Friday, September 19, 2025
Home Blog Page 12

ທ່ານ ສີຈິ້ນຜິງ ເປັນປະທານກອງປະຊຸມຄັ້ງທີ 25 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຕອນເຊົ້າວັນທີ 1 ກັນຍາ ນີ້, ກອງປະຊຸມຄັ້ງທີ 25 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ ໄດ້ໄຂຂຶ້ນຢູ່ສູນປະຊຸມ ແລະ ວາງສະແດງເໝີຍຈ່ຽງ ກຳແພງນະຄອນທຽນສິນຈີນ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ເປັນປະທານ ກອງປະຊຸມ ແລະ ກ່າວຄຳປາໄສ ສຳຄັນ.

ທ່ານ ສີຈິ້ນຜິງ ກ່າວວ່າ: ປັດຈຸບັນ, ອົງການຮ່ວມມືຊຽງໄຮ ໄດ້ກາຍເປັນອົງການລະດັບພາກພື້ນໃຫຍ່ທີ່ສຸດໃນໂລກ ທີ່ມີ 26 ປະເທດເຂົ້າຮ່ວມ, ໄດ້ດຳເນີນການຮ່ວມມືໃນ 50 ກວ່າຂົງເຂດ ແລະ ມີຍອດມູນຄ່າເສດຖະກິດບັນລຸເກືອບ 30.000 ຕື້ໂດລາ, ບົດບາດອິດທິພົນໃນເວທີສາກົນຂອງອົງການຮ່ວມມືຊຽງໄຮ ນັບມື້ນັບເພີ່ມຂຶ້ນ.

ພວກເຮົາໄດ້ນຳໜ້າກ່ອນໝູ່ສ້າງກົນໄກຄວາມໄວ້ເນື້ອເຊື່ອໃຈໃນຂົງເຂດການທະຫານຢູ່ເຂດຊາຍແດນ, ນຳໜ້າກ່ອນໝູ່ດຳເນີນການຮ່ວມມືເພື່ອຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”; ນຳໜ້າກ່ອນໝູ່ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ, ພ້ອມທັງໄດ້ນຳໜ້າກ່ອນໝູ່ສະເໜີແນວຄິດການບໍລິຫານໂລກແບບປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ແບ່ງປັນຮ່ວມກັນ, ເພື່ອປະຕິບັດລັດທິຫລາຍຝ່າຍຢ່າງແທ້ຈິງ.

ພວກເຮົາສົ່ງເສີມການຊຸກຍູ້ໂລກຫັນເປັນຫລາຍຂົ້ວທີ່ສະເໝີພາບກັນ ແລະ ເປັນລະບຽບ, ຊຸກຍູ້ເສດຖະກິດໂລກາພິວັດທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ ແລະ ກວມລວມ, ຊຸກຍູ້ການສ້າງລະບົບບໍລິຫານໂລກທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ. ພວກເຮົາຈະສືບຕໍ່ຊຸກຍູ້ການປະຕິຮູບອົງການຮ່ວມມືຊຽງໄຮ, ສ້າງທະນາຄານພັດທະນາອົງການຮ່ວມມືຊຽງໄຮ ໃຫ້ສຳເລັດໂດຍໄວ, ເພື່ອໃຫ້ການສະໜັບສະໜູນທີ່ເຂັ້ມແຂງກວ່າເກົ່າແກ່ຄວາມໝັ້ນຄົງ ແລະ ການຮ່ວມມືດ້ານເສດຖະກິດຂອງປະເທດສະມາຊິກ.

ອາຊຽນ ຫາລືບັນຫາທີ່ຕິດພັນກັບວຽກງານສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ

0

ໃນລະຫວ່າງວັນທີ 26-29 ສິງຫາ 2025 ຜ່ານມານີ້, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງທີ 12 ແລະ ກອງປະຊຸມກ່ຽວຂ້ອງ (ຮູບແບບທາງໄກ) ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍມາດຕະການການປົກປ້ອງສັງຄົມ ຕໍ່ກຸ່ມຄົນດ້ອຍໂອກາດ ຢູ່ໃນປະຊາຄົມອາຊຽນ” ໂດຍການເປັນເຈົ້າພາບ ແລະ ເປັນປະທານ ຂອງ ທ່ານ ແຊວວິນ (Soe Win) ລັດຖະມົນຕີ ກະຊວງສະຫວັດດີການສັງຄົມ, ບັນເທົາທຸກ ແລະ ການຍົກຍ້າຍຈັດສັນ ສະຫະພາບມຽນມາ, ມີບັນດາລັດຖະມົນຕີ ທີ່ຮັບຜິດຊອບວຽກງານສະຫວັດດີການສັງຄົມ ແລະ ການພັດທະນາ ຈາກບັນດາປະເທດສະມາຊິກອາຊຽນ, ອາຊຽນ ບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະເທດຕີມໍແລສເຕໃນນາມປະເທດສັງເກດການ ເຂົ້າຮ່ວມ.

ກອງປະຊຸມໄດ້ຮ່ວມກັນປຶກສາຫາລື ແລະ ພິຈາລະນາຫລາຍບັນຫາ ທີ່ຕິດພັນກັບວຽກງານສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ເປັນຕົົ້ນ ໄດ້ຮັບຊາບບັນດາຂໍ້ຕົກລົງຕ່າງໆຂອງຜູ້ນໍາອາຊຽນ ຕິດພັນກັບວຽກງານສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ທີ່ໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ, ກອງປະຊຸມສະພາປະຊາຄົມວັດທະນະທໍາ-ສັງຄົມ ແລະ ກອງປະຊຸມກ່ຽວຂ້ອງອື່ນໆຜ່ານມາ. ກອງປະຊຸມ ຍັງໄດ້ພ້ອມກັນປຶກສາຫາລືບັນຫາສໍາຄັນຕ່າງໆ ເປັນຕົ້ນ ການຈັດຕັ້ງປະຕິບັດແຜນງານ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ໄລຍະ 2021-2025, ການແລກປ່ຽນທັດສະນະຍຸດທະສາດ ແລະ ແຜນປະຕິບັດງານໄລຍະຫລັງປີ 2025 ເພື່ອສ້າງແຜນພັດທະນາວຽກງານ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ໄລຍະ 2026-2030 ໂດຍສະເພາະ ການແລກປ່ຽນທັດສະນະ ຕິດພັນກັບຫົວຂໍ້ກອງປະຊຸມ ຄື “ເສີມຂະຫຍາຍມາດຕະການປົກປ້ອງສັງຄົມຕໍ່ກຸ່ມດ້ອຍໂອກາດ ໃນປະຊາຄົມອາຊຽນ”. ໃນກອງປະຊຸມຄັັ້ງນີ້ ຍັງໄດ້ຮ່ວມກັນຮັບຮອງກົນໄກ ການປະຕິບັດງານທີ່ໄດ້ປັບປຸງຄືນໃໝ່ ຂອງກອງປະຊຸມຕ່າງໆ ເປັນຕົ້ນ ກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ (AMMSWD); ກອງປະຊຸມເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ (SOMSWD); ເວທີປຶກສາຫາລືເດັກອາຊຽນ (AFC); ເຄືອຂ່າຍຂອງຜູ້ຊ່ຽວຊານ ການປະກອບທຸລະກິດອາຊຽນ (NIEA); ການມອບລາງວັນດີເດັ່ນສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ (AOSWADA) ແລະ ຍຸດທະສາດ ເພື່ອດໍາເນີນແຜນແມ່ບົດຂອງຊຽນ 2025: ການເຊື່ອມສານ ສິດທິຂອງຄົນພິການອາຊຽນ ເຂົ້າສູ່ວິໄສທັດປະຊາຄົມອາຊຽນ 2045.

ນອກຈາກນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ບັນດາປະເທດສະມາຊິກອາຊຽນ ກໍຄື ປະເທດຄູ່ຮ່ວມເຈລະຈາອາຊຽນ ຮ່ວມກັນເອົາໃຈໃສ່ວຽກງານສົ່ງເສີມ ແລະ ປົກປ້ອງສິດທິ ຂອງກຸ່ມຄົນດ້ອຍໂອກາດຂອງສັງຄົມ ກໍຄື ໃນອາຊຽນ, ເພີ່ມທະວີການຮ່ວມມື, ຊ່ວຍເຫລືອ ແລະ ແລກປ່ຽນບົດຮຽນຮ່ວມກັນ ກ່ຽວກັບວຽກງານດັ່ງກ່າວ, ລວມທັງການລະດົມຊອກຫາແຫລ່ງທຶນ ແລະ ການຊ່ວຍເຫລືອດ້ານເຕັກນິກວິຊາການ ເພື່ອຈັດຕັ້ງປະຕິບັດວຽກງານສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ໂດຍສະເພາະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມໃຫ້ຫລາຍຂຶ້ນ.

ໂອກາດນີ້, ສປປ ລາວ ໄດ້ມີຄໍາເຫັນແລກປ່ຽນທັດສະນະ ທີ່ຕິດພັນກັບຫົວຂໍ້ກອງປະຊຸມ, ຊຶ່ງເນື້ອໃນສຳຄັນ ແມ່ນການນໍາສະເໜີນະໂຍບາຍ ຂອງລັດຖະບານໃນການຊຸກຍູ້ ແລະ ສະໜັບສະໜູນ ການຈັດຕັ້ງຜັນຂະຫຍາຍຄວາມໝາຍໝັ້ນ ທີ່ຈະຍົກສູງຄຸນນະພາບຊີວິດຂອງກຸ່ມຄົນດ້ອຍໂອກາດ ໃນອາຊຽນ ກໍຄື ຢູ່ ສປປ ລາວ ຜ່ານການຮ່ວມມືກັນ ໃນການປະຕິບັດກິດຈະກໍາຕ່າງໆ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂບັນຫາໃນສັງຄົມ, ການປົກປ້ອງສົົ່ງເສີມສິດທິມະນຸດ, ການປົກປ້ອງຊ່ວຍເຫລືອແກ່ແມ່ຍິງ, ເດັກນ້ອຍ, ຜູ້ອາຍຸສູງ ແລະ ຜູ້ພິການ ທີ່ເປັນກຸ່ມຄົນດ້ອຍໂອກາດ ເພື່ອໃຫ້ພວກເຂົາ ໄດ້ເຂົ້າເຖິງການບໍລິການດ້ານນະໂຍບາຍ ປົກປ້ອງສັງຄົມຂັ້ນພື້ນຖານຢ່າງເທົ່າທຽມ, ພຽງພໍ, ມີປະສິດທິພາບ ແລະ ມີຄວາມຍືນຍົງ ໂດຍສະເພາະ ດ້ານປະກັນສຸຂະພາບ, ປະກັນສັງຄົມ ແລະ ສະຫວັດດີການສັງຄົມ.

ຂໍ້ມູນຂ່າວ: ກະຊວງ ຮສສ

ບັດປະຈໍາຕົວພົນລະເມືອງລາວດີຈິຕອນ ເປັນເອກະສານຢັ້ງຢືນຕົວຕົນ ນັບແຕ່ມື້ເກີດຈົນເສຍຊີວິດ

0

ບັດປະຈໍາຕົວພົນລະເມືອງລາວດີຈິຕອນ ແມ່ນເອກະສານຢັ້ງຢືນຕົວຕົນຂອງພົນລະເມືອງ ລາວນັບແຕ່ມື້ເກີດຈົນເສຍຊີວິດ ດ້ວຍລະບົບເອເລັກໂຕຣນິກ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ, ບັດດັ່ງກ່າວບໍ່ພຽງແຕ່ເປັນຂໍ້ມູນພື້ນຖານໃຫ້ແກ່ພົນລະເມືອງ ແຕ່ຍັງມີບົດບາດສໍາຄັນໃນການຍົກສູງຄຸນນະພາບໃນການຄຸ້ມຄອງລັດຕໍ່ພົນລະເມືອງຕາມທິດຫັນເປັນທັນສະໄໝ ແລະ ເປັນຂໍ້ມູນສໍາຄັນໃນການສ້າງລັດຖະບານດີຈິຕອນ ກ່ອນກ້າວເຂົ້າສູ່ເສດຖະກິດ ດີຈິຕອນ ແລະ ສັງຄົມດີຈິຕອນ.

ວັນທີ 28 ສິງຫາ 2025 ນີ້, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໃຫ້ສຳພາດກ່ຽວກັບການອອກບັດປະຈຳຕົວດີຈິຕອນ ວ່າ: ບັດປະຈໍາຕົວດີຈິຕອນ ມີຄຸນສົມບັດພິເສດແຕກຕ່າງຈາກບັດເກົ່າ ທາງດ້ານໂຄງສ້າງການອອກແບບກະທັດຫັດ, ເບົາ, ສີສັນສວຍງາມ ແລະ ບໍ່ປ່ຽນສີ, ທັນສະໄໝ ແລະ ມາດຕະຖານ ຂອງ ISO 7810, ISO 7816, ISO 14443 ແລະ ICAO 9303; ຈຸດພິເສດທີສອງແມ່ນ ມີລະບົບຄວາມປອດໄພສູງ ເຊັ່ນ: ຝັງຊິບປະຫວັດບຸກຄົນ, ລາຍນິ້ວມື, ໃບໜ້າ, ເຫຍື່ອຫຸ້ມຕາ, ມີລະຫັດ QR code, ບາໂຄ້ດ. ອາຍຸການການນຳໃຊ້ ບັດປະຈຳຕົວພົນລະເມືອງດິຈິຕອນ ແມ່ນອີງຕາມອາຍຸຂອງພົນລະເມືອງ ໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ເລີ່ມແຕ່ມື້ເກີດຮອດ 15 ປີ (ແບ່ງອອກເປັນສອງໄລຍະຄື: ສາມາດອອກບັດປະຈໍາຕົວໄດ້ ເລີ່ມແຕ່ມື້ເກີດ ຮອດອາຍຸ 6 ປີ ແລະ ເລີ່ມແຕ່ 6 ປີ ຮອດ 15 ປີ). ໄລຍະທີ 2 ອອກຄັ້ງທີ 1 ກຳນົດອາຍຸພົນລະເມືອງ 15-20 ປີ, ອອກຄັ້ງທີ 2 ແມ່ນ 20 ປີ. ຫລັງຈາກນັ້ນ, ອາຍຸການນຳໃຊ້ບັດແມ່ນ 10 ປີ, ຖ້າພົນລະເມືອງມີອາຍຸຮອດ 60 ປີຂຶ້ນໄປ ຈະອອກບັດປະຈຳຕົວດີຈິຕອນໃຫ້ໂດຍບໍ່ມີວັນໝົດອາຍຸ.

