Friday, December 26, 2025
Home Blog Page 1083

ເລີ່ມ 21 ມິຖຸນາ ລະບົບເງິນດ່ວນ MoneyGram ບໍ່ສາມາດຮັບເປັນເງິນຕາຕ່າງປະເທດໄດ້ ຕ້ອງຈ່າຍເປັນສະກຸນເງິນ ກີບເທົ່ານັ້ນ

0

ສໍານັກງານທະນາຄານການຄ້າຕ່າງປະເທດລາວມະຫາຊົນແຈ້ງການ ວ່າ ນັບແຕ່ວັນທີ 21 ມິຖຸນາ 2022 ເປັນຕົ້ນໄປ ລະບົບເງິນດ່ວນ MoneyGram ບໍ່ສາມາດຮັບເປັນເງິນຕາຕ່າງປະເທດໄດ້ ຕ້ອງຈ່າຍເປັນສະກຸນເງິນ ກີບ ເທົ່ານັ້ນ.

ແຈ້ງບັນດາຮ້ານຕົວແທນຍ່ອຍຊາບ ໃນການຈັດຕັ້ງປະຕິບັດຈ່າຍເງິນກີບໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram ດັ່ງລາຍລະອຽດລຸ່ມນີ້:
1 ທຸກຮ້ານຕົວແທນຍ່ອຍທີ່ໃຫ້ບໍລິການຮັບເງິນດ່ວນ MoneyGram ແມ່ນໃຫ້ຈ່າຍເປັນສະກຸນເງິນກີບໃຫ້ກັບລູກຄ້າຊຶ່ງຕ້ອງແຈ້ງລູກຄ້າກ່ອນການດຳເນີນລາຍການໃນລະບົບໂອນເງິນດ່ວນ DeltaWorks.

2 ການນໍາໃຊ້ອັດຕາແລກປ່ຽນແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນໂດລາທີ່ ທຄຕລ ປະກາດນໍາໃຊ້ໃນແຕ່ລະວັນ ແລະ ນໍາໃຊ້ສະບັບລ່າສຸດໃນແຕ່ລະຊ່ວງເວລາທີ່ໄດ້ແຈ້ງຜ່ານ website: www.bcel.com.la ຕາມແຕ່ລະກໍລະນີດັ່ງນີ້:
ກໍລະນີລູກຄ້າມາໃຊ້ບໍລິການຮັບເງິນດ່ວນ MoneyGram ກ່ອນເວລາທີ່ປະກາດນໍາໃຊ້ອັດຕາແລກປ່ຽນປະຈຳວັນຄື: ກ່ອນ 08:30 AM ແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນເງິນໂດລາຂອງມື້ວານ ເພື່ອແລກປ່ຽນເປັນສະກຸນເງິນກີບ ແລະ ຈ່າຍໃຫ້ກັບລູກຄ້າ. ກໍລະນີລູກຄ້າມາໃຊ້ບໍລິການຮັບເງິນດ່ວນ MoneyGram ພາຍຫຼັງທີ່ມີການປະກາດນໍາໃຊ້ອັດຕາແລກປ່ຽນປະຈໍາວັນແລ້ວແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນໂດລາທີ່ໄດ້ປະກາດນໍາໃຊ້ປະຈໍາວັນນັ້ນເລີຍ ເພື່ອແລກປ່ຽນສະກຸນເງິນກີບ ແລະ ຈ່າຍໃຫ້ກັບລູກຄ້າ. ຊຶ່ງບັນດາຮ້ານຕົວແທນຍ່ອຍຈະຕ້ອງເຂົ້າເບິ່ງການປະກາດນໍາໃຊ້ອັດຕາແລກປ່ຽນປະຈໍາວັນໃນຊ່ວງ ເວລາ 08:30 – 8:50 AM ແລະ ແຕ່ລະຊ່ວງໄລຍະເວລາ. ກໍລະນີລູກຄ້າມາໃຊ້ບໍລິການຮັບເງິນດ່ວນ MoneyGram ວັນເສົາ-ອາທິດ ແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນໂດລາທີ່ໄດ້ປະກາດໃຊ້ໃນວັນສຸກ.

3 ໃຫ້ບັນດາຮ້ານຕົວແທນຍ່ອຍແຈ້ງເລກບັນຊີກະແສລາຍວັນສະກຸນເງິນກີບທີ່ອອກຊື່ຕາມໃບທະບຽນວິສາຫະກິດ ຫຼື ບັນຊີເງິນຝາກປະຫຍັດທີ່ອອກຊື່ເຈົ້າຂອງທຸລະກິດ (ສະເພາະຮ້ານທີ່ບໍ່ມີບັນຊີກະແສລາຍວັນທີ່ເປັນສະກຸນເງິນກີບ) ມາຍັງສາຂາທີ່ຕົນຂຶ້ນກັບ, ສຳລັບຕົວແທນຍ່ອຍທີ່ຢູ່ນະຄອນຫຼວງແມ່ນແຈ້ງມາຍັງຂະແໜງໂອນເງິນດ່ວນກ່ອນວັນທີ 15/06/2022, ກະກຽມເງິນສົດທີ່ເປັນສະກຸນເງິນກີບໄວ້ບໍລິການລູກຄ້າ ແລະ ແຕ່ລະຕົວແທນຍ່ອຍທີ່ມີທຸລະກຳຕ້ອງປະກອບຂໍ້ມູນແບບຟອມສະເໜີອອນລາຍປະຈຳວັນລົງໃນລະບົບອັບໂຫຼດເອກະສານໂອນເງິນດ່ວນ.

4 ການໂອນເງິນຕົ້ນທຶນ ແລະ ຄ່າທຳນຽມບໍລິການຮັບເງິນດ່ວນ MoneyGram ໃຫ້ກັບບັນດາຮ້ານຕົວແທນຍ່ອຍທີ່ມີທຸລະກຳແມ່ນເປັນສະກຸນເງິນກີບທັງໝົດ. ການຈັດຕັ້ງປະຕິບັດແມ່ນນັບແຕ່ວັນທີ 21/06/2022. ເປັນຕົ້ນໄປ.

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ.

#ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

ກໍາມະບານຮາກຖານ ຫ້ອງການຖວທ ເມືອງເຊໂປນ ສໍາເລັດກອງປະຊຸມໃຫ່ຍຄັ້ງທີ II

0

ໃນວັນທີ 9 ມີຖຸນາ2022 ນີ້,ກໍາມະບານຮາກຖານຖະແຫລງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ II ຂອງຕົນຂື້ນ,ໂດຍການເປັນປະທານຂອງ ທ່ານ ນ.ຕຽງຄໍາ ລຸນແພງສີ ຮອງປະທານສະຫະພັນກໍາມະບານເມືອງ,ທ່ານຄໍາຊອນ ພຸດມະສອນ ເລຂາໜ່ວຍພັກ ຫ້ອງການ ຖວທ,ທ່ານປີດາວັນ ມູນລະອໍ ປະທານກໍາມະບານຮາກຖານ ຖວທ,ມີບັນດາທ່ານໃນຄະນະ2ຫ້ອງການ ຖວທ ແລະ ແຮງງານ ສະຫວັດດີການສັງຄົມ ເມືອງ ຄະນະ ໜ່ວຍ ພ້ອມດ້ວຍສະມາຊີກກໍາມະບານເຂົ້າຮ່ວມ.

ໃນກອງປະຊຸມທ່ານ ປີດາວັນ ມູນລະອໍ ປະທານຄະນະຮາກຖານກໍາມະບານ ຖວທ ຊຸດເກົ່າໄດ້ຂື້ນຜ່ານບົດສະຫລຸບໃນການຊີ້ນໍາໆພາ ຈັດຕັ້ງປະຕິບັດວຽກງານກໍາມະບານ ໄລຍະ 5 ປີ 2016-2021 ພ້ອມທິດທາງແຜນການ 5 ປີຕໍ່ໜ້າ 2022-2026 ໂດຍສະເພາະວຽກງານການເມືອງແນວຄິດ, ການຈັດຕັ້ງ,ແບບແຜນການນໍາພາ ແລະດ້ານການນໍາພາປະຕິບັດໜ້າທີ່ການເມືອງທີ່ຕິດພັນກັບວຽກງານວິຊາສະເພາະ, ວຽກງານ 5 ເປັນເປັນເຈົ້າຂອງກໍາມະບານ,ກໍາມະບານຮາກຖານ ຖວທ ເຊໂປນມີສະມາຊີກທັງໝົດ22ທ່ານ,ຍີງ10, ມີ2ໜ່ວຍກໍາມະບານຂື້ນກັບຄື:ໜ່ວຍ ຖວທ ມີສະມາຊີກ11ສະຫາຍ, ,ໜ່ວຍແຮງງານ ສະຫວັດດີການສັງຄົມ ມີສະມາຊີກ 11 ສະຫາຍ, ,ຜ່ານການຈັດຕັ້ງປະຕິບັດແຜນການ ນໍາພາແລະວຽກງານວິຊາສະເພາະ ໜ່ວຍກໍາມະບານ 2 ໜ່ວຍໄດ້ມີການປະເມີນ ແລະຈັດປະເພດຂອງສະມາຊີກກໍາມະບານໄດ້ ເດັ່ນປະເພດ I ມີ 22 ທ່ານ, ໃນໄລຍະຜ່ານມາກໍາມະບານຮາກຖານ ຖວທ ໄດ້ຮັບໃບຢັ້ງຢືນ 5 ເປັນເຈົ້າຈໍານວນ 5 ໃບ, ໃບຍ້ອງຍໍ ກໍາມະບານແຂວງຜົນງານ 5 ປີ 1ໃບ, ບຸກຄົນດີເດັ່ນຮັບໃບຢັ້ງຢືນ 5 ເປັນເຈົ້າຈໍານວນ 22 ໃບ, ໃບຍ້ອງຍໍສັນລະເສີນຜົນງານ 1 ປີ ຂອງທ່ານເຈົ້າເມືອງຈໍານວນ 20 ສະຫາຍ,ວຽກງານຂະບວນການ-ແຂ່ງຂັນ-ຍ້ອງຍໍ ສ້າງຂະບວນການປູກຕົ້ນໄມ້ປະດັບປະດາ ຈໍານວນ 130 ຕົ້ນ, ເຂົ້າຮ່ວມຂະບວນການຕ່າງໆຈໍານວນ 30 ຄັ້ງ, ຈາກນັ້ນ ໃນກອງປະຊຸມຍັງໄດ້ປະກາດແຍກ 2 ໜ່ວຍ ກໍາມະບານ ຖວທ ແລະ ໜ່ວຍ ແຮງງານໃຫ້ ຂື້ນກັບກໍາມະບານຮາກຖານຂອງຕົນ, ເຊິ່ງມີຜູ້ສະມັກແຕ່ລະໜ່ວຍ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ຜົນຂອງການປ່ອນບັດປະກົດວ່າ ກໍາມະບານໜ່ວຍ ຖວທ ທ່ານ ປີດາວັນ ມູນລະອໍ ເປັນປະທານ, ທ່ານນ.ຈັນທະລາ ເປັນຮອງ ທັງເປັນຜູ້ເຮັດວຽກ ກວດກາ, ທ່ານ ນ.ມົນລືດີ ເປັນຄະນະ, ກໍາມະບານໜ່ວຍ ແຮງງານ ສະຫວັດດີການ-ສັງຄົມ ທ່ານ ສະຫວັນໄທ ເປັນປະທານ, ທ່ານ ນ.ກິ່ນດາວັນ ເປັນຮອງ ທັງເປັນຜູ້ກວດກາກວດກາ, ທ່ານ ດອນປະດິດ ເປັນຄະນະ.

ສຸດທ້າຍ ທ່ານນ.ຕຽງຄໍາ ລຸນແພງສີ ໄດ້ໃຫ້ກຽດມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງທ່ານ ເນັ້ນໃຫ້ບັນດາຄະນະກໍາມະບານ ຈົ່ງປຸ້ມລຸມຄວາມສາມັກຄີ,ເຮັດວຽກງານເປັນໝູ່ຄະນະ,ສ້າງແຜນວຽກ,ແຜນງານ, ແຜນຄົນ ອັນລະອຽດ, ປະຕິບັດ 5 ເປັນເຈົ້າ ໃຫ້ສຳເລັດຜົນ.

