Friday, September 19, 2025
Home Blog Page 11

ຫວຽດນາມອະໄພຍະໂທດໃຫ້ນັກໂທດທົ່ວປະເທດທີ່ມີຄວາມກ້າວໜ້າໃນໂອກາດວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ຄົບຮອບ 80 ປີ

0

ໃນໂອກາດວັນໄຊຊະນະການປະຕິວັດເດືອນສິງຫາ 1945 ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ, ຫວຽດນາມໄດ້ປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດງວດທີ 2 ປະຈຳປີ 2025 ໂດຍມີນັກໂທດຈຳນວນ 13.920 ຄົນ ໃນນັ້ນເປັນນັກໂທດຕ່າງປະເທດ 66 ຄົນທີ່ມີຄວາມກ້າວໜ້າ ປະພຶດປະຕິບັດຕົນດີ ໃນໄລຍະປະຕິບັດໂທດຢູ່ຄ້າຍຄຸມຂັງດັດສ້າງຕ່າງໆໃນທົ່ວປະເທດໄດ້ຮັບການອະໄພຍະໂທດ ແລະ ປ່ອຍຕົວຄັ້ງນີ້ ຕາມຂໍ້ຕົກລົງຂອງປະທານປະເທດຫວຽດນາມເລກທີ 1244/2025/QD-CTN ລົງວັນທີ 3 ກໍລະກົດ 2025. ກ່ອນໜ້ານັ້ນ, ປະທານປະເທດຫວຽດນາມໄດ້ອອກຂໍ້ຕົກລົງອະໄພຍະໂທດ ແລະ ປ່ອຍຕົວນັກໂທດງວດທີ 1 ປະຈຳປີ 2025 ໃຫ້ນັກໂທດທີ່ມີຄວາມກ້າວໜ້າຈຳນວນ 8.055 ຄົນ ໃນໂອກາດວັນປົດປ່ອຍພາກໃຕ້ຫວຽດນາມ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ທີ 30 ເມສາ ຄົບຮອບ 50 ປີມາແລ້ວ.

ພິທີປະກາດອະໄພຍະໂທດ ແລະ ປ່ອຍຕົວນັກໂທດງວດທີ 2 ປະຈຳປີ 2025 ໃນໂອກາດວັນໄຊຊະນະການປະຕິວັດເດືອນສິງຫາ 1945 ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 1 ກັນຍາ 2025 ຢູ່ຄ້າຍຄຸມຂັງດັດສ້າງນິ່ງແຄັງ ແຂວງນິ່ງບິ້ງ ຫວຽດນາມ. ມີທ່ານ ເກິນດິ່ງຕ່າຍ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ສື່ມວນຊົນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ສຳລັບນັກໂທດທີ່ມີຄວາມກ້າວໜ້າ ປະພຶດປະຕິບັດຕົນດີໃນໄລຍະປະຕິບັດໂທດຢູ່ຄ້າຍຄຸມຂັງ ດັດສ້າງນິ່ງແຄັງ ແຂວງນິ່ງບິ້ງ ໄດ້ຮັບການອະໄພຍະໂທດ ແລະ ປ່ອຍຕົວຄັ້ງນີ້ ມີຈຳນວນ 377 ຄົນ.

ທ່ານ ເກິນດິ່ງຕ່າຍ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດຫວຽດນາມມີຄຳເຫັນຕໍ່ພິທີວ່າ: ການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດທີ່ມີຄວາມກ້າວໜ້າໃນໄລຍະປະຕິບັດໂທດຢູ່ຄ້າຍຄຸມຂັງດັດສ້າງໃນແຕ່ບະປີ ແມ່ນສະແດງໃຫ້ເຫັນເຖິງການປະຕິບັດແນວທາງນະໂຍບາຍທີ່ຖືກຕ້ອງ ແລະ ສອດຄ່ອງຂອງພັກ ແລະ ລັດຖະບານຫວຽດນາມ ດ້ານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ທີ່ມີລັກສະນະຍຸຕິທຳ ແລະ ເທົ່າທຽມກັນຂອງພົນລະເມືອງຫວຽດນາມທຸກຄົນ ລວມທັງນັກໂທດທີ່ພວມປະຕິບັດໂທດຢູ່ຄ້າຍຄຸມຂັງດັດສ້າງແຕ່ລະແຫ່ງໃນທົ່ວປະເທດ. ການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດທີ່ມີຄວາມກ້າວໜ້າຢູ່ຫວຽດນາມ ແມ່ນເກີດຂຶ້ນໃນໂອກາດວັນສຳຄັນຕ່າງໆຂອງຊາດໃນທຸກໆປີ. ສ່ວນນັກໂທດທີ່ໄດ້ຮັບການປ່ອຍຕົວໃນໄລຍະຫຼາຍປີຜ່ານມາຢູ່ຫວຽດນາມແມ່ນມີຈຳນວນຫຼາຍແສນຄົນ ເຂົາເຈົ້າໄດ້ກັບຄືນໄປບ້ານເກີດເມືອງນອນຂອງຕົນ ກັບຄືນໄປຫາຄອບຄົວ ແລະ ດຳລົງຊີວິດດ້ວຍຄວາມສຸຈະລິດ ມີຄວາມບໍລິສຸດສັດຊື່ ເປັນເຈົ້າການປະຕິບັດລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດ ແລະ ເປັນຄົນດີຂອງສັງຄົມ.

ຂ່າວແລະພາບ: ປອງໄຕ ຈະເລີນສຸກ

ພະຍາກອນອາກາດ ວັນທີ 01 ກັນຍາ 2025

0

ຮ່ອງຄວາມກົດດັນອາກາດຕ່ຳ ຫລື ຮ່ອງຝົນໄດ້ພາດຜ່ານພາກກາງ ແລະ ພາກໃຕ້ຂອງປະເທດລາວ. ສົມທົບກັບລົມມໍລະສຸມຕາເວັນຕົກ ສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມ. ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ແຈ້ງເຕືອນໄພຝົນຕົກໜັກ ແລະ ລົມພັດແຮງ ວັນທີ 31 ສິງຫາ 2025

0

#ແຈ້ງເຕືອນໄພຝົນຕົກໜັກ ແລະ ລົມພັດແຮງ ວັນທີ 31 ສິງຫາ 2025, ເວລາ 19:00 ໂມງ. ຮ່ອງຄວາມກົດດັນອາກາດຕ່ຳ ຫລື ຮ່ອງຝົນຍັງພາດຜ່ານພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ຂອງປະເທດລາວ. ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມ. ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ກັບສະພາບລົມ ພັດແຮງ ແລະ ຝົນຕົກໜັກຕິດຕໍ່ກັນຫລາຍວັນທີ່ຈະເຮັດໃຫ້ມີດີນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມຍືງ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ. ຂໍໃໍຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2025 -2026

0

-ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ,

-ພີ່ນ້ອງ​ປວງ​ຊົນ​ລາວ ທັງຊາດ ທີ່​ນັບຖື ​ແລະ ຮັກ​ແພງ.