ພົນລະເມືອງລາວ ສາມາດເຮັດບັດປະຈຳຕົວດີຈິຕອນຕົນເອງໂດຍຜ່ານບັນດາສະຖານທີ່ໄດ້ກຳນົດດັ່ງນີ້: ຂັ້ນສູນກາງ: ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ; ຂັ້ນແຂວງ: ກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ; ຂັ້ນນະຄອນຫລວງວຽງຈັນ: ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ; ຂັ້ນເມືອງ-ນະຄອນ: ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ-ນະຄອນ. ຖືວ່າ ພົນລະເມືອງລາວສາມາດອອກໄປເຮັດບັດປະຈໍາຕົວດີຈິຕອນ ໄດ້ຢູ່ທຸກສະຖານທີ່ກຳນົດ ແລະ ສະດວກແກ່ຕົນເອງ, ສາມາດຈົດທະບຽນຜ່ານທະບຽນຜ່ານແອັບ LaelD ກ່ອນໄປເຮັດບັດປະຈໍາຕົວ ເຊິ່ງປັດຈຸບັນ, ພວກເຮົາກຳລັງກະກຽມຄວາມພ້ອມຮອບດ້ານເພື່ອເປີດບໍລິການທົ່ວປະເທດ ພ້ອມກັນຕາມແຜນການໄດ້ກຳນົດແມ່ນຕົ້ນເດືອນຕຸລາ 2025. ປັດຈຸບັນ, ພວກເຮົາໄດ້ເປີດຮັບຂໍ້ມູນພົນລະເມືອງໃນເບື້ອງຕົ້ນຢູ່ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ ແຕ່ຖ້າຫາກພົນລະເມືອງມີຄວາມຈໍາເປັນຕ້ອງການນໍາໃຊ້ບັດດ່ວນກໍ່ສາມາດໄປເຮັດ ຫລື ຕໍ່ບັດໄດ້ຢູ່ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານກະຊວງ ປກສ.

ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຍັງໃຫ້ຮູ້ອີກວ່າ: ກ່ອນໄປຂໍອອກບັດປະຈໍາຕົວໃຫ້ພົນລະເມືອງ ແມ່ນກະກຽມເອກະສານເບື້ອງຕົ້ນຄື: ປື້ມສຳມະໂນຄົວ, ບັດປະຈໍາຕົວແບບເກົ່າ (ບັດສີຂຽວ) ຫລື ກ໋ອບປີ້ພັດສະປອດ ສ່ວນຄ່າບໍລິການອອກບັດແມ່ນ 30.000 ກີບ. ຄຸນປະໂຫຍດຂອງບັດປະຈໍາຕົວແມ່ນ ເປັນເອກະສານຢັ້ງຢືນຕົວຕົນຂອງພົນລະເມືອງ ສາມາດໃຊ້ແທນເອກະສານເດີນທາງໄດ້ທັງພາຍໃນ ແລະ ສາກົນ ໃນກໍລະນີ້ທີ່ໄດ້ລົງນາມໃນສົນທິສັນຍາ, ສັນຍາ ຫລື ຂໍ້ຕົກລົງລະຫວ່າງປະເທດຮ່ວມກັນ; ສະດວກໃຫ້ແກ່ການເຂົ້າເຖິງບໍລິການບໍລິຫານລັດ, ການດໍາເນີນທຸລະກຳ ແລະ ອື່ນໆ ວ່ອງໄວ, ປະຢັດເວລາ ແລະ ປະຢັດງົບປະມານ.

ພາບ-ຂ່າວ: ໜັງສືພິມຄວາມສະຫງົບ

ວາງສະແດງຮູບພາບລະນຶກ ການເອົາໄຊຊະນະຕໍ່ຕ້ານຟາດຊິດຜູ້ຮຸກຮານ ຂອງປະຊາຊົນຈີນ

0

ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ສະຖານທູດຈີນ ປະຈຳລາວ ຈັດນິທັດສະການວາງສະແດງຮູບພາບ ແລະ ນິທັດສະການຮູບເງົາຈີນ ເພື່ອລະນຶກເຖິງການເອົາຊະນະຕໍ່ຕ້ານຟາຊິດຜູ້ຮຸກຮານ ຂອງປະຊາຊົນຈີນ ແລະ ການຕໍ່ຕ້ານຟາຊິດຂອງປະຊາຊົນ ທົ່ວໂລກ ຄົບຮອບ 80 ປີ ໃນວັນທີ 28 ສິງຫາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ຫລົວເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ທ່ານ ຫວາງ ຊາງ ອຸປະທູດ ແຫ່ງ ສປ ຈີນ ປະຈຳລາວ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຫວາງ ຊາງ ໃຫ້ຮູ້ວ່າ: ງານວາງສະແດງຮູບພາບ ແລະ ການສາຍຮູບເງົາ “ຂ້ອຍ ແລະ ພໍ່ແມ່ຂອງຂ້ອຍ” ໃນຄັ້ງນີ້, ເພື່ອໃຫ້ຄວາມຊົງຈໍາທາງປະຫວັດສາດ ສ່ອງທາງໃຫ້ພວກເຮົາກ້າວໄປຂ້າງໜ້າ, ການເສຍສະລະ ແລະ ການອຸທິດຕົນຂອງບັນພະບຸລຸດ ທີ່ຢູ່ໃນຮູບເງົາ, ແມ່ນສຽງສະທ້ອນຈິດໃຈຕໍ່ສູ້ໃນຍຸກສະໄໝ ແລະ ຄວາມຍຶດໝັ້ນໃນສັນຕິພາບ ແລະ ການສະແຫວງຫາການພັດທະນາຂອງປະຊາຊົນ ລາວ-ຈີນ, ຈະຕ້ອງໄດ້ກາຍເປັນກຳລັງອັນຍິ່ງໃຫຍ່ໃນການສ້າງຕັ້ງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດ ພ້ອມທັງຍົກໃຫ້ເຫັນມູນເຊື້ອແຫ່ງການຕໍ່ສູ້ ຍາດເອົາໄຊຊະນະ ຂອງປະຊາຊົນຈີນ ໃນໄລຍະ 80 ຜ່ານມາ, ເຊິ່ງແມ່ນໄຊຊະນະອັນຍິ່ງໃຫຍ່ ໄດ້ປົກປ້ອງສັກສີຂອງປະຊາຊົນຈີນ, ໄດ້ສ້າງຖານະຂອງຈີນ ຄືນໃໝ່ໃນເວທີສາກົນ. ປະຊາຊົນຈີນບັນດາເຜົ່າທົ່ວປະເທດ ໄດ້ເປັນຈິດໜຶ່ງໃຈດຽວກັນ, ຕໍ່ສູ້ຢ່າງພິລະອາດຫານ, ລວມທັງບັນດາພີ່ນ້ອງຮ່ວມຊາດຊາວໄຕ້ຫວັນ ກໍໄດ້ຮ່ວມໃຈກັນຕໍ່ສູ້ຕ້ານສັດຕູ ເພື່ອປົກປ້ອງປະເທດຊາດ, ເຊິ່ງໄດ້ສ້າງໃຫ້ເກີດມີກະດູກສັນຫລັງທີ່ບໍ່ຍອມຈຳນົນຂອງປະຊາຊາດຈີນ. ຈິດໃຈການຕໍ່ສູ້ອັນຍິ່ງໃຫຍ່ໄດ້ສ່ອງແສງໃຫ້ພວກເຮົາເຫັນວ່າ: ມີແຕ່ການຮ່ວມສາມັກຄີກັນຕໍ່ສູ້, ຈຶ່ງສາມາດປົກປັກຮັກສາສັນຕິພາບ, ມີແຕ່ການເສີມສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງບໍ່ຢຸດຢັ້ງ, ຈຶ່ງສາມາດບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງ.