ພາບ-ຂ່າວ: ນັກຂ່າວວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

#Medialaos MMD #Savannakhet Province

ຄວນດື່ມເບຍໃນປະລິມານທີ່ເໝາະສົມ

0

ມື້ນີ້ເຮົາຈະມາເວົ້າເຖິງເລື່ອງຂອງປະໂຫຍ ແລະ ໂທດຂອງເບຍ ເນື່ອງຈາກສັງຄົມປັດຈຸບັນນີ້ມີຄົນຢ່າງຫຼວງຫຼາຍຫັນມານິຍົມດື່ມເບຍກັນຫຼາຍຂຶ້ນ ເຊິ່ງກໍ່ຂ້ອນຂ້າງວ່າການດື່ມເບຍນີ້ແມ່ນເປັນອັນດັບຕົ້ນໆເລີຍກໍ່ວ່າໄດ້ ເບຍເປັນເຄື່ອງດື່ມທີ່ມີການຜະລິດມາຈາກທັນຍາພືດເຊິ່ງດື່ມໄດ້ ປັດຈຸບັນນີ້ແມ່ນນິຍົມດື່ມເພື່ອສັງສັນຢ່າງຫຼວງຫຼາຍ ແລະ ຈະມາຮູ້ເຖິງປະໂຫຍດຂອງເບຍ.

ປະໂຫຍດຂອງເບຍ: ຊ່ວຍຜ່ອນຄາຍຄວາມຄຽດໄດ້ ເພາະວ່າເບຍມີວິຕາມິນຈາກຢີສ ທີ່ໃຊ້ໃນການບົ່ມເບຍ ກໍຈະອຸດົມໄປດ້ວຍວິຕາມິນ ບີ6, ບີ3 ເຊິ່ງມີປະໂຫຍດຕໍ່ຮ່າງກາຍ ແລະ ເບຍ ຍັງຊ່ວຍປ້ອງກັນພະຍາດບາງພະຍາດໄດ້ ແຕ່ເຮົາຄວນດື່ມໃນປະລິມານທີ່ພໍດີ ບໍ່ຫຼາຍເກີນໄປຍ້ອນວ່າຈະສົ່ງຜົນເສຍຕໍ່ຮ່າງກາຍເຮົາໄດ້.

ໂທດຂອງເບຍ: ເປັນທີ່ຮູ້ກັນດີແລ້ວວ່າເບຍເປັນເຄື່ອງດື່ມທີ່ມີແອວກໍຮໍ ທີ່ສາມາດເຮັດໃຫ້ເຮົາສ່ຽງທີ່ຈະເກີດພະຍາດອັນຕະລາຍຕ່າງໆໄດ້ ເຊັ່ນ: ພະຍາດຕັບແຂງ, ພະຍາດເສັ້ນເລືອດໃນສະໝອງແຕກ, ພະຍາດຫຼອດເລືອດໃນສະໝອງອັດຕັນ, ເຮັດໃຫ້ເສຍສຸຂະພາບ ແລະ ຍັງມີພະຍາດຕ່າງໆອີກຫຼາກຫຼາຍ ດັ່ງນັ້ນເຮົາຄວນດື່ມແຕ່ພໍດີພໍງາມ ບໍ່ຄວນດື່ມໃຫ້ເມົາຈົນຂາດສະຕິ ເພາະວ່າອາດຈະສົ່ງຜົນເສຍຕາມມາອີກຫຼາຍຢ່າງ ເຊັ່ນ: ເມົາແລ້ວຂັບ ອາດຈະເຮັດໃຫ້ເກີດຄວາມສູນເສຍອີກ ແລະ ອາດຖືກຕຳຫຼວດຈັບ ເຮັດໃຫ້ເສຍທັງໜ້າທີ່ການງານ ແລະ ເງິນຄຳອີກດ້ວຍ.

ຈາກ: Lao Youth Radio FM 90.0 Mhz

ທະນາຄານກາງເອີຣົບ ປັບຂຶ້ນອັດຕາດອກເບ້ຍຄັ້ງທຳອິດ ໃນຮອບ 11 ປີ

0

ທະນາຄານກາງສະຫະພາບເອີຣົ ຫຼື ອີຊີບີ ( ECB ) ປະກາດປັບຂຶ້ນອັດຕາດອກເບ້ຍນະໂຍບາຍ 0,25% ເຊິ່ງເປັນຄັ້ງທຳອິດໃນຮອບ 11 ປີ ໂດຍຈະມີຜົນຕັ້ງແຕ່ເດືອນກໍລະກົດເປັນຕົ້ນໄປ ເພື່ອຄວບຄຸມອັດຕາເງິນເຟີ້ທີ່ກຳລັງເພີ່ມຂຶ້ນນັບມື້ໃນຂະນະນີ້. ໃນຖະແຫຼງການຂອງ ອີຊີບີ ລະບຸວ່າ: ອັດຕາເງິນເຟີ້ເພີ່ມສູງຂຶ້ນ ຖືວ່າເປັນຄວາມທ້າທາຍ ສຳລັບສະຫະພາບເອີຣົບ ແລະ ອີຊີບີ ຈະເຮັດໃຫ້ແນ່ໃຈວ່າອັດຕາເງິນເຟີ້ຈະກັບມາສູ່ເປົ້າໝາຍໄລຍະກາງທີ່ 2% ແຕ່ຂະນະນີ້ ຄາດວ່າອັດຕາເງິນເຟີ້ຂອງສະຫະພາບເອີຣົບຢູ່ທີ່ປະມານ 8,1%.

