Friday, December 26, 2025
Home Blog Page 1086

ມອບໃບອະນຸຍາດເຄື່ອນໄຫວປິ່ນປົວໃຫ້ທັນຕະແພດ ພະຍາບານ ແລະຜະດຸງຄັນ ຢູ່ແຂວງຫຼວງພະບາງ

0

ສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ ໄດ້ຈັດພິທີມອບໃບອະນຸຍາດເຄື່ອນໄຫວວິຊາຊີບວິຊາຊີບປິ່ນປົວ ໃຫ້ຜູ້ປະກອບການເປັນທ່ານໝໍ,ທັນຕະແພດ,ພະຍາບານ ແລະໝໍຜະດຸງຄັນ ທີ່ເຄື່ອນໄຫວວຽກງານການປິ່ນປົວຢູ່ໃນແຂວງຫຼວງພະບາງ ໄດ້ຈັດຂຶ້ນວັນທີ 6 ມິຖຸນາ 2022 ທີ່ຫໍປະຊຸມໃຫຍ່ແຂວງຫຼວງພະບາງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານມີທ່ານ ປະລິນຍາເອກ ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ;ທ່ານ ສາດສາດາຈານ ດຣ. ປອນເມກ ດາລາລອຍ ອະດີດກໍາມະການສູນກາງພັກ, ອະດີດລັດຖະມົນຕີກະຊວງສາທາລະນະສຸກ, ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ;ທ່ານ ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ;ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ,ມີຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍ ອໍານວຍການໂຮງໝໍແຂວງ, ຫ້ອງການສາທາລະນະສຸກເມືອງ, ໂຮງໝໍຊຸມຊົນ ແລະໂຮງໝໍນ້ອຍ,ຕາງໜ້າຈາກຫ້ອງວ່າການແຂວງ ແລະຂະແໜງການທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.

ເພື່ອເປັນການຢັ້ງຢຶນ ແລະອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວຂອງທ່ານໝໍທັນຕະແພດ, ພະຍາບານ ແລະທ່ານໝໍຜະດຸງຄັນ ທີ່ເຄື່ອນໄຫວວຽກງານປິ່ນປົວຢູ່ແຂວງ ຫຼວງພະບາງ ພ້ອມທັງແນະນໍາຄູ່ມືເອກະສານ ທີ່ ສໍາຄັນຄື ຈັນຍາບັນ, ຂອບເຂດ ແລະ ມາດຕະຖານການປະຕິບັດງານດ້ານວິຊາຊີບປິ່ນປົວ, ແນໃສ່ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງການບໍລິການສຸຂະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ມາຮັບບໍລິການສຸຂະພາບ ແລະ ຜູ້ໃຫ້ການບໍລິການສຸຂະພາບ ກໍ່ຄືຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ ທັງຮັບປະກັນໄດ້ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກວາງອອກ.

ທ່ານ ສາດສາດາຈານ ດຣ. ປອນເມກ ດາລາລອຍ ອະດີດລັດຖະມົນຕີກະຊວງສາທາລະນະສຸກ, ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ກ່າວວ່າ: ໂດຍອີງຕາມກົດໝາຍວ່າດ້ວຍການປິ່ນປົວ ແລະຍຸດທະສາດວ່າດ້ວຍລະບົບການອອກໃບອະນຸຍາດປະກອບວິຊາຊີບປິ່ນປົວ ແລະການຂື້ນທະບຽນຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ ແຕ່ປີ 2016-2025 ແລະ ບົດແນະນຳການຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໄລຍະຂ້າມຜ່ານຮອດປີ 2020 ໂດຍບໍ່ໄດ້ສອບເສັງລະດັບຊາດ ເລກທີ 0182/ສວປ, ລົງວັນທີ 11 ຕຸລາ 2019.ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການຂື້ນທະບຽນ ແລະອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໂດຍບໍ່ຜ່ານການສອບເສັງລະດັບຊາດໄດ້ຮັບຜົນດີ, ມີປະສິດທິພາບ ແລະ ປະສິດທິຜົນ. ເດືອນ ມິຖຸນາ 2020 ສະພາຄຸ້ມຄອງວິຊາຊີບປິ່ນປົວ ໄດ້ເຮັດການທົດລອງຄົ້ນຄວ້າຢັ້ງຢືນອອກໃບອະນຸຍາດ ແລະຂື້ນທະບຽນໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວທີ່ເຮັດວຽກການປິ່ນປົວ ຢູ່ໂຮງໝໍເດັກ ຂັ້ນສູນກາງ, ເຊີ່ງໄດ້ຄົ້ນຄວ້າຢັ້ງຢືນການອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ໄດ້ທັງໝົດ 78 ຄົນ, ໃນນັ້ນມີ ທ່ານໝໍຊັ້ນປະລິນຍາຕຼີຂຶ້ນໄປ 47 ຄົນ, ທັນຕະແພດປລິນຍາຕຼີຂຶ້ນໄປ 4 ຄົນ ແລະ ພະຍາບານຊັ້ນສູງຂຶ້ນໄປ 27 ຄົນ.ຜ່ານການຖອດຖອນບົດຮຽນຢູ່ໂຮງໝໍເດັກຂັ້ນສູນກາງ ແລະ ສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດການອອກໃບອະນຸຍາດ ແລະຂຶ້ນທະບຽນໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວທີ່ເຄື່ອນໄຫວວຽກງານປິ່ນປົວຢູ່ໃນທົ່ວປະເທດໃຫ້ສຳເລັດ,ສະພາຄຸ້ມຄອງວິຊາຊີບປິ່ນປົວ ຈື່ງໄດ້ສືບຕໍ່ເຜີຍແຜ່ບົດແນະນຳເລກທີ 0182/ສວປ ແລະອອກແຈ້ງການໃຫ້ແຕ່ລະພາກສ່ວນໂຮງໝໍສູນກາງ ແລະພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ແຕ່ງຕັ້ງຄະນະສະເພາະກິດໜຶ່ງຂຶ້ນ ເພື່ອຄົ້ນຄວ້າຢັ້ງຢືນເປົ້າໝາຍຜູ້ປະກອບວິຊາຊີບປິ່ນປົວທີ່ມີເງື່ອນໄຂຈະຂຶ້ນທະບຽນ ແລະອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ໂດຍບໍ່ຜ່ານການສອບເສັງລະດັບຊາດ ສຳລັບຜູ້ປະກອບວິຊາຊີບປິ່ນປົວ ທີ່ຈົບການສືກສາການແພດກ່ອນປີ 2020.

