ປະຊາຊົນລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ, ເປັນພັກທີ່ສືບທອດແນວຄິດ ແລະ ພາລະກິດອັນຍິ່ງໃຫຍ່ ຂອງປະທານ ໂຮ່ຈີມິນ ຈະປະສົບຜົນສຳເລັດອັນໃຫຍ່ຫຼວງ ແລະ ໜັກແໜ້ນຍິ່ງໆ ຂຶ້ນ ໃນພາລະກິດການສ້າງສາພັດທະນາປະເທດຊາດ ຫວຽດນາມ ສັງຄົມນິຍົມ ທີ່ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານອັນເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອ້າຍນ້ອງໝັ້ນຍືນ ໃນພາລະກິດ ແລະ ແນວຄິດຊີ້ນຳ ຂອງປະທານໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຍືນຍົງຢູ່ກັບພວກເຮົາຕະຫຼອດໄປ. ເນື່ອງໃນໂອກາດອັນສັກສິດ ແລະ ຕື່ນຕັນໃຈຄັ້ງນີ້, ພວກເຮົາຂໍລະນຶກເຖິງ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງປະທານໂຮ່ຈີມິນຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ; ບັນດາບັນພະບູລຸດການປະຕິວັດຮຸ່ນກ່ອນ, ນັກຮົບວີລະຊົນທີ່ເສຍສະຫຼະເລືອດເນື້ອໃຫ້ແກ່ພາລະກິດການປະຕິວັດ ຂອງສອງປະເທດ ເພື່ອໃຫ້ສອງປະເທດ ລາວ ແລະ ຫວຽດນາມ ພວກເຮົາມີຄວາມເປັນເອກະລາດ, ອິດສະຫຼະພາບ, ເອກະພາບ, ປະຊາຊົນໄດ້ດໍາລົງຊິວີດໃນສະພາບແຫ່ງສັນຕິພາບໃນປັດຈຸບັນນີ້.

ຖືເອົາໂອກາດນີ້, ຕາງໜ້າພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ຂໍສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ແລະ ຄວາມຂອບໃຈຢ່າງເລິກເຊິ່ງ ມາຍັງ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ໄດ້ມີຄວາມສະໜັບສະໜູນ ແລະ ຄວາມຊ່ວຍເຫຼືອອັນໃຫຍ່ຫຼວງ ໝົດຈິດໝົດໃຈ ໃນພາລະກິດການຕໍ່ສູ້ປົດປ່ອຍຊາດເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດປະເທດຊາດໃນປັດຈຸບັນ, ທັດສະນະ ແລະ ແນວທາງສາກົນກໍາມາຊີບ ຂອງພັກກອມມູນິດຫວຽດນາມ ຕໍ່ການປະຕິວັດຂອງລາວ ຍັງຄົງບໍ່ປ່ຽນແປງ. ພວກຂ້າພະເຈົ້າຍາມໃດກໍຖືມູນເຊື້ອຄວາມສາມັກຄີແບບພິເສດ, ການຮ່ວມສໍາພັນສູ້ຮົບທີ່ບໍລິສຸດ ສະເໝີຕົ້ນສະເໝີປາຍລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນການຕໍ່ສູ້ຕ້ານສັດຕູໂຕດຽວກັນ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ເພື່ອຄວາມຜາສຸກຂອງປະຊາຊົນແຕ່ລະປະເທດ ຍັງຄົງມີຄຸນຄ່າຕໍ່ການພົວພັນດ້ານການເມືອງ, ການທູດ, ການທະຫານ, ເສດຖະກິດ, ວັດທະນະທຳ-ສັງຄົມ ລະຫວ່າງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນປັດຈຸບັນ.

