Sunday, January 11, 2026
Home Blog Page 1096

ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງນານ ໄດ້ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

0

ພິທີມອບ-ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ໃຫ້ 7 ໜ່ວຍພັກຄື: ໜ່ວຍພັກຫ້ອງການ ປກສ,ສັນຕິບານ,ສໍາມະໂນຄົວ-ກໍ່ສ້າງຮາກຖານ,ຕໍາຫຼວດ,ພະແນກເສນາ ປກຊ,ພະແນກພາລາ ແລະໜ່ວຍພັກສູນ 598 ເມືອງນານ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2022 ຢູ່ທີ່ຫ້ອງປະຊຸມຂອງສູນ 598, ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ບຸນທີ ມະນີວົງ ຮອງເລຂາພັກເມືອງ ,ມີກໍາມະການພັກເມືອງ,ເລຂາຄະນະພັກຮາກຖານຂອງ 2 ກອງບັນຊາການ ປກສ ແລະ ປກຊ,ແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງພາຍໃນ 7 ໜ່ວຍພັກເຂົ້າຮ່ວມ.

ໃນພິທີສະຫາຍ ພັນໂທ ມະນີວອນ ສີລິສົມບັດ ເລຂາໜ່ວຍພັກຫ້ອງການ ປກສ ກໍ່ໄດ້ຕາງໜ້າໃຫ້ 7 ໜ່ວຍພັກຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງໄດ້ໃຫ້ຮູ້ວ່າ: 7 ໜ່ວຍພັກເປັນໜ່ວຍພັກເຄື່ອນໄຫວພາຍໃຕ້ການຊີ້ນໍາຂອງຄະນະພັກຮາກຖານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ມີສິດນໍາເອົາແນວທາງນະໂຍບາຍ ມະຕິຄໍາສັ່ງຂອງພັກ-ລັດ ໄປຈັດຕັ້ງເຜີຍແຜ່ ເຊື່ອມຊືມພ້ອມທັງຫັນເປັນແຜນການລະອຽດໃນການຈັດຕັ້ງປະຕິບັດເຂົ້າໃນວຽກງານໃຫ້ມີຜົນສໍາເລັດໃນແຕ່ລະໄລຍະໜ່ວຍພັກປ້ອງຊາດ-ປ້ອງກັນຄວາມສະຫງົບ, ມີສະມາຊິກພັກທັງໝົດ 96 ສະຫາຍ, ຍິງ 10 ສະຫາຍ, ສະມາຊິກພັກສົມບູນ 92 ສະຫາຍ, ຍິງ 10 ສະຫາຍ, ສະມາຊິກພັກສໍາຮອງ 4 ສະຫາຍ.ຕະຫຼອດໄລຍະຜ່ານມາຄະນະໜ່ວຍພັກ ແລະ ສະມາຊິກພັກໄດ້ເປັນເຈົ້າການໃນການຈັດຕັ້ງ, ເຊື່ອມຊືມ ບັນດາເອກະສານ ແນວທາງ ມະຕິ ຄໍາສັ່ງ, ບັນດານິຕິກໍາຕ່າງໆຂອງພັກ-ລັດ ລະບຽບຂອງພັກ, ກົດໝາຍຂອງລັດ ແລະ ກົດໝາຍຂອງກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລວມທັງບັນດາຂໍ້ຫ້າມຂອງນາຍ ແລະພົນທະຫານ, ນາຍ ແລະ ພົນຕໍາຫຼວດ ມາເຜີຍແຜ່ເຊື່ອມຊືມໃຫ້ສະມາຊິກພັກເຂົ້າໃຈຕໍ່ແນວທາງ, ສຸມໃສ່ການປະຕິບັດວຽກງານ ຕາມແນວທາງ ແລະ ລະບຽບ 5 ຫຼັກການ 3 ທິດນໍາ, ເອົາໃຈໃສ່ເພີ້ມທະວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງຕໍ່ເນື່ອງ, ອັນໄດ້ເຮັດໃຫ້ສະມາຊິກພັກມີຄວາມເຊື່ອໝັ້ນຕໍ່ອຸດົມການ, ມີຄຸນທາດການເມືອງໜັກແໜ້ນ,ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນຢ່າງແທ້ຈິງ,ມີຕີລາຄາຄຸນນະພາບຂອງບັນດາສະມາຊິກພັກ,ເລື່ອນຊັ້ນ ແລະ ຍ້ອງຍໍສັນລະເສີນຜູ້ມີຜົນງານດີເດັ່ນຈາກຂັ້ນເທິງເປັນປົກກະຕິ.

ຈາກນັ້ນສະຫາຍ ເທ່ຊົ່ງ ເຢ່ຍເຮີ່ ຮອງຄະນະຈັດຕັ້ງເມືອງກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອານຸມັດຮັບຮອງເອົາ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ໂອກາດດຽວກັນນີ້ພິທີສະຫາຍ ບຸນທີ ມະນີວົງ ຮອງເລຂາພັກເມືອງ ກໍ່ໄດ້ມອບໃບຢັ້ງຢືນນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ກັບ 7 ໜ່ວຍພັກຢ່າງສົມກຽດ, ນອກນີ້ພິທີຍັງໄດ້ປະດັບຊັ້ນໃຫ້ນາຍຕໍາຫຼວດຈາກຊັ້ນ ຮ້ອຍຕີ ເລື່ອນຂຶ້ນຊັ້ນຮ້ອຍໂທ 1 ສະຫາຍ ຕື່ມອີກ.ຕອນທ້າຍ ຍັງໄດ້ຮັບຟັງຄໍາໂອ້ລົມຕໍ່ພິທີຂອງສະຫາຍ ບຸນທີ ມະນີວົງ ຮອງເລຂາພັກເມືອງ ຕື່ມອີກ.

ຂ່າວ: ຫຸມແພງ ສີດາໄລ

ສ.ອາເມລິກາ ຜະເຊີນກັບໄພເງິນເຟີ້ ຮ້າຍແຮງສຸດໃນຮອບ 40 ປີ

0

ຕາມ​ຂ່າວ​ຈາກ​ cri ຂອງ​ຈີນ, ວັນ​ທີ13 ​ມິຖຸນາ​ນີ້ ສື່ມວນຊົນ ຈາກ ສ.ອາເມລິກາ ລາຍງານໃຫ້ຮູ້ວ່າ: ທະນາຄານກາງ ຂອງ ສ.ອາ​ເມ​ລິ​ກາ (FED) ອາດຈະປະກາດປັບຂຶ້ນອັດຕາດອກເບ້ຍອີກ ໃນກອງປະຊຸມປຶກສາຫາລືອັດຕາດອກເບ້ຍໃນກາງເດືອນມິຖຸນານີ້ ເພື່ອລະງັບອັດຕາດອກເບ້ຍທີ່່ສູງຂຶ້ນເລື້ອຍໆ ​ໂດຍອີງຂໍ້ມູນສະຖິຕິ ຂອງກະຊວງແຮງງານ ສ.ອາ​ເມ​ລິ​ກາ ໃຫ້ຮູ້ຕື່ມວ່າ: ອັດຕາ ໄພເງິນເຟີ້ ຂອງ ສ.ອາ​ເມ​ລິ​ກາ ໄດ້ຮັກສາຢູ່ໃນລະດັບສູງສຸດ ໃນຮອບ 40 ປີຜ່ານມານີ້​ ແລະ ​ເຮັດ​ໃຫ້​ລາຄານ້ຳມັນ ເຊື້ອໄຟ ປະ​ເທດ ​ເພີ່ມ​ສູງ​ຂຶ້ນ.