ມື້ນີ້ ເປັນວັນໜຶ່ງທີ່ສໍາຄັນ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຊຶ່ງນັກຮຽນ-ນັກສຶກສາ, ຄູອາຈານ ແລະ ພໍ່ແມ່ຜູ້ປົກຄອງ ໃນຂອບເຂດທົ່ວປະເທດ ກຳລັງກຽມຈິດໃຈ ເພື່ອເຂົ້າຮຽນ ໃນສົກຮຽນໃໝ່ 2025- 2026.

ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ປະຈໍາສົກຮຽນ 2025-2026 ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ ຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໄຍໄປເຖິງ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ ທຸກລະດັບ, ທຸກຂົງເຂດ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ ມານະໂອກາດ ອັນມີຄວາມໝາຍຄວາມສຳຄັນ ໃນ ຄັ້ງນີ້ ດ້ວຍ.

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ,

ລັດຖະບານ ຍາມໃດກໍໄດ້ຖືວຽກງານການສຶກສາ ເປັນວຽກໜຶ່ງສຳຄັນ “ເອົາການສຶກສາ ໄປກ່ອນວຽກງານອື່ນ ກ້າວໜຶ່ງ”, “ເອົາຄົນ ເປັນເປົ້າໝາຍ, ເປັນໃຈກາງ” ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ການສຶກສາ ເປັນການພັດທະນາຊັບພະຍາກອນມະນຸດ, ສ້າງຄົນເຮົາ ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່.

ໃນສົກຮຽນຜ່ານມາ ເຖິງຈະມີຄວາມຫຍຸ້ງຍາກຫລາຍຢ່າງ ທີ່ສົ່ງຜົນກະທົບໂດຍກົງ ຕໍ່ການປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ກໍຕາມ, ແຕ່ຂະແໜງສຶກສາທິການ ແລະ ກິລາ ກໍໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ສາມາດຂັບເຄື່ອນປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ມີຜົນສໍາເລັດສໍາຄັນຫລາຍດ້ານເປັນຕົ້ນ ໄດ້ປັບປຸງພື້ນຖານໂຄງລ່າງຂອງສະຖານການສຶກສາຕ່າງໆ, ສະໜອງອາຫານທ່ຽງໃນໂຮງຮຽນ ໃຫ້ແກ່ນັກຮຽນໃນຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ, ລວມທັງ ການສົ່ງເສີມການສຶກສາຮຽນຮ່ວມ, ເພີ່ມການສະໜອງ​ເງິນ​ອຸດ​ໜູນເບ້ຍ​ລ້ຽງ ​ນັກ​ຮຽນ-ນັກ​ສຶກ​ສາ ທຸກ​ຊັ້ນທຸກ​ສາຍ ແລະ ໄດ້ເອົາໃຈໃສ່ແກ້ໄຂບັນຫາ ການປະລະການຮຽນ ແລະ ການປັບປຸງຄຸນນະພາບການຮຽນ-ການສອນ ໃນທຸກລະດັບໃຫ້ດີຂຶ້ນ. ນອກຈາກນີ້, ຍັງໄດ້ສົ່ງເສີມ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ນະ​ວັດ​ຕະ​ກຳ, ພ້ອມ​ທັງ ​​ໄດ້​​ປັບ​ປຸງ​ຄຸນ​ນະ​ພາບ, ຄັດເລືອກຫົວຂໍ້ຄົ້ນຄວ້າ, ​ຜົນ​ການຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ນະ​ວັດ​ຕະ​ກຳ ແລະ ໄດ້ສົ່ງເສີມການອອກກໍາລັງກາຍ ຂອງທົ່ວປວງຊົນລາວ ລວມທັງ ເຮັດໜ້າທີ່ສົ່ງເສີມກິລາອາຊີບ ໃຫ້ຫັນເຂົ້າສູ່ລະບົບຢ່າງຕັ້ງຫນ້າ ແລະ ຂະບວນກິລາລາວ ກໍໄດ້ຮັບການພັທະນາດີຂຶ້ນ ໃນການແຂ່ງຂັນກິລາສາກົນ. ຍ້ອນຄວາມເອົາໃຈໃສ່ ຂອງຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ໃນທຸກຂັັ້ນ ແຕ່ສູນກາງຮອດທ້ອງຖິ່ນ, ຈຶ່ງເຮັດໃຫ້ການສົ່ງເສີມການເຂົ້າຮຽນ, ການປະລະການຮຽນ ແລະ ການປັບປຸງຄຸນນະພາບການສຶກສາ ໄດ້ຮັບການແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ ເຊິ່ງສະແດງອອກຜົນການຮຽນ ຂອງນັກຮຽນ-ນັກສຶກສາ ໃນທຸກຊັ້ນທຸກສາຍ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ອັນເຮັດໃຫ້ບາງດ້ານ ແລະ ບາງຂົງເຂດ ຜົນການຮຽນຂອງນັກຮຽນ, ນັກສຶກສາມີອັນດີຂຶ້້ນ, ນັກຮຽນນັກສຶກສາລາວຈໍານວນໜຶ່ງ ກໍໄດ້ສ້າງຜົນງານອັນໂດດເດັ່ນ ໃນການເຂົ້າຮ່ວມການແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ.

ຕໍ່ຜົນສຳເລັດ ແລະ ຜົນງານ ທີ່ພວກເຮົາຍາດມາໄດ້ ໃນສົກຮຽນຜ່ານມາ, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ລັດຖະບານ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະ​ນໍາກະຊວງ​ສຶກສາ​ທິການ​ ​ແລະ ກິລາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ບັນດາສະຖານການສຶກສາທົ່ວປະເທດ, ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພະນັກງານ​ປະຕິວັດອາວຸ​ໂສ​, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ແລະ ທຸກພາກສ່ວນຂອງສັງຄົມ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ທາງດ້ານວັດຖຸ, ສະຕິປັນຍາ ແລະ ເຫື່ອແຮງ ຕໍ່ວຽກງານການສຶກສາ. ຂໍຖືໂອກາດນີ້, ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ມີການປະກອບສ່ວນທີ່ສໍາຄັນເຂົ້າ ໃນວຽກງານການພັດທະນາການສຶກສາ ໃນສົກຮຽນຜ່ານມາ.