ສໍາລັບແຂວງ ຫຼວງພະບາງ ໄດ້ສຳເລັດການສັງລວມເປົ້າໝາຍຜູ້ປະກອບວິຊາຊີບປິ່ນປົວທີ່ມີເງື່ອນໄຂຂຶ້ນທະບຽນ ແລະອອກໃບອະນຸຍາດໃຫ້ ໂດຍບໍ່ໄດ້ສອບເສັງລະດັບຊາດພາຍໃນແຂວງ,ໄດ້ຄົ້ນຄ້ວາຕາມຂັ້ນຕອນຕ່າງໆທີ່ກຳນົດໄວ້ໃນບົດແນະນຳເລກທີ 0182/ສວປ ແລະຕາມເນື້ອໃນແຈ້ງການຂອງສະພາຄຸ້ມຄອງວິຊາຊີບປິ່ນປົວ ກ່ຽວກັບການກະກຽມຂັ້ນຕອນການຄົ້ນຄວ້າຢັ້ງຢືນການຂຶ້ນທະບຽນ ແລະອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ. ຜ່ານການຄົ້ນຄວ້າຢັ້ງຢືນຈາກຄະນະສະເພາະກິດຄຸ້ມຄອງວິຊາຊີບປິ່ນປົວຂອງແຂວງຫຼວງພະບາງ ແລະສົ່ງໃຫ້ຄະນະກຳມະການວິຊາຊີບປິ່ນປົວຂອງສະພາຄຸ້ມຄອງວິຊາຊີບປິ່ນປົວສືບຕໍ່ຄົ້ນຄວ້າຢັ້ງຢືນ,ຈື່ງສາມາດຄົ້ນຄ້ວາຢັ້ງຢືນ ແລະອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ຜູ້ປະກອບວິຊາຊີບປິ່ນປົວທີ່ເຄື່ອນໄຫວວຽກງານປິ່ນປົວຢູ່ທົ່ວແຂວງ ຫຼວງພະບາງ ໃນຊຸດທີ 1 ນີ້ ໄດ້ທັງໝົດ 398 ທ່ານ,ທ່ານໝໍ 138 ທ່ານ, ທັນຕະແພດ 22 ທ່ານ, ພະຍາບານ 184 ທ່ານ ແລະ ຜະດຸງຄັນ 54 ທ່ານ,ຜູ້ປະກອບວິຊາຊີບປິ່ນປົວທີ່ໄດ້ຮັບໃບອະນຸຍາດຄັ້ງນີ້ແມ່ນເຮັດວຽກງານປິ່ນປົວຄົນເຈັບໂດຍກົງຢູ່ທີ່ໂຮງໝໍແຂວງ, ໂຮງໝໍຊຸມຊົນ, ໂຮງໝໍນ້ອຍ ໃນທົ່ວແຂວງ ຫຼວງພະບາງ. ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວທີ່ມອບໃຫ້ໃນມື້ນີ້ ມີອາຍຸການ 5 ປີ, ເມື່ອໄດ້ຮັບໃບອະນຸຍາດນີ້ແລ້ວ ຜູ້ປະກອບວິຊາຊີບປິ່ນປົວຈະໄດ້ເຄື່ອນໄຫວວຽກງານປິ່ນປົວຖືກຕ້ອງຕາມລະບຽບກົດໝາຍ ແລະຜູ້ປະກອບວິຊາຊີບປິ່ນປົວຈະໄດ້ສືບຕໍ່ຍົກລະດັບຄວາມຮູ້, ຄວາມສາມາດ ແລະປະສົບການປິ່ນປົວຂອງຕົນຢູ່ຕະຫຼອດເວລາ, ສະສົມຄະແນນ ແລະ ຜົນງານດ້ານການປິ່ນປົວ ຕາມຂະບວນການພັດທະນາວິຊາຊີບປິ່ນປົວຕໍ່ເນື່ອງ ຫຼື ພາສາສາກົນເອີ້ນວ່າ continuing professional development (CPD) ທີ່ທາງສະພາຄຸ້ມຄອງວິຊາຊີບປິ່ນປົວກຳນົດໄວ້ ເພື່ອເປັນເງື່ອນໄຂໃຫ້ສະພາຄຸ້ມຄອງວິຊາຊີບປິ່ນປົວໃນການຄົ້ນຄ້ວາຢັ້ງຢືນການຕໍ່ອາຍຸຂອງໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວດັ່ງກ່າວໃຫ້ໃນທຸກໆ 5 ປີ.

ຈາກນັ້ນ ກໍໄດ້ມີການມອບໃບຢັ້ງຢືນດັ່ງກ່າວນີ້ ໃຫ້ບັນດາຜູ້ປະກອບການທ່ານໝໍ,ທັນຕະແພດ ແລະຜະດຸງຄັນຢ່າງສົມກຽດ ໂດຍໃຫ້ກຽດມອບມີ: ທ່ານ ສາດສະດາຈານ ດຣ. ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ,ທ່ານ ປະລິນຍາເອກ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກະຊວງສາທາລະນະສຸກ,ທ່ານ ຮອງສາດສະດາຈານ ດຣ. ບຸນກອງ ສິີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ,ທ່ານ ສາດສະດາຈານ ດຣ. ຈັນເພັງ ທຳມະວົງ ຮອງປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ,ທ່ານ ຮອງສາດສະດາຈານ ດຣ. ຈັນພົມມາ ວົງສໍາພັນ ຮອງປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ,ທ່ານ ດຣ. ພູທອນ ວັງກອນວິໄລ ຮອງປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ.

ຂ່າວ: ເພັດສາຄອນ ສິມມະວົງ

#Medialaos MMD  (ແຫຼ່ງຂໍ້ມູນຈາກ: ນັກຂ່າວແຂວງຫຼວງພະບາງ)

ກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງແຂວງໄຊສົມບູນ

0

ໃນລະຫວ່າງວັນທີ 7-9 ມິຖຸນາ 2022 ຄະນະຈັດຕັ້ງແຂວງໄຊສົມບູນ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງແຂວງໄຊສົມບູນຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ແລະ ທ່ານ ທອງຈັນ ໂຂງພູຄຳ ຄະນະປະຈຳພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ປະທານ-ຮອງປະທານ ສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈຳແຂວງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງ, ອົງການອ້ອມຂ້າງແຂວງ, ຄະນະຮັບຜິດຊອບຈາກຄະນະຈັດຕັ້ງສູນກາງພັກ ຕະຫລອດຮອດເຈົ້າເມືອງ 5 ເມືອງ ເຂົ້າຮ່ວມ.

ໃນໂອກາດກ່າວເປີດກອງປະຊຸມ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່ນຳໃຊ້ສິດຂອງຕົນ ເຂົ້າໃນການຄົ້ນຄວ້າ, ທາບທາມ ແລະ ໃຫ້ຄະແນນ ໂດຍອີງຕາມມາດຖານ, ເງື່ອນໄຂ ທີ່ໄດ້ກຳນົດໄວ້ ເພື່ອກຳນົດເອົາເປົ້າໝາຍພະນັກງານນຳພາ-ຄຸ້ມຄອງ ກໍຄືເລຂາພັກແຂວງ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ປະທານ-ຮອງປະທານສະພາປະຊາຊົນແຂວງ ຜູ້ທີ່ມີຄວາມຮູ້-ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນ, ສາມາດນຳພາວຽກງານການເມືອງຂອງພັກ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະ ແນ່ໃສ່ຮັບປະກັນລັກສະນະສືບທອດປ່ຽນແທນແບບຕໍ່ເນືອງ ໃນສະເພາະໜ້າ ແລະ ຍາວນານ, ກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອໃຫ້ມີແຫລ່ງເລືອກເຟັ້ນພະນັກງານນຳພາ-ຄຸ້ມຄອງແຕ່ລະຂັ້ນ.