ຄຽງຄູ່ກັບ ລາຄາ ນ້ຳມັນດິບ ແລະ ອາຍແກັດສ ທຳມະຊາດ ຈະສືບຕໍ່ ເພີ່ມສູງຂຶ້ນ ຢ່າງວ່ອງໄວ ໃນອະນາຄົດ,ອັດຕາ ໄພເງິນເຟີ້ ຂອງ ສ.ອາ​ເມ​ລິ​ກາ ປະຈຳປີ 2022 ອາດຈະ ບັນລຸເຖິງ 10%. ຂະນະ​ທີ່, ລັດຖະບານ ສ.ອາ​ເມ​ລິ​ກາ ຍັງ​ພະຍາຍາມ​ ຢ່າງ​ສຸດ​ຂີດ ​ເພື່ອປັບລາຄາ ນ້ຳມັນດິບ ໃຫ້ຫລຸດລົງ ​ໃນ​ຕໍ່ໜ້າ, ​ແກ້​ໄຂ ໄພເງິນເຟີ້​ ໂດຍ​ໄວ./. (ພາກ​ຂ່າວ: ຕ່າງປະ​ເທດ)

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

ທ່ານ ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານບໍລິສັດ Ecoglobal Holdings Limited

0

ໃນຕອນແລງ ວັນທີ 10 ມິຖຸນາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Jean Philippe Henry ປະທານບໍລິສັດ Ecoglobal Holdings Limited ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະ ມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ບໍລິສັດ ກໍ່ຄືມູນນິທິ Ecoglobal ທີ່ໄດ້ຈັດຕັ້ງປະຕິບັດໂຄງ ການບຳບັດນໍ້າເປື້ອນ ຢູ່ນະຄອນຫຼວງພະບາງ ເຊິ່ງເປັນໂຄງການຮ່ວມມືລະຫວ່າງ ແຂວງຫຼວງພະບາງ ແລະ ນະຄອນປາຣີ ໂດຍໄດ້ຮັບການສະໜອງທຶນ ຈາກອົງ ການສຸຂາພິບານ ນະຄອນປາຣີ (SIAAP), ມູນນິທິ Ecoglobal ເປັນຜູ້ຈັດຕັ້ງປະຕິບັດ ແລະ ໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 2020. ຈຸດປະສົງຂອງໂຄງການ ແມ່ນເພື່ອບໍາບັດນໍ້າເປື້ອນຈາກຂຸມອາຈົມໃນຊຸມຊົນ ໃຫ້ສະອາດ ກ່ອນນໍາມາໝູນໃຊ້ ຫຼື ປ່ອຍຄືນສູ່ທໍາມະຊາດ, ແນໃສ່ການປົກປັກຮັກສາສິ່ງແວດລ້ອມຂອງຊຸມຊົນ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ. ສຳລັບການບໍາບັດນໍ້າເປື້ອນ ແມ່ນນໍາໃຊ້ກົນໄກການບໍາບັດດ້ວຍພືດ (phytoremediation) ແລະ ກັ່ນຕອງດ້ວຍແຮ່ທໍາມະຊາດ, ບໍ່ນໍາໃຊ້ສານເຄມີ, ບໍ່ມີຜົນກະທົບຕໍ່ສິ່ງແວດ ລ້ອມ. ມາຮອດປະຈຸບັນ ການກໍ່ສ້າງໄດ້ສໍາເລັດແລ້ວຫຼາຍກວ່າ 90% ແລະ ຄາດວ່າ ຈະສາມາດເລີ່ມການທົດລອງນໍາໃຊ້ ໃນປີ 2022 ນີ້. ພາຍຫຼັງສຳເລັດ ການກໍ່ສ້າງໂຄງການ ຢູ່ນະຄອນຫຼວງພະບາງແລ້ວ ກໍ່ຍັງມີຄວາມສົນໃຈ ຈະປະຕິບັດໂຄງການບຳບັດນ້ຳເປື້ອນ ຢູ່ບັນດາຕົວເມືອງ ທີ່ມີພົນລະເມືອງຂ້ອນຂ້າງໜາແໜ້ນ ເປັນຕົ້ນ ນະຄອນປາກເຊ, ນະຄອນໄກສອນພົມວິຫານ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານ Jean Philippe Henry ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໃນຄັ້ງນີ້, ພ້ອມທັງ ລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບ ກ່ຽວກັບຄວາມຄືບໜ້າຂອງການພັດທະນາໂຄງການບຳບັດນໍ້າເປື້ອນ ຢູ່ນະຄອນ ຫຼວງພະບາງ, ແຜນການພັດທະນາໂຄງການຕ່າງໆ ຢູ່ ສປປ ລາວ ໃນຕໍ່ໜ້າ, ລວມທັງຄວາມສາມາດ ແລະ ຄວາມສົນໃຈຂອງບໍລິສັດ Ecoglobal Holdings Limited ຕໍ່ການລົງທຶນພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນພັດທະນາເສດຖະກິດ-ສັງຄົມ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

ກຳມະບານ ຫສປທ ສະຫຼຸບຜົນງານ ປະຈຳປີ 2021

0

ສະຫະພັນກຳມະບານ ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມສະຫຼຸບຜົນງານ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂຶ້ນເມື່ອວັນທີ 10 ມີຖຸນາ ນີ້ ທີ່ຫ້ອງປະຊຸມດອກບົວບານ ທຳນຽມປະທານປະເທດ ຊຶ່ງມີ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການ ສຳນັກງານປະທານປະເທດ ແລະ ສະມາຊິກຳມະບານເຂົ້າຮ່ວມ.