ພີ່ນ້ອງຮ່ວມຊາດທີ່ ນັບຖື ແລະ ຮັກແພງ,

ເພື່ອກຽມຄວາມພ້ອມ ໃຫ້ແກ່ການຮຽນ-ການສອນ ໃນສົກຮຽນ 2025-2026 ດໍາເນີນໄປຢ່າງມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບ ການຮຽນ-ການສອນ, ສາມາດແກ້ໄຂບັນຫາຄົງຄ້າງ ໃນສົກຮຽນຜ່ານມາ ເປັນຕົ້ນ ອັດຕາການປະລະການຮຽນ ຍັງສືບຕໍ່ເພີ່ມຂຶ້ນ, ການຂາດຄູສອນ ແລະ ການເຂົ້າຮຽນສາຍອາຊີວະ ແລະ ການສຶກສາຊັ້ນສູງ ຍັງສືບຕໍ່ຫຼຸດລົງ ແລະ ອື່ນໆ. ເພື່ອສ້າງພື້ນຖານທີ່ໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ທັງຜູ້ຮັບຜິດຊອບວຽກງານສຶກສາທິການ ແລະ ກິລາ ໂດຍກົງ ແລະ ທົ່ວປວງຊົນລາວທັງຊາດ ໃຫ້ພ້ອມກັນເອົາໃຈໃສ່ ດັ່ງນີ້:

ໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ຕິດຕາມຊຸກຍູ້ບັນດາສະຖານການສຶກສາຢ່າງໃກ້ສິດ ໃຫ້ໄດ້ເຄື່ອນໄຫວວຽກງານເປັນປົກກະຕິ ຕາມ 5 ຫລັກມູນຂອງການສຶກສາ ໃນໄລຍະໃໝ່ ເປັນຕົ້ນ ສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ​ວັນນະຄະດີ ແລະ ປັບປຸງສະພາບແວດລ້ອມໂຮງຮຽນ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມສົນໃຈໃນການຮໍ່າຮຽນ ແລະ ເຂົ້າຮຽນຫລາຍຂຶ້ນ; ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່, ປະຕິບັດຫລັກສູດການຮຽນ-ການສອນ, ຮໍ່າຮຽນເອົາເຕັກນິກອັນໃໝ່ມາໝູນໃຊ້ເຂົ້າໃນການກະກຽມບົດສອນ, ຈັດຮູບແບບການຮຽນ-ການສອນໃຫ້ມີຄວາມຫລາກຫລາຍ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມສົນໃຈ, ມີຄວາມຕັ້ງໃຈໃນການຮຽນຮໍ່າຮຽນ, ​ສ້າງຄວາມເຂັ້ມແຂງໃນການບໍາລຸງຄູ ໃນຫົວຂໍ້ທີ່ຈໍາເປັນ ເຊັ່ນ: ການນໍາໃຊ້ໄອຊີທີ, ປັນຍາປະດິດ (AI), ນະວັດຕະກໍາ ແລະ ອື່ນໆ ເຂົ້າໃນການຈັດການ ການຮຽນ-ການສອນ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ປະຕິບັດໜ້າທີ່ ດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ ຕໍ່ວິຊາຊີບຂອງຕົນ ແລະ ພັດທະນາຕົນເອງ ດ້ານວິຊາສະເພາະ ແລະ ເຕັກໂນໂລຊີໃໝ່ ໃຫ້ທັນກັບສະພາບການປ່ຽນແປງຂອງໂລກ ໃນແຕ່ລະໄລຍະ ເພື່ອໃຫ້ນັກຮຽນ-ນັກສຶກສາລາວ ສາມາດນໍາທັນຄວາມທັນສະໄໝຂອງໂລກ;

ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫລານ ຂອງຕົນທີ່ຢູ່ໃນເກນອາຍຸ ໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຈົນຈົບ ຢ່າງໜ້ອຍໃຫ້ຈົບການສຶກສາພາກບັງຄັບ (ຊັ້ນມັດທະຍົມສຶກສາປີທີ 4) ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ຂັ້ນພື້ນຖານ ເພື່ອໄປຕໍ່ຍອດໃນສາຍອາຊີບ ແລະ ສາມາດສືບຕໍ່ຮຽນໃນຊັ້ນທີ່ສູງຂຶ້ນໄປໃຫ້ນັບມື້ຫລາຍຂຶ້ນ ໂດຍໃຫ້ຖືວຽກນີ້ເປັນພັນທະ, ເປັນຄວາມຮັບຜິດຊອບໂດຍກົງ ຂອງຜູ້ປົກຄອງ ໃນໄລຍະໃໝ່ນີ້.

ສຳລັບລູກຫລານນັກຮຽນ-ນັກສຶກສາ, ຈົ່ງພາກັນຕັ້ງໃຈຄົ້ນຄວ້າ ຮ່ຳຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫລາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າປະຕິບັດກົດລະບຽບຂອງໂຮງຮຽນໃຫ້ເຂັ້ມງວດ, ຝຶກຝົນຫລໍ່ຫລອມ ໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູ-ອາຈານ, ເປັນລູກຫລານທີ່ດີ ຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງທີ່ດີ ຂອງປະເທດຊາດ;

ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນປະກອບສ່ວນ ຕາມພາລະບົດບາດຂອງຕົນ ປະກອບສ່ວນເຂົ້າໃນການສຶກສາອົບຮົມແນວຄິດ ໃຫ້ແກ່ນັກຮຽນ-ນັກສຶກສາ, ຊ່ວຍຄູອາຈານ ໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ-ນັກສຶກສາ ໄດ້ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງໝົດທຸກຄົນ ໃນທົ່ວສັງຄົມ.

ໃນໂອກາດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທຸກການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງການສຶກສາ ແລະ ກິລາ ໃນການກະກຽມຄວາມພ້ອມ, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫລືອ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ຂອງແຕ່ລະພາກສ່ວນ ເພື່ອໃຫ້ສົກຮຽນໃໝ່ 2025-2026 ໃຫ້ມີຜົນສໍາເລັດໄປໄດ້ດ້ວຍດີ.

ທ້າຍສຸດນີ້, ຂ້າພະ​ເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດຕະຫລອດຮອດ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານຂອງຕົນ.

ອວຍພອນໃຫ້ສົກຮຽນ 2025-2026 ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້

ຫັດຖະກຳຕໍ່າຫູກເຜົ່າລື້ ເປັນທີ່ນິຍົມຂອງນັກທ່ອງທ່ຽວ

0

ຫັດຖະກຳຕໍ່າຫູກ ຂອງປະຊາຊົນເຜົ່າລື້ ບ້ານນາຍາງເໜືອ ເມືອງນໍ້າບາກ ແຂວງຫລວງພະບາງ ເປັນທີ່ນິຍົມຂອງນັກທ່ອງທ່ຽວ, ເຊິ່ງໃນແຕ່ລະປີໄດ້ມີນັກທ່ອງທ່ຽວຕ່າງປະເທດ ໃຫ້ຄວາມສົນໃຈເຂົ້າໄປທ່ອງທ່ຽວຊົມ ແລະ ຮຽນຮູ້ດ້ານວິຖີການດຳລົງຊີວິດ ຂອງປະຊາຊົນເຜົ່າລື້, ທັງຮຽນຮູ້ກ່ຽວກັບຫັດຖະກຳຕໍ່າແຜ່ນດ້ວຍວິທີດັ້ງເດີມ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ກັບປະຊາຊົນພາຍໃນບ້ານ, ປັດຈຸບັນກຸ່ມການຜະລິດ ໄດ້ຕັ້ງສູນສາທິດການຜະລິດ ຕິດພັນກັບການບໍລິການທີ່ພັກແຮມ ໃຫ້ກັບນັກທ່ອງທ່ຽວ.