ຈາກນັ້ນ ທ່ານ ທອງວັນ ທຳມະວົງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານບົດສະຫລຸບຫຍໍ້ໃນການຈັດຕັ້ງປະຕິບັດແຜນກຳນົດພະນັກງານ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ. ພ້ອມທັງໄດ້ຮັບຟັງການຜ່ານມະຕິ 032/ກມສພ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງ ແລະ ຜ່ານມະຕິ 030/ກມສພ ວ່າດ້ວຍມາດຖານຂອງພະນັກງານນຳພາ-ຄຸ້ມຄອງ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ຈາກທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ໃນການດຳເນີນການທາບທາມ ແຜນກຳນົດພະນັກງານ ຮອບທີ 1, ຮອບທີ 2 ແລະ ຮອບທີ 3 ໂດຍອີງຕາມມາດຖານ ເງືອນໄຂ ດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທຳປະຕິວັດ, ແບບແຜນການດຳລົງຊີວິດ, ດ້ານຄວາມຮູ້-ຄວາມສາມາດ, ດ້ານແບບແຜນການນຳພາ ແລະ ວິທີເຮັດວຽກ. ຈາກນັ້ນກອງປະຊຸມ ໄດ້ດຳເນີນການທາບທາມ, ສັງລວມຄະແນນທາບທາມ ແລະ ລາຍງານຜົນຂອງການທາບທາມ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄປຕາມແຕ່ລະຂັ້ນຕອນ. ກອງປະຊຸມດຳເນີນເປັນເວລາ 3 ວັນ ຈຶ່ງສຳເລັດ.

ແຂວງຄຳມ່ວນໄດ້ຈັດກອງປະຊຸມປະກອບຄຳຄິດ – ຄຳເຫັນ ໃສ່ຮ່າງນິຕິກຳລຸ່ມກົດໝາຍ

0

ວັນທີ 8 ມິຖຸນາ 2022 ຢູ່ທີ່ເຮືອນຮັບແຂກເລກ 01 ຂອງແຂວງຄຳມ່ວນໄດ້ຈັດກອງປະຊຸມປະກອບຄຳຄິດ – ຄຳເຫັນ ໃສ່ຮ່າງນິຕິກຳລຸ່ມກົດໝາຍ ໂດຍການເປັນປະທານຂອງ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ຄຳມ່ວນ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ, ເຂົ້າຮ່ວມມີ ທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ປູ້ຊີ້ນຳຂົງເຂດເສດຖະກິດ, ມີບັນດາຫົວໜ້າພະແນກການ, ກົມກອງ, ພະນັກງານຫລັກແຫລ່ງອ້ອມຂ້າງເຂົ້້າຮ່ວມ.

ກອງປະຊຸມໄດ້ຮັບຟັງການຜ່ານຮ່າງຂໍ້ຕົກລົງວ່າດ້ວຍການອະນຸລັກ, ຄຸ້ມຄອງເຮືອນອານານິຄົມສະໄໝຝຣັ່ງຢູ່ເມືອງທ່າແຂກ, ຮ່າງຄຳແນະນໍາວ່າດ້ວຍການສົ່ງເສີມການຜະລິດເປັນສິນຄ້າ ແລະ ການຊົມໃຊ້ຜະລິດຕະພັນພາຍໃນແຂວງ, ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການຮ່ອນແຮ່ກົ່ວແບບພື້ນເມືອງ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງເມືອງທ່າແຂກ.

ເຊິ່ງສະເໜີໂດຍພະແນກການກ່ຽວຂ້ອງ, ພ້ອມນັ້ນບັນດາທ່ານທີ່ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄໍາເຫັນ, ຕາມຄຳຖາມເຈາະຈິ້ມ ແລະ ຕອບຄຳສັກຖາມຕ່າງໆ ເພື່ອແນໃສ່ເຮັດ ໃຫ້ຮ່າງນິຕິກຳດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ, ແທດເໝາະ, ສອດຄ່ອງຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ໄປຕາມກົດໝາຍກຳນົດໄວ້. ເຊິ່ງຮ່າງນິຕິກຳຈຳນວນ 4 ສະບັບນີ້ ແມ່ນຈະໄດ້ນຳໄປລາຍງານຕໍ່ຄະນະປະຈຳພັກແຂວງ ແລະ ສະເໜີຕໍ່ກອງປະຊຸມສະພາປະຊາຊົນແຂວງຄົ້ນຄວ້າພິຈາລະນາ ແລະ ຮັບຮອງ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ໃນໄລຍະຕໍ່ໄປ.

ພາບ-ຂ່າວ: ນັກຂ່າວ ນັກຂ່າວແຂວງຄຳມ່ວນ

#Medialaos MMD  #Khammouan Province

ທ່ານຮອງນາຍົກລັດຖະມົົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງຫຼວງພະບາງ

0

ພາຍຫຼັງສໍາເລັດການເຄື່ອນໄຫວເຮັດວຽກຢູ່ 3 ແຂວງ (ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ) ວັນທີ 02 ມິຖຸນາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ກັບການນຳແຂວງຫຼວງພະບາງ ໂດຍການຕ້ອນຮັບ ແລະ ນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ຂອງທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ.