ທ່ານ ຄຳຕາ ລາດສະວົງ ປະທານສະຫະພັນກຳມະບານຫ້ອງວ່າການ ສຳນັກງານປະທານປະເທດໄດ້ຜ່ານສະຫຼຸບຜົນງານ ປະຈຳປີ 2021 ໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາ ສະມາຊິກ​ກໍາມະບານ ຫ້ອງ​ວ່າການສໍານັກງານ​ປະທານ​ປະ​ເທດ ໂດຍລວມມີ​ແນວ​ຄິດ​​ອຸ່ນອ່ຽນທຸ່ນ​ທ່ຽງ, ມີ​ຄວາມ​ຫ້າວຫັນ​ຕັ້ງໜ້າ​ປະຕິ​ບັດວຽກ​ງານ ​ຕາມ​ຂອບ​ເຂດຄວາມ​ຮັບຜິດຊອບ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ ​ແລະ​ເຮັດ​ສໍາ​ເລັດໜ້າ​ທີ່​ວິຊາ​ສະ​ເພາະ​ຕາມ​ການ​ມອບໝາຍ, ມີ​ສະຕິ​ຕໍ່ການຈັດ​ຕັ້ງ,​ ເຄົາລົບ ​ແລະ ປະຕິບັດ​ກົດໝາຍ​ຂອງ​ລັດ ກໍ​ຄື​ ກົດໝາຍ​ວ່າ​ດ້ວຍ​ສະຫະພັນ​ກໍາມະບານ​ລາວ ​ແລະ ກົດລະບຽບ​ສະຫະພັນ​ກໍາມະບານ​ລາວ ໄດ້ເປັນຢ່າງດີ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ​ມີ​ຄວາມ​ຫ້າວ​ຫັນ​ເຂົ້າ​ຮ່ວມຂະ​ບວນການ ​ແລະ ​ເຄື່ອນ​ໄຫວວຽກ​ງານ​ຂອງ ​ຫ້ອງ​ວ່າການ​ສໍານັກງານປະທານ​ປະ​ເທດ ​ແລະ ວຽກ​ງານຂອງອົງການຈັດຕັ້ງມະຫາຊົນຢ່າງເປັນປົກກະຕິ, ຄະນະສະຫະພັນກໍາມະບານ ໄດ້ເປັນເຈົ້າການນໍາພາທາງດ້ານການເມືອງ-ແນວຄິດ ໃຫ້ສະມາຊິກກໍາມະບານ ໂດຍການຈັດຕັ້ງເຜີຍແຜ່ເອກະສານສໍາຄັນຕ່າງໆໃຫ້ສະມາຊິກກໍາມະບານ ຈໍານວນ 2 ຄັ້ງ ລວມ 5 ເອກະສານ ຄື: ມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ, ຜົນສຳເລັດກອງປະຊຸມໃຫ່ຍຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ່ VIII ແລະ ມະຕິກອງປະຊຸມໃຫ່ຍ ຄັ້ງທີ່ VII ສະຫະພັນກຳມະບານ ຫ້ອງວ່າການສໍານັກງານປະທານປະເທດ ພ້ອມທັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບໃນຄະນະກຳມະບານ, ການແບ່ງໜ່ວຍກຳມະບານ ແລະ ໜ່ວຍງານຊ່ວຍວຽກ, ຊຶ່ງມີສະມາຊິກກຳມະບານເຂົ້າຮ່ວມທັງໝົດ 141 ​ເທື່ອ ສະຫາຍ, ຍິງ 52 ​ເທື່ອສະຫາຍ.

ໃນພິທີຍັງໄດ້ມີການມອບໃບຢັ້ງຢືນ ສະຫະພັນກຳມະບານ 5 ເປັນເຈົ້າ ແລະ ມອບໃບຢັ້ງຢືນໃຫ້ກຳມະບານຮາກຖານທີ່ຂື້ນກັບຫ້ອງວ່າການ ຫສປທ 6 ໜ່ວຍຄື: ໜ່ວຍບໍລິຫານ ແລະ ການເງິນ, ໜ່ວຍເຄຫາ ແລະ ພາຫະນະ, ໜ່ວຍກົມຄົ້ນຄົ້ວສັງລວມ, ໜ່ວຍກົມພົວພັນຕ່າງປະເທດ, ໜ່ວຍກົມກົດໝາຍ ແລະ ໜ່ວຍກົມຈັດຕັ້ງ, ກວດກາ ແລະ ໂຄສະນາ.

(ຂ່າວ:ສຳນານ)

ກອງປະຊຸມປຶກສາຫາລື ການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022

0

ວັນທີ 10 ມິຖຸນາ 2022 ນີ້, ຢູ່ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມສະເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຄືວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະ​ນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ຫົວໜ້າຄະນະຊີ້ນຳລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ມີບັນດາສະຫາຍພາຍໃນຄະນະກະກຽມ ເຂົ້າຮ່ວມຢ່າງພ້ອມພຽງ.

ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ເປັນຂະບວນການຟົດຟື້ນ, ເຫັນໄດ້ຄວາມໝາຍຄວາມສຳຄັນມູນເຊື້ອຄວາມສາມັກຄີພິເສດ ຂອງສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄື ການສ້າງສາພັດທະນາ ຂອງສອງຊາດໃນປັດຈຸບັນ, ເພື່ອຮັບປະກັນການກະກຽມວຽກງານໄປຕາມແຜນການ ແລະ ທິດທາງກໍານົດໄວ້. ກອງປະຊຸມ ໄດ້ກວດກາຄືນການກະກຽມວຽກງານແຕ່ລະດ້ານ ໃນໄລຍະຜ່ານມາ ແລະ ວາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ; ໂດຍສະເພາະ ໄດ້ໃຫ້ທິດຊີ້ນໍາຕໍ່ແຜນການກະກຽມຈັດພິທີໂຮມຊຸມນຸມໃຫຍ່ ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 18 ກໍລະກົດ 2022 ທີ່ຈະມາເຖິງນີ້.

ກອງປະຊຸມ ໄດ້ເປັນເອກະພາບການກະກຽມໃນຕໍ່ໜ້າ ໂດຍປະທານກອງປະຊຸມ ໄດ້ຊີ້ນໍາໃຫ້ແຕ່ລະພາກສ່ວນ ເອົາໃຈໃສ່ບາງບັນຫາສໍາຄັນຕົ້ນຕໍ ດັ່ງນີ້:​

ໃຫ້ຄະນະຮັບຜິດຊອບຊີ້ນຳລະດັບຊາດ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຮັບມອບໝາຍ ດ້ວຍຄວາມເປັນເຈົ້າການ ຮັບປະກັນໃຫ້ຂະບວນການສະເຫຼີມສະຫຼອງເທື່ອນີ້ ໄປຕາມຈຸດປະສົງ ຄາດໝາຍ ທີ່ວາງໄວ້ ແລະ ມີຜົນສຳເລັດ ຢ່າງຈົບງາມ.

ໃຫ້ທຸກພາກສ່ວນກ່ຽວຂ້ອງ ຮີບຮ້ອນປັບປຸງແຜນການສະເຫຼີມສະຫຼອງ ທີ່ປິ່ນອ້ອມຂະ ແໜງການຕົນ ໃຫ້ລະອຽດ ທັງທາງດ້ານເນື້ອໃນ, ງົບປະມານ ແລະ ການຍ້ອງຍໍ (ບົນຈິດໃຈປະຢັດ ແລະ ປະຕິບັດ ຕາມຄຳສັ່ງແນະນຳ ຂອງຄະນະຊີ້ນຳລະດັບຊາດ ຢ່າງເຄັ່ງຄັດ). ພ້ອມນັ້ນ ກໍໃຫ້ສົ່ງບົດລາຍງານການເຄື່ອນໄຫວແຕ່ລະດ້ານ ໃຫ້ກອງເລຂາ ເປັນປົກກະຕິ ເພື່ອຮັບປະກັນ ໃຫ້ການຈັດຕັ້ງປະຕິບັດແຜນການຕ່າງໆ ໄປລວງດຽວກັນ; ພ້ອມທັງເປັນການລາຍງານ ໃຫ້ຂັ້ນເທິງຮັບຊາບ ແລະ ມີທິດຊີ້ນຳຢ່າງເປັນປົກກະຕິ, ທັນການ.