ທ່ານ ນາງ ຄຳໄພ ຕາງໜ້າກຸ່ມຜະລິດ ເຄື່ອງຫັດຖະກຳຕໍ່າຫູກ ບ້ານນາຍາງເໜືອ ເມືອງນໍ້າບາກ ໄດ້ໃຫ້ສຳພາດກັບສື່ມວນຊົນຂອງແຂວງ ເມື່ອບໍ່ດົນມານີ້ວ່າ: ການປະກອບອາຊີບຫັດຖະກຳຕໍ່າຫູກ ເປັນທຸລະກິດໜຶ່ງທີ່ປະຊາຊົນເຜົ່າລື້ ບ້ານນາຍາງເໜືອ ເມືອງນໍ້າບາກ ແຂວງຫລວງພະບາງ ໄດ້ພ້ອມກັນສືບທອດກັນມາຫລາຍເຊັ່ນຄົນ ຈົນກາຍເປັນກິດຈະກຳໜຶ່ງທີ່ຕິດພັນກັບການດຶງດູດນັກທ່ອງທ່ຽວ ເຂົ້າໄປທ່ອງທ່ຽວພາຍໃນບ້ານ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ກັບປະຊາຊົນ. ປັດຈຸບັນ ການຜະລິດສິນຄ້າຫັດຖະກຳຕໍ່າຫູກ ຂອງປະຊາຊົນເຜົ່າລື້ ບ້ານນາຍາງເໜືອ ໄດ້ເປັນທີ່ນິຍົມຂອງນັກທ່ອງທ່ຽວເປັນຢ່າງດີ, ເຊິ່ງໃນແຕ່ລະປີໄດ້ມີນັກທ່ອງທ່ຽວຕ່າງປະເທດ ໃຫ້ຄວາມສົນໃຈເຂົ້າໄປທ່ອງທ່ຽວ ຮຽນຮູ້ດ້ານວິຖີການດຳລົງຊີວິດຂອງປະຊາຊົນເຜົ່າລື້, ທັງຮຽນຮູ້ກ່ຽວກັບຫັດຖະກຳຕໍ່າແຜ່ນດ້ວຍວິທີດັ້ງເດີມ, ປັດຈຸບັນກຸ່ມການຜະລິດ ກໍໄດ້ຕັ້ງສູນສາທິດການຜະລິດ ຕິດພັນກັບການບໍລິການທີ່ພັກແຮມ ໃຫ້ກັບບັນດານັກທ່ອງທ່ຽວ.

ທ່ານ ນາງ ຄຳໄພ ກ່າວຕື່ມວ່າ: ສຳລັບການຜະລິດສິນຄ້າພາຍໃນກຸ່ມການຜະລິດ ໄດ້ເລີ່ມກູ້ຢືມເງິນຈາກທະນາຄານນະໂຍບາຍ ໃນປີ 2012 ເພື່ອມາໝູນໃຊ້ເຂົ້າໃນການຈັດຊື້ວັດຖຸດິບ ແລະ ບໍລິຫານວຽກງານພາຍໃນກຸ່ມ ທັງປະຕິບັດລະບຽບການຊຳລະຕົ້ນທຶນ ແລະ ດອກເບ້ຍ ໃຫ້ທະນາຄານຕາມກຳນົດເວລາ, ມາຮອດປີ 2023 ໄດ້ຮັບການອະນຸມັດເງິນກູ້ ຈຳນວນ 600 ລ້ານກີບ ເພື່ອມານຳໃຊ້ເຂົາໃນການສ້າງຕັ້ງກຸ່ມການຜະລິດ ຈຳນວນ 2 ກຸ່ມ ລວມມີສະມາຊິກ 12 ຄົນ ເພື່ອໃຫ້ການຜະລິດສິນຄ້າມີຄວາມຫລາກຫລາຍ ແລະ ພ້ອມຈຳໜ່າຍທັງພາຍໃນ ແລະ ຕ່າງປະເທດ, ໃນໄລຍະຜ່ານມາໄດ້ຮັບການຊຸກຍູ້ຈາກຫລາຍພາກສ່ວນ ເພື່ອນຳເອົາສິນຄ້າໄປວາງຂາຍໃນງານສຳຄັນຕ່າງໆ ເຮັດໃຫ້ການຜະລິດສິນຄ້າ ຫັດຖະກຳຕໍ່າຫູກຂອງບ້ານນາຍາງເໜືອ ໄດ້ຮັບຄວາມສົນໃຈຈາກແຂກທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລາຍ, ສາມາດສ້າງລາຍຮັບໄດ້ປະມານ 300 ລ້ານກີບຕໍ່ປີ ເມື່ອຫັກຄ່າໃຊ້ຈ່າຍ ໂດຍມີກຳໄລປະມານ 20-30% ຂອງລາຍຮັບທັງໝົດ ເຊິ່ງໄດ້ມີການແບ່ງປັນໃຫ້ກັບສະມາຊິກກຸ່ມ ຕາມຜົນງານຂອງແຕ່ລະຄົນ. ປັດຈຸບັນ ຜະລິດຕະພັນຫັດຖະກຳເຜົ່າລື້ ເປັນຕົ້ນ ຜ້າບ່ຽງ, ຜ້າປູໂຕະ, ແຜ່ນແພໄວ້ຕັດເສື້ອ, ເຄື່ອງປະດັບ ແລະ ອື່ນໆ ແມ່ນມີພ້ອມຂາຍ ເປັນຈຳນວນຫລາຍ ທັງນີ້ ກໍເພື່ອຕອບສະໜອງໃຫ້ທັນຕາມຄວາມຕ້ອງການຂອງລູກຄ້າ ທີ່ມີຄວາມສົນໃຈ.

ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງເຊກອງ ຍົກສູງບົດບາດການນໍາພາຂອງພັກ-ຍູ້ແຮງການສ້າງ ສອຈ

0

ໃນໂອກາດມີຄໍາເຫັນໂອ້ລົມ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ໃນວັນທີ 29 ສິງຫາ 2025 ຜ່ານມາ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ແຂວງເຊກອງ ຍຶດໝັ້ນໃນອຸດົມການຂອງພັກ, ຍົກສູງບົດ ບາດຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງຄະນະພັກທຸກຂັ້ນ, ເສີມຂະຫຍາຍມູນເຊື້ອວິລະຊົນ, ຍູ້ແຮງຂະບວນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ(ສອຈ); ສຶກສາອົບ ຮົມປະຊາຊົນບັນດາເຜົ່າໃຫ້ເຂົ້າໃຈ ກ່ຽວກັບມູນເຊື້ອຮັກຊາດ, ມູນເຊື້ອແຫ່ງຄວາມສາມັກຄີ, ມີສະຕິລະວັງຕົວຕໍ່ການເຄື່ອນໄຫວ ຂອງກຸ່ມຄົນບໍ່ຫວັງດີ ທີ່ຫວັງມ້າງເພທຳລາຍຄວາມສາມັກຄີ ກໍຄື ລະບອບປະຊາທິປະໄຕ ຂອງພັກເຮົາ; ສ້າງແນວຄິດຕື່ນຕົວໃນການປະຕິບັດແນວທາງ ຂອງພັກ, ແຜນນະໂຍ ບາຍຂອງລັດ; ຕ້ານ ແລະ ສະກັດກັ້ນໃຫ້ໄດ້ການສວຍໃຊ້ບັນຫາເຜົ່າ, ສາສະໜາ, ຢາເສບຕິດ, ສິດທິມະນຸດ ເພື່ອແບ່ງແຍກຄວາມສາມັກຄີ ແລະ ສ້າງຄວາມຫຍຸ້ງຍາກໃນການທຳມາຫາກິນຂອງປະຊາຊົນ.