ທ່ານ ຄໍາຂັນ ຈັນທະວີສຸກ ເຈົົ້າແຂວງໆຫຼວງພະບາງ ໄດ້ລາຍງານໃຫ້ຊາບກ່ຽວກັບ ສະພາບພົ້ນເດັ່ນໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ; ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕໍ່ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ເຊິ່ງອັນພົ້ນເດັ່ນ ໄດ້ສືບຕໍ່ຫັນລົງຮາກຖານປະຈໍາຢູ່ຈຸດຕ່າງໆ ເພື່ອແກ້ໄຂບັນຫາການເຄື່ອນໄຫວຂອງພົນລະເມືອງຢູ່ຕາມຊາຍແດນ; ແກ້ໄຂບັນຫາການລັກລອບການປູກຝິ່ນ, ຈັດກຳລັງປະຈໍາປ້ອງກັນ ຕາມຈຸດຕ່າງໆ; ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໄດ້ຫັນເປັນແຜນລະອຽດ ແລະ ກໍານົດແຜນດໍາເນີນງານ, ກໍານົດເປົ້າໝາຍ ໃນການການແກ້ໄຂບັນຫາຢາເສບຕິດ ແລະ ໄດ້ດໍາເນີນຢ່າງແຂງແຮງ; ໄດ້ຫັນການຄຸ້ມຄອງການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍເປັນທັນສະໄໝເທື່ອລະກ້າວ, ໄດ້ເດີນສໍາຫຼວດສະຖິຕິຫົວໜ່ວຍທຸລະກິດຄືນໃໝ່ ເຮັດໃຫ້ມີຖານລາຍຮັບໃໝ່ເພີ່ມຂຶ້ນ 1.401 ຫົວໜ່ວຍ, ເທົ່າກັບ 19%; ການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ມີທ່າອ່ຽງເພີ່ມຂື້ນ ປະຕິບັດລື່ນແຜນທີ່ວາງໄວ້; ການຜະລິດກະສິກໍາ, ການຜະລິດສະບຽງອາຫານ, ຜົນຜະລິດດີລື່ນປີຜ່ານມາ; ການສະໜອງສະບຽງອາຫານ ສາມາດພຽງພໍກັບຄວາມຕ້ອງການຢູ່ພາຍໃນ ແຂວງ ແລະ ສົ່ງອອກໄປຕ່າງແຂວງຈໍານວນໜຶ່ງ ເປັນຕົ້ນ: ໄຂ່ໄກ່, ສ່ວນສັດລ້ຽງປະເພດ ງົວໄດ້ສົ່ງອອກໄປຈີນ (ງົວ 3.248 ໂຕ, ຄວາຍ 79 ໂຕ) ຕາມດ່ານປະເພນີ; ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນໄລຍະຜ່ານມາ ໄດ້ສຸມໃສ່ 4 ວຽກງານຈຸດສຸມຄື: u ສົ່ງເສີມຜະລິດສະບຽງອາຫານບໍລິໂພກຢູ່ພາຍໃນເພື່ອຫຼຸດຜ່ອນການນຳເຂົ້າມີ 10 ໂຄງການ, v ສົ່ງເສີມຜະລິດກະສິກໍາເປັນສິນຄ້າສົ່ງອອກທົດແທນການນຳເຂົ້າ,ມີ 5 ໂຄງການ w ປັບປຸງໂຄງລ່າງພື້ນຖານຮັບໃຊ້ການຜະລິດ, ມີ 1 ໂຄງການ x ສ້າງຕິນິກໍາລຸ່ມກົດໝາຍ; ວຽກງານພັດທະນາການທ່ອງທ່ຽວ ໄດ້ສ້າງແຜນຟື້ນຟູການທ່ອງທ່ຽວ ຕາມເຂດສີຂຽວ ແລະ ເສັ້ນທາງທ່ອງທ່ຽວສີຂຽວ, ໄດ້ນໍາໃຊ້ລະບົບທັນສະໄໝເຄື່ອງສະແກນບັດເຂົ້າຊົມບັນດາແຫຼ່ງທ່ອງທ່ຽວຕ່າງໆ ເພືື່ອຄວາມວ່ອງໄວ, ທັນການ ແລະ ໂປ່ງໃສ; ວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ; ໄດ້ລະດັບຊີວິດການເປັນຢູ່ຂອງປະຊາຊົນ ມີການປັບປຸງຍົກລະດັບດີຂື້ນເທື່ອລະກ້າວ; ສໍາລັບການການສະເຫຼີມສະຫຼອງ 2 ວັນປະຫວັດສາດ ສອງຊາດ ລາວ-ຫວຽດນາມ ໄດ້ກໍານົດບັນດາກິດຈະກໍາປິ່ນອ້ອມ ຈໍານວນ 10 ກິດຈະກໍາ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ມີທິດຊີ້ນໍາ ຕໍ່ການນໍາຫຼັກແຫຼ່ງຂອງ, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມພະຍາຍາມຂອງອໍານາດການປົກຄອງແຂວງ ເຊິ່ງມີຜົນສໍາເລັດຫຼາຍດ້ານ ແລະ ພົ້ນເດັ່ນ ຕະຫຼອດໃນໄລຍະຜ່ານມາ. ອັນສຳຄັນ ທ່ານໄດ້ມີຄໍາເຫັນຊີ້ນໍາພະນັກງານຫຼັກແຫຼ່ງ ພາຍໃນອໍານາດການປົກຄອງແຂວງ ເອົາໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເພື່ອເສີມຂະຫຍາຍມູນເຊື້ອປະຕິວັດຄວາມຮັກຊາດ, ມູນ ເຊື້ອດຸໝັ່ນຂະຫຍັນພຽນ, ມີຄວາມສາມັກຄີ ເປັນປຶກແຜ່ນ ແລະ ເດັດດ່ຽວເອກະພາບ ໃນການປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ; ຍົກສູງສະຕິລະວັງຕົວ ຕ້ານປະກົດການທີ່ບໍ່ຖືກຕ້ອງ; ມີສະຕິຕໍ່ອິດທິກໍາລັງປໍລະປັກ ແລະ ຄົນທີ່ບໍ່ຫວັງດີຕໍ່ພັກ-ລັດ, ກໍາໄດ້ຫາງສຽງສັງຄົມ, ບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ ໂດຍສະເພາະ ຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດຂອງແຂວງ ໂດຍສະເພາະ ບັນດາວຽກຈຸດສຸມ ເປັນຕົ້ນ ການປະຕິບັດດໍາລັດວ່າດ້ວຍລົດຂອງລັດ, ການແກ້ໄຂບັນຫານຳເຂົ້າ ແລະ ນຳໃຊ້ພາຫະນະ ບໍ່ຖືກຕ້ອງ; ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້້າ ແລະ ເປັນສິນຄ້າສົ່ງອອກ ຕາມທ່າແຮງທີ່ບົ່ມຊ້ອນ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ ແລະ ຍືນຍົງ; ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ, ສົ່ງເສີມການປະຢັດ, ຕ້ານການຟຸມເຟືອຍ, ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ; ສືບຕໍ່ໃຫ້ຖືເອົາວຽກງານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດຕົ້ນຕໍ; ສືບຕໍ່ປັບປຸງ ແລະ ພັດທະນາ ວຽກງານທີ່ຕິດພັນກັບການທ່ອງທ່ຽວ ເປັນຕົ້ນ ພື້ນຖານໂຄງລ່າງຕ່າງໆ, ການບໍລິການ ບົນພື້ນຖານ ສາມາດດຶງດູດນັກທ່ອງທ່ຽວໃຫ້ຫຼາຍ, ຮັບປະກັນຄວາມສະດວກ, ປອດໄພ ແລະ ສ້າງຄວາມປະທັບໃຈ; ສືບຕໍ່ເຝົ້າລະວັງການແຜ່ລະບາດ ຂອງພະຍາດຕາມລະດູການ ແລະ ການປ່ຽນແປງດິນຟ້າອາກາດ ທີ່ອາດເຮັດໃຫ້ເກີດໄພພິບັດຕ່າງໆ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ຂອງສູນກາງ ແລະ ທ້ອງຖິ່ນ ໃນການປະຕິບັດກິດຈະກຳ ສະເຫຼີມສະຫຼອງ ສອງວັນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ ໃຫ້ມີເນື້ອໃນເລິກເຊິ່ງຮອບດ້ານ, ເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດ ຕາມຄາດໝາຍທີ່ກຳນົດໄວ້.

ການເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ ໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມຊຸກຍູ້ການຜະລິດ ແລະ ການດຳເນີນທຸລະກິດຕົວຈິງ ຢູ່ສະຖານທີ່ຕ່າງໆ ເປັນຕົ້ນ ຄອບຄົວຕົວແບບການລ້ຽງໝູ ຢູ່ບ້ານຊ່າງໄຫ, ເມືອງປາກອູ; ບໍລິສັດ ອຸດສາຫະກຳທັດໂທບັກໂກ ການຄ້າ ຂາອອກ-ຂາເຂົ້າຈຳກັດ; ແລະ ຫ້ອງ ການບໍລິສັດໄອເຣັສຊີ (IHC) ມາໂບຈຳກັດ ຕື່ມອີກ.

#ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

ເປີດຊຸດອົບຮົມຫັດແອບວຽກງານ ປກຊ – ປກສ ໃຫ້ພະນັກງານການນໍາແຂວງເປົ້າໝາຍ 3 ຊຸດທີ V

0

ພິທີເປີດຊຸດອົບຮົມຫັດແອບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ແກ່ພະນັກງານການນໍາ ແຂວງຫຼວງພະບາງ ເປົ້າໝາຍ 3 ຊຸດທີ V ໄດ້ຈັດຂື້ນຕອນເຊົ້າຂອງວັນທີ 7 ມິຖຸນາ 2022 ນີ້, ຢູ່ທີ່ໂຮງຮຽນການທະຫານທ້ອງຖິ່ນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວິລ່ຽມ ວົງທິສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ເປັນກຽດເຂົ້າຮ່ວມມີ ສະຫາຍ ພົນຈັດຕະວາ ຄໍາສະເຫວີຍ ສິນທະນູໄຊ ຫົວໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ,ພະແນການທີ່ກ່ຽວຂ້ອງ ແລະ ພະນັກງານການນໍາເປົ້າໝາຍ 3 ທົ່ວແຂວງ 40 ສະຫາຍ, ຍິງ 4 ສະຫາຍເຂົ້າຮ່ວມ.

ທ່ານ ປອ ຄໍາຜູຍ ຈັນທະວະດີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການອະນຸມັດເປີດອົບຮົມຫັດແອບວຽກງານ ປກຊ – ປກສ ໃຫ້ພະນັກງານການນໍາເປົ້າໝາຍ 3 ຊຸດທີ V ຢ່າງເປັນທາງການ, ຈາກນັ້ນສະຫາຍ ພັນໂທ ຄໍາສອນ ໂພທິວັນ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງ ໄດ້ຜ່ານແຜນການອົບຮົມ ປະກອບມີພາກທິດສະດີ ແມ່ນຈະໄດ້ເຊື່ອມຊຶມເອກະສານດໍາລັດນາຍົກລັດຖະມົນຕີເລກທີ ວ່າດ້ວຍການຈັດຕັ້ງເຄື່ອນໄຫວຂອງກໍາລັງກອງຫຼອນບ້ານ, ປກສບ້ານ, ກຸ່ມບ້ານກໍາລັງປ້ອງກັນພາຍໃນ ແລະ ກໍາລັງປ້ອງກັນຕົວ, ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງປະຕິບັດ ການເຄື່ອນໄຫວຂອງກໍາລັງກອງຫຼອນ – ປ້ອງກັນຕົວ, ກໍ່ສ້າງແຂວງ, ນະຄອນຫຼວງເປັນບໍລິເວນປ້ອງກັນແໜ້ນເພື່ອປົກປັກຮັກສາປະເທດຊາດ, ກໍ່ສ້າງທ່າສະໜາມສົງຄາມປະຊາຊົນ, ການກໍ່ສ້າງ ແລະ ການເຄື່ອນໄຫວສູ້ຮົບປ້ອງກັນບໍລິເວນຕົວເມືອງ, ບາງທັດສະນະພື້ນຖານຂອງພັກກ່ຽວກັບວຽກງານການທະຫານທ້ອງຖິ່ນໃນໄລຍະໃໝ່, ເພີ່ມທະວີການນໍາພາຂອງພັກ – ຄຸ້ມຄອງລັດຕໍ່ວຽກງານປ້ອງກັນຊາດ, ບາງພື້ນຖານກ່ຽວກັບການປ້ອງກັນຕ້ານການຫັນປ່ຽນໂດຍສັນຕິກໍ່ກະບົດລຸກຮື້ຂື້ນຂອງສັດຕູ, ຄວາມຮູ້ພື້ນຖານກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນອາດຊະຍະກໍາ – ໄພສັງຄົມ, ການພັດທະນາເສດຖະກິດ – ສັງຄົມຕິດພັນກັບວຽກງານ ປກຊ – ປກສ ໃນໄລຍະໃໝ່ ແລະ ເອກະສານອື່ນໆຕື່ມອີກຈໍານວນໜຶ່ງ, ພາກປະຕິບັດຕົວຈິງຈະໄດ້ອົບຮົມຄຸນຄາສະມັດຕະພາບການປະກອບສ້າງ, ຫຼັກການມ້າງປະກອບປືນປະເພດຕ່າງໆ, ຫຼັກການເລັ່ງຍິງບົດກວດກາທ່າຍິງ ແລະ ປະຕິບັດປືນຊະນິດຕ່າງໆ, ຄາດໝາຍທັງສອງພາກແມ່ນຈະໃຫ້ບັນລຸໄດ້ 92,5%. ການອົບຮົມຈະດໍາເນີນໄປເປັນເວລາ 18 ວັນຈິງຈະສໍາເລັດ.

ໂອກາດດັ່ງກ່າວນີ້ ທ່ານ ພົນຈັດຕະວາ ຄໍາສະເຫວີຍ ສິນທະນູໄຊ ຫົວໜ້າກົມການທະຫານທ້ອງຖິ່ນ, ກົມໃຫຍ່ເສນາທິການກອງທັບ ກໍໄດ້ຂື້ນມີຄໍາເຫັນແນະນໍາຕໍ່ຄະນະກໍາມະການຮັບຜິດຊອບ ແລະສໍາມະນາກອນດ້ວຍຫຼາຍບັນຫາທີ່ສໍາຄັນ ເພື່ອແນໃສ່ຮັບປະກັນການອົບຮົມໄດ້ຮັບການຈັດຕັ້ງຜັນຂະຫຍາຍໃຫ້ຖືກທິດ, ສອດຄອງກັບສະພາບຄວາມເປັນຈິງ ແລະ ໄດ້ຮັບຄຸນນະພາບສູງ.

ຂ່າວ: ສົມພອນ ສຸວັນທອນ; ພາບ: ບຸນເພັງ ວົງແກ້ວມະນີ.

#Medialaos MMD  #Luangprabang Province

ຈຳພອນ ເປີດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດແຜນຜະລິດກະສິກຳລະດູຝົນ ປີ 2022

0

ໃນວັນທີ 7 ມີຖຸນາ 2022 ນີ້ ເມືອງຈຳພອນ ແຂວວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາ ຫາລືການຈັດຕັ້ງປະຕິບັດແຜນ ຜະລິດກະສິກຳລະດູຝົນ ປີ 2022 ແລະ ຫາວິທີແກ້ໄຂບັນຫາສິ່ງທ້າທາຍຕ່າງໆ ທີ່ເປັນຜົນກະທົບຕໍ່ການຜະລິດກະສິກຳ ໂດຍການເປັນປະທານຂອງ ທ່ານ ຄຳລຸຍ ຍາດຕິວົງ ກໍາມະການພັກແຂວງ ,ເລຂາພັກເມືອງ ເຈົ້າເມືອງໆຈຳພອນ,ທ່ານ ສູນທະລາ ຕົ້ນພານິດ ຮອງຫົວໜ້າພະແແນກກະສິກຳ-ປ່າໄມ້ແຂວງ,ທ່ານ ກິແກ້ວ ບຸນເຊັງຊະນະວົງ ຄະນະຊີ້ນຳໂຄງການຊຸກຍູ້ສົ່ງເສີມການຜະລິດເປັນສີນຄ້າ ຕິດພັນກັບການ ທ່ອງທ່ຽວ ມີຫົວໜ້າ-ຮອງຫົວໜ້າຫ້ອງການແລະ ກຸ່ມຊາວນາ ພາຍໃນເມືອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສຸກສະໝອນ ແກ້ວອຸດອນ ຫົວໜ້າຫ້ອງການ ກະສິກຳ-ປ່າໄມ້ເມືອງຈຳພອນ ລາຍງານວ່າ: ເມືອງຈຳພອນ ມີເນື້ອທີີ່ຜະລິດເຂົ້ານາປີ 20.900 ເຮັກຕາ ,ເນື້ອທີ່ປູກພືດລະດູຝົນ 1.737 ເຮັກຕາ,ເນື້ອທີ່ນາແຊງມີ 13.000 ເຮັກຕາ,ເນື້ອທີ່ປູກພືດລະດູແລ້ງ 1.770 ເຮັກຕາ,ມີຊົນລະ ປະທານ ທີ່ສະໜອງນໍ້າໃຫ້ແກ່ການຜະລິດ ຕ້ານແລ້ງນາປີ ແລະ ລະດູແລ້ງ ຈຳນວນ 73 ແຫ່ງ

