Friday, December 26, 2025
Home Blog Page 1081

ສະຖານີລົດໄຟກາສີ ເປີດດຳເນີນການຂົນສົ່ງສິນຄ້າ

0

ຂໍ້ມູນຈາກ ບໍລິສັດທາງລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ: ສະຖານີລົດໄຟກາສີ ໄດ້ເປີດດຳເນີນການຂົນສົ່ງສິນຄ້າຢ່າງເປັນທາງການ ໃນວັນທີ 13 ມິຖຸນາ 2022 ຜ່ານມາ ເຊິ່ງເປັນສະຖານີແຫ່ງທີ 6 ຂອງທາງລົດໄຟ ລາວ-ຈີນ ທີ່ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຕໍ່ຈາກສະຖານີວຽງຈັນໃຕ້, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫລວງພະບາງ ແລະ ສະຖານີນາເຕີຍ. ສະຖານີກາສີ ມີລາງຮັບສົ່ງລົດໄຟໂດຍສານ 3 ລາງ, ລາງສິນຄ້າ 1 ລາງ, ໃນນັ້ນ, ລານຂົນສົ່ງສິນຄ້າມີເນື້ອທີ່ 4.215 ຕາແມັດ, ມີສະແຕັກເກີ 1 ຄັນ ແລະ ເຄື່ອງຊັ່ງນໍ້າໜັກລົດບັນທຸກ 1 ຈຸດ ເຊິ່ງການດໍາເນີນການຂົນສົ່ງສິນຄ້າ ໃນເບື້ອງຕົ້ນ ແມ່ນ ນໍາໃຊ້ຕູ້ຄອນເທັນເນີຂະໜາດ 40 ຟຸດເປັນຫລັກ, ສິນຄ້າທີ່ຂົນສົ່ງມາຮອດສ່ວນໃຫຍ່ແມ່ນປະເພດເຄື່ອງແຫ້ງ ແລະ ເຄື່ອງໃຊ້ຊີວິດປະຈໍາວັນທົ່ວໄປ. ນອກຈາກທາງລົດໄຟ ລາວ-ຈີນ ໄດ້ເປີດດຳເນີນການຂົນສົ່ງສິນຄ້າບັນດາສະຖານີຕ່າງໆເຊັ່ນ: ສະຖານີວຽງຈັນໃຕ້, ສະຖານີນາເຕີຍ, ສະຖານີວັງວຽງ, ສະຖານີຫລວງພະບາງ, ສະຖານີໂພນໂຮງ ແລະ ສະຖານີອື່ນໆແລ້ວ, ຍັງໄດ້ເຄື່ອນໄຫວສຳຫລວດການຂົນສົ່ງທາງລົດໄຟສາກົນຮູບແບບໃໝ່ ເພື່ອເພີ່ມທະວີຄວາມສາມາດໃນການສົ່ງອອກຂອງທາງລົດໄຟລາວ-ຈີນ ແລະ ການຂົນສົ່ງຂ້າມຊາຍແດນ, ພ້ອມກັນນັ້ນ, ກໍຮັກສາຄ່າຂົນສົ່ງໃຫ້ມີຄວາມຄົງທີ່, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງຂັ້ນຕອນການອະນຸມັດດ່ານພາສີ ໃຫ້ມີຄວາມຄ່ອງຕົວ ເພື່ອຫລຸດຜ່ອນຕົ້ນທຶນການຂົນສົ່ງ.

ບໍລິສັດທາງລົດໄຟ ລາວ-ຈີນ ຍັງໃຫ້ຮູ້ອີກວ່າ: ນັບແຕ່ຕົ້ນປີ 2022 ຫາວັນທີ 13 ມິຖຸນາ 2022 ທາງລົດໄຟລາວ-ຈີນ ໄດ້ມີການສົ່ງສິນຄ້າ 643.000 ກວ່າໂຕນ, ໃນນັ້ນ 472.000 ໂຕນແມ່ນການຂົນສົ່ງຂ້າມແດນ, ໄດ້ຂົນສົ່ງສິນຄ້າປະເພດຕ່າງໆເຊັ່ນ: ຢາງພາລາ, ແຮ່ເຫລັກ, ຝຸ່ນຊີວະພາບ, ເຄື່ອງໃຊ້ໃນຊີວິດປະຈໍາວັນ ແລະ ອື່ນໆລວມກວ່າ 100 ຊະນິດ, ລົດໄຟຂົນສົ່ງສົນຄ້າແມ່ນເຊື່ອມຕໍ່ກັບ 21 ແຂວງຂອງຈີນ, ກວມເອົາການຂົນສົ່ງຜ່ານປະເທດໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະ ປະເທດອື່ນໆ 10 ກວ່າປະເທດ.

#ຂ່າວ: ທະນູທອງ

#ຂໍ້ມູນ-ພາບ: ບໍລິສັດທາງລົດໄຟ ລາວ-ຈີນ

ທ່ານ ຮອງນາຍົກລັດຖະມົນຕີ ຊີ້ນໍາວຽກງານຕ້ານການຄ້າມະນຸດຢູ່ ແຂວງບໍ່ແກ້ວ

0

ໃນຕອນເຊົ້າວັນທີ 14 ມິຖຸນາ 2022 ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ແຂວງບໍ່ແກ້ວ ໂດຍໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມຂອງທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງໆບໍ່ແກ້ວ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງຂອງແຂວງ.

ກ່ອນອື່ນທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ປະທານຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ, ໄດ້ລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະ ນະຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃນໄລຍະຜ່ານມາ ເຫັນວ່າແຂວງ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ຕາມພາລະບົດບາດ, ສິດ-ໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ໃນໄລຍະປີ 2021-2022 ໄດ້ເຄື່ອນໄຫວຕິດຕາມ, ກວດກາ ເຫດການຕ່າງໆຢ່າງເປັນປົກກະຕິ ຕິດພັນກັບວຽກງານໂຄສະນາເຜີຍ ແຜ່ຜົນຮ້າຍຂອງການຄ້າມະນຸດ, ວຽກງານຕ້ານການຄ້າມະນຸດ ຢູ່ບັນດາເມືອງ, ບ້ານເປົ້າໝາຍ ແລະ ສະຖານການສຶກສາຕ່າງໆ; ບັນດາຂະແໜງການກ່ຽວຂ້ອງ ໄດ້ເອົາໃຈໃສ່ໃນການດຳເນີນຄະດີຄວາມ ຕາມຂະບວນການຍຸຕິທໍາ,ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ມີຄວາມໂປ່ງໃສ; ໃນນີ້ ໄດ້ຮັບແຈ້ງຄວາມ, ຄໍາຮ້ອງຟ້ອງ ແລະ ພົບເຫັນຜູ້ລັກລອບເຂົ້າອອກເມືອງ ແລະ ຜູ້ກະທໍາຜິດກ່ຽວກັບການຄ້າມະນຸດ 16 ຄັ້ງ, ຮັບຄໍາຮ້ອງທຸກຊ່ວຍເຫຼືອຜູ້ຖືກເຄາະຮ້າຍ 9 ຄັ້ງ, ໄດ້ເປີດການສືບສວນສອບສວນ 14 ຄັ້ງ; ຮັບແຈ້ງຄວາມ, ຄໍາຮ້ອງຟ້ອງ, ຄໍາຮ້ອງຂໍຄວາມຊ່ວຍເຫຼືອຈາກຜູ້ປົກຄອງ ແລະ ຈາກສະຖານທູດຕ່າງປະເທດ ລວມ 66 ຄັ້ງ, ແກ້ໄຂປະກົດ ການຫຍໍ້ທໍ້ໄດ້ 18 ຄັ້ງ, ໄດ້ສຶກສາອົບຮົມຜູ້ກະທໍາຜິດຄ້າປະເວນີ, ກວດກາການເຂົ້າມາພັກເຊົາບໍ່ຖືກຕ້ອງຂອງຄົນຕ່າງປະເທດ; ກອງບັນຊາການ ປກສ ແຂວງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ແຮງງານລາວ, ຕ່າງປະເທດ ທັງໝົດ 66 ຄັ້ງ ມີທັງໝົດ 477 ຄົນ, ຍິງ 199 ຄົນ. ພ້ອມດຽວກັນນີ້, ແຂວງຍັງໄດ້ເອົາໃຈໃສ່ ໃນການປະສານງານ, ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງຕ່າງໆ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ທັນການ.