ທ່ານ ນາງ ຄຣິສຕິນ ລາກາດ ປະທານ ອີຊີບີ ເປີດເຜີຍວ່າ: ການປັບຂຶ້ນອັດຕາດອກເບ້ຍມັນບໍ່ແມ່ນຄວາມຕ້ອງການຂອງ ອີຊີບີ ແຕ່ຫຼັງຈາກທີ່ລາຄາພະລັງງານເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຂະນະທີ່ລາຄາອາຫານເພີ່ມຂຶ້ນ 7,5% ໃນເດືອນພຶດສະພາ ສ່ວນໜຶ່ງເປັນຜົນພວງມາຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ແຕ່ຍອມຮັບວ່າການປັບຂຶ້ນອັດຕາດອກເບ້ຍ ອາດຈະບໍ່ສົ່ງຜົນໃຫ້ອັດຕາເງິນເຟີ້ຫຼຸດລົງມາທັນທີ.

ທັງນີ້ ອີຊີບີ ປະກາດປັບຂຶ້ນອັດຕາດອກເບ້ຍ 0,25% ໃນເດືອນກໍລະກົດ ແລະ ຄາດວ່າຈະປັບຂຶ້ນອີກຄັ້ງໃນທ້າຍປີນີ້ ໂດຍປັດຈຸບັນອັດຕາດອກເບ້ຍນະໂຍບາຍຂອງ ອີຊີບີ ຢູ່ທີ່ -0,50%. ຂະນະທີ່ ອີຊີບີ ຄາດວ່າອັດຕາເງິນເຟີ້ຂອງສະຫະພາບເອີຣົບປີນີ້ ຈະຢູ່ໃນລະດັບ 6,8% ກ່ອນຈະຫຼຸດລົງເປັນ 3,5% ແລະ 2,1% ໃນປີ 2023 ແລະ 2024 ຕາມລຳດັບ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

ຄ່າເງິນກີບ ອ່ອນຄ່າຕໍ່ເນື່ອງ

0

ຕາມການລາຍງານຈາກ Facebook ຂປລ. ລົງວັນທີ 13/06/2022 ນີ້ໃຫ້ຮູວ່າ ປັດຈຸບັນ ອັດຕາແລກປ່ຽນ ຫລື ຄ່າເງິນກີບ ໂດຍລວມໄດ້ມີການເໜັງຕີງໃນທິດທາງທີ່ອ່ອນຄ່າຕໍ່ເນື່ອງ ໃນຈັງຫວະແຮງ ແລະ ມີຄວາມແຕກໂຕນລະຫວ່າງ ອັດຕາແລກປ່ຽນຂອງທະນາ ຄານ ແລະ ຕະຫລາດນອກລະບົບ; ໃນນີ້, ອັດຕາແລກປ່ຽນໄດ້ມີການເໜັງຕີງແຮງຫລາຍ ນັບແຕ່ໄລ ຍະທ້າຍເດືອນມີນາ 2022. ສາເຫດທີ່ພາໃຫ້ເກີດສະພາບດັ່ງກ່າວ ແມ່ນເກີດຈາກປັດໄຈພາຍນອກ ການແຂງຄ່າຂອງເງິນໂດລາຢູ່ສາກົນ, ການເພີ່ມຂຶ້ນສູງຫລາຍຕໍ່ເນື່ອງຂອງລາຄາຄໍາ, ລາຄານໍ້າມັນ ແລະ ທ່າອ່ຽງ ການເພີ່ມຂຶ້ນຂອງອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ ໃນຂົງເຂດເສດຖະກິດສຳຄັນຂອງໂລກ ແລະ ພາກພື້ນ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າທະນາຄານແຫ່ງສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022ວ່າ: ສຳລັບປັດໄຈພາຍໃນ ແມ່ນພື້ນຖານເສດຖະກິດພາຍໃນຍັງບອບບາງ ແລະ ຍັງຢູ່ໃນໄລຍະຟື້ນຕົວ, ລາຍຮັບທີ່ເປັນເງິນຕາຕ່າງປະເທດມີຈຳກັດ ແຕ່ພັນທະໃນການຊຳລະໃຫ້ຕ່າງປະເທດມີສູງຕໍ່ເນື່ອງ; ການຈັດຕັ້້ງປະ ຕິບັດນະໂຍບາຍ ແລະ ມາດຕະການດ້ານການຄຸ້ມຄອງເງິນຕາຕ່າງປະເທດ ຂອງທຸກພາກສ່ວນກ່ຽວ ຂ້ອງ ຍັງບໍ່ທັນກົມກຽວ ຮອບດ້ານ ແລະ ການປະຕິບັດລະບຽບກົດໝາຍ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ສົ່ງຜົນໃຫ້ຍັງມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶນ ຈາກຕ່າງປະເທດ ຈໍານວນຫລາຍຍັງບໍ່ທັນເຂົ້າມາປະເທດ ຕາມລະບຽບການ, ຍັງມີການເຄື່ອນໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະເປັນ, ສົ່ງຜົນກະທົບຕໍ່ປະລິມານການສະໜອງເງິນຕາຕ່າງປະເທດຂອງລະບົບທະນາຄານ ໃນສະພາບທີ່ລາຄາສິນຄ້ານຳເຂົ້າທີ່ຈຳເປັນຕໍ່ການດຳລົງຊີວິດ ໄດ້ເພີ່ມຂຶ້ນສູງຫລາຍ ນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງປະເທດ,

ໃນ 5 ເດືອນຕົ້ນປີ 2022, ເຖິງແມ່ນວ່າຕົວເລກມູນຄ່າດູນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດູນຢູ່ໃນລະດັບເກືອບ 548,93 ລ້ານໂດລາ ດີກວ່າໄລຍະດຽວກັນຂອງປີຜ່ານມາ 9,62%, ແຕ່ໃນນີ້ມີພຽງແຕ່ 32% ຂອງມູນຄ່າການສົ່ງອອກ ເທົ່ານັ້ນ ທີ່ໄດ້ໂອນເຂົ້າມາປະເທດຜ່ານລະບົບທະນາຄານ; ໃນຂະນະທີ່ 92% ຂອງມູນຄ່າການນໍາເຂົ້ານັ້ນ ແມ່ນໄດ້ມີການໂອນອອກຜ່ານລະ ບົບທະນາຄານ ເຮັດໃຫ້ພວກເຮົາໄດ້ປະເຊີນກັບສະພາບການມີກະແສເງິນອອກປະເທດ ຜ່ານລະບົບທະນາຄານ ຫລາຍກວ່າມີກະແສເງິນເຂົ້າປະເທດຜ່ານລະບົບທະນາຄານ ໃນລະດັບທີ່ສູງ. ສະພາບດັ່ງ ກ່າວ ໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດ ສາມາດເກັບຊື້ເງິນຕາຕ່າງປະເທດໄດ້ໜ້ອຍກວ່າລະດັບທີ່ຄວນຈະເປັນ ຫລື ໜ້ອຍກວ່າມູນຄ່າການສົ່ງອອກ ແລະ ມູນຄ່າການລົງທຶນຈາກຕ່າງປະເທດຫລາຍ ແຕ່ຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງທົ່ວສັງຄົມ ເພື່ອການຊຳລະສະສາງກັບຕ່າງປະເທດຍັງສືບຕໍ່ຢູ່ໃນລະດັບສູງ ແລະ ເພີ່ມຂຶ້ນຕໍ່ເນື່ອງ.