ມີໜອງທຳມະຊາດ ທີ່ສ້າງເງື່ອນໄຂສະດວກໃນການຜະລິດ ລະດູແລ້ງເຖິງ 34 ແຫ່ງ.ການຜະລິດເຂົ້ານາປີ ໃນປີ2021 ປະຕິບັດໄດ້100%, ສະມັດຕະພາບເຂົ້າໄດ້ 3,44 ໂຕນ/ເຮັກຕາ ,ຜົນຜະຜະລິດໄດ້ 71.896 ໂຕນ,ນາແຊງຜະລິດໄດ້ 26.790 ໂຕນ,ໃນນັ້ນສາມາດຜະລິດຄໍ້າປະກັນສະບຽງອາຫານໄດ້ 56.398 ໂຕນ,ຂາຍເປັນສິນຄ້າໄດ້ຈຳນວນໜຶ່ງ, ສ້າງຕັ້ງກຸ່ມການຜະລິດ ໄດ້ 13 ກຸ່ມຄື:ກຸ່ມຜະລິດແນວພັນເຂົ້າ 2 ກຸ່ມ,ກຸ່ມຜະລິດເຂົ້າເປັນສິນຄ້າ 5 ກຸ່ມ, ປູກເຂົ້າສະອາດ 1 ກຸ່ມ, ກຸ່ມລ້ຽງງົວຊີ້ນ 1 ກຸ່ມ,ລ້ຽງປາໃສ່ໜອງສະ 2 ກຸ່ມ, ກຸ່ມປູກໝາກເຜັດເປັນສິນຄ້າ 1 ກຸ່ມ, ກຸ່ມຜັກອິນຊີ 1 ກຸ່ມ, ທົ່ວເມືອງມີຄວາຍ 11.035ໂຕ,ງົວ 36.470 ໂຕ,ແບ້ 14.022 ໂຕ,ໝູ 19.818ໂຕ,ສັດປີກ 287.467 ໂຕ.

ຈາກນັ້ນໃນກອງປະຊຸມ ກໍ່ໄດ້ຟັງການປະກອບຄຳຄິດຄຳເຫັນຈາກແຕ່ລະພາກສ່ວນ ເຊິ່ງເຫັນໄດ້ເຖິງບັນຫາສຳຄັນ ທີ່ຕ້ອງໄດ້ແກ້ໄຂ ເພື່ອຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານໃຫ້ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງໃຫ້ຕົນເອງຢູ່ພາຍເມືອງຂອງຕົນ.

ພາບ-ຂ່າວ: ນັກຂ່າວ ນັກຂ່າວແຂວງສະຫວັນນະເຂດ

#Medialaos MMD  #Savannakhet Province

ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງສະຫວັນນະເຂດ ລົງເຄື່ອນໄຫວເຮັດວຽກຢູ່ເມືອງໄຊບູລີ

0

ໃນວັນທີ 7 ມິຖຸນາ 2022 ນີ້ ທ່ານ ໂພສີແກ້ວ ທິຣະວົງ ຮອງຫົວໜ້າອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ ແລະ ທ່ານ ນາງ ສີບຸນເຮືອງ ບົວຜາ ຫົວໜ້າ ອົງການໄອຍາການເຂດ 1 ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ວິຊາສະເພາະຂອງຕົນ ຢູ່ເມືອງໄຊບູລີ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ , ມີການນໍາຂັ້ນເມືອງ ,ຄະນະກອງບັນຊາການ ປກສ- ປກຊ, ຫົວໜ້າ-ຄະນະຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້້າຮ່ວມ.

ໃນກອງປະຊຸມ ທ່ານ ນາງ ສີບຸນເຮືອງ ບົວຜາ ໄດ້ລາຍງານການເຄື່ອນໄຫວ ຂອງອົງການໄອຍະການເຂດ 1 ໃນໄລຍະຜ່ານມາ ແລະ ຜ່ານຂໍ້ຕົກລົງຂອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຮອງຫົວໜ້າອົງການໄອຍະການປະຊາຊົນເຂດ ຢູ່ແຂວງສະຫັວນນະເຂດ ສະບັບເລກທີ 574 /ອອປສ ລົງວັນທີ 20 ຕຸລາ 2021. ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເຫັນດີຍົກຍ້າຍທ່ານ ອຸ່ນຕາ ໄຊປັນຍາ ຮອງຫົວໜ້າອົງການໄອຍະການປະຊາຊົນເຂດ 4 ໄປຢູ່ອົງການໄອຍະການເຂດ 1 ແຂວງສະຫວັນນະເຂດ. ເຫັນດີແຕ່ງຕັ້ງ ທ່ານອຸ່ນຕາ ໄຊປັນຍາ ເປັນຮອງຫົວໜ້າ ອົງການໄອຍະການເຂດ 1 ແຂວງສະຫັວນນະເຂດ.

ພາຍຫຼັງທີ່ໄດ້ມີການຮັບຟັງການຜ່ານເອກກະສານສໍາຄັນຕ່າງໆແລ້ວ ບັນດາທ່ານທີ່ເຂົ້້າຮ່ວມກອງປະຊຸມ ກໍ່ໄດ້ມີການ ຖອດຖອນບົດຮຽນ ຂອດການປະສານສົມທົບ ການຈັດຕັ້ງປະຕິບັດໜ້າທີ່ວຽກງານການດໍາເນີນຄະດີ ໃນຂອບເຂດທີ່ຕົນເອງຮັບຜິດຊອບ. ໃນໂອກາດດຽວກັນນີ້ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ພ້ອມຄະນະກໍ່ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກຢູ່ ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ເມືອງໄຊບລີ.

ພາບ-ຂ່າວ: ນັກຂ່າວ ແຂວງສະຫວັນນະເຂດ

#Medialaos MMD  #Savannakhet Province

ແຂວງວຽງຈັນສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ ຫຼື ONLY ONE EARTH

0

ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ ຫຼື ONLY ONE EARTH. (ອອນລີວັນເອີດ) ຢູ່ແຂວງຽງຈັນໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2022 ຢູ່ທີ່ ເຂດສາທິດການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ນ້ຳເປາະ ເມືອງວັງວຽງ ໂດຍການເປັນກຽດເຂົ້າຮ່ວມມີທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງ ແຂວງວຽງຈັນ, ທ່ານ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຍັງມີກະຊວງກ່ຽວຂ້ອງ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ຈາກບັນດາຂະແໜງການຕ່າງໆ ຂັ້ນສູງກາງ ແລະ ແຂວງ, ອົງການຈັດຕັ້ງສາກົນ, ຕະຫຼອດຮອດພໍ່ແມ່ປະຊາຊົນ, ຊາວໜຸ່ມ, ນ້ອງນ້ອຍເຍົາວະຊົນຊາວເມືອງວັງວຽງ ກໍ່ໄດ້ເຂົ້າຮ່ວມກັນຢ່າງພ້ອມພຽງ.