ຜ່ານການຮັບຟັງລາຍງານສະຫຼຸບຕີລາຄາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດຂອງແຂວງໃນໄລຍະຜ່ານມາ ເຫັນວ່າວຽກງານດັ່ງກ່າວໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ມີຜົນສໍາເລັດຫຼາຍດ້ານ ເປັນການປະກອບ ສ່ວນສໍາຄັນເຂົ້າໃນການປົກປ້ອງ, ຊ່ວຍເຫຼືອຜູ້ເຄາະຮ້າຍ ແລະ ກຸ່ມສ່ຽງ. ເຖິງວ່າຈະມີຜົນສໍາເລັດຫຼາຍດ້ານ ແຕ່ກໍຍັງມີບັນຫາທີ່ຍັງຄົງຄ້າງຈຳນວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ, ເຊິ່ງທ່ານຮອງນາຍົກລັດຖະ ມົນຕີ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກໃຫ້ແຂວງບໍ່ແກ້ວ ເອົາໃຈໃສ່ຕື່ມບາງດ້ານ ເພື່ອເປັນທິດທາງໃນການແກ້ໄຂຂໍ້ຄົງຄ້າງດັ່ງກ່າວ ແລະ ວາງແຜນການໃນຕໍ່ໜ້າ ເປັນຕົ້ນ 1) ຖືເອົາວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເປັນພັນທະ, ເປັນໜ້າທີ່ການເມືອງຂອງທຸກພາກສ່ວນ, ພ້ອມທັງ ກໍານົດເອົາວຽກງານດັ່ງກ່າວ ເຂົ້າເປັນວຽກຈຸດສຸມໜຶ່ງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ເຊິ່ງຄະນະພັກແຕ່ລະຂັ້ນ ຕ້ອງເປັນເຈົ້າການນໍາພາ ເພື່ອແກ້ໄຂ; 2) ສືບຕໍ່ສຸມໃສ່ຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ III (2021-2025) ມາເປັນແຜນງານ, ໂຄງການ, ກິດຈະກໍາຂອງຕົນ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ກາຍເປັນຂະບວນການລວມ ຄືກັນກັບ 2 ວາລະແຫ່ງຊາດ; 3) ສຶກສາອົບຮົມການເມືອງ- ແນວຄິດ ໃຫ້ພະນັກງານຢູ່ໃນຂະແໜງ ການ ຕ້ານການຄ້າມະນຸດ ໃຫ້ມີຄວາມຈົ່ງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດ ຊາດເປັນກົກ ເພື່ອລົບລ້າງປະກົດການຫຍໍ້ທໍ້, ຖ້າຍັງມີປະກົດການເກີດຂຶ້ນ ແມ່ນໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເດັດຂາດ; 4) ເພີ່ມທະວີການຊອກຮູ້, ເຂົ້າເຖິງແຫຼ່ງຂໍ້ມູນ, ກວດກາ, ຕິດຕາມ, ຄຸ້ມຄອງ ການເຂົ້າ-ອອກເມືອງ, ບັນດາດ່ານຊາຍແດນ, ເຂດຫຼໍ່່ແຫຼມ, ເກັບກໍາບັນດາເປົ້າໝາຍຂອງກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວໃນຂະບວນການຄ້າມະນຸດ ເພື່ອກຳຈັດປາບປາມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ພ້ອມທັງ ໃຫ້ຄວາມຊ່ວຍເຫຼືອເບິ່ງແຍງຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດໃຫ້ທັນສະພາບການ ແລະ ແກ້ໄຂໃຫ້ເປັນຮູບປະທຳ; 5) ເພີ່ມທະວີການໂຄສະນາປູກຈິດສໍານຶກ ກ່ຽວກັບຄວາມສໍາຄັນ ແລະ ຜົນຮ້າຍຂອງການຄ້າມະນຸດ ທັງລວງກວ້າງ ແລະ ລວງເລິກ ໃຫ້ທົ່ວສັງຄົມ ເຮັດໃຫ້ວຽກ ງານດັ່ງກ່າວ ກາຍເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ, ທຸກຊັ້ນຄົນ, ທຸກເພດ, ທຸກໄວ, ທຸກອົງການຈັດຕັ້ງຢ່າງຕັ້ງໜ້າ ໂດຍການໂຄສະນາແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ, ເຊີດຊູຈິດໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ; 6) ປັບປຸງແບບແຜນວິທີເຮັດວຽກ, ກົນໄກການປະສານສົມທົບລະຫວ່າງສູນກາງກັບແຂວງ, ແຂວງ ກັບ ເມືອງ ແລະ ກຸ່ມບ້ານ ໃຫ້ກົມກຽວກັນ; ການສະໜອງຂໍ້ມູນຂ່າວສານ, ລະບອບການລາຍງານໃຫ້ມີຄວາມວ່ອງໄວຊັດ ເຈນທັນເວລາ; 7) ສືບ ຕໍ່ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ, ໂດຍສະເພາະແມ່ນກັບປະເທດທີ່ມີຊາຍແດນຕິດຈອດ ເພື່ອຍາດແຍ່ງການສະໜັບ ສະ ໜູນ, ແລກປ່ຽນຂໍ້ມູນຂ່າວສານບົດຮຽນ ລວມທັງປະສານງານ ໃນການຕ້ານອາດຊະຍາກໍາ ທີ່ກ່ຽວຂ້ອງກັບການຄ້າມະນຸດ; ກຳນົດວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ເປັນແຕ່ລະໄລຍະ, ໃນນັ້ນໃຫ້ກໍານົດບັນ ດາຄາດໝາຍສູ້ຊົນ ແລະ ໄລຍະເວລາຈັດຕັ້ງປະຕິບັດຈະແຈ້ງ, ມີການປະເມີນຜົນ ແລະ ສະຫຼຸບຖອດຖອນບົດຮຽນເປັນປົກກະຕິໃນແຕ່ລະຂັ້ນ, ແຕ່ລະໄລ ຍະ ບົນພື້ນຖານເນື້ອໃນຄາດໝາຍ ທີ່ວາງໄວ້; 9) ປັບປຸງນິຕິກໍາທີ່ມີແລ້ວ ແຕ່ເຫັນວ່າບໍ່ສອດຄ່ອງ ຫຼື ຖ້າຫາກເຫັນວ່າຍັງບໍ່ທັນຄົບຖ້ວນ ກໍຄົ້ນຄວ້າສ້າງນິຕິກໍາໃໝ່ ໂດຍບໍ່ໃຫ້ຂັດກັບນິຕິກໍາທີ່ມີແລ້ວ ເພື່ຶອເປັນເຄື່ອງມືຮັບໃຊ້ວຽກດັ່ງກ່າວ ໃຫ້ມີປະສິດທິຜົນ.