ທ່ານ ສອນໄຊ ສິດພະໄຊ ໄດ້ກ່າວວ່າ: ສະພາບຄວາມກັງວົນຕໍ່ຄວາມບໍ່ແນ່ນອນຢູ່ຕະຫລາດສາກົນ ແລະ ຕໍ່ສະພາບຄ່ອງດ້ານເງິນຕາຕ່າງປະເທດຂອງລະບົບທະນາຄານ ໄດ້ສົ່ງຜົນກະທົບຕໍ່ສະ ພາບຈິດໃຈ ຕໍ່ຈິດຕະສາດຂອງສັງຄົມຫລາຍ ພາໃຫ້ເກີດມີສະພາບທີ່ບໍ່ຊຸກຍູ້ຄວາມເຂັ້ມແຂງຂອງຄ່າເງິນຂອງຊາດຈຳນວນໜຶ່ງ ເປັນຕົ້ນການຂົນຂວາຍຊອກຊື້ເງິນຕາຕ່າງປະເທດເກີນຄວາມຈຳເປັນ, ກັກຕຸນເງິນຕາຕ່າງປະເທດ, ກຳນົດ ແລະ ຊື້-ຂາຍ ເງິນຕາແບບບໍ່ຖືກຕ້ອງຕາມກົດໝາຍ ໃນອັດຕາແລກ ປ່ຽນທີ່ອ່ອນຄ່າຫລາຍຕໍ່ເນື່ອງ ເກີນລະດັບດຸນຍະພາບດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນ ໂດຍສະເພາະ ໃນໄລຍະທີ່ສະພາບລາຄານໍ້າມັນເຊື້ອໄຟສູງຂຶ້ນຫລາຍຕໍ່ເນື່ອງ ແລະ ການສະໜອງນໍ້າມັນເຊື້ອໄຟຢູ່ພາຍໃນປະເທດບໍ່ປົກກະຕິ ຍິ່ງເຮັດໃຫ້ຄວາມຕ້ອງການຖືຄອງເງິນຕາຕ່າງປະເທດເພີ່ມຂຶ້ນ ສ້າງແຮງກົດດັນໃຫ້ອັດຕາແລກປ່ຽນຍິ່ງອ່ອນຄ່າ.

ທີ່ມາຂ່າວ: ຂປລ

ຈີນ-ຣັດເຊຍ ເປີດຂົວຂ້າມຊາຍແດນຮ່ວມກັນ

0

ວັນ​ທີ11​ ມິຖຸນາ​ 2022, ຈີນ ​ແລະ ຣັດ​ເຊຍ ຮ່ວມ​ຈັດ ​ພິທີ ​ເປີດ​ຂົວ ຂ້າມ​ແມ່​ນ້ຳ​ ອາ​ມູຣ(Amur) ​ເປັນຊາຍແດນ ເຊື່ອມ​ຕໍ່ ​ລະຫວ່າງ ​ເມືອງ​ບລາ​ໂກ ​ເວສ​ເຊ​ນ (Blagoveshchensk)​ ໃນ​ພາກ​ຕາ​ເວັນ​ອອກ​ໄກ​ ຂອງຣັດ​ເຊຍ ກັບ​ເມືອງ ​ເຮ່ຍ​ເຫີ (Heihe)​ ແຂວງ ​ເຮ​ຍ​ຫລົງຈຽງ (Heilongjiang)​ ຂອງ​ຈີນ ມີ​ຄວາມ​ຍາວ​1.000 ກວ່າແມັດ ​ໃຊ້​ງົບປະມານ ​ໃນ​ການ​ກໍ່ສ້າງ 342 ລ້ານ​ໂດ​ລາ​ ສະຫະລັດ ຫລັງ​ຈາກ​ ໄດ້​ເລີ່ມລົງມືກໍ່ສ້າງ​ເມື່ອ​ປີ 2016 ​ແລະ ສຳ​ເລັດ ​ໃນເດືອນ​ ພຶດສະພາ 2020 ​ແຕ່​ການ​ເປີດ​ຂົວ​ ຊັກ​ຊ້າ​ ອອກ​ໄປ ຍ້ອນ​ການ ​ແພ່​ລະບາດ ​ຂອງພະຍາດໂຄ​ວິດ-19.