ສຳລັບການກະກຽມງານໂຮມຊຸມນຸມໃຫຍ່ ທີ່ຈະຈັດໃນວັນທີ 18 ກໍລະກົດ 2022, ມອບໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ກະກຽມວຽກທີ່ຍັງບໍ່ທັນສໍາເລັດ ໂດຍໃຫ້ສືບຕໍ່ປະສານງານສອງຝ່າຍໃຫ້ມີຄວາມເປັນເອກະພາບກັນ ແລະ ພ້ອມກັນຈັດຕັ້ງປະຕິບັດການສະເຫຼີມສະຫຼອງໃນຄັ້ງນີ້ ໃຫ້ມີຜົນ ສຳເລັດເປັນຢ່າງດີ.

(ຂ່າວ: ຫສພ, ພາບ: ສຸກສະຫວັນ)

ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

0

ກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 13 ມິຖຸນາ 2022 ທີ່ຫໍປະຊຸມສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ພ້ອມດ້ວຍການນໍາພັກ-ລັດ, ແຂກຮັບເຊີນ ແລະ ສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງທົ່ວປະເທດ.

ກອງປະຊຸມສະພາແຫ່ງຊາດຄັ້ງນີ້ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້:

  1. ລາຍງານໂດຍສັງເຂບຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;
  2. ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;
  3. ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;
  4. ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;
  5. ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບຫນ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ;
  6. ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບຫນ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;
  7. ບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດຫມາຍ 4 ສະບັບ ຄື: ກົດຫມາຍວ່າດ້ວຍທີ່ດິນ, ກົດຫມາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດຫມາຍວ່າດ້ວຍຊັບສິນຂອງລັດ ແລະ ກົດຫມາຍວ່າດ້ວຍແຮ່ທາດ;
  8. ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ;
  9. ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະ ບາດຂອງພະຍາດໂຄວິດ-19;
  10. ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດຫມາຍໃນຂົງເຂດສຶກສາທິການ ແລະ ກິລາ ເປັນຕົ້ນການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍໃນໄລຍະໃຫມ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກໍາ.
  11. ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 04/ ສພຊ, ລົງວັນທີ 10 ສິງຫາ 2021 ແລະ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມທີ່ກໍານົດໄວ້ໃນມາດຕາ 136 ຂອງກົດຫມາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະການແກ້ໄຂການລະເມີດກົດຫມາຍໃນການພາຕົວ, ກັກຕົວ, ຈັບຕົວ ແລະ ການກັກຂັງພາງທີ່ບໍ່ຖືກຕ້ອງຕາມກົດຫມາຍ.
  12. ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ໃນໄລຍະແຕ່ ກອງປະຊຸມສະໄຫມສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄຫມສາມັນ ເທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄຫມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX;
  13. ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຜົນການຕິດຕາມກວດກາວາລະແຫ່ງຊາດ ໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາ ຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ຫນ້າ,
  14. ພິຈາລະນາ ແລະ ຮັບຮອງເອົາກົດຫມາຍໃຫມ່ ແລະ ປັບປຸງ 9 ສະບັບ ດັ່ງນີ້:

ຮ່າງກົດຫມາຍສ້າງໃຫມ່ 3 ສະບັບ ຄື: ຮ່າງກົດຫມາຍວ່າດ້ວຍວິຈິດສິນ; ຮ່າງກົດຫມາຍວ່າດ້ວຍຄວາມປອດໄພຂອງເຮືອນ; ຮ່າງກົດຫມາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ແລະ ກົດຫມາຍປັບປຸງ 6 ສະບັບ ຄື: ກົດຫມາຍວ່າດ້ວຍຊັບສິນຂອງລັດ, ກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ກົດຫມາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ, ກົດ

ຫມາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດຫມາຍວ່າດ້ວຍສານປະຊາຊົນ; ກົດຫມາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ແລະ ກົດຫມາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດຫມາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ.

ນອກຈາກນີ້, ຍັງຈະໄດ້ຮັບຟັງການລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງຮອງປະທານກໍາມາທິການຈໍານວນຫນຶ່ງຂອງສະພາແຫ່ງຊາດ ແລະ ການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດທີ່ວ່າງລົງ, ພ້ອມກັນນັ້ນ ຍັງຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈໍານວນຫນຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.

ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ໃຫ້ການຮ່ວມມື ແລະ ສະຫນອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາໃນກອງປະຊມຄັ້ງນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດ ຊຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າ, ປະກອບຄໍາເຫັນ ຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ພາວະວິໄສ ແລະ ເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດຫມາຍ ແລະ ສະພາບຄວາມເປັນຈິງທາງ ດ້ານເສດຖະກິດ-ສັງຄົມຂອງປະເທດເຮົາໃນປັດຈຸບັນ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບ ຮອງຄັ້ງນີ້ມີ ຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.

ສໍາລັບກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຈະດໍາເນີນໄປຮອດວັນທີ 8 ກໍລະກົດ 2022 ຈິ່ງຈະສໍາເລັດ ເຊີ່ງຄະນະເລຂາທິການສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນເພື່ອຮັບເອົາຄຳຄິດຄຳເຫັນແລະຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:

– ສາຍດ່ວນ: ໂທລະສັບ ໝາຍເລກ 156

– ອີເມວ: nalao.156@vathmmdgmail-com

#ຂ່າວ: ບຸນຕຽງ ຈັນທະວົງ

#ພາບ: ຄໍາກອງ ແລະ ສຳນານ

ການນຳແຂວງໄຊສົມບູນ ລົງຢ້ຽມຢາມ, ຊຸກຍູ້ວຽກງານກໍ່ສ້າງຮາກຖານ ຢູ່ບ້ານ ອອມ ແລະ ບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ.