#ຂ່າວ-ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

ສສຊ ສະເໜີໃຫ້ລັດຖະບານປັບປຸງກົດໝາຍ ເພື່ອແກ້ໄຂບັນຫາການແລກປ່ຽນເງິນຕາ

0

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະເໜີຫຼາຍວິທີການໃຫ້ລັດຖະບານ ເພື່ອເລັ່ງແກ້ໄຂບັນຫາກ່ຽວກັບການແລກປ່ຽນເງິນຕາ ທີ່ເປັນບັນຫາທີ່ກຳລັງເຄັ່ງຮ້ອນໃນສັງຄົມ ໂດຍສະເພາະການປັບປຸງມາດຕາທີ 37 ຂອງກົດໝາຍ ວ່າດ້ວຍ ທະນາຄານທຸລະກິດ; ສະເໜີໃຫ້ເພີ່ມບົດບາດຂອງທະນາຄານທຸລະກິດ, ສະເໜີໃຫ້ມີການປະສານສົມທົບລະຫວ່າງທະນາຄານກາງ ກັບສະມາຄົມທະນາຄານ. ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 15 ມິຖຸນາ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ; ສສຊ ໄດ້ພ້ອມກັນສືບຕໍ່ປະກອບຄຳຄິດເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022 ບັນດາ ສສຊ ໄດ້ສະເໜີຫຼາຍວິທີການແກ້ໄຂບັນຫາກ່ຽວກັບການແລກປ່ຽນເງິນຕາຕ່າງປະເທດ ໃຫ້ລັດຖະບານແກ້ໄຂ.

ທ່ານ ມະນີໂສ ຊາມູນຕີ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ສະເໜີໃຫ້ລັດຖະບານ ແກ້ໄຂກ່ຽວກັບການຄຸ້ມຄອງອັດຕາແລກປ່ຽນ ຊຶ່ງປັດຈຸບັນໄດ້ມີການເໜັງຕີງແຮງ ແລະ ກໍເປັນໜຶ່ງບັນຫາທີ່ເຄັ່ງຮ້ອນໃນສັງຄົມລາວເຮົາ ໂດຍສະເໜີໃຫ້ມີການປັບປຸງບາງມາດຕາຂອງກົດໝາຍ. ທ່ານໄດ້ກ່າວວ່າ: ປັດຈຸບັນ, ຮ້ານແລກປ່ຽນເງິນຕາ ມີຈໍານວນຫຼາຍເກີນໄປ ຊຶ່ງອາດເຮັດໃຫ້ການຄຸ້ມຄອງບໍ່ມີປະສິດທິພາບເທົ່າທີ່ຄວນ ແລະ ອີກດ້ານໜຶ່ງ ກໍຍັງມີຊ່ອງວ່າງດ້ານນະໂຍບາຍ ໂດຍສະເພາະໃນກົດໝາຍ ກໍຄື ກົດໝາຍວ່າດ້ວຍທະນາຄານທຸລະກິດ ຊຶ່ງໃນນັ້ນ ມາດຕາ 37 ໄດ້ກໍານົດແຈ້ງ ໃຫ້ທະນາຄານທຸລະກິດສາມາດເປີດຮ້ານອັດຕາແລກປ່ຽນດ້ວຍຕົນເອງ ຫຼື ຊື້-ຂາຍເງິນຕາຕ່າງປະເທດດ້ວຍຕົນເອງ ແລະ ກົດໝາຍ ກໍຍັງເປີດໃຫ້ບຸກຄົນ, ນິຕິບຸກຄົນ ລວມທັງຮ້ານອັດຕາແລກປ່ຽນຕ່າງໆ ໄດ້ຕາມທີ່ທະນາຄານກາງອະນຸມັດ ເພື່ອເປັນຕົວແທນໃຫ້ທະນາຄານທຸລະກິດ ຊຶ່ງເປັນການເປີດກວ້າງທົ່ວໄປ. ເພື່ອແກ້ໄຂບັນຫານີ້, ສະເໜີໃຫ້ລັດຖະບານ ຄວນມີການປັບປຸງມາດຕານີ້ ຢູ່ວັກ 2 ໃນກົດ ໝາຍດັ່ງກ່າວ ໂດຍຈຳກັດອະນຸຍາດໃຫ້ແຕ່ທະນາຄານທຸລະກິດເທົ່ານັ້ນ ເປັນຜູ້ໄດ້ຮັບອະນຸຍາດໃນການແລກປ່ຽນ, ຊື້-ຂາຍ ເງິນຕາຕ່າງປະເທດ ໂດຍທະນາຄານກາງເປັນຜູ້ຄຸ້ມຄອງ ຊຶ່ງຫຼາຍປະເທດໃນໂລກກໍໄດ້ປະຕິບັດແບບນີ້ ໂດຍສະເພາະ ສສ ຫວຽດນາມ ກໍອະນຸຍາດແຕ່ທະນາຄານທຸລະກິດເທົ່ານັ້ນ.

ຂະນະທີ່ ທ່ານ ລິນຄຳ ດວງສະຫວັນ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ສະເໜີໃຫ້ລັດຖະບານ ພິຈາລະນາເພີ່ມບົດບາດຂອງທະນາຄານທຸລະກິດ ໃນການເປີດທຸລະກໍາການແລກປ່ຽນເງິນຕາ ຜ່ານສາຂາຂອງທະນາຄານໃນທົ່ວປະເທດ ໂດຍກຳນົດອັດຕາແລກປ່ຽນໃຫ້ຕະຫຼາດ ທີ່ມີການຄຸ້ມຄອງທີ່ເໝາະສົມໄດ້ ເພື່ອກ້າວໄປຫາການຈຳກັດ ອັດຕາແລກປ່ຽນເງິນຕາຕ່າງປະເທດ ໃນບັນດາຮ້ານແລກປ່ຽນເງິນຕາ ກໍຄືການຄຸ້ມຄອງອັດຕາແລກປ່ຽນ ເພື່ອບໍ່ໃຫ້ແຕກໂຕນຈາກອັດຕາແລກປ່ຽນຢູ່ທະນາຄານທຸລະກິດຫຼາຍ.

ທ່ານ ທະນົງສິນ ກັນລະຍາ ສສຊ ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ໄດ້ສະເໜີໃຫ້ມີການປະສານສົມທົບກັນລະຫວ່າງທະນາຄານກາງ ສົມທົບກັບສະມາຄົມທະນາຄານ ໃນການວາງອັດຕາແລກປ່ຽນທີ່ເໝາະສົມ, ສ່ວນຮ້ານແລກປ່ຽນເງິນຕາ ທີ່ໄດ້ຮັບອະນຸຍາດຕ້ອງໄດ້ຈົດຄັກແນ່ໃນຖານຂໍ້ມູນຈໍານວນເງິນທີ່ແລກປ່ຽນໃນແຕ່ລະຄົນ, ແຕ່ລະບ່ອນມີເທົ່າໃດ ຈຶ່ງຈະກໍາໄດ້ວ່າມີສະກຸນເງິນໃດທີ່ເຄື່ອນໄຫວໃນແຕ່ລະວັນ ແລ້ວຈະຊ່ວຍໃຫ້ເຮົາຄວບຄຸມໄດ້.