ສຳລັບ ຂົວ​ແຫ່ງ​ນີ້ ຈະ​ຊ່ວຍ​ ຫລຸດຜ່ອນ ​ໄລຍະ​ທາງ ​ໃນ​ການ​ເດີນທາງ ​ແລະ ຂົນ​ສົ່ງ​ ສິນຄ້າ ຂ້າມ​ຊາຍ​ແດນ ລະຫວ່າງ​ ຈີນ ກັບ ຣັດ​ເຊຍ ​ໄດ້​ເຖິງ 1.500 ກິ​ໂລ​ແມັດ ​ແລະ​ ຖື​ເປັນ​ເສັ້ນທາງ ​ສຳຄັນ ຂອງຣັດ​ເຊຍ ​ໃນ​ການ​ຄ້າ​ຂາຍ ກັບ​ຈີນ ​ແລະ ຈະ​ຊ່ວຍ​ ເພີ່ມ​ມູນ​ຄ່າ ​ສິນຄ້າ ກັບ​ຈີນ ​ໄດ້​ເຖິງ 200 ຕື້​ໂດ​ລາ​ ສະຫະລັດ ​ໃນ​ອີກ 2 ປີ​ຕໍ່ໜ້າ ​ໂດຍ​ສະ​ເພາະ​ຈີນ ຖື​ເປັນ​ຜູ້​ຊື້​ ສິນຄ້າ ​ປະ​ເພດ ຊັບ ພະຍາກອນ​ ທຳ​ມະ​ຊາດ ​ແລະ ຜະລິດ​ຕະພັນ ທາງ​ກະສິກຳ ຫລາຍທີ່ສຸດ ຂອງຣັດ​ເຊຍ

ເວທີປາໄສການເມືອງອາຊີ -ເອີຣົບ ຄັ້ງທີ 4

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນລະຫວ່າງວັນທີ 10 – 12 ມິຖຸນາ 2022, ຢູ່ນະ ຄອນຫຼວງ ປຣາກ, ປະເທດ ເຊັກໂກ ໄດ້ຈັດເວທີປາໄສການເມືອງ ອາຊີ – ເອີຣົບ ຄັ້ງທີ 4 ແລະ ກອງປະຊຸມຄັ້ງທີ 37 ຂອງຄະນະກຳມະການປະຈຳ ກອງປະຊຸມສາກົນບັນດາພັກຝ່າຍການເມືອງອາຊີ (ICAPP). ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ໂງເລວັນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກເປັນຫົວໜ້າຄະນະ ໄດ້້ເຂົ້າຮ່ວມບັນດາເຫດການ ແລະ ມີການເຄື່ອນໄຫວນອກກອງປະຊຸມ.

ຂ່າວລະບຸວ່າ: ຢູ່ນອກກອງປະຊຸມ, ທ່ານ ໂງເລວັນ ໄດ້ເຮັດວຽກກັບຜູ້ແທນຂອງຫຼາຍອົງການປະເທດຕ່າງໆຄື: ທ່ານ ແຈນ ຊາຣາດິລ ປະທານເວທີປາໄສ ອາຊີ – ເອີຣົບ (AEPF), ຮອງປະທານຄະນະກຳມະການການຄ້າສາກົນ, ສະມາຊິກລັດຖະສະພາເອີຣົບ ແລະ ບັນດາການນຳ ICAPP, ຜູ້ຕາງໜ້າບັນດາພັກການເມືອງ. ໃນນັ້ນໄດ້ແລກປ່ຽນ ແລະ ເປັນເອກະພາບບັນດາມາດຕະການຊຸກຍູ້ການພົວ ພັນລະຫວ່າງພັກກອມມູນິດ ຫວຽດນາມ ກັບບັນດາພັກຝ່າຍການເມືອງໃນໂລກ. ທ່ານ ໂງເລວັນ ຢັ້ງຢືນວ່າ: ດ້ວຍຖານະຕໍາແໜ່ງເປັນກໍາມະການ ຄະນະກຳມະການປະຈຳ ICAPP, ພັກກອມມູນິດ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຕ່າງໆ ແລະ ບັນດາການກຳນົດທິດບຸລິມະສິດຂອງ ICAPP.

ທີ່ການພົບປະລະຫວ່າງທ່ານ ໂງເລວັນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກັບທ່ານ ຈິຣິ ໂຄຊາກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊັກໂກ, ສອງຝ່າຍໄດ້ແລກປ່ຽນບັນດາທິດທາງ, ມາດຕະການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນບັນດາຂົງເຂດການເມືອງ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.

#ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ລັດຖະບານສະເໜີຂໍດັດແກ້ຄາດໝາຍດ້ານເງິນຕາ

0

ຕາມການລາຍງານຈາກ ຂປລ ໃນວັນທີ 13/06/2022 ນີ້ວ່າ ພາຍຫລັງ ທີ່ລັດຖະບານ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນວັນທີ 13 ມິຖຸນາ 2022 ນີ້ ໂດຍຂໍໍດັດແກ້ຕົວເລກຫລາຍຄາດໝາຍດ້ານເງິນຕາ, ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບເສດຖະກິດໂລກ ທີ່ຜັນຜວນຢ່າງຮຸນແຮງ ທີ່ຈະເຮັດໃຫ້ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນປີນີ້ ບໍ່ບັນລຸຕາມຄາດໝາຍວາງໄວ້.

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2022. ພ້ອມທັງລະບຸວ່າ ໃນກອງປະຊຸມສະພາແຫ່ງຊາດເທື່ອນີ້, ສະມາຊິກສະພາແຫ່ງຊາດ ຈະໄດ້ປະກອບຄໍາເຫັນໃສ່ຂໍ້ສະເໜີ ຂອງລັດຖະບານກ່ຽວກັບການຂໍດັດແກ້ ຕົວເລກຄາດໝາຍເສດຖະກິດມະຫາພາກຂອງແຜນການປີ 2022 ເປັນຕົ້ນແມ່ນການສະເໜີ ດັດແກ້ຄາດໝາຍດ້ານອັດຕາແລກປ່ຽນຈາກ “ການຄຸ້ມຄອງອັດຕາແລກປ່ຽນເງິນກີບ ທຽບເງິນໂດລາເໜັງຕີງໃນຂອບບໍ່ເກີນ +-5%” ມາເປັນ “ຄຸ້ມຄອງອັດຕາແລກປ່ຽນໃຫ້ເໜັງຕີງ ໃນລະດັບທີ່ສາມາດຮັບປະກັນການປະຕິບັດ ຄາດໝາຍວາລະແຫ່ງຊາດ ແລະ ບໍ່ສ້າງແຮງກົດດັນໃຫ້ອັດຕາເງິນເຟີ້ເກີນຄາດໝາຍ”. ການສະເໜີຂໍດັດແກ້ຄາດໝາຍດ້ານການຂະຫຍາຍຕົວຂອງປະລິມານເງິນ M2 ຈາກ“ຂະຫຍາຍຕົວບໍ່ເກີນ 22% ທຽບໃສ່ປີຜ່ານມາ” ມາເປັນ “ຂະຫຍາຍຕົວບໍ່ເກີນ 28% ທຽບໃສ່ປີຜ່ານມາ” ແລະ ການສະເໜີຂໍດັດແກ້ຄາດໝາຍດ້ານອັດ ຕາເງິນເຟີ້ ຈາກ “ຄວບຄຸມອັດຕາເງິນເຟີ້ ສະເລ່ຍໝົດປີໃຫ້ຢູ່ໃນລະດັບບໍ່ເກີນ 5%” ມາເປັນ “ຄວບຄຸມອັດຕາເງິນເຟີ້ ສະເລ່ຍໝົດປີ ໃຫ້ຢູ່ໃນລະດັບບໍ່ເກີນ 12%”.