ການສະເຫຼີມສະຫຼອງວັນສິ່ງແວດລ້ອມ ໃນຄັ້ງນີ້ ກໍ່ເປັນອີກປີໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ເນື່ອງຈາກວ່າ ວັນສິ່ງແວດລ້ອມໂລກ ແມ່ນໄດ້ໝູນວຽນມາຄົບຮອບ 50 ປີ ນັບແຕ່ປີ 1972 ຫາ ປີ 2022 ເເລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ນັບແຕ່ປີ 1999 ຫາ 2022 ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ ຫຼື ONLY ONE EARTH . ໃນການສະເຫຼີມສະຫຼອງວັນສິ່ງແວດລ້ອມໃນຄັ້ງນີ້ ແມ່ນເພື່ອເປັນການປູກຈິດສຳນຶກ ແລະ ທັງເປັນການປຸກລະດົມໃຫ້ທຸກພາກສ່ວນໃນສັງຄົມ ທັງພາກລັດ, ເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງສາກົນ ເພື່ອເປັນການເພີ່ມທະວີຄວາມເປັນເຈົ້າການ ແລະ ພ້ອມກັນໃນການປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ໄປຕາມທິດຍືນຍົງ ແລະ ສີຂຽວ, ຄຸ້ມຄອງສິ່ງແວດລ້ອມຂອງພວກເຮົາ ໃຫ້ມີສິ່ງແວດລ້ອມທີ່ດີ, ປາສະຈາກມົນລະພິດ ເປັນຕົ້ນອາກາດທີ່ດີ, ສາຍນໍ້າທີ່ໄສສະອາດ, ປ່າໄມ້ທີ່ອຸດົມສົມບູນ, ຊີວະນາໆພັນທີ່ມີຄວາມຫຼາກຫຼາຍ, ດິນ, ຊັບພະຍາກອນ, ແຮ່ທາດ ທີ່ມີຄວາມອຸດົມສົມບູນ ແລະ ຄົງໄວ້ຮອດເຊັ່ນລູກເຊັ່ນຫຼານ ຊຶ່ງໃນການຈັດງານສະເຫຼີມສະຫຼອງຄັ້ງນີ້ ກໍໄດ້ມີຫຼາຍກິດຈະກຳ ເປັນຕົ້ນ: ມີພິທີການຕັດແຖບຜ້າ-ປ່ອຍປູມເປົ້າ, ພິທີປ່ອຍປາ ຄືນສູ່ແມ່ນ້ຳທຳມະຊາດຈຳນວນ 13.000 ໂຕ, ໃນນັ້ນມີປາກົດ, ປາເຄິງ ແລະ ປາອື່ນໆອີກຈຳນວນໜຶ່ງ, ພິທີປູກຕົ້ນໄມ້ ຈຳນວນ 550 ເບ້ຍ , ການສຳມະນາວິທະຍາສາດໃນຫົວຂໍ້ ການປົກປັກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ກິດຈະກຳຖາມ-ຕອບ ເພື່ອຮັບລາງວັນ, ການວາງສະແດງຜົນງານຈາກພາກສ່ວນຕ່າງໆ ແລະ ຂາຍສິນຄ້າຂອງຂວັນທີ່ລະລຶກໃນວັນງານສິ່ງແວດລ້ອມຕື່ມອີກ.

ຂ່າວ : ບຸນມາ ແກ້ວບຸດດາ.

ພາບ : ແສງຈັນ ຈັນທະວົງ.

ເມືອງຊົນນະບູລີ ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 10 ວັນ ຮຸ່ນທີ II

0

ໃນຕອນເຊົ້າຂອງວັນທີ 1 ມີຖຸນາ 2022 ນີ້ເມືອງຊົນນະບູລີ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 10 ວັນໃຫ້ເລຂາໜ່ວຍພັກບ້ານ-ນາຍບ້ານ ຢູ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ຮຸ່ນທີ II, ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ສຸວິໄລ ຫຼວງຊະລາດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊົນນະບູລີ, ທ່ານ ພູຄໍາ ເລນິນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ,ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ບັນດາຄູ-ອາຈານຈາກໂຮງຮຽນການເມືອງ-ການປົກຄອງແຂວງສະຫວັນນະເຂດ, ຕະຫຼອດຮອດເລຂາໜ່ວຍພັກບ້ານ-ນາຍບ້ານ 63 ບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ປທ ໜູພອນ ຮຽມຈໍາປາຄຳ ໄດ້ຂຶ້ນຜ່ານແຜນໂຄງການຫຼັກສູດການການຝືກອົບຮົມທິດສະດີການເມືອງລະບົບ 10 ວັນ ໃຫ້ເລຂາໜ່ວຍພັກບ້ານ-ນາຍບ້ານ ຊຸດທີ 2 ປີ 2022 ຂອງເມືອງຊົນນະບູລີ ມີຈໍານວນນັກຝືກອົບຮົມທັງໝົດ 81 ຄົນ ຍິງ 2 ຄົນ, ສໍາລັບບົດຮຽນທີ່ນໍາມາສິດສອນປະກອບມີ 16 ບົດຄື: ພັດທະນາປະເທດຊາດຕາມທິດສັງຄົມນິຍົມຢູ່ປະເທດເຮົາ, ການພັດທະນາເສດຖະກິດຢູ່ຂັ້ນບ້ານ, ສ້າງສະຕິກົດໝາຍໃຫ້ປະຊາຊົນ, ຕ້ານປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ຂັ້ນບ້ານ, ສ້າງຄວາມສາມັກຄີຢູ່ພາຍໃນບ້ານໃຫ້ໜັກແໜ້ນ,ບົດບາດຂອງພັກ ປະຊາຊົນ ປະຕິວັດລາວ, ສ້າງໜ່ວຍພັກຮາກຖານບ້ານໃຫ້ໜັກແໜ້ນເຂັ້ມແຂງທັງ 04 ດ້ານ, ຍົກສູງຄຸນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ເນື້ອໃນຄວາມຮັບຜິດຊອບຂອງພະນັກງານນໍາພາ-ຄຸ້ມຄອງຕໍ່ການປະຕິບັດໜ້າທີ່ການເມືອງຢູ່ຮາກຖານບ້ານ, ການນໍາພາຂອງໜ່ວຍພັກບ້ານຕໍ່ການສ້າງເສດຖະກິດຄອບຄົວ, ການດໍາເນີນກອງປະຊຸມໃຫຍ່ 03 ຂັ້ນ ຂອງພັກ ແລະ ວຽກງານຕິດຕາມກວດກາພັກຂອງການຈັດຕັ້ງຮາກຖານພັກບ້ານ, ວຽກງານຄຸ້ມຄອງພົນລະເມືອງ, ການພັດທະນາວຽກງານການສຶກສາ-ສາທາລະນະສຸກ ແລະ ການສ້າງຄອບຄົວຢູ່ບ້ານວັດທະນະທໍາ, ວຽກງານຍຸຕິທໍາຮາກຖານ ແລະ ການສ້າງບ້ານປອດຄະດີ, ຄວາມຮູ້ພື້ນຖານ ກ່ຽວກັບກົດໝາຍຂະແໜງກະສິກໍາ-ປ່າໄມ້, ຄຸ້ມຄອງນໍາໃຊ້ທີ່ດິນຂອງບ້ານ, ການສ້າງແຜນພັດທະນາບ້ານ, ການສ້າງບົດສະຫຼຸບ ແລະ ບົດລາຍງານການເຄື່ອນໄຫວຂອງບ້ານ, ນອກຈາກນັ້ນຍັງໄດ້ມີການຜ່ານກົດລະບຽບການຄຸ້ມຄອງຊຸດຝຶກອົບຮົມ, ໂດຍສະເພາະນັກສຳມະນາກອນ ທຸກຄົນຕ້ອງປະຕິບັດໂມງເວລາຢ່າງເຂັ້ມງວດ, ເອົາໃຈໃສ່ຖອດຖອນບົດຮຽນນຳບັນດາທ່ານ ວິທະຍາກອນ ເພື່ອເຮັດໃຫ້ການຝຶກອົບຮົມຮົມໃນຄັ້ງນີ້ເຕັມໄປດ້ວຍຜົນສຳເລັດ ແລະ ບັນລຸຕາມລະດັບຄາດໝາຍ.