(ຂ່າວ: ສຸກສະຫວັນ, ພາບ: ບຸນອູ້ມ)

ທຫລ ຈະດໍາເນີນບາງນະໂຍບາຍຄຸມເງິນຕາບໍ່ໃຫ້ເໜັງຕີງແຮງ

0

ໃນໄລຍະ 6 ເດືອນທ້າຍປີ 2022 ນີ້, ທະນາຄານແຫ່ງ ສປປ ລາວ (ທຫລ) ຈະດໍາເນີນນະໂຍບາຍ ແລະ ບັນດາວຽກຈຸດສຸມຈໍານວນໜຶ່ງ ເພື່ອຮັບປະກັນໃຫ້ສະຖຽນລະພາບທາງດ້ານເງິນຕາແຫ່ງຊາດໝັ້ນທ່ຽງ. ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ວ່າ: ໃນ 6 ເດືອນທ້າຍປີນີ້, ຕ້ອງເຮັດໃຫ້ອັດຕາແລກປ່ຽນເງິນກີບ ທຽບເງິນໂດລາແຂ່ງຄ່າຂຶ້ນ ໃນລະດັບສູງໃນທຸກໆ ເດືອນຢ່າງຕໍ່ເນື່ອງ. ຂະນະທີ່ອັດຕາເງິນເຟີ້ ຕ້ອງຄວບຄຸມໃຫ້ຢູ່ໃນລະດັບບໍ່ເກີນ 12% ໃນນີ້ຈະດໍາເນີນນະໂຍບາຍເງິນຕາແບບປະສົມປະສານ ເພື່ອຄຸມຄອງປະລິມານເງິນໃນລະບົບເສດຖະກິດ ໃຫ້ແທດເໝາະກັບຄວາມຕ້ອງການນໍາໃຊ້ ເພື່ອພັດທະນາເສດ ຖະກິດ-ສັງຄົມແຕ່ລະໄລຍະ, ບໍ່ສ້າງແຮງກົດດັນເຮັດໃຫ້ລະດັບຄວາມຕ້ອງການ ການບໍລິໂພກ-ຊົມໃຊ້ ແລະ ນໍາເຂົ້າສິນຄ້າສູງຂຶ້ນເກີນຄວາມຈໍາເປັນ ແລະ ຈະອອກພັນທະບັດທະນາຄານແຫ່ງ ສປປ ລາວ ໄລຍະສັ້ນ 6 ເດືອນໃຫ້ແກ່ມວນຊົນ ທີ່ບໍ່ແມ່ນສະຖາບັນການເງິນຈໍານວນ 10.000 ຕື້ກີບ. ພ້ອມທັງສືບຕໍ່ດໍາເນີນນະໂຍບາຍອັດຕາແລກ ປ່ຽນຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ ເພື່ອຄຸ້ມຄອງໃຫ້ອັດຕາແລກປ່ຽນຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນຕົວແທນ ເໜັງຕິງໃນລະດັບທີ່ສອດຄ່ອງກັບລະດັບຄຸນນະພາບດ້ານເສດຖະກິດ-ເງິນຕາໃຫ້ຫລາຍຂຶ້ນ; ສືບຕໍ່ປັບປຸງເຄື່ອງມື ແລະ ກົນໄກການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາຕ່າງປະເທດຂອງຊາດ ແລະ ໃຫ້ຄັງສໍາຮອງເງິນຕາຕ່າງປະເທດ; ສືບຕໍ່ປະສານສົມທົບກັບພາກສ່ວນຮັບຜິດຊອບກ່ຽວຂ້ອງ ເພື່ອຮ່ວມກັນສົ່ງເສີມ, ສ້າງເງື່ອນໄຂໃຫ້ຈູນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ-ກາງສາມາດເຂົ້າແຫລງທຶນຂອງທະນາຄານໄດ້ຫລາຍຂຶ້ນ ແລະ ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍລະບົບການຊໍາລະ ແລະ ນິຕິກໍາລຸ່ມກົດໝາຍກ່ຽວຂ້ອງ, ສືບຕໍ່ສ້າງເຄື່ອງມື ແລະ ກົນໄກໃນການຄຸ້ມຄອງຕິດຕາມກວດກາສູນຊື້-ຂາຍເງິນຄຣີບໂຕ, ສືບຕໍ່ຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງສະກຸນເງິນດີຈິຕອນ ທີ່ອອກໂດຍທະນາຄານແຫ່ງ ສປປ ລາວ ແລະ ສືບຕໍ່ພັດທະນາການເຊື່ອມຕໍ່ລະບົບການຊໍາລະຂ້າມແດນຂອງ ສປປ ລາວ ກັບລະບົບການຊໍາລະ ລະຫວ່າງປະເທດ ຂອງປະເທດຄູ່ຄ້າສໍາຄັນ.

ທ່ານ ສອນໄຊ ສິດພະໄຊ ຍັງກ່າວຕື່ມວ່າ: ໃນໄລຍະ 6 ເດືອນຕໍ່ໜ້ານີ້ ການ ຈັດຕັ້ງປະຕິບັດແຜນເງິນຕາ ຈະຍັງສືບຕໍ່ຜະເຊີນກັບຫລາຍປັດໄຈສ່ຽງຈາກພາຍນອກ ເປັນຕົ້ນ ລາຄານໍ້າມັນໂລກ, ລາຄາສະບຽງອາຫານ, ອັດຕາເງິນເຟີ້, ອັດຕາດອກເບ້ຍຢູ່ສາກົນທີ່ຄາດວ່າຈະສູງຂຶ້ນ. ແຕ່ແນວໃດກໍຕາມ ທະນາຄານແຫ່ງ ສປປ ລາວ ຈະພະຍາຍາມສູ້ຊົນຈັດຕັ້ງປະຕິບັດທຸກນະໂຍບາຍ ແລະ ມາດຕະການຈົນສຸດຄວາມສາມາດ ເພື່ອຮັບປະກັນໃຫ້ສະຖຽນລະພາບທາງດ້ານເງິນຕາແຫ່ງຊາດ ມີຄວາມສະຫງົບ ແລະ ໝັ້ນທ່ຽງ.

ຂ່າວ: ສຸພາສະຫວັນ

ພາບ: ເກດສະໜາ

ຫລວງພະບາງ ແລະເຊິນລາ ຈະຈັດງານສະຫຼອງວັນສໍາຄັນຂອງຊາດຮ່ວມກັນ

0

ວັນທີ 14 ມິຖຸນາ 2022 ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ມີກອງປະຊຸມປຶກສາຫາລື ຮ່ວມກັນ ລະຫວ່າງ ຄະນະຜູ້ແທນ ແຂວງເຊິນລາ ນໍາໂດຍສະຫາຍ ນາງ ຈ້າງ ທິຊັ່ວນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງເຊີນລາ ພ້ອມດ້ວຍຄະນະ ແລະການນໍາແຂວງຫຼວງພະບາງ ນໍາໂດຍສະຫາຍ ບຸນເລື່ອມ ມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ,ສະຫາຍ ປອ ນາງ ສຸດາພອນ ຄົມທະວົງ ກໍາມະການພັກແຂວງ ຫົວໜ້າພະແນກ ຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວແຂວງ ພ້ອມດ້ວຍຄະນະ,ມີຫົວໜ້າຫ້ອງວ່າການແຂວງ ແລະຕາງໜ້າພະແນກການຕ່າງປະເທດເຂົ້າຮ່ວມ.