ທ່ານ ສົມມາດ ພົນເສນາ ຍັງໃຫ້ຮູ້ຕື່ມວ່າ: ສ່ວນເບື້ອງຄະນະປະຈໍາສະພາແຫ່ງຊາດ ກໍໄດ້ສະເໜີຕໍ່ລັດຖະບານ ໃຫ້ກວດກາຄືນບັນດາໂຄງການລົງທຶນຂອງລັດໃນສົກປີ 2021-2022 ແລະ ຈະສືບຕໍ່ປະ ຕິບັດໃນ 6 ເດືອນທ້າຍປີ, ໂຄງການໃດຄວນສືບຕໍ່ ແລະ ໂຄງການໃດຄວນສະລໍໄວ້ກ່ອນ, ທັງນີ້ ກໍເພື່ອບໍ່ເປັນການສ້າງໜີ້ສິນໃໝ່ເພີ່ມຂຶ້ນຕື່ມ, ທັງເປັນວິທີປະຢັດມັດທະຍັດໃນສະພາບ ທີ່ເສດຖະກິດມະຫາພາກຍັງບໍ່ມີຄວາມສະຫງົບ ລວມເຖິງການກວດກາ ແລະ ປະເມີນດຸນການຄ້າກັບຕ່າງປະເທດ ໃຫ້ມີຄວາມຊັດເຈນຂຶ້ນຕື່ມ ໂດຍຈໍາແນກເປັນແຕ່ລະສິນຄ້າ, ທັງກວດກາການແຈ້ງລາຄານໍາເຂົ້າສິນຄ້າປະເພດຕ່າງໆ ໃຫ້ມີຄວາມໂປ່ງໃສ ແລະ ຖືກຕ້ອງຫລາຍຂຶ້ນ.

#ຂ່າວ: ສຸພາສະຫວັນ ພາບ:ເກດ

ຢູນິເທວ ມອບທຶນຊ່ວຍເຫລືອໂຮງຮຽນ ຫງວຽນຢູ 460 ລ້ານກີບ

0

ບໍລິສັດ ສະຕຣາໂທລະຄົມ ຫລື ຢູນິເທວ ໄດ້ມອບທຶນຊ່ວຍເຫລືອໃຫ້ແກ່ໂຮງຮຽນສອງພາ ສາ ລາວ-ຫວຽດນາມ ຫງວຽນຢູ ຈຳນວນ 460 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການສ້ອມແປງເຄຫາສະ ຖານ, ຈັດຊື້ຄອມພິວເຕີ ຈໍານວນ 30 ຊຸດ ໃຫ້ຫ້ອງຄອມຂອງໂຮງຮຽນ ແລະ ມອບໃຫ້ເປັນນັກຮຽນເປັນທຶນການສຶກສາ ຈຳນວນ 50 ທຶນ ເປັນເງິນທຶນລະ 5 ແສນກີບ.

ພິທີມອບ-ຮັບການຊ່ວຍເຫລືອໃນຄັ້ງນີ້ ໄດ້ມີຂຶ້ນເມື່ອບໍ່ດົນຜ່ານມາ ທີ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໂດຍເປັນກຽດມອບຂອງທ່ານ ລືວ ແມ້ງ ຮ່າ ປະທານບໍລິສັດ ສະຕຣາໂທລະຄົມ ປະຈໍາລາວ ແລະ ກ່າວຮັບແມ່ນທ່ານນາງ ສີວັນເຮືອງ ເພັງຄຳໄມ ຜູ້ອໍານວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ, ມີທ່ານ ຫງວຽນ ບ່າ ຮຸ້ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍທູດສຶກສາ ແລະ ວັດທະນະທໍາ ສສ ຫວຽດນາມ ປະຈໍາ ສປປ ລາວ, ປະທານສະມາຄົມຊາວຫວຽດນາມນະ ຄອນຫລວງວຽງຈັນ, ປະທານສະມາຄົມຜູ້ປົກຄອງ, ຄະນະອໍານວຍການໂຮງຮຽນ, ພະນັກງານ, ວິຊາການ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ໄດ້ກ່າວຄຳຂອບໃຈທີ່ທາງບໍລິສັດ, ສະຖານທູດຫວຽດນາມ ປະຈຳ ສປປ ລາວ, ສະມາຄົມຊາວຫວຽດນາມ ນະຄອນຫລວງວຽງຈັນ ທີ່ເວລາໃດກໍເປັນຫ່ວງເປັນໃຍ ເອົາໃຈໃສ່ຊຸກຍູ້ສົ່ງເສີມໂຮງຮຽນ ກໍຄືການເອົາໃຈໃສ່ສ້າງສາຍສຳພັນທະໄມຕີ ລະຫວ່າງ 2 ພັກ 2 ລັດ ປະຊາຊົນ 2 ປະເທດອ້າຍນ້ອງ ລາວ-ຫວຽດນາມ ມາໂດຍຕະຫລອດ. ໃນໂອກາດນີ້, ໃນໂຮງຮຽນຍັງໄດ້ຈັດກິດຈະກໍາປູກຕົ້ນໄມ້ ເພື່ອສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກ ນ້ອຍສາກົນ ປະຈຳປີ 2022 ນໍາອີກ.