0

ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2022 ນີ້ ທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະ ແລະ ທ່ານ ດົວຊົ່ງ ເລ່ຍໂກ້ ຮອງເລຂາພັກເມືອງ ໄດ້ລົງຢ້ຽມຢາມ ເພື່ອຊຸກຍູ້ວຽກງານກໍ່ສ້າງຮາກຖານຢູ່ ບ້ານ ອອມ ແລະ ບ້ານ ກໍໄຮ ໂດຍການຕ້ອນຮັບ ຂອງທ່ານ ພັທ ບຸນທວງ ຈັນທະລີວົງ ຫົວໜ້າໜ່ວຍງານກໍສ້າງຮາກຖານ ປະຈຳບ້ານ ກໍໄຮ, ທ່ານ ຮທ ວົງພະຈັນ ຄຳພັນມີ່ງ ຫົວໜ້າໜ່ວຍງານກໍສ້າງຮາກຖານ ປະຈຳບ້ານ ອອມ ພ້ອມດ້ວຍພະນັກງານຮາກຖານ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ທັງ 2 ບ້ານ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ຫົວໜ້າໜ່ວຍງານກໍ່ສ້າງຮາກຖານທັງ 2 ບ້ານ ກໍ່ໄດ້ລາຍງານໂດຍຫຍໍ້ສະພາບວຽກງານຮອບດ້ານ ຂອງໜ່ວຍງານຮາກຖານປະຈຳບ້ານ ອອມ ແລະ ບ້ານ ກໍໄຮ ປະຈຳ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຊຶ່ງໄດ້ຕີລາຄາລວມ 4 ເນື້ອໃນ 4 ຄາດໝາຍ ໃນໄລຍະຜ່ານມາໜ່ວຍງານພະນັກງານລົງຮາກຖານໄດ້ສົມທົບກັບຄະນະພັກ-ຄະນະບ້ານອອມ ແລະ ບ້ານ ກໍໄຮ ເປັນເຈົ້າການສ້າງລະບົບການເມືອງຂອງບ້ານ ໃຫ້ມີຄວາມເຂັ້ມແຂງ ໜ່ວຍພັກບ້ານໄດ້ຮັບນາມມະຍົດ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2021 ແລະ ແຜນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປີ 2022 ອົງການຈັດຕັ້ງບ້ານ ມີຄວາມເຂົ້າໃຈໃນການບໍລິຫານລັດຂອງຕົນຢ່າງເຂັ້ມງວດ. ນອກນີ້ ຍັງໄດ້ສຶກສາອົບຮົມການເມືອງແນວຄິດ ໃຫ້ກັບພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມທັງ ຮ່ຳຮຽນເອກະສານຂອງພັກ-ລັດ ເປັນຕົ້ນແມ່ນ ເຂົ້າຮ່ວມການເຜີຍແຜ່ຜົນສຳເລັດກອງປະຊຸມສະພາແຫ່ງຊາດ, ກອງປະຊຸມສະພາແຂວງໄຊສົມບູນ, ເຊື່ອມຊຶມບັນດານິຕິກຳ, ຄຳສັ່ງຂອງສູນກາງພັກ-ລັດຖະບານ ຢ່າງເປັນປົກກະຕິ. ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ນອກຈາກນີ້ຍັງໄດ້ສ້າງແຜນເຄື່ອນໄຫວວຽກງານຈຸດສຸມ ໂດຍສືບຕໍ່ລົງກໍ່ສ້າງຮາກຖານການເມືອງ ໂດຍສຸມໃສ່ 4 ເນື້ອໃນ 4 ຄາດໝາຍ ຂອງການສ້າງບ້ານ ແລະ ກຸ້ມບ້ານພັດທະນາ ເປັນຕົ້ນ ແມ່ນສືບຕໍ່ຈັດຕັ້ງປະຕິບັດແຜນຮັບຮອງແຜນການສ້າງບ້ານທັງ 2 ບ້ານໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໂດຍສືບຕໍ່ບັນດາມາດຖານສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ບັນລຸ ແລະ ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນ, ແກ້ໄຂບັນຫາໜໍ່ແໜງຄ້າຂາຍ ແລະ ເສບຢາເສບຕິດ ຕິດພັນກັບບັນດາປະກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນ: ຂີ້ລັກງັດແງະ ແລະ ອື່ນໆອີກດ້ວຍ. ໂອກາດດຽວກັນນີ້ ທ່ານ ພົຕ ວົງສອນ ອິນປານພິມ ກໍໄດ້ໂອ້ລົມ ຊື່ງ ທ່ານໄດ້ເນັ້ນໜັກໃຫ້ໜ່ວຍກໍ່ສ້າງຮາກຖານ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພໍ່ແມ່ປະຊາຊົນມີແນວຄິດອຸ່ນອ່ຽງທຸ່ນທ່ຽງຕໍ່ການນຳພາຂອງພັກ-ລັດ, ສຸມໃສ່ນຳພາອຳນາດການປົກຄອງ-ພໍ່ແມ່ປະຊາຊົນ ໃຫ້ມີຄວາມສະຫງົບປອດໄພຈາກກຸ້ມຄົນປໍລະປັກຂອງຊາດ, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ເພື່ອຮັບປະກັນຊິວິດການເປັນຢູ່ຂອງປະຊາຊົນໃຫ້ມີບາດກ້າວຂະຫຍາຍຕົວດີຂຶ້ນ, ສືບຕໍ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼຸດພົ້ນອອກຄວາມທຸກຍາກ ຕາມແຜນການທີ່ວາງໄວ້. ໃນຕອນທ້າຍການນຳແຂວງໄຊສົມບູນ ຍັງໄດ້ມອບເຄື່ອງຈຳນວນໜຶ່ງໃຫ້ພະນັກງານກໍສ້າງຮາກຖານ ແລະ ອຳນາດການປົກຄອງທັງ 2 ບ້ານເພື່ອແຈກຍ້າຍໃຫ້ກັບພໍ່ແມ່ປະຊາຊົນບັນດາເຜົ່າ ຕື່ມອີກ.
ບກ: ຄໍາສາວ ເລືອງຄໍາທິບ

ນັກຂ່າວ: ແກ່ນຈັນ ທຳມະນີ

ອົງການຢູນິເຊັບ ເເລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປີດຕົວຄູ່ມືເເນະນຳການໃຫ້ຄໍາປຶກສາໄວໜຸ່ມ ສໍາລັບອາສາສະໝັກບໍລິການສາຍດ່ວນ

0

ວັນທີ 7 ມິຖຸນາ 2022 ເພື່ອສະໜັບສະໜູນ ອາສາສະໝັກບໍລິການສາຍດ່ວນ ໃຫ້ສາມາດໃຫ້ຄຳປຶກສາທີ່ມີຄຸນນະພາບແກ່ ເດັກ ແລະ ໄວໜຸ່ມ, ອົງການຢູນີເຊັບ ປະຈຳ ສປປ ລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດຕົວ ຄູ່ມືເເນະນຳການໃຫ້ຄໍາປຶກສາໄວຫນຸ່ມສໍາລັບອາສາສະຫມັກບໍລິການສາຍດ່ວນຂອງ ສຊປລ ຢ່າງເປັນທາງການ. ຄູ່ມືດັ່ງກ່າວເປັນຄູ່ມືເເນະນຳທຳອິດຂອງ ສຊປລ ທີ່ເນັ້ນໃສ່ການເເກ້ໄຂບັນຫາທີ່ກ່ຽວຂ້ອງກັບໄວໜຸ່ມເປັນພິເສດ ເເລະ ຈະຊ່ວຍສະໜອງເຄື່ອງມືດ້ານວິຊາການ ແລະ ຂໍ້ມູນສຳລັບຜູ້ໃຫ້ຄຳປຶກສາ ເຊັ່ນ: ຈັນຍາບັນຂອງຜູ້ໃຫ້ຄຳປຶກສາ ແລະ ຜູ້ຂໍຄຳປຶກສາ, ຄໍາແນະນໍາດ້ານການສື່ສານ ແລະ ແບບຟອມເກັບກໍາຂໍ້ມູນ ເພື່ອຊ່ວຍຜູ້ໃຫ້ຄຳປຶກສາສາມາດສະໜັບສະໜູນເດັກນ້ອຍ ແລະ ໄວໜຸ່ມໄດ້ຢ່າງມີປະສິດທິພາບ. ຄູ່ມືສະບັບນີ້ເເມ່ນເປັນການພັດທະນາຮ່ວມກັນໂດຍ ອົງການຢູນິເຊັບ ເເລະ ສຊປລ ເເລະ ເນື້ອໃນແມ່ນໄດ້ຖອດຖອນມາຈາກປະສົບການຂອງຜູ້ໃຫ້ຄຳປຶກສາຫຼາຍໆທ່ານ, ການປຶກສາຫາລືລະຫວ່າງຂະແໜງການຕ່າງໆ ແລະ ການແລກປ່ຽນບົດຮຽນລະຫວ່າງລັດຖະບານ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງທາງສັງຄົມ.