ທ່ານ ຫວາງ ຊາງ ໃຫ້ຮູ້ອີກວ່າ: ສອງປະເທດ ຈີນ-ລາວ ລ້ວນແຕ່ແມ່ນປະເທດທີ່ຖືກຮຸກຮານ, ປະຊາຊົນສອງປະເທດ ໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນ, ແບ່ງປັນຄວາມທຸກຍາກໃນການຕໍ່ສູ້ຕ້ານການລ່າເມືອງຂຶ້ນ ແລະ ການຮຸກຮານ. ກ້າວເຂົ້າສູ່ຍຸກໃໝ່, ສາຍພົວພັນລະຫວ່າງ ຈີນ-ລາວ ໄດ້ແໜ້ນແຟ້ນຂຶ້ນເລື້ອຍໆ ທ່າມກາງສະພາບການທີ່ປ່ຽນແປງ. ຈາກການເຊື່ອມຈອດທາງດ້ານພື້ນຖານໂຄງລ່າງ ຂອງໂຄງການຮ່ວມມືພົ້ນເດັ່ນຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ນັ້ນກໍຄືເສັ້ນທາງລົດໄຟ ລາວ-ຈີນ ຈົນເຖິງການເຊື່ອມສຳພັນທາງດ້ານຈິດໃຈຂອງການແລກປ່ຽນວັດທະນະທຳ-ສັງຄົມ, ສອງປະເທດໄດ້ສືບຕໍ່ປະຕິບັດແນວຄິດປະຊາຄົມຮ່ວມຊາຕາກຳມາໂດຍຕະຫລອດ. ເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ເປັນເສັ້ນທາງແຫ່ງການພັດທະນາ ແລະ ມິດຕະພາບເທົ່ານັ້ນ, ຫາກຍັງໄດ້ກາຍເປັນຂົວຕໍ່ ເພື່ອສືບທອດຈິດໃຈແຫ່ງສັນຕິພາບ ເຮັດໃຫ້ປະຊາຊົນສອງປະເທດໄດ້ແບ່ງປັນສັກສີ ແລະ ກຽດສັກສີ ໃນຂະບວນການສະແຫວງຫາຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ທ່ານ ຫວາງ ຊາງ ກ່າວອີກວ່າ: ປະເທດຈີນ ຍິນດີຮ່ວມກັບປະເທດລາວ, ສືບຕໍ່ຮັກສາມິດຕະພາບອັນເປັນມູນເຊື້ອ, ເພີ່ມຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດ, ຍຶດໝັ້ນເສັ້ນທາງແຫ່ງສັນຕິພາບ, ເສີມສ້າງຄຸນຄ່າຮ່ວມຂອງມວນມະນຸດ, ຕ້ານການຄອບງຳ ແລະ ການກະທຳຝ່າຍດຽວ; ສົ່ງເສີມການແລກປ່ຽນດ້ານພົນລະເຮືອນ, ຂະຫຍາຍການຮ່ວມມືໃນຂົງເຂດການສຶກສາ, ການທ່ອງທ່ຽວ-ວັດທະນະທຳ, ເຍົາວະຊົນ ແລະ ອື່ນໆ ເພື່ອໃຫ້ມິດຕະພາບ ຈີນ-ລາວ ສືບທອດຕໍ່ໄປຈາກຮຸ່ນສູ່ຮຸ່ນ; ສົ່ງເສີມຄວາມຈະເລີນຮຸ່ງເຮືອງຂອງພາກພື້ນຮ່ວມກັນ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ ແລະ ຫັນແຜນວາດຂອງປະຊາຄົມຮ່ວມຊະຕາກຳ ຈີນ-ລາວ ໃຫ້ກາຍເປັນໝາກຜົນອັນເປັນປະໂຫຍດແກ່ປະຊາຊົນຫລາຍຂຶ້ນ.

ໂຮມຊຸມນຸມ ສະຫລອງວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ

0

ພິທີໂຮມຊຸມນຸມສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2025 ທີ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍມີສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍບັນດາການນຳຈາກບັນດາອົງການຈັດຕັ້ງ ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ອະດີດປະທານປະເທດ ແລະ ອະດີດການນຳພັກ, ລັດ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ຂຶ້ນກ່າວຄຳປາໄສ ໂດຍໄດ້ຫວນຄືນ ໃຫ້ເຫັນເຖິງການກຳເນີດຂອງພັກກອມມູນິດອິນດູຈີນ ໂດຍແມ່ນ ປະທານ ໂຮ່ຈີມິງ ຜູ້ນຳທີ່ຍິ່ງໃຫຍ່ ເປັນຜູ້ກໍ່ຕັ້ງຂຶ້ນໃນປີ 1930 ເຊິ່ງເປັນຕົ້ນກຳເນີດຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ, ເຊິ່ງພັກກອມມູນິດຫວຽດນາມ ໄດ້ກາຍເປັນຄັນທຸງນໍາພາ ປະຊາຊົນ ຫວຽດນາມ ພ້ອມກັນລຸກຮືຂຶ້ນຍາດເອົາໄຊຊະນະອັນເປັນປະຫວັດສາດຂອງຊາດ ຄື: ດໍາເນີນການປະຕິວັດເດືອນສິງຫາສໍາເລັດຜົນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ກັນຍາ 1945. ພາຍຫລັງປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໄດ້ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດສັງຄົມນິຍົມ, ໂດຍມີຄວາມສະດຸ້ງໄວຕໍ່ສະພາບການ, ໃນຊຸມປີ 80, ພັກກອມມູນິດຫວຽດນາມ ໄດ້ມີການນໍາພາລິເລີ່ມພາລະກິດປ່ຽນແປງໃໝ່ຢ່າງທັນການ, ມີຫລັກການ, ມີບາດກ້າວທີ່ເໝາະສົມ ແລະ ມີການປະສານສົມທົບຢ່າງກົມກຽວ ລະຫວ່າງ ການປ່ຽນແປງໃໝ່ ກັບ ການຮັກສາສະຖຽນລະພາບທາງການເມືອງ, ຖືເອົາການສ້າງສາພັດທະນາເສດຖະກິດ ເປັນໜ້າທີ່ໃຈກາງ, ເອົາການສ້າງພັກເປັນອັນຕັດສິນ, ເອົາການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ການສ້າງກໍາລັງແຮງສັງລວມໃຫ້ແກ່ປະເທດຊາດ ເປັນໄມ້ຫລາວັດແທກຜົນສໍາເລັດຂອງການປ່ຽນແປງໃໝ່. ມາຮອດ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ ໃນປີ 1991, ພັກໄດ້ຮັບຮອງເອົາ ໂຄງການ ການເມືອງແຫ່ງການສ້າງປະເທດຊາດໃນໄລຍະຂ້າມຜ່ານໄປສູ່ສັງຄົມນິຍົມ.

ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ຕາງໜ້າ ໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ເຊິ່ງຍາມໃດກໍໄດ້ໃຫ້ການສະໜັບສະໜູນແບບໝົດຈິດໝົດໃຈ ແລະ ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ແກ່ພາລະກິດຕໍ່ສູ້ປົດປ່ອຍໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງປະຊາຊົນລາວ ໃນປັດຈຸບັນ. ພ້ອມທັງຢືນຢັນວ່າ ຈະສືບຕໍ່ຮ່ວມກັບ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ຫາຍາກໃນການພົວພັນສາກົນນີ້ ໃຫ້ຈະເລີນງອກງາມຕະຫລອດໄປ ແລະ ຖ່າຍທອດໃຫ້ແກ່ຮຸ່ນລູກຮຸ່ນຫລານຂອງພວກເຮົາ ສືບທອດຕໍ່ໆໄປ.

ສະຫາຍ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ ກໍໄດ້ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ແລະ ເລິກເຊິ່ງມາຍັງ ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ທີ່ໄດ້ໃຫ້ຄວາມຮັກແພງອັນເລິກເຊິ່ງ ແລະ ຄວາມເອົາໃຈໃສ່ເປັນພິເສດແກ່ຫວຽດນາມ ຜ່ານການຈັດພິທີໂຮມຊຸມນຸມຢ່າງສົມກຽດ ແລະ ເຕັມໄປດ້ວຍໄມຕິຈິດ ຖານອ້າຍນ້ອງເລືອດເນື້ອເຊື້ອດຽວ ໃນຄັ້ງນີ້, ອາດເວົ້າໄດ້ວ່າ: ມີແຕ່ປະເທດລາວ ເປັນປະເທດດຽວ ທີ່ຈັດພິທີໂຮມຊຸມນຸມສະເຫລີມສະຫລອງ, ເຊິ່ງເຮັດໃຫ້ພວກຂ້າພະເຈົ້າຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສໍາຄັນ ແລະ ຄວາມໝາຍຍຸດທະສາດຂອງສາຍພົວພັນ ຫວຽດນາມ-ລາວ. ພ້ອມນີ້, ສະຫາຍ ຍັງຍົກໃຫ້ເຫັນ ແຕ່ລະໄຊຊະນະ ແລະ ຜົນງານ ທີ່ປະຊາຊົນຫວຽດນາມຍາດມາໄດ້ໃນຕະຫລອດໄລຍະ 80 ປີທີ່ຜ່ານມາ, ລ້ວນແລ້ວແຕ່ໄດ້ມີການສະໜັບສະໜູນ, ຊ່ວຍເຫລືອອັນລໍ້າຄ່າຂອງເພື່ອນມິດສາກົນ, ພິເສດແມ່ນຄວາມສາມັກຄີ ແລະ ການຊ່ວຍເຫລືອອັນໃຫຍ່ຫລວງ, ສຸດອົກສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ, ໂດຍມີຊາຕາກຳທີ່ມີລັກສະນະປະຫວັດສາດດຽວກັນ, ຮ່ວມສາຍພູຫລວງທີ່ໃຫຍ່ໂຕມະໂຫຖານ, ຮ່ວມດື່ມນໍ້າຈາກແມ່ນໍ້າຂອງ, ສອງຊາດຫວຽດນາມ-ລາວ ຍາມໃດກໍໄດ້ຄຽງບ່າຄຽງໄຫລ່ກັນ ໃນການຕໍ່ສູ້ປົດປ່ອຍຊາດ ກໍຄື ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ໄດ້ຮັບການພັດທະນາ ໃຫ້ຈະເລີນຮຸ່ງເຮືອງ ຈົນມາຮອດປັດຈຸບັນ.

ການປູກກາເຟເປັນສິນຄ້າ ພາໃຫ້ຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກ

0

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ປັດຈຸບັນກາເຟ ໄດ້ຮັບຄວາມນິຍົມຈາກສັງຄົມເປັນຈຳນວນຫລາຍ. ພ້ອມນີ້, ການປູກກາເຟເປັນສິນຄ້າຍັງສາມາດສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ປະຊາຊົນ ເຮັດໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ດັ່ງຄອບຄົວຂອງທ່ານ ຄໍາຈັກ ກອນບຸດເຕີ ຢູ່ບ້ານກໍາກອກ ເມືອງທ່າແຕງ ແຂວງເຊກອງ.