ຊີເອັມຈີ ເລີ່ມລາຍງານຂ່າວ ກອງປະຊຸມສຸດຍອດ ອົງການຮ່ວມມືຊຽງໄຮ້ ຢູ່ນະຄອນທຽນສິນຢ່າງ ຮອບດ້ານ

0

ກອງ​ປ​ະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ປີ 2025 ຈະ​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ທຽນ​ສິນ ລະຫວ່າງ ​ວັນ​ທີ 31 ສິງ​ຫາ ຮອດ ວັນ​ທີ 1 ກັນ​ຍາ 2025. ວິ​ທະ​ຍຸ​ ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG ໄດ້​ສົ່ງ​ພະ​ນັກ​ງານຫລາຍກວ່າ 760 ຄົນ, ໃນ​ນັ້ນ​ລວມ​ມີ​ຄະ​ນະ​ຮັບ​ຜິດ​ຊອບ​ລາຍ​ງານ​ຂ່າວ, ​ຄະ​ນະໂຄ​ສົກ ​ດ້ວຍ​ຫລາຍ​ພາ​ສາ, ​ຄະ​ນະແປ​ພາ​ສາ, ​ຄະ​ນະ​ຖ່າຍ​ທຳ​ລາຍ​ການ​ສິ​ລະ​ປະ ແລະ​ ອື່ນໆ​​ ໂດຍ​ນຳ​ໃຊ້​ທ່າ​ແຮງ​ດ້ານ​ການ​ເຊື່ອມ​ໂຍງວິ​ທະ​ຍຸ ໂທ​ລະ​ພາບ ແລະ ສື່​ໃໝ່ ພ້ອມ​ດ້ວຍ​ທ່າ​ແຮງ​ໃນ​ການ​ເຜີຍ​ແຜ່ຂ່າວ​ສານ ຕໍ່​ຕ່າງ​ປະ​ເທດ​ ດ້ວຍຫລາຍ​ພາ​ສາ, ປ​ະ​ສານ​ສົມ​ທົບ​ໃນ​ທຸກ​ດ້ານ ແລະ ຫລາຍ​ເວ​ທີ​ຢ່າງ​​ກົມ​ກຽວກັນ ເພື່ອຮັບ​ປະ​ກັນການ​ລາຍ​ງານ​ຂ່າວກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ ​ຢູ່​ນະ​ຄອນ​ທຽນ​ສິນ ໃນ​ລະ​ດັບ​ສຸດຍອດ​ຂອງ​ສາ​ກົນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຣັດເຊຍ ປັບຫລຸດການຄາດຄະເນການເຕີບໂຕ ເສດຖະກິດປະມານ 1,5%

0

ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 27 ສິງຫານີ້, ທ່ານ ອັນໂຕນ ຊີລູອາໂນຟ (Anton Siluanov) ລັດຖະມົນຕີການເງິນ ຣັດເຊຍ ໃຫ້ຮູ້ວ່າ ຣັດເຊຍ ປັບຫລຸດການຄາດຄະເນເສດຖະກິດໃນປີນີ້ເຕີບໂຕພຽງແຕ່ ປະມານ 1,5% ຕ່ຳສຸດເມື່ອທຽບໃສ່ກັບ ລະດັບການຄາດຄະເນຢ່າງເປັນທາງການກ່ອນນັ້ນແມ່ນ 2,5%. ກ່າວຄຳເຫັນທີ່ກອງປະຊຸມຢູ່ວັງ Kremlin, ທ່ານ Anton Siluanov ໃຫ້ຮູ້ວ່າ ຂະແໜງການຜະລິດພາຍໃນປະເທດ ພວມຖືກກົດດັນ ຍ້ອນສະພາບການຂາດເຂີນແຮງງານ ແລະ ອັດຕາດອກເບ້ຍສູງເພື່ອຈຳກັດໄພເງິນເຟີ້, ໃນຂະນະທີ່ລາຍຈ່າຍການທະຫານບັນລຸລະດັບສູງສະຖິຕິໃໝ່. ປີ 2024 ເສດຖະກິດຣັດເຊຍ ໄດ້ຮັບຮູ້ການເຕີບໂຕຢູ່ລະດັບ 4,3%, ໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດຂອງ ຝ່າຍຕາເວັນຕົກ. ເຖິງຢ່າງໃດກໍຕາມ, ລະດັບການເຕີບໂຕພວມມີສັນຍານຊັກຊ້າລົງ. ກ່ອນໜ້ານັ້ນ, ທະນາຄານສູນກາງຣັດເຊຍ ກໍ່ຄາດຄະເນ ການເຕີບ ໂຕປີ 2025 ພຽງແຕ່ຢູ່ລະດັບ 1-2%.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