ຂ່າວ ໜັງສືພິມສຶກສາກິລາ

ເຜີຍແຜ່ຍຸດທະສາດ ແຜນປະຕິບັດວຽກງານແຫ່ງຊາດ ດ້ານໂພຊະນາການ

0

ກອງປະຊຸມ ເຜີຍແຜ່ຍຸດທະສາດແຜນການຈັດຕັ້ງປະຕິບັດວຽກງານແຫ່ງຊາດ ດ້ານໂພຊະນາການ ຈັດຂຶ້ນໃນວັນທີ 13 ມິຖຸນາ 2022 ທີ່ພະແນກສາທາລະນະສຸກແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ມີຮອງເຈົ້າເມືອງ, ມີຄະນະໂພສະນາການຈາກຂັ້ນເມືອງ ຫລື ຄູ່ຮ່ວມພັດທະນາຂອງໂຄງການ ເຂົ້າຮ່ວມ ເພື່ອທົບທວນແຜນປະຕິບັດງານແຫ່ງຊາດທາງດ້ານໂພຊະນາການ ແຕ່ປີ 2021-2025 ໂດຍສະເພາະບັນດາມາດຕະການ, ຕົວຊີບອກ ແລະ ກິດຈະກຳຕ່າງໆ, ປືກສາຫາລືສິ່ງທ້າທາຍ ແລະ ແຜນ ການໃນຕໍ່ໜ້າ ຂອງແຜນປະຕິບັດງານແຫ່ງຊາດທາງດ້ນໂພຊະນາການ ແຕ່ປີ 2021- 2025 ເພື່ອກະກຽມຄວາມພ້ອມ ແລະ ເຂົ້າໃຈຢ່າງຈະແຈ້ງ ໃນການລາຍງານການຈັດຕັ້ງປະຕິບັດໃນປີ 2022.

ໂອກາດນີ້, ທ່ານ ສົມຈິດ ປັນຍາສັກ ໄດ້ເນັ້ນໃຫ້ ຄະນະນໍາແຕ່ລະຂັ້ນ ຈົ່ງສືບຕໍ່ລົງຕິດຕາມຊຸກຍູ້ ຢ່າງໃກ້ຊິດຕິດແທດ ໃນການຈັດຕັ້ງປະຕິບັດບັນດາອົງປະກອບຄື: ແກ້ໄຂບັນຫາໂດຍກົງ ຂອງພາວະໂພຊະນາການບໍ່ດີ, ແກ້ໄຂບັນຫາທາງອ້ອມຂອງພາວະໂພຊະນາການບໍ່ດີ, ແກ້ໄຂບັນຫາພື້ນຖານຂອງພາວະໂພຊະນາການບໍ່ດີ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍສໍາລັບວຽກງານໂພຊະນາການ ເພື່ອບັນລຸຕາມຈຸດປະສົງຂອງຍຸດທະສາດໂພຊະນາການແຫ່ງຊາດເຊັ່ນ: ປັບປຸງການບໍລິໂພກອາຫານ, ປັບປຸງນໍ້າ ແລະ ສຸຂະພິບານ, ສົ່ງເສີມການອະນາໄມ, ກັນ ແລະ ຄວບຄຸມພະຍາດ, ເພີ່ມການມີ ແລະ ເຂົ້າເຖິງອາຫານ ທີ່ມີຄຸນຄ່າທາງດ້ານໂພຊະນາການ, ສົ່ງເສີມຄວາມຮູ້ ແລະ ປັບປຸງພຶດຕິກຳ ກ່ຽວກັບ ອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການ, ເພີ່ມການເຂົ້າເຖິງການບໍລິການສຸຂະພາບ ແລະ ໂພຊະນະການທີ່ມີຄຸນະພາບ, ສ້າງຄວາມເຂັ້ມແຂງທາງດ້ານຄວາມສາມາດ ລວມທັງການຄຸ້ມຄອງ, ການບໍລິຫານ ແລະ ປະສານງານໃຫ້ແກ່ອົງກອນ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊັບພະຍາກອນມະນຸດ, ປັບປຸງການບໍລິການທາງດ້ານສາທາລະນະສຸກ ແນໃສ່ ການປົກຄຸມທາງດ້ານສຸຂະພາບທຸກຖ້ວນໜ້າ, ປັບປຸງການຄຸ້ມຄອງຂໍ້ມູນ ແລະ ການນໍາໃຊ້ຫລັກຖານ ເພື່ອການຕັດສິນໃຈ, ປັບປຸງການຄຸ້ມຄອງການເງິນ ແລະ ເພີ່ມການລົງທຶນ ເຂົ້າໃນວຽກງານໂພຊະນາການ, ຮັບປະກັນການກຽມພ້ອມ-ຕອບໂຕ້ ຕໍ່ໄພພິບັດ ແລະ ພາ ວະສຸກເສີນຢ່າງມີປະສິດຜົນ ລວມທັງການປົກປ້ອງທາງສັງຄົມ, ເພີ່ມທະວີວຽກງານການສື່ສານ ເພື່ອປ່ຽນແປງພຶດຕິກຳຂອງສັງຄົມ ດ້ານໂພຊະນາການ ແລະ ສົ່ງເສີມຄວາມສະ ເໝີພາບຍິງ-ຊາຍ ຕື່ມອີກ.

ກົດໝາຍອະນາໄມກັນພະຍາດສົ່ງເສີມສຸຂະພາບ ສະບັບປັບປຸງ 2012 ໄດ້ກໍານົດ ອອກຢ່າງຈະແຈ້ງ ຄໍາວ່າ ໂພຊະນາການແມ່ນຕ່ອງໂສ້: ການມີອາຫານ, ການເຂົ້າເຖິງ, ການສາມາດຈ່າຍ, ມີອາຫານເວລາໄພພິບັດ, ການບໍລິໂພກອາຫານປອດໄພ, ການມີພັດທະນາການຂອງຮ່າງກາຍ ແລະ ມັນສະໝອງທີ່ດີ (ປະຊາຊົນທຸກຖ້ວນໜ້າມີສຸຂະພາບທີ່ດີ ໂດຍສະເພາະແມ່ຍິງ ແລະເດັກນ້ອຍ).

#Medialaos Oudomxay Province

#ຂ່າວ: ແສງອາທິດ