ພະນະທ່ານ ມອນໄຊ ລາວມົວຊົ່ງ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກ່າວວ່າ: “ສຊປລ ຂໍສະແດງຄວາມຂອບໃຈມາຍັງ ອົງການຢູນີເຊັບ ທີ່ໄດ້ໃຫ້ການສະໜັບສະໜູນດ້ານເຕັກນິກວິຊາການ ແລະ ງົບປະມານ ໃນການພັດທະນາຄູ່ມືພາຍໃຕ້ໂຄງການ ‘ ‘ເບື້ອງຫລັງຂອງປະຕູທີ່ປິດ: ການເອື້ອມອອກໄປເຖິງເດັກນ້ອຍທີ່ມີຄວາມບອບບາງ ແລະ ມີຄວາມສ່ຽງດ້ວຍການປົກປ້ອງທີ່ມີຄຸນນະພາບ ແລະ ພ້ອມການໃຫ້ການບໍລິການທາງດ້ານສຸຂະພາບຈິດ ໃນອາຊີຕາເວັນອອກ ແລະ ປາຊີຟິກ’. ຄູ່ມືດັ່ງກ່າວຈະເປັນເຄື່ອງມືອັນສຳຄັນໃນການເສີມສ້າງຄວາມອາດສາມາດຂອງພະນັກງານ ແລະ ອາສາສະໝັກຜູ້ໃຫ້ບໍລິການສາຍດ່ວນຂອງ ສຊປລ ໃນຂັ້ນສູນກາງ ແລະ ເເຂວງ ເພື່ອສະໜອງການໃຫ້ຄຳປຶກສາແກ່ເດັກ ແລະ ໄວໜຸ່ມໃຫ້ມີປະສິດທິພາບຫຼາຍຂຶ້ນ.”

ໃນປີ 2020 ເເລະ 2021, ເດັກນ້ອຍ ແລະ ຄອບຄົວຂອງເຂົາເຈົ້າໄດ້ປະເຊີນກັບຄວາມສ່ຽງໃນດ້ານການປົກປ້ອງເດັກຫຼາຍຂຶ້ນເນື່ອງຈາກການລະບາດຂອງພະຍາດ ໂຄວິດ-19, ເຊີ່ງຄວາມສ່ຽງເຫຼົ່ານີ້ລວມມີ: ການໃຊ້ຄວາມຮຸນແຮງໃນຄອບຄົວ, ຄວາມຮຸນແຮງບົນພື້ນຖານທາງເພດ, ບັນຫາສຸຂະພາບຈິດ ແລະ ການຂູດຮີດທາງອິນເຕີເນັດ. ການວິເຄາະວຽກງານບໍລິການສາຍດ່ວນຂອງ ສຊປລ ຍັງໄດ້ສະເເດງໃຫ້ເຫັນວ່າ ໄດ້ມີການເພີ່ມທະວີຂອງລະດັບຄວາມກົດດັນ, ອາການຊຶມເສົ້າ, ຢ້ານກົວ ແລະ ຄວາມວິຕົກກັງວົນ ໃນສັງຄົມຍ້ອນບັນຫາທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິິດ-19, ບໍ່ວ່າຈະເປັນການຂາດໂຮງຮຽນ, ຄວາມຫຍຸ້ງຍາກໃນການຊອກຫາວຽກເຮັດງານທໍາ, ຄວາມຂັດແຍ່ງພາຍໃນຄອບຄົວ, ການຂາດລາຍໄດ້ ເເລະ ອື່ນໆ. ອົງການຢູນີເຊັບ ປະຈຳ ສປປ ລາວ ໄດ້ໃຫ້ການສະໜັບສະ ໜູນ ສາຍດ່ວນໂທໂດຍບໍ່ເສຍຄ່າ ຂອງ ສຊປລ ນັບຕັ້ງເເຕ່ປີ 2021 ເປັນຕົ້ນມາເພື່ອຊ່ວຍເເກ້ໄຂອຸປະສັກດ້ານການເງິນຂອງການເຂົ້າເຖິງສາຍດ່ວນ ແລະ ຜັນຂະຫຍາຍການບໍລິການສາຍດ່ວນໄປຍັງ ແຂວງຫລວງພະບາງ, ຫລວງນ້ຳທາ ແລະ ອຸດົມໄຊ, ພ້ອມຍັງໄດ້ໃຫ້ການສະໜັບສະໜູນການບໍລິການສາຍດ່ວນໃນສາມພາສາຊົນເຜົ່າ. ຈາກການຊ່ວຍເຫຼືອຂອງ ອົງການຢູນີເຊັບ, ປະຊາຊົນ 3,711 ຄົນໄດ້ເຂົ້າເຖິງ ແລະ ຮັບການບໍລິການໃຫ້ຄໍາປຶກສາຜ່ານສາຍດ່ວນຊ່ວຍເຫຼືອ ສຊປລ ໃນປີ 2021, ເຊິ່ງໄດ້ ເພີ່ມຂຶ້ນ 92 ເປີເຊັນ ຂອງຈຳນວນຄົນ ເມື່ອທຽບໃສ່ປີ 2020.

ທ່ານ ເດວິດ ດັງເຄິນ, ວ່າການເເທນຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ໃນຂະນະທີ່ພວກເຮົາກ້າວເຂົ້້າສູ່ໂລກພາຍຫຼັງການລະບາດຂອງພະຍາດ, ພວກເຮົາກໍຈະຕ້ອງໄດ້ຮັບມືກັບສິ່ງທ້າທາຍໃໝ່ໆທີ່ຈະປາກົດຂຶ້ນ. ມັນແມ່ນຊ່ວງເວລາແຫ່ງການປ່ຽນແປງ ທີ່ພວກເຮົາຕ້ອງເອົາໃຈໃສ່ເປັນພິເສດ ຕໍ່ສະຫວັດດີພາບທາງດ້ານຈິດໃຈຂອງເດັກນ້ອຍ ແລະ ຮັບປະກັນວ່າເຂົາເຈົ້າສາມາດໄດ້ຮັບການສະຫນັບສະຫນູນ. ອົງການຢູນິເຊັບ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ສຊປລ ແລະ ລັດຖະບານເເຫ່ງ ສປປ ລາວ ເພື່ອປັບປຸງການເຂົ້າເຖິງ ແລະ ຄຸນນະພາບຂອງການບໍລິການໃຫ້ຄໍາປຶກສາເພື່ອຕອບສະໜອງຄວາມຕ້ອງການທາງດ້ານຈິດໃຈສໍາລັບທຸກຄົນ.”