ທ່ານ ຄໍາຈັກ ກອນບຸດເຕີ ໄດ້ລາຍງານ ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງເຊກອງ ຄັ້ງທີ XI ໃນວັນທີ 28 ສິງຫາ 2025 ຜ່ານມາວ່າ: ພາຍໃນຄອບຄົວຕົນເອງ ມີຈໍານວນພົນ 6 ຄົນ ຍິງ 3 ຄົນ ໃນນີ້, ມີແຮງງານຕົ້ນຕໍ 4 ຄົນ ແລະ ແຮງງານສໍາຮອງ 2 ຄົນ. ກ່ອນປີ 2015 ແມ່ນຢຶດຖືການເຮັດນາປູກເຂົ້າເປັນອາຊີບຕົ້ນຕໍ ແລະ ລ້ຽງສັດເປັນສຳຮອງ ແຕ່ກໍຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ, ສະພາບຄອບຄົວມີຄວາມຂາດເຂີນ. ຍ້ອນມີແນວທາງນະໂຍບາຍຂອງພັກ-ລັດໃນການຊຸກຍູ້ສົ່ງເສີມການຜະລິດກະສິກຳ ແລະ ອຸດສາຫະກຳເປັນສິນຄ້າ ບ່ອນທີ່ມີທ່າແຮງບົ່ມຊ້ອນ ໂດຍສະເພາະ ຄອບຄົວຂອງຕົນ ມີເນື້ອທີ່ດິນ, ແຮງງານ ບວກກັບທຶນຮອນສະສົມຈໍານວນໜຶ່ງ ແລະ ໄດ້ກູ້ຢືມເງິນຈາກທະນາຄານນະໂຍບາຍຈຳນວນ 30 ລ້ານກີບ ແລະ ໄດ້ຕັດສິນໃຈຫັນປ່ຽນອາຊີບຈາກການເຮັດນາປູກເຂົ້າມາລົງທຶນປູກກາເຟກາງໃນເນື້ອທີ່ 0,8 ເຮັກຕາ ຊຶ່ງໄດ້ລົງທຶນໃນເບື້ອງຕົ້ນປະມານ 16 ລ້ານກີບ (ຊື້ແນວພັນ, ບຸກເບີກ, ຝຸ່ນ, ອຸປະກອນ ແລະ ອື່ນໆ); ການປູກກາເຟໃນໄລຍະທຳອິດ ແມ່ນພົບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນທຶນຈຳກັດ, ປະສົບການ ແລະ ເຕັກນິກການປູກບໍ່ທັນຫລາຍ, ຜົນຜະລິດກາເຟໄດ້ໜ້ອຍບໍ່ສົມຄູ່ກັບການລົງທຶນ. ຕໍ່ມາ, ຄະນະພັກ-ອົງການປົກຄອງເມືອງ ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄດ້ລົງຕິດຕາມໃຫ້ຄຳແນະນໍາດ້ານເຕັກນິກການປູກ, ການບົວລະບັດຮັກສາ ແລະ ການເກັບກ່ຽວ. ພ້ອມກັນນັ້ນ, ຕົນເອງກໍຍັງໄດ້ໄປຊອກຮູ້ຮໍ່າຮຽນ, ແລກປ່ຽນບົດຮຽນນໍາຜູ້ມີປະສົບການ ກໍຄື ຜູ້ປະກອບການ ແລະ ບໍລິສັດຕ່າງໆ ເພື່ອນໍາມາໝູນໃຊ້ ຊຶ່ງພາຍຫລັງມີບົດຮຽນ, ມີເຕັກນິກການປູກ ແລະ ການບົວລະບັດຮັກສາ ເຮັດໃຫ້ຜົນຜະລິດກາເຟເພີ່ມຂຶ້ນໃນແຕ່ລະປີ. ໃນປີ 2018 ຄອບຄົວຂອງຕົນ ມີລາຍຮັບຈາກການຂາຍກາເຟປະມານ 180 ລ້ານກີບ, ໃນປີ 2019 ຈຶ່ງໄດ້ຊື້ດິນເພີ່ມອີກ 1,4 ເຮັກຕາ ລວມເປັນ 2,2 ເຮັກຕາ, ລົງທຶນຕື່ມອີກ 65 ລ້ານກີບ (ສ່ວນແຮງງານແມ່ນນໍາໃຊ້ແຮງງານໃນຄອບຄົວ) ແລະ ໃນປີ 2022 ເກັບກູ້ຜົນຜະລິດກາເຟກາງ (ໝາກແດງ) ໄດ້ 57,2 ໂຕນ (ສະມັດຕະພາບສະເລ່ຍ 26 ໂຕນ/ເຮັກຕາ), ມີລາຍຮັບຈາກການຂາຍຜົນຜະລິດກາເຟປະມານ 1,02 ຕື້ກວ່າກີບ, ສະເລ່ຍລາຍຮັບໃສ່ຈໍານວນພົນໃນຄອບຄົວໄດ້ປະມານ 171,6 ລ້ານກີບ/ຄົນ/ປີ ແລະ ໃນປີ 2023 ໄດ້ກູ້ຢືມເງິນຈາກທະນາຄານນະໂຍບາຍຕື່ມອີກ 300 ລ້ານກີບ ສົມທົບທຶນທີ່ມີຊື້ດິນເພີ່ມອີກ 6 ເຮັກຕາ ປັດຈຸບັນມີເນື້ອທີ່ປູກກາເຟລວມທັງໝົດ 8,2 ເຮັກຕາ, ຄາດຄະເນຜົນຜະລິດກາເຟ (ໝາກແດງ) ໃນທ້າຍປີ 2025 ປະມານ 213,2 ໂຕນ ແລະ ຄາດຄະເນລາຍຮັບຈາກການຂາຍຜົນຜະລິດກາເຟປະມານ 3,8 ຕື້ກີບ, ໂດຍລວມແລ້ວ ການປູກກາເຟເປັນສິນຄ້າເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນເປັນກ້າວໆ. ປັດຈຸບັນມີເຮືອນຢູ່ຖາວອນ 1 ຫລັງ, ມີຮ້ານຂາຍເຄື່ອງ 1 ຮ້ານ, ລົດໃຫຍ່ 2 ຄັນ, ມີເງິນເກັບຈໍານວນໜຶ່ງ ແລະ ມີທຶນຮອນໃນການສົ່ງເສີມລູກເຂົ້າໂຮງຮຽນ. ນອກຈາກນີ້, ຕົນເອງຍັງໄດ້ນໍາເອົາບົດຮຽນ ແລະ ເຕັກນິກການປູກກາເຟ ທີ່ໄດ້ຮຽນຮູ້ໄປເຜີຍແຜ່, ແນະນໍາ, ຊຸກຍູ້ປຸກລະດົມປະຊາຊົນພາຍໃນບ້ານຜູ້ທີ່ມີເງື່ອນໄຂ ແລະ ທ່າແຮງຫັນມາປູກກາເຟ ເພື່ອສ້າງລາຍຮັບໃຫ້ຄອບຄົວເພີ່ມຂຶ້ນ.

ທ່ານ ຄໍາຈັກ ກອນບຸດເຕີ ໃຫ້ຮູ້ຕື່ມວ່າ: ຜົນສໍາເລັດທີ່ກ່າວມານັ້ນ, ແມ່ນຍ້ອນມີແນວທາງນະໂຍບາຍອັນຖືກຕ້ອງ ຂອງພັກ-ລັດ ບວກກັບຄວາມອົດທົນ, ດຸໝັ່ນພາກພຽນ, ຊອກຮູ້ຮໍ່າຮຽນ, ກ້າຄິດ ແລະ ເຮັດໃນສິ່ງທີ່ຖືກຕ້ອງຕາມລະບຽບກົດໝາຍຂອງບ້ານເມືອງ ກໍຈະເຮັດໃຫ້ຄອບຄົວປະສົບຜົນສໍາເລັດ, ມີຢູ່ມີກິນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆມາ.

ຂ່າວ: ສັນຍາ

ນາຍົກລັດຖະມົນຕີ ຮ່ວມເປີດນໍາໃຊ້ເສັ້ນທາງ ແບບມີສ່ວນຮ່ວມ ຢູ່ບ້ານໂພນໄຊ ນະຄອນປາກເຊ

0

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີເປີດນໍາໃຊ້ເສັ້ນທາງເບຕົງ ແບບມີສ່ວນຮ່ວມ ບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 29 ສິງຫາ 2025 ນີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍການນຳຂັ້ນສູງຈາກສູນກາງ, ແຂວງ, ນະຄອນປາກເຊ, ນັກທຸລະກິດ-ຜູ້ປະກອບ ການ ແລະ ປະຊາຊົນໃນນະຄອນປາກເຊ ເຂົ້າຮ່ວມ.