ການພົບປະຫາລື ລະຫວ່າງ 2 ແຂວງ ຄັ້ງນີ້ ເປັນການກະກຽມຄວາມພ້ອມໃນການຈັດງານ ເທດສະການທ່ອງທ່ຽວ ພາຍໃຕ້ຄໍາຂັວນ “ ເພງແຫ່ງຄວາມຮັກ ຫຼວງພະບາງ-ເຊິນລາ ” ປີ 2022 ທີ່ແຂວງຫຼວງພະບາງ ຈະໄດ້ເປັນເຈົ້າພາບ,ແມ່ນຜັນຂະຫຍາຍ ທິດທາງການຮ່ວມມື ຂອງ 2 ແຂວງ ເພື່ອຈັດກິດຈະກໍາ ເຄື່ອນໄຫວ ສະເຫຼີມສະຫຼອງວັນສົນທິສັນຍາມິດຕະພາບ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ “ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022” ທີ່ຈະຈັດຂຶ້ນຢູ່ແຂວງຫຼວງພະບາງ ໃນວັນທີ 18/07/2022.ເປັນການເພີ່ມທະວີການເຊື່ອມຈອດ ແລະຮ່ວມມືພັດທະນາການທ່ອງທ່ຽວ ລະຫວ່າງ 2 ແຂວງ ແລະ2 ປະເທດ,ຊຸກຍູ້ການສື່ສານ,ໂຄສະນາເຜີຍແຜ່,ໂຄສະນາພາບພົດ ແລະນໍ້າໃຈມິດຕະພາບຂອງປະຊາຊົນແຂວງ ຫຼວງພະບາງ-ແຂວງເຊິນລາ,ບັນດາຜະລິດຕະພັນທ່ອງທ່ຽວ,ເອກະລັກວັດທະນະທໍາ,ຜະລິດຕະພັນທ້ອງຖິ່ນທີ່ດຶງດູດໃຈ,ສ້າງວຽກເຮັດງານທໍາ ເພີ່ມລາຍຮັບ,ລຸດຜ່ອນຄວາມທຸກຍາກ ໃຫ້ປະຊາຊົນ 2 ແຂວງ ພ້ອມທັງເຊື່ອມໂຍງເຂົ້າສູ່ພາກພຶ້ນ ແລະສາກົນຕື່ມອີກ.

ສໍາລັບກິດຈະກໍາ ແມ່ນຈະໄດ້ເລີ່ມເຄື່ອນໄຫວຕິດຕັ້ງປ້າຍໂຄສະນາ ເປັນສອງພາສາລາວ-ຫວຽດນາມ ຢູ່ພາຍໃນເທດສະບານແຂວງຫຼວງພະບາງ,ສ້າງສາລະຄະດີ ເພື່ອ ອອກອາກາດຜ່ານສື່ຕ່າງໆ. ສະເພາະໃນງານມື້ເປີດຈະມີການສະແດງສິລະປະວັນນະຄະດີ ໂດຍສະເພາະແມ່ນການສະແດງ “ ສຽງເພງແຫ່ງຄວາມຮັກ ຫຼວງພະບາງ-ເຊິນລາ”, ການຟ້ອນທີ່ເປັນເອກະລັກຂອງລາວ ແລະຫວຽດນາມ,ການນຸ່ງຖືແບບຊົນເຜົ່າຕ່າງໆ,ຊົມການວາງສະແດງຮູບພາບການທ່ອງທ່ຽວ,ອາຫານ,ຟ້ອນວົງມົນ,ລໍາວົງສາມັກຄີ,ແຂ່ງຂັນກິລາ,ໂຍນໝາກຄອນ,ການສະແດງຄັດຕອນງານບຸນປະເພນີ,ກິລາດຶງເຊືອກ,ດັນໄມ້ ແລະອື່ນໆ,ສ່ວນການວາງສະແດງຕາມຮ້ານ( ບູດ ) ປະກອບມີ ຮູບພາບການທ່ອງທ່ຽວ,ຜະລິດຕະພັນການທ່ອງທ່ຽວ,ວັດທະນະທໍາເອກະລັກ ແລະວັດຖຸພັບ ທີ່ເດັ່ນຂອງ ແຂວງ ເຊິນລາ ແລະແຂວງຫຼວງພະບາງ.ການຈັດງານຄັ້ງນີ້ ຈະຈັດຂຶ້ນເປັນເວລາ 3 ວັນຈິ່ງຈະສໍາເລັດ.

ຂ່າວ-ພາບ: ນັກຂ່າວແຂວງຫຼວງພະບາງ

#Medialaos MMD #Luangparbang Provice

ຂໍເຊີນຊວນມາທ່ຽວຊົມງານເທດສະການຕະຫຼາດວາງສະແດງໝາກໄມ້,​ ສິນຄ້າ​ກະສິກຳ​ -​ ຫັດຖະກຳ​

0

ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຂໍເຊີນຊວນພະນັກງານ, ທະຫານ,​ ຕຳຫຼວດ,​ ຫົວໜ່ວຍທຸລະກິດ,​ ພໍ່ຄ້າຊາວຂາຍຕະຫລອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າໃນທົ່ວແຂວງຈຳປາສັກແລະຕ່າງແຂວງເວົ້າລວມເວົ້າສະເພາະແມ່ນໃນທົ່ວເມືອງບາຈຽງຈະເລີນສຸກ ມາທ່ຽວຊົມແລະອຸດໜູນໝາກໄມ້ສົດ, ປອດສານພິດປະເພດຕ່າງໆແລະເຄື່ອງຫັດຖະກຳທີ່ປະນີດຂອງປະຊາຊົນຊາວເມືອງບາຈຽງຈະເລີນສຸກ ທີ່ງານເທດສະການວາງສະແດງໝາກໄມ້,ສິນຄ້າກະສິກຳແລະຫັດຖະກຳຄັ້ງທີ XVI ຢູ່ບ້ານຫວ້ຍແຫ່​ (ຫັລກ21) ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ເພື່ອເປັນການສືບທອດພູມປັນຍາແລະສົ່ງເສີມຜູ້ປະກອບການທາງດ້ານກະສິກຳແລະຫັດຖະກຳທີ່ກາຍເປັນສິນຄ້າພາຍໃນເມືອງ,ໃຫ້ສັງຄົມໄດ້ຮັບຮູ້ແລະກ້າວເຂົ້າສູ່ຕະຫຼາດຢ່າງກວ້າງຂວາງ ທັງເປັນການດຶງດູດການທ່ອງທ່ຽວພາຍໃນເມືອງໃຫ້ມີບັນຍາກາດຄືກຄື້ນແລະເປັນການເພີ່ມຖານລາຍຮັບໃຫ້ແກ່ປະຊາຊົນ ເຊິ່ງງານດັ່ງກ່າວຈະໄດ້ດຳເນີນເລີ້ມແຕ່ວັນທີ 16 ມີຖຸນາຈົນຮອດ 18 ມີຖຸນາ 2022.