#ໃນປະຈຸບັນ, ປື້ມຄູ່ມືດັ່ງກ່າວ ໄດ້ຖືກນຳໃຊ້ເຂົ້າໃນການຝຶກອົບຮົມອາສາສະໝັກ ແລະ ພະນັກງານຂອງ ສຊປລ ໃນນະຄອນຫຼວງວຽງຈັນ, ຫຼວງພະບາງ, ຫຼວງນ້ຳທາ ແລະ ອຸດົມໄຊ. ອົງການຢູນິເຊັບ ແລະ ສຊປລ ກຳລັງເຮັດວຽກເພື່ອແຈກຢາຍ ແລະ ຈັດຕັ້ງປະຕິບັດນຳໃຊ້ຄູ່ມືນີ້ ໃນທົ່ວປະເທດ ເພື່ອຜັນຂະຫຍາຍການໃຫ້ບໍລິການໃຫ້ຄໍາປຶກສາຢ່າງທົ່ວເຖິງ.

ທ່ານສາມາດອ່ານປື້ມຄູ່ມືດັ່ງກ່າວ ໃນສະບັບພາສາອັງກິດ ແລະ ພາສາລາວ ໄດ້ທີ່ເວັບໄຊທ໌ຂອງອົງການ UNICEF ທີ່ນີ້.

ທົບທວນແຜນການພັດທະນາ ແລະ ສົ່ງເສີມການເພີ່ມຈຸລະສານອາຫານໃສ່ອາຫານ

0

ກອງປະຊຸມຄະນະຮັບຜິດຊອບແຜນພັດທະນາ ແລະ ສົ່ງເສີມການເພີ່ມຈຸລະສານອາຫານໃສ່ອາຫານ ຈັດຂຶ້ນໃນວັນທີ 10 ມິຖຸນາ 2022 ໂດຍການເປັນປະທານຮ່ວມຂອງທ່ານ ນາງ ພອນສະຫວັນ ແກ້ວນະຄອນ ຮັກສາການຫົວໜ້າສູນໂພຊະນາການແຫ່ງຊາດ, ທ່ານ ຟູມີຊູກູ ໂຕຊູ (Fumitsugu Tosu), ຫົວໜ້າແຜນງານ ຂອງອົງການອາຫານໂລກ, ມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມເພື່ອເຜີຍແຜ່ ແລະ ທົບທວນ ພາລະບົດບາດຂອງຄະນະຮັບຜິດຊອບພັດທະນາ ແລະ ສົ່ງເສີມການເພີ່ມຈຸລະສານອາຫານໃສ່ອາຫານ, ລາຍງານການຈັດຕັ້ງປະຕິບັດ ການເພີ່ມຈຸລະສານອາຫານໃສ່ເຂົ້າ ໂດຍອົງການອາຫານໂລກ ແລະ ພາກລັດຖະບານ. ພ້ອມທັງປຶກສາຫາລືກ່ຽວກັບ ພາລະບົດບາດຂອງຕົນ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອຈັດຕັ້ງປະຕິບັດ ຍຸດທະສາດການຈັດຕັ້ງປະຕິບັດການເພີ່ມວິຕະມິນແຮ່ທາດ ເຊັ່ນ: ການພັດທະນາມາດຕະຖານແຫ່ງຊາດ ໃນການເພີ່ມວິຕະມິນແຮ່ທາດໃສ່ເຂົ້າ ແລະ ການສຶກສາຄົ້ນຄວ້າ ວິທີການທີ່ຈະຊ່ວຍໃຫ້ເຂົ້າເພີ່ມວິຕະມິນແຮ່ທາດ ໄດ້ຮັບການຍອມຮັບໃນລະດັບດີ ເຊິ່ງຈະສຶກສາໃນຂອບເຂດໂຮງຮຽນ ແລະ ຊຸມຊົນເປົ້າໝາຍ ທີ່ເດັກນ້ອຍນັກຮຽນໄດ້ຮັບເຂົ້າເພີ່ມວິຕະມິນແຮ່ທາດ.

ທ່ານ ຟູມີຊູກູ ໂຕຊູ ໄດ້ກ່າວວ່າ: ການມີມາດຕະຖານແຫ່ງຊາດ ສໍາລັບການເພີ່ມວິຕະມິນແຮ່ທາດໃສ່ເຂົ້າ ຈະເປັນສິ່ງສໍາຄັນ ໃນການລິເລີ່ມການຜະລິດເຂົ້າເພີ່ມວິຕະມິນແຮ່ທາດ ພາຍໃນປະເທດ, ເຊິ່ງຂ້າພະເຈົ້າຫວັງວ່າ ການລິເລີ່ມນີ້ຈະນໍາໄປສູ່ ການສະໜອງເຂົ້າເພີ່ມວິຕະມິນແຮ່ທາດ ຕໍ່ປະຊາຊົນບັນດາເຜົ່າ ໃນທົ່ວ ສປປ ລາວ ແລະ ເພື່ອເປັນການປະກອບສ່ວນ ໂຕ້ຕອບສະພາວະການຂາດຈຸລະສານອາຫານ. ນັບແຕ່ປີ 2013 ເປັນຕົ້ນມາ ທີ່ອົງການອາຫານໂລກ (WFP) ໄດ້ເປັນຄູ່ຮ່ວມງານຫລັກກັບພາກລັດ ໃນຂົງເຂດວຽກງານການເພີ່ມວິຕະມິນແຮ່ທາດໃສ່ເຂົ້າ ແລະ ເມື່ອບໍ່ດົນມານີ້ ອົງການ WFP ໄດ້ນໍາເຂົ້າສານເຕີມວິຕະມິນແຮ່ທາດ ຈາກຕ່າງປະເທດ ເພື່ອມາປຸງແຕ່ງໃນໂຄງການອາຫານທ່ຽງໃນໂຮງຮຽນ ທີ່ມີນັກຮຽນກຸ່ມເປົ້າໝາຍຫລາຍ ໂດຍມີ ນັກຮຽນ 64.000 ຄົນ ຈາກໂຮງຮຽນ 707 ແຫ່ງ ໃນທົ່ວປະເທດ. ສໍາລັບແຜນການໃນຕໍ່ໜ້າ, ອົງການ WFP ຈະຮ່ວມກັບ ຄະນະຮັບຜິດຊອບການພັດທະນາ ແລະ ສົ່ງເສີມການເພີ່ມວິຕະມິນແຮ່ທາດໃສ່ອາຫານ ພາຍໃຕ້ການຊີ້ນໍາ ຂອງກະຊວງສາທາລະນະສຸກ ເພື່ອດໍາເນີນການຜະລິດເຂົ້າເພີ່ມວິຕະມິນແຮ່ທາດ ໃນ ສປປ ລາວ ເພື່ອເປັນການສະໜອງໃຫ້ ໂຮງຮຽນເປົ້າໝາຍ, ຊຸກຍູ້ຜູ້ປະກອບການໂຮງສີເຂົ້າໃນທ້ອງຖິ່ນ ແລະ ເປັນການຊອກຫາໂອກາດ ໃນໄລຍະຍາວ ເພື່ອເພີ່ມການສະໜອງໃຫ້ເປັນສິນຄ້າ ເຂົ້າສູ່ຕະຫລາດ.