ໃນພິທີ, ທ່ານ ສຸພາບ ທຳມະຮັກສາ ເລຂາພັກນະຄອນ ໄດ້ລາຍງານກ່ຽວກັບການກໍ່ສ້າງ, ປັບປຸງ ຍົກລະດັບເສັ້ນທາງບ້ານໂພນໄຊ ຈາກເສັ້ນທາງປູຢາງ ມາເປັນເສັ້ນທາງເບຕົງ ໃນຮູບແບບສົມທົບທຶນລະຫວ່າງພາກລັດ,​ ສັງຄົມ ແລະ ປະຊາຊົນ ມີສ່ວນຮ່ວມ. ບ້ານໂພນໄຊ ໄດ້ຮັບການຢັ້ງຢືນ ເປັນບ້ານພັດທະນາ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຈຳປາສັກ ສະບັບເລກທີ 1571/ຈຂ.ຈສ, ລົງວັນທີ 29 ພະຈິກ 2011 ແລະ ໄດ້ປະກາດ ເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 181/ຈຂ.ຈສ ລົງວັນທີ 28 ກຸມພາ 2023 ເຊິ່ງເປັນບ້ານທໍາອິດ ຂອງແຂວງຈໍາປາສັກ. ໂດຍກອງປະຊຸມເລຂາ-ຮອງເລຂາພັກແຂວງ ສະໄໝວິສາມັນ ຄັ້ງວັນທີ 28 ເມສາ 2025 ໄດ້ຄົ້ນ ຄວ້າ, ປຶກສາຫາລື ໃນຫົວຂໍ້ສະເພາະ ທີ່ຕິດພັນກັບນະຄອນ ໂດຍສະເພາະ ການສ້ອມແປງ-ກໍ່ສ້າງເສັ້ນທາງບ້ານໂພນໄຊ, ເຊິ່ງໄດ້ຊີ້ນຳໃຫ້ນະຄອນປາກເຊ ສົມທົບກັບພາກສ່ວນກ່ຽວຂ້ອງ ລົງສຳຫລວດ ເພື່ອປັບປຸງ, ສ້ອມແປງ ເສັ້ນທາງດັ່ງກ່າວ. ຈາກນັ້ນ ເຈົ້າແຂວງຈຳປາສັກ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 542/ຈຂ.ຈສ, ລົງວັນທີ 21 ພຶດສະພາ 2025 ວ່າດ້ວຍການອະນຸມັດໃຫ້ນະຄອນປາກເຊ ຈັດຕັ້ງປະຕິບັດການປັບປຸງ, ສ້ອມແປງເສັ້ນທາງ ບ້ານໂພນໄຊ ນະຄອນປາກເຊ ໃນຮູບແບບສົມທົບທຶນ ລະຫວ່າງລັດ ແລະ ສັງຄົມມີສ່ວນຮ່ວມ ເຊິ່ງມີມູນຄ່າການກໍ່ສ້າງທັງໝົດ 10 ຕື້ກີບ ທັງນີ້ກໍເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແນໃສ່ສ້າງບ້ານໂພນໄຊ ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ໃນຮູບແບບຕະຫລາດກາງຄືນ ໃນຕໍ່ໜ້າ.

ສໍາລັບການກໍ່ສ້າງເສັ້ນທາງ ມີຄື: ເສັ້ນທາງເລກທີ 24 (ແຕ່ໂຮງແຮມດາວວຽງ ຫາ ເສັ້ນທາງ 4 ແຍກ ຮ້ານແຄນນອນ) ມີຄວາມຍາວ 320 ແມັດ, ກວ້າງ 12 ແມັດ, ມີຄວາມໜາ 23 ຊັງຕີແມັດ, ມີຮ່ອງລະບາຍນ້ຳ ລະບົບທໍ່ແບບໂຕຢູ ( U ) ແລະ ທາງຄົນຍ່າງ ກວ້າງເບື້ອງລະ 1,5 ແມັດ; ເສັ້ນທາງເລກທີ 46 (ແຕ່ 4 ແຍກໂພນບົກ ຫາ ຫລັງໂຮງຮຽນ ມສ ໂພນໄຊ) ມີຄວາມຍາວ 420 ແມັດ, ກວ້າງ 9 ແມັດ, ຄວາມໜາ 23 ຊັງຕີແມັດ, ມີຮ່ອງລະບາຍນ້ຳ ລະບົບທໍ່ແບບໂຕຢູ ( U ) ແລະ ທາງຄົນຍ່າງກວ້າງ ເບື້ອງລະ 1,5 ແມັດ.

ໃນພິທີດັ່ງກ່າວ, ຜູ້ເຂົ້າຮ່ວມ ຍັງໄດ້ທ່ຽວຊົມຕະຫລາດວາງສະແດງສິນຄ້າ, ຜະລິດຕະພັນໂອດັອບ ຂອງແຕ່ລະພາກສ່ວນນໍາມາວາງສະແດງຕື່ມອີກ. ພ້ອມນີ້, ຍັງໄດ້ມີການມອບ-ຮັບທຶນປະກອບສ່ວນເຂົ້າໃນການກໍ່ສ້າງເສັ້ນທາງດັ່ງກ່າວ ຄື: ທະນາຄານພັດທະນາລາວ 7 ຕື້ກີບ, ອົງການປົກຄອງແຂວງຈຳປາສັກ 1,5 ຕື້ກີບ, ອົງການປົກຄອງນະຄອນປາກເຊ, ປະຊາຊົນບ້ານໂພນໄຊ ແລະ 9 ບ້ານເທສະບານ 1,5 ຕື້ກີບ.

ຂ່າວ-ພາບ: ຈັນທະວີສັກ

ແຈ້ງເຕືອນພາຍຸໝຸນເຂດຮ້ອນໜອງຟ້າ (Nongfa) ປະຈໍາວັນທີ 30 ສິງຫາ 2025

0

ແຈ້ງເຕືອນພາຍຸໝຸນເຂດຮ້ອນໜອງຟ້າ (Nongfa) ປະຈໍາວັນທີ 30 ສິງຫາ 2025, ເວລາ 16:00 ໂມງ. ພາຍຸດີເປຊັນ TD ໄດ້ເພີີ່ມກໍລັງແຮງຂຶ້ນກາຍເປັນພາຍຸໝູນເຂດຮ້ອນໜອງຟ້າ (Nongfa) ຫົວທີ 14 ປະຈໍາປີ 2025, ພາຍຸຫົວນີີ້ຍັງສືບຕໍ່ເຄື່ອນທີໍ່ໄປທາງດ້ານຕາເວັນຕົກ-ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ຈະເຄື່ອນທີ່ຂຶ້ນຝັ່ງທາງເໜືອ ແລະ ພາກກາງຂອງ ສສ ຫວຽດນາມ ໃນມື້ນີີ້. ຈາກນັ້ນຈະສືບຕໍ່ເຄື່ອນທີ່ຜ່ານພາກກາງ ແລະ ພາກໃຕ້ຂອງ ສປປ ລາວ. ຊ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ຕົກປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ ຫາ ໜັກຫລາຍ ພ້ອມຈະມີລົມພັດແຮງຢູູ່ບາງທ້ອງຖິ່ນ.

ດັັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັັ້ງທຸກພາກສ່ວນ

ໃນແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ກັບສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມຍື່ງ ແລະ ນ້ຳຖ້ວມອັັ່ງໃນຕົວເມືອງ.

ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍໍເນື່ອງ.

ຮອດປີ 2035 ຈີນຈະສ້າງຕົວເມືອງປະຊາຊົນແບບທັນສະໄໝໂດຍພື້ນຖານ

0

ຂ່າວສານຊີອາໄອລາຍງານໃນວັນທີ 29 ສິງຫາ ຜ່ານມາວ່າ: ຈີນໄດ້ເຜີຍແຜ່ “ຄວາມເຫັນຂອງສູນກາງພັກກອມມູນິດຈີນ ແລະ ຄະນະລັດຖະບານຈີນ ກ່ຽວກັບການຊຸກຍູ້ການພັດທະນາຕົວເມືອງດ້ວຍຄຸນນະພາບສູງ” ຫວ່າງມໍ່ໆ ມານີ້.