ຂ່າວ-ພາບ: ນັກຂ່າວແຂວງຈຳປາສັກ

#Medialaos MMD #Champasak Province

ອົງການກວດສອບແຫ່ງລັດປະຈຳພາກໃຕ້ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ

0

ວັນທີ 13 ມິຖຸນາ 2022 ນີ້; ອົງການກວດສອບແຫ່ງລັດປະຈຳພາກໃຕ້ ໄດ້ລົງເຄື່ອນໄຫວເຮັດວຽກຮ່ວມກັບ ຄະນະປະສານງານຂັ້ນແຂວງເຊກອງ, ເພື່ອຈັດກອງປະຊຸມປຶກສາຫາລືວຽກງານການຈັດຕັ້ງປະຕິບັດວຽກງານແຜນງົບປະມານແຫ່ງລັດປະຈຳປີ 2021 ຂື້ນຢ່າງເປັນທາງການຢູ່ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການແຂວງແຊກອງ, ໂດຍມີທ່ານ ຂັນຕີ ສີລະວົງສາ ຄະນະປະຈຳພັກແຂວງ, ຮອງເຈົ້ງແຂວງໆເຊກອງ ແລະ ທ່ານ ໄພທູນ ສີພູມມາ ປະທານອົງການກວດສອບປະຈຳພາກໃຕ້ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນາງ ສີອຳພອນ ສິດທິໄຊ ຮອງຫົວໜ້າຄະນະກວດສອບງົບປະມານແຂວງເຊກອງ ໄດ້ຂຶ້ນຜ່ານບົດບັນທຶກຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2021 ທີ່ໄດ້ສັງລວມຂໍ້ມູນຕ່າງໆຈາກບັນດາພະແນກການທີ່ກ່ຽວຂ້ອງວ່າ: ຜ່ານການກວດສອບຄືນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2021 ຜ່ານມາຂອງແຂວງເຊກອງຕາມມະຕິຂອງສະພາປະຊາຊົນແຂວງໃນ 18 ເປົ້າໝາຍເຫັນວ່າ: ພົບບັນຫາຈຳນວນ 11 ບັນຫາ; ໃນນັ້ນບັນຫາທີ່ໄດ້ຮັບການປັບປຸງແກ້ໄຂຂາດຕົວມີ 2 ບັນຫາ, ບັນຫາທີ່ແກ້ໄຂບໍ່ຂາດຕົວມີ 6 ບັນຫາ ແລະບັນຫາທີ່ບໍ່ໄດ້ຮັບການແກ້ໄຂມີ 3 ບັນຫາ; ພາຍຫຼັງຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບຄືນແຕ່ລະບັນຫາແລ້ວກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງບົດບັນທຶກເພື່ອເປັນການຮັດກຸມ ແລະເພື່ອໃຫ້ມີເນື້ອໃນທີ່ສົມບູນຂື້ນ, ນອກຈາກນັ້ນກໍ່ຍັງໄດ້ພ້ອມກັນຊອກຫາວິທີທາງແກ້ໄຂໃຫ້ຖືກຕ້ອງ ແລະສອດຄ່ອງຕໍ່ບັນຫາດັ່ງກ່າວ, ທັງນີ້ກໍເພື່ອນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະມີຜົນສຳເລັດຕາມມະຕິຂອງສະພາປະຊາຊົນແຂວງກຳນົດໄວ້.

ຂ່າວ-ພາບ: ນັກຂ່າວແຂວງເຊກອງ

#Medialaos MMD #Sekong Provice

ປະທານປະເທດ ລົງຊຸກຍູ້ພື້ນຖານການປູກຝັງ-ລ້ຽງສັດຢູ່ ແຂວງວຽງຈັນ

0

ດ້ວຍຄວາມເປັນຫ່ວງໃຍຂອງຂັ້ນເທິງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ການສ້າງກຳລັງແຮງໃຫ້ແກ່ເສດຖະກິດແຫ່ງຊາດ, ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້,ສົ່ງເສີມ ແລະ ຊີ້ນໍາອົງການປົກຄອງທ້ອງຖິ່ນ ກໍຄື ຜູ້ປະກອບການ ໃນການຜະລິດ-ທຸລະກິດ ຢູ່ແຂວງວຽງຈັນ ກໍຄືເມືອງທຸລະຄົມ ແລະ ເມືອງວັງວຽງ ໂດຍການຕ້ອນຮັບຂອງ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງວຽງຈັນ, ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ, ມີເຈົ້າເມືອງ ແລະ ພະແນກການກ່ຽວຂ້ອງຂອງແຂວງ ໃຫ້ການຕ້ອນຮັບ.

ໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ໄປຢ້ຽມຢາມ ຟາມງົວຊີ້ນ ແລະ ປູກຜັກອິນຊີແບບໄຮໂດຣໂປນິກ ນ້ຳເພັດຈະ ເລີນຊັບ ຂອງ ທ່ານ ໂຕ່ຊີ້ງ ແສງພະຈັນ ຢູ່ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ, ຟາມດັ່ງກ່າວສ້າງຕັ້ງຂຶ້ນໃນປີ 2019, ມີເນື້ອທີ່ 12 ເຮັກຕາ, ເຊິ່ງເປົ້າໝາຍຂອງບໍລິສັດ ນໍ້າເພັດ ຈະເລີນຊັບ ແມ່ນນຳເຂົ້າພັນງົວຊີ້ນສາຍເລືອດ 100% ເພື່ອນຳມາຂະຫຍາຍພັນ, ທອມງົວ ເພື່ອໃຫ້ໄດ້ຊີ້ນງົວຄຸນນະພາບສູງ, ຜະລິດ ແລະ ຈຳໜ່າຍນ້ຳເຊື້ອງົວຊີ້ນພັນດີ; ປັບປຸງພັດທະນາແນວພັນງົວຕານປ່ຽວ1, ພັນງົວທີ່ນຳເຂົ້າມາມີສາຍພັນບຣາມັນ, ແອງກັສ ແລະ ຊາໂຣແລ ສາຍເລືອດ 100%, ພາຍໃນຟາມຈະນໍາໃຊ້ເຕັກໂນໂລຊີ ເພື່ອສ້າງຟາມ ຕາມມາດຖານຂອງອາຊຽນ; ຂະຫຍາຍພັນສັດ ດ້ວຍວິທີການປະສົມພັນທຽມ ແລະ ຝາກໂຕອ່ອນ; ຈັດການຟາມຕາມຫລັກວິຊາການລ້ຽງສັດທີ່ເໝາະສົມ; ປະຕິບັດມາດຕະການດ້ານນິຕິກຳ ແລະ ວິຊາການຢ່າງເຄັ່ງຄັດ.

ຈາກນັ້ນ, ກໍໄປຢ້ຽມຢາມຄອບຄົວຕົວແບບປູກໝາກແຕງເມລອນ ຢູ່ບ້ານໄຮຢ່ອນ ເມືອງທຸລະຄົມ ເຊິ່ງເປັນຄອບຄົວຂອງ ທ້າວ ວິໄລພອນ ຫຼືທ້າວ ຕົ້ນກ້າ ອິນທະວົົງ ໄດ້ເລີ່ມທົດລອງປູກມາແຕ່ຕົ້ນປີ 2018 ດ້ວຍທຶນຕົວເອງໃຊ້ເງິນ 2 ລ້ານກີບ ແລະ ທົດລອງປູກແບບໃຊ້ໄມ້ໄຜ່ເປັນໂຄງປູກ ແລະ ທ້າຍປີ 2018 ໄດ້ຂາຍໝາກແຕງ 700 ກິໂລ ເມື່ອເຫັນວ່າມີຜົນຕອບຮັບທີ່ດີ, ປີ 2019-2020 ທາງຄອບຄົວຈຶ່ງຕັດສິນໃຈປຸກໂຮງເຮືອນ 8 ຫລັງ ແລະ ປີ 2021 ໄດ້ຂະຫຍາຍໂຮງເຮືອນ ອອກເປັນ 15 ຫລັງ ສະເລ່ຍຫລັງໜຶ່ງມີມູນຄ່າປະມານ 35 ລ້ານກີບ. ສ່ວນການຂາຍຜົນຜະລິດສະເລ່ຍ ເດືອນລະ 2.000 ກິໂລກຣາມ, ຂາຍສົ່ງກິໂລລະ 20.000 ກີບ. ປັດຈຸບັນມີ ປະຊາຊົນພາຍໃນເມືອງຈໍານວນໜຶ່ງ ມາຖອດຖອນບົດຮຽນໃນການປູກໝາກແຕງເມລອນ.