ທ່ານ ນາງ ພອນສະຫວັນ ແກ້ວນະຄອນ ໄດ້ກ່າວວ່າ: ການຂາດຈຸລະສານອາຫານ ຫລື ການຂາດໂພຊະການແບບ ແມ່ນພົບເຫັນຢູ່ທົ່ວໄປ ໃນ ສປປ ລາວ ແມ່ນການຂາດ ວິຕະມິນ ແລະ ແຮ່ທາດ ທີ່ມີຄວາມຈໍາເປັນ ໃນປະລິມານໃດໜຶ່ງ ທີ່ມີຜົນຕໍ່ການເຕີບໂຕ ແລະ ພັດທະນາຢ່າງສົມບູນ ໂດຍສະເລ່ຍ 40% ຂອງແມ່ຍິງໄວຈະເລີນພັນ ແລະ 44% ຂອງເດັກ ອາຍຸລຸ່ມ 5 ປີ ມີອາການພະຍາດເລືອດຈາງ ທີ່ເກີດຈາກການຂາດທາດເຫລັກ, ແຕ່ໃນບາງພື້ນທີ່ໃນທົ່ວປະເທດ ອັດຕາດັ່ງກ່າວ ແມ່ນມີຄວາມແຕກໂຕນກັນຫລາຍ ເຊິ່ງ ບັນຫາດັ່ງກ່າວ ສາມາດສົ່ງຜົນກະທົບທີ່ແກ່ຍາວ ແລະ ຮຸນແຮງ ຕໍ່ສຸຂະພາບ ແລະ ການພັດທະນາຂອງເຂົາເຈົ້າ.

ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ ແລະ ກໍາມະການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ.

0


ໃນວັນທີ 9 ມິຖຸນາ 2022 ນີ້ ທີ່ກອງບັນຊາການທະຫານແຂວງໄຊສົມບູນ, ໄດ້ມີພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ ແລະ ກໍາມະການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພົ.ທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຄະນະກໍາມະການ ປກຊ – ປກສ ສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ – ຫົວໜ້າກົມໃຫ່ຍການເມືອງກອງທັບ, ມີສະຫາຍ ເຈົ້າແຂວງ, ຮອງເຈົ້າແຂວງ, ຄະນະພັກ – ຄະນະບັນຊາ 2 ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນພິທີ ສະຫາຍ ພັ.ອ ທອງບຸນ ຂຸນລະພິດ ຮອງຫົວໜ້າຫ້ອງການ ຄະນະກໍາມະການ ປກຊ – ປກສ ສູນກາງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 106/ຄລສພ ລົງວັນທີ 10/05/2022 ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ ປກຊ – ປກສ ແຂວງໄຊສົມບູນ ຄື: ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ເປັນປະທານ ປກຊ – ປກສ ແຂວງ, ສະຫາຍ ພົ.ຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງໄຊສົມບູນ ເປັນຮອງປະທານ ປກຊ – ປກສ ແຂວງ, ຂໍ້ຕົກລົງ ເລກທີ 14/ຄລສພ ລົງວັນທີ 25/1/2022 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັ.ທ ປອ ຄໍາຕ້ອຍ ມະນີວອນ ເປັນກໍາມະການ ຄະນະກໍາມະການ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ, ໂອກາດນີ້ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງ ຍັງໄດ້ຂື້ນລາຍງານສະພາບການໂດຍຫຍໍ້ກ່ຽວກັບວຽກງານ ປກຊ-ປກສ ໄລຍະ 5 ເດືອນຜ່ານມາ ສະຫາຍ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ດ້ວຍຄວາມເອົາໃຈໃສ່ຊີ້ນໍາໂດຍກົງຈາກສູນກາງ, ເຮັດໃຫ້ວຽກງານ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບພາຍໃນແຂວງແມ່ນໄດ້ຮັບປະສິດທິຜົນສູງ, ພະນັກງານ, ທະຫານ, ຕໍາຫຼວດ, ຕະຫຼອດຮອດ ພໍ່ແມ່ປະຊາຊົນ ບັນດາເຜົ່າ ພາຍໃນແຂວງ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ປະກອບສ່ວນໃນວຽກງານ ປກຊ-ປກສ ເປັນຢ່າງດີ, ສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອມໝັ້ນສູ້ຮົບຕິດລຽນໄດ້ຫຼາຍບ້ານ ໃນທົ່ວແຂວງ, ເຄື່ອນໄຫວທຳລາຍສະນໍາໄຮ່ຝີ່ນໄດ້ ຫຼາຍກວ່າ 25 ແຫ່ງ, ຈັບກຸມ ຂະບວນການຄ້າຂາຍຢາເສບຕິດໄດ້ 18 ລາຍ, ເຄື່ອນໄຫວຕອບຕ້ານກຸ່ມຄົນບໍ່ດີໄດ້ຫຼາຍຄັ້ງ ເຮັດໃຫ້ສະພາບພາຍໃນແຂວງມີຄວາມສະຫງົບໂດຍພື້ນຖານ.

ທ້າຍພິທີ ສະຫາຍ ພົ.ທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຄະນະກໍາມະການ ປກຊ – ປກສ ສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ – ຫົວໜ້າກົມໃຫ່ຍການເມືອງກອງທັບ ໄດ້ໂອ້ລົມຕໍ່ພິທີ ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ບັນດາສະຫາຍ ການນໍາແຂວງ ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ພ້ອມທັງຮຽກຮ້ອງມາຍັງ ຜູ້ທີ່ໄດ້ຮັບແຕ່ງຕັ້ງໜ້າທີ່ ກໍຄືທຸກພາກສ່ວນ ຈົ່ງເອົາໃຈໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະກໍ່ຄືແຂວງໄຊສົມບູນ ໃຫ້ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ພ້ອມນີ້ຍັງໄດ້ເນັ້ນໜັກໃຫ້ 2 ກຳລັງ ປກຊ-ປກສ ແຂວງ, ເອົາໃຈໃສ່ເປັນເສນາທິການ ເພື່ອຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດເກີດຂື້ນ, ໂດຍຖືເອົາກໍາລັງຫັນລົງກໍ່ສ້າງຮາກຖານການເມືອງ ໃນຂອບເຂດຮັບຜິດຊອບ, ເຮັດໃຫ້ປະຊາຊົນມີສ່ວນຮ່ວມຕໍ່ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ເຮັດໃຫ້ການພັດທະນາ ເສດຖະກິດ – ສັງຄົມ ພາຍໃນແຂວງ ມີບາດກ້າວຂະຫຍາຍຕົວດີຂື້ນຢ່າງຕໍ່ເນື່ອງ
ຂ່າວ: ສຕ ພຸດທະພອນ ລັດດານາວ
ພາບ: ຮທ ສດ ນາມໄຕ
ທະຫານແຂວງໄຊສົມບູນ