ເປົ້າໝາຍຕົ້ນຕໍໃນຄວາມເຫັນດັ່ງກ່າວຄື: ເມື່ອຮອດປີ 2030, ການສ້າງຕົວເມືອງປະຊາຊົນແບບທັນສະໄໝໄດ້ຮັບຄວາມຄືບໜ້າໃຫຍ່ຫຼວງ, ນະໂຍບາຍ ແລະ ລະບຽບການທີ່ສອດຄ່ອງກັບການພັດທະນາຕົວເມືອງດ້ວຍຄຸນນະພາບສູງໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ການຫັນປ່ຽນລະຫວ່າງກຳລັງຂັບເຄື່ອນຮູບແບບໃໝ່ກັບກຳລັງຂັບເຄື່ອນຮູບແບບເກົ່າໄດ້ເລັ່ງຄວາມໄວຂຶ້ນ, ຄຸນນະພາບດ້ານຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ, ການຫັນເປັນການພັດທະນາຕາມທິດທາງສີຂຽວໄດ້ຮັບການຈັດຕັ້ງປະຕິບັດຢ່າງເລິກເຊິ່ງ, ມີພື້ນຖານຄວາມໝັ້ນຄົງທີ່ໜັກແໜ້ນ ແລະ ເຂັ້ມແຂງ, ມີສະເໜ່ທາງດ້ານວັດທະນະທຳທີ່ຈະແຈ້ງ ແລະ ລະດັບການບໍລິຫານໄດ້ຮັບການຍົກສູງຂຶ້ນຢ່າງຫຼວງຫຼາຍ; ເມື່ອຮອດປີ 2035 ຈີນຈະສ້າງເປັນຕົວເມືອງປະຊາຊົນແບບທັນສະໄໝໂດຍພື້ນຖານ.

ສໍາເລັດການຍົກລະດັບຄວາມຮູ້ ວຽກງານວິຊາສະເພາະ ໂຄສະນາອົບຮົມ

0

ໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ສໍາເລັດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ວຽກງານວິຊາສະເພາະ ໂຄສະນາອົບຮົມ ໃຫ້ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ພາຍຫຼັງດໍາເນີນມາເປັນໄລຍະເວລາ 10 ວັນ, ແຕ່ວັນທີ 18-29 ສິງຫານີ້ ທີ່ ຄອສພ, ໂດຍການເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າ ຄອສພ, ບັນດາຫົວໜ້າກົມ ທີ່ຂຶ້ນກັບ ຄອສພ ພ້ອມດ້ວຍສຳມະນາກອນເຂົ້າຮ່ວມ ຈໍານວນ 39 ຄົນ.

ການຝຶກອົບຮົມໃນຄັ້ງນີ້, ສຳມະນາກອນໄດ້ຮຽນຮູ້ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງເຕັກໂນໂລຊີດີຈີຕອນ ໃນການຫັນວຽກງານໂຄສະນາອົບຮົມໄປສູ່ທັນສະໄໝ, ວຽກງານແນວຄວາມຄິດຂອງພັກໃນໄລຍະໃໝ່, ບົດຮຽນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳຮັບໃຊ້ຂອງພັກ, ຫຼັກການຂຽນບົດວິທະຍາສາດຮັບໃຊ້ເຂົ້າໃນວຽກງານຂອງພັກ, ຫຼັກການສຳພາດຂ່າວ, ການຂຽນບົດວຽກດີຄົນເດັ່ນ, ບັນຫາພື້ນຖານຂອງວຽກງານໂຄສະນາ, ວິທະຍາສາດພື້ນຖານຈຳນວນໜຶ່ງຂອງສິລະປະການໂຄສະນາດ້ວຍປາກ, ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມ, ການຂຽນບົດລົງວາລະສານປະເພດຕ່າງໆ, ວຽກງານຫາງສຽງສັງຄົມ, ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃນສື່ແບບໃໝ່, ນຳພາ ແລະ ຄຸ້ມຄອງວຽກງານສື່ມວນຊົນ, ປັບປຸງກົງຈັກການຈັດຕັ້ງຂອງ ຄອສພ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ວຽກງານກວດກາ.

ໂອກາດນີ້, ທ່ານ ນາງ ວິລະວອນ ພັນທະວົງ ໄດ້ມີຄຳເຫັນໂອ້ລົມ ຊຶ່ງໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຜົນສໍາເລັດຊຸດຝຶກອົບຮົມດັ່ງກ່າວ, ຈາກນັ້ນທ່ານຍັງໄດ້ກ່າວວ່າ: ຕະຫຼອດໄລຍະການຝຶກອົບຮົມຜ່ານມາ, ໄດ້ຮ່ວມກັນແລກປ່ຽນຄວາມຮູ້, ປະສົບການໃນການຄົ້ນຄວ້າຮໍ່າຮຽນທີ່ຈະນໍາໄປໝູນໃຊ້ເຂົ້າໃນວຽກງານໃຫ້ນັບມື້ນັບດີຂຶ້ນ ແລະ ທ່ານຍັງເຫັນດີເປັນເອກະພາບກັບເນື້ອໃນບົດສະຫຼຸບລາຍງານຂອງຄະນະຮັບຜິດຊອບ ການຝຶກອົບຮົມໃນຄັ້ງນີ້ ຊຶ່ງເປັນການຢັ້ງຢືນເຖິງຜົນສໍາເລັດກ່ຽວກັບວຽກງານວິຊາສະເພາະ ຄອສພ ຊຶ່ງພະນັກງານ-ລັດຖະກອນຈະໄດ້ນໍາ ເອົາບັນດາບົດຮຽນທີ່ໄດ້ຈາກການຝຶກອົບຮົມ ນໍາໄປໝູນໃຊ້ຢ່າງປະດິດສ້າງເຂົ້າໃນວຽກງານວິຊາສະເພາະຕົວຈິງໃຫ້ເກີດປະໂຫຍດສູງສຸດ. ຜ່ານການຝຶກອົບຮົມຕົວຈິງ ເຫັນວ່ານັກຝຶກອົບຮົມໄດ້ເອົາໃຈໃສ່ຕິດຕາມໃນການບັນຍາຍຂອງອາຈານ, ມີຄວາມກ້າຫານຄົ້ນຄວ້າສົນທະນາແລກປ່ຽນບົດຮຽນ, ປະກອບຄໍາຄິດ, ຄໍາເຫັນ ໃນການຖາມ-ຕອບ ດ້ວຍຄວາມເອົາໃຈໃສ່.

ໃນໂອກາດດັ່ງກ່າວ, ທ່ານ ນາງ ວິລະວອນ ພັນທະວົງ ຮຽກຮ້ອງມາຍັງສໍາມະນາກອນ ຈົ່ງສືບຕໍ່ນໍາເອົາບົດຮຽນ, ຄວາມຮູ້ທີ່ໄດ້ໃນຄັ້ງນີ້ ນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃຫ້ທັນກັບສະພາບການໃນໄລຍະໃໝ່.