ພາຍຫລັງສຳເລັດການເຄື່ອນໄຫວຢ້ຽມຢາມ ເມືອງທຸລະຄົມແລ້ວ, ທ່ານປະທານປະເທດ, ພ້ອມຄະນະ ກໍໄດ້ເດີນທາງໄປຢ້ຽມຢາມ ພູເພັດຟາມ ລ້ຽງງົວ, ແບ້ນົມ ແລະ ມ້າ ຢູ່ບ້ານວັງໝ້ຽງ ເມືອງວັງວຽງ, ຢ້ຽມຢາມສາງພັກສິນຄ້າ ແລະ ສະຖານີບໍລິການຂົນສົ່ງສິນຄ້າ ທາງລົດໄຟລາວ-ຈີນ ແລະ ສະຖານທີ່ທ່ອງທ່ຽວ ຕາມເສັ້ນທາງວົງແຫວນ ເມືອງວັງວຽງ ຕື່ມອີກ.

ໃນໂອກາດຢ້ຽມຢາມ, ພື້ນຖານການຜະລິດ ຂອງຜູ້ປະກອບການ ແລະ ປະຊາຊົນ ຈໍານວນໜຶ່ງ ຢູ່ 2 ເມືອງ ດັ່ງກ່າວນີ້, ທ່ານປະທານປະເທດ ໄດ້ເນັ້ນໜັກໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດພາຍໃນ, ເພື່ອຕອບສະໜອງການຊົມໃຊ້ ຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະແມ່ນດ້ານສະບຽງອາຫານ ກໍຄື ການຮັບໃຊ້ການທ່ອງທ່ຽວ ໃນເງື່ອນໄຂເປີດປະເທດ ປະກອບສ່ວນສໍາຄັນ ເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ ໃນປັດຈຸບັນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດແຫ່ງຊາດໃນຕໍ່ໜ້າ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງແຂວງວຽງຈັນ ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ທີ່ມີທ່າແຮງຂອງແຂວງ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສ້າງເງື່ອນໄຂ, ອຳນວຍຄວາມສະດວກ ໃນການຜະລິດ-ທຸລະກິດ, ການສະໜອງເຕັກນິກ, ທຶນຮອນ ແລະ ຕະຫລາດ ທີ່ໝັ້ນຄົງ ເພື່ອຍົກລະດັບລາຍໄດ້ ແລະ ຄຸນນະພາບຊີວິດ ຂອງປະຊາຊົນຊາວແຂວງວຽງຈັນໃຫ້ສູງຂຶ້ນ; ຕ້ອງເອົາໃຈໃສ່ໃຫ້ຜູ້ປະກອບການ ແລະ ປະຊາຊົນ ຮ່ວມສໍາພັນກັນເປັນຕ່ອງໂສ້ ໃນຂະບວນການຜະລິດ-ທຸລະກິດ ຂອງແຂວງວຽງຈັນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຂຶ້ນໄປເລື້ອຍໆ.

ພາບ-ຂ່າວ: ບຸນມາ ແກ້ວບຸດດາ ນັກຂ່າວແຂວງວຽງຈັນ

#Medialaos MMD #Vientiane Provice

ການເລືອກກາເຟທີ່ມີປະໂຫຍດຕໍ່ສຸຂະພາບຫຼາຍທີ່ສຸດ

0

ເຕັກນິກໃນການເລືອກກາເຟເພື່ອສຸຂະພາບເພື່ອໃຫ້ປະໂຫຍດແກ່ຮ່າງກາຍຫຼາຍທີ່ສຸດ ລະຫວ່າງກາເຟສົດ ຫຼື ກາເຟດ່ວນ ອັນໃດດີກວ່າກັນ? ສຳລັບກາເຟ ບາງທ່ານອາດຄິດວ່າມັນເປັນເຄື່ອງດື່ມທີ່ມີຄາເຟອີນ ອາດຈະບໍ່ດີຕໍ່ສຸຂະພາບແຕ່ບາງເທື່ອຖ້າທ່ານຮູ້ກິນກາເຟຢ່າງຖືກຕ້ອງ ແລະ ເລືອກກາເຟທີ່ດີ ພ້ອມດ້ວຍປະລິມານທີ່ເໝາະສົມ ກໍ່ສາມາດເປັນຜົນດີຕໍ່ສຸຂະພາບ ເພາະສາມາດສ້າງປະໂຫຍດໃຫ້ແກ່ຮ່າງກາຍໄດ້ເຊັ່ນດຽວກັນ ແຕ່ໃນປັດຈຸບັນປະຊາຊົນຫຼາຍຄົນເລືອກທີ່ຈະກິນກາເຟແບບບໍ່ຖືກຕ້ອງ ເພາະບາງເທື່ອຄົນເຮົາກໍ່ມີຮູບແບບ ແລະ ຄວາມມັກທີ່ແຕກຕ່າງກັນ ບາງຄົນມັກກາເຟຫວານ, ບາງຄົນກາເຟດຳ ຫຼື ບາງຄົນມັກກາເຟກັບນົມ ເຊິ່ງປະຈຸບັນມີກາເຟສົດ ແລະ ກາເຟທັນທີ, ແຕ່ສ່ວນຫຼາຍສາມາດຮັບດື່ມໄດ້ທັງສອງປະເພດ, ແຕ່ຈະຮູ້ວິທີການທີ່ຈະເລືອກປະເພດກາເຟທີ່ຈະມີສຸຂະພາບດີທີ່ສຸດ