ພ້ອມນີ້, ກໍຕ້ອງສູ້ຊົນສ້າງພື້ນຖານເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ກໍຄື ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງ, ວາງແຜນພັດທະນາເຂດແຄວ້ນ ແລະ ກໍານົດເຂດການພັດທະນາຢ່າງມີຈຸດສຸມ ເພື່ອສ້າງສໍາພັນເສດຖະກິດໃຫ້ເກີດຂຶ້ນ ແລະ ແນໃສ່ທິດໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃຫ້ປະກົດເປັນຈິງ; ອໍານວຍຄວາມສະດວກໃຫ້ຜູ້ປະກອບການ, ຄອບຄົວປະຊາຊົນ ຫລື ພໍ່ຄ້າຊາວຂາຍໃນການຜະລິດ ແລະ ຈໍລະຈອນສິນຄ້າ, ຫລີກເວັ້ນການສ້າງຄວາມຫຍຸ້ງຍາກ, ຫລາຍຂອດຫລາຍຂັ້ນທີ່ບໍ່ຈໍາເປັນ, ປັບປຸງບັນດາຂອດການເກັບພາສີ, ອາກອນ, ຄ່າທຳນຽມ, ຄ່າຂົນສົ່ງ…ໃຫ້ເໝາະສົມ ແລະ ໂປ່ງໃສ; ພັດທະນາຂົງເຂດວັດທະນະທໍາ-ສັງຄົມ, ປະຕິບັດບັນດາຄາດໝາຍຕົວຊີ້ວັດການພັດທະນາແບບຍືນຍົງ (ດ້ານການສຶກສາ ແລະ ສາທາລະນະສຸກ), ແກ້ໄຂບັນຫາອັດຕາເຂົ້າຮຽນ, ການປະລະການຮຽນ ແລະ ປັບປຸງຍົກລະດັບຄຸນນະພາບຂອງການປິ່ນປົວ, ປະຕິບັດນະໂຍບາຍຕໍ່ພະນັກງານ, ຜູ້ທີ່ມີຜົນງານ ແລະ ມີຄຸນງາມຄວາມດີ ຕໍ່ປະເທດຊາດຕໍ່ການປະຕິວັດ ແລະ ຊ່ວຍເຫລືອບັນເທົາທຸກຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພພິບັດ, ປຸກລະດົມສັງຄົມເຂົ້າຮ່ວມການສົງເຄາະຊ່ວຍເຫລືອ ຜູ້ທີ່ທຸກຍາກ ແລະ ດ້ອຍໂອກາດໃຫ້ດີກວ່າເກົ່າ; ພັດທະນາສີມືແຮງງານໃຫ້ມີຄຸນນະພາບ, ຫລາກຫລາຍອາຊີບ ເພື່ອສະໜອງກັບຄວາມຕ້ອງການຂອງຕະຫລາດແຮງງານ ກໍຄື ໂຄງການລົງທຶນຕ່າງໆຢູ່ພາຍໃນແຂວງ, ສ້າງທຸກເງື່ອນໄຂໃຫ້ພົນລະເມືອງມີວຽກເຮັດງານທຳ, ກໍານົດຄ່າແຮງງານຂອງພາກລັດ ແລະ ພາກເອກະຊົນ ໃຫ້ມີຄວາມກົມກຽວ ສາມາດຕອບສະໜອງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ; ສືບຕໍ່ຜັນປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຶກສາອົບຮົມຖັນແຖວສະມາຊິກພັກ-ພະນັກງານ ກໍຄື ປະຊາຊົນໃຫ້ຮັບຮູ້ ແລະ ມີສະຕິຕື່ນຕົວປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ; ສືບຕໍ່ນຳພາ ແລະ ຍູ້ແຮງວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ; ປັບປຸງລະບົບການເມືອງໃຫ້ໜັກແໜ້ນເຂັ້ມແຂງ, ການຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດທິພາບ ແລະ ສັກສິດ, ແກ້ໄຂຄອບຄົວທຸກຍາກ, ບ້ານທຸກຍາກ ແລະ ເມືອງທຸກຍາກໃຫ້ຫລຸດຢ່າງຈະແຈ້ງ.

ສະຫາຍ ສອນໄຊ ສີພັນດອນ ຍັງເນັ້ນຕື່ມວ່າ: ອົງຄະນະພັກແຂວງເຊກອງ ພາຍໃຕ້ການນໍາພາ ຂອງຄະນະບໍລິຫານງານພັກແຂວງສະໄໝທີ XI ຕ້ອງເພີ່ມທະວີຄວາມສາມັກຄີເອກະພາບ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ຍູ້ແຮງວຽກງານສ້າງຕັ້ງຕາແສງ ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ, ປັບປຸງລະບົບການເມືອງໃຫ້ເຂັ້ມແຂງ, ການຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດທິພາບ; ແກ້ໄຂບັນດາໄພອັນຕະລາຍ ທີ່ຂົ່ມຂູ່ຕໍ່ພັກ-ຕໍ່ລັດ ໂດຍສະເພາະໄພແຫ່ງຄວາມທຸກຍາກ ແລະ ຄວາມແຕກໂຕນໃນສັງຄົມ, ໄພເສດຖະກິດ (ໜີ້ສິນ), ໄພຫຍໍ້ທໍ້ໃນສັງຄົມ, ໄພສໍ້ລາດບັງຫລວງ ແລະ ໄພອື່ນໆ… ເພື່ອສືບຕໍ່ສ້າງຄວາມເຊື່ອໝັ້ນ ແລະ ສັດທາ ຂອງປະຊາຊົນທີ່ມີຕໍ່ການນໍາພາຂອງພັກ.