ໂອກາດດຽວກັນນີ້ ທ່ານ ສຸວິໄລ ຫຼວງຊະລາດ ເຈົ້າເມືອງຊົນນະບູລີ ກໍ່ໄດ້ຂຶ້ນມີຄຳເຫັນ ແລະ ກ່າວໄຂຊຸດຝຶກອົບຮົມຢ່າງເປັນທາງການ, ພ້ອມທັງເນັ້ນໜັກໃຫ້ ວິທະຍາກອນ ຕ້ອງມີການຄັດຈ້ອນບົດຮຽນທີ່ເຫັນວ່າມີຄວາມສຳຄັນ ແລະ ເເທດເໝາະກັບສະພາບຕົວຈິ່ງຂອງທ້ອງຖິ່ນມາສອນ, ສຶກສາຄົ້ນຄ້ວາບັນດານິຕິກຳ, ລະບຽບກົດໝາຍທີ່ເຫັນວ່າມີສ່ວນກ່ຽວພັນກັບບົດຮຽນຍົກມາເປັນຂໍ້ສົມມຸດ ເພື່ອເປັນການແກ້ໄຂບັນຫາທີ່ເຄີຍພົບພໍ້ໃນແຕ່ລະທ້ອງຖິ່ນ. ພ້ອມດຽວກັນໃນພິທີທ່ານ ພູຄໍາ ເລນິນ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ ກໍ່ຍັງໄດ້ມອບເງີນສົດ ຈໍານວນ 1 ລ້ານກີບ ປະກອບສ່ວນເຂົ້າໃນການບໍລິຫານຊຸດອົບຮົມໃນຄັ້ງນີ້ອີກດ້ວຍ.

ພາບ-ຂ່າວ: ນັກຂ່າວ ນັກຂ່າວແຂວງສະຫວັນນະເຂດ

#Medialaos MMD  #Savannakhet Province

ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບ ສາມອົງການຈັດຕັ້ງມະຫາຊົນບ້ານຈອມມະນີ ສ້າງຂະບວນການປູກຕົ້ນໄມ້ 200 ເບ້ຍ

0

ເບ້ຍໄມ້ 200 ເບ້ຍ ຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບສາມອົງການຈັດຕັ້ງມະຫາຊົນບ້ານຈອມມະນີ ປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດທີ່ເດີ່ນເຄື່ອງສົ່ງຫຼັກ 6 ວິທະຍຸກະຈາຍສຽງແຫ່ງຊາດລາວ. ນຳພາຂະບວນໂດຍທ່ານ ສຸວັນ ວິໄລແສງ ຜູ້ອຳນວຍການໃຫຍ່ວິທະຍຸແຫ່ງຊາດລາວພ້ອມຄະນະ, ມີນາຍບ້ານຈອມມະນີ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນແລະປະຊາຊົນບ້ານຈອມມະນີເມືອງໄຊເສດຖາເຂົ້າຮ່ວມ.

ທ່ານ ສຸວັນ ວິໄລແສງ ຜູ້ອໍານວຍການໃຫຍ່ວິທະຍຸແຫ່ງຊາດລາວ ກ່າວວ່າ: ເພື່ອປະຕິບັດຕາມທິດຊີ້ນໍາຂອງລັດຖະບານໃນການເພີ່ມພຶ້ນທີ່ສີຂຽວໃຫ້ເນື້ອທີ່ເປົ່າຫວ່າງໃນຂອບເຂດທົ່ວປະເທດເວົ້າລວມ ເວົ້າສະເພາະແມ່ນໃນນະຄອນຫຼວງວຽງຈັນ, ວິທະຍຸກະຈາຍສຽງແຫ່ງຊາດລາວເຫັນໄດ້ເຖິງຄວາມສຳຄັນຂອງການປູກໄມ້ໃຫ້ເປັນປ່າ ເພື່ອທົດແທນຕົ້ນໄມ້ທີ່ຖືກທຳລາຍ ທັງເປັນການປົກປັກຮັກສາສະພາບແວດລ້ອມໃຫ້ມີຄວາມປອດໃສແລະຍືນຍົງ.

ສຳລັບ ເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ໄດ້ມາຈາກການປະກອບສ່ວນຂອງປະຊາຊົນບ້ານຈອມມະນີ 200 ກວ່າເບ້ຍ ແລະ ຈາກວິທະຍຸກະຈາຍສຽງແຫ່ງຊາດລາວອີກ 50ກວ່າເບ້ຍ, ເບ້ຍໄມ້ທີ່ນຳໄປປູກໃນຄັ້ງນີ້ເປັນໄມ້ໃຫ້ໝາກ ເຊັ່ນ: ຫມາກມ່ວງ, ຫມາກມີ້, ອະໂວກາໂດ້, ໝາກສີດາ.

ເພື່ອຮັກສາອັດຕາການລອດຕາຍຂອງຕົ້ນໄມ້ທີ່ປູກໄປນັ້ນທາງຄະນະນຳວິທະຍຸກະຈາຍສຽງແຫ່ງຊາດໄດ້ມອບໃຫ້ອົງການຈັດຕັ້ງຊາວໜຸ່ມຂອງວິທະຍຸກະຈາຍສຽງແຫ່ງຊາດລາວສືບຕໍ່ບົວລະບັດຮັກສາຕົ້ນໄມ້ທີ່ນຳໄປປູກໃນຄັ້ງນີ້ໃຫ້ຈະເລີນເຕີບໃຫຍ່ ແລະ ຖືວ່າເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມເນື້ອທີ່ສີຂຽວຂອງປ່າໄມ້ຕື່ມອີກ.

—————————

ຂ່າວ-ພາບ: ນ.ຈັນສະໝອນ ວົງສົດ ໂທລະພາບແຫ່ງຊາດລາວ