ຄຸນປະໂຫຍດຂອງກາເຟອີນ

ສຳລັບກາເຟທີ່ມີຜົນປະໂຫຍດຕໍ່ສຸຂະພາບເກືອບທຸກເວລາ ເຖິງແມ່ນວ່າກາເຟມີຄາເຟອີນ ປະກອບ ແລະ ໂພແທດຊຽມ ສານຕ້ານອະນຸມູນອິດສະລະ ຖ້າທ່ານເລືອກກິນກາເຟດີມີສຸຂະພາບແຂງແຮງຈະເຮັດໃຫ້ຄຸນປະໂຫຍດຕໍ່ສຸຂະພາບທີ່ດີໃນກໍລະນີຫຼາຍທີ່ສຸດ, ກາເຟທີ່ມີສຸຂະພາບດີແມ່ນກາເຟດຳ ເພາະ ວ່າບໍ່ມີນົມ ຫຼື ນໍ້າຕານ ແມ່ນກາເຟທີ່ບໍລິສຸດເຊິ່ງຈະບໍ່ເຮັດໃຫ້ທ່ານເປັນໂລກເບົາຫວານ ແຕ່ຖ້າທ່ານຖາມວ່າລະຫວ່າງກາເຟສົດ ຫຼື ກາເຟທັນທີ ອັນໃດດີກວ່າກັນ? ຄວາມຈິງແລ້ວກາເຟສົດຈະມີຄາເຟອີນ ແລະ ໂພແທດຊຽມສູງກວ່າ ແຕ່ທັງສອງມີສານຕ້ານອະນຸມູນອິດສະລະ ຊັ້ນວາງແມ່ນຄ້າຍຄືກັນ ແລະຂື້ນກັບແນວພັນກາເຟ ຖ້າຖືກຖາມວ່າຈະເລືອກກິນແບບໃດໃນຄວາມເປັນຈິງ, ທ່ານສາມາດເລືອກທີ່ຈະຮັບດື່ມທັງສອງຢ່າງ ເພາະວ່າມັນເປັນກາເຟທີ່ບໍ່ມີນໍ້າຕານ, ຄຣີມ ແລະ ບໍ່ມີນົມ ມັນກໍ່ດີຕໍ່ສຸຂະພາບ ເຖິງຢ່າງໃດກໍ່ຕາມການດື່ມກາເຟຫຼາຍເກີນໄປຄືກັບການກິນຄາເຟອີນຫຼາຍເກີນໄປໃນຮ່າງກາຍ ຈະເຮັດໃຫ້ຜົນປະໂຫຍດຂອງກາເຟໝົດໄປ ແລະ ຍັງສົ່ງຜົນກະທົບທີ່ບໍ່ດີຕໍ່ສຸຂະພາບອີກດ້ວຍ.

ເຖີງຢ່າງໃດກໍ່ຕາມ ຄວນດື່ມກາເຟດຳແມ່ນດີທີ່ສຸດ ເພາະຈະຊ່ວຍຫຼຸດຜ່ອນຄວາມສ່ຽງຂອງໂລກເບົາຫວານ ແລະ ຈະເຮັດໃຫ້ມັນມີຊີວິດຍືນກວ່າ ແລະ ແນະນຳໃຫ້ທ່ານບໍລິໂພກໃນປະລິມານທີ່ເໝາະສົມ, ບໍ່ຄວນດື່ມເກີນຂະໜາດ ແລະ ຄວນດື່ມແບບບໍ່ໃສ່ນໍ້າຕານຈະດີທີ່ສຸດ.

ພະແນກກະສິກຳ ແລະ ປ່າໄມ້ແຂວງຄຳມ່ວນ ຈັດກອງປະຊຸມຈັດຕັ້ງປະຕິບັດວາລະແຫ່ງຊາດ

0

ກອງປະຊຸມຈັດຕັ້ງປະຕິບັດວາລະແຫ່ງຊາດ, ກົນໄກການປະສານງານ ວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ຢູ່ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 14 ມິຖຸນາ 2022 ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ມີບັນດາຫົວໜ້າພະແນກການ, ຮອງເຈົ້າເມືອງ, ຂະແໜງການຂັ້ນແຂວງ ແລະ ຫ້ອງການກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.

ກອງປະຊຸມແມ່ນໄດ້ຮັບຟັງການນຳສະເໜີກ່ຽວກັບແຜນວຽກຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ແຜນວຽກຂອງພະແນກກະສິກຳ ແລະ ປ່າໄມ້ ທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ເລກທີ 224/ຈຂ.ຄມ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ-ກວດກາ ໂຄງການກໍ່ສ້າງສູນຄົ້ນຄວ້າ ແລະ ພັດທະນາ ກະສິກຳທີ່ເມືອງຍົມມະລາດ ພ້ອມທັງຮັບຟັງການລາຍງານແຜນການເຄື່ອນໄຫວຈັດຕັ້ງປະຕິບັດ ການສຳຫຼວດ, ການວາງແຜນນຳໃຊ້ທີ່ດິນ, ການກຳນົດຂອບເຂດດິນແຕ່ລະປະເພດ, ການຄຸ້ມຄອງທີ່ດິນ, ການອອກໃບຢັ້ງຢືນການນຳໃຊ້-ພັດທະນາທີ່ດິນ, ການເກັບຄ່າທຳນຽມ-ຄ່າບໍລິການຕ່າງໆກ່ຽວກັບທີ່ດິນ ຕາມລະບຽບກົດໝາຍວາງອອກໃນແຕ່ລະໄລຍະ. ພ້ອມນີ້ ບັນດາຜູ້ເຂົ້າຮ່ວມ ກໍ່ໄດ້ປະກອບຄຳຄິດຄຳເຫັນ ໃນດ້ານກົນໄກປະສານງານ ເພື່ອເຮັດໃຫ້ເນື້ອໃນ ແລະ ຂັ້ນຕອນ, ວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າມີຄວາມຖືກຕ້ອງ, ສອດຄ່ອງ ແລະ ເໝາະສົມ ຕາມລະບຽບກົດໝາຍວາງອອກ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານກ່ຽວກັບທີ່ດິນຂອງບໍລິສັດ ພອນສັກ ກຣຸບ ທີ່ເມືອງຍົມມະລາດ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ. ໂອກາດນີ້ ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ກັບ ທ່ານ ຄຳໝັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຮ່ວມເຊັນບົດບັນທຶກກ່ຽວກັບກົນໄກປະສານງານຮ່ວມກັນ ໂດຍຈະເລັ່ງໃສ່ທີ່ດິນກະສິກຳ ເປັນຕົ້ນ ດິນນາໃນເຂດຊົນລະປະທານ ທີ່ພັກ-ລັດຖະບານໄດ້ທຸ່ມເທທຶນຮອນອັນມະຫາສານ ເຂົ້າໃນການສ້າງພື້ນຖານໂຄງລ່າງດ້ານຊົນລະປະທານ ເພື່ອເຮັດໃຫ້ການນຳໃຊ້ທີ່ດິນກະສິກຳເກີດຜົນປະໂຫຍດສູງສຸດ ແລະ ຍາວນານ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ພໍ່ແມ່ປະຊາຊົນໄດ້ຮັບສິດໃນການຄຸ້ມຄອງນຳໃຊ້ໄດ້ຢ່າງຖືກຕ້ອງຕາມລະບຽບກົດໝາຍ, ປະຕິບັດພັນທະເສຍພາສີທີ່ດິນ ຕາມຂອບເຂດເນື້ອທີ່ຂອງປະຊາຊົນຄຸ້ມຄອງ, ສ້າງເງື່ອນໄຂອຳນວຍໃນການພັດທະນາທີ່ດິນໃຫ້ມີຄວາມຮັບປະກັນໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ແນໃສ່ເພື່ອຫຼີກເວັ້ນການເຮັດວຽກທີ່ຊໍ້າຊ້ອນກັນ ລະຫວ່າງ 2 ຂະແໜງການ ພ້ອມນັ້ນກໍ່ສາມາດນຳໃຊ້ຂໍ້ມູນຮ່ວມກັນໄດ້ ແລະ ຈະບໍ່ສ້າງຄວາມຫຍຸ້ງຍາກ, ສັບສົນໃຫ້ແກ່ພໍ່ແມ່ປະຊາຊົນ ພ້ອມທັງຮັບປະກັນໃນການປະກອບສ່ວນສ້າງລາຍຮັບເຂົ້າງົບປະມານໃຫ້ແກ່ລັດຖະບານ ກໍ່ຄືຂອງແຂວງໃຫ້ຫຼາຍຂຶ້ນ.

ຂ່າວ-ພາບ: ນັກຂ່າວແຂວງຄຳມ່ວນ

#Medialaos MMD #Khammouan Province