ຍທຂ ສະຫລຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ

0

ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ (3 ສ້າງ) ຂອງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮອດປີ 2024 ຈັດຂຶ້ນໃນວັນທີ 1 ກັນຍາ 2025 ໂດຍການເປັນປະທານຂອງ ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ສົ່ງຂົນ, ມີຮອງລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເຫລັກໄຫລ ສີວິໄລ ໄດ້ກ່າວວ່າ: ວຽກງານສາມສ້າງ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ເປັນປັດໄຈກະຕຸກຊຸກຍູ້ ໃຫ້ແກ່ວຽກງານການກໍ່ສ້າງຮາກຖານການເມືອງ ກໍຄື ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ເຊິ່ງກົມການເມືອງສູນກາງພັກ ຍາມໃດກໍໄດ້ເອົາໃຈໃສ່ຕິດຕາມ, ຊີ້ນຳລັດຖະບານຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ເຊິ່ງກອງປະຊຸມຄັ້ງນີ້, ໄດ້ສະຫລຸບຕີລາຄາຄືນວຽກງານສາມສ້າງຂອງຂະແໜງ ຍທຂ ພາຍຫລັງໄດ້ມີການແບ່ງຄວາມຮັບຜິດຊອບໃຫ້ແກ່ບັນດາພະແນກ ຍທຂ, ນະຄອນຫລວງ/ແຂວງ ໃນທົ່ວປະເທດ. ພ້ອມ ນັ້ນ, ໃນວາລະດຳເນີນກອງປະຊຸມ ຍັງຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງຄຳແນະ ນຳ ສະເພາະລົງເລິກກ່ຽວກັບຄວາມຮັບຜິດຊອບ ວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫລວງ ລວມທັງການຄຸ້ມຄອງນໍ້າໜັກລົດບັນທຸກ ອີກດ້ວຍ.

ໃນໂອກາດດັ່ງກ່າວ, ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ສົ່ງຂົນ ໄດ້ຍົກໃຫ້ເຫັນຜົນສໍາເລັດ ໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂັ້ນສູນກາງ ໄລຍະປີ 2019-2024 ເປັນຕົ້ນ ວຽກຂົວທາງ ໄດ້ສໍາເລັດໂດຍພື້ນຖານ ຮ່າງເນື້ອໃນແຜນຍຸດທະສາດຮອດປີ 2030, ວິໄສທັດຮອດປີ 2035 ແລະ ສ້າງແຜນການພັດທະນາ 5 ປີ (2021-2025) ຂອງຂະແໜງຂົວທາງ; ສໍາເລັດເນື້ອໃນ ແລະ ຮັບຮອງ ການແບ່ງຄວາມຮັບຜິດຊອບ ແຕ່ລະໜ້າວຽກໃນການຄຸ້ມຄອງວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນ ກັບພະແນກ ຍທຂ ແຂວງໄຊສົມບູນ; ໄດ້ປະສານສົມທົບກັບພະແນກ ຍທຂ ແຂວງ ແລະ ນະຄອນຫລວງວຽງຈັນ ສໍາຫລວດ, ເກັບກໍາຂໍ້ມູນສະພາບທາງຫລວງເພື່ອຈັດລຽງບູລິມະສິດ, ສ້າງແຜນວຽກ ແລະ ແຜນງົບ ປະມານສໍາລັບວຽກບູລະນະຮັກສາ ແລະ ສ້ອມແປງທາງຫລວງ. ນອກຈາກນີ້, ຍັງໄດ້ສໍາເລັດການສ້າງ ຕັ້ງໂຄງການສ້ອມແປງທາງຫລວງແຫ່ງຊາດ 18 ໂຄງການ, ປະຈໍາແຕ່ລະແຂວງ ເພື່ອຄຸ້ມຄອງຕິດຕາມ, ກວດກາ ແລະ ຢັ້ງຢືນການຈັດຕັ້ງປະຕິບັດ ວຽກບູລະນະຮັກສາ ແລະ ສ້ອມແປງ ປີ 2022-2024 ຈໍານວນ 109 ສັນຍາ, ກວມເອົາຄວາມຍາວເສັ້ນທາງປະມານ 6.200 ກິໂລແມັດ, ມູນຄ່າສັນຍາທັງໝົດ 941.69 ຕື້ກີບ ຕໍ່ສາມປີ ມີຄວາມຄືບໜ້າສະເລ່ຍ 85%.

ສຳລັບ ວຽກການບິນພົນລະເຮືອນ ໄດ້ສໍາເລັດສ້າງວິໄສທັດຮອດປີ 2030, ຍຸດທະສາດການພັດທະນາການບິນພົນລະເຮືອນ ຮອດປີ 2030 ແລະ ແຜນພັດທະນາ 5 ປີ (2021-2025) ຂອງກົມການບິນພົນລະເຮືອນ, ໄດ້ຄົ້ນຄວ້າຮ່າງຂໍ້ຕົກລົງວ່າດ້ວຍການຄວບຄຸມ ແລະ ຈໍາກັດສິ່ງກີດຂວາງການ ບິນຂອງສະໜາມບິນ (ສໍາເລັດ 95%); ໄດ້ເຜີຍແຜ່ນິຕິກໍາວຽກງານ ປ້ອງກັນຄວາມປອດໄພການບິນ, ອໍານາດການປົກຄອງທ້ອງຖິ່ນ ແລະ ບັນດາບ້ານອ້ອມຮອບສະໜາມບິນ ໃນຂອບເຂດທົ່ວປະເທດ; ສ່ວນວຽກຂົນສົ່ງ ໄດ້ສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ທ່າບົກຕາມແຜນຍຸດທະສາດເພີ່ມ 2 ແຫ່ງທ່າບົກທ່ານາແລ້ງ ນະຄອນຫລວງວຽງຈັນ ແລະ ທ່າບົກວັງເຕົ່າ ຈຳປາສັກ; ຈັດຕັ້ງປະຕິບັດໂຄງການຂົນ ສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫລວງວຽງຈັນ ເພື່ອຄຸ້ມຄອງບໍລິການໃນຕົວເມືອງ, ມີລົດເມດ່ວນ BRT, ປັບປຸງທາງຍ່າງ ແລະ ການສັນຈອນທີ່ບໍ່ມີເຄື່ອງຈັກ, ມີສູນບັນຊາການຈະລາຈອນ ແລະ ລະບົບເກັບເງິນຄ່າໂດຍສານ.

ຫລາຍໂຮງຮຽນ ທົ່ວປະເທດ ເປີດສົກຮຽນໃໝ່ 2025-2026

0

ໃນວັນທີ 1 ກັນຍາ 2025 ນີ້, ໂຮງຮຽນແຫ່ງຕ່າງໆ ໃນຂອບເຂດທົ່ວປະເທດ ໄດ້ພ້ອມກັນເປີດສົກຮຽນໃໝ່ 2025-2026 ດ້ວຍບັນຍາກາດອັນຟົດຟື້ນ. ສະເພາະ ຢູ່ນະຄອນຫລວງວຽງຈັນ ຫລາຍໂຮງຮຽນ ກໍໄດ້ຈັດພິທີເປີດສົກຮຽນໃໝ່ ຢ່າງເປັນຂະບວນການ ໂດຍສະເພາະ ໂຮງຮຽນປະຖົມ ແລະ ມັດທະຍົມ ສົມບູນກ້າວໜ້າ ໄດ້ໄຂສົກຮຽນໃໝ່ ດ້ວຍບັນຍາກາດອັນຄຶກຄື້ນ ເຕັມໄປດ້ວຍຮອຍຍິ້ມ, ສຽງຫົວ ແລະ ຄວາມຕັ້ງໃຈ ຂອງບັນດານ້ອງນັກຮຽນ ທີ່ພ້ອມພຽງຮຽງໜ້າກັນ ກັບຄືນເຂົ້າມາໂຮງຮຽນ ດ້ວຍຄວາມເຕັມໃຈ ແລະ ເບີກບານມ່ວນຊື່ນ.

ທ່ານ ບຸນໄຫວ ຫລວງລາດ ຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມສົມບູນກ້າວໜ້າ ທັງເປັນຄູສອນພາສາອັງກິດ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໂອກາດເປີດສົກ ຮຽນໃໝ່ 2025-2026 ໃນວັນທີ 1 ສິງຫາ 2025 ນີ້ວ່າ: ໃນສົກຮຽນ 2025-2026 ນີ້, ໂຮງຮຽນປະຖົມ ແລະ ມັດທະຍົມສົມບູນກ້າວໜ້າ ໄດ້ຖືສຳຄັນການຮຽນ-ການສອນທີ່ມີຄຸນນະພາບ ໂດຍເນັ້້ນ ເອົານັກຮຽນເປັນໃຈກາງ, ໃຫ້ນັກຮຽນມີສ່ວນຮ່ວມ, ມີຄວາມຄິດ, ຄວາມເຫັນ, ກ້າຖາມ-ກ້າຕອບ, ກ້າສະແດງອອກ, ບໍ່ໃຫ້ຄູເປັນຜູ້ອະທິບາຍຝ່າຍດຽວ ເພື່ອໃຫ້ສອດຄ່ອງກັບຄຳຂວັນທີ່ວ່າ: “ຮຽນໃຫ້ເກັ່ງ ເສັງໃຫ້ໄດ້ ນຳໃຊ້ໃຫ້ເປັນ”. ພ້ອມນັ້ນ, ໂຮງຮຽນໄດ້ເອົາໃຈໃສ່ດ້ານການຮຽນ-ການສອນ ໂດຍການສົ່ງຄູ-ອາຈານ ໄປຝຶກອົບຮົມການໃຊ້ປື້ມຄູ່ມືຄູ ໃນການໃຊ້ຫລັກສູດການຮຽນ-ການສອນໃໝ່ ເພື່ອເຮັດໃຫ້ການສອນຂອງຄູ ມີຄຸນນະພາບ, ພ້ອມທັງ ເນັ້ນໃຫ້ຄູ-ອາຈານ ຂຶ້ນຫ້ອງໄວລົງຊ້າ ເພື່ອເຮັດໃຫ້ການຮຽນ-ການສອນ ຢູ່ພາຍໃນໂຮງຮຽນ ເຕັມເມັດເຕັມໜ່ວຍ ແລະ ມີຄຸນນະພາບ ແນໃສ່ເຮັດໃຫ້ນັກຮຽນ ໄດ້ຮັບຄວາມຮູ້ຫລາຍທີ່ສຸດ, ສ້າງນັກຮຽນໃຫ້ເຂົາເຈົ້າຝຶກຝົນຫລໍ່ຫລອມຕົນເອງ ໃຫ້ໄດ້ຮັບ ການສຶກສາໃຫ້ຄົບ 5 ຫລັກມູນຂອງການສຶກສາ. ນອກຈາກສອນຕາມຫລັກສູດ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ, ໂຮງຮຽນ ຍັງເນັ້ນສອນພາສາອັງກິດ ເປັນຫລັກ ແລະ ຍັງມີສະໂມງສອນພາສາຈີນ ຕື່ມອີກ. ພ້ອມນີ້, ຍັງໄດ້ເນັ້ນໃຫ້ນັກຮຽນຫລິ້ນກິລາ ເປັນຕົ້ນ ກິລາບານແຕະ, ບານບ່ວງ ແລະ ອື່ນໆ ເພື່ອສ້າງໃຫ້ນັກຮຽນໃຊ້ເວລາວ່າງໃຫ້ເປັນປະໂຫຍດ, ຫ່າງໄກຈາກສິ່ງເສບຕິດ ແລະ ເພື່ອສຸຂະພາບ ທີ່ແຂງແຮງ.

ທ່ານ ບຸນໄຫວ ຫລວງລາດ ຍັງໃຫ້ຮູ້ຕື່ມວ່າ: ໂຮງຮຽນປະຖົມ ແລະ ມັດທະຍົມສົມບູນ ກ້າວໜ້າ ມີຄູ-ອາຈານ ທັງໝົດ 30 ກວ່າຄົນ, ມີ 25 ຫ້ອງຮຽນ, ໃນສົກຮຽນ 2025-2026 ມີນັກຮຽນ ເກືອບ 900 ຄົນ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຄູ-ອາຈານ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ຄຸ-ອາຈານ ພາຍໃນໂຮງຮຽນປະຖົມ ແລະ ມັດທະຍົມສົມບູນ ກ້າວໜ້າ ນຳພາ-ຊີ້ນຳ ແລະ ເອົາໃຈໃສ່ໃນການສິດສອນ, ຖ່າຍທອດບົດຮຽນ, ສຶກສາອົບຮົມ, ສິດ-ສອນລູກຫລານ, ນ້ອງນັກຮຽນ ໃຫ້ກາຍເປັນນັກຮຽນດີ, ນັກຮຽນເກັ່ງ, ເປັນຄົນດີຂອງສັງຄົມ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ແລະ ສ້າງຊື່ສຽງໃຫ້ແກ່ປະເທດຊາດ, ພ້ອມທັງໃຫ້ເຂັ້ມງວດໃນການປະຕິບັດກົດລະບຽບ ຂອງໂຮງຮຽນວາງອອກຕໍ່ນັກຮຽນ ຢ່າງເຄັ່ງຄັດ.

ຄະນະລັດຖະບານໄທ ອະນຸມັດແຕ່ງຕັ້ງໃຫ້ ທ່ານ ພູມທຳ ເວດຊະຍະໄຊ ສືບຕໍ່ເປັນຜູ້ຮັກສາການ ນາຍົກລັດຖະມົນຕີ

0

ວິທະຍຸສາກົນແຫ່ງ ສປ ຈີນ ຫລັງຈາກ ທ່ານ ນາງ ແພທອງທານ ຊິນນະວັດ ຖືກປົດຕຳແໜ່ງນາຍົກລັດຖະມົນຕີໄທ, ວັນທີ 30 ສິງຫານີ້, ຄະນະລັດຖະບານໄທ ໄດ້ຈັດກອງປະຊຸມພິເສດ, ອະນຸມັດແຕ່ງຕັ້ງໃຫ້ ທ່ານ ພູມທຳ ເວດຊະຍະໄຊ, ຮອງນາຍົກລັດຖະມົນຕີ ສືບຕໍ່ເປັນຜູ້ຮັກສາການ ນາຍົກລັດຖະມົນຕີໄທ. ອີງຕາມລັດຖະທຳມະນູນໄທ, ເມື່ອນາຍົກລັດຖະມົນຕີ ຖືກປົດຕຳແໜ່ງແລ້ວ, ສະມາຊິກຄະນະລັດຖະບານທັງໝົດກໍ່ຕ້ອງລາອອກຈາກຕຳແໜ່ງ, ສະພາຜູ້ແທນລາຊະດອນຈະຮັດຜິດຊອບເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່. ໃນຖານະທີ່ເປັນຜູ້ຮັກສາການນາຍົກລັດຖະມົນຕີ, ທ່ານ ພູມທຳ ເວດຊະຍະໄຊ ຈະນຳພາສະມາຊິກອື່ນ ໃນຄະນະລັດຖະບານ ສືບຕໍ່ປະຕິບັດໜ້າທີ່ຮັກສາການ ຈົນເຖິງຄະນະລັດຖະບານຊຸດໃໝ່ຂຶ້ນຮັບຕຳແໜ່ງຢ່າງປັນທາງການ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສະຫລອງວັນຊາດ ສິງກະໂປ ຄົບຮອບ 60 ປີ

0

ສະຖານເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ ໄດ້ຈັັັັດງານສະເຫລີມສະຫລອງວັນຊາດ ສິງກະໂປ ຄົບຮອບ 60 ປີ ຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນນີ້ ໂດຍມີທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ລູເດສ ມາເນຍ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ລາວ ໄດ້ກ່າວວ່າ: ງານສະເຫລີມສະຫລອງວັນຊາດ ສິງກະໂປ ໃນປີນີ້, ຈັດຂຶ້ນພາຍໃຕ້ຄໍາຂວັນ “ຮ່ວມກັນສ້າງສາພັດທະນາສິງກະໂປ” ເຊິ່ງເປັນຄໍາຂວັນເຕືອນໃຈພົນລະເມືອງສິງກະໂປ ທີ່ມີຄວາມຫລາກຫລາຍທາງດ້ານເຊື້ອຊາດ ໃຫ້ຮ່ວມກັນສືບຕໍ່ສ້າງສາພັດທະນາປະເທດ. ພ້ອມທັງໄດ້ຍົກໃຫ້ເຫັນການພົວພັນຮ່ວມມືກັນ ລະຫວ່າງ ສປປ ລາວ ແລະ ສິງກະໂປ ເຊິ່ງສອງປະເທດ ເປັນປະເທດທີ່ມີຄວາມຄ້າຍຄືກັນ ແລະ ເປັນຄູ່ຮ່ວມງານທີ່ໃກ້ຊິດໃນເວທີອາຊຽນ ພວກເຮົາເຮັດວຽກເພື່ອຜົນປະໂຫຍດຮ່ວມກັນ ຊຸກຍູ້ໃຫ້ເສດຖະກິດໃນພາກພື້ນຂອງພວກເຮົາ ມີການເຊື່ອມໂຍງ, ໝັ້ນຄົງ ແລະ ເປີດກວ້າງ. ນອກນັ້ນ, ຍັງໄດ້ຮ່ວມມືກັນໃນເວທີສາກົນ ຕື່ມອີກ.

ທ່ານ ລູເດສ ມາເນຍ ໃຫ້ຮູ້ອີກວ່າ: ໃນໄລຍະ 1 ປີຜ່ານມາ, ສອງປະເທດພວກເຮົາໄດ້ສະເຫລີມສະຫລອງສາຍພົວພັນການທູດ ຄົບຮອບ 50 ປີ ແລະ ໄດ້ມີການແລກປ່ຽນຢ້ຽມຢາມສອງຝ່າຍຂັ້ນຫົວໜ້າລັດຖະບານ ແລະ ການນໍາຂັ້ນສູງອື່ນໆ, ການພົບປະແລກປ່ຽນ ລະຫວ່າງລັດຖະບານ, ສະແດງໃຫ້ເຫັນເຖິງການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດສິງກະໂປ ແລະ ລາວ. ວຽກງານການພັດທະນາຊັບພະຍາກອນມະນຸດ ແລະ ການຝຶກອົບຮົບຮົມໃຫ້ແກ່ພະນັກງານຂອງລາວ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ເປັນວຽກງານການຮ່ວມມືຫລັກຂອງພວກເຮົາ. ນັບຕັ້ງແຕ່ສ້າງຕັ້ງໂຄງການຮ່ວມມືສິງກະໂປ ຫລື SCP ໃນປີ 1992 ມີພະນັກງານຂອງລາວ ເຂົ້າຮ່ວມຝຶກອົບຮົມໃນຫລັກສູດຕ່າງໆ ທັງຢູ່ສູນຮ່ວມມື ລາວ-ສິງກະໂປ ທີ່ນະຄອນຫລວງວຽງຈັນ ແລະ ຢູ່ທີ່ສິງກະໂປ ຫລາຍກວ່າ 17.200 ຄົນ. ສິງກະໂປ ຍັງໄດ້ສະໜອງທຶນການສຶກສາ ໃຫ້ແກ່ນັກຮຽນລາວໄປຮຽນຕໍ່ຊັ້ນມັດທະຍົມ ຢູ່ສິງກະໂປ ຊຶ່ງເລີ່ມມາແຕ່ປີ 2000, ນອກຈາກການຮ່ວມມື ດ້ານວຽກງານພັດທະນາຊັບພະຍາກອນມະນຸດແລ້ວ ສິງກະໂປ ຍັງເຮັດວຽກຮ່ວມມືກັບ ສປປ ລາວ ໃນດ້ານອື່ນໆ ເຊັ່ນ: ພະລັງງານສະອາດພາຍໃຕ້ໂຄງການທົດລອງຊື້-ຂາຍໄຟຟ້າລາວ-ໄທ-ມະເລເຊຍ-ສິງກະໂປ ຊຶ່ງເປັນຄວາມພະຍາຍາມ ເພື່ອກ້າວໄປສູ່ແຜນງານຕາຂ່າຍພະລັງງານອາຊຽນ, ການຮ່ວມມືການປ່ຽນແປງດິນຟ້າອາກາດ, ສິນເຊື່ອກາກບອນ ຕາມມາດຕາ 6 ຂອງສົນທິສັນຍາປາລີ, ຮ່ວມມືດ້ານເຕັກໂນໂລຊີ, ຮ່ວມມືພັດທະນາ ເຄື່ອງມືດີຈິຕອນເພື່ອຮັບໃຊ້ສັງຄົມ ແລະ ການຝຶກອົບຮົມນໍາໃຊ້ລະບົບປັນຍາປະດິດ ແປພາສາທີ່ຫລາກຫລາຍ ໃຫ້ແກ່ພາກພື້ນພວກເຮົາ, ການຮ່ວມມືຕ້ານອາຊະຍາກຳຂ້າມຊາດ. ນອກນັ້ນ, ຍັງໄດ້ຮ່ວມມືໃນວຽກງານສາທາລະນະສຸກ ຕື່ມອີກ.